Other
ຊື່, ນາມ, ພຣະນາມ
ໃນພຣະຄຳພີນັ້ນ ຄຳວ່າ "ຊື່" ສາມາດໃຊ້ໄດ້ໃນຄຳອຸປະມາໄດ້ຫລາຍທາງ * ໃນບາງບໍລິບົດ "ຊື່" ອ້າງເຖິງຊື່ສຽງຂອງບຸກຄົນ ເຊັ່ນ : "ໃຫ້ເຮົາສ້າງຊື່ສຽງໄວ້ສຳລັບພວກເຮົາ" *ຄຳວ່າ "ຊື່" ຫມາຍເຖິງຄວາມຈົດຈຳບາງສິ່ງບາງຢ່າງ ເຊັ່ນ : "ລຶບຊື່ຂອງຮູບເຄົາລົບເສຍ"ຫມາຍເຖິງການທຳລາຍຮູບເຄົາລົບຕ່າງໆ ເພື່ອພວກມັນຈະບໍ່ເປັນທີ່ຈົດຈຳຫລືເຄົາລົບບູຊາອີກຕໍ່ໄປ * ການເວົ້າ : "ໃນພຣະນາມຂອງພຣະເຈົ້າ" ຫມາຍເຖິງການເວົ້າດ້ວຍສິດທິອຳນາດຫລືເປັນຕົວແທນຂອງພຣະເຈົ້າ. -ຄຳວ່າ "ຊື່" ຂອງບາງຄົນຍັງສາມາດອ້າງຕົວບຸກຄົນ ເຊັ່ນ : "ດ້ວຍວ່າບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າທີ່ຊົງປະທານແກ່ມະນຸດເພື່ອໃຫ້ເຮົາທັງຫລາຍຕ້ອງໄດ້ພົ້ນ" (ເບິ່ງເພິ່ມຕື່ມ: metonymy)
ຄຳແນະນຳໃນການແປ
ຄຳເວົ້າວ່າ "ພຣະນາມອັນປະເສີດ" ສາມາດແປອີກຢ່າງຫນຶ່ງໄດ້ວ່າ "ຊື່ສຽງອັນດີຂອງພຣະອົງ" ການເຮັດບາງຢ່າງ "ໃນພຣະນາມຂອງ" ສາມາດແປອີກຢ່າງຫນຶ່ງໄດ້ວ່າ "ໂດຍລິດອຳນາດຂອງ" ຫລື "ໂດຍການຊົງອະນຸນາດຂອງ" ຫລື "ໂດຍການເປັນຕົວແທນຂອງ" ບຸກຄົນນັ້ນ. ຄຳເວົ້າທີ່ວ່າ "ໃຫ້ເຮົາສ້າງຊື່ສຽງໄວ້" ສາມາດແປໄດ້ວ່າ "ເຮັດໃຫ້ຜູ້ຄົນຮູ້ຈັກເຮົາ" ຫລື "ເຮັດໃຫ້ຜູ້ຄົນຄິດວ່າເຮົາມີຄວາມສຳຄັນຫລາຍສ່ຳໃດ" ປະໂຫຍກທີ່ວ່າ "ຈົ່ງເອີ້ນນາມເຂົາວ່າ" ສາມາດແປໄດ້ອີກ "ຈົ່ງຕັ້ງຊື່ເຂົາ" ຫລື "ຈົ່ງໃຫ້ຊື່ເຂົາວ່າ". ຄຳເວົ້າ "ຄົນເຫລົ່ານັ້ນທີ່ຮັກຊື່ຂອງທ່ານ" ແປໄດ້ອີກວ່າ "ຄົນເຫລົ່ານັ້ນທີ່ຮັກທ່ານ". ຄຳເວົ້າ "ໃຫ້ຕັດຊື່ຕ່າງໆຂອງຮູບເຄົາລົບອອກ" ແປໄດ້ອີກວ່າ "ທຳລາຍຮູບເຄົາລົບຂອງຄົນນອກສາສນາອອກ ເພື່ອທີ່ພວກເຂົາຈະບໍ່ເປັນທີ່ຈົດຈຳ" ຫລື "ເຮັດໃຫ້ປະຊາຊົນເຊົານະມັສການພຣະທຽມ" ຫລື ໃຫ້ທຳລາຍພຣະທຽມຢ່າງຫມົດສິ້ນ ເພື່ອທີ່ປະຊາຊົນຈະບໍ່ຄິດເຖິງພວກມັນອີກຕໍ່ໄປ".
