ພາສາລາວ: Regular

Updated ? hours ago # views See on DCS

ບົດທິ

Chapter 1

1 ໃນ​ເດືອນ​ທີ​ແປດຂອງປີ​ທີ​ສອງແຫ່ງ​ລາ­ຊະ­ການ​ດາ­ຣິ­ອຸດ, ຖ້ອຍຄໍາ​ຂອງ​ພຣະ­ຢາເວ​ມາ​ເຖິງ​ເຊ­ຄາ­ຣີ­ຢາ ຜູ້­ປະ­ກາດ­ພຣະ­ທຳ ລູກ­ຊາຍ​ຂອງ​ເບ­ເຣ­ກີ­ຢາແຫ່ງອິດ­ໂດ,ຊງກ່າວວ່າ, 2 “ພຣະ­ຢາເວ​ໂກດ​ຮ້າຍ​ຕໍ່​ບັນ­ພະ­ບູ­ລຸດ​ຂອງ​ພວກ​ເຈົ້າຢ່າງຍີ່ງ!​ 3 ຈົ່ງກ່າວກັບພວກເຂົາວ່າ, ພຣະ­ຢາເວຈອມໂຍທາ ຊົງກ່າວສີ່ງນີ້: ຈົ່ງຫັນມາຫາເຮົາ-ນີ້ຄື ປະກາດຂອງພຣະຢາເວຈອມໂຍທາ ແລະພຣະ­ຢາເວຈອມໂຍທາ ຊົງ​ກ່າວວ່າ, ແລະ​ເຮົາ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ. 4 ຈົງຢ່າເປັນເຫນືອນບັນ­ພະ­ບູ­ລຸດ​ຂອງ​ພວກເຈົ້າ ຜູ້ປະກາດພຣະທຳກ່ອນຫນ້ານີ້, ກ່າວວ່າ " ພຣະຢາເວຈອມໂຍທາຊົງກ່າວນີ້ວ່າ: ຈົ່ງຫັນຈາກທາງຊົ່ວຮ້າຍ ແລະການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າ." ​ແຕ່ພວກເຂົາບໍ່ໄດ້ຍິນ ແລະບໍ່ໄດ້ສົນໃຈເຮົາ - ນີ້ຄືຄຳປະກາດຂອງພຣະຢາເວຈອມໂຍທາ. 5 ພວກບັນພະບູລຸດຂອງພວກເຈົ້າຢູ່ໃສ? ພວກຜູ້ປະກາດພຣະທຳຢູ່ໃສ?. 6 ແຕ່​ຖ້ອຍ­ຄຳຂອງພວກເຮົາ ແລະ​ຂໍ້​ບັນ­ຍັດ​ທັງ­ຫລາຍ​ຂອງ​ເຮົາ​ທີ່​ເຮົາ​ໄດ້​ບັນຊາແກ່ພວກ​ຜູ້­ປະ­ກາດ­ພຣະ­ທຳທັງຫລາຍຂອງເຮົາ, ກໍໄດ້ຕາມຫັນພວກ​ບັນ­ພະ­ບູ­ລຸດ​ຂອງ​ພວກ​ເຈົ້າ​ບໍ່​ແມ່ນ​ບໍ? ດັ່ງນັ້ນ​ພວກ­ເຂົາ​ທັງຫລາຍຈຶ່ງໄດ້ກັບ­ໃຈ​ ແລະ​ກ່າວ​ວ່າ, “ພຣະຢາເວຈອມໂຍທາໄດ້ວາງແຜນທີ່ຈະກະທຳກັບເຮົາຕາມມາງ ແລະການກະທຳທີ່ສົມຄວນຈະໄດ້ຮັບຂອງພວກເຮົາ, ດັ່ງນັ້ນພຣະອົງຈຶ່ງໄດ້ຊົງໄດ້ກະທຳຢ່າງນັ້ນພວກເຮົາ.­” 7 ໃນ​ວັນ­ທີ​ຊາວ​ສີ່ຂອງເດືອນ​ທີ​ສິບ­ເອັດ ຊຶ່ງ​ເປັນ​ເດືອນ​ເຊ­ບັດ, ໃນ​ປີ​ທີ​ສອງ​ຂອງ​ກະ­ສັດ​ດາ­ຣິ­ອຸດ ' ຖ້ອຍຄໍາຂອງ​ພຣະ­ຢາເວ​ໄດ້​ມາ​ເຖິງ​ຜູ້­ປະ­ກາດ­ພຣະ­ທຳ​ເຊ­ຄາ­ຣີ­ຢາ ລູກ­ຊາຍ​ຂອງ​ເບ­ເຣ­ກີ­ຢາ, ຜູ້​ເປັນ​ລູກ­ຊາຍ​ຂອງ​ອິດ­ໂດ, ຊົງກ່າວ​ວ່າ, 8 “ໃນເວລາ​ກາງ­ຄືນ​ ເຮົາໄດ້ເຫັນ ແລະ​ເປັນ​ດັ່ງ­ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຂີ່​ມ້າ​ສີ­ແດງ, ແລະເຂົາ­ຢູ່​ທ່າມ­ກາງ​ຕົ້ນ​ນ້ຳ­ມັນ​ຂຽວ​ທີ່ຢູ່​ພູ­ເຂົາ; ແລະຢູ່​ເບື້ອງ​ຫລັງ​ຂອງເຂົາ​ມີ​ມ້າ​ສີ­ແດງ, ສີ​ດ່າງ ແລະ​ສີ­ຂາວ. 9 ຂ້າ­ພະ­ເຈົ້າ​ຈຶ່ງ​ຖາມ­ວ່າ, ‘ເຈົ້ານາຍ​ເຈົ້າ​ເອີຍ, ​ສິ່ງ​ເຫລົ່າ​ນີ້​ຄື​ຫຍັງ?" ຈາກນັ້ນເທວະດາ ຜູ້ທີ່ໄດ້ເວົ້າກັບຂ້າພະເຈົ້າໄດ້ກ່າວວ່າ, ເຮົາຈະສະແດງໃຫ້ເຈົ້າຮູ້ວ່າສິ່ງເຫລົ່ານີ້​​ນີ້​ຄື​ຫຍັງ?" 10 ແລະ​ຜູ້ຊາຍ​ຄົນນັ້ນໄດ້ຢືນຂື້ນ­ຢູ່​ທ່າມ­ກາງ​ຕົ້ນ​ນ້ຳ­ມັນ​ຂຽວ ​ໄດ້ຕອບ ແລະກ່ວ​ວ່າ, " ຄົນເຫລົ່າ​ນີ້​ຄືຄົນທັງຫລາຍທີ່​ພຣະ­ຢາເວໄດ້ສົ່ງອອກໄປທ່ຽວ​ທົ່ວ​ແຜ່ນ­ດິນ­ໂລກ." 11 ພວກ​ເຂົາໄດ້ຕອບເທວະດາຂອງ​ພຣະຢາເວ ຜູ້ທີ່​ຢືນ­ຢູ່​ທ່າມ­ກາງ​ຕົ້ນ​ນ້ຳ­ມັນ​ຂຽວ​ວ່າ, ‘­ເຮົາ​ໄດ້​ທ່ຽວ​ໄປ​ມາ​ເທິງ­ແຜ່ນ­ດິນ­ໂລກ; ແລະ​ເບິ່ງ​ແມ ແຜ່ນດິນໂລກ​ກໍ​ຍັງ­ມີ​ໄດ້ພັກຜ່ອນ ແລະຄວາມ​ສະ­ຫງົບ​ສຸກ​ຢູ່." 12 ຈາກນັ້ນເທວະດາຂອງ​ພຣະຢາເວ​ໄດ້ຕອບ ແລະ​ຖາມ­ວ່າ, ‘ຂ້າ​ແດ່​ພຣະ­ຢາເວຈອມໂຍທາ, ອີກ​ດົນ​ປານ­ໃດ​ນໍ ທີ່​ພຣະ­ອົງ​ຈະ​ບໍ່​ເມດ­ຕາ​ເມືອງ​ເຢ­ຣູ­ຊາ­ເລັມ ແລະ​ຫົວ​ເມືອງ​ແຫ່ງ​ຢູ­ດາ ທີ່ໄດ້ທົນທຸກຢ່າງບໍ່ຫນ້າພິ່ງພໍໃຈມາເປັນເວລາ​ເຈັດ​ສິບ​ປີ​ແລ້ວ​ນັ້ນ?" 13 ພຣະ­ຢາເວ​ຕອບ​ເທວະດາ​ຜູ້​ຊິ່ງເວົ້າ​ກັບ​ຂ້າ­ພະ­ເຈົ້າ ດ້ວຍ​ຖ້ອຍ­ຄຳ​ທີ່​ດີ, ຖ້ອຍຄຳແຫ່ງການເລົ້າ​ໂລມ​ໃຈ. 14 ດັ່ງນັ້ນເທວະດາໄດ້ເວົ້າກັບ​ຂ້າ­ພະ­ເຈົ້າວ່າ, ​ ‘ຈົ່ງ​ຮ້ອງ​ປະກາດ ແລະເວົ້າວ່າ, ' ພຣະຢາເວຈອມໂຍທາໄດ້ຊົງສິ່ງ­ນີ້​ວ່າ: ເຮົາ​ມີ​ຄວາມ​ຫວງ​ແຫນ​ອັນ​ໃຫຍ່­ຫລວງ​ຕໍ່​ເມືອງ​ເຢ­ຣູ­ຊາ­ເລັມ ແລະ​ເມືອງ​ຊີ­ໂອນ. 15 ເຮົາ​ໄດ້​ໂກດປະຊາຊົນທັງຫລາຍທີ່ຢູ່ຢ່າງສະບາຍຫລາຍ. ເມື່ອ​ເຮົາໄດ້ໂກດພຽງເລັກນ້ອຍກັບພວກເຂົາ, ພວກເຂົາໄດ້ເຮັດຄວາມໄພ­ພິ­ບັດ​ຢ່າງ​ຮ້າຍ­ແຮງ. 16 ເພາະ­ສະ­ນັ້ນ ພຣະຢາເວຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາ​ໄດ້​ກັບ​ມາ​ເມືອງ​ເຢ­ຣູ­ຊາ­ເລັມ​ດ້ວຍ​ຄວາມ​ເມດ­ຕາ. ພຣະ­ວິ­ຫານຂອງເຮົາ ຈະຖືກສ້າງໃນນັ້ນ ນີ້ຄືປະກາດຂອງພຣະຢາເວຈອມໂຍທາ​​ ແລະ​ເຊືອກວັດຈະຖືກຂຶງ​​ເມືອງ​ເຢ­ຣູ­ຊາ­ເລັມ!' 17 ຈົ່ງ​ປະ­ກາດ​ອີກຄັ້ງວ່າ ພຣະ­ຢາເວຈອມໂຍທາຊົງ​ກ່າວ​ດັ່ງ­ນີ້​ວ່າ: ເມືອງ​ທັງ­ຫລາຍ​ຂອງ​ເຮົາ​ຈະຖ້ວມທົນໄປດ້ວຍຄວາມດີງາມອີກຄັ້ງ, ກ່າວວ່າ ' ແລະ​ພຣະຢາເວຈະຊົງມາເລົ້າໂລມຈິດໃຈ ແລະພຣະອົງຈະເລືອກ​ເມືອງ​ເຢ­ຣູ­ຊາ­ເລັມ​ອີກ​ເທື່ອ​ໜຶ່ງ.” 18 ຂ້າ­ພະ­ເຈົ້າ​ໄດ້​ເງີຍ​ໜ້າ​ຂຶ້ນ ແລະ​ໄດ້​ເຫັນ ເຂົາ​ສັດສີ່​ເຂົາ! 19 ຂ້າ­ນ້ອຍ​ໄດ້ທູນ​ຖາມກັບເທວະດາ ຜູ້ຊຶ່ງໄດ້ເວົ້າ​ກັບ​ຂ້າ­ນ້ອຍ​ວ່າ “ສິ່ງ​ເຫລົ່າ​ນີ້ຄື​ຫຍັງ?” ເຂົາ​ໄດ້​ຕອບ​ຂ້າ­ພະ­ເຈົ້າ​ວ່າ, “ເຂົາ​ເຫລົ່າ​ນີ້​ຄືເຂົາສັດທັງຫລາຍທີ່ໄດ້​ເຮັດ­ໃຫ້​ຢູ­ດາ, ອິສຣາເອນ ແລະ​ເຢ­ຣູ­ຊາ­ເລັມ ພັດ­ພາກ​ຈາກ​ກັນ” 20 ຈາກນັ້ນ​ພຣະຢາເວໄດ້ສະແດງໃຫ້ຂ້ານ້ອຍເຫັນຊ່າງ­ໄມ້​ຝືມືສີ່​ຄົນ. ​ຂ້າ­ນ້ອຍ​ຈຶ່ງ​ຖາມ­ວ່າ, “ຄົນ​ເຫລົ່າ​ນີ້​ມາ​ເຮັດ​ຫຍັງ? 21 ເຂົາ​ໄດ້​ຕອບ​ ແລະເວົ້າວ່າ, “ເຫລົ່າ​ນີ້ຄື​ເຂົາ​ສັດທັງຫລາບທີ່​ເຮັດ­ໃຫ້​ຢູ­ດາ​ພັດ­ພາກ​ຈາກ​ກັນ​ໄປ. ດັ່ງນັ້ນ ຈຶ່ງ​ບໍ່­ມີ​ຜູ້­ໃດ​ຍົກ​ຫົວ​ຂອງເຂົາຂຶ້ນ​ໄດ້​ອີກ ແລະ​ຊ່າງ​ເຫລົ່າ​ນີ້ກຳລັງມາເພື່ອຂັບໄລ່ເຂົາສັດທັງຫລາຍຂອງບັນດາປະຊາຊາດທີ່ໄດ້​ຍົກ​ເຂົາ​ສັດໃດໆຂື້ນ​ຕໍ່­ສູ້​ແຜ່ນ­ດິນ​ຢູ­ດາ​ ອັນ​ເຮັດ­ໃຫ້​ພັດ­ພາກ​ຈາກ​ກັນ​ໄປ.”

ບົດທີ 2 2

1 ຕໍ່ຈາກນັ້ນ ຂ້າ­ນ້ອຍ​ໄດ້​ເງີຍ​ໜ້າ​ຂຶ້ນ​ອີກ ແລະ​ໄດ້​ເຫັນ ມີ​ຊາຍ​ຄົນ​ໜຶ່ງທີ່ມີ​ເຊືອກ​ວັດ­ແທກຢູ່ໃນມື. 2 ຂ້າ­ພະ­ເຈົ້າ​ຈຶ່ງ​ຖາມ­ວ່າ “ທ່ານກຳລັງ​ຈະ​ໄປ​ໃສ?” ແລະເຂົາໄດ້ຕອບຂ້ານ້ອຍວ່າ, “ຈະ​ໄປ​ວັດ­ແທກ​ເມືອງ​ເຢ­ຣູ­ຊາ­ເລັມ​, ເພື່ອເບິ່ງຄວາມກວ້າງ ແລະຄວາມ​ເທົ່າ­ໃດ.” 3 ແລະເທວະດາອົງຫນຶ່ງໄດ້ອອກໄປ​ພົບ​ກັບ​ເຂົາ. 4 ເທວະດາອົງທີສອງໄດ້ເວົ້າກັບເຂົາວ່າ, “ຈົ່ງ​ແລ່ນ​ໄປ ແລະເວົ້າ­ກັບ​ຄົນ​ໜຸ່ມ​ຄົນ​ນັ້ນ​ວ່າ, ‘ເມືອງ​ເຢ­ຣູ­ຊາ­ເລັມຈະນັ່ງຢູ່ໃນຊົນນະບົດທີ່ໂລ່ງກວ້າງ ເພາະ­ການເພີ້ມຂື້ນຂອງຈຳນວນຄົນ ແລະ​ສັດ­ລ້ຽງໃນກຸງນັ້ນ​. 5 ພຣະ­ຢາເວຊົງ​ກ່າວ​ວ່າ, ຝ່າຍ​ເຮົາຈະ​ເປັນເຫນືອນ​ກຳ­ແພງ​ແປວ­ໄຟ​ອ້ອມ​ເມືອງ​ນັ້ນໄວ້ ແລະ​ເຮົາ​ຈະ​ເປັນ​ສະ­ຫງ່າ­ລາ­ສີ​ໃນ​ກາງ​ເມືອງ​ນັ້ນ. 6 ນີ້ຄືຄຳປະກາດຂອງພຣະຢາເວ ຈົ່ງລຸກຂື້ນ​! ຈົ່ງ​ໜີ​ໄປ­ໃຫ້­ພົ້ນ​ຈາກ​ແຜ່ນ­ດິນແຫ່ງ​ທິດ­ເໜືອ ເພາະ­ວ່າ​ເຮົາ​ໄດ້ເຮັດ​ໃຫ້​ພວກ​ເຈົ້າ​ພັດ­ພາກ​ຈາກ​ກັນ​ໄປ​ເໝືອນ​ລົມ​ທັງ​ສີ່​ທິດ​ຂອງ​ແຫ່ງທ້ອງ­ຟ້າ​! - ນີ້ຄືຄຳປະກາດຂອງພຣະ­ຢາເວ. 7 ຈົ່ງລຸກຂື້ນຫນີໄປຍັງຊີ­ໂອນ, ພວກເຈົ້າ​ຜູ້​ທີ່​ອາ­ໄສ​ຢູ່​ກັບ​ລູກ­ສາວ​ຂອງ​ບາ­ບີ­ໂລນ!'" 8 ເພາະວ່າຫລັງຈາກທີ່ພຣະ­ຢາເວຈອມໂຍທາໄດ້ກຽດ​ຂ້ານ້ອຍ ແລະສົ່ງຂ້ານ້ອຍໄປຕໍ່ສູ້ບັນດາປະຊາຊາດທີ່ປຸ້ນ​ພວກ​ເຈົ້າ, ສຳລັບໃຜກໍຕາມທີ່ໄດ້​ແຕະ­ຕ້ອງພວກເຈົ້າ, ແຕະຕ້ອງ​ແກ້ວ­ຕາ​ຂອງ​ພຣະ­ອົງ ຫລັງຈາກພຣະຢາເວໄດ້ຊົງກະທຳສິ່ງນີ້, ເຂົາໄດ້ເວົ້າວ່າ, 9 " ເຮົາ​ ຕົວເຮົາເອງຈະ​ສັ່ນ​ມື​ຂອງ​ເຮົາ​ເຫນືອພວກເຂົາທັງຫລາຍ, ແລະ​ພວກເຂົາຈະຖືກປຸ້ນ ເພື່ອໃຫ້ແກ່ທາດທັງຫລາຍຂອງພວກເຂົາ. ’ ຈາກນັ້ນ ​ພວກ​ເຈົ້າ​ຈະ​ໄດ້​ຮູ້­ຈັກ​ວ່າ​ພຣະຢາເວຈອມໂຍທາໄດ້ສົ່ງ​ຂ້ານ້ອຍ​ມາ. 10 ​ລູກ­ສາວ​ຂອງ​ຊີ­ໂອນເອີຍຈົ່ງ​ໂຫ່­ຮ້ອງດ້ວຍຄວາມ ​ຊື່ນ­ຊົມ­ຍິນ­ດີ​ເຖີດ, ເຮົາ​ໄດ້​ມາ ແລະ​ເຮົາ​ຈະ​ສະ­ຖິດ​ຢູ່​ທ່າມ­ກາງ​ພວກ​ເຈົ້າ-ນີ້ຄືຄຳປະກາດຂອງພຣະຢາເວ. 11 ພຣະອົງຊົງກ່າວ່າ, "ຈາກນັ້ນ​ພວກ­ເຈົ້າຈະກາຍເປັນປະຊາກອນຂອງເຮົາ; ເພາະເຮົາ​ຈະ​ສະ­ຖິດ​ຢູ່​ທ່າມ­ກາງ​ພວກ​ເຈົ້າ, " ແລະ​ພວກ​ເຈົ້າ​ຈະ​ຮູ້­ວ່າ​ພຣະ­ຢາເວຈອມໂຍທາໄດ້ສົ່ງເຮົາຜູ້­ເປັນ­ມາ​ຫາ​ພວກ​ເຈົ້າ. 12 ເພາະວ່າພຣະຢາເສ ຈະຮັບຢູ­ດາ​ເປັນ​ສ່ວນ​ມໍ­ລະ­ດົກອັນຊອບທຳ​ເທິງ​ແຜ່ນ­ດິນ​ບໍ­ລິ­ສຸດ ຂອງພຣະ­ອົງ ແລະພຣະອົງຊົງເລືອກ​ເມືອງ​ເຢ­ຣູ­ຊາ­ເລັມ​ອີກຄັ້ງ.” 13 ຈົ່ງງຽບສະຫງົບ, ຕໍ່​ພຣະ­ພັກ​ພຣະ­ຢາເວ, ເພາະ­ວ່າ​ພຣະ­ອົງໄດ້ສະເດັດອອກຈາກ​ບ່ອນ​ສະ­ຖິດ​ຂອງ​ພຣະ­ອົງ​ແລ້ວ.

