ບົດທີ
Chapter 1
1 ບັດນີ້ ພຣະທັມຂອງພຣະຢາເວມາເຖີງໂຢນາ ລູກຊາຍຂອງອາມິດໄຕ, ກ່າວວ່າ, 2 "ຈົ່ງລຸກຂື້ນ ແລະໄປທີ່ນີນາເວເມືອງຫລວງ, ແລະໄປຕໍ່ຕ້ານພວກເຂົາ, ເພາະຄວາມຊົ່ວທີ່ພວກເຂົາເຮັດນັ້ນ ໄດ້ປາກົດແກ່ພຣະຢາເວແລ້ວ." 3 ແຕ່ໂຢນາລຸກຫນີໄປໃຫ້ພົ້ນຫນ້າຂອງພຣະຢາເວ ແລະ ໄປທີ່ເມືອງຕາກຊິດ. ລາວລົງໄປຕໍ່ທີ່ເມືອງຢົບປາ ແລະພົບເຮືອລຳຫນຶ່ງທີ່ຈະໄປຍັງເມືອງຕາກຊິດ. ລາວຈຶ່ງຈ່າຍເງີນຄ່າໂດຍສານ ແລະຂື້ນເຮືອໄປກັບພວກເຂົາທີ່ເມືອງຕາກຊິດ, ເພື່ອຫນີໄປໃຫ້ພົ້ນຫນ້າຂອງພຣະເຈົ້າຢາເວ. 4 ແຕ່ພຣະເຈົ້າຢາເວສົ່ງລົມໃຫຍ່ຂື້ນໃນທະເລ ແລະຈົນກາຍເປັນລົມພາຍຸໃຫຍ່ໃນທະເລ. ຈົນເຮຶອໃກ້ຈົມລົງເຕັມທີ. 5 ພວກລູກເຮຶອກໍຢ້ານ ແລະ ແຕ່ລະຄົນຕ່າງກໍ່ຮ້ອງຫາພະເຈົ້າຂອງຕົນໃຫ້ຊ່ວຍເຫລືອ. ພວກເຂົາທັງຫລາຍກໍຖິ້ມສີ່ງຂອງລົງໃນທະເລ. ເພື່ອເຮັດໃຫ້ເຮືອເບົາຂື້ນ. ແຕ່ໂຢນາກັບໄປໃນເຮືອ, ແລະລາວໄດ້ນອນຫລັບສະນິດ. 6 ດັ່ງນັ້ນນາຍເຮືອໄດ້ມາລາວ ແລະ ກ່າວວ່າ, "ເປັນຫຍັງເຈົ້າຈຶ່ງຍັງນອນຢູ່? ລຸກຂື້ນ! ຈົ່ງຮ້ອງຫາພະເຈົ້າຂອງເຈົ້າ! ເພື່ອວ່າພະເຈົ້າຈະຟັງພວກເຮົາ ແລະພວກເຮົາຈະບໍ່ຖືກລົງໂທດ." 7 ພວກເຂົາທັງຫລາຍໄດ້ເວົ້າກັນວ່າ, "ມາແມ້, ໃຫ້ພວກເຮົາຈັບສະຫລາກ, ເພື່ອວ່າຈະໄດ້ຮູ້ວ່າ ໃຜເປັນຕົ້ນເຫດຄວາມຊົ່ວຮ້າຍທີ່ເກີດຂື້ນນີ້." ດັ່ງນັ້ນພວກເຂົາຈຶ່ງຈັບສະຫລາກ ແລະສະຫລາກນັ້ນກໍຕົກໃສ່ໂຢນາ. 8 ແລ້ວພວກເຂົາເວົ້າກັບໂຢນາວ່າ, "ຈົ່ງບອກພວກເຮົາມາເຖີດ ວ່າໃຜເປັນເຫດໃຫ້ຄວາມຊົ່ວຮ້າຍນີ້ເກີດຂື້ນແກ່ພວກເຮົາ. ເຈົ້າມີອາຊີບຫຍັງ, ແລະເຈົ້າມາແຕ່ໃສ? ເຈົ້າມາຈາກປະເທດໃດ? ແລະເຈົ້າເປັນຄົນຊາດໃດ? 