ຊົນຊາດ, ປະຊາຊາດ
ຊົນຊາດຫລືປະຊາຊາດເປັນກຸ່ມປະຊາຊົນໃຫຍ່ທີ່ປົກຄອງໂດຍລັດຖະບານ ປະຊາຊົນຂອງຊາດ ສ່ວນໃຫຍ່ແລ້ວຈະມາຈາກບັນພະຸລຸດດຽວກັນຫລືມີເຊື້ອຊາດຮ່ວມກັນ.
- ຄຳວ່າ "ຊົນຊາດ" ຫລື "ປະຊາຊາດ" ນັ້ນໂດຍປົກກະຕິແລ້ວຮວມໄປເຖິງວັດທະນະທຳແລະ ເຂດແດນ.
- ໃນພຣະຄຳພີ ຄຳວ່າ"ຊົນຊາດ" ຫລື "ປະຊາຊາດ" ຫມາຍເຖິງປະເທດ (ເຊັ່ນ : ປະເທດອີຍິບ ຫລື ປະເທດເອທີໂອເປຍ) ແຕ່ບາງຄັ້ງ ໂດຍທົ່ວໄປຈະຫມາຍເຖິງກຸ່ມຄົນຫລາຍກວ່າ ໂດຍສະເພາະຫາກຢູ່ໃນ ພະຫຸພົດ ເປັນສິ່ງທີ່ຜູ້ຈະຕ້ອງກວດກາເບິ່ງບໍລິບົດ.
- ປະຊາຊາດໃນພຣະຄຳພີ ຮວມທັງ ອິສຣາເອນ, ຟີລິດສະຕິນ, ອັດຊີເຣຍ,ບາບີໂລນ, ການາອານ, ໂຣມແລະກຣີກ ທ້າມກາງຊົນຊາດອື່ນໆ
- ບາງເທື່ອຄຳວ່າ "ຊົນຊາດ" ຖືກໃຊ້ໃນອຸປະມາອຸປະໄມ ອ້າງເຖິງບັນພະບຸລຸດຂອງກຸ່ມຄົນບາງກຸ່ມ ເຊັ່ນ : ເມື່ອພຣະເຈົ້າບອກກັບເຣເບກາ ວ່າລູກຊາຍເຊິ່ງຍັງບໍ່ໄດ້ເກີດມານັ້ນຄື "ຊົນຊາດ" ເຊິ່ງຈະຕໍ່ສູ້ກັນ ສາມາດແປໄດ້ອີກວ່າ "ເປັນຜູ້ກໍ່ຕັ້ງສອງຊົນຊາດ" ຫລື "ບັນພະບຸລຸດຂອງປະຊາຊົນສອງກຸ່ມ" .