ບົດທີ 3 3

1 ແລ້ວ​ເທວະດາ​ໄດ້ຊົງ​ສະ­ແດງ​ໃຫ້​ຂ້າ­ພະ­ເຈົ້າ​ເຫັນ​ໂຢ­ຊວຍ ມະ­ຫາ­ປະ­ໂລ­ຫິດ ຊຶ່ງ​ກຳລັງຢືນ­ຢູ່​ຕໍ່­ໜ້າເທວະດາ​ຂອງ​ພຣະຢາເວ ແລະ​ຊາ­ຕານ​ຢືນ­ຢູ່​ຂ້າງ​ຂວາ​ມື​ຂອງ​ເຂົາ ເພື່ອຈະກ່າວໂທດຄວາມບາບຂອງເຂົາ. 2 ເທວະດາຂອງພຣະຢາເວ ​ກ່າວ​ຕໍ່​ຊາ­ຕານ​ວ່າ, “ ຂໍໃຫ້ພຣະ­ຢາເວຫນີເຈົ້າຊາຕານ; ຂໍໃຫ້ພຣະຢາເວຜູ້ທີ່ຊົງ​ເລືອກ​ເມືອງ​ເຢ­ຣູ­ຊາ­ເລັມ, ຕຳນິເຈົ້າ,​ນີ້​ບໍ່​ແມ່ນເຫລັກຕີຖ່ານ​ໄຟ​ທີ່​ໄດ້ຖືກ​ອອກ​ມາ​ຈາກ​ໄຟຫລື​ບໍ” 3 ຝ່າຍ​ໂຢ­ຊວຍ​ນັ້ນໄດ້ຢືນ­ຢູ່​ຕໍ່­ໜ້າເທວະດາ ເຂົານຸ່ງ​ເຄື່ອງ​ເປິ­ເປື້ອນ​. 4 ເທວະດາ​ໄດ້ເວົ້າ ແລກ່າວກັບຄົນເຫລົ່ານັ້ນທີ່ໄດ້ຍິນຕໍ່­ໜ້າ​ເຂົາ​ວ່າ, “ຈົ່ງ​ຖອດ​ເຄື່ອງ­ນຸ່ງ​ເປື້ອນ​ອອກ­ຈາກເຂົາ”.ຈາກນັ້ນເຂົາໄດ້ກ່າວກັບ​ໂຢ­ຊວຍວ່າ, "ຈົງເບິ່ງແມ! ເຮົາ​ໄດ້ເປັນເຫດນຳ​ເອົາ​ຄວາມຜິດບາບຂອງ​ເຈົ້າອອກໄປຈາກເຈົ້າແລ້ວ ແລະ​ເຮົາ​ຈະ­ໃຫ້​ເຈົ້າ​ນຸ່ງ​ເຄື່ອງໃຫມ່ດ້ວຍເສື້ອຜ້າທີ່ດີ ​” 5 ຈາກນັ້ນເຂົາໄດ້ກ່າວວ່າ, “ຈົ່ງ​ເອົາ​ຜ້າ­ແພ​ບໍ­ລິ­ສຸດ​ມາ​ຄຽນ​ຫົວ​ຂອງ​ເຂົາ! ” ດັ່ງນັ້ນ​ພວກ­ເຂົາ​ຈຶ່ງ​ເອົາ​ຜ້າ­ແພ​ບໍ­ລິ­ສຸດ​ມາ​ຄຽນ​ຫົວ​ຂອງ​ໂຢ­ຊວຍ ແລະແຕ່ງຕົວດ້ວຍເສື້ອຜ້າທີ່ສະອາດ ໃນຂະນະທີ່ເທວະດາຂອງພຣະຢາເວກຳລັງຢືນ­ຢູ່ຂ້າງໆນັ້ນ. 6 ຕໍ່ຈາກເທວະດາຂອງ​ພຣະຢາເວໄດ້ສັ່ງ​ໂຢ­ຊວຍ​ຢ່າງຈິງຈັງ ແລະໄດ້ເວົ້າວ່າ, 7 “ພຣະ­ຢາເວຈອມໂຍທາ​ກ່າວ​ດັ່ງ­ນີ້​ວ່າ: ຖ້າ​ເຈົ້າ​ດຳ­ເນີນ​ໃນ​ບັນ­ດາ​ທາງ​ຂອງ​ເຮົາ ແລະຖ້າເຈົ້າ​ຮັກ­ສາ​ຄຳ​ບັນຊາທັງຫລາຍຂອງເຮົາ ແລ້ວເຮົາຈະໃຫ້ເຈົ້າ​ໄດ້​ປົກ­ຄອງພຣະ​ວິ­ຫານ​ຂອງ​ເຮົາ ແລະ​ເບິ່ງ­ແຍງ​ສະຖານທີ່ຂອງ​ເຮົາ, ເພາະວ່າ​ເຮົາ​ຈະອະນຸຍາດໃຫ້ເຈົ້າໄປ ແລະເຂົ້າມາ​ທ່າມ­ກາງ​ພວກ​ເຫລົ່າ​ນີ້​ທີ່​ເຝົ້າ​ຢູ່​ຕໍ່­ໜ້າ​ເຮົາ. 8 ໂຢ­ຊວຍ​ມະ­ຫາ­ປະ­ໂລ­ຫິດ, ຈົ່ງ​ຟັງ, ເຈົ້າ​ແລະ​ພວກ​ເພື່ອນ​ຂອງ​ເຈົ້າ​ຜູ້ອາໃສ​ຢູ່​ກັບເຈົ້າ! ເພາະວ່າຄົນທັງຫລາຍ​ເຫລົ່າ​ນີ້​ເປັນ​ຄົນ​ສຳ­ຄັນ, ເບິ່ງ​ແມ ເຮົາ​ຈະ​ນຳກິ່ງກ້ານ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​ມາ. 9 ບັດນີ້ຈົງເບິ່ງທີ່ກ້ອນ​ຫີນ​ກ້ອນ​ນັ້ນທິ່ເຮົາໄດ້ຕັ້ງໄວ້ຕໍ່ຫນ້າຂອງໂຢຊວຍທີ່​ມີ​ດວງຕາ​ເຈັດ​ໜ່ວຍຢູ່ເທິງກ້ອນຫີນດຽວນີ້, ແລະເຮົາຈະຈານຶກຂໍ້ຄວາມໄວ້- ນີ້ຄືຄຳປະກາດຂອງພຣະຢາເວຈອມໂຍທາ- ແລະ ເຮົາ​ຈະກຳຈັດຄວາມຜິດບາບອອກຈາກແຜ່ນດິນນີ້ຳາຍໃນຫນຶ່ງມື້.​ 10 ນີ້ຄືພຣະຢາເວຈອມໂຍທາ­​ກ່າວ​ວ່າ- ໃນ​ວັນ​ນັ້ນ- ແຕ່ລະຄົນ​​ຈະ​ເຊີນ​ເພື່ອນ­ບ້ານ​ຂອງ​ເຂົາ ໃຫ້ມານັ່ງກ້ອງຕົ້ນ​ອະ­ງຸ່ນຂອງເຂົາ ແລະ​ຢູ່​ກ້ອງ​ຕົ້ນ​ໝາກ­ເດື່ອ​ເທດຂອງພວກເຂົາ.”

ບົດທີ 4 4

1 ຈາກນັ້ນເທວະດາຜູ້ທີ່ໄດ້ກຳລັງເວົ້າ​ກັບ​ຂ້ານ້ອຍ​ໄດ້​ຫັນກັບ​ມາ​ ແລະ​ໄດ້ປຸກ​ຂ້າ­ນ້ອຍ​ເໝືອນ​ປຸກ​ຄົນ​ຜູ້​ໜຶ່ງ​ໃຫ້​ຕື່ນ​ຈາກ​ການ​ນອນ​ຫລັບ. 2 ເຂົາໄດ້ເວົ້າກັບຂ້າ­ນ້ອຍ​ວ່າ, “ເຈົ້າ​ເຫັນ​ຫຍັງ?” ຂ້າ­ນ້ອຍໄດ້​ຕອບ​ວ່າ “ ຂ້າ­ນ້ອຍ​ໄດ້​ເຫັນ​ເຄື່ອງ​ຮອງ​ຕີນ​ໂຄມ​ອັນ​ໜຶ່ງ​ທີ່​ເຮັດ​ດ້ວຍ​ທອງ­ຄຳ​ລ້ວນໆ ແລະມີ​ຈອກ​ ​ເທິງ​ຍອດ​ຂອງ​ມັນ ແລະ​ມີ​ໂຄມ­ໄຟ​ເຈັດ​ໜ່ວຍ​ຢູ່​ເທິງ​ເຄື່ອງ​ຮອງ​ຕີນ​ໂຄມ ແລະ​ມີ​ຮາງ­ລິນ​ເຈັດ​ຮາງ​ສຳ­ລັບ​ໂຄມ­ໄຟ​ທຸກ​ໜ່ວຍ​ທີ່­ຢູ່​ເທິງ​ຍອດ​ໂຄມ​ນັ້ນ. 3 ມີ​ຕົ້ນ​ໝາກ­ກອກ­ເທດ​ສອງ​ຕົ້ນ​ຢູ່​ໃກ້​ໂຄມ­ໄຟ, ຕົ້ນ​ໜຶ່ງຢູ່ທາງເບື້ອງ​ຂວາຂອງ​ຈອກ​​ ແລະຕົ້ນ​ໜຶ່ງຕົ້ນຫນຶ່ງ​ຢູ່​ເບື້ອງ​ຊ້າຍ​” 4 ດັ່ງນັ້ນ​ຂ້າ­ພະ­ເຈົ້າ​ທູນຖາມ​ເທວະດາ​ຜູ້​ທີ່​ກຳລັງເວົ້​ກັບ​ຂ້ານ້ອຍວ່າ, “ເຈົ້າ​ນາຍຂອງຂ້ານ້ອຍເອີຍ, ສິ່ງ​ເຫລົ່າ​ນີ້​ແມ່ນ​ຫຍັງ?” 5 ເທວະດາທີ່ກຳລັງເວົ້າ​ຂ້ານ້ອຍໄດ້​ຕອບ ແລະເວົ້າ​ຂ້າ­ນ້ອຍ​ວ່າ, “ສິ່ງ​ເຫລົ່າ​ນີ້​ຄື​ຫຍັງ ເຈົ້າ​ບໍ່​ຮູ້​ບໍ?” ຂ້າ­ນ້ອຍໄດ້​ຕອບ​ວ່າ “ເຈົ້າ​ນາຍຂອງຂ້ານ້ອຍ​ເອີຍ, ຂ້າ­ພະ­ເຈົ້າ​ບໍ່​ຮູ້.” 6 ດັ່ງນັ້ນເຂົາໄດ້ເວົ້າກັບຂ້າ­ພະ­ເຈົ້າ​ວ່າ, “ນີ້​ເປັນ​ຖ້ອຍຄຳຂອງ​ພຣະຢາເວເຖິງ​ເຊ­ຣູ­ບາ­ເບນຄື: ບໍ່​ແມ່ນ​ດ້ວຍ​ກຳ­ລັງ, ບໍ່​ແມ່ນ​ດ້ວຍ​ອຳ­ນາດ, ແຕ່​ດ້ວຍ​ພຣະ­ວິນ­ຍານ​ຂອງ​ເຮົາ, ພຣະຢາເວຈອມໂຍທາ­ຊົງ​ກ່າວ​ດັ່ງ​ນີ້ແຫລະ.” 7 ໂອ ພູ­ເຂົາ​ທີ່ຍິ່ງໃຫຍ່, ເຈົ້າ​ແມ່ນໃຜ? ຕໍ່­ໜ້າ​ເຊ­ຣູ­ບາ­ເບນ ​ເຈົ້າ​ຈະກາຍ​ເປັນ​ທົ່ງ­ພຽງ ແລະ​ເຂົາ​ຈະ​ນຳ​ກ້ອນ​ຫີນ​ທີ່­ຢູ່​ເທິງ​ຍອດເຂົາ​ອອກ​ມາ​ເພື່ອ​ໂຫ່­ຮ້ອງ​ວ່າ, ‘ພຣະ­ຄຸນ! ພຣະ­ຄຸນ​ສຳ­ລັບ​ຫີນ​ນັ້ນ! ’” 8 ຖ້ອຍຄຳຂອງພຣະຢາເວໄດ້ມາເຖິງຂ້ານ້ອຍກ່າວວ່າ. 9 “ມື​ຂອງ​ເຊ­ຣູ­ບາ­ເບນ​ໄດ້​ວາງ​ຮາກ­ຖານ​ຂອງ​ພຣະ­ວິ­ຫານ​ນີ້​ ແລະ​ມື​ຂອງ​ເຂົາ​ຈະ​ນຳມາສູ່ຄວາມ​ສຳ­ເລັດ. ຈາກນັ້ນເຈົ້າ​ຈະ​ຮູ້­ວ່າ ພຣະ­ຢາເວຈອມໂຍທາໄດ້ສົ່ງ​ຂ້າ­ພະ­ເຈົ້າ​ມາ​ຫາ​ເຈົ້າ. 10 ​ຜູ້­ໃດ​ທີ່​ປະ­ໝາດ​ວັນ​ແຫ່ງ​ການ​ເລັກ­ນ້ອຍ​ເຫລົ່ານັ້ນ? ປະຊາຊົນເຫລົ່ານັ້ນ​ຈະ​ໄດ້​ຊົມ­ຊື່ນ­ຍິນ­ດີ ແລະ​ຈະ​ໄດ້​ເຫັນ​ສາຍ​ດິ່ງ​ທີ່­ຢູ່​ໃນ​ມື​ຂອງ​ເຊ­ຣູ­ບາ­ເບນ (ພ້ອມ­ກັບໂຄມໄຟທັງ​ເຈັດດວງເຫລົ່າ​ນັ້ນ ຄື​ບັນ­ດາ​ພຣະ­ເນດ​ຂອງ​ພຣະ­ຢາເວ ທີ່ຊົງຫລຽວ​ເບິ່ງ​ຢູ່​ທົ່ວແຜ່ນດິນ­ໂລກ).” 11 ຈາກນັ້ນ​ຂ້າ­ພະ­ເຈົ້າໄດ້ທູນ​ຖາມເທວະດາ​ນັ້ນ​ວ່າ, “ຕົ້ນ​ໝາກ­ກອກ­ເທດ​ສອງ​ຕົ້ນ​ທີ່­ຢູ່​ເບື້ອງ​ຂວາ ແລະ​ເບື້ອງ​ຊ້າຍ​ຂອງ​ເຄື່ອງ​ຮອງ​ຕີນ​ໂຄມ​ນັ້ນ​ແມ່ນ​ຫຍັງ?” 12 ​ຂ້າ­ນ້ອຍໄດ້​ຖາມເຂົາອີກຄັ້ງວ່າ​, “ກິ່ງຕົ້ນ​ໝາກ­ກອກ­ເທດ​ທັງ​ສອງກິ່ງ​​ທີ່​ມີ​ນ້ຳ­ມັນສີທອງ​ໄຫລ​ລົງ­ມາແມ່ນ​ຫຍັງ?” 13 ແລະເຂົາໄດ້ຕອບ­ກັບຂ້ານ້ອຍວ່າ, “ເຈົ້າ​ບໍ່​ຮູ້­ຈັກ​ບໍ​ວ່າ ສິ່ງ​ນັ້ນ​ແມ່ນ​ຫຍັງ?” ຂ້າ­ນ້ອຍາ​ຕອບ​ວ່,າ “ເຈົ້ານາຍຂອງຂ້ານ້ອຍ​ເອີຍ, ຂ້າ­ນ້ອຍ​ບໍ່​ຮູ້­ຈັກ.” 14 ດັ່ງນັ້ນເທວະດາໄດ້​ຕອບ​ວ່າ “ເຫລົ່ານີ້ຄືລູກຊາຍຫທັງຫລາຍທີ່ໄດ້­ຮັບ​ການ​ເຈີມ ຜູ້ທີ່​ຢືນ­ຢູ່​ຂ້າງພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ແຜ່ນ­ດິນ­ໂລກ”