9 ໂຢນາຕອບພວກເຂົາວ່າ, "ຂ້ານ້ອຍເປັນຄົນເຮັບເຣີ; ແລະຂ້ານ້ອຍຢຳເກງພຣະຢາເວ, ພຣະເຈົ້າແຫ່ງຟ້າສະຫວັນ, ຜູ້ຊົງສ້າງທະເລ ແລະ ແຜ່ນດີນໂລກ." 10 ແລ້ວ ຄົນເຫລົ່ານັ້ນກໍຍິ່ງຢ້ານຫລາຍຂື້ນ ແລະ ເວົ້າກັບໂຢນາວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້?" ເພາະໂຢນາໄດ້ບອກພວກເຂົາວ່າ ລາວກຳລັງຫນີໃຫ້ພົ້ນຈາກຫນ້າຂອງພຣະຢາເວ. 11 ເຂົາທັງຫລາຍບອກໂຢນາວ່າ, "ພວກເຮົາຄວນເຮັດແນວໃດກັບເຈົ້າ ເພື່ອເຮັດໃຫ້ທະເລສະຫງົບລົງ?" ເພາະທະເລຍີ່ງຮຸນແຮງຂື້ນເລື່ອຍໆ. 12 ໂຢນາຈຶ່ງຕອບເຂົາທັງຫລາຍວ່າ,"ຈົ່ງຈັບຂ້ອຍໂຍນລົງໄປໃນທະເລ. ແລ້ວທະເລກໍຈະສະຫງົບລົງ, ເພາະຂ້ອຍຮູ້ວ່າຂ້ານອ້ຍເອງເປັນຕົ້ນເຫດຂອງພາຍຸເທື່ອນີ້." 13 ຂະນະດຽວກັນນັ້ນ ພວກລູກເຮືອກຳຊ່ວຍກັນພະຍາຍາມແລ່ນເຮືອເຂົ້າແຄມໃຫ້ໄດ້, ແຕ່ພວກເຂົາເຮັດບໍ່ໄດ້ ເພາະທະເລຕ້ານພວກເຂົາຢ່າງຮຸນແຮງຂື້ນກວ່າເກົ່າ. 14 ດ້ວຍເຫດນັ້ນພວກເຂົາຈຶ່ງຮ້ອງຫາພຣະຢາເວ ແລະວ່າ, "ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍທັງຫລາຍຂໍວິງວອນຕໍ່ພຣະອົງ ຂໍຢ່າໃຫ້ພວກຂ້ານ້ອຍຖືກລົງໂທດ ເພາະຊີວິດຂອງຊາຍຄົນນີ້ເລີຍ, ແລະຂໍຢ່າໃຫ້ຄວາມຜິດຂອງຄວາມຕາຍຂອງຊາຍຄົນນີ້ຕົກຢູ່ກັບພວກຂ້ານ້ອຍ, ເພາະຂ້ານ້ອຍໄດ້ເຮັດສີ່ງທີພໍໃຈພຣະອົງ." 15 ພວກເຂົາຈຶ່ງຈັບໂຢນາໂຍນງລົງໄປໃນທະເລ, ແລະແລ້ວທະເລກໍສະຫງົບລົງ. 16 ພວກເຂົາຢຳເກງພຣະຢາເວຫລາຍ ພວກເຂົາໄດ້ຖວາຍສັດບູຊາແດ່ພຣະຢາເວ ແລະຕາມທີ່ໄດ້ສັນຍາໄວ້. 17 ແລ້ວພຣະເຈົ້າຢາເວກໍໄດ້ໃຫ້ປາໃຫຍ່ໂຕຫນຶ່ງ ກືນໂຢນາລົງໄປໄວ້ໃນທ້ອງ, ແລະໂຢນາໄດ້ຢູ່ໃນທ້ອງປານັ້ນເປັນເວລາ ສາມມື້ສາມຄືນ.
