Other
ທິຣະຊາຫ໌ ເປັນເມືອງຂອງຊາວຄານາອັນທີ່ສຳຄັນເມືອງໜຶ່ງທີ່ອິດສະຣາເອນມີໄຊຊະນະເໜືອເມືອງນີ້. ໄດ້ຊື່ມາຈາກບຸດສາວຂອງກິເລອາດ ເຊື້ອສາຍຂອງມານັດເຊ.
- ເມືອງທີຣະຊາ ຕັ້ງຢູ່ໃນແຄວ້ນທີ່ຄອບຄອງໂດຍເຜົ່າມານັດເຊ. ຄິດກັນວ່າເມືອງນີ້ຢູ່ຫ່າງ 10 ໄມໄປທາງເຫນືອຂອງເມືອງເຊເຄມ.
- ຫລາຍປີຕໍ່ມາ, ທິຣະຊາໄດ້ກາຍເປັນເມືອງຫລວງຊົ່ວຄາວຂອງອານາຈັກອິດສະຣາເອນທາງເຫນືອ, ສະໄໝການປົກຄອງຂອງກະສັດສີ່ພຣະອົງຂອງອິດສະຣາເອນ.
- ທິຣະຊາຫ໌ ຍັງເປັນຊືື່ຂອງຫລານສາວຄົນກົກຂອງມານັດເຊຄົນໜຶ່ງທີ່ຂໍແບ່ງສ່ວນຫນຶ່ງຂອງແຜ່ນດິນ, ເນື່ອງຈາກພວກເຂົາບໍ່ມີພີ່ນ້ອງທີ່ເປັນຜູ້ຊາຍທີ່ຈະໄດ້ຮັບມໍລະດົກຕາມປະເພນີ.
ຕີໂຕເປັນເປັນຊາວຕ່າງຊາດທີ່ໄດ້ກາຍເປັນຜູ້ເຊື່ອໂດຍທາງພັນທະກິດຂອງອັກຄະສາວົກໂປໂລ.ທ່ານໄດ້ຮັບການຝຶກຝົນຈາກອັກຄະສາວົກໂປໂລໃຫ້ເປັນຜູ້ນຳໃນຄຣິດຕະຈັກຍຸກທໍາອິດ.
- ຈົດຫມາຍສະບັບໜຶ່ງຂອງໂປໂລທີ່ຂຽນເຖິງຕີໂຕເປັນພຣະທຳເຫລັ້ມໜຶ່ງໃນພັນທະສັນຍາໃໝ່.
- ໃນຈົດໝາຍສະບັບນີ້ໂປໂລໄດ້ສອນຕີໂຕໃຫ້ເປັນຜູ້ແຕ່ງຕັ້ງຜູ້ປົກຄອງຄຣິດຕະຈັກຕ່າງໆ ເທິງເກາະຄຣີດ.
- ໃນຈົດຫມາຍສະບັບອື່ນໆ ໂປໂລໄດ້ກ່າວເຖິງຕີໂຕວ່າເປັນບາງຄົົນທີ່ສົ່ງເສີມແລະນຳຄວາມຍິນດີມາໃຫ້.
ຊາລອນ, ທົ່ງພຽງຂອງ ຊາລອນ
ຊາລອນ ແມ່ນຊື່ຂອງພື້ນທີ່ຮາບພຽງແລະອຸດົມສົມບູນຂອງເນື້ອທີ່ດິນຕາມຊາຍຝັ່ງທະເລ ເມດີເຕລະເນຍ, ທາງທິດໃຕ້ຂອງ ເມົາຄາເມ.ມັນຍັງມີຊື່ວ່າ "ທົ່ງພຽງຊາລອນ".
- ມີຫລາຍເມືອງທີ່ກ່າວເຖິງໃນພຣະຄຳພີຕັ້ງຢູ່ເທິງທົ່ງພຽງຊາຊອນ, ລວມທັງເມືອງຢົບຟາ, ລີຣດາ, ແລະເມືອງຄາຊີລາ.
- ສິ່ງນີ້ອາດຈະແປເປັນ "ທົ່ງພຽງທີ່ເອີ້ນວ່າ Sharon" ຫຼື "ທົ່ງພຽງຊາລອນ."
- ຄົນທີ່ອາໄສຢູ່ໃນເຂດ ຊາລອນ ຖືກເອີ້ນວ່າ "ທົ່ງພຽງຂອງເຊລອນ."
ບາລາອາມ
ບາລາອາມເປັນຜູ້ ທຳ ນວາຍນອກຮີດເຊິ່ງກະສັດ ອາຮາບີກ ໄດ້ຈ້າງເພື່ອສາບແຊ່ງຊາວຍິດສະລາເອນໃນຂະນະທີ່ພວກເຂົາຕັ້ງຄ້າຍພັກຢູ່ແມ່ນ້ ຳ ຈໍແດນທາງພາກ ເໜືອ ຂອງໂມອັບ, ກະກຽມເຂົ້າໄປໃນແຜ່ນດິນການາອານ.
- ບາລາອາມມາຈາກເມືອງເປເທີເຊິ່ງຕັ້ງຢູ່ໃນບໍລິເວນອ້ອມຮອບແມ່ນ້ ຳ ເຊິ່ງຫ່າງຈາກແຜ່ນດິນໂມອາບ.ປະມານ400ໄມ
- ກະສັດມີເດຍຄົນໜຶ່ງຊື່ວ່າ ເບເລັກ ມີຄວາມຢ້ານກົວຕໍ່ ກຳ ລັງແລະ ຈຳນວນຂອງຊາວອິດສະລາເອນ, ດັ່ງນັ້ນລາວຈຶ່ງໄດ້ຈ້າງບາລາອາມມາສາບແຊ່ງພວກເຂົາ.
- ໃນຂະນະທີ່ບາລາອາມ ກຳລັງເດີນທາງໄປສູ່ອິດສະຣາເອນ, ທູດຂອງພຣະເຈົ້າໄດ້ຢືນຢູ່ໃນເສັ້ນທາງຂອງລາວເພື່ອໃຫ້ລາຂອງບາລາອາມເຊົາໄປ. ພຣະເຈົ້າຍັງໃຫ້ລາມີຄວາມສາມາດໃນການເວົ້າກັບບາລາອາມ.
- ພຣະເຈົ້າບໍ່ຍອມໃຫ້ບາລາອາມສາບແຊ່ງຊາວອິດສະລາເອນແລະສັ່ງໃຫ້ລາວອວຍພອນພວກເຂົາແທນ.
- ຕໍ່ມາເຖິງຢ່າງໃດກໍ່ຕາມ, ບາລາອາມຍັງໄດ້ນຳເອົາຄວາມຊົ່ວຮ້າຍມາສູ່ຊາວອິດສະລາເອນເມື່ອລາວມີອິດທິພົນໃຫ້ພວກເຂົານະມັດສະການພະບາອານເປັນພະປອມ.
ບໍ່ເຊື່ອໃນພຣະເຈົ້າ, ໂດຍບໍ່ມີພຣະເຈົ້າ, ບໍ່ເຂັ້ມງວດໃນການເຄົາລົບພຣະເຈົ້າ, ບໍ່ເຊື່ອໃນພຣະເຈົ້າ
ຄຳວ່າ "ບໍ່ເຊື່ອໃນພຣະເຈົ້າ" ແລະ "ບໍ່ມີພຣະເຈົ້າ" ອະທິບາຍເຖິງຜູ້ທີ່ຢູ່ໃນການກະບົດຕໍ່ພຣະເຈົ້າ. ການດຳລົງຊີວິດໃນທາງທີ່ຊົ່ວຮ້າຍໂດຍບໍ່ຄິດເຖິງພຣະເຈົ້າຖືກເອີ້ນ "ບໍ່ເຄັ່ງຄັດໃນການນັບຖືພຣະເຈົ້າ" ຫລື "ຄວາມບໍ່ເຊື່ອຖືພຣະເຈົ້າ"
- ຄວາມໝາຍຂອງຖ້ອຍຄຳເຫລົ່ານີ້ແມ່ນຄ້າຍຄືກັນຫລາຍ, ເຖິງຢ່າງໃດກໍ່ຕາມ, "ຄວາມບໍ່ເຊື່ອຖືພຣະເຈົ້າ " ແລະ "ຄວາມບໍ່ເຄົາລົບຕໍ່ພຣະເຈົ້າ" ອາດຈະອະທີບາຍເຖິງພາບການທີ່ຮ້າຍແຮງທີ່ຄົນຫຼືປະເທດຕ່າງໆ. ຢ່າຍອມຮັບເອົາພຣະເຈົ້າຫລືສິດທິຂອງພຣະອົງທີ່ຈະປົກຄອງພວກເຂົາ.
- ພຣະເຈົ້າປະກາດການພິພາກສາແລະຄວາມໂກດແຄ້ນຕໍ່ຄົນທີ່ບໍ່ເຊື່ອໃນພຣະເຈົ້າແລະກັບທຸກຄົນທີ່ປະຕິເສດພຣະອົງແລະທາງຂອງພຣະອົງ
ຄຳ ແນະ ນຳ ການແປ
- ອີງຕາມສະພາບການ, ຄຳວ່າ "ບໍ່ເຊື່ອໃນພຣະເຈົ້າ" ອາດຖືກແປວ່າ "ບໍ່ພໍໃຈພຣະເຈົ້າ" ຫລື "ບໍ່ມີສິນທຳ" ຫລື "ບໍ່ເຊື່ອຟັງພຣະເຈົ້າ".
- ຄຳວ່າ "ບໍ່ມີພຣະເຈົ້າ" ແລະ "ບໍ່ຈິງຈັງໃນການເຄົາລົບພຣະເຈົ້າ" ໝາຍເຖິງຄົນທີ່ "ບໍ່ມີພຣະເຈົ້າ" ຫລື "ບໍ່ຄິດເຖິງເລື່ອງພຣະເຈົ້າ" ຫລື "ບໍ່ຍອມຮັບເອົາພຣະເຈົ້າ"
- ການແປພາສາອື່ນໆ ຂອງຄຳວ່າ "ບໍ່ຈິງຈັງໃນການເຄົາລົບພຣະເຈົ້າ" ຫລື "ຄວາມບໍ່ເຊື່ອຖື" ສາມາດເປັນ " ຄວາມຊົ່ວຮ້າຍ" ຫລື " ສີ່ງຊົ່ວ" ຫລື "ກະບົດຕໍ່ພຣະເຈົ້າ"
ລູ້ຍອາຍູ,ຄົນດຽວລູ້ນດຽວກັນ
ຄຳວ່າ"ລູ້ນອາຍູ"ອາ້ງເຖີງກູມ່ຄົນທ່ີ່ທູກຄົນໄດ້ເກີດແລະອາສັຍຢຸ່ໃນຊວ່ງເວລາດຽວກັນ.
- ຄົນລູ້ນດຽວກັນສາມາດອ້າງເຖີງຂະຫຍາຍເວລາ ໃນພຣະຄັມພີ ຊວ່ງເວລາການນັບແຕ່ລະລູ້ນນັ້ນໂດຍປົກກະຕິພິຈາລະນາຢຸ່ທີ່ປະມານ 40 ປີ.
- ພໍ່,ແມ່ ແລະລຸກຫລານຂອງພວກເຂົາເປັນສອງລູ້ນທີ່ຕ່າງກັນ.
- ໃນພຣະຄຳພີ ຄຳວ່າ"ລູ້ນອາຍູ" ຍັງໃຊ້ໃນແບບອູປະມາອູປະໄມອ້າງເຖີງກູ່ມຄົນທົ່ວໄປທີ່ແບ່ງປັນບູກຄະລິກລັກສະນະທີ່ເໝືອນ.
ຄຳແນະການແປ
- ຄຳເວົ້າ"ຄົນລູ້ນອາຍູນີ້" ຫລື "ກູ່ມຄົນລູ້ນອາຍູນີ້" ສາມາດແປວ່າ" ຄົນທີ່ອາໃສຢຸ່ຕອນນີ້" ຫລື "ຄົນຂອງທ່ານ" " ລູ້ນອາຍູທີ່ຊົ່ວຮ້າຍ" ສາມາດແປໄດ້ອີກວ່າ "ຄົນຊົ່ວຮ້າຍເຫົ່ລານີ້ທີ່ອາໃສຢຸ່ຕອນນີ້" ຄຳກ່າວ "ຈາກລູ້ນອາຍູນີ້ສຸ່ອີກລູ້ນ" ຫລື "ຈາກລູ້ນໜິ່ງໄປຍັງລູ້ນຕໍ່ໄປ" ສາມາດແປໄດ້ອີກວ່າ"ຄົນທີ່ອາສັຍຢຸ່ຕອນນີ້ ເຊ່ນດຽວ ກັບລຸກຂອງພວກເຂົາແລະຫລານຂອງພວກເຂົາ" ຫລື "ຜຸ້ຄົນທີ່ ຢຸ່ທູກຊ່ວງເວລາ" ຫລື ຜຸ້ຄົນທີ່ຢຸ່ໃນຊວ່ງເວລານີ້ແລະຊ່ວງເວລາແຫ່ງອະນາຄົດ" ຫລື " ປະຊາຊົນທູກຄົນແລະຜຸ້ທີ່ສືບເຊື້ອສາຍຂອງພວກເຂົາ"
- "ລູ້ນອາຍູທ່ີ່ຈະມານັ້ນຈະໄດ້ຮັບໃຊ້ເຂົາ ພວກເຂົາຈະບອກລູ້ນອາຍູຕໍ່ໄປກ່ຽວກັບພຣະເຈົ້າຍາເວແລະຈະບອກເຫົ່ລາແກ່ລຸກແລະຫລານກຽ່ວກັບພຣະອົງ"
ຄັບຣີເອນ
ຄັບຣີເອນຄືໍໍຊື່ຂອງທຸດສະຫວັນຂອງໝືື່ງຂອງພຣະເຈົ້າ ເຂົາຖືກກ່າວເຖີງໂດຍຊື່ນີ້ອີກຫລາຍຄັ້ງໃນພັນທະສັນຍາເດີມແລະພັນທະສັນຍາໃຫ່ມ
- ພຣະເຈົ້າໄດ້ສົ່ງຄັບຣີເອນມາແຈ້ງຂ່າວແກ່ຜຸ້ປະກາດພຣະທັມດານີເອນເຖີງຄວາມໝາຍນິມິດທ່ີ່ເຂົາໄດ້ເຫັນ
- ອີກຄັົງໜິ່ງ ຄະນະທີ່ດານີເອນກຳລັງອະທິຖານ ທຸດຫວັນສະຫັວນຄັບຣີີເອນໄດ້ບິນມາຫາເຂົາແລະໃຫ້ຄຳພະຍາກອນກ່ຽວກັບ ສິ່ງຈະເກີດໃນອະນາຄົດດານີເອນໄດ້ບັນຍາຍເຖີງເຂົາວ່າ"ຜູ້ຊາຍ''
- ໃນພັນທະສັນຍາໃໝ່ມີການບັນທືກວ່າຄັບຣີອັນໄດ້ມາຫາເສຄາລີຍາໃຫ້ຄຳພຣະຍາກ່ອນວ່າພັນລະຍາສູງອາຍຼຂອງເອຮີຊາເບັດຈະມີບຼດຊາຍຄືົັົິີີ ໂຢຮັນ
- ຫລັງຈາກອີກຫົກເດືອນ ຄັບຣີອັນໄດ້ຖືກສົ່ງມາຫາມາຣີເພື່ອບອກກັບລາວວ່າພຣະເຈົ້າທຳການອັດສະຈັນໃຫ້ລາວຕັ້ງທ້ອງຊື່ງຈະເປັນ " ພຣະບຼດຂອງພຣະເຈັ້າ " ຄັບຣີອັນໄດ້ບອກມາລີວ່າຊື່ຂອງບຼດຊາຍຄື " ພຮະເຢຊຼ "
ຈົດຫມາຍ, ຈົດຫມາຍຝາກ
ຈົດຫມາຍຄືຂໍ້ຄວາມທີ່ຂຽນສົ່ງເຖືງບຸກຄົນ ຫລືກຸ່ມບຸກຄົນທີ່ມັກຈະຢູ່ຫ່າງໄກຈາກຜູ້ຂຽນ ຈົດໝາຍຝາກຄືຮູບແບບການຂຽນຈົດໝາຍທີ່ພິເສດ ມັກຈະຖືກຂຽນໃນຮູບແບບທາງການຫລາຍກວ່າ ສຳຫລັບຈຸດປະສົງພິເສດ ເຊັ່ນເພື່ອການສອນ
- ໃນສະໄຫມຂອງພັນທະສັນຍາໃຫ່ມ ຈົດໝາຍຝາກ ແລະ ຈົດຫມາຍມນຮູບແບອື່ນໆ ນັ້ນຖືກຂຽນຢູ່ເທິງແຜ່ນຫນັງສັດ ຫຼື ຕົ້ນ ປາປີລັດທີ່ເຮັດມາຈາກເສັ້ນໃຍພືດ.
- ຈົດຫມາຍຝາກໃນພັນທະສັນຢາໃຫ່ມທີ່ຂຽນໂດຍ ໂປໂລ, ໂຢຮັນ, ຢາໂກໂບ, ຢູດາ ແລະ ເປໂຕ ເປັນຈົດໝາຍທີ່ພວກຂົາຂຽນເພື່ອໜູນໃຈເຕືອນສະຕິ ແລະ ສອນຄຣິສຕຽນໃນຍຸກທຳອິດທີ່ອາໃສ່ຢູ່ໃນຫລາຍເມືອງທົ່ວເມືອງມະຫາອານາຈັກໂຣມ.
- ວິທີການແປຄຳນີ້ສາມາດລວບລວມ " ຄຳສອນທີ່ເປັນງານຂຽນ " ຫລື " ຖ້ອຍຄຳທີ່ໄດ້ຂຽນໄັວ້ " ຫລື " ການຂຽນ. "
ຣາສະນີ
- ຣາສະນີເປັນຜູ້ປົກຄອງທີ່ເປັນຜູ້ຍິງຫຼືຜູ້ແຕ່ງງານກັບກະສັດ. ເອສະເທີ້ກາຍເປັນຮາສະນີແຫ່ງເປີເຊຍເມື່ອເຂົາແຕ່ງງານກັບກະສັດ ອາຫາບ.
- ຣາສະນີເຈຊີບຽວ ເປັນພັນລະຍາທີ່ບໍ່ດີຂອງກະສັດ ອາຫາບ.
- ຣາສະນີ ຂອງ ເຊບ້າ ເປັນຜູ້ປົກຄອງທີ່ມີຊື່ສຽງດີຜູ້ທີ່ໄດ້ມາຍ້ຽມກະສັດ ສະ ໂລໂມນ.
- ຄຳວ່າ "ຣາສະນີ ອາທາລິຍາ" ໝາຍເຖີງ ແມ່ຫຼືແມ່ເຖົ້າຂອງກະສັດທີ່ປົກຄອງຢູ່ຫຼືຣາສະນີຂອງກະສັດອົງກ່ອນ ແມ່ຂອງກະສັດມີອຳນາດທີ່ນຳຄົນໄປກາບໄຫ້ວຮູບເຄົາລົບທີ່ເຮົາເຫັນຕົວຢ່າງຂອງ ຣາສະນີ ອາທາລິຍາ.
"ຄົວເຮືອນ"
ຄຳວ່າ "ຄົວເຮືອນ" ໝາຍເຖິງທຸກຄົົນທີ່ອາໄສຢູ່ນຳກັນໃນບ້ານຫລັງໜຶ່ງ, ລວມເຖິງສະມາຊິກຄອບຄົວແລະຄົນຮັບໃຊ້ທຸກຄົົນທີ່ພວກທ່ານມີ. * ຖ້າບາງຄົນບໍລິຫານຈັດການໃນຄົວເຮືອນ ນີ້ທັງໝົດເຖິງການສັ່ງການຄົນຮັບໃຊ້ເຊັ່ນດຽວກັບການເບິ່ງແຍງຊັບສິນດ້ວຍ. * ບາງເທື່ອ "ຄົວເຮືອນ" ສາມາດມີຄວາມໝາຍເຊີງປຽບທຽບໝາຍເຖິງລຳດັບວົງຕະກູນທັງໝົດຂອງບາງຄົນ, ສະເພາະຢ່າງຍິ່ງລູກຫລານຂອງທ່ານ.
"ເປໂອ" ຫຼື "ພູເຂົາເປໂອ"
ຄຳວ່າ "ເປໂອ" ຫຼື "ພູເຂົາເປໂອ" ອ້າງເຖິງພູເຂົາຊຶ່ງຕັ້ງຢູ່ທາງທິດຕະເວັນອອກສຽງເໜືອຂອງທະເລເກືອ ໃນດິນແດນໂມອາບ
- "ເບັດເປໂອ" ຄືຊື່ເມືອງຊຶ່ງເປັນໄປໄດ້ວ່າຕັ້ງຢູ່ເທິງພູເຂົາຫຼືໃກ້ບໍລິເວນນັ້ນ ບໍລິເວນນີ້ເອງທີ່ເປັນທີ່ເຊີ່ງໂມເຊເສຍຊີວິດລົງຫຼັງຈາກທີ່ພຣະເຈົ້າຊົງໄດ້ຊີ້ໃຫ້ທ່ານເຫັນດິນແດນພັນທະສັນຍາ
- "ພະບາອານແຫ່ງເປໂອ" ເປັນພະທຽມເທັດຂອງຄົນໂມອາບທີ່ພວກທ່ານນະມັດສະການເທິງພູເຂົາເປໂອ ຊາວອິດສະລາເອນເຄີຍນະມັດການຮູບເຄົາລົບນີ້ແລະພຣະເຈົ້າຊົງລົງໂທດພວກທ່ານເພາະການກະທຳນັ້ນ
Conflict Parsing Error
Conflict Parsing Error
Conflict Parsing Error
Conflict Parsing Error
ทามาร์
ທາມາເປັນຊື່ຂອງຜູ້ຍຶງຫລາຍຄົນໃນພຣະຄຳພີເດຶມ ແລະຍັງເປັນຊື່ຫລາຍເມື່ອງແລະຫລາຍສະຖານທີ່ໃນພຣະຄຳພີເດຶມ
- ທາມາເປັນລູກໄພຂອງຢູດາ ລາວໄດ້ໃຫ້ກຳເນຶດເປເລດເຊື່ອວົງຂອງພຣະເຢຊູຄຣຶດເຈົ້້າ
- ໜື່ງໃນລູກສາວຂອງກະສັດດາວຶດເຊ່ນກັນລາວເປັນນ້ອງສາວຂອງອັບຊາໂລມອ້າຍຕ່າງມານດາຄືອັມໂມນໄດ້ຂົມຂືນລາວແລະໄດ້ຖຶມລາວໃຫ້ຂົມຄືນໃຈ
- ເມືອງທີ່ເອີນວ່າ "ຮາເຊໂຊນທາມາ" ເປັນຊື່ດຽວກັບເມື່ອງເອນແກດຶໃນຝັງຕາເວັນຕົກຂອງທະເລເກືອ ຍັງມີເມືອງ "ບາອັນທາມາ" ດ້ວຍຍັງມີການອ້າງອຶງທັ່ວໄປໃນສະຖານທີ່ທີ່ເອີນວ່າ "ທາມາ" ເຊຶງອາດເປັນຊື່ທີ່ໃຊ້ຕ່າງຈາກຊື່ເມື່ອງເຫລົ່ານີ້
ກຣິສ
ໃນສະໃໝພັນທະສັນຍາໃໝ່ ກຣິສເປັນເມືອງໃນອານາຈັກໂຣມັນ. * ເຊັ່ນດຽວກັບປະເທດກຣິສສະໃໝ່ ປະເທດນີ້ຕັ້ງຢູ່ເທິງຄາບສະມຸດທີ່ອ້ອມດວ້ຍທະເລເມຕິເຕເຣນຽນທະເລເອຈຽນ ແລະທະເລໄອໂອເນັຍ. * ອັກຄະສາວົກໂປໂລໄດ້ຢ້ຽມຢາມເມືອງຕ່າງໆ ໃນກຣິສ ແລະຄຣິດສະຕະຈັກໃນເມືອງໂກຣິນໂທ ເທຊະໂລນິກແລະເມືອງຟີລິບປອຍ ແລະບາງທີເມືອງອື່ນໆດວ້ຍ. * ຄົນທີ່ມາຈາກກຣິສເອີ້ນວ່າ "ຄົນກຣິກ" ແລະພາສາຂອງພວກ"ເຂົາຄືພາສາກຣີກ" ມີຫລາຍຄົນຈາກເຂດໂຣມອື່ນໆ ກໍ ເວົ້າພາສາກຣີກດວ້ຍລວມທັງຊາວຢິວຫລາຍຄົນ. * ບາງຄັ້ງຄຳວ່າ "ຄົນກຣີກ"ກໍໃຊ້ອ້າງເຖີງຄົນຕ່າງປະເທດ.
ກຣີກ,ຊາວກຣີກ
ຄຳວ່າ "ກຣີກ" ອ້າງເທິງພາສາທີ່ໃຊ້ເວົ້າໃນປະເທດກຣິສ ພາສາກຣີກໃຊ້ເວົ້າທົ່ວອານາຈັກໂຣມ ຄຳວ່າ "ຊາວກຣີກ"ໝາຍເຖີງ ການເວົ້າພາສາກຣີກ". * ເນື່ອງຈາກຄົນທີ່ບໍ່ແມ່ນຢິວສ່ວນຫລາຍໃນອານາຈັກໂຣມເວົ້າພາສາກຣີກພວກຄົນຕ່າງຊາດຫລາຍຄັ້ງອ້າງເຖີງຄົນ"ກຣີກ"ໃນພັນທະສັນຍາໃໝ່ສະເພາະຢ່າງຍິ່ງເພື່ອໃຫ້ແຕກຕ່າງຈາກຄົນຢິວ. * ວາລີ "ຄົນຢິວກຣີກ" ອາ້ງເຖີງຄົນຢິວຜູ້ເວົ້າພາສາກຣີກເພື່ອໃຫ້ຕົງກັນຂາ້ມກັບ ຄຳວ່າ "ຄົນຢິວຮິບຣູ" ຜູ້ເວົ້າສະເພາະພາສາຮິບຣູຫລືພາສາອາຣັບ. * ວິທີອື່ນໃນການແປ "ຊາວກຣີກ" ສາມາດລວມເຖີງ "ການເວົ້າພາສາກຣີກ" ຫລື "ກຣີກຕາມວັດທະນະທັມ" ຫລື "ກຣີກ". * ເມື່ອອາ້ງເຖີງພວກທີ່ບໍ່ແມ່ນຢິວ "ກຣີກ" ສາມາດແປວ່າ" ຄົນຕ່າງຊາດ".
ກວາງໂຕຜູ້, ກວາງໂຕແມ່, ກວາງນ້ອຍໂຕຜູ້, ກວາງນ້ອຍໆສີນ້ຳຕານ
ກວາງໂຕຜູ້ຕົວໃຫ່ຍທີ່ສງ່າງາມ ເປັນສັດທີ່ອາໄສຢູ່ໃນປ່າຫລືເທີງພູ ໂຕຜູ້ມີເຂົາຂນາດໃຫ່ຍເທີງຫົວຂອງມັນ.
- ຄຳວ່າ (ໂດ) ໝາຍເຖີງກວາງໂຕແມ່ ແລະ (ສີນ້ຳຕານອ່ອນ) ເປັນຊື່ຂອງກວາງທີ່ເກີດທຳອິດ.
- ຄຳວ່າ (ບັກ) ເວົ້າເຖີງກວາງໂຕຜູ້.
- ໂຣບັກ ( ເປັນກວາງນ້ອຍໂຕຜູ້ໂດຍສະເພາະເອີ້ນກັນວ່າ ( ໂຣເດັຽ )
- ກວາງມີຂາຮຽວນ້ອຍໆທີ່ແຂງແຮງຊ່ວຍໃຫ້ພວກມັນເຕັ້ນກະໂດດສູງແລະວີ່ງເຕັ້ນໄວ.
- ຕີນຂອງພວກມັນມີກິບແຍກທີ່ຊ່ວຍໃຫ້ພວກມັນຍ່າງຫລືປີນຂື້ນໄປໄດ້ຢ່າງງາຍດາຍໃນພູມມີປະເທດເກືອບທຸກປະເທດ.
ກະຕ່າ
ຄຳວ່າ“ ກະຕ່າ” ໝາຍເຖິງພາຊະນະທີ່ເຮັດຈາກໄມ້ເປັນວັດສະດຸທີ່ສານຕໍ່ກັນ.
- ໃນສະໄໝພຣະຄຳພີ, ກະຕ່າອາດຖືກມັດດ້ວຍໄມ້ທີແຂງແຮງ, ເຊັ່ນວ່າ ໄມ້ ຈາກງ່າໄມ້ທີ່ປອກເປືອກຫລືກິ່ງງ່າ.
- ກະຕ່າສາມາດເຄືອບດ້ວຍສານກັນນ້ ຳເພື່ອໃຫ້ມັນລອຍໃນນ້ຳໄດ້.
- ເມື່ອໂມເຊຍັງເປັນເດັກນ້ອຍ, ແມ່ຂອງລາວໄດ້ເຮັດກະຕ່າເເລ້ວກະສານກັນນ້ ຳເພື່ອເອົາລາວລົງແລະລອຍຢູ່ໃນບັນດາຕົ້ນຫຍ້າທີ່ຢູ່ໃນແມ່ນໍ້າ.
- ຄຳທີ່ແປວ່າ“ ກະຕ່າ” ໃນເລື່ອງນັ້ນແມ່ນຄຳດຽວກັນທີ່ແປວ່າ“ ຫີບ” ໂດຍອ້າງເຖິງເຮືອທີ່ໂມເຊສ້າງຄວາມໝາຍທຳມະດາຂອງການນຳໃຊ້ມັນໃນສອງສະພາບການດັ່ງກ່າວອາດແມ່ນ "ພາຊະນະລອຍ ນຳ ້."
ກະທຳຜິດ, ທຳບໍ່ດີຕໍ່, ທຳຮ້າຍ
ການ " ການກະທຳຜິດ " ຕໍ່ບາງຄົນໝາຍເຖິງການປະຕິບັດຕໍ່ບຸກຄົນນັ້ນຢ່າງບໍ່ຍຸຕິທຳແລະຢ່າງບໍ່ສັດຊື່
- ຄວາມເວົ້າວ່າ "ການທຳບໍ່ດີ " ໝາຍຄວາມວ່າການກະທຳທີ່ບໍ່ດີຫລືຫຍາບຊ້າຕໍ່ຄົນບາງຄົນ ເປັນການທຳຮ້າຍຮ່າງກາຍຫລືອາລົມຂອງບຸກຄົນນັ້ນ
- ຄວາມເວົ້າວ່າ "ການທຳຮ້າຍ " ເປັນຄຳທີ່ໃຊ້ທົ່ວໄປແລະໝາຍຄວາມວ່າ " ເປັນເຫດໃຫ້ບາງຄົນຖືກທຳຮ້າຍໃນທຸກວິທີທາງ " ໂດຍທົ່ວໄປຈະມີຄວາມໝາຍວ່າ " ທຳໃຫ້ບາດເຈັບທາງຮ່າງກາຍ "
- ຂື້ນຢູ່ກັບບໍຣິສັດ ຄຳນີ້ໝາຍຄວາມວ່າ "ທຳຜິກຕໍ່ " ຫລື " ກະທຳບໍ່ຍຸຕິທຳຕໍ່ " ຫລື " ເປັນເຫດໃຫ້ເກີດການທຳຮ້າຍແກ່ " ຫລືທຳບໍ່ດີໃນທາງທີ່ເປັນອັນຕະລາຍ " ຫລື " ທຳຮ້າຍ "
ກະສັດ
ຄຳວ່າ "ກະສັດ" ກ່າວເຖີງ ການຂຽນບັນທຶກເຫດການໃນຊວ່ງລະຍະເວລາຫນຶ່ງ.
- ພຣະທັມໃນພັນທະສັນຍາເດີມສອງເຫັ້ລມທີ່ມີຊື່ວ່າ "ພຣະທັມ1ກະສັດ" ແລະພຣະທັມກະສັດສະບັບທີ2"
- ພຣະທັມທີ່ຊື່ວ່າ "ກະສັດ" ໄດ້ບັນທຶກສ່ວນຫນຶ່ງຂອງປະຫວັດສາດຂອງຊົນຊາດອິສະຣາເອນ ເລີ່ມດວ້ຍລາຍຊື່ຂອງຜູ້ຄົນໃນທຸກຊົ່ວອາຍຸຄົນຕັ້ງແຕ່ອາດາມ.
- ພຣະທັມກະສັດສະບັບທີ1 "ບັນທຶກບັ້ນປາຍຊີວິດຂອງກະສັດຊາອູນ ແລະເຫດການໃນສະໄຫມກະສັດດາວິດຊົງຄອງຣາຊ.
- ພຣະທັມກະສັດສະບັບທີ2 "ບັນທຶກການຄອງຣາຊຂອງກະສັດໂຊໂລໂມນແລະກະສັດອີຫລາຍອົງ ລວມທັງການສ້າງພຣະວິຫານແລະການແຕກແຍກຂອງອານາຈັກອິສະຣາເອນ ຝ່າຍເຫນືອອອກຈາກອານາຈັກຝ່າຍໃຕ້.
- ຕອນຈົບຂອງພຣະທັມກະສັດສະບັບທີ2 ໄດ້ອະທິບາຍເຖີງຈຸດເລີ່ມຕົ້ນຂອງການຖືຈັບໄປເປັນສະເລີຍທີ່ບາບີໂລນ.
ກະສັດ
ຄຳວ່າ "ກະສັດ" ໝາຍເຖິງຜູ້ຊາຍທີ່ເປັນຜູ້ປົກຄອງສູງສຸດຂອງເມືອງໜື່ງ ຫລື ປະເທດຫນຶ່ງ. * ໂດຍປົກກະຕິແລ້ວກະສັດຈະຖືກເລືອກມາປົກຄອງເພາະວ່າຄອບຄົວຂອງເຂົາມີຄວາມກ່ຽວຂ້ອງກັບກະສັດຫລາຍພຣະອົງກ່ອນຫນ້ານັ້ນ. * ເມືອກະສັດສິ້ນພະຊົນ ໂດຍປົກກະຕິແລ້ວລູກຊາຍກົກຈະມາເປັນກະສັດອົງຕໍ່ໄປ. * ໃນສະໄຫມບຸຮານ ກະສັດມີອຳນາດອົກຄອງຢ່າງແທ້ຈິງຕໍ່ປະຊາຊົນຂອງພະອົງ. * ຄຳວ່າກະສັດອາດໝາຍເຖິງຄົນທີ່ບໍ່ແມ່ນກະສັດທີ່ແທ້ຈິງຢ່າງເຊັ່ນ "ກະສັດເຮໂຣດ" ໃນພຣະຄຳພີໃຫມ່. * ໃນພຣະຄຳພີພຣະເຈົ້າມັກຈະຖືກກ່າວເຖິງວ່າເປັນກະສັດເໜືອປະຊາຊົນຂອງພຣະອົງ. * ພຣະເຢຊູໄດ້ຖືກເອີ້ນວ່າ "ກະສັດຂອງຊາວຢິວ","ກະສັດຂອງອິດສະຣາເອນ" ແລະ "ກະສັດຂອງກະສັດ". * ເມື່ອພຣະເຢຊູສະເດັດກັບມາ ພຣະອົງຊົງປົກຄອງໃນຖານະກະສັດເໜືອທັງໂລກ. * ຄຳນີ້ຍັງສາມາດແປໄດ້ອີກວ່າ "ຫົວໜ້າສູງສຸດ" ຫລື "ຜູ້ນຳສູງສຸດ" ຫລື "ຜູ້ປົກຄອງຜູ້ມີອຳນາດສູງສຸດ". * ປະໂຫຍກທີ່ວ່າ "ກະສັດເໜືອກະສັດທັງຫມົດ" ສາມາດແປວ່າ "ກະສັດຜູ້ປົກຄອງເໜືອກະສັດອື່ນ" ຫລື "ຜູ້ປົກຄອງສູງສຸດຜູ້ມີອຳນາດສຸດຂາດເໜືອຜູ້ປົກຄອງອື່ນໆ".
ກັກ
ກັກຄືໝຶ່ງໃນຫ້າເມື່ອງຫລັກຂອງຊົນຊາດປາເຣັດຕາຍ ຕັ້ງຢູ່ທາງທິດເໜືອຂອງເມື່ອງເອໂຄນເເລະທິດຕາວັນອອກຂອງເມື່ອງອິບໂດດເເລະອັປເຄໂລນ
- ນັກຮົບຊາວປາເຣັດຕາຍຊື່ຂອງໂກລີອາດ ມາຈາກເມື່ອງກັກ
- ລະຫວ່າງຊ່ວງເວລາຂອງຊາໂມເອັນ ຄົນປາເຣັດຕາຍໄດ້ຂະໂມຍຫິບພັນທະສັນຍາຈາກປະຊາຊົນອິດສຣາເອັນເເລະເອົາໄປໄວ້ໃນພຮະວີຫານຂອງພຮະເຈົ້າ ຄົນນອກສາດສະໜາຂອງພວກເຂົາທີ່ອັປໂດດ ແລ້ວກໍ່ໄດ້ຍ້າຍໄປທີ່ກັກແລະຕໍ່ມາກໍ່ໄດ້ຍ້າຍໄປທີ່ເອໂດນ ແຕ່ພຮະເຈົ້າຊົງລົງໂທດຄົນຂອງເມື່ອງນັ້ນດ້ວຍໂລກຮ້າຍ ດັ່ງນັ້ນພວກເຂົາຈື່ງໄດ້ສົ່ງຫິບເເຫ່ງພັນທະສັນຍາກັບມາທີ່ຊົນຊາດອິດສຣາເອັນອີກຄັ້ງ
- ເມື່ອດາວິດໄດ້ໜີຈາກກະສັດຊາມູເອັນ ພຣະອົງໄດ້ໜີໄປທີ່ເມື່ອງກັກແລະຢູ່ທີ່ນັ້ນໜ່ອຍໜື່ງກັບເມຍຂອງເພີ່ນສອງຄົນແລະທະຫານອີກຫົກຮ້ອຍຄົນແລະຜູ້ທີ່ຈົ່ງຮັກພັກດີຕໍ່ພຣະອົງ
ກັບຄືນ
ຄຳວ່າ "ກັບຄືນ" ໝາຍເຖິງການກັບໄປຫລືໃຫ້ສິ່ງໃດສິ່ງໜຶ່ງກັບຄືນ.
-ເພື່ອ“ ກັບຄືນສູ່” ບາງສິ່ງບາງຢ່າງໝາຍຄວາມວ່າເລີ່ມຕົ້ນເຮັດກິດຈະ ກຳ ນັ້ນອີກ. * ເມື່ອຊາວອິດສະລາແອນກັບຄືນສູ່ການນະມັດສະການຮູບເຄົາລົບ, ພວກເຂົາກໍ່ເລີ່ມນະມັດສະການພວກເຂົາອີກ. ໃນເວລາທີ່ພວກເຂົາກັບຄືນສູ່ ພຣະເຈົ້າຢາເວ, ພວກເຂົາໄດ້ກັບໃຈແລະໄດ້ນະມັດສະການ ພຣະເຈົ້າຢາເວອີກຄັ້ງ. * ການທີ່ຈະສົ່ງຄືນທີ່ດິນຫລືສິ່ງຂອງທີ່ຖືກເອົາຫຼືໄດ້ຮັບຈາກຜູ້ອື່ນ ໝາຍຄວາມວ່າຈະມອບຊັບສິນນັ້ນຄືນໃຫ້ບຸກຄົນທີ່ເປັນເຈົ້າຂອງ. * ຄຳວ່າ "ກັບຄືນ" ສາມາດແປເປັນ, "ກັບຄືນ" ຫລື "ໃຫ້ຄືນ" ຫຼລື"ເລີ່ມຕົ້ນເຮັດອີກເທື່ອ ໜຶ່ງ."
ກັບໃຈ, ການກັບໃຈ
ຄຳວ່າ "ກັບໃຈ" ແລະ "ການກັບໃຈ" ໝາຍເຖິງການຫັນໜີຈາກບາບແລະຫັນກັບມາຫາພຣະເຈົ້າ.
ການກັບໃຈ "ກັບໃຈ" ໝາຍ ເຖິງ "ການປ່ຽນໃຈຂອງຄົນເຮົາ." ໃນພຣະຄຳພີ, "ການກັບໃຈ" ໂດຍປົກກະຕິ ໝາຍ ເຖິງການຫັນ ໜີຈາກແນວຄິດທີ່ຜິດແລະການກະທຳຂອງມະນຸດ, ແລະຫັນໄປສູ່ແນວຄິດແລະການກະ ທຳ ຂອງພຣະເຈົ້າ. * ເມື່ອຜູ້ຄົນກັບໃຈຈາກບາບຂອງພວກເຂົາຢ່າງແທ້ຈິງ, ພຣະເຈົ້າຈະໃຫ້ອະໄພພວກເຂົາແລະຊ່ວຍພວກເຂົາເລີ່ມເຊື່ອຟັງພຣະອົງ.
ຄຳແນະນຳໃນການແປ
- ຄຳວ່າ, "ກັບໃຈ" ສາມາດແປກັ ຄຳຫລືປະໂຫຍກທີ່ມີຄວາມ ໝາຍ ວ່າ "ຫັນກັບຄືນ
ກາຊາ
ໃນຊວ່ງເວລາຂອງພຣະພຣະຄຳພີ,ກາຊາເປັນເມືອງທ່ີຮູ່ງເຮືອນຂອງຊາວປາເຣັດສະຕາຍ ຕັ້ງຢຸ່ທ່ີຊາຍຝັ່ງທະເມແຕຣາເນ ປະມານ38 ກິໂລເເມດ ຈາກທາງໃຕ້ຂອງອັດຊາໂດນ ເປັນເມືອງໜຶ່ງໃນຫ້າເມືອງຫລັກຂອງຊາວປາເຣດສະຕາຍ
- ເພາະທະເລທ່ີ່ຕັ້ງຂອງເມືອງ,ກາຊາເປັນທ່າເຮືອກະແຈສຳຄັນໃນເຮື້ອງການຄ້າຊື່ງເກີດຂື້ນລະຫວ່າງປະຊາຊົຈຳນວນຫລາຍ ແລະຈາກຫລາຍປະເທດ.
- ປະຈູບັນ,ເມືອງກາຊາຍັງຄົງເປັນເມືອງທ່າທີ່ສຳຄັນໃນຕາມແຄມຝັ່ງຂອງກາຊາຊຶ່ງເປັນຜືນແຜ່ນດິນທີ່ຕັ້ງຢຸ່ຕາມແນວຊາຍ ຝັ່ງຂອງທະເລ ເມຣີແຕຣາເນ ຊຶ່ງມີຄົນອິດສະຣາເອນທາງເໜືອແລະຕາວັນອອກ ແລະທາງໃຕ້ມີເອຢິບ.
- ກາຊາຄືເມືອງທີ່ຊາວປາເຣດສະຕາຍເອົາຕົວແຊມຊັ້ນໄປ ຫລັງຈາກທ່ີ່ພວກເຂົາຈັບແຊມຊັ້ນແລ້ວ.
- ຟີລິບນັກປະກາດໄດ້ຍ່າງຕາມຖະໜົນທະເລຊາຍໄປຍັງເມືອງ ກາຊາເມື່ອເຂົາຈັບຂັນທີໍາວເອທີໂອເປັຍ.
ກາດ
ກາດເປັນຊື່ໝື່ງ ໃນບຼດຊາຍຂອງຢາ ໂຄບຫຼືອິດສາຣາເອັນ
- ຕະກຼນຂອງກາດກາຍເປັນໝື່ງໃນສິບສອງຊົນເຜົ່າຂອງຊົນຊາດອິດສາຣເອັນ
- ມີຊາຍຄົນໝື່ງໃນພຣະຄຳພີ່ຊື່ກາດເປັນຜຼ້ປະກາດພຣະທຳຜຼ້ທີ່ປະເຊີນໜ້າກັບກະສັດດາວິດເລື່ອງຄວາມບາບຂອງດາວິດທີ່ທຳການສຳລວດສຳມະໂນຄົວປະຊົນຂອງປະຊາຊົນອິດສາຣາເອັນ
- ເມື່ອງບາຣາອາມກາດເເລະມີກດາມກາດ ເປັນຄຳສອນໃນພຣະຄຳພີ່ຕົ້ນສະບັບເເລະບາງຄັ້ງກໍ່ຂຽນວ່າ " ບາອາມ ກາດ " ເເລະ " ມີກດາມ ກາດ "
ການກັນດານອາຫານ ຫລື ການອຶດອາຫານ
ຄໍາວ່າ "ການກັນດານອາຫານ" ແມ່ນເວົ້າເຖິງການຂາດແຄນອາຫານຢ່າງຮຸນແຮງຕະຫລອດທັງປະເທດຫລືພູມິພາກ ຕາມປົກກະຕິແລ້ວແມ່ນເກີດຈາກບໍ່ມີນໍ້າຝົນທີ່ພຽງພໍ.
- ພືດຜົນສາມາດເສຍຫາຍໄດ້ເພາະສາເຫດທາງທໍາມະຊາດເຊັ່ນ ຝົນແລ້ງ ພືດເປັນພະຍາດ ຫລືຖືກແມງໄມ້ທໍາລາຍ
- ການຂາດແຄນອາຫານມີສາເຫດເນື່ອງມາຈາກປະຊາຊົນເຊັ່ນ ສັດຕູໄດ້ທໍາລາຍພືດພັນ.
- ໃນພຣະຄໍາພີ ພຣະເຈົ້າມັກຈະເຮັດໃຫ້ເກີດການກັນດານອາຫານ ເພື່ອເປັນການລົງໂທດຊົນຊາດທັງຫລາຍເມື່ອພວກເຂົາເຮັດບາບຕໍ່ຕ້ານພຣະອົງ.
- ໃນພຣະທໍາອາໂມດ 8:11 ຄໍາວ່າ, "ການກັນດານອາຫານ" ຖືກໃຊ້ໃນລັກສະນະການປຽບທຽບທີ່ເວົ້າເຖິງເວລາທີ່ພຣະເຈົ້າລົງໂທດປະຊາກອນຂອງພຣະອົງໂດຍການບໍ່ເວົ້າກັບພວກເຂົາ ໃນຈຸດນີ້ສາມາດແປໄດ້ດ້ວຍຄໍາວ່າ "ການກັນດານອາຫານ" ໃນພາສາຂອງທ່ານ ຫລືໃນຖ້ອຍຄໍາທີ່ວ່າ "ຂັດສົນຫລາຍ" ຫລື "ການກີດກັນຢ່າງຮຸນແຮງ."
ການກົດຂີ່ຂົ່ມເຫັງ, ການກົດຂີ່, ຜູ້ກົດຂີ່ຫົມເຫັງ.
ຄຳວ່າ "ກົດຂີ່ຂົ່ມເຫັງ, ການກົດຂີ່, ຜູ້ກົດຂີ່ຂົ່ມເຫັງ" ອ້າງເຖິງການກະທຳຢ່າງຮຸນແຮງແລະບໍ່ສຸພາບຕໍ່ປະຊາຊົນ. ສ່ວນຄຳວ່າ "ຜູ້ກົດຂີ່ຂົ່ມເຫັງ" ໝາຍເຖິງບຸກຄົນເຊິ່ງກົດຂີ່ປະຊາຊົນ.
- ຄຳວ່າ "ການກົດຂີ່ຂົ່ມເຫັງ" ອ້າງເຖິງສະຖານນະການເຊິ່ງຜູ້ທີ່ມີອຳນາດຫລາຍກວ່າປະຕິບັດຕໍ່ປະຊາຊົນຢ່າງຊົ່ວຮ້າຍ ຫລືການຈັບປະຊາຊົນເຊິ່ງຢູ່ໃຕ້ອຳນາດຫລືການປົກຄອງ.
- ຄຳວ່າ "ຜູ້ຖືກກົດຂີ່ຂົ່ມເຫັງ" ອະທິບາຍເຖິງປະຊາຊົນຜູ້ກຳລັງຖືກປະຕິບັດຢ່າງຮຸນແຮງ.
- ຫລາຍເທື່ອຊົນຊາດສັດຕູແລະຜູ້ປົກຄອງທັງຫລາຍກໍເປັນຜູ້ກົດຂີ່ຂົ່ມເຫັງຊາວອິດສະລາເອນ.
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບບໍລິບົດ, "ກົດຂີ່ຂົ່ມເຫັງ" ສາມາດແປວ່າ "ຖືກກະທຳຢ່າງຮຸນແຮງ" ຫລື "ຖືກເຮັດໃຫ້ຕ້ອງແບກພາລະຢ່າງໜັກ" ຫລື "ເຮັດໃຫ້ຕົກຢູ່ພາຍໃຕ້ການຖືກບັງຄັບດ້ວຍຄວາມທຸກຍາກ" ຫລື "ປົກຄອງດ້ວຍຄວາມໂຫດຮ້າຍ."
- ການແປຄຳວ່າ "ການກົດຂີ່ຂົ່ມເຫັງ" ສາມາດລວມເຖິງ "ການປາບປາມຢ່າງໜັກແລະການເປັນຂ້າທາດ" ຫລື "ການການຄວບຄຸມທີ່ເປັນພາລະ."
- ວະລີທີ່ວ່າ "ຄົົນທີ່ຖືກກົດຂີ່" "ຄົນຖືກບີບບັງຄັບ" ສາມາດແປໄດ້ອີກຢ່າງວ່າ "ປະຊາກອນທີ່ຖືກກົດຂີ່" ຫລື "ປະຊາກອນເຊິ່ງຢູ່ພາຍໃຕ້ການບີບບັງຄັບອັນໜັກໜ່ວງ" ຫລື "ຜູ້ຊຶ່ງຖືກກະທຳຢ່າງໂຫດຮ້າຍ."
- ຄຳວ່າ "ຜູ້ກົດຂີ່" ສາມາດແປອີກຢ່າງໄດ້ວ່າ "ຄົນເຊິ່ງກົດຂີ່ຂົ່ມເຫັງ" ຫລື "ປະຊາຊາດທີ່ບີບບັງຄັບແລະປົກຄອງດ້ວຍຄວາມໂຫດຮ້າຍ" ຫລື "ຜູ້ຂົ່ມເຫັງ."
ການກົ້ມຫົວ,ການກົ້ມກາບ
ການກົ້ມຫົວ ໝາຍເຖິງການກົ້ມຫົວລົງເພື່ອສະແດງຄວາມນັບຖືແລະກຽດຕິຍົດຕໍ່ຜູ້ໃດຜູ້ໜຶ່ງ. “ ກົ້ມຂາບ” ໝາຍເຖິງການກົ້ມຂາບຫືລຄຸເຂົ່າລົງຕໍ່າຫລາຍ, ມັກຈະມີໜ້າ ແລະມືລົງສູ່ພື້ນດິນ
*.ຄຳເວົ້າອື່ນໆລວມມີ "ກົ້ມຄຸເຂົ່າ"(ໝາຍເຖິງຄຸເຂົ່າ) ແລະ "ກົ້ມຫົວ" (ໝາຍຄວາມວ່າຈະກົ້ມຫົວໄປທາງໜ້າດ້ວຍຄວາມເຄົາລົບທີ່ຖ່ອມຕົວຫລືດ້ວຍຄວາມໂສກເສົ້າ). * ການກົ້ມຫົວລົງກໍ່ອາດຈະເປັນສັນຍານຂອງຄວາມທຸກຫລືຄວາມທຸກໂສກ. ຄົນທີ່“ ກົ້ມຂາບ” ໄດ້ຖືກນຳມາສູ່ສະພາບທີ່ຕໍ່າຕ້ອຍ. * ປົກກະຕິແລ້ວຄົນເຮົາຈະກົ້ມຂາບຕໍ່ໜ້າຜູ້ທີ່ມີຖານະສູງກວ່າຫລືມີຄວາມສຳຄັນໃຫຍ່ກວ່າເຊັ່ນກະສັດແລະຜູ້ປົກຄອງອື່ນໆ. * ການຄຸເຂົ່າລົງຕໍ່ໜ້າພຣະເຈົ້າເປັນການສະແດງຄວາມເຄົາ ລົບຕໍ່ພຣະອົງ. * ໃນພຣະຄຳພີ ຜູ້ຄົນໄດ້ກົ້ມຫົວລົງທີ່ ພຣະເຢຊູ ເມື່ອພວກເຂົາຮູ້ເຫັນການອັດສະຈັນ ແລະ ການສອນທີ່ວ່າເພີ່ນມາຈາກ ພຣະເຈົ້າ. * ພຣະຄຳພີ ກ່າວວ່າໃນມື້ໜຶ່ງທີ່ພຣະເຢຊູກັບມາທຸກຄົນຈະຄຸເຂົ່າລົງນະມັດສະການພຣະອົງ.
ຄຳແນະນຳໃນການແປ
- ອີງຕາມສະພາບການ, ຄຳສັບນີ້ສາມາດຖືກແປດ້ວຍຄຳ ຫລືປະໂຫຍກທີ່ມີຄວາມໝາຍວ່າ "ໂຄ້ງໄປຂ້າງໜ້າ" ຫລື "ງໍຫົວ" ຫລື "ຄຸເຂົ່າ."
- ຄຳວ່າ "ກົ້ມຂາບ" ອາດຈະແປວ່າ "ຄຸເຂົ່າລົງ" ຫລື "ກົ້ມຫົວລົງ."
- ບາງພາສາຈະມີຫລາຍກວ່າໜຶ່ງວິທີໃນການແປ ຄຳສັບນີ້, ຂື້ນກັບສະພາບການ.
ການຄວບຄຸມຕົນເອງ
ການຄວບຄຸມຕົນເອງແມ່ນຄວາມສາມາດໃນການຄວບຄຸມພຶດຕິກຳ ຂອງຕົນເອງເພື່ອຫລີກລ້ຽງການເຮັດບາບ.
- ມັນໝາຍເຖິງການປະພຶດທີ່ດີ,ນັ້ນແມ່ນ, ຫລີກລ້ຽງຄວາມຄິດ,ການເວົ້າແລະການກະທຳທີ່ຜິດ.
- ການຄວບຄຸມຕົນເອງແມ່ນໝາກຜົນຫລືລັກສະນະທີ່ພຣະວິນຍານບໍລິສຸດປະທານໃຫ້ກັບຄຣິສຕຽນ.
- ບຸກຄົນທີ່ກຳລັງຄວບຄຸມຕົນເອງແມ່ນສາມາດຢຸດຕົນເອງຈາກການເຮັດສິ່ງທີ່ຜິດເຊິ່ງເຂົາອາດຈະຢາກເຮັດ. ພຣະເຈົ້າແມ່ນຜູ້ທີ່ເຮັດໃຫ້ບຸກຄົນນັ້ນສາມາດຄວບຄຸມຕົນເອງໄດ້.
ການຈົດທະບຽນສຳມະໂນຄົວ
ຄຳວ່າ"ການຈົດທະບຽນສຳມະໂນຄົວ"ແມ່ນການນັບຈຳນວນປະຊາຊົນຢ່າງເປັນທາງການໃນປະເທດນັ້ນໆ
ພັນທະສັນຍາເດີມບັນທຶກໃນເວລາທີ່ແຕກຕ່າງກັນ ເມື່ອພຣະເຈົ້າໄດ້ຊົງບັນຊາໃຫ້ນັບຈຳນວນຜູ້ຊາບອິດສະຣາເອນ ເທື່ອທຳອິດຕອນທີ່ຄົນອິດສະຣາເອນອອກຈາກເອຢິບ ແລະອີກເທື່ຶອຫນຶ່ງກ່ອນທີ່ພວກເຂົາຈະເຂົ້າໄປໃນແຜ່ນດິນການາອານ ຈຸດປະສົງຂອງການຈົດທະບຽນສຳມະໂນຄົວເຮັດເພື່ອຈະຮູ້ວ່າຈຳນວນຂອງປະຊາຊົນນັ້ນມີຈຳນວນເທົ່າໃດທີ່ຄວນຈະຈ່າຍພາສີ ຕົວຢ່າງ ມີເທື່ຶອຫນຶ່ງໃນພຣະຄຳອົບພະຍົບ ທີ່ການນັບພວກຜູ້ຊາຍອິດສະຣາເອນເພື່ອໃຫ້ແຕ່ລະຄົນຈ່າຍເງິນເຄິ່ງເຊເຂວສຳຫລັບການເບິ່ງແຍງພຣະວິຫານ ເມື່ອຕອນພຣະເຢຊູນັ້ນຫບັງເປັນເດັກນ້ອຍ ລັດຖະບານໂຣມັນໄດ້ເຮັດການຈົດທະບຽນສຳມະໂນຄົວປະຊາຊົນທຸກຄົນທີ່ອາໄສຢູ່ທົ່ວຈັກກະພັດ ເພື່ອຮຽກຮ້ອງໃຫ້ພວກເຂົາໃຫ້ຈ່າຍພາສີ
ຄຳແນະນຳໃນການແປ
ວິທິການເປັນໄປໄດ້ໃນການແປຄຳນີ້ສາມາດລວມທັງ"ການນັບຊື່"ຫລື"ຈົດລາຍຊື່"ຫລື"ລົງທະບຽນ" ຄຳວ່າ"ຈົດທະບຽນສຳມະໂນຄົວ"ສາມາດແປໄດ້ວ່າ"ຈົດທະບຽນຫລືປະຊາຊົນ"ຫລື"ລົງທະບຽນປະຊາຊົນ"ຫລື"ຂຽນຊື່ປະຊາຊົນ
ການຖວາຍ
ຄຳວ່າ "ຖວາຍເຄື່ອງສານຕິບູຊາ" ຄືໜຶ່ງໃນການຖວາຍເຄື່ອງບູຊາເຊີ່ງພຣະເຈົ້າຊົງບັນຊາໃຫ້ຊາວອິດສະລາເອນຖວາຍ ບາງເທື່ອຖືກເອີ້ນວ່າ "ການຖວາຍຂອບພຣະຄຸນ" ຫຼື "ສຳພັນທະພາບບູຊາ"
- ການຖວາຍເຄື່ອງບູຊານັ້ນມີການຖວາຍບູຊາສັດເຊີ່ງປາສະຈາກຕຳໜິແດ່ພຣະເຈົ້າ ການພົມເລືອດທີ່ແທ່ນບູຊາ ແລະການເຜົາໄຂມັນແລະສ່ວນອື່ນໆໂດຍເຜົາແຍກຕ່າງຫາກ
- ນອກຈາກນີ້ຍັງມີການຖວາຍເຂົ້າໜົມປັງບໍ່ມີເຊື້ອແລະເຂົ້າໝົມປັງມີເຊື້ອຊຶ່ງຈະເຜົາວາງເທິງເຄື່ອງເຜົາບູຊາ
- ປະໂລຫິດແລະຜູ້ທີ່ຖວາຍເຄື່ອງບູຊາໄດ້ຮັບອະນຸຍາດໃຫ້ຮັບປະທານສ່ວນແບ່ງອາຫານທີ່ເປັນເຄື່ອງເຜົາບູຊາ
- ການຖວາຍເຄື່ອງບູຊາເປັນສັນຍາລັກເຖິງສາມັກຄີທຳລະຫວ່າງພຣະເຈົ້າແລະປະຊາກອນຂອງພຣະອົງ
ການຖວາຍທັນບູຊາ
ການຖວາຍທັນບູຊາຄືຂອງຂວັນທີ່ເປັນເຂົ້າສາລີຫລືແປ້ງທັນຍະພືດທີ່ຖວາຍແດ່ພຣະເຈົ້າ ຫລາຍຄັ້ງຄືຫລັງຈາກການເຜົາເຄື່ອງເຜົາບູຊາ.
- ທັນຍະພືດທີ່ໃຊ້ສຳລັບການຖວາຍທັນບູຊາຈະຖືກບົດຈົນເປັນຜົງມາຢ່າງລະອຽດແລະບາງຄັ້ງກໍຖືກປຸງສຸກກອ່ນທີ່ຈະນຳມາຖວາຍ ແຕ່ເວລາອື່ນໆກໍຕອ້ງປອ່ຍໃວ້ແບບບໍ່ຕອ້ງປຸງ.
- ນ້ຳມັນແລະເກືອຈະຖືກເທລົງໄປໃນແປງ້ທັນຍະພືດ ແຕ່ບໍ່ອະນຸຍາດໃຫ້ໃສ່ເຊຶ້ອເຂົ້າໜົມປັງຫລືນ້ຳເຜີງ.
- ສ່ວນຂອງການຖວາຍທັນຍູຊາຈະຖືກເຜົາແລະບາງສ່ວນຈະໃຫ້ພວກປະໂລຫິດໃວ້ກິນ.
ການຖວາຍບູຊາ ເຄື່ອງຖວາຍບູຊາ
ໃນພຣະຄຳພີຄຳວ່າ ”ການຖວາຍບູຊາ”ແລະ ”ເຄື່ອງຖວາຍບູຊາ”ອ້າງເຖິງຂອງຂວັນພິເສດທີ່ຖວາຍໃຫ້ກັບພຣະເຈົ້າຊຶ່ງເປັນການນະມັດສະການພຣະອົງ ປະຊາຊົນຖວາຍເຄື່ອງບູຊາແດ່ພະທຽມດ້ວຍ ໂດຍທົ່ວໄປ ຄຳວ່າ “ເຄຶ່ອງຖວາຍບູຊາ” ຫມາຍເຖິງສິ່ງຂອງອັນໃດກໍ່ຕາມທີ່ໄດ້ຖວາຍຫລືໄດ້ມອບໃຫ້ ຄຳວ່າ”ການຖວາຍບູຊາ”ອ້າງເຖິງຂອງບາງສິ່ງທີ່ໄດ້ມອບໃຫ້ຫລືໄດ້ກະທຳໂດຍຜູ້ໃຫ້ ເຄື່ອງຖວາຍບູຊາແດ່ພຣະເຈົ້າເປັນສິ່ງຂອງສະເພາະທີ່ພຣະເຈົ້າຊົງບັນຊາໃຫ້ຊົນຊາດອິດສະຣາເອນຖວາຍແດ່ພຣະອົງເພື່ອສະແດງຄວາມຈົ່ງຮັກພັກດີແລະການເຊື່ອຟັງພຣະອົງ ຊື່ຂອງເຄຶ້ອງຖວາຍບູຊາຕ່າງໆເຊັ່ນ ”ເຄື່ອງເຜົາບູຊາ”ແລະ”ແທນບູຊາ”ຊີ້ໃຫ້ເຮົາເຫັນວ່າເຄື່ອງຖວາຍບູຊາປະເພດໃດທີ່ກຳລັງຖືກນຳມາຖວາຍບູຊາຢູ່ ເຄື່ອງບູຊາຖວາຍແດ່ພຣະເຈົ້າສ່ວນຫລາຍແມ່ນກ່ຽວຂ້ອງກັບການຂ້າສັດ ມີພຽງແຕ່ການຖວາຍບູຊາຂອງພຮະເຢຊູທີ່ສົມບູນເພາະພຣະອົງເປັນພຣະບຸດຂອງພຮະເຈົ້າຜູ້ທີບໍ່ມີຄວາມບາບແລະສາມາດຊຳລະລ້າງຄົນທັງຫລາຍຈາກບາບຢ່າງສົມບູນ ການບູຊາສັດບໍສາມາດທຳຢ່າງນັ້ນໄດ້ ມີຄຳກ່າວທີ່ປຽບທຽບວ່າ”ຖວາຍຕົວຂອງທ່ານໃຫ້ເປັນເຄື່ອງບູຊາທີ່ມີຊີວິດ”ຫມາຍຄວາມວ່າ”ໃຫ້ມີຊີວິດໃນການເຊື່ອຟັງພຣະເຈົ້າຢ່າງສົມບູນແບບ ຍອມມອບທຸກຢ່າງເພື່ອຮັບໃຊ້ພຣະອົງ”
ຄຳແນະນຳໃນການແປ
ຄຳວ່າ ”ເຄຶ່ອງຖວາຍບູຊາ ”ສາມາດແປວ່າ “ຂອງຖວາຍແດ່ພຣະເຈົ້າ”ຫລື”ບາງສິ່ງທີ່ໄດ້ມອບໃຫ້ແກ່ພຣະເຈົ້າຫລື ”ບາງສິ່ງທີ່ມີຄ່າທີ່ນຳມາສະເໜີແດ່ພຣະເຈົ້າ ຂື້ນຢູ່ກັບບໍລິບົດຄຳວ່າ ”ການຖວາຍບູຊາ” ສາມາດແປວ່າ” ບາງສິ່ງທີ່ມີຄ່າທີ່ຖວາຍໃນການນະມັດສະການ”ຫລື ”ຫລືສັດພິເສດທີ່ຖືກຂ້າເພື່ອຖວາຍແດ່ພຣະເຈົ້າ ການກຳທຳ ”ການຖວາຍບູຊາ” ສາມາດແປໄດ້ອີກວ່າ” ມອບຖວາຍບາງສິ່ງທີ່ມີຄ່າ” ຫລື ”ຂ້າສັດແລະຖວາຍແດ່ພຣະເຈົ້າ” ວິທີອື່ນທີ່ແປ ”ມອບຖວາຍຕົວທ່ານເອງເປັນເຄື່ອງຖວາຍບູຊາທີ່ມີຊີວິດ” ສາມາດແປວ່າ”ຕະລອດທີ່ມີຊີວິດຢູ່ຈົ່ງຖວາຍຕົວທ່ານເອງຕໍ່ພຣະເຈົ້າຢ່າງໝົດສີ້ນເຊັ່ນດຽວກັບສັດທີ່ຖືກຖວາຍເທິງແທນບູຊາ”
ການຖວາຍບູຊາຄວາມຜິດ
ການຖວາຍບູຊາຄວາມຜິດຄືການຖວາຍຫລື ຖວາຍບູຊາທີ່ພຣະເຈົ້າຊົງໄດ້ກຳນົດໃຫ້ຊາວອິດສະຣະເອນທຳຂື້ນ ເປັນຖ້າພວກເຂົາໄດ້ທຳບາງສິ່ງຜິດໂດຍບໍ່ເຈດຕະນາ ຢ່າງເຊັ່ນ ບໍ່ເຄົາຣົບພຣະເຈົ້າຫລືການທຳລາຍສັບສິນຂອງບຸກຄົນອື່ນ.
- ການຖວາຍນີ້ກຽ່ວຂອ້ງກັບການຖວາຍບູຊາສັດຈ່າຍຄ່າປັບດວ້ຍເງິນຫລືທອງ.
- ນອກຈາກນີ້ບຸກຄົນທີ່ຜິດພາດຍັງຕ້ອງຮັບຜິດຊອບຕໍ່ຄວາມເສີຍຫາຍທີ່ເກີດຂື້ນ.
ການທົດລອງ
ຄຳວ່າ "ການທົດລອງ" ອ້າງເຖິງສະຖານນະການທີ່ບາງຢ່າງຫລືບາງຄົນຖືກ"ທົດລອງ" ຫລືທົດສອບ.
- ການທົດລອງສາມາດເປັນການພິຈາລະນາຄະດີໃນສານເຊິ່ງມີການສົ່ງຫລັກຖານໃຫ້ພິສູດວ່າບຸກຄົນປົດຈາກຄວາມຜິດຫລືກະທຳຄວາມຜິດ.
- ຄຳວ່າ "ການທົດລອງ" ຍັງອ້າງເຖິງສະຖານນະການທີ່ຍາກລຳບາກທີ່ບຸກຄົນຈະຜ່ານໄປເຊັ່ນດຽວກັບທີ່ພຣະເຈົ້າທົດສອບຄວາມເຊື່ອຂອງພວກເຂົາ. ຄຳອື່ນໆ ສຳລັບເລື່ອງນີ້ຄື "ການທົດສອບ" ຫລື "ການທົດລອງ."
- ຫລາຍຄົນໃນພຣະຄໍາພີໄດ້ຮັບການທົດສອບເພື່ອເບິ່ງວ່າພວກເຂົາຍັງຄົງເຊື່ອແລະເຊື່ອຟັງພຣະເຈົ້າຕໍ່ໄປຫລືບໍ່. ພວກເຂົາຕ້ອງຜ່ານການທົດລອງເຊິ່ງລວມເຖິງການຖືກຄ້ຽນຕີ, ການຖືກຈຳຄຸກ, ຫລືແມ່ນຖືກຂ້າຕາຍເພາະຄວາມເຊື່ອຂອງພວກເຂົາ.
ການທົດສອບ
ຄຳວ່າ "ການທົດສອບ" ອ້າງເຸຖີງປະສົບການທີ່ຍາກລຳບາກຫຼືເຈັບປວດເຊິງແສດງໃຫ້ເຫັນເຖີງຈຸແຂງແລະຈຸອ່ອນຂອງບຸຄົນ
- ພຣະເຈົ້າຊົງທົດສອບປະຊາຊົນ ແຕ່ພຣະອົງບໍ່ທົດລອງພວກເຂົາ ຊາຕານຈະທົດລອງປະຊາຊົນໃຫ້ທຳບາບ
- ບາງຄັ້ງພຣະເຈົ້າຊົງໃຊຊ້ກາານທົດສອບເພື່ອເປິດເຜີຍຄວາມບາບຂອງຜູ້ຄົນ ການທົດສອບຊ່່ອຍໃຫ້ຜູ້ຄົນຫັນກັບຈາກບາບແລະເຂົ້າໃກ້ພຣະເຈົ້າ
- ຄຳແລະເຫລັກອື່ນໆໄດ້ຮັບການທົດສອບດ້ວຍໄຟເພື່ອຫາວ່າມັນບໍຣິສຸດແລະແຂງຢ່າງໃດ ນີ້ເປັນພາບທີ່ພຣະເຈົ້າຊົງໃຊ້ສະຖານະການອັນເຈັບປວດເພື່ອທົດສອບປະຊາກອນຂອງພຣະອົງ
- "ເຂົ້າສູ່ການທົດສອບ" ສາມາດແປວ່າ "ທ້າທາຍບາງຄົນຫຼືບາງສິ່ງເພື່ອພຶສູດຄ່າຂອງມັນ"
- ໃນບໍຣິບົດຂອງການທົດສອບພຣະເຈົ້າ ໝາຍເຖິງການບໍ່ປະຕຶບັດຕາມພຣະອົງ ສວຍໂອກາດຈາກຜົນປະໂຍດຄວາມເມດຕາຂອງພຣະອົງ
- ພຣະເຈົ້າເວົ້າກັບຊາຕານວ່າຜິດທີ່ທົດລອງພຣະເຈົ້າພຣະອົງຄືພຣະເຈົ້າຜູຊົງອຳນາດສູງສຸດ ພຣະເຈົ້າຜູ້ບໍຣິສຸດຊົງຢູ່ເໜື່ອທຸກສິ່ງແລະທຸກຄົນ
ຄຳແນະນຳການແປ
*ຄຳວ່າ "ທົດສອບ"ສາມາດແປໄດ້ວ່າ "ທ້າທາຍ" ຫຼື "ທຳໃຫ້ເກິດປະສົບການທີ່ຍາກລຳບາກ"ຫຼື "ພິສູດ" * ວິທີການແປ "ການທົດສອບ" ສາມາດເປັນ "ຄວາມທ້າທາຍ" ຫຼື "ປະສົບການທີ່ຍາກລຳບາກ" * "ທຳການທົດສອບ" ສາມາດແປວ່າ "ທົດສອບ" ຫຼື "ການທຳໃຫ້ມີຄວາມທ້າທາຍ" ຫຼື "ບັງຄັບເພື່ອພິສູດຕົນເອງ" * ໃນບໍຣິບົດຂອງການທົດສອບພຣະເຈົ້າ ສິ່ງນີ້ສາມາດແປໄດ້ວ່າ"ພຣະຍາຍາມບັງຄັບໃຫ້ພຣະເຈົ້າພຶສູດພຣະອົງ" * ໃນບາງບໍຣິບົດຄຳວ່າ"ທົດສອບ" ສາມາດແປວ່າ "ທົດລອງ"
ການນະມັດສະການ
" ການນະມັດສະການ " ໝາຍເຖິງການຍົກຍ້ອງສັນລະເສີນແລະເຊື່ອຟັງພຣະເຈົ້າຍ່າງຈິງໃຈ
- ຄຳນີ້ຍາງຄັ້ງຈະມີຄວາມໝາຍຕາມຕົວອັກສອນ " ນ້ອມຕົວລົງ " ຫລື " ກາບໄຫວ້ " ເພື່ອຖ່ອມຕົວແລະໃຫ້ກຽດບາງຄົນ
- ພວກເຮົານະມັດສະການພຣະເຈົ້າເມື່ອເຮົາຮັບໃຊ້ແລະໃຫ້ກຽດພຣະອົງ ໂດຍການສັນລະເສີນພຣະອົງແລະເຊື່ອຟັງພຣະອົງ
- ເມື່ອແະຊາຊົນອິດສະຣາເອນນະມັດສະການພຣະເຈົ້າ ມັກມີການຖວາຍສັດເທິງແທ່ນບຸຊາ
- ບາງຄົນນະມັດສະການພະທຽມ
ຄຳນະນຳໃນການແປ
- ຄຳທີ່ວ່າ " ນະມັດສະການ " ໝາຍເຖິງ "ກົ້ມລົງ " ຫລື " ໃຫ້ກຽດແລະຮັບໃຊ້ພຣະເຈົ້າ " ຫລື " ໃຫ້ກຽດແລະເຊື່ອຟັງ "
- ໃນບາງບໍຣິສັດ ກໍສາມາດແປວ່າ " ການສັນລະເສີນຢ່າງຖ່ອມຕົວ
" ຫລື " ໃຫ້ກຽດແລະສັນລະເສີນ "
ການບົວລະບັດ, ການຮັບໃຊ້
ຄຳວ່າ“ ຮັບໃຊ້” ໝາຍຄວາມວ່າເຮັດສິ່ງຕ່າງໆເພື່ອຊ່ວຍຄົນອື່ນ. ມັນຍັງສາມາດໝາຍຄວາມວ່າ "ການນະມັດສະການ."
- ໃນສະພາບການຂອງແມ່ຍິງທີ່ຮັບໃຊ້ແຂກ, ຄຳສັບນີ້ມີຄວາມໝາຍວ່າ "ເບິ່ງແຍງ" ຫຼື "ຮັບໃຊ້ເອົາອາຫານໃຫ້" ຫຼື "ຈັດຫາອາຫານ ສຳລັບ."ເຖິງ. "1# comment_5adb7a6af206fdb7787dd58f4b215940
- ຄຳວ່າ“ ການບົວລະບັດ” ໝາຍເຖິງການກະທຳຮັບໃຊ້. ມັນຍັງສາມາດຖືກນໍາໃຊ້ເພື່ອຫມາຍເຖິງ "ການປະຊຸມ" ຂອງຄຣິສຕຽນໃນຂະນະທີ່ພວກເຂົານະມັດສະການພຣະເຈົ້າຮ່ວມກັນ.
- ຄຳວ່າ "ການຮັບໃຊ້" ຍັງສາມາດແປເປັນ, "ເບີ່ງແຍງເປັນພິເສດ" ຫຼື "ເຮັດວຽກເພື່ອ" ຫລື "ເບິ່ງແຍງ" ຫລື "ເຊື່ອຟັງ", ຂື້ນກັບສະພາບການ.
- "ການຮັບໃຊ້ພຣະເຈົ້າ" ສາມາດແປເປັນ "ການນະມັດສະການແລະເຊື່ອຟັງພຣະເຈົ້າ" ຫຼື "ເຮັດວຽກທີ່ພຣະເຈົ້າສັ່ງ."
- ເພື່ອ“ ການບົວລະບັດເທີງໂຕະ” ໝາຍເຖິງການເອົາອາຫານໄປໃຫ້ຄົນທີ່ກຳລັງນັ່ງໂຕະ.
- ຜູ້ທີ່ສອນຄົນອື່ນກ່ຽວກັບພຣະເຈົ້າໄດ້ຖືກກ່າວວ່າໃຫ້ຮັບໃຊ້ທັງພຣະເຈົ້າແລະຄົນອື່ນທີ່ພວກເຂົາສອນ.
- ອັກຄະສາວົກໂປໂລໄດ້ຂຽນເຖິງຄຣີດສຕຽນຊາວໂກຣິນໂທກ່ຽວກັບວິທີທີ່ພວກເຂົາໃຊ້ເພື່ອ“ ຮັບໃຊ້” ພັນທະສັນຍາພຣະຄຳພີເດີມ. ນີ້ໝາຍເຖິງການເຊື່ອຟັງກົດຂອງໂມເຊ.
- ດຽວນີ້ພວກເຂົາ“ ຮັບໃຊ້” ພັນທະສັນຍາພຣະຄຳພີໃໝ່, ນັ້ນແມ່ນ, ຍ້ອນການເສຍສະລະຂອງພຣະເຢຊູຢູ່ເທິງໄມ້ກາງແຂນ, ຜູ້ທີ່ເຊື່ອໃນພຣະເຢຊູໄດ້ຖືກປ່ຽນແປງໂດຍພຣະວິນຍານບໍລິສຸດເຮັດໃຫ້ພຣະເຈົ້າພໍໃຈແລະດຳລົງຊີວິດທີ່ບໍລິສຸດ.
- ໂປໂລເວົ້າກ່ຽວກັບເລື່ອງນີ້ໃນແງ່ຂອງ "ການຮັບໃຊ້" ຂອງພວກເຂົາຕໍ່ສັນຍາເກົ່າຫລື ໃໝ່. ສິ່ງນີ້ສາມາດຖືກແປວ່າ "ການຮັບໃຊ້" ຫລື "ການເຊື່ອຟັງ" ຫລື "ການອຸທິດຕົນ."
ການປິດລ້ອມ, ປິດລ້ອມ
ຄໍາວ່າປິດລ້ອມ "ການປິດລ້ອມ " ອ້າງເຖິງເມື່ອກອງທັບມາບຸກໂຈມຕີປິດລ້ອມເມືອງເຮັດໃຫ້ເມືອງນັ້ນຕ້ອງ ອຶດເຂົ້າ ອຶດນໍ້າ ຂາດແຄນອາຫານ ການ. "ປິດລ້ອມ"ເມືອງ ໝາຍເຖິງການເຮັດໃຫ້ເມືອງນັ້ນຢູ່ພາຍໃຕ້ການປິດລ້ອມ.
-
ເມື່ອບາບີໂລນມາໂຈມຕີຊາວອິດສະຣາເອນ, ພວກເຂົາກໍໃຊ້ກົນລະຍຸດໃນການປິດລ້ອມນະຄອນເຢຣູຊາເລັມເພື່ອເຮັດໃຫ້ຄົນທີ່ຢູ່ໃນເມືອງອ່ອນແຮງລົງ.
-
ຫລາຍຄັ້ງໃນລະຫວ່າງທີ່ມີການປິດລ້ອມໂຈມຕີ, ທາງລາດດິນຈະຄ່ອຍໆຖືກສ້າງຂຶ້ນມາໃຫ້ເປັນຄັນຄູນສູງເພື່ອໃຫ້ກອງທັບໂຈມຕີຂ້າມກໍາແພງເມືອງແລະສາມາດບຸກເມືອງໄດ້.
-
ຄໍາກ່າວທີ່ບອກວ່າ "ວາງການປິດລ້ອມເມືອງ" ໝາຍເຖິງການທຳການລ້ອມເມືອງ. ມີຄວາມໝາຍເໝືອນກັນກັບຄໍາວ່າ "ປິດລ້ອມ."
-
ຄໍາວ່າ "ຖືກປິດລ້ອມ" ມີຄວາມໝາຍເໝືອນກັບຄໍາທີ່ບອກວ່າ "ພາຍໃຕ້ການປິດລ້ອມ." ຄຳສອງຢ່າງນີ້ອະທິບາຍເຖິງເມືອງທີ່ກອງທັບສັດຕູກໍາລັງປິດລ້ອມຢູ່ແລະຖືກລ້ອມຢູ່.
ການຜິດຖຽງກັນ
ຄຳວ່າ“ ການຜິດຖຽງກັນ” ໝາຍເຖິງຄວາມຂັດແຍ່ງທາງດ້ານຮ່າງກາຍຫຼືຈິດໃຈລະຫວ່າງຄົນເຮົາ.
- ບຸກຄົນທີ່ກໍ່ໃຫ້ເກີດຄວາມວຸ້ນວາຍເຮັດສິ່ງຕ່າງໆທີ່ເຮັດໃຫ້ເກີດການຜິດຖຽງກັນແລະສ້າງຄວາມຮູ້ສຶກທີ່ບໍ່ດີຕໍ່ກັນແລະກັນ.
- ການຜິດຖຽງກັນບາງຄັ້ງກໍ່ສະແດງເຖິງອາລົມທີ່ຮຸນແຮງ ເຊັ່ນຄວາມໃຈຮ້າຍຫລືຄວາມຂົມຂື່ນ.
- ວິທີການອື່ນໃນການແປ ຄຳສັບນີ້ອາດປະກອບມີ, "ຄວາມບໍ່ເຫັນດີ" ຫລື "ການຜິດຖຽງ" ຫລື "ການຂັດແຍ້ງ".
ການສັງຫານ
ຄຳວ່າ "ການສັງຫານ"ອ້າງເຖິງການຂ້າສັດຫລືຄົນຈຳນວນຫລາຍ ຫລືການ ຂ້າແບບທາລຸນ ແລະຄຳນີ້ຍັງອ້າງເຖິງການຂ້າສັດເພື່ອເປັນອາຫານດ້ວຍ.
- ເມື່ອອັບຣາຮາມໄດ້ຕ້ອນຮັບແຂກສາມຄົົນທີ່ເຕັນທຂອງທ່ານໃນທະເລຊາຍ ທ່ານໄດ້ສັ່ງຄົນຮັບໃຊ້ຂອງທ່ານໃຫ້ຂ້າແລະໃຫ້ປຸງຊີ້ນງົວສຳລັບເປັນອາຫານໃຫ້ແຂກຂອງທ່ານທັງສາມຄົນ.
- ຜູ້ປະກາດພຣະທຳເອເສກຽນພະຍາກອນວ່າພຣະເຈົ້າຈະສົ່ງທູດສະຫວັນຂອງພະອົງສັງຫານຄົນທັງໝົດທີ່ບໍ່ຕິດຕາມພຣະວັດຈະນະຄຳຂອງພະອົງ.
- ໃນພະທຳ 1ຊາມູເອນໄດ້ບັນທຶກເຖິງການສັງຫານເທື່ອໃຫຍ່ທີ່ຄົນອິດສະຣາເອນຖືກຂ້າ 30,000 ຄົນໂດຍສັດຕູຂອງພວກທ່ານເພາະການບໍ່ເຊື່ອຟັງພະເຈົ້າ.
- "ອາວຸດທັງຫລາຍໃນການສັງຫານ"ສາມາດແປໄດ້ວ່າ"ອາວຸດທັງຫລາຍສຳລັບການຂ້າ."
- ຄຳກ່າວທີ່ວ່າ, "ການສັງຫານເປັນສິ່ງທີ່ຍິ່ງໃຫຍ່" ສາມາດແປໄດ້ວ່າ "ຄົນຈຳນວນຫລາຍຖືກຂ້າ" ຫລື "ຈຳນວນຜູ້ເສຍຊີວິດຫລວງຫລາຍ" ຫລື "ຈຳນວນປະຊາຊົນທີ່ຕາຍສູງຈົນໜ້າຢ້ານກົວ."
- ວິທີອື່ນທີ່ຈະແປຄຳວ່າ "ສັງຫານ" ສາມາດລວມເຖິງ, "ຂ້າ" ຫລື "ປະຫານ "ຫລື "ການຂ້າ."
ການອັດສະຈັນ, ສິ່ງມະຫັດສະຈັນ, ໝາຍສຳຄັນ
"ການອັດສະຈັນ" ແມ່ນບາງສິ່ງທີ່ໜ້າງຶດງໍ້ປະຫລາດໃຈ ທີ່ບໍ່ໜ້າຈະເປັນໄປໄດ້ ນອກຈາກພຣະເຈົ້າ ຈະເຮັດໃຫ້ສິ່ງນັ້ນເກີດຂຶ້ນ.
- ຕົວຢ່າງການອັດສະຈັນທີ່ພຣະເຢຊູໄດ້ເຮັດແລ້ວ ເຊັ່ນ ຫ້າມລົມພາຍຸ ແລະ ຊ່ວຍຊາຍຕາບອດໃຫ້ເຫັນຮຸ່ງ.
- ບາງເທື່ອກໍເອິ້ນການອັດສະຈັນວ່າ "ມະຫັດສະຈັນ" ເພາະວ່າ ສິ່ງເຫລົ່ານັ້ນໄດ້ເຮັດໃຫ້ຄົນທັງຫລາຍຮູ້ສຶກງຶດງໍ້ແລະປະຫລາດໃຈ.
- ຄຳວ່າ "ມະຫັດສະຈັນ" ຍັງສາມາດບົ່ງບອກເຖິງການສຳແດງລິດທານຸພາບຂອງພຣະເຈົ້າໄດ້ອີກ, ເຊັ່ນ ຕອນພຣະອົງນີຣະມິດສ້າງຟ້າສະຫວັນ ແລະ ຜືນແຜ່ນດິນໂລກ.
- ການອັດສະຈັນ ສາມາດເອິ້ນອີກແບບໜຶ່ງວ່າ "ໝາຍສຳຄັນ" ເພາະວ່າສິ່ງເຫລົ່ານີ້ ແມ່ນບົ່ງບອກ ຫລື ເປັນຫລັກຖານບອກວ່າ ພຣະເຈົ້າຊົງເຕັມດ້ວຍລິດທານຸພາບສູງສຸດ ຊົງຢູ່ເໜືອໂລກຈັກກະວານນີ້.
- ການອັດສະຈັນບາງຢ່າງ ແມ່ນການຊ່ວຍໄຖ່ໃຫ້ພົ້ນຂອງພຣະເຈົ້າ, ເຊັ່ນ ຕອນທີ່ພຣະອົງ ຊ່ວຍຊົນຊາດອິດສະຣາເອນໃຫ້ພົ້ນຈາກການເປັນທາດໃນປະເທດເອຢິບ ແລະ ຕອນທີ່ພຣະອົງຊ່ວຍຮັກສາດານີເອນ ໃຫ້ພົ້ນຈາກການກັດກິນຂອງສິງໂຕ ເປັນຕົ້ນ.
- ການອັດສະຈັນອື່ນໆ ອາດຈະໝາຍເຖິງການພິພາກສາຂອງພຣະເຈົ້າ, ເຊັ່ນ ຕອນພຣະອົງເຮັດໃຫ້ນ້ຳຖ້ວມໂລກໃນສະໄໝຂອງໂນອາ ແລະ ຕອນທີ່ພຣະອົງ ສົ່ງພັຍພິບັດມາເໜືອແຜ່ນດິນປະເທດເອຢິບ ໃນສະໄໝຂອງໂມເຊ.
- ການອັດສະຈັນຫລາຍຢ່າງຂອງພຣະເຈົ້າ ແມ່ນການປິ່ນປົວຮັກສາຄົນເຈັບໄຂ້ປ່ວຍໂຊ ຫລື ເຮັດໃຫ້ຄົນທີ່ຕາຍແລ້ວ ເປັນຄືນຂຶ້ນມາມີຊີວິດອີກ.
- ລິດອຳນາດຂອງພຣະເຈົ້າ ຈະສຳແດງຜ່ານທາງພຣະເຢຊູເຈົ້າ ໃນຂະນະທີ່ພຣະອົງຊ່ວຍປິ່ນປົວຮັກສາຄົນ, ຫ້າມລົມພາຍຸ, ຍ່າງເທິງໜ້ານ້ຳ, ແລະ ຊ່ວຍຄົນໃຫ້ເປັນຄືນມາຈາກຕາຍ. ສິ່ງທັງໝົດນີ້ແມ່ນການອັດສະຈັນ. * ພຣະເຈົ້າ ຍັງໃຫ້ພວກຜູ້ປະກາດພຣະທຳ ແລະ ພວກອັກຄະສາວົກ ເຮັດການອັດສະຈັນ ເພື່ອປິ່ນປົວຮັກສາ ແລະ ເຮັດຫລາຍສິ່ງຫລາຍຢ່າງ ໃຫ້ເປັນໄປໄດ້ ໂດຍຜ່ານທາງລິດອຳນາດຂອງພຣະເຈົ້າ ເທົ່ານັ້ນ.
ຄຳແນະນຳໃນການແປ
- ການແປທີ່ເປັນໄປໄດ້ສຳລັບຄຳວ່າ "ການອັດສະຈັນ" ຫລື "ສິ່ງມະຫັດສະຈັນ" ສາມາດແປໄດ້ວ່າ, "ສິ່ງທີ່ເປັນໄປບໍ່ໄດ້ ພຣະເຈົ້າຈະເຮັດສິ່ງນັ້ນ" ຫລື "ພາລະກິດທີ່ເຕັມດ້ວຍລິດທານຸພາບຂອງພຣະເຈົ້າ" ຫລື "ການກະທຳທີ່ມະຫັດສະຈັນຂອງພຣະເຈົ້າ."
- ຄຳກ່າວທີ່ໄດ້ຍິນຢູ່ເລື້ອຍໆ ວ່າ "ໝາຍສຳຄັນ ແລະ ການອັດສະຈັນ" ສາມາດແປໄດ້ວ່າ "ຂໍ້ພິສູດ ແລະ ການອັດສະຈັນ" ຫລື "ກິດຈະການອັນອັດສະຈັນທີ່ໄດ້ພິສູດອຳນາດຂອງພຣະເຈົ້າ" ຫລື "ການອັດສະຈັນທີ່ມະຫັດສະຈັນ ເຊິ່ງໄດ້ສຳແດງຄວາມຍິ່ງໃຫຍ່ຂອງພຣະເຈົ້າ."
- ໝາຍເຫດ ຄວາມໝາຍຂອງໝາຍສຳຄັນ ເຊິ່ງເປັນເລື່ອງທີ່ໜ້າເຫລືອເຊື່ອນັ້ນ ຕ່າງກັບຄວາມໝາຍຂອງໝາຍສຳຄັນ ເຊິ່ງເປັນການພິສູດ ຫລື ເປັນຫລັກຖານສຳລັບບາງສິ່ງ. ທັງສອງຢ່າງສາມາດເຊື່ອມຕໍ່ເຖິງກັນໄດ້.
ການໃຫ້ອາໄພ
ຄຳວ່າ ການໃຫ້ອາໄພ ໝາຍຄວາມວ່າ ການຍົກໂທດແລະບໍ່ລົງໂທດບາງຄົນສຳລັບບາບຂອງເຂົາ
ຄຳນີ້ມີຄວາມໝາຍເໝືອນກັບຄຳວ່າ ຍົກໂທດ ແຕ່ອາດລວມຄວາມໝາຍຂອງການຕັດສິນໃຈຢ່າງເປັນທາງການທີ່ຈະບໍ່ລົງໂທດບາງຄົນຜູ້ມີຄວາມຜິດ ໃນສານທາງກົດໝາຍ ຜຸ້ພິພາກສາສາມາດຍົກໂທດບຸກຄົນທີ່ພົບວ່າມີຄວາມຜິດໃນການອາດສະຍາກຳ ເຖີງແມ່ນວ່າເຮົາຈະມີຄວາມຜິດໃນເລື່ອງບາບ ພຣະຢຊູຄຣິດຊົງອະໄພແກ່ເຮົາບໍ່ໃຫ້ເຮົາຕົກນາລົກ ຂື້ນຢູ່ກັບການສີ້ນພຣະຊົນຂອງພຣະອົງເທີງໄມ້ກາງແຂນ
ຄຳແນະນຳໃນການແປ
ຖ້າໃນພາສາມີຄຳເຊີ່ງໝາຍເຖີງການຕັດສິນໃຈຢ່າງເປັນທາງການທີ່ຈະໃຫ້ອະໄພ ຄຳນັ້ນສາມາດໃຊ້ໃນການແປຄຳນີ້ໄດ້ ຄຳນີ້ສາມາດແປຄືກັບຄຳວ່າ ຍົກໂທດ ແລະ ການຍົກໂທດ
ການໄຫລເລືອດ
ຄຳວ່າ“ ການໄຫລເລືອດ” ໝາຍ ເຖິງການຕາຍຂອງມະນຸດຍ້ອນການຄາດຕະກຳ, ສົງຄາມຫລືການກະທຳຮຸນແຮງອື່ນໆ.
- ຄຳນີ້ມີຄວາມໝາຍວ່າ "ເລືອດໄຫລອອກ," ໝາຍເຖິງເວລາທີ່ເລືອດອອກຈາກຮ່າງກາຍຂອງຄົນຈາກບາດແຜເປີດ.
- ຄຳວ່າ“ ການໄຫລເລືອດ” ມັກຖືກໃຊ້ເພື່ອອ້າງເຖິງການຂ້າຄົນຢ່າງແຜ່ຫຼາຍ. *ມັນຍັງຖືກນຳໃຊ້ເປັນຂໍ້ອ້າງອີງທົ່ວໄປກ່ຽວກັບບາບຂອງການຄາດຕະກຳ.
ຄຳ ແນະນຳໃນການແປ
- "ການໄຫລເລືອດ" ອາດຈະຖືກແປເປັນ "ການຂ້າຄົນ" ຫລື "ຄົນ ຈຳນວນຫລວງຫລາຍທີ່ຖືກຂ້າ."
- "ໂດຍຜ່ານການໄຫລເລືອດ" ຍັງສາມາດຖືກແປເປັນ "ການຂ້າຄົນ."
- "ການໄຫລເລືອດທີ່ບໍລິສຸດ"ສາມາດຖືກແປວ່າ "ຂ້າຄົບໍລິສຸດ."
- "ການໄຫລເລືອດດັ່ງຕໍ່ໄປນີ້ແມ່ນການໄຫລເລືອດ" ອາດຈະຖືກແປວ່າ, "ພວກເຂົາສືບຕໍ່ຂ້າຄົນ" ຫລື "ການຂ້າຄົນຕໍ່ໄປ" ຫລື "ພວກເຂົາໄດ້ຂ້າຄົນຫລາຍຄົນແລະຍັງສີບຕໍ່ເຮັດແບບນັ້ນ" ຫລື "ຄົນເຮົາຍັງຂ້າຄົນອື່ນຢູ່ຕໍ່ໄປ."
- ການນຳໃຊ້ຕົວເລກອື່ນ, "ການໄຫລເລືອດຈະຕາມຫາທ່ານ" ສາມາດຖືກແປເປັນ "ປະຊາຊົນຂອງທ່ານຈະສືບຕໍ່ປະສົບກັບການໄຫລເລືອດ" ຫລື "ປະຊາຊົນຂອງທ່ານຈະສືບຕໍ່ຖືກຂ້າຕາຍ" ຫລື "ປະຊາຊົນຂອງທ່ານຈະສືບຕໍ່ເຮັດສົງຄາມກັບປະເທດອື່ນແລະປະຊາຊົນຕາຍຈະຮັກສາແລ້ວ. "
ການໝິ່ນປະໝາດ, ການປະໝາດ , ດູໝິ່ນ
ໃນພຣະຄຳພີ, ຄຳວ່າ "ໝິ່ນປະໝາດ" ໝາຍເຖິງການເວົ້າໃນແບບທີ່ສະແດງຄວາມບໍ່ເຄົາລົບຕໍ່ພຣະເຈົ້າຫລືຜູ້ຄົນ. ການ“ ໝິ່ນປະໝາດ” ຜູ້ໃດຜູ້ໜຶ່ງແມ່ນເວົ້າໃສ່ຄົນນັ້ນເພື່ອໃຫ້ຄົນອື່ນຄິດບາງຢ່າງທີ່ບໍ່ຖືກຕ້ອງຫຼືບໍ່ດີກ່ຽວກັບລາວ.
- ສ່ວນຫລາຍການເວົ້າໝິ່ນປະໝາດພຣະເຈົ້າໝາຍເຖິງການເວົ້າໃສ່ຮ້າຍລື ດູຖຸກລາວໂດຍການເວົ້າສິ່ງທີ່ບໍ່ແມ່ນຄວາມຈິງກ່ຽວກັບລາວຫຼືໂດຍການປະພຶດທີ່ບໍ່ສົມຄວນທີ່ເຮັດໃຫ້ກຽດຊັງລາວ.
- ມັນເປັນການໝິ່ນປະໝາດສຳລັບມະນຸດທີ່ອ້າງວ່າຕົນເປັນພຣະເຈົ້າຫລືອ້າງວ່າມີພຣະເຈົ້າອື່ນນອກເໜືອຈາກພຣະເຈົ້າທ່ຽງແທ້.
- ສະບັບພາສາອັງກິດບາງສະບັບແປຄຳນີ້ວ່າ "ໃສ່ຮ້າຍປ້າຍສີ" ເມື່ອເວົ້າເຖິງການໝິ່ນປະໝາດຄົນ.
ຄຳແນະນຳໃນການແປ
- ເພື່ອ“ ໝິ່ນປະໝາດ” ສາມາດຖືກແປເປັນ,“ ເວົ້າໃສ່ຮ້າຍ” ຫລື“ ດູຖູກພຣະເຈົ້າ” ຫລື“ ໝິ່ນປະໝາດ”.
- ວິທີການແປ "ການ ໝິ່ນປະໝາດ" ສາມາດປະກອບມີ, "ເວົ້າຜິດກັບຄົນອື່ນ" ຫລື "ເວົ້າເຍາະເຍີ້ຍ" ຫລື "ເຜີຍແຜ່ຂ່າວລືທີ່ບໍ່ຖືກຕ້ອງ."
ການຮັບເປັນລູກ
ຄຳວ່າ "ການຮັບເປັນລູກ" ເວົ້າເຖີງການທີ່ບາງຄົນໄດ້ກາຍເປັນລູກຢ່າງຖືກຕ້ອງຕາມກົດໝາຍຂອງບຸກຄົນອື່ນ ທີ່ບໍ່ແມ່ນພໍ່ແມ່ຄີງ.
- ພຣະຄຳພີໃຊ້ຄຳວ່າ "ການຮັບເປັນລູກ" ຫລື "ຮັບເປັນລູກ" ເປັນພາບປຽບທຽບເພື່ອອະທິບາຍວ່າພຣະເຈົ້າເຮັດໃຫ້ຄົນໄດ້ມີສ່ວນໃນຄອບຄົວຂອງພຣະອົງ, ແລະຊົງເຮັດໃຫ້ພວກເຂົາເປັນລູກຊາຍແລະລູກຍິງຝ່າຍວິນຍານຂອງພຣະອົງໄດ້ຢ່າງໃດ.
- ໃນຖານະລູກລ້ຽງ ພວກຜູ້ເຊື່ອເປັນຜູ້ຮັບມໍຣະດົກຮ່ວມກັນກັບພຣະເຢຊູຄຣິດ, ພວກເຂົາເຈົ້າມີສິດພິເສດຂອງລູກຊາຍລູກຍິງຂອງພຣະເຈົ້າ.
ຄຳແນະນຳໃນການແປ
- ຄຳນີ້ອາດແປໂດຍໃຊ້ຄຳຂອງພາສານັ້ນໆ ທີ່ເຮົາຈະແປເພື່ອອະທິບາຍເຖີງຄວາມສຳພັນພິເສດຂອງພໍ່ແມ່ແລະລູກ. ແຕ່ໃຫ້ແນ່ໃຈວ່າຄຳນີ້ມີຄວາມໝາຍທີ່ເປັນພາບປຽບທຽບຫລືຄວາມໝາຍຝ່າຍວິນຍານ.
- ຄຳທີ່ວ່າ "ການຖືກຮັບເປັນລູກ" ກໍອາດແປໄດ້ວ່າ "ພຣະເຈົ້າໄດ້ຊົງຮັບໃຫ້ເປັນລູກຂອງພະອົງ" ຫລື "ເປັນລູກຂອງພຣະເຈົ້າຝ່າຍວິນຍານ."
(ເບີ່ງເພີ້ມເຕີມ: heir, inherit, spirit)
ການເປັນຊູ້, ເປັນຊູ້, ຊາຍຊູ້, ຍິງຊູ້
ຄຳວ່າ "ການເປັນຊູ້" ເວົ້າເຖີງຄວາມບາບທີ່ກ່ຽວຂ້ອງກັບຄົນທີ່ແຕ່ງງານແລ້ວໄປມີເພດສຳພັນກັບຄົນອື່ນທີ່ບໍ່ແມ່ນຄູ່ຄອງຂອງຕົນເອງ. ຄຳວ່າ "ເປັນຊູ້" ອະທິບາຍເຖີງການເຮັດແບບນີ້ຫລືບຸກຄົນທີ່ເຮັດຄວາມບາບແບບນີ້.
- ຄຳວ່າ "ຊາຍຊູ້" ໂດຍທົ່ວໄປເວົ້າເຖີງໃຜກໍໄດ້ທີ່ເປັນຊູ້.
- ບາງຄັ້ງຄຳວ່າ "ຍິງຊູ້" ຖືກໃຊ້ສະເພາະກັບຜູ້ຍິງທີ່ເປັນຊູ້.
- ການເປັນຊູ້ທຳລາຍຄຳສັນຍາທີ່ຜົວເມຍໄດ້ໃຫ້ຕໍ່ກັນໃນຄຳສັນຍາຂອງການແຕ່ງດອງຂອງພວກເຂົາ.
- ພຣະເຈົ້າຊົງໄດ້ບັນຊາຫ້າມຄົນອິດສະຣາເອນຫລີ້ນຊູ້.
- ຄຳວ່າ "ເປັນຊູ້" ມັກໃຊ້ເປັນຮູບປຽບທຽບເພື່ອອະທິບາຍເຖີງປະຊາຊົນອິດສະຣາເອນທີ່ບໍ່ຊື່ສັດຕໍ່ພຣະເຈົ້າໂດຍສະເພາະຢ່າງຍີ່ງເມື່ອພວກເຂົາໄດ້ໄປນະມັສການພະອື່ນ.
ຄຳແນະນຳໃນການແປ
- ຖ້າພາສາທີ່ຈະແປນັ້ນບໍ່ມີຄຳທີ່ໝາຍຄວາມວ່າ "ການເປັນຊູ້" ຄຳນີ້ກໍອາດຈະແປວິທີອື່ນເຊັ່ນ "ການໄປນອນກັບຜົວຫລືເມຽຂອງຄົນອື່ນ" ຫລື "ການຫລີ້ນຊູ້."
- ບາງພາສາອາດຈະເວົ້າເລື່ອງການເປັນຊູ້ແບບທາງອ້ອມເຊັ່ນ "ການນອກໃຈກັນ" ຫລື "ການບໍ່ສັດຊື່ຕໍ່ຄອບຄົວ."
(ເບີ່ງເພີ້ມເຕີມ: commit, covenant, sexual immorality, sleep with, faithful)
ກາຢະຟາດ
ກາຢະຟາດ ເປັນມະຫາປະໂລຫິດຂອງອິສຣະເອນ ໃນສມັຍຂອງໂຢຮັນຜູ້ໃຫ້ບັບຕິສະມາແລະພຣະເຢຊູ. ກາຢະຟາດມີບົດບາດສຳຄັນໃນການສືບສວນແລະລົງໂທດພຣະເຢຊູ. ມະຫາປະໂລຫິດອັນນາແລະກາຢະຟາດເປັນຜູ້ທີ່ຢູ່ການສືບສວນເປໂຕແລະໂຢຮັນທຸກເມື່ອ ພວກເຂົາຖືກຈັບຫລັງຈາກຮັກສາຄົນເປັນອຳມະພາດໃຫ້ຫາຍດີ. *ກາຢະຟາດເປັນຄົນທີ່ເວົ້າວ່າເປັນການດີທີ່ຈະໃຫ້ຄົນດຽວຕາຍເພື່ອຄົນທັງຊາດ ດີກວ່າຈະໃຫ້ຄົນທັງຊາດຕອງພິນາດ ພຣະເຈົ້າຊົງໃຫ້ເຂົາເວົ້າເວົ້າເຊັ່ນນີ້ຕາມທີ່ຄຳທຳນວາຍກ່ຽວກັບການທີ່ ພຣະເຢຊູຈະຊົງສິ້ນພຣະຊົນເພື່ອຊວ່ຍໄພ່ພົນຂອງພຣະອົງໃຫ້ລອດ.