- ຄຳວ່າ "ຊົນຊາດ" ນັ້ນບາງເທື່ອອ້າງເຖິງ "ຊົນຕ່າງຊາດ" ຫລື ປະຊາຊົນຜູ້ເຊິ່ງບໍ່ໄດ້ນະມັດສະການພຣະຍາເວ ພາບລວມໂດຍປົກກະຕິຈະເຮັດໃຫ້ຄວາມຫມາຍຊັດເຈນ
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບພາບລວມ ຄຳວ່າ "ຊົດຊາດ" ສາມາດແປວ່າ "ກຸ່ມປະຊາຊົນ" ຫລື "ປະຊາຊົນ"ຫລື"ປະເທດ" . *ຖ້າພາສາທີ່ແປຢູ່ ມີຄຳສຳລັບ "ຊົນຊາດ" ທີ່ແຕກຕ່າງຈາກຄຳເຫລົ່ານີ້ ສາມາດໃຊ້ຄຳເຫລົ່ານັ້ນໄດ້ເມື່ອຄຳເຫລົ່າປະກົດ ໃນເນື້ອຄວາມພຣະຄຳພີ ທີ່ສາມາດຄົງຄວາມເປັນທຳມະຊາດແລະຄວາມຖືກຕ້ອງຂອງການແປ.
- ຄຳພະຫຸພົດຂອງຄຳວ່າ "ຊົນຊາດ" ສາມາດແປວ່າ "ກຸ່ມຊົນຊາດ" .
- ໃນບາງພາບລວມນັ້ນ ຄຳນີ້ສາມາດແປວ່າ "ຄົນຕ່າງຊາດ" ຫລື "ບໍ່ແມ່ນຊາວຍິວ".
ນັບທາລີ
ນັບທາລີຄືລູກຊາຍຄົນທີຫົກຂອງຢາໂຄບ ລູກຫລານຂອງເຂົາໄດ້ເຕົ້າໂຮມກັນກຸ່ມຄົນນັບທາລີ ຂຶ້ນມາ ເຊິ່ງໄດ້ເປັນຫນຶ່ງໃນເຜົ່າສິບສອງເຜົ່າຂອງອິສຣາເອນ. * ບາງເທື່ອມີການໃຊ້ຄຳວ່າ ນັບທາລີເພື່ອສະແດງເຖິງດິນແດນເຊິ່ງເຜົ່າດັ່ງກ່າວອາໄສຢູ່ ເບິ່ງເພິ່ມເຕີມ: synecdoche) ດິນແດນຂອງນັບທາລີ ຕັ້ງຢູ່ພາກເຫນືອຂອງປະເທດອິສຣາເອນ ຕໍ່ຈາກເຜົ່າດານແລະ ເຜົ່າອາເຊີຍັງຕິດກັບເຂດແດນຟາກຕະເວັນຕົກຂອງທະເລກາລີເລ. ເຜົ່ານີ້ໄດ້ຖືກເວົ້າເຖິງໃນພຣະຄັມພີທັງພຣະສັນຍາເດີມແລະພຣະສັນຍາໃຫມ່.
ນາຊາເຣັດ, ຊາວນາຊາເຣັດ
ນາຊາເຣັດຄືເມືອງຫນຶ່ງໃນແຂວງກາລີເລເຊິ່ງຕັ້ງຢູ່ທາງພາກເຫນືອຂອງປະເທດອິສຣາເອນ. ຫ່າງຈາກກຸງເຍຣູຊາເລັມໄປທາງພາກເຫນືອປະມານ 100 ກິໂລແມັດ ເຊິ່ງໃຊ້ເວລາເດີນທາງດ້ວຍການຍ່າງປະມານສາມຫ້າວັນ.
- ໂຍເຊບແລະມາລີອາໄດ້ມາຈາກເມືອງນາຊາເຣັດເຊິ່ງເປັນເມືອງທີ່ທັງສອງລ້ຽງດູພຣະເຍຊູ ດ້ວຍເຫດນີ້ເອງພຣະເຍຊູຈິ່ງເປັນທີ່ຮູ້ກັນໂດຍທົ່ວໄປວ່າ "ຊາວນາຊາເຣັດ".