ບົດທີ 5 5

1 ຈາກນັ້ນຂ້າ­ນ້ອຍ​ຖອຍ­ຫລັງ​ກັບ ແລະ​ເງີຍ​ໜ້າ​ຂຶ້ນ​ອີກ ກໍ​ຫລຽວ​ເຫັນ​ໜັງ­ສື​ມ້ວນ​ໜຶ່ງ​ເຫາະ​ຢູ່. 2 ເທເວະດານັ້ນ​ຈຶ່ງເວົ້າກັບ​ຂ້າ­ນ້ອຍວ່າ, “ເຈົ້າ​ເຫັນ​ຫຍັງ” ຂ້ານ້ອຍໄດ້​ຕອບ​ວ່າ, “ຂ້າ­ນ້ອຍ​ຫລຽວ​ເຫັນ​ໜັງ­ສື​ມ້ວນ​ໜຶ່ງ​ເຫາະ​ຢູ່, ມັນ​ຍາວ​ຊາວ​ສອກ ແລະ​ກວ້າງ​ສິບ​ສອກ.” 3 ແລ້ວ​ເຂົາ​ໄດ້ເວົ້າກັບຂ້ານ້ອຍ­​ວ່າ, “ນີ້­ແຫລະ​ເປັນ​ຄຳ​ສາບ­ແຊ່ງ​ທີ່​ແຜ່​ອອກ​ໄປ​ທົ່ວ​ພື້ນ​ແຜ່ນ­ດິນ​ໂລກ, ພວກ​ໂຈນ​ຂີ້­ລັກ​ທຸກ​ຄົນ​ຈະ​ຖືກ​ຕັດ​ອອກໄປ​ຕາມ​ທີ່​ຂຽນ­ໄວ້​ຂ້າງ​ເບື້ອງຫນຶ່ງ ແລະ​ທຸກ​ຄົນ­ທີ່​ກ່າວຄຳສາບານ​ບໍ່​ຈິງ​ຈະ​ຕ້ອງ​ຖືກ​ຕັດ​ອອກ​ຕາມ​ບ່ອນ​ທີ່​ຂຽນ­ໄວ້​ໃນ​ນັ້ນອີກເບື້ອງຫນຶ່ງ. 4 ເຮົາຈະສົ່ງມັນອອກໄປ ນີ້ຄືຄຳປະກາດຂອງພຣະຢາເວຈອມໂຍທາ. ດັ່ງນັ້ນ ມັນຈະເຂົ້າໄປໃນບ້ານຂອງເຮືອນໂຈນນັ້ນ ແລະ​ໃນ​ເຮືອນ​ຂອງ​ຄົນ­ທີ່​ສາ­ບານ​ບໍ່​ຈິງ​ໂດຍ​ອອກ​ນາມ​ຂອງ​ເຮົາ.ມັນຈະຍັງຄົງຢູ່ໃນບ້ານຂອງເຂົາ ແລະເຜົນຜານທ່ອນໄມ້ ແລະກ້ອນຫິນທັງຫລາຍໃນບ້ານນັ້ນ” 5 ຈາກນັ້ນເທວະດາ​ຜູ້​ທີ່ເວົ້າ​ກັບ​ຂ້າ­ນ້ອຍ​ໄດ້​ອອກ​ແລະ​ເວົ້າ­ກັບ​ຂ້າ­ນ້ອຍ​ວ່າ, “ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ​ເບິ່ງ​ວ່າ ສິ່ງ​ທີ່​ກຳລັງມາ​ນັ້ນ​ແມ່ນ​ຫຍັງ?” 6 ຂ້າ­ນ້ອຍ​ໄດ້​ເວົ້າ­ວ່າ, “ສິ່ງ​ນັ້ນ​ແມ່ນ​ຫຍັງ?” ເຂົາ​ໄດ້​ຕອບ​ວ່າ “ນີ້​ກະຕ່າບັນຈຸຫນື່ງ​ເອ­ຟາ​ທີ່ກຳລັງຈະມາ.“ນີ້ຄືຄວາມຜິດບາບຂອງເຂົາທັງຫລາຍ​​ໃນ​ທົ່ວ​ແຜ່ນ­ດິນ​ທັງ​ໝົດ. 7 ” ເບິ່ງ​ແມ ຝາ​ເອ­ຟາ​ທີ່ປິດກະຕ່າໄດ້ເປີດອອກ ແລະ​ມີ​ຜູ້­ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່­ໃນ​ນັ້ນ. 8 ເທວະດາໄດ້​ກ່າວ​ວ່າ “ນີ້​ແມ່ນ​ຄວາມ​ຊົ່ວ­ຮ້າຍ!” ຝ່າຍ​ເທວະດາ​ໄດ້​ຊຸກ​ຍິງ​ນັ້ນ​ເຂົ້າ​ໃນກະຕ່າ​ເອ­ຟາ, ແລ້ວ​ເຂົາກໍ​ເອົາ​ຝາ​ທີ່​ເຮັດ​ດ້ວຍ​ຂີ້­ກົ່ວ​ປິດ​ປາກ​ມັນ​ໄວ້. 9 ແລ້ວ​ຂ້າ­ນ້ອຍ​ກໍ​ເງີຍ​ໜ້າ​ຂຶ້ນ​ຫລຽວ​ເຫັນ ​ຜູ້­ຍິງ​ສອງ​ຄົນ​ອອກ​ມາ ແລະ​ມີ​ລົມ​ຢູ່­ໃນ​ປີກ​ຂອງ​ນາງ -ເພາະວ່າພວກນາງມີປີກ​ນັ້ນ​ຄ້າຍ­ຄື​ປີກ​ຂອງ​ນົກ​ຂຸ້ມ ແລະ​ພວກນາງ​ໄດ້​ເອົາກະຕ່າ​ເອ­ຟາ​ຍົກ​ຂຶ້ນ​ລະ­ຫວ່າງ​ແຜ່ນ­ດິນ­ໂລກ ແລະ​ທ້ອງຟ້າ­. 10 ດັ່ງນັ້ນ​ຂ້າ­ນ້ອຍ​ໄດ້ເວົ້າກັບເທວະດາ​ຜູ້​ເວົ້າ​ກັບ​ຂ້ານ້ອຍວ່າ, “ນາງ​ເຫລົ່າ­ນັ້ນ​ຈະ​ເອົາ​ກະຕ່າເອ­ຟາ​ໄປ​ໃສ.” 11 ເຂົາໄດ້ເວົ້າກັບ​ຂ້າ­ນ້ອຍ​ວ່າ, “ໄປ​ສ້າງພຣະວິຫານໃນ​ແຜ່ນ­ດິນ​ຊີ­ນາຍສຳລັບມັນ, ດັ່ງນັ້ນ ເມື່ອພຣະວຫານ​ສຳ­ເລັດ​ແລ້ວ, ກະຕ່ານັ້ນຈະຖືກຈັດໄວ້ທີ່ນັ້ນເທິງເທິງ​ບ່ອນທີ່ມັນໄດ້ຈັດຕຽມໄວ້.”

ບົດທີ 6 6

1 ຈາກນັ້ນຂ້ານ້ອຍ​ໄດ້​ຖອຍ­ຫລັງ​ກັບ​ແລະ ເງີຍ​ໜ້າ​ຂຶ້ນ​ອີກ ແລະເຫັນ​ລົດມ້າ­ຮົບ​ສີ່​ຄັນ​ອອກ​ມາ​ລະ­ຫວ່າງ­ກາງ​ພູ­ເຂົາ​ສອງ​ໜ່ວຍ; ແລະພູ­ເຂົາ​ນັ້ນ​ເປັນ​ທອງ­ເຫລືອງ. 2 ລົດມ້າ­ຮົບ​ຄັນ​ທຳ­ອິດ​ມີ​ມ້າ​ສີ­ແດງ, ຄັນ​ທີ​ສອງ​ມີ​ມ້າ​ສີ­ດຳ, 3 ຄັນ​ທີ​ສາມ​ມ້າ​ສີ­ຂາວ, ຄັນ​ທີ​ສີ່​ມ້າ​ດ່າງ​ສີ​ເທົາ​ທີ່​ມີ​ກຳ­ລັງ​ຫລາຍ, 4 ແລ້ວ​ຂ້າ­ນ້ອຍ​ໄດ້​ຖາມເທວະດາຜູ້​ທີ່​ເວົ້າ​ກັບ​ຂ້າ­ນ້ອຍ​ວ່າ “ເຈົ້າ​ນາຍຂອງຂ້ານ້ອຍ​ເອີຍ,ອ ສິ່ງ​ເຫລົ່າ​ນີ້​ແມ່ນ​ຫຍັງ?” 5 ເທວະດາ​ນັ້ນ​ໄດ້​ຕອບ ແລະ​ບອກ​ນ້ອຍວ່າ, “ເຫລົ່າ​ນີ້​ເປັນບລົມທັງ​ສີ່​ແຫ່ງ​ທ້ອງຟ້າ ທີ່ອອກມາຈາກສະຖານທີ່ຂອງພວກເຂົາທັງຫລາຍ ​ຫລັງ​ຈາກ​ທີ່​ໄດ້​ຢືນ­ຢູ່​ຕໍ່​ພຣະ­ພັກ​ຂອງ​ອົງ­ພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ແຜ່ນ­ດິນ­ໂລກ. 6 ຄົນກັບລົດ​ທີ່​ມີ​ມ້າ​ດຳ​ທັງຫລາຍກຳລັງຈະອອກ​ໄປ​ສູ່​ທາງທິດ­ເໜືອ; ມ້າ​ສີ­ຂາວທັງຫລາຍກຳລັງຈະອອກໄປປະເທດຕາເວັນຕົກ ແລະມ້າລາຍທັງຫລາຍ ກຳລັງຈະອອກໄປຍັງປະເທດທາງໃຕ້​.” 7 8 ແລ້ວ​ທູດ­ສະ­ຫວັນ​ໄດ້​ຮ້ອງ​ບອກ​ຂ້າ­ພະ­ເຈົ້າ​ວ່າ “ເບິ່ງ​ແມ ມ້າ​ເຫລົ່າ​ນີ້​ທີ່​ອອກ​ໄປ​ຍັງ​ປະ­ເທດ​ທາງ​ທິດ­ເໜືອ​ນັ້ນ​ໄດ້​ເຮັດ­ໃຫ້​ຈິດ­ວິນ­ຍານ​ຂອງ​ເຮົາ​ງຽບ​ສະ­ຫງົບ​ໃນ​ປະ­ເທດ​ທາງ​ທິດ­ເໜືອ” ແລ້ວ​ທູດ­ສະ­ຫວັນ​ໄດ້​ຮ້ອງ​ບອກ​ຂ້າ­ພະ­ເຈົ້າ​ວ່າ “ເບິ່ງ​ແມ ມ້າ​ເຫລົ່າ​ນີ້​ທີ່​ອອກ​ໄປ​ຍັງ​ປະ­ເທດ​ທາງ​ທິດ­ເໜືອ​ນັ້ນ​ໄດ້​ເຮັດ­ໃຫ້​ຈິດ­ວິນ­ຍານ​ຂອງ​ເຮົາ​ງຽບ​ສະ­ຫງົບ​ໃນ​ປະ­ເທດ​ທາງ​ທິດ­ເໜືອ” 9 ດັ່ງນັ້ນຖ້ອຍຄຳຂອງ​ພຣະຢາເວ​ໄດ້​ມາ​ເຖິງ​ຂ້າ­ນ້ອຍວ່າ, 10 “ຈົ່ງ​ນຳ​ເອົາ​ຂອງ​ຖວາຍ​ຈາກ​ບັນ­ດາຊະເລີຍ​ ຄື​ຈາກ​ເຮນ­ດາຍ ໂຕ­ບີ­ຢາ ແລະ​ເຢ­ດາ­ຢາ ໃນ​ວັນ​ດຽວ​ກັນ​ນັ້ນ ຈົ່ງ​ເຂົ້າ­ໄປ​ໃນ​ເຮືອນ​ຂອງ​ໂຢ­ສີ­ຢາ ລູກ­ຊາຍ​ເຊ­ຟາ­ນີ­ຢາ ບ່ອນ​ທີ່​ລາວ​ໄດ້​ອອກ​ມາ​ຈາກ​ນະ­ຄອນ​ບາ­ບີ­ໂລນ. 11 ຈົ່ງ​ເອົາ​ເງິນ ແລະ​ຄຳ​ເຮັດ​ເປັນ​ມົງ­ກຸດອັນຫນຶ່ງ ແລະ​ສວມ​ໃສ່​ເທິງ​ຫົວ​ຂອງ​ໂຢ­ຊວຍ​ລູກ­ຊາຍ​ເຢ­ໂຮ­ຊາ­ດັກ ມະ­ຫາ­ປະ­ໂລ­ຫິດ. 12 ຈົງເວົ້າກັບເຂົາ ແລະກ່າວວ່າ, ​ພຣະຢາເວຈອມໂຍທາ­​ໄດ້​ກ່າວ​ດັ່ງ­ນີ້​ວ່າ: ດັ່ງນັ້ນຊາຍຄົນນີ້ ມີ​ຊື່­ວ່າ​ພຣະ­ກິ່ງ? ເຂົາຈະເຕີບໂຕໃນສະຖານທີ່ໆເຂົາຢູ່ ແລະຈາກນັ້ນເຂົາ​ຈະ​ກໍ່­ສ້າງ​ພຣະ­ວິ­ຫານ​ຂອງ​ພຣະ­ຢາເວ. 13 ເຂົານັ້ນແຫລະ​ຈະ​ເປັນ​ຜູ້​ສ້າງ​ພຣະ­ວິ­ຫານ​ຂອງ​ພຣະຢາເວ ແລະ​ຈະ​ໄດ້­ຮັບ​ກຽດ­ຕິ­ຍົດ ຈະ​ປະ­ທັບ​ແລະ​ປົກ­ຄອງ​ຢູ່​ເທິງ​ລາ­ຊະ​ບັນ­ລັງ​ຂອງ​ເຂົາ ແລະ​ເຂົາ​ຈະ​ເປັນ​ປະ­ໂລ­ຫິດ​ຄົນຫນຶ່ງຢູ່​ເທິງ​ລາດຊະບັນລັງ​ຂອງເຂົາ ແລະ​ຄວາມເຂົ້າໃຈແຫ່ງ​ສັນ­ຕິ​ຈະ​ມີ​ຢູ່​ລະ­ຫວ່າງ​ທ່ານ​ທັງ​ສອງຝ່າຍ.’ 14 ແລະ​ມົງ­ກຸດ​ເຫລົ່າ­ນັ້ນຈະຖືກວາງ​ຢູ່­ໃນ​ພຣະ­ວິ­ຫານ​ຂອງ​ພຣະ­ຢາເວ ເພື່ອ​ເປັນ​ທີ່​ລະ­ນຶກ​ເຖິງ​ເຮນ­ດາຍ, ໂຕ­ບີ­ຢາ, ເຢ­ດາ­ຢາ, ແລະ​ເຮັນ ລູກ­ຊາຍ​ຂອງ​ເຊ­ຟາ­ນີ­ຢາ. 15 ແລ້ວຄົນເຫລົ່ານັ້ນ​ຜູ້​ທີ່­ຢູ່​ຫ່າງ​ໄກ​ຈະ​ມາ​ຊ່ວຍ​ ແລະຈະ­ສ້າງ​ພຣະ­ວິ­ຫານ​ຂອງ​ພຣະຢາເວຈອມໂຍທາຊົງໄດ້ສົ່ງ​ຂ້ານ້ອຍ​ມາ​ຫາ​ພວກ​ທ່ານ ເພາະນີ້ຈະເກີດຂື້ນ ​ຖ້າ​ພວກ​ທ່ານ​ເຊື່ອ​ຟັງ​ພຮະສູດສຽງຂອງພຣະຢາເວ ພຣະ­ເຈົ້າ​ຂອງ​ຢ່າງແທ້ຈິງ.”