ການາ
ການາເປັນຫມູ່ບາ້ນຫລືເມືອງໃນແຄ້ວນຄາລີເລ ຕັ້ງຢູ່ທາງຕອນເຫນືອຂອງເມືອງນາຊາເຣັດ ຫ່າງອອກໄປປະມານ 9 ໄມ
- ການາເປັນບ້ານເກີດຂອງນາທານາເອັນທີ່ເປັນຄົນຫນຶ່ງໃນສາວົກສິບສອງຄົນ.
- ພຣະເຢຊູສະເດັດໄປຮ່ວມງານແຕ່ງງານໃນຫມູ່ບ້ານການາ ແລະຊົງທຳການອັດສະຈັນຄັ້ງທຳອິດທີ່ນັ້ນ ໂດຍພຣະອົງໄດ້ຊົງປຽ່ນນ້ຳໃຫ້ເປັນເຫລົ້າອ່ງຸ່ນ. ຫລັງຈາກນັ້ນ ບາງຄັ້ງພຣະເຢຊູ ໄດ້ສະເດັດກັບໄປຫມູ່ບ້ານການາ ແລະໄດ້ພົບກັບຂ້າຣາຊການຄົນຫນຶ່ງຈາກກາເປນາອູມທີ່ໄດ້ຂໍຮອ້ງໃຫ້ພຣະອົງຮັກສາລູກຊາຍຂອງເຂົາ.
ການາອານ, ຄົນການາອານ
ການາອານເປັລູກຊາຍຂອງຮາມ ຜູ້ຊຶ່ງເປັນລູກຊາຍຄົນຫນຶ່ງ ຂອງໂນອາ ຊາວການາອານສຶບເຊື້ອສາຍມາຈາກການາອານ.
ຄຳວ່າ "ການາອານ"ຫລື "ແຜ່ນດິນການາອານ" ກ່າວເຖີງບໍລິເວນແຜ່ນດິນລະຫວ່າງແມ່ນ້ຳຈໍແດນກັບທະເລເມຣີເຕຣາເຣນຽນ ຂະຫຍາຍອອກໄປທາງໃຕ້ຈົນເຖີງເຂດແດນຂອງປະເທດເອຢິວ ແລະທາງຕອນເໜືອຂື້ນໄປເຖີງເຂດແດນຂອງປະເທດຊີເຣຍ. * ແຜ່ນດິນນີ້ເປັນທີ່ຢູ່ອາໃສຂອງຊາວການາອານ ລວມທັງກຸ່ມຄົນອື່ນໆອີກຫລາຍກຸ່ມ. ພຣະເຈົ້າຊົງສັນຍາວ່າຈະມອບແຜ່ນດິນການາອານໃຫ້ກັບອັບບຣາຮາມແລະເຊື້ອສາຍຂອງທ່ານຄືຄົນອິສະຣາເອນ.
ກາອິນ
ກາອິນແລະອາເບນນອ້ງຊາຍຂອງເຂົາ ເປັນລູກຊາຍສອງຄົນທຳອິດຂອງອາດາມກັບເອວາທີ່ກ່າວໄວ້ໃນພຣະຄັມພີ.
ກາອິນເປັນຊາວສວນປູກຝັງພືດ ໃນຄະນະ ທີ່ອາເບນເປັນຄົນລ້ຽງແກະ. ກາອິນຂ້າອາເບນນ້ອງຊາຍຂອງເຂົາ ເນື່ອງດວ້ຍຄວາມອິດສາ ເພາະພຣະເຈົ້າໄດ້ຊົງຮັບເອົາເຄື່ອງຖວາຍຂອງອາເບນ ແຕ່ບໍ່ຮັບເຄື່ອງຖວາຍຂອງກາອິນ. ໃນການລົງໂທດ ພຣະເຈົ້າໄດ້ຊົງໄລ່ເຂົາອອກໄປຈາກເອເດນ ແລະບອກເຂົາວ່າແຜ່ນດິນຈະບໍ່ໃຫ້ພືດຜັກແກ່ເຂົາອີກຕໍ່ໄປ. ພຣະເຈົ້າໄດ້ເຮັດເຄື່ອງໝາຍທີ່ໜ້າຜາກຂອງກາອິນເພື່ອເປັນສັນຍາລັກວ່າພຣະເຈົ້າຈະຊົງປົກປ້ອງເຂົາຈາກຄົນອື່ນໆ ທີ່ຈະຂ້າເຂົາເມື່ອເຂົາລອ່ນເລ້ໄປ.
ກາເປນາອູມ
ກາເປນາອູມເປັນໝູ່ບ້ານຊາວປະມົງທີ່ຢູ່ແຄມຝັ່ງຕາເວັນຕົກສ່ຽງເໜືອຂອງທະເລກາລີເລ ພຣະເຢຊູຊົງພັກອາສັຍຢູ່ໃນຫມູ່ບ້ານກາເປນາອູມໃນຂະນະທີ່ພຣະອົງຊົງກຳລັງສັ່ງສອນໃນແຄ້ວນຄາລີເລ. ພວກສາວົກຂອງພຣະອົງຫລາຍຄົນມາຈາກກາເປນາອູມ. ພຣະເຢຊູຊົງເຮັດການອັສຈັນຫລາຍຄັ້ງໃນເມືອງນີ້ ຮວມທັງເຮັດໃຫ້ເດັກນ້ອຍຜູ້ຍິງຄົນຫນຶ່ງກັບຄືນມາມີຊີວິດ. ກາເເປນາອູມ ເປັນເມືອງນຶ່ງໃນສາມເມືອງທີ່ພຣະເຢຊູຊົງຕຳນິຕໍ່ໜ້າຊຸມຊົນ ເພາະຜູ້ຄົນຂອງເມືອງນີ້ປະຕິເສດພຣະອົງແລະ ບໍ່ສັດທາໃນຖອ້ຍຄຳຂອງພຣະອົງ ພຣະອົງໄດ້ຊົງເຕືອນພວກເຂົາວ່າ ພຣະເຈົ້າຈະລົງໂທດພວກເຂົາ ເພາະຄວາມບໍ່ສັດທາຂອງພວກເຂົາ.
ກາເມນ, ພູເຂົາກາເມນ
"ພູເຂົາກາເມນ" ໄດ້ກ່າວເຖິງເທືອກເຂົາທີ່ຕັ້ງຕາມຊາຍຝັ່ງທະເລເມດິເຕຣິເນທາງຕອນເຫນືອຂອງທີ່ຮາບທີ່ພຽງ ຈຸດທີ່ສູງສຸດຂອງເທືອກເຂົານີ້ສູງ 546ແມັດ ມີເມືອງໜຶ່ງມີຊື່ວ່າ "ກາເມນ" ຕັ້ງຢູ່ພາກເໜືອຂອງຢູດ. ເຊິ່ງເປັນພາກໃຕ້ຂອງທະເລຊາຍ ທ່ານນາບານເຈົ້າຂອງທີ່ດິນທີ່ລ່ຳລວຍກັບອາບີກາຍີວເມຍຂອງເຂົາອາໄສຢູ່ໃກ້ເມືອງກາເມນທີ່ຊຶ່ງດາວິດແລະຄົນຂອງທ່ານເຝົ້າຢາມໃຫ້ກັບຄົນລ້ຽງເກະຂອງນາບານ
*ທີ່ພູເຂົາກາເມນນັ້ນ ເອລີຢາໄດ້ທ້າທາຍຜູ້ທຳນວາຍຂອງພຣະບາອານໃຫ້ມີການແຂ່ງຂັນເພື່ອພິສຸດໃຫ້ຮູ້ວ່າພຣະຢາໂຮວາຊົງເປັນພຣະເຈົ້າທີ່ແທ້ຈິງ.
*ເພື່ອຄວາມແຈ່ມແຈ້ງໃຫ້ຮູ້ວ່າ ຊື່ນີ້ບໍ່ແມ່ນພູເຂົາລູກດຽວ "ພູເຂົາກາເມນ" ສາມາດແປໄດ້ວ່າ "ພູເຂົາເທິງເທືອກເຂົາກາເມນ" ຫຼື "ເທືອກເຂົາກາເມນ".
ກາເລັບ
ກາເລັບເປັນຄົນໜຶ່ງໃນຄົນສອດແນມຊາວອິດສະຣາເອນສິບສອງຄົນທີ່ໂມເຊສົ່ງໄປສຳລວດແຜ່ນດິນການາອານ.
ເຂົາແລະໂຢຊ້ວຍໄດ້ບອກປະຊາຊົນໃຫ້ວາງໃຈໃນພຣະເຈົ້າທີ່ຈະຊົງຊວ່ຍພວກເຂົາໃຫ້ມີໄຊຊະນະເໜືອຊາວການາອານ. ໂຢຊວ້ຍແລະກາເລັບເປັນພຽງຜູ້ຊາຍສອງຄົນເທົ່ານັ້ນໃນຄົນລຸ້ນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນແຜ່ນດິນການາອານແຜ່ນດິນແຫ່ງພຣະສັນຍາ. *ກາເລັບຮ້ອງຂໍໃຫ້ມອບແຜ່ນດິນເຮັບໂຣນແກ່ເຂົາແລະຄອບຄົວ. ເຂົາຮູ້ວ່າພຣະເຈົ້າໄດ້ຊົງຊ່ອຍໃຫ້ເຂົາຊະນະຄົນທີ່ອາສັຍຢູ່ທີ່ນັ້ນ.
ກຳມະຖັນ
ກຳມະຖັນແມ່ນສານສີເຫລືອງທີ່ກາຍເປັນທາດແຫຼວທີ່ເຜົາຜານເມື່ອຖືກເຜົາ.
- ກຳມະຖັນຍັງມີກິ່ນທີ່ເໝັນແຮງຄືກັບກິ່ນຂອງໄຂ່ເນົ່າ.
- ໃນພຣະຄຳພີ, ການເຜົາກຳມະຖັນແມ່ນສັນຍາລັກຂອງການພິພາກສາຂອງພຣະເຈົ້າຕໍ່ຄົນທີ່ບໍ່ຊອບທຳແລະກະບົດ.
- ໃນສະໄໝຂອງໂລດ, ພຣະເຈົ້າໄດ້ສົ່ງຝົນໄຟແລະກຳມະຖັນໃສ່ເມືອງທີ່ຊົ່ວຮ້າຍຂອງເມືອງໂຊໂດມແລະເມືອງໂຄໂມຣາ.
- ໃນສະບັບພະຄຳພີອັງກິດບາງສະບັບ, ກຳມະຖັນຖືກເອີ້ນວ່າ "ສານກຳມະຖັນ," ຊຶ່ງຫມາຍຄວາມວ່າ "ກ້ອນຫີນລຸກໂໝ້ຢູ່".
ຄຳແນະນຳໃນການແປ
- ການແປຄຳນີ້ທີ່ເປັນໄປໄດ້ຂອງຄຳສັບນີ້ອາດປະກອບມີ, "ກ້ອນຫີນສີເຫລືອງທີ່ໄໝ້" ຫລື "ຫີນທີ່ມີສີເຫລືອງ".
ກິນການ
ຄຳວ່າກິນການຄືເມືອງຕອນເໜືອຂອງເຢລີໂກແລະເປັນສະຖານທ່ີ່ທຳອິດທີ່ຊົນຊາດອິດສະຣະເອນຕັ້ງຄາ້ຍຫລັງຈາກຂ້າມແມ່ນ້ຳຈໍແດນເພື່ອເຂັ້າໄປໃນແຜ່ນດິນການາອານ.
- ທີ່ກິນການ,ໂຢຊວຍໄດ້ຕັ້ງຫີນສິບສອງກອ້ນທີ່ເອົາມາຈາກແມ່ນ້ຳຈໍແດນຕອນທີ່ພວກເຂົາກຳລັງຈະຂາ້ມມາ.
- ກິນການຄືເມືອງທີ່ເອລີຢາແລະເອລີຊາຈາກມາໃນຄະນະທີ່ພວກເຂົາຂ້າມແມ່ນ້ຳຈໍແດນເມື່ອເອລີຢາຖືກຮັບຂື້ນໄປສະຫວັນ
- ຍັງມີອີກຫລາຍສະຖານທີ່ທີ່ເອີ້ນວ່າ "ກິນການ" ດວ້ຍໃນພັນທະສັນຍາເດີມ.
- ຄຳວ່າ "ກິນການ" ໝາຍເຖີງ "ຫີນວົງກົມ" ບາງທີອ້າງເຖີງສະຖານທີ່ທີ່ແທ່ນບຸຊາໄດ້ຖືກສ້າງຂື້ນ.
- ໃນພັນທະສັນຍາເດີມ,ຊື່ນີ້ມັກຈະເກີດຂື້ນສະເມີ ຄື "ກິນການ" ນີ້ອາດບົ່ງຊີ້ວ່າມັນບໍ່ໄດ້ເປັນສະຖານທີ່ແນ່ນອນ ແຕ່ເປັນຄຳອະທິບາຍເຖີງສະຖານທີ່ທີ່ແນ່ນອນບາງແຫ່ງຫລາຍກົ່ວ.
ກີບຕີນສັດ, ມີກີບຕີນ, ຫລາຍກີບ
ຄຳນີ້ອ້າງເຖິງວັດສະດຸແຂງທີ່ຄອບຝ່າຕີນສ່ວນລຸ່ມຂອງສັດບາງຊະນິດເຊັ່ນ ອູດ, ງົວຄວາຍ, ກວາງ, ມ້າ, ລາ ,ໝູ , ງົວ, ແກະ ແລະແພະ.
- ກີບຕີນສັດຊ່ວຍປ້ອງກັນຕີນເມື່ອເວລາຍ່າງ.
- ສັດບາງຊະນິດມີກີບຕີນແຍກເປັນສອງກີບແລະສັດຊະນິດອື່ນມີກີບຕີນດຽວ.
- ພຣະເຈົ້າໄດ້ກ່າວກັບຊາວອິດສະຣາເອນວ່າສັດທີ່ມີສອງກີບແລະສັດຄ້ຽວເອື້ອງຈະຖືວ່າເປັນສັດທີ່ສະອາດໃນການຮັບປະທານ. ສິ່ງນີ້ລວມເຖິງງົວຄວາຍ, ແກະ, ກວາງ, ແລະ ງົວ.
ກີເດໂອນ
ກີເດໂອນຄືຜຸ້ຊາຍອິດສະຣະເອນຄົນທ່ີ່ພຣະເຈົ້າໄດ້ຍົກຂື້ນໃຫ້ຊວ່ຍກຸ້ຊົນຊາດອິດສະຣະເອນຈາກສັດຕຸຂອງພວກເຂົາ
- ຊວ່ງເວລາທ່ີ່ກີເດໂອນມີຊີວິດຢຸ່,ກູ່ມຄົນທ່ີ່ເອີ້ນວ່າມີດຽນພະຍາຍາມໂຈມຕີຊົນຊາດອດິດສະຣະເອນແລະທຳລາຍພືດຜົນຂອງພວກເຂົາ
- ເຖີງແມ່ນວ່າກີເດໂອນຈະຢາ້ນ,ພຣະເຈົ້າໄດ້ຊົງໃຊ້ເຂົາໃຫ້ນຳຊົນຊາດອິດສະຣະເອນທ່ີ່ຈະຕໍ່ສຸ້ຄົນມີດຽນແລະປາບປາມພວກເຂົາ
- ກີເດໂອນເອງກໍໄດ້ເຊື່ອຟັງພຣະເຈົ້າໂດຍການທຳລາຍແທ່ນບຸຊາພະທຽມບາອານແລະພະອາເຊຣາ.
- ເຂົາບໍ່ພຽງແຕ່ນຳຄົນເຫລົ່ານັ້ນໃນການໂຈມຕີສັດຕຸຂອງພວກເຂົາ ແຕ່ຍັງໜຸນໃຈພວກເຂົາໃຫ້ເຊື່ອຟັງພຣະເຈົ້າແລະນະມັດສະການພຣະເຈົ້າຢາເວ,ພຣະເຈົ້າທຽ່ງແທ້ແຕ່ອົງດຽວ.
ກີເບບາ
ກີເບອາຄືຊື່ເມືອງທີ່ຕັ້ງຢຸ່ທາງເໜືອຂອງນະຄອນເຢລຸຊາແລມແລະທາງໃຕ້ຂອງເມືອງເບດເອນ
- ກີເບອາຢຸ່ໃນເຂດແດນຂອງຕາກູນເບນຢາມິນ
- ເປັນສະຖານທີ່ຂອງການສຸ້ລົບຄັ້ງໃຫຍ່ລະຫວ່າງຄົນເຜົ່າເບນຢ່າມິນແລະອິດສະຣະເອນ.
ກີເບໂອນ,ຊາວກີເບໂອນ
ກີເບໂອນຄືເມືອງທີ່ຕັ້ງຢຸ່ທາງທິດຕາເວັນຕົກສຽ່ງເໜືອຂອງນະຄອນເຢລຸຊາແລມປະມານ13 ກິໂລແມດ ຄົນທ່ີອາສັຍຢຸ່ທີ່ເມືອງກີເບໂອນເອີ້ນວ່າຊາວກີເບໂອນ.
- ເມື່ອຊາວກີເບໂອນໄດ້ຍິນເລື້ອງທີ່ຊົນຊາດອິດສະຣະເອນທຳລາຍເມືອງເຢຣີໂກແລະເມືອງອາຍ ພວກເຂົາກໍຢາ້ນ.
- ດັ່ງນັ້ນຊາວກີເບໂອນຈິ່ງມາຫາຜຸ້ນຳຂອງຊົນຊາດອິດສະຣະເອນທີ່ກິນການແລະແກ້ງເຮັດເປັນຄົນທີ່ມາຈາກເມືອງໄກແສນໄກ.
- ຜຸ້ນຳຂອງຊົນຊາດອິດສະຣະເອນຖືກຫລອກແລະເຮັດຂໍ້ຕົກລົງກັບຄົນກີເບໂອນວ່າພວກເຂົາຈະປົກປອ້ງຄົນກີເບໂອນແລະບໍ່ທຳລາຍພວກເຂົາ.
ກີເລອາດ
ກີເລອາດຄືຊື່ຂອງພຸເຂົາໃນດິນແດນຕາເວັນອອກຂອງແມ່ນ້ຳຈໍແດນ,ທ່ີເຜົ່າກາດ,ຣຸເບນ,ແລະມານາເຊຂອງຊົນຊາດອິດສະຣະເອນຢຸ່.
- ບໍລິເວນແຫ່ງນີ້ໄດ້ຖືກອ້າງເຖີງດວ້ຍວາ່ "ເນີນພຸກີເລອາດ" ຫລື "ພຸເຂົາກີເລອາດ".
- "ກີເລອາດ" ຄືຊື່ຜຸ້ຊາຍຫລາຍຄົນໃນພັນຍາເດີມ ໜຶ່ງໃນຜຸ້ຊາຍເຫົ່ລານີ້ນັ້ນຄືຫລານຊາຍຂອງມານາເຊ. ກີເລອາດກີເລອາດອີກຄົນຄືພໍ່ເຢບທາ.
ກຸ່ມປະຊາຊົນ" ຫລື "ກຸ່ມຄົນ,ປະຊາກອນ
ຄຳວ່າ "ກຸ່ມປະຊາຊົນ" ຫລື "ກຸ່ມຄົນ" ອ້າງເຖິງກລຸ່ມຄົນຊຶ່ງມີພາສາແລະວັດທະນະທຳທີ່ຄືກັນ ສ່ວນປະໂຫຍກວ່າ "ປະຊາຊົນ" ອ້າງເຖິງເຫດການທັງໝົດ ຂອງກຸ່ມຄົນໃນສະຖານທີ່ສະເພາະ ຫຼືໃນເຫດການສະເພາະ
- ການທີ່ພຣະເຈົ້າຊົງແຍກ "ປະຊາຊົນ" ສຳລັບພຣະອົງເອງ ໝາຍເຖິງພຣະອົງຊົງເລືອກປະຊາຊົນໂດຍສະເພາະເພື່ອເປັນຂອງພຣະອົງແລະຮັບໃຊ້ພຣະອົງ
- ໃນສະໄໝພຣະຄຳພີ ສະມາຊິກທີ່ຢູ່ໃນກຸ່ມຫຼືຊົນຊາດດຽວກັນມັກຈະມີບັນພະບຸລຸດດຽວກັນແລະອາໄສຢູ່ນຳກັນເປັນກຸ່ມໃນປະເທດຫລືດິນແດນໃດດິນແດນໜຶ່ງ
- ຂຶ້ນຢູ່ກັບບໍລິບົດປະໂຫຍກນັ້ນ ເຊັ່ນ "ປະຊາຊົນຂອງທ່ານ" ສາມາດແປວ່າ "ກຸ່ມຄົນຂອງທ່ານ" ຫຼື ຄອບຄົວຂອງທ່ານ" ຫຼື "ເຄືອຍາດຂອງທ່ານ"
- ຄຳວ່າ "ຫຼາຍເຊື້ອຊາດ" ຫຼາຍເທື່ອຈະໃຊ້ເພື່ອອ້າງເຖິງກຸ່ມຊົນຊາດທຸກຊາດທົ່ວໂລກ ບາງເທື່ອຈະອ້າງເຖິງສະເພາະເຈາະຈົ່ງເຖິງປະຊາຊົນທີ່ບໍ່ແມ່ນຊາວອິດສະລາເອນ ຫຼືບັນດາຄົົນທີ່ບໍ່ໄດ້ຮັບໃຊ້ພຣະຢາເວ ໃນພຣະຄຳພີ ພາສາອັງກິດບາງສະບັບນັ້ນໃຊ້ຄຳວ່າ "ຊົນຊາດ" ໃນຄວາມໝາຍນີ້
ຄຳແນະນຳໃນການແປ
- ຄຳວ່າ "ກຸ່ມຊົນ" ສາມາດແປໂດຍໃຊ້ອື່ນຊຶ່ງມີຄວາມໝາຍວ່າ "ກລຸ່ມເຄືອຍາດຂະໜາດໃຫຍ່" ຫລື "ເຜົ່າພັນ ຫຼື "ຊົນກຸ່ມນ້ອຍ"
- ປະໂຫຍກ "ປະຊາກອນຂອງເຮົາ" ສາມາດແປອີກຢ່າງໜຶ່ງໄດ້ວ່າ "ຍາດພີ່ນ້ອງຂອງເຮົາ" ຫຼື "ສະຫາຍຊາວອິດສະລາເອນຂອງເຮົາ" ຫຼື "ຄອບຄົວຂອງເຮົາ" ຫຼື "ຊົນຊາດຂອງເຮົາ" ຂຶ້ນຢູ່ກັບບໍລິບົດ
- ຄຳກ່າວວ່າ " ກະທຳໃຫ້ທ່ານທັງຫຼາຍກະຈັດກະຈາຍ ໄປຢູ່ທ່າມກາງຊົນຊາດທັງຫຼາຍ" ສາມາດແປໄດ້ອີກຢ່າງວ່າ "ເຮັດໃຫ້ທ່ານໄປອາໄສຢູ່ກັບກຸ່ມຊົນຕ່າງໆທີ່ແຕກຕ່າງກັນ" ຫຼື "ເຮັດໃຫ້ທ່ານຕ້ອງແຍກຈາກກັນເພື່ອໄປອາໄສຢູ່ທີ່ຕ່າງກັນທັ່ວໂລກ"
- ຄຳວ່າ "ຫຼາຍເຊື້ອຊາດ" ຫຼື "ປະຊາຊົນ" ສາມາດແປອີກຢ່າງໜຶ່ງໄດ້ວ່າ "ປະຊາກອນໃນໂລກນີ້" ຫລື "ກຸ່ມຊົນຕ່າງໆ" ຂຶ້ນຢູ່ກັບບໍລິບົດ
- ປະໂຫຍກທີ່ວ່າ "ປະຊາຊົນຂອງ" ສາມາດແປອີກຢ່າງໄດ້ວ່າ "ປະຊາຊົນເຊີ່ງອາໄສຢູ່ໃນ" ຫຼື "ປະຊາຊົນເຊີ່ງສືບເຊື້ອສາຍມາຈາກ" ຫຼື "ຕະກູນຂອງ" ຂຶ້ນຢູ່ກັບວ່າຈະຕາມດ້ວຍຊື່ສະຖານທີ່ຫຼືຊື່ຄົນ
- "ບັນດາເຜົ່າພັນຂອງໂລກ" ສາມາດແປອີກຢ່າງໜຶ່ງວ່າ "ທຸກຄົົນທີ່ມີຊີວິດຢູ່ໃນໂລກ" ຫຼື "ບຸກຄົນໃນໂລກ" ຫຼື "ຄົນທັງປວງ"
- ປະໂຫຍກ "ຄົນ" ສາມາດແປວ່າ "ກຸ່ມປະຊາຊົນ" ຫລື "ປະຊາຊົນນັ້ນ" ຫຼື "ຊຸມຊົນຂອງປະຊາຊົນ" ຫຼື "ຕະກູນຂອງປະຊາຊົນ"
ກົດມໝາຍ, ກົດບັນຍັດຂອງໂມເຊ, ກົດບັນຍັດຂອງພຮະເຈົ້າ, ກົດບັນຍັດຂອງຊາວຢິວ
ຄຳທັງໝົດເຫຼົ່ານີ້ເວົ້າເຖີງຄຳສັ່ງ ແລະ ຄຳສອນຕ່າງຽທີ່ພຮະເຈົ້າມອບໄວ້ໃຫ້ແກ່ໂມເຊເພື່ອໃຫ້ຊາວອິດສະເອນເຮັດຕາມ ຄໄວ່າ " ກົດ " ແລະ " ພຣະບັນຍັດຂອງພຣະເຈົ້າ " ໂດຍປົກກະຕິແລ້ວຈະໃຊ້ພື່ອອ້າງອີງເຖິງທຸກສິ່ງມີ່ພຣະເຈົ້າຕ້ອງການໃຫ້ປະຊາຊົນຊອງພຣະອົງເຊື່ອຟັງ.
- ຂື້ນຢູ່ກັບສະພາບການຄຳວ່າ " ກົດ " ສາມາດອ້າງອິງເຖີງສິ່່ງຕໍ່ໄປນີ້.
- ພຣະບັນຍັດສິບປະການທີ່ພຣະເຈົ້າໄດ້ຂຽນເທິງແຜ່ນສິລາສຳລັບຊາວອິດສເອນ.
- ກົດບັນຍັດທັງໝົດໄດ້ມອບໃຫ້ໂມເຊ.
- ພຣະຄຳຫ້າເລ້້ມທຳອິດຂອງປື້ມພຣະຄຳພີເດີມ.
- ພຣະຄຳພີພັນທະສັນສາຍາເດີມທັງໝົດ ( ໄດ້ອ້າງອີງເຖິງ " ພຣະຄຳພີ " ໃນພັນທະສັນຍາໃໝ່ອີກດ້ວຍ.)
- ຄຳສັ່ງສອນທັງໝົດຂອງພຣະເຈົ້າ ແລະ ຄວາມປາດຖະໝາ.
- ວະລີ (ປະໂຫຍກ) ກົດບັນຍັດ ແລະ ຜູ້ເຜີຍຖ້ອຍຄຳຂອງພຣະເຈົ້າ ຖືກໃຊ້ໃນພັນທະສັນຍາໃໝ່ເພື່ອອ້າງອີງເຖິງພຣະຄຳພີຂອງຮິບຣູ ( ພັນທະທະສັນຍາສັນຍາເດີມ )
ຄຳແນະນຳໃນການແປ
- ຄຳນີ້ສາມາດແປໂດຍການໃຊ້ຄຳນາມ " ກົດໝາຍທັງຫຼາຍ " ນັບຕັ້ງແຕ່ພວກເຂົາອ້າງອີງເຖີງຄຳເເນະນຳຢ່າງຫຼວງຫຼາຍ.
- ຄຳວ່າ " ກົດບັນຍັດຂອງໂມເຊ " ສາມາດແປວ່າ " ກົດບັນຍັດທີ່ພຣະເຈົ້າໄດ້ຊົງບອກໃຫ້ໂມເຊມອບໃຫ້ແກ່ຊາວອິດສເອນ. "
- ຂື້ນຢູ່ກັບສະພາບການ ຄຳວ່າ " ກົດບັນຍັດຂອງໂມເຊ " ສາມາດແປວ່າ " ກົດບັດຍັດທີ່ພຣະເຈົ້າບອກໃຫ້ໂມເຊ " ຫຼື " ກົກບັນຍັດຂອງພຣະເຈົ້າທີ່ໂມເຊໄດ້ຂຽນໄວ້ " ຫຼື " ກົດບັນບັດທີ່ພະເຈົ້າໄດ້ບອກໂມເຊເພື່ອມ້ອມໃຫ້ແກ່ຊາວອິດສເອນ. "
- ວິທີການແປຄຳວ່າ " ກົດບັນຍັດ " ຫຼື " ກົດບັນຍັດຂອງພຣະເຈົ້າ " ສາມາດລວບລວມຄຳວ່າ " ພະບັນຍັດຂອງພຣະເຈົ້າ " ຫຼື " ພະບັນຊາຂອງພຣະເຈົ້າ " ຫຼື " ບັນດາກົດຕ່າງໆທີ່ພຣະເຈົ້າປະທ່ານໃຫ້ " ຫຼື " ທຸກສິ່ງທີ່ພຣະເຈົ້າບັນຊາ " ຫຼື " ຄຳສັ່ງສອນທັງໝົດຂອງພຣະເຈົ້າ. "
- ວະລີ ( ປະໂຫຍກ ) " ກົດໝາຍຂອງພຣະເຈົ້າຢາເວ " ສາມາດແປວ່າ " ກົດໝາຍຕ່າງໆຂອງພຣະເຈົ້າຢາເວ " ຫຼື " ກົດໝາຍທີ່ພຣະເຈົ້າຢາເວ " ເວົ້າໃຫ້ຟັງ " ຫຼື "ກົດໝາຍຈາກພຣະເຈົ້າຢາເວ " ຫຼື " ສິ່ງຕ່າງໆທີ່ພຣະເຈົ້າຢາເວຊົງບັນຊາ. "
ກົດໝາຍ, ຫຼັກການ
" ກົດໝາຍ " ຄືກົດຂໍ້ບັງຄັບທາງດ້ານກົດໝາຍທີ່ຖືກຂຽນເອົາໄວ້ແລະບັງຄັບໃຊ້ໂດຍຜູ້ມີສິດອຳນາດ. " ຫຼັກການ " ຄືແນວທາງສຳລັບການຕັດສິນໃຈ ແລະ ພຶດຕິກຳ.
- ທັງ " ກົດໝາຍ " ແລະ " ຫຼັກການ " ສາມາດອ້າງອີງເຖີງກົດໂດຍທົ່ວໄປ ຫຼື ຄວາມເຊື່ອທີ່ຊີ້ນຳເຖີງພຶດຕິກຳຂອງບຸກຄົນ.
- ຄວາມໝາຍຂອງ " ກົກໝາຍ " ໃນທີ່ນີ້ແຕກຕ່າງຈາກຄວາມໝາຍຂອງຄຳວ່າ " ກົດບັນຍັດຂອງໂມເຊ." ບ່ອນທີ່ໝາຍເຖິງຄຳສັ່ງ ແລະ ຄຳເເນະນຳທີ່ພຣະເຈົ້າໄດ້ມອບໃຫ້ກັບອິສຣາເອນ.
- ເມື່ອກົດໝາຍທົ່ວໄປຖືກອ້າງອີງເຖີງໂດຍ " ກົດໝາຍ" ສາມາດແປວ່າ " ຫຼັກການ " ຫຼື " ກົດໝາຍທົ່ວໄປ. "
ກຽດ, ໃຫ້ກຽດ
ຄຳວ່າ "ກຽດ" ແລະ "ໃຫ້ກຽດ" ອ້າງເຖິງບາງຄົນ ເຄົາລົບ ນັບຖື ຍົກຍ້ອງ ຫລືການຄາລະວະ.
- ກຽດຕິຍົດປົກກະຕິຈະໃຫ້ແກ່ບາງຄົນຜູ້ທີ່ຢູ່ໃນຖານະທີ່ສູງກວ່າແລະມີຄວາມສຳຄັນ, ຢ່າງເຊັ່ນກະສັດຫລື ພຣະເຈົ້າ.
- ພຣະເຈົ້າຊົງສອນໃຫ້ຄຣິດສະຕຽນໃຫ້ກຽດຜູ້ອື່ນ, ແຕ່ບໍ່ໃຫ້ສະແຫວງຫາກຽດສຳລັບຕົນເອງ.
- ເດັກໆ ຖືກສອນໃຫ້ກຽດພໍ່ແມ່ຂອງພວກເຂົາ ຊຶ່ງທັງໝົດເຖິງຄວາມເຄົາລົບແລະການເຊື່ອຟັງ ຄຳວ່າ "ກຽດ" ແລະ "ສິຣິ" ມັກຈະຖືກໃຊ້ນຳກັນ, ສະເພາະຢ່າງຍິ່ງເມື່ອກ່າວເຖິງພຣະເຢຊູ .ນີ້ອາດຈະເປັນວິທີການສອງຢ່າງທີ່ແຕກຕ່າງກັນໃນການກ່າວເຖິງສິ່ງດຽວກັນ.
- ກຽດທີ່ໃຫ້ແດ່ພຣະເຈົ້າທັງໝົດເຖິງການຂອບໃຈແລະສັນລະເສີນພຣະອົງ, ແລະສະແດງຄວາມເຄົາລົບຕໍ່ພຣະອົງໂດຍເຊື່ອຟັງພຣະອົງແລະໃຊ້ຊີວິດໃນທາງທີ່ສະແດງວ່າພຣະອົງຊົງຍິ່ງໃຫຍ່ພຽງໃດ.
ຄຳແນະນຳໃນການແປ
- ວິທີອື່ນທີ່ຈະແປ "ກຽດ" ອາດທັງໝົດເຖິງ, "ເຄົາລົບ" ຫລື "ການຍົກຍ້ອງ" ຫລື "ນັບຖືຢ່າງສູງ."
- ຄຳວ່າ "ໃຫ້ກຽດ" ສາມາດແປວ່າ "ສະແດງຄວາມເຄົາລົບພິເສດແກ່" ຫລື "ເຮັດໃຫ້ໄດ້ຮັບການສັນເລະເສີນ" ຫລື "ສະແດງຄວາມນັບຖືຢ່າງສູງສຳລັບ" ຫລື "ໃຫ້ຄວາມສຳຄັນຢ່າງສູງ."
ກ່າວຫາ, ຂໍ້ຫາ, ຜູ້ກ່າວຫາ
ຄຳວ່າ "ກ່າວຫາ" ແລະ "ຂໍ້ຫາ" ໝາຍເຖິງການກ່າວໂທດຄົນອື່ນໃນການເຮັດສິ່ງຜິດ. ບຸກຄົນທີ່ກ່າວຫາຄົນອື່ນຄື "ຜູ້ກ່າວຫາ."
- ການກ່າວຫາເທັດ ຄືການກ່າວຫາບາງຄົນໂດຍບໍ່ເປັນຄວາມຈິງ, ເຊັ່ນເວລາທີ່ພຣະເຢຊູຖືກກ່າວຫາແບບຜິດວ່າໄດ້ກະທຳຄວາມຜິດໂດຍພວກຜູ້ນຳຄົນຢິວ.
- ໃນປື້ມພຣະນີມິດຂອງພັນທະສັນຍາໃໝ່, ຊາຕານຖືກເອີ້ນວ່າ "ຜູ້ກ່າວຫາ."
ກ້ອນຫີນ, ແກວ່ງກ້ອນຫີນ
ກ້ອນຫີນແມ່ນກ້ອນຫີນນ້ອຍໆ ຄຳວ່າ " ແກວ່ງກ້ອນຫີນ " ໝາຍເຖິງການໂຍນກ້ອນຫີນແລະກ້ອນຫີນໃຫຍ່ໃສ່ຄົນຜູ້ໜຶ່ງເພື່ອຂ້າລາວ. * ໃນສະໄໝບູຮານການແກວ່ງກ້ອນຫີນແມ່ນວິທີການທົ່ວໄປຂອງການລົງໂທດສຳລັບການກະທຳຜິດທີ່ພວກເຂົາໄດ້ກະທຳ. * ພຣະເຈົ້າໄດ້ສັ່ງໃຫ້ພວກຜູ້ນຳຊາວອິດສະຣາເອນແກວ່ງກ້ອນຫີນໃສ່ປະຊາຊົນຜູ້ທີ່ເຮັດບາຍ ເຊັ່ນ ການຫລິ້ນຊູ້. * ໃນພຣະຄຳພີໃໝ່ໄດ້ບອກເວລາທີ່ພຣະເຢຊູຊົງຍົກໂທດໃຫ້ຜູ້ຍິງທີຸ່ໍຖືກຈັບໃນການຫລິ້ນຊູ້ແລະໄດ້ສັ່ງໃຫ້ປະຊາຊົນຢຸດແກວ່ງກ້ອນຫີນໃສ່ຜູ້ຍິງຄົນນັ້ນ. * ສະເຕຟາໂນເປັນບຸກຄົນທຳອິດໃນພຣະຄຳພີທີ່ຖືກຂ້າຕາຍເພາະການເປັນພະຍານເລື່ອງພຣະເຢຊູ ດ້ວຍການແກວ່ງກ້ອນຫີນໃສ່ໃຫ້ຕາຍ. * ໃນເມືອງລີສະຕາ ອັກຄະສາວົກໂປໂລກໍ່ຖືກແກວ່ງກ້ອນຫີນໃສ່ ແຕ່ວ່າເພິ່ນບໍ່ໄດ້ເສຍຊີວິດຍ້ອນບາດແຜຂອງລາວ.
ກ້າຫານ, ຢ່າງກ້າຫານ, ຄວາມກ້າຫານ
ຂໍ້ກຳນົດເຫຼົ່ານີ້ທັງໝົດແມ່ນເວົ້າເຖິງຄວາມກ້າຫານແລະຄວາມ ໝັ້ນໃຈໃນການເວົ້າຄວາມຈິງແລະເຮັດສິ່ງທີ່ຖືກຕ້ອງເຖິງແມ່ນ ວ່າມັນຈະຫຍຸ້ງຍາກຫລືເປັນອັນຕະລາຍກໍ່ຕາມ.
- ບຸກຄົນທີ່“ ກ້າຫານ” ບໍ່ຢ້ານທີ່ຈະເວົ້າແລະເຮັດສິ່ງທີ່ດີແລະຖືກ ຕ້ອງ, ລວມທັງການປ້ອງກັນຄົນທີ່ຖືກຂົ່ມເຫັງ. ສິ່ງນີ້ອາດຈະຖືກແປວ່າ "ກ້າຫານ" ຫລື "ບໍ່ມີຄວາມຢ້ານກົວ."
- ໃນພຣະຄຳພີໃໝ່, ພວກສາວົກໄດ້ສືບຕໍ່“ ກ້າຫານ” ປະກາດກ່ຽວກັບພຣະຄຣິດໃນສະຖານທີ່ສາທາລະນະ, ເຖິງວ່າຈະມີອັນຕະລາຍທີ່ຈະຖືກຄຸກຫລືຖືກຂ້າ. ສິ່ງນີ້ອາດຈະຖືກແປວ່າ "ດ້ວຍຄວາມໝັ້ນໃຈ" ຫລື "ດ້ວຍຄວາມກ້າຫານທີ່ເຂັ້ມແຂງ" ຫລື "ຢ່າງກ້າຫານ."
- “ ຄວາມກ້າຫານ” ຂອງສາວົກເລີມຕົ້ນໆເຫລົ່ານີ້ໃນການເວົ້າຂ່າວດີກ່ຽວກັບການຕາຍຂອງພຣະຄຣິດເທິງໄມ້ກາງແຂນສົ່ງຜົນໃຫ້ຂ່າວປະເສີດແຜ່ຂະຫຍາຍໄປທົ່ວປະເທດອິດສະລາ ແອນ ແລະບັນດາປະເທດໃກ້ຄຽງແລະສຸດທ້າຍ, ຈົນເຖິງທົ່ວໂລກ. "ກ້າຫານ" ຍັງສາມາດຖືກແປເປັນ "ຄວາມກ້າຫານທີ່ຫມັ້ນໃຈ."
ຂອງຂວັນ,ຂອງປະທານ
ຄຳວ່າ "ຂອງຂັວນ" ອ້າງເຖີງຫຍັງກໍໄດ້ທ່ີຄົນໜຶ່ງໄດ້ຮັບຫລືໃຫ້ແກ່ບາງຄົນ ຂອງຂວັນຄືສິ່ງທີ່ໃຫ້ໂດຍບໍ່ໄດ້ຄາດຫວັງວ່າຈະໄດ້ຫຍັງກັບຄືນມາ.
- ເງິນ ອາຫານ ເສື້ອຜ້າຫລືແມ່ຫຍັງກໍຕາມທ່ີໃຫ້ແກ່ຄົນຍາກຈົນເອີ້ນວ່າ "ຂອງຂວັນ".
- ໃນພຣະຄຳພີ,ຂອງຖວາຍຫລືເຄື່ອງບູຊາທ່ີໃຫຫ້ແກ່ພຣະເຈົ້າເອີ້ນວ່າຂອງຂວັນ.
- ຂອງຂວັນຂອງຄວາມລອດຄືບາງສິ່ງທ່ີເຈົ້ໃຫ້ເຮົາຜ່ານທາງຄວາມໃນພຣະເຢຊຸຄຣິດ.
- ໃນພັນທະສັນຍາໃຫມ່ ຄຳວ່າ "ຂອງປະທານ" ກໍໃຊ້ເພື່ອບົ່ງບອກເຖີງູຄວາມສາມາດພິເສດຝ່າຍວິນຍານທ່ີພຣະເຈົ້ໃຫ້ແກ່ຄິຣດສະຕຽນທັງຫລາຍເພື່ອຮັໃຊ້ຜຸ້ອື່ນ.
ຄຳແນະນຳການແປ
- ຄວາມທົ່ວໄປຂອງຄຳວ່າ" ຂອງຂັວນ" ສາມາດແປດວ້ຍຄຳຫລືຄຳທ່ີຫມາຍເຖີງ "ຂອງບາງສິ່ງທ່ໄດ້ມາ".
- ໃນບໍລິບົດທ່ີໃຜຈັກຄົນໜຶ່ງມີຂອງຂວັນຫລືຄສາມາດພິເສດທ່ີ່ມາຈາກພຣະເຈົ້າ "ຂອງຂວັນຈາກພຣະວິນຍານ" ສາມາດແປໄດ້ອີກວ່າ "ຄວາມສາມາດຝ່າຍວິນຍານ" ຫລື ຄວາມສາມາດພິເສດຈາກພຣະວິນຍານບໍຣິສູດ" ຫລື " ຄວາມສາມາດຝ່າຍວິນຍານຈິດທ່ີພຣະເຈົ້າປະທານໃຫ້".
ຂະໂມຍ, ພວກຂະໂມຍ, ໂຈນ
ຄຳວ່າ"ຂະໂມຍ" ຫຼື "ພວກຂະໂມຍ"ອ້າງເຖິງຄົນທີ່ຂະໂມຍເງີນຫຼືຂະໂມຍຊັບສີ້ນຜູ້ອື່ນ ຄຳວ່າ "ຂະໂມຍ" ຫລາຍຄັ້ງອ້າງເຖິງໂຈນຜູ້ທຳຮ້າຍຮ່າງກ່າຍຫຼືຄຸກຄາມປະຊາຊົນທີ່ພວກເຂົາກຳລັງປົ້ນດ້ວຍ
- ພຣະເຢຊູເຈົ້າໄດ້ຊົງເລົ່າຄຳອຸປະມາຜູ້ຊາຍຊ່າວສະມາເຣຍຜູ້ໄດ້ເບີງແຍງຜູ້ຊາຍທີ່ຖືກທຳຮ້າຍໂດຍໂຈນແລະທຳຮ້າຍຜູ້ຊາຍແລະທຳຮ້າຍລາວຈົນເກີດບາດແຜ່ກ່ອນຈະຂະໂມຍເງີນແລະເສື້ອຜ້າຂອງລາວໄປ
- ພວກໂຈນແລະພວກຂະໂມຍມາທັນທີ່ທັນໃດເພື່ອລັກຂະໂມຍເມື່ອປະຊາຊົນບໍ່ໄດຄາດຫວັງ ຫລາຍຄັ້ງພວກເຂົາໃຊ້ຄວາມມຶດຊ້ອນຕັວໃນຂະນະທີ່ພວກເຂົາກຳລັງເຮັດບາງສິ່ງບາງຢ່າງ
- ໃນພາບເຊິງປຽບທຽບ ພັນທະສັນຍາໃໝ່ອະທຶບາຍເຖີງຊາຕານວ່າເປັນເໝື່ອນໂຈນທີ່ຈະມາຂະໂມຍ ຂ້າແລະທຳລາຍ ນີ້ໝາຍຄວາມວ່າແຜນງານຂອງຊາຕານພະຍາຍາມທີ່ຈະທຳໃຫ້ປະຊາກອນຂອງພຣະເຈົ້າຫຍຸດເຊື່ອພຣະເຈົ້າ ແລະຂະໂມຍສິ່ງທີ່ດີທີ່ພຣະເຈົ້າໄດ້ວາງແຜນໃຫ້ໄດ້ມີປະສົບການ
- ພຣະເຢຊູຊົງປຽບທຽບການສະເດັດກັບມາແບບກະທັນຫັນເຊ່ນດຽວກັບໂຈນມາຂະໂມຍເງີນຈາກປະຊາຊົນ ເຊ່ນດຽວກັບໂຈນມາໃນເວລາທີ່ປະຊາຊົນບໍ່ຄາດຫວັງ ດັ່ງນັ້ນພຣະເຢຊູເຈົ້າຈະສະເດັດມາໃນເວລາທີ່ປະຊາຊົນບໍ່ຄາດຄິດ
ຂາດຄວາມເຊື່ອ, ການຂາດຄວາມເຊື່ອ
ຄໍາວ່າ "ຄວາມເຊື່ອ" ໝາຍເຖິງການບໍ່ມີຄວາມເຊື່ອຫລືບໍ່ສັດທາ.
- ຄໍານີ້ໃຊ້ເພື່ອບັນລະຍາຍເຖິງຄົນທີ່ບໍ່ສັດທາໃນພຣະເຈົ້າ ຊຶ່ງສາມາດເຫັນໄດ້ຈາກການກະທໍາຂອງລາວທີ່ບໍ່ມີສັດທາ.
- ຜູ້ປະກາດພຣະທໍາເຢເຣມີຢາໄດ້ຕໍາໜິຊົນຊາດອິດສະຣາເອນທີ່ ຂາດຄວາມເຊື່ອ ແລະບໍ່ເຊື່ອຟັງພຣະເຈົ້າ.
- ພວກເຂົາໄດ້ນະມັດສະການຮູບໂຄລົບ ແລະຕິດຕາມພຣະປອມຕ່າງໆ ທີ່ບໍ່ຖືກຕ້ອງຂອງຄົນຊາດອື່ນທີ່ບໍ່ໄດ້ນະມັດສະການ ຫລືເຊື່ອຟັງພຣະເຈົ້າ.
ຄໍາແນະນໍການແປ
- ຂຶ້ນຢູ່ກັບກໍລະນີຂອງຂໍ້ນັ້ນ ຄໍາວ່າ "ຂາດຄວາມເຊື່ອ" ສາມາດແປໄດ້ອີກວ່າ "ບໍ່ສັດຊື່" ຫລື "ຄວາມບໍ່ສັດທາ" ຫລື "ບໍ່ເຊື່ອຟັງ ພຣະເຈົ້າ" ຫລື "ບໍ່ສັດທາ."
- ຄໍາວ່າ "ການຂາດຄວາມເຊື່ອ" ສາມາດແປໄດ້ວ່າ "ຄວາມບໍ່ສັດທາ" ຫລື "ຄວາມບໍ່ສັດຊື່" ຫລື "ກະບົດຕໍ່ຕ້ານພຣະເຈົ້າ."
ຂາຕັ້ງຕະກ່ຽງ
ໃນພຣະຄຳພີ ຄຳວ່າ " ຂາຕັ້ງຕະກ່ຽງ " ໂດຍທົ່ວໄປອ້າງອີງເຖິງໂຄງສ້າງທີ່ເອົາຕະກ່ຽງວ່າງໄວ້ເພື່ອໃຫ້ສ່ອງແສງສະຫວ່າງທົ່ວຫ້ອງ.
- ຂາຕັ້ງຕະກ່ຽງໂດຍປົກກະຕິຈະຕິດກັບຕະກ໋ຽງເຮັດດ້ວຍດິນໜຽວ ໄມ້ ຫຼື ເຫຼັກ ( ຢ່າງເຊັ່ນ ທອງເຫຼືອງ ເງິນ ທອງຄຳ)
- ໃນພຮະວິຫານກຸງເຢລູຊາເລັມມີຂາຕັ້ງຕະກ່ຽງທອງຄຳ ເຊິ່ງມີເຈັດອັນສຳລັບຮອງຮັບຕະກ່ຽງເຈັດອັນ.
ຄຳແນະນຳໃນການແປ
- ຄຳນີ້ສາມາດແປວ່າ " ຊັ້ນວ່າງຕະກ່ຽງ " ຫຼື " ໂຄງສ້າງສຳລັບວ່າງຕະກ່ຽງ " ຫຼື " ບ່ອນວ່າງຕະກ່ຽງ."
- ສຳລັບບ່ອນວ່າງຕະກ່ຽງໃນພຮະວິຫານ ສາມາດແປວ່າ " ຕະກ່ຽງທັງເຈັດ " ຫຼື " ແທ່ງທອງຄຳພ້ອມກັບຕະກ່ຽງທັງເຈັດ."
- ບາງທີມັນຈະຊ່ວຍໄດ້ໃນການແປຖ້າລວມເອົາພາບແທ່ງວ່າງຕະກ່ຽງແບບງ່າຍຽ ແລະ ແທ່ງວ່າງຕະກ່ຽງເຈັດອັນຕາມຂໍ້ຄວາມໃນພຮະຄຳພີ.
ຂາ່ວດີ,ຂ່າວປະເສີດ,ພຣະກິດຕິຄູນ
ຄຳວ່າ "ພຣະກິດຕິຄູນ" ຕາມຕົວອັກສອນໝາຍເຖີງ "ຂ່າວດີ" ອ້າງເຖີງຂໍ້ຄວາມຫລືການປະກາດທີ່ບອກແກ່ຜຸ້ທີ່ເປັນສຳລັບພວກເຂົາແລະເຮັດໃຫ້ພວກເຂົາຍິນດີ.
- ໃນຄຳພີ,ຄຳນີ້ມັກຈະໝາຍເຖີງຂໍ້ຄວາມກຽ່ວກັບຄວາມລອດຂອງພຣະເຈົ້າສຳລັບຜຸ້ຄົນໂດຍທາງການຖວາຍບຸຊາພຣະເຢຊູຄິຣດເທິງໃມ້ກາງແຂນ.
- ໃນຄຳພີພາສາອັງກິດສ່ວນໃຫຍ່ "ຂ່າວດີ" ມັກແປວ່າ "ພຣະກິດຕິຄູນ" ແລະໃຊ້ໃນຄຳເຊັ່ນ " ພຣະກິດຕິຄຸນຂອງພຣະເຢຊູຄຣິດ" " ພຣະກິດຕິຄຸນຂອງພຣະເຈົ້າ" ແລະ " ພຣະກິດຕິຄຸນຂອງອານາຈັກ"
ຄຳແນະນຳການແປ
" ວິທີຕ່າງໆໃນການແປຄຳນີ້ອາດລວມເຖີງ "ຂ່າວສານທີ່ດີ" ຫລື "ຄຳປະກາດທີ່ດີ" ຫລື "ຂໍ້ຄວາມແຫ່ງຄວາມລອດຂອງພຣະເຈົ້າ" ຫລື "ສິ່ງທ່ີພຣະເຈົ້າສອນກ່ຽກັບພຣະເຢຊູ". * ຂື້ນຢູ່ກັບບໍລິບົດວິທີການແປຄຳທ່ີວ່າ "ຂ່າວດີຂອງ" ຫລື "ສາມາດລວມເຖີງຂ່າວດີ/ຂ່າວສານກຽ່ວກັບ" ຫລື "ຂ່າວສານທ່ີດີໆຈາກ" ຫລື" ສິ່ງດີໆທີ່ພຣະເຈົ້າຊົງບອກເຮົາກ່ຽວກັບການຊວ່ຍເຫລືອມະນຸດ".
ຂົບຂຽ້ວຄຽ້ວຟັນ
ຂົບຂຽ້ວຟັນຫລືຄຽ້ວຟັນຫມາຍເຖີງການຂົບຟັນແລະຖຸຟັນໄປມາ ສິ່ງນີ້ສະແດງເຖີງຄວາມເຈັບປວດຫລຶຄວາມຮ້າຍທີ່ຮູນແຮງ.
- ພຣະຄຳພີບອກເຮົາເຖີງການຂົບຂຽ້ວຄຽ້ວຟັນຄືສິ່ງໜຶ່ງທີ່ຄົນເຫົ່ລານັ້ນຈະທຳໃນນາຣົກເມື່ອພວກເຂົາທົນທູກສາຫັດ.
- ຖ້າຫາກໃນວັດທະນະທັມຂອງທ່ານບໍ່ໄດ້ກຽ່ວຂອ້ງກັບການຄຽ້ວຟັັນດວ້ຍຄວາມຮ້າຍ ສາມາດແປໄດ້ອີກວ່າ "ຂົບຟັນດ້ວຍຄວາມຮ້າຍ"ຫລຶທ່ານສາມາດໃຊ້ຄຳທີ່ສະແດງເຖີງເວລາທີ່ຄົນໜຶ່ງຮ້າຍ ແລະສະແດງອອກມາໃນວັດທະທັມຂອງທ່ານ ເຊັ່ນ"ກະທືບຕີນ" ຫລື "ຂົບຟັນ" ຫລື "ໃຊ້ສຽງ"
ຂົ່ມເຫັງ , ການຂົ່ມເຫັງ
ຄຳວ່າ "ຂົ່ມເຫັງ" ຫລື "ການຂົ່ມເຫັງ" ອ້າງເຖິງການປະຕິບັດຕໍ່ບຸກຄົນຫລືຄົນກຸ່ມໜຶ່ງດ້ວຍວິທີການທີ່ໂຫດຮ້າຍຈົນກໍ່ໃຫ້ເກີດອັນຕະລາຍແກ່ພວກທ່ານ
- ການຂົ່ມເຫັງສາມາດເກີດຂຶ້ນກັບບຸກຄົນຫລືຫຼາຍຄົນກໍໄດ້ ມັກຈະມີຄວາມກ່ຽວໂຢງກັບການຊ້ຳແລະຕໍ່ເນື່ອງ
- ຊາວອິດສະລາເອນຖືກຂົ່ມເຫັງໂດຍຄົນຫຼາຍກຸ່ມ ຜູ້ເຊີ່ງໄດ້ໂຈມຕີພວກທ່ານ ຈັບເອົາໄປເປັນຊະເລີຍ ແລະລັກຊັບສິນຈາກພວກທ່ານ
- ຜູ້ຄົນມັກຈະຂົ່ມເຫັງຜູ້ອື່ນທີ່ມີຄວາມເຊື່ອທາງສາດສະໜາທີ່ຕ່າງໄປຈາກພວກເຂົາຫລືຂົ່ມເຫັງຜູ້ທີ່ອ່ອນແອກວ່າຕົນເອງ
- ຜູ້ນຳທາງສາສະໜາຊາວຢິວທັງຫຼາຍຂົ່ມເຫັງພຣະເຢຊູເພາະພວກທ່ານບໍ່ມັກໃນສິ່ງທີ່ພຣະເຢຊູສັ່ງສອນ
- ຫຼັງຈາກທີ່ພຣະເຢຊູສະເດັດສູ່ສະຫວັນ ຜູ້ນຳສາສະໜາຊາວຢິວແລະຂ້າລາຊະການຊາວໂຣມໄດ້ກໍ່ການຂົ່ມເຫັງບັນດາຜູ້ທີ່ຕິດຕາມພຣະອົງ
- ຄຳວ່າ "ຂົ່ມເຫັງ" ສາມາດແປລອີກຢ່າງໄດ້ວ່າ "ການຖືກກົດຂີ່ຢູ່ເລື່ອຍໆ" ຫລື "ກະທຳຢ່າງໂຫດຮ້າຍ" ຫລື "ປະຕິບັດ.ດ້ວຍຄວາມໂຫດຮ້າຍຢ່າງຕໍ່ເນື່ອງ"
- ວິທີການແປຄຳວ່າ "ການຂົ່ມເຫງ" ນັ້ນ ສາມາດເວົ້າໄດ້ທັງໝົດ "ການປະຕິບັດດ້ວຍຄວາມໂຫດຮ້າຍ" ຫລື "ການກົດຂີ່" ຫລື "ການປະຕິບັດທີ່ກໍ່ໃຫ້ເກີດຄວາມເຈັບປວດຢ່າງຕໍ່ເນື່ອງ"
ຂໍທານ, ຄົນຂໍທານ
ຄຳວ່າ“ ຂໍ” ໝາຍເຖິງການຂໍບາງສິ່ງບາງຢ່າງດ່ວນ. ມັນມັກຈະ ໝາຍເຖິງການຂໍເງິນ, ແຕ່ມັນຍັງຖືກນຳໃຊ້ທົ່ວໄປເພື່ອອ້າງອີງເຖິງການອ້ອນວອນເພື່ອບາງສິ່ງບາງຢ່າງ.
- ສ່ວນຫຼາຍຄົນມັກຈະອ້ອນວອນຫຼືອ້ອນວອນເມື່ອພວກເຂົາຕ້ອງການບາງສິ່ງບາງຢ່າງ, ແຕ່ບໍ່ຮູ້ວ່າຄົນອື່ນຈະໃຫ້ສິ່ງທີ່ພວກເຂົາຂໍ.
- "ຄົນຂໍທານ" ແມ່ນຄົນທີ່ນັ່ງຫລືຢືນຢູ່ບ່ອນສາທາລະນະເປັນປະ ຈຳເພື່ອຂໍເງິນ.
- ອີງຕາມສະພາບການ, ຄຳສັບນີ້ອາດຈະຖືກແປເປັນ, "ຮ້ອງຂໍ" ຫລື "ຮ້ອງຂໍດ່ວນ" ຫລື "ຮຽກຮ້ອງເງິນ" ຫລື "ຂໍເງິນເປັນປະ ຈຳ".
ຂໍຮ້ອງ , ຄຳຂໍຮ້ອງ , ກະລຸນາ
ຄຳວ່າ "ຂໍຮ້ອງ" ແລະ"ຄຳຂໍຮ້ອງ"ໝາຍເຖິງການຂໍໃຜຈັກຄົນໃຫ້ເຮັດບາງສິ່ງຢ່າງເລັ່ງດ່ວນ ການ "ວິງວອນ" ເປັນການຂໍເລັ່ງດ່ວນ
- ຄຳຂໍຮ້ອງຫລາຍເທື່ອມັກສະແດງວ່າບຸກຄົນນັ້ນຮູ້ສຶກມີຄວາມຈຳເປັນຫລາຍຫລືປາດຖະໜາຄວາມຊ່ວຍເຫລືອຢ່າງຫລາຍ
- ຄົນສາມາດຂໍຮ້ອງຫລືວິງວອນເລັ່ງດ່ວນຕໍ່ພະເຈົ້າເພື່ອພຣະເມດຕາຫລືໃຫ້ພຣະອົງປະທານບາງຢ່າງໃຫ້ແກ່ຕົນເອງຫລືຄົນອື່ນ
- ວິທີອື່ນໃນການແປຄຳນີ້ອາດທັງໝົດເຖິງຄຳວ່າ "ຂໍຮ້ອງ" ຫລື "ອ້ອນວອນ"ຫລື"ຂໍຢ່າງເລັ່ງດ່ວນ"
- ຄຳວ່າ"ວິງວອນ"ສາມາດແປໄດ້ອີກວ່າ"ຄຳຂໍເລັ່ງດ່ວນ"ຫລື"ການກະຕຸ້ນຢ່າງແຮງ"
- ກວດສອບໃຫ້ຊັດເຈນວ່າໃນບໍລິບົດມີຄວາມຊັດເຈນວ່າຄຳນີ້ບໍ່ໄດ້ໝາຍເຖິງການຂໍເງີນ
ຄຣິສຕະຈັກ
ໃນພັນທະສັນຍາໃຫມ່ ຄຳວ່າ "ຄຣິສຕະຈັກ" ກ່າວເຖີງກຸ່ມຜູ້ເຊື່ອໃນພຣະເຢຊູໃນທອ້ງຖິ່ນ ທີ່ມາລວມກັນຢູ່ຢ່າງສະຫມ່ຳສະເຫມີເພື່ອທີ່ຈະອະທິຖານ ແລະຟັງພຣະຄຳຂອງພຣະເຈົ້າ ຄຳວ່າ "ຄຣິສຕະຈັກ" ມັກຈະຫມາຍເຖີງຄຣິສຕຽນທຸກຄົນ.
- ຄຳນີ້ກ່າວຕາມຕົວຫນັງສືວ່າ "ຖືກເອີ້ນອອກມາ"ການລວມກັນ ຫລື ຊຸມນຸມກັນຂອງປະຊາຊົນທີ່ມາລວມກັນເພື່ອເປົ້າຫມາຍສະເພາະ.
- ເມື່ອຄຳນີ້ໃຊ້ກ່າວເຖີງຜູ້ທີ່ເຊື່ອທຸກຄົນໃນທຸກທີ່ໃນພຣະກາຍຂອງພຣະຄຣິສ ການແປພຣະຄັມພີພາສາອັງກິດບາງສະບັບໃຊ້ຫນັງສືຕົວທຳອິດເປັນຕົວໃຫຍ່("Church") ເພື່ອໃຫ້ເປັນຄວາມແຕກຕ່າງຂອງຄຳນີ້ ຈາກຄຣິສຕະຈັກທອ້ງຖິ່ນ.
- ບັນດາຜູ້ເຊື່ອໃນເມືອງໃດເມືອງຫນຶ່ງມັກຈປະຊຸມກັນໃນບ້ານຂອງຄົນໃດຄົນຫນຶ່ງ ຄຣິສຕະຈັກທອ້ງຖິ່ນເຫົ່ລານີ້ໄດ້ຕັ້ງຊື່ຕາມເມືອງນັ້ນໆຢ່າງເຊັ່ນ "ຄຣິສຕະຈັກເອເຟໂຊ" . ໃນພຣະຄັມພີ "ຄຣິສຕະຈັກ" ບໍ່ໄດ້ຫມາຍເຖີງອາຄານ.
ຄຳແນະນຳໃນການແປ
- ຄຳວ່າ "ຄຣິສຕະຈັກ" ສາມາດແປໄດ້ວ່າ "ຊຸມນຸມກັນ" ຫລື "ລວມຕົວກັນ" ຫລື "ການຮວ່ມຊຸມນຸມກັນ" ຫລື "ຄົນທີ່ມາປະຊຸມກັນ" .
- ຄຳຫລື ຄຳເວົ້າທີ່ໃຊ້ແປຄຳນີ້ຄວນຈະຫມາຍເຖີງຜູ້ເຊື່ອທຸກຄົນ ບໍ່ແມ່ນພຽງກຸ່ມນອ້ຍໆ ພຽງກຸ່ມດຽວ.
- ຂໍໃຫ້ແນ່ໃຈວ່າການແປຄຳວ່າ "ຄຣິສຕະຈັກ" ບໍ່ໄດ້ຫມາຍເຖີງອາຄານ".
- ຄຳທີ່ໃຊ້ແປ "ການລວມຕົວກັນ" ໃນພັນທະສັນຍາເດີມສາມາດໃຊ້ແປຄຳນີ້ໄດ້ດວ້ຍ.
- ຂໍໃຫ້ພິຈາຣະນາໃຫ້ດີໃນການແປຄຳນີ້ ໃນການແປພຣະຄັມພີໃນພາສາທອ້ງຖິ່ນ ຫລື ພາສາກາງ.
ຄຣິສະຕຽນ
ຫລັງຈາກທີ່ພຣະເຢຊູສະເດັດກັບສູ່ສະຫັວນ ຄົນທົ່ວໄປໄດ້ເອີ້ນຊື່"ຄຣິສະຕຽນ" ທີ່ມີຄວາມຫມາຍວ່າ "ຜູ້ຕິດຕາມພຣະຄຣິສ"
- ບັນດາຜູ້ຕິດຕາມພຣະເຢຊູໄດ້ຖືກເອີ້ນວ່າ "ຄຣິສະຕຽນ"ເປັນຄັ້ງທຳອິດໃນເມືອງອັນທີໂອກ.
- ຄຣິສະຕຽນເປັນຜູ້ທີ່ສັດທາວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າແລະຜູ້ທີ່ວາງໃຈໃນພຣະເຢຊູທີ່ຈະຊວ່ຍເຂົາໃຫ້ລອດຈາກບາບທັງປວງຂອງເຂົາ.
- ໃນສະໄຫມປະຈຸບັນນີ້ ຫລາຍຄັ້ງທີ່ຄຳວ່າ "ຄຣິສະຕຽນ"ໃຊ້ສຳຫລັບຄົນທີ່ລະບຸຕົວຕົນວ່າເປັນຄົນຖືສາດສະຫນາຄຣິສ ແຕ່ບໍ່ໄດ້ເປັນຜູ້ຕິດຕາມພຣະເຢຊູຈິງໆ ນີ້ບໍ່ແມ່ນຄວາມ ຫມາຍຂອງ "ຄຣິສະຕຽນ" ໃນພຣະຄັມພຣະພີ.
- ເພາະຄຳວ່າ "ຄຣິສະຕຽນ " ໃນພຣະຄຳພີກ່າວເຖີງບາງຄົນທີ່ເປັນຜູ້ສັດທາຢ່າງແທ້ຈິງໃນພຣະເຢຊູ ຄຣິສະຕຽນຍັງຖືກເອີ້ນວ່າ "ຜູ້ສັດທາ"ດວ້ຍ.
ຄຳແນະນຳໃນການແປ
- ຄຳນີ້ສາມາດແປໄດ້ວ່າ "ຜູ້ຕິດຕາມພຣະຄຣິສ" ຫລື "ຜູ້ຕິດຕາມຂອງພຣະຄຣິສ" ຫລືບາງກໍເຫມືອນກັບ "ຄົນຂອງພຣະຄຣິສ".
- ຂໍໃຫ້ແນ່ໃຈວ່າການແປຄຳນີ້ຈະແຕກຕ່າງໄປຈາກຄຳທີ່ໃຊ້ສຳຫລັບສາວົກ ຫລືປະໂລຫິດ.
- ຂໍໃຫ້ລະມັດລະວັງໃນການແປຄຳນີ້ດວ້ຍຄຳທີ່ສາມາດກ່າວເຖີງ ທຸກຄົນທີ່ເປັນຜູ້ສັດທາ ໃນພຣະເຢຊູ ບໍ່ແມ່ນສະເພາະກຸ່ມຄົນ.
- ຂໍພິຈາຣະນາໃຫ້ດີໃນການແປຄຳນີ້ໃນພຣະຄັມພີໃນພາສາທອ້ງຖິ່ນ ຫລື ພາສາກາງດວ້ຍ.
ຄວາມກະຕືລືລົ້ນ, ກະຕືລືລົ້ນ
ຄຳວ່າ " ຄວາມກະຕືລືລົ້ນ" ແລະ" ກະຕືລືລົ້ນ" ອ້າງເຖິງການອຸທິດຕົນເພື່ອສະນັບສະໜຸນບຸກຄົນຫລືແນວຄິດ
- ຄວາມກະຕືລືລົ້ນ ມີຄວາມປາຖະນາຢ່າງແຮງກ້າແລະການກະທຳ ຕ່າງໆ ທີ່ສົ່ງເສີມເຫດທີ່ດີ ມັກໃຊ້ຢູ່ສະເມີໃນການອະທິບາຍເຖິງຄົນທີ່ສັດທາເຊື່ອຟັງໃນພຣະເຈົ້າແລະສອນໃຫ້ຄົນອື່ນທຳເຊັ່ນນັ້ນດ້ວຍ
- ການກະຕືລືລົນລວມເຖິງການໃສ່ຄວາມພະຍາຍາມຍ່າງມາກມາຍໃນການທຳບາງສິງບາງຢ່າງຕໍ່ເນື່ອງໃນຄວາມພະຍາຍາມ
- ຄຳວ່າ " ຄວາມກະຕືລືລົ້ນຂອງອົງພຣະຜູ້ເປັນເຈົ້າ" ຫລື" ຄວາມກະຕືລືລົ້ນຂອງພຣະຢາເວ" ອ້າງເຖິງຄວາມເຂັ້ງແຂງ ການກະທຳທີ່ບໍ່ລົດລະທີ່ຈະອວຍພອນແກ່ປະຊາຊົນຂອງພຣະອົງ ຫລື ເພື່ອໃຫ້ເກີດຄວາມຊອບທຳ
ຄຳແນະນຳໃນການແປ
- " ການກະຕືລຶລົ້ນ" ສາມາດແປວ່າ" ຈົ່ງຂະຍັນຢ່າງວ່ອງໄວ" ຫລື"ພະຍາຍາມຢ່າງສູງສຸດ"
- ຄຳວ່າ" ຄວາມກະຕືລືລົ້ນ" ສາມາດແປວ່າ" ຄວາມອຸທິດຕົນທີ່ມີພະ ລັງ" ຫລື " ຄວາມກະຕືລືລົ້ນທີ່ຊອບທັມ"
- ວະລີວ່າ " ກະຕືລືລົ້ນສຳລັບບ້ານຂອງທ່ານ" ສາມາດແປໄດ້ວ່າ" ໃຫ້ກຽດຢ່າງຍິ່ງຕໍ່ວິຫານຂອງທ່ານ" ຫລື " ຄວາມປາຖະນາຢ່າງແຮງກ້າໃນການດູແລບ້ານຂອງທ່ານ
ຄວາມຄິດຈິດໃຈ
ຄຳວ່າ "ຄວາມຄິດຈິດໃຈ" ບົ່ງບອກເຖິງສ່ວນໜຶ່ງຂອງບຸກຄົນທີ່ຄິດສິ່ງນັ້ນ ແລະ ຕັດສິນໃຈລົງມືເຮັດ.
- ຄວາມຄິດຈຶດໃຈຂອງແຕ່ລະຄົນ ແມ່ນລວມທັງໝົດຂອງຄວາມຄຶດ ແລະ ການໃຊ້ເຫດຜົນຂອງເຂົາຫລືລາວ.
- ການ "ມີຄວາມຄິດຈິດໃຈເໝືອນພຣະເຢຊູເຈົ້າ" ໝາຍຄວາມວ່າ ສິ່ງໃດທີ່ຈະຄິດແລະຈະກະທຳ ຕ້ອງຄືກັບສິ່ງທີ່ພຣະເຢຊູເຈົ້າຄິດແລະກະທຳ. ໝາຍຄວາມວ່າ ຍອມເຊື່ອຟັງພຣະເຈົ້າພຣະບິດາ, ເຊື່ອຟັງຄຳສັ່ງສອນຈາກພຣະເຢຊູເຈົ້າ, ຈະເຮັດໄດ້ໂດຍການນຳພາຂອງພຣະວິນຍານບໍຣິສຸດເຈົ້າ.
- "ປ່ຽນແປງຄວາມຄິດຈິດໃຈ" ໝາຍຄວາມວ່າ ບາງຄົນໄດ້ຕັດສິນໃຈຕ່າງໄປອີກຢ່າງໜຶ່ງ ຫລື ຄິດຕ່າງກັບໂຕເກົ່າທີ່ລາວເຄີຍຄິດມາກ່ອນ.
ຄຳແນະນຳໃນການແປ
- ຄຳວ່າ "ຄວາມຄິດຈິດໃຈ" ຍັງສາມາດແປໄດ້ອີກວ່າ "ຄວາມຄິດ" ຫລື "ເຫດຜົນ" ຫລື "ການຄິດ" ຫລື "ການເຂົ້າໃຈ."
- ຄຳເວົ້າທີ່ວ່າ, "ຈື່ໄວ້ໃນຄວາມຄິດຈິດໃຈ" ສາມາດແປໄດ້ວ່າ "ໃຫ້ຈື່ຈຳ" ຫລື "ໃຫ້ຄວາມສົນໃຈ" ຫລື "ໃຫ້ຮູ້ໄວ້ວ່າ."
- ຄຳເວົ້າທີ່ວ່າ, "ຈິດໃຈ, ຈິດວິນຍານ, ແລະ ຄວາມຄິດຈິດໃຈ" ສາມາດແປໄດ້ອີກວ່າ, "ສິ່ງທີ່ເຈົ້າຮູ້ສຶກ, ສິ່ງທີ່ເຈົ້າເຊື່ອ, ແລະ ສິ່ງທີ່ເຈົ້າຄິດເຖິງ."
- ຄຳເວົ້າທີ່ວ່າ "ຫາກະຄຶດໄດ້ວ່າ" ສາມາດແປໄດ້ວ່າ, "ຈື່ໄດ້ວ່າ" ຫລື "ຄິດກ່ຽວກັບ."
- ຄຳເວົ້າທີ່ວ່າ,"ປ່ຽນຄວາມຄິດແລ້ວໄປຕໍ່" ສາມາດແປໄດ້ອີກວ່າ, "ຕັດສິນໃຈບໍ່ຄືເກົ່າແລ້ວໄປຕໍ່" ຫລື "ໄດ້ຕັດສິນໃຈທັງໝົດແລ້ວ" ຫລື "ປ່ຽນຄວາມຄິດແລ້ວໄປຕໍ່."
ຄວາມຄຽດຊັງ
ຄວາມຄວາມຄຽດຊັງເປັນຄວາມຄຽດຮ້າຍທີ່ຫຼາຍເກີນໄປບໍ່ສາມາດຄວບຄູມໄດ້, ເມື່ອບາງຄົນຄຽດຮ້າຍແຮງກໍ່ໝາຍຄວາມວ່າບູກຄົນນັ້ນກຳລັງສະແດງຄວາມຄຽດຮ້າຍໃນທີ່ເປັນອັນຕະລາຍ.
- ຄວາມຄຽດຊັງເກີດຂື້ນເມື່ອອາລົມຄວາມຄຽດຮ້າຍເຮັດໃຫ້ບູກຄົນສຼນເສຍການຄວບຄູມໂຕເອງ.
- ເມື່ອຖືກຄວບຄູມດ້ວຍຄວາມຄຽດຮ້າຍ,ເຮັດໃຫ້ບູກຄົນສຼນເສຍການຄວບຄູມໂຕເອງ.
- ຄຳວ່າ "ຄຽດຊັງ"ສາມາດອ້າງເຖຶງ ການເຄືອນໄຫວທີ່ມີພະລັງ ຢ່າງເຊັ່ນ ພາຍູທີ່ "ຮູ່ນແຮງ"ຫຼື ຄື້ນມະຫາສະມູດທີ່ "ພັດໄປພັດໄປມາ."
- ຄຳວ່າ"ຊົນຊາດທີ່ຄຽດຊັງ"ໝາຍເຖິງ ຄົນທັງຫຼາຍທີ່ບໍ່ຊອບທັມບໍ່ເຊື່ອຟັງພຣະເຈົ້າແລະຕໍ່ຕ້ານພຣະອົງ.
- ຄຳວ່າ "ເຕັມໄປດ້ວຍຄວາມຄຽດຊັງ"ໝາຍເຖິງ ການມີຄວາມຮຼ້ສຶກທີ່ທ້ວມລົ້ນດ້ວຍຄວາມຄຽດຮ້າຍທີ່ຮູນແຮງ.
ຄວາມຊັ່ວຊ້າ
ຄຳວ່າ "ຕວາມຊັ່ວຊ້າ" ຄືຄຳທີ່ຄ້າຍກັນມາກກັບຄຳວ່າ "ບາບ" ແຕ່ອາດເຈາະຈົງອ້າງເຖຶງການທຳຄວາມຜຶດຫຼືຄວາມຊັ່ວຮ້າຍຢ່າງຫຼວງຫຼາຍ
- ຄຳວ່າ "ຄວາມຊັ່ວຊ້າ" ມີຄວາມໝາຍຕົງຕົວຄືບຶດບຽວຫຼືຜຶດພ້ຽນໄປ (ໃນເລືອງທຳບັນຍັດ) ຄຳນີ້ອ້າງເຖຶງຄວາມລວງລະເມຶດຢ່າງຮ້າຍແຮງ *ຄວາມຊັ່ວຊ້າສາມາດອະທຶບາຍໄດ້ວ່າເປັນການກະທຳໂດຍເຈຕະນາໂດດຍກໍ່ໃຫ້ເກຶດອັນຕລາຍຕໍ່ຜູ້ອື່ນ
- ຄຳນຶຍາມອື່ນຂອງຄວາມຊັ່ວຊ້າລວມເຖຶງ "ຄວາມວຶປະລຶດ" ແລະ"ຄວາມຊັ່ວຊາມ"ເຊຶງທັ້ງສອງຄຳໃຊ້ອະທຶບາຍຄວາມບາບອັນຮ້າຍແຮງ
ຄຳແນະນຳການແປ
- ຄຳວ່າ "ຄວາມຊັ່ວຊ້າ" ສາມາດແປໄດ້ວ່າ "ຄວາມຊັ່ວຮ້າຍ" ຫຼື "ການກະທຳອັນວຶປະລຶດ" ຫຼື "ການປະພືດທີ່ອັນຕລາຍ"
- ຫຼາຍຄັ້ງ "ຄວາມຊັ່ວຊ້າ" ປະກົດກັບຂໍ້ຄວາມດຽງກັນກັບຄຳວ່າ"ບາບ" ແລະ "ການລະເມຶດ" ດັ່ງນັ້ນຈືງສຶ່ງສຳຄັນທີ່ຈະຕ້ອງມີວຶທີ່ທີ່ແຕກຕ່າງກັນໃນການແປຄຳເຫຼົ່ານີ້
ຄວາມຊື່ສັດຖືກຕ້ອງ
ຄຳວ່າ "ຄວາມຊື່ສັດຖືກຕ້ອງ" ອ້າງການຊື່ສັດ ດ້ວຍຫລັກສຶນລະທຳຈັນຍາແລະການປະພືດ
- ການມີຄວາມຊື່ສິດຖູກຕ້ອງໝາຍຄວາມວ່າເລືອກກະທຳສຶ່ງທີ່ສັດຊື່ແລະເປັນສຶ່ງຖືກຕ້ອງ ເຖຶງໃນເວລາທີ່ບໍ່ມີຜູ້ໃດເຫັນ
- ບຸຄະລຶກລະສະນະທີ່ແນ່ນອນໃນພຣະຄຳພີ ເຊ່ນໂຢເຊບແລະດານຶເອນໄດ້ແສດງໃໃຫ້ເຫັນເຖຶງຄວາມຊື່ສັດຖືກຕ້ອງເມື່ອພວກເຂົາປະຕຶເສດທີ່ຈະທຳຊັ່ວ ແຕ່ເລືອກທີ່ຈະເຊື່ອຟັງພຣະເຈົ້າ
- ໜັງສືສຸພາສຶດເວົ້າວ່າການເປັນຄົນຍາກຈົນແຕ່ຄວາມຊື່ສັດຖືກຕ້ອງກໍ່ດີກວ່າການເປັນຄົນມັ່ງຄັງແຕ່ຄົດໂກງຫຼືບໍ່ສັດຊື່
ຄຳແນະນຳໃນການແປ
- ຄຳວ່າ "ມີຄວາມຊື່ສັດຖືກຕ້ອງ" ສາມາດແປໄດ້ວ່າ "ຄວາມສັດຊື່" ຫຼື "ການມີສຶນລະທຳສູງ" ຫຼື "ການປະພືດທີ່ຊື່ສັດ" ຫຼື "ການກະທຳອັນນ່າເຊື່ອຖື ດ້ວຍທ່າທີສັດຊື່"
ຄວາມທຸກທໍລະມານ
ຄຳວ່າ "ຄວາມທຸກທໍລະມານ" ອ້າງເຖິງເຖິງເວລາທີ່ຍາກລຳບາກ, ຄວາມທຸກທໍລະມານ,ແລະ ຄວາມທຸກລຳບາກ.
- ພັນທະສັນຍາໃໝ່ກ່າວວ່າຄຣິດສະຕຽນຈະອົດທົນຕໍ່ຊ່ວງເວລາແຫ່ງການກົດຂີ່ຂົ່ມເຫັງແລະຄວາມທຸກທໍລະມານແບບອື່ນໆ ເພາະປະຊາຊົນຫລາຍຄົນໃນໂລກນີ້ຕໍ່ຕ້ານຄຳສອນຂອງພຣະເຢຊູ.
- ພຣະຄໍາພີໃຊ້ຄຳວ່າ "ຄວາມທຸກທໍລະມານທີ່ຍິ່ງໃຫຍ່" ເພື່ອອະທິບາຍໄລຍະເວລາໜຶ່ງກ່ອນທີ່ການສະເດັດມາເທື່ອທີສອງຂອງພຣະເຢຊູເມື່ອພຣະພິໂລດຂອງພຣະເຈົ້າຈະຖືກເທລົງເທິງພື້ນໂລກເປັນເວລາຫລາຍປີ.
- ຄຳວ່າ "ຄວາມທຸກທໍລະມານ" ສາມາດແປວ່າ "ຊ່ວງເວລາແຫ່ງຄວາມທຸກທໍລະມານ" ຫລື "ຄວາມທຸກທໍລະມານ" ຫລື "ບັນຫາຮ້າຍແຮງ."
ຄວາມທຸກໃຈ, ເຈັບປວດຫົວ, ແສນສາຫັດ
ຄຳວ່າ " ທຸກໃຈ " ນີ້ໝາຍເຖິງຄວາມເຈັບປວດຢ່າງຮຸນແຮງຫລືຄວາມໂສກເສົ້າ
- ຄວາມທຸກໃຈນີ້ສາມາດໝາຍເຖິງຄວາມທຸກຫລືເຈັບປວດຝ່າຍຮ່າງກາຍຫລືຝ່າຍອາລົມກໍໄດ້
- ບາງຄັ້ງ ຄົນທີ່ທຸກໃຈຢ່າງມາກມາຍຈະສະແດງອອກມາທາງສີໜ້າແລະການກະທຳ
- ຕົວຢ່າງເຊັ່ນ ຄົນທີ່ເຈັບປວດຫລາຍຫລືທຸກໃຈຫລາຍຈະກັດແຂ້ວຫລືຮ້ອງອອກມາ
- ຄຳວ່າ " ທຸກໃຈ " ອາດຈະແປໄດ້ອີກວ່າ " ມີອາລົມໂສກເສົ້າ " ຫລື " ເສຍໃຈຢ່າງຫລາຍ " ຫລື " ເຈັບປວດຢ່າງຫລວງຫລາຍ "
ຄວາມຜິດ,ມີຄວາມຜິດ
ຄຳວ່າ "ຄວາມຜິດ" ອ້າງເຖີງຂໍ້ເທັດຈິງຂອງການທຳບາບຫລືທຳຄວາມຜິດ.
- ການ "ທຳຜິດ"ໝາຍເຖີງການໄດ້ທຳຜິດທາງສິນລະທັມກໍຄືການບໍ່ໄດ້ເຊື່ອພຣະເຈົ້າ.
- ສິ່ງທີ່ຕົງກັນຂ້າມກັບ"ຄວາມຜິດ"ກໍຄື"ບໍຣິສຸດ".
ຄຳແນະນຳໃນການແປ
- ບາງພາສາອາດແປວ່າ "ຄວາມຜິດ" ເປັນ"ນ້ຳໜັກຂອງບາບ"ຫລື "ຄວາມຜິດບາບທີ່ນັບໄດ້".
- ການແປຄຳວ່າ "ທຳຄວາມຜິດສາມາດລວມເຖີງຄຳຫລືວາລີທີ່ແປວ່າ"ຜິດ"ຫລື "ທຳຫຍັງຜິດສິນທັມ"ຫລື ກະທຳບາບ".
ULB ຕົວຢ່າງ: ກຳຈັດຄວາມຜິດຂອງບາບຂອງທ່ານ ເອົາຄວາມຜິດຂອງທ່ານອອກໄປ ການຖວາຍບູຊາຄວາມຜິດ ລົງໂທດຄວາມຜິດຂອງທ່ານບໍ່ມີຄວາມຜິດສຳຫລັບການຄາດຕະກັມຈະຕິດຕາມເຂົາ ແບກຮັບຄວາມຜິດຂອງຕົວເອງ ສຳລະຄວາມຜິດຂອງເຂົາ ເປັນຄວາມຜິດທີ່ໃຫຍ່ຫລວງຄວາມຜິດຂື້ນໄປຍັງສະຫວັນ.
ຄວາມມຶນງົງ
ຄວາມມຶນງົງເປັນພາວະຂອງຈິດໃຈທີ່ບຸກຄົນຍັງຕື່ນຢູ່ ແຕ່ບໍ່ເຂົ້າໃຈເຖິງສິ່ງທີ່ຢູ່ອ້ອມຕົວເຂົາເພາະເຂົາກຳລັງເບິ່ງເຫັນແລະປະສົບກັບສິ່ງອື່ນ.
- ໃນພັນທະສັນຍາໃໝ່, ຄຳນີ້ອະທິບາຍສະພາວະເໜືອທຳມະຊາດຂອງຈິດໃຈທີ່ເປໂຕແລະໂປໂລໄດ້ເກີດຂຶ້ນເມື່ອພຣະເຈົ້າກ່າວກັບພວກເຂົາໃນນິມິດ.
- ໃນແຕ່ລະກໍລະນີ ເປໂຕແລະໂປໂລຢູ່ໃນພາວະທີ່ກຳລັງອະທິຖານເມື່ອພວກເຂົາໄດ້ຮັບສະຖານະຄວາມມຶນງົງ.
- ພຣະເຈົ້າຊົງເປັນຜູ້ເຮັດໃຫ້ພວກເຂົາຕ້ອງມຶນງົງ.
- ຄຳວ່າ "ມຶນງົງ" ເປັນຄຳທີ່ແຕກຕ່າງຈາກ "ນິມິດ" ຫລື "ຄວາມຝັນ" ແລະຄວນມີການແປທີ່ແຕກຕ່າງກັນ.
- ຄຳກ່າວທີ່ວ່າ "ຕົກຢູ່ໃນຄວາມມຶນງົງ" ໝາຍເຖິງ "ຕົກຢູ່ໃນສະພາບນອນຫລັບທັນທີທັນໃດ " ໃນຂະນະທີ່ຍັງຕື່ນຢູ່.
ຄວາມຢ້ານກົວ, ຢ້ານກົວ
ຄຳວ່າ "ຄວາມຢ້ານກົວ" ອ້າງເຖິງຄວາມຮູ້ສຶກຄຽດຢ່າງແຮງຂອງຄວາມຢ້ານແລະຢ້ານຢຳຢ່າງແຮງ. ບຸກຄົນທີ່ກຳລັງຮູ້ສຶກເຖິງຄວາມຢ້ານກົວຈະຢູ່ໃນສະພາບທີ່ເອີ້ນວ່າ "ຢ້ານກົວ."
- ຄວາມຢ້ານກົວຈະສະເທືອນໃຈແລະເຂັ້ມຂົ້ນຫລາຍກວ່າຄວາມຢ້ານທຳມະດາ. *ໂດຍປົກກະຕິເມື່ອບາງຄົນຢ້ານກົວ ເຂົາຈະຢູ່ໃນອາການຕົກໃຈສຸດຂີດຫລືຕົກຕະລຶງດ້ວຍ.
ຄວາມລອດ
ຄຳວ່າ ”ຄວາມລອດ”ແມ່ນອ້າງເຖິງການຊ່ວຍໃຫ້ປອດໄພຫລືການໄດ້ຮັບການຊ່ວຍກູ້ຈາກສິ່ງຊົ່ວຮ້າຍແລະອັນຕະລາຍ *ໃນພຣະຄຳພີ ”ຄວາມລອດ”ໂດຍທົ່ວໄປແມ່ນອ້າງເຖິງຝ່າຍວິນຍານແລະການປົດປ່ອຍຊົ່ວນີລັນດອນທີ່ພຣະເຈົ້າປະທານໃຫ້ແກ່ຄົນເຫລົ່ານັ້ນທີ່ເສຍໃຈໃນຄວາມຜິດບາບຂອງຕົນແລະເຊື່ອໃນພຣະເຢຊູ
*ໃນພຣະຄຳພີຍັງເວົ້າກ່ຽວກັບການຊົງຊ່ວຍເຫລືອຂອງພຣເຈົ້າຫລືການປົດປ່ອຍປະຊາກອນຂອງພຣະອົງຈາກສັດຕູທາງຝ່າຍເນື່ອຫນັງຂອງພວກເຂົາ
ຄຳແນະນຳໃນການແປ
*ຄຳນີ້ສາມາດແປໂດຍໃຊ້ຄຳ”ຊ່ວຍໃຫ້ປອດໄພ”ຫລຶ”ຊ່ວຍໃຫ້ລອດພົ້ນ”ຕົວຢ່າງເຊັ່ນໃນ”ເມື່ອພຣະເຈົ້າໄດ້ຊົງຊ່ວຍປະຊາຊົນໃຫ້ປອດໄພ”
ຄວາມສະຍົດສະຍອງ, ເຮັດໃຫ້ຢ້ານຫລາຍ
ຄຳວ່າ "ຄວາມສະຍົດສະຍອງ" ອ້າງເຖຶງອາລົມແລະຄວາມຢ້ານຢ່າງຫລວງຫລາຍ ການທຳໃຫ້ບາງຄົນມີຄວາມຢ້ານກິ່ວໝາຍຄວາມວ່າທຳທຳໃຫ້ບຸຄົນອື່ນຢ້ານຢ່າງຫລວງຫລາຍ
- "ຄວາມສະຍົດສະຍ້ອງ" (ຫຼື "ເຫລົ່າຄວາມສະຍົດສະຍອງ") ເປັນບາງສຶ່ງໃດຫຼືບາງຄົນໃດ ທີ່ທຳໃຫ້ເກຶດຄວາມຢ້ານຢ່າງຫລວງຫລາຍຕັວຢ່າງຄວາມສະຍົດສະຍອງຄືການໂຈຕີຂອງສັດຕູຫຼືໂລກລະບາດຫຼືໂລກຮ້າຍແຮງທີ່ລະບາດໃນວົງກວ້າງ ຂ້າຄົນເປັນຈຳຫລວງຫລາຍ
- ຄວາມສະຍົດສະຍອງເຫລ່ານີ້ສາມາດອະທຶບາຍໄດ້ວ່າ "ເຮັດໃຫ້ຢ້ານກັ່ວ" ຄຳນີ້ສາມາດແປວ່າ "ເປັນເຫດໃຫ້ຢ້ານກັ່ວ" ຫຼື "ກະທຳໃຫ້ເກຶດຄວາມສະຍົດສະຍອງ" ການພຶພາກສາຂອງພຣະເຈົ້າເຮັດໃຫ້ເກຶດຄວາມຕົກໃຈຢ່າງຮ້າຍແຮງໃນວັນໜື່ງວັນໃດໃນຄົນທີ່ບໍ່ຍອມກັບໃຈປະຕຶເສດພຣະຄຸນຂອງພຣະເຈົ້າ
- ຄວາມ"ຢ້ານກັ່ວພຣະຢາເວ" ສາມາດແປວ່າ "ການປະກົດຕັວທີ່ໜ້າຢ້ານກັ່ວຂອງພຣະຢ່າເວ" ຫຼື "ການພຶພາກສາອັນໜ້າຢ້ານກັ່ວຂອງພຣະຢາເວ" ຫຼື "ເມືອພຣະຢາເວເຮັດໃຫ້ເກຶຄວາມຢ້ານກັ່ວຢ່າງສຸດຂຶດ"
- ວຶທີທີ່ຈະແປ "ຄວາມສະຍົດສະຍອງ" ສາມາດແປໄດ້ວ່າ "ຄວາມຢ້ານຢ່າງສຸດຂຶດ" ຫຼື "ຄວາມໜ້າກັ່ວສຸດເລີກ"
ຄວາມສະຫວ່າງ
ມີການໃຊ້ໃນການປຽບທຽບເປັນຄຳອຸປະມາຫລາຍເທື່ອສຳຫລັບຄໍາວ່າ " ແສງສະຫວ່າ " ໃນພຣະຄຳພີສ່ວນຫລາຍມັກຈະໃຊ້ເພື່ອເປັນຄຳອຸປະມາ ປຽບທຽບກັບຄວາມຊອບທຳ ຄວາມບໍລິສຸດ ແລະ ຄວາມຈິງ(ເບິງ: Metaphor](https://git.door43.org/Door43/en-ta-translate-vol1/src/master/content/figs_metaphor.md))
- ພຣະເຢຊູກ່າວວ່າ " ເຮົາເປັນແສງສະຫວ່າງຂອງໂລກ " ເພື່ອສະແດງໃຫ້ເຫັນວ່າພຣະອົງຊົງນຳຂ່າວສານຄວາມຈິງຂອງພຣະເຈົ້າມາຍັງໂລກນີ້ ແລະ ຊົງຊ່ວຍກູ້ຜູ້ຄົນຈາກຄວາມມືດຈາກຄວາມບາບຈອງພວກເຂົາ.
- ບັນດາຄິຣດສຕຽນໄດ້ຮັບຄຳສັ່ງໃຫ້ "ເດີນໃນຄວາມສະຫວາ່ງ " ເຊື່ງຫມາຍຄວາມວ່າພວກເຂົາສົມຄວນດຳເນີນຊີວິດໃນທາງທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາດຳເນີນເພື່ອໃຫ້ຫລີກຫນີຈາກຄວາມຊົ່ວຮ້າຍ.
- ອັກຄະສາວົກ ໂຢຮັນ ກ່າວວ່າ " ພຣະເຈົ້າຊົງເປັນຄວາມສະຫວ່າງ " ແລະ ບໍ່ມີຄວາມມືດໃນພຣະອົງອີກ
- ຄວາມສະຫວ່າງ ແລະ ຄວາມມືດເປັນສິ່ງທີ່ຕົງກັນຂ້າມກັນ ໃນຄວາມມືດນັ້ນຈະບໍ່ມີຄວາມສະຫວ່າງອີກເລີຍ.
- ພຣະເຢຊູກ່າວວ່າພຣະອົງເປັນ " ຄວາມສະຫວ່າງຂອງໂລກ " ແລະ ຜູ້ທີ່ຕິດຕາມພຣະອົງສົມຄວາມເປັນຄວາມສະຫວ່າງແຫງຄວາມສະຫວ່າງຂອງໂລກ ໂດຍດຳເນີນຊີວິດຢູ່ໃນທາງທີ່ເຜີດເຜີຍຢ່າງຊັດເຈນເຖື່ງພຣະເຈົ້າຜູ້ຊົງຫຍິ່ງໃຫ່ຍ.
- " ເດີນໃນຄວາມສະຫວ່າງ " ໝາຍເຖີງການດຳເນີນຊີວິດໃນທາງທີ່ພຣະເຈົ້າຊົງພໍພະໄທ ເຮັດໃນສິ່ງທີ່ດີ ແລະ ຖືກຕ້ອງ ການເດີນໃນຄວາມມືດສະແດງເຖິງ ການດຳເນີນຊີວິດໃນການທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ເຮັດໃນສິ່ງທີ່ຊົ່ວຮ້າຍ.
ຄຳນຳໃນການແປ
- ການແປ ເປັນສິ່ງສຳຄັນໃນການຮັກສາຄຳຕາມຕົວຫນັງສື " ຄວາມສະຫວ່າງ " ແລະ " ຄວາມມືດ " ເຊຶ່ງວ່າຈະຖືກໃຊ້ປຽບທຽບກັນກໍ່ຕາມ.
- ອາດຈະຈຳເປັນທີ່ຈະຕ້ອງອະທິບາຍການປຽບທຽບໃນເນື້ອຫາ ຕົວຢ່າງເຊັ່ນ " ດຳເນີນຊີວິດຄືກັບລູກຂອງຄວາມສະຫວ່າງ " ສາມາດແປວ່າ " ດຳເນີນຊີ່ວິດທີ່ຊອບທຳຢ່າງເປີດເຜີຍ ປຽບບາງຄົນທີ່ຢ່າງຢູ່ພາຍໃຕ້ແສງສະຫວ່າງຂອງດວງຕາເວັນ.
- ເພື່ອໃຫ້ແນ່ໃຈວ່າການແປຄຳວ່າ " ແສງສະຫວ່າງ " ບໍ່ໄດ້ອ້າງອີງເຖີງວັດທຸສິ່ງຂອງທີ່ໃຊ້ໃນຄວາມສະຫວ່າງເຊັ່ນ ຕະກຽງ.
ຄວາມສຸກ, ຄວາມເບີກບານມ່ວນຊື່ນ
ຄວາມສຸກແມ່ນຄວາມຮູ້ສຶກທີ່ມີຄວາມສຸກຫລືຄວາມເພິ່ງພໍໃຈຢ່າງເລິກເຊິ່ງທີ່ມາຈາກພຣະເຈົ້າ. ຄຳສັບທີ່ກ່ຽວຂ້ອງຄຳວ່າ, ”ເບີກບານມ່ວນຊື່ນ“ ພັນລະນາເຖິງບຸກຄົນທີ່ຮູ້ສຶກດີໃຈແລະເຕັມໄປດ້ວຍຄວາມສຸກຢ່າງເລິກເຊິ່ງ.
- ບຸກຄົນໃດໜຶ່ງ ທີ່ຮູ້ສຶກມີຄວາມສຸກເມື່ອລາວມີຄວາມຮູ້ສຶກເລິກເຊິ່ງວ່າສິ່ງທີ່ລາວກຳລັງປະສົບນັ້ນມັນດີຫລາຍ.
- ພຣະເຈົ້າເປັນຜູ້ໃຫ້ຄວາມສຸກທີ່ແທ້ຈິງແກ່ຜູ້ຄົນ.
- ການມີຄວາມສຸກບໍ່ໄດ້ຂຶ້ນກັບສະພາບການທີ່ໜ້າຍິນດີ. ພຣະເຈົ້າສາມາດເຮັດໃຫ້ຜູ້ຄົນມີຄວາມສຸກໄດ້ເຖິງແມ່ນວ່າຈະມີສິ່ງທີ່ຫຍຸ້ງຍາກລຳບາກຫລາຍເກີດຂຶ້ນໃນຊີວິດຂອງເຂົາເຈົ້າ.
- ບາງເທື່ອສະຖານທີ່ກໍ່ໄດ້ຖືກອະທິບາຍວ່າມີຄວາມສຸກ, ເຊັ່ນວ່າເຮືອນຫລືເມືອງ. ນີ້ໝາຍຄວາມວ່າຄົນທີ່ອາໄສຢູ່ທີ່ນັ້ນມີຄວາມເບີກບານມ່ວນຊື່ນ.
ຄຳແນະນຳ ໃນການແປ
- ຄຳວ່າ “ຄວາມສຸກ“ ສາມາດແປໄດ້ວ່າ “ ດີໃຈ“ ຫລື “ຄວາມສຸກອັນຍິ່ງໃຫຍ່“
- ປະໂຫຍກທີ່ວ່າ, “ເບີກບານມ່ວນຊື່ນ“ ສາມາດແປເປັນ “ປິຕິຍິນດີ“ ຫລື “ດີໃຈຫລາຍ“ ຫລືດ້ວຍຄຳທີ່ມີຄວາມໝາຍວ່າ “ຈົ່ງມີຄວາມສຸກຫລາຍໃນຄວາມດີຂອງພຣະເຈົ້າ.“
- ບຸກຄົນທີ່ມີຄວາມສຸກສາມາດອະທິບາຍວ່າເປັນຄົນທີ່ມີ “ຄວາມສຸກຫລາຍ“ ຫລື “ດີໃຈ“ ຫລື “ດີໃຈຫລາຍ.“
- ປະໂຫຍກທີ່ກ່າວວ່າ “ສົ່ງສຽງໂຮ່ຮ້ອງທີ່ມີຄວາມສຸກ“ ສາມາດແປເປັນ “ຮ້ອງໃນແບບທີ່ສະແດງໃຫ້ທ່ານຮູ້ສຶກດີໃຈຫລາຍ.
- “ເມືອງທີ່ມີຄວາມສຸກ“ ຫລື “ເຮືອນທີ່ມີຄວາມສຸກ“ ສາມາເແປໄດ້ວ່າ “ເມືອງທີ່ມີຜູ້ຄົນມີຄວາມສຸກ“ ຫລື “ ເຮືອນທີ່ເຕັມໄປດ້ວຍຜູ້ຄົນທີ່ມີຄວາມສຸກ “ເມືອງທີ່ປະຊາຊົນມີຄວາມສຸກຫລາຍ.
ຄວາມສົມບູນ
ໃນພຣະຄຳພີນັ້ນ ຄຳວ່າ "ສົມບູນ" ໝາຍເຖິງການມີຊີວິດຄຣິດສະຕຽນທີ່ເຕີບໂຕເຕັມທີ່ ສ່ວນການເຮັດໃຫ້ສິ່ງໃດສິ່ງໜຶ່ງສົມບູນໝາຍເຖິງການເຮັດຈົນກວ່າສິ່ງນັ້ນຈະດີເລີດ ປາສະຈາກຂໍ້ຜິດພາດໃດໆ
- ການເປັນສິ່ງສົມບູນແລະເຕີບໂຕເຕັມທີ່ນັ້ນໝາຍເຖິງຄຣິດສະຕຽນທີ່ເຊື່ອຟັງແລະປາສະຈາກບາບ
- ຄຳວ່າ "ສົມບູນ" ມີຄວາມໝາຍດຽວກັບ "ຄົບຖ້ວນ" ຫຼື "ສິ່ງສົມບູນ"
- ໃນພັນທະສັນຍາໃໝ່ ພຣະທຳຢາໂກໂບໄດ້ກ່າວໄວ້ວ່າການອົດທົນເຮັດໃຫ້ຜ່ານພົ້ນ ການທົດລອງຈະເຮັດໃຫ້ຜູ້ເຊື່ອນັ້ນເປັນຄົົນທີ່ສົມບູນແລະເຕີບໂຕເຕັມທີ່
- ເມື່ອຄຣິດສະຕຽນສຶກສາພຣະຄຳພີແລະເຊື່ອຟັງ ພວກທ່ານຈະມີຄວາມສົມບູນດ້ານຈິດວິນຍານແລະເຕີບໂຕເຕັມທີ່ ເພາະພວກທ່ານຈະເປັນເໝືອນພຣະເຢຊູຫຼາຍຂຶ້ນ
ຄຳແນະນຳໃນການແປ
- ຄຳນີ້ສາມາດແປໄດ້ອີກວ່າ "ປາສະຈາກຕຳໜິ" ຫຼື "ປາສະຈາກຂໍ້ຜິດພາດ" ຫຼື "ບໍ່ມີຂໍ້ຜິດພາດເລີຍ"
ຄວາມຫວັງ
ຄຳວ່າ "ຄວາມຫວັງ" ອ້າງເຖິງການຄາດຫວັງແລະຄວາມປາດຖະໜາຢ່າງແຮງໃຫ້ບາງສິ່ງເກີດຂຶ້ນ. ແລະຍັງສາມາດແປວ່າບໍ່ແນ່ນອນວ່າສິ່ງນັ້ນຈະເກີດຂຶ້ນ.
- ໃນພຣະຄຳພີ, ຄຳວ່າ "ຄວາມຫວັງ" ມີຄວາມໝາຍວ່າ "ເຊື່ອໝັ້້ນໃນ" ຢ່າງເຊັ່ນ, "ຄວາມຫວັງຂອງຂ້າພຣະເຈົ້າຢູ່ໃນອົງພຣະຜູ້ເປັນເຈົ້າ" ນີ້ອ້າງເຖິງການຄາດຫວັງຢ່າງແນ່ນອນວ່າຈະໄດ້ຮັບສິ່ງທີ່ພຣະເຈົ້າຊົງສັນຍາໄວ້ກັບປະຊາກອນຂອງພຣະອົງ.