Chapter 2
1 ແລ້ວໂຢນາໄດ້ອະຖິຖານເຖີງພຣະຢາເວ ພຣະເຈົ້າຂອງເພີ່ນຈາກໃນທ້ອງປາ 2 ທ່ານເວົ້າວ່າ, "ຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວ ກ່ຽວກັບເລື່ອງຄວາມທຸກໃຈຂອງຂ້ານ້ອຍ ແລະພຣະອົງຊົງຕອບຂ້ານ້ອຍ; ຈາກບ່ອນເລິກຂອງແດນມໍລະນາ ຂ້ານ້ອຍໄດ້ຮ້ອງຂໍຄວາມຊ່ວຍເຫລືອ! ພຣະອົງຊົງໄດ້ຍີນສຽງຂອງຂ້ານ້ອຍ. 3 ພຣະອົງຖີ້ມຂ້ານ້ອຍລົງໃນບ່ອນເລິກ, ລົງໃນໃຈກາງຂອງທະເລ, ແລະກະແສນໍ້າໄດ້ລ້ອມຂ້ານ້ອຍໄວ້; ບັນດາຄື້ນຂອງພຣະອົງ ແລະຄື້ນຍັກໄດ້ພັດຜ່ານຂ້ານ້ອຍ. 4 ຂ້ານ້ອຍກ່າວວ່າ,'ຂ້ານ້ອຍຖືກຂັບໄລ່ໄປຈາກສາຍຕາຂອງພຣະອົງ; ແຕ່ຂ້ານ້ອຍກໍຍັງຄອຍຖ້າຫາພຣະວິຫານອັນ ບໍລິສຸດຂອງພຣະອົງ.' 5 ນໍ້າກໍຂື້ນມາເຖີງຄໍຂອງຂ້ານ້ອຍ; ຄວາມເລືກກໍລ້ອມຂ້ານ້ອຍໄວ້; ເທົາທະເລກໍລ້ອມຫົວຂອງຂ້ານ້ອຍ. 6 ຂ້ານ້ອຍລົງໄປເຖີງຖານຂອງບັນດາພູທັງຫລາຍ; ແຜ່ນດີນພ້ອມວົງລໍ້ຂອງມັນກໍປິດຂັງຂ້ານ້ອຍໄວ້ເປັນນິດ. ແຕ່ພຣະອົງຊ່ວຍຊີວິດຂ້ານ້ອຍໃຫ້ພົ້ນຈາກຂຸມ, ພຣະເຈົ້າຢາເວ, ພຣະເຈົ້າຂອງຂ້ານ້ອຍ! 7 ເມື່ອຈິດໃຈພາຍໃນຂອງຂ້ານ້ອຍອ່ອນແອ, ຂ້ານ້ອຍກໍຄິດເຖີງພຣະຢາເວ; ແລ້ວຂ້ານ້ອຍຂໍຕໍ່ພຣະອົງ ຕໍ່ພຣະວິຫານບໍລິສຸດຂອງພຣະອົງ. 8 ບັນດາຄົນທີ່ສົນໃຈພະອື່ນໆ ອັນບໍ່ມີຄ່າກໍປະຕິເສດຄວາມສັດຊື່ຂອງພຣະອົງ ທີ່ມີຕໍ່ພວກເຂົາ. 9 ແຕ່ສຳລັບຂ້ານ້ອຍ, ຂ້ານ້ອຍຈະຖວາຍເຄື່ອງບູຊາດ້ວຍສຽງແຫ່ງການຂອບພຣະຄຸນ; ຂ້ານ້ອຍຈະເຮັດໃຫ້ສຳເລັດຕາມທີຂ້ານ້ອຍ ໄດ້ປະຕິຍານໄວ້. ຄວາມພົ້ນມາຈາກພຣະຢາເວ!" 10 ແລ້ວພຣະຢາເວສັ່ງປາ ແລ້ວມັນກໍຄາຍໂຢນາອອກບ່ອນແຜ່ນດີນແຫ້ງ.
Chapter 3