ບົດທີ 7 7

1 ເມື່ອກະສັດ​ດາ­ຣິ­ອຸດ ໄດ້ປົດຄອງເປັນເວລາສີ່ປີ, ໃນ​ວັນ­ທີ​ສີ່​ເດືອນ​ທີ​ເກົ້າ(ຊຶ່ງ​ເປັນ​ເດືອນ​ກິດ­ຊະ­ເລັບ) ຖ້ອຍຄຳຂອງ​ພຣະ­ຢາເວ​ໄດ້​ມາ​ເຖິງ​ເຊຄາຣີຢາ. 2 ປະຊາຊົນ­ເມືອງ​ໄດ້​ໃຊ້​ທ່ານ​ຊາ­ເຣັດ­ເຊ ແລະ​ເຣ­ເກມ-ເມ­ເລັກ ພ້ອມ­ກັບ​ພັກ​ພວກ​ຂອງ​ເຂົາ ເພື່ອຮ້ອງທູນຕໍ່​ພຣະ­ພັກ​ພຣະ­ຢາເວ. 3 ພວກເຂົາໄດ້ກ່າວ​ຕໍ່​ບັນ­ດາ​ປະ­ໂລ­ຫິດ​ຜູ້ໄດ້ຢູ່​ໃນ​ພຣະ­ວິ­ຫານ​ຂອງ​ພຣະຢາເວຈອມໂຍທາ­ ແລະ​ຕໍ່​ຜູ້­ປະ­ກາດ­ພຣະ­ທຳ​ວ່າ; ພວກເຂົ່ໄດ້ກ່າວວ່າ, “ ຄວນທີ່ຂ້າ­ນ້ອຍ​ຈະ​ໄວ້​ທຸກໆ​ໃນ​ເດືອນ​ທີ​ຫ້າດ້ວຍການອົດອາຫານ ເຫນືອນທີ່ຂ້ານ້ອຍ​ໄດ້​ເຮັດ​ມາ​ແລ້ວ​ໃນ​ຫລາຍ​ປີ ຫລື​ບໍ?” 4 ດັ່ງນັ້ນ ຖ້ອຍຄຳຂອງ​ພຣະຢາເວຈອມໂຍທາ​ໄດ້​ມາ​ເຖິງ​ຂ້າ­ນ້ອຍ, ແລະກ່າວວ່າ, 5 ແລະ​ແກ່​ບັນ­ດາ​ປະ­ໂລ­ຫິດ​ວ່າ ເມື່ອ​ພວກເຈົ້າ​ທັງ­ຫລາຍ​ອົດ​ອາ­ຫານ ​ແລະ​ໄວ້​ທຸກ​ໃນ​ເດືອນ​ທີ​ຫ້າ ແລະ​ເດືອນ​ທີ​ເຈັດ​ໃເປັນເວລາເຈັດ​ສິບ​ປີ​ນັ້ນ, ພວກ​ເຈົ້າ​ໄດ້​ອົດອາຫານເພື່ອເຮົາແທ້ ຫລື​ບໍ? ເມື່ອພວກ​ເຈົ້າ​ໄດ້​ກິນ ແລະດື່ມ? 6 ພວກເຈົ້າໄດ້ກິນ ແລະໄດ້ດື່ມ. ພວກເຈົ້າບໍ່ໄດ້​ກິນ ແລະ​ດື່ມ ​ເພື່ອ​ຕົວ​ຂອງ​ເຈົ້າ​ເອງ ຫລື? 7 ທີ່ພຣະຢາເວໃດ້ປະກາດຜ່ານທາງປາກຂອງ­ຜູ້­ເປັນ­ເຈົ້າ​ປະ­ກາດ­ພຣະ­ທຳ​ລຸ້ນ​ກ່ອນໆ, ເມື່ອພວກເຈົ້າຍັງຄົງໄດ້ອາໃສຢູ່ໃນເມືອງ​ເຢ­ຣູ­ຊາ­ເລັມ​ ແລະ​ເມືອງທັງຫລາຍທີ່ຈະເລີນຮຸ່ງເຮືອງໂດຍຮອບ ແລະໄດ້ຕັ້ງຖິ່ນຖານໃນແຖບ ແລະ​ເຂດພູເຂົາທາງຕາເວັນຕົກ ຫລື?” 8 ຖ້ອຍຄຳຂອງ​ພຣະຢາເວໄດ້​ມາ​ເຖິງ​ເຊ­ຄາ­ຣີ­ຢາ​, 9 ກ່າວວ່າ, “ພຣະຢາເວຈອມໂຍທາ­ ຊົງ​ກ່າວ​ດັ່ງ­ນີ້​ວ່າ, 'ຈົ່ງ​ຕັດ­ສິນ​ຕາມ​ຄວາມ­ຍຸກຕິທຳຢ່າງແທ້ຈິງ, ຕາມພັນທະສັນຍາທີ່ສັດຊື່ ແລະເມດຕາ. ໃຫ້ແຕ່ລະຄົນກະທຳສິ່ງນີ້ກັບພ່ີນ້ອງຂອງເຂົາ. 10 ກ່ຽວກັບແມ່­ໝ້າຍ ລູກ­ກຳ­ພ້າ ຄົນ​ຕ່າງ­ດ້າວ​ຫລື​ຄົນ​ຍາກ­ຈົນ-ກົດຂີ່ຂົ່ມເຫັງພວກເຂົາ, ແລະ​ຢ່າ​ໃຫ້ພວກເຈົ້າຄົນໃດຄິດ​ອຸ­ບາຍ​ຊົ່ວ​ໃນ​ໃຈ​ທີ່ຈະທຳຮ້າຍຄົນອຶ່ນ.” 11 ແຕ່​ພວກ­ເຂົາ​ປະ­ຕິ­ເສດທີ່ຈະເອົາໃຈໃສ່​ ແລະຍົກບ່າຂື້ນຢ່າງ​ດື້​ດຶງ.​ພວກ­ເຂົາ​ເຮັດຫູໜັກ ດັ່ງນັ້ນພວກ­ເຂົາ​ຈິ່ງ​ຈະ​ບໍ່​ໄດ້­ຍິນ. 12 ພວກ­ເຂົາ​ໄດ້​ເຮັດ­ໃຫ້ຈິດ​ໃຈ​ຂອງ­ຕົນແຂງກະດ້າງ​ຄື​ຫີນ​ເພັດ ດັ່ງນັ້ນພວກເຂົາຈຶ່ງບໍ່​ໄດ້­ຍິນ​ພຣະ­ບັນ­ຍັດ ຫລືຖ້ອຍຄຳທັງຫລາຍຂອງພຣະຢາເວຈອມໂຍທາ. ພຣະອົງໄດ້ສົ່ງຂໍ້ຄວາມເຫລົ່ານີ້ໄປຍັງປະຊາຊົນ ໂດຍພຣະວິຍານຂອງພຣະອົງໃນສະໃຫມເລີ້ມຕົ້ນ, ໂດຍຜ່ານປາກຂອງຜູ້ປະກາດພຣະຄຳທັງຫລາຍ. ແຕ່ພວກປະຊາຊົນໄດ້ປະຕິເສດທີ່ຈະຟັງ , ດັ່ງນັ້ນ ພຣະຢາເວຈອມໂຍທາຊົງພຣະພີໂລດຕໍ່ພວກເຂົາເປັນຢ່າງຍິ່ງ. 13 ມັນໄດ້ເກີດຂື້ນ ເມື່ອພຣະອົງໄດ້ຊົງເອີ້ນ, ແຕ່ພວກເຂົາບໍ່ຟັງ. ດ້ວຍວິທີການດຽວກັນ, “ ພຣະຢາເວຈອມໂຍທາໄດ້ຊົງກ່າວ, "ພວກເຂົາ​ຈະຮ້ອງທູນຕໍ່ເຮົາ, ແຕ່ເຮົາຈະບໍ່ຟັງ. 14 ເພາະເຮົາຈະ­ຈັດ­ກະ­ຈາຍພວກເຂົາ​ໄປ​ດ້ວຍ​ລົມ​ຫນຸນໄປຍັງປະຊາຊາດທັງຫລາຍທີ່ພວກເຂົາບໍ່ໄດ້ເຫັນ ແລະແຜ່ນ­ດິນນັ້ນຈະຖືກຮ້າງ​ເປົ່າຫລັງຈາກພວກເຂົາ. ເພາະວ່າຈະບໍ່ມີ​ໃຜ​ທ່ຽວ​ໄປ​ມາ​ແຜ່ນດິນນັ້ນ ຫລືກັບມາຫາມັນອີກ ຕັ້ງແຕ່ປະຊາຊົນນັ້ນ ເຮັດໃຫ້ແຜ່ນດິນເປັນຫນ້າພ່ິງພໍໃຈຂອງພວກເຂົາ ກາຍເປັນຮົກຮ້າງວ່າງ​ເປົ່າ.

ບົດທີ 8 8

1 ຖ້ອຍຄຳຂອງ​ພຣະ­ຢາເວຈອມໂຍທາ​ມາ​ເຖິງ​ຂ້ານ້ອຍ,​ ກ່າວວ່າ, 2 “ພຣະ­ຢາເວຈອມໂຍທາຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຫວງ​ແຫນ​ຊີ­ໂອນ­ຍິ່ງ­ໃຫຍ່​ ດ້ວຍ​ຄວາມ​ຫວງ​ແຫນ​ອັນ­ຍິ່ງ­ໃຫຍ່ ແລະ​ເຮົາ​ຫວງ​ແຫນ ດ້ວຍ​ຄວາມ​ຄຽດ​ຮ້າຍ​​­ຍິ່ງ­ໃຫຍ່. 3 ພຣະຢາເວຈອມໂຍທາຊົງກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຈະ​ກັບ​ໄປ​ຍັງ​ຊີ­ໂອນ​ອີກ ແລະ​ອາໃສໃນ​ທ່າມ­ກາງ​ນະ­ຄອນ​ເຢ­ຣູ­ຊາ­ເລັມ, ເພາະວ່າ​ເຢ­ຣູ­ຊາ­ເລັມ​ຈະ​ຊື່­ວ່າ​ເມືອງ​ແຫ່ງ​ຄວາມ­ຈິງ ແລະ​ພູ­ເຂົາ​ຂອງ​ພຣະ­ຢາເວຈອມໂຍທາ​ຈະ​ຊື່­ວ່າ​ພູ­ເຂົາ​ບໍ­ລິ­ສຸດ! 4 ພຣະຢາເວຈອມໂຍທາ ​ກ່າວ​ດັ່ງ­ນີ້​ວ່າ: ຊາຍ​ເຖົ້າ​ແລະ​ຍິງ​ເຖົ້າ​ຈະ​ອາ­ໄສ​ຢູ່​ຕາມ​ຖະ­ໜົນ​ໃນນະຄອນ​ເຢ­ຣູ­ຊາ­ເລັມ​ອີກຄັ້ງ, ທຸກ​ຄົນ​ຕ້ອງມີ​ໄມ້­ເທົ້າ​ຢູ່­ໃນ​ມືຂອງເຂົາ​ ເພາະວ່າເຂົາເຖົ້າແລ້ວ​. 5 ໃນ​ຖະ­ໜົນຕ່າງໆຂອງເມືອງນັ້ນ ​ຈະ​ເຕັມ​ໄປ​ດ້ວຍ​ພວກ​ເດັກ­­ຊາຍ​ແລະ​ພວກເດັກ­ຍິງ ທີ່ກຳລັງ​ແລ່ນ​ຫລິ້ນຢູ່​ນັ້ນ. 6 ພຣະ­ຢາເວຈອມໂຍທາໄດ້ຊົງກ່າວ​ດັ່ງ­ນີ້​ວ່າ: ໃນວັນເຫລົ່ານັ້ນ ຖ້າບາງສິ່ງເບິ່ງເຫນືອນຈະເປັນໄປບໍ່ໄດ້ ໃນ​ສາຍ­ຕາ​ຂອງ​ປະ­ຊາ­ຊົນ​ທີ່​ຍັງ​ເຫລືອ​ຢູ່­ນີ້ ມັນຄວນເບິ່ງເຫນືອນເປັນໄປບໍ່ໄດ້ໃນ​ສາຍ­ຕາ​ຂອງ​ເຮົາ​ເໝືອນ​ກັນບໍ? 7 ພຣະ­ຢາເວຈອມໂຍທາ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ, ເຮົາ​ຕ້ອງການ​ຊ່ວຍ​ປະ­ຊາ­ຊົນ​ຂອງ​ເຮົາ​ຈາກດິນແດນທີ່ແສງອາທິດຂື້ນ ແລະ​ຈາກດິນແດນແຫ່ງດວງແສງອາທິດຕົກ.​ 8 ເພາະເຮົາ​ຈະ​ພາ​ພວກ­ເຂົາກັບ​ມາ ແລະ​ພວກເຂົາໄປ​ອາ­ໄສ​ຢູ່​ທ່າມ­ກາງ​ນະ­ຄອນ​ເຢ­ຣູ­ຊາ­ເລັມ, ດັ່ງນັ້ນພວກເຂົາຈະເປັນປະຊາຊົນ​ຂອງ​ເຮົາ, ແລະ​ເຮົາ​ຈະ​ເປັນ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ ໃນ​ຄວາມ­ຈິງ ​ແລະ​ດ້ວຍ​ຄວາມ​ຊອບ­ທຳ! 9 ພຣະຢາເວຈອມໂຍທາຊົງ​ກ່າວ​ວ່າ: ບັດນີ້ພວກເຈົ້າຜູ້ຊຶ່ງຍັງຄົງຟັງຖ້ອຍຄຳທັງຫລາຍເດີມໆ ທີ່ມາຈາກປາກຂອງຜູ້ປະກາດພຣະຄຳທັງຫລາຍ. ເມື່ອ​​ຮາກ­ຖານ​ພຣະ­ວິ­ຫານ​ຂອງ​ພຣະ­ຢາເວຈອມໂຍທາໄດ້ຖືກວາງແລ້ວ, ນີ້ຄືພຣະ­ວິ­ຫານ​ຂອງພວກເຮົາ, ພຣະຢາເວຈອມໂຍທາ ຊົງກ່າວວ່າ: ຈົ່ງເຮັດມືຂອງເຈົ້າແຂງແຮງ ດັ່ງນັ້ນພຣະວິຫານຈຶ່ງສາມາດສ້າງຂື້ນໄດ້. 10 ເພາະ­ວ່າກ່ອນວັນເຫລົ່າ­ນັ້ນ ​ບໍ່​ມີ­ໃຜລວບລວມພືດພັນ, ບໍ່ມີໃຜໄດ້ກຳໄລ, ເຖິງແມ່ນວ່າຈະເປັນຄົນ ຫລືສັດ, ບໍ່­ມີສັນຕິພາບຈາກ​ສັດຕູສຳລັບຜູ້ທ່ີກຳລັງຈະໄປ ຫລືກຳລັງຈະມາ. ເຮົາໄດ້ໃຫ້ພວກເຂົາທຸກຄົນຕໍ່ສູ້ຊຶ່ງກັນ ແລະກັນ ກັບ​ເພື່ອນ­ບ້ານ​ຂອງ­ຕົນ. 11 ແຕ່ບັດນີ້ມັນຈະບໍ່ຄືກັບອະດີດ, ເຮົາຈະຢູ່ກັບປະຊາຊົນທີ່ເຫລືອຢູ່. ນີ້ຄືຄຳປະກາດຂອງພຣະ­ຢາເວຈອມໂຍທາ. 12 “ ເພາະວ່າເມັດພັນແຫ່ງສັນຕິພາບຈະຖືກຫວ່ານ; ເຄືອ​ອະ­ງຸ່ນ​ຈະ​ມີ​ໝາກ ແລະ​ແຜ່ນ­ດິນ​ຈະ​ເກີດ​ພືດ​ຜົນ ແລະບັນດາ​ທ້ອງ­ຟ້າ​ຈະໃຫ້​ນ້ຳ­ໝອກ​ຕົກ, ເພາະເຮົາ​ຈະ­ໃຫ້​ປະ­ຊາ­ຊົນ​ທີ່​ເຫລືອ​ຢູ່​ນີ້​ໄດ້​ຮັບສືບທອດສິ່ງເຫລົ່ານີ້ທັງຫມົດ, ເຊື້ອຊາດຂອງຢູດາ ແລະ ເຊື້ອຊາດຂອງ​ເຢ­ຣູ­ຊາ­ເລັມເອີຍ. 13 ພວກເຈົ້າຈະເປັນຕົວຢ່າງສຳລັບບັນດາປະຊາຊາດແຫ່ງຄຳສາບແຊ່ງ, ດັ່ງນັ້ນເຮົາຈະຊ່ວຍ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ແຫລ່ງ​ພຣະ­ພອນ​ຢ່າງ​ນັ້ນ. ຈົງຢ່າ​ຢ້ານ​ເລີຍ; ​ຈົ່ງເຮັດ​ໃຫ້​ມື​ຂອງ​ພວກເຈົ້າ​ເຂັ້ມ­ແຂງ​ໄດ້. 14 ເພາະ​ພຣະຢາເວຈອມໂຍທາຊົງ​ກ່າວ​ດັ່ງ­ນີ້​ວ່າ: ດັ່ງທີ່ເຮົາ​ໄດ້ວາງແຜນ ເພື່ອ​ຈະ​ເຮັດ​ອັນ­ຕະ­ລາຍ​ແກ່​ພວກ​ເຈົ້າ ເມື່ອ​ບັນ­ພະ­ບູ­ລຸດ​ຂອງ​ພວກ​ເຈົ້າ​ຍົວະ​ໃຫ້​ເຮົາ​ຮ້າຍ-ພຣະຢາເວຈອມໂຍທາ­ຊົງກ່າວ​ ແລະບໍ່ໄດ້ຜ່ອນຜັນ. 15 ດັ່ງ­ນັ້ນ ເຮົາໄດ້ວາງແຜນທີ່ຈະເຮັດອີກຄັ້ງ​ຕໍ່​ນະຄອນເຢ­ຣູ­ຊາ­ເລັມ ແລະ​ຕໍ່​ເຊື້ອ­ສາຍ​ຢູ­ດາເຫລົ່ານິ້ດ້ວຍ, ຢ່າ​​ຢ້ານ​ເລີຍ! 16 ​ສິ່ງ​ເຫລົ່າ​ນີ້​ຄື ສິ່ງທີ່ພວກເຈົ້າຕ້ອງເຮັດ ທຸກ​ຄົນ​ຈົ່ງ​ເວົ້າ​ແຕ່​ຄວາມ­ຈິງ​ກັບ​ເພື່ອນ­ບ້ານທຸກຄົນຂອງເຂົາ. ຈົ່ງ​ຕັດ­ສິນ​ຕາມ​ຄວາມ­ຈິງ, ຄວາມຍຸດຕິທຳ ແລະ​ສ້າງ­ສັນ​ຕິພາບ​ຢູ່​ທີ່​ປະ­ຕູ​ເມືອງທັງຫລາຍຂອງ​ຂອງ​ພວກເຈົ້າ. 17 ຈົ່ງຢ່າ​ວາງແຜນ​ຊົ່ວ​ຮ້າຍໃນ​ໃຈ​ຂອງພວກເຈົ້າ ເພື່ອ​ຕໍ່­ສູ້​ເຊຶ່ງກັນ ແລະກັນ. ຈົ່ງຢ່າ​ຮັກ​ຄຳ​ປະ­ຕິ­ຍານ​ບໍ່​ຈິງ ເພາະເຮົາກຽດຊັງສິ່ງເຫລົ່ານີ້ - ນີ້ຄືຄຳປະກາດຂອງພຣະ­ຢາເວ.” 18 ຈາກນັ້ນ ຖ້ອຍຄຳຂອງ​ພຣະຢາເວຈອມໂຍທາ­ໄດ້​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ, 19 “ພຣະຢາເວຈອມໂຍທາຊົງກ່າວ​ດັ່ງ­ນີ້​: ການ​ອົດ​ອາ­ຫານ​ໃນ​ເດືອນ​ທີ​ສີ່, ​ເດືອນ​ທີ​ຫ້າ​, ເດືອນ​ທີ​ເຈັດ ແລະ​​ເດືອນ​ທີ​ສິບ ຈະ​ເປັນ​ທີ່​ໃຫ້​ເກີດ​ຄວາມ​ຊົມ­ຊື່ນ­ຄວາມຍິນ­ດີ ແລະ​ເທດສະການຄວາມສຸກສຳລັບ​ເຊື້ອ­ສາຍ​ຢູ­ດາ. ເຫດ​ສະ­ນັ້ນ​ຈົ່ງ​ຮັກ​ຄວາມ­ຈິງ ແລະ​ສັນຕິພາບ. 20 ພຣະ­ຢາເວຈອມໂຍທາຊົງກ່າວ​ດັ່ງ­ນີ້​ວ່າ: ປະຊາຊົນຈະມາອີກຄັ້ງ, ແມ້ວ່າຄົນເຫລົ່ານັ້ນຈະອາໃສຢູ່ໃນເມືອງຕ່າງໆ. 21 ຄົນທັງຫລາຍຂອງເມືອງຫນຶ່ງຈະ​ໄປ​ຫາ​ອີກເມືອງເມືອງ​​ເມືອງ​ໜຶ່ງ, ກ່າວ​ວ່າ, ‘ ຈົ່ງ​ໄປ ຈົ່ງ​ພາ­ກັນ​ໄປ​ອ້ອນ­ວອນ​ຕໍ່​ພຣະພັກຂອງພຣະ­ຢາເວ ແລະ​ເພື່ອສະ­ແຫວງ­ຫາ​ພຣະ­ຢາເວຈອມໂຍທາ ! ເຮົາ ພວກເຮົາເອງ​ກໍ​ກຳລັງຈະ​ໄປ​ດ້ວຍ. 22 ’ປະຊາຊົນທັງຫລາຍ ແລະ​ບັນ­ດາ​ປະ­ຊາ­ຊາດ​ທີ່​ເຂັ້ມ­ແຂງ​ຈະ​ມາ​ສະ­ແຫວງ­ຫາ​ພຣະຢາເວຈອມໂຍທາໃນນະຄອນ​ເຢ­ຣູ­ຊາ­ເລັມ ແລະ​ຮ້ອງທູນຂໍພຮະເມດຕາຂອງພຣະ­ຢາເວ. 23 ພຣະ­ຢາເວຈອມໂຍທາຊົງ​ກ່າວ​ດັ່ງ­ນີ້​ວ່າ: ໃນວັນເຫລົ່ານີ້ ຜູ້ຊາຍສິບຄົນຈາກທຸກຊາດ, ທຸກພາສາ ຈະຈັບຊາຍເສື້ອຄຸມຂອງພຣະເຈົ້າ ແລະກ່າວວ່າ, ‘ໃຫ້­ເຮົາ​ຈະ​ໄປ​ນຳ​ເຈົ້າ, ເພາະ​ເຮົາ​ໄດ້­ຍິນ​ວ່າ​ພຣະ­ເຈົ້າ​ສະ­ຖິດ​ຢູ່​ກັບ​ພວກທ່ານ!’”