- ບາງເທື່ອ ULB ໄດ້ແປຄຳວ່າ "ຄວາມຫວັງ" ເປັນ "ຄວາມໝັ້ນໃຈ," ສະເພາະຢ່າງຍິ່ງໃນພັນທະສັນຍາໃໝ່ ໃນບໍລິບົດທີ່ອ້າງເຖິງຄວາມໝັ້ນໃຈທີ່ຈະໄດ້ຮັບສິ່ງທີ່ພຣະເຈົ້າໄດ້ຊົງສັນຍາໄວ້ກັບປະຊາຊົນຜູ້ທີ່ເຊື່ອໃນພຣະເຢຊູເປັນພຣະຜູ້ຊ່ວຍໃຫ້ລອດ.
- ການ "ບໍ່ມີຄວາມຫວັງ" ໝາຍເຖິງການບໍ່ມີຄວາມຄາດຫວັງວ່າສິ່ງທີ່ດີຈະເກີດຂຶ້ນ. ນີ້ໝາຍຄວາມວ່າມັນເປັນເລື່ອງຈິງແນ່ນອນທີ່ມັນຈະບໍ່ເກີດຂຶ້ນ.
ຄຳແນະນຳໃນການແປ
- ໃນບາງບໍລິບົດ, ຄຳວ່າ "ຫວັງ" ສາມາດແປໄດ້ວ່າ "ປາດຖະໜາ" ຫລື "ຕ້ອງການ" ຫລື "ຄາດຫວັງ."
- ຄຳກ່າວ, "ບໍ່ມີຫຍັງໃຫ້ຫວັງ" ສາມາດແປໄດ້ວ່າ "ບໍ່ມີຫຍັງໃຫ້ເຊື່ອ" ຫລື "ບໍ່ມີຄວາມຄາດຫວັງໃນສິ່ງທີ່ດີຫຍັງເລີຍ"
- ການ "ບໍ່ມີຄວາມຫວັງ" ສາມາດແປໄດ້ວ່າ, "ບໍ່ມີຄວາມຄາດຫວັງໃນສິ່ງທີ່ດີຫຍັງເລີຍ" ຫລື "ບໍ່ມີຫລັກປະກັນ" ຫລື "ໝັ້ນໃຈວ່າຈະບໍ່ມີຫຍັງດີເກີດຂຶ້ນ."
- ຄຳກ່າວ, "ຈົ່ງຕັ້ງຄວາມຫວັງຂອງທ່ານໃນ " ສາມາດແປວ່າ " ໄດ້ວາງຄວາມໝັ້ນໃຈຂອງທ່ານໃນ" ຫລື "ໄດ້ເຊື່ອມັນໃນ."
- ວະລີ "ຂ້າພະເຈົ້າພົບຄວາມຫວັງໃນພະຄຳຂອງພຣະອົງ" ສາມາດແປວ່າ, "ຂ້າພະເຈົ້າໝັ້ນໃຈວ່າພຣະຄຳຂອງພຣະອົງເປັນຄວາມຈິງ" ຫລື "ພຣະຄຳຂອງພຣະອົງຊ່ວຍຂ້າບເຈົ້າໃດ້ເຊື່ອໝັ້ນໃນພຣະອົງ" ຫລື "ເມື່ອຂ້າພະເຈົ້າເຊື່ອຟັງພຣະຄຳຂອງພຣະອົງ ຂ້າພະເຈົ້າແນ່ໃຈວ່າຈະໄດ້ຮັບພຣະພອນ."
- ຄຳວະລີຕ່າງໆ, ເຊັ່ນ "ຫວັງໃນ" ພຣະເຈົ້າ ສາມາດແປວ່າ, "ເຊື່ອໝັ້ນໃນພຣະເຈົ້າ" ຫລື "ຮູ້ແນ່ນອນວ່າພຣະເຈົ້າຈະກະທຳສິ່ງທີ່ພຣະອົງໄດ້ຊົງສັນຍາໄວ້" ຫລື "ແນ່ໃຈວ່າພຣະເຈົ້າຊົງສັດຊື່."
ຄວາມອາຍ, ໜ້າອັບອາຍ, ອາຍ
ຄຳວ່າ“ ຄວາມອາຍ” ໝາຍເຖິງຄວາມຮູ້ສຶກທີ່ເຈັບປວດທີ່ຈະເຮັດໃຫ້ຄົນເສີຍເມີຍຍ້ອນສິ່ງທີ່ບໍ່ສົມຄວນຫລືບໍ່ເໝາະສົມທີ່ຕົນເອງຫຼືຄົນອື່ນໄດ້ເຮັດ.
- ບາງສິ່ງບາງຢ່າງທີ່“ ໜ້າອັບອາຍ” ແມ່ນ“ ບໍ່ເໝາະສົມ” ຫຼື“ ໜ້າ ອັບອາຍ”.
- ຄຳວ່າ“ ໜ້າອາຍ” ອະທິບາຍວ່າຄົນເຮົາຮູ້ສຶກແນວໃດເມື່ອລາວໄດ້ເຮັດສິ່ງທີ່ໜ້າອາຍ.
- ປະໂຫຍກທີ່ວ່າ "ເຮັດໃຫ້ອັບອາຍ"ຫມາຍຄວາມວ່າຈະເອົາຊະນະຄົນຫຼືເປີດເຜີຍຄວາມບາບຂອງພວກເຂົາເພື່ອໃຫ້ພວກເຂົາຮູ້ສຶກອັບອາຍຕົວເອງ.
- ຜູ້ເຜີຍພຣະຄຳເອຊາວກ່າວວ່າຜູ້ທີ່ເຮັດແລະບູຊາຮູບປັ້ນຈະຖືກອັບອາຍ.
- ພຣະເຈົ້າສາມາດນຳຄວາມອັບອາຍມາສູ່ຜູ້ທີ່ບໍ່ກັບໃຈ, ໂດຍການເປີດເຜີຍຄວາມຜິດຂອງຄົນນັ້ນແລະເຮັດໃຫ້ລາວຖືກອັບອາຍ.
ຄວາມຮັກ
ການທີ່ຈະຮັກຄົນອື່ນແມ່ນການເບິ່ງແຍງຄົນນັ້ນ ແລະ ເຮັດສິ່ງທີ່ຈະເປັນປະໂຫຍດຕໍ່ລາວ. ມີຄວາມໝາຍ ທີ່ແຕກຕ່າງກັນສຳລັບ " ຄວາມຮັກ " ເຊິ່ງບາງພາສາອາດສະແດງອອກໂດຍໃຊ້ຄຳສັບຕ່າງກັນ: 1. ຄວາມຮັກທີ່ມາຈາກພຣະເຈົ້າແມ່ນສຸມໃສ່ຄວາມດີຂອງຄົນອື່ນ, ເຖິງແມ່ນວ່າມັນບໍ່ໄດ້ຮັບຜົນປະໂຫຍດແກ່ຕົວເອງ. ຄວາມຮັກແບບນີ້ສົນໃຈຄົນອື່ນ, ບໍ່ວ່າພວກເຂົາຈະເຮັດຫຍັງກໍ່ຕາມ. ພຣະເຈົ້າເອງເປັນຄວາມຮັກແລະ ເປັນແຫຼ່ງຂອງຄວາມຮັກທີ່ແທ້ຈິງ. * ພຣະເຍຊູສະແດງຄວາມຮັກແບບນີ້ໂດຍການເສຍສະຫຼະຊີວິດເພື່ອທີ່ຈະຊ່ວຍເຮົາໃຫ້ພົ້ນຈາກບາບ ແລະຄວາມຕາຍ. ພຣະອົງຍັງໄດ້ສອນຜູ້ຕິດຕາມຂອງພຣະອົງໃຫ້ຮັກຄົນອື່ນໂດຍເສຍສະຫຼະ. * ເມື່ອຄົນອື່ນຮັກຄົນອື່ນດ້ວຍຄວາມຮັກແບບນີ້, ມັນກ່ຽວຂ້ອງກັບການກະທຳທີ່ສະແດງໃຫ້ເຫັນວ່າຜູ້ໃດຜູ້ ໜຶ່ງກຳລັງຄິດເຖິງສິ່ງທີ່ຈະເຮັດໃຫ້ຄົນອື່ນຈະເລີນຮຸ່ງເຮືອງ. ຄວາມຮັກແບບນີ້ໂດຍສະເພາະແມ່ນລວມທັງການໃຫ້ອະໄພຄົນອື່ນ. * ໃນ ULB, ຄຳວ່າ "ຄວາມຮັກ" ໝາຍເຖິງຄວາມຮັກແບບເສຍສະຫຼະຊະນິດນີ້, ເວັ້ນເສຍແຕ່ວ່າປື້ມບັນທຶກການແປໝາຍເຖິງຄວາມໝາຍທີ່ແຕກຕ່າງກັນ. 2. ອີກຄຳໜຶ່ງໃນພັນທະສັນຍາໃໝ່ໝາຍເຖິງຄວາມຮັກແບບອ້າຍນ້ອງ ຫຼື ຄວາມຮັກສຳລັບໝູ່ເພື່ອນ ຫຼື ສະມາຊິກໃນຄອບຄົວ. * ຄຳນີ້ໝາຍເຖິງຄວາມຮັກແບບທຳມະຊາດຂອງມະນຸດລະຫວ່າງໝູ່ເພື່ອນ ຫຼື ຍາດພີ່ນ້ອງ. * ມັນຍັງສາມາດຖືກນຳໃຊ້ໃນສະພາບການເຊັ່ນ "ພວກເຂົາມັກນັ່ງຢູ່ບ່ອນນັ່ງທີ່ສຳຄັນທີ່ສຸດໃນງານລ້ຽງ". ນີ້ ໝາຍຄວາມວ່າພວກເຂົາ“ ມັກຫລາຍ” ຫຼື “ ປາດຖະໜາຢ່າງຍິ່ງ” ທີ່ຈະເຮັດແນວນັ້ນ. 3. ຄຳວ່າ "ຄວາມຮັກ" ຍັງສາມາດໝາຍເຖິງຄວາມຮັກແບບໂລແມນຕິກລະຫວ່າງຊາຍແລະຍິງ. ໃນຄຳເວົ້າທີ່ປຽບທຽບ, "ຢາໂຄບຂ້ອຍມິຄວາມຮັກ, ແຕ່ເອຊາອາມຂ້ອຍໄດ້ກຽດຊັງ", ຄຳວ່າ "ຮັກ" ໝາຍເຖິງການທີ່ພຣະເຈົ້າເລືອກຢາໂຄບໃຫ້ຢູ່ໃນຄວາມສຳພັນແຫ່ງພັນທະສັນຍາກັບລາວ. ນີ້ຍັງສາມາດຖືກແປເປັນ "ເລືອກ." ເຖິງແມ່ນວ່າເອຊາອາມຍັງໄດ້ຮັບພອນຈາກພຣະເຈົ້າ, ລາວບໍ່ໄດ້ຮັບສິດທິພິເສດທີ່ຈະຢູ່ໃນພັນທະສັນຍາ. ຄຳວ່າ "ກຽດຊັງ" ຖືກນຳໃຊ້ເປັນຕົວເລກໃນນີ້ເພື່ອໝາຍຄວາມວ່າ "ຖືກປະຕິເສດ" ຫຼື "ບໍ່ໄດ້ຖືກເລືອກ."
ຄຳແນະນຳໃນການແປ
- ເວັ້ນເສຍແຕ່ໄດ້ລະບຸຢ່າງອື່ນໃນປື້ມບັນທຶກການແປ, ຄຳວ່າ "ຄວາມຮັກ" ໃນ ULB ໝາຍເຖິງຄວາມຮັກແບບເສຍສະຫຼະທີ່ມາຈາກພຣະເຈົ້າ.
- ບາງພາສາອາດມີຄຳເວົ້າທີ່ພິເສດສຳລັບຄວາມຮັກທີ່ບໍ່ເຫັນແກ່ຕົວແລະເສຍສະຫຼະທີ່ພະເຈົ້າມີ. ວິທີການແປສິ່ງນີ້ອາດປະກອບມີ, "ການອຸທິດຕົນ, ການດູແລທີ່ຊື່ສັດ" ຫຼື "ເບິ່ງແຍງຄວາມເຫັນແກ່ຕົວ" ຫຼື "ຄວາມຮັກຈາກພຣະເຈົ້າ." ໃຫ້ແນ່ໃຈວ່າຄຳທີ່ໃຊ້ໃນການແປຄວາມຮັກຂອງພຣະເຈົ້າສາມາດປະກອບມີການສະລະຜົນປະໂຫຍດຂອງຕົນເອງເພື່ອປະໂຫຍດແລະຮັກຄົນອື່ນບໍ່ວ່າພວກເຂົາຈະເຮັດຫຍັງກໍ່ຕາມ.
- ບາງຄັ້ງຄຳວ່າ "ຄວາມຮັກ" ໃນພາສາອັງກິດໄດ້ພັນລະນາເຖິງຄວາມເອົາໃຈໃສ່ຢ່າງເລິກເຊິ່ງທີ່ຄົນເຮົາມີ ສຳລັບໝູ່ເພື່ອນ ແລະ ສະມາຊິກໃນຄອບຄົວ. ບາງພາສາອາດຈະແປພາສານີ້ດ້ວຍຄຳສັບ ຫລື ປະໂຫຍກທີ່ມີຄວາມໝາຍວ່າ "ຄືກັນຫຼາຍ" ຫລື "ເບິ່ງແຍງຮັກສາ" ຫລື "ມີຄວາມຮັກທີ່ແຮງກ້າ."
- ໃນສະພາບການຄຳວ່າ "ຮັກ" ຖືກນຳໃຊ້ເພື່ອສະແດງຄວາມມັກທີ່ໜັກແໜ້ນສຳລັບບາງສິ່ງບາງຢ່າງ, ສິ່ງນີ້ອາດຈະຖືກແປໂດຍ "ມັກຫຼາຍ" ຫຼື "ມັກຫຼາຍ" ຫຼື "ຄວາມປາດຖະໜາທີ່ສຸດ."
- ບາງພາສາອາດຈະມີຄຳສັບແຍກຕ່າງຫາກທີ່ໝາຍເຖິງຄວາມຮັກແບບໂລແມນຕິກ ຫລື ຄວາມຮັກທາງເພດລະຫວ່າງສາມີ ແລະ ພັນລະຍາ.
- ຫລາຍພາສາຕ້ອງສະແດງ "ຄວາມຮັກ" ເປັນການກະທຳ. ດັ່ງນັ້ນຕົວຢ່າງ, ພວກເຂົາອາດຈະແປວ່າ "ຄວາມຮັກແມ່ນຄວາມອົດທົນ, ຄວາມຮັກຈະສະແດງຄວາມກະລຸນາ" ເຊັ່ນດຽວກັນ, "ເມື່ອຄົນຮັກໃຜຜູ້ ໜຶ່ງ, ລາວມີຄວາມອົດທົນແລະໃຈດີຕໍ່ລາວ."
ຄວາມເຂັ້ມແຂງ,ສ້າງຄວາມເຂັ້ມແຂງ
ຄຳວ່າ“ ຄວາມເຂັ້ມແຂງ” ໝາຍເຖິງສະພາບຂອງການເປັນຄົນທີ່ແຂງແຮງທາງດ້ານຮ່າງກາຍ, ຈິດໃຈ, ຫລືທາງຈິດວິນຍານ “ ການສ້າງຄວາມເຂັ້ມແຂງ” ໝາຍຄວາມວ່າຈະເຮັດໃຫ້ບາງຄົນຫຼືບາງສິ່ງບາງຢ່າງເຂັ້ມແຂງ.
- "ຄວາມເຂັ້ມແຂງ" ຍັງໝາຍເຖິງການທີ່ເຮົາສາມາດ ຢືນຂື້ນຕໍ່ຕ້ານກັບ ກຳລັງຝ່າຍຄ້ານບາງຢ່າງ.
- ບຸກຄົນໃດຫນຶ່ງມີຄວາມເຂັ້ມແຂງໃນຈຸດປະສົງນັ້ນຖ້າວ່າລາວບໍ່ສາມາດທີ່ຈະເຂົ້າໄປໃນການທົດລອງ.
- ຜູ້ຂຽນບົດເພງສັນລະເສີນຄົນໜຶ່ງເອີ້ນວ່າພະເຢໂຮວາ ວ່າຊົງເປັນກຳລັງຂອງລາວ ເຊິ່ງໝາຍຄວາມວ່າພະເຈົ້າຊ່ວຍລາວໃຫ້ເປັນຜູ້ທີ່ເຂັ້ມແຂງ.
- ຖ້າໂຄງສ້າງທາງດ້ານຮ່າງກາຍຄ້າຍຄືກຳແພງຫລືອາຄານທີ່ຖືກ "ສ້າງຄວາມເຂັ້ມແຂງຂື້ນ" ນັ້ນໝາຍຄວາມວ່າປະຊາຊົນກຳ ລັງສ້າງໂຄງສ້າງຂຶ້ນມາໃໝ່ເພື່ອເສີມສ້າງໃຫ້ເຂັ້ມແຂງຂຶ້ນດ້ວຍຫີນຫລືດິນຈີ່ ເພື່ອໃຫ້ມັນສາມາດຕ້ານທານກັບການໂຈມຕີ.
ຄຳແນະນຳໃນການແປ
- ໂດຍທົ່ວໄປ, ຄຳວ່າ "ສ້າງຄວາມເຂັ້ມແຂງ" ຫລື "ສາເຫດໃຫ້ມີຄວາມເຂັ້ມແຂງ" ຫຼື "ເຮັດໃຫ້ມີອຳນາດຫຼາຍຂື້ນ".
- ໃນຄວາມໝາຍທາງດ້ານຈິດວິນຍານປະໂຫຍກທີ່ວ່າ "ສ້າງຄວາມເຂັ້ມແຂງໃຫ້ແກ່ພີ່ນ້ອງຂອງທ່ານ" ຫລື "ໜູນໃຈພີ່ນ້ອງຂອງທ່ານ" ຫຼື "ຊ່ວຍພີ່ນ້ອງຂອງທ່ານໃຫ້ອົດທົນ".
- ຕໍ່ໄປນີ້ແມ່ນຕົວຢ່າງຂອງການໃຊ້ຄຳສັບນີ້ພ້ອມກັບຄວາມ ໝາຍຂອງແຕ່ລະຄຳ ເຊິ່ງຍັງເປັນອີກວິທີໜຶ່ງທີ່ພວກເຂົາສາມາດແປໄດ້.
- "ເຮັດໃຫ້ຂ້ອຍເຂັ້ມແຂງຄືກັບສາຍແອວ" ໝາຍຄວາມວ່າ "ເຮັດໃຫ້ຂ້ອຍເຂັ້ມແຂງສົມບູນຄືກັບສາຍແອວທີ່ອ້ອມຮອບແອວຂອງຂ້ອຍຢ່າງສົມບູນ".
- "ໃນຄວາມງຽບສະຫງົບແລະຄວາມໄວ້ວາງໃຈຈະເປັນກຳລັງຂອງເຈົ້າ" ໝາຍຄວາມວ່າ, "ການກະທຳຢ່າງງຽບສະຫງົບແລະການໄວ້ວາງໃຈໃນພຣະເຈົ້າຈະເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນທາງດ້ານຈິດວິນຍານ".
- "ຈະສ້າງຄວາມເຂັ້ມແຂງໃໝອີກຄັ້ງ " ໝາຍຄວາມວ່າ, "ຈະເປັນຄົນເຂັ້ມແຂງຂື້ນອີກຄັ້ງ".
- "ໂດຍຄວາມເຂັ້ມແຂງແລະສະຕິປັນຍາຂອງຂ້ອຍທີ່ຂ້ອຍໄດ້ເຮັດ" ຫມາຍຄວາມວ່າ "ຂ້ອຍໄດ້ເຮັດສິ່ງທັງຫມົດນີ້ເພາະວ່າຂ້ອຍມີຄວາມເຂັ້ມແຂງແລະສະຫລາດ".
- " ສ້າງຄວາມເຂັ້ມແຂງຂອງກຳແພງ " ໝາຍຄວາມວ່າ, "ເສີມສ້າງກຳແພງໃຫ້ມີຄວາມແຂງແຮງຂຶ້ນ" ຫຼື "ສ້າງກຳແພງ ໃໝ່ອີກຄັ້ງ".
- "ຂ້ອຍຈະສ້າງຄວາມເຂັ້ມແຂງໃຫ້ເຈົ້າ" ໝາຍຄວາມວ່າ "ຂ້ອຍຈະເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນ".
- "ໃນພຣະຢາເວອົງດຽວເທົ່ານັ້ນທີ່ເປັນຄວາມລອດແລະຄວາມເຂັ້ມແຂງ" ຫມາຍຄວາມວ່າ "ພຣະຢາເວຊົງເປັນຜູ້ດຽວທີ່ຊ່ວຍພວກເຮົາແລະເສີມສ້າງຄວາມເຂັ້ມແຂງໃຫ້ພວກເຮົາ".
- "ສິລາແຫ່ງຄວາມເຂັ້ມແຂງຂອງທ່ານ" ໝາຍຄວາມວ່າ, "ອົງຜູ້ຊື່ສັດທີ່ເຮັດໃຫ້ເຈົ້າເຂັ້ມແຂງ".
- "ດ້ວຍພະລັງແຫ່ງການຊ່ວຍເຫລືອດ້ວຍມືຂວາຂອງພຣະອົງ" ໝາຍຄວາມວ່າ, ພຣະອົງໄດ້ຊ່ວຍທ່ານຢ່າງໜັກຈາກບັນຫາຄືກັບຄົນທີ່ອູ້ມທ່ານຢ່າງປອດໄພດ້ວຍມືຂວາທີ່ເຂັ້ມແຂງຂອງພຣະອົງ".
- "ດ້ວຍຄວາມເຂັ້ມແຂງພຽງເລັກນ້ອຍ" ຫມາຍຄວາມວ່າ, "ບໍ່ເຂັ້ມແຂງຫຼາຍ" ຫຼື "ອ່ອນແອ".
- "ດ້ວຍຄວາມເຂັ້ມແຂງຂອງຂ້ອຍທັງຫມົດ" ຫມາຍຄວາມວ່າ, "ການໃຊ້ຄວາມພະຍາຍາມທີ່ດີທີ່ສຸດຂອງຂ້ອຍ" ຫຼື "ຢ່າງເຂັ້ມແຂງແລະສົມບູນ".
ຄວາມເຄົາລົບ
ຄຳວ່າ "ຄວາມເຄົາລົບ" ໝາຍເຖິງຄວາມຮູ້ສຶກທີ່ມີຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ບາງຄົນຫຼືບາງສິ່ງບາງຢ່າງ.
- ຄວາມຮູ້ສຶກຂອງຄວາມເຄົາລົບສາມາດເຫັນໄດ້ໃນການກະ ທຳ ທີ່ໃຫ້ກຽດແກ່ຄົນທີ່ມີຄວາມເຄົາລົບ.
- ຄວາມຢ້ານກົວຂອງພຣະຜູ້ເປັນເຈົ້າແມ່ນຄວາມເຄົາລົບພາຍ ໃນເຊິ່ງສະແດງອອກໃນຕົວເອງໃນການເຊື່ອຟັງພຣະບັນຍັດຂອງພຣະເຈົ້າ.
- ຄຳສັບນີ້ຍັງສາມາດຖືກແປວ່າ "ຄວາມຢ້ານກົວແລະກຽດຕິ ຍົດ" ຫລື "ຄວາມນັບຖືທີ່ຈິງໃຈ".
ຄວາມເຊື່ອ
ໂດຍທົ່ວໄປແລ້ວ ຄຳວ່າ ຄວາມເຊື່ອ" ແມ່ນເວົ້າເຖິງ ຄວາມສັດທາ ຄວາມວາງໃຈ ຫລືຄວາມໝັ້ນໃຈໃນບາງຄົນຫລືບາງສິ່ງ.
- ການ "ມີຄວາມເຊື່ອ" ໃນບາງຄົນແມ່ນການສັດທາວ່າວ່າສິ່ງທີ່ລາວເວົ້າແລະເຮັດນັ້ນຈິງແລະໄວ້ໃຈໄດ້.
- ການ "ມີຄວາມເຊື່ອໃນພຣະເຢຊູ" ໝາຍເຖິງການສັດທາໃນຄຳສອນທຸກຢ່າງຂອງພຣະເຈົ້າທີ່ກ່ຽວຂ້ອງກັບພຣະເຢຊູ ໂດຍສະເພາະຍ່າງຍິ່ງໝາຍເຖິງຄົນທີ່ວາງໃຈໃນພຣະເຢຊູ ແລະການເສຍສະລະເພື່ອຊຳຮະພວກເຂົາຈາກຄວາມບາບຂອງພວກເຂົາ ແລະເພື່ອຊ່ອຍພວກເຂົາຈາກການຖືກລົງໂທດທີ່ພວກເຂົາຄວນໄດ້ຮັບ ເພາະຄວາມບາບຂອງພວກເຂົາ.
- ຄວາມເຊື່ອທີ່ແທ້ຈິງ ຫລືສັດທາໃນພຣະເຢຊູຈະເຮັດໃຫ້ຄົນນັ້ນເກີດຜົນດີທາງຝ່າຍວິນຍານ ຫລືທາງການປະພືດເພາະວ່າ ພຣະວິນຍານບໍຣິສຸດຢູ່ໃນເຂົາ.
- ບາງເທື່ອ "ຄວາມເຊື່ອ" ເວົ້າທົ່ວໆ ໄປເຖິງຄຳສອນທັງໝົດກ່ຽວກັບພຣະເຢຊູ ເຊັ່ນດຽວກັບການສະແດງອອກທີ່ວ່າ "ຄວາມຈິງຂອງຄວາມເຊື່ອ."
- ໃນບາງຂໍ້ເຊັ່ນ "ຮັກສາຄວາມເຊື່ອ" ຫລື "ປະຖິ້ມຄວາມເຊື່ອ" ຄຳວ່າ "ຄວາມເຊື່ອ" ກ່າວເຖິງຄຳເວົ້າ ຫລືເງື່ອນໄຂຂອງຄວາມສັດທາໃນຄຳສອນທັງໝົດກ່ຽວກັບພຣະເຢຊູ.
ຄຳແນະນຳການແປ
- ໃນບາງຂໍ້ຄວາມ "ຄວາມເຊື່ອ" ສາມາດແປໄດ້ວ່າ "ສັດທາ" ຫລື "ຄວາມເຊື່ອໝັ້ນ" ຫລື "ຄວາມໝັ້ນໃຈ" ຫລື "ຄວາມໄວ້ໃຈ."
- ໃນບາງພາສາຄຳເຫລົ່ານີ້ຈະແປໂດຍການໃຊ້ຮູບແບບຂອງຄຳກິຣິຍາວ່າ "ສັດທາ."
ຄວາມເລິກລັບ, ຄວາມຈິງທີ່ຖືກເຊື່ອງໄວ້
ໃນພຣະຄຳພີ, ຄຳວ່າ "ຄວາມເລິກລັບ" ບົ່ງບອກເຖິງບາງສິ່ງທີ່ຍັງບໍ່ຮູ້ ຫລື ສາມາດຄວາມເຂົ້າໃຈໄດ້ຍາກເຖິງສິ່ງທີ່ພຣະເຈົ້າຢາກອະທິບາຍໃຫ້ຮູ້.
- ໃນພຣະຄຳພີໃໝ່ ໄດ້ບອກໄວ້ວ່າ ຂ່າວປະເສີດຂອງພຣະເຢຊູຄຣິດເຈົ້າ ເປັນຄວາມເລິກລັບທີ່ບໍ່ເຄີຍຮູ້ມາກ່ອນ.
- ໜຶ່ງໃນຈຸດພິເສດທີ່ໄດ້ບອກເປັນຄວາມເລິກລັບໄວ້ ຄື ໃນພຣະເຢຊູຄຣິດເຈົ້າ ບໍ່ວ່າຈະເປັນຄົນຢິວ ຫລື ຄົນຕ່າງຊາດ ຈະມີຄວາມເທົ່າທຽມກັນ.
- ຄຳນີ້ ຍັງສາມາດແປໄດ້ອີກວ່າ "ຄວາມລັບ" ຫລື "ສິ່ງທີ່ຖືກເຊື່ອງໄວ້" ຫລື "ບາງສິ່ງທີ່ຍັງບໍ່ຮູ້."
ຄວາມໂກດຮ້າຍ, ຄວາມຄຽດຮ້າຍແຮງ
ຄວາມຄຽດຮ້າຍເປັນຄວາມຄຽດຢ່າງຮາຍແຮງຊື່ງບາງຄັ້ງກໍຍັງຄ້າງຢູ່ໃນໃຈຂອງພວກເຮົາໂດຍສະເພາະໝາຍເຖິງການພິພາກສາອັນຊອບທຳຂອງພຣະເຈົ້າກ່ຽວກັບບາບແລະການລົງໂທດຜູ້ທີ່ທໍລະຍົດຕໍ່ພຣະອົງ
- ໃນພຣະຄຳພີ " ຄວາມໂກດຮ້າຍ " ໂດຍປົກກະຕິແລ້ວແມ່ນຄວາມໂກດຂອງພຣະເຈົ້າຕໍ່ມະນຸດທັງຫລາຍທີ່ໄດ້ທຳບາບຕໍ່ສູ້ພຣະອົງ
- " ຄວາມໂກດຮ້າຍຂອງພຣະເຈັົ້າ " ຍັງໄດ້ກ່າວເຖິງການພິພາກສາແລະການລົງໂທດເພາະຄວາມບາບ
- ຄວາມໂກດຮ້າຍຂອງພຣະເຈົ້າເປັນການລົງໂທດທີ່ຊອບທຳແກ່ມະນຸດທີ່ບໍ່ກັບໃຈຈາກບາບຂອງພວກເຂົາ
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບບໍຣິສັດ ໃນວິທີອື່ນໆ ທີ່ໃຊ້ເນື້້ອຄວາມນີ້ອາດຮວມເຖິງ "ຄວາມໂກດຮ້າຍ" ຫລື "ການພິພາກສາທີ່ຊອບທຳ" ຫລື "ຄວາມໂກດ
- ເມື່ອເວົ້າເຖິງພຣະພິໂລດຂອງພຣະເຈົ້າ ຈົງໃຫ້ແນ່ວ່າຄຳຫລືຖ້ອຍຄຳທີ່ໃຊ້ໃນການແປໃນຄຳນີ້ບໍ່ໄດ້ໝາຍເຖິງການໂມໂຫຮ້າຍດ້ວຍຄວາມບາບຫລືຄວາມໂກດຂອງພຣະເຈົ້າເປັນຄວາມຍຸຕິທຳແລະບໍຣິສຸດສັກສິດ
ຄວາມມຶດ
ຄຳວ່າ (ຄວາມມຶດ) ຕາມຕົວອັກສອນຫລາຍເຖີງການຂາດແສງ ນອກຈາກນີ້ຍັງມີຫລາຍຄວາມໝາຍທີ່ເປັນທຳນອງປຽບທຽບຂອງຄຳນີ້:
- ຄຳອຸປະມາວ່າ ( ຄວາມມຶດ) ໜາຍເຖີງ (ສິ່ງສົກປົກ) ຫລື (ຊົ່ວຮ້າຍ) ຫລື ຕາ(ບອດຝາ່ຍຈິດວິນຍານ)
- ນອກຈາກນີ້ຍັງເວົ້າເຖີງຫັຽງທີ່ກ່ຽວຂ້ອງກັບບາບແລະການເຊື່ອມສະລາຍທາງສິນທັມ.
- ຄຳກ່າວວ່າ ( ອຳນາດແຫ່ງຄວາມມຶດ) ກ່າວເຖີງທຸກສິ່ງທີ່ຊົ່ວຮ້າຍແລະຖຶກຄຸ້ມຄອງໂດຍຊາຕານ.
- ຄຳວ່າ ( ຄວາມມຶດ) ສມາດໃຊ້ເປັນຄຳອຸປະມາສຳຫັບຄວາມຕາຍ ( ເບີ່ງທີ່: Metaphor)
- ຄົນທີ່ບໍ່ຮູ້ຈັກພຣະເຈົ້າຈະເວົ້າວ່າ ( ດຳເນີນຊີວີດຢູ່ໃນຄວາມມືດ) ຊຶ່ງໝາຍຄວາມວ່າພວກເຂົາບໍ່ເຂົ້າໃຈຫລືປະຕິບັດຕາມຄວາມຊອບທັມ.
- ພຣະເຈົ້າທົງເປັນຄວາມສວ່າງ ( ຄວາມຊອບທັມ) ແລະຄວາມມືດຄວາມ (ຊົ່ວ) ບໍ່ສາມາດເອົາຊະນະແສງສວ່າງດັ່ງກ່າວໄດ້
- ສຖານທີ່ແຫ່ງການລົງໂທດສຳຫລັບຜູ້ປະຕິເສດພຮະເຈົ້າມັກຖຶກກ່າວ ເຖີງວ່າ ( ທີ່ມຶດຂ້າງນອກ)
ຂໍ້ແນະນຳໃນການແປ
- ທີ່ດີທີ່ສຸດຄືການແປຄຳນີ້ຕາມຕົວອັກສອນດ້ວຍຄຳໃນພາສາຂອງໂຄງການທີ່ອ້າງຖຶງການຂາດແສງສວ່າງ ນີ້ອາຈເປັນຄຳທີ່ກ່າວເຖີງຄວາມມຶດໃນຫ້ອງທີ່ບໍ່ມີແສງສວ່າງ ເປັນວິທີການອະທິບາຍຄວາມຊົ່ວຮ້າຍແລະການຫລອກລວງທີ່ກົງກັນຂ້າມກັບຄວາມດີແລະຄວາມຊົ່ວ.
- ວິທີອື່ນໃນການແປຄຳນີ້ອາຈເປັນ (ຄວາມມຶດຂອງກາງຄືນ) ອັນນີ້ຂື້ນຢູ່ກັບກໍຣະນີນັ້ນໆ.
ຄອບຄົວ
ຄໍາວ່າ "ຄອບຄົວ" ແມ່ນເວົ້າເຖິງກຸ່ມຄົນທີ່ມີຄວາມສໍາພັນທາງສາຍເລືອດ ແລະໂດຍປົກກະຕິແລ້ວຈະໝາຍເຖິງ ພໍ່ ແມ່ ແລະບັນດາລູກໆ ຂອງເຂົາເຈົ້າ ບາງເທື່ອຈະລວມເຖິງພີ່ນ້ອງໃນລະດັບອື່ນໆ ນໍາເຊັ່ນ ປູ່ ຍ່າ ຕາ ຍາຍ ຫລານ ລຸງແລະປ້າ.
- ຄອບຄົວຊາວເຮັບເຣີ ເປັນຄອບຄົວຊຸມຊົນທາງສາດສະໜາທີ່ສົ່ງຕໍ່ປະເພນີຜ່ານທາງການນະມັດສະການແລະການສັ່ງສອນ.
- ໂດຍທົ່ວໄປແລ້ວ ພໍ່ເປັນຜູ້ທີ່ມີອໍານາດສໍາຄັນທີ່ສຸດຂອງຄອບຄົວ.
- ຄອບຄົວ ອາດຈະລວມທັງຄົນໃຊ້ ເມຍນ້ອຍ ຫລືແມ່ນກະທັ້ງຄົນຕ່າງຊາດ.
- ບາງພາສາອາດຈະມີຖ້ອຍຄໍາທີ່ກວ້າງເຊັ່ນ "ຕະກູນ" ຫລື "ຄົວເຮືອນ" ທີ່ເໝາະສົມກັບໃນຖ້ອຍຄໍາຫລາຍກວ່າຄໍາວ່າຜູ້ປົກຄອງ ຫລືລູກຫລານທີ່ຖືກເວົ້າເຖິງ.
- ຄໍາວ່າ "ຄັບຄົວ" ຖືກໃຊ້ເພື່ອເວົ້າເຖິງຄົນຜູ້ທີ່ມີຄວາມສໍາພັນ ຝ່າຍວິນຍານເຊັ່ນ ຄົນຜູ້ຊຶ່ງເປັນສ່ວນນຶ່ງໃນຄອບຄົວຂອງພຣະເຈົ້າ ເພາະເຂົາເຈົ້າເຊື່ອສັດທາໃນພຣະເຢຊູ.
ຄັນໄຖ
"ຄັນໄຖ"ເປັນເຄື່ອງມືການກະເສດທີ່ໃຊ້ເພື່ອການຂຸດໄຖດິນເພື່ອຕຽມທີ່ສຳລັບການປູກຝັງ
- ຄາດມີຄວາມຄົມ ປາຍແຫຼມຄົມນັ້ນໃຊ້ຂຸດລົງໄປໃນດິນ ໂດຍທົ່ວໄປຈະມີດ້າມຈັບທີ່ຊາວນາໃຊ້ບັງຄັບຄາດ
- ໃນສະໄໝຂອງພຣະຄຳພີ ຄັນໄຖນັ້ນມັກຈະໃຊ້ງົວຕົວຜູ້ໜຶ່ງຄູ່ຫລືສັດເຮັດວຽກອື່ນດຶງຄັນໄຖ
- ຄາດສ່ວນໃຫຍ່ເຮັດມາຈາກຊີ້ນໄມ້ແຂງນອກຍົກເວັ້ນປາຍທີ່ຄົມທີ່ເຮັດດ້ວຍໂລຫະເຊັ່ນທອງສຳລິດຫລືເຫຼັກ
ຄາດ.ຣັດ
ຄຳວ່າ "ຄາດ "ຫມາຍເຖີງໃຊ້ສາຍຄາດເພື່ອຮັດຮອບໆ ຂອງບາງສິ່ງ ມັນອ້າງເຖີງການການໃຊ້ສາຍແອວຫລືເຊືອກມັດເເອວເພື່ອເຮັດໃຫ້ເສື້ອຊັ້ນນອກຫລືເສື້ອຄູມສາມາດຢຸ່ໄດ້
- ຄຳເວົ້າທົ່ວໄປໃນພຣະຄຳພີ "ຄາດເເອວຂອງທ່ານ" ໝາຍເຖີງເອົາເສື້ອຄູມສອດເຂົ້າໄປໃນສາຍເເອວເພື່ອໃຫ້ສາມາດເຮັດວຽກສະດວກ.
- ຄຳເວົ້ານີ້ໝາຍຄວາມວ່າໃຫ້ຕຽມພອ້ມສຳລັບການທຳງານຫລືໃຫ້ຕຽມທີ່ຈະເຮັດບາງສິ່ງທີ່ຍາກ.
- ຄຳເວົ້າ "ຄາດແອວຂອງທາ່ນ"ສາມາດແປໄດ້ໂດຍໃຊ້ສຳນວນໃນພາສາເປົ້າໝາຍທີ່ມີຄວາມໝາຍເໝືອນກັນ.ຫລືສາມາດແປໂດຍບໍ່ຕອ້ງມີການປຽບທຽບເຊັ່ນ "ຕຽມຕົວເອງໃຫ້ພອ້ມທີ່ຈະຮັບການກະທຳ "ຫລື "ຕຽມຕົວເອງໃຫ້ພອ້ມ".
- ຄຳວ່າ "ຄາດດວ້ຍ"ສາມາດແປວ່າ "ລອ້ມຮອບດວ້ຍ" ຫລື "ພັນດວ້ຍ "ຫລື "ຮັດດວຍ".
ຄາລາເຕຍ
ໃນພັນທະສັນຍາໃໝ່ ຄາລາເຕຍເປັນເເຄ້ວໝື່ງຂອງກຼງໂຮມຕັ້ງຢຼ່ໃຈກາງເມື່ອງຂອງຕຼລາກີໃນປະຈຼບັນ
- ສ່ວນຂອງຄາລາເຕຍເປັນຊາຍເຂດເເດນຂອງທະເລດຳໄປທາງເໜືອ ເເລະ ມັນຍັງເປັນຊາຍເຂດຂອງເມື່ອງຕ່າງໆ ຂອງເອເຊຍ ບີໄທເນຍ ກາປາໂດເກຍ ເຊວຣິເຊຍ ເເລະພັນຟີເລຍ
- ອັກຄະສາວົກໂປໂລຂຽນຈົດໝາຍເຖີ່ງຄຣິດຕຽນຄົນທີ່ອາໃສຢຼ່ໃນເເຄວ້ນຄາລາເຕຍ ຈົດໝາຍນັ້ນຢູ່ໃນພັນທະສັຍນຍາໃໝ່ຊື່ພຣະທຳ "ຄາລາເຕຍ "
- ໝື່ງໃນເຫດຜົນທີ່ໂປໂລຂຽນຈົດໝາຍຖື່ງພີ່ນ້ອງຄາລາເຕຍກໍ່ເພື່ອເນັັັັັັັັັ້ນຍ້ຳໃນເລື່ອງພຣະກິດຕິຄຼນຂອງຄວາມລອດໂດຍພຣະຄຼນ ບໍ່ແມ່ນດ້ວຍງານທີ່ເຮັດ *ຄຣິດຕຽນໃນເມື່ອງຕ່າງຊາດຄາລາເຕຍໄດ້ຮັບການສອນຈາກຄຣິດຕຽນທີ່ເປັນຄົນຢີວໃຫ້ຮັກສາພຣະບັນຍັດຂອງຄົນຢີວ
ຄາລີເລ,ຊາວຄາລີລີ
ແຄ້ວນຄາລີລີຕັ້ງຢຸ່ທິດເໜືອສູດ,ທາງທິດເໜືອຂອງແຄວ້ນສາມາເລຍ.''ຊາວຄາລີລີ''ຄືຄົນທີ່ອາສັຍຢຸ່ໃນເມືອງຄາລີລີ
- ແຄວ້ນຄາລີລີ,ສາມາເລຍ,ແລະຢຸດາຄືແຄ້ວນຫລັກສາມ ແຄ້ວນຂອງອິດສາຣະເອນໃນໍວ່ງລະຫວ່າງເວລາຂອງພາກພັນທະສັນຍາໃໝ່
- ແຄ້ວນຄາລີລີເປັນຊາຍແດນດ້ານຕາວັນອອກຂອງທະເລສາບ ທີ່ເອີ້ນວ່າ"ທະເລຄາລີລີ"
- ພຣະເຢຊຸຸໄດ້ເຕີບໂຕແລະໄດ້ອາສັຍຢຸ່ໃນເມືອງນາຊາເຣັດ ແຄ້ວນຄາລີລີ.
- ການອັດສະຈັນສ່ວນຫລາຍແລະການສັ່ງສອນຂອງພຣະເຢຊຸ ເກີດຂື້ນໃນແຄ້ວນຄາລີລີ.
ຄາເດດຊ
ຄາເດດຊແມ່ນເມືອງໜຶ່ງຂອງການາອານຊຶ່ງຖືກຍຶດຄອງໂດຍຄົນອິດສະຣາເອນ ເມື່ອພວກເຂົາໄດ້ເຂົ້າສູ່ແຜ່ນດິນການາອານ. * ສະຖານທີ່ຕັ້ງຂອງເມືອງນີ້ແມ່ນຢູ່ທາງພາກຂອງອານາເຂດອິດສະຣາເອນ ໃນສ່ວນຂອງແຜ່ນດິນທີ່ໄດ້ຖຶກມອບໃຫ້ແກ່ເຜົ່າ ນັບທາລີ. * ເຄເດດຊເປັນຫນຶ່ງໃນເມືອງທີ່ໄດ້ຮັບເລືອກໃຫ້ເປັນເມືອງທີ່ພວກປະໂລຫິດຊາວເລວີສາມາດອາໄສຢູ່ ເນື່ອງຈາກພວກເຂົາບໍ່ໄດ້ມີແຜ່ນດິນເປັນຂອງຕົນເອງ. * ມັນເປັນເມືອງທີ່ຖືກແຍກອອກມາໃຫ້ເປັນ "ເມືອງລີ້ໄພ".
ຄາເດດຊ, ຄາເດດຊບາຣເນຍ, ເມຣີບາຄາເດດຊ
ຊຶ່ຄາເດດຊ, ຄາເດດຊບາຣເນຍ ທັງໝົດອ້າງເຖິງເມືອງທີ່ສຳຄັນເມືອງໜຶ່ງໃນອິດສະຣາເອນເຊິ່ງຕັ້ງຢູ່ທາງພາກໃຕ້ຂອງອິດສະຣາເອນ ໃກ້ກັບເຂດແດນຂອງເມືອງເອໂດມ. * ເມືອງຄາເດດຊເປັນໂອເອຊິດສ ຄືສະຖານທີ່ທີ່ມີນຳ້ແລະດິນດີໃນໃຈກາງຂອງທະເລຊາຍຊື່ວ່າຊິນ. * ໂມເຊສົ່ງຜູ້ສອດແນມສິບສອງຄົນເຂົ້າໄປໃນແຜ່ນດິນການາອານຈາກຄາເດດຊບາຣເນຍ. * ອິດສະຣາເອນໄດ້ຕັ້ງຄ້າຍທີ່ຄາເດດຊທີ່ເກີດມີການກັນດານອາຫານລະຫວ່າງການເດີນທາງໃນຖິ່ນທຸລະກັນດານ. * ຄາເດດຊບາເນຍຄືສະຖານທີ່ ທີ່ມິຣຽມເສຍຊີວິດ. * ທີ່ເມຣິບາຄາເດດຊ ໂມເຊບໍ່ເຊື່ອຟັງພຣະເຈົ້າແລະໄດ້ຕີກ້ອນຫີນເຮັດໃຫ້ນ້ຳໄຫລອອກມາສຳລັບຊາວອິດສະຣາເອນໄດ້ດື່ມ ແທນທີ່ລາວຈະສັ່ງກ້ອນຫີນຕາມທີ່ພຣເຈົ້າໄດ້ສັ່ງໃຫ້ລາວເຮັດ. * ຊື່ "ຄາເດດຊ" ມາຈາກພາສາເຮັບເຣີ ທີ່ມີຄວາມໝາຍວ່າ "ສັກສິດ" ຫລື "ແຍກອອກມາ".
ຄຳປະຕິຍານ
ຄຳປະຕິຍານ ຄືຄຳສັນຍາທີ່ບຸກຄົນຈະເຮັດກັບພຣະເຈົ້າ. ບຸກຄົນສັນຍາວ່າຈະເຮັດຫຍັງບາງຢ່າງເພື່ອເປັນການຖວາຍກຽດຢ່າງພິເສດແດ່ພຣະເຈົ້າຫລືເພື່ອສະແດງຄວາມຈົ່ງຮັກພັກດີຕໍ່ພຣະອົງ. * ຫຼັງຈາກທີ່ບຸກຄົນເຮັດປະຕິຍານ, ເຂົາມີຂໍ້ຜູກມັດທີ່ຕ້ອງປະຕິບັດຕາມຄຳປະຕິຍານນັ້ນ. * ພຣະຄຳພີສອນວ່າບຸກຄົນອາດຈະຖືກພິພາກສາໂດຍພຣະເຈົ້າ ຖ້າທ່ານບໍ່ປະຕິບັດຕາມຄຳປະຕິຍານນັ້ນ. * ບາງເທື່ອບຸກຄົນອາດທູນຂໍໃຫ້ພຣະເຈົ້າຊົງປົກປ້ອງທ່ານຫລືປະທານບາງຢ່າງແກ່ທ່ານເພື່ອແລກກັບການກໍ່ການປະຕິຍານ. * ແຕ່ພຣະເຈົ້າບໍ່ຈຳເປັນຕ້ອງເຮັດຕາມຄຳຮ້ອງຂໍທີ່ບຸກຄົນຮ້ອງຂໍໃນຄຳປະຕິຍານນັ້ນ. # ຄຳແນະນຳໃນການແປ * ຂຶ້ນຢູ່ກັບບໍລິບົດ, "ຄຳປະຕິຍານ" ອາດແປວ່າ "ສັນຍາທີ່ຈິງຈັງ" ຫລື "ສັນຍາຕໍ່ພຣະເຈົ້າ." * ຄຳນີ້ຄວນໄດ້ຮັບການແປແຕກຕ່າງຈາກ ຄຳວ່າ "ຄຳສາບານ."
ຄຳອຸປະມາ
ຄຳວ່າ ຄຳອຸປະມາ ໂດຍປົກກະຕິແລ້ວອ້າງເຖີງເລື່ອງສັ້ນຫຼືບົດຮຽນເປົ້າໝາຍໃນຊີວິດປະຈຳວັນທີ່ໃຊ້ເປັນອະທິບາຍຫຼືສັ່ງສອນຄວາມຈີງດ້ານສິນລະທຳ
ພຣະເຢຊູຊົງໃຊ້ຄຳອຸປະມາເື່ອສັ່ງສອນພວກສາວົກຂອງພຣະອົງ ແມ່ນວ່າພຣະອົງຊົງໃຊ້ຄຳອຸປະມາເພື່ອສັ່ງສອນປະຊາຊົນເຊັ່ນດຽວກັນ ແຕ່ພຣະອົງກໍບໍ່ໄດ້ອະທິບາຍເຖີງຄວາມໝາຍຂອງຄຳອຸປະມາສະເໝີໄປ ຄຳອຸປະມາສາມາດໃຊ້ເພື່ອເປີດເຜີຍຄວາມຈີງບາງຢ່າງຕໍ່ສາວົກຂອງພຣະອົງໄດ້ໃນຂະນະທີ່ເຊື່ອງຄວາມຈີງຈາກປະຊາຊົນເຊັ່ນພວກຟາລີຊາຍຜູ້ທີ່ເຊື່ອໃນອົງພຣະເຢຊູຄຣິດ ຜູ້ເຜຍພຣະວັດຈະນະນາທານໄດ້ໃຊ້ຄຳອຸປະມາໜື່ງເພື່ອສະແດງໃຫ້ກະສັດເຫັນເຖີງບາບອັນຊົ່ວຮ້າຍຂອງທ່ານ ເລື່ອງລາວຂອງຊາວສະມາເລຍໃຈດີເປັນຕົວຢ່າງຂອງຄຳອຸປະມາທີ່ເປັນເລື່ອງລາວ ການປຽບທຽບຂອງພຣະເຢຊູລະຫວ່າງຖົງເຫລົ້າອາງຸ່ນເກົ່າແລະໃໝ່ນັ້ນເປັນຕົວຢ່າງຂອງຄຳອຸປະມາທີ່ເປັນບົດຮຽນຈາກການໃຊ້ສີ່ງຂອງເພື່ອຊ່ວຍໃຫ້ສາວົກເຂົ້າໃຈຄຳສອນຂອງພຣະເຢຊູ
ຄິດຄ່ຳຄວນ
ຄຳວ່າ "ຄິດຄ່ຳຄ່ວນ" ໝາຍເຖິງການໃຊ້ເວລາຄິດກ່ຽວກັບບາງສິ່ງບາງຢ່າງ ດ້ວຍຄວາມຮອບຄອບແລະເລິກເຊິ່ງ.
- ຄຳນີ້ຖືກໃຊ້ເລື້ອຍໆ ໃນພຣະຄຳພີ ເພື່ອໃຫ້ຄິດເຖິງກ່ຽວກັບພຣະເຈົ້າ ແລະຄຳສັ່ງສອນຂອງພຣະອົງ.
- ເພງສັນລະເສີນ ບົດທີ 1 ບອກວ່າ ຜູ້ທີ່ພາວັນນາພຣະຄຳຂອງພຣະເຈົ້າ "ທັງກາງເວັນແລະກາງຄືນ" ຈະໄດ້ຮັບພຣະພອນທີ່ຍິ່ງໃຫຍ່.
ຄຳແນະນຳໃນການແປ
- ການ "ຄິດຄ່ຳຄວນ" ຍັງສາມາດແປໄດ້ອີກວ່າ "ຄິດດ້ວຍຄວາມລະມັດລະວັງແລະເລິກເຊິ່ງ" ຫລື "ພິຈາລະນາຢ່າງຖີ່ຖ້ວນ" ຫລື "ຄິດເຖິງຢູ່ເລື້ອຍໆ."
- ລັກສະນະຂອງຄຳນາມແມ່ນ "ການຄິດຄ່ຳຄວນ" ແລະຍັງສາມາດແປໄດ້ອີກວ່າ, "ຄິດໃຫ້ເລິກໆ." ປະໂຫຍກທີ່ບອກວ່າ "ການຄິດຄ່ຳຄວນດ້ວຍຫົວໃຈຂອງຂ້ອຍ" ສາມາດແປໄດ້ອີກວ່າ "ຂ້ອຍຄິດເຖິງນັ້ນດ້ວຍຄວາມເລິກເຊິ່ງ" ຫລື "ຂ້ອຍຄິດເຖິງສິ່ງນັ້ນເລື້ອຍໆ."
ຄືກັນ, ຄ້າຍຄືກັນ
ຄຳວ່າ " ຄືກັນ " ແລະ " ຄວາມຄ້າຍຄືກັນ " ອ້າງອີງເຖີງບາງສິ່ງທີ່ຄືກັນ ຫລືຄ້າຍຄືກັນກັບບາງສິ່ງບາງຢ່າງ
- ຄຳວ່າ " ຄືກັນ " ສ່ວນຫລາຍມັກຈະໃຊ້ໃນການກ່າວເປັນຄຳອຸປະມາທີ່ເອີ້ນວ່າ " ຄຳອຸປະມາ " ເຊຶ່ງບາງຢ່າງຖືກປຽບທຽບກັບອີກຢ່າງຫນຶ່ງ ໂດຍປົກກະຕິຈະສະແດງເຖຶງລັກສະນະຕົວຢ່າງເຊັ່ນ " ຄຳອຸປະມາ " ເຄື່ອງນຸ່ງຂອງເຂົາສ່ອງປະກາຍຄືກັບດວງຕາເວັນ ແລະ ສຽງດັງຄືກັບຟ້າພ່າ ( ເບິງ: Simile)
- ເປັນຄືກັນ " ຫລື " ສຽງຄືກັນ " ຫລື " ຄືກັນ " ບາງຢ່າງຫລືບາງຄົນຫມາຍເຖຶງ ມີຄຸນນະພາບທີ່ຄ້າຍຄືກັນກັບສິ່ງຂອງ ຫລື ບຸກຄົນທີ່ກຳລັງປຽບທຽບ.
- ຄົນຖືກເນລະມິດສ້າງຂື້ນມາ ໃນ " ຄວາມຄ້າຍຄືກັນ " ຂອງພຣະເຈົ້າ ນັ້ນຄື ໃນ " ພຣະສາຍາ " ຂອງພຣະອົງນີ້ຫມາຍຄວາມວ່າພວກເຂົາມີຄຸນນະພາບ ຫລື ຄຸນລັກສະນະ " ຄືກັນ " ຫລື " ຄ້າຍຄືກັນ " ກັບຄຸນນະພາບທີ່ພຮະເຈົ້າຊົງມີຢູ່ ຢ່າງເຊັ່ນຄວາມສາມາດໃນການຄິດ ຮູ້ສຶກ ແລະ ສືສານ.
- ການມີ " ຄວາມຄເ້າຍຄືກັນ " ກັບບາງສິ່ງບາງຄວາມຫມາຍຄຳວ່າມີບຸກຄະລິກ ລັກສະນະທີ່ຄືກັນກັບສິ່ງທີ່ບຸກຄົນນັ້ນ.
ຄຳແນະນຳໃນການແປ
- ໃນບາງບົດ ຄຳກ່າວວ່າ " ໃນການຄ້າຍຄືກັນ " ສາມາດແປວ່າ " ສິ່ງໃດທີ່ຄ້າຍຄືກັນ " ຫລື " ຫລືບາງສິ່ງທີ່ປະກົດອອກມາເປັນ. "
- ຄຳວ່າ " ໃນຄວາມຄ້າຍຄືການຕາຍຂອງພຣະອົງ " ສາມາດແປວ່າ " ມີປະສົບການຮ່ວມໃນການຕາຍຂອງພຣະອົງ " ຫລື " ສຳກັບການມີປະສົບການໃນການຕາຍຮ່ວມກັບພຣະອົງ. "
- ຄຳກ່າວ " ໃນການເປັນຄືກັບເນື້ອຫນັງທີ່ມີບາບ " ສາມາດແປວ່າ " ເປັນຄືກັນກັບຄົນບາບຄົນຫນຶ່ງ " ຫລື " ເປັນມະນຸດຄົນຫນຶ່ງ " ຈົງໃຫ້ແນ່ໃຈວ່າການແປຄຳນີ້ບໍ່ໄດ້ແປວ່າພຣະເຢຊູຊົງເປັນຄົນບາບ " ໃນການເປັນຄືກັນກັບພວກເຂົາ " ສາມາດແປວ່າ " ເປັນຄືເຂົາ " ຫລື " ມີຫລາຍສິ່ງທີ່ມີຄຸນສົມບັດທີ່ເຂົາມີ. "
- ຄຳກ່າວ " ການເປັນຄືກັນໃນພາບລັກຂອງຄົນທີ່ເປື່ອຍເນົ່າ ຂອງນົກ ສັດປ່າສີ່ຕີນ ແລະ ສິ່ງຕ່າງໆທີ່ເລືຍຄານ " ສາມາດແປວ່າ " ຮູບເຄົາລົບຖືກສ້າງຂື້ນເຮັດໃຫ້ເປັນຄ້າຍຄືກັບມະນຸດທີ່ເປື່ອຍເນົ່າ ຫລື ສັດເຊັ່ນ ນົກ ສັດປາ ສັດໂຕນ້ອຍ ແລະ ສິ່ງທີ່ເລືຍຄານຕ່າງໆ. "
ຄຸນນະສົມບັດ, ມີຄຸນນະສົມບັດ
ຄຸນນະສົມບັດ ຄືການອ້າງເຖີງສິດທີ່ຈະໄດ້ຮັບຜົນປະໂຫຍດບາງຢ່າງຫຼືການໄດ້ຮັບສິດບາງຢ່າງ. * ບຸກຄົນມີຄຸນນະສົມບັດທີ່ຖືກເລືອກ ສຳລັບງານນີ້ຕ້ອງເປັນບຸກຄົນທີ່ຜ່ານການຝຶກຝົນແລະຜ່ານການອົບຮົມສຳລັບງານ. * ເນື້ອໃນຈົດໝາຍເວົ້າເຖີງຄຮິດສະຈັກໂກໂລຊາຍ, ອັກຄະສາວົກ ໂປໂລໄດ້ຂຽນວ່າ ພຮະເຈົ້າພຮະບິດາໄດ້ຖືວ່າທຸກຄົນທີ່ເຊື່ອແມ່ນມີຄຸນນະສົມບັດຄວາມພ້ອມ ໃນການມີສ່ວນຮ່ວມໃນລາດສະອານາຈັກຂອງຄວາມສະວ່າງຂອງພຮະອົງ ນີ້ໝາຍຄວາມ ວ່າ ພຮະເຈົ້າປະທານທຸກຢ່າງທີ່ຈຳເປັນສຳລັບຄົນຊອບທຳ. * ຜູ້ທີ່ເຊື່ອບໍ່ສາມາດໄດ້ຮັບຊິດ ໃຫ້ເປັນສ່ວນນື່ງໃນແຜ່ນດິນຂອງພຮະເຈົ້າ ໂດຍການທຳດີຂອງເຂົາແຕ່ເຂົາໄດ້ຮັບສິດນີ້ເພາະພຮະເຈົ້າໄດ້ໄຖ່ເຂົາດ້ວຍພຮະໂລຫິດຂອງອົງພຮະຄຮິດ.
# ແນະນຳໃນການແປ * ຄຳວ່າ ຄຸນນະສົມບັດ ອາດໝາຍຄວາມວ່າ ຄວາມສຳນານຫຼືຄວາມສາມາດ ມັນຂື້ນຢູ່ກັບປະໂຍກນັ້ນໆ. * ຄຳວ່າ ຄຸນນະສົມບັດ ບາງຄົນກໍ່ອາດຈະແປວ່າ: ຕຽມພ້ອມ, ຫຼື ສາມາດ ຫຼືມີພະລັງ.
ເບີ່ງເພີ່ມເຕີມ: Colossae, godly, kingdom, light, Paul, redeem)
ຄູ, ອາຈານ
ຄູເປັນບຸຄົນຜູ້ໃຫ້ຄຳໃໝ່ໆໃຫ້ກັບຜູ້ຄົນ ຄູຊ່ອຍໃຫ້ຜູ້ອືນໄດ້ຮັບຄວາມຮູ້ແລະທັກສະນຳ
- ໃນພຣະຄຳພີຄຳເວົ້າວ່າ"ຄູ" ຈະໃຊ້ໃນຄວາມໝາຍພຶເສດກຽວກັບຄົນທີ່ສອນເລືອງລາວຂອງພຣະເຈົ້າ ບໍ່ໄດ້ໝາຍເຖຶງຄູທີ່ສອນໃນໂຮງຮຽນ *ປະຊາຊົນທີ່ຮຽນຈາກຄູຈະເອຶນວ່າ "ສຶດ" ຫຼື"ສາວົກ"
- ໃນຄຳແປຂອງພຣະຄຳພີບາງສະບັບ ຄຳສັບຈະໃຊ້ຕັວໜັງສືໃຫ່ຽ("Teacher")ເມື່ອໃຊ້ເປັນຕຳແໜ່ງຂອງພຣະເຢຊູເຈົ້າ
ຄຳແນະນຳໃນການແປ
- ຄຳທຳມະດາຂອງຄູສາມາດແປໄດ້ວ່າ ນອກຈາກນີ້ຄຳນັ້ນໃຊ້ກັບຄູໃນໂຮງຮຽນ
- ບາງວັດທະນະທຳອາດໃຊ້ພຶເສດສຳຫລັບຄູສາດສະໜາ ເຊ່ນ "ເຊີ" ຫຼື "ຣັບບີ"ຫຼື "ນັກເທດສະໜາ"
ຄົນຂີ່ມ້າ
ໃນສະໄໝພຣະຄຳພີ, ຄໍາວ່າ "ຄົນຂີ່ມ້າ" ອ້າງເຖິງພວກຜູ້ຊາຍທີ່ຂີ່ມ້າໄປໃນການສູ້ຮົບ.
- ນັກຮົບທີ່ບັງຄັບມ້າຖືກໃຊ້ໃນການລາກລົດມ້າກໍຖືກເອີ້ນວ່າ, "ຄົນຂີ່ມ້າ," ເຖິງແມ່ນວ່າຄຳນີ້ໂດຍປົກກະຕິອ້າງເຖິງຜູ້ຊາຍທີ່ຂີ່ມ້າ.
- ຢ່າງໃດກໍຕາມ ຄົນອິດສະຣາເອນບໍ່ໄດ້ຖືຮັກສາຄົນຂີ່ມ້າຈຳນວນຫລາຍໄວ້ ພວກອິດສະຣາເອນເຊື່ອວ່າການໃຊ້ມ້າໃນການສູ້ຮົບເປັນທຳນຽມປະຕິບັດຂອງຄົນນອກສາດສະໜາ, ທີ່ເນັ້ນຄວາມສຳຄັນໃນເລື່ອງຂອງພະລັງອຳນາດໃນໄຊຊະນະຫລາຍກວ່າພຣະຢາເວ.
- ຄຳນີ້ສາມາດແປວ່າ, "ຄົນຂີ່ມ້າ" ຫລື "ຄົນເທິງຫລັງມ້າ."
ຄົນຍິງທນູ
ຄຳວ່າ“ ຄົນຍິງທນູ” ໝາຍເຖິງຜູ້ຊາຍທີ່ມີຄວາມຊຳນານໃນການໃຊ້ລູກສອນແລະລູກສອນເປັນອາວຸດ.
ໃນພຣະຄຳພີຄົນຍິງທະນູສ່ວນຫຼາຍແມ່ນທະຫານທີ່ໃຊ້ທະນູແລະລູກທະນູເພື່ອຕໍ່ສູ້ໃນກອງທັບ. ຄົນຍິງທນູແມ່ນສ່ວນໜຶ່ງທີ່ສຳຄັນຂອງກອງກຳລັງທະຫານອັດ ຊີເຣຍ. * ບາງພາສາອາດຈະມີໄລຍະ ສຳ ລັບສິ່ງນີ້ເຊັ່ນ "ໜ້າທະນູ-ຜູ້ຊາຍ."
ຄົນຕ່າງຊາດ
ຄຳວ່າ "ຄົນຕ່າງຊາດ" ອ້າງເຖີງຄົນທ່ີບໍ່ໄດ້ເປັນຢິວ ຄົນຕ່າງຊາດຄືປະຊາຊົນຜຸ້ທີ່ບໍ່ໄດ້ສືບເຊື້ອສາຍມາຈາກຢາໂຄບ
- ໃນພຣະຄຳພີ ຄຳວ່າ "ພວກທ່ີບໍ່ໄດ້ເຂົ້າຮັບພິທີຕັດ"ກໍໃຊ້ຄືກັນກັບຄຳອູປະມາອູປະໄມອ້າງເຖີງຄົນຕ່າງຊາດເພາະວ່າພວກເຂົາຫລາຍຄົນບໍ່ໄດ້ໃຫ້ລຸກຫລານທີ່ເປັນຜຸ້ຊາຍເຂົ້າຮັບພິທີຕັດເໝືອນຢ່າງຊົນຊາດອິດສະຣະເອນໄດ້ເຮັດ.
- ເພາະວ່າພຣະເຈົ້າໄດ້ເລືອກຄົນຢິວເພື່ອເປັນຊົນຊາດທີ່ພິເສດສຳລັບພຣະເຈົ້າ ພວກເຂົາໄດ້ຄິດວ່າພວກຄົນຕ່າງຊາດຄືພວກຄົນນອກທີ່ບໍ່ມີວັນຈະໄດ້ເປັນຄົນຂອງພຣະເຈົ້າ.
- ຄົນຢິວຫລືທີ່ເອີ້ນວ່າຊົນຊາດອິດສະຣະເອນຫລືຄົນເຮີບເຣີໃນຊວ່ງເວລາທີ່ແຕກຕ່າງຂອງປະຫວັດສາດ ພວກເຂົາອ້າງເຖີງຄົນອື່ນໆ ທ່ີ່ເຫລືອເປັນ"ຄົນຕ່າງຊາດ"
- ຄົນຕ່າງຊາດສາມາດແປໄດ້ອີກວ່າ"ຄົນບໍ່ແມ່ນຄົນຢິວ" ຫລື " "ບໍ່ແມ່ນຄົນອິດສະຣະເອນ" (ພັນທະສັນຍາເດີມ) ຫລື"ບໍ່ແມ່ນຄົນຢິວ"
- ຕາມປະເພນີແລ້ວ ຄົນຢິວຈະບໍ່ກິນເຂົ້າຮວ່ມກັບຄົນຕ່າງຊາດຫລຶຄົບຄ້າສາມາຄົມກັບພວກເຂົາ ຊິ່ງໃນຕອນທຳອິດເຮັດໃຫ້ເກີດບັນຫາຫລວງຫລາຍໃນຊວ່ງຍູກຄຣິດສະຕະຈັກຍູກແລກໆ.
ຄົນອຳໂມຣິດ
ຄົນອຳໂມຣິດເປັນກຸ່ມຄົນທີ່ມີອຳນາດຫລາຍ ພວກເຂົາສືບເຊື້ອສາຍມາຈາກການາອານ ຊຶ່ງເປັນຫລານຊາຍຂອງໂນອາ
- ຊື່ຂອງພວກເຂົາມີຄວາມໝາຍວ່າ " ຜູ້ທີ່ຢູ່ສູງ " ຊຶ່ງອາດຈະໝາຍເຖິງພື້ນທີຫລືພູເຂົາທີ່ພວກເຂົາອາໄສຢູ່ ຫລືເປັນສິ່ງບໍ່ຈິງທີ່ວ່າພວກເຂົາເປັນທີ່ຮູ້ຈັກກັນດີໃນເລື່ອງຄວາມເປັນຄົນຕົວສູງ
- ຄົນອາໂມຣິດອາໄສຢູ່ໃນພືນທີ່ທັງສອງຝັ່ງຂອງແມ່ນາໍ້ຈໍແດນເມືອງໄອທີ່ອາໄສຂອງຄົນອາໂມຣິດ
- ພຣະເຈົ້າໄດ້ຊົງເວົ້າເຖິງ " ຄວາມບາບຂອງຄົນອາໂມຣິດ " ຊຶ່ງໝາຍເຖິງການທີ່ພວກເຂົາບູຊາພຣະທຽມແລະການກະທຳຜິດບາບຮວມຢູ່ດ້ວຍ
- ໂຢຊວຍໄດ້ພາຄົນອິດສະຣາເອນບຸກໄປທຳລາຍຄົນອາໂມຣິດຕາມທີ່ພຣະເຈົ້າຊົງໄດ້ບັນຊາໄວ້
ຄົນຮັກ
ຄຳວ່າ" ຄົນຮັກ " ມີຄວາມໝ!ຍຕາມຕົວອັກສອນຄື " ບຸກຄົນຜູ້ທີ່ຮັກ " ໂດຍປົກກະຕິຄຳນີ້ໝາຍເຖີງຄົນທີ່ມີຄວາມສຳພັນທາງເພດຕໍ່ກັນ
- ເມື່ອຄຳວ່າ " ຄົນຮັກ " ທີ່ຖືກໃຊ້ໃນພີ້ະຄຳພີ ປົກກະຕິຈະອ້າງເຖີງບຸກຄົນຜູ້ທີ່ເຊີ່ງມີຄວາມສຳພັນທາງເພດກັບບາງຄົນທີ່ເຂົາບໍ່ໄດ້ແຕ່ງດ້ວຍ
- ຄວາມສຳພັນທາງເພດທີ່ຜິດນັ້ນມັກຈະໃຊ້ໃນພຣະຄຳພີອ້າງເຖີງການບໍ່ເຊື່ອຟັງພຣະເຈົ້າຂອງຄົນອິດສເອນໃນການນະມັດສະການຮູບເຂົາລົບທັງຫຼາຍ ດັ່ງນັ້ນຄຳວ່າ " ເຫລົ່າຄົນຮັກ " ຈຶ່ງໃຊ້ໃນເຊີງຄຳອຸປະມາເຖີງພວກຮູບເຂົາລົບທີ່ຄົນອິດສເອນໄດ້ນະມັດສະການ ໃນສະພາບການເຫລົ່ານັ້ນ ຄຳນີ້ສາມາດແປໄດ້ວ່າ " ຄູ່ນອນທີ່ຜິດສິນລະທຳ " ຫຼື " ຄູ່ນອນທີ່ລ່ວງປະເພນີ " ຫຼື " ຮີບເຄົາລົບ " ( ດູຄຳອຸປະມາ )
- ຄົນຮັກ " ເງີນຄືໃຜບາງຄົນທີ່ໃຫ້ຄວາມສຳຄັນຫຼາຍເກີນໄປກັບການໄດ້ເງີນ ແລະ ເປັນເສດຖີ
- ໃນພັນທະສັນຍາເດີມ ບົດເພງໂຊໂລມອນ ໃຊ້ຄຳວ່າ່ " ຄົນຮັກ " ໃຊ້ໃນຄວາມໝາຍດ້ານບວກ
ຄົນເກັບພາສີ
"ຄົນເກັບພາສີ" ຄົນງານຂອງລັດທະບານທີ່ທຳໜ້າທີໃນການຮັບເງີນທີ່ປະຊາຊົນຖືກກຳນົດໃຫ້ເສຍພາສີແກ່ລັດທະບານ
- ໃນສະໃໝ່ພຣະເຢຊູເຈົ້າແລະເຫລົ່າສາວົກ ລັດທະບານໂຣມໄດ້ກຳນົດໃຫ້ເກັບພາສີຈາກທຸກຄົນທີ່ອາໃສ່ຢູ່ໃນອານາຈັກໂຣມລວມທັ້ງຊາວຢຶວ *ປະຊາຊົນທີ່ເກັບພາສີໃຫ້ລັດທະບານໂຣມນັ້ນມັກເກັບພາສີຈາກປະຊາຊົນເກຶນກວ່າລັດທະບານກຳນົດໄວ້ຄົນເກັບພາສີເກັບເງີນພຶເສດຈຳນວນໜື່ງໄວ້ສຳຫລັບເຂົາເອງ
- ເພາະຄົນເກັບພາສີໄດ້ຫລອກລວງປະຊາຊົນໃນການເກັບພາສີ ຄົນຢຶວຈືງພຶຈາລະນາຄົນເກັບພາສີເປັນຄົນຊັ່ວທີ່ສຸດໃນຈຳພວກຂອງຄົນບາບ *ຊາງຢຶວວ່າຄຢນເກັບພາສີເປັນຄົນຂາຍຊາດເພາະພວກເຂົາໄດ້ທຳງານໃຫ້ກັບລັດທະບານໂຣມທີ່ກຳລັງກົດຂີຂົມເຫງຄົນຢຶວ
- ວະລີ "ຄົນເກັບພາສີແລະຄົນບາບທັ້ງຫລາຍ"ເປັນຄຳກ່າວທຳມະດາໃນພັນທະສັນຍາໃໝ່ແສດງເຖຶງວ່າຊາວຢຶວກຽດຊັ່ງຄົນເກັບພາສີ
ຄົນເທືອຍ
ຕາມປົກກະຕິດແລ້ວຄໍາວ່າ "ຄົນເທືອຍ" ແມ່ນເວົ້າເຖິງຜູ້ຊາຍທີ່ໄດ້ຮັບການຕອນແລ້ວ ຄໍາສັບນີ້ຕໍ່ມາການເປັນຄໍາເວົ້າທົ່ວໄປທີ່ເວົ້າເຖິງເຈົ້າໜ້າທີ່ຂອງລັດຖະບານຄົນໃດຄົນນຶ່ງ ແມ່ນແຕ່ຜູ້ບໍ່ໄດ້ຮັບການຕອນກໍຖືກເອີ້ນດ້ວຍຄໍານີ້ຄືກັນ
- ພຣະເຢຊູໄດ້ກ່າວວ່າ ຄົນເທືອຍບາງຄົນເກີດມາໃນລັກສະນະນີ້ ລາງເທື່ອອາດຈະເປັນຍ້ອນວ່າອະໄວຍະວະເພດຖືກທໍາລາຍ ຫລືເປັນຍ້ອນວ່າບໍ່ສາມາດຮ່ວມເພດສໍາພັນໄດ້ ມີຫລາຍຄົນເລືອກທີ່ຈະມີຊີວິດແບບຄົນເທືອຍ ໂດຍມີຊີວິດທີ່ຖືວ່າເປັນພົມມະຈາລີ
- ໃນສະໄໝບູຮານ ຄົນເທືອຍມັກເປັນລາຊະການຂອງກະສັດທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ຄຸ້ມຄອງສະຖານທີ່ຂອງພວກຜູ້ຍິງ
- ຄົນເທືຶອຍບາງຄົນເປັນຂ້າລາຊະການທີ່ສໍາຄັນ ເຊັ່ນຄົນເທືອຍຊາວເອທິໂອເປຍຜູ້ທີ່ໄດ້ພົບກັບອັກຄະສາວົກຟິລິບທີ່ທະເລຊາຍ.
ຄົນເພີຣິຊີດ
ຄົນເພີຣິຊີດຄືໜຶ່ງໃນກຸ່ມຊົນຊາດທີ່ອາໄສຢູ່ໃນດິນແດນຄານາອານ ມີຂໍ້ມູນພຽງນ້ອຍດຽວກ່ຽວກັບຊົນກຸ່ມນີ້ວ່າບັນພະບຸລຸດຂອງພວກທ່ານຄືໃຜແລະພວກທ່ານອາໄສຢູ່ສ່ວນໃດຂອງດິນແດນການາອານ
- ຄົນເພີຣິຊີດໄດ້ຖືກກ່າວເຖິງເລີຍໆໃນພັນທະສັນຍາເດີມພຣະທຳພວກຜູ້ປົກຄອງທີ່ໄດ້ບັນທຶກໄວ້ວ່າມີການແຕ່ງງານຂ້າມເຜົ່າພັນລະຫວ່າງຄົນເພີຣິຊີດແລະຄົນອິດສະລາເອນ ເຊີ່ງພາຍຫຼັງໄດ້ນຳໄປສູ່ການນະມັດສະການພະທຽມເທັດທັງຫຼາຍ
- ໝາຍເຫດ ຄົນໃນເຜົ່າເປເລດຈະເອີ້ນວ່າ "ຄົນເພີຣິຊີດ" ຊຶ່ງແຕກຕ່າງຈາກຄົນເພີຣິຊີດໃນການແປນັ້ນຄວນໃຊ້ການສະກົດຊື່ແຕກຕ່າງກັນໂດຍທັງສິ້ນເພື່ອໃຫ້ເຫັນຂໍ້ແຕກຕ່າງທີ່ຊັດເຈນ
ຄົນເຢບຸດ
ຄົນເຢບຸດເປັນກຸ່ມຄົນທິ່ດຳລົງຊີວິດໃນແຜ່ນດິນການາອານ. ພວກເຂົາສືບເຊື້ອສາຍມາຈາກລູກຊາຍຂອງຮາມຄືການາອານ.
- ຄົນເຢບຸດໄດ້ດຳລົງຊີວິດຢູ່ໃນເມືອງເຢບຸດ,ເຊິ່ງຕໍ່ມາຊື່ນີ້ໄດ້ປ່ຽນມາເປັນເຢຣູຊາເລັມໃນຕອນທີ່ກະສັດດາວິດໄດ້ຊະນະເມືອງນີ້.
- ເມຄີເຊເດັກ,ກະສັດຂອງຊາເລັມ,ບາງເທື່ອອາດເປັນຕົ້ນກຳເນີດຂອງຄົນເຢບຸດ.
ຄົນໜ້າຊື່ໃຈຄົດ, ການໜ້າຊື່ໃຈຄົດ
ຄຳວ່າ "ຄົນໜ້າຊື່ໃຈຄົດ" ອ້າງເຖິງຄົົນທີ່ເຮັດສິ່ງທີ່ເບິ່ງເໝືອນຊອບທຳ, ແຕ່ແອບປະພຶດໃນສິ່ງທີ່ຊົ່ວຮ້າຍ. ຄຳວ່າ "ການໜ້າຊື່ໃຈຄົດ" ອ້າງເຖິງພຶດຕິກຳທີ່ຫລອກລວງຜູ້ຄົນໃຫ້ຄິດວ່າຄົນນັ້ນເປັນຄົນຊອບທຳ. * ຄົນໜ້າຊື່ໃຈຄົດຕ້ອງການໃຫ້ຄົນອື່ນເຫັນວ່າຕົນເອງເຮັດສິ່ງທີ່ດີເພື່ອທີ່ວ່າຄົນອື່ນຈະຄິດວ່າພວກເຂົາເປັນຄົນດີ. * ຄົນໜ້າຊື່ໃຈຄົດມັກຈະວິພາກວິຈານຄົນອື່ນວ່າເຮັດສິ່ງທີ່ເປັນຄວາມບາບຊຶ່ງພວກເຂົາເອງກໍເຮັດ. * ພຣະເຢຊູຊົງເອີ້ນພວກຟາຣີຊາຍວ່າຄົນໜ້າຊື່ໃຈຄົດເພາະພວກເຂົາເຮັດແລະປະພຶດຕາມຫລັກສາດສະໜາເຊັ່ນ ໃສ່ເສື້ອຜ້າບາງຢ່າງແລະຮັບປະທານອາຫານບາງຢ່າງ, ແຕ່ພວກເຂົາບໍ່ໄດ້ເມດຕາຫລືຍຸດຕິທຳຕໍ່ຄົນອື່ນ. * ຄົນໜ້າຊື່ໃຈຄົດຊີ້ຄວາມຜິດໃນຕົວຄົນອື່ນໄດ້ ແຕ່ບໍ່ຍອມຮັບຄວາມຜິດຂອງຕົນເອງ .
ຄຳແນະນຳໃນການແປ
- ບາງພາສາມີຄຳກ່າວເຊັ່ນ "ສອງໜ້າ" ທີ່ອ້າງເຖິງຄົນໜ້າຊື່ໃຈຄົດຫລືການປະພຶດຂອງຄົນໜ້າຊື່ໃຈຄົດ.
- ວິທີອື່ນທີ່ຈະແປ "ຄົນໜ້າຊື່ໃຈຄົດ" ສາມາດລວມເຖິງ, "ຄົນຫລອກລວງ" ຫລື "ຄົນທຳທ່າ" ຫລື "ຄົນຈອງຫອງຫລອກລວງ."
- ຄຳວ່າ "ການໜ້າຊື່ໃຈຄົດ" ສາມາດແປໄດ້ວ່າ, "ການຫລອກລວງ" ຫລື "ການກະທຳທີ່ຈອມປອມ" ຫລື "ການທຳທ່າ."
ຄົ້ນອໍ້,ຕົ້ນເດື່ອ
ຄຳວ່າ“ ຕົ້ນເດື່ອ” ໝາຍ ເຖິງຕົ້ນໄມ້ທີ່ມີກ້ານຍາວທີ່ເຕີບໃຫຍ່ຢູ່ໃນນ້ ຳ,ໂດຍປົກກະຕິແມ່ນລຽບຕາມແຄມແມ່ນ້ ຳ ຫຼືສາຍນ້ ຳ.
*ຕົ້ນແຝດທີ່ເກີດຢູ່ໃນແມ່ນ້ ຳໄຫລບ່ອນທີ່ໂມເຊຖືກເຊື່ອງຊ້ອນໃນຕອນຍັງເປັນເດັກນ້ອຍກໍ່ຖືກເອີ້ນວ່າ "ຕົ້ນແຝດ". ພວກເຂົາສູງ, ກ້ານໃບເປັນຮູທີ່ເຕີບໃຫຍ່ເປັນກຸ່ມໜາໃນນ້ ຳແມ່ນ້ ຳ. * ພືດທີ່ເປັນເສັ້ນໃຍເຫລົ່ານີ້ໄດ້ຖືກນຳໃຊ້ໃນປະເທດເອຢິບບູ ຮານສຳລັບເຮັດເຈ້ຍ, ກະຕ່າ, ແລະເຮືອ. * ກ້ານຂອງຕົ້ນແຝດ ແມ່ນມີຄວາມຍືດຫຍຸ່ນແລະຖືກລົມພັດງ່າຍ.
ຄ່າໄຖ່
ຄຳວ່າ "ຄ່າໄຖ່" ໝາຍເຖີງຈຳນວນເງິນຫຼືການຈ່າຍໂດຍການຖືກບັງຄັບຫຼືຈ່າຍເພື່ອໄຖ່ໃຜຜູ້ໜື່ງທີ່ຖືກຈັບກຸມ.
-
ຄຳວ່າ "ໄຖ່" ເປັນຄຳກິຣິຍາ ໝາຍເຖີງຈ່າຍເງິນ ຫຼືເຮັດບາງຢ່າງທີ່ເປັນການເສັຍສະລະຕົນເອງເພື່ອໄຖ່ໃຜຜູ້ໜື່ງທີ່ຖືກຈັບກຸມ, ເປັນທາດຫຼືຕິດຄຸກ. ຄວາມໝາຍຂອງຄຳວ່າ "ຊື້ຄືນ"ມີຄວາມໝາຍຄືກັນກັບ "ໄຖ່ຄືນ"
-
ພຮະເຍຊູອານຸຍາດຕົວເອງໃຫ້ຖືກຂ້າເພື່ອເປັນຄ່າໄຖ່ມະນຸດໃຫ້ລຸດພົ້ນຂອງການເປັນທາດຄວາມບາບຂອງພວກເຂົາ. ການເຮັດແບບນີ້ຂອງພຮະເຈົ້າເພື່ອຊື່ຄືນຄົນຂອງພຮະອົງຜ່ານການຈ່າຍແທນຄວາມຜິດບາບຂອງພວກເຂົາ ທີ່ເອີ້ນອີກຢ່າງນື່ງວ່າ "ການໄຖ່ບາບ" ຢູ່ໃນພຮະຄຳພີ.
ຄຳແນະນຳ ການແປ
-
ຄຳວ່າ "ການໄຖ່" ສາມາດແປໄດ້ອີກຢ່າງເຊັ່ນ "ການຈ່າຍເພື່ອປົດປ່ອຍ" ຫຼື "ຈ່າຍຄ່າເພື່ອເປັນອິດສະລະ ຫຼື "ຊື້ຄືນ"ບາງຄົນ.
-
ຄຳວ່າ "ຈ່າຍຄ່າໄຖ່" ສາມາດແປໄດ້ອີກຢ່າງເຊັ່ນ "ຈ່າຍຄ່າລາຄາ"
ຄ່ຳຄວນ
ຄຳວ່າ "ຄ່ຳຄວນ" ອ້າງເຖີງການເປັ່ງສຽງສູງສຽງຕ່ຳຊຶ່ງເກີດຈາກຄວາມທຸກທາງຮ່າງກາຍຫລືຈິດໃຈ ໂດຍປົກກະຕິມັກ ຈະຄ່ຳຄວນໂດຍບໍ່ມີຄຳໃດໆ.
- ບຸກຄົນສາມາດຄ່ຳຄວນເພາະຮູ້ສຶກເສົ້າໂສກເສຍໃຈ.
- ການຄ່ຳຄວນສາມາດເກີດຈາກສາເຫດຂອງຄວາມຮູ້ສຶກບໍ່ດີ ຫລືພາລະທີ່ກົດດັນ.
- ວິທີອື່ນໃນການແປຄຳວ່າ "ຄ່ຳຄວນ"ນີ້ສາມາດລວມເຖີງ "ຮອ້ງໃຫ້ດວ້ຍສຽງຕ່ຳ" ຫລື "ເສຍໃຈຢ່າງສຸດຊຶ້ງ".
- ຖ້າເປັນຄຳນາມແປວ່າ "ສຽງຮອ້ງໃຫ້ເປັນທຸກຕ່ຳໆ" ຫລື "ສຽງພືມພຳຂອງຄວາມເຈັບປວດ".
ຄໍາສັ່ງ
ຄຳວ່າ "ຄຳສັ່ງ" ເປັນກົດເກນສາທາລະນະເຊິ່ງເປັນຕົວກຳນົດກົດລະບຽບຫລືຄຳສັ່ງເພື່ອໃຫ້ປະຊາຊົນກະທຳຕາມ. ຄຳນີ້ມີຄວາມກ່ຽວຂ້ອງກັບຄຳວ່າ "ແຕ່ງຕັ້ງ."
- ບາງເທື່ອຄຳສັ່ງ ເປັນປະເພນີທີ່ໄດ້ກະທຳສືບທອດກັນຕໍ່ມາຢ່າງຍາວນານ.
- ໃນພຣະຄໍາພີ, ຄຳວ່າ "ຄຳສັ່ງ" ຄືບາງສິ່ງທີ່ພຣະເຈົ້າໄດ້ບັນຊາຊາວອືດສະລາເອນໃຫ້ກະທຳຕາມ. ໃນບາງເທື່ອພຣະອົງໄດ້ຊົງສັ່ງໃຫ້ພວກເຂົາປະຕິບັດຕາມຕະຫລອດໄປ.
- ຄຳວ່າ "ຄຳສັ່ງ" ສາມາດແປວ່າ "ກົດສາທາລະນະ" ຫລື "ກົດລະບຽບ" ຫລື "ກົດຫມາຍ" ຂຶ້ນຢູ່ກັບບໍລິບົດທີ່ນໍາໃຊ້.
ຄໍາສາບານ, ສາບານ, ສາບານໂດຍ...
ໃນພຣະຄໍາພີ, ການສາບານຄືການເຮັດສັນຍາເປັນທາງການວ່າຈະເຮັດສິ່ງໃດສິ່ງໜຶ່ງ. ບຸກຄົນທີ່ສາບານນັ້ນຈະຕ້ອງທໍາຕາມທີ່ສັນຍາໄວ້. ການສາບານກ່ຽວຂ້ອງກັບຄວາມມູ່ງໝັ້ນທີ່ຈະສັດຊື່ແລະຈິງໃຈ.
- ຫລາຍເທື່ອຢູ່ໃນສານ, ພະຍານໃຫ້ຄໍາສາບານເພື່ອສັນຍາວ່າສິ່ງທີ່ເຂົາຈະເວົ້ານັ້ນເປັນຄວາມຈິງແລະກົງຕາມຂໍ້ແທ້ຈິງ.
- ໃນພຣະຄໍາພີນັ້ນ ຄໍາວ່າ "ສາບານ" ໝາຍເຖິງການກ່າວຄໍາສາບານ.
- ຄໍາວ່າ "ສາບານໂດຍ" ໝາຍເຖິງການອ້າງເຖິງນາມຫລືຊື່ຂອງບາງສິ່ງເຊິ່ງເປັນພື້ນຖານຫລືພະລັງຕໍ່ຄໍາສາບານນັ້ນ.
- ບາງຄັ້ງຄໍາເຫລົ່ານີ້ຈະໃຊ້ນໍາກັນ 'ສາບານໂດຍຄໍາສາບານ.'
- ອັບຣາຮາມແລະອາບີເມເຫລັກໄດ້ກ່າວຄໍາສາບານເມື່ອພວກເຂົາໄດ້ເຮັດພັນທະສັນຍາຮ່ວມກັນກ່ຽວກັບການໃຊ້ບໍ່ນໍ້າ.
- ອັບຣາຮາມໃຫ້ຄົນໃຊ້ສາບານ (ຫລືສັນຍາຍ່າງເປັນທາງການ) ວ່າເຂົາຈະຫາເມຍໃຫ້ອີຊາກຈາກບັນດາຕະກູນຂອງອັບຣາຮາມ.
- ພຣະເຈົ້າກໍກ່າວຄຳສາບານເຊັ່ນດຽວກັນເຊິ່ງພຣະອົງສັນຍາກັບປະຊາກອນຂອງພຣະອົງ.
- ຄວາມໝາຍຂອງຄໍາວ່າ "ສາບານ" ໃນສະໄຫມໃໝ່ນັ້ນໝາຍເຖິງການໃຊ້ຄໍາເວົ້າທີ່ບໍ່ສຸພາບ. ເຊິ່ງບໍ່ແມ່ນຄວາມໝາຍດຽວກັນທີ່ໃຊ້ໃນພຣະຄໍາພີ.
ຄໍາແນະນໍາໃນການແປ
- ຂຶ້ນຢູ່ກັບບໍລິບົດ, ຄໍາວ່າ "ຄໍາສາບານ" ນັ້ນສາມາດແປໄດ້ວ່າ "ຄໍາປະຕິຍານ" ຫລື "ການສັນຍາຢ່າງເປັນພິທີການ."
- ຄໍາວ່າ "ສາບານ" ສາມາດແປໄດ້ວ່າ "ສັນຍາຢ່າງເປັນທາງການ" ຫລື "ປະຕິຍານວ່າ" ຫລື "ໃຫ້ຄໍາໝັ້ນວ່າຈະທໍາບາງສິ່ງບາງຢ່າງ"
- ວິທີອື່ນໃນການແປ "ປະຕິຍານໃນນາມຂອງເຮົາ" ສາມາດລວມ, "ເຮັດສັນຍາໂດຍໃຊ້ນາມຂອງເຮົາເພື່ອຍືນຍັນ."
- "ການສັນຍາໂດຍຟ້າສະຫວັນແລະແຜ່ນດິນໂລກ" ນັ້ນສາມາດແປໄດ້ວ່າ, "ສັນຍາທີ່ຈະເຮັດບາງສິ່ງບາງຍ່າງໂດຍເອົາສະຫວັນແລະແຜ່ນດິນໂລກມາຍືນຍັນ."
- ໃຫ້ໝັ້ນໃຈວ່າການແປຄໍາວ່າ "ສາບົນ" ຫລື "ສາບານ" ນັ້ນບໍ່ໄດ້ອ້າງເຖິງການຊາບແຊ່ງ. ໃນພຣະຄໍາພີແມ່ນບໍ່ມີຄວາມໝາຍແບບນັ້ນ.
ຄໍແຂງ,ດື້ດ້ານ
ຄຳວ່າ "ແຂງຂໍ້" ເປັນຄຳເວົ້າທີ່ໃຊ້ໃນພຣະຄຳພີ ເພື່ອອະທີບາຍເຖິງຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ ແລະບໍ່ຍອມກັບໃຈ ພວກເຂົາພູມໃຈຫລາຍແລະບໍ່ຍອມຢູ່ໃຕ້ອຳນາດຂອງພຣະເຈົ້າ.
- ໃນທຳນອງດຽວກັນຄຳວ່າ "ດື້ດ້ານ" ໝາຍເຖິງການປະຕິເສດການປ່ຽນແປງຈິດໃຈຫລືການກະທຳຂອງຄົນເຮົາເຸຖິງແມ່ນວ່າຈະຖືກຂໍໃຫ້ເຮັດກໍ່ຕາມ, ຄົນທີ່ແຂງກະດ້າງຈະບໍ່ເຊື່ອຟັງຄຳແນະນຳ ຫລື ຄຳເຕື່ອນທີ່ດີທີ່ຄົຮອື່ນແນະນຳໃຫ້ພວກເຂົາ.
- ໃນພຣະຄຳພີເດີມໄດ້ອະທີບາຍເຸຖີງຊາວອິດສະຣາເອນທີ່ "ຄໍແຂງ" ເພາະວ່າພວກເຂົາບໍ່ຟັງຄຳສອນຫລາຍຢ່າງຈາກຜູ້ປະກາດພຣະທຳຂອງພຣະເຈົ້າ ຜູ້ທີ່ເຮັດໃຫ້ພວກເຂົາກັບໃຈແລະຫັນກັບມາຫາພຣະເຈົ້າຢາເວ.
- ຖ້າຄໍ "ແຂງ" ໝາຍຄວາມວ່າມັນບໍ່ງໍໄດ້ງ່າຍ ພາສາໃນການແປອາດມີຄຳເວົ້າທີ່ແຕກຕ່າງໄປທີ່ສື່ຄວາມໝາຍວ່າບຸກຄົນໃດໜຶ່ງ "ບໍ່ກົ້ມລົງ" ນັ້ນຄື ປະຕິເສດການປ່ຽນແປງການດຳເນີນຊີວິດຂອງລາວ.
- ວິທີການອື່ນໃນການແປຄຳສັບນີ້ອາດປະກອບມີ "ອວດອົ່ງທະນົງຕົວ" ຫລື "ອວດອົ່ງແລະບໍ່ຍອມຈຳນົນ" ຫລື "ປະຕິເສດທີ່ຈະປ່ຽນແປງ".
ງານລ້ຽງ
ການຈັດງານລ້ຽງແມ່ນມີຂະໜາດໃຫຍ່, ເປັນອາຫານທາງການເຊິ່ງປົກກະຕິແລ້ວປະກອບມີຫລາຍອາຫານ.
- ໃນສະ ໄໝກ່ອນ,ກະສັດມັກຈະຈັດງານລ້ຽງອາຫານເພື່ອຕ້ອນຮັບບັນດາຜູ້ນຳການເມືອງແລະແຂກທີ່ສຳຄັນອື່ນໆ.
- ນີ້ຍັງສາມາດຖືກແປເປັນ "ຄາບອາຫານທີ່ລະອຽດ" ຫລື "ງານລ້ຽງທີ່ ສຳ ຄັນ" ຫລື "ອາຫານທີ່ມີຫລາຍຫລັກສູດ."
ງູໃຫ່ຍ, ງູ ,ງູມີພິດ
ຂໍ້ຄວາມເຫຼົ່ານີ້ທັງໝົດ ໝາຍເຖິງສັດເລືອຄານທີ່ມີຮ່າງກາຍທີ່ຍາວ, ບາງແລະມີຂະໜາດໃຫຍ່, ແຂ້ວໃຫ່ຍ, ແລະເຄື່ອນທີ່ໂດຍການລ້ຽວໄປມາແລະໄປທົ່ວພື້ນດິນ. ຄຳວ່າ“ ງູ” ໂດຍປົກກະຕິ ໝາຍເຖິງງູໃຫຍ່ແລະ“ ງູພິດ” ໝາຍເຖິງງູປະເພດໜຶ່ງທີ່ມີພິດເຊິ່ງມັນໃຊ້ປ້ອງກັນຕົວເອງເພື່ອໃຫ້ພິດຂອງມັນທຳລາຍສີ່ງທີ່ຢູ່ອອ້ມຮ້ອມຕົວຂອງມັນ.
- ສັດຊະນິດນີ້ຍັງຖືກນຳໃຊ້ກັບຄົນເພື່ອ ໝາຍເຖິງຄົນຊົ່ວ, ໂດຍສະເພາະແມ່ນການຫຼອກລວງ.
- ພຣະເຢຊູເອີ້ນພວກຫົວໜ້າ ສາສະໜາວ່າ“ ເຊື້ອສາຍຂອງງູ” ເພາະວ່າພວກເຂົາທຳທ່າວ່າເປັນຄົນຊອບທຳ, ແຕ່ພວກເຂົາຫຼອກລວງຜູ້ຄົນແລະປະຕິບັດຕໍ່ພວກເຂົາຢ່າງບໍ່ຍຸດຕິທຳ.
- ໃນສວນເອເດນ ຊາຕານໄດ້ເອົາຮູບແບບຂອງງູໃນເວລາທີ່ລາວເວົ້າກັບເອວາແລະລໍ້ລວງນາງບໍ່ໃຫ້ເຊື່ອຟັງພຣະເຈົ້າ.
- ຫລັງຈາກງູໄດ້ລໍ້ລວງເອວາໃຫ້ເຮັດບາບ, ພຣະເຈົ້າໄດ້ສາບແຊ່ງງູ, ໂດຍກ່າວວ່ານັບແຕ່ນັ້ນເປັນຕົ້ນມາ, ງູທັງໝົດຈະລ່ອງໄປຕາມພື້ນດິນ, ໝາຍຄວາມວ່າກ່ອນນັ້ນມັນຈະມີຂາ.
ງົວ, ງົວຫລາຍຕົວ
ຄຳວ່າ "ງົວ" ອ້າງເຖິງສັດລ້ຽງປະເພດໜຶ່ງເຊິ່ງໄດ້ຮັບການຝຶກເປັນພິເສດໃຫ້ເຮັດວຽກກະສິກຳ. ໃນພາສາອັງກິດນັ້ນຮູບພະຫູພົດຂອງຄຳວ່າຄື "ງົວຫລາຍຕົວ" ຕາມປົກກະຕິແລ້ວງົວຈະໝາຍເຖິງງົວຕົວຜູ້ເຊິ່ງຖືກເຮັດໝັນແລ້ວ.
- ຕະຫລອດພຣະຄໍາພີ, ງົວໄດ້ຮັບການກ່າວເຖິງວ່າເປັນສັດເຊຶ່ງຕ້ອງແບກແອກເພື່ອລາກກວຽນຫລືໄຖນາ.
- ງົວຫລາຍຕົວທີ່ເຮັດວຽກນຳກັນພາຍໃຕ້ແອກເປັນເຫດການທີ່ສາມາດພົບໄດ້ທົ່ວໄປໃນສະໄໝຂອງພຣະຄໍາພີ ປະໂຫຍກ "ຢູ່ພາຍໃຕ້ແອກ" ກາຍເປັນຄຳອຸບປະມາອຸບປະໄມສຳລັບງານໜັກແລະການໃຊ້ແຮງງານ.
- ງົວຕົວຜູ້ເປັນສັດລ້ຽງຕົວຜູ້ ແຕ່ເປັນງົວຕົວຜູ້ທີ່ຍັງບໍ່ໄດ້ເຮັດໝັນແລະບໍ່ໄດ້ຖືກຝຶກໃຫ້ເປັນສັດເຮັດວຽກ.
ງົວທະເລ
ຄຳ ວ່າ“ ງົວທະເລ” ໝາຍ ເຖິງສັດທະເລໃຫຍ່ທີ່ກິນຫຍ້າທະເລແລະພືດຜັກອື່ນໆຢູ່ພື້ນມະຫາສະໝຸດ.
- ງົວທະເລແມ່ນສີຂີ້ເຖົ່າທີ່ມີຜິວໜາ. ມັນເຄື່ອນທີ່ຢູ່ໃນນ້ ຳໂດຍໃຊ້ປຸ້ຍຂອງມັນ.
- ຄົນໃນຍຸກສະ ໄໝ ພຣະຄຳພີ ໃຊ້ໜັງ ຫລື ໜັງງົວ. ແຜ່ນສັດເຫຼົ່ານີ້ຖືກໃຊ້ໃນການປົກຫຸ້ມຂອງຫໍເຕັນ.
- ມັນຖືກຕັ້ງຊື່ວ່າ "ງົວທະເລ" ເພາະມັນກິນຫຍ້າຄືກັບງົວ, ແຕ່ມັນບໍ່ຄ້າຍຄືກັນໃນທາງອື່ນ.
- ສັດທີ່ກ່ຽວຂ້ອງແມ່ນສັດ "ດູກອງ" ແລະ "ມານາທີ."
ຈິງ,ຄວາມຈິງ,ກາຍເປັນຈິງ
ຄຳວ່າ "ຈິງ" ແລະ "ຄວາມຈິງ" ອ້າງເຖິງແນວຄິດທີ່ເປັນຂໍ້ເທັດຈິງ,ເຫດການທີ່ເກິດຂື້ນຈິງ,ແລະຂໍ້ຄວາມທີ່ໄດ້ເວົ້າຈິງ.
- ສິ່ງທີ່ຈິງ, ເປັນຈິງ, ແທ້ຈິງ, ຖືກຕ້ອງ, ຖືກກົດຫມາຍ, ຕາມຂໍ້ເທັດຈິງ.
- ຄວາມຈິງຄືຄວາມເຂົ້າໃຈ, ຄວາມເຊື່ອ, ຄວາມຈິງ,ຫລືຂໍ້ຄວາມທີ່ເປັນຄວາມຈິງ.
- ຂໍ້ຄວາມວ່າ "ເປັນຈິງ" ຫລື "ໄດ້ເປັນຈິງ" ເປັນສຳນວນເຊິ່ງໝາຍຄວາມວ່າຄຳທຳນວາຍເກີດຂຶ້ນຈິງຕາມທີ່ຄາດການໄວ້.
- ຄວາມຈິງທັງໝົດເຖິງແນວຄິດການສະແດງໃນແບບທີ່ເຊື່ອຖືໄດ້ແລະຊື່ສັດ.
- ພຣະເຢຊູຄຣິດໄດ້ຊົງສະແດງຄວາມຈິງຂອງພຣະເຈົ້າໃນຄຳເວົ້າທີ່ພຣະອົງໄດ້ກ່າວແລ້ວ.
- ພຣະຄຳຂອງພຣະເຈົ້າຄືຄວາມຈິງ. ມັນບອກກ່ຽວກັບສິ່ງທີ່ເກີດຂື້ນຈິງແລະສອນສິ່ງທີ່ເປັນຈິງກ່ຽວກັບພຣະເຈົ້າແລະກ່ຽວກັບທຸກສິ່ງທີ່ພຣະອົງໄດ້ຊົງກະທຳ.
ຄຳແນະນຳໃນການແປ
- ຂຶ້ນຢູ່່ກັບບໍລິບົດແລະສິ່ງທີ່ໄດ້ຮັບກ່າວເຖິງ, ຄຳວ່າ "ຈິງ" ອາດແປໂດຍ "ຈິງ" ຫລື "ຄວາມເປັນຈິງ" ຫລື "ຖືກຕ້ອງ" ຫລື "ຖືກຕ້ອງ" ຫລື "ແນ່ນອນ" ຫລື "ຂອງແທ້."
- ວິທີເພື່ອແປຄຳວ່າ "ຄວາມຈິງ" ສາມາດລວມເຖິງ, "ສິ່ງທີ່ເປັນຄວາມຈິງ" ຫລື "ຄວາມເປັນຈິງ" ຫລື "ຄວາມແນ່ນອນ" ຫລື "ຫລັກການ."
- ຄໍາກ່າວວ່າ "ເປັນຈິງ" ສາມາດແປວ່າ "ເກີດຂຶ້ນຈິງ" ຫລື "ສຳເລັດ" ຫລື "ເກີດຂຶ້ນຕາມທີ່ຄາດການໄວ້."
- ຄຳກ່າວທີ່ວ່າ "ບອກຄວາມຈິງ" ຫລື "ເວົ້າຄວາມຈິງ" ສາມາດແປວ່າ, "ເວົ້າໃນສິ່ງທີ່ເປັນຄວາມຈິງ" ຫລື "ບອກສິ່ງທີ່ເກິດຂື້ນຈິງ" ຫລື "ເວົ້າໃນສິ່ງທີ່ເຊື່ອຖືໄດ້."
- "ຍອມຮັບຄວາມຈິງ" ສາມາດແປວ່າ "ເຊື່ອໃນສິ່ງທີ່ເປັນຄວາມຈິງກ່ຽວກັບພຣະເຈົ້າ."