1 ຖ້ອຍຄຳຂອງພຣະຢາເວໄດ້ກ່າວກັບໂຢນາເປັນເທື່ອທີສອງ, ກ່າວວ່າ, 2 "ຈົ່ງລຸກຂື້ນ, ໄປເມືອງນີນາເວ, ຊຶ່ງເປັນເມືອງໃຫຍ່, ແລະປະກາດສີ່ງທີ່ເຮົາຈະບອກແກ່ເຈົ້າ." 3 ໂຢນາຈຶ່ງໄດ້ລຸກຂື້ນ ແລະໄປເມືອງນີນາເວດ້ວຍຄວາມເຊື່ອຟັງ ໃນຖ້ອຍຄຳຂອງພຣະຢາເວ. ເມືອງນີນາເວເປັນເມືອງໃຫຍ່ຫລາຍ, ຕ້ອງໃຊ້ເວເລເຖີງສາມມື້ ຈຶ່ງຈະເດີນທາງຜ່ານເມືອງນີ້ໄດ້. 4 ໂຢນາໄດ້ເຂົ້າໄປໃນເມືອງ ແລະຫລັງຈາກທີເຂົ້າໄປໄດ້ຫນຶ່ງວັນແລ້ວ ລາວໄດ້ປະກາດແລະເວົ້າວ່າ, "ອີກສີ່ສີບມື້ ເມືອງນີນະເວຈະຖືກທຳລາຍ." 5 ຊາວເມືອງນີນາເວເຊື່ອໃນພຣະເຈົ້າ ແລະພວກເຂົາໄດ້ປະກາດໃຫ້ມີການອົດອາຫານ. ນຸ່ງຫົ່ມເຄື່ອງໄວ້ທຸກ, ຕັ້ງແຕ່ຄົນທີ່ໃຫຍ່ໂຕ ຈົນເຖີງຜູ້ເລັກນ້ອຍທີ່ສຸດ. 6 ເມື່ອກະສັດນີນາເວຮູ້ຂ່າວລື່ອງ. ພະອົງລົງຈາກບັນລັງຂອງພະອົງ, ແກ້ເຄື່ອງຂອງພະອົງ, ສວມຊຸດທີເຮັດດ້ວຍຜ້າປ່ານ, ແລະນັ່ງກອງຂີ້ເທົາ. 7 ພະອົງອອກໃບປະກາດວ່າ, "ໃນເມືອງນີນາເວ, ດ້ວຍອຳນາດຂອງກະສັດ ແລະບັນດາຂ້າຣາດສະການທັງຫລາຍຂອງພະອົງ, ຫ້າມຄົນແລະສັດ, ຝູງສັດໃດໆ, ໄດ້ຊືມຣົດສີ່ງໃດໆ, ຫ້າມເຂົາທັງຫລາຍກີນ ຫລືດື່ມນໍ້າ. 8 ແຕ່ໃຫ້ທັງຄົນແລະສັດ ສວມຊຸດທີເຮັດດ້ວຍຜ້າປ່ານ ແລະໃຫ້ພວກເຂົາຮ້ອງຂໍດ້ວຍສຽງອັນດັງຕໍ່ພຣະເຈົ້າ. ໃຫ້ທຸກຄົນກັບໃຈຈາກທາງຊົ່ວຮ້າຍຂອງເຂົາເສຍ ແລະຈາກຄວາມຮຸນແຮງທີມືພວກເຂົາໄດ້ເຮັດນັ້ນ. 9 ໃຜຈະຮູ້ໄດ້? ພຣະເຈົ້າອາດຈະຊົງປ່ຽນໃຈ ປ່ຽນຈາກຄວາມໂກດອັນແຮງກ້າຂອງພຣະອົງ ເພື່ອພວກເຮົາຈະບໍ່ຕ້ອງຖືກລົງໂທດ." 10 ພຣະເຈົ້າໄດ້ເຫັນສີ່ງທີຊາວເມືອງນີນາເວເຮັດ, ທີພວກເຂົາທັງຫລາຍໄດ້ກັບໃຈຈາກທາງຊົ່ວຮ້າຍຂອງພວກເຂົາ. ສະນັ້ນ ພຣະເຈົ້າຈຶ່ງປ່ຽນໃຈບໍ່ລົງໂທດພວກເຂົາ, ຕາມທີພຣະອົງເຄີຍກ່າວໄວ້ນັ້ນ.
Chapter 4
1 ໂຢນາບໍ່ພໍໃຈແລະໃຈຮ້າຍຫລາຍ. 2 ໂຢນາຈຶ່ງອະຖິຖານຕໍ່ພຣະເຈົ້າຢາເວວ່າ,"ໂອ້, ພຣະເຈົ້າຢາເວ, ນີ້ບໍ່ແມ່ນບໍສີ່ງທີຂ້ານ້ອຍຂໍຕັ້ງແຕ່ເມື່ອຂ້ານ້ອຍກັບໄປບ້ານເມືອງ ຂອງຂ້ານ້ອຍຫລື? ນີ້ຄືເຫດຜົນທີຂ້ານ້ອຍເຮັດແຕ່ທຳອິດ ແລະ ພະຍາຍາມຫນີໄປເມືອງຕາກຊິດ—ເພາະຂ້ານ້ອຍຮູ້ວ່າພຣະອົງຊົງພຣະຄຸນ, ມີຄວາມເມດຕາ, ຮ້າຍຊ້າ, ເຕັມໄປດ້ວຍຄວາມສັດຊື່, ແລະຈະຊົງຍົກໂທດຈາກການສົ່ງໄພພິບັດ. 3 ດ້ວຍເຫດນີ້, ຂ້າພຣະຢາເວເອີຍ, ຂ້ານ້ອຍຂໍພຣະອົງເອົາຊີວິດຂ້ານ້ອຍໄປສາ, ເພາະການຕາຍກໍ່ດີກວ່າ ການມີຊີວິດຢູ່ສຳລັບຂ້ານ້ອຍ." 4 ພຣະຢາເວກ່າວວ່າ,"ດີແລ້ວຫລືທີເຈົ້າໃຈຮ້າຍແບບນີ້?" 