ບົດທີ 9 9

1 ນີ້ຄືປະກາດຖ້ອຍຄຳຂອງພຣະຢາເວກ່ຽວກັບ­ ແຜ່ນ­ດິນ​ຮັດ­ຣັກ ແລະ​ເມືອງ​ດາ­ມາ­ເຊ ເພາະພຣະ​ເນດຂອງພຣະຢາເວແກ່ມະນຸດຊາດ ແລະ ເຜົ່າພັນຂອງ​ອິດສະຣາເອນ​ທັງ​ໝົດດ້ວຍ. 2 ນີ້ຄືຄຳປະກາດກ່ຽວກັບ​ຮຳ­ມາດ ຊຶ່ງ​ມີ​ເຂດ­ແດນ​ຕິດ​ກັນກັບດາມັສກັດ ແລະກ່ຽວກັບເມືອງຕີ­ເຣ​ແລະ​ຊີ­ໂດນ, ເຖິງ­ແມ່ນ­ພວກເຂົາຈະ​ສະ­ຫລາດ​ກໍ​ຕາມ. 3 ເມືອງ​ຕີ­ເຣ​ໄດ້​ສ້າງ​ກຳແພງເມືອງທີ່ແຂງແຮງ​ສຳ­ລັບ​ຕົນເອງ ແລະ​ສະ­ສົມ​ເງິນ​ໄວ້​ເປັນ​ກອງ​ຄື​ກອງ​ຂີ້­ຝຸ່ນ ແລະ​ຄຳ​ບໍ­ລິ­ສຸດ​ຄື​ຂີ້­ຕົມ​ຕາມ​ຖະ­ໜົນ​ທັງຫລາຍ. 4 ແຕ່​ເບິ່ງ​ແມ ອົງ­ພຣະຢາເວຈະຢືດ​ຊັບ­ສິນ​ຂອງເຂົາ ແລະທຳລາຍຄວາມເຂັ້ມແຂງຂອງເຂົາ​ລົງ​ໄປ​ໃນ​ນ້ຳ​ທະ­ເລ, ດັ່ງນັ້ນເມືອງນີ້ຈະຖືກເຜົາຜານດ້ວຍໄຟ. 5 ຈະ​ເຫັນ​ ແລະ​ມີ​ຄວາມ​ຢ້ານ! ເມືອງ​ຄາ­ຊາ​ຈະສັ່ນສະທ້ານເປັນຢ່າງຍິ່ງ! ຄວາມຫວັງຂອງ​ເມືອງ​ເອັກ­ໂຣນ​ ຈະລົ້ມສະລາຍ! ກະ­ສັດ​ຈາກ​ເມືອງ​ຄາ­ຊາ ຈະ​ພິ­ນາດ​ລົງ ແລະ​ເມືອງ​ອາ­ຊະ­ກາ­ໂລນ​ຈະ​ບໍ່­ມີ​ຄົນ​ອາ­ໄສ​ຢູ່. 6 ຄົນແປກຫນ້າ ຈະໃຊ້​ເມືອງ​ອາ­ຊະ­ໂດດເປັນບ້ານຂອງພວກເຂົາ ແລະເຮົາ​ຈະ​ທຳ­ລາຍ​ຄວາມ​ຈອງ­ຫອງ​ຂອງ​ຄົນ​ຟີ­ລິດ­ສະ­ຕີນ. 7 ເພາະເຮົາ​ຈະ​ເອົາ​ເລືອດ​ຂອງ​ພວກ­ເຂົາ​ອອກ​ມາ​ຈາກ​ປາກ​ຂອງ​ພວກ­ເຂົາທັງຫລາຍ ແລະ​ເອົາ​ສິ່ງ​ເປື້ອນ­ເປິ​ອອກ​ໄປ​ຈາກ​ຫວ່າງ​ແຂ້ວ​ຂອງ​ພວກ­ເຂົາ. ຈາກນັ້ນພວກເຂົາຈະກາຍເປັນ​ຜູ້​ທີ່​ຈະ​ເຫລືອ​ຢູ່ນັ້ນສຳລັບພະ­ເຈົ້າ​ຂອງ​ພວກ­ເຮົາ​ເໝືອນຕະກຸນຫນຶ່ງ​ໃນ​ຢູ­ດາ ແລະ​ເອັກ­ໂຣນ​ຈະ​ກາຍເປັນເຫນືອນກັນ​ກັບ​ຄົນ​ເຢ­ບຸດ. 8 ເຮົາ​ຈະ​ຕັ້ງ­ຄ້າຍ​ຢູ່​ຂ້າງ​ພຣະ­ວິ­ຫານ​ຂອງ​ເຮົາ ຕໍ່ສູ້ກອງທັບຂອງສັດຕູ ດັ່ງນັ້ນຈຶ່ງບໍ່ມີໃຜສາມາດຜ່ານເຂົ້າໄປ ຫລືກັບອອກມາເພາະະ​ບໍ່​ໃຫ້​ຜູ້­ໃດ​ມາ​ບີບ​ບັງ­ຄັບ​ຂົ່ມ­ເຫງ​ພວກ­ເຂົາ​ໄດ້ອີກຕໍ່ໄປ. ເພາະ​ບັດນີ້​ເຮົາເບິ່ງແຍງດິນແດນຂອງເຮົາດ້ວນດວງຕາຂອງເຮົາເອງ​! 9 ລູກ­ສາວ​ຊີ­ໂອນ​ເອີຍ! ຈົ່ງ​ຊື່ນ­ບານດ້ວຍຄວາມຊຶ່ນຊົມຍິນດີຢ່າງຍິ່ງ, ລູກ­ສາວ​ແຫ່ງ​ເຢ­ຣູ­ຊາ­ເລັມ​ເອີຍ! ຈົ່ງ​ໂຫ່­ຮ້ອງດ້ວຍຄວາມສຸກ! ເບິ່ງ​ແມ ກະ­ສັດ​ຂອງ​ເຈົ້າ​ກຳລັງສະ­ເດັດ​ມາ​ຫາພວກ​ເຈົ້າ​ແລ້ວດ້ວຍ​ຄວາມ­ຍຸດ­ຕິ­ທຳ ແລະ​ກຳລັງຈະຊ່ວຍພວກເຈົ້າ.ພຣະອົງຊົງ​ຖ່ອມໃຈ ແລະກຳລັງປະທັບເທິງຫລັງ​ລາ, ເທິງຫລັງລາໂຕຫນຶ່ງ. 10 ຈາກນັ້ນເຮົາ​ຈະ​ທຳ­ລາຍ​ລົດມ້າ­ຮົບ​ທີ່​ມາ​ຈາກ​ເອຟຣາຢິມ ແລະ​ມ້າ​ຈາກ​ເຢ­ຣູ­ຊາ­ເລັມ ແລະທະ­ນູ​ທີ່ມາຈາກສົງ­ຄາມ,​ ເພາະ​ພຣະ­ອົງ​ຈະ​ປະ­ກາດ​ສັນ­ຕິ­ສຸກ​ແກ່​ບັນດາປະຊາ­ຊາດ ແລະ​ການປົກ​ຄອງ​ຂອງພຣະອົງ ຈະເລີ້ມຈາກ​ທະ­ເລ​ນີ້​ໄປ​ເຖິງ​ທະ­ເລ​ນັ້ນ ແລະ​ຈາກ​ແມ່­ນ້ຳ​ນັ້ນ​ໄປ​ເຖິງ​ສຸດ​ປາຍ​ແຜ່ນ­ດິນ­ໂລກ. 11 ສຳລັບພວກ​ເຈົ້າ​ກໍ​ເໝືອນ​ກັນ, ດ້ວຍ​ເລືອດ​ແຫ່ງ​ຄຳ­ໝັ້ນ­ສັນ­ຍາ​ຂອງ​ເຮົາກັບພວກເຈົ້າ, ເຮົາຈະ​ປົດ​ປ່ອຍ​ພວກ​ນັກ­ໂທດ​ອອກ​ໄປ​ຈາກ​ຂຸມ​ທີ່​ບໍ່­ມີ​ນ້ຳ. 12 ພວກ​ນັກ­ໂທດແຫ່ງຄວາມຫວັງ​ເອີຍ,ຈົ່ງ​ກັບ​ໄປກຳແພງເມືອງ​ທີ່​ເຂັ້ມ­ແຂງ! ໃນ​ວັນ​ນີ້​ເຮົາກຳລັງ​ປະ­ກາດ​ວ່າ ເຮົາ​ຈະຊົດໃຊ້ເປັນເວລາສອງເທົ່າແກ່ພວກເຈົ້າ.​ 13 ເພາະ​ເຮົາ​ໄດ້​ໂກງ​ຢູ­ດາ​ ເຫນືອນກັບຄັນທະນູຂອງເຮົາ, ເຮົາ​ໄດ້​ເຕີມຄວາມສັ່ນຂອງເຮົາດ້ວຍ​ເອຟຣາຢິມ. ເຮົາໄດ້ປຸກລູກ​ຊາຍທັງຫລາຍຂອງພວກເຈົ້າຄືຊີ­ໂອນ, ​ຕໍ່­ສູ້​ກັບ​ລູກ­ຊາຍ​ທັງ­ຫລາຍ, ຄື ກຣີກ​, ແລະເຮັດໃຫ້ພວກເຈົ້າຄືຊີ­ໂອນ, ເປັນ​ຄື​ດາບ​ນັກຮົບ! 14 ພຣະຢາເວ ຈະປະກົດແກ່ພວກເຂົາ ແລະ​ລູກ​ທະ­ນູ​ຂອງ​ພຣະ­ອົງ​ຈະ​ຖືກຍິງອອກ​ໄປ​ເໝືອນ​ດັ່ງ​ຟ້າ­ແມບ! ເພາະ­ພຣະອົງພຣະຢາເວຂອງຂ້ານ້ອຍ. ພຣະຢາເວ​ຈະ​ເປົ່າ​ແກທອງເຫລືອງ ແລະຊົງໄປຂ້າງຫນ້າດ້ວຍພາຍຸຈາກເທມານ. 15 ພຣະ­ຢາເວຈອມໂຍທາ​ຈະ​ປົກ­ປ້ອງ​ຮັກ­ສາ​ພວກ­ເຂົາ​ໄວ້ ແລະ​ພວກ­ເຂົາ​ທັງ­ຫລາຍ​ຈະ​ເຜົາຜານພວກເຂົາ ​ແລະ​ເອົາຊະນະພວກກ້ອນຫີນຂອງສະຫລີງທັງຫມົດ. ຈາກນັ້ນພວກເຂົາ​ຈະ​ດື່ມ​​ເ ແລະ​ໂຫ່ຮ້ອງເຫນືອນຄົນເມົາຫລົ້າ​ອະ­ງຸ່ນ, ແລະພວກເຂົາຈະຖືກ​ເຕັມ​ເໝືອນເຫລົ້າອະງຸ່ນ ເຫນືອນຖ້ວຍທັງຫລາຍ, ເຫນືອນກັບມຸມແຈທັງຫລາຍຂອງ​ແທ່ນ​ບູ­ຊາ. 16 ດັ່ງນັ້ນພຣະຢາເວ ພຣະ­ເຈົ້າ​ຂອງ​ພວກ­ເຂົາ​ຈະ​ຊ່ວຍ​ພວກ­ເຂົາ ໃນວັນນັ້ນ; ​ພວກ­ເຂົາ​ຈະເປັນປະຊາຊົນ​ຂອງ​ພຣະ­ອົງ​ເຫນືອນຝູງສັດ. ພວກ­ເຂົາ​ຈະ​ເປັນ​ເໝືອນ​ດັ່ງ​ແກ້ວ​ເພັດ ຊຶ່ງ​ຕິດ​ຢູ່­ໃນ​ມົງ­ກຸດ​ທີ່​ສ່ອງ­ແສງ​ໃນ​ແຜ່ນ­ດິນ​ຂອງ​ພຣະ­ອົງ. 17 ພວກເຂົາຊ່າງດີ ແລະງົດງາມ! ​ຄົນ​ໜຸ່ມທັງຫລາຍ​ຈະ­ເລີນ​ເຕີບ​ໃຫຍ່ງອກງາມດ້ວຍເມັດເຂົ້າ ແລະ​ຍິງ­ສາວ​ຈະ­ເລີນງອກງາມດ້ວຍເຫລົ້ານ້ຳ​ອະ­ງຸ່ນ.