- ໃນຄຳກ່າວເຊັ່ນ "ນະມັດສະການພຣະເຈົ້າດ້ວຍຈິດວິນຍານແລະຄວາມຈິງ" ຄຳກ່າວ "ໃນຄວາມຈິງ" ສາມາດແປໂດຍ "ເຊື່ອຟັງຢ່າງຊື່ສັດໃນສິ່ງທີ່ພຣະເຈົ້າໄດ້ຊົງສອນເຮົາແລ້ວ."
ຈິດໃຈ
ຈິດໃຈເປັນສິ່ງພາຍໃນ, ເບິ່ງບໍ່ເຫັນ, ເປັນສ່ວນນິລັນດອນຂອງບຸກຄົນ. ມັນອ້າງເຖິງສ່ວນທີ່ບໍ່ເປັນຮ່າງກາຍຂອງບຸກຄົນ.
- ຄຳວ່າ "ຈິດໃຈ" ແລະ"ວິນຍານ" ອາດມີແນວຄິດສອງແບບ, ຫລືອາດເປັນຄຳສອງຄຳທີ່ມີຄວາມໝາຍເຖິງຄວາມຄິດດຽວກັນ.
- ເມື່ອບຸກຄົນຕາຍ ຈິດວິນຍານຂອງເຂົາກໍໄດ້ອອກຈາກຮ່າງກາຍໄປ.
- ຄຳວ່າ "ວິນຍານ" ບາງເທື່ອຈະໃຊ້ເປັນຄຳປຽບທຽບທີ່ອ້າງເຖິງບຸກຄົນທັງຕົວ. ຕົວຢ່າງເຊັ່ນ "ຈິດໃຈທີ່ເຮັດບາບ" ໝາຍເຖິງ, "ບຸກຄົນທີ່ເຮັດບາບ" ແລະ "ຈິດໃຈຂອງຂ້າພຣະເຈົ້າອິດເມື່ອຍ" ໝາຍເຖິງ "ຂ້າພຣະເຈົ້າອິດເມື່ອຍ."
ເບິ່ງເພີ່ມຕື່ມ
- ຄຳວ່າ "ຈິດໃຈ" ສາມາດແປວ່າ "ຮ່າງພາຍໃນ" ຫລື "ພາຍໃນບຸກຄົນ."
- ໃນບາງສະພາບການ "ວິນຍານຂອງຂ້ອຍ" ສາມາດແປວ່າ, "ຂ້ອຍ" ຫລື "ຂ້ອຍ." "ໂດຍປົກກະຕິວະລີ "ຈິດໃຈ" ສາມາດແປວ່າ "ບຸກຄົນ" ຫລື "ເຂົາ" ຫລື "ທ່ານ," ຂຶ້ນຢູ່ກັບສະພາບການ
- ບາງພາສາອາດມີພຽງຄຳດຽວທີ່ແປວ່າ "ຈິດໃຈ" ແລະ "ວິນຍານ."
- ໃນເຮັບເຣີ 4.12 ໃນວະລີ "ແບ່ງຈິດໃຈແລະວິນຍານ," ສາມາດໝາຍຄວາມວ່າ, "ຫຍັ່ງຮູ້ຢ່າງເລິກໆ ຫລື ສະແດງອອກສິ່ງພາຍໃນບຸກຄົນ."
ຈິບຫາຍ
ຄຳວ່າ "ຈິບຫາຍ" ໝາຍເຖິງຕາຍຫຼືຖືກທຳລາຍເຊີ່ງມັກຈະເປັນຜົນມາຈາກຄວາມຮຸນແຮງຫຼືໄພພິບັດ ໃນພຣະຄຳພີນັ້ນ ຄຳນີ້ມີຄວາມໝາຍວ່າຖືກລົງໂທດໃນນາລົກຊົ່ວນິລັນດອນ * ຜູ້ຄົນເຊີ່ງກຳລັງ "ຈີບຫາຍ" ໝາຍເຖິງຜູ້ຄົນເຊີ່ງປາຍທາງຂອງທ່ານນັ້ນຄືນາລົກເພາະພວກທ່ານປະຕິເສດທີ່ຈະເຊື່ອໃນພຣະເຢຊູສຳລັບການຊ່ວຍໃຫ້ພົ້ນຈາກພຣະອົງ * ໃນໂຢຮັນ 3:16 ໄດ້ສອນເຮົາໃນເລື່ອງຂອງຄວາມ "ຈິບຫາຍ" ວ່າໝາຍເຖິງການບໍ່ໄດ້ຢູ່ໃນສະຫວັນນິລັນດອນ
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບບໍລິບົດ ຂອງເນື້ອຄວາມ ວິທີການແປຄຳນີ້ສາມາດທັງໝົດ "ຕາຍນິລັນດອນ" ຫຼື "ຖືກລົງໂທດໃນນາລົກ" ຫຼື "ຖືກທຳລາຍ"
- ໃຫ້ແນ່ໃຈວ່າເມື່ອແປຄຳວ່າ "ຈິບຫາຍ" ສາມາດມີຄວາມໝາຍວ່າຢູ່ໃນນາລົກຊົ່ວນິລັນດອນ ບໍ່ໄດ້ມີໝາຍຄວາມວ່າ "ຢຸດທີ່ຈະມີຊີວິດຢູ່"
ຊອກຫາ, ສະແຫວງຫາ
ຄຳວ່າ "ສະແຫວງຫາ" ໝາຍເຖິງຊອກຫາສິ່ງໃດສິ່ງໜຶ່ງ ຫລືບາງຄົນ.ຖືກ ຄວາມເຄັ່ງຕຶງທີ່ຜ່ານມາແມ່ນ "ສະແຫວງຫາ." ມັນຍັງສາມາດໝາຍຄວາມວ່າ "ພະຍາຍາມຢ່າງຫນັກ" ເພື່ອຊອກຫາບາງສິ່ງບາງຢ່າງ.
- ການ“ ສະແຫວງຫາ” ຫລື“ ຊອກຫາ” ໂອກາດ ໝາຍຄວາມວ່າ“ ພະຍາຍາມຫາເວລາ” ເພື່ອເຮັດສິ່ງໃດໜຶ່ງໂດຍສະເພາະເພື່ອຈະແຈ້ງ.
- ການ“ ສະແຫວງຫາ ພຮະເຈົ້າຢາເວ” ໝາຍຄວາມວ່າ“ ໃຊ້ເວລາແລະ ຊອກຫາພຣະເຈົ້າເຢເວເພື່ອຮູ້ຈັກ ແລະຮຽນຮູ້ທີ່ຈະເຊື່ອຟັງພະອົງ.”
- "ສະແຫວງຫາການປົກປ້ອງ" ໝາຍຄວາມວ່າ "ພະຍາຍາມຊອກຫາບຸກຄົນຫຼືສະຖານທີ່ທີ່ຈະປົກປ້ອງທ່ານຈາກໄຟອັນຕະລາຍ."
- ການ“ ສະແຫວງຫາຄວາມຍຸດຕິທຳ” ໝາຍຄວາມວ່າ“ ພະຍາຍາມທີ່ຈະເຫັນຄົນອື່ນຖືກປະຕິບັດຢ່າງທ່ຽງທຳ ຫຼື ຍຸດຕິທຳ.” ການ“ ສະແຫວງຫາຄວາມຈິງ” ໝາຍຄວາມວ່າ“ ພະຍາຍາມຄົ້ນຫາຄວາມຈິງ”. ການ“ ສະແຫວງຫາຄວາມເມດຕາຄວາມຊອບທຳ” ໝາຍ ຄວາມວ່າ“ ພະຍາຍາມທີ່ຈະໄດ້ຮັບຄວາມເມດຕາຄວາມຊອບທຳ” ຫລື“ເຮັດສິ່ງຕ່າງໆທີ່ຈະເຮັດໃຫ້ຜູ້ໃດຜູ້ໜຶ່ງຊ່ວຍທ່ານ.”
ຊອບທຳ, ຄວາມຊອບ ທຳ
ຄຳ ວ່າ "ຊອບ ທຳ" ແລະ "ຄວາມຊອບ ທຳ" ໝາຍ ເຖິງຄວາມດີ, ຄວາມຍຸດຕິທຳ, ຄວາມສັດຊື່ແລະຄວາມຮັກຂອງພະເຈົ້າ. ເພາະວ່າພະເຈົ້າທ່ຽງ ທຳ ລາວຕ້ອງຕັດສິນລົງໂທດບາບ. * ຂໍ້ກຳນົດເຫຼົ່ານີ້ຍັງຖືກນຳໃຊ້ເລື້ອຍໆເພື່ອພັນລະນາຄົນທີ່ເຊື່ອຟັງພະເຈົ້າແລະມີສິນລະທຳ. ເຖິງຢ່າງໃດກໍ່ຕາມ, ຍ້ອນວ່າທຸກຄົນໄດ້ເຮັດບາບ, ບໍ່ມີໃຜຍົກເວັ້ນພຣະເຈົ້າທີ່ຊອບທຳ ໝົດ. * ຕົວຢ່າງຂອງຄົນທີ່ພຣະຄຳພີເອີ້ນວ່າ "ຊອບທຳ" ປະກອບມີໂນເອ, ໂຢບ, ອັບຣາຮາມ, ຊາກາລີ, ແລະເອລີຊາເບັດ. *ເມື່ອຜູ້ຄົນໄວ້ວາງໃຈໃນພຣະເຢຊູເພື່ອຊ່ວຍພວກເຂົາ, ພຣະເຈົ້າໄດ້ ຊຳ ລະລ້າງພວກເຂົາຈາກບາບຂອງພວກເຂົາແລະປະກາດວ່າພວກເຂົາເປັນຄົນຊອບ ທຳ ໂດຍອີງໃສ່ຄວາມຊອບ ທຳ ຂອງພຣະເຢຊູ.
ຄຳແນະນຳໃນການແປ
- ເມື່ອກ່າວເຖິງພຣະເຈົ້າ, ຄຳວ່າ "ຊອບທຳ" ສາມາດຖືກແປວ່າ "ດີເລີດແລະທ່ຽງທຳ" ຫລື "ປະຕິບັດຢ່າງຖືກຕ້ອງສະເໝີ ໄປ." "ຄວາມຊອບ ທຳ" ຂອງພະເຈົ້າຍັງສາມາດແປເປັນ "ຄວາມຊື່ສັດທີ່ສົມບູນແບບແລະຄວາມດີງາມ." ເມື່ອເວົ້າເຖິງຄົນທີ່ເຊື່ອຟັງພຣະເຈົ້າ, ຄຳວ່າ "ຊອບທຳ" ຍັງສາມາດແປວ່າ "ສົມບັດສິນທຳ" ຫລື "ທ່ຽງທຳ" ຫລື "ດຳລົງຊີ ວິດທີ່ເຮັດໃຫ້ພະເຈົ້າພໍໃຈ."
- ປະໂຫຍກທີ່ວ່າ "ຄົນຊອບ ທຳ" ຍັງສາມາດແປເປັນ "ຄົນຊອບ ທຳ" ຫລື "ຄົນທີ່ເຄົາລົບພຣະເຈົ້າ."
- ອີງຕາມສະພາບການ, "ຄວາມຊອບທຳ" ຍັງສາມາດແປດ້ວຍ ຄຳສັບຫລືປະໂຫຍກທີ່ມີຄວາມໝາຍວ່າ "ຄວາມດີ" ຫລື "ດີ ເລີດຕໍ່ໜ້າພຣະເຈົ້າ" ຫລື "ປະຕິບັດໃນທາງທີ່ຖືກຕ້ອງໂດຍການເຊື່ອຟັງພະເຈົ້າ" ຫລື "ເຮັດດີຢ່າງສົມບູນ
- ບາງຄັ້ງ "ຄົນຊອບທຳ" ຖືກໃຊ້ເປັນຕົວເລກແລະໝາຍເຖິງ "ຄົນທີ່ຄິດວ່າຕົນເປັນຄົນດີ" ຫລື "ຄົນທີ່ເບິ່ງຄືວ່າເປັນຄົນຊອບ ທຳ."
ຊອບທຳ, ບໍ່ຊອບທຳ
ຄຳວ່າ“ ບໍ່ຊອບທຳ” ໝາຍຄວາມວ່າເປັນຄົນບາບແລະຜິດສິນລະ ທຳ. "ຄວາມບໍ່ຊອບທຳ" ໝາຍ ເຖິງບາບຫລືສະພາບຂອງການເຮັດບາບ.
- ຂໍ້ກຳນົດເຫຼົ່ານີ້ໂດຍສະເພາະໝາຍເຖິງການດຳເນີນຊີວິດໃນແນວທາງທີ່ບໍ່ເຊື່ອຟັງຄຳສອນແລະ ຄຳສັ່ງຂອງພຣະເຈົ້າ.
- ຄົນທີ່ບໍ່ຊອບທຳເປັນຄົນຂາດສິນທຳໃນຄວາມຄິດ ແລະການກະທຳຂອງເຂົາ.
- ບາງຄັ້ງ“ ຄົນບໍ່ຊອບທຳ” ໝາຍ ເຖິງຄົນທີ່ບໍ່ເຊື່ອໃນ ພຣະ ເຢຊູ.
ຄຳແນະນຳໃນການແແປ
- ຄຳສັບນີ້ອາດຈະຖືກແປເປັນ "ບໍ່ຊອບທຳ."
- ອີງຕາມສະພາບການ, ວິທີອື່ນໃນການແປພາສານີ້ອາດປະ ກອບມີ, "ຄົນຊົ່ວ" ຫລື "ຜິດສິນລະທຳ" ຫລື "ຄົນທີ່ກະບົດຕໍ່ພຣະເຈົ້າ" ຫລື "ບາບ". *ປະໂຫຍກທີ່ວ່າ "ຄົນບໍ່ຊອບ ທຳ" ສາມາດຖືກແປວ່າ "ຄົນຜິດສີນລະທຳທຳ."
- ຄຳວ່າ "ຄວາມບໍ່ຊອບທຳ" ສາມາດຖືກແປວ່າ "ບາບ" ຫລື "ຄວາມຄິດແລະການກະທຳທີ່ຊົ່ວຮ້າຍ" ຫລື "ຄວາມຊົ່ວຮ້າຍ".
- ຖ້າເປັນໄປໄດ້, ມັນດີທີ່ສຸດທີ່ຈະແປເລື່ອງນີ້ໃນແບບທີ່ສະແດງໃຫ້ເຫັນຄວາມສຳພັນຂອງມັນກັບ "ຄວາມຊອບທຳ, ຊອບທຳ".
ຊະນິດ,ຫລາຍຊະນິດ
ຄຳວ່າ "ຊະນິດ" ແລະ "ຫລາຍຊະນິດ" ອ້າງເຖິງກຸ່ມຫລືປະເພດຂອງສິ່ງຕ່າງໆທີ່ກ່ຽວຂ້ອງກັນໂດຍຄຖນລັກສະນະພິເສດຮ່ວມກັນ. * ໃນພຣະຄຳພີ ຄຳນີ້ໃຊ້ສະເພາະເພື່ອອ້າງອິງປະເພດທີ່ແຕກຕ່າງກັນຂອງຕົ້ນໄມ້ແລະສັດຕ່າງໆ ທີ່ພຣະເຈົ້າຊົງເນຣະມິດສ້າງໂລກນີ້. * ຫລາຍເທື່ອທີ່ມີຄວາມແຕກຕ່າງຫລາກຫລາຍຫລືຫລາຍສາຍພັນ ທີ່ຢູ່ໃນແຕ່ລະ "ຊະນິດ" ຕົວຢ່າງເຊັ່ນ ມ້າ, ມ້າລາຍ ແລະລາ ລ້ວນເປັນສັດທີ່ຢູ່ໃນ "ຊະນິດ" ດຽວກັນ ແຕ່ແຕກຕ່າງສາຍພັນ. * ສິ່ງສຳຄັນຄືການຈຳແນກແຕ່ລະ "ຊະນິດ" ອອກເແັນກຸ່ມຕ່າງຫາກຊຶ່ງຫມາຍເຸຖິງສະມາຊິກຂອງກຸ່ມນັ້ນທີ່ສາມາດແຜ່ພັນສິ່ງທີ່ເປັນ "ຊະນິດ" ດຽວກັນໄດ້ຫລາຍຂຶ້ນອີກ ສະມາຊິກຕ່າງສາຍພັນບໍ່ສາມາດເຮັດສິ່ງນີ່ຕໍ່ກັນ.
ຄຳແນະນຳໃນການແປ
- ວິທີການແປ ຄຳ ສັບນີ້ອາດປະກອບມີ "ຊະນິດ" ຫຼື "ຊັ້ນ" ຫລື "ກຸ່ມ" ຫຼື "ສັດ.
ຊະເຕຟາໂນ
ຊະເຕຟາໂນໄດ້ຖືກຈົດຈຳຫລາຍທີ່ສຸດວ່າເປັນຄຣິສຕຽນຄົນທຳອິດ ທີ່ຖືກຂ້າຕາຍເພາະເຊື່ອໃນພຣະເຢຊູ, ຄວາມຈິງແລ້ວກ່ຽວກັບຊີວິດແລະຄວາມຕາຍຂອງລາວໄດ້ຖືກບັນທຶກໄວ້ໃນພຣະທຳກິດຈະການ.
- ຊະເຕຟາໂນໄດ້ຮັບການແຕ່ງຕັ້ງໂດຍຄຣິສຈັກຍຸກທຳອິດໃນກຸງເຢຣູຊາເລັມໃຫ້ຮັບໃຊ້ຄຣິສຕຽນໃນຖານະເປັນຜູ້ປົກຄອງເພື່ອຈັດຕຽມອາຫານສຳລັບແມ່ໝ້າຍແລະຄຣິສຕຽນຄົນອື່ນໆທີ່ຕ້ອງການຄວາມຊ່ວຍເຫລືອ.
- ຊາວຢິວບາງຄົນໄດ້ກ່າວຫາຊະເຕຟາໂນໂດຍບໍ່ແມ່ນຄວາມຈິງ ວ່າລາວຕໍ່ຕ້ານພຣະເຈົ້າແລະພຣະບັນຍັດຂອງພຣະເຈົ້າທີ່ໂມເຊນຳມາ.
- ຊະເຕຟາໂນໄດ້ເວົ້າຄວາມຈິງຢ່າງກ້າຫານກ່ຽວກັບພຣະເຢຊູພຣະເມຊີອາ ເລີ່ມຕົ້ນຈາກປະຫວັດສາດຂອງການປະຕິບັດຂອງພຣະເຈົ້າກັບປະຊາຊົນອິດສະຣາເອນ.
- ຜູ້ນຳຊາວຢິວໂກດແຄ້ນຊະເຕຟາໂນຫລາຍແລະພວກເຂົາໄດ້ແກວ່ງກ້ອນຫີນໃສ່ລາວຢູ່ນອກເມືອງຈົນຕາຍ.
- ການຖືກປະຫານຊີວິດຂອງລາວໄດ້ຖືກເປັນພະຍານໂດຍໂຊໂລ, ເຊິ່ງຕໍ່ມາໄດ້ເປັນອັກຄະສາວົກໂປໂລ.
- ຊະເຕຟາໂນຍັງເປັນຄົນທີ່ຮູ້ຈັກກັນດີດ້ວຍຄຳເວົ້າສຸດທ້າຍຂອງລາວກ່ອນທີ່ລາວຈະເສຍຊີວິດວ່າ "ອົງພຣະຜູ້ດປັນດຈົ້າ ຂໍໂຜດຢ່າຊົງຖືໂທດພວກເຂົາເພາະບາບນີ້".
ຊັກຂ່າຍ
ຊັກຂ່າຍ ເປັນຄົນກັບພາສີຈາກ ເມືອງເຢຣິໂກ ຜູ້ໄດ້ປີນຂື້ນຕົ້ນໄມ້ເພື່ອຈະສາມາດຫລຽວເຫັນພຣະເຢຊູຜູ້ທີ່ຖືກລ້ອມຮອບໂດຍຝູງປະຊາຊົນຈຳນວນຫລວງຫລາຍ * ຊັກຂ່າຍ ໄດ້ປ່ຽນໄປຍ່າງສີ້ນເຊີງເມື່ອລາວໄດ້ເຊື່ອໃນພຣະເຢຊູ * ລາວໄດ້ສຳນຶກຜິດໃນຄວາມບາບຂອງລາວທີ່ໄດ້ຫລອກລວງປະຊາຊົນ ແລະໄດ້ສັນຍາວ່າຈະໃຫ້ຊັບສົມບັດຂອງລາວເຄິ່ງນຶ່ງແກ່ຄົນຍາກຈົນ * ລາວຍັງໄດ້ສັນຍາວ່າລາວຈະຈ່າຍເງິນຄືນໃຫ້ກັບປະຊາຊົນຈຳນວນສີ່ເທົ່າຕາມຈຳນວນທີ່ລາວໄດ້ເກັບພາສີຂອງພວກເຂົາເກີນຈຳນວນ
ຊາດົກ
ຊາດົກເປັນຊື່ຂອງມະຫາປະໂລຫິດຄົນສຳຄັນໃນອິດສະຣາເອນໃນຣັດສະໃໝການປົກຄອງຂອງກະສັດດາວິດ
- ເມື່ອອັບຊາໂລມໄດ້ກະບົດຕໍ່ກະສັດດາວິດ ຊາດົກໄດ້ສະນັບສະໜຸນດາວິດແລະໄດ້ຊ່ວຍນຳຫີບພັນທະສັນຍາ ໄປຍັງກຸງເຢລູຊາເລັມ
- ຫລາຍປີຕໍ່ມາລາວໄດ້ມີສ່ວນຮ່ວມໃນພິທີສະຖາປະນາຊາໂລມ ສະຖາປານາລູກຊາຍຂອງດາວິດໃຫ້ເປັນກະສັດ
- ຊາຍສອງຄົນທີ່ຕ່າງກັນ ທີ່ມີຊື່ຊາດົກໄດ້ຊ່ວຍສ້າງກຳແພງກຸງເຢຣູຊາເລັມຂື້ນໃຫມ່ໃນຊ່ວງເວລາຂອງເນເຫມີ *ຊາດົກເປັນຊື່ຂອງປູ່ ຂອງກະສັດໂຍທາມ
ຊາຕານ ,ມານ, ຜູ້ຊົ່ວຮ້າຍ
ມານເປັນວິນຍານຫນື່ງທີ່ພຣະເຈົ້າໄດ້ຊົງເນລະມິດສ້າງຂື້ນມາ(ຊື່ງເຄີຍເປັນທູດສະຫວັນທີມີຕ່ຳແຫນງສູງ)ແຕ່ມັນໄດ້ກະບົດຕໍ່ພຣະເຈົ້າແລະກາຍມາເປັນສັດຕູຂອງພຣະເຂົ້າ ມານຍັງຖືກເອີ້ນອີກຊື່ວ່າ”ຊາຕານ”ແລະ”ຜູ້ຊົ່ວຮ້າຍ
ມານກຽດຊັງພຮະເຈົ້າແລະທຸກສິ່ງທີ່ພຣະເຈົ້າຊົງເນລະມິດສ້າງ ເພາະມັນຍາກແທນຕ່ຳແຫນ່ງຂອງພຣະເຈົ້າ ແລະຍາກໄດ້ຮັບການນະມັດສະການເໝືອນກັບພຮະເຈົ້າ * ຊາຕານທົດລອງມະນຸດໃຫ້ກະບົດຕໍ່ພຣະເຈົ້າ * ພຣະເຈົ້າປະທານພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າເພື່ອຊ່ວຍກູ້ມະນຸດຈາກການຄວບຄຸມຂອງຊາຕານ ຊື່ຂອງ ”ຊາຕານ”ມີຄວາມຫມາຍວ່າ”ປໍລະປັກ”ຫລື”ສັດຕູ” * ຄຳວ່າ ”ມານ” ມີຄວາມຫມາຍວ່າ ”ຜູ້ກ່າວໂທດ”
ຄຳແນະນຳໃນການແປ
- ຄຳວ່າ”ມານ” ສາມາດແປວ່າ”ຜູ້ກ່າວໂທດ” ຫລື”ຜູ້ຊົ່ວຮ້າຍ” ຫລຶ”ເຈົ້າແຫ່ງວິນຍານຊົ່ວທັງຫລາຍ ”ຫລື” ”ຫົວຫນ້າວິນຍານຊົ່ວ” ຊາຕານ ”ສາມາດແປວ່າ “ຝ່າຍຕົງກັນຂ້າມ ”ຫລື “ປໍລະປັກ”ຫລື ”ຊື່ອື່ນໆທີ່ສະແດງວ່າມັນປັນມານ
- ຄຳເຫລົ່ານີ້ຄວນແປໃຫ້ຕ່າງຈາກຄຳວ່າປີສາດແລະວິນຍານຊົ່ວ
- ໃຫ້ພິຈາລະນາວ່າຄຳເຫລົ່ານີ້ແປວ່າຢ່າງໃດໃນທ້ອງຖິ່ນຫລືພາສາກາງ
ຊາມູເອນ
ຊາມູເອນເປັນຜູ້ປະກາດພຣະຄຳແລະເປັນຜູ້ປົກຄອງຄົນສຸດທ້າຍຂອງອິດສະຣາເອນ ເພິ່ນໄດ້ແຕ່ງຕັ້ງທັງຊາອູນແລະດາວິດໃຫ້ເປັນກະສັດເໜືອອິດສະຣາເອນ ຊາມູເອນໄດ້ເກີດມາຈາກເອນການາແລະນາງຮັນນາໃນເມືອງຣາມາ ນາງຮັນນາເປັນຍິງໝັນດັ່ງນັ້ນນາງຈຶ່ງອາທິຖານຢ່າງສັດຊື່ ຕໍ່ພຣະເຈົ້າແລ້ວພຣະເຈົ້າໄດ້ປະທານລູກຊາຍໃຫ້ແກ່ນາງຊື່ງຊາມູເອນກໍ່ເປັນຄຳຕອບທີ່ໄດ້ອາທິຖານໄວ້
*ນາງຮັນນາໄດ້ສັນຍາໄວ້ວ່າຫາກລຸກໄດ້ເກີດມາຕາມຄຳອາທິຖານຢ່າງບໍຄາດຫວັງຂອງຮັນນາທີ່ພຣະເຈົ້າໄດ້ປະທານບຸດຊາຍໃຫ້ແກ່ນາງ ເມື່ອຄຳອາທິຖານໄດ້ຮັບຄຳຕອບ ນາງຈະຖວາຍລູກຂອງນາງໃຫ້ແດ່ພຣະເຈົ້າຢາເວ * ເມື່ອຊາມູເອນຍັງເປັນເດັກ ນາງຮັນນາໄດ້ສົ່ງຊາມູເອນໃຫ້ໄປຊ່ວຍປະໂລຫິດເອລີໃນພຣະວິຫານເພື່ອເຮັດໃຫ້ຄຳໝັ້ນສັນຍາຂອງນາງຕໍ່ພຣະເຈົ້ເປັນຈິງ * ພຣະເຈົ້າໄດ້ຊົງແຕ່ງຕັ້ງຊູາມູເອນໃຫ້ເປັນຜູ້ປະກາດພຣະຄຳທີ່ຍິ່ງໃຫຍ່ສຳລັບພຣະອົງ
ຊາຣາ ,ຊາຣາຍ
ຊາຣາເປັນເມຍຂອງອັບຣາຮາມ ຊື່ເດີມຂອງນາງຄື”ຊາຣາຍ”ແຕ່ພຣະເຈົ້າຊົງປ່ຽນຊື່ໃຫ້ນາງໃຫມ່ວ່າ“ຊາຣາ” *ຊາຣາໃຫ້ກຳເນີດລູກຊາຍຕາມທີ່ພຣະເຈົ້າຊົງໃຫ້ພຣະສັນຍນາໄວ້ກັບນາງແລະອັບຣາຮາມ
ຊາວຊີໂດນ
ຊາວຊີໂດນເປັນລູກກົກຂອງການາອານ ຍັງມີເມືອງຂອງຄົນການາອານທີ່ເອີ້ນວ່າຊີໂດນດ້ວຍ, ເມືອງນີ້ອາດຈະຕັ້ງຊື່ຕາມລູກຊາຍຂອງການາອານ.
-
ເມືອງຊີໂດນຕັ້ງຢູ່ທາງທິດຕະເວັນຕົກຊຽງເໜືອຂອງອິດສະຣາເອນເທິງຊາຍຝັ່ງທະເລເມດີເເຕເຣເນ ປະຈຸບັນນີ້ເປັນປະເທດ ເລບານອນ.
-
"ຊາວຊີໂດນ" ແມ່ນກຸ່ມຊາວຟີນີເຊຍທີ່ອາໃສຢູ່ໃນເມືອງຊີໂດນບູຮານແລະໃນແຖບບໍລິເວນອ້ອມຮອບນັ້ນ.
-
ໃນພຣະຄຳພີ ຊີໂດນມີຄວາມສຳພັນທີ່ດີກັບເມືອງທາຍ, ແລະຄົນທັງສອງເມືອງນີ້ກໍມີຊື່ສຽງໂດ່ງດັງໃນການປະພຶດຜິດສິນລະທຳ.
ຊາວຟິລິດສະຕິນ
ຊາວຟິລິດສະຕິນຄືກຸ່ມຊົນຊາດຊຶ່ງໄດ້ຄອບຄອງແຄວ້ນຊຶ່ງມີຊື່ວ່າຟິລິດສະຕິນຊຶ່ງຕັ້ງຢູ່ຕິດກັບຊາຍຝັ່ງຂອງທະເລເມດິເຕເລເນ ຄຳວ່າຟິລິດສະຕິນນັ້ນມີຄວາມໝາຍ ວ່າ "ປະຊາຊົນແຫ່ງທະເລ"
- ເມືອງໃຫຍ່ຟິລິດສະຕິນ ໄດ້ແກ່ ເມືອງອັດໂດດ ເມືອງອັດເຄໂລນ ເມືອງເອໂຄນ ເມືອງກັດ ແລະເມືອງກາຊາ
- ເມືອງອັດໂດດຢູ່ທາງຕອນເໜືອຂອງຟິລິດສະຕິນ ສ່ວນເມືອງກາຊານັ້ນຢູ່ທາງຕອນໃຕ້
- ຊາວຟິລິດສະຕິນ ບາງທີຮູ້ຈັກກັນດີໃນເລື່ອງຂອງການສູ້ລົບກັບຊາວອິດສະລາເອນເປັນເວລາຫຼາຍປີ
- ຜູ້ທຳນວຍແຊມສັນເປັນນັກລົບທີ່ມີຊື່ສຽງເຊີ່ງໄດ້ກໍ່ການຕໍ່ສູ້ກັບຊາວຟິລິດສະຕິນໂດຍໃຊ້ພະລັງເໜືອທຳມະຊາດທີ່ພຣະເຈົ້າປະທານໃຫ້
- ກະສັດດາວິດຫລາຍເທື່ອໄດ້ນຳກອງທັບໃນການສູ້ລົບກັບຊາວຟິລິດສະຕິນ ທັງໝົດໄປເຖິງຄັ້ງເມື່ອພະອົງຍັງຊົງເປັນເດັກນ້ອຍ ພະອົງໄດ້ປາບນັກລົບຊາວຟິລິດສະຕິນຊື່ວ່າໂກລິອາດ
ຊາວເມເດຍ, ເມເດຍ
ເມເດຍ ເປັນຈັກກະພັດບູຮານທີ່ຕັ້ງຢູ່ທາງທິດຕາເວັນອອກຂອງອັດຊີເຣຍ ແລະ ບາບີໂລນ, ແລະທາງທິດເໜືອຂອງເອລາມແລະເປີເຊຍ. ປະຊາຊົນທີ່ອາໃສຢູ່ໃນຈັກກະພັດເມເດຍ ຈະຖືກເອິ້ນວ່າເປັນ "ຊາວເມເດຍ."
- ເມເດຍ ເປັນເຂດແດນທີ່ກວມເອົາເນື້ອທີ່ຂອງປະເທດຕຸລະກີ, ອີຣ່ານ, ຊີເຣຍ, ອີຣັກ, ແລະ ອັຟການິສະຖານ.
- ຊາວເມເດຍ ມີຄວາມສຳພັນໃກ້ຊິດກັບຊາວເປີເຊຍ ແລະທັງສອງຈັກກະພັດນີ້ ໄດ້ລວມກຳລັງທະຫານເຂົ້າກັນ ເພື່ອເອົາຊະນະຈັກກະພັດບາບີໂລນ.
- ດາຣີອຸດ ຊາວເມເດຍ ໄດ້ໄປຮຸກຮານບາບີໂລນ ໃນໄລຍະເວລາທີ່ຜູ້ທຳນວາຍດານີເອນ ໄດ້ອາໃສຢູ່ທີ່ນັ້ນ.
ຊາອູນ, (ພັນທະສັນຍາເດີມ)
ຊາອູນເປັນຜູ້ຊາຍ ເປັນຊາວອິດສະຣາເອນຄົນຫນື່ງ ຜູ້ຊຶ່ງພຣະເຈົ້າໄດ້ຊົງເລືອກໃຫ້ເປັນກະສັດຄົນທຳອິດຂອງຊົນຊາດອີດສະຣາເອນ
*ຊາອູນເປັນຄົນທີ່ມີຮູບຮ່າງສູງແລະຫນ້າຕາງາມ ແລະເປັນທະຫານທີເກັ່ງກ້າ ເຂົາເປັນຄົນປະເພດທີ່ຊົນຊາດອິດສະຣາເອນຕ້ອງການໃຫ້ເປັນກະສັດຂອງພວກເຂົາ * ເຖິງແມ່ນວ່າເພິ່ນໄດ້ຮັບໃຊ້ພຣະເຈົ້າໃນຕອນແລກດີ ແຕ່ຕໍ່ມາຊາອູນກາຍເປັນຄົນຈອງຫອງແລະບໍ່ເຊື່ອຟັງພຣະເຈົ້າ ຜົນທີ່ຕາມມາຄືພຣະເຈົ້າໄດ້ຊົງແຕ່ງຕັ້ງດາວີດໃຫ້ເປັນກະສັດແທນທີຊາອູນແລະພຣະເຈົ້າໃຫ້ຊາອູນຖືກຂ້າຕາຍໃນສະນາມຮົບ * ໃນພຣະສັນຍາໃຫມ່ ມີຜູ້ຊາຍຊາວຢີວຄົນຫນື່ງຊື່ວ່າໂຊໂລ ທີ່ເປັນທີ່ຮູ້ຈັກກັນໃນນາມໂປໂລແລະໄດ້ກາຍມາເປັນອັກຄະສາວົກຂອງພຣະເຢຊູຄຣິດ
ຊຳລະໃຫ້ບໍລິສຸດ ,ການຊຳລະໃຫ້ບໍລິສຸດ
ການຊຳລະໃຫ້ບໍລິສຸດຄືການແຍກອອກຫລືເຮັດໃຫ້ບໍລິສຸດ ການຊຳລະໃຫ້ບໍລິສຸດເປັນຂະບວນການທີ່ຈະທຳໃຫ້ບໍລິສຸດ *ໃນພຣະສັນຍາເດີມປະຊາຊົນບາງຄົນ ແລະບາງສິ່ງໄດ້ຮັບການຊຳລະໃຫ້ບໍລິສຸດ ຫລືໄດ້ແຍກອອກ ເພື່ອຮັບໃຊ້ພຣະເຈົ້າ
- ໃນພຣະສັນຍາໃຫມ່ ສອນວ່າພຣະເຈົ້າຊົງຊຳລະປະຊາກອນທີ່ເຊື່ອໃນພຣະເຢຊູຄຣິດເຈົ້າໃຫ້ບໍລິສຸດ ເພື່ອວ່າພຣະອົງຊົງຊຳລະພວກເຂົາໃຫ້ບໍລິສຸດແລະແຍກພວກເຂົາອອກມາ ເພື່ອໃຫ້ຮັບໃຊ້ພຣະອົງ
- ບັນດາຜູ້ທີ່ເຊື່ອ ໃນພຣະເຢຊູ ໄດ້ຮັບຄຳບັນຊາໃຫ້ຮັບການຊຳລະຕົນໃຫ້ບໍລິສຸດຕໍ່ພຣະເຈົ້າ ເພື່ອໃຫ້ທຸກສິ່ງທີ່ພວກເຂົາກະທຳບໍລິສຸດ
ຄຳແນະນຳໃນການແປ
*ຂື້ນຢູ່ກັບບໍລິບົດ ຄຳວ່າ ”ຊຳລະໃຫ້ບໍລິສຸດ”ສາມາດແປວ່າ” ”ຖືກແຍກອອກ”ຫລື”ເຮັດໃຫ້ສັກສິດ”ຫລື”ເຮັດໃຫ້ບໍລິສົດ” * ເມື່ອປະຊາຊົນຊຳລະຕົວໃຫ້ບໍລິສຸດ ຫມາຍຄວາມວ່າພວກເຂົາບໍລິສຸດແລະອຸທິດຖວາຍຕົວຕໍ່ການຮັບໃຊ້ພຣະເຈົ້າ ຫລາຍຄັ້ງ”ຄຳວ່າ”ການປຸກເສກ”ກໍ່ໄດ້ໃຊ້ໃນພຣະຄຳພີສຳລັບຄວາມຫມາຍນີ້ດ້ວຍ * ດ້ວຍຄວາມຫມາຍຂອງຄຳວ່າ ”ການປຸກເສກ” ຄຳນີ້ຄວນແປວ່າ”ອຸທິດຕົວໃຫ້ບາງຄົນ
ຊີນາ
ຊີນາໝາຍຄວາມວ່າ "ປະເທດທີ່ມີແມ່ນໍ້າສອງສາຍ" ແລະເປັນຊື່ຂອງພື້ນທີ່ຮາບພຽງຫລືແຄ້ວນທີ່ຢູ່ທາງໃຕ້ຂອງເມໂສໂປຕາເມຍ.
- ຊີນາ ຕໍ່ມາ ໄດ້ກາຍເປັນທີ່ຮູ້ຈັກກັນວ່າ "ເຄນເດຍ" ແລະຕໍ່ມາເປັນ, "ບາບີໂລນ."
- ຄົນສະໄໝບູຮານອາໄສຢູ່ໃນເມືອງ ບາເບນ ໃນທີ່ຮາບພຽງຂອງຊີນາໄດ້ສ້າງຫໍຄອຍທີ່ສູງເພື່ອໃຫ້ພວກເຂົາມີຊື່ສຽງ.
- ຄົນລຸ່ນຕໍ່ມາອີກຫລາຍຊົ່ວຄົນ, ພັນພະບູລົດຂອງຊາວຢິວຄື ອັບຣາຮາມໄດ້ອາໄສຢູ່ທີ່ເມືອງອູເຣໃນແຄ້ວນນີ້ ທີ່ເອີ້ນຕາມເວລານັ້ນວ່າ "ເຄນເດຍ."
ຊີນາຍ, ພູເຂົາຊີນາຍ
ພູເຂົາຊີນາຍເປັນຊື່ຂອງພູເຂົາທີ່ອາດຈະຢູ່ທາງສ່ວນທາງພາກໃຕ້ທີ່ປະຈຸບັນນີ້ເອີ້ນວ່າຄາບທະເລຊີນາຍ. ແລະເປັນທີ່ຮູ້ຈັກກັນໃນຊື່ "ພູເຂົາໂຮເຣບ." ດ້ວຍ
-
ພູເຂົາຊີນາຍເປັນສ່ວນໜຶ່ງຂອງພູເຂົາທະເລຊາຍ, ທີ່ມີຂະໜາດໃຫຍ່.
-
ຊາວອິດສະຣາເອນໄດ້ມາຍັງພູເຂົາຊີນາຍໃນຂະນະທີ່ພວກເຂົາເດິນທາງອອກຈາກເອຢິບເພື່ອໄປຢັງແຜ່ນດິນທີ່ຊົງສັນຍາ.
-
ພຣະເຈົ້າໄດ້ປະທານບັນຍັດສິບປະການເທິງພູເຂົາຊີນາຍ.
ຊີລາ, ຊີວານັດ
ຊີລາເປັນຜູ້ນໍາຄົນໜຶ່ງໃນທ່າມກາງກຸ່ມຜູ້ເຊື່ອໃນນະຄອນເຢຣູຊາເລັມ.
-
ຜູ້ປົກຄອງທັງຫລາຍຂອງຄຣິສຕະຈັກໃນນະຄອນເຢຣູຊາເລັມ ໄດ້ແຕ່ງຕັ້ງຊີລາໃຫ້ເດິີນທາງໄປກັບໂປໂລແລະບາຣະນາບາເພື່ອນຳຈົດໝາຍໄປຍັງເມືອງອັນຕີໂອເຂຍ.
-
ຕໍ່ມາຊີລາໄດ້ເດີນທາງຮ່ວມກັບອາຈານໂປໂລໄປຍັງເມືອງຕ່າງໆເພື່ອສອນຜູ້ຄົນໃນເລື່ອງພຣະເຢຊູ.
-
ໂປໂລແລະຊີລາໄດ້ຖືກຂັງຄຸກໃນເມືອງຟີລິບປອຍ ພວກເຂົາໄດ້ສັນລະເສີນພຣະເຈົ້າໃນຂະນະທີ່ພວກເຂົາຕິດຄຸກຢູ່ນັ້ນ ແລະພຣະເຈົ້າໄດ້ຊົງປ່ອຍພວກເຂົາອອກຈາກຄຸກ ທະຫານເຝົ້າຄຸກຈຶ່ງກັບໃຈມາເປັນຄຣິສຕຽນ ເຊິ່ງຜົນມາຈາກຄຳພະຍານຂອງພວກເຂົາ.
ຊີລີເຊັຍ
ຊີລີເຊັຍເປັນແຄ້ວນນອ້ຍໆ ຂອງໂຣມ ຕັ້ງຢູ່ທາງຕອນໃຕ້ຊຶ່ງໃນປະຈຸບັນນີ້ເປັນປະເທດຕູຣາກີ ແຄ້ວນນີ້ຢູ່ຕິດກັບທະເລ ອີຈຽນ. * ອັກຄະສາວົກໂປໂລເປັນພົນລະເມືອງຂອງເມືອງທາຊັນທີ່ ຕັ້ງຢູ່ໃນແຄ້ວນຊີລີເຊັຍ. * ໂປໂລໃຊ້ເວລາຫລາຍປີໃນແຄ້ວນຊີລິເຊັຍຫັລງຈາກທີ່ທ່ານໄດ້ພົບກັບພຣະເຢຊູໃນຖນົນທີ່ໄປຍັງເມືອງດາມັສກັດ. * ພວກຢິວບາງຄົນຈາກແຄ້ວນຊີລີເຊັຍຢູ່ໃນພວກຄົນທີ່ປະເຊີນຫນ້າກັບສເຕຟາໂນແລະຍຸຍົງໃຫ້ປະຊາຊົນເອົາກອ້ນຫີນ ແກວ່ງໃສ່ເຂົາຈົນຕາຍ.
ຊີວິດ, ມີຊີວິດ, ການມີຊີວິດ, ການອາໄສຢູ່
ຂໍ້ກຳນົດທັງໝົດເຫຼົ່ານີ້ໝາຍເຖິງການມີຊີວິດທາງຮ່າງກາຍ, ບໍ່ແມ່ນການຕາຍ. ຄຳສັບເຫລົ່ານີ້ຍັງຖືກນຳ ໃຊ້ເປັນຕົວເລກເພື່ອໝາຍເຖິງການມີຊີວິດທາງວິນຍານ. ຕໍ່ໄປນີ້ຈະເວົ້າເຖິງຄວາມໝາຍຂອງຊີວິດທາງຮ່າງກາຍແລະຊີວິດທາງວິນຍານ.
ຄຳແນະນຳໃນການແປ
- ອີງຕາມສະພາບການ "ຊີວິດ" ສາມາດແປເປັນ "ການມີຊີວິດ " ຫລື " ຄົນ " ຫລື " ຈິດວິນຍານ " ຫຼື " ການເປັນ " ຫຼື " ປະສົບການ. "
- ຄຳວ່າ “ ມີຊີວິດ ” ສາມາດແປໄດ້ໂດຍ “ ຢູ່ ” ຫລື “ ອາໄສຢູ່ ” ຫລື “ ມີຢູ່. ”
- ສຳນວນທີ່ວ່າ " ສິ້ນສຸດຊີວິດຂອງລາວ " ສາມາດແປເປັນ " ໃນເວລາທີ່ລາວຢຸດດຳລົງຊິວິດ. "
- ສຳນວນທີ່ວ່າ " ໄວ້ຊີວິດຂອງພວກເຂົາເຈົ້າ " ສາມາດຖືກແປເປັນ " ອະນຸຍາດໃຫ້ພວກເຂົາມີຊີວິດຢູ່ " ຫຼື " ບໍ່ໄດ້ຂ້າພວກເຂົາ. "
- ສຳນວນທີ່ວ່າ " ພວກເຂົາໄດ້ສ່ຽງຊີວິດຂອງພວກເຂົາ " ສາມາດແປເປັນ "ພວກເຂົາວາງຕົວເອງຢູ່ໃນອັນຕະລາຍ" ຫຼື " ພວກເຂົາໄດ້ເຮັດບາງສິ່ງບາງຢ່າງທີ່ອາດເຮັດໃຫ້ພວກເຂົາຕາຍ."
- ເມື່ອຂໍ້ພຣະຄຳພີກ່າວເຖິງການມີຊີວິດທາງວິນຍານ, " ຊີວິດ " ສາມາດຖືກແປວ່າ " ຊີວິດທາງວິນຍານ" ຫລື " ຊີວິດນິລັນດອນ ", ຂື້ນກັບສະພາບການ.
- ແນວຄວາມຄິດຂອງ " ຊີວິດທາງວິນຍານ " ຍັງສາມາດຖືກແປວ່າ " ພຣະເຈົ້າເຮັດໃຫ້ພວກເຮົາມີຊີວິດຢູ່ໃນວິນຍານຂອງພວກເຮົາ " ຫລື " ຊີວິດໃໝ່ ໂດຍພຣະວິນຍານຂອງພຣະເຈົ້າ " ຫລື " ຖືກເຮັດໃຫ້ມີຊີວິດຢູ່ໃນຕົວເຮົາເອງພາຍໃນ."
- ອີງຕາມສະພາບການ, ສຳນວນທີ່ວ່າ " ໃຫ້ຊີວິດ " ກໍ່ອາດຈະຖືກແປເປັນ " ສາເຫດທີ່ຈະມີຊີວິດ " ຫລື " ໃຫ້ຊີວິດນິລັນດອນ " ຫລື " ສາເຫດທີ່ຈະມີຊີວິດຕະຫຼອດໄປ."
ຊີເຄມ
ຊີເຄມເປັນເມືອງທີ່ຢູ່ໃນການາອານເຊິ່ງຕັ້ງຢູ່ທາງພາກເໝືອຫ່າງຈາກເຢຣູຊາເລັມປະມານ 64 ກິໂລແມັດ ຊີເຄມຍັງເປັນຊື່ຂອງຜູ້ຊາຍຄົນໜຶ່ງໃນພຣະຄຳພິເດີມ. * ເມືອງຊີເຄມເປັນເມືອງທີ່ຢາໂຄບໄດ້ຕັ້ງຖິ່ນຖານຢູ່ຫລັງຈາກຄືນດີກັນກັບເອຊາວອ້າຍຂອງເຂົາ. * ຢາໂຄບໄດ້ຊື້ທີ່ດິນຈາກລູກຊາຍຂອງຮາໂມຊາວຮີວີໃນເມືອງຊີເຄມ, ເຊິ່ງຕໍ່ມາກາຍເປັນທີ່ຝັງສົບຄອບຄົວຂອງເຂົາແລະເປັນສະຖານທີ່ ທີ່ລູກຊາຍທັງຫລາຍຂອງຢາໂຄບໄດ້ຝັງເຂົາໄວ້. * ຊີເຄມເປັນລູກຊາຍຂອງຮາໂມໄດ້ຂົ່ມຂືນດີນາລູກສາວຂອງຢາໂຄບ, ເຊິ່ງເປັນຜົນເຮັດໃຫ້ລູກຊາຍຂອງຢາໂຄບຂ້າຜູ້ຊາຍໃນເມືອງຊີເຄມ.
ຊີເມອີ
ຊີເມອີເປັນຊື່ຂອງຜູ້ຊາຍຫລາຍໃນພັນທະສັນຍາເດີມ.
- ຊີເມອີລູກຊາຍເກຣາ, ເປັນຊາວເບັນຢາມິນຜູ້ປ້ອຍດ່າກະສັດດາວິດແລະແກ່ວງກ້ອນຫີນໃສ່ພຣະອົງໃນຂະນະທີ່ພຣະອົງປົບໜີອອກຈາກນະຄອນເຢຣູຊາເລັມ ຈາການໄລ່ຕາມຂ້າຂອງອັບຊາໂລມລູກຊາຍຂອງພຣະອົງ.
- ໃນພັນທະສັນຍາເດີມຍັງມີປະໂຣຫິດຊາວເລວີຫລາຍຄົນທີ່ມີຊື່ວ່າ ຊີເມອີ.
ຊີເມໂອນ
ໃນພຣະຄຳພີ, ມີຜູ້ຊາຍຫຼາຍຄົົນທີ່ຊື່ວ່າຊີເມໂອນ.
-
ໃນພັນທະສັນຍາເດີມ, ລູກຊາຍຄົົນທີ່ສອງຂອງຢາໂຄບ (ອິດຣາເອນ) ແລະເລອາກໍຊື່ຊີເມໂອນ. ບັນດາເຊື້ອສາຍຂອງທ່ານກາຍມາເປັນໜຶ່ງໃນອິດສະຣາເອນສິບສອງເຜົ່າ.
-
ເຜົາຊີເມໂອນໄດ້ຄອບຄອງດິນແດນທີ່ຢູ່ທາງໃຕ້ສຸດໃນແຜ່ນດິນທີ່ຊົງສັນຍາຂອງການາອານ, ເທິງພື້ນທີ່ທີ່ເປັນສ່ວນມໍລະດົກຂອງຢູດາ.
-
ເມື່ອໂຢເຊບແລະມາຣີ ໄດ້ນຳພຣະກຸມມານເຢຊູໄປຢັງພຣະວິຫານໃນນະຄອນເຢຣູຊາເລັມເພື່ອຖວາຍພະອົງໃຫ້ແດ່ພຣະເຈົ້າ, ຊາຍຜູ້ອາວຸໂສທ່ານໜຶ່ງຊື່ຊີເມໂອນໄດ້ສັນລະເສີນພຣະເຈົ້າທີ່ຊົງໃຫ້ທ່ານໄດ້ເຫັນພຣະເມຊີອາ.
ຊີເຣຍ
ຊີເຣຍ ແມ່ນປະເທດທີ່ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອ ຂອງອິດສະຣາເອນ. ໃນສະໄໝຂອງພຣະຄຳພີໃໝ່, ມັນແມ່ນແຂວງໜຶ່ງທີ່ຢູ່ພາຍໃຕ້ການປົກຄອງຂອງຈັກກະພັດໂຣມ.
- ໃນສະໄໝພຣະຄຳພີເດີມ, ຊາວຊີເຣຍແມ່ນກອງທັບທະຫານທີ່ເຂັ້ມແຂງທີ່ເປັນສັດຕູຂອງຊາວອິດສະລາເອນ.
- ນາຮາມານເປັນຜູ້ບັນຊາການກອງທັບຊີເຣຍຜູ້ທີ່ເປັນພະຍາດຂີ້ທູດເຊິ່ງລາວໄດ້ຮັບການຮັກສາໂດຍຜູ້ປະກາດພຣະທຳເອລີຊາ.
- ຫຼາຍຄົນທີ່ອາໄສຢູ່ໃນປະເທດຊີເຣຍແມ່ນເຊື້ອສາຍຂອງອາຣາມ, ຜູ້ທີ່ໄດ້ສືບເຊື້ອສາຍມາຈາກເຊມລູກຊາຍຂອງໂນເອ.
- ເມືອງດາມາເຊເຊິ່ງເປັນເມືອງຫຼວງຂອງປະເທດຊີເຣຍຖືກກ່າວເຖິງຫຼາຍຄັ້ງໃນພຣະຄຳພີ.
- ໂປໂລໄດ້ໄປເມືອງດາມາເຊດ້ວຍແຜນການທີ່ຈະຂົ່ມໄປຂົ່ມເຫັງຊາວຄຣິດສະຕຽນຢູ່ທີ່ນັ້ນ, ແຕ່ພຣະເຢຊູໄດ້ຢຸດຢັ້ງລາວໄວ້.
ຊີໂມນພັກຊາດນິຍົມ
ຊີໂມນເປັນໜຶ່ງໃນສາວົກຂອງພະເຢຊູ.
- ຊີໂມນຖືກເວົ້າເຖິງສາມເທື່ອໃນລາຍຊື່ສາວົກຂອງພະເຢຊູຄຣິດ, ແຕ່ມີນ້ອຍຄົນທີ່ຮູ້ກ່ຽວກັບເລື່ອງທ່ານ.
- ຊີໂມນເປັນໜຶ່ງໃນສິບເອັດຄົົນທີ່ຮ່ວມອະທິຖານໃນນະຄອນເຢຣູຊາເລັມຫລັງຈາກທີ່ພຣະເຢຊູສະເດັດຂຶ້ນຟ້າສູ່ສະຫວັນແລ້ວ.
- ຄຳວ່າ"ຊາດນິຍົມ"ອາດໝາຍເຖິງວ່າຊີໂມນເປັນສະມາຊິກຂອງ"ພັກຊາດນິຍົມ"ຊຶ່ງເປັນພັກທາງສາສະໜາຂອງຊາວຢິວທີ່ກະຕືລືລົ້ນໃນການສະໜັບສະໜູນກົດໝາຍຂອງໂມເຊໃນຊ່ວງຂະນະທີ່ມີການຕໍ່ຕ້ານຢ່າງຮຸນແຮງໃນລັດຖະບານໂຣມ.
- ຫລື,ຄຳວ່າ, "ກະຕືລືລົ້ນ"ອາດໝາຍເຖິງ"ຄົນກະຕືລືລົ້ນ,"ທີ່ໝາຍເຖິງຄວາມກະຕືລືລົ້ນຂອງຊີໂມນ.
ຊີໂລ
ຊີໂລເປັນເມືອງດ່ານໜ້າຂອງການາອານທີ່ຖືກພ່າຍແພ້ໃຫ້ກັບຊາວອິດສະຣາເອນໂດຍການນຳຂອງໂຢຊວຍ.
- ເມືອງຊີໂລຕັ້ງຢູ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນແລະຕະເວັນອອກຊຽງເໜືອຂອງເມືອງເບັດເອນ.
- ໃນສະໄໝທີ່ໂຢຊວຍເປັນຜູ້ນຳອິດສະຣາເອນຢູ່ນັ້ນ, ເມືອງຊີໂລເປັນສະຖານທີ່ນັດປະຊຸມຂອງຄົນອິດສະຣາເອນ.
- ອິດສະຣາເອນສິບສອງເຜົ່າໄດ້ນັດພົບກັນຢູ່ທີ່ເມືອງຊີໂລເພື່ອຟັງໂຢຊວຍກ່າວແກ່ພວກເຂົາວ່າ ສ່ວນໃດຂອງແຜ່ນດິນການາອານທີ່ຈະຖືກມອບໃຫ້ແກ່ພວກເຂົາແຕ່ລະເຜົ່າ.
- ກ່ອນທີ່ຈະມີການສ້າງພຣະວິຫານຂຶ້ນມາໃນນະຄອນເຢຣູຊາເລັມ, ຊີໂລເປັນສະຖານທີ່ ທີ່ຊາວອິດສະຣາເອນມາຖວາຍເຄື່ອງບູຊາແດ່ພຣະເຈົ້າ.
- ເມື່ອຊາມູເອນຍັງເປັນເດັກນ້ອຍ ຮັນນາແມ່ຂອງເຂົາໄດ້ພາເຂົາໄປອາໄສຢູ່ທີ່ຊີໂລ ເພື່ອໃຫ້ປະໂຣຫິດເອລີສັ່ງສອນເຂົາໃຫ້ຮັບໃໍຊ້ພຣະເຈົ້າ.
ຊີໂອນ, ພູເຂົາຊີໂອນ
ເດີມຄຳວ່າ " ຊີໂອນ" ຫລື " ພູເຂົາຊີໂອນ "ອ້າງເຖິງທີ່ໝັ້ນຫລືປ້ອມປາການທີ່ກະດາວິດຍຶດຈາກຄົນເຢບຸດ ຄຳທັງສອງນີ້ໄດ້ກາຍມາເປັນການອ້າງອີງເຖິງກຸງເຢຣູຊາເລັມ
- ພູເຂົາຊີໂອນແລະພູເຂົາໂມຮິອາເປັນເນີນເຂົາສອງແຫ່ງຊຶ່ງກຸງເຢຣູຊາເລັມຕັ້ງຢູ່ ຕໍ່ມາພາຍຫລັງ " ຊີໂອນ " ແລະ " ພູເຂົາຊີໂອນ " ໄດ້ກາຍເປັນຄຳສັບທົ່ວໄປທີ່ອ້າງເຖິງວິຫານທີ່ຕັ້ງຢູ່ໃນກຸງເຢຣູຊາເລັມ ( ເບິ່ງ: { metonymy}( https://git.door43.0rg/door43/en-ta-translate- vol2/src/master/content/figs_metonymy.md))
- ດາວິດໄດ້ຕັ້ງຊື່ " ຊີໂອນ ຫລື ກຸງເຢຣູຊາເລັມ ວ່າ " ເມືອງຂອງດາວິດ "ນີ້ແຕກຕ່າງຈາກບ້ານເກີດຂອງດາວິດ ຄືເມືອງເບັດເລເຮັມ ຊື່ງໄດ້ຖືກເອີ້ນວ່າເມືອງດາວິດ
- ຄຳວ່າ " ຊີໂອນ "ໄດ້ໃຊ້ໃນການປຽບທຽບອື່ນໆ ອີກ ເພື່ອອ້າງເຖິງອິດສະຣາເອັນຫລືອານາຈັກແຫ່ງຈິດວິນຍານຂອງພຣະເຈົ້າ ຫລືກຸງເຢຣູຊາເລັມໃໝ່ ກຸງເຢຣູຊາເລັມແຫ່ງສະຫວັນໃໝ່ຊຶ່ງພຣະເຈົ້າຊົງເນຣະມິດສ້າງ
ຊີ້ແນະ,ຄຳຊີ້ແນະ
ຄຳວ່າ "ຊີ້ແນະ" ແລະ "ຄຳຊີ້ແນະ"ອ້າງເຖຶງການໃຫ້ຄຳແນະນຳຢ່າງສະເພາະເຈາະຈົງວ່າຈະເຮັດຫຍັງ
- "ການໃຫ້ຄຳຊີ້ແນະ" ໝາຍເຖຶງການບອກໃຫ້ບາງຕົນໂດຍສະເພາະວ່າລາວຄວນເຮັດຢ່າງໃດ
- ເມືອພຣະເຢຊູປະທານເຂົ້າຈີແລະປາແກ່ເຫລົ່າສາວົກເພື່ອໃຫ້ເຂົາແຈກຈ່າຍໃຫ້ກັບປະຊາຊົນ ພຣະອົງໃຫ້ຄຳແນະນຳຢ່າງເພາະເຈາະຈົງວ່າພວກຈະຕ້ອງທຳຢ່າງໃດ
- ຂື້ນກັບບໍຣຶບົດຄຳວ່າ "ຊີ້ແນະ"ສາມາດແປວ່າ "ບອກ" ຫຼື "ນຳທ່າງ" ຫຼື "ສອນ" ຫຼື "ໃຫ້ຄຳຊີ້ແນະແກ່"
- ຄຳວ່າ "ຄຳຊີ້ແນະ" ສາມາດແປໄດ້ວ່າ "ທຶດທ່າງ" ຫຼື "ຄຳອະທຶບາຍ" ຫຼື "ແມ່ນຫຍັງທີ່ລາວໄດ້ບອກໃຫ້ທ່ານທຳ"
- ເມື່ອພຣະເຈົ້າຊົງໃຫ້ຄຳແນະຄຳຕ່າງໆ ຄຳນີ້ບາງຄັ້ງແປວ່າ "ອອກຄຳສັ່ງ"ຫຼື "ສັ່ງໃຫ້ທຳ"
ຊື່, ນາມ, ພຣະນາມ
ໃນພຣະຄຳພີນັ້ນ ຄຳວ່າ "ຊື່" ສາມາດໃຊ້ໄດ້ໃນຄຳອຸປະມາໄດ້ຫລາຍທາງ * ໃນບາງບໍລິບົດ "ຊື່" ອ້າງເຖິງຊື່ສຽງຂອງບຸກຄົນ ເຊັ່ນ : "ໃຫ້ເຮົາສ້າງຊື່ສຽງໄວ້ສຳລັບພວກເຮົາ" *ຄຳວ່າ "ຊື່" ຫມາຍເຖິງຄວາມຈົດຈຳບາງສິ່ງບາງຢ່າງ ເຊັ່ນ : "ລຶບຊື່ຂອງຮູບເຄົາລົບເສຍ"ຫມາຍເຖິງການທຳລາຍຮູບເຄົາລົບຕ່າງໆ ເພື່ອພວກມັນຈະບໍ່ເປັນທີ່ຈົດຈຳຫລືເຄົາລົບບູຊາອີກຕໍ່ໄປ * ການເວົ້າ : "ໃນພຣະນາມຂອງພຣະເຈົ້າ" ຫມາຍເຖິງການເວົ້າດ້ວຍສິດທິອຳນາດຫລືເປັນຕົວແທນຂອງພຣະເຈົ້າ. -ຄຳວ່າ "ຊື່" ຂອງບາງຄົນຍັງສາມາດອ້າງຕົວບຸກຄົນ ເຊັ່ນ : "ດ້ວຍວ່າບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າທີ່ຊົງປະທານແກ່ມະນຸດເພື່ອໃຫ້ເຮົາທັງຫລາຍຕ້ອງໄດ້ພົ້ນ" (ເບິ່ງເພິ່ມຕື່ມ: metonymy)
ຄຳແນະນຳໃນການແປ
ຄຳເວົ້າວ່າ "ພຣະນາມອັນປະເສີດ" ສາມາດແປອີກຢ່າງຫນຶ່ງໄດ້ວ່າ "ຊື່ສຽງອັນດີຂອງພຣະອົງ" ການເຮັດບາງຢ່າງ "ໃນພຣະນາມຂອງ" ສາມາດແປອີກຢ່າງຫນຶ່ງໄດ້ວ່າ "ໂດຍລິດອຳນາດຂອງ" ຫລື "ໂດຍການຊົງອະນຸນາດຂອງ" ຫລື "ໂດຍການເປັນຕົວແທນຂອງ" ບຸກຄົນນັ້ນ. ຄຳເວົ້າທີ່ວ່າ "ໃຫ້ເຮົາສ້າງຊື່ສຽງໄວ້" ສາມາດແປໄດ້ວ່າ "ເຮັດໃຫ້ຜູ້ຄົນຮູ້ຈັກເຮົາ" ຫລື "ເຮັດໃຫ້ຜູ້ຄົນຄິດວ່າເຮົາມີຄວາມສຳຄັນຫລາຍສ່ຳໃດ" ປະໂຫຍກທີ່ວ່າ "ຈົ່ງເອີ້ນນາມເຂົາວ່າ" ສາມາດແປໄດ້ອີກ "ຈົ່ງຕັ້ງຊື່ເຂົາ" ຫລື "ຈົ່ງໃຫ້ຊື່ເຂົາວ່າ". ຄຳເວົ້າ "ຄົນເຫລົ່ານັ້ນທີ່ຮັກຊື່ຂອງທ່ານ" ແປໄດ້ອີກວ່າ "ຄົນເຫລົ່ານັ້ນທີ່ຮັກທ່ານ". ຄຳເວົ້າ "ໃຫ້ຕັດຊື່ຕ່າງໆຂອງຮູບເຄົາລົບອອກ" ແປໄດ້ອີກວ່າ "ທຳລາຍຮູບເຄົາລົບຂອງຄົນນອກສາສນາອອກ ເພື່ອທີ່ພວກເຂົາຈະບໍ່ເປັນທີ່ຈົດຈຳ" ຫລື "ເຮັດໃຫ້ປະຊາຊົນເຊົານະມັສການພຣະທຽມ" ຫລື ໃຫ້ທຳລາຍພຣະທຽມຢ່າງຫມົດສິ້ນ ເພື່ອທີ່ປະຊາຊົນຈະບໍ່ຄິດເຖິງພວກມັນອີກຕໍ່ໄປ".
ຊຸບຊິບນິນທາ
ຄຳວ່າ "ຊຸບຊິບນິນທາ" ໝາຍເຖີງການເວົ້າລົມກ່ຽວກັບບັນຫາສ່ວນຕົວຂອງຄົນອື່ນຫລັບຫລັງພວກເຂົາໃນແງ່ລົບແລະບໍ່ເກີດຜົນດີໃດເລີຍຫລາຍຄັ້ງສິ່ງທ່ີ່ເວົ້າເຖີງກໍບໍ່ໄດ້ຢືນຢັນວ່າເປັນຄວາມຈິງ.
- ພຣະຄຳພີໃໝ່ບອກວ່າການກະຈາຍຂໍ້ມູນເຊີງລົບກ່ຽວກັບຄົນອື່ນນັ້ນບໍ່ຖືກຕອ້ງ ການນິນທາໃສ່ຮ້າຍເປັນຕົວຢ່າງຂອງຄຳເວົ້າໃນແງ່ລົບ.
- ການນິນທາເປັນອັນຕະລາຍຕໍ່ບຸກຄົນທ່ີ່ຖືກເວົ້າເຖີງເພາະວ່າຫລາຍຄັ້ງມັນທຳລາຍຄວາມສຳພັນຂອງບາງຄົນກັບປະຊາຊົນຄົນອື່ນໆ.
ຊົນຊາດ, ປະຊາຊາດ
ຊົນຊາດຫລືປະຊາຊາດເປັນກຸ່ມປະຊາຊົນໃຫຍ່ທີ່ປົກຄອງໂດຍລັດຖະບານ ປະຊາຊົນຂອງຊາດ ສ່ວນໃຫຍ່ແລ້ວຈະມາຈາກບັນພະຸລຸດດຽວກັນຫລືມີເຊື້ອຊາດຮ່ວມກັນ.
- ຄຳວ່າ "ຊົນຊາດ" ຫລື "ປະຊາຊາດ" ນັ້ນໂດຍປົກກະຕິແລ້ວຮວມໄປເຖິງວັດທະນະທຳແລະ ເຂດແດນ.
- ໃນພຣະຄຳພີ ຄຳວ່າ"ຊົນຊາດ" ຫລື "ປະຊາຊາດ" ຫມາຍເຖິງປະເທດ (ເຊັ່ນ : ປະເທດອີຍິບ ຫລື ປະເທດເອທີໂອເປຍ) ແຕ່ບາງຄັ້ງ ໂດຍທົ່ວໄປຈະຫມາຍເຖິງກຸ່ມຄົນຫລາຍກວ່າ ໂດຍສະເພາະຫາກຢູ່ໃນ ພະຫຸພົດ ເປັນສິ່ງທີ່ຜູ້ຈະຕ້ອງກວດກາເບິ່ງບໍລິບົດ.
- ປະຊາຊາດໃນພຣະຄຳພີ ຮວມທັງ ອິສຣາເອນ, ຟີລິດສະຕິນ, ອັດຊີເຣຍ,ບາບີໂລນ, ການາອານ, ໂຣມແລະກຣີກ ທ້າມກາງຊົນຊາດອື່ນໆ
- ບາງເທື່ອຄຳວ່າ "ຊົນຊາດ" ຖືກໃຊ້ໃນອຸປະມາອຸປະໄມ ອ້າງເຖິງບັນພະບຸລຸດຂອງກຸ່ມຄົນບາງກຸ່ມ ເຊັ່ນ : ເມື່ອພຣະເຈົ້າບອກກັບເຣເບກາ ວ່າລູກຊາຍເຊິ່ງຍັງບໍ່ໄດ້ເກີດມານັ້ນຄື "ຊົນຊາດ" ເຊິ່ງຈະຕໍ່ສູ້ກັນ ສາມາດແປໄດ້ອີກວ່າ "ເປັນຜູ້ກໍ່ຕັ້ງສອງຊົນຊາດ" ຫລື "ບັນພະບຸລຸດຂອງປະຊາຊົນສອງກຸ່ມ" .
- ຄຳວ່າ "ຊົນຊາດ" ນັ້ນບາງເທື່ອອ້າງເຖິງ "ຊົນຕ່າງຊາດ" ຫລື ປະຊາຊົນຜູ້ເຊິ່ງບໍ່ໄດ້ນະມັດສະການພຣະຍາເວ ພາບລວມໂດຍປົກກະຕິຈະເຮັດໃຫ້ຄວາມຫມາຍຊັດເຈນ
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບພາບລວມ ຄຳວ່າ "ຊົດຊາດ" ສາມາດແປວ່າ "ກຸ່ມປະຊາຊົນ" ຫລື "ປະຊາຊົນ"ຫລື"ປະເທດ" . *ຖ້າພາສາທີ່ແປຢູ່ ມີຄຳສຳລັບ "ຊົນຊາດ" ທີ່ແຕກຕ່າງຈາກຄຳເຫລົ່ານີ້ ສາມາດໃຊ້ຄຳເຫລົ່ານັ້ນໄດ້ເມື່ອຄຳເຫລົ່າປະກົດ ໃນເນື້ອຄວາມພຣະຄຳພີ ທີ່ສາມາດຄົງຄວາມເປັນທຳມະຊາດແລະຄວາມຖືກຕ້ອງຂອງການແປ.
- ຄຳພະຫຸພົດຂອງຄຳວ່າ "ຊົນຊາດ" ສາມາດແປວ່າ "ກຸ່ມຊົນຊາດ" .
- ໃນບາງພາບລວມນັ້ນ ຄຳນີ້ສາມາດແປວ່າ "ຄົນຕ່າງຊາດ" ຫລື "ບໍ່ແມ່ນຊາວຍິວ".
ຊົມຊື່ນຍິນດີ, ຄວາມຊົມຊື່ນຍິນດີ
ຄໍາວ່າ "ຊົມຊື່ນຍິນດີ" ແລະ "ຄວາມຊົມຊື່ນຍິນດີ" ກ່າວເຖິງການມີຄວາມສຸກຫລາຍ ເພາະປະສົບຄວາມສໍາເລັດ ຫລືໄດຮັບການອວຍພອນພິເສດ.
- ທີ່ຈະມີ "ຄວາມຊົມຊື່ນຍິນດີ" ລວມທັງຄວາມຮູ້ສຶກຂອງການສະເຫລີມສະຫລອງບາງສິ່ງທີ່ດີເດັ່ນ.
- ຄົນເຮົາສາມາດຊົມຊື່ນຍິນດີໃນຄວາມດີຂອງພຣະເຈົ້າ.
- ຄໍາວ່າ "ຄວາມຊົມຊື່ນຍິນດີ" ສາມາດລວມເຖິງການໂອ້ອວດໃນຄວາມຮູ້ສຶກຂອງຄວາມສຸກກ່ຽວກັບຄວາມສໍາເລັດ ຫລືຄວາມຈະເລີນຮຸ່ງເຮືອງ.
- ຄໍາວ່າ "ຊົມຊື່ນຍິນດີ" ສາມາດແປໄດ້ອີກວ່າ "ສະເຫລີມສະຫລອງດ້ວຍຄວາມຊົມຊື່ນຍິນດີ" ຫລື "ສັນລະເສີນດ້ວຍຄວາມຍິນດີຢ່າງໃຫຍ່ຫລວງ."
- "ຄວາມຊົມຊື່ນຍິນດີ" ສາມາດແປໄດ້ອີກວ່າ "ສັນລະເສີນດ້ວຍຄວາມປະສົບຜົນສໍາເລັດ" ຫລື "ສະຫລອງດ້ວຍການຍົກຍ້ອງຕົນເອົງ" ຫລື "ອວດໂຕ."
ຊົ່ວ, ຊົ່ວຮ້າຍ, ຄວາມຊົ່ວຮ້າຍ
ຄໍາວ່າ "ຊົ່ວ" ແລະ "ຊົ່ວຮ້າຍ" ທັງສອງຄໍານີ້ ໄດ້ອ້າງເຖິງສິ່ງໃດສິ່ງນຶ່ງທີ່ກົງກັນ ຂ້າມກັບພຣະລັກສະນະທີ່ບໍລິສຸດ ແລະນໍ້າພຣະໄທຂອງພຣະເຈົ້າ.
- ໃນເມື່ອຄໍາທີ່ວ່າ "ຊົ່ວ" ອາດຈະເວົ້າເຖິງລັກສະນະຂອງຄົນໃດຄົນນຶ່ງ ຄໍາວ່າ "ຊົ່ວຮ້າຍ" ອາດຈະເວົ້າເຖິງໃນເລື່ອງພຶດຕິກໍາຂອງຄົນຫລາຍກວ່າ ແຕ່ຢ່າງໃດກໍ ຕາມ ທັງສອງຄໍານີ້ກໍມີຄວາມໝາຍທີ່ຄ້າຍຄືກັນ.
- ຄໍາວ່າ "ຄວາມຊົ່ວຮ້າຍ" ເວົ້າເຖິງຊີວິດການເປັນຢູ່ ເມື່ອມະນຸດເຮັດສິ່ງຊົ່ວຮ້າຍ.
- ຜົນຂອງຄວາມຊົ່ວນັ້ນສະແດງໃຫ້ເຫັນຢ່າງແຈ່ມແຈ້ງ ເມື່ອມະນຸດເຮັດກັບຄົນອື່ນແບບຜິດໆ ດ້ວຍການເຂັ່ນຂ້າ, ລັກຂະໂມຍ, ເວົ້າໃສ່ຮ້າຍ ຫລືເປັນຄົນທີ່ໂຫດຮ້າຍແລະໃຈຮ້າຍ.
ຄໍາແນະນໍາການແປ
- ຄໍາວ່າ "ຊົ່ວ" ແລະ "ຊົ່ວຮ້າຍ" ສາມາດແປໄດ້ວ່າ "ເລວຊາມ" ຫລື "ມີບາບ" ຫລື "ຜິດສິນທໍາ" ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີນັ້ນໆ.
- ຄວາມໝາຍອື່ນໃນການແປຄໍາເຫລົ່ານີ້ອາດຈະລວມເຖິງຄໍາວ່າ "ບໍ່ດີ" ຫລື "ບໍ່ ຊອບທໍາ" ຫລື "ບໍ່ມີສິນທໍາ."
- ຕ້ອງໃຫ້ແນ່ໃຈວ່າຄໍາເຫລົ່ານີ້ ຫລ່ືຖ້ອຍຄໍາທີ່ເຄີຍແປຄໍາເຫລົ່ານີ້ເໝາະສົມກັບກໍລະນີນັ້ນໆ ແລະມີຄວາມເປັນທໍາມະຊາດໃນພາສາທີ່ແປ.
ຊົ່ວໂມງ, ເວລາ
ນອກເໜືອຈາກການໃຊ້ເພື່ອໝາຍເຖິງເວລາຫລືໄລຍະເວລາທີ່ບາງຢ່າງເກີດຂຶ້ນ, ຄໍາວ່າ "ຊົ່ວໂມງ" ຍັງຖືກໃຊ້ໃນບາງສິ່ງບາງຢ່າງຫລາຍຢ່າງ:
- ບາງເທື່ອ "ຊົ່ວໂມງ" ໝາຍເຖິງເວລາທີ່ກຳນົດໄວ້ເປັນປະຈຳໃນການເຮັດບາງຢ່າງເຊັ່ນ "ຊົ່ວໂມງແຫ່ງການອະທິຖານ."
- ເມື່ອຂໍ້ຄວາມນັ້ນບອກວ່າ "ຊົ່ວໂມງນັ້ນມາເຖິງແລ້ວ" ສຳລັບພຣະເຢຊູໃນການທົນທຸກແລະຖືກປະຫານ ນີ້ໝາຍຄວາມວ່າເປັນເວລາທີ່ຖືກກຳນົດໄວ້ຊຶ່ງພຣະເຈົ້າໄດ້ຊົງຕັດສິນພຣະໄທມາດົນແລ້ວວ່າສິ່ງນີ້ຈະເກີດຂຶ້ນ.
- ຄຳວ່າ "ຊົ່ວໂມງ" ຍັງຖືກໃຊ້ໝາຍເຖິງ "ໃນຊ່ວງເວລານັ້ນ" ຫລື "ຕອນນັ້ນ."
- ເມື່ອຂໍ້ຄວາມນັ້ນເວົ້າເຖິງ "ຊົ່ວໂມງ" ທີ່ລ່ວງເລີຍມາຫລາຍ ນີ້ໝາຍຄວາມວ່າເປັນເວລາຄ່ຳຂອງວັນທີ່ດວງອາທິດກຳລັງຈະຕົກດິນ.
ຄຳແນະນຳໃນການແປ
- ເມື່ອໃຊ້ໃນບາງສິ່ງບາງຢ່າງ ຄຳວ່າ "ຊົ່ວໂມງ" ສາມາດແປວ່າ "ເວລາ" ຫລື "ຂະນະນັ້ນ" ຫລື "ເວລາທີ່ນັດໝາຍ."
- ວະລີ "ໃນເວລານັ້ນ" ຫລື "ໃນເວລາດຽວກັນ" ສາມາດແປວ່າ "ໃນຂະນະນັ້ນ," ຫລື "ໃນເວລານັ້ນ" ທັນທີທັນໃດ" ຫລື "ຂະນະນີ້."
- ຄຳກ່າວ "ເວລາລ່ວງໄປ" ສາມາດແປວ່າ, "ມັນເປັນເວລາຕອນຄໍ່າຂອງມື້ແລ້ວ" ຫລື "ມັນຈະມືດແລ້ວໃນບໍ່ຊ້າ" ຫລື "ມັນເປັນເວລາບ່າຍຫລາຍແລ້ວ."
ຊ່ວຍຊີວິດ , ປອດໄພ
ຄຳວ່າ ”ຊ່ວຍຊີວິດ”ເວົ້າເຖິງການຊ່ວຍໃຫ້ບາງຄົນພົ້ນຈາກສີ່ງຊົ່ວຮ້າຍຫລືສີ່ງທີ່ຊື່ງອັນຕະລາຍ ການ“ໄດ້ຮັບຄວາມປອດໄພ” ຫມາຍເຖິງການປົກປ້ອງຈາກການຖືກທຳລາຍຫລືຈາກອັນຕະລາຍ *ໃນທາງເນື້ອຫນັງມະນຸດສາມາດຖືກຊ່ວຍຫລືຊ່ວຍກູ້ໃຫ້ພົ້ນຈາກການຖຶກທຳລາຍ ອັນຕະລາຍຫລຶຄວາມຕາຍໄດ້
- ໃນທາງຝ່າຍວິນຍານຫາກຄົນນື່ງທີ່ໄດ້ຮັບການ ”ຊ່ວຍໃຫ້ລອດ”ນັ້ນຫມາຍເຖີງໂດຍຜ່ານທາງສະຫວັນຂອງພຣະເຢຊູຄຣິດເທິງໄມ້ກາງເຂນ ພຣະເຈົ້າໄດ້ໃຫ້ອະໄພເຂົາແລະໄດ້ຊ່ວຍກູ້ເຂົາຕໍ່ການຖືກທຳໂທດໃນນາລົກເພາະບາບຂອງພວກເຂົາ
- ມະນຸດສາມາດຊ່ອຍເຫລືອແລະຊ່ອຍກຸ້ຈາກອັນຕະລາຍໄດ້ມີພຽງພຣະເຈົ້າອົງດຽວທີ່ສາມາດຊ່ອຍມະນຸດຈາກການຖືກລົງໂທດນຶລັນໄດ້ເພາະຄວາມບາບຂອງພວກເຂົາ
ຄຳແນະນຳການແປ
- ວຶທີທີ່ແປຄຳ "ຊ່ອຍຊີວຶດ" ສາມາດລວມຄຳວ່າ ""ສົ່ງມອບ" ຫຼືຊ່ອຍຈາກອັນຕະລາຍ" ຫຼື"ຕັດທ່າງແຫ່ງອັນຕະລາຍອອກໄປ" ຫຼື"ຊ່ອຍໃຫ້ພົ້ນຈາກຄວາມຕາຍ"
- ຄຳເວົ້າ "ຜູ້ໃດກໍ່ຕາມທີ່ຮັກສາຊີວຶດ" ຄຳວ່າ"ຮັກສາ" ສາມາດແປວ່າ "ສະງວນ" ຫຼື "ປ້ອງກັນ"
- ຄຳວ່າ "ບໍ່ຊ່ອຍເຫລືອ" ສາມາດແປວ່າ "ປ້ອງກັນຈາກອັນຕະລາຍ" ຫຼື "ໃນສະຖານທີ່ທີບໍ່ມີສິ່ງໃດຈະທຳອັນຕະລາຍຜູ້ນັ້ນໄດ້"
ຍອດເພງ
ໂຊໂລໂມນເປັນໜື່ງໃນລຸກຂອງກະສັດດາວິດ ມານດາຂອງພຣະອົງຄືບັດເຊບາ.
- ເມື່ອໂຊໂລໂມນໄດ້ເປັນກະສັດແລ້ວ, ພຣະເຈົ້າໄດ້ຊົງບອກພຣະອົງວ່າໃຫ້ຂໍຫຍັງກໍໄດ້ທີ່ກະສັດໂຊໂລໂມນຕ້ອງການ. ດັ່ງນັ້ນໂຊໂລໂມນຈຶ່ງທູນຂໍສະຕິປັນຍາທີ່ຈະປົກຄອງປະຊາກອນຂອງພຣະອົງຢ່າງຊື່ກົງແລະດີ. ພຣະເຈົ້າຊົງພໍພຣະໄທຄຳທູນຂໍຂອງກະສັດໂຊໂລໂມນຈຶ່ງປະທານທັງສະຕິປັນຍາແລະຄວາມມັ່ງຄັ່ງໃຫ້ພຣະອົງ.
- ກະສັດໂຊໂລໂມນມີຊື່ສຽງໃນດ້ານການມີພຣະວິຫານທີ່ສຳຄັນທີ່ໄດ້ສ້າງໄວ້ໃນກຸງເຢຣູຊາເລັມ.
- ເຖິງແມ່ນວ່າກະສັດໂຊໂລໂມນໄດ້ຊົງປົກຄອງຢ່າງມີສະຕິປັນຍາໃນຊ່ວງຕົ້ນຂອງການປົກຄອງຂອງພຣະອົງ, ແຕ່ຕໍ່ມາພຣະອົງຊົງແຕ່ງງານກັບຍິງຊາວຕ່າງຊາດຢ່າງໂງ່ເຂົາແລະເລີ່ມນະມັດສະການບັນດາພຣະຂອງຜູ້ຍິງເຫລົ່ານັ້ນ.
- ເພາະຄວາມບໍ່ຊື່ສັດຂອງກະສັດໂຊໂລໂມນ, ຫລັງການສິ້ນພຣະຊົນຂອງພຣະອົງພຣະເຈົ້າໄດ້ຊົງແບ່ງແຍກຄົນອິດສະຣາເອນເປັນສອງອານາຈັກ ເປັນອິດສະຣາເອນແລະຢູດາ, ຍເລື້ອຍໃຜທັງສອງອານາຈັກກໍຕໍ່ສູ້ກັນ.
ຍອມຈຳນົນ,ການຍອມຈຳນົນ
ຄຳວ່າ "ຍອມຈຳນົນ" ໂດຍປົກກະຕິໝາຍເຖິງການກະທຳດ້ວຍຄວາມສະມັກໃຈຂອງຕົນຍອມຢູ່ພາຍໃຕ້ສິດອຳນາດຂອງບຸກຄົນຫຼືລັດຖະບານ.
- ພຣະຄຳພີໄດ້ບອກຜູ້ທີ່ເຊື່ອໃນພຣະເຢຊູຄຣິດໃຫ້ຍອມຢູ່ໃຕ້ພຣະເຈົ້າແລະສິດອຳນາດອື່ນໆໃນຊີວິດຂອງເຂົາເຈົ້າ.
- ຄຳແນະນຳທີ່ວ່າໃຫ້ “ ຍອມຈຳນົນຕໍ່ກັນແລະກັນ” ໝາຍເຖິງການຍອມຮັບການແກ້ໄຂຢ່າງຖ່ອມຕົວແລະເອົາໃຈໃສ່ຄວາມຕ້ອງການຂອງຄົນອື່ນຫລາຍກວ່າຄວາມຕ້ອງການຂອງເຮົາເອງ.
- ການ “ ດຳລົງຊີວິດຢູ່ພາຍໃຕ້ການຍອມຈຳນົນ” ໝາຍເຖິງການເຮັດໃຫ້ຕົວເຮົາເອງຢູ່ພາຍໃຕ້ສິດອຳນາດຂອງບາງສິ່ງບາງຢ່າງຫຼືບາງຄົນ.
ຄຳແນະນຳໃນການແປ
- ຄຳວ່າ "ຍອມຈຳນົນ" ຍັງສາມາດຖືກແປໄດ້ວ່າ, "ວາງຢູ່ພາຍໃຕ້ສິດອຳນາດ" ຫລື "ປະຕິບັດຕາມການນຳພາຂອງ" ຫລື "ໃຫ້ກຽດແລະເຄົາລົບດ້ວຍຄວາມຖ່ອມຕົນແລະນັບຖື".
- ຄໍາວ່າ "ການຍອມຢູ່ໃຕ້" ສາມາດຖືກແປໄດ້ວ່າ, "ການເຊື່ອຟັງ" ຫຼື "ປະຕິບັດຕາມສິດອໍານາດຂອງ".
- ປະໂຫຍກທີ່ວ່າ "ມີຊີວິດຢູ່ພາຍໃຕ້ການຍອມຈຳນົນ" ສາມາດຖືກແປໄດ້ວ່າ "ຢູ່ໃນຄວາມເຊື່ອຟັງ" ຫຼື "ເອົາຕົວເອງຢູ່ພາຍໃຕ້ສິດອຳນາດຂອງ".
- ປະໂຫຍກທີ່ວ່າ "ຍອມຈຳນົນ" ສາມາດແປໄດ້ວ່າ "ຍອມຮັບສິດ ອຳນາດຢ່າງຖ່ອມຕົວ".
ຍັກ
ຍັກໂດຍປົກກະຕິອ້າງເຖີງບູກຄົນທີ່ຕົວໃຫຍ່ຜິດປົກກະຕິທັງຄວາມສຸງແລະກຳລັງ.
- ໂກລີອາດທະຫານຊາວປາແລດຕາຍທີ່ຕໍ່ສຸ້ກັບດາວິດ ຖືກເອີ້ນວ່າຍັກເພາະວ່າເຂົາສຸງຫລາຍ ຕົວໃຫຍ່ແລະເປັນຊາຍທີ່ສຸງ ໃຫຍ່ແລະແຂງແຮງ
- ຊົນຊາດອິດສະຣະເອນທີ່ໄປສອດແນມແຜ່ນດິນຄານາອານບອກວ່າຄົນທີ່ອາສັຍຢຸ່ທີ່ນັ້ນເຫມືອນຍັກ.
ຍືດ
ຄຳວ່າ“ ຍຶດ” ໝາຍເຖິງການຈັບຫລືຈັບເອົາບາງຄົນຫຼືບາງສິ່ງບາງຢ່າງໂດຍບັງຄັບ. ມັນຍັງສາມາດໝາຍຄວາມວ່າຈະເອົາຊະນະແລະຄວບຄຸມຜູ້ໃດຜູ້ຫນຶ່ງ.
- ເມື່ອເມືອງໃດເຂົ້າມາໂດຍ ກຳ ລັງທະຫານ, ທະຫານຈະຍຶດເອົາຊັບສົມບັດອັນລ້ ຳຄ່າຂອງປະຊາຊົນທີ່ພວກເຂົາໄດ້ຍຶດເອົາ.
- ໃນເວລາທີ່ການນໍາໃຊ້ຕົວເລກ, ບຸກຄົນສາມາດຖືກອະທິບາຍວ່າ "ຖືກຈັບດ້ວຍຄວາມຢ້ານກົວ." ນີ້ໝາຍຄວາມວ່າບຸກຄົນດັ່ງກ່າວໄດ້ "ເອົາຊະນະໂດຍຄວາມຢ້ານ" ຢ່າງກະທັນຫັນ. ມັນຍັງສາມາດແປເປັນ "ທັນທີທັນໃດທີມີຄວາມຢ້ານກົວຫຼາຍ."
- ໃນແງ່ຂອງຄວາມເຈັບປວດແຮງງານທີ່"ຍຶດ"ແມ່ຍິງ,ຄວາມຫມາຍແມ່ນວ່າຄວາມເຈັບປວດແມ່ນກະທັນຫັນແລະແຮງເກີນໄປ.ສິ່ງນີ້ສາມາດຖືກແປວ່າ "ເອົາຊະນະ" ຫຼື "ເກີດຂື້ນຢ່າງກະທັນຫັນ."
- ຄຳສັບນີ້ຍັງອາດຈະຖືກແປເປັນ,"ຄວບຄຸມ" ຫຼື "ກະທັນຫັນ" ຫຼື "ຄວ້າ".
- ສຳນວນທີ່ວ່າ "ຖືກຍຶດແລະນອນຢູ່ກັບນາງ" ສາມາດແປເປັນ "ບັງຄັບຕົນເອງ" ຫລື "ລະເມີດສິດນາງ" ຫຼື "ຂົ່ມຂືນນາງ". ໃຫ້ແນ່ໃຈວ່າການແປພາສາແນວຄວາມຄິດນີ້ເປັນທີ່ຍອມຮັບໄດ້.(ເບິ່ງເພີມເຕີມ: euphemism)
ຍົກຂື້ນ,ຂື້ນ,ໄດ້ຂື້ນແລ້ວ,ເກຶດຂື້ນ,ກໍ່ໃຫ້ເກິດຂື້ນ
_ຍົກຂື້ນ,ແລະຍົກຂື້ນ_ໂດຍທົ່ວໄປແລ້ວ,ຄຳວ່າ"ຍົກຂື້ນ"ໝາຍເຖຶງ"ຊຼຂື້ນຫຼື"ເຮັດໃຫ້ສຼງຂື້ນ" * ປະໂຫຍກປຽບທຽບຂອງ"ຍົກຂື້ນສຼງ"ໝາຍເຖິງ ເຮັດໃຫ້ມີອັນໃດອັນໜິ່ງ ມີຂື້ນ ເກີດຂື້ນ ແລະສາມາດໝາຍເຖິງ ແຕ່ງຕັ້ງບາງຄົນໃຫ້ເຮັດວຽກອັນໃດອັນໜຶ່ງ. * ບາງເທື່ອຄຳວ່າ "ຍົກຂື້ນ"ໝາຍເຖິງ"ນຳກັບຄືນມາ"ຫຼື"ສ້າງໃໝ່" * ຄຳວ່າ"ຍົກຂື້ນ"ມີຄວາມໝາຍພຶເສດໃນຄຳເວົ້າທີ່ບອກວ່າ"ເປັນຂື້ນຈາກຄວາມຈາຍ"ໝາຍເຖິງ ເຮັດໃຫ້ຄົນຕາຍກັບມີຊີວຶດຂື້ນມາອີກເທື່ອໜິ່ງ. * ບາງເທື່ອ"ຍົກຂື້ນ"ໝາຍເຖິງ"ຍົກຍ້ອງ"ບາງຄົນຫຼືບາງສິ່ງ
"ເປັນຂື້ນ"ຫຼື"ລູກຂື້ນ"ໝາຍເຖິງ"ຂື້ນໄປ"ຫຼື"ຢືນຂື້ນ"ຄຳວ່າ"ຟື້ນຂື້ນມາແລ້ວ" "ລູກຂື້ນມາແລ້ວ" ຄຳເຫຼົົ່ານີ້ໃຊ້ໃນການກ່າວເຖິງການເຮັດໃນອາດີດ. * ເມື່ອບູກຄົນຢືນຂື້ນເພື່ອໄປບ່ອນໜິ່ງ ການເຮັດແນວນີ້ ສະແດງວ່າ "ເຂົາໄດ້ຢືນຂື້ນແລະໄດ້ໄປແລ້ວ" * ຖ້າມີອັນໃດອັນໜຶ່ງ "ເກີດຂື້ນ"ໝາຍຄວາມວ່າ ອັນນັ້ນ "ເກີດຂື້ນ"ຫຼື "ເລຶ້ມເກີດຂື້ນ * ພຣະເຢຊຼໄດ້ຊົງທຳນວຍວ່າ ພຣະອົງຈະຊົງ "ຟື້ນຂື້ນຈາກຄວາມຕາຍສາມວັນຫລັງຈາກພຣະເຢຊຼສະເດັດສຼ່ສະຫວັນທຼດສະຫວັນໄດ້ກ່າວວ່າ"ພຣະອົງໄດ້ຊົງຟື້ນຂື້ນມາແລ້ວ."
ຄຳແນະນຳໃນການແປ
- ຄຳວ່າ"ຍົກຂື້ນ"ຫລື"ຍົກຂື້ນສຼງ"ສາມາດແປໄດ້ວ່າ"ຍົກຊຼຂື້ນ"ຫລື"ເຮັດໃຫ້ສຼງຂື້ນ"
- ຍົກຂື້ນສຼງ"ສາມາດແປວ່າ"ເຮັດໃຫ້ເກີດຂື້ນ"ຫລື"ແຕ່ງຕັ້ງ"ຫລື"ນຳມາໃຫ້ເກີດຂື້ນ"
- "ຍົກກຳລັງຂອງສັດຕຼຂອງທ່ານຂື້ນ"ສາມາດແປວ່າ "ເຮັດໃຫ້ສັດຕຼຂອງທ່ານເຂັ້ມແຂງຫລາຍ"
- ປະໂຫຍກ "ຍົກບາງຄົນໃຫ້ຟື້ນຄືນຈາກຄວາມຕາຍ"ສາມາດແປວ່າ "ເປັນເຫດໃຫ້ບາງຄົນກັບມາຈາກຄວາມຕາຍສຼ່ຊີວຶດ"ຫລື"ເປັນເຫດໃຫ້ບາງຄົນກັບມາມີຊີວິດ" *ຂື້ນຢຼ່ກັບບໍ່ລຶບົດ"ຍົກຂື້ນສຼງ"ສາມາດແປວ່າ"ຈັດຕຽມ"ຫລື"ແຕ່ງຕັ້ງ"ຫລື"ເປັນເຫດໃຫ້ມີ"ຫລື"ສ້າງຂື້ນໃໝ່"ຫລື"ແປງ"
- ປະໂຫຍກ"ເຮັດໃຫ້ເກີດຂື້ນແລະໄດ້ໄປ"ສາມາດແປວ່າ"ລູກຂື້ນແລະໄດ້ໄປ"ຫລື"ໄດ້ໄປ"
- ຂື້ນຢຼ່ກັບບໍ່ລຶບົດ ຄຳວ່າ"ເຮັດໃຫ້ເກີດຂື້ນ"ສາມາດແປວ່າ"ໄດ້ເກີດຂື້ນ"ຫລື"ໄດ້ຕື່ນຂື້ນ"ຫລື"ໄດ້ຢືນຂື້ນ"
ຍົກຊູ, ການເທີດທູນ
ການຍົກຊູ ແມ່ນການສັນລະເສີນທີ່ສູງສົ່ງ ແລະການໃຫ້ກຽດບາງຄົນ ອີກທັງສາ ມາດໝາຍເຖິງການວາງບາງຄົນໄວ້ໃນຕໍາແໜ່ງທີ່ສູງ
- ໃນພຣະຄໍາພີ ຄໍາວ່າ "ຍົກຊູ" ສ່ວນຫລາຍແມ່ນໃຊ້ເພື່ອຍົກຊູພຣະເຈົ້າ.
- ເມື່ອມະນຸດຍົກຊູຕົວເອງ ນັ້ນໝາຍຄວາມວ່າລາວກໍາລັງຄິດເຖິງຕົວເອງໃນແບບທີ່ອວດຕົວ ຫລືໂອ້ອວດຈອງຫອງ.
ຄໍາແນະນໍາການແປ
- ແນວທາງການແປ "ຍົກຊູ" ສາມາດລວມເຖິງ "ການສັນລະເສີນທີ່ສູງສຸດ" ຫລື "ໃຫ້ກຽດຢ່າງຍິ່ງໃຫຍ່" ຫລື "ຍ້ອງຍໍ" ຫລື "ການເວົ້າສັນລະເສີນ"
- ໃນບາງກໍລະນີ ສາມາດແປໄດ້ດ້ວຍຄໍາ ຫລືຖ້ອຍຄໍາທີ່ມີຄວາມໝາຍວ່າ "ການວາງໄວ້ໃນຕໍາແໜ່ງສູງ" ຫລື "ໃຫ້ກຽດຢ່າງຫລວງຫລາຍຂຶ້ນໃຫ້ແກ່" ຫລື "ເວົ້າເຖິງ ຄວາມຊື່ນຊົມ;"
- "ຢ່າຍົກຊູຕົນເອງ" ສາມາດແປໄດ້ອີກວ່າ "ຢ່າຄິດເຖິງຕົນເອງສູງເກີນໄປ" ຫລື "ຢ່າອວດດີກ່ຽວກັບຕົນເອງ."
- "ຄົນເຫລົ່ານັ້ນທີ່ຍົກຊູຕົນເອງ" ສາມາດແປໄດ້ອີກວ່າ "ຄົນເຫລົ່ານັ້ນທີ່ຄິດຢ່າງ ຈອງຫອງກ່ຽວກັບພວກເຂົາເອງ" ຫລື "ຄົນເຫລົ່ານັ້ນທີ່ໂອ້ອວດກ່ຽວກັນພວກ ຕົນເອງ.
ຍ້ອງຍໍ
ຕາມໂຕອັກສອນແລ້ວຄຳວ່າ "ຍ້ອງຍໍ" ໝາຍເຖິງການເຮັດໃຫ້ບາງສິ່ງ ຫລື ບາງຄົນ ມີຄວາມຍິ່ງໃຫຍ່ຂຶ້ນ ຫລື ການໃຫ້ຄວາມສຳຄັນກັບຄວາມຍິ່ງໃຫຍ່ຂອງບາງຄົນ.
- ເມື່ອໃຊ້ໃນພຣະຄຳພີ ຄຳວ່າ "ຍ້ອງຍໍ" ມັກຈະໃຊ້ເພື່ອຍ້ອງຍໍກະສັດ ຫລືພຣະເຈົ້າ.
- ເມື່ອຄົນໃດຄົນໜຶ່ງຍ້ອງຍໍຕົນເອງນັ້ນ, ໝາຍຄວາມວ່າ ລາວມີຄວາມພູມໃຈ ແລະ ພະຍາຍາມເຮັດໃຫ້ຕົນເອງມີຄວາມສຳຄັນຫລາຍກວ່າຄົນອື່ນ.
ຄຳແນະນຳໃນການແປ
- ວິທີອື່ນອີກໃນການແປຄຳວ່າ "ຍ້ອງຍໍ" ສາມາດແປແບບນີ້ກະໄດ້ ຄື "ບອກວ່າຍິ່ງໃຫຍ່ແບບໃດ."
ດານ
ດານເປັນບຸດຊາຍຄົນທີ່ຫ້າຂອງຢາໂຄບແລະເປັນນຶ່ງໃນສິບສອງເຜົ່າຂອງຄົນອິສຣາເອັນ ເຂດປົກຄອງຕັ້ງຖິ່ນຖານຂອງຊົນເຜົ່າດານຢູ່ທາງພາກເໜືອຂອງຄານາອານ ທັ້ງຍັງໄດ້ຮັບຊື່ນີ້ດ້ວບ. ຄົນດານ ' ໃນສມັຍຂອງອັບຣາຮາມມີເມືອງນຶ່ງຊື່ດານຕັ້ງຢູ່ທາງຕາວັນຕົກຂອງກຸງເຢຣູຊາເລັມ. ' ຫລາຍປີຕໍ່ມາໃນຊ່ວງເວລາທີ່ຊົນຊາດອິສຣາເອັນເຂົ້າສູ່ດີນແດນທີ່ພຣະເຈົ້າຊົງສັນຍາໄວ້ ຍັງມີອີກເມືອງນຶ່ງຊື່ດານຕັ້ງຢູ່ຫ່າງຈາກກຸງເຢຣູຊາເລັມໄປທາງເໜືອປະມານ 60 ໄມລ໌. ' ຄຳວ່າ ( ຄົນດານ) ກ່າວເຖີງເຊື້ອສາຍຂອງດານ ຜູ້ຊຶ່ງເປັນພວກສມສຊິກຂອງຕະກຸນຂອງເຂົາດ້ວຍ.
ດາບ
ດາບ ແມ່ນອາວຸດໂລຫະທີ່ເຮັດດ້ວຍແຜ່ນເຫລັກແບນໃຊ້ເພື່ອຕັດຫລືແທງ. ມັນມີດ້າມຈັບແລະຍາວທີ່ແຫລມຄົມ.
- ໃບມິດຂອງດາບໃນສະ ໄໝບູຮານມີຄວາມຍາວປະມານ 60 ຫາ 91 ຊັງຕີແມັດ.
- ດາບບາງດວງມີສອງຄົມແລະມີຊື່ວ່າດາບສອງເທົ່າຫລືດາບສອງຄົມ.
- ສາວົກຂອງພະເຍຊູຄຣິດມີດາບທີ່ເຂົາເຈົ້າວາງແຜນທີ່ຈະໃຊ້ເພື່ອປ້ອງກັນຕົວເອງ, ເປໂຕໃຊ້ດາບຂອງລາວຕັດຫູຂອງຜູ້ຮັບໃຊ້ຂອງປະໂລຫິດໃຫຍ່.
- ທັງໂຢຮັນບັບຕິສະໂຕແລະອັກຄະສາວົກຢາໂກໂບຖືກຕັດຫົວດ້ວຍດາບທັງສອງຄົນ.
ຄຳແນະນຳໃນການແປ
- ດາບໄດ້ຖືກໃຊ້ເປັນຄຳປຽບທຽບສຳລັບຄຳສອນຂອງພະເຈົ້າ.ໃນພຣະຄຣິສຕະທຳຄຳພີໄດ້ແທງທະລຸເຖິງຄວາມຄິດພາຍໃນຂອງຄົນແລະເຮັດໃຫ້ພວກເຂົາຫລຸດຈາກຜິດບາບຂອງພວກເຂົາ. ໃນລັກສະນະຄ້າຍຄືກັນກັບດາບທີ່ຈະຕັດເລິກ, ເຮັດໃຫ້ເກີດຄວາມເຈັບປວດ.
ດາມາເສ
ດາມາເສ ເປັນເມືອງຫລວງຂອງປະເທດຂີເຣັຍ ທີ່ຍັງຄົງຕັ້ງຢູ່ໃນສຖານ ທີ່ດຽວກັບທີ່ເຄີຍຢູ່ໃນພຣະຄຳພີ * ດາມາເສ ເປັນເມືອງທີ່ເກົ່າແກ່ທີ່ສູດເມືອງນຶ່ງໃນໂລກ ທີ່ຍັງມີຜູ້ຄົນອາສັຍຢູ່ ຈົນເຖີງປັຈຸບັນ * ໃນຊ່ວງເວລາຂອງອັບຣາຮາມ ດາມາເສ ເປັນເມືອງຫລວງຂອງອານາ ຈັກອາຣັມ ( ຄືຊີເຣັຍ ໃນປັຈຸບັນ) * ຕລອດຊ່ອງຂອງພັນທະສັນເດີມມີການອ້າງຫລາຍຄັ້ງເຖີງຄວາມສຳພັນລະຫວ່າງລະຫວ່າງຊາວດາມາເສກັບຊາວອິສຣເອັນ. *ຫລາຍຄຳທຳນາຍໃນພຣະຄຳພີທຳນາຍເຖີງການທຳລາຍເມືອງດາ ມາເສ ຄຳທຳນາຍເຫົ່ລານີ້ໄດ້ເກີດຂື້ນຈິງ ເມືອອັດຊີເຣັຍທຳລາຍເມືອງນີ້ອີກໃນອານາຄົດ ຈົນເມືອງນີ້ຖືກທຳລາຍຈົນໝົດສີ້ນ. * ໃນພັນທະສັນຍາໃໜ່ໂຊໂລຄົນເປັນຟາຣາສີ(ພາຍຫັລງເປັນທີ່ຮູ້ຈັກຂອງໂປໂລ) ກຳລັງຈະໄປຈັບກຸມພວຄຣີສຕຽນໃນເມືອງດາມາເສຂະນະເມື່ອພຣະເຢຊູໄດ້ປະເຊີນໜ້າກັບທ່ານແລະເຮັດໃຫ້ທ່ານກາຍເປັນຄົນເຊື່ອຄົນນຶ່ງ.