- ພວກຍິວຫລາຍຄົນອາໄສຢູ່ໃນເມືອງນາຊາເຣັດບໍ່ໄດ້ເຄົາລົບໃນຄຳສອນຂອງພຣະເຢຊູ ເນື່ອງ ຈາກພຣະເຢຊູໄດ້ເຕີບໃຫຍ່ຂຶ້ນມາໃນທ້າມກາງພວກເຂົາແລະພວກເຂົາຄິດວ່າພຣະອົງເປັນພຽງບຸກຄົນທຳມະດາ. *ເມື່ອພຣະເຢຊູເລີ້ມສັ່ງສອນໃນໂຮງທຳມະສາລາໃນເມືອງນາຊາເຣັດ ຊາວຢິວພະຍາຍາມທີ່ຈະຂ້າພຣະເຢຊູ ເພາະພຣະອົງຊົງປະກາດວ່າ ພຣະອົງຄືພຣະເມຊີຢາແລະພຣະອົງຊົງຕັກເຕືອນ ຊາວເມືອງນັ້ນທີ່ໄດ້ປະຕິເສດພຣະອົງ.
- ສິ່ງທີ່ນາທານາເອນ ໄດ້ຕັ້ງຂໍ້ສັງເກດເມື່ອຮູ້ວ່າພຣະເຢຊູມາຈາກນາຊາເຣັດນັ້ນ ສະແດງວ່າເມືອງນີ້ບໍ່ໄດ້ຢູ່ໃນຄວາມຄິດວ່າຈະມີອັນໃດດີ.
ນາທານ
ນາທານເປັນຜູ້ປະກາດພຣະທຳທີ່ສັດຊື່ຂອງພຣະເຈົ້າເຊິ່ງມີຊີວິດຢູ່ໃນຊ່ວງເວລາທີ່ກະສັດດາວິດປົກຄອງໃນປະເທດອິສຣາເອນ. * ພຣະເຈົ້າໄດ້ສົ່ງນາທານເພື່ອໄປຜະເຊີນຫນ້າກັບກະສັດດາວິດຫລັງຈາກທີ່ດາວິດໄດ້ເຮັດບາບຢ່າງຮຸນແຮງຕໍ່ອຸຣິອາ. * ນາທານຕັກເຕືອນດາວິດເຖິງແມ່ນວ່າເພິ່ນຈະເປັນເຖິງກະສັດກໍຕາມ * ດາວິດໄດ້ລະນຶກໃນຄວາມຜິດບາບຂອງພຣະອົງຫລັງຈາກທີ່ນາທານໄດ້ຜະເຊີນຫນ້າກັບພຣະອົງ.
ນາອາມານ
ໃນພັນທະສັນຍາເດີມ ນາອາມານຄືຜູ້ບັນຊາການຂອງກອງທັບຂອງກະສັດອາຣາມ. ນາອາມານປ່ວຍເປັນພະຍາດຜິວຫນັງທີ່ຮ້າຍແຮງທີ່ເອີ້ນວ່າ ພະຍາດຂີ້ທູດ ຊຶ່ງບໍ່ສາມາດຈະຮັກສາໃຫ້ດີໄດ້. ຄົນຮັບໃໍຊ້ຊາວຍຶວໃນເຮືອນຂອງນາອາມານໄດ້ເວົ້າຕໍ່ນາຍຍິງຂອງນາງວ່າໃຫ້ໄປຫາຜູ້ປະກາດພຣະທັມເອລີຊາ ຄົນຜູ້ນັ້ນສາມາດປົວພະຍາດຂີ້ທູດຂອງເຈົ້ານາຍໃຫ້ດີໄດ້." ເອລີຊາໄດ້ບອກກັບນາອາມານວ່າ, ຈົ່ງໄປອາບນ້ຳທີ່ແມ່ນ້ຳຢໍແດນເຈັດເທື່ອ ເມື່ອອານາມານໄດ້ຍອມເຊື່ອຟັງ ພຣະເຈົ້າກໍຊົງຮັກສາເຂົາໃຫ້ດີໄດ້. ແລ້ວອານາມານ ກໍເວົ້າວ່າ " ດຽວນີ້ຂ້າພະເຈົ້າຮູ້ແລ້ວວ່າ ບໍ່ມີພຣະເຈົ້າອົງອື່ນ" ນອກຈາກພຣະເຈົ້າຂອງອິສຣາເອນ. *ຜູ້ຊາຍອື່ນທີ່ມີຊື່ວ່າ ນາອາມານອີກສອງຄົນເປັນລູກຫລານຂອງເບັນຢາມິນຜູ້ເປັນລູກຊາຍຂອງຢາໂຄບ.