5 ແລ້ວໂຢນາຈຶ່ງອອກໄປຈາກເມືອງ ແລະ ນັ່ງລົງທາງທິດຕາເວັນອອກຂອງເມືອງນັ້ນ. ລາວສ້າງຕູບຫລັງຫນື່ງໃນບ່ອນນັ້ນ ແລະນັ່ງຢູ່ໃນຕູບນັ້ນ ເພື່ອລໍຖ້າເບີ່ງ ສີ່ງທີ່ຈະເກີດຂື້ນກັບເມືອງນັ້ນ. 6 ພຣະເຈົ້າຢາເວຊົງໃຫ້ຕົ້ນໄມ້ເກີດຂື້ນມາ ແລະເຮັດໃຫ້ມັນໃຫຍ່ຂື້ນມາຈົນປົກເຫນືອໂຢນາ ຮົ່ມເງົາຂອງມັນປົກເຫນືອຫົວຂອງລາວ ເພື່ອເຮັດໃຫ້ລາວຜ່ອນຄາຍຈາກຄວາມກະວົນກະວາຍ. ໂຢນາຈຶ່ງພໍໃຈຫລາຍກັບຕົ້ນໄມ້ຕົ້ນນັ້ນ. 7 ແຕ່ໃນເຊົ້າມື້ໃຫມ່ມາ. ພຣະເຈົ້າເຮັດໃຫ້ມີຫນອນໂຕຫນຶ່ງ ມາກັດກີນຕົ້ນໄມ້ຕົ້ນນັ້ນ ແລະມັນກໍແຫ້ງກອບໄປ. 8 ແລະເມື່ອຕາເວັນຂື້ນໃນເຊົ້າອືກມື້ຫນຶ່ງ, ພຣະເຈົ້າເຮັດໃຫ້ມີລົມຮ້ອນພັດມາຈາກທິດຕາເວັນອອກ. ນອກຈາກນັ້ນ ຕາເວັນສ່ອງແສງລົງມາໃສ່ຫົວຂອງໂຢນາ ຈົນເຮັດໃຫ້ລາວເກືອບເປັນລົມຫລົ້ມໄປ. ແລ້ວໂຢນາຈຶ່ງຢາກທີຈະຕາຍ. ລາວເວົ້າກັບຕົນເອງວ່າ,"ເຮັດໃຫ້ຂ້ອຍຕາຍກໍດີກວ່າມີຊີວິດຢູ່." 9 ແລ້ວພຣະເຈົ້າກ່າວກັບໂຢນາວ່າ,"ດີແລ້ວບໍທີເຈົ້າໃຈຮ້າຍກເລື່ອງຕົ້ນໄມ້ນີ້?" ໂຢນາຕອບວ່າ,"ດີແລ້ວພຣະເຈົ້າຂ້າທີ່ ຂ້ານ້ອຍໃຈຮ້າຍ, ຫລືແມ່ນແຕ່ຢາກຕາຍ." 10 ພຣະເຈົ້າຢາເວກ່າວວ່າ,"ເຈົ້າມີຄວາມເມດຕາຕໍ່ຕົ້ນໄມ້ຕົ້ນນີ້, ທີເຈົ້າບໍ່ໄດ້ລົງແຮງປູກ, ບໍ່ໄດ້ເຮັດໃຫ້ມັນໃຫຍ່ຂື້ນ. ຊຶ່ງມັນໃຫຍ່ຂື້ນໃນຊ່ວງຄືນດຽວ ແລະ ຕາຍໄປໃນຊ່ວງຄືນດຽວ. 11 ແລ້ວເຮົາບໍ່ສົມຄວນບໍ ທີມີຄວາມເມດຕາຊາວເມືອງນີນາເວ, ເມືອງໃຫຍ່ນັ້ນ, ຊຶ່ງມີຄົນຫລາຍກວ່າຫນຶ່ງແສນສອງມື່ນຄົນ ຜູ້ທີຍັງບໍ່ຮູ້ເຖີງຄວາມແຕກຕ່າງ ລະຫວ່າງມືຂວາແລະມືຊາຍ, ແລະອຶກພ້ອມທັງຝູງສັດຫລວງຫລາຍນັ້ນບໍ?" front