ດານີເອນ
ດານິເອນເປັນຊາວອິສຣາເອນຜູ້ເຜີຍພຣະວັດຈະນະທີ່ເປັນຊາຍໜຸ່ມຖຶກນຳໄປເປັນສະເລີຍໂດຍເນບູຄາດເນັດຊາ ກະສັດອານາຈັກບາຍີໂລນເມື່ອປະມານ 600 ປີກ່ອນກ່ອນຄຣິສຈັກກຣາດ. ' ນີ້ເປັນຊ່ວງເວລາທີ່ຄົນອິສຣາເອນຫລາຍຄົນຈາກຢູດາໄດ້ຖຶກນຳໄປເປັນສະເລີຍຢູ່ໃນບາບີໂລນເປັນເວລາ 70 ປີ. ' ດານິເອນໄດ້ຮັບຊື່ເປັນພາສາບາບີໂລນວ່າເບັນເຕຊັດຊາເຣ. ' ດານິເອນເປັນຄົນໜຸ່ມທີ່ໜ້າຍົກຍ້ອງແລະຊອບທັມເປັນຜູ້ທີ່ເຊື່ອຟັງ ພຣະເຈົ້າ. ' ພຣະເຈົ້າໄດ້ຊ່ວຍເຫລືອໃຫ້ດານິເອນແປຄວາມຝັນຫລືນິມິດຫລາຍ ຢ່າງສຳຫລັບກະສັດບາບີໂລນ. ເພາະຄວາມສາມາດນີ້ແລະລັກສະນະນິສັຍທີ່ໜ້າຍົກຍ້ອງສັນຣະເສີນຂອງເຂົາ ດານິເອນຈຶ່ງໄດ້ຮັບຕຳແໜ່ງຜູ້ນຳຣະດັບສູງໃນອານາຈັກບາບີໂລນ. ' ຫລາຍປີຕໍ່ມາສັຕຕູຂອງດານິເອນໄດ້ໃຊ້ກົນອຸບາຍເຮັດໃຫ້ດາຣິອັດກະສັດບາບີໂລນອອກກົດໝາຍຫ້າມບໍໃຫ້ມີການນະມັສການຜູ້ໃດຍົກເວັນແຕ່ກະສັດ ດານິເອນຍັງຄົງອະທິຖານຕໍ່ພຣະເຈົ້າຢ່າງຕໍ່ເນື່ອງ ດັ່ງນັ້ນເຂົາຈຶ່ງຖຶກຈັບແລະຖຶກໂຍນເຂົ້າໄປໃນຖ້ຳສິງໂຕ ແຕ່ພຣະເຈົ້າໄດ້ຊົງຊ່ວຍປົກປ້ອງລາວແລະລາວບໍ່ໄດ້ຮັບອັນຕລາຍໄດໆເລີຍ.
ດາວິດ
ດາວິດເປັນກະສັດອົງທີ່ສອງຂອງອິສຣະເອນ ພຣະອົງຊົງຮັກແລະປະຕິບັດພຣະເຈົ້າພຣະອົງເປັນນັກຂຽນພຣະທັມເພງສັນລະເສີນ
- ເມື່ອດາວິດຍັງເປັນເດັກນ້ອຍໄດ້ດູແລແກະຂອງຄອບຄົວລາວ ພຣະເຈົ້າຊົງເລືອກລາວໃຫ້ເປັນກະສັດຄົນຕໍ່ໄປຂອງອິສຣາເອນ.
- ດາວິດໄດ້ກາຍເປັນນັກລົບຜູ້ຍິ່ງໃຫ່ຍແລະນຳກອງທັບອິສຣເອນເຂົ້າສູ່ສົງຄາມກັບສັດຕູຂອງພວກເຂົາ ໄຊຊະນະຂອງພະອົງເໜືອໂກລິອາດ ຟີລີສຕີນເປັນທີ່ຮູ້ຈັກກັນດີ.
- ກະສັດຊາອູນໄດ້ຊົງພະຍາຍາມທີ່ຈະຂ້າດາວິດ ແຕ່ພຣະອົງໄດ້ຊົງກັບໃຈແລະແລະພຣະເຈົ້າໄດ້ຊົງອະພັຍໂທດໃຫ້ພຣະອົງ.
- ດາວິດໄດ້ຊົງທຳບາບຢ່າງມາກມາຍແຕ່ພຣະອົງໄດ້ຊົງກັບໃຈແລະພຣະເຈົ້າໄດ້ຊົງອະພັຍໂທດໃຫ້ພຣະອົງ. ພຣະເຢຊູ ພຣະເມສີອາ ໄດ້ຊົງຖຶກເອີ້ນວ່າ ( ລູກຂອງດາວິດ) ເພາະວ່າ ພຣະອົງຊົງເປັນເຊື້ອສາຍຂອງກະສັກດາວິດ.
ດີ,ຄວາມດີ
ຄຳວ່າ "ດີ "ມີຄວາມໝາຍແຕກຕ່າງກັນຂື້ນຢຸ່ກັບບໍລິບົດ ຫລາຍພາສາຈະໃຊ້ຄຳອື່ນໃນການແປຄວາມໝາຍທ່ີ່ແຕກຕ່າງກັນເຫົ່ລານີ້. *ໂດຍທົ່ວໄປສິ່ງທີ່ດີຄືຖ້າສິ່ງນັ້ນ ເຫມາະສົມກັບພຣະລັກສະນະຂອງພຣະເຈົ້າ ວັດຖູປະສົງແລະນ້ຳພຣະທັຍຂອງພຣະອົງ. * ບາງສິ່ງທີ່ "ດີ" ສາມາດເປັນຄວາມພໍໃຈ ດີເລີດ ເປັນປະໂຫຍດ ເຫມາະສົມ ມີກຳໄລຫລືຖືກຕອ້ງຕາມຫລັກສິນລະທັມ. * ທີ່ດິນທີ່"ດີ "ສາມາດເອີ້ນໄດ້ອີກວ່າ "ສົມບຸນ" ຫລື "ປະສິດທິຜົນ". * ພືດຜົນທີ່ "ດີ" ສາມາດເປັນພືດຜົນທີ່ "ສົມບຸນ". * ບູກຄົນສາມາດ"ດີ" ໃນສິ່ງທີ່ພວກເຂົາເຮັດຖ້າພວກເຂົາຊຳນານໃນງານຫລືອາຊິບຂອງພວກເຂົາເຊັ່ນດຽວກັບໃນ "ຊາວນາທີ່ດີ". * ໃນພຣະຄຳພີ ຄວາມໝາຍທົ່ວໄປຂອງຄຳວ່າ "ດີ" ມັກຕົງກັນຂາ້ມກັບຄຳວ່າ "ຊົ່ວຮ້າຍ". * ຄຳວ່າ "ຄວາມດີ" ປົກກະຕິແລ້ວໝາຍເຖີງການເປັນຄົນທີ່ຢຸ່ໃນສິນລະທັມທີ່ດີຫລືມີຄວາມຄິດແລະການກະທຳທີ່ເປັນທັມ. * ຄວາມດີຂອງພຣະເຈົ້າອ້າງເຖີງວ່າພຣະອົງໄດ້ອວຍພອນແກ່ມະນູດ"ຢ່າງໃດໂດຍການໃຫ້ສິ່ງດີໆ ແລະປະໂຫຍດທີ່ດີ ນອກຈາກນີ້ຍັງສາມາດອ້າງເຖີງຄວາມສົມບຸນແບບທາງຈະຣິຍະທັມຂອງພຣະອົງ.
ຄຳແນະນຳການແປ
- ຄຳທົ່ວໄປສຳຫລັບຄຳວ່າ"ດີ"ໃນພາສາເປົ້າໝາຍຄວນໃຊ້ຄຳໃດກໍຕາມທີ່ມີຄວາມໝາຍທົ່ວໄປທີ່ຖືກຕອ້ງແລະເປັນທັມມະຊາດ ໂດຍສະເພາະຢ່າງຍິ່ງໃນບໍລິບົດທີ່ແຕກຕ່າງຈາກຄວາມຊົ່ວຮ້າຍ.
- ຂື້ນຢຸ່ກັບບໍລິບົດວິທີອື່ນໃນການແປຄຳນີ້ອາດລວມເຖີງ"ໃຈດີ" ຫລື"ດີເລີດ" ຫລື" ທີ່ຊື່ນຊອບຕໍ່ພຣະເຈົ້າ" ຫລື "ຊອບທັມ"ຫລື ສິນລະທັມທີ່ຕັ້ງຂື້ນ" ຫລື "ທຳກຳໄລໄດ້".
- "ດິນແດນທີ່ດີ" ສາມາດແປໄດ້ວ່າ "ແຜ່ນດິນອູດົມສົມບຸນ" ຫລື "ທີ່ດິນທີ່ມີການຜະລິດ" ພືດທີ່ດີ" ອາດແປໄດ້ອີກວ່າ "ການເກັບກຽ່ວທີ່ອູດົມສົມບຸນ" ຫລື "ພືດຜົນຈຳນວນຫລາຍ"
- ວາລີ "ທຳດີຕໍ່" ໝາຍເຖີງການທຳສິ່ງທີ່ເປັນປະໂຫຍດຕໍ່ຜຸ້ອື່ນແລະສາມາດແປເປັນຄຳວ່າ "ໃຈດີ" ຫລື "ຊວ່ຍ" ຫລື "ປະໂຫຍດ" ກັບຜຸ້ໜຶ່ງໄດ້.
- "ທຳດີໃນວັນສາບາໂຕ" ໝາຍຄວາມວ່າ"ເຮັດໃນສິ່ງທີ່ຊ່ວຍ ຄົນອ່ື່ນໃນວັນສາບາໂຕ".
- ຂື້ນຢຸ່ກັບບໍລິບົດ ວິທີການແປຄຳວ່າ"ຄວາມດີ" ສາມາດລວມເຖີງ"ພຣະພອນ" ຫລື" ຄວາມເມດຕາ" ຫລື ຄວາມສົມບຸນແບບທາງຈະຣິຍະທັມ" ຫລື "ຄວາມຊອບທັມ" ຫລື ຄວາມບໍຣິສູດ"
ຕະກູນຂອງດາວິດ
ສຳນວນ "ຕະກູນຂອງດາວິດ" ອ້າງເຖິງຄອບຄົວຫລືລູກຫລານຂອງກະສັດດາວິດ.
- ຄຳນີ້ສາມາດແປໄດ້ວ່າ, "ລູກຫລານຂອງດາວິດ" ຫລື "ຄອບຄົວຂອງດາວິດ" ຫລື "ເຜົ່າພັນຂອງກະສັດດາວິດ."
- ເນື່ອງຈາກພຣະເຢຊູຊົງສືບເຊື້ອສາຍມາຈາກດາວິດ, ພຣະອົງຈຶ່ງຊົງເປັນສ່ວນໜຶ່ງຂອງ "ຕະກູນຂອງດາວິດ."
- ບາງເທື່ອ "ຕະກູນຂອງດາວິດ" ຫລື "ຄົວເຮືອນຂອງດາວິດ" ອ້າງເຖິງຄົນໃນຄອບຄົວຂອງດາວິດທີ່ຍັງຄົງມີຊີວິດຢູ່.
- ໃນເວລາອື່ນໆ ຄໍານີ້ຈະມີຄວາມໝາຍໂດຍທົ່ວໄປແລະໝາຍເຖິງເຊື້ອສາຍທັງໝົດຂອງທ່ານ ລວມເຖິງຄົນເຫລົ່ານັ້ນທີ່ເສຍຊີວິດໄປແລ້ວ.
ຕະກ່ຽງ
ຄຳວ່າ " ຕະກ່ຽງ " ໂດຍທົ່ວໄປໝາຍເຖິງບາງສິ່ງທີ່ໃຫ້ແສງສະຫວ່າງ ຕະກ່ຽງຕ່າງ ທີ່ໃຊ້ໃນສະໄໝພຣະຄຳພີໂດຍປົກກະຕິຈະເປັນຕະກ່ຽງນ້ຳມັນ ປະເພດຂອງຕະກ່ຽງທີ່ໃຊ້ໃນສະໄໝພຣະຄຳພິເປັນພະຫະນະນ້ອຍໆ ທີ່ບັນຈຸເຊື້ອໄຟໂດຍປົກກະຕິແມ່ນນ້ຳມັນ ທີ່ຈະໃຫ້ແສງສະຫວ່າງເມື່ອມີການຈູດໄຟ.
- ໂດຍທົ່ວໄປຕະກ໋ຽງນໍ້າມັນມັກຈະເຮັດມາຈາກເຄື່ອງປັ້ນດິນເຜົາທຳມະດາເຕີມດ້ວຍນ້ຳມັນໝາກກອກ ພ້ອມດ້ວຍໄສ້ທຽນໃນນ້ຳມັນເພື່ອຈູດໄຟ.
- ຕະກ່ຽງບາງດວງ ຖ້ວຍ ຫຼື ໄຫ ເຮັດເປັນລູກໄຂ່ ແລະຕອນປາຍຫນີບເພື່ອວາງຕະກ່ຽງ.
- ຕະກ່ຽງນ້ຳມັນສາມາດຖື ຫຼື ວ່າງໄວ້ເທິງແທ່ງເພື່ອໃຫ້ແສງສະຫວ່າງສ່ອງໄປທົ່ວບ້ານ.
- ໃນພຣະຄຳພີຕະກ່ຽງຖືກໃຊ້ໃນຄຳອຸປະມາຫຼາຍທາງວ່າເປັນສັນຍາລັກຄວາມສະຫວ່າງ ແລະ ຊີວິດ.
ຕັກກະແຕນ
ຄຳວ່າ " ຕັກກະແຕນ " ອ້າງອີເຖິງຕັກກະແຕນທີ່ມີຂະຫນາດໃຫ່ຍທີ່ບິນໄດ້ເຊື່ງບາງເທື່ອກໍ່ບິນມາເປັນຝູງ ແລະ ທຳລາຍລ້າງກັດກິນພືດພັນທັງຫມົດຕາມເສັ້ນທາງທີ່ມັນຜ່ານ
- ຕັກກະແຕນ ແລະ ຕັກກະແຕນສະນິດອື່ນໆ ເປັນແມງໄມ້ທີ່ມີຂະຫນາດໃຫ່ຍ ມີປີກຍາວ ມີຂໍ້ຂາຫລັງຍາວທີ່ເຮັດໃຫ້ພວກມັນໂດດເຕັ້ນໄປໄດ້ໄກ.
- ໃນພັນທະສັນຍາເດີມ ຝູງຕັກກະແຕນ ຖືກອ້າງອີງໃນເຊີງອຸປະມາເປັນສັນຍາລັກ ຫລື ພາບຂອງການທຳລາຍລ້າງຢ່າງໃຫ່ຍຫຼວງທີ່ເປັນຜົນມາຈາກການບໍ່ເຊື່ອຟັງຂອງຄົນອິດສເອນ.
- ພຣະເຈົ້າໄດ້ສົ່ງຝູງຕັກກະແຕນເປັນຫນຶ່ງໃນໄຟພິບັດສິບປະການຕໍ່ພວກເອຢິບ.
- ພະສັນຍາໄຫ່ມກ່າວວ່າຕັກກະແຕນເປັນອາຫານຫລັກຂອງໂຢຮັນຜຸ້ໃຫ້ບັບຕິສະມາໃນຕອນທີ່ລາວອາໃສ່ຢູ່ໃນທະເລຊາຍ.
ຕັກເຕືອນ, ໃຫ້ສະຕິ
ຄຳວ່າ "ຕັກເຕືອນ" ໝາຍເຖີງການເຕືອນ ຫລືການແນະນຳບາງຄົນຢ່າງແທ້ຈິງ.
- ຕາມປົກຕິແລ້ວຄຳວ່າ "ຕັກເຕືອນ" ໝາຍເຖີງການແນະນຳບາງຄົນບໍ່ໃຫ້ເຮັດບາງຢ່າງ.
- ໃນພຣະກາຍຂອງພຣະຄຣິດ, ພວກຜູ້ເຊື່ອຖືກສອນໃຫ້ເຕືອນສະຕິຊຶ່ງກັນແລະກັນເພື່ອຫລີກເວັ້ນຄວາມບາບແລະໃຫ້ໃຊ້ຊີວິດຢ່າງບໍຣິສຸດ.
- ຄຳວ່າ "ຕັກເຕືອນ" ອາດຈະແປວ່າ "ການໜູນໃຈບໍ່ໃຫ້ເຮັດບາບ" ຫລື "ເຕືອນບາງຄົນບໍ່ໃຫ້ເຮັດບາບ."
ຕັນຫາ
ຕັນຫາເປັນຄວາມຕ້ອງການຢ່າງຮຸ່ນແຮງ ໂດຍທົ່ວໄປຢູ່ໃນສະພາບການຂອງຄວາມຕ້ອງການບາງສິ່ງທີ່ເປັນບາບ ຫຼື ຜິດສິນລະທຳ * ໃນພຣະຄຳພີ ຄຳວ່າ " ຕັນຫາ " ມັກຈະອ້າງເຖີງຄວາມປາດຖະນາທາງເພດກັບໃຜບາງຄົນທີ່ບໍ່ແມ່ນຄູ່ສາມີຂອງຕົນເອງ * ບາງຄັ້ງຄຳນີ້ຖືກໃຊ້ໃນປະໂຫຍກໃນເຊີງອຸບປະມາເພື່ອອ້າງເຖີງການນະມັດສະການຮູບເຄົາລົບ * ຂຶ້ນຢູ່ກັບສະພາບການ " ຕັນຫາ " ສາມາດແປວ່າ " ຄວາມປາດຖະນາທີ່ຜິດ " ຫຼື " ຄວາມປາດຖະນະຢ່າງຮຸ່ນແຮງ " ຫຼື " ຄວາມປາດຖະນາທາງເພດທີ່ຜິດ " ຫຼື " ຄວາມປາດຖະນາຢ່າງຮຸ່ນແຮງທີ່ຈະເຮັດຜິດສິນທຳ" ຫຼື " ຄວາມປາດຖະນາຢ່າງຮຸ່ນແຮງທີ່ຈະເຮັດບາບ" * ວະລີ " ມີຕັນຫາພາຍຫລັງ " ສາມາດແປວ່າ " ຄວາມປາດຖະນາຢ່າງຜິດຽ " ຫຼື " ຄິດຢ່າງຜິດສິນທຳກ່ຽວກັບ" ຫຼື " ຄວາມປາດຖະນາຢ່າງຜິດສິນທຳ " ( ເບີ່ງເພີມເຕີມ: adultery · idol)
ຕາມທາງພຣະເຈົ້າ,ຢຸ່ໃນທາງທັມ
ຄຳວ່າ"ຕາມທາງຂອງພຣະເຈົ້າ "ໃຊ້ເພື່ອບັນລະຍາຍເຖີງການກະທຳຂອງຄົນທີ່ສະແດງອອກແບບໃຫ້ກຽດພຣະເຈົ້າແລະສະແດງວ່າພຣະເຈົ້ຊົງເປັນແນວໃດ "ເປັນເໝືອນພຣະເຈົ້າ" ຄືຄູນນະພາບຂອງບູກຄະລິກລັກສະນະທີ່ຖວາຍກຽດແດ່ພຣເຈົ້າ ໂດຍການທຳຕາມພຣະທັຍຂອງພຣະເຈົ້າ.
- ຄົນທີ່ມີບູກຄະລິກລັກສະນະຕາມທາງພຣະເຈົ້າຈະສະແດງໃຫ້ເຫັນຜົນ ຂອງພຣະວິນຍານບໍຣິສູດເຊັ່ນ,ຄວາມຮັກ ຄວາມຊົມຊື່ນຍິນດີ ສັນຕິສູກ ຄວາມອົດທົນ ຄວາມສູພາບແລະການບັງຄັບຕົນ
- ຄູນນະພາບຂອງຄົນທີ່ຢຸ່ໃນທາງທັມສະແດງບູກຄົນນັ້ນມີພຣະວິນຍານ ບໍຣິສູດແລະເຊື່ອຟັງພຣະອົງ.
ຄຳແນະນຳການແປ
ວາລີທີ່ວ່າ "ຕາມທາງພຣະເຈົ້າ" ສາມາດແປໄດ້ອີກວ່າ "ຄົນທີ່ຢຸ່ ຕາມທາງພຣະເຈົ້າ" ຫລື "ຄົນທີ່ເຊື່ອຟັງພຣະເຈົ້າ.
ຕາມທີ່ຂຽນໄວ້
ຖ້ອຍຄຳທີ່ວ່າ " ຕາມທີ່ຂຽນໄວ້ " ສິ່ງທີ່ຂຽນຂື້ນ " ເກີດຂື້ນຢູ່ເລື້ອໆໃນພັນທະສັນຍາໃໝ່ແລະໂດຍປົກກະຕິໄດ້ໝາຍເຖິງຂໍ້ຄຳສັ່ງຕ່າງໆ ຫລືຄຳທຳນາຍຕ່າງໆ ທີ່ໄດ້ຂຽນຂື້ນໃນພຣະຄຳພີເປັນພາສາເຮັບເຣີ
- ໃນບາງຄັ້ງ "ຕາມທີ່ຂຽນໄວ້ " ນັ້ນໝາຍເຖິງສິ່ງທີ່ຂຽນໄວ້ໃນພຣະບັນຢັດຂອງໂມເຊ
- ໃນໂອກາດອື່ນໆ ກໍມີຂໍ້ຄວາມທີ່ໝາຍເຖິງສິ່ງທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້ໃນພັນທະສັນຍາເດີມ
- ນີ້ແມ່ນຖ້ອຍຄຳທີ່ແປວ່າ " ຕາມທີ່ຂຽນໄວ້ໃນພຣະບັນຍັດຂອງໂມເຊ " ຫລື " ຕາມທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້ແລ້ວນັ້ນ " ຫລື " ສິ່ງທີ່ກ່າວໄວ້ໃນກົດພຣະບັນຍັດຂອງພຣະເຈົ້າທີ່ໂມເຊໄດ້ຂຽນໄວ້ໃນພຣະຄຳພີເດີມ"
- ມີອີກທາງເລືອກໜຶ່ງຄືການຄົງໄວ້ " ຕາມທີ່ຂຽນໄວ້ " ແລະໃຫ້ເພື່ອເປັນການອະທິບາຍເຖິງຄວາມໝາຍນີ້
ຕຳ ນິ
ການຕຳນິຕິຕຽນຜູ້ໃດຜູ້ ໜຶ່ງ ໝາຍ ເຖິງການວິພາກວິຈານຫຼືບໍ່ພໍໃຈຕໍ່ຄຸນລັກສະນະຫຼືການປະພຶດຂອງຄົນນັ້ນ. ຄຳຕຳນິແມ່ນ ຄຳເຫັນທີ່ບໍ່ດີກ່ຽວກັບບຸກຄົນ.
- ການເວົ້າວ່າຄົນຜູ້ໜຶ່ງແມ່ນ "ເໜືອ ຄຳ ຕຳ ນິ" ຫລື "ນອກຄຳ ຕຳນິ" ຫລື "ໂດຍບໍ່ຄຳຕຳນິ" ໝາຍຄວາມວ່າບຸກຄົນນີ້ປະພຶດຕົນໃນແບບທີ່ເຄົາລົບພຣະເຈົ້າແລະບໍ່ມີສິ່ງໃດທີ່ເວົ້າໄດ້ໃນການ ຕຳ ນິຕິຕຽນລາວ. *ຄຳວ່າ“ ຄຳຕຳນິ” ຍັງສາມາດແປເປັນ“ ການກ່າວຫາ” ຫລື“ ຄວາມອັບອາຍ” ຫລື“ ຄວາມ ໜ້າກຽດຊັງ”.
- "ການຕຳນິ" ກໍ່ສາມາດຖືກແປເປັນ "ການຕຳນິ" ຫລື "ກ່າວຫາ" ຫລື "ວິພາກວິຈານ", ຂື້ນກັບສະພາບການ.
ຕຳນິ, ການເຕືອນ
ການ ຕຳ ນິແມ່ນການໃຫ້ ຄຳ ແນະ ນຳ ທີ່ຖືກຕ້ອງກັບຜູ້ໃດຜູ້ ໜຶ່ງ, ເລື້ອຍໆເພື່ອຊ່ວຍຄົນນັ້ນໃຫ້ຫັນໜີຈາກບາບ.
- ພຣະ ຄຳ ພີ ໃໝ່ ສັ່ງໃຫ້ຄຣິສຕຽນສັ່ງຫ້າມຄົນອື່ນໆໃນເວລາທີ່ພວກເຂົາບໍ່ເຊື່ອຟັງພຣະເຈົ້າຢ່າງຈະແຈ້ງ.
- ໜັງສືສຸພາສິດແນະນຳພໍ່ແມ່ໃຫ້ ຕຳ ນິລູກຂອງພວກເຂົາເມື່ອພວກເຂົາບໍ່ເຊື່ອຟັງ.
- ໂດຍປົກກະຕິແລ້ວຄຳຕຳໜິແມ່ນເພື່ອປ້ອງກັນຜູ້ທີ່ກະ ທຳ ຜິດຈາກການພົວພັນກັບຕົນເອງໃນຄວາມບາບ.
- ສິ່ງນີ້ສາມາດຖືກແປໂດຍ, "ຖືກຕ້ອງທີ່ເຂັ້ມງວດ" ຫຼື "ຄຳ ຕັກເຕືອນ."
- ຄຳເວົ້າທີ່ວ່າ "ຕຳ ນິ" ອາດຈະຖືກແປໂດຍ "ຄຳ ແກ້ໄຂທີ່ເຂັ້ມງວດ" ຫຼື "ຄຳ ຕຳ ນິຕິຕຽນຢ່າງແຮງ."
- "ໂດຍບໍ່ມີ ຄຳຕຳນິ" ສາມາດຖືກແປເປັນ "ໂດຍບໍ່ມີຄຳ ຕັກ ເຕືອນ" ຫລື "ບໍ່ມີ ຄຳ ຕຳ ນິຕິຕຽນ."
ຕີຂີໂກ
ຕີຂີໂກ ເປັນຄົນໜຶ່ງໃນເພື່ອນຜູ້ຮັບໃຊ້ຂ່າວປະເສີດຂອງໂປໂລ.
- ຕີຂີໂກ ຮ່ວມກັບໂປໂລຢ່າງນ້ອຍໜຶ່ງເທື່ອໃນການເດິນທາງໄປປະກາດເຜີຍແຜ່ຂອງເພິ່ນໄປທີ່ເອເຊຍ.
- ໂປໂລໄດ້ອະທິບາຍເຖິງຕີຂີໂກ ວ່າ "ຜູ້ທີ່ເປັນທີ່ຮັກ" ແລະ "ຜູ້ທີ່ຊື່ສັດ."
- ຕີຂີໂກ ໄດ້ນຳຈົດຫມາຍຂອງໂປໂລໄປຫາເມືອງເອເຟໂຊແລະເມືອງ ໂກໂລຊາຍ.
ຕີຄວາມ, ການຕີຄວາມ
ຄຳວ່າ "ตีຕີຄວາມ" ແລະ "ການຕີຄວາມ" ອ້າງເຖຶງການເຂົ້າໃຈແລະການອະທຶບາຍຄວາມໝາຍຂອງບາງສຶ່ງທີ່ບໍ່ຊັດເຈນ
- ຫລາຍຄັ້ງໃນພຣະຄຳພີ ຄຳເຫລົ່ານີ້ຖືກໃຊ້ກຽວເນື່ອງກັບການອະທຶບາຍຄວາມໝາຍขຂອງຄວາມຝັນຫຼືນຶມຶດ
- ເມື່ອກະສັດບາບຶໂລນເນຍໄດ້ຝັນເຖຶງສຶ່ງທີ່ຊັບຊ້ອນ ພຣະເຈົ້າຊົງຊ່ອຍໃຫ້ດານຶເອນເຂົ້າໃຈແລະອະທຶບາຍຕີຄວາມໝາຍຂອງຄວາມຝັນເຫລົ່ານັ້ນ
- ຄຳວ່າ "ການຕີຄວາມ" ຂອງຄວາມຝັນຄື "ການອະທຶບາຍ" ຄວາມໝາຍຂອງຄວາມຝັນ
- ໃນພັນທະສັນຍາເດຶມພຣະເຈົ້າຈະຊົງສຳແດງແກ່ຜູ້ຄົນວ່າຈະເກຶດສຶ່ງໃດຂື້ນໃນອານາຄົດ ດັ່ງນັ້ນການຕີຄວາມຂອງຄວາມຝັນເຫລົ່ານັ້ນກໍ່ໄປຄຳພຣະຍາກອນ
- ຄຳວ່າ "ຕີຄວາມ" ສາມາດໃຊ້ຄາດຄະເນຄວາມໝາຍຂອງສຶ່ງອື່ນເຊ່ນຄາດຄະເນວ່າອາກາດຈະເປັນຢ່າງໃດໂດຍໃຊ້ຂໍ້ມູນຈາກຄວາມຮ້ອນຫຼືຄວາມໜາວມີລົມແຮງຫຼືມີເມກຢ່າງໃດຢ່າງໜື່ງ
- ວຶທີແປຄຳວ່າ "ຕີຄວາມ" ສາມາດລວມ "ຄາດຄະເນຄວາມໝາຍຂອງ" ຫຼື "ອະທຶບາຍ" ຫຼື "ໃຫ້ຄວາມໝາຍຂອງ"
- ຄຳວ່າ "ການຕີຄວາມໝາຍຂອງ"ສາມາດແປວ່າ "ຄຳອະທຶບາຍ" ຫຼື"ຄວາມໝາຍ"
ຕີໂມທຽວ
ຕີໂມທຽວເປັນຊາຍໜຸ່ມຈາກເມືອງລີສະຕຣາທີ່ໄດ້ກາຍເປັນຜູ້ເຊື່ອໃນພຣະຄຣິດອັນເປັນຜົນມາຈາກການພັນທະກິດຂອງໂປໂລໃນເມືອງຂອງທ່ານ. ຫລັງຈາກນັ້ນທ່ານໄດ້ເຂົ້າຮ່ວມກັບໂປໂລໃນການເດີນທາງຮ່ວມພັນທະກິດຫລາຍເທື່ອແລະຊ່ວຍລ້ຽງດູຫລາຍຊຸມຊົນຂອງຜູ້ເຊື່ອໃໝ່.
- ພໍ່ຂອງຕີໂມທຽວເປັນຊາວກະລີກ, ແຕ່ແມ່ເຖົ້າທັງສອງຄື ລູອິດແລະແມ່ຢູນິຊຂອງທ່ານເປັນຊາວຢິວແລະຜູ້ເຊື່ອໃນພຣະຄຣິດ.
- ຜູ້ອາວຸໂສທັງຫລາຍແລະໂປໂລໄດ້ແຕ່ງຕັ້ງຕີໂມທຽວຢ່າງເປັນທາງການໃຫ້ໂດຍການວາງມືລົງເທິງທ່ານແລະອະທິຖານເພື່ອທ່ານ.
- ຫນັງສືສອງເຫລັ້ມໃນພັນທະສັນຍາໃໝ່ (1 ຕີໂມທຽວແລະ 2 ຕີໂມທຽວ) ເປັນຈົດຫມາຍທີ່ຂຽນຂຶ້ນໂດຍໂປໂລໃຫ້ຄຳແນະນຳແກ່ທິໂມທຽວໃນຖານະຜູ້ນຳທີ່ໜຸ່ມແໜ້ນຂອງຄຣິດຕະຈັກທ້ອງຖິ່ນຫລາຍແຫ່ງ.
ຕູບານ
ມີຜູ້ຊາຍຫລາຍຄົນໃນພັນທະສັນຍາເດີມທີ່ມີຊື່ວ່າ "ຕູບານ"
- ຜູ້ຊາຍທີ່ຊື່ວ່າຕູບານຄົນໜຶ່ງເປັນບຸດຊາຍຂອງຢາເຟດ.
- ຜູ້ຊາຍທີ່ຊື່ວ່າ "ຕູບານ-ກາອິນ" ເປັນບຸດຊາຍຂອງລາເມັກ ແລະເປັນຜູ້ສືບເຊື້ອສາຍຂອງກາອິນ.
- ຕູບານເປັນຊື່ຂອງປະຊາຊົນກຸ່ມໜຶ່ງທີ່ໄດ້ຮັບການກ່າວເຖິງໂດຍຜູ້ປະກາດພຣະທຳເອຊາຢາແລະເອເຊກຽນ.
ຕົວສັ່ນ
ຄຳວ່າ "ຕົວສັ່ນ" ໝາຍເຖິງການສັ່ນຫລືຕົວສັ່ນຈາກຄວາມຢ້ານຫລືຄວາມທຸກທໍລະມານຫລາຍ.
- ຄຳນີ້ຖືກໃຊ້ໃຫ້ເຫັນພາບທີ່ໝາຍເຖິງ "ຢ້ານຫລາຍ."
- ບາງເທື່ອຄຳວ່າ "ສັ່ນສະເທືອນ" ອ້າງເຖິງສຽງສັ່ນຂອງພື້ນດິນເພາະເກີດຈາກສຽງດັງຫລາຍ.
- ພຣະຄໍາພີກ່າວວ່າ ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ ແຜ່ນດິນໂລກຈະສັ່ນສະເທືອນ. ນັ້ນສາມາດໝາຍຄວາມວ່າຜູ້ຄົນໃນແຜ່ນດິນໂລກຈະສັ່ນຢ້ານພຣະເຈົ້າ ຫລື ແຜ່ນດິນໂລກຈະສັ່ນເອງ.
- ນີ້ສາມາດແປວ່າ "ຢ້ານ" ຫລື "ຢໍາເກງພຣະເຈົ້າ" ຫລື "ສັ່ນສະເທືອນ," ຂຶ້ນຢູ່ກັບບໍລິບົດ.
ຕົ້ນເຂົ້າບາເລ
ເຂົ້າບາເລເປັນເຂົ້າປະເພດໜຶ່ງທີ່ປະຊາຊົນປູກເພື່ອເປັນອາຫານ ເມື່ອພຣະຄຳພີເວົ້າເຖິງ " ເຂົ້າ " ຫລື " ເມັດ" ບາງຄັ້ງກໍກຳລັງເວົ້າເຖິງເຂົ້າບາເລຫລືເມັດເຂົ້າບາເລ
- ເມັດເຂົ້າບາເລຫລືເຂົ້າອອກຮວງຂື້ນທີ່ປາຍຂອງຕົ້ນເຂົ້າບາເລ
- ຫລັງຈາກການເກັບກ່ຽວເຂົ້າບາເລ ເມັດຈະຖືກແຍກອອກຈາກຮວງໂດຍການຍີເມັດອອກ ຕົ້ນຂອງເຂົ້າບາເລເອີ້ນວ່າ "ເຟືອງ " ແລະມັດວາງໄວ້ພື້ນເພື່ອໃຫ້ສັດທັງຫລາຍເປັນບ່ອນນອນ *ຫລັງຈາກຍີເມັດອອກແລ້ວ ເມັດລີບທີ່ຢູ່ອ້ອມຮອບເມັດຕື່ງຈະຖືກແຍກອອກໂດຍການຝັດຫລືຫ່ອນອອກແລະຖີ້ມໄປ
- ປະຊາຊົນໄດ້ບົດເຂົ້າບາເລໃຫ້ເປັນແປ້ງ ແລະໃຊ້ເຂົ້າບາເລເຮັດເປັນເຂົ້າໜົມປັງ
ຕົ້ນໂອກ, ຕົ້ນໝາກກໍ່
ຕົ້ນໂອກຫລືຕົ້ນໝາກກໍ່ເປັນຕົ້ນໄມ້ສູງທີ່ໃຫ້ຮົ່ມເງົາ, ມີລໍາຕົ້ນທີ່ໃຫຍ່ແລະກິ່ງງ່າທີ່ແຜ່ຂະຫຍາຍອອກ. * ຕົ້ນໂອກມີເນື້ອໄມ້ທີ່ແຂງເຊິ່ງນໍາໄປໃຊ່ໃນການສ້າງເຮືອແລະຄາດສໍາລັບເຮັດໄຮ່, ແອກງົວ, ຫລືໄມ້ເທົ້າຄໍ້າຊູສໍາັບຜູ້ສູງໄວ. * ເມັດພືດຂອງຕົ້ນໂອກເອີ້ນວ່າຜົນຕົ້ນໂອກ. * ຂະໜາດລໍາຕົ້ນຂອງຕົ້ນໂອກບາງຕົ້ນມີຄວາມກວ້າງເຖິງ 6 ແມັດ. * ຕົ້ນໂອກຄືສັນຍາລັກຂອງການມີຊີວິດທີ່ຍືນຍາວແລະມີຄວາມໝາຍອື່ນຝ່າຍຈິດວິນຍານ. ໃນພຣະຄໍາພີ, ຕົ້ນໂອກຈະກ່ຽວກັບສະຖານທີ່ບໍລິສຸດ.
ຄໍາແນະນໍາໃນການແປ
- ສະບັບແປຫລາຍສະບັບຈະໃຊ້ຄໍາວ່າ "ຕົ້ນໂອກ" ຫລາຍກວ່າ "ໂອກ."
- ຫາກຕົ້ນໂອກບໍ່ເປັນທີ່ຮູ້ຈັກໃນວັດທະນະທໍາຂອງພາສາທີ່ຈະໃຊ້ແປ, ສາມາດແປວ່າ "ຕົ້ນໂອກເຊິ່ງເປັນຕົ້ນໄມ້ທີ່ໃຫ້ຮົ່ມເງົາຂະໜາດໃຫຍ່ຄືກັບ..." ແລ້ວໃຫ້ບອກຊື່ຕົ້ນໄມ້ທ້ອງຖິ່ນທີ່ມີລັກສະນະຄ້າຍກັນ.
- ເບິ່ງເພີ່ມເຕີມ : [How to Translate Unknowns]
ຖວາຍ ຫລືການຖວາຍ
ການຖວາຍຄືການແຍກ ຫລືການກະທຳບາງຢ່າງເພືອ່ຈຸດປະສົງຫລືໜ້າທີ່ພິເສດ. * ດາວິດໄດ້ຖວາຍທອງຄຳແລະເງີນຂອງພຣະອົງແດ່ພຣະເຈົ້າ. * ຫລາຍເທື່ອຄຳວ່າ ( ການຖວາຍ) ອ້າງເຖີງວຽກຫລືພິທີການທີ່ເປັນທາງການເພື່ອແຍກສິ່ງຂອງບາງຢ່າງອອກເປັນພິເສດ. * ການຖວາຍແທ່ນບູຊາຮວມເຖີງການບູຊາແດ່ພຣະເຈົ້າ. * ເນເຮມີຢາ ນຳຊາວອິສຣາເອນໃນການຖວາຍກຳແພງຂອງກຸງເຢຣູຊາເລມທີ່ສ້ອມແຊມແລ້ວ ດ້ວຍການຟື້ນຟູສັນຍາທີ່ຈະໄດ້ໃຊ້ສເພາະພຣະເຈົ້າຢາເວແລະດູແລນະຄອນຂອງພຣະອົງ, ເຫດການນີ້ຮວມເຖີງການຖວາຍຂອບຄຸນພຣະເຈົ້າ ດ້ວຍເຄື່ອງດົນຕີແລະການຮ້ອງເພງ. * ຄຳວ່າ ( ມອບຖວາຍ) ອາຈແປວ່າ ( ມອບໝາຍໜ້າທີ່ເພື່ອວັດຖຸປະສົງສະເພາະ ຫລື ( ມອບບາງສິ່ງບາງຢ່າງທີ່ຈະໃຊ້ສຳຫລັບການໃຊ້ງານສະເພາະ) ຫລື ( ມອບໝາຍໃຫ້ຜູ້ໃດຜູ້ນຶ່ງທຳງານພິເສດ.)
ຖວາຍພຣະສະຫງ່າລາສີ,ຖວາຍກຽດ
ຄຳວ່າ "ຖວາຍພຣະສະຫງ່າລາສີ" ໝາຍເຖີງການສະແດງຫລືບອກເຖີງຄວາມຫຍິ່ງໃຫຍ່ແລະຄວາມສຳຄັນໃນບາງສິ່ງຫລືບາງຄົນ.ຄວາມໝາຍຕາມຕົວອັກສອນຄື "ໃຫ້ກຽດ".
- ມະນູດສາມາດຖວາຍກຽດແດ່ພຣະເຈົ້າໂດຍການບອກເຖີງສິ່ງດີເລີດທ່ີພຣະອົງໄດ້ກະທຳ.
- ພວກເຂົາສາມາດໃຫ້ກຽດພຣະເຈົ້າໂດຍການດຳເນີນຊີວິດໃນແບບທີ່ຖວາຍກຽດແກ່ພຣະອົງແລະສະແດງໃຫ້ເຫັນວ່າພຣະອົງຍິ່ງໃຫຍ່ແລະອັດສະຈັນສຳໃດ.
- ເມື່ອພຣະຄຳພີເວົ້າວ່າພຣະເຈົ້າໃຫ້ພຣະອົງເອງໄດ້ຮັບກຽດ ນັ້ນໝາຍຄວາມວ່າພຣະອົງເປີດເຜີຍແກ່ມະນູດໄດ້ເຫັນເຖີງຄວາມດີເລີດຍິ່ງໃຫຍ່ຂອງພຣະອົງຫລາຍຄັ້ງສຳແດງຜ່ານການອັດສະຈັນຕ່າງໆ.
- ພຣະເຈົ້າພຣະບິດາຈະໃຫ້ພຣະເຈົ້າພຣະບູດໄດ້ຮັບກຽດໂດຍການເປີດເຜີຍແກ່ມະນູດເຖີງຄວາມດີເລີດສົມບຸນໃນພຣະບູດ ຄວາມສະຫງ່າງາມແລະຄວາມຍິ່ງໃຫ່ຍ.
- ທູກຄົນທີ່ເຊື່ອໃນພຣະຄິິດຈະໃຫ້ກຽດແກ່ພຣະເຈົ້າ ເມື່ອພວກເຂົາຖືກຟື້ນຈາກຄວາມຕາຍ ພວກເຂົາຈະຖືກປຽ່ນໃຫ້ສະທອ້ນພຣະສະຫງ່າລາສີຂອງພຣະອົງແລະສຳແດງພຣະຄູນຂອງພຣະອົງແກ່ສັບພະສິ່ງທັງປວງ.
ຄຳແນະນຳການແປ
- ຄຳນີ້ສາມາດແປວ່າ "ຖວາຍພຣະສະຫງ່າລາສີມາສຸ່" ຫລື "ເຮັດໃຫ້ຄວາມຍິ່ງໃຫຍ່ເກີດຂື້ນ
- ວາລີ " ຖວາຍກຽດເເດ່ພຣະເຈົ້າ " ສາມາດເເປວ່າ " ສັນເສີນພຣະເຈົ້າ " ຫຼື " ເວົ້າເຖີ່ງຄວາມຍີ່ງໃຫຍ່ຂອງພຮະເຈົ້າ " ຫຼື" ສຳເເດງວ່າພຣະເຈົ້າຍີ່ງໃຫຍ່ຂະໜາດໃດ " ຫຼື " ໃຫ້ກຽດພຣະເຈົ້າ"
ຖາມເຖຶງ
ຢ່າງຄຳເວົ້າວ່າ "ຖາມເຖຶງ" ໝາຍເຖຶງການຖາມບາງຄົນເພື່ອໃຫ້ໄດ້ຂໍ້ມູນບາງຢ່າງ "ຖາມເຖຶງ" ມັກຈະໃຊ້ເພື່ອຂໍສະຕຶປັນຍາແລະຂໍຄວາມຊ່ອຍເຫຼືອຈາກພຣະເຈົ້າ
- ໃນພັນທະສັນຍາເດຶມມີການບັນທືກຫຼາຍເຫດການທີ່ປະຊາຊົນຖາມພຣະເຈົ້າ
- ຄຳນີ້ຍັງໃຊ້ຍັງໃຊ້ກັບກະສັດແລະຂ້າລາດຊະການທີ່ທຳການຄົ້ນຫາໃນບັນທືກທີ່ເປັນລາຍລິກອັກສອນທ່າງການ ບໍຣຶບົດ "ຖາມເຖຶງ" ອາດຈະແປໄດ້ວ່າ "ຖາມ" ຫຼື "ຖາມເຖຶງຂໍ້ມູນ"
- ຄຳເວົ້າ "ທູນຖາມພຣະຢາເວ" ສາມາດແປໄດ້ວ່າ "ທູນຂໍການຊົງນຳຈາກພຣະຢາເວ" ຫຼື "ທູນຖາມພຣະຢາເວວ່າຈະທຳຢ່າງໃດ"
- "ໄຕຖາມທຸກສຸກຂອງ" ບາງຢ່າງສາມາດແປໄດ້ວ່າ "ຖາມ" ຫຼື "ຖາມເຖຶງຂໍ້ມູນກຽວກັບ"
- ເມື່ອພຣະຢາເວເວົ້າວ່າ "ເຮົາຈະບໍ່ຍ້ອມໃຫ້ເຈົ້າມາຖາມເຖຶງເຮົາ" ປະໂຍດນີ້ສາມາດແປໄດ້ວ່າ "ເຮົາຈະບໍ່ອະນຸຍາດໃຫ້ເຈົ້າຖາມຂໍ້ມູນອີຫຍັງຈາກເຮົາ"ຫຼື "ເຈົ້້າຈະບໍ່ໄດ້ຮັບອະນຸຍາດໃຫ້ຂໍຄວາມຊ່ອຍເຫຼືອຫຍັງຈາກເຮົາ"
ຖືກຕ້ອງຕາມກົດໝາຍ, ຢ່າງຖືກຕ້ອງຕາມກົດໝາຍ, ບໍ່ຖືກຕ້ອງຕາມກົດໝາຍ
ຄຳວ່າ " ຖືກຕ້ອງຕາມກົດໝາຍ " ໝາຍເຖິງສິ່ງທີ່ໄດ້ຮັບການອະນຸຍາດໃຫ້ເຮັດໄດ້ໂດຍສອດຄອງກັບກົດມາຍ ຫຼື ຂໍ້ຮຽກຮ້ອງອື່ນໆ ຄຳກົງກັນຂ້າມກັບຄຳວ່າ " ຢ່າງຖືກຕ້ອງຕາມກົດໝາຍ " ມີຄວາມໝາຍທຳມະດາ ຄື " ບໍ່ຖືກຕ້ອງຕາມກົດໝາຍ. "
- ໃນພຣະຄຳພີ ຖ້າບາງສິ່ງຖືກກ່າວວ່າເປັນສິ່ງທີ່ " ຖືກຕ້ອງຕາມກົດໝາຍ " ໝາຍຄວາມວ່າໄດ້ຮັບອະນຸຍາດໂດຍຄວາມຊອບທຳຂອງພຣະເຈົ້າ ຫຼື ໂດຍກົດບັນຍັດຂອງໂມເຊ ແລະ ກົດໝາຍອື່ນໆຂອງຊາວຍີຢີວ ບາງສິ່ງນີ້ແມ່ນ " ບໍ່ຖືກຕ້ອງຕາມກົດໝາຍ" ຄືບໍ່ໄດ້ຮັບອະນຸຍາດ ໂດຍກົດໝາຍເຫຼົ່ານັ້ນ.
- ການເຮັດບາງສິ່ງ " ຢ່າງຖືກຕ້ອງຕາມກົດໝາຍ " ໝາຍເຖີງການເຮັດໃນສິ່ງທີ່ຖືກຕ້ອງ ຫຼື " ໃນທາງທີ່ຖືກຕ້ອງ. "
- ມີຫຼາຍສິ່ງຫຼາຍຢ່າງທີ່ກົດໝາຍຂອງຊາວຢີວຖືກພິຈາລະນາວ່າຖືກຕ້ອງຕາມກົດໝາຍ ຫຼື ບໍ່ຖືກຕ້ອງຕາມກົດໝາຍນັ້ນບໍ່ໄດ້ມີມີການຕົກລົງກັບພຣະບັນຍັດຂອງພຣະເຈົ້າກ່ຽວກັບການຮັບຜູ້ອື່ນ.
- ຂື້ນຢູ່ກັບສະພາບ ວິທີ່ການແປຄຳວ່າ " ຖືກຕ້ອງຕາມກົດໝາຍ " ສາມາດລວບລວມຄຳວ່າ " ບໍ່ໄດ້ຮັບອະນຸຍາດ " ຫຼື " ຕາມກົດບັນຍັດຂອງພຮະເຈົ້າ " ຫຼື " ຕາມກົດໝາຍຂອງພວກເຮົາ " ຫຼື " ຖືກຕ້ອງ " ຫຼື " ເຂົ້າກັນໄດ້. "
- ວະລີ " ຄືຖືກຕ້ອງຕາມກົດໝາຍ " ສາມາດແປວ່າ " ກົດໝາຍຂອງພວກເຮົາອະນຸຍາດຫຼືບໍ່ " ຫຼື " ມັນແມ່ນສິ່ງທີ່ກົດໝາຍຂອງເຮົາອຸນະຍາດຫຼືບໍ່?"
ຖ່ອມໃຈ, ຄວາມຖ່ອມໃຈ
ຄຳວ່າ "ຖ່ອມໃຈ" ອະທິບາຍເຖິງບຸຸກຄົນທີ່ບໍ່ຄິດວ່າຕົນເອງດີກວ່າຄົນອື່ນ ທ່ານບໍ່ໄດ້ຍິ່ງຫລືທະນົງຕົວ ການຖ່ອມໃຈຄືຄຸນນະພາບຂອງການເປັນຄົນຖ່ອມ. * ການຖ່ອມໃຈຕໍ່ພຣະເຈົ້າໝາຍເຖິງການເຂົ້າໃຈຄວາມອ່ອນແອແລະຄວາມບໍ່ສົມບູນແບບເມື່ອປຽບທຽບກັບຄວາມຍິ່ງໃຫຍ່ ພະປັນຍາແລະຄວາມສົມບູນແບບຂອງພຣະອົງ. * ຖ້າຄົນໜຶ່ງຖ່ອມຕົນເອງລົງ, ທ່ານໃຫ້ຕົນເອງຢູ່ໃນຕຳແໜ່ງທີ່ສຳຄັນນ້ອຍກວ່າ. * ຄວາມຖ່ອມໃຈຄືການຄິດເຖິງຄວາມຈຳເປັນຂອງຄົນອື່ນກ່ອນຄວາມຕ້ອງການຂອງຕົນເອງ. * ຄວາມຖ່ອມໃຈຍັງໝາຍເຖິງການຮັບໃຊ້ດ້ວຍທ່າທີສະຫງົບສະງ່ຽມໃນຂະນະທີ່ໃຊ້ຂອງປະທານແລະຄວາມສາມາດຂອງຕົນເອງ. * ວະລີ "ຖ່ອມໃຈ" ສາມາດແປໄດ້ວ່າ "ຢ່າຈອງຫອງ." * "ຖ່ອມໃຈລົງຕໍ່ພຣະເຈົ້າ" ສາມາດແປໄດ້ວ່າ, "ຍອມມອບຄວາມປະສົງຂອງຕົນເອງໃຫ້ແກ່ພຣະເຈົ້າໂດຍຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະອົງ."
ຖ້ອຍຄຳ
" ຖ້ອຍຄຳ " ໝາຍເຖິງບາງສິ່ງບາງຢ່າງທີ່ບາງຄົນໄດ້ເວົ້າອອກມາ
- ຕົວຢ່າງໃນເລື່ອງນີ້ ເຊັ່ນເມື່ອທູດສະຫວັນໄດ້ເວົ້າກັບເຊຄາຣິຢາວ່າ " ທ່ານບໍ່ເຊື່ອໃນຖ້ອຍຄຳຂອງເຮົາບໍ " ຊື່ງໝາຍຄວາມວ່າ " ທ່ານບໍ່ເຊື່ອໃນສິ່ງທີ່ເຮົາໄດ້ເວົ້າ " *ຄຳນີ້ແມ່ນຕະລອດເວລາທີ່ໝາຍເຖິງຂໍ້ຄວາມທັງໝົດບໍ່ໄດ້ໃຊ້ແຕ່ຄຳດຽວເທົ່ານັ້ນ
- ບາງຄັ້ງໃນພຣະຄຳພີ " ຖ້ອຍຄຳ " ໝາຍເຖິງທຸກສິ່ງທີ່ພຣະເຈົ້າຊົງສັ່ງວ່າຫລືສັ່ງເຊັ່ນໃນ " ພຣະເຈົ້າໄດ້ໃຊ້ຄຳເວົ້າຂອງພຣະອົງ " ຫລື " ຖ້ອຍຄຳແຫ່ງຄວາມຈິງ "
- ຍາງຄັ້ງ " ຖ້ອຍຄຳ "ໝາຍເຖິງການທົ່ວໄປເຊັ່ນ " ພະລັງໃນການເວົ້າແລະການກະທຳ " ນັ້ນໝາຍຄວາມວ່າ " ພະລັງໃນການເວົ້າແລະມາລະຍາດຫລືການກະທຳ "
- ການໃຊ້ຄຳໆນີ້ເປັນພິເສດຕໍ່ເມື່ອພຣະເຢຊູໄດ້ເອີ້ນວ່າ" ພຣະວາທະ "
ຄຳແນະນຳໃນການແປ
- ວິທີຕ່າງໆໃນການແປ " ຖ້ອຍຄຳ "ຫລື " ເຫລົ່າຖ້ອຍຄຳ "ຮວມເຖິງ " ການສອນ " ຫລື " ຂໍ້ຄວາມ " ຫລື "ຂ່າວ "ຫລື " ຄຳກ່າວ" ຫລື " ສິ່ງທີ່ໄດ້ກ່າວໄວ້ "
- ເມື່ອຄຳນີ້ເວົ້າເຖິງພຣະເຢຊູວ່າເປັນ" ພຣະວາທະ"ຄຳນີ້ອາດຈະແປວ່າ" " ຄຳສອນ " ຫລື "ຄຳກ່າວ "
ຖ້ອຍຄຳແຫ່ງຄວາມຈິງ
ຄຳວ່າ " ຖ້ອຍຄຳແຫ່ງຄວາມຈິງ " ເປັນອີກວິທີໜຶ່ງໃນການເວົ້າເຖິງຄຳສອນຫລືຄຳສອນຂອງພຣະເຈົ້າ
- ພຣະວັດຈະນະແຫ່ງຄວາມຈິງຂອງພຣະເຈົ້າປະກອບດ້ວຍທຸກຢ່າງທີ່ພຣະເຈົ້າໄດ້ສອນປະຊາຊົນກ່ຽວກັບເລື່ອງຂອງພຣະເຈົ້າອົງເອງ ໃນການຊົງສ້າງແລະແຜນການແຫ່ງຄວາມລອດພົ້ນໂດຍທາງພຣະເຢຊູ
- ຄຳນີ້ໝາຍເຖິງຄວາມຈິງທີ່ວ່າສິງທີ່ພຣະເຈົ້າຊົງສັ່ງໃຫ້ເຮົານັ້ນເປັນຄວາມຈິງ ສັດຊື່ ແລະທ່ຽງທຳ
ຄຳແນະນຳໃນການແປ
- ນີ້ສາມາດແປໄດ້ວ່າ " ຄຳສອນທີ່ຖືກຕ້ອງຂອງພຣະເຈົ້າ "ຫລື " ພຣະຄຳຂອງພຣະເຈົ້າຊື່ງເປັນຄວາມຈິງ "
- ເປັນສິ່ງສຳຄັນສຳລັບການແປໃນຄຳນີ້ໃຫ້ລວມໄປເຖິງຄວາມໝາຍຂອງຄວາມເປັນຈິງ
ທອງ
ທອງຄຳເປັນໂລຫະສີເຫລືອງທີ່ມີຄ່ຫລາຍ ທີ່ໃຊ້ເຮັດເຄື່ອງປະດັບ ແລະສິ່ງຂອງໃນສາດສະໜາ ເປັນໂລຫະທີ່ມີຄາ່ຫລາຍທີ່ສູດ ໃນໂລກຍູກໂບຮານ. * ໃນສະມັຍພຣະຄັມພີ ມີວັດຖູຫລາຍຊະນິດທີ່ເຮັດດວ້ຍທອງຄຳ ຫລືຫູ້ມດວ້ຍທອງຄຳບາງໆ. * ສິ່ງຂອງເຫລົ່າລວມເຖີງ ຕູ້ມຫຸ ແລະເຄື່ອງປະດັບອື່ນໆ ຮຸບເຄົາລົບ ແທ່ນບຸຊາແລະວັດຖູທີ່ໃຊ້ໃນພັບພາຫລືພຣະວິຫານ ຢ່າງເຊັ່ນຫີບພຣະພຣະບັນຍັດ. * ໃນພັນທະສັນຍາເດີມ ທອງຄຳຖືກໃຊ້ເປັນວິທີແລກປຽ່ນ ຊື້ແລະຂາຍ ມັນຈະຖືກຊັ່ງຕາຊັ່ງເພື່ອກວດສອບຄູນຄ່າ * ຕໍ່ມາແລະທອງຄຳແລະອື່ນໆ ຢ່າງເຊັ່ນ ເງິນທີ່ຖືກເຮັດເປັນຫລຽນເພື່ອໃຊ້ໃນການຊື້ແລະຂາຍ. * ເມື່ອອ້າງອີງບາງສິ່ງທີ່ບໍ່ແມ່ນທອງຄຳ ແຕ່ມີທອງປິວບາງໆ ຫູ້ມໃວ້ດວ້ວຍທອງຄຳ "ກໍສາມາດໃຊ້ໄດ້. * ບາງຄັ້ງວັດຖູໄດ້ຖູຸືກອະທິບາຍວ່າ "ສີທອງ" ຊິ່ງໝາຍຄວາມວ່າມັນມີສີເຫລີອງຂອງທອງຄຳ ແຕ່ອາດບໍ່ໄດ້ເຮັດດວ້ຍທອງ ແທ້ໆ ແທ້ໆ.
ທອງແດງ
ຄຳວ່າ“ ທອງແດງ” ໝາຍເຖິງໂລຫະປະເພດໜຶ່ງທີ່ຜະລິດມາຈາກການລະລາຍໂລຫະ, ທອງແດງ ແລະ ກົ່ວ. ມັນມີສີສີນ້ ຳຕານເຂັ້ມ, ສີແດງເລັກນ້ອຍ.
- ທອງແດງທົນຕໍ່ການກັດກ່ອນຂອງນ້ ຳ ແລະ ເປັນຕົວປະຕິບັດຄວາມຮ້ອນທີ່ດີ.
- ໃນສະໄໝບູຮານ, ທອງແດງຖືກໃຊ້ສຳລັບເຮັດເຄື່ອງມື, ອາວຸດ, ງານສິລະປະ, ແທ່ນບູຊາ, ໝໍ້ປຸງແຕ່ງອາຫານ, ແລະ ເຄື່ອງປະດັບຂອງທະຫານ, ໃນບັນດາສິ່ງອື່ນໆ.
- ວັດສະດຸກໍ່ສ້າງຈຳນວນຫຼາຍສຳລັບຫໍເຕັນ ແລະ ວິຫານໄດ້ຖືກເຮັດດ້ວຍທອງແດງ.
- ຮູບປັ້ນຂອງພະເຈົ້າປອມແມ່ນຍັງຖືກເຮັດດ້ວຍໂລຫະທອງແດງ.
- ວັດຖຸທີ່ເຮັດດ້ວຍທອງແດງແມ່ນເຮັດດ້ວຍໂລຫະທອງແດງທີ່ປະສົມທາດແຫຼວເປັນກ້ອນແລ້ວປົນລົງໃນແມ່ພິມ. ຂະບວນ ການນີ້ຖືກເອີ້ນວ່າ "ການຫລໍ່."
ທະເລ, ທະເລໃຫຍ່, ທະເລຕາເວັນຕົກ, ທະເລເມດີແຕຣາເນ
ໃນພຣະຄຳພີ, "ທະເລໃຫຍ່" ຫລື "ທະເລຕາເວັນຕົກ" ແມ່ນບົ່ງບອກເຖິງການເອິ້ນ "ທະເລເມດີແຕຣາເນ," ເຊິ່ງໃນພຣະຄຳພີເດີມ ທຸກຄົນຮູ້ດີວ່າມັນເປັນສິ່ງທີ່ຍິ່ງໃຫຍ່ຫລາຍ.
- ທະເລເມດີແຕຣາເນ ຖືກອ້ອມຮອບໂດຍ ອິດສະຣາເອນ (ທິດຕາເວັນອອກ), ຢູໂຣບ (ທິດເໜືອແລະທິດຕາເວັນຕົກ), ແລະອາຟຣິກກາ (ທິດໃຕ້).
- ໃນສະໄໝບູຮານ ທະເລນີ້ມີຄວາມສຳຄັນຫລາຍ ສຳລັບການຄ້າຂາຍແລະການເດີນທາງ ເພາະມີຫລາຍປະເທດຢູ່ອ້ອມຮອບ. ເມືອງຕ່າງໆ ແລະປະຊາຊົນຫລາຍກູ່ມ ທີ່ອາໃສຢູ່ຕາມແຄມຝັ່ງທະເລນີ້ ຈະມີຄວາມຈະເລີນຮູ່ງເຮືອງ ເພາະວ່າ ມັນງ່າຍໃນການຂົນສົ່ງສິນຄ້າຈາກປະເທດຕ່າງໆ ໂດຍທາງເຮືອ.
- ເນື່ອງຈາກວ່າທະເລໃຫຍ່ນີ້ ຕັ້ງຢູ່ທາງທິດຕາເວັນຕົກຂອງອິດສະຣາເອນ, ດັ່ງນັ້ນ ບາງເທື່ອຈິ່ງຖືກກ່າວເຖິງວ່າເປັນ "ທະເລຕາເວັນຕົກ."
ທະເລຄາລິເລ, ທະເລຊີນເນເລຣ , ທະເລສາບຂອງເຍັນເນຊາເລັດ, ທະເລຂອງທີເບເລຍ
"ທະເລຄາລິເລ" ແມ່ນຊື່ຂອງທະເລສາບໃນພາກຕາເວັນອອກຂອງອິດສະຣາເອນ. ໃນພຣະຄຳພີເດີມມັນໄດ້ຖືກເອີ້ນວ່າ "ທະເລຂອງ ຊີນເນເລຣ."
- ນ້ ຳຂອງທະເລສາບນີ້ໄຫລໄປທາງໃຕ້ຜ່ານແມ່ນ້ ຳຈໍແດນລົງໄປຫາທະເລເກືອ.
- ເມືອງກາເປນາອູມ, ເມືອງເບັດໃຊດາ, ເຍັນເນຊາເລັດ, ແລະ ທີເບເລຍ ແມ່ນບາງເມືອງທີ່ຕັ້ງຢູ່ທະເລຄາລິເລໃນຊ່ວງເວລາຂອງພຣະຄຳພີໃໝ່.
- ຫລາຍເຫດການ ໃນຊີວິດຂອງພຣະເຢຊູໄດ້ເກີດຂຶ້ນຢູ່ໃນຫືລໃກ້ທະເລຄາລິເລ.
- ທະເລຄາລິເລຍັງຖືກເອີ້ນວ່າ “ທະເລທີເບເລຍ”ແລະ“ທະເລເຍັນເນຊາເລັດ.”
- ຄຳສັບນີ້ຍັງສາມາດຖືກແປເປັນ"ທະເລສາບໃນຂົງເຂດແຂວງຄາລີເລ"ຫລື"ທະເລສາບຄາລີເລ"ຫລື"ທະເລສາບໃກ້ກັບ ທະເລທີເບເລຍ ແລະ (ເຍັນເນຊາເລັດ)."
ທະເລເກືອ ທະເລຕາຍ
ທະເລເກືອ(ເອີ້ນອີກຊື່ນື່ງວ່າທະເລຕາຍ)ຕັ້ງຢູ່ລະຫວ່າງອິດສະຣາເອນຕອນໃຕ້ທາງທິດຕາເວັນຕົກແລະໂມອາບທາງທິດຕາເວັນອອກ ແມ່ນ້ຳຈໍແດນໄຫລລົງທາງໃຕ້ສູ່ທະເລເກືອ ເນື່ອງຈາກມັນມີຂະນາດນ້ອຍກວ່າທະເລສ່ວນຫລາຍ ຈື່ງສາມາດເອີ້ນວ່າ”ທະເລເກືອ” *ທະເລນີມີຄວາມເຂັ້ມຂຸ້ນຂອງແຮ່ທາດຕ່າງໆສູງ(ຫລື”ເກືອຕ່າງໆ”)ຊື່ງໝາຍຄວາມວ່າບໍ່ມີສິ່ງທີ່ມີຊີວິດຢູ່ໃນນ້ຳນີ້ໄດ້ ເປັນທີ່ມາຂອງຊື່”ທະເລຕາຍ”
*ໃນພຣະສັນຍາເດີມ ທະເລນີ້ຍັງຖືກເອີ້ນວ່າ”ທະເລອາຣາບາ”ແລະ”ທະເລຂອງເນເກບ”ເພາະສະຖານທີຕັ້ງຢູ່ໃກ້ກັບອາຣາບາແລະເນເກບ
ທະເລແດງສາບ, ທະເລແດງ
“ ທະເລສາບ” ແມ່ນຊື່ຂອງນ້ ຳທີ່ຕັ້ງຢູ່ລະຫວ່າງອີຢີບແລະອາຣາເບຍ. ດຽວນີ້ມັນຖືກເອີ້ນວ່າ "ທະເລແດງ."
- ທະເລແດງຍາວແລະແຄບ. ມັນໃຫຍ່ກວ່າທະເລສາບຫລືແມ່ ນ້ ຳ, ແຕ່ມີຂະໜາດນ້ອຍກວ່າມະຫາສະໝຸດ.
- ຊາວອິດສະລາແອນຕ້ອງຂ້າມທະເລແດງເມື່ອພວກເຂົາໜີ ຈາກປະເທດເອຢິບ. ພຣະເຈົ້າໄດ້ເຮັດການອັດສະຈັນແລະເຮັດໃຫ້ນ້ ຳທະເລແບ່ງອອກເພື່ອໃຫ້ປະຊາຊົນສາມາດຍ່າງໄປຕາມດິນແຫ້ງ.
- ທີ່ດິນຂອງ ຄານາອານ ແມ່ນພາກເຫນືອຂອງທະເລນີ້.
- ນີ້ຍັງສາມາດຖືກແປເປັນ "ທະເລ ແດງ."
ທາຊັດ
ທາຊັດເປັນເມື່ອງທີ່ຈະເລີນຮຸ່ງເຮື່ອງ ທີ່ຕັ້ງຢູ່ຂອງອານາເຂດໂຣມມັນຄືຊີລີເຊຍໃນປະຈຸບັນເປັນຕອນກາງຂອງປະເທດຕຸລາກີ
- ທາຊັດເປັນທີ່ຕັ້ງຂະນານກັບແມ່ນ້ຳຫລັກແລະຢູ່ໃກ້ຊາຍຝັ່ງຂອງທະເລມີລຶແຕຣາເນ ເຮັດໃຫ້ເປັນສ່ວນໜື່ງຂອງເສັ້ນທ່າງຄ້າຂາຍສຳຄັນ
- ຊ່ວງເວລາໜື່ງໃນປະວັດສາດທາຊັດເປັນເມືອງຫລວງຂອງປະເທດຊຶລຶເຊຍ
- ໃນພັນທະສັນຍາໃໝ່ທາຊັດເປັນບ້ານເກຶດເມືອງນອນຂອງອັກຄະຣະສາວົກໂປໂລ
ທາຊຶດ
ທາຊຶດເປັນຊື່ເມືອງຂອງຜູ້ຊາຍສອງຄົນໃນພັນທະສັນຍາເດຶມ ແລະເປັນຊື່ຂອງເມື່ອງ
- ຫລານຄົນໜື່ງຂອງຢາເຟດມີຊື່ວ່າທາຊຶດ
- ທາຊຶດເປັນຊື່ໜື່ງຂອງນັກປາດຂອງກະສັດອາຫັດສຸເອລັດ
- ທາຊຶດເປັນຊື່ເມືອງທາເຮືອທີ່ຮຸ່ງເຮື່ອງ ທີ່ເຮືອສີນຄ້າໄດ້ນຳຜົນຜະລຶດຕ່າງໆ ມາຊື້ຫຼືຂາຍຫຼືແລກປ່ຽນ
- ເມືອງນີ້ສຳພັນກັບເມື່ອງໄຊແລະມີການຄຶດວ່າເປັນເມື່ອງຂອງຊາຟຶນຶເຊຍທີຢູ່ຫາງໄກຈາກອຶສະຣາເອນ ບາງທີ່ໃນທາງຝັ່ງຕາເັນຕົກຂອງສະເປນ
- ໃນພັນທະສັນຍາເດຶມ ຜູ້ປະກາດພຮະຄຳໂຢນາໄດ້ໂດຍສານໄປທີ່ເມື່ອງທາຊຶດແທ່ນທີ່ຈະເຊື່ອຟັງພຣະເຈົ້າໄປທີ່ເມືອງເນນາເວ
ທຳມະຈານ ,ຜູ້ທີ່ຊ່ຽວຊານພຣະບັນຍັດຂອງຢີວ
ພວກທຳມະຈານເປັນເຈົ້າຫນ້າທີຜູ້ທີ່ຮັບຜິດຊອບໃນການຂຽນຫລືຄັດລອກເອກກະສານຂອງລັດຫລືຫນັງສືທາງສາດສະໜາໂດຍການໃຊ້ມືຄັດລອກ ອີກຊື່ຫນື່ງຂອງທຳມະຈານຂອງຢີວ ຄື ”ຜູ້ຊ່ຽວຊານໃນພຣະບັນຍັດຂອງຊາວຢີວ”
ທຳມະຈານເປັນຜູ້ທີ່ຕ້ອງຮັບຜິດຊອບ ໃນການຄັດລອກແລະເກັບຮັກສາພຣະທຳຕ່າງໆ ຂອງພັນທະສັນຍາເດີມ * ທຳມະຈານຍັງຄັດລອກ, ຮັກສາແລະຕີຄວາມຫມາຍຄວາມຄິດເຫັນທາງດ້ານສາດສະໜາແລະຄຳອະທິບາຍໃນເລື່ອງພຣະບັນຍັດຂອງພຣະເຈົ້າ * ບາງຄັ້ງພວກທຳມະຈານຍັງເປັນເຈົ້າຫນ້າທີທີ່ສຳຄັນຂອງລັດດ້ວຍ * ທຳມະຈານດ້ານພຣະຄຳພີທີ່ສຳຄັນລວມເຖິງບາລຸແລະເອສະຣາ * ໃນພັນທະສັນຍາໃຫມ່ ຄຳວ່າ “ພວກທຳມະຈານ”ໄດ້ແປໄວ້ວ່າ“ພວກຄຣູສອນພຣະບັນຍັດ” * ໃນພັນທະສັນຍາໃຫມ່ ພວກທຳມະຈານເປັນສ່ວນຫນື່ງຂອງກຸ່ມ ສາດສະໜາທີ່ເອີ້ນວ່າ ”ພວກຟາລີຊາຍ“ແລະທັງສອງກຸ່ມຖືກກ່າວເຖິງດ້ວຍກັນຫລາຍຄັ້ງດ້ວຍ
ທຳມະສາລາ
ທຳມະສາລາເປັນຕຶກທີ່ພວກຊາວຢິວປະຊຸມກັນເພື່ອນະມັດສະການພະເຈົ້າ.
- ຕັ້ງແຕ່ສະໄໝບູຮານນະການ, ການນະມັດສະການຂອງຊາວຢິວນັ້ນໄດ້ລວມເອົາເຖິງເວລາຂອງການອະທິຖານ, ການອ່ານພຣະຄຳພີແລະການສອນກ່ຽວກັບພຣະຄຳພີ.
- ໃນເບື້ອງຕົ້ນຊາວຢິວເລີ່ມກໍ່ສ້າງທຳມະສາລາເປັນສະຖານທີ່ເພື່ອອະທິຖານແລະນະມັດສະການພຣະເຈົ້າໃນເມືອງຂອງພວກເຂົາ, ເພາະວ່າພວກເຂົາສ່ວນຫລາຍອາໄສຢູ່ຫ່າງໄກຈາກພຣະວິຫານໃນເມືອງເຢຣູຊາເລັມ.
- ພຣະເຍຊູສັ່ງສອນຢູ່ຕາມທຳມະສາລາເລື້ອຍໆແລະປິ່ນປົວປະຊາຊົນຢູ່ທີ່ນັ້ນ.
- ຄຳວ່າ“ ທຳມະສາລາ” ສາມາດໃຊ້ເປັນເພື່ອອ້າງອີງເຖິງກຸ່ມຄົນລວມຕົວກັນທີ່ປະຊຸມຢູ່ທີ່ນັ້ນ.
ທຳມິກະຊົນ
ຄຳວ່າ”ທຳມິກະຊົນ”ຕາມຕົວອັກສອນແລ້ວຫມາຍເຖິງ”ວິສຸດທິຊົນ”ຊື່ງອ້າງເຖິງຜູ້ທີ່ເຊື່ອໃນພຣະເຢຊູ *ຕໍ່ມາໃນປະຫວັດສາດຄຣິສຕະຈັກ ບຸກຄົນທີ່ຮູຈັກກັນໃນຜົນງານທີດີຂອງເຂົາຈະໄດ້ຖືກຂະໜານນາມວ່າ” ທຳມິກະຊົນ” ແຕ່ນັ້ນກໍ່ບໍ່ແມ່ນວິທີທີ່ຄຳນີ້ໄດ້ຖືກໃຊ້ໃນພຣະສັນຍາໃຫມ່
*ຜູ້ທີ່ເຊື່ອໃນພຣະເຢຊູເປັນທຳມິກະຊົນຫລື ບໍລິສຸດບໍແມ່ນເພາະການກຳທຳຂອງພວກເຂົາແຕ່ໂດຍຜ່ານທາງຄວາມເຊື່ອແຕ່ເປັນຄວາມສັດທາ ໃນການທຳງານຂອງພຣະເຢຊູຄຣິດຫລາຍກວ່າ ພຣະອົງເປັນຜູ້ທີ່ເຮັດໃຫ້ພວກເຮົາບໍລິສຸດ
ຄຳແນະນຳໃນການແປ
*ວິທີແປຄຳວ່າ “ທຳມິກະຊົນ” ສາມາດລວມເອົາ ”ຜູ້ບໍລິສຸດ” ຫລື ”ປະຊາຊົນຜູ້ບໍລິສຸດ”ຫລຶ ”ຜູ້ເຊື່ອໃນພຣະເຢຊູ ຜູ້ບໍລິສຸດ”ຫລື”ຜູ້ທີຖືກແຍກອອກມາ”
*ໃຫ້ລະມັດລະວັງທີ່ຈະບໍ່ໃຊ້ຄຳນີ້ອ້າງເຖິງປະຊາຊົນຂອງຄຣິສສະຕຽນພຽງກຸ່ມດຽວ
ທີ່ຮັກແພງ
ຄຳວ່າ "ທີ່ຮັກ" ແມ່ນການສະແດງຄວາມຮັກແພງເຊິ່ງພັນລະນາເຖິງຄົນທີ່ຖືກຮັກແລະຮັກແພງຈາກຄົນອື່ນ.
- ຄຳວ່າ "ທີ່ຮັກ" ທີ່ມີຄວາມໝາຍກໍ່ ໝາຍຄວາມວ່າ "ຮັກ (ຄົນ)" ຫລື "(ໃຜເປັນຄົນທີ່ຮັກ)."
- ພຣະເຈົ້າກ່າວເຖິງພຣະເຢຊູວ່າ“ ພຣະບຸດທີ່ຮັກຂອງພຣະອົງ”.
- ໃນຈົດໝາຍຂອງພວກເຂົາເຖິງຄຣິສຕະຈັກ, ພວກອັກຄະສາວົກ ມັກກ່າວເຖິງເພື່ອນຮ່ວມຄວາມເຊື່ອຂອງພວກເຂົາວ່າເປັນທີ່ຮັກແພງ.
ຄຳແນະນຳໃນການແປ
- ຄຳສັບນີ້ຍັງສາມາດແປວ່າ "ຮັກ" ຫລື "ຮັກແພງ" ຫລື "ຮັກແພງ" ຫລື "ຮັກແພງຫຼາຍ."
- ໃນສະພາບການເວົ້າກ່ຽວກັບເພື່ອນສະໜິດ, ສິ່ງນີ້ອາດຈະແປວ່າ "ເພື່ອນທີ່ຮັກແພງຂອງຂ້ອຍ" ຫລື "ເພື່ອນສະໜິດຂອງຂ້ອຍ". ໃນພາສາອັງກິດມັນເປັນເລື່ອງທຳມະຊາດທີ່ຈະເວົ້າວ່າ, "ເພື່ອນທີ່ຮັກ" ຫລື "ເພື່ອນ, ເຊິ່ງແມ່ນເພື່ອນທີ່ຮັກຂອງຂ້ອຍ." ພາສາອື່ນໆອາດຈະເຫັນວ່າມັນເປັນເລື່ອງທຳມະຊາດຫຼາຍກວ່າທີ່ຈະສັ່ງສິນຄ້າແບບນີ້.
- ຈົ່ງສັງເກດວ່າຄຳວ່າ "ທີ່ຮັກແພງ" ແມ່ນມາຈາກຄຳສັບສຳລັບຄວາມຮັກຂອງພຣະເຈົ້າ, ເຊິ່ງເປັນຮັກທີ່ບໍ່ມີເງື່ອນໄຂ, ບໍ່ເຫັນແກ່ຕົວແລະເສຍສະລະ.
ທີ່ເຫລືອ, ຍັງເຫລືອ
ຄຳວ່າ“ ທີ່ເຫຼືອ” ຕາມຄວາມໝາຍຕົວຈິງ ໝາຍເຖິງຄົນຫຼືສິ່ງທີ່“ ເຫລືອ” ຫລື“ ເຫລືອ” ຈາກ ຈຳນວນຫຼືກຸ່ມທີ່ໃຫຍ່ກວ່າ.
- ສ່ວນຫຼາຍແມ່ນ "ຜູ້ທີ່ເຫລືອ" ໝາຍເຖິງຄົນທີ່ລອດຊີວິດຈາກສະຖານະການທີ່ເປັນໄພຂົ່ມຂູ່ຕໍ່ຊີວິດຫຼືຜູ້ທີ່ຍັງຊື່ສັດຕໍ່ພຣະເຈົ້າໃນຂະນະທີ່ຖືກຂົ່ມເຫັງ. *ເອຊາຢາໄດ້ກ່າວເຖິງຊາວຢິວກຸ່ມໜຶ່ງວ່າເປັນຄົນທີ່ເຫລືອຢູ່ທີ່ລອດຊີວິດຈາກການໂຈມຕີຈາກຄົນພາຍນອກແລະມີຊີວິດຢູ່ເພື່ອກັບໄປດິນແດນແຫ່ງ ຄຳ ສັນຍາໃນການາອານ.
- ໂປໂລເວົ້າກ່ຽວກັບການເປັນຄົນທີ່ເຫລືອຢູ່ຂອງຄົນທີ່ພຣະເຈົ້າໄດ້ເລືອກໃຫ້ຮັບເອົາພຣະຄຸນຂອງພຣະອົງ.
- ຄຳວ່າ“ ທີ່ເຫຼືອ” ໝາຍຄວາມວ່າມີຄົນອື່ນທີ່ບໍ່ສັດຊື່ຫລືຜູ້ທີ່ບໍ່ໄດ້ລອດຊີວິດຫຼືຜູ້ທີ່ບໍ່ໄດ້ຖືກເລືອກ.
# ຄຳແນະນຳໃນການແປ
- ປະໂຫຍກທີ່ກ່າວວ່າ, "ຄົນທີ່ເຫລືອຢູ່ນີ້" ສາມາດຖືກແປເປັນ "ຄົນສ່ວນທີ່ເຫຼືອນີ້" ຫຼື "ຄົນທີ່ຍັງຊື່ສັດ" ຫຼື "ຄົນທີ່ເຫລືອຢູ່." *"ປະຊາຊົນທີ່ເຫລືອຢູ່ທັງ ໝົດ" ສາມາດຖືກແປໂດຍ "ສ່ວນທີ່ເຫຼືອຂອງປະຊາຊົນທັງ ໝົດ" ຫຼື "ຄົນທີ່ຍັງເຫຼືອ".
ທີ່ໝັ້ນ,ປ້ອມປາການ,ກຳລັງເສີມ
ຄຳສັບທີ່ວ່າ“ ທີ່ໝັ້ນ” ແລະ“ ປ້ອມປາການ” ທັງສອງໝາຍເຖິງສະຖານທີ່ທີ່ໄດ້ຮັບການປ້ອງກັນເປັນຢ່າງດີຈາກການໂຈມຕີຂອງພວກທະຫານສັດຕູ. ຄຳວ່າ“ ກຳລັງເສີມ” ໄດ້ອະທິບາຍເຖິງເມືອງຫລືສະຖານທີ່ອື່ນໆທີ່ໄດ້ຮັບຄວາມປອດໄພຈາກການໂຈມຕີ.
- ປົກກະຕິແລ້ວ, ບັນດາປ້ອມແລະປ້ອມປາການແມ່ນໂຄງສ້າງທີ່ມະນຸດສ້າງດ້ວຍກຳແພງປ້ອງກັນ. ພວກມັນຍັງສາມາດເປັນສິ່ງກີດຂວາງທາງທຳມະຊາດເຊັ່ນ: ຜາຫີນຫຼືພູເຂົາສູງ.
- ປະຊາຊົນໄດ້ສ້າງປ້ອມປ້ອງກັນໂດຍການສ້າງກຳແພງທີ່ໜາ ແໜ້ນຫລືໂຄງສ້າງອື່ນໆທີ່ເຮັດໃຫ້ສັດຕູເຂົ້າມາທຳລາຍຍາກ.
- "ທີ່ໝັ້ນ" ຫຼື "ປ້ອມປາການ" ສາມາດຖືກແປເປັນ "ສະຖານທີ່ທີ່ປອດໄພ" ຫຼື "ສະຖານທີ່ປົກປ້ອງຢ່າງເຂັ້ມແຮງ".
- ຄຳວ່າ "ເມືອງທີ່ເຂັ້ມແຂງ" ສາມາດແປວ່າ "ເມືອງທີ່ມີການປົກປ້ອງຢ່າງປອດໄພ" ຫຼື "ເມືອງທີ່ມີການກໍ່ສ້າງຢ່າງແຂງແຮງ".
- ຄຳນີ້ຍັງຖືກໃຊ້ເປັນຕົວປຽບທຽບເພື່ອອ້າງເຖິງພຣະເຈົ້າວ່າເປັນທີ່ໝັ້ນ ຫຼືປ້ອມປາການ ສຳລັບຜູ້ທີ່ໄວ້ວາງໃຈໃນພຣະອົງ. (ເບິ່ງເພີ່ມເຕີມ: Metaphor).
- ຄວາມໝາຍອີກຮູບໜຶ່ງສຳລັບຄຳວ່າ“ ທີ່ໝັ້ນ” ໝາຍເຖິງບາງສິ່ງບາງຢ່າງທີ່ຜູ້ຄົນໄວ້ວາງໃຈຜິດໆເພື່ອຄວາມປອດໄພຢ່າງເຊັ່ນ: ພະທຽມຫລືສິ່ງອື່ນໆທີ່ເຄົາລົບນັບຖືແທນທີ່ຈະເປັນ ພຣະເຈົ້າຢາເວ. ນີ້ອາດຈະຖືກແປເປັນ "ທີ່ຫມັ້ນຈອມປອມ".
- ຄຳສັບນີ້ຄວນຖືກແປໃຫ້ແຕກຕ່າງຈາກ "ບ່ອນລີ້ໄພ" ເຊິ່ງເນັ້ນໜັກເຖິງຄວາມປອດໄພຫຼາຍກວ່າແນວຄິດທີ່ຈະໄດ້ຮັບກຳ ລັງເສີມ.
ທຸກທໍລະມານ
ຄຳວ່າ "ທຸກທໍລະມານ" ອ້າງເຖິງຄວາມທຸກຍາກຢ່າງຍິ່ງ. ການທໍລະມານບາງຄົນໝາຍເຖິງການເຮັດໃຫ້ໃຜບາງຄົນຕ້ອງທົນທຸກທໍລະມານທີ່ຊອບກະທຳດ້ວຍວິທີໂຫດຮ້າຍ.
- ບາງເທື່ອຄຳວ່າ "ທຸກທໍລະມານ" ອ້າງເຖິງຄວາມເຈັບປວດແລະຄວາມທຸກທໍລະມານທາງກາຍ. ຕົວຢ່າງວ່າ:ຫນັງສືພຣະນິມິດທີ່ອະທິບາຍເຖິງການທຸກທໍລະມານທາງຮ່າງກາຍທີ່ຜູ້ນະມັດການ "ສັດຮ້າຍ" ຈະໄດ້ຮັບການທຸກທໍລະມານ ໃນຕອນຍຸກສຸດທ້າຍ.
- ຄວາມທຸກທໍລະມານອາດເກີດຂຶ້ນໃນຮູບແບບຂອງຄວາມທຸກທໍລະມານທາງຈິດວິນຍານແລະອາລົມຢ່າງທີ່ໂຢບໄດ້ຮັບປະສົບການ.
- ຕາມພຣະທຳພຣະນິມິດ, ຄົົນທີ່ບໍ່ເຊື່ອໃນພຣະເຢຊູເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຂົາຈະໄດ້ຮັບຄວາມທຸກທໍລະມານຊົ່ວນິລັນດອນໃນບຶງໄຟນາລົກ.
- ຄຳນີ້ສາມາດແປເປັນ "ຄວາມທຸກແສນສາຫັດ" ຫລື "ເຮັດໃຫ້ຄົນຕ້ອງທົນທຸກທໍລະມານຢ່າງຫລາຍ" ຫລື "ຄວາມທຸກທໍລະມານ" ຜູ້ແປບາງຄົນອາດເພີ່ມຄໍາວ່າ "ທາງຮ່າງກາຍ" ຫລື "ທາງຈິດວິນຍານ" ເພື່ອໃຫ້ຄວາມຫມາຍຊັດເຈນຍິ່ງຂຶ້ນ.
ທຸກທໍລະມານ,ຄວາມທຸກທໍລະມານ
ຄຳວ່າ "ທຸກທໍລະມານ" ແລະ "ຄວາມທຸກທໍລະມານ" ໝາຍເຖິງການປະສົບກັບບາງສິ່ງທີ່ບໍ່ພຶງປະສົງ, ເຊັ່ນຄວາມເຈັບປ່ວຍ, ຄວາມເຈັບປວດ, ຫລືຄວາມທຸກຍາກລຳບາກອື່ນໆ. * ເມື່ອປະຊາຊົນຖືກຂົ່ມເຫັງຫລືເມື່ອພວກເຂົາເຈັບປ່ວຍ, ພວກເຂົາກໍ່ທຸກທໍລະມານ. * ບາງຄັ້ງປະຊາຊົນທຸກທໍລະມານຍ້ອນສິ່ງທີ່ບໍ່ຖືກຕ້ອງທີ່ພວກເຂົາໄດ້ເຮັດ; ບາງຄັ້ງທີ່ພວກເຂົາທົນທຸກເພາະຄວາມບາບແລະໂລກໄພໄຂ້ເຈັບ. * ຄວາມທຸກທໍລະມານທາງດ້ານຮ່າງກາຍ, ເຊັ່ນ: ຄວາມຮູ້ສຶກເຈັບປວດຫຼືເຈັບປ່ວຍ. ມັນຍັງສາມາດເປັນອາລົມເຊັ່ນ: ຄວາມຢ້ານກົວ, ຄວາມໂສກເສົ້າ, ຫລືຄວາມໂດດດ່ຽວ. * ປະໂຫຍກທີ່ວ່າ“ ທົນທຸກທໍລະມານກັບຂ້ອຍ” ໝາຍຄວາມວ່າ“ ທົນກັບຂ້ອຍ” ຫລື“ ຟັງຂ້ອຍອອກ” ຫລື“ ຟັງດ້ວຍຄວາມອົດທົນ”.
ຄຳແນະນຳໃນການແປ
- ຄຳວ່າ“ ທຸກທໍລະມານ” ຍັງແປໄດ້ອີກວ່າ“ ຮູ້ສຶກເຈັບປວດ” ຫລື“ ທົນທຸກຕໍ່ຄວາມຫຍຸ້ງຍາກ” ຫລື“ ປະສົບກັບຄວາມຫຍຸ້ງຍາກ” ຫລື“ ຜ່ານປະສົບການທີ່ຫຍຸ້ງຍາກແລະເຈັບປວດ”.
- ອີງຕາມສະພາບການ, "ຄວາມທຸກທໍລະມານ" ຍັງແປໄດ້ອີກວ່າ "ສະຖານະການທີ່ຫຍຸ້ງຍາກທີ່ສຸດ" ຫຼື "ຄວາມລໍາບາກຢ່າງຮຸນແຮງ" ຫຼື "ປະສົບຄວາມຫຍຸ້ງຍາກ" ຫຼື "ເວລາທີ່ພົບປະສົບການທີ່ເຈັບປວດທີ່ສຸດ".
- ຄຳວ່າ "ທົນທຸກຕໍ່ຄວາມຫິວກະຫາຍ" ຍັງແປໄດ້ອີກວ່າ "ປະສົບການຫິວກະຫາຍ" ຫລື "ທໍລະມານກັບຄວາມຫິວກະຫານ".
- "ທົນທຸກຄວາມຕໍ່ຄວາມຮຸນແຮງ" ຍັງແປໄດ້ອີກວ່າ "ໄດ້ຮັບຄວາມຮຸນແຮງ" ຫຼື "ຖືກທຳຮ້າຍໂດຍການກະທຳຮຸນແຮງ".
ທູດ, ຜູ້ສື່ສານ, ຕົວແທນ
ທູດເປັນບຸກຄົນຜູ້ທີ່ຖືກເລືອກຢ່າງເປັນທາງການເພື່ອໃຫ້ເປັນຕົວແທນປະເທດຂອງເຂົາໃນການຕິດຕໍ່ສັມພັນກັບປະເທດອື່ນໆ ແລະກໍໃຊ້ເປັນການປຽບທຽບໃນບາງຄັ້ງກໍຖືກແປໃຫ້ເປັນແບບຢ່າງທົ່ວໄປເປັນ"ຕົວແທນ"
- ທູດຫລືຕົວແທນຈະນຳຂ່າວສານຈາກບຸກຄົນຫລືທາງການທີ່ສົ່ງໃຫ້ຂ່າວປະຊາຊົນຮູ້ *ໂດຍທົ່ວໆ ໄປຄຳວ່າ " ຕົວແທນ " ກ່າວເຖິງບາງຄົນທີ່ໄດ້ຮັບສິດທິອຳນາດທີ່ຈະເຮັດແລະເວົ້າແທນບຸກຄົນຜູ້ທີ່ເປັນຕົວແທນຢູ່
- ອັກຄະຣາດທູດໂປໂລໄດ້ສອນໄວ້ອີກວ່າ "ທູດ " ຫລື " ຕົວແທນ " ຂອງພຣະຄຣິດ ເພາະພວດເຂົາເປັນຕົວແທນຂອງພຣະຄຣິດຢູ່ໃນໂລກນີ້ແລະສັ່ງສອນຂ່າວປະເສີດຂອງພຣະອົງໃຫ້ແກ່ຄົນອື່ນ
- ຄຳວ່າສາມາດແປໄດ້ອີກວ່າ " ຕົວແທນຢ່າງເປັນທາງການ" ຫລື " ຜູ້ສື່ສານທີ່ໄດ້ຮັບການແຕ່ງຕັ້ງ" ຫລື"ຕົວແທນທີ່ຖືກເລື້ອກ" ຫລື" ຕົວແທນທີ່ພຣະເຈົ້າໄດ້ຊົງແຕ່ງຕັ້ງໄວ້" ທັງນີ້ຂຶ້ນຢູ່ກັບເນື້ອຫາໃນກໍລະນິນັ້ນໆ "
- ຄຳວ່າ "ຄະນະທູດ " ຕີຄວາມໝາຍໄດ້ອີກວ່າ " ຜູ້ທີ່ສື່ສານຢ່າງເປັນທາງການບາງທີ່ " ຫລື " ເປັນຕົວແທນທີ່ໄດ້ຮັບການແຕ່ງຕັ້ງ " ຫລື " ຄະນະຂ້າຣາສະການຂອງປະຊາຊົນທີ່ຈະເວົ້າກັບປະຊາຊົນທັງຫລາຍ "
ທູດສະຫວັນ, ຫົວໜ້າທູດສະຫວັນ
ທູດສະຫວັນເປັນວິນຍານທີ່ມີອຳນາດຫລາຍທີ່ພຣະເຈົ້າຊົງໄດ້ສ້າງ ທູດສະຫວັນມີຢູ່ເພື່ຶອຮັບໃຊ້ພຣະເຈົ້າໂດຍທຳຕາມທີ່ພຣະເຈົ້າຊົງບັນຊາໃຫ້ເຮັດ ຄຳວ່າ "ຫົວໜ້າທູດສະຫວັນ " ໝາຍເຖິງທູດສະຫວັນຜູ້ທີ່ປົກຄອງຫລືຜູ້ນຳທູດສະຫວັນອົງອື່ນໆ ຮວມທັງໝົດ
- ຄຳວ່າ "ທູດສະຫວັນ" ໝາຍຄວາມຕາມຕົວອັກສອນວ່າ" ຜູ້ສົ່ງຂ່າວ "
- ຄຳວ່າ " ຫົວໜ້າທູດສະຫວັນ " ໝາຍຄວາມວ່າຕາມຕົວອັກສອນວ່າ " ຫົວໜ້າຜູ້ສົ່ງຂ່າວ " ມີທູດສະຫວັນອົງດຽວທີ່ຖືກເວົ້າເຖິງໃນພຣະຄຳພີວ່າເປັນ " ຫົວໜ້າທູດສະຫວັນ " ຄື ມີຄາເອນ
- ໃນພຣະຄຳພີ ທູດສະຫວັນຈະນຳຂ່າວສານຈາກພຣະເຈົ້າມາໃຫ້ມະນຸດ ຂ່າວສານເຫລົ່ານີ້ຮວມເຖິງຂໍ້ແນະນຳຕ່າງໆ ທີ່ພຣະເຈົ້າຕ້ອງການໃຫ້ມະນຸດໄດ້ກະທຳ
- ທູດສະຫວັນບອກໃຫ້ມະນຸດເຖິງເຫດການຕ່າງໆ ທີ່ກຳລັງຈະເກີດຂິຶ້ນພາຍໃນອານາຄົດຫລືເຫດການຕ່າງໆ ທີ່ໄດ້ເກີດຂຶ້ນໄປແລ້ວນັ້ນ
- ທູດສະຫວັນມີສິດທິອຳນາດຂອງພຣະເຈົ້າໃນຖານະທີ່ເປັນຕົວແທນຂອງພຣະອົງ ແລະໃນພຣະຄຳພີ ບາງຄັ້ງພວກທູດສະຫວັນກໍຈະເວົ້າເໝືອນດັ່ງກັບພຣະເຈົ້າກຳລັງສັ່ງເອງ
- ໃນວິທີອື່ນໆ ທີ່ທູດສະຫວັນຮັບໃຊ້ພຣະເຈົ້າຄື ການປົກປ້ອງແລະເສີມກຳລັງມະນຸດ
- ຖ້ອຍຄຳທີ່ພິເສດເຊັ່ນ " ທູດຂອງພຣະຢາເວ " ມີຄວາມໝາຍໄດ້ຫລາຍຢ່າງເຊັ່ນ 1) ອາດໝາຍເຖິງ " ທູດສະຫວັນທີ່ເປັນຕົວແທນຂອງພຣະຢາເວ " ຫລື " ຜູ້ສົ່ງຂ່າວທີ່ຮັບໃຊ້ພຣະຢາເວ " 2) ອາດຈະໝາຍເຖິງພຣະຢາເວເອງ ຜູ້ຊົງຄ້າຍຄືທູດສະຫວັນໃນຄະນະທີ່ພຣະອົງຊົງສັ່ງກັບມະນຸດ ຫລືໜຶ່ງໃນຄວາມໝາຍເຫລົ່ານີ້ອາດຈະອະທິບາຍຕົງທີ່ວ່າ ທູດສະຫວັນໃຊ້ຄຳວ່າ " ເຮົາ " ເໝືອນກັບເປັນພຣະຢາເວກຳລັງຊົງສັ່ງເອງ
ຂໍ້ແນະນຳໃນການແປ
- ຫລາຍວິທີທີ່ຈະແປຄຳວ່າ " ທູດສະຫວັນ " ອາດຈະຮວມເຖິງຄຳວ່າ " ຜູ້ສົ່ງຂ່າວຈາກພຣະເຈົ້າ " ຫລື " ຜູ້ຮັບໃຊ້ແຫ່ງຟ້າສະຫວັນຂອງພຣະເຈົ້າ "ຫລື " ຜູ້ສົ່ງຂ່າວແຫ່ງພຣະວິນຍານຂອງພຣະເຈົ້າ "
- ຄຳວ່າ " ຫົວໜ້າທູດສະຫວັນ " ອາດຈະແປໄດ້ອີກວ່າ " ຫົວໜ້າທູດສະຫວັນ " ຫລື " ຫົວໜ້າທີ່ປົກຄອງທູດສະຫວັນ " ຫລື " ຜູ້ນຳຂອງທູດສະຫວັນ "
- ໃຫ້ພິຈາລະນາເຖິງການແປຄຳເຫລົ່ານີ້ໃນພາສາກາງຫລືໃນພາສາທ້ອງຖິ່ນດ້ວຍ
- ຄຳທີ່ວ່າ " ທູດສະຫວັນຂອງພຣະຢາເວ " ຄວນແປໂດຍໃຊ້ຄຳສຳລັບ " ທູດສະຫວັນ" ແລະ " ພຣະຢາເວ " ຊື່ງຈະສາມາດໃຊ້ຄຳນີ້ໃນຮູບແບບທີ່ແຕກຕ່າງກັນໄດ້ ຫລືອາດຈະແປໄດ້ອີກວ່າ "ທູດສະຫວັນຈາກພຣະຢາເວ " ຫລື " ທູດສະຫວັນທີ່ຖືກສົ່ງມາໂດຍພຣະຢາເວ " ຫລື " ພຣະຢາເວຜູ້ຊົງຄ້າຍຄືເໝືອນທູດສະຫວັນ "
ທົດລອງ, ການທົດລອງ
ການທົດລອງຜູ້ໃດຜູ້ໜື່ງເປັນການພະຍາຍາມໃຫ້ເຂົາເຮັດໃນສຶ່ງຜຶດ
- ການທົດລອງຄືບາງສຶ່ງທີ່ເປັນເຫດໃຫ້ບຸຄົນໄດ້ທຳໃນສຶ່ງທີ່ຜຶດ
- ຜູ້ຄົນມັກຖືກທົດລອງໂດຍບາບທຳມະຊາດໃນຕັວຂອງເຂົາແລະໂດຍຄົນອື່ນ
- ຊາຕານກໍ່ທົດມະນຸດບໍ່ໃຫ້ເຊື່ອພຣະເຈົ້າແລະທຳບາບຕໍ່ພຣະເຈົ້າໂດຍການທຳສຶ່ງທີ່ຜຶດ
- ຊາຕານໄດ້ທົດລອງພຣະເຢຊູເຈົ້າແລະໄດ້ພະຍາຍາມໃຫ້ພຣະອົງທຳໃນສຶ່ງທີ່ຜຶດແຕ່ພຣະເຢຊູຊົງຕໍ່ຕ້ານຕໍ່ການທົດລອງຂອງຊາຕານທຸກຢ່າງແລະບໍ່ເຄີຍທຳບາບ
- ຄຳວ່າ"ການທົດລອງ" ໄດ້ຖືກໃຊ້ອ້າງອຶງເຖຶງການທົດລອງພຣະເຈົ້້າດ້ວຍເຊຶງມີຄວາມໝາຍວ່າເປັນການດືດືງແລະບໍ່ເຊື່ອຟັງພຣະອົງຈົນເຖຶງຂັ້ນທີ່ຕ້ອງຮັບຜູ້ທີ່ບໍ່ເຊື່ອຟັງໂດຍການລົງໂທດຕໍ່ຜູ້ທີ່ບໍ່ເຊື່ອຟັງ ນີ້ອາດເອຶນໄດ້ວ່າ "ການທົດລອງ"ພຣະເຈົ້າ
ຄຳແນະນຳການແປ
- ຄຳວ່າ "ທົດລອງ" ສາມາດແປວ່າ "ພະຍາຍາມທີ່ຈະທຳບາບ" ຫຼື "ລໍ່ລວງ" ຫຼື "ເປັນເຫດໃຫ້ປາດຖະໜາທີ່ຈະທຳບາບ" *ວຶທີແປ"ການທົດລອງ" ສາມາດລວມ "ສຶງທີ່ທົດລອງ" ຫຼືສຶ່ງທີ່ລໍ່ລວງບາງຄົນໃຫ້ເຮັດບາບ" ຫຼື "ສຶ່ງທີ່ເປັນສຶ່ງທີ່ປາດຖະໜາໃຫ້ທຳຜຶດ"
- ໃນບ່າງເຫດການໃນການທົດລອງພຣະເຈົ້ານີ້ສາມາດແປໄດ້ວ່າ "ເອົາພຣະເຈົ້າມາທົດສອບ" ຫຼື"ທົດສອບພຣະເຈົ້າ" ຫຼື "ທົດສອບຄວາມອົດທົນຂອງພຣະເຈົ້າ" ຫຼື"ຫຼືເປັນສາຍເຫດໃຫ້ພຣະເຈົ້າທຳໂທດ" ຫຼື "ຄົງດື້ດ້ານທີ່ຈະບໍ່ເຊື່ອຟັງພຣະເຈົ້າ"
ທໍຣະນີປະຕູ
ຄຳວ່າ "ທໍຣະນີປະຕູ" ອ້າງເຖີງສ່ວນທາງລຸ່ມຂອງປະຕູທາງເຂົ້າ ຫຼືສ່ວນໜຶ່ງຂອງອາຄານທີ່ຢູ່ຂ້າງໃນປະຕູ
- ບາງເທື່ອທໍຣະນີປະຕູເປັນໄມ້ທ້ອນຫຼືຫິນທີ່ຕ້ອງເດິນຂ້າມເພື່ອຈະເຂົ້າຫ້ອງຫຼືເຂົ້າອາຄານ
- ທັ້ງປະຕູແລະທາງເປີດເຂົ້າເຕັນສາມາດຈະມີທໍຣະນີປະຕູ
- ຄຳນີ້ຄວນແປດ້ວຍຄຳໃນໂຄງການແປ ທີ່ອ້າງເຖີງສະຖານທີ່ເຂົ້າບ້ານທີ່ບຸກຄົນຍາງຂ້າມ
- ຖ້າບໍ່ມີຄຳນີ້ "ທໍຣະນີປະຕູ" ສາມາດແປວ່າ "ທາງເຂົ້າປະຕູ" ຫຼື "ການເປີດ" ຫຼື "ທາງເຂົ້າ" ແລ້ວແຕ່ບໍຣິບົດ
ທໍລະຍົດ,ຜູ້ທໍລະຍົດ
ຄຳວ່າ“ ການທໍລະຍົດ” ໝາຍເຖິງການກະທຳໃນທາງທີ່ຫຼອກລວງແລະທຳຮ້າຍຜູ້ໃດຜູ້ໜຶ່ງ. "ຜູ້ທໍລະຍົດ" ແມ່ນຄົນທີ່ທໍລະຍົດເພື່ອນທີ່ໄວ້ວາງໃຈລາວ.