ນາຮູມ
ນາຮູມຄືຜູ້ປະກາດພຣະທັມຜູ້ເຊິ່ງໄດ້ເທດສະຫນາ ໃນຊ່ວງທີ່ກະສັດມານາເຊ ຜູ້ຊົ່ວຮ້າຍປົກຄອງເຫນືອອານາຈັກຢູດາ * ນາຮູມຊາວເມືອງເອນໂກດ ເຊິ່ງຢູ່ຫ່າງຈາກກຸງເຢຣູຊາເລັມປະມານ 32 ກິໂລແມັດ * ພຣະທັມນາຮູມໃນພຣະສັນຍາເດີມໄດ້ບັນທຶກຄຳທຳນວາຍກ່ຽວກັບການພັງທະລາຍຂອງເມືອງນິນາເວຂອງອັດຊີເຣຍ.
ນາໂຮ
ນາໂຮເປັນຊື່ພີ່ນ້ອງສອງຄົນຂອງອັບຣາຮາມ: ປູ່ຂອງອັບຣາຮາມແລະນ້ອງ ຊາຍຂອງອັບຣາຮາມ. ນ້ອງຊາຍຂອງອັບຣາຮາມຄືນາໂຮ ເປັນປູ່ຂອງເຣເບກາ ເມຍຂອງອີຊາກ ປະໂຫຍກ "ເມືອງຂອງນາໂຮ" ສາມາດຫມາຍເຖີງ "ເມືອງຂອງນາໂຮ" ຫລື ເມືອງເຊິ່ງນາໂຮເຄີຍອາໄສຢູ່ "ຫລື" "ເມືອງຂອງນາໂຮ".
ເນບູກາເນສາ
ເນບູກາເນສາເປັນກະສັດອົງຫນຶ່ງຂອງອານາຈັກບາບີໂລນ เนบูคัดเนสซาร์เป็นกษัตริย์องค์หนึ่งของอาณาจักรบาบิโลน ซึ่งกองทัพทรงอำนาจของเขาได้มีชัยชนะเหนือชนหลายกลุ่มด้วยกันและหลายประเทศ
- ภายใต้การนำของเนบูคัดเนสซาร์ กองทัพบาบิโลนได้โจมตีและมีชัยชนะเหนืออาณาจักรยูดา และได้นำประชาชนส่วนใหญ่ของยูดาไปเป็นเชลยในบาบิโลนในฐานะเชลย "การตกเป็นเชลยที่บาบิโลน" นั้นนานถึง 70 ปี
- หนึ่งในเชลยที่ถูกจับไป คือ ดาเนียล ได้ทำนายฝันของกษัตริย์เนบูคัดเนสซาร์
- เชลยชาวอิสราเอลอีกสามคน คือ ฮานันยาห์ มิชาเอล และอาซาริยาห์ ได้ถูกโยนลงไปในเตาไฟเพราะเขาทั้งสามได้ปฎิเสธที่จะกราบไหว้รูปเคารพที่กษัตริย์เนบูคัดเนสซาร์สร้างขึ้น
- กษัตริย์เนบูคัดเนสซาร์นั้นหยิ่งผยองและกราบไหว้พระเทียมเท็จ เมื่อพระองค์รบชนะอาณาจักรยูดา พระองค์ได้ขโมยเอาเครื่องเงินและทองมาจากพระวิหารซึ่งตั้งอยู่ในกรุงเยรูซาเล็ม
- เพราะกษัตริย์เนบูคัดเนสซาร์หยิ่งผยองและปฏิเสธที่จะหันกลับจากการนมัสการพระเทียมเท็จ พระยาห์เวห์จึงให้พระองค์เสียสติอยู่อย่างสัตว์ป่าเป็นเวลาเจ็ดปี หลังจากเจ็ดปี พระเจ้าได้ทำให้กษัตริย์เนบูคัดเนสซาร์กลับหายเป็นปกติเมื่อพระองค์ได้ทรงถ่อมพระองค์ลงและได้สรรเสริญพระเจ้าเที่ยงแท้องค์เดียวคือพระยาห์เวห์
ເນບູກາເນສາ
ເນບູກາເນສາເປັນກະສັດອົງຫນຶ່ງຂອງອານາຈັກບາບີໂລນ ເຊິ່ງເປັນກອງທັບທີ່ ເຕັມດ້ວຍກຳລັງອຳນາດຂອງເຂົາໄດ້ຊະນະເຫນືອຊົນຫລາຍກຸ່ມແລະຫລາຍປະເທດ.