ບົດທີ 10 10

1 ຈົ່ງທູນ​ຂໍຝົນ​ຈາກ​ພຣະ­ຢາເວ ​ໃນ​ຍາມ​ຝົນ​ທ້າຍ​ລະ­ດູ -ພຣະຢາເວ​ຈະ­ໃຫ້​ເກີດພາຍຸຝົນຄະນອງ- ແລະ​ພຣະ­ອົງ​ຈະ­ປະ­ທານ​ຫ່າ​ຝົນໃຫ້​ແກ່​ທຸກ​ຄົນ ແລະພືດຜັກໃນທົ່ງນາ. 2 ສຳລັບ​ຮູບ​ເຄົາ­ລົບ​ປະ­ຈຳ​ເຮືອນທັງຫລາຍທີ່​ເວົ້າ​ບໍ່­ຈິງ; ແລະ​ພວກ​ໝໍ­ດູ​ກໍ​ເຫັນ​ນິ­ມິດ​ບໍ່​ຈິງ; ໄດ້​ເລົ່າ​ຄວາມ​ຝັນ​ບໍ່​ຈິງ ແລະ​ໃຫ້​ຄຳ​ເລົ້າ​ໂລມ​ໃຈ​ອັບ​ປະ­ໂຫຍດ, ເພາະ­ສະ­ນັ້ນ ພວກ­ເຂົາ​ໄດ້​ປົບ​ໜີ​ເໝືອນ​ກັບ​ຝູງ​ແກະທີ່ບໍ່ມີຈຸດຫມາຍ​ທີ່​ຖືກ​ຂົ່ມ­ເຫງ ແລະ​ທຸກຍາກລຳບາກເພາະບໍ່­ມີ​ຜູ້​ລ້ຽງ. 3 ຄວາມ​ຮ້າຍ​ຂອງ​ເຮົາ​ເຜົາຜານ​ພວກ​ຜູ້​ລ້ຽງ​ແກະ; ມັນເປັນແກະຕົວຜູ້ຄື-ພວກຜູ້ນຳ-ທີ່ເຮົາ​ຈະ​ລົງ­ໂທດ. ​ພຣະຢາເວຈອມໂຍທາຈະຢູ່ກັບ​ຝູງ​ແກະ​ຂອງ​ພຣະ­ອົງ ​ຄື​ເຊື້ອ­ສາຍ​ຢູ­ດາ ແລະ​ເຮັດໃຫ້​ພວກ­ເຂົາ ເປັນ​ເຫນືອນມ້າຮົບຂອງພຣະ­ອົງ​ໃນ​ສົງ­ຄາມ! 4 ຫົວຫິນມຸມມາ​ຈາກ​ພວກເຂົາ; ເຂັມມູດເຕັນຈະມາຈາກພວກເຂົາ; ທະນູສົງຄາມຈະມາຈາກພວກເຂົາ; ບັນດາຜູ້ປົກຄອງ​ຈະມາ​ລວມຕົວກັນມາຈາກພວກເຂົ້າ. 5 ພວກເຂົາຈະເປັນເຫນືອນນັກຮົບທັງຫລາຍ ຜູ້ຊຶ່ງ​ຢຽບ­ຢ່ຳສັດຕູທັງຫລາຍຂອງພວກເຂົາໃນຂີ້­ຕົມ​ຕາມ​ຖະ­ໜົນ​; ໃນສົງຄາມ ​ພວກ­ເຂົາ​ຈະ​ສູ້­ຮົບ ເພາະ​ພຣະ­ຢາເວ​ສະ­ຖິດ​ຢູ່​ກັບຄົນເຫລົ່ານັ້ນ, ແລະ​ຄົນ­ທີ່​ຂີ່​ມ້າ​ຮົບທັງຫລາຍຈະ​ອັບອາຍ. 6 ເຮົາ​ຈະເສີມກຳລັງ­ໃຫ້​ເຊື້ອ­ສາຍ​ຂອງ​ຢູ­ດາ​ ແລະ​ເຮົາ​ຈະ​ຊ່ວຍປົກປ້ອງ​ເຊື້ອ­ສາຍ​ຂອງ​ໂຢ­ເຊັບ​ໃຫ້​ລອດ­ພົ້ນ ແລະ​ເຮົາ​ຈະ​ນຳ​ພວກ­ເຂົາ​ຄືນ​ມາ​ອີກສູ່ສະພາບເດີມ ແລະເມດຕາພວກເຂົາ. ເຖິງແມ້ວ່າ ພວກເຂົາຈະເປັນເຊັ່ນນັ້ນ ເຮົາກໍບໍ່ໄດ້ຖີ້ມພວກເຂົາອອກໄປ, ເພາະ​ເຮົາ​​ຄື​ພຣະ­ຢາເວ ພຣະ­ເຈົ້າ​ຂອງ​ພວກ­ເຂົາ, ເຮົາ​ຈະ​ຟັງ​ຄຳ​ອ້ອນ­ວອນ​ຂອງ​ພວກ­ເຂົາ. 7 ແລະ​ຈິດ­ໃຈ​ຂອງ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຊົມ­ຊື່ນ­ຍິນ­ດີ​ເໝືອນ​ໄດ້​ດື່ມ­ເຫລົ້າ​ອະ­ງຸ່ນ; ພວກ­ລູກ­ຫລານ​ຂອງ​ພວກ­ເຂົາ​ຈະ​ໄດ້​ເຫັນ ແລະ​ຊົມ­ຊື່ນ­ຍິນ­ດີ. ແລະ​ຈິດ­ໃຈ​ຂອງ​ພວກ­ເຂົາ​ຈະ​ຍິນ­ດີ​ລົ້ນ​ເຫລືອ​ໃນ​ເຮົາ. 8 ເຮົາ​ຈະ​ຜິວ​ປາກ​ຮ້ອງ​ເອີ້ນ​ພວກ­ເຂົາ ແລະ​ຮວບ­ຮວມ​ພວກ­ເຂົາ​ໄວ້, ເພາະ​ພວກເຮົາຈະຍິ່ງໃຫ່ຍເຫນືອນທີ່ພວກເຂົາເຄີຍເປັນມາກອ່ນ. 9 ເຮົາ​ໄດ້​ຫວ່ານ​ພວກ­ເຂົາ​ໄປ​ທ່າມ­ກາງປະຊາຊົນທັງຫລາຍ, ແຕ່​ພວກ­ເຂົາ​ຈະ​ລະ­ນຶກ​ເຖິງ​ເຮົາ​ໃນ​ບັນ­ດາ​ປະ­ເທດ​ທີ່​ຫ່າງ​ໄກທັງຫລາຍ​ນັ້ນ, ດັ່ງນັ້ນ ພວກ­ເຂົາ​ ແລະລູກຫລານທັງຫລາຍຂອງພວກເຂົາ ຈະ​ດຳ­ລົງ​ຊີ­ວິດ​ຢູ່​ ແລະຈະ​ກັບ​ຄືນ​ມາ. 10 ພວກເຮົາ​ຈະ​ເຮັດໃຫ້​ພວກ­ເຂົາ​ມາ​ສູ່ສະພາບເດີມຈາກແຜ່ນດິນ​ເອ­ຢິບ ແລະ​ຈະ​ຮວບ­ຮວມ​ພວກ­ເຂົາ​ມາ​ຈາກ​ປະ­ເທດ​ອັດ­ຊີ­ເຣຍ. ແລະ​ເຮົາ​ຈະ​ນຳ​ພວກ­ເຂົາ​ມາ​ເຖິງ​ແຜ່ນ­ດິນ​ກິ­ເລ­ອາດ ແລະ​ພູ​ເລ­ບາ­ນອນ ​ຈົນກວ່າບ່ອນນັ້ນ​ຈະ​ບໍ່­ມີ​ບ່ອນ​ໃຫ້​ພວກ­ເຂົາ​ຢູ່. 11 ເຮົາຈະຜ່ານ​ຂ້າມ​ທະ­ເລ​ແຫ່ງ​ຄວາມ­ທຸກຍາກ; ເຮົາຈະໂຈມຕີ​ຟອງ­ທະເລນັ້ນ ແລະ​ຈະເຮັດໃຫ້ທີ່ເລິກທັງຫລາຍຂອງແມ່ນໍ້ານີເລແຫ້ງ. ຄວາມມີອຳນາດ​ຂອງ​ອັດ­ຊີ­ເຣຍ​ຈະ​ຕົກ­ຕ່ຳ ແລະ​ໄມ້­ຄ້ອນ​ສຳ­ລັບ​ກະ­ສັດ​ຂອງ​ເອ­ຢິບ​ຈະ​ຖືກ​ຖອດ­ອອກ​ໄປ. 12 ເຮົາ​ຈະ​ເຮັດໃຫ້ພວກເຂົາເຂັ້ມແຂງ ດ້ວຍຕົວເຮົາເອງ, ແລະ​ພວກ­ເຂົາ​ຈະດຳເນີນຊີວິດໃນນາມຂອງເຮົາ-ນີ້ຄືຄຳປະກາດຂອງພຣະຢາເວ​.

ບົດທີ 11 11

1 ​ເລ­ບາ­ນອນ​ເອີຍ, ຈົ່ງ​ໄຂ​ບັນ­ດາ​ປະ­ຕູທັງຫລາຍ​ຂອງ​ພວກເຈົ້າ ເພື່ອ​ໄຟ​ຈະ​ໄດ້​ເຜົາ​ຜານ​ໄມ້​ແປກ​ທັງຫລາຍຂອງ​ພວກເຈົ້າ! 2 ຕົ້ນ­ໄມ້​ແປກ​ເອີຍ, ຈົ່ງ​ຮ້ອງ­ໄຫ້​ສາ ເພາະ​ໄມ້​ແປກໄດ້​ລົ້ມ­ລົງ​ແລ້ວ! ສິ່ງທີ່ສະງ່າງາມໄດ້ຖືກທຳລາຍລ້າງ! ຕົ້ນ​ໂອກ​ເມືອງ​ບາ­ຊານ​ເອີຍ ຈົ່ງ​ຮ້ອງ­ໄຫ້ ເພາະ​ປ່າ­ທຶບ​ໄດ້​ລົ້ມ­ລົງ​ໝົດ​ແລ້ວ. 3 ພວກ​ຜູ້​ລ້ຽງ​ແກະທັງຫລາຍ­ຮ້ອງ​ໄຫ້​ຂຶ້ນ ເພາະ​ວ່າກຽດ­ຕິ­ຍົດ​ຂອງ​ພວກ­ເຂົາ​ກໍ​ຖືກ​ທຳ­ລາຍ​ໄປ​ແລ້ວ! ສຽງຮ້ອງຄໍ່າຄວນຂອງ​ຝູງ​ສິງ​ໂຕໜຸ່ມ​, ເພາະຄວາມພາກພູມໃຈຂອງແມ່ນໍ້າຈໍແດນໄດ້​ຖືກ​ທຳ­ລາຍ​ແລ້ວ! 4 ນີ້ຄືສິ່ງທີ່ພຣະ­ຢາເວ ພຣະ­ເຈົ້າ​ຂອງ​ຂ້າ­ນ້ອຍຊົງກ່າວ​ວ່າ, “ ເຫນືອນຄົນ​ລ້ຽງ​ຝູງ​ແກະຄົນຫນຶ່ງ, ເຝົ້າເບິ່ງຝຸງແກະ ຊຶ່ງຈະຖືກຂ້າເປັນອາຫານ! 5 ( ຄົນທັງຫລາຍຜູ້ຊຶ່ງຊື້ພວກມັນແລະ​ຜູ້​ທີ່ຂ້າພວກມັນເປັນອາຫານ, ແລະບໍ່ໄດ້ລົງໂທດ, ແລະຄົນທັງຫລາຍທີ່ຂາຍ​ພວກມັນເວົ້າວ່າ, ‘ ສາທຸການແດ່​ພຣະ­ຢາເວ! ​ຂ້າ­ນ້ອຍ​ຮັ່ງ­ມີ​ແລ້ວ! ’ ເພາະ​ຜູ້​ລ້ຽງ​ແກະທັງຫລາຍເຮັດວຽກເພື່ອເຈົ້າຂອງທັງຫລາຍຂອງຝຸງແກະ ບໍ່ມີຄວາມສົງສານພວກມັນ.)​ 6 ເພາະເຮົາບໍ່ໄດ້ສົງສານບັນດາຄົນທີ່ອາໃສຂອງແຜ່ນດິນນັ້ນອີກຕໍ່ໄປ!-ນີ້ຄືຄຳປະກາດຂອງພຣະຢາເວ. ເບິ່ງ​ແມ! ຕົວເຮົາ​ເອງທີີ່ຈະ​ເຮັດ­ໃຫ້​ພວກ­ເຂົາທຸກຄົນຕົກຢູ່ໃນ​ມື​ຂອງເພື່ອນບ້ານຂອງພວກເຂົາ ແລະໃນ​ພະ­ຫັດ​ຂອງ​ກະ­ສັດ​ຂອງ​ພວກ­ເຂົາ ແລະພວກ­ເຂົາ​ຈະ​ທຳລາຍແຜ່ນ­ດິນ​ນີ້ ແລະ​ເຮົາ​ຈະ​ບໍ່​ຊ່ວຍ­ເຫລືອຈັກ​ຄົນ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ­ເຂົາ​ເລີຍ.” 7 ດັ່ງ­ນັ້ນ ຂ້າ­ພະ­ເຈົ້າ​​ໄດ້ກາຍເປັນຜູ້​ລ້ຽງ​ຝູງແກະທີ່ຖືກກຳນົດໃຫ້ຖືກ​ຂ້າເປັນອາຫານ, ເພາະຄົນເຫລົ່ານັ້ນຜູ້ຊຶ່ງໄດ້ຈັດການ​ຝູງ​ແກະ; ຂ້າ­ພະ­ເຈົ້າ​ໄດ້​ເອົາ​ໄມ້­ເທົ້າ​ສອງ​ອັນ, ອັນ​ໜຶ່ງ​ໃຫ້​ຊື່­ວ່າ "ພຣະ­ຄຸນ." ອີກ​ອັນ​ໜຶ່ງ ຂ້າ­ພະ­ເຈົ້າ​ໃຫ້​ຊື່­ວ່າ "​ເອກະ­ພາບ." ດ້ວຍວິທີ​ຂ້າ­ພະ­ເຈົ້າ​ໄດ້​ລ້ຽງ​ດູ​ຝູງ​ແກະ​ນັ້ນ. 8 ໃນເດືອນຫນຶ່ງ ຂ້າ­ພະ­ເຈົ້າ​ໄດ້​ທຳ­ລາຍ​ຜູ້​ລ້ຽງ​ແກະ​ສາມ​ຄົນ ​ແລະເພາະຂ້າພະເຈົ້າຫມົດຄວາມອົດທົນ ກັບພວກເຂົາ, ແລະພວກເຂົາ​ກຽດ­ຊັງ​ຂ້າ­ພະ­ເຈົ້າ​ເໝືອນ​ກັນ. 9 ຈາກນັ້ນຂ້າ­ພະ­ເຈົ້າ​ໄດ້​ບອກຕໍ່ເຈົ້າຂອງທັງຫລາຍ​ວ່າ “ຂ້າພະເຈົ້າ​ຈະ​ບໍ່​ເຮັດວຽກເປັນຄົນລ້ຽງແກະໃຫ້ທ່ານອີກຕໍ່ໄປ. ແກະທີ່-ກຳລັງຈະຕາຍ ໃຫ້ພວກມັນຖາມເທີ້ນ; ແກະນັ້ນກຳລັງຖືກທຳລາຍ -ໃຫ້ມັນຖືກທຳລາຍເທີ້ນ; ໃຫ້ແກະນັ້ນທີ່ຍັງເຫລືອຢູ່ກິນເນື້ອຂອງພວກມັນກັນເອງ.” 10 ດັ່ງນັ້ນ ຂ້າ­ພະ­ເຈົ້າໄດ້ນຳເອົາ​ໄມ້­ເທົ້າ​ທີ່​ຊື່ "ພຣະ­ຄຸນ" ​ນັ້ນ​ມາອອກ ແລະ​ຫັກມັນ ເພື່ອຫັກພັນທະສັນຍາທີ່ຂ້າພະເຈົ້າໄດ້ເຮັດກັບເຜົ່າທັງຫມົດ​ທັງ­ຫລາຍຂອງຂ້າພະເຈົ້າ. 11 ໃນວັນທິ່ພັນທະສັນຍາຖືກ​ຍົກ­ເລີກ​ ແລະຄົນເຫລົ່ານັ້ນທີ່ຈັດການຝຸງແກະ ແລະຜູ້ຊຶ່ງກຳລັງເຝົ້າເບິ່ງຂ້າພະເຈົ້າ ໄດ້ຮູ້ວ່າ​ພຣະຢາເວໄດ້ຊົງກ່າວແລ້ວ. 12 ແລ້ວ​ຂ້າ­ພະ­ເຈົ້າ​ໄດ້​ບອກ​ພວກ­ເຂົາ​ວ່າ, “ຖ້າ​ເບິ່ງເຫນືອນວ່າມັນດີຕໍ່ພວກທ່ານ, ຈົ່ງ​ເອົາ​ຄ່າ​ຈ້າງ​ຂອງຂ້າພະເຈົ້າ, ແຕ່ຖ້າບໍ່ແມ່ນ ກໍ​ບໍ່ຈ່າຍຄ່າຈ້າງຂ້າພະເຈົ້ານັ້ນ” ດັ່ງນັ້ນ​ພວກ­ເຂົາ​ກໍ­ໄດ້​ຈ່າຍເິງນຄ່າຈ້າງຂ້າພະເຈົ້າ-ຈຳນວນເງິນສາມ­ສິບ​ຫລຽນ. 13 ຈາກນັ້ນ​ພຣະຢາເວໄດ້ຊົງ​ຂ້າ­ພະ­ເຈົ້າ​ວ່າ, “ຈົ່ງສະສົມເງິນນັ້ນໄວ້ໃນຄັງ, ຄ່າຈ້າງທີ່ງົດງາມທິ່ພວກເຂົາປະເມີນຄ່າເຈົ້າ," ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ເອົເງິນສາມສີບຫລຽນ ແລະສະສົມມັນໄວ້ໃນຄັງໃນ​ພຣະ­ວິ­ຫານ​ຂອງ​ພຣະຢາເວ. 14 ຈາກນັ້ນ​ຂ້າ­ພະ­ເຈົ້າໄດ້​ຫັກ​ໄມ້­ເທົ້າ​ອັນ​ທີ​ສອງ​ທີ່​ຊື່ວ່າ" ເອກະພາບ" ເພື່ອຕັດຄວາມເປັນພີ່ນ້ອງລະຫວ່າງ​ຢູ­ດາ ແລະ​ອິດສະຣາເອນ. 15 ​ພຣະ­ຢາເວ​ໄດ້​ບອກ​ຂ້າ­ພະ­ເຈົ້າ​ວ່າ, “ອີກຄັ້ງຫນຶ່ງ, ຈົ່ງ​ຈັບ​ເຄື່ອງ­ໃຊ້​ຂອງ​ຜູ້​ລ້ຽງ​ແກະ​ໂງ່​ຈ້າ​ຂຶ້ນ​ມາເພື່ອເຈົ້າເອງ, 16 ເບິ່ງ​ແມ, ຈົງເບິ່ງເຮົາ​ຈະ​ຕັ້ງ​ຜູ້​ລ້ຽງ​ແກະ​ຜູ້​ໜຶ່ງ​ໃນ​ແຜ່ນ­ດິນ​ນີ້. ເຂົາ​ຈະ​ບໍ່ສົນໃຈຄວາມພິນາດຂອງແກະ. ເຂົາຈະບໍ່ສະແຫວງຫາແກະທີ່ກະຈັດກະຈາຍ​, ຫລື​ຈະ​ບໍ່ຮັກສາແກະພິການ. ເຂົາບໍ່ລ້ຽງແກະທີ່ແຂງແຮງ, ແຕ່ຈະກິນເນື້ອຂອງແກະອ້ວນພີ​ ແລະ​ຫັກ​ເລັບ­ຕີນ​ຂອງ​ແກະ​ນັ້ນ. 17 ວິ­ບັດ​ແກ່​ຜູ້​ລ້ຽງ​ແກະ​ທີ່​ອັບ​ປະ­ໂຫຍດ ຜູ້​ທີ່​ປະ​ຖິ້ມ​ຝູງ​ແກະນັ້ນມາຕໍ່ສູ້ກັບແຂນຂອງເຂົາ ແລະ​ຕາ​ຂວາ​ຂອງເຂົາ! ຂໍໃຫ້ແຂນຂອງເຂົາຫ່ຽວແຫ້ງ ແລະ​ຕາ​ເບື້ອງ​ຂວາ​ຂອງ​ເຂົາ­​ບອດ​ໄປ!”