- ຢູດາເປັນ“ ຜູ້ທໍລະຍົດ” ເພາະວ່າລາວໄດ້ບອກຜູ້ນຳຊາວຢິວວ່າຈະຈັບພຣະເຢຊູໄດ້ແນວໃດ.
- ການທໍລະຍົດໂດຍຢູດາແມ່ນຊົ່ວຮ້າຍຫຼາຍໂດຍສະເພາະລາວເປັນອັກຄະສາວົກຂອງພຣະເຢຊູຜູ້ທີ່ໄດ້ຮັບເງິນເພື່ອແລກກັບການໃຫ້ຂໍ້ມູນແກ່ຜູ້ນຳຊາວຢິວເຊິ່ງຈະສົ່ງຜົນໃຫ້ການຕາຍຂອງພຣະເຢຊູບໍ່ຍຸຕິທຳ.
ຄຳແນະນຳໃນການແປ
- ອີງຕາມສະພາບການ, ຄຳວ່າ "ທໍລະຍົດ" ສາມາດຖືກແປວ່າ "ຫລອກລວງແລະກໍ່ໃຫ້ເກີດຄວາມອັນຕະລາຍຕໍ່" ຫລື "ຫັນກັບສັດຕູ" ຫລື "ປະຕິບັດຕໍ່ຄວາມຫຼອກລວງ."
ນວດເຂົ້າ, ການນວດເຂົ້າ
ຄຳວ່າ "ນວດເຂົ້າ" ແລະ "ການນວດເຂົ້າ" ອ້າງເຖິງສ່ວນໜຶ່ງຂອງກະບວນການແຍກເມັດເຂົ້າສາລີອອກຈາກສ່ວນທີ່ເຫລືອຂອງພືດເຂົ້າສາລີ
- ການນວດຕົ້ນເຂົ້າສາລີໃຫ້ເປັນເມັດເຂົ້າແຍກຈາກເຟື່ອງແລະແກບ ແລະຈາກນັ້ນເມັດເຂົ້າກໍ່ຈະ "ຖືກນວດເຂົ້າ" ເພື່ອແຍກເມັດເຂົ້າຈາກສິ່ງທີ່ບໍ່ຕ້ອງການ ເຫລື່ອພ່ຽງເມັດເຂົ້າທີ່ສາມາດກິນໄດ້
- ໃນສະໄໝພຣະຄຳພີ "ລານນວດເຂົ້າ" ເປັນພື່ນທີ່ທີ່ເປັນຫິນລາບໃຫຽ່ຫຼືທາດ້ວຍຂີ້ຕົມເພື່ອໃຫ້ພື້ນແຂງເພື່ອຟາດເມັດເຂົ້າໃຫ້ຫລຸດຈາກຕົ້ນເຂົ້າ
- "ກຽນນວດເຂົ້າ" ຫຼື "ລໍ້ນວດເຂົ້າ" ບາງເທື່ອໃຊ້ເພື່ອບົດເມັດເຂົ້າແລະຊ່ອຍແຍກມັນອອກຈາກເຟື່ອງແລະຂີ້ແກບ
- "ລໍ້ເລື່ອນນວດເຂົ້າ" ຫຼື "ກະດານນວດເຂົ້າ"ໃຊ້ເພື່ອແຍກເມັດເຂົ້າອອກ ເຄື່ອງນີ້ເຮັດຈາກໄມ້ກະດານທີ່ມີເຫລັກແຫລມທີ່ປາຍ
ນອນກັບ,ມີຄວາມສຳພັນ,ການສົມສູ
ໃນ ຄຳ ພຣະຄຳພີ, ຂໍ້ກຳນົດເຫຼົ່ານີ້ແມ່ນຄວາມໂລບມາກເຊິ່ງໝາຍເຖິງການມີເພດສຳພັນ. (ເບິ່ງ: [Euphemism] (https://git.door43.org/Door43/en-ta-translate-vol2/src/master/content/figs_euphemism.md))
- ການ“ ນອນຢູ່ກັບ” ຜູ້ໃດຜູ້ໜຶ່ງແມ່ນວິທີການທົ່ວໄປຂອງການອ້າງອີງເຖິງການມີເພດສຳພັນ. ຄວາມເຄັ່ງຕຶງທີ່ຜ່ານມາແມ່ນ, "ນອນກັບ."
- ໃນປຶ້ມພຣະຄຳພີເດີມ, "ຍອດເພງ,", ULB ໃຊ້ຄຳວ່າ "ຮັກ" ເພື່ອແປ ຄຳວ່າ "ຄວາມຮັກ," ເຊິ່ງໃນສະພາບການນັ້ນໝາຍເຖິງການພົວພັນທາງເພດ. ນີ້ແມ່ນກ່ຽວຂ້ອງກັບສຳນວນທີ່ວ່າ, "ສ້າງຄວາມຮັກ."
ຄຳແນະນຳການແປ
- ບາງພາສາອາດຈະໃຊ້ຄຳເວົ້າທີ່ແຕກຕ່າງກັນຂອງຄຳສັບນີ້ໃນສະພາບການທີ່ແຕກຕ່າງກັນ, ຂື້ນກັບວ່າມັນກຳລັງເວົ້າກ່ຽວກັບຜົວແລະເມຍ, ຫລືວ່າມັນກ່ຽວກັບຄວາມສຳພັນອື່ນໆ. ສິ່ງສຳຄັນແມ່ນໃຫ້ແນ່ໃຈວ່າການແປຄຳສັບນີ້ມີຄວາມໝາຍຖືກຕ້ອງໃນແຕ່ລະສະພາບການ.
- ອີງຕາມສະພາບການ, ຄຳເວົ້າຕ່າງໆເຫຼົ່ານີ້ສາມາດຖືກນຳໃຊ້ເພື່ອແປ "ນອນກັບ": "ນອນຢູ່ກັບ" ຫຼື "ສ້າງຄວາມຮັກກັບ" ຫຼື "ສະໜິດສະ ໜົມກັບ."
- ອີກວິທີ ໜຶ່ງທີ່ຈະແປວ່າ "ມີຄວາມສຳພັນກັບ" ສາມາດປະກອບມີ, "ມີເພດສຳພັນກັບ" ຫຼື "ມີຄວາມສຳພັນທາງເພດກັບ".
- ຄຳວ່າ "ຮັກ" ກໍ່ສາມາດແປເປັນ "ຄວາມຮັກ" ຫລື "ຄວາມສະໜິດສະ ໜົມ." ຫຼືອາດຈະມີການສະແດງອອກເຊິ່ງເປັນວິທີທຳມະຊາດທີ່ຈະແປສິ່ງນີ້ເປັນພາສາໂຄງການ.
- ມັນເປັນສິ່ງສຳຄັນທີ່ຕ້ອງກວດເບິ່ງວ່າຄຳສັບທີ່ໃຊ້ໃນການແປແນວຄວາມຄິດນີ້ເປັນທີ່ຍອມຮັບຂອງຄົນທີ່ຈະໃຊ້ຄຳແປພຣະຄຳພີ.
ນອນຫລັບ, ຫລັບ, ເຜີຫລັບໄປ
ຄຳເຫລົ່ານີ້ມີຄວາມໝາຍເຊິ່ງປຽບທຽບການກ່ຽວຂ້ອງກັບຄວາມຕາຍ. * ຄຳວ່າ "ຫລັບ" ຫລື "ຫລັບຢູ່" ມີຄວາມໝາຍໃນຄຳອຸປະມາ "ຕາຍແລ້ວ." (ເບິ່ງເພີ່ມເຕີມ: Metaphor) * ຄຳກ່າວທີ່ບອກວ່າ "ເຜີຫລັບໄປ" ອ້າງເຖິງໃນຊົ່ວຂະນະທີ່ບາງຄົນເລີ່ມການນອນຫລັບ, ຫລືໃນຄວາມໝາຍເຊີງປຽບທຽບໃນຊ້ວງຂະນະທີ່ບາງຄົນຕາຍ. * "ຫລັບໄປກັບບັນດາພໍ່" ໝາຍເຖິງການຕາຍ, ເຊັ່ນດຽວກັບການຕາຍຂອງບັນພຣະບຸຣຸດ.
ຄຳແນະນຳໃນການແປ
- ໃນບາງບໍລິບົດ, ຄຳວ່າ "ນອນຫລັບ" ຫລື "ຫລັບ" ສາມາດແປວ່າ "ໄດ້ຕາຍແລ້ວ."
- "ເຜີຫລັບໄປ" ສາມາດແປວ່າ "ເຜີຫລັບໄປຢ່າງກະທັນຫັນ" ຫລື "ເລີ່ມການຫຼັບ" ຫລື "ຕາຍ," ຂຶ້ນຢູ່ກັບຄວາມໝາຍ. ໝາຍເຫດ: ເປັນສິ່ງສຳຄັນຫລາຍເປັນພິເສດທີ່ຈະຖືຮັກສາການສະແດງອອກໃນບໍລິບົດທີ່ຜູ້ອ່ານບໍ່ເຂົ້າໃຈຄວາມໝາຍ. ຕົວຢ່າງເຊັ່ນ ເມື່ອພຣະເຢຊູຊົງກ່າວກັບພວກສາວົກຂອງພຣະອົງວ່າລາຊາໂລ "ກຳລັງຫລັບຢູ່" ພວກທ່ານຄິດວ່າພຣະອົງໝາຍເຖິງວ່າລາຊາໂຊກຳລັງຫລັບຢູ່ຕາມທຳມະຊາດ ໃນບໍລິບົດນີ້ມັນບໍ່ສື່ຄວາມໝາຍເລີຍ, ຖ້າຈະແປວ່າ "ທ່ານຕາຍແລ້ວ."
- ໃນບາງພາສາອາດຈະມີຄຳກ່າວທີ່ແຕກຕ່າງອອກໄປສຳລັບ ຄວາມຕາຍ ຫລື ກໍາລັງຈະຕາຍຊຶ່ງສາມາດນຳມາໃຊ້ຖ້າຄຳກ່າວ "ນອນຫລັບ" ຫລື "ຫລັບ" ບໍ່ສ້າງຄວາມເຂົ້າໃຈທີ່ດີໃນພາສາທີ່ແປ.
ນະຄອນບໍລິສຸດ
ໃນພຣະຄຳພີ, "ນະຄອນບໍລິສຸດ" ອ້າງເຖິງນະຄອນເຢຣູຊາເລັມ. * ຄຳນີ້ຖືກໃຊ້ເພື່ອອ້າງເຖິງນະຄອນບູຮານແຫ່ງເຢຣູຊາເລັມເຊັ່ນດຽວກັບເຢຣູຊາເລັມໃໝ່, ຈາກສະຫວັນທີ່ພຣະເຈົ້າຈະປະທັບແລະຊົງປົກຄອງທ່າມກາງຄົນຂອງພຣະອົງ. * ຄຳນີ້ສາມາດແປໂດຍເຊື່ອມຄຳວ່າ "ບໍລິສຸດ" ແລະ "ເມືອງ" ທີ່ຖືກໃຊ້ໃນການແປສ່ວນອື່ນໆ ຂອງການແປ.
ນັກປາດ, ຄົນສະຫລາດ, ຫລືໂຫຣາຈານ
ໃນພຣະຄຳພີ ກ່າວວ່າ " ນັກປາດ " ໄດ້ນຳມາໃຊ້ເພື່ອໝາຍເຖິງຜູ້ທີ່ມີຄວາມຮູ້ທີ່ຮັບໃຊ້ພຣະເຈົ້າແລະກະທຳຢ່າງສະຫລາດ ບໍ່ໂງ່ ເປັນຄຳຊັບທີ່ພິເສດໄດ້ອ້າງອີງເຖິງຜູ້ຄົນທີ່ມີຄວາມຮູ້ບໍ່ທຳມະດາແລະມີຄວາມສາມາດຫລາດຫລາຍທີ່ຮັບໃຊ້ໃນພຣະຣາສະວັງຂອງກະສັດ
- ບາງຄັ້ງຄຳວ່າ " ນັກປາດ " ໄດ້ອະທິບາຍໃນພຣະຄຳພີວ່າເປັນ " ຄົນທີ່ສະຫລາດ " ຫລື ຄົນທີ່ມີຄວາມເຂົ້າໃຈ " ອ້າງອີງເຖິງຄົນທີ່ກະທຳໃນສິ່ງທີ່ສະຫລາດ ແລະຊອບທຳ ເພາະວ່າພວກເຂົາເຊື່ອຟັງພຣະເຈົ້າ
- " ຄົນສະຫລາດ " ທີ່ຮັບໃຊ້ຟາຣາໂອ ແລະກະສັດອື່ນໆ ບາງຄັ້ງເປັນຄົນອາວຸໂສສຶກສາເລື່ອງດວງດາວຕ່າງໆ ໂດຍສະເພາະຢ່າງຍິ່ງແມ່ນການສຶກສາຄວາມໝາຍແລະຮູບແບບຂອງດວງດາວຕ່າງໆ ຕາມຊື່ຂອງດວງດາໃນທ້ອງຟ້າ
- ບາງຄັ້ງພວກນັກປາດກໍຖືກບັງຄັບໃຫ້ອະທິບາຍຄວາມໝາຍຂອງຄວາມຝັນ ຕົວຢ່າງເຊັ່ນ ກະສັດເນບູກັດເນັດຊາມີຄຳສັ່ງໃຫ້ນັກປາດຂອງພຣະອົງທຳນາຍຄວາມຝັນແລະບອກພຣະອົງວ່າສິ່ງເຫລົ່ານັ້ນມີຄວາມໝາຍວ່າຢ່າງໃດ ແຕ່ບໍ່ມີຜູ້ໃດຈັກຄົນດຽວໃນພວກເຂົາທີ່ສາມາດຈະເຮັດໄດ້ ຍົກເວັ້ນ ດານິເອນຜູ້ທີ່ໄດ້ຮັບນິມິດຈາກພຣະເຈົ້າ
- ບາງຄັ້ງພວກນັກປາດກໍສາມາດສະແດງກົນໄດ້ ເຊັ່ນ ການທຳນາຍໂຊກຊາຕາຫລືທຳການອັດສະຈັນໄດ້ໆ ທຳຜ່ານທາງອຳນາດຂອງວິນຍານຊົ່ວຕ່າງໆ
- ໃນພັນທະສັນຍາໃໝ່ ກຸ່ມຄົນທີ່ມາຈາກພາກຕາວັນອອກເພື່ອມານະມັດສະການພຣະພຣະເຢຊູທີ່ເອີ້ນກັນວ່າ " ເມໃຈ " ຊື່ງບາງຄັ້ງໝາຍຄວາມວ່າ " ນັກປາດ " ຄຳນີ້ບາງທີໄດ້ເວົ້າເຖິງບັນດານັກປາດຜູ້ທີ່ຮັບໃຊ້ຜູ້ປົກຄອງປະເທດທາງຕາວັນອອກ
- ບາງທີພວກຄົນເຫລົ່ານົັ້ນເປັນນັກດາລາສາດຜູ້ທີ່ໄດ້ສຶກສາດວງດາວ ມີຫລາຍທ່ານໄດມີຄວາມຄິດວ່າພວກເຂົາອາດຈະເປັນລູກຫລານຂອງນັກປາດຜູ້ຊຶ່ງດານິເອນໄດ້ສອນພວກເຂົາເມື່ອຢູ່ໃນກຸງບາບີໂລນ
- ຂື້ນຢູ່ກັບບໍຣິສັດ ຄຳວ່າ " ນັກປາດ " ອາດຈະແປໂດຍໃຊ້ຄຳວ່າ " ສະຫລາດ " ຫລືຄຳທີ່ວ່າເຊັ່ນ " ຄົນທີ່ມີຕະລັນ " ຫລື " ຄົນທີ່ມີການສຶກສາ " ຫລື ຄຳອື່ນໆ ທີ່ໝາຍເຖິງຄົນເຫລົ່ານັ້ນທີ່ມີວຽກທີ່ສຳຄັນສຳຫລັບຜູ້ປົກຄອງ
- ເມື່ອ " ນັກປາດ " ເປັນຖ້ອຍຄຳໆນາມ ຄຳວ່າ " ສະຫລາດ " ຄວນຈະຖືກແປໃນຄວາມໝາຍດຽວກັນຫລືຄ້າຍຄືກັນເພື່ອຈະຮູ້ວ່າໄດ້ມີການແປຢ່າງໃດໃນຕອນອື່ນໆ ຂອງພຣະຄຳພີ
ນັກຣົບ, ທະຫານ
ຄຳວ່າ " ນັກຣົບ " ແລະ" ທະຫານ " ທັງສອງຄຳນີ້ສາມາດໝາຍເຖິງບາງຄົນເປັນຜູ້ຕໍ່ສູ້ໃນກອງທັບ ແຕ່ມີຂໍ້ແຕກຕ່າງກັນບາງຍ່າງ
- ໂດຍປົກກະຕິຄຳວ່າ " ນັກຣົບ " ເປັນຄຳທົ່ວໄປ ເປັນຄວາມໝາຍເພື່ອເວົ້າເຖິງຄົນທີ່ມີພອນສະຫວັນແລະກ້າຫານໃນການຣົບ
- ພຣະຍາເວ ໄດ້ຮັບການອະທິບາຍໃນການປຽບທຽບວ່າຊົງເປັນ "ນັກຣົບ "
- ຄຳວ່າ " ທະຫານ " ໂດຍສະເພາະເຈາະຈົງແມ່ນໝາຍເຖິງບາງຄົນທີ່ເປັນຜູ້ບັງຄັບກອງພັນຫລືຜູ້ທີ່ກຳລັງຕໍ່ສູ້ໃນສົງຄາມທີ່ແນ່ນອນ
- ເຫລົ່າທະຫານໂຣມັນໃນກຸງເຢຣູຊາເລັມຢູ່ທີ່ນັ້ນເພື່ອຮັກສາກົດລະບຽບແລະປະຕິບັດໜ້າທີ່ ເຊັ່ນ ຂ້ານັກໂທດທີ່ ພວກເຂົາປ້ອງກັນພຣະເຢຊູ ກ່ອນພຣະອົງຈະຖືກຄຶງທີ່ໄມ້ກາງແຂນແລະບາງຄົນໄດ້ຮັບຄຳສັ່ງປ້ອງກັນໂອບໂມງຝັງສົບໄວ້
- ຜູ້ແປຄວນພິດຈາລະນາໄດ້ວ່າມີສອງຄຳໃນການແປສຳລັບ " ນັກຣົບ " ແລະ " ທະຫານ " ໃນການປຽນເວນກັນຫລືບໍ່ ນັ້ນຄືຄວາມແຕກຕ່າງໃນຄວາມໝາຍແລະການເຮັດໜ້າທີ່
ນັບທາລີ
ນັບທາລີຄືລູກຊາຍຄົນທີຫົກຂອງຢາໂຄບ ລູກຫລານຂອງເຂົາໄດ້ເຕົ້າໂຮມກັນກຸ່ມຄົນນັບທາລີ ຂຶ້ນມາ ເຊິ່ງໄດ້ເປັນຫນຶ່ງໃນເຜົ່າສິບສອງເຜົ່າຂອງອິສຣາເອນ. * ບາງເທື່ອມີການໃຊ້ຄຳວ່າ ນັບທາລີເພື່ອສະແດງເຖິງດິນແດນເຊິ່ງເຜົ່າດັ່ງກ່າວອາໄສຢູ່ ເບິ່ງເພິ່ມເຕີມ: synecdoche) ດິນແດນຂອງນັບທາລີ ຕັ້ງຢູ່ພາກເຫນືອຂອງປະເທດອິສຣາເອນ ຕໍ່ຈາກເຜົ່າດານແລະ ເຜົ່າອາເຊີຍັງຕິດກັບເຂດແດນຟາກຕະເວັນຕົກຂອງທະເລກາລີເລ. ເຜົ່ານີ້ໄດ້ຖືກເວົ້າເຖິງໃນພຣະຄັມພີທັງພຣະສັນຍາເດີມແລະພຣະສັນຍາໃຫມ່.
ນາງເລເບກາ
ນາງເລເບກາໄດ້ເປັນລູກສາວຫລານຂອງນ້ອງຊາຍຂອງອັບຣາຮາມນາຮໍ.
ພຣະເຈົ້າໄດ້ເລືອກເອົານາງເລເບກາໃຫ້ເປັນເມຍຂອງອີຊາກລູກຊາຍຂອງອັບຣາຮາມ. ນາງເລເບກາໄດ້ອອກຈາກພື້ນທີ່ຂອງອາຣາມນາຮາຣາໂມມບ່ອນທີ່ນາງອາໄສຢູ່ແລະໄດ້ໄປກັບຜູ້ຮັບໃຊ້ຂອງອັບຣາຮາມໄປໃນຂົງເຂດພູເກັດທີ່ອີຊາກອາໄສຢູ່. *ເປັນເວລາດົນນານທີ່ນາງເລເບກາບໍ່ມີລູກ, ແຕ່ໃນທີ່ສຸດພຣະ ເຈົ້າໄດ້ອວຍພອນນາງດ້ວຍລູກຊາຍຄູ່ແຝດ, ເອຊາວແລະຢາໂຄບ.
ນາຊາເຣັດ, ຊາວນາຊາເຣັດ
ນາຊາເຣັດຄືເມືອງຫນຶ່ງໃນແຂວງກາລີເລເຊິ່ງຕັ້ງຢູ່ທາງພາກເຫນືອຂອງປະເທດອິສຣາເອນ. ຫ່າງຈາກກຸງເຍຣູຊາເລັມໄປທາງພາກເຫນືອປະມານ 100 ກິໂລແມັດ ເຊິ່ງໃຊ້ເວລາເດີນທາງດ້ວຍການຍ່າງປະມານສາມຫ້າວັນ.
- ໂຍເຊບແລະມາລີອາໄດ້ມາຈາກເມືອງນາຊາເຣັດເຊິ່ງເປັນເມືອງທີ່ທັງສອງລ້ຽງດູພຣະເຍຊູ ດ້ວຍເຫດນີ້ເອງພຣະເຍຊູຈິ່ງເປັນທີ່ຮູ້ກັນໂດຍທົ່ວໄປວ່າ "ຊາວນາຊາເຣັດ".
- ພວກຍິວຫລາຍຄົນອາໄສຢູ່ໃນເມືອງນາຊາເຣັດບໍ່ໄດ້ເຄົາລົບໃນຄຳສອນຂອງພຣະເຢຊູ ເນື່ອງ ຈາກພຣະເຢຊູໄດ້ເຕີບໃຫຍ່ຂຶ້ນມາໃນທ້າມກາງພວກເຂົາແລະພວກເຂົາຄິດວ່າພຣະອົງເປັນພຽງບຸກຄົນທຳມະດາ. *ເມື່ອພຣະເຢຊູເລີ້ມສັ່ງສອນໃນໂຮງທຳມະສາລາໃນເມືອງນາຊາເຣັດ ຊາວຢິວພະຍາຍາມທີ່ຈະຂ້າພຣະເຢຊູ ເພາະພຣະອົງຊົງປະກາດວ່າ ພຣະອົງຄືພຣະເມຊີຢາແລະພຣະອົງຊົງຕັກເຕືອນ ຊາວເມືອງນັ້ນທີ່ໄດ້ປະຕິເສດພຣະອົງ.
- ສິ່ງທີ່ນາທານາເອນ ໄດ້ຕັ້ງຂໍ້ສັງເກດເມື່ອຮູ້ວ່າພຣະເຢຊູມາຈາກນາຊາເຣັດນັ້ນ ສະແດງວ່າເມືອງນີ້ບໍ່ໄດ້ຢູ່ໃນຄວາມຄິດວ່າຈະມີອັນໃດດີ.
ນາຊີຣີ
ຄຳວ່າ "ນາຊີລິ" ອ້າງເຖິງບຸກຄົນທີ່ໄດ້ກ່າວຄຳປະຕິຍານຂອງ "ນາຊີລິ" ສ່ວນໃຫຍ່ແລ້ວຈະເປັນຜູ້ຊາຍ ແຕ່ຜູ້ຫຍິງກໍສາມາດກ່າວຄຳປະຕິຍານນີ້ໄດ້ເຊັ່ນກັນ.
- ບຸກຄົນທີ່ໄດ້ຄຳປະຕິຍານຂອງນາຊີລິນັ້ນຍອມຮັບການບໍ່ດື່ມຫລືກິນອາຫານທີ່ເຮັດມາຈາກຫມາກອະງຸ່ນ ຕາມຈຳນວນວັນ, ສັບປະດາ, ຫລື ເດືອນທີ່ປະຕິຍານເອົາໄວ້ ໃນລະຫວ່າງຊ່ວງເວລານັ້ນ ເຂົາຈະບໍ່ຕັດຜົມແລະບໍ່ເຂົ້າໃກ້ຊາກສົບຄົນຕາຍ.
- ເມື່ອຄົບກຳນົດໄລຍະເວລາທີ່ກຳຫນົດໄວ້ແລະຄຳປະຕິຍານໄດ້ຮັບຄວາມສຳເລັດແລ້ວນາຊີລິ ຈະເຂົ້າໄປພົບປະໂລຫິດແລະຕຽມຖວາຍເຄື່ອງບູຊາ ເຊິ່ງຈະລວມເຖິງການຕັດຜົມແລະເຜົາເສັ້ນຜົມຂອງເຂົາຖິ້ມ ຂໍ້ຫ້າມຕ່າງໆກໍຖືກຍົກເລີກໄປ.
- ແຊມສັນເປັນທີ່ຮູ້ຈັກກັນດີໃນພຣະສັນຍາເດີມ ເປັນຜູ້ເຊິ່ງປະຕິຍານຕົນເປັນນາຊີລິ
- ທູດສະຫວັນໄດ້ປະກາດເລື່ອງການກຳເນີດຂອງໂຢຮັນຜູ້ໃຫ້ບັບຕິສະມາແກ່ເສກາລິຢາທີ່ບຸດຊາຍຂອງເຂົາທີ່ບໍ່ດື່ມສິ່ງມືນເມົາ ເຊິ່ງອາດຈະສະແດງວ່າ ໂຢຮັນຢູ່ພາຍໃຕ້ຄຳປະຕິຍານຂອງນາຊີລິ.
- ອັກຄະສາວົກໂປໂລອາດຈະເຄີຍປະຕິຍານຕົນຄັ້ງຫນຶ່ງ ເຫັນໄດ້ຈາກຂໍ້ຄວາມຕອນຫນຶ່ງໃນພຣະທຳກິດຈະການຂອງອັກຄະສາວົກ.
ນາຍຮ້ອຍ
ນາຍຮ້ອຍເປັນນາຍທະຫານໂຣມັນທີ່ມີກຸ່ມທະຫານ 100ຄົນ ຢູ່ພາຍໃຕ້ການບັງຄັບບັນຊາ
ຄຳນີ້ສາມາດແປດ້ວຍຄຳທີ່ມີຄວາມຫມາຍວ່່າ"ຜູ້ນຳຂອງຄົນຫນຶ່ງຮ້ອຍຄົນ" ນາຍຮ້ອຍຊາວໂຣມັນຄົນຫນຶ່ງມາຫາພຣະເຢຊູເພື່ອຂໍການຮັກສາໃຫ້ກັບຄົນີັບໃຊ້ຂອງເຂົາ ນາຍຮ້ອຍຄົນຫນຶ່ງທີ່ເບິ່ງການຄຶງພຣະເຢຊູທີ່ໄມ້ກາງແຂນເພິ່ນເສຍໃຈຫຼາຍເມື່ອຮູ້ວ່າພຣະເຢຊູຊົງສິ້ນພຣະຊົນຢ່າງໃດ ພຣະເຈົ້າຊົງສົ່ງນາຍຮ້ອຍຄົນຫນຶ່ງໄປຫາເປໂຕ ເພື່ອທີ່ເປໂຕຈະອະທິບາຍຂ່າວປະເສີດເລື່ອງພຣະເຢຊູຄີຣິດໃຫ້ພວກເຂົາຟັງ
ນາທານ
ນາທານເປັນຜູ້ປະກາດພຣະທຳທີ່ສັດຊື່ຂອງພຣະເຈົ້າເຊິ່ງມີຊີວິດຢູ່ໃນຊ່ວງເວລາທີ່ກະສັດດາວິດປົກຄອງໃນປະເທດອິສຣາເອນ. * ພຣະເຈົ້າໄດ້ສົ່ງນາທານເພື່ອໄປຜະເຊີນຫນ້າກັບກະສັດດາວິດຫລັງຈາກທີ່ດາວິດໄດ້ເຮັດບາບຢ່າງຮຸນແຮງຕໍ່ອຸຣິອາ. * ນາທານຕັກເຕືອນດາວິດເຖິງແມ່ນວ່າເພິ່ນຈະເປັນເຖິງກະສັດກໍຕາມ * ດາວິດໄດ້ລະນຶກໃນຄວາມຜິດບາບຂອງພຣະອົງຫລັງຈາກທີ່ນາທານໄດ້ຜະເຊີນຫນ້າກັບພຣະອົງ.
ນາອາມານ
ໃນພັນທະສັນຍາເດີມ ນາອາມານຄືຜູ້ບັນຊາການຂອງກອງທັບຂອງກະສັດອາຣາມ. ນາອາມານປ່ວຍເປັນພະຍາດຜິວຫນັງທີ່ຮ້າຍແຮງທີ່ເອີ້ນວ່າ ພະຍາດຂີ້ທູດ ຊຶ່ງບໍ່ສາມາດຈະຮັກສາໃຫ້ດີໄດ້. ຄົນຮັບໃໍຊ້ຊາວຍຶວໃນເຮືອນຂອງນາອາມານໄດ້ເວົ້າຕໍ່ນາຍຍິງຂອງນາງວ່າໃຫ້ໄປຫາຜູ້ປະກາດພຣະທັມເອລີຊາ ຄົນຜູ້ນັ້ນສາມາດປົວພະຍາດຂີ້ທູດຂອງເຈົ້ານາຍໃຫ້ດີໄດ້." ເອລີຊາໄດ້ບອກກັບນາອາມານວ່າ, ຈົ່ງໄປອາບນ້ຳທີ່ແມ່ນ້ຳຢໍແດນເຈັດເທື່ອ ເມື່ອອານາມານໄດ້ຍອມເຊື່ອຟັງ ພຣະເຈົ້າກໍຊົງຮັກສາເຂົາໃຫ້ດີໄດ້. ແລ້ວອານາມານ ກໍເວົ້າວ່າ " ດຽວນີ້ຂ້າພະເຈົ້າຮູ້ແລ້ວວ່າ ບໍ່ມີພຣະເຈົ້າອົງອື່ນ" ນອກຈາກພຣະເຈົ້າຂອງອິສຣາເອນ. *ຜູ້ຊາຍອື່ນທີ່ມີຊື່ວ່າ ນາອາມານອີກສອງຄົນເປັນລູກຫລານຂອງເບັນຢາມິນຜູ້ເປັນລູກຊາຍຂອງຢາໂຄບ.
ນາຮູມ
ນາຮູມຄືຜູ້ປະກາດພຣະທັມຜູ້ເຊິ່ງໄດ້ເທດສະຫນາ ໃນຊ່ວງທີ່ກະສັດມານາເຊ ຜູ້ຊົ່ວຮ້າຍປົກຄອງເຫນືອອານາຈັກຢູດາ * ນາຮູມຊາວເມືອງເອນໂກດ ເຊິ່ງຢູ່ຫ່າງຈາກກຸງເຢຣູຊາເລັມປະມານ 32 ກິໂລແມັດ * ພຣະທັມນາຮູມໃນພຣະສັນຍາເດີມໄດ້ບັນທຶກຄຳທຳນວາຍກ່ຽວກັບການພັງທະລາຍຂອງເມືອງນິນາເວຂອງອັດຊີເຣຍ.
ນາໂຮ
ນາໂຮເປັນຊື່ພີ່ນ້ອງສອງຄົນຂອງອັບຣາຮາມ: ປູ່ຂອງອັບຣາຮາມແລະນ້ອງ ຊາຍຂອງອັບຣາຮາມ. ນ້ອງຊາຍຂອງອັບຣາຮາມຄືນາໂຮ ເປັນປູ່ຂອງເຣເບກາ ເມຍຂອງອີຊາກ ປະໂຫຍກ "ເມືອງຂອງນາໂຮ" ສາມາດຫມາຍເຖີງ "ເມືອງຂອງນາໂຮ" ຫລື ເມືອງເຊິ່ງນາໂຮເຄີຍອາໄສຢູ່ "ຫລື" "ເມືອງຂອງນາໂຮ".
ນາໍ້, ຫລືໜ້ານາໍ້
ນອກເໜືອໄປຈາກຄວາມໝາຍນີ້ແລ້ວ " ນາໍ້ " ຍັງໝາຍເຖິງແມ່ນາໍ້ຂະນໜາດໃຫຍ່ ເຊັ່ນມະຫາສະໝຸດ ທະເລ ທະເລສາບ ຫລືແມ່ນາໍ້
- ຄຳວ່າ "ໜ້ານາໍ້ " ໝາຍເຖິງແຫລ່ງນາໍ້ຫລືນາໍ້ທີ່ມີຫລາຍສາຍ ຍັງສາມາດອ້າງອີງທົ່ວໄປໄດ້ອີກສຳລັບນາໍ້ຫລືແຫລ່ງນາໍ້ທີ່ມີຫລາຍແຫ່ງ
- ການໃຊ້ " ນາໍ້ " ເຊິ່ງເປັນການປຽບທຽບ ໝາຍເຖິງຄວາມທຸກຍາກຢ່າງຫລວງຫລາຍ ຄວາມລຳບາກແລະການທົນທູກທໍລະມານຕົວຢ່າງເຊັ່ນ ພຣະເຈົ້າຊົງສັນຍາວ່າເມື່ອພຣະອົງ "ຢ່າງເທິງໜ້ານາໍ້ " ພຣະອົງຈະຊົງຢູ່ກັບເຮົາ
- ຖ້ອຍຄຳທີ່ວ່າ " ນາໍ້ຫລາຍ " ຊີ້ໃຫ້ເຮົາເຫັນວ່າມີຄວາມທຸກຍາກລຳບາກຢ່າງໃດ
- ໃຫ້ "ນາໍ້ " ສັດແລະສັດອື່ນໆ ມາຍເຖິງການ "ຈັດຫານາໍ້ໃຫ້ " ພວກມັນ ໃນສະໃໝພຣະຄຳພີເດີມມັກກ່ຽວຂ້ອງກັບການຕັກນາໍ້ຈາກບໍ່ ພ້ອມທັງໃຊ້ຖັງຫລືຄຸຕັກນາໍ້ແລະເທນາໍ້ລົງໄປໃນອາງຫລືໃສ່ສິ່ງຂອງອຶ່ນໆ ສຳລັບສັດທີ່ຈະກິນນາໍ້ຈາກສິ່ງຂອງເຫລົ່ານັ້ນ
- ໃນພັນທະສັນຍາເດີມ ພຣະເຈົ້າໄດ້ຮັບການຊົງນຳເຖິງວ່າເປັນ ນາໍ້ພຸຫລືນາໍ້ພຸແຫ່ງ " ນາໍ້ທີ່ມີຊີວິດ" ສຳລັບປະຊາຊົນຂອງພຣະອົງ ນີ້ໝາຍຄວາມວ່າພຣະອົງຊົງເປັນແຫລ່ງພຣະລັງແຫ່ງວິນຍານແລະຄວາມຊົມຊື່ນຍິນດີ
- ໃນພັນທະສັນຍາໃໝ່ ພຣະເຢຊູຊົງໃຊ້ຄຳວ່າ " ນາໍ້ທີ່ມີຊີວິດ " ເພື່ອໝາຍເຖິງພຣະວິນຍານບໍຣິສຸດທີ່ທຳງານຢູ່ໃນຕົວເຮົາເພື່ອປຽນແປງຊີວິດເຮົາແລະນຳມາໃຊ້ໃນຊີວິດໃໝ່
ຄຳແນະນຳໃນການແປ
- ຄຳວ່າ "ຕັກນາໍ້ " ສາມາດໝາຍຄວາມວ່າ " ຕັກນາໍ້ຂຶ້ນຈາກບໍ່ດ້ວຍຖັງຫລືຄຸ "
- "ລຳທານແຫ່ງນາໍ້ທີ່ມີຊີວິດຈະໄຫລຈາກພູເຂົາ " ອາດໝາຍຄວາມໄດ້ວ່າ " ພຣະລັງແລະພຣະຈາກພຣະວິນຍານບໍຣິສຸດຈະໄຫລອອກຈາກພວກເຂົາເໝືອນສາຍທານແຫ່ງແມ່ນາໍ້ " ຄຳວ່າ " ພຣະພອນ " ອາດຈະໃຊ້ຄຳເຫລົ່າແທນໄດ້ ຄືຄຳວ່າ " ຂອງພຣະຣາຊະທານ " ຫລື "ຜົນ "ຫລື "ບຸກຄະລິກໜ້າສັດທາ "
- ເມື່ອພຣະເຢຊູຊົງກຳລັງເວົ້າກັບຜູ້ຍິງຊາວສະມາເຣຍທີ່ບໍ່ນາໍ້ຄຳວ່າ " ນາໍ້ທີ່ມີຊີວິດ " ອາດຈະໝາຍຄວາມວ່າ " ນາໍ້ທີ່ໃຫ້ຊີວິດ " ຫລື " ນາໍ້ທີ່ໃຫ້ມີຊີວິດ " ໃນບົດນີ້ ສະພາບຂອງນາໍ້ຂອງນາໍ້ຕ້ອງຖືກຂຽນອອກໃນການແປ
- ຂື້ນຢູ່ກັບບໍຣິສັດ ຄຳວ່າ " ນາໍ້ "ຫລື " ນາໍ້ຫລາຍ" ສາມາດເວົ້າໄດ້ວ່າ" ຄວາມທຸກທໍລະມານອັນຍິ່ງໃຫຍ່
ນິມິດ
ຄໍາວ່າ "ນິມິດ" ອ້າງເຖິງບາງສິ່ງທີ່ບຸກຄົນເຫັນ. ໂດຍສະເພາະອ້າງເຖິງບາງສິ່ງທີ່ບໍ່ປົກກະຕິທໍາມະດາ ຫລືເໜືອທໍາມະຊາດທີ່ພຣະເຈົ້າຊົງສໍາແດງແກ່ປະຊາຊົນເພື່ອໃຫ້ຂ່າວສານແກ່ພວກເຂົາ.
- ໂດຍປົກກະຕິ, ນິມິດຈະເຫັນໄດ້ໃນຂະນະທີ່ບຸກຄົນຕື່ນຢູ່. ຢ່າງໃດກໍຕາມບາງເທື່ອນິມິດເປັນບາງສິ່ງທີ່ບຸກຄົນເຫັນໃນຄວາມຝັນຂະນະນອນຫຼັບ.
- ພຣະເຈົ້າຊົງສົ່ງນິມິດເພື່ອບອກຄົນເຖິງບາງສິ່ງທີ່ມີຄວາມສຳຄັນຫລາຍ. ຕົວຢ່າງເຊັ່ນເປໂຕໄດ້ເຫັນນິມິດທີ່ຈະບອກທ່ານວ່າພຣະເຈົ້າຊົງຕ້ອງການໃຫ້ທ່ານຕ້ອນຮັບຄົນຕ່າງຊາດ.
ນິຣັນດອນ, ນິຣັນການ, ເປັນນິດ, ນິດນິຣັນ
ຄຳວ່າ "ນິຣັນດອນ" ແລະ "ນິດນິຣັນ" ມີຄວາມໝາຍທີ່ໃກ້ຄຽງກັນຫລາຍແລະໄດ້ບົ່ງບອກເຖິງບາງສິ່ງທີ່ຍັງຄົງມີຢູ່ ຫລືຄົງເປັນຢູ່ຕະຫລອດໄປ.
- ຄຳວ່າ "ນິດນິຣັນ" ໄດ້ບອກເຖິງສະພາບການມີຢູ(ເປັນຢູ່)ທີ່ບໍ່ມີຈຸດເລີ້ມຕົ້ນຫລືຈຸດສິ້ນສຸດ ຄໍານີ້ຍັງສາມາດເວົ້າເຖິງຊີວິດທີ່ບໍ່ມີວັນສິ້ນສຸດອີກດ້ວຍ.
- ຫລັງຈາກສິ້ນຊີວິດຈາກໂລກນີ້ແລ້ວ ມະນຸດຈະມີຊີວິດອັນບໍ່ສິ້ນສຸດຕໍ່ໄປອີກກັບພຣະເຈົ້າໃນແຜ່ນດິນສວັນ ຫລືຢູ່ໃນນະຮົກໂດຍທີ່ບໍ່ມີພຣະເຈົ້າ.
- ຄໍາວ່າ "ຊີວິດອັນຕະຫລອດໄປເປັນນິດ" ຫລື "ຊີວິດນິຣັນ" ຖືກໃຊ້ໃນພຣະຄໍາພີໃໝ່ ເພື່ອບອກເຖິງການມີຊີວິດຢູ່ຕະຫລອດໄປເປັນນິດກັບພຣະເຈົ້າໃນແຜ່ນດິນສະຫວັນ.
- ຖ້ອຍຄໍາທີ່ວ່າ "ຕະຫລອດໄປເປັນນິດ" ແມ່ນຄວາມຄິດເລື່ອງຂອງເວລາທີ່ບໍ່ມີມື້ສິ້ນສຸດແລະສະແດງເຖິງຄວາມເປັນນິຣັນຫລືຕະຫລອດໄປເປັນນິດນັ້ນເປັນຢ່າງໃດ.
ຄໍາແນະນໍາໃນການແປ
- ອີກວິທີນຶ່ງໃນການແປວ່າ "ອັນຕະຫລອດໄປ" ຫລື "ຕະລອດໄປ" ສາມາດຮວມກັບຄໍາວ່າ "ບໍ່ມີສິ່ນສຸດດ" ຫລື "ບໍເຊົາ" ຫລືຍັງ ດໍາເນີນຕໍ່ໄປ.
- ຄໍາວ່າ "ຊີວິດອັນຕະຫລອດໄປເປັນນິດ" ແລະ "ຊີວິດນິລັນ" ສາມາດແປໄດ້ອີກວ່າ "ຊີວິດທີ່ບໍ່ມີສິ້ນສຸດ" ຫລື "ຊີວິດທີ່ມີຢູ່ຕະຫລອດໄປບໍ່ຢຸດ" ຫລື "ການເປັນຄືນມາຈາກຕາຍແລະມີຊີວິດອີກຕະຫລອດໄປ"
- ວິທີການແປທີ່ແຕກຕ່າງ ຄໍາວ່າ "ຕະຫລອດໄປ" ສາມາດຮວມໄປເຖິງຄໍາວ່າ "ການເປັນຢູ່ເໜືອເວລາ" ຫລື "ຊີວິດທີ່ບໍ່ມີຈຸດຈົບ" ຫລື "ຊີວິດໃນແຜ່ນດິນສະຫວັນ" ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີ ນັ້ນໆ.
- ທັງນີ້ຄວນພິຈາລະນາວ່າຄໍານີ້ ຄວນແປວ່າຢ່າງໃດໃນພຣະຄໍາພີສະບັບທ້ອງຖິ່ນ ຫລືພາສາກາງ.
ນີເນເວ ຊາວນີເນເວ
ເມື່ອງນີເນເວເປັນເມື່ອງຫລວງຂອງອັດຊີເຣຍ ຊາວນີເນເວ ຄືບູກຄົນທີ່ໃຊ້ຊີວຶດຢູ່ໃນເມື່ອງນີເນເວ+ ພຮະເຈົ້າໄດ້ຊົງສົ່ງຜູ້ທຳນວາຍຊື່ວ່າໂຢນາໄປເພື່ອເຕືອນຊາວນີເນເວໃຫ້ກັບໃຈຈາກທາງອັນຊົ່ວຮ້າຍ ຊາວເມື່ອງໄດ້ກັບໃຈແລະພຮະເຈົ້າຈືງບໍ່ໄດ້ທຳລາຍຊາວເມືອງນັ້ນ ຊາວອັດຊີເຮຍໄດ້ຫັນຫລັງໃຫ້ກັບພຮະເຈົ້າໃນເວລາຕໍ່ມາ ພວກເຂົາເອົາຊະນະອານາຈັກອຶດສະຣາເອນແລະກວດຕ້ອນຜູ້ຄົນໄປຍັງເມື່ອງນຶເນເວ
ນົກອິນທີ, ນົກອິນຊີ
ນົກອິນທີເປັນນົກຂະໜາດໃຫຍ່ທີ່ມີພະລັງໃນການລ້າເຍື່ອ ທີ່ກິນສັດ ຂະໜາດນ້ອຍເຊັ່ນ ປາ ໜູ ງູ ແລະໄກ່ເປັນຕົ້ນ. * ພຣະຄໍາພີປຽບທຽບຄວາມໄວແລະຄວາມແຂງແຮງຂອງກອງທັບກັບຄວາມໄວຂອງນົກອິນທີທີ່ເຈີດລົງໄປຈັບເຍື່ອຂອງມັນ * ເອຊາຢາກ່າວວ່າບັນດາຜູ້ທີ່ວາງໃຈໃນອົງພຣະຜູ້ເປັນເຈົ້າຈະບິນຂຶ້ນເໝືອນກັບນົກອິນທີ ນີ້ແມ່ນພາສາປຽບທຽບທີ່ບໍ່ແມ່ນເພື່ອອະທິບາຍເຖິງອິດສະລະພາບແລະຄວາມແຂງແຮງທີ່ມາຈາກການໄວ້ວາງໃຈແລະເຊື່ອຟັງພຣະເຈົ້າ * ໃນພຣະທໍາດານີເອນ ຄວາມຍາວເສັ້ນຜົມຂອງກະສັດເນບູກາດເນັດ ຊາທຽບກັບຄວາມຍາວຂອງຂົນນົກອິນທີຊຶ່ງຍາວກວ່າ 50 ຊັງຕິແມດ
ນ້ຳເຜິ້ງ, ຮັງເຜິ້ງ
ນ້ຳເຜິ້ງຄືສານທີ່ຫວານ, ໜຽວ, ຮັບປະທານໄດ້ ເຜິ້ງສ້າງຂຶ້ນຈາກນ້ຳຫວານຂອງເກສອນດອກໄມ້ ຮັງເຜິ້ງຄືກອບຂີ້ເຜິ້ງທີ່ເຜິ້ງເກັບນ້ຳເຜິ້ງໄວ້.
- ຂຶ້ນຢູ່ກັບພັນ, ນໍ້າເຜິ້ງສາມາດຈະມີສີເຫລືອງຫລືສີນ້ຳຕານ.
- ນໍ້າເຜິ້ງສາມາດຈະໄດ້ພົບໃນປ່າ, ເຊັ່ນ ໃນໂພ້ງຂອງຕົ້ນໄມ້, ຫລືທີ່ໃດກໍໄດ້ທີ່ເຜິ້ງເຮັດຮັງ ຄົນລ້ຽງເຜິ້ງໄວ້ໃນຮັງເຜິ້ງເພື່ອທີ່ຈະຜະລິດນ້ຳເຜິ້ງໄວ້ກິນຫລືຂາຍ, ບາງທີນ້ຳເຜິ້ງທີ່ຖືກກ່າວເຖິງໃນພຣະຄຳພີອາດຈະເປັນນ້ຳເຜິ້ງປ່າ.
- ມີຜູ້ຊາຍສາມຄົນໃນພຣະຄຳພີທີ່ຖືກກ່າວເຖິງເປັນພິເສດວ່າໄດ້ກິນນ້ຳເຜິ້ງປ່າ ໄດ້ແກ່ ໂຢນາທານ, ແຊມຊັ້ນ, ແລະໂຢຮັນຜູ້ໃຫ້ບັບຕິດສະມາ.
- ຄຳນີ້ຖືກໃຊ້ໃນເຊີງອຸປະມາອຸປະໄມເພື່ອອະທິບາຍເຖິງບາງສິ່ງທີ່ຫວານຫລືໜ້າພຶງພໍໃຈຫລາຍ ຍົກຕົວຢ່າງ ເຊັ່ນ, ພຣະຄຳຂອງພຣະເຈົ້າແລະຄຳປະກາດຂອງພຣະອົງນັ້ນ "ຫວານເໝືອນນ້ຳເຜິ້ງ" (ເບິ່ງເພີ່ມເຕີມ: Simile, Metaphore)
- ບາງເທື່ອຄຳຂອງບຸກຄົນໄດ້ບັນລະຍາຍວ່າຫວານປານນ້ຳເຜິ້ງ, ແຕ່ຜົນເປັນການຫລອກລວງແລະເປັນໄພຕໍ່ຄົນອື່ນ.
ນໍ້າມັນ
ນ້ຳມັນ ເປັນຂອງແຫລວທີ່ມີລັກສະນະຂົ້ນແລະໃສ ທີ່ສະກັດມາຈາກພືດຫລືຫມາກໄມ້ຕ່າງໆ. ໃນສະໄໝພຣະຄໍາພີ, ໂດຍປົກກະຕິນ້ຳມັນຈະສະກັດມາຈາກຜົນມະກອກ.
- ມີການໃຊ້ນ້ຳມັນໝາກກອກເທດໃນການເຮັດອາຫານ, ການເຈີມ, ການຖວາຍເຄື່ອງບູຊາ, ໃຊ້ເປັນເຊື້ອເພີງສຳລັບຕະກຽງ, ແລະເປັນຢາປິ່ນປົວພະຍາດ.
- ໃນສະໄໝບູຮານ, ນ້ຳມັນໝາກກອກເທດເປັນສິນຄ້າເຊິ່ງມີລາຄາສູງ ແລະການຄອບຄອງນ້ຳມັນສາມາດວັດຄວາມຮັ່ງມີໄດ້.
- ໃຫ້ແນ່ໃຈວ່າການແປຄຳນີ້ ອ້າງເຖິງນ້ຳມັນທີ່ໃຊ້ສຳລັບເຮັດອາຫານໄດ້, ບໍ່ໄດ້ໝາຍເຖິງນ້ຳມັນເຊິ່ງໃຊ້ກັບເຄື່ອງຍົນ. ໃນບາງພາສາມີການໃຊ້ຄຳທີ່ຕ່າງກັນລະຫວ່າງນ້ຳມັນປະເພດຕ່າງໆ.
ບັງຄັບອອກໄປ, ໄລ້ອອກໄປ, ໂຍນອອກໄປ
"ບັງຄັບອອກໄປ" ຫລື "ໄລ່ອອກໄປ" ຜູ້ໃດຜູນຶ່ງ ຫລືບາງສິ່ງບາງຢ່າງມີຄວາມໝາຍວ່າ ເປັນການບັງຄັບຜູ້ໃດຜູ້ນຶ່ງອອກໄປ. ຄຳວ່າ "ໄລ່ອອກໄປ" ມີຄວາມໝາຍດຽວກັນກັບວ່າ "ໂຍນ" ການໂຍນແຫ ຫມາຍເຖິງການໂຍນແຫໄປໃນນ້ຳ. ໃນກໍຣະນີຂອງຄຳປຽບທຽບ "ບັງຄັບອອກໄປ" ຫລືໂຍນຜູ້ໃດຜູ້ນຶ່ງອອກໄປ ແມ່ນການປະຕິເສດລາວ ໄລ່ລາວອອກໄປ.
ຄຳແນະນຳ ການແປ
*ການແປຄຳນີ້ໃນຮູບແບບອື່ນໆສາມາດຮວມທັງ "ບັງຄັບໃຫ້ອອກໄປ" ຫລື "ສົ່ງອອກໄປ" ຫລື "ກຳຈັດອອກໄປໃຫ້ໝົດ"
- ການຂັບໄລ່ຜີອອກໄປ" ສາມາດແປໄດ້ວ່າ "ເຮັດໃຫ້ຜີອອກໄປ ຫລື" ໄລ່ວິນຍານຊົ່ວອອກໄປ ຫລື "ໄລ່ພວກຜີອອກໄປ "ຫລື "ສັ່ງຜີໃຫ້ອອກມາ"
ບັດເຊບາ
ນາງບັດເຊບາເປັນເມຍຂອງອຶລີ, ເປັນທະຫານໃນກອງທັບຂອງກະສັດດາວິດ. ຫລັງຈາກນາງອູລີຕາຍ, ນາງໄດ້ກາຍເປັນພັນລະຍາຂອງດາວິດ, ແລະແມ່ຂອງຊາໂລໂມນ.
- ດາວິດໄດ້ຫລິ້ນຊູ້ກັບນາງບາດເຊບາໃນຂະນະທີ່ນາງແຕ່ງງານກັບອູຣີຍາ.
- ໃນເວລາທີ່ນາງບັດເຊບາຖືພາລູກຂອງດາວິດ, ດາວິດເຮັດໃຫ້ອູຣີຍາຖືກຂ້າຕາຍໃນການສູ້ຮົບ.
- ຈາກນັ້ນດາວິດໄດ້ແຕ່ງງານກັບນາງບັດເຊບາແລະນາງໄດ້ເກີດລູກຂອງພວກເຂົາ.
- ພຣະເຈົ້າລົງໂທດດາວິດເພາະຄວາມບາບຂອງລາວໂດຍເຮັດໃຫ້ເດັກນ້ອຍຕາຍໃນມື້ລາວເກີດ.
- ຕໍ່ມາ, ນາງບັດເຊບາໄດ້ເກີດລູກຊາຍຄົນໜຶ່ງ, ຊາໂລໂມນ, ເຊິ່ງເຕີບໃຫຍ່ຂຶ້ນມາເປັນກະສັດຕໍ່ຈາກທ່ານດາວິດ.
ບັນດາບຸດຂອງພຣະເຈົ້າ
ຄຳວ່າ "ບັນດາບຸດຂອງພຣະເຈົ້າ" ເປັນຄຳເວົ້າໂດຍປຽບທຽບທີ່ມີຄວາມໝາຍທີ່ເປັນໄປໄດ້ຫລາຍຢ່າງ.
- ໃນພັນທະສັນຍາໃໝ່ຄຳວ່າ, "ບັນດາບຸດຂອງພຣະເຈົ້າ" ອ້າງເຖິງຜູ້ເຊື່ອໃນພຣະເຢຊູທັງຫລາຍ ແລະຫລາຍຄັ້ງຍັງແປໄດ້ອີກວ່າ"ລູກຫລານຂອງພຣະເຈົ້າ" ເນື່ອງຈາກລວມໝາຍເຖິງລວມທັງຊາຍແລະຍິງດ້ວຍ.
- ການໃຊ້ຄຳນີ້ເວົ້າເຖິງຄວາມສຳພັນຂອງພຣະເຈົ້າທີ່ເໝືອນຄວາມສຳພັນລະຫວ່າງລູກ ມະນຸດກັບພຣະບິດາ, ຂອງເຮົາລວມເຖິງສິດທິພິເສດໃນການເປັນບຸດ.
- ໃນປະຖົມມະການ ບົດທີ 6, ບາງຄົນແປຄຳວ່າ "ບັນດາບຸດມະນຸດຂອງພຣະເຈົ້າ" ເປັນທູດສະຫວັນທີ່ຕົກລົງມາ, ເປັນວິນຍານຊົ່ວຫລືປີສາດ, ຄົນອື່ນໆ ຄິດວ່າອາດຈະເປັນຜູ້ປົກຄອງທາງການເມືອງທີ່ມີອຳນາດອຳນາດຫລືລູກຫລານຂອງເຊດ.
- ໃນພັນທະສັນຍາໃໝ່, ຄໍາວ່າ "ບັນດາບຸດຂອງພຣະເຈົ້າ" ອ້າງເຖິງຄົນທັງຫລາຍທີ່ເຊື່ອໃນພຣະເຢຊູ ແລະຫລາຍເທື່ອແປວ່າ "ລູກຫລານຂອງພຣະເຈົ້າ" ເພາະເຫດວ່າທັງໝົດທັງຜູ້ຍິງແລະຜູ້ຊາຍ.
- ການໃຊ້ຄຳນີ້ເວົ້າເຖິງຄວາມສຳພັນກັບພຣະເຈົ້າທີ່ເໝືອນຄວາມສຳພັນລະຫວ່າງລູກ ມະນຸດກັບພຣະບິດາຂອງເຂົາທັງໝົດເຖິງສິດທິພິເສດໃນການເປັນບຸດ.
- ຕຳແໜ່ງ "ພຣະບຸດຂອງພຣະເຈົ້າ" ເປັນຄຳທີ່ແຕກຕ່າງອອກໄປທີ່ໝາຍເຖິງພຣະເຢຊູ, ຜູ້ເປັນພຣະບຸດອົງດຽວຂອງພຣະເຈົ້າ.
ເບິ່ງເພີ່ມຕື່ມ
- ເມື່ອ "ບັນດາບຸດຂອງພຣະເຈົ້າ" ອ້າງເຖິງຜູ້ເຊື່ອທັງຫລາຍໃນພຣະເຢຊູ , ກໍສາມາດແປວ່າ, "ບັນດາລູກຫລານຂອງພຣະເຈົ້າ."
- ອີກວິທີໜຶ່ງໃນການແປ "ບັນດາລູກຫລານຂອງພຣະເຈົ້າ" ສາມາດທັງໝົດເອົາ, "ທູດສະຫວັນ" ຫລື "ຮ່າງວິນຍານທັງຫລາຍ," ຫລື "ຜີມານຮ້າຍທັງຫລາຍ," ຂຶ້ນຢູ່ກັບສະພາບການ
- ໃຫ້ເບິ່ງລິ້ງສຳລັບ "ບຸດ." ດ້ວຍ
ບັນລັງ
ບັນລັງເປັນຕິງທີ່ຖືກອອກແບບເປັນພິເສດທີ່ພະມາຫາກະສັດນັງຢູ່ເພື່ອຕັດສີ້ນເລື່ອງທີ່ສຳຄັນແລະຮັບຟັງຄຳຈາກປະຊາຊົນຂອງພຣະອົງ
- ບັນລັງເປັນສັນຍາລັກຂອງສິດທິອຳນາດທີ່ເດັດຂາດແລະອຳນາດທີ່ກະສັດຊົງມີ
- ຄຳວ່າ "ບັນລັງ" ມັກໃຊ້ເປັນພາບປຽບທຽບເພື່ອອ້າງເຖີງກະສັດລາດສະໄໝຂອງພຣະອົງ ຫຼືລາດຊະອຳນາດຂອງພຣະອົງ (ເບິ່ງເພີມເຕີມ : metonymy)
- ໃນພຣະຄຳພີພຣະເຈົ້າມັກຈະມີພາບວ່າຊົງເປັນກະສັດທີ່ປະທັບເທີງພະທີ່ນັ່ງຂອງພຣະອົງ ພຣະເຢຊູເຈົ້າໄດ້ຮັບການອະທິບາຍວ່າປະທັບຢູ່ເທີງບັນລັງຂ້າງຂວາມື້ຂອງພຣະບິດາເຈົ້າ
- ພຣະເຢຊູເຈົ້າເວົ້າວ່າສະຫວັນຄືບັນລັງຂອງພຣະເຈົ້າ ວິທີໜຶ່ງທີ່ແປຄຳນີ້ສາມາດແປວ່າ "ໃນສະຖານທີ່ທີ່ພຣະເຈົ້າຊົງປົກຄອງຢ່າງກະສັດ"
ບັນຫາ,ຫລາຍປັນຫາ,ເປັນທຸກ
ຄຳວ່າ "ບັນຫາ" ໝາຍເຖິງປະສົບການໃນຊີວິດທີ່ຍາກລຳບາກແລະໜ້າວິຕົກ. ການ "ເປັນທຸກ" ໝາຍເຖິງການຮູ້ສຶກຜິດຫວັງຫລືມີຄວາມທຸກກັບບາງສິ່ງບາງຢ່າງ.
- ເປັນບັນຫາ ສາມາດເປັນດ້ານຮ່າງກາຍ, ດ້ານອາລົມ, ຫລືດ້ານຈິດທີ່ທໍາຮ້າຍບຸກຄົນ.
- ໃນພຣະຄໍາພີ, ຫລາຍເທື່ອບັນຫາຕ່າງໆ ມັກເປັນຊ່ວງເວລາຂອງການທົດສອບທີ່ພຣະເຈົ້າຊົງໃຊ້ເພື່ອຊ່ວຍໃຫ້ບັນດາຜູ້ເຊື່ອມີຄວາມເປັນຜູ້ໃຫຍ່ແລະເຕີບໂຕໃນຄວາມເຊື່ອຂອງພວກເຂົາ.
- ໃນພັນທະສັນຍາເດີມກ່າວເຖິງ "ບັນຫາ" ອ້າງເຖິງການພິພາກສາທີ່ມາເຖິງປະເທດທີ່ຜິດສິນລະທຳແລະປະຕິເສດພຣະເຈົ້າດ້ວຍເຊັ່ນກັນ.
- ການກະທຳ "ເຮັດໃຫ້ເກີດບັນຫາ" ແກ່ໃຜບາງຄົນໝາຍເຖິງ "ລົບກວນ" ບຸກຄົນນັ້ນຫລືເຮັດໃຫ້ເຂົາທຸກໃຈ.
ຄຳແນະນຳໃນການແປ
*ຄຳວ່າ "ບັນຫາ" ຫລື "ບັນຫາຕ່າງ ໆ" ສາມາດແປວ່າ, "ອັນຕະລາຍ" ຫລື "ສິ່ງທີ່ເຈັບປວດທີ່ເກິດຂື້ນ" ຫລື "ການຂົ່ມເຫັງ" ຫລື "ປະສົບການທີ່ຍາກລຳບາກ" ຫລື "ຄວາມທຸກໃຈ." * ຄຳວ່າ "ເປັນທຸກ" ອາດແປດ້ວຍຄຳຫລືວະລີທີ່ມີຄວາມຫມາຍວ່າ, "ກຳລັງທຸກໃຈ" ຫລື "ຮູ້ສຶກຫງຸດຫງິດ" ຫລື "ກັງວົນ" ຫລື "ກັງວົນ" ຫລື "ທຸກ" ຫລື "ຢ້ານກົວ" ຫລື "ຖືກລົບກວນ." * "ຢ່າເຮັດໃຫ້ນາງລຳບາກ" ສາມາດແປວ່າ "ຢ່າລົບກວນນາງ" ຫລື "ຢ່າວິຈານນາງ." * ວະລີວ່າ "ມື້ແຫ່ງຄວາມຫຍຸ້ງຍາກ" ຫລື "ເວລາແຫ່ງຄວາມຫຍຸ້ງຍາກ" ສາມາດແປວ່າ "ເມື່ອທ່ານປະສົບກັບຄວາມທຸກ" ຫລື "ເມື່ອສິ່ງທີ່ຍາກລຳບາກເກີດຂຶ້ນກັບທ່ານ" ຫລື "ເມື່ອພຣະເຈົ້າສ້າງຄວາມທຸກຍາກໃຫ້ເກີດຂຶ້ນ." * ວິທີການແປ "ສ້າງບັນຫາ" ຫລື "ເຮັດໃຫ້ເກີດບັນຫາ" ສາມາດລວມເຖິງ "ເຮັດໃຫ້ເກີດສິ່ງທີ່ໜ້າວິຕົກເກີດຂຶ້ນ" ຫລື "ເຮັດໃຫ້ເກີດບັນຫາຕ່າງໆ " ຫລື "ເຮັດໃຫ້ພວກເຂົາໄດ້ມີປະສົບການກັບສິ່ງທີ່ຍາກລຳບາກ."
ບາກບັ່ , ຄວາມບາກບັ່ນ
ຄຳວ່າ "ບາກບັ່ນ" ແລະ "ຄວາມບາກບັ່ນ" ອ້າງເຖິງການເຮັດສິ່ງໃດສິ່ງໜຶ່ງຢ່າງຕໍ່ເນື່ອງເຖິງວ່າສິ່ງນັ້ນຈະທຸກຍາກຫລືໃຊ້ໄລຍະເວລາຍາວນານເທົ່າໃດກໍຕາມ
- ຄຳວ່າ "ຄວາມບາກບັ່ນ" ສາມາດແປໄດ້ອີກຢ່າງໜຶ່ງ ວ່າພະຍາຍາມເຮັດດ້ວຍວິທີການຂອງພຣະຄຣິດເຖິງວ່າຈະຕ້ອງພົບກັບການທົດລອງຫລືສະຖານະການທີ່ຍາກລຳບາກກໍຕາມ
- ຖ້າບຸກຄົນໃດມີ "ຄວາມບາກບັ່ນ" ໝາຍຄວາມວ່າທ່ານຍັງຄົງສາມາດເຮັດໃນສິ່ງທີ່ທ່ານຄວນເຮັດໄດ້ ເຖິງແມ່ນວ່າຈະເຈັບປວດຫລືທຸກຍາກພຽງໃດກໍຕາມ
- ເຊື່ອໃນສິ່ງທີ່ພຣະເຈົ້າຊົງສັ່ງສອນຢ່າງຕໍ່ເນື່ອງນັ້ນຈຳເປັນຕ້ອງໃຊ້ຄວາມອົດທົນພະຍາຍາມຢ່າງຫລາຍ ສະເພາະຢ່າງຍິ່ງເມື່ອປະເຊີນໜ້າກັບຄຳສອນທຽມເທັດທັງຫຼາຍ
- ໃຫ້ລະວັງ ບໍ່ໃຊ້ຄຳວ່າ "ດື້ດ້ານ" ຊຶ່ງໂດຍປົກກະຕິຄຳເຫຼົ່ານີ້ມີຄວາມໝາຍໃນແງ່ລົບ
ບາບ, ເຕັມໄປດ້ວຍບາບ, ຄົນບາບ, ການເຮັດບາບ
ຄຳວ່າ "ບາບ" ອ້າງເຖິງການກະທຳ, ຄວາມຄິດ ແລະຄຳເວົ້າຕ່າງໆ ທີ່ຕໍ່ຕ້ານນ້ຳພຣະທັຍແລະກົດເກນຂອງພຣະເຈົ້າ ບາບຍັງອ້າງເຖິງການບໍ່ເຮັດໃນສິ່ງທີ່ພຣະເຈົ້າປະສົງໃຫ້ເຮົາເຮັດ.
- ບາບໝາຍເຖິງສິ່ງອື່ນໆທີ່ເຮົາເຮັດໂດຍທີ່ບໍ່ເຊື່ອຟັງຫລືເຮັດໃນສິ່ງທີ່ພຣະເຈົ້າບໍ່ພໍພຣະທັຍ, ເຖິງວ່າຈະເປັນສິ່ງທີ່ບໍ່ມີໃຜຮູ້ກໍຕາມ.
- ຄວາມຄິດແລະການກະທຳທີ່ບໍ່ເຊື່ອຟັງນ້ຳພະທັຍພຣະເຈົ້າເອີ້ນວ່າ "ເຕັມໄປດ້ວຍບາບ."
- ເພາະວ່າອາດາມໄດ້ເຮັດບາບ, ມະນຸດທຸກຄົນຈຶ່ງເກີດມາພາຍໃຕ້ທຳມະຊາດຂອງບາບທີ່ຄວບຄຸມພວກທ່ານ.
- "ຄົນບາບ" ຄືຄົົນທີ່ເຮັດບາບ, ດັ່ງນັ້ນມະນຸດທຸກຄົນຈຶ່ງເປັນຄົນບາບ
-
ບາງເທື່ອຄຳວ່າ "ຄົນບາບ" ເປັນຄຳທີ່ເຫລົ່າຄົນໃນສາສະໜາເຊັ່ນພວກຟາຣີຊາຍໃຊ້ເພື່ອປຽບທຽບເຖິງຄົົນທີ່ບໍ່ຖືຮັກສາກົດບັນຍັດຕາມທີ່ພວກຟາຣີຊາຍຄິດວ່າພວກທ່ານຄວນເຮັດຕາມ.
-
ຄຳວ່າ "ຄົນບາບ" ໃຊ້ເພື່ອເວົ້າເຖິງຄົົນທີ່ຖືວ່າມີບາບຫລາຍກວ່າຄົນອື່ນໆ. ຕົວຢ່າງເຊັ່ນ ຄົນເກັບພາສີແລະຍິງໂສເພນີຖືກຈັດໃຫ້ເປັນຄົນບາບ.
ຄຳແນະນຳໃນການແປ
-
ຄຳວ່າ "ບາບ" ສາມາດແປດ້ວຍຄຳ ຫລືວະລີທີ່ມີຄວາມໝາຍວ່າ "ບໍ່ເຊື່ອຟັງພຣະເຈົ້າ" ຫລື "ຕໍ່ຕ້ານພຣະປະສົງຂອງພຣະເຈົ້າ" ຫລື "ຄວາມປະພຶດແລະຄວາມຄິດທີ່ຊົ່ວຮ້າຍ" ຫລື "ການເຮັດຜິດ."
-
"ເຮັດບາບ" ສາມາດແປວ່າ "ບໍ່ເຊື່ອຟັງພຣະເຈົ້າ" ຫລື "ເຮັດຄວາມຜິດ."
-
ຂຶ້ນຢູ່ກັບບໍລິບົດ, ຄໍາວ່າ "ຄົນບາບ" ສາມາດແປດ້ວຍຄຳຫລືວະລີມີຄວາມໝາຍວ່າ, "ບຸກຄົນທີ່ເປັນຄົນບາບ" ຫລື "ບຸກຄົນທີ່ເຮັດຄວາມຜິດ" ຫລື "ບຸກຄົນຜູ້ບໍ່ເຊື່ອຟັງພຣະເຈົ້າ" ຫລື "ບຸກຄົນຜູ້ບໍ່ເຊື່ອຟັງພຣະບັນຍັດ."
-
ຄຳວ່າ "ເຫລົ່າຄົນບາບ" ສາມາດແປໂດຍໃຊ້ຄຳຫລືວະລີທີ່ມີຄວາມໝາຍວ່າ, "ປະຊາຊົນທີ່ມີບາບໜາ" ຫລື "ປະຊາຊົນທີ່ໄດ້ຮັບການພິຈາລະນາວ່າມີບາບໜາ" ຫລື "ປະຊາຊົນທີ່ບໍ່ມີສິນລະທຳ."
-
ວິທີທີ່ແປ "ຄົນເກັບພາສີແລະຄົນບາບທັງຫລາຍ" ສາມາດແປວ່າ, "ປະຊາຊົນຜູ້ທີ່ເກັບເງີນສຳລັບລັດຖະບານ, ແລະປະຊາຊົນຄົນບາບຄົນອື່ນໆ " ຫລື "ປະຊາຊົນທີ່ມີບາບໜາ," ທັງໝົດລວມຢູ່ດ້ວຍ.
ບາບີໂລນ, ຊາວບາບີໂລນ
ເມືອງບາບີໂລນເປັນເມືອງຫລວງຂອງບາບີໂລນໃນສະໃໝ່ບູ ຮານເປັນສ່ວນໜຶ່ງຂອງອານາຈັກບາບີໂລນ.
- ບາບີໂລນຕັ້ງຢູ່ລຽບຕາມແມ່ນ້ ຳ ຍູເຟຣຕີສ, ໃນບໍລິເວນດຽວກັນກັບຫໍຄອຍບາເບລໄດ້ຖືກສ້າງຂຶ້ນມາຫຼາຍຮ້ອຍປີກ່ອນ.
- ບາງຄັ້ງ ຄຳວ່າບາບີໂລນ ໝາຍເຖິງອານາຈັກບາບີໂລນທັງ ໝົດ. ຍົກຕົວຢ່າງ, "ກະສັດແຫ່ງບາບີໂລນ" ປົກຄອງຈັກກະ ພັດທັງໝົດ, ບໍ່ແມ່ນແຕ່ເມືອງ.
- ຊາວບາບີໂລນແມ່ນກຸ່ມຄົນທີ່ມີອຳນາດເຊິ່ງໄດ້ໂຈມຕີອານາຈັກຢູດາແລະເຮັດໃຫ້ປະຊາຊົນຢູດາຢູ່ໃນປະເທດບາບີໂລນເປັນເວລາ 70 ປີ.
- ສ່ວນໜຶ່ງ ຂອງຂົງເຂດນີ້ຖືກເອີ້ນວ່າ "ຄັນເດຍ" ແລະປະຊາຊົນທີ່ອາໄສຢູ່ທີ່ນັ້ນແມ່ນ "ຊາວຄັນເດຍ." ດ້ວຍເຫດນັ້ນ ຄຳສັບທີ່ວ່າ "Chaldea" ມັກຖືກໃຊ້ເພື່ອອ້າງເຖິງບາບີໂລນ. (ເບິ່ງເພີ່ມເຕີມ: [synecdoche] (https://git.door43.org/Door43/en-ta-translate-vol2/src/master/content/figs_synecdoche.md))
- ໃນພຣະຄຳພີໃໝ່, ຄຳວ່າ "ບາບີໂລນ" ບາງຄັ້ງໃຊ້ເປັນຄຳ ປຽບທຽບເພື່ອກ່າວເຖິງສະຖານທີ່, ຄົນ, ແລະຮູບແບບການຄິດທີ່ກ່ຽວຂ້ອງກັບການນະມັດສະການຮູບປັ້ນແລະການປະພຶດທີ່ເຮັດຜິດບາບອື່ນໆ.
- ປະໂຫຍກທີ່ວ່າ "ບາບີໂລນໃຫຍ່" ຫລື "ເມືອງໃຫຍ່ຂອງບາບີໂລນ" ໝາຍ ເຖິງການປຽບທຽບກັບເມືອງຫລືປະເທດ ໜຶ່ງທີ່ໃຫຍ່, ຮັ່ງມີ, ແລະມີບາບ, ຄືກັນກັບເມືອງບູຮານຂອງບາບີໂລນ. (ເບິ່ງເພີ່ມເຕີມ: [Metaphor] (https://git.door43.org/Door43/en-ta-translate-vol1/src/master/content/figs_metaphor.md))
ບາຣນາບາ
ບາຣາບາແມ່ນ ໜຶ່ງໃນບັນດາຄຣິດສະຕຽນໃນຍຸກທຳອິດທີ່ມີຊີວິດຢູ່ໃນສະໄໝຂອງພວກອັກຄະສາວົກ.
*ບາຣາບາ ແມ່ນມາຈາກຊົນເຜົ່າ ເລວີ ຂອງຊົນຍິດສະລາເອນແລະມາຈາກເກາະໄຊປັດ. * ເມື່ອໂຊໂລ (ໂປໂລ) ກາຍມາເປັນຄຣິດສະຕຽນ, ບາຣາບາໄດ້ຮຽກຮ້ອງໃຫ້ຜູ້ເຊື່ອຖືອື່ນໆຍອມຮັບເອົາລາວເປັນເພື່ອນຮ່ວມຄວາມເຊື່ອ. * ບາຣາບາຣແລະໂປໂລໄດ້ເດີນທາງໄປປະກາດຂ່າວດີກ່ຽວກັບພຣະເຢຊູໃນເມືອງຕ່າງໆ. * ຊື່ຂອງລາວແມ່ນໂຢເຊັບ, ແຕ່ລາວຖືກເອີ້ນວ່າ "ບາຣາບາ," ຊຶ່ງຫມາຍຄວາມວ່າ "ລູກຊາຍທີ່ໃຫ້ກຳລັງໃຈ."
ບາຣະໂທໂລມາຍ
ບາຣະໂທໂລມາຍ ແມ່ນໜຶ່ງໃນອັກຄະສາວົກສິບສອງຄົນຂອງພຣະເຢຊູ.
- ບາຣະໂທໂລມາຍຄຽງຄູ່ກັບອັກຄະສາວົກຄົນອື່ນໆ, ຖືກສົ່ງໄປປະກາດຂ່າວປະເສີດແລະເຮັດການອັດສະຈັນໃນນາມຂອງພຣະເຢຊູ
- ລາວຍັງແມ່ນ ໜຶ່ງໃນບັນດາຜູ້ທີ່ໄດ້ເຫັນພຣະເຢຊູກັບຄືນສະຫວັນ.
- ສອງສາມອາທິດຫລັງຈາກນັ້ນ, ລາວໄດ້ຢູ່ກັບພວກອັກຄະສາວົກຄົນອື່ນໆໃນເມືອງເຢຣູຊາເລັມໃນວັນເພັນສເຕຄໍເມື່ອພຣະວິນຍານບໍລິສຸດໄດ້ສະເດັດມາເທິງພວກເຂົາ.
ບາຣາບັດ
ບາຣາບັດ ເປັນນັກໂທດຢູ່ກຸງເຢຣູຊາເລັມໃນເວລາທີ່ພຣະເຢຊູຖືກຈັບ.
- ບາຣາບັດ ແມ່ນຄະດີອາຍາຜູ້ທີ່ໄດ້ກໍ່ອາຊະຍາກຳຂອງການຄາດຕະກຳ ແລະການກະບົດຕໍ່ຕ້ານລັດຖະບານ ໂລມ.
- ເມື່ອ ພອນເທີອັດ ປີລາດສະເໜີທີ່ຈະປ່ອຍບາຮາບັດຫລືພຣະເຢຊູປະຊາຊົນໄດ້ເລືອກບາຮາບັດ.
- ດັ່ງນັ້ນປີລາດຈຶ່ງປ່ອຍໃຫ້ບາຮາບັດຖືກປ່ອຍຕົວແຕ່ໄດ້ຕັດສິນໂທດພຣະເຢຊູໃຫ້ຖືກປະຫານຊີວິດ.
ບາຣູກ
ບາຣູກ ແມ່ນຊື່ຂອງຜູ້ຊາຍຫລາຍຄົນໃນພຣະສັນຍາເດີມ.
- ມີຄົນໜຶ່ງຊື່ວ່າບາຣູກ (ລູກຊາຍຂອງຊາບາລາ) ໄດ້ເຮັດວຽກຮ່ວມກັບເນເຫມີຢາໃນການສ້ອມແປງກຳແພງເມືອງເຢຣູຊາເລັມ.
- ເຊັ່ນດຽວກັນໃນຊ່ວງເວລາຂອງເນເຫມີຢາ, ອີກບາຣຸກ (ລູກຊາຍຂອງໂຄໂລ - ໂຮເຊດ) ແມ່ນໜຶ່ງໃນບັນດາຜູ້ນຳທີ່ໄດ້ຕັ້ງຖິ່ນຖານຢູ່ເຢຣູຊາເລັມຫລັງຈາກກຳແພງຂອງເມືອງຖືກສ້າງຂຶ້ນ ໃໝ່.
- ບາຣູກທີ່ແຕກຕ່າງກັນ (ລູກຊາຍຂອງ ເນລີຍາ) ເປັນຜູ້ຊ່ວຍເຜີຍພຣະຄຳ, ແລະຜູ້ທີ່ໄດ້ຊ່ວຍລາວໃນວຽກງານປະຕິບັດຕ່າງໆເຊັ່ນ: ການຂຽນຂໍ້ຄວາມທີ່ພຣະເຈົ້າໄດ້ໃຫ້ກັບເຢເຣມີຢາແລະຫຼັງຈາກນັ້ນອ່ານໃຫ້ພວກເຂົາຟັງ.
ບາອາຊາ
ບາອາຊາເປັນຜູ້ຫນຶ່ງໃນພວກກະສັດທີ່ຊົ່ວຮ້າຍຂອງອິດສະຣາເອນ, ເປັນຜູ້ທີ່ນຳພາຄົນອິດສະຣາເອນໃຫ້ໄປນະມັດສະການຮູບເຄົາລົບທັງຫລາຍ. * ບາອາຊາເປັນກະສັດອົງທີສາມຂອງອິດສະຣາເອນ ແລະໄດ້ປົກຄອງເປັນເວລາຊາວປີ, ໃນຊ່ວງເວລາທີ່ອາສາເປັນກະສັດຂອງຢູດາ. * ທ່ານເປັນຜູ້ບັນຊາການທະຫານທີ່ໄດ້ກາຍເປັນກະສັດໂດຍການຂ້າກະສັດອົງກ່ອນຄື ນາດາບ. * ໃນສມັຍຂອງບາອາຊາໄດ້ມີສົງຄາມລະຫວ່າງອສຣາເອັນແລະຢູດາ, ໂດຍສເພາະກັບກະສັດອາສາແຫ່ງຢູດາ. * ເພາະຄວາມບາບຢ່າງຫລວງຫລາຍຂອງບາອາຊາ ໃນທີ່ສຸດພຣະເຈົ້າກໍປົດເຂົາອອກຈາກຕຳແໜ່ງໂດຍຄວາມຕາຍຂອງເຂົາ.
(ເບີ່ງເພີ້ມເຕີມ: : Asa, false god)
ບາເບນ
ບາເບນເປັນເມືອງສຳຄັນເມືອງຫນຶ່ງຂອງເຂດທີ່ເອີ້ນວ່າຊີນາ ຊຶ່ງຕັ້ງຢູ່ໃນພາກໃຕ້ຂອງເມໂສໂປເຕເມຽ. ໃນຄາວຕໍ່ມາເມືອງຊີນາໄດ້ປ່ຽນຊື່ເປັນບາບີໂລນ. ເມືອງບາເບນໄດ້ຖືກສ້າງໂດຍຫລານຊາຍຂອງຮາມທີ່ຊື່ ນິມໂຣດຊຶ່ງເປັນຜູ້ປົກຄອງດິນແດນຊິນາ. ຊາວເມືອງຊິນາໄດ້ເລີ່ມອວດໂຕແລະຕັດສິນໃຈຈະສ້າງຫໍຄອຍສູງທຽມຟ້າ. ພາຍຫລັງເປັນທີ່ຮູ້ຈັກກັນວ່າ "ຫໍບາເບນ." *ເພາະປະຊາຊົນທີ່ສ້າງຫໍຄອຍບໍ່ຕ້ອງການກະຈາຍອອກໄປຕາມທີ່ພຣະເຈົ້າຊົງໄດ້ບັນຊາໄວ້, ພຣະອົງຈຶ່ງເຮັດໃຫ້ພາສາຂອງພວກເຂົາວຸ່ນວາຍໄປ ຈົນພວກເຂົາບໍ່ສາມາເຂົ້າໃຈກັນ. ສີ່ງນີ້ໄດ້ບັງຄັບພວກເຂົາໃຫ້ຍ້າຍອອກໄປອາສັຍຕາມບ່ອນຕ່າງໆທົ່ວໂລກ. * ກົກເຄົ້າຂອງຄຳວ່າ "ບາເບນ" ຄື "ຄວາມວຸ້ນວາຍ" ຊຶ່ງໄດ້ຖືກເອີ້ນແບບນີ້ເມື່ອພຣະເຈົ້າໄດ້ຊົງເຮັດໃຫ້ພາສາຂອງພວກເຂົາວຸ້ນວາຍໄປ.
(ເບີ່ງເພີ້ມເຕີມ: Babylon, Ham, Mesopotamia)
ບິດເບືອນ , ຢ່າງຜິດທຳມະຊາດ , ນຳໄປໃນທາງທີ່ຜິດ
ຄຳວ່າ "ບິດເບືອນ" ໃຊ້ເພື່ອອະທິບາຍບຸກຄົນຫລືການກະທຳທີ່ເຮັດຜິດທາງສິນລະທຳ ຄຳວ່າ "ຢ່າງຜິດທຳມະຊາດ" ໝາຍເຖິງ "ລັກສະນະການກະທຳທີ່ຜິດຈາກທຳມະຊາດ" "ນຳໄປໃນທາງທີ່ຜິດ" ໝາຍເຖິງການບິດຫລືການເຮັດໃຫ້ຜິດໄປຈາກສິ່ງທີ່ດີຫລືຖືກຕ້ອງ
- ບາງຄົນຫລືບາງສິ່ງທີ່ບິດເບືອນໄປຄືການບ່ຽງເບນອອກໄປຈາກທາງທີ່ດີຫລືຖືກຕ້ອງ
- ໃນພຣະຄຳພີນັ້ນ ຊາວອິດສະລາເອນໄດ້ກະທຳຢ່າງຜິດທຳມະຊາດເມື່ອພວກທ່ານບໍ່ເຊື່ອຟັງພຣະເຈົ້າ ພວກທ່ານມັກຈະໄປນະມັດການພະທຽມເທັດຫລາຍເທື່ອ
- ການກະທຳທີ່ຂັດຕໍ່ມາດຕະຖານຂອງພຣະເຈົ້າຫລືພຶດຕິກຳ ເອີ້ນໄດ້ວ່າການກະທຳນັ້ນເປັນການກະທຳທີ່ບິດເບືອນ
- ການແປຄຳວ່າ "ບິດເບືອນ" ສາມາດເວົ້າທັງໝົດ "ມີສິນລະທຳທີ່ບິດບ້ຽວໄປ" ຫລື "ຜິດສິນລະທຳ" ຫລື "ອອກຫ່າງຈາກທາງທີ່ທ່ຽງກົງຂອງພະເຈົ້າ" ຂຶ້ນຢູ່ກັບບໍລິບົດ
- "ຄຳເວົ້າບິດເບືອນ" ສາມາດແປໄດ້ອີກຢ່າງວ່າ "ເວົ້າໃນທາງຊົ່ວຮ້າຍ" ຫລື "ການເວົ້າຫລອກລວງ" ຫລື "ການເວົ້າທີ່ຜິດສິນລະທຳ"
- "ຄົນບິດເບືອນ" ສາມາດອະທິບາຍວ່າ "ຄົົນທີ່ບໍ່ມີສິນລະທຳ" ຫລື "ຄົົນທີ່ມີສິນລະທຳທີ່ບິດບ້ຽວໄປ" ຫລື "ຄົົນທີ່ບໍ່ເຊື່ອຟັງພຣະເຈົ້າຢ່າງຕໍ່ເນື່ອງ"
- ຄຳທີ່ວ່າ "ກະທຳຢ່າງບິດເບືອນ" ສາມາດແປໄດ້ອີກຢ່າງໜຶ່ງວ່າ "ພືດຕິກຳໃນທາງຊົ່ວຮ້າຍ" ຫລື "ກະທຳສິ່ງເຊີ່ງຂັດຕໍ່ພຣະບັນຊາຂອງພຣະເຈົ້າ" ຫລື "ດຳເນີນຊີວິດທີ່ປະຕິເສດຄຳສອນຂອງພຣະເຈົ້າ"
- ຄຳວ່າ "ບິດເບືອນ" ສາມາດແປໄດ້ອີກຢ່າງໜຶ່ງວ່າ "ເປັນເຫດໃຫ້ເກີດຄວາມເສື່ອມຊາມ" ຫລື "ກາຍເປັນບາງສິ່ງທີ່ຊົ່ວຮ້າຍ"
ບຸກຄົນຫລືສິ່ງຂອງທີ່ທຳໃຫ້ປາຫລາດໃຈ, ສິ່ງທີ່ທຳໃຫ້ປະຫລາດໃຈ,ປະຫລາດໃຈ ເຮັດໃຫ້ຕົກໃຈ.
ຄຳທັງຫມົດນີ້ ກ່າວເຖີງສິ່ງທີ່ເຮັດໃຫ້ປະຫລາດໃຈເພາະວ່າບາງສິ່ງທີ່ພິເສດເຊີ່ງໄດ້ເກີດຂື້ນ. ບາງຄຳເຫລົ່ານີ້ແປມາຈາກພາສາກຣີກທີ່ສະແດງອອກເຖີງຄວາມຫມາຍວ່າ "ຖືກບຸກລຸກດ້ວຍຄວາມຕົກໃຈ " ຫລື " ການຂ້າງນອກຂອງ (ຕົວເອງ )" ການສະແດງອອກເຫລົ່ານີ້ ສະແດງເຖີງວ່າປະຫລາດໃຈຫລາຍເທົ່າໃດ ຫລື ເຮັດໃຫ້ບຸກຄົນຕົກໃຈ ເຊີ່ງເປັນຄວາມຮູ້ສືກ.ພາສາອື່ນໆ ອາດຈະມີການສະແດງຢ່າງນີ້. *ປົກກະຕິແລ້ວ ເຫດການນັ້ນທີ່ເຮັດໃຫ້ຮູ້ສືກປະຫລາດໃຈ ແລະຕົກໃຈຫລາຍ ຄືການອັດສະຈັນ ບາງສຶ່ງທີ່ພຣະເຈົ້າເທົ່ານັ້ນທຳໄດ້. * ຄວາມຫມາຍຂອງຄຳເຫລົ່ານີ້ສາມາດລວມໄປເຖີງຄວາມຮູ້ສືກຂັດແຍ້ງເພາະວ່າສິ່ງທີ່ໄດ້ເກີດຂື້ນເປັນສິ່ງທີ່ບໍ່ຄາດຄິດເລີຍ. * ອີກຫລາຍ ໆ ທາງທີ່ຈະແປຄຳເຫລົ່ານີ້ສາມາດແປໄດ້ວ່າ " ປະໃຈຢ່າງສຸດສຸດໃຈ " ຫລື " ຕົກອົກຕົກໃຈຢ່າງຫລວງຫລາຍ ໆ. " * ຄຳຕ່າງ ໆ ທີ່ກ່ຽວຂ້ອງ: " ສິ່ງທີ່ເຮັດໃຫ້ປະຫລາດໃຈ " (ຄວາມຕົກໃຈ,ຄວາມປະຫລາດໃຈ ) " ຄວາມຕົກໃຈ " ແລະ " ຄວາມປະຫລາດໃຈ. " * ໂດຍທົ່ວໄປຄຳເຫລົ່ານີ້ໃຊ້ໃນທາງບວກ ແລະ ສະແດງວ່າປະຊາຊົນມີຄວາມສຸກກ່ຽວກັບສິ່ງທີ່ເກີດຂື້ນ.
ບຸດ, ບຸດຂອງ
ຄຳວ່າ "ບຸດ" ອ້າງເຖິງເດັກຜູ້ຊາຍຫລຶຜູ້ຊາຍທີ່ມີຄວາມສຳພັນເປັນພໍ່ແມ່ຂອງເຂົາ. ແລະຍັງອ້າງເຖິງເຊື້ອສາຍຂອງໃຜຫລາຍຄົນຫລືລູກບຸນທຳ.
- ຄຳວ່າ "ບຸດ" ມັກໃຊ້ເປັນຄຳປຽບທຽບໃນພຣະຄຳພີທີ່ອ້າງເຖິງຜູ້ສືບເຊື້ອສາຍທີ່ເປັນຜູ້ຊາຍ, ຢ່າງເຊັນຫລານຊາຍຫລືເຫລນຊາຍ.
- ຄຳວ່າ "ບຸດ" ສາມາດໃຊ້ເປັນຮູບແບບທີ່ສຸພາບໃນການເອີ້ນເດັກຜູ້ຊາຍຫລືຜູ້ຊາຍທີ່ມີອາຍຸນ້ອຍກວ່າ.
- ບາງຄັ້ງຄຳວ່າ "ບັນດາບຸດຂອງພຣະເຈົ້າ" ຖືກໃຊ້ໃນພັນທະສັນຍາໃໝ່ທີ່ໝາຍເຖິງເຫລົ່າຜູ້ເຊື່ອໃນພຣະເຢຊູຄຣິດ.
- ພຣະເຈົ້າຊົງເອີ້ນຊົນຊາດອິດສະຣາເອນວ່າ "ລູກຫົວປີ." ຂອງພຣະອົງ ນີ້ອ້າງເຖິງຊົນຊາດພຣະເຈົ້າຊົງເລືອກສັນໄວ້ໃຫ້ເປັນປະຊາກອນພິເສດຂອງພຣະອົງ. ໂດຍຜ່ານທາງພວກເຂົາພຣະວັດຈະນະຂອງພຣະເຈົ້າແຫ່ງການຊົງໄຖ່ແລະການຊົງຊ່ວຍກູ້ໂດຍໄດ້ມາເຖິ,ງ ຊຶ່ງເປັນຜົນໃຫ້ຫລາຍຄົນໄດ້ມາເປັນບຸດທາງຝ່າຍວິນຍານຂອງພຣະອົງ.
- ວະລີວ່າ "ບຸດຂອງ" ມັກມີຄຳອຸປະມາທີ່ໝາຍເຖິງ, "ມີລັກສະນະຂອງ" ຕົວຢ່າງເຊັ່ນ "ບຸດຂອງຄວາມສະຫວ່າງ." "ບຸດຂອງຄວາມບໍ່ເຊື່ອຟັງ," "ບຸດແຫ່ງສັນຕິສຸກ,"ແລະ "ບຸດແຫ່ງຟ້າຮ້ອງ."
- ວະລີວ່າ "ບຸດຂອງ" ຍັງໃຊ້ເພື່ອບອກວ່າໃຜເປັນພໍ່ຂອງໃຜ. ວະລີນີ້ຍັງໃຊ້ໃນລຳດັບວົງຕະກູນແລະທີ່ອື່ນໆ ອີກຫລາຍທີ່.
- ການໃຊ້ "ບຸດຂອງ" ເພື່ອຊ່ວຍໃຫ້ຊື່ພໍ່ຊ່ວຍແຍກແຍະປະຊາຊົນທີ່ມີຊື່ຄືກັນ ຕົວຢ່າງເຊັ່ນ, "ເອຊາຢາ, ບຸດແຫ່ງສາໂດກ" ແລະ "ເອລີຢາ, ບຸດແຫ່ງນາທັນ" ໃນ 1 ກະສັດ ບົດທີ 4, ແລະ "ເອຊາຢາ, ບຸດແຫ່ງອະມາຊິ ໃນ 2 ກະສັດ ບົດທີ 15 ຜູ້ຊາຍທີ່ຊື່ດຽວກັນສາມຄົນ."
ຄຳແນະນຳໃນການແປ
- ໃນສິ່ງທີ່ປະກົດຂອງຄຳນີ້, ເປັນການດີທີ່ສຸດທີ່ຈະແປ "ບຸດ" ໂດຍໃຊ້ຄຳຕົງຕົວໃນພາສາທີ່ໃຊ້ອ້າງເຖິງບຸດ.
- ເມື່ອແປຄຳວ່າ "ພຣະບຸດຂອງພຣະເຈົ້າ," ຄວນໃຊ້ຄຳທຳມະດາໃນພາສາເປົ້າໝາຍທີ່ຈະແປຄຳວ່າ "ບຸດ"
- ເມື່ອໄດ້ໃຊ້ອ້າງອິງເຖິງຜູ້ສືບເຊື້ອສາຍຫລາຍວ່າບຸດຊາຍ, ໂດຍກົງກວ່າ "ເຊື້ອສາຍ" ຄວນຈະນຳມາໃຊ້ , ທີ່ອ້າງອີງເຖິງພຣະເຢຊູໃນຖານະ "ຜູ້ສືບເຊື້ອສາຍຂອງດາວິດ" ຫລືໃນການສືບວົງຕະກູນບາງເທື່ອ "ບຸດຊາຍ" ອ້າງອີງຜູ້ສືບເຊື້ອສາຍທີ່ເປັນຜູ້ຊາຍ ບໍ່ໄດ້ໝາຍເຖິງບຸດຊາຍແທ້ ໆ.
- ບາງເທື່ອ "ພວກບຸດຊາຍ" ສາມາດແປວ່າ "ລູກຫລານ," ເມື່ອມີທັງຜູ້ຊາຍແລະຜູ້ຍິງໄດ້ຮັບການອ້າງເຖິງ ຕົວຢ່າງເຊັ່ນ, "ພວກບຸດຊາຍຂອງພຣະເຈົ້າ" ສາມາດແປວ່າ "ລູກຫລານຂອງພຣະເຈົ້າ" ເນື່ອງຈາກຄຳກ່າວນີ້ທັງໝົດທັງຜູ້ຍິງແລະຜູ້ຊາຍດ້ວຍ.
- ຄຳກ່າວປຽບທຽບ "ບຸດຂອງ" ສາມາດແປວ່າ "ບາງຄົນຜູ້ມີບຸກຄະລິກລັກສະນະຂອງ" ຫລື "ບາງຄົນຜູ້ທີ່ເໝືອນ" ຫລື "ບາງຄົນຜູ້ທີ່ມີ" ຫລື"ບາງຄົນຜູ້ທີ່ກະທຳເໝືອນ."
ບຸດມະນຸດ, ບຸດມະນຸດ
ຄຳວ່າ, "ບຸດມະນຸດ" ຈະໃຊ້ເອີ້ນພຣະເຢຊູຊຶ່ງໝາຍເຖິງຕົວຂອງພຣະອົງເອງ ພຣະອົງມັກໃຊ້ຄຳນີ້ເພື່ອແທນການເອີ້ນວ່າ "ເຮົາ" ຫລື "ຕົວເຮົາ." * ໃນພຣະຄຳພີ, "ບຸດມະນຸດ" ສາມາດເປັນວິທີໃນການອ້າງເຖິງໝາຍເຖິງຫລືກ່າວເຖິງຊາຍຄົນໜຶ່ງ. ແລະຍັງໝາຍເຖິງ "ມະນຸດ." * ຕະຫລອດພຣະຄຳພີເດີມໃນພຣະຄຳເອເຊກຽນ, ຫລາຍເທື່ອພຣະເຈົ້າມັກເວົ້າເຖິງເອເຊກຽນວ່າ "ບຸດມະນຸດ." ຕົວຢ່າງເຊັ່ນ ພຣະອົງກ່າວວ່າ, "ເຈົ້າ ບຸດມະນຸດ ຈະຕ້ອງປະກາດພຣະຄຳ." * ຜູ້ປະກາດພຣະຄຳດານີເອນໄດ້ເຫັນນິມິດຂອງ "ບຸດມະນຸດ" ມາດ້ວຍກ້ອນເມກຊຶ່ງເລັງເຖິງການສະເດັດມາຂອງພຣະເມຊີອາ * ພຣະເຢຊູໄດ້ກ່າວວ່າບຸດມະນຸດຈະສະເດັດກັບມາໃນມື້ໜຶ່ງເທິງກ້ອນເມກທັງຫລາຍ. * ນີ້ອ້າງອີງເຖິງບຸດມະນຸດສະເດັດມາໃນກ້ອນເມກປາກົດເປີດເຜີຍໃຫ້ເຫັນວ່າພຣະເຢຊູ ພຣະເມຊີອາ ຊົງເປັນພຣະເຈົ້າ.
ເບິ່ງເພີ່ມຕື່ມ
- ເມື່ອພຣະເຢຊູຊົງໃຊ້ຄຳວ່າ "ບຸດມະນຸດ," ນີ້ສາມາດແປວ່າ, "ທ່ານຜູ້ທີ່ໄດ້ກາຍເປັນມະນຸດ" ຫລື "ຜູ້ຊາຍຈາກສະຫວັນ."
- ຜູ້ແປບາງຄົນຈະຮ່ວມເອົາຄຳວ່າ "ເຮົາ" ຫລື "ຕົວເຮົາ" ໃນຕຳແໜ້ງນີ້ດ້ວຍ
ບ່ອນຝັງສົບ,ຫລຸມຝັງສົບ,ສຸສານຝັງສົບ
ຄຳວ່າ "ບ່ອນຝັງສົບ" ແລະ "ຫລຸມຝັງສົບ" ໝາຍເຖິງສະຖານທີ່ທີ່ຜູ້ຄົນນຳຮ່າງຂອງບຸກຄົນທີ່ເສຍຊີວິດໄປຝັງ. "ສຸສານຝັງສົບ" ເປັນຄຳທົ່ວໄປຫລາຍກວ່າທີ່ໝາຍເຖິງບ່ອນຝັງສົບນີ້ດ້ວຍ.
- ຊາວຢິວບາງເທື່ອໃຊ້ຖ້ຳທຳມະຊາດເປັນບ່ອນຝັງສົບ,ແລະບາງເທື່ອກໍຂູດຖ້ຳໄວ້ໃນຫີນທີ່ດ້ານຂ້າງຂອງໂນນພູ. *ໃນສະໄໝພັນທະສັນຍາໃໝ່, ເປັນເລື່ອງປົກກະຕິທີ່ຈະກລິ້ງກ້ອນຫິນຂະໜາດໃຫຍ່ໜັກຫລາຍຢູ່ໜ້າຫລຸມຝັງສົບທີ່ເປີດຢູ່ເພື່ອປິດປາກອຸບໂມງຝັງສົບ.
- ຖ້າຄຳເວົ້າສຳລັບບ່ອນຝັງສົບຫລືຫລຸມຝັງສົບສາມາດອ້າງເຖິງຫລຸມທີ່ຮ່າງກາຍໄດ້ວາງຢູ່ໃຕ້ພື້ນດິນແລ້ວ, ກໍມີວິທີອື່ນໃນການແປອາດລວມເຖິງ, "ຖ້ຳ" ຫລື "ຫລຸມໃນດ້ານຂ້າງຂອງໂນນພູ."
- ວະລີ "ຫລຸມຝັງສົບ" ມັກໃຊ້ໂດຍທົ່ວໄປແລະເປັນທຳນອງປຽບທຽບເພື່ອອ້າງເຖິງສະພາບຂອງການຕາຍຫລືສະຖານທີ່ທີ່ດວງວິນຍານທັງຫລາຍຂອງຄົນຕາຍຢູ່.
ບ້ວງ, ກັບດັກ
ຄຳວ່າ "ບ້ວງ" ແລະ "ກັບດັກ" ໝາຍເຖິງເຄື່ອງມືທີ່ໃຊ້ໃນການຈັບສັດແລະຂັງສັດຈາກການໜີ ໃນພຣະຄຳພີຄຳເຫລົ່ານີ້ໃຊ້ເຊີງປຽບທຽບໃນການເວົ້າເຖິງຄວາມບາບແລະການທົດລອງທີ່ເໝືອນກັບບ້ວງທີ່ຖືກເຊື່ອງໄວ້ຄອຍຈັບຄົນແລະທຳຮ້າຍພວກເຂົາ.
- "ບ້ວງ" ຈະມີບ້ວງເຊືອກຫລືສາຍທີ່ຈະຮັດແໜ້ນຢ່າງກະທັນຫັນເມື່ອສັດຍ່າງເຂົ້າມາໃນບ້ວງຂາຂອງມັນກໍຈະຕິດກັບບ້ວງນັ້ນ.
- ໂດຍປົກກະຕິແລ້ວ"ກັບດັກ" ຈະເຮັດມາຈາກໂລຫະຫລືໄມ້ແລະມີສອງສ່ວນທີ່ຈະຮັດຢ່າງກະທັນຫັນແລະມີພະລັງເພື່ອຈະຈັບສັດ ດັ່ງນັ້ນມັນຈຶ່ງບໍ່ສາມາດໜີໄປໄດ້ ບາງເທື່ອກັບດັກຍັງເຮັດເປັນຂຸມເລິກເພື່ອທີ່ຈະໃຫ້ບາງສິ່ງຕົກເຂົ້າມາໃນກັບດັກນັ້ນ.
- ໂດຍປົກກະຕິບ້ວງຫລືກັບດັກຈະຖືກຊ້ອນໄວ້ ດັ່ງນັ້ນເຫຍື່ອຈະຖືກເອົາໄປໂດຍທີ່ບໍ່ໄດ້ຕັ້ງຕົວເລີຍ.
- ວະລີ "ວາງກັບດັກ" ໝາຍເຖິງການຕຽມຄວາມພ້ອມຂອງກັບດັກເພື່ອຈັບບາງສິ່ງບາງຢ່າງ.
- ການ"ຕົກເຂົ້າໄປໃນກັບດັກ" ໝາຍເຖິງການຕົກເຂົ້າໄປໃນຂຸມເລິກຫລືຫລຸມພາງທີ່ຖືກຂຸດແລະເຊື່ອງໄວ້ເພື່ອຈັບສັດ.
- ເມື່ອໃຊ້ການປຽບທຽບ ການຖືກຈັບໃນກັບດັກຫລືບ້ວງຈະປຽບທຽບກັບການທີ່ບຸກຄົນຖືກເຮັດໃຫ້ຕິດກັບໃນຄວາມບາບເຊັ່ນດຽວກັບທີ່ສັດຖືກຈັບໂດຍບ້ວງຫລືກັບດັກນັ້ນ.
- ເຊັ່ນດຽວກັບສັດທີ່ຢູ່ໃນອັນຕະລາຍແລະບາດເຈັບເພາະການຕິດຢູ່ໃນກັບດັກ ດັ່ງນັ້ນບຸກຄົນທີ່ຕົກລົງໄປໃນກັບດັກຂອງຄວາມບາບກໍກຳລັງຖືກເຮັດຮ້າຍໂດຍຄວາມບາບນັ້ນແລະຕ້ອງການການທີ່ຈະຖືກປ່ອຍຈາກບາບນັ້ນ.