ພາຍໃຕ້ການນຳຂອງເນບູກາເນສາ ກອງທັບບາບີໂລນໄດ້ໂຈມຕີແລະມີໄຊຊະນະເຫນືອອານາຈັກຢູດາແລະໄດ້ນຳປະຊາຊົນສ່ວນໃຫຍ່ຂອງຢູດາໄປເປັນຊະເລີຍໃນບາບີໂລນໃນຖານະຊະເລີຍ. "ການຕົກເປັນຊະເລີຍທີ່ບາບີໂລນ"ນັ້ໜເຖິງ 70 ປີ . * ຫນຶ່ງໃນຊະເລີຍທີ່ຖືກຈັບໄປຄື ດານີເອນ ໄດ້ທຳນວາຍຝັນຂອງກະສັດເນບູກາ ເນສາ. * ຊະເລີຍຊາວອຶດສະຣາເອນອີກສາມ ຄື ຮານັນຢາ ມິຊາເອນແລະອາຊາຣິຢາ ໄດ້ ໄດ້ຖືກໂຍນລົງໄປໃນເຕົາໄຟ ເພາະເຂົາທັງສາມປະຕິເສດທີ່ຈະກາບໄຫວ້ຮູບເຄົາລົບທີ່ກະສັດເນບູກາເນສາສ້າງຂຶ້ນ. * ກະສັດເນບູກາເນສາອວດຕົວຈອງຫອງແລະກາບໄຫວ້ພຣະທຽມ ເມື່ອພຣະອົງຮົບຊະນະອານາຈັກຢູດາ. ພຣະອົງໄດ້ລັກເອົາເຄື່ອງເງິນແລະທອງມາຈາກພຣະວິຫານ ເຊິ່ງຕັ້ງຢູ່ໃນນະຄອນເຢຣູຊາເລັມ. ເພາະກະສັດເນບູກາເນສາອວດຕົວຈອງຫອງແລະປະຕິເສດທີ່ຈະບໍ່ຫັນກັບຈາກການນະມັດສະການພຣະທຽມ ພຣະຢາເວຈິ່ງໃຫ້ພຣະອົງຂາດສະຕິ เพราะกษัตริย์เนบูคัดเนสซาร์หยิ่งผยองและปฏิเสธที่จะหันกลับจากการนมัสการพระเทียมเท็จ พระยาห์เวห์จึงให้พระองค์เสียสติอยู่อย่างสัตว์ป่าเป็นเวลาเจ็ดปี หลังจากเจ็ดปี พระเจ้าได้ทำให้กษัตริย์เนบูคัดเนสซาร์กลับหายเป็นปกติเมื่อพระองค์ได้ทรงถ่อมพระองค์ลงและได้สรรเสริญพระเจ้าเที่ยงแท้องค์เดียวคือพระยาห์เวห์