ບົດທີ 12 12

1 ນີ້ຄືການປະກາດຖ້ອຍຄໍາຂອງພຣະຢາເວກ່ຽວກັບ​ອິດສະຣາເອນ-ຄຳປະກາດຂອງພຣະ­ຢາເວ, ຜູ້ຊຶ່ງຊົງຂຶງ​ທ້ອງ­ຟ້າ​ອອກ ແລະ​ວາງ​ຮາກ­ຖານຂອງແຜ່ນດິນ, ຜູ້ຊົງໃສ່​ຈິດ­ວິນ­ຍານຂອງ​ມະ­ນຸດຊາດໃວ້ໃນມະນຸດ, 2 “ເບິ່ງ​ແມ, ເຮົາ​ຈະ​ເຮັດ­ໃຫ້​ເມືອງ​ເຢ­ຣູ­ຊາ­ເລັມ​ເປັນ​ຈອກ​ແຫ່ງ​ຄວາມ​ມືນ​ເມົາ​ສຳ­ລັບ​​ປະຊາຊົນ​ທັງ­ຫລາຍ​ທີ່­ຢູ່​ອ້ອມ­ຮອບໆ. ແລະ​ຈອກ​ນັ້ນ​ ເພື່ອເຮັດໃຫ້ພວກເຂົາຍ່າງໂຊເຊ, ມັນຈະເປັນເຊັ່ນດຽວກັນສຳລັບ​ຢູ­ດາ​ເໝືອນ​ດັ່ງການຖືກ​ປິດ​ອ້ອມ​ນະຄອນເຢ­ຣູ­ຊາ­ເລັມ​. 3 ໃນ​ວັນ​ນັ້ນ, ເຮົາ​ຈະ​ເຮັດ­ໃຫ້​ເຢ­ຣູ­ຊາ­ເລັມ​ເປັນ​ຫີນ​ໜັກສຳລັບປະຊາຊົນທັງຫມົດ. ໃຜກໍຕາມທີ່​ພະ­ຍາ­ຍາມ​ຍົກ​ຫີນ​ນັ້ນ​ຂຶ້ນ ​ຈະ​ເຮັດ­ໃຫ້​ຕົວ​ເອງ​ບາດ­ເຈັບ​ຢ່າງ​ສາ­ຫັດ ແລະ​ບັນດາປະຊາຊາດແຫ່ງແຜ່ນດິນໂລກ ຈະລວມຕົວກັນຕໍ່ສູ້ເມືອງນັ້ນ. 4 ນີ້ຄືຄຳປະກາດຂອງພຣະຢາເວ ໃນວັນນັ້ນ- ເຮົາ​ຈະໂຈມຕີມ້າທຸກໂຕດ້ວຍຄວາມສະຍອງຂັວນ ແລະຜູ້​ຂີ່​ມ້າ​ທຸກຄົນດ້ວຍຄວາມ​ບ້າ​ປ່ວງ​ໄປ. ເຮົາ​ຈະ​ມືນ​ຕາ​ເບິ່ງ​ເຊື້ອ­ສາຍ​ຢູ­ດາ ແລະ​ເຮົາ​ຈະ​ໂຈມຕີ​ມ້າ​ທຸກ​ໂຕ​ຂອງສັດຕູ​ຕາ­ບອດ​ໄປ. 5 ຈາກນັ້ນຜູ້ນຳທັງຫລາຍຂອງ​ຢູ­ດາ​ຈະ​ຄິດ​ໃນ​ໃຈຂອງພວກເຂົາາທັງຫລາຍ​ວ່າ ‘ຄົນທັງຫລາຍຜູ້ອາໃສຢູ່ນະຄອນ​ເຢ­ຣູ­ຊາ­ເລັມ​ ຄື​ກຳ­ລັງ​ຂອງພວກ​ເຮົາ ເພາະວ່າ​ພຣະຢາເວຈອມໂຍທາ ຄືພຣະເຈົ້າຂອງ­​ພວກ­ເຂົາ’ 6 ໃນວັນນັ້ນ ເຮົາຈະເຮັດໃຫ້ຜູ້ນຳ​ຂອງ​ຢູ­ດາ​ທັງຫລາຍ ເປັນເຫນືອນຫມໍ້ໄຟທ່າມກາງໄມ້ ແລະເຫນືອນໂຄມໄຟທ່າມກາງຕົ້ນເຂົ້າທີ່ຢຶນຢູ່ ເພາະພວກເຂົາຈະກຶນກະນປະຊາຊົນທັງຫລາຍທີ່ຢູ່ຮອບໆ ທາງດ້ານຂວາ ແລະທາງດ້ານຊ້າຍຂຶງພວກເຂົາ. ນະຄອນຊາວ​ເຢ­ຣູ­ຊາ­ເລັມ​ຈະ​ຢູ່ທີ່ຂອງ​ເຮົາອີກຄັ້ງ.’ 7 ​ພຣະ­ຢາເວຈະຮັກສາເຕັນຂອງຢູດາ​ກ່ອນ, ເພື່ອ​ວ່າ​ສະ­ຫງ່າ­ລາ­ສີ​ຂອງ​ເຊື້ອ­ສາຍ​ດາ­ວິດ ແລະ​ກຽດຕິຍຸດເຫລົ່ານັ້ນຜູ້ອາໃສໃນນະຄອນ​ເຢ­ຣູ­ຊາ­ເລັມ​ຈະ​ບໍ່​ໄດ້ຍິ່ງໃຫ່ຍໄປກວ່າຄົນທີ່ເຫລືອ​ຢູ­ດາ. 8 ໃນ​ວັນ​ນັ້ນ​ພຣະ­ຢາເວຈະ​ປົກ­ປ້ອງ​ຊາວ­ເມືອງ​ເຢ­ຣູ­ຊາ­ເລັມ, ແລະ​ໃນວັນນັ້ນ ຄົນເຫລົ່ານັ້ນ ທີ່ອ່ອນກຳລັງທ່າມກາງຂອງພວກເຂົາ​ ຈະ​ເປັນ​ເໝືອນ​ດາ­ວິດ, ໃນຂະນະທີ່ເຊື້ອສາຍຂອງດາວິດ, ຈະເປັນເຫນືອນພຣະເຈົ້າ ເຫນືອນເທວະດາຂອງພຣະຢາເວຢູ່ຂ້າງຫນ້າພວກເຂົາ. 9 ຕໍ່​ມາ​ໃນ​ວັນ​ນັ້ນ ເຮົາ​ຈະເລີ້ມຕົ້ນ​ທຳ­ລາຍບັນດາປະຊາຊາດ​ທັງ​ໝົດ​ທີ່​ມາ​ຕໍ່­ສູ້ນະຄອນ​ເຢ­ຣູ­ຊາ­ເລັມ. 10 ແຕ່ເຮົາ​ຈະ​ຖອກເທພຣະ​ວິນ­ຍານ​ແຫ່ງຄວາມສົງສານ ແລະ​ຄຳ​ອ້ອນ­ວອນ​ເທິງ​ເຊື້ອ­ສາຍ​ດາ­ວິດ ແລະ​ຄົນທັງຫລາຍທີ່ອາໃສຢູ່​ເຢ­ຣູ­ຊາ­ເລັມ, ດັ່ງນັ້ນ ພວກເຂົາ​ຈະ​ເຫັນ​ເຮົາ ​ຜູ້ດຽວທີ່ພວກເຂົາໄດ້ແນມຜ່ານ. ​ພວກ­ເຂົາ​ຈຶ່ງ​ຈະໂສກເສົ້າເສຍໃຈ ເພື່ອເຮົາ ເຫນືອນຜູ້ທີ່ໂສກເສົ້າເສຍໃຈ​​ໃຫ້​ແກ່​ລູກ­ຊາຍ​ຄົນ​ດຽວ​ຂອງ­ຕົນ; ພວກເຂົາຈະໄວ້ທຸກໂສກເສົ້າເສຍໃຈຢ່າງຂົ່ມຂື່ນ; ສຳລັບພວກເຂົາເຫນືອນຄົນເຫລົ່ານັ້ນ ຜູ້ທີ່ໂສກເສົ້າເສຍໃຈເຖິງການຕາຍຂອງລູກຊາຍກົກຂອງຕົນ. 11 ໃນ​ວັນ​ນັ້ນ ຜູ້ໂສກເສົ້າເສຍໃຈ​ໃນ​ເຢ­ຣູ­ຊາ­ເລັມ​ຈະ​ເປັນ​ເໝືອນ​ຜູ້ໂສກເສົ້າເສຍໃຈທີ່​ຮາ­ດັດ ­ຣິມ­ໂມນ ​ທີ່​ທົ່ງ­ພຽງ​ເມ­ກິດ­ໂດ. 12 ແຜ່ນ­ດິນ​ນັ້ນ, ຈະໂສກເສົ້າເສຍໃຈແຕ່ລະຕະກູນ ແຍກອອກຈາກຕະກູນຕ່າງໆ. ຕະກູນຂອງເຊື້ອສາຍເດວິດຈະຖືກແຍກ ແລະ​ບັນ­ດາ​ເມຍ​ຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ. ຕະກູນຂອງເຊື້ອສາຍ​ນາ­ທານຈະຖືກແຍກອອກ ແລະບັນດາເມາຍທັງຫລາຍຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ.​ 13 ຕະກູນຂອງເຊື້ອຍສາຍ​ເລ­ວີ​ຈະຖືກແຍກ ແລະ​ບັນ­ດາ​ເມຍ​ຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ. ຕະກູນຂອງເຊື້ອສາຍຊິ­ເມ­ອີ​ຈະຖືກແຍກ ແລະ​ບັນ­ດາ​ເມຍ​ຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ. 14 ທຸກຕະກູນຂອງຕະກູນຕ່າງໆ ທີ່ເຫລືອຢູ່- ແຕ່ລະຕະກູນຈະຖືກແຍກ ແລະ​ບັນ­ດາ​ເມຍ​ຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ.”

ບົດທີ 13 13

1 “ໃນ​ວັນ​ນັ້ນນ້ຳ­ພຸຈະ​ພຸ່ງ­ຂຶ້ນ​ສຳ­ລັບ​ຄອບ­ຄົວ​ຂອງ​ດາ­ວິດ ແລະ​ຊາວ​ເຢ­ຣູ­ຊາ­ເລັມ, ເພາະຄວາມບາບ ແລະ​ຄວາມ​ຊົ່ວ­ຮ້າຍຂອງພວກເຂົາ. 2 ພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ຈັກ­ກະ­ວານ​ກ່າວ​ວ່າ “ຕໍ່​ມາ​ໃນ​ວັນ​ນັ້ນ ເຮົາ​ຈະ​ຕັດ​ຊື່​ຂອງ​ບັນ­ດາ​ຮູບ​ເຄົາ­ລົບ​ໃຫ້​ໜີ​ຈາກ​ແຜ່ນ­ດິນ ແລະ​ພວກ­ເຂົາ​ຈະ​ບໍ່​ຈື່​ຈຳ​ຊື່​ນັ້ນ​ອີກ​ຕໍ່­ໄປ ເຮົາ​ຈະ​ໄລ່​ຜູ້­ປະ­ກາດ­ພຣະ­ທຳ ແລະ​ວິນ­ຍານ​ທີ່​ຊົ່ວ­ຮ້າຍ​ອອກ​ໄປ​ຈາກ​ແຜ່ນ­ດິນ 3 ຕໍ່​ມາ ຖ້າ​ມີ​ຜູ້​ໜຶ່ງ​ຜູ້­ໃດ​ທຳ­ນວາຍ​ຢູ່ ພໍ່​ແມ່​ຜູ້​ໃຫ້​ກຳ­ເນີດ​ຈະ​ບອກ​ລາວ​ວ່າ ‘ເຈົ້າ​ຈະ​ບໍ່​ມີ­ຊີ­ວິດ​ຢູ່​ເພາະ​ເຈົ້າ​ເວົ້າ​ຂີ້­ຕົວະ​ໃນ​ພຣະ­ນາມ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ’ ພໍ່​ແມ່​ຜູ້​ໃຫ້​ກຳ­ເນີດ​ລາວ​ມາ​ຈະ​ແທງ​ລາວ​ໃຫ້​ຊອດ​ຖ້າ​ລາວ​ທຳ­ນວາຍ​ຢ່າງ​ນັ້ນ 4 5 6 ຕໍ່​ມາ​ໃນ​ວັນ​ນັ້ນ ພວກ​ຜູ້​ທຳ­ນວາຍ​ທຸກ​ຄົນ​ຈະ​ມີ​ຄວາມ​ອັບ­ອາຍ ເພາະ​ນິ­ມິດ​ຂອງ​ເຂົາ​ເອງ ເມື່ອ​ພວກ­ເຂົາ​ທຳ­ນວາຍ ພວກ­ເຂົາ​ຈະ​ບໍ່​ນຸ່ງ​ເສື້ອ​ຊັ້ນ​ນອກ​ທີ່​ເປັນ​ຂົນ​ສັດ 5 ແຕ່​ພວກ­ເຂົາ​ຈະ​ເວົ້າ​ວ່າ ‘ຂ້າ­ພະ­ເຈົ້າ​ບໍ່​ແມ່ນ​ຜູ້​ທຳ­ນວາຍ ຂ້າ­ພະ­ເຈົ້າ​ເປັນ​ຊາວ­ນາ ເພາະ­ວ່າ​ເຂົາ​ໄດ້​ຊື້​ຂ້າ­ພະ­ເຈົ້າ​ມາ​ເປັນ​ທາດ​ຕັ້ງ­ແຕ່​ຍັງ​ໜຸ່ມໆ 6 ແລ້ວ​ພວກ­ເຂົາ​ຈະ​ຖາມ​ເພິ່ນ​ວ່າ ‘ເປັນ­ຫຍັງ​ມື​ຂອງ​ທ່ານ​ຈຶ່ງ​ເປັນ​ບາດ’ ເພິ່ນ​ຕອບ​ວ່າ ‘ຂ້າ­ພະ­ເຈົ້າ​ໄດ້​ເປັນ​ບາດ​ໃນ​ເຮືອນ​ຂອງ​ພວກ​ເພື່ອນ​ຂອງ​ຂ້າ­ພະ­ເຈົ້າ’” 7 ພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ຈັກ­ກະ­ວານ​ກ່າວ​ວ່າ “ດາບ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ຕໍ່­ສູ້​ພວກ​ຜູ້​ລ້ຽງ​ແກະ​ຂອງ​ເຮົາ​ຈົ່ງ​ຕໍ່­ສູ້​ຜູ້​ທີ່​ເປັນ​ເພື່ອນ​ມິດ​ຂອງ​ເຮົາ ຈົ່ງ​ຕີ​ຜູ້​ລ້ຽງ​ແກະ ແລະ​ຝູງ​ແກະ​ນັ້ນ​ຈະ​ກະ­ຈັດ­ກະ­ຈາຍ​ໄປ ເຮົາ​ຈະ​ກຳ­ມື​ຂອງ​ເຮົາ​ເທິງ​ບັນ­ດາ​ແກະ​ໂຕ​ນ້ອຍໆ” 8 9 ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ວ່າ ຢູ່​ມາ​ທົ່ວ​ທັງ​ແຜ່ນ­ດິນ​ນີ້​ຈະ​ຕ້ອງ​ຈິບ­ຫາຍ​ພິ­ນາດ​ໄປ​ສອງ​ສ່ວນ ແຕ່​ໜຶ່ງ​ສ່ວນ​ສາມ​ຈະ​ຍັງ​ເຫລືອ​ຢູ່ 9 ເຮົາ​ຈະ​ເອົາ​ໜຶ່ງ​ສ່ວນ​ສາມ​ນີ້​ໃສ່​ໃນ​ໄຟ ແລະ​ຈະ​ຊຳ­ລະ​ພວກ­ເຂົາ​ເໝືອນ​ຫລອມ​ເງິນ ແລະ​ເຮົາ​ຈະ​ລອງ​ເບິ່ງ​ພວກ­ເຂົາ​ເໝືອນ​ລອງ​ເບິ່ງ​ຄຳ ພວກ­ເຂົາ​ຈະ​ຮ້ອງ​ທູນ​ອອກ​ນາມ​ຂອງ​ເຮົາ ແລະ​ເຮົາ​ຈະ​ຕອບ​ພວກ­ເຂົາ ເຮົາ​ຈະ​ກ່າວ​ວ່າ ‘ພວກ​ນີ້​ແມ່ນ​ຊົນ­ຊາດ​ຂອງ​ເຮົາ’ ແລະ​ພວກ­ເຂົາ​ຈະ​ກ່າວ​ວ່າ ‘ພຣະ­ຜູ້­ເປັນ­ເຈົ້າ​ຄື​ພຣະ­ເຈົ້າ​ຂອງ​ຂ້າ­ພະ­ເຈົ້າ’”