ບໍລິສຸດ, ຄວາມບໍລິສຸດ
ຄຳວ່າ "ບໍລິສຸດ" ແລະ "ຄວາມບໍລິສຸດ" ອ້າງເຖິງພຣະລັກສະນະຂອງພຣະເຈົ້າທີ່ແຍກອອກມາໂດຍສິ້ນເຊີງແລະແຍກຈາກທຸກສິ່ງທີ່ເປັນຄວາມບາບແລະບໍ່ສົມບູນແບບ.
- ພຣະເຈົ້າເທົ່ານັ້ນທີ່ຊົງບໍລິສຸດໂດຍສິ້ນເຊີງ. ພຣະອົງຊົງກະທຳໃຫ້ຄົນແລະສິ່ງຕ່າງໆ ບໍລິສຸດ.
- ບຸກຄົນທີ່ບໍລິສຸດເປັນຂອງພຣະເຈົ້າແລະໄດ້ຮັບການແຍກໄວ້ເພື່ອເປົ້າໝາຍໃນການຮັບໃຊ້ພຣະເຈົ້າແລະນຳພຣະສິຣິມາສູ່ພຣະອົງ.
- ສິ່ງທີ່ພຣະເຈົ້າໄດ້ຊົງປະກາດໃຫ້ບໍລິສຸດຄືສິ່ງທີ່ພຣະອົງໄດ້ຊົງແຍກໄວ້ເພື່ອພຣະສິຣິຂອງພຣະອົງແລະໃຫ້ພຣະອົງໃຊ້ໄດ້, ເຊັ່ນແທ່ນບູຊາທີ່ມີໄວ້ເພື່ອຖວາຍເຄື່ອງບູຊາແດ່ພຣະອົງ.
- ເນື່ອງຈາກພຣະເຈົ້າຊົງບໍລິສຸດ, ຄົນບໍ່ສາມາດເຂົ້າໃກ້ພຣະອົງໄດ້ເວັ້ນເສຍແຕ່ວ່າພຣະອົງຊົງອະນຸຍາດໃຫ້ທ່ານເຂົ້າໃກ້ໄດ້, ເພາະພວກທ່ານເປັນພຽງມະນຸດ, ມີຄວາມບາບແລະບໍ່ສົມບູນແບບ.
- ໃນພັນທະສັນຍາເດີມ, ພຣະເຈົ້າຊົງແຍກປະໂລຫິດໄວ້ໃຫ້ບໍລິສຸດເພື່ອຮັບໃຊ້ພຣະອົງເປັນການພິເສດ ພວກເຂົາຕ້ອງຜ່ານພິທີການຊຳລະໃຫ້ສະອາດຈາກຄວາມບາບເພື່ອທີ່ຈະເຂົ້າໃກ້ພຣະເຈົ້າ.
- ພຣະເຈົ້າຍັງຊົງແຍກສະຖານທີ່ບາງແຫ່ງແລະສິ່ງຂອງບາງຢ່າງທີ່ເປັນຂອງພຣະອົງຫລືເປັນທີ່ທີ່ພຣະອົງຊົງສຳແດງພຣະອົງ, ເຊັ່ນພຣະວິຫານຂອງພຣະອົງ.
ຄຳແນະນຳໃນການແປ
- ວິທີການທີ່ຈະແປ "ບໍລິສຸດ" ອາດລວມເຖິງ, "ແຍກໄວ້ສຳລັບພຣະເຈົ້າ" ຫລື "ເປັນຂອງພຣະເຈົ້າ" ຫລື "ບໍລິສຸດຢ່າງສິ້ນເຊີງ" ຫລື "ປະສະຈາກຄວາມບາບໂດຍສົມບູນ" ຫລື "ແຍກຈາກຄວາມບາບ."
- ການ "ເຮັດໃຫ້ບໍລິສຸດ" ມັກຈະໄດ້ຮັບການແປວ່າ "ຊຳລະໃຫ້ບໍລິສຸດ" ໃນພາສາອັງກິດ. ແລະອາດຈະແປໄດ້ວ່າ "ແຍກໄວ້"
ບໍສະອາດ
ຕາມຕົວອັກສອນ ຄໍາວ່າ "ບໍ່ສະອາດ" ຫມາຍຄວາມວ່າ "ບໍ່ສັກສິດ", ອະທິບາຍບາງຄົນຫຼືບາງສິ່ງບາງຢ່າງທີ່ບໍ່ໄດ້ຍົກຍ້ອງເດ່ເເດ່ພຣະເຈົ້າ
- ຄຳນີ້ຖືກໃຊ້ເພື່ອອະທີ່ບາຍບາງຄົນທີ່ສັນລະເສີນພຣະເຈົ້າໂດຍການກະບົດຕໍ່ພຣະອົງ.
- ສິ່ງທີ່ເອີ້ນວ່າ "ຄວາມບໍ່ສະອາດ " ສາມາດຖືກອະທິບາຍວ່າເປັນເລື່ອງທຳມະດາ ຢ່າເຄົາລົບສີ່ງສັກສິດຫລືບໍ່ບໍລິສຸດ ບໍ່ແມ່ນຂອງພະເຈົ້າ
ຄຳ ແນະ ນຳ ການແປ
- ວິທີການແປ ຄຳ ສັບນີ້ອາດປະກອບມີ "ບໍ່ບໍລິສຸດ" ຫລື "ບໍ່ແມ່ນຂອງພຣະເຈົ້າ" ຫຼື "ບໍ່ໃຫ້ກຽດແກ່ພຣະເຈົ້າ" ຫຼື "ໂດຍບໍ່ມີພຣະເຈົ້າ"
- ໃນບາງສະພາບການ,ຄຳວ່າ "ບໍ່ບໍລິສຸດ " ສາມາດແປວ່າ "ບໍ່ສະອາດ"
ບໍ່ຍຸດຕິທຳ, ຢ່າງບໍ່ຍຸດຕິທຳ, ຄວາມບໍ່ຍຸດຕິທຳ
ຄຳວ່າ "ບໍ່ຍຸດຕິທຳ" ແລະ "ຢ່າງບໍ່ຍຸດຕິທຳ" ໝາຍ ເຖິງການປະຕິບັດຕໍ່ຄົນອື່ນຢ່າງບໍ່ຍຸດຕິທຳແລະເລື້ອຍໆ ເປັນທຳມະຊາດທີ່ອັນຕະລາຍ
- "ຄວາມບໍ່ຍຸຕິທຳ" ແມ່ນສິ່ງທີ່ບໍ່ດີທີ່ຈະເຮັດກັບບາງຄົນທີ່ບຸກຄົນນັ້ນບໍ່ສົມຄວນໄດ້ຮັບ ໂດຍອ້າງອີງໃສ່ການປະຕິບັດຕໍ່ຄົນທີ່ບໍ່ຍຸດຕິທຳ
- ຄວາມບໍ່ຍຸດຕິທຳຍັງໝາຍຄວາມວ່າບາງຄົນຖືກປະຕິບັດຕໍ່ຢ່າງບໍ່ດີໃນຂະນະທີ່ຄົນອື່ນໄດ້ຮັບການປິ່ນປົວດີ
- ຄົນທີ່ປະຕິບັດຢ່າງບໍ່ຍຸດຕິທຳ ຖືກຖືວ່າເປັນ "ບາງສ່ວນ" ຫຼື "ອະຄະຕິ" ເພາະວ່າພວກເຂົາບໍ່ໄດ້ປະຕິບັດຕໍ່ຄົນອື່ນຢ່າງເທົ່າທຽມກັນ
ຄຳ ແນະ ນຳ ການແປ
- ຂື້ນກັບສະພາບການ "ບໍ່ຍຸດຕິ ທຳ" ສາມາດແປວ່າ "ຄວາມບໍ່ເທົ່າທຽມກັນ" ຫລື "ບາງສ່ວນ" ຫລື "ບໍ່ຊອບທຳ"
- ປະໂຫຍກທີ່ວ່າ "ບໍ່ຍຸດຕິ ທຳ" ສາມາດຖືກແປວ່າ "ຜູ້ທີ່ບໍ່ຍຸດຕິທຳ" ຫຼື "ຄົນທີ່ບໍ່ຊອບທຳ" ຫລື "ຄົນທີ່ປະຕິບັດຕໍ່ຄົນອື່ນຢ່າງບໍ່ຍຸດຕິທຳ" ຫລື "ຄົນບໍ່ຊອບທຳ" ຫລື "ຄົນທີ່ບໍ່ເຊື່ອຟັງພຣະເຈົ້າ”
- ຄຳວ່າ "ບໍ່ຍຸດຕິທຳ" ສາມາດແປວ່າ "ໃນລັກຊະນະບໍ່ຍຸດຕິທຳ" ຫລື "ຜິດ" ຫລື "ບໍ່ຍຸດຕິ ທຳ"
- ວິທີການແປ "ຄວາມບໍ່ຍຸດຕິທຳ" ສາມາດປະກອບມີ "ການປະຕິບັດທີ່ບໍ່ຖືກຕ້ອງ" ຫຼື "ການປະຕິບັດທີ່ບໍ່ຍຸດຕີທຳ" ຫຼື "ການກະທຳທີ່ບໍ່ຍຸດຕິທຳ"
ບໍ່ນາໍ້, ຫລືຖັງໃສ່ນາໍ້
ຄຳວ່າ " ບໍ່ນາໍ້ " ແລະ " ຖັງໃສ່ນາໍ້ " ໝາຍເຖິງແມ່ນາໍ້ສອງສາຍໃນສະໃໝພຣະຄຳພີ
- ບໍ່ນາໍ້ ຄືຫລຸມເລິກທີ່ຖືກຂຸດລົງໄປໃນພື້ນດິນເພື່ອໃຫ້ນາໍ້ໄຫລອອກມາຈາກພືນດິນໄດ້
- ອ່າງເກັບນາໍ້ຂະໜາດໃຫຍ່ແລະເລິກທີ່ຂຸດເຂົາໄປໃນຫີນເພື່ອໃຊ້ເປັນບ່ອນເກັບນາໍ້ຝົນໄດ້
- ອ່າງເກັບນາໍ້ໂດຍປົກກະຕິຈະຂຸດລົງໄປໃນຫີນທີ່ສານດ້ວຍໄມ້ແລະເອົາຢາງມາທາບໍ່ໃຫ້ຮົ່ວເພື່ອຈະໃສ່ນາໍ້ໄວ້ໄດ້ " ອ່າງແຕກ " ເມື່ອຢາງທາບໍ່ດີ ນາໍ້ກໍໃຫລອອກໄດ້
- ອ່າງນາໍ້ໂດຍປົກກະຕິຈະຕັ້ງຢູ່ໃນບໍລິເວນເດີ່ນບ້ານຂອງປະຊາຊົນເພື່ອລໍຮັບນາໍ້ຝົນທີ່ໃຫລອອກມາຈາກຫລັງຄາບ້ານ *ອ່າງນາໍ້ໂດຍປົກກະຕິຈະຕັ້ງຢູ່ໃນສະຖານທີ່ໆພວກເຂົາສາມາດເຂົ້າເຖິງໄດ້ໂດຍຫລາຍຄອບຄົວຫລືຊຸມຊົນທັງໝົດ
- ເນື່ອງຈາກນາໍ້ເປັນສິ່ງສຳຄັນສຳຫລັບທັງຄົນແລະສັດມີສິດທິໃນການໃຊ້ບໍ່ນາໍ້ມັກມີສານເຫດຂອງການຜິດຖຽງກັນແລະຄວາມຂັດແຍ່ງກັນ
- ທັງບໍ່ນາໍ້ແລະອ່າງເກັບນາໍ້ຈະຖືກປິດດ້ວຍຫີນກ້ອນໃຫຍ່ເພື່ອປ້ອງກັນບໍ່ໃຫ້ມີສິ່ງໃດໆ ຕົກລົງໄປໃນບໍ່ ບໍ່ມັກຈະມີເຊືອກຜູດຕິດກັບຖັງຫລືຄຸເພື່ອຕັກນາໍ້ຂຶ້ນມາໃຊ້
- ບາງຄັງກໍມີການໃຊ້ຖັງເກັບນາໍ້ເພື່ອເປັນທີ່ຄຸມຂັງຄົນ ເຊັ່ນທີ່ເກີດຂື້ນກັບໂຢເຊັບແລະເົຣະມີຢາ
ຄຳແນະນຳໃນການແປ
- ວິທີການແປ " ບໍ່ນາໍ້ " ອາດໝາຍເຖິງ " ຂຸມນາໍ້ທີ່ເລິກ " ຫລື " ຂຸມເລິກສຳລັບນາໍ້ພຸ " ຫລື " ຂຸມເລິກສຳຫລັບຕັກນາໍ້ຂຶ້ນມາໃຊ້ "
- ຄຳວ່າ " ອ່າງເກັບນາໍ້ " ສາມາດແປເປັນ " ຂຸມຫີນເກັບນາໍ້" ຫລື" ຂຸມເລິກແລະແຄບສຳລັບນາໍ້ " ຫລື " ຖັງເກັນນາໍ້ໄວ້ໃຕ້ດິນ "
- ຄຳຊັບເຫລົ່ານີ້ມີຄວາມໝາຍຄືກັນ ຄວາມແຕ່ງກັນ ກໍຄືອ່າງນາໍ້ມັກຈະໄດ້ຮັບນາໍ້ຈາກນາໍ້ພຸໃຕ້ດິນ ໃນຂະນະທີ່ນາໍ້ໃນອ່າງເກັບນາໍ້ມັກຈະເປັນອ່າງເກັບນາໍ້ທີ່ມາຈາກຝົນ
ບໍ່ມີຕຳນິ
ຄຳວ່າ "ບໍ່ມີຕຳນິ" ໝາຍຄວາມວ່າແທ້ບໍ່ມີຄຳຕຳນິ. ມັນໄດ້ຖືກນໍາໃຊ້ເພື່ອກ່າວເຖິງບຸກຄົນຜູ້ທີ່ເຊື່ອຟັງພະເຈົ້າຢ່າງສຸດຈິດສຸດໃຈ, ແຕ່ມັນບໍ່ໄດ້ໝາຍຄວາມວ່າຄົນນັ້ນບໍ່ມີບາບ.
- ອັບຣາຮາມແລະໂນອາຖືວ່າບໍ່ມີຄວາມຜິດຕໍ່ໜ້າພຣະເຈົ້າ.
- ບຸກຄົນຜູ້ທີ່ມີຊື່ສຽງວ່າເປັນຄົນຊອບທຳ“ ບໍ່ມີກຽດຕິຍົດ” ປະພຶດຕົນໃນແບບທີ່ໃຫ້ກຽດພຣະເຈົ້າ.
- ອີງຕາມຂໍ້ທີໜຶ່ງ, ຄົນທີ່ບໍ່ມີຄວາມຜິດແມ່ນ "ຜູ້ທີ່ຢຳເກງພຣະເຈົ້າແລະຫັນໜີຈາກຄວາມຊົ່ວ."
ຄຳແນະນຳໃນການແປ
- ນີ້ຍັງສາມາດຖືກແປເປັນ "ໂດຍບໍ່ມີຄວາມຜິດຕໍ່ຄຸນລັກສະນະຂອງລາວ" ຫລື "ເຊື່ອຟັງພຣະເຈົ້າຢ່າງສົມບູນ" ຫລື "ຫລີກລ່ຽງບາບ" ຫຼື "ຮັກສາຕົວຈາກຄວາມຊົ່ວ."
ບໍ່ສັດຊື່, ຄວາມບໍ່ສັດຊື່
ຄຳວ່າ“ ບໍ່ສັດຊື່” ອະທິບາຍເຖິງຄົນທີ່ບໍ່ເຮັດໃນສິ່ງທີ່ພຣະເຈົ້າສັ່ງໃຫ້ເຮັດ. ເງື່ອນໄຂຫລືການປະຕິບັດຄວາມບໍ່ສັດຊື່ແມ່ນ "ບໍ່ສັດຊື່"
- ຊາວອິດສະຣາເອນຖືກເອີ້ນວ່າ "ບໍ່ສັດຊື່" ເມື່ອພວກເຂົາເລີ່ມນະມັດສະການຮູບປັ້ນຕ່າງໆ ແລະເມື່ອພວກເຂົາບໍ່ເຊື່ອຟັງພຣະເຈົ້າໃນທາງອື່ນໆ.
- ໃນການແຕ່ງດອງ, ບາງຄົນທີ່ເຮັດຜິດປະເວນີແມ່ນການ "ບໍ່ສັດຊື່" ກັບຜົວຫລືເມຍຂອງລາວ
- ພຣະເຈົ້າໃຊ້ ຄຳວ່າ "ຄວາມບໍ່ສັດຊື່" ອະທິບາຍເຖິງການປະພຶດທີ່ບໍ່ເຊື່ອຟັງຂອງອິດສະຣາເອນ. ພວກເຂົາບໍ່ເຊື່ອຟັງພຣະເຈົ້າຫລືໃຫ້ກຽດພຣະອົງ.
ຄຳ ແນະ ນຳ ການແປ
- ຂື້ນກັບສະພາບການ "ບໍ່ສັດຊື່" ສາມາດຖືກແປເປັນ "ບໍ່ຊື່ສັດ" ຫຼື "ບໍ່ເຊື່ອ" ຫຼື "ບໍ່ເຊື່ອຟັງ" ຫຼື "ບໍ່ຊື່ສັດ"
- ປະໂຫຍກທີ່ວ່າ "ຄົນບໍ່ສັດຊື່" ອາດຖືກແປວ່າ "ຄົນບໍ່ສັດຊື່"
ບໍ່ເຄົາລົບກົດໝາຍ, ການບໍ່ເຄົາລົບກົດໝາຍ
ຕຳວ່າ " ບໍ່ເຄົາລົບກົດໝາຍ " ອະທິບາຍບຸກຄົນຜູ້ທີ່ບໍ່ເຊື່ອຟັງກົດໝາຍ ຫຼື ຂໍ້ບັງຄັບໃດໆ ເມື່ອປະເທດຫຼືກຸ່ມຳຄົນຢູ່ໃນສະຖານະທີ່ " ການບໍ່ເຄົາລົບກົດໝາຍ " ໝາຍຄວາມວ່າການບໍ່ເຊື່ອຟັງ ການກະບົດ ຫຼື ການຜິດ ສິນລະທຳ. * ຄົນບໍ່ເຄົາລົບກົດໝາຍຄືຄົນທີ່ກະບົດ ແລະ ບໍ່ເຊື່ອຟັງກົດບັນຍັດຂອງພຣະເຈົ້າ. * ອັກຄະສາວົກໂປໂລໄດ້ບັນທຶກໃນວັນສຸດທ້າຍຈະມີ " ຄົນທີ່ບໍ່ເຄົາລົບກົດໝາຍ " ຫຼື " ຄົນທີ່ບໍ່ເຄົາລົບກົດໝາຍ " ຜູ້ທີ່ໄດ້ຮັບອິດທິພົນຈາກມານຊາຕານເຮັດສິ່ງທີ່ບໍ່ດີຕ່າງໆ.
ຄຳແນະນຳໃນການແປ
- ຄຳວ່າ "' ບໍ່ເຄົາລົບກົດໝາຍ " ສາມາດແປວ່າ " ກະບົດ " ຫຼື " ບໍ່ເຊື່ອຟັງ " ຫຼື " ຕໍ່ຕ້ານກົດໝາຍ."
- ຄຳວ່າ " ການບໍ່ເຄົາລົບກົດໝາຍ " ສາມາດແປວ່າ " ບໍ່ເຊື່ອຟັງກົດໝາຍໃດຽ " ຫຼື " ການກະບົດ."
ບໍ່ໄດ້ກຳ ໄລ, ບໍ່ໄດ້ຜົນ ກຳ ໄລ
ຄຳວ່າ "ບໍ່ໄດ້ ກຳ ໄລ" ໝາຍ ຄວາມວ່າບໍ່ມີປະໂຫຍດ.
- ຄຳ ສັບນີ້ມີຄວາມ ໝາຍ ວ່າບໍ່ມີຜົນ ກຳໄລຫຍັງເລີຍ. ຫຼືບໍ່ຊ່ວຍຄົນອື່ນໃຫ້ໄດ້ຫຍັງ
- ບາງສິ່ງບາງຢ່າງທີ່ບໍ່ມີຜົນກຳໄລບໍ່ມີຫຍັງເຮັດເນື່ອງຈາກວ່າມັນບໍ່ໄດ້ໃຫ້ຜົນປະໂຫຍດຫຍັງເລີຍ
- ສິ່ງນີ້ອາດຈະຖືກແປວ່າ "ໄຮ້ປະໂຫຍດ" ຫລື "ໄຮ້ຄ່າ" ຫລື "ບໍ່ມີປະໂຫຍດ" ຫລື "ບໍ່ເໝາະສົມ" ຫລື "ບໍ່ມີປະໂຫຍດ" ຫລື "ບໍ່ມີຄວາມໝາຍ "
ບໍ່ໄດ້ຕັດ ບໍ່ເຮັດພີ່ືທີ່ຕັດ.
ຄຳວ່າ "ເຂົ້າພີ່ທີ່ຕັດ "ເເລະ " ການບໍ່ເຂົ້າພີ່ທີ່ຕັດ" ອ້າງເຸຸຸຖີ່ງຜູ້ຊາຍທີ່ບໍ່ໄດ້ຮັບການເຂົ້າພີ່ທີ່ຕັດທາງກາຍ ຄຳເຫລົ່ານີ້ໃຊ້ເປັນເຊີ່ງປຽບທຽບດ້ວຍ
- ເອຢິບເປັນປະເທດທີ່ຕ້ອງເຂົ້າພີ່ທີ່ຕັດດ້ວຍ ດັ່ງນັ້ນເມຶ່ອພຣະເຈົ້າບອກກຽ່ວກັບເອຢິບທີ່ພ່າຍເເພ້ໂດຍຜູ້ " ບໍ່ໄດ້ເຂົ້າພີ່ທີ່ຕັດ " ພຣະອົງໝາຍເຖີ່ງູຄົນທີ່ຊາວເອຢິບຢຽບຍາມເພາະບໍ່ໄດ້ເຂົ້າພີ່ທີ່ຕັດ
- ພຣະຄຳອ້າງເຸຖີ່ງຄົນທີ່ມີ " ຫົວໃຈທີ່ບໍ່ໄດ້ເຂົ້າພີທີ່ຕັດ " ຫຼືຜູ້ທີ່ " ບໍ່ເຂົ້າພີທີ່ຕັດໃນຫົວໃຈ " ການກວ່າເຊີ່ງປຽບທຽບນີ້ວ່າຄົນເຫລົ່ານີ້ບໍ່ເມ່ຄົນຂອງພຣະເຈົ້າເເລະເປັນຄົນດື້ດື່ງບໍ່ເຊື່ອຟັງຕໍ່ພຣະອົງ
ຄຳເເນະນຳໃນການເເປ
- ຖ້າຄຳວ່າການເຂົ້າພີທີ່ຕັດມີການໃຊ້ຫຼືເປັນທີ່ຮູ້ຈັກໃນພາສາ " ບໍ່ເຂົ້າພີທີ່ຕັດ " ອາດຈະເເປວ່າ " ຄົນທີ່ບໍ່ໄດ້ພີທີ່ຕັດ" ຫຼື "ຄົນທີ່ບໍ່ໄດ້ເປັນຂອງພຣະເຈົ້າ" ຂື້ນຢູ່ກັບບໍລິບົດ
- ວີທີອື່ນໃນການເເປເຊີ່ງປຽບທຽບຂອງຄຳນີ້ອາດຈະລວມເຖີ່ງ " ບໍ່ເເມ່ນຄົນຂອງພຮະເຈົ້າ ຫຼື " ເປັນກົດເຊັ່ນຄົນທີ່ບໍ່ໄດ້ເປັນຂອງພຣະເຈົ້າ" ຫຼື " ຄົນທີ່ບໍ່ມີເຄື່ອງໝາຍຂອງການເປັນພຣະເຈົ້າ"
- ຄຳທີ່ກ່າວວ່າ " ບໍ່ໄດ້ເຂົ້າພີທີ່ຕັດໃນຫົວໃຈ " ສາມາດເເປວ່າ " ກົດໝາຍດື້ດື່ງ " ຫຼື " ປະຕີເສດທີ່ຈະເຊືີ່ອ " ຢ່າງໃດກະຕາມຖ້າເປັນໄປໄດ້ ທາງທີ່ດີທີ່ສຼດຄວນເກັບສຳນຽງຫຼືຄຳທີ່ຄ້າຍກັນໄວ້ເພາະການເຂົ້າພີ່ທີ່ຕັດທາງຈິດວີນຍານເປັນເເນວຄິດທີ່ສຳຄັນ
ປອງດອງ, ການປອງດອງ, ການຄືນດີກັນ
ຂໍ້ກຳນົດ "ການປະນິປະນອມ" ແລະ "ການປອງດອງກັນ" ໝາຍ ເຖິງ "ສ້າງສັນຕິພາບ" ລະຫວ່າງຄົນທີ່ເຄີຍເປັນສັດຕູກັບກັນແລະກັນ.
ໃນພຣະຄຳພີ, ຄຳສັບນີ້ໂດຍປົກກະຕິໝາຍເຖິງພຣະເຈົ້າຄືນດີກັບຜູ້ຄົນໂດຍການເສຍສະລະຂອງພຣະບຸດຂອງພຣະອົງ, ພຣະ ເຢຊູຄຣິດ. ຍ້ອນບາບ, ມະນຸດທັງປວງເປັນສັດຕູຂອງພຣະເຈົ້າ. ແຕ່ຍ້ອນຄວາມຮັກທີ່ມີຄວາມເຫັນອົກເຫັນໃຈຂອງລາວ, ພຣະ ເຈົ້າໄດ້ຈັດຫາທາງໃຫ້ມະນຸດມີການຄືນດີກັບລາວໂດຍຜ່ານພຣະເຢຊູ. *ຜ່ານການໄວ້ວາງໃຈໃນການເສຍສະລະຂອງພະເຍຊູເປັນການຈ່າຍຄ່າບາບຂອງພວກເຂົາ, ຜູ້ຄົນສາມາດໄດ້ຮັບການໃຫ້ອະ ໄພແລະມີຄວາມສະຫງົບສຸກກັບພຣະເຈົ້າ.
ຄຳແນະນຳໃນການແປ
- ຄຳວ່າ "ການຄືນດີກັນ" ກໍ່ອາດຈະຖືກແປເປັນ "ສ້າງສັນຕິພາບ" ຫຼື "ຟື້ນຟູການພົວພັນທີ່ດີ" ຫຼື "ສາເຫດທີ່ຈະເປັນເພື່ອນ."
- ຄຳວ່າ "ການປອງດອງ" ສາມາດແປເປັນ "ການຟື້ນຟູການພົວພັນທີ່ດີ" ຫຼື "ສ້າງສັນຕິພາບ" ຫຼື "ສ້າງຄວາມກ່ຽວຂ້ອງໂດຍສັນຕິວິທີ."
ປອນທັດ
ປອນທັດເປັນແຂວງໜຶ່ງຂອງໂຣມໃນຊ່ວງສະໄໝຂອງຈັກກະວັດໂຣມັນແລະຄຣິດຕະຈັກສະໄໝເລີ່ມຕົ້ນ ຕັ້ງຢູ່ຕາມແນວຊາຍຝັ່ງທາງໃຕ້ຂອງທະເລດຳ ທາງຕອນເໜືອທີ່ປະຈຸບັນເປັນປະເທດຕວກກີ
- ຕາມທີ່ມີບັນທຶກໄວ້ໃນພຣະທຳກິດຈະການ ຄົນຈາກແຂວງປອນທັດໄດ້ຢູ່ທີ່ກຸງເຢລູຊາເລັມເມື່ອພຣະວິນຍານບໍລິສຸດສະເດັດລົງມາ ມື້ແລກເໜືອເຫຼົ່າອັກຄະສາວົກໃນມື້ວັນເພັນເຕຄອດສະເຕ
- ຜູ້ເຊື່ອຄົນໜຶ່ງຊື່ວ່າອາກີລາກໍມາຈາກປອນທັດ
- ເມື່ອເປໂຕນກຳລັງຂຽນເຖິງຄຣິດສະຕຽນທີ່ກະແຈກກະຈາຍໄປໃນແຄວ້ນຕ່າງໆ ປອນທັດກໍຢູ່ໃນໜຶ່ງໃນແຄວ້ນທີ່ທ່ານໄດ້ກ່າວເຖິງ
ປະຈັກພະຍານເປັນພະຍານ
ຄຳວ່າ "ປະຈັກພະຍານ"ແລະເປັນພະຍານ "ເປັນພະຍານ" ອ້າງເຖິງການທຳຄຳເວົ້້າກຽວກັບສຶ່ງທີ່ຄົນຮູ້ວ່າເປັນຄວາມຈິງ
- ຫລາຍຄັ້ງທີ່ບຸຄົນ "ເປັນພະຍານ"ກຽວກັບສິ່ງທຳລາວໄດ້ມີປະສົບການໂດຍຕົງ *ພະຍານທີ່ໃຫ້ "ການເປັນພະຍານບໍ່ຈິງ" ບໍ່ໄດ້ເວົ້າຄວາມຈິງກຽວກັບສິ່ງເກິດຂື້ນ
- ບາງຄັ້ງຄຳວ່າ "ປະຈັກພະຍານ" ອ້າງເຖີງຄຳປະກາດພຣະຄຳແລະຜູ້ປະກາດພຣະຄຳ
- ໃນພັນທະສັນຍາໃໝ່ ຄຳນີ້ມັກໃຊ້ອ້າງເຖິງຜູ້ຕຶດຕາມຂອງພຣະເຢຊູເຈົ້າໄດ້ເປັນພະຍານເຖິງເຫດການທີ່ເກຶດຂື້ນໃນຊີວຶດ ຄວາມຕາຍແລະການຄືນຈາກຕາຍຂອງພຣະເຢຊູເຈົ້າ
ຄຳແນະນຳການແປ
- ຄຳວ່າ "ເປັນພະຍານ" ຫຼື "ໃຫ້ການເປັນພະຍານ" ສາມາດແປວ່າ "ບອກຂໍ້ແທ້ຈິງ" ຫຼື "ບອກສິ່ງທີ່ໄດ້ເຫັນຫຼືໄດ້ຍິນ" ຫຼື "ບອກເລົ່າຈາກປະສົບການສ່ວນຕັວ" ຫຼື "ໃຫ້ຫລັກຖານ" ຫຼື "ບອກສິ່ງທີ່ໄດ້ເກິດຂື້ນ"
- ວິທີການແປ "ການເປັນພະຍານ" ສາມາດລວມເຖິງ "ລາຍງານວ່າເກິດສິ່ງໃດຂື້ນ" ຫຼື "ຄຳຖະແຫລ່ງວ່າອັນໃດເປັນຄວາມຈິງ" ຫຼື "ຫລັກຖານ" ຫຼື"ສິ່ງທີ່ໄດ້ຮັບການເວົ້າ" ຫຼື "ຄຳທຳນວຍ"
- ວະລີ "ເປັນພະຍານໃຫ້ກັບພວກເຂົາ" ອາດແປວ່າ "ເພື່ອແສດງໃຫ້ພວກເຂົາເຫັນວ່າອັນໃດເປັນຄວາມຈິງ" ຫຼື "ເພື່ອພິສູດວ່າອັນໃດເປັນຄວາມຈິງ"
- ວະລີ "ເປັນພະຍານຕໍ່ຕານກັບພວກເຂົາ" ອາດແປວ່າ"ເຊີງຈະແສດງໃຫ້ພວກເຂົາເຫັນເຖິງຄວາມບາບຂອງເຂົາ" ຫຼື "ເປິດເຜີຍຄວາມໜ້າຊື່ໃຈຄົດຂອງພວກເຂົາ" ຫຼື "ເຊີງຈະພຶສູດໄດ້ວ່າພວກເຂົາຜິດ" *ການ "ໃຫ້ຄຳພະຍານບໍ່ຈິງ" ສາມາດແປວ່າ "ເວົ້າເລື່ອງບໍ່ຈິງກຽວກັບ" ຫຼື "ລະບຸສິ່ງທີ່ບໍ່ເປັນຈິງ"
ປະຊາກອນຂອງພຣະເຈົ້າ, ປະຊາກອນຂອງເຮົາ
ຄຳວ່າ "ປະຊາກອນຂອງພຣະເຈົ້າ" ອ້າງເຖິງປະຊາຊົນຊຶ່ງພຣະເຈົ້າຊົງເອີ້ນອອກມາຈາກໂລກເພື່ອໃຫ້ມີຄວາມສຳພັນພິເສດກັບພຣະອົງ
- ເມື່ອພຣະເຈົ້າສັ່ງວ່າ "ປະຊາກອນຂອງເຮົາ" ນັ້ນພຣະອົງຊົງກຳລັງກ່າວເຖິງປະຊາກອນເຊີ່ງພຣະອົງຊົງເລືອກແລະຜູ້ທີ່ມີຄວາມສຳພັນກັບພຣະອົງ
- ປະຊາກອນຂອງພຣະເຈົ້າໄດ້ຮັບການຊົງເລືອກໂດຍພຣະອົງເອງແລະຖືກແຍກອອກມາຈາກໂລກເພື່ອດຳເນີນຊີວິດໃຫ້ເປັນທີ່ພໍພະໄທຂອງພຣະອົງ ພະອົງຊົງເອີ້ນພວກທ່ານວ່າລູກຫຼານຂອງພຣະອົງ
- ໃນພັນທະສັນຍາເດີມ ຄຳວ່າ "ປະຊາກອນຂອງພຣະເຈົ້າ" ອ້າງເຖິງຊົນຊາດອິດສະລາເອນເຊີ່ງໄດ້ຮັບການຊົງເລືອກຈາກພຣະເຈົ້າແລະຖືກແຍກອອກມາຈາກຊົນຊາດອື່ນໆ ຂອງໂລກເພື່ອຮັບໃຊ້ແລະເຊື່ອຟັງພຣະອົງ
- ໃນພັນທະສັນຍາໃໝ່ ຄຳວ່າ "ປະຊາກອນຂອງພຣະເຈົ້າ" ອ້າງເຖິງເປັນພິເສດເຖິງຄົນທັງໝົດທີ່ເຊື່ອໃນພຣະເຢຊູແລະຖືກເອີ້ນວ່າຄຣິດຕະຈັກ ນີ້ທັງໝົດເຖິງຊາວຢິວແລະຊາວຕ່າງຊາດ
ຄຳແນະນຳໃນການແປ
- ຄຳວ່າ "ປະຊາກອນຂອງພຣະເຈົ້າ" ສາມາດແປອີກຢ່າງໄດ້ວ່າ "ປະຊາກອນຂອງພຣະເຈົ້າ" ຫຼື "ປະຊາກອນທີ່ນະມັດການພຣະເຈົ້າ" ຫຼື "ປະຊາກອນຜູ້ຮັບໃຊ້ພຣະເຈົ້າ" ຫຼື "ປະຊາກອນເຊີ່ງເປັນຂອງພຣະເຈົ້າ"
- ວິທີອື່ນທີ່ແປ "ປະຊາກອນຂອງເຮົາ" ເມື່ອພຣະເຈົ້າຊົງກ່າວນັ້ນ ສາມາດທັງໝົດ "ປະຊາກອນທີ່ເຮົາໄດ້ເລືອກສັນ" ຫຼື "ປະຊາກອນຊຶ່ງນະມັດການເຮົາ" ຫລື "ປະຊາກອນເຊີ່ງເປັນຂອງເຮົາ"
- ໃນທຳນອງຄ້າຍກັນ ຄຳວ່າ "ປະຊາກອນຂອງທ່ານ" ສາມາດແປອີກຢ່າງໄດ້ວ່າ "ປະຊາກອນເຊີ່ງເປັນຂອງທ່ານ" ຫຼື "ປະຊາກອນຊຶ່ງທ່ານໄດ້ເລືອກໃຫ້ເປັນຂອງທ່ານ"
- "ປະຊາກອນຂອງພຣະອົງເຈົ້າ" ສາມາດແປອີກຢ່າງໄດ້ວ່າ "ປະຊາກອນເຊີ່ງເປັນຂອງພຣະອົງເຈົ້າ" ຫຼື "ປະຊາກອນເຊີ່ງພຣະເຈົ້າຊົງເລືອກໃຫ້ເປັນຂອງພຣະອົງ"
ປະຕິຍານ
ຄຳວ່າ "ຄຳປະຕິຍານ" ໝາຍເຖິງການໃຫ້ຄຳສັນຍາຢ່າງຈິງຈັງຢ່າງເປັນທາງການເພື່ອເຮັດບາງຢ່າງຫລືໃຫ້ບາງຢ່າງ
- ໃນພັນທະສັນຍາເດີມເຈົ້າຫນ້າທີ່ຂອງອິດສະລາເອນໃຫ້ສັດປະຕິຍານວ່າຈະຈົ່ງຮັກພັກດີຕໍ່ກະສັດດາວິດ
- ສິ່ງຂອງທີ່ໃຫ້ໄປເພື່ອເປັນມັດຈຳຈະກັບມາຍັງເຈົ້າຂອງເມື່ອໄດ້ເຮັດຕາມສັນຍາແລ້ວ
- "ການປະຕິຍານ" ສາມາດແປໄດ້ວ່າ "ການໃຫ້ຄຳໝັ້ນສັນຍາຢ່າງເປັນທາງການ" ຫລື "ການສັນຍາຢ່າງຈິງຈັງ"
- ຄຳວ່າ "ມັດຈຳ" ສາມາດໝາຍເຖິງສິ່ງຂອງທີ່ໃຫ້ໄປເພື່ອຫຼັກປະກັນຫລືສັນຍາວ່າໜີ້ນັ້ນຈະໄດ້ຮັບຊຳລະ
- ວິທີແປຄຳວ່າ "ການປະຕິຍານ" ສາມາດທັງໝົດເຖິງ "ຄຳໝັ້ນສັນຍາ" ຫລື "ພັນທະສັນຍາທາງການ" ຫລື"ຫຼັກປະກັນ "ຫລື "ຄຳສັນຍາທາງການ" ຂຶ້ນຢູ່ກັບບໍລິບົດ
ປະຕິເສດ
ການ“ ປະຕິເສດ” ບາງຄົນຫລືບາງສິ່ງບາງຢ່າງໝາຍ ເຖິງການປະຕິເສດທີ່ຈະຍອມຮັບເອົາຄົນນັ້ນຫລືສິ່ງຂອງ.
ຄຳວ່າ "ປະຕິເສດ" ຍັງສາມາດໝາຍຄວາມວ່າ "ປະຕິເສດບໍ່ເຊື່ອ" ບາງຢ່າງ. * ການປະຕິເສດພຣະເຈົ້າກໍ່ ໝາຍເຖິງການປະຕິເສດທີ່ຈະເຊື່ອຟັງພະອົງ. ເມື່ອຊາວອິດສະລາແອນປະຕິເສດການນຳຂອງໂມເຊ, ມັນ ໝາຍຄວາມວ່າພວກເຂົາໄດ້ກະບົດຕໍ່ ອຳ ນາດຂອງລາວ. ພວກເຂົາບໍ່ຕ້ອງການເຊື່ອຟັງພະອົງ. * ຊາວອິດສະລາແອນສະແດງໃຫ້ເຫັນວ່າພວກເຂົາປະຕິເສດພຣະເຈົ້າເມື່ອພວກເຂົານະມັດສະການພະປອມ. * ຄຳ ວ່າ“ ຍູ້ ໜີ” ແມ່ນຄວາມ ໝາຍ ຕົວຈິງຂອງ ຄຳ ນີ້. ພາສາອື່ນໆອາດຈະມີການສະແດງອອກຄ້າຍຄືກັນເຊິ່ງມີຄວາມ ໝາຍ ວ່າຈະປະຕິເສດຫລືປະຕິເສດທີ່ຈະເຊື່ອບາງຄົນຫລືບາງຢ່າງ. # ຄຳແນະໃນນຳການແປ
*ອີງຕາມສະພາບການ, ຄຳ ວ່າ "ປະຕິເສດ" ຍັງສາມາດແປໄດ້ໂດຍ "ບໍ່ຍອມຮັບ" ຫຼື "ຢຸດການຊ່ວຍເຫຼືອ" ຫຼື "ປະຕິເສດບໍ່ເຊື່ອຟັງ" ຫຼື "ຢຸດການເຊື່ອຟັງ." * ໃນການສະແດງອອກ, "ກ້ອນຫີນທີ່ຜູ້ກໍ່ສ້າງປະຕິເສດ," ຄໍາວ່າ "ປະຕິເສດ" ສາມາດແປເປັນ "ປະຕິເສດທີ່ຈະໃຊ້" ຫຼື "ບໍ່ຍອມຮັບ" ຫຼື "ໂຍນຖິ້ມ" ຫຼື "ກໍາຈັດບໍ່ມີຄ່າ." * ໃນສະພາບການຂອງປະຊາຊົນທີ່ປະຕິເສດຄຳສັ່ງຂອງພຣະ ເຈົ້າ, ສິ່ງນີ້ສາມາດແປເປັນ "ປະຕິເສດທີ່ຈະເຊື່ອຟັງ" ຄຳສັ່ງຂອງພຣະອົງຫລື "ເລືອກທີ່ແຂງກະດ້າງທີ່ຈະບໍ່ຍອມຮັບເອົາ" ກົດ ໝາຍ ຂອງພຣະເຈົ້າ.
ປະຕຸ,ຮາວປະຕຸ
"ປະຕຸ" ຄືເຄື່ອງກີດຂວາງທີ່ທາງເຂົ້າທີ່ຮົ້ວຫືລກຳແພງລອ້ມຮອບບ້ານຫລືເມືອງ."ຮາວປະຕຸ"ອ້າງເຸຖີງຮາວໃມ້ຫລືຮາວ ເຫັລກທີ່ສາາມດເລື່ອນມາລອກທທີ່ປະຕຸ.
- ປະຕຸເມືອງສາມາດເປີດເພື່ອໃຫ້ຄົນ ,ສັດ,ແລະລົດຂົນຂອງທີ່ເດີນທາງເຂົ້າອອກໃນເມືອງ.
- ເພື່ອປົກປອ້ງເມືອງ ,ກຳແພງແລະປະຕຸຈະໜາແລະແຂງແຮງ ປະຕຸປິດແລ້ວຈະຖືກລອກດວ້ຍທ່ອນເຫລັກຫລືໃມ້ເພື່ອປອ້ງກັນສັດຕຸທະຫານຈາກເມືອງອື່ນເຂົ້າໄປໃນເມືອງ.
- ປະຕຸເມືອງຫລາຍຄັ້ງມັກທີ່ເປັນຂ່າວສານແລະສຸນທາງສັງຄົມຂອງໝຸ່ບ້ານ.ແລະຍັງເປັນສະຖານທີ່ການແລກປ່ຽນທາງການຄ້າໄດ້ເກີດຂື້ນແລະການວິເຄາະໄດ້ເກີດຂື້ນ, ເພາະກຳແພງເມືອງມັນໜາພຽງພໍທີ່ຈະມີທາງເຂົ້າທີ່ທຳໃຫ້ເກີດຮົ່ມຈາກຄວາມຮອ້ນຂອງຕາເວັນພົນລະເມືອງໄດ້ພົບວ່ານັ່ງສະບາຍໃນຮົ່ມເພື່ອທຳທູລະກິດແລະຕັດສິນຄະດີທາງກົດ
ຄຳແນະນຳການແປ
- ຂື້ນຢຸ່ກັບບໍລິບົດ ,ອີກແນວທາງໃນການແປຄຳວ່າ"ປະຮົ້ວ" ແປໄດ້ອີກວ່າ"ປະຕຸ"ຫລື "ພະໜັງເປີດ" ຫລື "ເຄື່ອງກັ້ນ" ຫລື "ທາງເຂົ້າ"
- ຄຳທີ່ວ່າ "ທ່ີກັ້ນຂອງປະຕຸ" ສາມາດແປໄດ້ອີກວ່າ"ກອນປະຕຸ" ຫລື "ໄມ້ຄານເພື່ອລອກປະຕຸ"
ປະທັບຕາ, ປິດຕາປະທັບ
ການປະທັບຕາ ໝາຍ ຄວາມວ່າໃຫ້ມັນປິດດ້ວຍສິ່ງທີ່ເຮັດໃຫ້ມັນບໍ່ສາມາດເປີດໄດ້ໂດຍບໍ່ຕ້ອງທຳລາຍປະທັບຕາ.
- ປົກກະຕິແລ້ວປະທັບຕາຖືກໝາຍ ດ້ວຍການອອກແບບເພື່ອສະແດງວ່າມັນແມ່ນໃຜ.
- ຂີ້ເຜີ້ງທີ່ຫລອມເຫລວຖືກໃຊ້ເພື່ອປະທັບຕົວໜັງສື ຫລືເອກະສານອື່ນໆທີ່ຈຳເປັນເພື່ອປ້ອງກັນ.ໃນເວລາທີ່ຂີ້ເຜີ້ງເຢັນລົງແລະແຂງ, ຈົດຫມາຍບໍ່ສາມາດເປີດໄດ້ໂດຍບໍ່ທໍາລາຍປະທັບຕາຂີ້ເຜີ້ງ.
- ປະທັບຕາໃສ່ກ້ອນຫີນຢູ່ຕໍ່ໜ້າອຸບໂມງຂອງພຣະເຢຊູເພື່ອບໍ່ໃຫ້ຜູ້ໃດຍ້າຍໄປມາ.
- ໃນຕົວຢ່າງໂປໂລກ່າວເຖິງພຣະວິນຍານບໍລິສຸດເປັນ“ ປະທັບຕາ” ທີ່ສະແດງໃຫ້ເຫັນວ່າຄວາມລອດຂອງພວກເຮົາມີຄວາມປອດໄພ.
ປະເພນີ
ຄຳວ່າ "ປະເພນີ" ອ້າງເຖິງຂະນົບທຳນຽມແລະການປະຕິບັດທີ່ໄດ້ຮັບການສະຫງວນຖືຮັກສາກັນມາຕາມການເວລາແລະທີ່ໄດ້ສົ່ງໄປຫາຄົນໃນລຸ້ນຕໍ່ໆໄປ.
- ຫລາຍເທື່ອໃນພຣະຄໍາພີ ຄຳວ່າ "ປະເພນີ" ອ້າງເຖິງຄຳສອນທັງຫລາຍແລະການປະຕິບັດຫລາຍຢ່າງທີ່ຄົນໄດ້ຖືປະຕິບັດກັນ, ແຕ່ບໍ່ແມ່ນກົດບັນຍັດຂອງພຣະເຈົ້າ. ຄຳກ່າວວ່າ "ປະເພນີຂອງຄົນ" ຫລືປະເພນີຂອງມະນຸດສະຊາດ" ເຮັດໃຫ້ເລື່ອງນີ້ຊັດເຈນ.
- ວະລີຕ່າງໆ ເຊັ່ນ "ປະເພນີຂອງຜູ້ອາວຸໂສທັງຫລາຍ" ຫລື "ປະເພນີຂອງບັນພະບູລຸດຂອງຂ້ອຍ" ອ້າງອີງໂດຍສະເພາະເຖິງປະເພນີຂອງຊາວຢິວແລະການປະຕິບັດຕ່າງໆ ທີ່ຜູ້ນຳຊາວຢິວໄດ້ເພີ່ມເຂົ້າມາໃນບົດກົດບັນຍັດຂອງພຣະເຈົ້າຕາມການເວລາໂດຍຜ່ານທາງໂມເຊ. ເຖິງຢ່າງນັ້ນ ປະເພນີທີ່ເພີ່ມເຂົ້າມານີ້ກໍບໍ່ໄດ້ເປັນມາຈາກພຣະເຈົ້າ, ປະຊາຊົນຄິດວ່າພວກເຂົາຕ້ອງເຊື່ອຟັງເພື່ອຈະເປັນຄົນຊອບທຳ.
- ອັກຄະສາວົກໂປໂລໄດ້ໃຊ້ຄຳສັບ "ປະເພນີ" ໃນຫລາຍທາງເພື່ອອ້າງອິງເຖິງການປະຕິບັດຂອງຄຣິດສະຕຽນທີ່ມາຈາກພຣະເຈົ້າແລະທ່ານແລະສາວົກຄົນອື່ນໆ ກໍໄດ້ສັ່ງສອນຜູ້ເຊື່ອໃໝ່.
- ໃນເວລາສະໄໝໃໝ່, ມີປະເພນີຂອງຄຣິດສະຕຽນຫລວງຫລາຍທີ່ບໍ່ໄດ້ສອນໃນພຣະຄໍາພີ, ແຕ່ກໍມີຜົນເປັນທີ່ຍອມຮັບຕາມປະຫວັດສາດໃນປະເພນີແລະການປະຕິບັດເຫລົ່ານີ້. ປະເພນີເຫລົ່ານີ້ຄວນໄດ້ຮັບການປະເມີນໃນແງ່ທີ່ວ່າພຣະເຈົ້າຊົງສອນເຮົາຫຍັງແດ່ໃນພຣະຄໍາພີ.
ປະກາດ ການປະກາດ
ຄຳວ່າ ( ປະກາດ ) ການປະກາດ ເປັນການກ່າວເຖີງການປະກາດຢ່າງເປັນທາງການ ຫລືສາທາຣະນະຊຶ່ງມັກເນັ້ນເຣື່ອງບາງຢ່າງ. * ( ການປະກາດ ) ບໍ່ພຽງແຕ່ເນັ້ນຄວາມສຳຄັນຂອງສິ່ງທີ່ກຳລັງປະກາດແຕ່ກໍຍັງໃຫ້ຄວາມສຳຄັນກັບຜູ້ທີ່ປະກາດ. * ຕົວຢ່າງໃນພັນທະສັນຍາເດີມ ຂ່າວສານຈາກພຣະເຈົ້າມັກນຳໜ້າດ້ວຍ ( ການປະກາດຂອງພຣະເຈົ້າຢາເວ) ຫລື ( ນີ້ຄືສິ່ງທີ່ພຣະເຈົ້າຢາເວໄດ້ເວົ້າໄວ້) ຄຳເວົ້ານີ້ເນັ້ນໜັກວ່າຄຳເວົ້ານີ້ເປັນຄຳເວົ້າຂອງພຣະເຈົ້າເອງ ຄວາມຈິງທີ່ວ່າຂ່າວສານມາຈາກພຣະເຈົ້າຢາເວສແດງໃຫ້ເຫັນເຖີງຄວາມສຳຄັນຂອງຂໍ້ຄວາມນັ້ນ.
ຄຳແນະນຳໃນການແປ
*( declare ) ອາຈແປໄດ້ວ່າ ( ການປະກາດ) ຫລືປະກາດ ສາທາຣະນະ ຫລື ( ເວົ້າຢ່າງເຂັ້ມແຂງ ) ຫລື (ເວົ້າຢ່າງໝັ້ນໃຈ) ທັ້ງນີ້ຂື້ນຢູ່ກັບກໍຣະນີ. * ຄຳວ່າ ( declare) ກໍອາຈແປໄດ້ວ່າ ( ຄຳຖແລງການ ) ຫລື ( ຄຳປະກາດ.) * ຖ້ອຍຄຳນີ້ ( ນີ້ຄືຄຳປະກາດຂອງພຣະເຈົ້າຢາເວ) ສາມາດແປໄດ້ວ່າ ( ນີ້ຄືສິ່ງທີ່ພຣະເຈົ້າຢາເວປະກາດ) ຫລຶ ນິີ້ເປັນສິ່ງທີ່ພຣະເຈົ້າຢາເວເວົ້າ.
ປັດກວາດ,ໄດ້ກວາດລ້າງ
ຄຳວ່າ“ ປັດກວາດ” ແລະ“ ໄດ້ປັດກວາດລ້າງ” ໝາຍເຖິງການເຄື່ອນໄຫວທີ່ກວ້າງຂວາງແລະວ່ອງໄວເພື່ອກຳຈັດຄວາມເປື້ອນໂດຍໃຊ້ຟອຍຫຼືແປງ. ຄຳເຫຼົ່ານີ້ຍັງຖືກນຳໃຊ້ເປັນຄຳປຽບໄດ້ເຊັ່ນກັນ.
- ຄຳວ່າ "ປັດກວາດ" ຖືກໃຊ້ເປັນຕົວປຽບທຽບເພື່ອອະທິບາຍວິທີການໂຈມຕີຂອງກອງທັບທີ່ມີການເຄື່ອນໄຫວທີ່ວ່ອງໄວ, ມີຄວາມຕັດສິນໃຈທີ່ເດັດຂາດແລະກວ້າງຂວາງ.
- ຍົກຕົວຢ່າງ, ເອຊາຢາໄດ້ທຳນາຍໄວ້ວ່າຊາວອັດຊີເຣຍຈະ“ ກວາດລ້າງ” ອານາຈັກຢູດາ. ນີ້ໝາຍຄວາມວ່າພວກເຂົາຈະທຳ ລາຍຢູດາແລະຈັບປະຊາຊົນໄປ.
- ຄຳວ່າ "ກວາດລ້າງ" ຍັງຖືກປຽບທຽບໃຊ້ເພື່ອພັນລະນາເຖິງລັກສະນະຂອງນ້ ຳທີ່ໄຫຼຢ່າງໄວວາຍູ້ດັນສິ່ງຕ່າງໆແລະບັງຄັບໃຫ້ພວກມັນອອກໄປ.
- ການມີບາງສິ່ງບາງຢ່າງ“ ຖືກກວາດລ້າງ” ຄົນໜຶ່ງ ໝາຍ ຄວາມວ່າສິ່ງທີ່ໜັກໜ່ວງແລະຫຍຸ້ງຍາກກຳລັງເກີດຂື້ນກັບລາວ.
ປັດດານອາລັມ
ປັດດານອາລັມເປັນຊື່ແຄ້ວນໜື່ງເຊີ່ງຄອບຄົວຂອງອັບລາຮາມອາໄສຢູ່ກ່ອນທີ່ຈະອອກເດີນທາງໄປຍັງດິນແດນການາອານ ມີຄວາມໝາຍວ່າ ທົ່ງພຽງແຫ່ງອາລັມ
ເມືອງອັບລາຮາມໄດ້ຈາກເມືອງຮາລານໃນປັດດານອາລັມເພື່ອເດີນທາງໄປຍັງດິນແດນການາອານນັ້ນ ຄອບຄົວໃຫ່ຍຂອງອັບລາຮາມຍັງຄົງອາໄສຢູ່ທີ່ຮາລານ ຫຼາຍປີຕໍ່ມາ ຄົນຮັບໃຊ້ຂອງອັບລາຮາມໄດ້ໄປທີ່ປັດດານອາລັມເພື່ອຊອກຫາເມຍໃຫ້ກັບອີຊາກໃນຍາດຕິພີ່ນ້ອງຂອງລາວເຊີ່ງອາໄສຢູ່ທີ່ນັ້ນ ແລະໄດ້ພົບກັບເລເບຄາເຊີ່ງເປັນຫຼານສາວຂອງເບທູເອັນ ບຸດຊາຍຂອງອີຊາກແລະເລເບຄາແມ່ນຢາໂຄບໄດ້ເດີນທາງໄປຍັງເມືອງປັດດານອາລັມແລະໄດ້ແຕ່ງງານກັບລູກສາວສອງຄົນຂອງລາບານນ້ອງຊາຍເລເບຄາເຊີ່ງອາໄສຢູ່ໃນເມືອງຮາລານ ອາລັມ ປັດດານອາລັມ ແລະ ອາລັມ ນາຫະລິອັມ ທຸກເມືອງເປັນແຄວ້ນດຽວກັນເຊີ່ງປະຈຸບັນເປັນທີ່ຕັ້ງຂອງປະເທດຊີເລຍ
ປັດສະກາ
ຄຳວ່າ "ປັດສະກາ" ນັ້ນເປັນຊື່ຂອງເທດການທາງສາສະໜາຊຶ່ງຊາວຢິວສະເຫລິມສະຫລອງເປັນປະຈຳທຸກປີ ເພື່ອລະນຶກວ່າພະເຈົ້າຊົງຊ່ວຍກູ້ບັນພະບຸລຸດຂອງພວກທ່ານຊາວອິດຣາເອນໃຫ້ພົ້ນຈາກການເປັນຂ້າທາດໃນເອຢີບໄດ້ ຢ່າງໃດ
- ຊື່ຂອງເທດການຕາມຈິງແລ້ວມີທີ່ມາຈາກຂໍ້ແທ້ຈິງວ່າພຣະເຈົ້າຊົງ "ຜ່ານຂ້າມໄປ" ບ້ານທັງຫຼາຍຂອງຊາວອິດສະລາເອນ ແລະບໍ່ໄດ້ປະຫານບຸດຊາຍຂອງຊາວອິດສະລາເອນ ຕອນທີ່ພຣະອົງຊົງປະຫານບຸດຊາຍຫັວປີທຸກຄົນຂອງຊາວອີຢິບ
- ການສະເຫລິມສະຫລອງເທດການປັດສະກາທັງໝົດໄປເຖິງອາຫານມື້ພິເສດຄືລູກແກະທີ່ປາດສະຈາກຕຳໜິຊຶ່ງພວກທ່ານໄດ້ຂ້າແລະອົບ ເຊັ່ນດຽວກັບຂະໜົມປັງທີ່ປາດສະຈາກຢີສຕ໌ ອາຫານເຫຼົ່ານີ້ເປັນທີ່ຣະເລິກເຖິງມື້ອາຫານທີ່ຊາວອິດຣາເອນໄດ້ຮັບປະທານໃນຄືນກ່ອນທີ່ພວກທ່ານຈະໜີອອກຈາກອີຢິປຕ໌
- ພຣະເຈົ້າຕັດກ່າວກັບຊາວອິດສະລາເອນໃຫ້ຮັບປະທານອາຫານມື້ນີ້ທຸກປີເພື່ອລະນຶກແລະສະເຫລິມສະຫລອງທີ່ພຣະເຈົ້າໄດ້ "ຂ້າມຜ່ານ" ບ້ານຂອງພວກທ່ານໄປແລະເຮັດໃຫ້ພວກທ່ານເປັນອິດສະຫລະຈາກການເປັນຂ້າທາດໃນເອຢີບ
ຄຳແນະນຳໃນການແປ
- ຄຳວ່າ "ປັດສະກາ" ສາມາດແປໂດຍການນຳເອົາສອງຄຳມາທັງຫມົດກັນນັ້ນຄືຄຳວ່າ "ຜ່ານ" ແລະ "ຂ້າມ" ຫລືປຣະສົມກັບຄຳອື່ນທີ່ມີຄວາມໝາຍນີ້
- ຈະເປັນປະໂຫຍດຫຼາຍຫາກຊື່ຂອງເທດການນີ້ມີຄວາມເສື່ອມຕໍ່ທີ່ຊັດເຈນລະຫວ່າງຄຳຊຶ່ງສາມາດໃຊ້ອະທິບາຍໄດ້ວ່າທູດຂອງອົງພຣະຜູ້ເປັນເຈົ້າໄດ້ຜ່ານໜ້າບ້ານທັງຫຼາຍຂອງຊາວອິດສະລາເອນແລະບໍ່ເອົາຊີວິດບຸດຊາຍຂອງພວກທ່ານຢ່າງໃດ
ປາມ
ຄຳວ່າ ປາມ ອ້າງເຖີງຕົ້ນໄມ້ສູງເຊີ່ງໃບມີລັກສະນະຫ່ຽວຍາວແລະອ່ອນ ເຊີ່ງສ່ວນໃບຈະຂື້ນໃນຍອດຕົ້ນຂອງມັນມີລັກສະນະຄືໃບພັດ
ຕົ້ນປາມໃນພຣະຄຳພີໂດຍທົ່ວໄປແລ້ວອ້າງເຖີງຕົ້ນປາມຊະນິດໜື່ງເຊີ່ງອອກລູກເປັນ ຜົນອິນທະຜາລຳ ສ່ວນໃບແລະກ້ານມີລັກສະນະຄືກັບຂົນນົກ ຕົ້ນປາມໂດຍທົ່ວໄປແລ້ວຈະເຕີບໂຕໃນພື້ນທີ່ທີ່ມີລັກສະນະອາກາດຮ້ອນຊຸ່ມ ສ່ວນໃບຈະຂຽວຕະຫຼອດທັ້ງປີ ເມື່ອພຣະເຢຊູສະເດັດເຂົ້າສູ່ກຸງເຢລູຊາເລັມເທີ່ງຫຼັງຄາ ປະຊາຊົນໄດ້ປູໃບປາມລົງທີ່ພື້ນຕໍ່ແຖວໃບປາມຕໍ່ພຣະພັກພຣະອົງ ກ້ານປາມເປັນສັນຍາລັກແຫ່ງສັນຕິພາບແລະການສະເຫລີມສະຫລອງໄຊຊະນະ
ປາລານ
ປາລານເປັນທະເລຊາຍຫຼືຖີ່ນທຸລະກັນດານທາງຕາເວັນອອກຂອງເອຢີບແລະດິນແດນທາງຕອນໃຕ້ຂອງການາອານ ຍັງມີພູເຂົາຊື່ປາລານເຊີ່ງອາດເປັນອີກຊື່ໜື່ງຂອງພູເຂົາຊີນາຍ
ສາວໃຊ້ຊື່ວ່າຮາກາແລະບຸດຊາຍຊື່ວ່າອິດສະມາເອວໄດ້ອອກໄປອາໄສຢູ່ໃນຖີ່ນແຫ້ງແລ້ງທຸລະກັນດານປາລານຫຼັງຈາກທີ່ນາງຊາລາໄດ້ສັ່ງໃຫ້ອັບລາຮາມສົ່ງພວກເຂົາທັ້ງສອງອອກໄປ ເມື່ອໂມເຊນຳຊາວພວກອິດສະລາເອນອອກມາຈາກເອຢີບນັ້ນ ພວກເຂົາໄດ້ເດີນທາງຜ່ານຖີ່ນທຸລະກັນດານແຫ່ງປາລານ ຈາກຄາເດັດບາເນຍໃນຖີ່ນທຸລະກັນດານປາລານທີ່ໂມເຊໄດ້ສົ່ງຜູ້ຊາຍສີບສອງຄົນໄປສວດແນມດິນແດນການາອານແລະກັບມາລາຍງານ ຖິ່ນທຸລະກັນດານສີນເຊີ່ງຢູ່ທາງຕອນເໜືອຂອງປາລານແລະຖີ່ນທຸລະກັນດານສີນຢູ່ທາງຕອນໃຕ້ຂອງປາລານ
ປິຕາຈານ
ຄຳວ່າ "ປິຕາຈານ " ໃນພັນທະສັນຍາເດີມອ້າງເຖິງບັນພະບຸລຸດຜູ້ກໍ່ຕັ້ງຊົນຊາດຢິວ ສະເພາະຢ່າງຍິ່ງອັບລາຮາມ ອີຊາກ ແລະຢາໂຄບ
- ຄຳດັ່ງກ່າວໄດ້ອ້າງເຖິງບຸດຊາຍສິບສອງຄົນຂອງຢາໂຄບຊຶ່ງໄດ້ມາເປັນປິຕາຈານ ທັງ 12 ເຜົ່າຂອງອິດສະລາເອນ
- ຄຳວ່າ "ປິຕາຈານ໌ " ມີຄວາມໝາຍຄືກັບຄຳວ່າ "ບັນພະບຸລຸດ" ແຕ່ອ້າງເຖິງເປັນພິເສດເຖິງຜູ້ຊາຍທີ່ເປັນຜູ້ນຳປິຕາຈານທີ່ເປັນທີ່ຮູ້ຈັກກັນດີຂອງກຸ່ມປະຊາຊົນ
ປິຕິຍິນດີ, ຄວາມຍີນດີ
ຄຳວ່າ“ ປິຕິຍິນດີ” ໝາຍຄວາມວ່າຈະເຕັມໄປດ້ວຍຄວາມຍິນດີແລະຄວາມເບີກບານມ່ວນຊື່ນ.
- ຄຳສັບນີ້ມັກຈະໝາຍເຖິງການມີຄວາມສຸກຫລາຍກ່ຽວກັບສິ່ງດີໆທີ່ພະເຈົ້າໄດ້ເຮັດ.
- ມັນສາມາດຖືກແປເປັນ "ຍິນດີທີ່ສຸດ" ຫຼື "ດີໃຈຫລາຍ" ຫຼື "ເຕັມໄປດ້ວຍຄວາມສຸກ". *ເມື່ອມາລີເວົ້າວ່າ, "ຈິດວິນຍານຂອງຂ້ອຍມີຄວາມປິຕິຍິນດີໃນພຣະເຈົ້າຜູ້ຊ່ອຍໃຫ້ລອດຂອງຂ້ອຍ" ນາງຫມາຍຄວາມວ່າ, " "ພຣະເຈົ້າຜູ້ຊ່ອຍໃຫ້ລອດຂອງຂ້ອຍໄດ້ເຮັດໃຫ້ຂ້ອຍມີຄວາມສຸກຫລາຍ" ຫລື "ຂ້ອຍຮູ້ສຶກມີຄວາມສຸກຫລາຍເພາະສິ່ງທີ່ພຣະເຈົ້າຜູ້ຊ່ອຍໃຫ້ລອດຂອງຂ້ອຍໄດ້ເຮັດເພື່ອຂ້ອຍ."
ປີລາດ
ປີລາດຄືເຈົ້າເມືອງຂອງໂຣມໃນແຂວງຢູດາຍຊຶ່ງເປັນຜູ້ຕັດສິນປະຫານພຣະເຢຊູ
- ເນື່ອງຈາກປີລາດເປັນເຈົ້າເມືອງ ທ່ານຈຶ່ງມີອຳນາດໃນການສັ່ງຕັດສິນປະຫານບັນດາອາດຊະຍາກອນ
- ຜູ້ນຳທາງສາສະໜາຊາວຢິວຕ້ອງການໃຫ້ປີລາຄືງພຣະເຢຊູເທີງກາງແຂນ ດັ່ງນັ້ນພວກທ່ານຈຶ່ງໄດ້ຕົວະວ່າພຣະເຢຊູເປັນອາດຊະຍາກອນ
- ປີລາດໄດ້ຄິດວ່າພຣະເຢຊູບໍ່ໄດ້ມີຄວາມຜິດ ແຕ່ທ່ານຢູ່ທ່າມກາງຝູງຊົນແລະຕ້ອງການເອົາໃຈຝູງຊົນ ດັ່ງນັ້ນປີລາດຈຶ່ງສັ່ງໃຫ້ທະຫານຄືງພຣະເຢຊູເທີງໄມ້ກາງແຂນ
ປື້ມບັນທຶກທະບຽນແຫ່ງມີຊີວິດ
ຄຳວ່າ“ ປື້ມແຫ່ງຊີວິດ” ໃຊ້ເພື່ອກ່າວເຖິງບ່ອນທີ່ພຣະເຈົ້າໄດ້ຂຽນຊື່ຂອງຄົນທັງໝົດທີ່ພຣະອົງໄດ້ໄຖ່ແລະໃຫ້ຊີວິດນິລັນດອນແກ່ເຂົາ.
- ການເປີດເຜີຍກ່າວເຖິງປື້ມຫົວນີ້ວ່າ "ປື້ມຊີວິດຂອງລູກແກະ." ນີ້ສາມາດຖືກແປວ່າ "ປື້ມບັນທຶກຂອງຊີວິດທີ່ເປັນຂອງພຣະເຢຊູ, ລູກແກະຂອງພຣະເຈົ້າ." ການເສຍສະລະຂອງພຣະເຢຊູຢູ່ເທິງໄມ້ກາງແຂນໄດ້ຈ່າຍຄ່າປັບໃໝສຳລັບບາບຂອງຜູ້ຄົນເພື່ອພວກເຂົາຈະມີຊີວິດນິລັນດອນໂດຍມີສັດທາໃນພຣະ ອົງ.
- ຄຳວ່າ "ປື້ມ" ຍັງສາມາດໝາຍຄວາມວ່າ "ເລື່ອນ" ຫລື "ຈົດ ໝາຍ" ຫລື "ຂຽນ" ຫລື "ເອກະສານນິຕິກຳ." ມັນອາດຈະເປັນຕົວ ໜັງສືຫລືຕົວເລກ.
ປຸກ, ເຕືອນ
ການປຸກແມ່ນການເຕືອນປະຊາຊົນເຖີງບາງສີ່ງທີ່ອາດເປັນອັນຕະລາຍຕໍ່ພວກເຂົາ. ການ "ຕື່ນຕົວ" ເປັນການວິຕົກກັງວົນແລະຢ້ານບາງສີ່ງທີ່ອັນຕະລາຍ ຫລືມາລຸກລາມ.
- ກະສັດເຢໂຮຊາຟັດຕື່ນຕົວເມື່ອພຣະອົງຊົງໄດ້ຍິນວ່າຄົນໂມອາບໄດ້ກຳລັງວາງແຜນທີ່ຈະໂຈມຕີອານາຈັກຢູດາ.
- ພຣະເຢຊູໄດ້ຊົງບອກພວກສາວົກຂອງພຣະອົງວ່າຢ່າຕົກໃຈເມື່ອພວກເຂົາໄດ້ຍິນເລື້ອງໄພວິບັດທີ່ຈະເກີດຂື້ນໃນວາລະສຸດທ້າຍ.
- ຄຳວ່າ "ສົ່ງສຽງເຕືອນ"ໝາຍເຖີງການໃຫ້ຄຳເຕືອນ. ໃນສະໄຫມໂບລານ, ຄົນສາມາດສົ່ງສຽງເຕືອນໄດ້ໂດຍການເຮັດສຽງດັງ.
ຄຳແນະນຳໃນການແປ
- ການ "ເຕືອນບາງຄົນ" ໝາຍເຖີງ "ການເຮັດໃຫ້ບາງຄົນວິຕົກ" ຫລື "ບາງຄົນຕົກໃຈ."
- ການ "ຖືກຕັກເຕືອນ" ສາມາດແປໄດ້ວ່າ "ຖືກເຮັດໃຫ້ວິຕົກ" ຫລື "ຖືກເຮັດໃຫ້ຕຶ່ນຕົວ" ຫລື "ຖືກເຮັດໃຫ້ເກີດຄວາມຫ່ວງໃຍ."
- ຄຳວ່າ "ສົ່ງສຽງເຕືອນ" ອາດແປໄດ້ອີກວ່າ "ການເຕືອນຢ່າງເປີດເຜີຍ" ຫລື "ປະກາດວ່າອັນຕະລາຍກຳລັງໃກ້ເຂົ້າມາ" ເປົ່າແກເຂົາສັດເພື່ອເຕືອນເຖີງອັນຕະລາຍ."
(ເບີ່ງເພີ້ມເຕີມ: Jehoshaphat, Moab)
ປົກຄອງ
ຄຳ ວ່າ“ ປົກຄອງ” ໝາຍ ເຖິງການປົກຄອງເປັນກະສັດປົກຄອງປະຊາຊົນຂອງປະເທດໃດ ໜຶ່ງ ຫຼືອານາຈັກໃດ ໜຶ່ງ. ການປົກຄອງຂອງກະສັດແມ່ນໄລຍະເວລາທີ່ລາວ ກຳ ລັງປົກຄອງຢູ່.
- ຄຳວ່າ“ ການປົກຄອງຍັງຖືກໃຊ້ເພື່ອກ່າວເຖິງພະເຈົ້າທີ່ປົກຄອງເປັນກະສັດປົກຄອງທົ່ວໂລກ.
- ພຣະເຈົ້າອະນຸຍາດໃຫ້ກະສັດມະນຸດປົກຄອງອິດສະຣາເອນໃນເວລາທີ່ພວກເຂົາປະຕິເສດລາວເປັນກະສັດຂອງພວກເຂົາ. *ເມື່ອພຣະເຢຊູຄຣິດກັບມາລາວຈະປົກຄອງຢ່າງເປີດເຜີຍເປັນກະສັດປົກຄອງທົ່ວໂລກແລະຄລິດສະຕຽນຈະ"ູ່ຮ່ວມກັນກັບພະອົງ.
- ຄຳສັບນີ້ຍັງສາມາດແປວ່າ "ກົດເກນຢ່າງແທ້ຈິງ" ຫຼື "ປົກຄອງແບບກະສັດ" ຫລື "ປົກຄອງເປັນກະສັດ."
ປໍລະປັກ, ສັດຕູ
"ປໍລະປັກ" ຄືບຸກຄົນຫລືກູ່ມບຸກຄົນທີ່ຕໍ່ຕ້ານບາງຄົນຫລືບາງສີ່ງ. ຄຳວ່າ "ສັດຕູ" ມີຄວາມໝາຍຄ້າຍຄືກັນ.
- ປໍລະປັກອາດຈະເປັນບຸກຄົນທີ່ພຍາຍາມຕໍ່ຕ້ານຫລືທຳລາຍທ່ານ.
- ຊົນຊາດນຶ່ງອາດຖືກເອີ້ນວ່າເປັນ "ປໍລະປັກ" ໄດ້ເມື່ອພວກເຂົາຕໍ່ສູ້ກັບອີກຊົນຊາດນຶ່ງ.
- ໃນພຣະຄຳພີ, ມານໄດ້ຖືກເອີ້ນວ່າເປັນ "ປໍລະປັກ" ແລະ "ສັດຕູ."
- ປໍລະປັກອາດແປໄດ້ອີກວ່າ "ຄູ່ປໍລະປັກ" ຫລື "ສັດຕູ" ແຕ່ເປັນຄຳທີ່ແຂງກວ່າຄຳວ່າປໍລະປັກ.
(ເບີ່ງເພີ້ມເຕີມ: Satan)
ຜິດກົດໝາຍ
ຄຳ ວ່າ "ຜິດກົດ ໝາຍ" ແລະ "ຜິດກົດ ໝາຍ" ແມ່ນໃຊ້ເພື່ອພັນລະນາການກະ ທຳ ທີ່ຜິດກົດ ໝາຍ.
- ໃນພຣະ ຄຳ ພີ ໃໝ່, ຄຳ ວ່າ "ຜິດກົດ ໝາຍ" ບໍ່ໄດ້ຖືກໃຊ້ເພື່ອອ້າງເຖິງການລະເມີດກົດ ໝາຍ ຂອງພຣະເຈົ້າເທົ່ານັ້ນ. ແຕ່ຍັງ ໝາຍ ເຖິງການລະເມີດກົດ ໝາຍ ຂອງຊາວຢິວທີ່ຜູ້ຊາຍໄດ້ປະກາດໃຊ້
-
ໃນໄລຍະປີທີ່ຜ່ານມາ ຊາວຢິວໄດ້ເພີ່ມກົດ ໝາຍ ອີກສະບັບ ໜຶ່ງ ທີ່ພະເຈົ້າໄດ້ໃຫ້. ຜູ້ ນຳ ຊາວຢິວຈະເອີ້ນສິ່ງເສບຕິດນີ້ວ່າ“ ຜິດກົດ ໝາຍ” ຖ້າມັນບໍ່ປະຕິບັດຕາມກົດ ໝາຍ ທີ່ພວກເຂົາໄດ້ ກຳ ນົດ.
-
ໃນເວລາທີ່ພຣະເຢຊູແລະສາວົກຂອງພຣະອົງໄດ້ເກັບເຂົ້າເຂົ້າໃນວັນຊະບາໂຕ ພວກຟາລິຊຽນໄດ້ກ່າວຫາພວກເຂົາວ່າເຮັດສິ່ງທີ່ຜິດກົດ ໝາຍ ເພາະວ່າກົດ ໝາຍ ຢິວຫ້າມການກະ ທຳ ໃດໆໃນມື້ນັ້ນ.
- ເມື່ອເປໂຕເວົ້າ ການກິນອາຫານທີ່ບໍ່ສະອາດແມ່ນ "ຄວາມຜິດ" ສຳ ລັບລາວ, ເຊິ່ງລາວ ໝາຍ ຄວາມວ່າ ຖ້າລາວກິນອາຫານເຫລົ່ານັ້ນ ລາວຈະເຮັດກົດ ໝາຍ ຂອງພຣະເຈົ້າໃຫ້ແກ່ຊາວອິດສະລາເອນທີ່ບໍ່ກິນອາຫານທີ່ບໍ່ສະອາດ.
ຄຳ ແນະ ນຳ ການແປ
- ຄຳ ນີ້ຄວນຈະຖືກແປໂດຍໃຊ້ ຄຳ ສັບຫຼືປະໂຫຍກທີ່ມີຄວາມ ໝາຍ "ຜິດກົດ ໝາຍ" ຫຼື "ການລະເມີດກົດ ໝາຍ"
- ການແປພາສາອື່ນໆຂອງ ຄຳ ວ່າ "ຜິດກົດ ໝາຍ" ອາດຈະ "ບໍ່ອະນຸຍາດ" ຫລື "ບໍ່ຖືກຕ້ອງຕາມກົດ ໝາຍ ຂອງພຣະເຈົ້າ" ຫລື "ບໍ່ຖືກຕ້ອງຕາມກົດ ໝາຍ ຂອງພວກເຮົາ"
- ຄຳ ເວົ້າ "ການລະເມີດກົດ ໝາຍ" ມີຄວາມ ໝາຍ ຄືກັນກັບ "ຜິດກົດ ໝາຍ"
ຜູກມັດ, ຜູກພັນ, ຜູກ
ຄຳວ່າ“ ຜູກມັດ” ໝາຍຄວາມວ່າຈະມັດສິ່ງໃດໜຶ່ງຫຼືຖີ້ມມັນໄວ້ຢ່າງໝັ້ນຄົງ. ບາງສິ່ງບາງຢ່າງທີ່ຖືກຜູກມັດຫລືເຂົ້າກັນຖືກເອີ້ນວ່າ“ ຄວາມຜູກພັນ”. ຄຳ ວ່າ“ ຜູກມັດ” ແມ່ນຄວາມເຄັ່ງຕຶງທີ່ຜ່ານມາຂອງຄຳນີ້.
- ການຖືກ“ ຜູກມັດ” ໝາຍຄວາມວ່າມີສິ່ງໃດສິ່ງໜຶ່ງທີ່ມັດຫລືມັດໄວ້ໃນສິ່ງອື່ນ.
- ໃນແງ່ມຸມມອງ, ບຸກຄົນສາມາດ "ຜູກມັດ" ກັບຄໍາປະຕິຍານ, ຊຶ່ງຫມາຍຄວາມວ່າລາວຕ້ອງການ "ປະຕິບັດ" ສິ່ງທີ່ລາວສັນຍາໄວ້.
- ຄຳວ່າ“ ຜູກພັນພັນ” ໝາຍເຖິງສິ່ງໃດທີ່ຜູກມັດ, ກັກຂັງ, ຫລືໃສ່ໂທດຜູ້ໃດຜູ້ໜຶ່ງ. ປົກກະຕິແລ້ວມັນໝາຍເຖິງຕ່ອງໂສ້ກາຍະພາບ,ຫລືເຊືອກທີ່ເຮັດໃຫ້ຄົນບໍ່ເປັນອິດສະຫຼະໃນການເຄື່ອນຍ້າຍ.
- ໃນສະໄໝທີ່ຂຽນພຣຄຳພີ, ສາຍເຊືອກເຊັ່ນ: ສາຍເຊືອກຫລືໂສ້ຖືກໃຊ້ເພື່ອຕິດກັບນັກໂທດໃສ່ຝາຫລືພື້ນຂອງຄຸກກ້ອນຫີນ.
- ຄຳວ່າ“ ຜູກມັດ” ຍັງສາມາດໃຊ້ເວົ້າກ່ຽວກັບການຫໍ່ຜ້າອ້ອມໆບາດເພື່ອຊ່ວຍຮັກສາໃຫ້ຫາຍດີ
- ຄົນທີ່ຕາຍແລ້ວຈະຖືກມັດໄວ້ດ້ວຍຜ້າເພື່ອຕຽມການຝັງ.
- ຄຳວ່າ“ ຄວາມຜູກພັນ” ຖືກໃຊ້ເປັນຕົວເລກເພື່ອກ່າວເຖິງບາງສິ່ງບາງຢ່າງ, ເຊັ່ນວ່າບາບ, ເຊິ່ງຄວບຄຸມຫລືເປັນທາດຂອງໃຜຜູ້ ໜຶ່ງ.
- ຄວາມຜູກພັນຍັງສາມາດເປັນຄວາມສຳພັນທີ່ໃກ້ຊິດລະ ຫວ່າງ ຄົນທີ່ພວກເຂົາສະໜັບສະໜູນ ເຊິ່ງກັນແລະກັນທາງດ້ານອາລົມ, ຈິດໃຈແລະຮ່າງກາຍ. ນີ້ໃຊ້ໄດ້ກັບຄວາມຜູກພັນຂອງການແຕ່ງງານ.
- ຍົກຕົວຢ່າງ, ສາມີແລະພັນລະຍາຖືກ“ ຜູກມັດ” ຫລືຜູກມັດເຊິ່ງກັນແລະກັນ. ມັນແມ່ນຄວາມຜູກພັນທີ່ພຣະເຈົ້າບໍ່ຕ້ອງການໃຫ້ແຕກແຍກ.
ຄຳແນະນຳໃນການແປ
- ຄຳວ່າ“ ຜູກມັດ” ຍັງສາມາດແປເປັນ“ ເຊືອກ” ຫລື“ ຜູກມັດ” ຫລື“ ຫໍ່
ຜູ້ກະບົດ, ການກະບົດ, ການທໍລະຍົດ
ຄຳ ວ່າ“ ກະບົດ” ໝາຍ ເຖິງການປະຕິເສດທີ່ຈະຍອມຢູ່ໃຕ້ ອຳ ນາດຂອງຜູ້ໃດຜູ້ ໜຶ່ງ. ຄົນທີ່ "ກະບົດ" ມັກຈະບໍ່ເຊື່ອຟັງແລະເຮັດສິ່ງທີ່ຊົ່ວ. ບຸກຄົນປະເພດນີ້ຖືກເອີ້ນວ່າ "ຜູ້ກະບົດ."
ຄົນຜູ້ໜຶ່ງກຳລັງກະບົດເມື່ອລາວເຮັດບາງສິ່ງທີ່ເຈົ້າໜ້າທີ່ປົກຄອງລາວໄດ້ບອກລາວວ່າຢ່າເຮັດ. ບຸກຄົນຍັງສາມາດດື້ດ້ານໂດຍການປະຕິເສດສິ່ງທີ່ເຈົ້າໜ້າທີ່ໄດ້ສັ່ງໃຫ້ເຮັດ. ບາງຄັ້ງຄົນກະບົດຕໍ່ຕ້ານລັດຖະບານຫຼືຜູ້ນຳຂອງພວກເຂົາທີ່ ກຳ ລັງປົກຄອງພວກເຂົາ. ຄຳວ່າ "ກະບົດ" ຍັງສາມາດຖືກແປວ່າ "ບໍ່ເຊື່ອຟັງ" ຫຼື "ກະບົດ", ອີງຕາມສະພາບການ. "ກະບົດ" ຍັງສາມາດຖືກແປວ່າ "ບໍ່ເຊື່ອຟັງຢ່າງຕໍ່ເນື່ອງ" ຫຼື "ປະຕິເສດທີ່ຈະເຊື່ອຟັງ." ຄຳວ່າ "ການກະບົດ" ໝາຍ ຄວາມວ່າ "ການປະຕິເສດທີ່ຈະເຊື່ອຟັງ" ຫຼື "ການບໍ່ເຊື່ອຟັງ" ຫຼື "ການລະເມີດກົດ ໝາຍ". *ປະໂຫຍກທີ່ວ່າ "ການກະບົດ" ຫຼື "ການກະບົດ" ຍັງສາມາດ ໝາຍ ເຖິງກຸ່ມຄົນທີ່ມີການຈັດຕັ້ງທີ່ກະບົດຕໍ່ສາທາລະນະລັດປົກຄອງໂດຍການລະເມີດກົດ ໝາຍ ແລະໂຈມຕີຜູ້ນຳແລະປະຊາຊົນອື່ນໆ. ປົກກະຕິແລ້ວພວກເຂົາພະຍາຍາມໃຫ້ຄົນອື່ນເຂົ້າຮ່ວມໃນການກະບົດ. : (ເບິ່ງເພີ່ມເຕີມ: [ສິດອຳນາດ] (../ kt / Authority.md) · [ເຈົ້າແຂວງ] (../ ອື່ນໆ / Governor.md))
ຜູ້ຈັດການ, ຜູ້ດູແລ
ຄຳວ່າ "ຜູ້ຈັດການ" ຫຼື "ຜູ້ດູແລ" ທີ່ຢູ່ໃນພຣະຄຳພີ ແມ່ນກ່າວ ເຖິງຜູ້ຮັບໃຊ້ ທີ່ໄດ້ຖືກຮັບມອບໝາຍໃຫ້ຮັບໜ້າທີ່ດ້ວຍຄວາມໄວ້ວາງໃຈ ໃຫ້ເບິ່ງແຍງຮັກສາຊັບສົມບັດຂອງເຈົ້ານາຍ ແລະ ຈັດການເລື່ອງວຽກງານຕ່າງໆ.
- ຜູ້ດູແລ ໄດ້ຮັບມອບໜ້າທີ່ໃຫ້ຮັບຜິດຊອບວຽກງານຫລາຍຢ່າງ, ເຊິ່ງລວມທັງການເບິ່ງແຍງວຽກງານຂອງຜູ້ຮັບໃຊ້ຄົນອື່ນນຳ.
- ຄຳວ່າ "ຜູ້ຈັດການ" ເປັນຄຳທີ່ທັນສະໃໝກວ່າຜູ້ດູແລ. ທັງ ສອງຄຳນີ້ ຍັງໃຊ້ອ້າງເຖິງບາງຄົນທີ່ຈັດການດູແລວຽກງານຂອງຄົນອື່ນ.
ຄຳແນະນຳໃນການແປ
- ຄຳນີ້ສາມາດແປໄດ້ອີກວ່າ "ຫົວໜ້າຄຸມງານ" ຫລື "ຜຼ້ດູແລງານທັງໝົດ" ຫລື "ຜູ້ຮັບໃຊ້" ຫລື "ຜູ້ຈັດຕັ້ງ."
ຜູ້ຊາຍຂອງພຣະເຈົ້າ
ຄຳເວົ້າທີ່ວ່າ "ຜູ້ຊາຍຂອງພຣະເຈົ້າ" ເປັນວິທີການເວົ້າດ້ວຍຄວາມເຄົາຣົບ ຕໍ່ຄົນທີ່ເປັນຜູ້ປະກາດພຣະຄຳຂອງພຣະເຈົ້າຢາເວ. ມັນໄດ້ຖືກນຳໃຊ້ເພື່ອກ່າວອ້າງເຖິງທູດສະຫວັນຂອງພຣະເຈົ້າຢາເວ.
- ເມື່ອເວົ້າເຖິງຜູ້ປະກາດພຣະຄຳ, ຍັງແປໄດ້ອີກວ່າ "ຜູ້ຊາຍຜູ້ທີ່ເປັນຂອງພຣະເຈົ້າ" ຫລື "ຜູ້ຊາຍທີ່ພຣະເຈົ້າໄດ້ເລຶອກແລ້ວ" ຫລື "ຜູ້ຊາຍທີ່ຮັບໃຊ້ພຣະເຈົ້າ."
- ເມື່ອເວົ້າເຖິງທູດສະຫວັນ ຍັງແປໄດ້ອີກວ່າ, "ຜູ້ສົ່ງຂ່າວຂອງພຣະເຈົ້າ" ຫລື "ທູດສະຫວັນຂອງເຈົ້າ" ຫລື "ຊາວສະຫວັນທີ່ມາຈາກພຣະເຈົ້າ ທີ່ມີລັກສະນະຄືກັບມະນຸດ."
ຜູ້ຊາຍທີ່ຮຽນຮູ້, ນັກໂຫລາສາດ
ໃນເນື້ອເລື່ອງພຣະຄຳພີມັດທາຍກ່ຽວກັບການກຳເນີດຂອງພຣະເຢຊູຄຣິດ " ໂຫລາຈານ " ເຫຼົ່ານີ້ ຫຼື " ຜູ້ຊາຍທີ່ຮຽນຮູ້ " ເຫຼົ່ານີ້ແມ່ນ " ຜູ້ທີ່ມີປັນຍາ " ຜູ້ທີ່ໄດ້ນຳຂອງຂັວນມາມອບໃຫ້ກັບພຣະເຢຊູໃນເມືອງເບຣເລເຮັມຫຼັ້ງຈາກທີ່ພຣະອົງກຳເນີດໃນທີ່ນັ້ນ ພວກເຂົາອາດເປັນ " ນັກໂຫລາສາດ " ເຊື່ງເປັນພວກທີ່ສຶກສາກ່ຽວກັບດວງດາວທັງຫຼາຍ. * ພວກຜູ້ຊາຍເຫຼົ່ານີ້ໄດ້ເດີນທາງເປັນໄລຍະທາງໄກຈາກປະເທດທາງທິດຕາເວັນອອກຂອງອິດສເອນບໍ່ເປັນທີ່ຮູ້ຈັກກັນແບບແນ່ນອນວ່າພວກເຂົາຈາກມາແຕ່ສະຖານທີ່ໃດໆ ຫຼື ພວກເຂົາເປັນໃຜ ແຕ່ພວກເຂົາເປັນຜູ້ຊາຍທີ່ຮຽນຮູ້ຜູ້ທີ່ໄດ້ສຶກສາກ່ຽວກັບດວງດາວຕ່າງໆ. * ພວກເຂົາອາດຈະສືບເຊື້ອສາຍມາຈາກພວກໂຫລາຈານທີ່ໄດ້ຮັບໃຊ້ໃນບາບີໂລນໃນສະໄຫມຂອງດານີເອນ ແລະ ເປັນຜູ້ທີ່ໄດ້ຮັບການຝຶກອົບຮົມໃນຫຼາຍສິ່ງຫຼາຍຢ່າງ ລວມເຖີງການສຶກສາດວງດາວ ແລະ ການທຳນາຍຝັນ. * ຕາມປະເພນີມັກຈະເວົ້າເຖີງກັນວ່າ ຜູ້ຊາຍທີ່ສະຫລາດ ແລະ ຜູ້ຊາຍທີ່ຮຽນຮູ້ ເພາະວ່າມີຂອງຂັວນສາມອັນທີ່ພວກເຂົານຳມາມອບຖວາຍໃຫ້ກັບພຮະເຢຊູ ແນວໃດກໍ່ຕາມ ພຮະຄຳພີບໍ່ໄດ້ເວົ້າວ່າພວກເຂົາມີຈັກຄົນ.
ຜູ້ດູແລ
ຄຳວ່າ "ຜູ້ດູແລ" ອ້າງເຖິງບຸກຄົນເຊິ່ງມີຫນ້າທີ່ຮັບຜິດຊອບໃນງານແລະທຸກສຸກຂອງຄົນອື່ນ.
- ໃນພັນທະສັນຍາເດີມ, ຜູ້ດູແລມີຫນ້າທີ່ສ້າງຄວາມຫມັ້ນໃຈວ່າຄົນງານພາຍໃຕ້ການເບິ່ງແຍງຂອງຕົນນັ້ນໄດ້ເຮັດຫນ້າທີ່ຂອງຕົນຢ່າງດີ.
- ໃນພັນທະສັນຍາໃໝ່, ຄຳນີ້ຖືກໃຊ້ເພື່ອອະທິບາຍເຖິງຜູ້ນຳຄຣິດຕະຈັກໃນຍຸກທໍາອິດ. ງານຂອງຜູ້ນຳຄືການເບິ່ງແຍງຄວາມຈຳເປັນຝ່າຍຈິດວິນຍານຂອງຄຣິດຕະຈັກ, ເຮັດໃຫ້ແນ່ໃຈວ່າຜູ້ເຊື່ອໄດ້ຮັບການສັ່ງສອນທີ່ຖືກຕ້ອງຕາມຫລັກພຣະຄໍາພີ.
- ໂປໂລອ້າງເຖິງຜູ້ດູແລວ່າເປັນເໝືອນກັບຜູ້ລ້ຽງແກະຜູ້ທີ່ເບິ່ງແຍງຜູ້ເຊື່ອຂອງຕົນໃນຄຣິດຕະຈັກທ້ອງຖິ່ນ, ພວກເຂົາເປັນ "ຝູງແກະ" ຂອງທ່ານ.
- ຜູ້ດູແລ, ເໝືອນກັບຜູ້ລ້ຽງແກະ, ເຝົ້າເບິ່ງແຍງຝູງແກະ. ເຂົາຄອຍຖ້າປົກປ້ອງແລະປ້ອງກັນຜູ້ເຊື່ອທັງຫລາຍຈາກຄຳສອນຝ່າຍຈິດວິນຍານທີ່ທຽມເທັດແລະອິດທິພົນຊົ່ວຮ້າຍອື່ນໆ.
- ໃນພັນທະສັນຍາໃໝ່, ຄຳວ່າ "ຜູ້ດູແລ," "ຜູ້ປົກຄອງ," ແລະ"ຜູ້ລ້ຽງແກະ/ສິດຍາພິບານ" ນັ້ນຕ່າງເປັນຄຳທີ່ອ້າງເຖິງຜູ້ນຳຝ່າຍຈິດວິນຍານຄືກັນ.
ຄຳແນະນຳໃນການແປ
- ວິທີອື່ນໃນການແປຄຳນີ້ສາມາດແປວ່າ, "ຜູ້ຄວບຄຸມເບິ່ງແຍງ" ຫລື "ຜູ້ເບິ່ງແຍງ" ຫລື "ຜູ້ຈັດການ."
- ເມື່ອອ້າງເຖິງຜູ້ນຳກຸ່ມຄົນຂອງປະຊາກອນຂອງພຣະເຈົ້າລະດັບທ້ອງຖິ່ນນັ້ນ, ສາມາດແປດ້ວຍຄຳຫລືວະລີທີ່ມີຄວາມຫມາຍວ່າ, "ຜູ້ດູແລຝ່າຍຈິດວິນຍານ" ຫລື "ຜູ້ເຊິ່ງເບິ່ງແຍງຄວາມຕ້ອງການຝ່າຍຈິດວິນຍານຂອງກຸ່ມຜູ້ເຊື່ອ" ຫລື "ບຸກຄົນເຊິ່ງເບິ່ງແຍງຄວາມຕ້ອງການຝ່າຍຈິດວິນຍານຂອງຄຣິດຕະຈັກ."
ຜູ້ທີ່ຖືກເລືອກ, ໄດ້ຖືກເລືອກ, ປະຊາຊົນຜູ້ທີ່ຖືກເລືອກ, ຜູ້ທີ່ຖືກເລືອກ, ຜູ້ທີ່ຖືກຄັດເລືອກ
ຄໍາວ່າ "ຜູ້ທີ່ຖືກຄັດເລືອກ" ຕາມຕົວອັກສອນໝາຍເຖິງ "ຜູ້ທີ່ຖືກເລືອກ" ແລະເວົ້າເຖິງຄົນທັງຫລາຍທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນໄພ່ ພົນຂອງພຣະອົງ "ຜູ້ໄດ້ຖືກເລືອກ" ຫລື "ຜູ້ທີ່ຖືກເລືອກຂອງພຣະເຈົ້າ" ແມ່ນຄໍານໍາໜ້າຊື່ທີ່ເວົ້າເຖິງພຣະເຢຊູ ຜູ້ທີ່ຖືກເລືອກເປັນພຣະເມສີອາ.
- ຄໍາວ່າ "ຖືກເລືອກ" ໝາຍເຖິງເລືອກບາງສິ່ງ ຫລືບາງຄົນ ຫລືຕັດສິນໃຈບາງສິ່ງ ຫລາຍເທື່ອມັກໃຊ້ເວົ້າເຖິງພຣະເຈົ້າທີ່ໄດ້ແຕ່ງຕັ້ງໄພ່ພົນໃຫ້ເປັນຂອງພຣະອົງແລະຮັບໃຊ້ພຣະອົງ.
- ໄດ້ຮັບການຖືກ "ເລືອກ" ໝາຍຄວາມວ່າໄດ້ຮັບການຖືກ "ຄັດເລືອກ" ຫລື "ແຕ່ງຕັ້ງ" ເພື່ອເປັນ ຫລືເພື່ອເຮັດບາງສິ່ງ.
- ພຣະເຈົ້າໄດ້ເລືອກປະຊາຊົນໃຫ້ບໍລິສຸດ ແຍກອອກໄວ້ຕ່າງຫາກໂດຍພຣະອົງ ເພື່ອຈຸດປະສົງໃຫ້ເກີດຜົນດີຝ່າຍວິນຍານ ນັ້ນແມ່ນເຫດຜົນວ່າເປັນຫຍັງຄົນເຫລົ່ານັ້ນຈຶ່ງຖືກເອີ້ນວ່າ "ຜູ້ທີ່ໄດ້ຖືກເລືອກ" ຫລື "ຜູ້ທີ່ຖືກຄັດເລືອກ."
- ຄໍາວ່າ "ຜູ້ທີ່ໄດ້ຮັບເລືອກ" ບາງເທື່ອໃຊ້ໃນພຣະຄໍາພີເພື່ອເວົ້າເຖິງຄົນສະເພາະບາງກຸ່ມເຊັ່ນ ໂມເຊ ແລະກະສັດາວິດ ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນຜູ້ນໍາໄພ່ພົນຂອງພຣະອົງ ແລະຍັງໃຊ້ເວົ້າເຖິງຊົນຊາດອິດສະຣາເອນວ່າເປັນ "ໄພ່ພົນທີ່ພຣະເຈົ້າໄດ້ເລືອກ."
- ຖ້ອຍຄໍາທີ່ວ່າ "ຜູ້ທີ່ຖືກຄັດເລືອກ" ເປັນຄໍາເວົ້າເກົ່າທີ່ມີຄວາມໝາຍຕາມຕົວອັກສອນວ່າ "ຜູ້ທີ່ໄດ້ຮັບເລືອກ" ຫລື "ໄພ່ພົນທີ່ໄດ້ຮັບການເລືອກ" ຖ້ອຍຄໍານີ້ໃນພາສາເດີມໃຊ້ກັບຈໍານວນສອງຄົນຂຶ້ນໄປ ເມື່ອເວົ້າເຖິງຜູ້ທີ່ມີຄວາມເຊື່ອໃນພຣະຄຣິດ.
- ໃນພຣະຄໍາພີພາສາອັງກິດເຫລັ້ມເກົ່າ ຄໍາວ່າ "ຄັດເລືອກ" ໃຊ້ທັງໃນພຣະຄໍາພີເດີມແລະພຣະຄໍາພີໃໝ່ ທີ່ຈະແປວ່າ "ຜູ້ທີ່ໄດ້ຮັບເລືອກ" ພຣະຄໍາພີເຫລັ້ມສະໄໝໃໝ່ໃຊ້ຄໍາວ່າ "ຄັດເລືອກ" ໃນພັນທະສັນຍາໃໝ່ເທົ່ານັ້ນທີ່່ເວົ້າເຖິງໄພ່ພົນຜູ້ຊຶ່ງໄດ້ຮັບຄວາມພົ້ນໂດຍພຣະເຈົ້າຜ່ານທາງຄວາມເຊື່ອໃນພຣະເຢຊູ ຕາມທີ່ເຫັນຫລາຍບ່ອນໃນພຣະຄໍາພີໄດ້ແປຄໍານີ້ສ່ວນຫລາຍຈະແປຕາມຕົວອັກສອນວ່າ "ຜູ້ທີ່ໄດ້ຮັບເລືອກ."
ຄໍາແນະນໍາໃນການແປ
- ເປັນການດີທີ່ສຸດຖ້າຫາກແປວ່າ "ຄັດເລືອກ" ດ້ວຍຄໍາຫລືຖ້ອຍຄໍາທີ່ໝາຍຄວາມວ່າ "ຜູ້ທີ່ໄດ້ຮັບເລືອກ" ຫລື "ໄພ່ພົນທີ່ໄດ້ຮັບເລືອກ" ທີ່ເວົ້າມານີ້ສາມາດແປໄດ້ອີກວ່າ "ໄພ່ພົນຜູ້ທີ່ພຣະເຈົ້າເລືອກ" ຫລື "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນໄພ່ພົນຂອງພຣະອົງ."
- ຖ້ອຍຄໍາທີ່ວ່າ "ຜູ້ທີ່ຖືກເລືອກ" ສາມາດແປໄດ້ອີກຢ່າງນຶ່ງວ່າ "ຜູ້ທີ່ ພຣະເຈົ້າໄດ້ແຕ່ງຕັ້ງ" ຫລື "ຜູ້ີ່ທີ່ຖືກຄັດເລືອກ."
- "ເຮົາເລືອກເຈົ້າ" ສາມາດແປໄດ້ວ່າ "ເຮົາໄດ້ແຕ່ງຕັ້ງເຈົ້າ" ຫລື "ເຮົາຄັດເລືອກເຈົ້າ."
- ເມື່ອເວົ້າເຖິງພຣະເຢຊູວ່າເປັນ "ຜູ້ໄດ້ຮັບເລຶອກ" ສາມາດແປໄດ້ວ່າ "ຜູ້ທີ່ໄດ້ຮັບເລືອກຂອງພຣະເຈົ້າ" ຫລື "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງ."
ຜູ້ນຳຊາວຢິວ, ອຳນາດການປົກຄອງຊາວຢິວ, ຫົວໜ້າສາສະໜາ
ຄຳວ່າ ”ຜູ້ນຳຊາວຢິວ“ ຫລື “ອຳນາດການປົກຄອງຊາວຢິວ“ ໝາຍເຖິງຜູ້ນຳທາງສາສະໜາ ເຊັ່ນ: ພວກປະໂຣຫິດແລະຄຣູສອນທຳບັນຍັດຂອງພຣະເຈົ້າ . ພວກເຂົາຍັງມີອຳນາດໃນການຕັດສິນກ່ຽວກັບເລື່ອງທີ່ບໍ່ແມ່ນສາສະໜາເຊັ່ນກັນ.
- ຜູ້ນຳຊາວຢິວແມ່ນປະໂຣຫິດໃຫຍ່, ຫົວໜ້າປະໂຣຫິດແລະພວກທຳມະຈານ (ຄຣູສາສະໜາກ່ຽວກັບທຳບັນຍັດຂອງພຣະເຈົ້າ).
- ສອງກຸ່ມໃຫຍ່ຂອງຜູ້ນຳຊາວຢິວແມ່ນ ພວກຟາຣີຊາຍແແລະພວກຊາດູກາຍ.
- ຜູ້ນຳຊາວຢິວເຈັດສິບຄົນໄດ້ປະຊຸມກັນໃນສະພາຢິວໃນນະຄອນເຢຣູຊາເລັມເພື່ອຕັດສິນກ່ຽວກັບບັນຫາກົດໝາຍ.
- ຜູ້ນຳຊາວຢິວຫລາຍຄົນມີຄວາມພາກພູມໃຈແລະ ຄິດວ່າພວກເຂົາເປັນຄົນຊອບທຳ. ພວກເຂົາອິດສາພຣະເຢຊູແລະຢາກທຳຮ້າຍພຣະອົງ. ພວກເຂົາອ້າງວ່າຮູ້ຈັກພຣະເຈົ້າແຕ່ບໍ່ເຊື່ອຟັງພຣະອົງ.
- ຄຳເວົ້າທີ່ວ່າ “ພວກຢີວ“ ມັກເວົ້າເຖິງຜູ້ນຳຊາວຢິວ , ໂດຍສະເພາະໃນສະພາບການທີ່ພວກເຂົາຄຽດແຄ້ນພຣະເຢຊູ ແລະໄດ້ພະຍາຍາມຫລອກລວງຫລືທຳຮ້າຍພຣະອົງ.
- ຂໍ້ເຫລົ່ານີ້ຍັງສາມາດແປເປັນ “ຜູ້ປົກຄອງຊາວຢິວ“ ຫລື “ຜູ້ຊາຍທີ່ປົກຄອງເໜືອປະຊາຊົນຢິວ“ ຫລື “ຫລືຜູ້ນຳສາສະໜາຢິວ.“
ຜູ້ປະກາດ, ຜູ້ປະກາດຂ່າວປະເສີດ
ຄໍາວ່າ "ຜູ້ປະກາດ" ແມ່ນຄົນທີ່ບອກຄົນອື່ນເຖິງຂ່າວປະເສີດເລື່ອງພຣະເຢຊູຄຣິດ.