ບົດທີ 13 14

1 2 ເບິ່ງ​ແມ ມີ​ວັນ​ໜຶ່ງ​ທີ່​ຈະ​ມາ​ສຳ­ລັບ​ພຣະ­ຜູ້­ເປັນ­ເຈົ້າ​ແລະ​ຊັບ­ສິນ​ຂອງ​ເຈົ້າ​ນັ້ນ ພວກ­ເຂົາ​ຈະ​ແບ່ງ​ກັນ​ໃນ​ທ່າມ­ກາງ​ເຈົ້າ 2 ເພາະ​ເຮົາ​ຈະ​ຮວບ­ຮວມ​ພວກ​ຕ່າງ­ຊາດ​ໃຫ້​ເຮັດ​ສົງ­ຄາມ​ຕໍ່­ສູ້​ກັບ​ເຢ­ຣູ­ຊາ­ເລັມ ແລະ​ພວກ­ເຂົາ​ຈະ​ຢຶດ​ເມືອງ​ນັ້ນ ແລະ​ປຸ້ນ​ເອົາ​ຊັບ​ໃນ​ເຮືອນ​ໄປ ທັງ​ຂົ່ມ­ຂືນ​ບັນ­ດາ​ຜູ້­ຍິງ ພົນ­ລະ­ເມືອງ​ເຄິ່ງ​ໜຶ່ງ​ຈະ​ໄປ​ເປັນ​ທາດ​ປະ­ຊາ­ຊົນ​ສ່ວນ​ທີ່​ເຫລືອ​ຢູ່​ຈະ​ບໍ່​ຖືກ​ຕັດ​ອອກ​ໄປ​ຈາກ​ເມືອງ 3 4 ແລ້ວ​ພຣະ­ຜູ້­ເປັນ­ເຈົ້າ​ຈະ​ສະ­ເດັດ​ອອກ​ໄປ​ຕໍ່­ສູ້​ກັບ​ປະ­ຊາ­ຊາດ​ເຫລົ່າ­ນັ້ນ ເໝືອນ​ດັ່ງ​ໃນ​ມື້​ທີ່​ພຣະ­ອົງ​ຕໍ່­ສູ້​ໃນ​ວັນ​ສົງ­ຄາມ 4 ໃນ​ມື້​ນັ້ນ ພຣະ­ບາດ​ຂອງ​ພຣະ­ອົງ​ຈະ​ຢືນ­ຢູ່​ທີ່​ພູ­ເຂົາ​ໝາກ­ກອກ­ເທດ ຊຶ່ງ​ຢູ່​ຕໍ່­ໜ້າ​ເມືອງ​ເຢ­ຣູ­ຊາ­ເລັມ​ທາງ​ທິດ­ຕາ­ເວັນ­ອອກ ແລະ​ພູ­ເຂົາ​ໝາກ­ກອກ­ເທດ​ນັ້ນ​ຈະ​ແຕກ​ແຫງ​ຢູ່​ເຄິ່ງ​ກາງ​ແຍກ​ອອກ​ເປັນ​ສອງ​ສ່ວນ​ຈາກ​ທິດ­ຕາ­ເວັນ­ອອກ ແລະ​ທິດ­ຕາ­ເວັນ­ຕົກ ຊຶ່ງ​ເປັນ​ຮ່ອມ​ທີ່​ກວ້າງ​ໃຫຍ່​ຫລາຍ ຮ່ອມ​ນັ້ນ​ຈະ​ແຍກ​ຢູ່​ເຄິ່ງ​ກາງ ພູ­ເຂົາ​ເຄິ່ງ​ໜຶ່ງ​ຈະ​ແຍກ​ໄປ​ທາງ​ເໜືອ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ແຍກ​ໄປ​ທາງ​ໃຕ້ 5 ແລະ​ທ່ານ​ທັງ­ຫລາຍ​ຈະ​ໜີ​ໄປ​ໃນ​ຮ່ອມ​ພູ­ເຂົາ​ທັງ​ສອງ​ຂອງ​ເຮົາ ເພາະ­ວ່າ​ຮ່ອມ​ກາງ​ພູ­ເຂົາ​ຈະ​ໄປ​ເຖິງ​ອາ­ເຊນ ແລະ​ທ່ານ​ທັງ­ຫລາຍ​ຈະ​ຕ້ອງ​ຫລົບ­ໜີ​ໄປ ເໝືອນ​ກັບ​ທີ່​ໄດ້​ປົບ​ໜີ​ເມື່ອ​ເກີດ​ແຜ່ນ­ດິນ­ໄຫວ​ໃນ​ສະ­ໄໝ​ອຸດ­ຊີ­ຢາ​ກະ­ສັດ​ແຫ່ງ​ຢູ­ດາ ແລ້ວ​ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ຂອງ​ຂ້າ­ພະ­ເຈົ້າ​ຈະ​ສະ­ເດັດ​ມາ​ພ້ອມ­ກັບ​ພວກ​ຜູ້​ບໍ­ລິ­ສຸດ​ທັງ­ຫລາຍ ຊຶ່ງ​ຈະ​ມາ​ພ້ອມ​ກັນ­ກັບ​ພຣະ­ອົງ 6 7 8 ຕໍ່​ມາ​ໃນ​ວັນ​ນັ້ນ ຈະ​ບໍ່­ມີ​ແສງ­ສະ­ຫວ່າງ ດວງ​ສະ­ຫວ່າງ​ທັງ­ຫລາຍ​ຈະ​ມືດ​ມົວ​ໄປ 7 ແຕ່​ຈະ​ເປັນ​ວັນ​ໜຶ່ງ​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ຮູ້­ຈັກ​ແລ້ວ ບໍ່​ແມ່ນ​ກາງ­ເວັນ ຫຼື​ກາງ­ຄືນ ແຕ່​ເມື່ອ​ຄ່ຳ​ມາ​ຈະ​ມີ​ແສງ­ສະ­ຫວ່າງ 8 ໃນ​ວັນ​ນັ້ນ ນ້ຳ​ແຫ່ງ​ຊີ­ວິດ​ຈະ​ໄຫລ​ອອກ­ຈາກ​ເຢ­ຣູ­ຊາ­ເລັມ ຊຶ່ງ​ເຄິ່ງ​ໜຶ່ງ​ໄຫລ​ໄປ​ສູ່​ນ້ຳ​ທະ­ເລ​ທິດ­ຕາ­ເວັນ­ອອກ ແລະ​ອີກ​ເຄິ່ງ​ໜຶ່ງ​ໄຫລ​ໄປ​ສູ່​ທະ­ເລ​ທິດ­ຕາ­ເວັນ­ຕົກ ນ້ຳ​ນັ້ນ​ຈະ​ໄຫລ​ໃນ​ລະ­ດູ­ຮ້ອນ ແລະ​ໃນ​ລະ­ດູ­ໜາວ 9 10 11 ພຣະ­ຜູ້­ເປັນ­ເຈົ້າ​ຈະ​ເປັນ​ພຣະ­ມະ­ຫາ­ກະ­ສັດ​ເທິງ­ແຜ່ນ­ດິນ­ໂລກ ໃນ​ວັນ​ນັ້ນ ພຣະ­ຜູ້­ເປັນ­ເຈົ້າ​ຈະ​ເປັນ​ພຣະ­ເຈົ້າ​ອົງ​ດຽວ ແລະ​ມີ​ພຣະ­ນາມ​ດຽວ 10 ແຜ່ນ­ດິນ​ທັງ​ໝົດ​ຈາກ​ເກ­ບາ​ຈົນ​ຮອດ​ທິດ­ໃຕ້ ຣິມ­ໂມນ​ຈາກ​ເຢ­ຣູ­ຊາ­ເລັມ​ຈະ​ກາຍ­ເປັນ​ທົ່ງ­ຮາບ​ພຽງ ແຕ່​ເຢ­ຣູ­ຊາ­ເລັມ​ຢູ່​ສູງ​ເດັ່ນ ແລະ​ຢູ່​ບ່ອນ​ເກົ່າ​ຕັ້ງ­ແຕ່​ປະ­ຕູ​ເບັນ­ຢາ­ມິນ​ຈົນ​ຮອດ​ປະ­ຕູ​ເກົ່າ ປະ­ຕູ​ມຸມ ແລະ​ຈາກ​ຫໍ­ຄອຍ​ຮາ­ນາ­ເນນ ເຖິງ​ບ່ອນ​ບີບ​ນ້ຳ​ອະ­ງຸ່ນ​ຂອງ​ກະ­ສັດ 11 ຈະ​ມີ​ຜູ້​ຄົນ​ອາ­ໄສ​ຢູ່­ໃນ​ເມືອງ​ເປັນ​ຈຳ­ນວນ​ຫລວງ­ຫລາຍ ແລະ​ບໍ່­ມີ​ຄຳ​ສາບ­ແຊ່ງ​ຕໍ່­ໄປ; ເຢ­ຣູ­ຊາ­ເລັມ​ຈະ​ຢູ່​ຢ່າງ​ປອດ­ໄພ 12 13 2 ບັນ­ດາ​ຊົນ­ຊາດ​ທັງ­ຫລາຍ​ທີ່​ຈະ​ເຮັດ​ສົງ­ຄາມ​ຕໍ່­ສູ້​ກັບ​ເມືອງ​ເຢ­ຣູ­ຊາ­ເລັມ​ນັ້ນ ພຣະ­ຜູ້­ເປັນ­ເຈົ້າ​ຈະ​ໂຈມ­ຕີ​ພວກ­ເຂົາ​ດ້ວຍ​ໄພ­ພິ­ບັດ ຄື​ເນື້ອ​ໜັງ​ຂອງ​ພວກ­ເຂົາ​ຈະ​ເນົ່າ­ເປື່ອຍ​ໄປ​ທັງ​ຢືນ ຕາ​ຂອງ​ພວກ­ເຂົາ​ຈະ​ເນົ່າ­ເປື່ອຍ​ໃນ​ເບົ້າ­ຕາ ແລະ​ລີ້ນ​ຂອງ​ພວກ­ເຂົາ​ຈະ​ເປື່ອຍ­ເນົ່າ​ໃນ​ປາກ 13 ຕໍ່​ມາ​ໃນ​ວັນ​ນັ້ນ ການ​ສັບ­ສົນ​ວຸ້ນ­ວາຍ​ຢ່າງ​ໃຫຍ່­ຫລວງ​ຈາກ​ພຣະ­ຜູ້­ເປັນ­ເຈົ້າ​ຈະ​ຕົກ­ລົງ​ທ່າມ­ກາງ​ພວກ­ເຂົາ ເພາະ­ສະ­ນັ້ນ ຄົນ​ໜຶ່ງ​ຈະ​ຈັບ­ກຸມ​ເພື່ອນ­ບ້ານ​ຂອງ­ຕົນ ແລະ​ພວກ­ເຂົາ​ຈະ​ຍົກ​ມື​ຂຶ້ນ​ຕໍ່­ສູ້​ກັນ​ແລະ​ກັນ 14 15 4 ເຖິງ­ແມ່ນ­ວ່າ ຢູ­ດາ​ຈະ​ຕໍ່­ສູ້​ກັນ​ໃນ​ເມືອງ​ເຢ­ຣູ­ຊາ­ເລັມ ພວກ­ເຂົາ​ຈະ​ໂຮມ​ເອົາ​ຊັບ­ສົມ­ບັດ​ເງິນ​ຄຳ ແລະ​ເສື້ອ­ຜ້າ​ຫລວງ­ຫລາຍ​ຂອງ​ປະ­ຊາ­ຊາດ​ທັງ​ໝົດ​ທີ່­ຢູ່​ອ້ອມ­ຮອບ​ນັ້ນ 15 ແລະ​ໄພ­ພິ­ບັດ​ຢ່າງ​ນີ້​ຈະ​ຕົກ​ຖືກ ມ້າ, ລໍ, ອູດ, ລາ ແລະ​ສັດ​ທຸກ​ຊະ­ນິດ​ທີ່­ຢູ່​ໃນ​ເຕັນ​ເຫລົ່າ­ນັ້ນ 16 17 18 ແລະ​ຕໍ່​ມາ ບັນ­ດາ​ຄົນ­ທີ່​ເຫລືອ​ຢູ່­ໃນ​ປະ­ຊາ­ຊາດ​ທັງ­ປວງ​ທີ່​ຈະ​ຂຶ້ນ​ມາ​ສູ້­ຮົບ​ກັບ​ເຢ­ຣູ­ຊາ­ເລັມ ກໍ​ຈະ​ຂຶ້ນ​ມາ​ທຸກໆ​ປີ ເພື່ອ­ຈະ​ຂາບ­ໄຫວ້​ຕໍ່­ໜ້າ​ກະ­ສັດ​ຄື​ພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ຈັກ­ກະ­ວານ ແລະ​ຈະ​ຖື​ເທດ­ສະ­ການ​ຢູ່​ຕູບ 17 ຖ້າ​ຄອບ­ຄົວ​ໃດ​ໃນ​ພື້ນ​ແຜ່ນ­ດິນ­ໂລກ​ບໍ່​ຂຶ້ນ​ໄປ​ເຢ­ຣູ­ຊາ­ເລັມ​ເພື່ອ​ຂາບ­ໄຫວ້​ນະ­ມັດ­ສະ­ການ​ຕໍ່­ໜ້າ​ພຣະ­ມະ­ຫາ­ກະ­ສັດ ຄື​ພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ຈັກ­ກະ­ວານ ຝົນ​ຈະ​ບໍ່​ຕົກ​ໃສ່​ຄອບ­ຄົວ​ນັ້ນ 18 ແລະ​ຖ້າ​ຄອບ­ຄົວ​ຂອງ​ເອ­ຢິບ​ບໍ່​ຂຶ້ນ​ໄປ ຫລື​ບໍ່​ມາ ຝົນ​ຈະ​ບໍ່​ຕົກ​ເທິງ​ພວກ­ເຂົາ ອັນ​ນີ້​ເປັນ​ໄພ­ພິ­ບັດ​ຊຶ່ງ​ພຣະ­ຜູ້­ເປັນ­ເຈົ້າ​ໃຊ້​ໂຈມ­ຕີ​ປະ­ຊາ­ຊາດ​ອື່ນໆ​ທີ່​ບໍ່​ຂຶ້ນ​ໄປ​ຖື​ເທດ­ສະ­ການ​ຢູ່​ຕູບ 19 ສິ່ງ​ນີ້​ຈະ​ເປັນ​ໂທດ​ບາບ​ຂອງ​ເອ­ຢິບ ແລະ​ເປັນ​ການ­ລົງ­ໂທດ​ປະ­ຊາ­ຊາດ​ທັງ​ໝົດ ທີ່​ບໍ່​ຂຶ້ນ​ໄປ​ຖື​ເທດ­ສະ­ການ​ຢູ່​ຕູບ 20 21 ແລະ​ໃນ​ວັນ​ນັ້ນ ໝາກ​ກະ​ດິ່ງ​ທີ່​ຜູກ​ມ້າ​ຈະ​ມີ​ຄຳ­ຈາ­ລຶກ​ວ່າ “ບໍ­ລິ­ສຸດ​ສຳ­ລັບ​ພຣະ­ຜູ້­ເປັນ­ເຈົ້າ” ແລະ​ບັນ­ດາ​ໝໍ້​ໃຫຍ່​ທີ່­ຢູ່​ໃນ​ພຣະ­ວິ­ຫານ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ຈະ​ເປັນ​ເໝືອນ​ຊາມ​ທີ່­ຢູ່​ຕໍ່­ໜ້າ​ແທ່ນ​ບູ­ຊາ 21 ແມ່ນ​ແລ້ວ ໝໍ້​ທຸກ​ໜ່ວຍ​ໃນ​ເຢ­ຣູ­ຊາ­ເລັມ ແລະ​ຢູ­ດາ​ຈະ​ເປັນ​ສິ່ງ​ທີ່​ບໍ­ລິ­ສຸດ​ສຳ­ລັບ​ພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ຈັກ­ກະ­ວານ ເພື່ອ​ວ່າ​ທຸກ​ຄົນ­ທີ່​ມາ​ຖວາຍ​ເຄື່ອງ­ບູ­ຊາ​ຈະ​ເອົາ​ໝໍ້​ໄປ​ນຳ ແລະ​ຈະ​ຕົ້ມ​ຊີ້ນ​ໃນ​ໝໍ້​ເຫລົ່າ­ນັ້ນ ໃນ​ວັນ​ນັ້ນ​ຈະ​ບໍ່​ມີ­ຄົນ​ກາ­ນາ­ອານ​ໃນ​ພຣະ­ວິ­ຫານ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ຈັກ­ກະ­ວານ​ອີກ​ຕໍ່­ໄປ front