- ຄວາມໝາຍຕາມຕົວໜັງສືຄໍາວ່າ "ຜູ້ປະກາດ" ແມ່ນ "ລາງຄົນທີ່ເທດສະໜາ ຂ່າວປະເສີດ"
- ພຣະເຢຊູຊົງໄດ້ສົ່ງອັກຄະສາວົກຂອງພຣະອົງອອກໄປເຜີຍແຜ່ຂ່າວປະເສີດກ່ຽວກັບການຈະເປັນສ່ວນໜຶ່ງຂອງອານາຈັກຂອງພຣະເຈົ້າໂດຍການວາງໃຈໃນພຣະເຢຊູ ແລະການຖະຫວາຍບູຊາຂອງພຣະອົງເພື່ອຄວາມບາບ.
- ຄຣິດສະຕຽນທຸກຄົນຖືກກະຕຸ້ນໃຫ້ແບ່ງປັນຂ່າວປະເສີດ
- ຄຣິດສະຕຽນບາງຄົນໄດ້ຮັບຂອງປະທານຝ່າຍວິນຍານສະເພາະເພື່ອບອກເລົ່າ ຂ່າວປະເສີດໄດ້ຢ່າງມີປະສິດທິພາບແກ່ຄົນອື່ນ ກ່າວໄວ້ວ່າຄົນເຫລົ່ານີ້ມີຂອງປະທານໃນການປະກາດຂ່າວປະເສີດແລະຖືກຮຽກເອີ້ນໃຫ້ເປັນ "ຜູ້ປະກາດ."
ຄໍາແນະນໍາການແປ
- ຄໍາວ່າ "ຜູ້ປະກາດ" ສາມາດແປໄດ້ອີກວ່າ "ລາງຄົນທີ່ເທດສະໜາຂ່າວປະເສີດ" ຫລື "ຜູ້ສອນຂ່າວປະເສີດ" ຫລື "ຄົນທີ່ປະກາດຂ່າວປະເສີດ."
ຜູ້ປະກາດພຣະທໍາປອມ
ຜູ້ກາດພຣະທໍາປອມແມ່ນຄົນທີ່ເວົ້າອ້າງຢ່າງຜິດໆ ວ່າຄໍາເວົ້າຂອງລາວມາຈາກພຣະເຈົ້າ.
- ການປະກາດພຣະທໍາຂອງຜູ້ປະກາດພຣະທໍາປອມນັ້ນ ໂດຍປົກກະຕິແລ້ວບໍ່ສໍາເລັດ ນັ້ນໝາຍເຖິງບໍ່ເປັນຄວາມຈິງ.
- ຜູ້ປະກາດພຣະທໍາປອມສອນພຣະຄໍາທີ່ມີບາງສ່ວນ ຫລືພຣະຄໍາທັງໝົດ ຂັດກັບສິ່ງທີ່ເວົ້າໄວ້ໃນພຣະຄໍາພີ.
- ຄໍານີ້ສາມາດແປໄດ້ອີກວ່າ "ຄົນທີ່ອ້າງຕົນເອງໂດຍບໍ່ມີຄວາມຈິງ ວ່າລາວເປັນຕົວແທນຂອງພຣະເຈົ້າ" ຫລື "ບາງຄົນທີ່ເວົ້າອ້າງວ່າໄດ້ເວົ້າພຣະຄໍາຂອງພຣະເຈົ້າ."
- ພັນທະສັນຍາໃໝ່ສອນວ່າ ໃນຄາວສຸດທ້າຍນັ້ນຈະເກີດມີຜູ້ປະ ກາດພຣະທັມປອມຢ່າງຫລວງຫລາຍ ຜູ້ຊຶ່ງພະຍາຍາມຫລອກລວງປະຊາຊົນໃຫ້ຄິດວ່າ ພວກເຂົາມາຈາກພຣະເຈົ້າ
ຜູ້ປົກຄອງ,ຜູ້ວ່າການ,ຜູ້ທຳໜ້າທີ່ແທນກົງສູນ,ຣັດຖະບານ
" ຜູ້ປົກຄອງ" ຄືບຸກຄົນທີ່ປົກຄອງເໜືອຣັດຖະບານ ພູມີພາກ ຫລືເຂດແດນ. ຄຳວ່າ "ປົກຄອງ" ໝາຍເຖີງການໃຫ້ຄຳແນະນຳ ນຳທາງ ຫລືບໍລິຫານຈັດການປະຊາຊົນ.
- ຄຳວ່າ "ຜູ້ທຳໜ້າທ່ີ່ແທນກົງສູນ" ເປັນຕຳແໜ່ງພິເສດສະເພາະສຳຫລັບຜູ້ປົກຄອງຜູ້ທ່ີ່ປົກຄອງແຂວງຂອງໂຣມັນ.
- ໃນຊ່ວງເວລາພຣະຄຳພີ ຜູ້ວ່າການຈະຖືກແຕ່ງຕັ້ງໂດຍກະສັດຫລືຈັກກະພັດແລະຢູ່ພາຍໃຕ້ອຳນາດສິດຂາດຂອງເຂົາ.
- "ຣັດຖະບານ" ປະກອບໄປດວ້ຍຜູ້ປົກຄອງທັງໝົດທ່ີ່ປົກຄອງປະເທດຫລືອານາຈັກ ຜູ້ປົກຄອງເຫລົ່ານີ້ຈະບັນຍັດກົດໝາຍເພື່ອເປັນການນຳຄວາມປະພຶດຂອງປະຊາຊົນຂອງພວກເຂົາ. ດັ່ງນັ້ນຈິ່ງມີສັນຕິສຸກຄວາມປອດພັຍ ແລະຄວາມໝັ້ນຄົງ ຫລືຮັບປະຊາຊົນໃນປະເທດນັ້ນ..
ຄຳແນະນຳການແປ
- ຄຳວ່າ "ຜູ້ວ່າການ" ສາມາດແປໄດ້ອີກວ່າ" ຜູ້ປົກຄອງ" ຫລື " ຜູ້ດູແລທອ້ງຖິ່ນ" ຫລື" ຜູ້ນຳທົ່ວໄປ" ຫລື ຜູ້ປົກຄອງເໜືອດິນແດນນ້ອຍໆ."
- ຂື້ນຢູ່ກັບບໍລິບົດ ຄຳວ່າ"ຜູ້ວ່າການ" ສາມາດແປໄດ້ອີກວ່າ "ປົກຄອງເໜືອ" ຫລື "ນຳ" ຫລື "ຈັດການ" ຫລື"ກຳກັບດູແລ"
- ຄຳວ່າ "ຜູ້ວ່າການ "ຄວນແປໃຫ້ແຕກຕ່າງຈາກຄຳວ່າກະສັດ ຫລືຈັກກະພັດ ເພາະຜູ້ວ່າການເປັນຜູ້ປົກຄອງທ່ີອຳນາດນອ້ຍ ກົ່ວທ່ີ່ຢູ່ພາຍໃຕ້ອຳນາດສິດຂາດຂອງພວກເຂົາເຫົ່ລານັ້ນ.
- ຄຳວ່າ "ຜູ້ທຳໜ້າທ່ີ່ແທນກົງສູນ "ສາມາດແປວ່າ "ຜູ້ວ່າຣາຊການໂຣມັນ" ຫລື "ຜູ້ວ່າຣາດຊະການແຂວງຂອງໂຣມັນ.
ຜູ້ພິພາກສາ
ູຜູ້ພິພາກສາຄືບຸກຄົນໜຶ່ງທີ່ຕັດສິນວ່າສິ່ງໃດຖືກຜິດ ເມື່ອມີການຂັດແຍ່ງກັນລະຫວ່າງຜູ້ຄົນ, ໂດຍປົກກະຕິເລື່ອງທີ່ກ່ຽວຂ້ອງກັບກົດໝາຍ.
- ໃນພຣະຄຳພີ, ພຣະເຈົ້າຖືກກ່າວເຖິງວ່າເປັນຜູ້ພິພາກສາເພາະວ່າພຣະອົງເປັນຜູ້ພິພາກສາທີ່ສົມບູນແບບທີ່ພິພາກສາໃນເທື່ອສຸດທ້າຍກ່ຽວກັບສິ່ງທີ່ຖືກຫລືຜິດ.
- ຫລັງຈາກປະຊາຊົນອິດສະຣາເອນເຂົ້າໄປໃນແຜ່ນດິນການາອານແລະກ່ອນພວກເຂົາຈະມີກະສັດປົກຄອງພວກເຂົາ, ພຣະເຈົ້າໄດ້ແຕ່ງຕັ້ງຜູ້ນຳທີ່ເອີ້ນວ່າ “ຜູ້ພິພາກສາ“ ເພື່ອນຳພວກເຂົາໃນເວລາທີ່ປະສົບກັບຫຍຸ້ງຍາກ. ປົກກະຕິແລ້ວຜູ້ພິພາກສາເຫລົ່ານີ້ເປັນຜູ້ນຳທາງທະຫານທີ່ໄດ້ຊ່ວຍຊີວິດຊາວອິດສະຣາເອນໂດຍການເອົາຊະນະພວກສັດຕູ.
- ຄຳວ່າ “ຜູ້ພິພາກສາ“ ສາມາດເອີ້ນວ່າ “ຜູ້ຕັດສິນໃຈ“ ຫລື “ຜູ້ນຳ“ ຫລື “ຜູ້ປົດປ່ອຍ“ ຫລື “ເຈົ້າແຂວງ“, ອີງຕາມສະພາບການ;
ຜູ້ພິພາກສາ, ພວກຜູ້ພິພາກສາ
ຜູ້ພິພາກສາ ຄືຜູ້ທີ່ໄດ້ັຮັບການແຕ່ງຕັ້ງໃຫ້ມີໜ້າທີ່ເປັນຜູ້ພິຈາລະນາໄຈ້ແຍກ ແລະ ຕັດສິນໃຈກ່ຽວກັບກົດໝາຍ.
- ຢູ່ໃນສະໃໝຂອງພຣະຄຳພີ, ຜູ້ພິພາກສາ ມີໜ້າທີ່ຕັດສິນຄວາມຂັດແຍ່ງກັນລະຫວ່າງປະຊາຊົນ.
- ຂຶ້ນຢູ່ກັບຄຳນຳຂອງເລື່ອງລາວ, ວິທີໃນການແປຄຳນີ້ສາມາດແປໄດ້ອີກວ່າ "ຜູ້ພິຈາລະນາເລື່ອງການປົກຄອງ" ຫລື "ເຈົ້າໜ້າທີ່ທາງກົດໝາຍ" ຫລື "ເຈົ້າໜ້າທີ່" ຫລື "ຜູ້ປົກຄອງເມືອງ."
ຜູ້ລ້ຽງແກະ, ລ້ຽງແກະ
ຜູ້ລ້ຽງແກະ ຄືບຸກຄົນທີ່ດູແລຝູງແກະ. ຄຳກິລິຍາ "ລ້ຽງແກະ"ໝາຍການປົກປ້ອງແກະແລະຈັດຕຽມອາຫານນໍ້າດື່ມໃຫ້ກັບພວກມັນ. * ຜູ້ລ້ຽງແກຈະເຝົ້າດູແລຝູງແກະ, ພາພວກມັນໄປຫາອາຫານແລະນໍ້າດື່ມທີ່ດີ. ຜູ້ລ້ຽງແກະຍັງຮັກສາຝູງແກະບໍ່ໃຫ້ຫລົງເສຍ ແລະປົກປ້ອງພວກມັນຈາກສັດຮ້າຍທັງຫລາຍ. * ຫລາຍຄັ້ງຄຳນີ້ຍັງໃຊ້ປຽບທຽບໃນພຣະຄຳພີເພື່ອອ້າງເຖິງ ການດູແລຄວາມຕ້ອງການທາງດ້ານຈິດວິນຍານຂອງຄົນ. ລວມເຖິງການສອນພວກເຂົາໃນສິ່ງທີ່ເຈົ້າກ່າວໃນພຣະຄຳ ແລະນຳພວກເຂົາໃຫ້ມີຊີວິດໃນທາງທີ່ຖືກຕ້ອງ. (ເບິ່ງເພີ່ມເຕີມ: Metaphor)
- ໃນພັນທະສັນຍາເດີມ, ພຣະເຈົ້າຖືກເອີ້ນວ່າ "ຜູ້ລ້ຽງແກະ" ຂອງປະຊາຊົນຂອງພຣະອົງເພາະພຣະອົງຊົງດູແລຄວາມຕ້ອງການຂອງພວກເຂົາທຸກຢ່່າງ. ພຣະອົງຮັກສາພວກເຂົາແລະຊົງນຳພວກເຂົາດ້ວຍ.
- ໂມເຊເປັນຜູ້ລ້ຽງແກະຂອງຊາວອິດສະຣາເອນ ໃນຖານະທີ່ເປັນຜູ້ນຳທາງດ້ານຝ່າຍວິນຍານໃນການນະມັດສະການພຣະເຈົ້າຢາເວ ແລະເປັນຜູ້ນຳພວກເຂົາທາງດ້ານຮ່າງກາຍດ້ວຍ ໃນການເດິນທາງໄປຍັງແຜ່ນດິນການາອານ.
- ໃນພັນທະສັນຍາໃໝ່, ພຣະເຢຊູຊົງເອີ້ນພຣະອົງເອງວ່າເປັນ "ຜູ້ລ້ຽງທີ່ດີ." ອັກຄະສາວົກເວົ້າເຖິງພຣະອົງວ່າເປັນ "ເປັນຜູ້ລ້ຽງທີ່ຍິ່ງໃຫຍ່"ເໜືອຄຣິສຈຕະຈັກ.
- ໃນພັນທະສັນຍາໃໝ່, ຄຳວ່າ "ຜູ້ລ້ຽງແກະ" ຍັງໃຊ້ອ້າງເຖິງບຸກຄົນທີ່ເປັນຜູ້ນຳທາງດ້ານຝ່າຍຈິດວິນຍານຂອງເຫລົ່າຜູ້ເຊື່ອ. ຄຳວ່າ "ສິດຍາພິບານ" ມີຄວາມໝາຍເໝືອນກັບຄຳວ່າ "ຜູ້ລ້ຽງແກະ." ຜູ້ປົກຄອງແລະຜູ້ດູແລກໍເອີ້ນວ່າຜູ້ລ້ຽງເເກະເຊັ່ນກັນ.
ຄຳແນະນຳໃນການແປ
-
ເມື່ອໃຊ້ຕາມຕົວອັກສອນ, ການກະທຳ "ຜູ້ລ້ຽງແກະ" ສາມາດແປວ່າ "ດູຜູ້ລ້ຽງແກະ" ຫລື "ເຝົ້າຜູ້ລ້ຽງແກະ."
-
ບຸກຄົນ "ຜູ້ລ້ຽງແກະ" ສາມາດແປວ່າ, "ບຸກຄົນຜູ້ດູຝູງແກະ" ຫລື "ຜູ້ນຳຝູງແກະ" ຫລື "ຜູ້ໃຫ້ຄວາມດູແລຝູງແກະ. "
-
ເມື່ອໃຊ້ຄຳອູປະມາອຸປະໄມ, ວິທີແປທີ່ແຕກຕ່າງໄປໃນການແປຄຳນີ້ສາມາດລວມ, "ຜູ້ດູແລຝູງແກະຝ່າຍຈິດວິນຍານ"ຫລື ຜູ້ນຳຝ່າຍຈິດວິນຍານ" ຫລື " ຜູ້ທີ່ເໝືອນຜູ້ລ້ຽງຝູງແກະ" ຫລື "ຜູ້ດູແລປະຊາຊົນຂອງເຂົາເໝືອນຜູ້ລ້ຽງແກະດູແລຝູງແກະຂອງເຂົາ" ຫລື "ຜູ້ນຳປະຊາຊົນຂອງເຂົາເໝືອນຜູ້ລ້ຽງແກະນຳຝູງແກະຂອງເຂົາ" ຫລື "ຜູ້ດູແລຝູງແກະຂອງພຣະເຈົ້າ."
- ໃນບາງບໍລິບົດ "ຜູ້ລ້ຽງແກະ" ສາມາດແປວ່າ "ຜູ້ນຳ" ຫລື "ນຳ" ຫລື "ຜູ້ໃຫ້ການດູແລ."
- ຄຳກ່າວ, "ການລ້ຽງແກ...
ຜູ້ສືບທອດ
ຄຳວ່າ "ຜູ້ທອດ" ຄືການອ້າງອິງທົ່ວໄປເຖິງການສືບເຊື້ອສາຍຂອບປະຊາຊົນຫລືສັດ
- ຫລາຍເທື່ອໃນພຣະຄໍາພີນັ້ນ, ຄຳວ່າ "ຜູ້ສືບເຊື້ອສາຍ" ມີຄວາມໝາຍດຽວກັນກັບ "ລູກຫລານ" ຫລື "ຜູ້ສືບທອດ."
- ຄຳວ່າ "ເມັດພັນ" ບາງເທື່ອໃຊ້ໃນເຊີງອຸບປະມາອຸບປະໄມອ້າງເຖິງຜູ້ສືບທອດ.
ຜູ້ສົ່ງຂ່າວສານ
ຄຳວ່າ, ຜູ້ສົ່ງຂ່າວສານ ບົ່ງບອກເຖິງບາງຄົນທີ່ໄດ້ຮັບການມອບ ໝາຍໜ້າທີ່ໃຫ້ໄປສົ່ງຂ່າວ ເພື່ອໃຫ້ຄົນອື່ນຮູ້.
- ໃນສະໄໝບູຮານ, ຜູ້ສົ່ງຂ່າວສານ ແມ່ນຄົນທີ່ຖືກສົ່ງຈາກສະໜາມຮົບ ເຂົ້າໄປໃນເມືອງ ເພື່ອສົ່ງຂ່າວໃຫ້ຄົນທີ່ຢູ່ໃນເມືອງຮູ້ວ່າ ມີຫຍັງເກີດຂຶ້ນແດ່.
- ທູດສະຫວັນ ແມ່ນທູດພິເສດ ເປັນຜູ້ສົ່ງຂ່າວທີ່ພຣະເຈົ້າໃຊ້ອອກໄປ ເພື່ອບອກຂ່າວໃຫ້ມະນຸດຮູ້. ໃນບາງສະບັບແປຄຳວ່າ "ທູດສະຫວັນ" ເປັນຄຳວ່າ "ຜູ້ສົ່ງຂ່າວສານ."
- ໂຢຮັນ ບັບຕິສະໂຕ ຖືກເອິ້ນວ່າ ເປັນຄົນສົ່ງຂ່າວ ມາກ່ອນເພື່ອມາປະກາດການສະເດັດມາຂອງພຣະເມຊິອາ ແລະ ເພື່ອຕຽມຄົນຂອງພຣະອົງໃຫ້ພ້ອມໃນການຮັບໃຊ້.
- ພວກສາວົກຂອງພຣະເຢຊູເຈົ້າ ກໍເປັນຜູ້ສົ່ງຂ່າວສານ ຄື ອອກໄປປະກາດຂ່າວປະເສີດເລື່ອງແຜ່ນດິນຂອງພຣະເຈົ້າ ໃຫ້ແກ່ຄົນອື່ນໆ.
ຜູ້ສ້າງ
ໂດຍທົ່ວໄປແລ້ວ, ຄຳວ່າ "ຜູ້ສ້າງ" ຄືບາງຄົນ ທີ່ເປັນຜູ້ທີ່ນີຣະມິດ ຫລື ເຮັດໃຫ້ສິ່ງຕ່າງໆ ເກີດຂຶ້ນ .
- ໃນພຣະຄຳພີ, ຄຳວ່າ "ຜູ້ສ້າງ" ບາງເທື່ອ ກໍຖືກໃຊ້ເປັນຊື່ ຫລື ຕຳແໜ່ງຂອງພຣະເຈົ້າຢາເວ, ເພາະພຣະອົງເປັນພຣະເຈົ້າອົງຍິ່ງໃຫຍ່ທີ່ຊົງສ້າງທຸກໆ ສິ່ງ.
- ຕາມປົກກະຕິ ຄຳນິ້ມັກຖືກໃຊ້ຮ່ວມກັບຄຳວ່າ "ຂອງລາວ" ຫລື "ຂອງຂ້ອຍ" ຫລື "ຂອງທ່ານ."
ຄຳແນະໃນການແປ
- ຄຳວ່າ "ຜູ້ສ້າງ" ສາມາດແປໄດ້ອີກວ່າ "ພຣະຜູ້ຊົງສ້າງ" ຫລື "ພຣະເຈົ້າຜູ້ຊົງສ້າງ" ຫລື "ຜູ້ສ້າງສິ່ງສາລະພັດ."
- ປະໂຫຍກ "ຜູ້ສ້າງຂອງລາວ" ສາມາດແປໄດ້ອີກວ່າ "ຜູ້ໜິ່ງທີ່ໄດ້ນີຣະມິດສ້າງລາວ" ຫລື "ພຣະເຈົ້າຜູ້ຊົງນີຣະມິດສ້າງລາວ."
- ປະໂຫຍກ "ຜູ້ສ້າງຂອງທ່ານ" ຫລື "ຜູ້ສ້າງຂອງຂ້ອຍ" ສາມາດແປໃນທາງທີ່ຄ້າຍຄືກັນໄດ້.
ຜູ້ອາວຸໂສ
ຜູ້ອາວຸໂສແມ່ນຊາຍທີ່ມີຄຸນນະສົມບັດສູງຝ່າຍຈິດວິນຍານຊຶ່ງມາໜ້າທີ່ໃນການເປັນຜູ້ນໍາທາງຝ່າຍຈິດວິນຍານແລະໃນທາງປະຕິບັດໃນບັນດາ ໄພ່ພົນຂອງພຣະເຈົ້າ.
- ຄໍາວ່າ "ຜູ້ອາວຸໂສ" ມາຈາກຄວາມຈິງທີ່ວ່າຜູ້ອາວຸໂສແມ່ນຄົນທີ່ມີອາຍຸຫລາຍ ຍ້ອນວ່າອາຍຸແລະປະສົບການຂອງພວກເພິ່ນ ພວກເພິ່ນຈຶ່ງມີສະຕິປັນຍາຫລາຍ.
- ໃນພັນທະສັນຍາເດີມ ຜູ້ອາວຸໂສໄດ້ຊ່ອຍນໍາຊາວອິດສະຣາເອນໃນເຣື່ອງຄວາມຍຸດຕິທໍາໃນສັງຄົມແລະກົດໝາຍຂອງໂມເຊ.
- ໃນພັນທະສັນຍາໃໝ່ ຜູ້ອາວຸໂສຊາວຢິວຍັງຄົງເປັນຜູ້ນໍາໃນກຸ່ມຊົນຂອງຕົນແລະເປັນຜູ້ພິພາກສາຕັດສິນສໍາລັບປະຊາຊົນ.
- ໃນຄຣິສຕະຈັກສະໄໝເລີ້ມແລກ ຄຣິສຕຽນອາວຸໂສມີຄວາມເປັນຜູ້ນໍາທາງຈິດວິນຍານແກ່ກຸ່ມຜູ້ທີ່ເຊື່ອຕາມທ້ອງຖິ່ນ.
- ຜູ້ອາວຸໂສໃນຄຣິສຕະຈັກເຫລົ່ານີ້ ຮວມທັງຊາຍໜຸ່ມທີ່ມີຄຸນນະສົມບັດທາງຝ່າຍວິນຍານ.
- ຄໍານີ້ອາດຈະແປວ່າ "ຜູ້ສູງໄວ" ຫລື "ຜູ້ທີຄຸນນະສົມບັດສູງຝ່າຍຈິດວິນ ຍານ ເປັນຜູ້ນໍາໃນຄຣິສຕະຈັກ.
ຜູ້ຮັບໃຊ້, ທາດ, ຂ້າທາດ
ຄຳວ່າ“ ຜູ້ຮັບໃຊ້” ຍັງສາມາດໝາຍຄວາມວ່າ“ ຂ້າໃຊ້” ແລະໝາຍເຖິງບຸກຄົນຜູ້ທີ່ເຮັດວຽກເພື່ອຄົນອື່ນ, ໂດຍທາງເລືອກຫລືດ້ວຍກຳລັງ. ຂໍ້ພຣະຄຳພີ ອ້ອມຂ້າງໂດຍປົກກະຕິແລ້ວເຮັດໃຫ້ຈະແຈ້ງວ່າຜູ້ຮັບໃຊ້ຫລືຂ້າໃຊ້ຈະຖືກກ່າວເຖິງ.
- ໃນສະໄໝທີ່ຂຽນຄຳພີ, ຜູ້ຮັບໃຊ້ແລະຂ້າໃຊ້ມີຄວາມແຕກຕ່າງໜ້ອຍ ກວ່າທຸກມື້ນີ້. ທັງຜູ້ຮັບໃຊ້ແລະຂ້າໃຊ້ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງຄົວເຮືອນນາຍຂອງພວກເຂົາແລະຫຼາຍຄົນກໍ່ໄດ້ຮັບການປະຕິບັດຄືກັນກັບສະມາຊິກໃນຄອບຄົວ. ບາງຄັ້ງຜູ້ຮັບໃຊ້ຈະເລືອກທີ່ຈະເປັນຂ້າໃຊ້ຕະຫຼອດຊີວິດຕໍ່ນາຍຂອງລາວ.
- ຂ້າໃຊ້ເປັນຄົນຮັບໃຊ້ຄົນໜຶ່ງເຊິ່ງເປັນຊັບສົມບັດຂອງຄົນທີ່ລາວເຮັດເພື່ອ. ບຸກຄົນທີ່ຊື້ຂ້າໃຊ້ເອີ້ນວ່າ "ເຈົ້າຂອງ" ຫລື "ນາຍ." ແມ່ບົດບາງຄົນປະຕິບັດຕໍ່ຂ້າໃຊ້ຂອງຕົນຢ່າງໂຫດຮ້າຍ, ໃນຂະນະທີ່ນາຍອື່ນໆປະຕິບັດຕໍ່ຂ້າໃຊ້ຂອງພວກເຂົາໄດ້ດີ, ຄືກັນກັບຜູ້ຮັບໃຊ້ທີ່ເປັນສະມາຊິກທີ່ມີຄຸນຄ່າຂອງຄົວເຮືອນ.
- ໃນສະ ໄໝ ບູຮານ, ບາງຄົນເຕັມໃຈເປັນທາດຂອງບຸກຄົນທີ່ພວກເຂົາເປັນ ໜີ້ ເພື່ອທີ່ຈະ ຊຳ ລະ ໜີ້ ໃຫ້ຄົນນັ້ນ.
- ໃນສະໄໝບູຮານ, ບາງຄົນເຕັມໃຈເປັນທາດຂອງບຸກຄົນທີ່ພວກເຂົາເປັນໜີ້ເພື່ອທີ່ຈະຊຳລະໜີ້ໃຫ້ຄົນນັ້ນ.
- ໃນຄຳພີໄບເບິນ, ປະໂຫຍກທີ່ວ່າ "ຂ້ອຍເປັນຜູ້ຮັບໃຊ້ຂອງເຈົ້າ" ຖືກນຳ ໃຊ້ເປັນສັນຍາລັກຂອງຄວາມເຄົາລົບແລະການຮັບໃຊ້ຕໍ່ບຸກຄົນທີ່ມີຕຳ ແໜ່ງສູງ, ເຊັ່ນກະສັດ. ມັນບໍ່ໄດ້ໝາຍຄວາມວ່າຄົນທີ່ເວົ້າເປັນຜູ້ຮັບໃຊ້ທີ່ແທ້ຈິງ.
- ໃນສະໄໝພຣະຄຳພີເດີມ, ຜູ້ທຳນວຍຂອງພຣະເຈົ້າແລະຄົນອື່ນໆທີ່ນະມັດສະການພຣະເຈົ້າມັກຖືກກ່າວເຖິງວ່າເປັນ"ຜູ້ຮັບໃຊ້"ຂອງພຣະເຈົ້າ.
- ໃນພຣະຄຳພີໃໝ່, ຄົນທີ່ເຊື່ອຟັງພຣະເຈົ້າຜ່ານທາງຄວາມສັດຊຶ່ໃນພຣະເຢຊູຄຣິດ ມັກຖືກເອີ້ນວ່າ"ຜູ້ຮັບໃຊ້ຂອງພຣະອົງ."
- ຊາວຄຣິດສະຕຽນຍັງຖືກເອີ້ນວ່າ "ຂ້າໃຊ້ຄວາມຊອບທຳ," ເຊິ່ງເປັນການປຽບທຽບເຖີງຄວາມຜູກພັນໃນການເຊື່ອຟັງພຣະເຈົ້າກັບຄວາມຜູກພັນຂອງຂ້າທາດໃນການເຊື່ອຟັງນາຍຂອງຕົນ. (ເບິ່ງເພີມເຕີມ: [Metaphor] (https://git.door43.org/Door43/en-ta-translate-vol1/src/master/content/figs_metaphor.md))
ຜູ້ຮັບໃຊ້, ວຽກງານຮັບໃຊ້
ໃນພຣະຄຳພີ, ຄຳວ່າ, "ຜູ້ຮັບໃຊ້" ແລະ "ວຽກງານຮັບໃຊ້" ເປັນການບົ່ງບອກເຖິງ ການຮັບໃຊ້ຄົນອື່ນ ໂດຍການສອນພຣະຄຳຂອງພຣະເຈົ້າ ແລະ ການລ້ຽງດູຝ່າຍວິນຍານຂອງພວກເຂົາ. ຄຳວ່າ "ຜູ້ຮັບໃຊ້" ສາມາດໃຊ້ກ່າວເຖິງຄົນທີ່ຮັບໃຊ້ຄົນອື່ນໃນແບບດຽວກັນນີ້.
- ໃນພຣະຄຳພີເດີມ, ປະໂຣຫິດຈະ "ບົວລະບັດຮັບໃຊ້" ພຣະເຈົ້າໃນພຣະວິຫານ ໂດຍການຖວາຍເຄື່ອງເຜົາບູຊາແດ່ພຣະອົງ.
- "ວຽກງານຮັບໃຊ້" ຂອງປະໂຣຫິດ ຍັງລວມທັງການເບິ່ງແຍງພຣະວິຫານ ແລະ ເປັນໂຕແທນຂອງປະຊາຊົນໃນການອະທິຖານຕໍ່ພຣະເຈົ້າ.
- ໃນພຣະຄຳພີໃໝ່, ຄຳວ່າ "ຜູ້ຮັບໃຊ້" ໃນຂ່າວປະເສີດ ແມ່ນໝາຍເຖິງ ບາງຄົນທີ່ໄດ້ສັ່ງສອນຖ້ອຍຄຳໃຫ້ປະຊາຊົນໄດ້ຮັບຄວາມພົ້ນ ໂດຍຄວາມເຊື່ອໃນພຣະເຢຊູເຈົ້າ. ບາງເທື່ອ ກໍເອິ້ນຜູ້ຮັບໃຊ້ວ່າ "ຄົນຮັບໃຊ້."
- ໃນວຽກງານບົວລະບັດຮັບໃຊ້ປະຊາຊົນນັ້ນ ຍັງລວມທັງການລ້ຽງດູຝ່າຍຈິດວິນຍານ ໂດຍສອນພວກເຂົາເຖິງເລື່ອງຂອງພຣະເຈົ້າ.
- ມັນຍັງສາມາດບົ່ງບອກເຖິງການຮັບໃຊ້ປະຊາຊົນໃນທາງດ້ານຮ່າງກາຍອີກ, ເຊັ່ນ ການເບິ່ງແຍງຄົນເຈັບປ່ວຍ ແລະ ການເອົາອາຫານໃຫ້ຄົນທຸກຍາກ.
ຄຳແນະນຳໃນການແປ
- ໃນເນື້ອໃນກ່ຽວກັບການຮັບໃຊ້ປະຊາຊົນ, "ການຮັບໃຊ້" ສາມາດແປໄດ້ວ່າ "ຮັບໃຊ້" ຫລື "ເບິ່ງແຍງ" ຫລື "ຕອບສະໜອງຄວາມຈຳເປັນຂອງ."
- ເມື່ອໃຊ້ກ່າວອ້າງເຖິງການຮັບໃຊ້ໃນພຣະວິຫານ, ຄຳວ່າ "ຜູ້ຮັບໃຊ້" ສາມາດແປໄດ້ວ່າ "ຮັບໃຊ້ພຣະເຈົ້າໃນພຣະວິຫານ" ຫລື "ຖວາຍເຄື່ອງເຜົາບູຊາແດ່ພຣະເຈົ້າ ເພື່ອປະຊາຊົນ."
- ໃນເນື້ອໃນຂອງເລື່ອງທີ່ກ່ຽວຂ້ອງກັບການຮັບໃຊ້ພຣະເຈົ້າ, ນີ້ຍັງສາມາດແປໄດ້ອີກວ່າ "ຮັບໃຊ້" ຫລື "ການເຮັດວຽກເພື່ອພຣະເຈົ້າ."
- ປະໂຫຍກວ່າ "ບົວລະບັດ" ສາມາດແປໄດ້ອີກວ່າ "ເບິ່ງແຍງສຳລັບ" ຫລື "ຈັດຕຽມສຳລັບ" ຫລື "ໄດ້ຊ່ວຍ."
ຜູ້ເຊື່ອຖື
ໃນ ພຣະຄຳພີ , ຄຳວ່າ "ຜູ້ທີ່ເຊື່ອ" ໝາຍເຖິງຄົນທີ່ເຊື່ອແລະເພິ່ງອາໄສພຣະເຢຊູຄຣິດເປັນຜູ້ຊ່ອຍໃຫ້ລອດ.
- ຄຳວ່າ "ຜູ້ທີ່ເຊື່ອ" ມີຄວາມໝາຍແທ້ຈິງວ່າ "ຜູ້ເຊື່ອ."
- ຄຳວ່າ "ຄຣິດສະຕຽນ" ໃນທີ່ສຸດໄດ້ກາຍມາເປັນຕຳແໜ່ງຫຼັກສຳລັບຜູ້ທີ່ເຊື່ອເພາະມັນສະແດງວ່າພວກເຂົາເຊື່ອໃນພຣະຄຣິດແລະເຊື່ອຟັງຄຳສອນຂອງພຣະອົງ.
ຄຳແນະນຳໃນການແປ
- ການແປບາງສະບັບອາດຈະເວົ້າວ່າ "ເຊື່ອໃນພຣະເຢຊູ" ຫລື "ເຊື່ອໃນພຣະຄຣິດ."
- ຄຳສັບນີ້ຍັງສາມາດແປໂດຍ ຄຳສັບຫລືປະໂຫຍກທີ່ມີຄວາມ ໝາຍວ່າ, "ຄົນທີ່ວາງໃຈໃນພຣະເຢຊູ" ຫລື "ຄົນທີ່ຮູ້ຈັກພຣະເຢຊູແລະມີຊີວິດເພື່ອລາວ."
- ອີກວິທີໜຶ່ງທີ່ຈະແປວ່າ "ຜູ້ທີ່ເຊື່ອ" ອາດຈະແມ່ນ "ຜູ້ຕິດຕາມພຣະເຢຊູ" ຫລື "ຜູ້ທີ່ຮູ້ຈັກແລະເຊື່ອຟັງພຣະເຢຊູ."
- ຄຳວ່າ "ຜູ້ທີ່ເຊື່ອ" ແມ່ນຄຳສັບທົ່ວໄປສຳລັບຜູ້ທີ່ເຊື່ອໃນພຣະຄຣິດ, ໃນຂະນະທີ່ "ສາວົກ" ແລະ "ອັກຄະສາວົກ" ໄດ້ຖືກນຳ ໃຊ້ສະເພາະສຳລັບຄົນທີ່ຮູ້ຈັກພຣະເຢຊູໃນຂະນະທີ່ລາວຍັງມີຊີວິດຢູ່. ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປຄຳສັບເຫຼົ່ານີ້ດ້ວຍວິທີທີ່ແຕກ ຕ່າງກັນ, ເພື່ອໃຫ້ມັນມີຄວາມແຕກຕ່າງ.
ຜູ້ເຮັດຄວາມຊົ່ວ
ຄໍາວ່າ "ຜູ້ເຮັດຄວາມຊົ່ວ" ໂດຍທົ່ວໄປແລ້ວແມ່ນເວົ້າເຖິງຄົນທີ່ເຮັດບາບແລະສິ່ງຊົ່ວຮ້າຍ.
- ຄໍານີ້ສາມາດເປັນຄໍາທົ່ວໄປສໍາລັບຄົນທີ່ບໍ່ເຊື່ອຟັງພຣະເຈົ້າ
- ຄໍານີ້ສາມາດແປໂດຍໃຊ້ຄໍາວ່າ "ຊົ່ວ" ຫລື "ຊົ່ວຮ້າຍ" ກັບຄໍາວ່າ "ການກະທໍາ" ຫລື "ການເປັນເຫດ" ບາງສິ່ງບາງຢ່າງ.
ຜູ້ໄກ່ເກ່ຍ, ຜູ້ເປັນຄົນກາງ
ຜູ້ໄກ່ເກ່ຍ ແມ່ນຜູ້ທີ່ຊ່ວຍເຮັດໃຫ້ປະຊາຊົນສອງຝ່າຍຫລືຫລາຍກວ່າ ສາມາດແກ້ໄຂສິ່ງທີ່ຕົກລົງກັນບໍ່ໄດ້ ຫລືບັນຫາທີ່ຂັດແຍ່ງກັນ. ລາວຈະຊ່ວຍໃຫ້ພວກເຂົາເຈົ້າກັບມາຄືນດີກັນ.
- ຍ້ອນປະຊາຊົນເຮັດຜິດບາບ, ພວກເຂົາເປັນສັດຕູກັບພຣະເຈົ້າ ແລະພວກເຂົາກໍສົມຄວນກັບພຣະພິໂຣດແລະການລົງໂທດ ເພາະຄວາມຜິດບາບຂອງພວກເຂົາ, ຄວາມສຳພັນລະຫວ່າງພຣະເຈົ້າກັບປະຊາຊົນຂອງພຣະອົງ ໄດ້ຖືກແຕກຫັກຈົນໝົດສິ້ນ.
- ພຣະເຢຊູເຈົ້າ ເປັນຄົນກາງລະຫວ່າງພຣະເຈົ້າພຣະບິດາ ກັບປະຊາຊົນຂອງພຣະອົງ, ຊົງເຮັດໃຫ້ຄວາມສຳພັນທີ່ຖືກທຳລາຍໄປແລ້ວ ກັບມາຄືນດີໃໝ່ ໂດຍຄວາມຕາຍຂອງພຣະອົງ ເປັນຄ່າໄຖ່ແທນຄວາມບາບຂອງພວກເຂົາ.
ຄຳແນະນຳໃນການແປ
- ມີຫລາຍວິທີທີ່ຈະແປຄຳວ່າ "ຜູ້ໄກ່ເກ່ຍ, ຜູ້ເປັນຄົນກາງ" ເຊິ່ງສາມາດແປໄດ້ອີກວ່າ "ຄົນທີ່ຢູ່ລະຫວ່າງບຸກຄົນ" ຫລື "ຜູ້ທີ່ເຮັດໃຫ້ຄືນດີກັນ" ຫລື "ຄົນທີ່ນຳເອົາສັນຕິສຸກມາ."
- ປຽບທຽບຄຳນີ້ກັບຄຳວ່າ "ປະໂຣຫິດ" ເມື່ອແປຄວາມໝາຍ. ມັນເປັນການດີທີ່ສຸດ ທີ່ຄຳວ່າ "ຜູ້ໄກ່ເກ່ຍ, ຜູ້ເປັນຄົນກາງ" ແມ່ນແປຄວາມໝາຍແຕກຕ່າງກັນ.
ຜູ້ໄຮ້ດຽງສາ, ຜູ້ບໍຣຶສູດ
ຄຳວ່າ "ຜູ້ໄຮ້ດຽງສາ" ໝາຍເຖຶງບໍ່ມີຄວາມຜຶດໃນອາດຊະຍາກຳຫຼືການກະທຳຜຶດອື່ນໆ ຄຳນີ້ຍິງອາດອ້າງເຖຶງຄົນທີ່ບໍ່ໄດ້ມີສວນໃນການກະທຳສຶ່ງຊັ່ວ
- ຄົນທີ່ຖືກກ່າວຫາວ່າທຳບ່າງຢ່າງຜຶດທີ່ບໍ່ມີຄວາມຜຶດທີ່ລາວບໍ່ໄດ້ທຳຜຶດນັ້ນ
- ບາງຄັ້ງ "ຜູ້ໄຮ້ດຽງສາ" ຖືກໃຊ້ເພື່ອອ້າງເຖຶງຄົນທີ່ບໍ່ໄດ້ທຳສຶ່ງໃດຜຶດທີ່ເຊ່ນການທີ່ຈະຕ້ອງຖືກປະຕຶບັດທີ່ຊັ່ວຮ້າຍທີ່ພວກທີ່ພວກເຂົາໄດ້ຮັບຢູ່ເຊ່ນກອງທັບສັດຕູໂຈມຕີ "ຜູ້ບໍຣຶສຸດ"
ຄຳແນະນຳໃນການແປ
- ໃນບໍຣຶບົດສວນໃຫຽ່ຄຳວ່າ "ຜູ້ໄຮ້ດຽວສາ" ສາມາດແປໄດ້ວ່າ "ไບໍ່ມີຄວາມຜຶດ" ຫຼື "ບໍ່ຕ້ອງຮັບຜຶດຊອບ" ຫຼື "ບໍ່ຄວນຖືກຕຳນຶ" ສຳຫລັບບາງຢ່າງ
- ເມື່ອອ້າງເຖຶງຄົນທີ່ປະສະຈາກຄວາມຜຶດໂດຍທັ່ວໄປ ຄຳນີ້ສາມາດແປໄດ້ວ່າ "ຜູ້ທີ່ບໍ່ໄດ້ທຳຫຍັງຜຶດ" ຫຼື "ຜູ້ທີ່ບໍ່ໄດ້ມີສວນຮວມໃນຄວາມຊັ່ວ"
- ຄຳເວົ້າທີ່ປະກົດຫລາຍໆຄັ້ງ "ເລືອດຂອງຜູ້ບໍຣຶສຸດ" ສາມາດແປໄດ້ວ່າ "ຄົນທີ່ບໍ່ໄດ້ເຮັດຫຍັງຜຶດທີ່ສົມຄວນຈະຖືກຂ່າ"
- ຄຳເວົ້າ "ທຳໃຫ້ເລືອດບໍຣຶສຸດຫລັ່ງອອກ" ອາດຈະຖືກແປວ່າ "ຂ່າຜູ້ບໍຣຶສຸດ" ຫຼື "ຂ່າຄົນທີ່ບໍ່ໄດ້ເຮັດຫຍັງຜຶດຖືກຂ່າ"
- ໃນບໍຣຶບົດທີ່ຄົນໜື່ງກຳລັງຖືກຂ່າ "ບໍຣຶສຸດໃນເລື່ອງຄວາມຕາຍ" ສາມາດແປໄດ້ວ່າ "ບໍ່ໄດ້ມີຄວາມຜຶດໃນການຕາຍຂອງ"
- ເມື່ອເວົ້າຖືງຄົນທີ່ບໍ່ຍ້ອມຮັບຂ່າວປະເສຶດຂອງພຣະເຢຊູເຈົ້າ ແຕ່ບໍ່ຍອມຮັບນັ້ນ "ບໍຣຶສຸດໃນເລືອງການຕາຍຂອງ" ສາມາດແປໄດ້ວ່າ"ບໍ່ຮັບຜຶດຊອບບໍ່ວ່າພວກເຂົາຈະຕາຍໃນຝ່າຍວຶນຍານຕໍ່ໄປຫຼືບໍ" ຫຼື "ບໍ່ຮັບຜຶດຊອບບໍ່ວ່າພວກເຂົາຈະຮັບຂ່າວນີ້ຫຼືບໍ"
- ເມື່ອຢູດາໄດ້ເວົ້າວ່າ "ຂ້າພຣະເຈົ້າໄດ້ເຮັດໃຫ້ເລືອດຂອງຜູ້ບໍ່ມີຄວາມຜຶດເຖຶງແກ່ຄວາມຕາຍ" ລາວກຳລັງເວົ້າວ່າ "ຂ້າພຣະເຈົ້້າໄດ້ເຮັດຕໍ່ຜູ້ທີ່ບໍ່ມີຄວາມຜຶດຫຍັງ" ຫຼື "ຂ້າພຣະເຈົ້າໄດ້ເປັນສາຍເຫດແຫ່ງການຕາຍຂອງຄົນທີ່ບໍ່ມີບາບ"
- ເມື່ອປີລາດໄດ້ເວົ້າກຽວກັບພຣະເຢຊູວ່າ "ເຮົາບໍຣຶສຸດໃນໂລຫຶດຂອງຜູ້ບໍຣຶສຸດນີ້" ປະໂຍດນີ້ແປວ່າ "ເຮົາບໍ່ຮັບຜຶດຊອບຕໍ່ການປະຫານຜູ້ຊາຍຄົນນີ້ທີ່ບໍ່ໄດ້ເຮັດຫຍັງຜຶດເຖຶງແກ່ຄວາມຕາຍ"
ຜູ້ດູແລ (ຜູ້ບົວຣະບັດ)
ຜູ້ດູແລຄືບຸກຄົນທີ່ຮັບໃຊ້ໃນຄຮິສຕະຈັກທ້ອງຖີ່ນ ຊ່ວຍເຫລືອບັນດາພີ່ນ້ອງຜູ້ທີ່ມີຄວາມເຊື່ອໃນຄວາມຕ້ອງການທີ່ຈຳເປັນເຊັ່ນອາຫານຫລືເງີນ
- ຄຳວ່າ(ຜູ້ດູແລ) ຫລືຜູ້ບົວຣະບັດ ມາຈາກພາສາກຣີກ ( ຜູ້ຮັບໃຊ້) ຫລື(ຜູ້ຮັບໃຊ້ພຣະເຈົ້າ)
- ຕັ້ງແຕ່ຕອນເລີ້ມຕົ້ນຂອງຄຣິສຕຽນ ການເປັນຜູ້ດູແລໄດ້ຮັບບົດບາດແລະພັນທະກິດທີ່ຊັດເຈນໃນອົງກອນຄຣິສຕະຈັກ.
- ຕົວຢ່າງເຊັ່ນໃນພັນທະສັນຍາໃໝ່ ບັນດາຜູ້ດູແລຈະຕ້ອງສ້າງຄວາມໝັ້ນໃຈວ່າ ບໍ່ແມ່ນຈະເປັນເງີນຫລືອາຫານທີ່ຜູ້ທີ່ເຊື່ອໄດ້ຖວາຍໃຫ້ຈະຕ້ອງແບ່ງປັນແມ່ມ້າຍທ່າມກາງພວກເຂົາຢ່າງຍຸຕິທັມ.
- ຄຳວ່າ ( ຜູ້ດູແລ) ອາຈແປເປັນ ( ຜູ້ຮັບໃຊ້ຂອງຄຣິສຕະຈັກ) ຫລືບົດຄວາມອື່ນໆ ທີ່ສແດງໃຫ້ເຫັນວ່າບຸກຄົນນັ້ນໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການເພື່ອທຳງານສະເພາະທີ່ເປັນປະໂຍດຕໍ່ພີ່ນ້ອງຄຣິສຕຽນໃນທ້ອງຖິ່ນນັ້ນໆ.
ຜົນງານ, ການກະທຳ,ເຮັດການ, ການກະທຳ
ໃນພຣະຄຳພີໄດ້ກ່າວວ່າ "ຜົນງານ " ການກະທຳ "ແລະ "ການກະທຳ" ຈະໃຊ້ເພື່ອໝາຍເຖິງສິ່ງຕ່າງໆ ທີ່ພຣະເຈົ້າຫລືມະນຸດເຮັດເອງ "
- ຄຳວ່າ "ເຮັດການ " ໝາຍເຖິງການເຮັດການຫລືເຮັດຢ່າງໃດກໍຕາມທີ່ເຮັດເພື່ອຄົນອື່ນ
- " ຜົນງານ "ຂອງພຣະເຈົ້າ ແລະ" ຜົນງານຈາກພຣະຫັດຂອງພຣະອົງ" ເປັນຄວາມໝາຍທີ່ກ່າວເຖິງທຸກສິ່ງທີ່ພຣະອົງຊົງກະທຳຫລືໄດ້ຊົງກະທຳຮວມເຖິງການຊົງສ້າງໂລກ ຊ່ວຍຄົນບາບໃຫ້ລອດພົ້ນຈາກຄວາມຜິດແລະເບິ່ງແຍງເອົາໃຈໃສ່ຕໍ່ຄວາມຕ້ອງການຂອງສິ່ງທີ່ຊົງສ້າງທັງໝົດແລະຮັກສາຈັກກະວານທັງໝົດໃຫ້ຢູ່ໃນທີ່ ຄຳວ່າ "ການກະທຳ "ແລະ " ການກະທຳ " ຍັງໃຊ້ເພື່ອອ້າງອີງເຖິງການອັດສະຈັນຂອງພຣະເຈົ້າໃນການນິລະມິດສ້າງເຊັ່ນ" ການນິລະມິດສ້າງທີ່ຍິ່ງໃຫຍ່ " ຫລື " ການນິລະມິດສ້າງທີ່ໜ້າອັດສະຈັກ "
- ຜົນງານຫລືການກະທພທີ່ບຸດຄົນທຳສາມາດເປັນໄປໄດ້ທັງດີແລະບໍ່ດີ
- ພຣະວິນຍານບໍຣິສຸດໃຫ້ສິດອຳນາດຜູ້ທີ່ເຊື່ອໃນການກະທຳດີຊື່ງເອີ້ນຍ່າງວ່າ " ຜົນທີ່ດີ "
- ຄົນທັງຫລາຍບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍການກະທຳດີຂອງພວກເຂົາຍ່າງດຽວແຕ່ພວກເຂົາລອດດ້ວຍຄວາມສັດທາໃນພຣະເຢຊູຄຣິດ
- " ງານ " ຂອງບຸກຄົນໜຶ່ງສາມາດເປັນສິ່ງທີ່ພວກເຂົາຫາລ້ຽງຊີວິດຫລືເພື່ອຮັບໃຊ້ພຣະເຈົ້າພຣະຄຳພີຍັງກ່າວເຖິງພຣະເຈົ້າວ່າ"ຊົງສ່າງ "
ຄຳແນະນຳໃນການແປ
- ການແປ " ຜົນງານ " ຫລື "ການກະທຳ "ອື່ນໆ " ອາດຈະເປັນ " ການກະທຳ" ຫລື" ສິ່ງຕ່າງໆທີ່ເຮັດແລ້ວ "
- "ເມື່ອເວົ້າເຖິງ " ຜົນງານ " ຫລື " ການຊົງສ້າງ " ຂອງພຣະເຈົ້າແລະ " ການຊົງສ້າງດ້ວຍພຣະຫັດຂອງພຣະອົງ " ຄຳເວົ້າເຫລົ່ານີ້ອາດຈະແປວ່າ " ການອັດສະຈັນ " ຫລື "ການຊົງສ້າງອັນຍິ່ງໃຫຍ່ " ຫລື " ສິ່ງມະຫັດສະຈັນທີ່ພຣະອົງຊົງກະສ້າງ "
- ຖ້ອຍຄຳທີ່ວ່າ " ຊົງສ້າງຂອງພຣະເຈົ້າ " ໝາຍຄວາມວ່າ "ສິ່ງທີ່ພຣະເຈົ້າຊົງກຳລັງສ້າງຢູ່ນັ້ນ " ຫລື " ສິ່ງມະຫັດສະຈັນທີ່ພຣະເຈົ້າຊົງກະທຳ" ຫລື " ສິ່ງໜ້າອັດສະຈັນທີ່ພຣະເຈົ້າຊົງສ້າງ " ຫລື " ທຸກສິ່ງທີ່ພຣະເຈົ້າຊົງສ້າງ "
- ຄຳວ່າ " ງານ " ສາມາດເປັນພຽງຄຳດຽວໃນ " ຜົນງານ "ເຊັ່ນດຽວກັນ "ງານດີທຸກຢ່າງ " ຫລື " ຜົນງານດີທຸກຢ່າງ "
- ຄຳວ່າ " ງານ " ອາດຈະມີຄວາມໝາຍກວ້າງອອກໄປຂອງ"ບໍລິການ " ຫລື"ພັນທະກິດ "ຕົວຢ່າງເຊັ່ນຄຳວ່າ " ການງານຂອງທ່ານໃນອົງພຣະຜູ້ເປັນເຈົ້າ " ສາມາດແປໄດ້ວ່າ " ສິ່ງທີ່ທ່ານທຳເພື່ອອົງພຣະຜູ້ເປັນເຈົ້າ "
- ຄຳທີ່ວ່າ " ກວດສອບວຽກງານຂອງທ່ານເອງ " ມີຄວາມໝາຍທີ່ແປໄດ້ວ່າ " ໃຫ້ແນ່ໃຈວ່າທ່ານກຳລັງເຮັດຫຍັງຢູ່ຄືຖືກພຣະປະສົງຂອງພຣະເຈົ້າ " ຫລື " ເຮັດໃຫ້ແນ່ໃຈວ່າທ່ານກຳລັງເຮັດຫຍັງຢູ່ ເປັນທີ່ພໍພຣະໄທຂອງພຣະເຈົ້າ "
- ຄຳທີ່ກ່າວວ່າ "ການທຳງານຂອງພຣະວິນຍານບໍຣິສຸດ "ໝາຍຄວາມວ່າ "ການມີຣິດອຳຂອງພຣະວິນຍານບໍສຸກ " ຫລື " ພັນທະກິດຂອງພຣະວິນຍານບໍຣິສຸດ " ຫລື " ສິ່ງທີ່ພຣະວິນຍານບໍຣິສຸດຊົງນຳພາ "
ຜຼ້ບໍ່ຊືື່, ບໍ່ເຊື່ອ
ຄຳວ່າ" ບໍ່ເຊື່ອ" ໜາຍເຖີ່ງການບໍ່ເຊືີ່ອກສີ່ງໃດຫຼືບຸກຄົນໃດ
- ໃນພຣະຄຳພິ່" ບໍ່ເຊື່ອ" ອ້າງເຖີ່ງການບໍ່ເຊື່ອຫຼືບໍ່ວ່າງໃຈໃນພຣະເຢຊູ ພຣະອົງເປັນພຣະຊ່ວຍໃຫ້ລອດຂອງູຄົນນັ້ນ
- ບຸກຄົນທິ່ບໍ່ເຊຶີ່ອໃນພຣະເຢຊຸຮ້ອງວ່າ" ຜູ້ບໍ່ເຊື່ຶອ"
ຄຳເເນະນຳໃນການເເປ
- ອີກວິທີ່ໜຶ່ງໃນການເເປ "ບໍ່ເຊື່ຶອ "ອາດຈະລວມເຖີ່ງການ "ຂາດຄວາມເຊື່ອ " ຫຼື " ບໍ່ເຊື່ຶອພັງ "
- ຄຳວ່າ " ບໍ່ເຊຶ່ອພັງ " ສາມາດເເປວ່າ " ບຼກຄົນທີ່ບໍ່ເຊຶ່ອໃນພຣະເຢຊູຄຣີດ " ຫຼື " ບາງຄົນເຊີ່ງບໍ່ເຊຶ່ອໃນພຣະເຢຊູຄຣີດວ່າເປັນພຣະຜູ້່ຊ່ວຍໃຫ້ລອດ
ຜ້າກະສອບ
ຜ້າກະສອບເປັນຜ້າທີຫຍາບ ເປັນຜ້າຊະນິດທີ່ທຳໃຫ້ລະຄາຍເຄືອງທີ່ທຳມາຈາກຂົນແກະຫລືຂົນອູດ *ເສື້ອຜ້າທີທຳມາຈາກຜ້າກະສອບຈະເຮັດໃຫ້ຕົນທີ່ໃສ່ຮູ້ສຶກບໍສະດວກສະບາຍ ເປັນການໃສ່ເພື່ອເປັນການສະແດງເຖິງຄວາມໂສກເສົ້າເສຍໃຈຫລືການຖອມຕົວເສຍໃຈໃນຄວາມຜິດບາບ
ຄຳແນະນຳໃນການແປ
ຄຳນີ້ສາມາດແປວ່າ”ຜ້າກະສອບມາຈາກຂົນສັດ”ຫລື”ຜ້າທີ່ທຳມາຈາກຂົນແກະ”ຫລື”ຜ້າທີມີຄວາມຫຍາບລະຄາຍເຄືອງ” ວິທີອື່ນທີ່ຈະແປຄຳນີ້ສາມາດແປລວມກັບ”ຜ້າທີຫຍາບລະຄາຍເຄື່ອງ” *ວະລີ”ນັ່ງໃນຜ້າກະສອບແລະຂີ້ເຖົ່າ”ສາມາດແປວ່າ”ເປັນການສະແດງຄວາມໂສກເສົ້າແລະຄວາມຖອມໃຈໂດຍການນຸ່ງຫົ່ມຜ້າກະສອບແລະນັ່ງເທີງຂີ້ເຖົ່າ”
ຜ້າຄຸມ
ຄຳວ່າ "ຜ້າຄຸມ" ໝາຍເຖິງຜ້າບາງໆ ທີ່ໃຊ້ຄຸມຫົວ ຫລືອັດໜ້າເພື່ອປົກປິດຫົວະຫລືໃບໜ້າເພື່ອບໍ່ໃຫ້ເບິ່ງເຫັນ. * ໂມເຊຄຸມໜ້າຂອງທ່ານດ້ວຍຜ້າຄຸມຫລັງຈາກທີ່ໄດ້ຢູ່ຕໍ່ພຣະພັກພຣະຢາເວ, ດັ່ງນັ້ນຄວາມສະຫວ່າງຂອງໃບໜ້າຂອງທ່ານຈະຖືກຊ່ອນໄວ້ຈາກປະຊາຊົນ. * ໃນພຣະຄຳພີ, ຜູ້ຍິງໄດ້ສວມຜ້າຄຸມເພື່ອປົກປິດຫົວຂອງພວກນາງ ແລະຫລາຍເທື່ອໃບໜ້າຂອງພວກນາງດ້ວຍເຊັ່ນກັນ, ເມື່ອພວກນາງຢູ່ໃນທີ່ສາທາລະນະຫລືໃນບ່ອນທີ່ມີພວກຜູ້ຊາຍ. * ຄຳກິລິຍາ "ຄຸມໜ້າ" ໝາຍເຖິງການປົກຄຸມບາງສິ່ງບາງຢ່າງດ້ວຍຜ້າຄຸມ. * ໃນພຣະຄຳພີພາສາອັງກິດບາງສະບັບ, ຄຳວ່າ "ຜ້າຄຸມ" ໄດ້ໃຊ້ອ້າງເຖິງຜ້າກັ້ງໜາທີ່ ປົກຄຸມບໍລິເວນທາງເຂົ້າໄປໃນບ່ອນສັກສິດທີ່ສຸດ. ແຕ່ "ຜ້າກັ້ງ" ເປັນຄຳທີ່ຖືກຕ້ອງຫລາຍກວ່າໃນບໍລິບົດນັ້ນ, ເນື່ອງຈາກໝາຍເຖິງຜ້າໜັກໆ, ໜາໆ. # ຄຳແນະນຳໃນການແປ * ຄຳວ່າ "ຜ້າຄຸມ" ອາດຖືກແປເປັນ "ຜ້າຄຸມບາງ," ຫລື "ຜ້າຄຸມ," ຫລື "ຄຸມຫົວ." * ໃນບາງວັດທະນະທຳ, ອາດເປັນຄຳສຳລັບຜ້າຄຸມໜ້າສຳລັບຜູ້ຍິງຢູ່ແລ້ວ. ອາດຈຳເປັນຕ້ອງຄົ້ນຫາຄຳອື່ນເມື່ອໃຊ້ກັບໂມເຊ.
ຜ້າປົກໜ້າເອິກ, ເຄື່ອງປ້ອງກັນໜ້າເອິກ
ຄຳວ່າ“ ຜ້າປົກໜ້າເອິກ” ໝາຍເຖິງຊິ້ນສ່ວນປະຈຳຕະກູນທີ່ປົກຄຸມດ້ານໜ້າຂອງໜ້າເອິກເພື່ອປົກປ້ອງທະຫານໃນລະຫວ່າງການສູ້ຮົບ. ຄຳວ່າ“ ເຄື່ອງປ້ອງກິນໜ້າເອິກ” ໝາຍເຖິງສິ້ນເຄື່ອງນຸ່ງພິເສດທີ່ປະໂລຫິດໃຫຍ່ຂອງອິດສະລາແອນໃສ່ໃນສ່ວນຂອງໜ້າເອິກ.
- “ ຜ້າປົກໜ້າເອິກ” ທີ່ໃຊ້ໂດຍທະຫານສາມາດເຮັດດ້ວຍໄມ້, ໂລຫະ, ຫລື ໜັງສັດ. ມັນຖືກສ້າງຂຶ້ນເພື່ອປ້ອງກັນລູກສອນ, ຫອກຫລື ດາບຈາກການແທງໜ້າເອິກຂອງທະຫານ. *“ ອຸປະກອນເສີມ” ທີ່ໃສ່ໂດຍປະໂລຫິດໃຫຍ່ຂອງອິດສະລາແອນແມ່ນເຮັດດ້ວຍຜ້າແລະມີແກ້ວປະເສີດທີ່ຕິດຢູ່ກັບມັນ. ປະໂລຫິດໄດ້ສວມໃສ່ສິ່ງນີ້ເມື່ອລາວປະຕິບັດໜ້າທີ່ໃນການຮັບໃຊ້ພຣະເຈົ້າໃນວິຫານ.
- ອີກວິທີໜຶ່ງທີ່ຈະແປ ຄຳວ່າ "ຜ້າປົກໜ້າເອິກ" ສາມາດປະ ກອບມີ, "ການປົກປ້ອງໜ້າເອິກປ້ອງກັນໂລຫະ" ຫຼື "ຊຸດປະຈຳ ຕະກູນປ້ອງກັນເອິກ."
- ຄຳວ່າ“ ເຄື່ອງປ້ອງກັນໜ້າເອິກ” ສາມາດແປໄດ້ດ້ວຍຄຳທີ່ມີຄວາມໝາຍວ່າ,“ ເຄື່ອງນຸ່ງປະໂລຫິດປົກໜ້າເອິກ” ຫລື“ ເຄື່ອງຕັດຫຍິບປະໂລຫິດ” ຫລື“ ເຄື່ອງນຸ່ງຂອງປະໂລຫິດ”.
ຝັງ, ການຝັງ, ຖືກຝັງ
ຄຳວ່າ“ ຝັງ” ປົກກະຕິແລ້ວແມ່ນ ໝາຍເຖິງການເອົາສົບຄົນຕາຍເຂົ້າໄປໃນຂຸມ ຫລື ບ່ອນຝັງສົບອື່ນໆ. ຄຳວ່າ“ ຝັງ” ແມ່ນການກະທຳຂອງການຝັງສິ່ງໃດສິ່ງ ໜຶ່ງ ຫລື ສາມາດໃຊ້ເພື່ອພັນລະນາສະຖານທີ່ທີ່ໃຊ້ໃນການຝັງບາງສິ່ງບາງຢ່າງ.
- ໂດຍທົ່ວໄປຄົນມັກຈະຝັງສົບຄົນຕາຍໂດຍເອົາມັນລົງໃນຂຸມເລິກໃນພື້ນດິນ ແລະ ຫຼັງຈາກນັ້ນປົກມັນດ້ວຍດີນ.
- ບາງຄັ້ງຮ່າງກາຍທີ່ຕາຍແລ້ວແມ່ນຖືກຈັດໃສ່ໃນໂຄງສ້າງທີ່ຄ້າຍຄືປ່ອງ, ເຊັ່ນ: ໂລງສົບກ່ອນທີ່ຈະຝັງມັນ.
- ໃນສະໄໝທີ່ຂຽນພຣະຄຳພີ, ຄົນຕາຍມັກຖືກຝັງຢູ່ໃນຖ້ ຳ ຫລືບ່ອນທີ່ຄ້າຍຄືກັນ. ຫລັງຈາກພຣະເຢຊູສິ້ນຊີວິດແລ້ວ, ສົບຂອງພຣະອົງຖືກຫໍ່ດ້ວຍຜ້າແລະວາງໄວ້ໃນອຸບມຸງທີ່ຖືກອັດດ້ວຍຫີນກ້ອນໃຫຍ່.
- ຄຳທີ່ວ່າ "ສະຖານທີ່ຝັງສົບ" ຂອງ "ຫ້ອງຝັງສົບ" ຫລື "ຫ້ອງຝັງສົບ" ຫລື "ຖ້ ຳຝັງ" ແມ່ນວິທີການທັງໝົດທີ່ກ່າວເຖິງສະຖານທີ່ທີ່ຝັງສົບຂອງຄົນຕາຍ.
- ສິ່ງອື່ນໆກໍ່ສາມາດຝັງໄດ້ເຊັ່ນ: ເມື່ອອາການຝັງເງິນແລະສິ່ງອື່ນໆທີ່ລາວໄດ້ລັກມາຈາກເມືອງເຢຣີໂກ.
- ປະໂຫຍກທີ່ວ່າ "ຝັງສົບຂອງລາວ" ໂດຍປົກກະຕິຫມາຍຄວາມວ່າ, "ປົກຄຸມຫນ້າຂອງລາວດ້ວຍມືຂອງລາວ."
- ບາງຄັ້ງ ຄຳວ່າ“ ປິດບັງ” ສາມາດໝາຍຄວາມວ່າ“ ຝັງ” ຄືກັບເມື່ອອາຄານເຊື່ອງສິ່ງທີ່ຢູ່ໃນພື້ນດິນທີ່ລາວໄດ້ລັກຈາກ ເມືອງເຢຣີໂກ. ນີ້ໝາຍຄວາມວ່າລາວໄດ້ຝັງພວກເຂົາຢູ່ໃນພື້ນດິນ.
ຝັດເຂົ້າ, ຫ່ອນ
ຄຳວ່າ " ຝັດເຂົ້າ " ແລະ " ຫ່ອນ " ໝາຍເຖິງການແຍກເມັດເຂົ້າອອກຈາກແກບຖີ້ມ ໃນພຣະຄຳພີ ຄຳທັງສອງຄຳນີ້ກໍໃຊ້ເປັນຄວາມປຽບທຽບໝາຍຄວາມວ່າການແຍກສິ່ງຂອງຫລືແບ່ງຜູ້ຄົນອອກຈາກກັນ
- " ຝັດເຂົ້າ " ໝາຍຄວາມວ່າແຍກເມັດເຂົ້າຈາກສິ່ງທີ່ບໍ່ຕ້ອງການໃນການກ້າຂອງປູກ ໂດຍການໂຍນທັງເມັດເຂົ້າແລະແກບຂື້ນໄປໃນອາກາດເພື່ອໃຫ້ລົມພັດແກບອອກໄປ
- ຄຳວ່າ " ຫ່ອນ " ໝາຍເຖິງການແຍກເມັດເຂົ້າແລະແກບໃນດົ້ງຝັດເພື່ອຈະນຳເອົາແກບອອກບໍ່ໃຫ້ເຫລືອປົນຢູ່ກັບເຂົ້າ
- ໃນພັນທະສັນຍາເດີມ " ຝັດເຂົ້າ " ແລະ " ຫ່ອນ " ໃຊ້ເປັນຄວາມປຽບທຽບເພື່ອອະທິບາຍເຖິງຄວາມລຳບາກທີ່ແຍກຄົນຊອຍທຳອອກຈາກຄົນບໍ່ຊອບທຳ
- ພຣະເຢຊູຊົງໃຊ້ຄຳອຸປະມາວ່າ " ຫ່ອນ " ດ້ວຍວິທີການປຽບທຽບນີ້ເມື່ອພຣະອົງຊົງບອກຊີໂມນເປໂຕວ່າພວກເຂົາແລະສາວົກຄົນອື່ນໆຈະໄດ້ຮັບການທົດລອງຄວາມສັດຊື່ຂອງພວກເຂົາໄດ້ຢ່າງໃດ
- ການແປຄຳຊັບເຫລົ່ານີ້ ໃຫ້ໃຊ້ຄຳຫລືຄຳທີ່ວ່າ ໃນພາສາທີ່ກຳລັງແປທີ່ໝານເຖິງກິດຈະກຳນີ້ ການແປທີ່ເປັນໄປໄດ້ເຊັ່ນ " ການແຍກ " ຫລື " ການພັດວີ " ຖ້າຝັດເຂົ້າ ຫລືຫ່ອນເຂົ້າບໍ່ເປັນທີ່ຮູ້ຈັກ ດັ່ງນັ້ນ ຄຳຊັບເຫລົ່ານີ້ອາດຈະແປໂດຍມີຄວາມໝາຍທີ່ຕ່າງກັນອອກໄປໃນການແຍກເມັດເຂົ້າອອກຈາກແກບຫລື ຝຸ່ນ ຫລືໂດຍການອະທິບາຍໃນເລື່ອງນີ້
ຝູງແກະ, ແກະໂຕຜູ້, ແກະໂຕເມຍ
"ແກະ"ເປັນສັດຂະໜາດກາງທີ່ມີສີ່ຂາມີຂົນຮອບຕົວ. ແກະເພດຜູ້ເອີ້ນວ່າ "ແກະໂຕຜູ້." ແກະເພດຍິງເອີ້ນວ່າ "ແກະໂຕເມຍ" * ແກະໂຕນ້ອຍຈະເອີ້ນວ່າ "ລູກແກະ." * ຫລາຍຄັ້ງທີ່ຊາວອິດສະຣາເອນໃຊ້ແກະໃນການຖວາຍບູຊາ, ໂດຍສະເພາະແມ່ນແກະໂຕຜູ້ທີ່ຍັງໜຸ່ມ. * ຄົນຈະກິນຊີ້ນແກະແລະນຳຂົນແກະໄປເຮັດເປັນເສື້ອຜ້າແລະສິ່ງອື່ນໆ. * ແກະເປັນສັດທີ່ຟັງຄວາມ, ມັນອ່ອນແອ, ຂີ້ຢ້ານ. ພວກມັນຫລົງທາງໄດ້ງ່າຍ ພວກມັນຈຶ່ງຕ້ອງການຜູ້ລ້ຽງ. ເພື່ອຈະນຳແລະປົກປ້ອງພວກມັນ, ຫາອາຫານ, ນໍ້າດື່ມແລະບ່ອນພັກອາໄສໃຫ້ພວກມັນດ້ວຍ. * ໃນພຣະຄຳພີ, ປະຊາຊົນຖືກປຽບທຽບກັບແກະຜູ້ທີ່ມີພຣະເຈົ້າເປັນຜູ້ລ້ຽງຂອງພວກເຂົາ.
ພຣະຄຣິສ,ພຣະເມສີອາ
ຄຳວ່າ "ພຣະເມສີອາ"ແລະ "ພຣະຄຣິສ" ຫມາຍເຖີງ" ຜູ້ທີ່ໄດ້ຮັບການຊົງເຈີມ" ແລະກ່າວເຖີງພຣະເຢຊູ ພຣະບຸດຂອງພຣະເຈົ້າ.
- ທັງຄຳວ່າ "ພຣະເມສີອາ"ແລະ"ພຣະພຣະຄຣິສ"ໃຊ້ໃນພັນທະສັນຍາໄຫມ່ທີ່ກ່າວເຖີງພຣະບຸດຂອງພຣະເຈົ້າຜູ້ທີ່ພຣະເຈົ້າພຣະບິດາຊົງແຕ່ງຕັ້ງເພື່ອໃຫ້ຄອບຄອງເປັນກະສັດ ເຫນືອປະຊາກອນຂອງພຣະອົງແລະຊວ່ຍພວກເຂົາໃຫ້ລອດຈາກຄວາມບາບແລະຄວາມຕາຍ.
- ໃນພັນທະສັນຍາເດີມ ຜູ້ປະກາດພຣະທັມໄດ້ຂຽນຄຳປະກາດພຣະທັມກ່ຽວກັບພຣະເມສີອາໄວ້ຫລາຍຮອ້ຍປີກອ່ນທີ່ພຣະອົງຈະສະເດັດເຂົ້າມາໃນໂລກ.. *ຫລາຍຄັ້ງທີ່ຄຳຫມາຍຂອງຄຳວ່າ"(ຜູ້ທີ່) ໄດ້ຮັບການຊົງເຈີມ" ໄດ້ໃຊ້ໃນພັນທະສັນຍາເດີມໃນການກ່າວເຖີງພຣະເມສີອາຜູ້ທີ່ຈະສະເດັດມາ.
- ພຣະເຢຊູຊົງເຮັດໃຫ້ຄຳປະກາດພຣະທັມເຫລົ່ານີ້ສຳເຣັດເປັນຈິງແລະເຮັດການອັດສະຈັນຫລາຍຢ່າງທີ່ເປັນການພິສູດ ວ່າພຣະອົງຊົງເປັນພຣະເມສີອາຄຳກ່າວພະທັມເຫລົ່ານີ້ສຳເຣັດເມື່ອພຣະອົງສະເດັດກັບມາ.
- ຄຳວ່າ "ພຣະຄຣິສ" ມັກໃຊ້ເອີ້ນພຣະນາມ ຢ່າງເຊັ່ນ "ພຣະຄຣິສ"ແລ "ພຣະເຢຊູຄຣິສ" .
- "ພຣະຄຣິສ"ຖືກນຳມາໃຊ້ເປັນສ່ວນຫນຶ່ງຂອງພຣະນາມ ຢ່າງເຊັ່ນ "ພຣະເຢຊູຄຣິສ".
ຄຳແນະນຳໃນການແປ
- ຄຳນີ້ສາມາດແປໄດ້ໂດຍການໃຊ້ຄວາມຫມາຍຂອງ "ຜູ້ຊົງຮັບການເຈີມ" ຫລື "ພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ຮັບການຊົງເຈີມຂອງພຣະເຈົ້າ"
- ຫລາຍພາທີ່ໃຊ້ຄຳແປທີ່ເບີ່ງເຫມືອນ ຫລື ຫນ້າຈະເຫມືອນ "ພຣະຄຣິສ" ຫລື ພຣະເມສີອາ.
ພຣະຄຸນ,ມີພຣະຄຸນ
ຄຳວ່າ "ພຣະຄຸນ" ອ້າງເຖີງການຊ່ວຍເຫືລອຫລືຄຳອວຍພອນ ແກ່ຜູ້ທ່ີ່ຍັງບໍ່ໄດ້ຮັບ ຄຳວ່າ "ພຣະຄຸນ" ຈະອະທິບາຍເຖີງຄົນທ່ີ່ສະແດງພຣະຄຸນຕໍ່ຜູ້ອື່ນ.
- ພຣະຄຸນຂອງພຣະເຈົ້າຕໍ່ມະນຸດທີ່ເຕັມໄປດວ້ຍຄວາມບາບຄືຂອງຂວັນທີ່ໃຫ້ໂດຍຫວັງບໍ່ຫວັງການຕອບແທນ.
- ແນວຄິດເລື້ອງພຣະຄຸນຍັງອ້າງເຖີງການເປັນຄົນທີ່ໃຈດີແລະໃຫ້ອະພັຍບາງຄົນທີ່ເຮັດຜິດຫລືເຮັດສິ່ງທີ່ເຈັບປວດແກ່ຜູ້ອື່ນ.
- ຄຳກ່າວ "ສະແຫວງຫາພຣະຄຸນ"ເປັນຄຳກ່າວທີ່ໝາຍເຖີງ ໄດ້ຮັບຄວາມຊ່ວຍເຫືລອແລະຄວາມເມດຕາຈາກພຣະເຈົ້າ ຫລາຍຄັ້ງລວມເຖີງພຣະເຈົ້າຊົງພໍພຣະທັຍໃນບາງຄົນທີ່ຊວ່ຍ ຄົນນັ້ນ.
ຄຳແນະນຳໃນການແປ
- ອີກແນວທາງໃນການແປ "ພຣະຄຸນ" ສາມາດແປໄດ້ອີກວ່າ "ຄວາມເມດຕາຂອງພຣະເຈົ້າ" ຫລື "ເປັນທີ່ພໍໃຈພຣະເຈົ້າ" ຫລື "ຄວາມເມດຕາແລະການໃຫ້ອະພັຍຂອງພຣະເຈົ້າແກ່ຄົນບາບ" ຫລື "ຄວາມເມດຕາຄຸນ".
- ຄຳວ່າ"ມີພຣະຄຸນ" ສາມາດແປວ່າ "ເຕັມໄປດວ້ຍພຣະຄຸນ"ຫລື "ກະລຸນນາ" ຫລື "ເມດຕາກະລຸນນາ".
- ຄຳກ່າວວ່າ" ເຂົາພົບພຣະຄຸນໃນສາຍພຣະເນດຂອງພຣະເຈົ້າ"ສາມາດແປໄດ້ອີກວ່າ"ເຂົາໄດ້ຮັບພຣະເມດຕາຈາກພຣະເຈົ້າ "ຫລື "ພຣະເຈົ້າຊົງເມດຕາຊ່ວຍເຫືລອເຂົາ" ຫລື ພຣະເຈົ້າຊົງສຳແດງຄວາມພໍໃຈແກ່ເຂົາ" ຫລື "ພຣະເຈົ້າພໍໃຈເຂົາແລະຊວ່ຍເຫືລອເຂົາ. .
ພຣະຍາເວ
ຄຳວ່າ" ພຣະຍາເວ "ເປັນຊື່ສ່ວນຕົວຂອງພຣະເຈົ້າຊື່ງພຣະອົງຊົງປາກົດແກ່ໂມເຊທີ່ພຸ່ມໄມ້ທີ່ກຳລັງລຸກໄໝ້ຢູ່
- ຊື່ " ພຣະຍາເວ" ມາຈາກຄຳທີ່ໝາຍເຖິງ" ເປັນຢູ່ " ຫລື "ດຳຣົງຢູ່ "
- ຄວາມໝາຍທີ່ເປັນໄປໄດ້ຂອງ" ພຣະຍາເວ" ລວມທັງ" ພຣະອົງຊົງເປັນ" ຫລື" ເຮົາເປັນ " ຜູ້ທີ່ຊົງສ້າງ "
- ຊື່ນີ້ເຜີຍໃຫ້ເຫັນວ່າພຣະເຈົ້າຊົງສະຖິດຢູ່ສະເໝີແລະຍັງດຳຣົງຢູ່ຕະລອດໄປເປັນນິດ ຍັງມີຄວາມໝາຍວ່າ ພຣະອົງຊົງດຳຣົງຢູ່ເປັນນິດ
- ຕາມທຳນຽມການປະຕິບັດ ພຣະຄຳພີມີຫລາຍຄຳແປໃຊ້ຄຳສັບ "ອົງພຣະຜູ້ເປັນເຈົ້າ " ຫລື " ພຣະຜູ້ເຈົ້າ" ແທນທີ່ " ພຣະຍາເວ " ລະບຽບການປະຕິບັດນີ້ເປັນຜົນຈາກຂໍ້ເທັດຈິງທາງປະວັດສາດ ຄົນຢິວຢ້ານການອອກພຣະນາມຂອງພຣະຍາເວ ແລະນຳໄປໃຊ້ຄຳວ່າ " ອົງພຣະຜູ້ເປັນເຈົ້າ "ທຸກຄັ້ງທີ່ເຫັນຄຳວ່າ " ພຣະຍາເວ" ປາກົດ ໃນພຣະຄຳພີສະໃໝໃໝ່ໄດ້ຂຽນ " ອົງພຣະຜູ້ເປັນເຈົ້າ "ດ້ວຍຕົວພີມໃຫຍ່ເພື່ອສະແດງຄວາມເຄົາລົບໃນພຣະນາມຂອງພຣະອົງເພື່ອໃຫ້ແຕກຕ່າງຈາກ "ພຣະເຈົ້າ "ຊຶ່ງເປັນພາສາເຮັບເຣີຄຳອື່ນໆ
- ພຣະຄຳພີ ULB ແລະ UDB ມັກແປຄຳນີ້ວ່າ " ພຣະຍາເວ " ຕາມທີ່ປາກົດໃນຂໍ້ຄວາມພາສາເຮັບເຣີໃນພັນທະສັນຍາເດີມ
- ຄຳວ່າ "ພຣະຍາເວ " ບໍ່ມີປາກົດການເລີຍໃນຕົ້ນສະບັບຂອງພຣະຄຳພີພັນທະສັນຍາໃໝ່ ໃຊ້ພຽງຄຳພາສາກີກວ່າ " ພຣະຜູ້ເປັນເຈົ້າ " ແມ່ແຕ່ໃນການອ່າງອີງພຣະຄຳພີພາກພັນທະສັນຍາເດີມ
ຄຳແນະນຳໃນການແປ
- " ພຣະຍາເວ " ສາມາດແປໂດຍຄຳຫລືວາລີທີ່ແປວ່າ " ພຣະອົງຊົງເປັນ " ຫລື " ພຣະອົງຊົງດຳຣົງຢູ່ " ຫລື " ພຣະອົງຜູ້ທີ່ເປັນ " ຫລື " ພຣະອົງຜູ້ຊົງພຣະຊົນຢູ່"
- ຄຳນີ້ອາດຈະຂຽນໃນລັກສະນະທີ່ຄ້າຍເຄິ່ງກັບຄຳສະກົດ " ພຣະຍາເວ"
- ຄຣິດຕະຈັກບາງນິກາຍບໍ່ມັກທີ່ຈະໃຊ້ຄຳ " ພຣະຍາເວ " ແລະໃຊ້ຄຳຕາມທຳນຽມ " ອົງພຣະຜູ້ເປັນເຈົ້າ " ການພິຈາລະນາທີ່ສັມຄັນຄື ນີ້ອາດຈະທຳໃຫ້ສັບສົນເມື່ອອ່ານອອກສຽງ ເພາະມັນຈະອອກສຽງເຊັ່ນດຽວກັບຄຳວ່າ " ພຣະຜູ້ເປັນເຈົ້າ " ໃນບາງພາສາອາດຈະມີຄຳນຳໜ້າຫລືໝາຍເຫດທາງໄວຍະກອນທີ່ເພີ້ມເຂົ້າມາໃຫ້ເປັນຄວາມແຕກຕ່າງຂອງຄຳວ່າ " ອົງພຣະຜູ້ເປັນເຈົ້າ "
ພຣະຍາເວຈອມເຈົ້າທັງປວງ, ພຣະເຈົ້າຈອມເຈົ້າທັງປວງ,ຈອມເຈົ້ານາຍ
ຄຳວ່າ " ພຣະຍາເວຈອມເຈົ້າ " ແລະ " ພຣະເຈົ້າຈອມທັງປວງ" ເປັນຕຳແໜ່ງທີ່ສະແດງເຖິງອຳນາດສິດທິຂອງພຣະເຈົ້າເໜືອບັນດາທູດສະຫວັນນັບຫລາຍພັນທີ່ເຊື່ອຟັງພຣະອົງ
- ຄຳວ່າ "ຈອມເຈົ້າ "ຫລື "ຈອມເຈົ້າທັງປວງ " ເປັນຄຳທີ່ໝາຍເຖິງສິ່ງຕ່າງໆ ຈຳນວນຫລາຍ ເຊັ່ນກອງທັບຂອງຄົນຫລືຈຳນວນດາວຈຳນວນມະຫາສານ ນີ້ສາມາດອ້າງອີງເຖິງດວງວິນຍານຕ່າງໆ ຈຳນວນຫລາຍ ລວມທັງວິນຍານຊົ່ວທັງຫລາຍນີ້ທຳໃຫ້ຊັດເຈນວ່າກຳລັງອ້າງເຖິງຫຍັງ
- ຄຳວ່າ ທີ່ຄ້າຍຄືກັນ " ຈອມເຈົ້າແຫ່ງສະຫວັນ " ອ້າງເຖິງດາວທັງໝົດ ດາວເຄາະແລະສິ່ງຕ່າງໆ ແຫ່ງສະຫວັນ
- ໃນພຣະທະສັນຍາໃໝ່ ຄຳທີ່ວ່າ "ອົງພຣະຜູ້ເປັນເຈົ້າຂອງຈອມເຈົ້າ " ມີຄວາມໝາຍເຊັ່ນດຽວກັນ "ພຣະຍາເວຈອມເຈົ້າທັງປວງ " ແຕ່ນີ້ບໍ່ສາມາດແປເຊັ່ນນັ້ນໄດ້ ເພາະພາສາເຮັບເຣີ "ພຣະຍາເວ " ບໍ່ໄດ້ໃຊ້ໃນພັນທະສັນຍາໃໝ່
ຄຳແນະນຳໃນການແປ
- ວິທີການແປຊື່ຕຳແໜ່ງ " ພຣະຍາເວຈອມເຈົ້າທັງປວງ " ສາມາດລວມເອົາ "ພຣະຍາເວຜູ້ຊົງປົກຄອງທູດສະຫວັນທັງປວງ " ຫລື " ພຣະຍາເວ ຜູ້ຊົງປົກຄອງກອງທັບຂອງທູດສະຫວັນ"ຫລື " ພຣະຍາເວ ຜູ້ຊົງປົກຄອງເໜືອການຊົງສ້າງ"
- ຄຳທີ່ວ່າ "ຈອມເຈົ້າທັງປວງ " ໃນຄຳຊັບ "ພຣະເຈົ້າຈອມເຈົ້າທັງປວງ" ແລະ" ອົງພຣະຜູ້ເປັນເຈົ້າທັງປວງ" ຈະແປເໝືອກັນໃນຄຳທີ່ວ່າ " ພຣະຍາເວຈອມເຈົ້າທັງປວງ" ຕາມຂ້າງຕົ້ນ
- ຄຣິດຕະຈັກຫລາຍແຫ່ງບໍ່ຍອມໃຊ້ຄຳວ່າ " ພຣະຍາເວ " ແລະມັກທີ່ຈະໃຊ້ຄຳຊັບຕົວອັກສອນໃຫຍ່ " ອົງພຣະຜູ້ເປັນເຈົ້າ " ແທນຕາມທຳນຽມຂອງພຣະຄຳພີຫລາຍໆ ຕອນ ສຳລັບຄຣິດຕະຈັກເຫລົ່ານີ້ການແປຄຳວ່າ " ອົງພຣະຜູ້ເປັນເຈົ້າຈອມເຈົ້າທັງປວງ " ຈະໃຊ້ພຣະຄຳພີພາກພັນທະສັນຍາເດີມ ສຳຫລັບ " ພຣະຍາເວຈອມເຈົ້າທັງປວງ "
ພຣະທຳຂອງພຣະເຈົ້າ, ພຣະທຳຂອງພຣະຢາເວ, ພຣະທຳຂອງອົງພຣະຜູ້ເປັນເຈົ້າ, ພຣະຄຳພີ
ໃນພຣະຄຳພີຄຳວ່າ " ພຣະທຳຂອງພຣະເຈົ້າ " ໝາຍເຖິງສິ່ງທີ່ພຣະເຈົ້າຊົເວົ້າຕໍ່ປະຊາຊົນ ນີ້ຮວມເຖີງຂໍ້ຄວາມທີ່ພຣະເຈົ້າຕັດແລະຂຽນ ພຣະເຢຊູຊົງຖືກເອີ້ນວ່າ " ພຣະທຳຂອງພຣະເຈົາ " ອີກດ້ວຍ
- ຄຳວ່າ "ພຣະຄຳພີ " ໝາຍເຖິງ " ການຂຽນ " ໃຊ້ໂດຍສະເພາະໃນພັນທະສັນຍາໃໝ່ນັ້ນໝາຍເຖິງພຣະຄຳພີພາສາເຮັບເຣີ ຫລື "ພັນທະສັນຍາເດີມ " ການຂຽນເຫລົ່ານີ້ເປັນຂໍ້ຄວາມຂອງພຣະເຈົ້າທີ່ພຣະອົງຊົງບອກໃຫ້ຄົນຂຽນລົງໄປ ດັ່ງນັ້ນຫລາຍປີໃນອານາຄົດປະຊາຊົນກໍຍັງສາມາດອ່ານໄດ້
- ຄຳທີ່ກ່ຽວຂອງກັນ " ພຣະທຳຂອງພຣະຢາເວ " ແລະ " ພຣະທຳຂອງພຣະເຈົ້າ " ຍາງຄັ້ງມັກຈະເວົ້າເຖິງຂໍ້ຄວາມສະເພາະຈາກພຣະເຈົ້າທີ່ປະທານໃຫ້ແກ່ຜູ້ປະກາດພຣະທຳຂອງພຣະເຈົ້າຫລືຍຸກຄົນອື່ນໆໃນພຣະຄຳພີ
- ບາງຄັ້ງຄຳນີ້ກໍໃຊ້ງ່າຍ " ພຣະທຳ " ຫລື " ພຣະທຳຂອງພຣະເຈົ້າ "ຫລື" " ພຣະທຳຂອງພຣະອົງ " ( ເມື່ອເວົ້າເຖິງພຣະຄຳຂອງພຣະເຈົ້າ)
- ໃນພັນທະສັນຍາໃໝ່ພຣະເຢຊູຊົງຖືກເອີ້ນວ່າເປັນ " ພຣະທຳ "ແລະ " ພຣະທຳຂອງພຣະເຈົ້າ " ຊື່ເຫລົ່ານີ້ໝາຍຄວາມວ່າພຣະເຢຊູຊົງເປັດເຜີຍພຣະອົງເອງວ່າພຣະເຈົ້ານັ້ນເປັນຜູ້ໃດ ເພາະພຣະອົງຊົງເປັນພຣະເຈົ້າເອງ
ຄຳແນະນຳໃນການແປ
- ຂື້ນຢູ່ກັບບໍຣິສັດ ມີວິທີອື່ນໃນການແປສາມາດຮວມເຖິງ " ຂໍ້ຄວາມຂອງພຣະຢາເວ "ຫລື " ຂໍ້ຄວາມຂອງພຣະເຈົ້າ " ຫລື " ຄຳສອນຈາກພຣະເຈົ້າ "
- ໃນບາງພາສາອາດຈະມີຄວາມເປັນທຳມະຊາດຫລາຍກົ່ວທີ່ຈະທຳໃຫ້ຄຳນີ້ເປັນພາບພົດແລະເວົ້າວ່າ "ເຫລົ່າພຣະຄຳຂອງພຣະເຈົ້າ "ຫລື "ມວນຖ້ອຍຄຳຂອງພຣະຢາເວ "
- ຄຳກ່າວທີ່ວ່າ " ພຣະທຳຂອງພຣະຢາເວມາເຖິງ " ມັກຈະໃຊ້ເພື່ອແນະນຳສິ່ງທີ່ພຣະເຈົ້າຊົງສັ່ງກັບຜູ້ປະກາດພຣະວັດຈະນະຫລືປະຊາຊົນຂອງພຣະອົງ ນີ້ອາດຈະແປໄດ້ວ່າ " ພຣະຢາເວໄດ້ຊົງສັ່ງຂໍ້ຄວາໃນີ້ "ຫລື " ພຣະຢາເວຊົງສັ່ງຂໍ້ຄວາມເຫລົ່ານີ້ "
- ຄຳວ່າ " ພຣະຄຳພີ " ຫລື " ພຣະຄຳທັງຫລາຍ " ວ່າສາມາດແປ " ການຂຽນ " ຫລື " ຂໍ້ຄວາມທີ່ໄດ້ບັນທຶກຈາກພຣະເຈົ້າ " ຄຳນີ້ຄວນໄດ້ຮັບການແປແຕກຕ່າງຈາກຄຳແປຂອງຄຳທີ່ວ່າ " ພຣະທຳ "
- ເມື່ອ " ພຣະທຳ " ປາກົດຂື້ນພຽງຢ່າງດຽວອາດຈະແປວ່າ "ຂໍ້ຄວາມ " ຫລື " ພຣະທຳຂອງພຣະເຈົ້າ " ຫລື "ຄຳສອນ " ຂຶ້ນຢູ່ກັບບໍຣິສັດ ລອງພິດຈາລະນາຄຳແປອື່ນທີ່ແນະນຳໄວ້ຂ້າງເທິງນີ້
ພຣະທໍາໂອບາດີຢາ
ໂອບາດີຢາ ເປັນຜູ້ປະກາດພຣະທຳໃນພັນທະສັນຍາເດີມທີ່ເຜີຍພຣະທໍາຕໍ່ຕ້ານຊາວເມືອງເອໂດມເຊິ່ງເປັນລູກຫລານຂອງເອຊາວ. ຍັງມີຜູ້ຊາຍອີກຫລາຍຄົນໃນພັນທະສັນຍາເດີມທີ່ມີຊື່ວ່າໂອບາດີຢາດ້ວຍ. * ພຣະທຳໂອບາດີຢາເປັນພຣະທຳເຫລັ້ມທີ່ສັ້ນທີ່ສຸດໃນພັນທະສັນຍາເດີມ ແລະບອກເຖິງຄຳທໍານວາຍທີ່ໂອບາດີຢາໄດ້ຮັບຜ່ານທາງນິມິດຈາກພຣະເຈົ້າ. * ຍັງບໍ່ເປັນທີ່ຊັດເຈນວ່າໂອບາດີຢາມີຊີວິດຢູ່ຫລືເຜີຍພຣະທໍາເມື່ອໃດ. ອາດເປັນຊ່ວງການປົກຄອງຂອງກະສັດແຫ່ງຢູດາຄືກະສັດເຢໂຮຣາມ, ອາຮາດຢາ, ໂຢອາດ, ແລະອາທາລິຢາ. ຜູ້ປະກາດພຣະທຳດານີເອນ, ເອເຊກຽນ, ແລະເຢເຣມີຢາກໍອາດກໍ່ການທໍານວາຍໃນຊ່ວງເວລາດຽວກັນດ້ວຍ. * ໂອບາດີຢາອາດມີຊີວິດຢູ່ໃນຊ່ວງທ້າຍການປົກຄອງຂອງເຊເດກີຢາ ແລະຊ່ວງເວລາທີ່ເປັນຊະເລີຍໃນບາບີໂລນ. * ບຸກຄົນອື່ນທີ່ມີຊື່ວ່າໂອບາດີຢາລວມເຖິງ ຜູ້ສືບເຊື້ອສາຍມາຈາກກະສັດໂຊນ; ຜູ້ຊາຍຈາກເຜົ່າກາດເຊຶ່ງຕໍ່ມາກາຍເປັນຄົນຂອງດາວິດ, ຜູ້ເບິ່ງແຍງພຣະລາດຊະວັັງຂອງກະສັດອາຮາບ, ຂ້າລາດສະການຂອງກະສັດເຢໂຮຊາຟັດເຊິ່ງແມ່ນຜູ້ຊາຍທີ່ຊ່ວຍສ້ອມແປງພຣະວິຫານໃນສະໄໝຂອງກະສັດໂຢສີຢາ; ຜູ້ຊາຍຊາວເລວີຜູ້ເຝົ້າປະຕູໃນສະໄໝຂອງຜູ້ປະກາດພະທຳເນເຫມີຢາ. * ອາດເປັນໄປໄດ້ຜູ້ຂຽນພຣະທຳໂອບາດີຢານັ້ນອາດເປັນຜູ້ຊາຍເຫລົ່ານີ້ຄົນໃດຄົນໜຶ່ງ.
ພຣະບັນຍັດ10ປະການ
"ພຣະບັດຍັດ10ປະການ" ຄືຄຳສັ່ງທີ່ພຣະເຈົ້າໃຫ້ກັບໂມເຊເທຶງພູເຂົາຊີນາຍລະວາງທີ່ພວກອຶດສະຣາເອນໃຊ້ຊີວຶດໃນທະເລຊາຍເພື່ອເດຶນທາງໄປການາອັນ ພຣະຊົງຂຽນບັນຍັດລົງເທຶງແຜ່ນຫຶນຂະນາດໃຫ່ຽສອງແຜ່ນ
- ພຣະເຈົ້າໄດ້ປະທານບັນຍັດໃຫ້ຄົນອຶດສະຣາເອນໄດ້ເຊື່ອຟັງ ແຕ່ບັນຍັດສຶບປະການເປັນບັນຍັດພຶເສດເພື່ອຊ່ອຍອຶດສະຣາເອນໃຫ້ຮັກແລະນະມັດສະການພຣະເຈົ້າແລະຮັກຄົນອື່ນ
- ພຣະບັນຍັດເຫລົ່ານີ້ຍັງເປັນສ່ວນພຣະສັນຍາຂອງພຣະເຈົ້າກັບປະຊາກອນຂອງພຣະອົງ ໂດຍການເຊື່ອຟັງໃນສຶ່ງທີ່ພຣະເຈົ້າບັນຊາໃຫ້ທຳຄົນອຶສະຣາເອນແສດງວ່າເຂົາຮັກພຣະເຈົ້າແລະເປັນຂອງພຣະອົງ
- ແຜ່ນຫຶນພ້ອມພຣະບັນຍັດໄດ້ຖືກຂຽນເທຶງນັ້ນໄດ້ຖືກເກັບຮັກສາໄວ້ໃນຫຶບແຫ່ງພຣະສັນຍາ ເຊຶງຕັ້ງໄວ້ໃນຫ້ອບໍຣຶສຸດໃນຫໍເຕັ້ນ ແລະຕໍ່ມາໄດ້ຕັ້ງໄວ້ໃນພຣະວຶຫານ
ພຣະບຸດຂອງພຣະເຈົ້າ, ພຣະບຸດ, ບຸດ
ຄຳວ່າ "ພຣະບຸດຂອງພຣະເຈົ້າ" ອ້າງເຖິງພຣະເຢຊູ, ພຣະຄຳຂອງພຣະເຈົ້າໄດ້ເຂົ້າມາຍັງໃນໂລກໃນຖານະມະນຸດ. ຫລາຍເທື່ອພຣະອົງຍັງຖືກອ້າງອີງໃຫ້ເປັນ "ພຣະບຸດ." * ພຣະບຸດຂອງພຣະເຈົ້າມີພຣະລັກສະນະເຊັ່ນດຽວກັບພຣະເຈົ້າພຣະບິດາ, ແລະເປັນພຣະເຈົ້າຢ່າງຄົບບໍລິບູນ. * ພຣະເຈົ້າພຣະບິດາ, ພຣະເຈົ້າພຣະບຸດ, ແລະ ພຣະວິນຍານບໍລິສຸດຊົງເປັນອົງດຽວກັນ. * ບໍ່ເໝືອນກັບບຸດຊາຍຂອງມະນຸດ, ພຣະບຸດພຣະເຈົ້ານັ້ນຊົງດຳລົງຢູ່ເປັນນິດ. * ເມື່ອເດີມນັ້ນ, ພຣະບຸດຂອງພຣະເຈົ້າ ຊົງເນລະມິດສ້າງໂລກຮ່ວມກັບພຣະບິດາແລະພຣະວິນຍານບໍລິສຸດ. * ເພາາະວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າ, ພຣະອົງຊົງຮັກແລະເຊື່ອຟັງພຣະບິດາຂອງພຣະອົງ, ແລະພຣະບິດາຂອງພຣະອົງຊົງຮັກພຣະອົງ
ຄຳແນະນຳໃນການແປ
- ຄຳວ່າ, "ພຣະບຸດຂອງພຣະເຈົ້າ," ເປັນການດີທີ່ສຸດໃຫ້ແປ "ພຣະບຸດ" ດ້ວຍຄຳທີ່ຄືກັນພາສາຄວນໃຊ້ໃຫ້ເປັນທຳມະຊາດເພື່ອອ້າງເຖິງບຸດມະນຸດ.
- ໃຫ້ແນ່ໃຈວ່າຄຳທີ່ໃຊ້ແປຄຳວ່າ "ບຸດ" ເໝາະສົມກັບຄຳທີ່ໃຊ້ແປຄຳວ່າ "ພຣະບິດາ" ແລະຄຳເຫລົ່ານີ້ເປັນຄຳທີ່ເປັນທຳມະຊາດທີ່ໃຊ້ສະແດງເຖິງຄວາມສຳພັນລະຫວ່າງພຣະບິດາກັບບຸດໃນພາສາທີ່ແປ.
- ໃຫ້ໃຊ້ອັກສອນຕົວໃຫຍ່ເປັນຕົວອັກສອນເລີ່ມຕົ້ນຄຳວ່າ "ພຣະບຸດ" ຈະຊ່ວຍສະແດງວ່ານິ້ເປັນການເວົ້າເຖິງພຣະເຈົ້າ.
- ວະລີ "ພຣະບຸດ" ເປັນຮູບແບບທີ່ເຮັດໃຫ້ສັ້ນລົງຂອງຄຳວ່າ "ພຣະບຸດຂອງພຣະເຈົ້າ," ສະເພາະຢ່າງຍິ່ງເມື່ອໃຊ້ໃນບໍລິບົດດຽວກັບຄຳວ່າ "ພຣະບິດາ."
ພຣະປອມ, ພຣະຕ່າງຊາດ, ເທບ, ເທບທິດາ
ພຣະປອມແມ່ນບາງສິ່ງທີ່ຄົນທັງຫລາຍນະມັດສະການແທນພຣະເຈົ້າອົງທ່ຽງແທ້ ຄໍາວ່າ "ເທພີ" ໄດ້ເວົ້າເຖິງພຣະປອມທີ່ເປັນ ເພດຍິງ.
- ພຣະປອມເຫລົ່ານີ້ ຫລືເທພີທີ່ບໍ່ມີຢູຢ່າງແທ້ຈີງ ພຣະຢາເວເທົ່າ ນັ້ນແມ່ນພຣະເຈົ້າແຕ່ພຽງອົງດຽວ
- ລາງເທື່ອຄົນໄດ້ສ້າງຮູບໂຄຣົບຈາກວັດຖຸເພື່ອຂາບໄຫວ້ນະມັດສະການ ສິ່ງເຫລົ່ານັ້ນເປັນພຣະປອມຂອງພວກເຂົາ.
- ໃນພຣະຄໍາພີ ປະຊາກອນຂອງພຣະເຈົ້າມັກຈະຫັນໜີໄປ ບໍ່ເຊື່ອ ຟັງພຣະອົງ ເພື່ອໄປນະມັດສະການພຣະປອມອື່ນໆ.
- ຫລາຍເທື່ອຜີຮ້າຍຈະຫລອກລວງຄົນໃຫ້ເຊື່ອສັດທາພຣະປອມ ແລະຮູບໂຄລົບຕ່າງໆ ວ່າພຣະປອມເຫລົ່ານັ້ນມີລິດເດດ.
- ພຣະບາອານ ພຣະດາໂກນ ແລະພຣະໂມເລກ ແມ່ນພຣະສາມ ອົງໃນບັນດາພຣະປອມທັງຫລາຍທີ່ຄົນໄດ້ຂາບໄຫວ້ນະມັດສະ ການໃນສະໄໝພຣະຄໍາພີເດີມ.
- ພຣະອາເຊ-ຣາ ແລະອາເຕມິດ(ໄດນາ) ແມ່ນເທພີສອງອົງທີ່ຄົນ ໃນຍຸກສະໄໝບູຮານຂາບໄຫວ້ນະມັດສະການ.
ຄໍາແນະນໍາໃນການແປ
- ອາດຈະມີຄໍາສໍາລັບຄໍາວ່າ "ພຣະ" ຫລື "ພະ" ຫລືພຣະປອມ" ຢູ່ ແລ້ວໃນພາສາທີ່ແປ ຫລືພາສາທີ່ໃກ້ຄຽງ.
- ຄໍາວ່າ "ຮູບໂຄລົບ" ອາດຈະໃຊ້ເພື່ອເວົ້າເຖິງພຣະປອມ
- ໃນພາສາອັງກິດ ຕົວອັກສອນທີ່ພິມຕົວນ້ອຍ "g" ໃຊ້ເພື່ອເວົ້າເຖິງພຣະປອມ ແລະຕົວອັກສອນຕົວໃຫຍ່ "G" ເພື່ອເວົ້າເຖິງພຣະເຈົ້າອົງທ່ຽງແທ້ອົງດຽວ ພາສາອື່ນໆ ອາດຈະເປັນເຊັ່ນນັ້ນ
- ອີກຢ່າງນຶ່ງກໍຄື ການໃຊ້ຄໍາທີ່ແຕກຕ່າງກັນຢ່າງສິ້ນເຊີງເພື່ອເວົ້າເຖິງພຣະປອມ.
- ບາງພາສາອາດຈະເພີ້ມຄໍາສະເພາະບາງຄໍາ ອາດຈະເປັນພຣະທຽມ ພຣະປອມ ທີ່ບັນລະຍາຍເປັນເພດຊາຍ ຫລືເພດຍິງ
ພຣະປະສົງຂອງພຮະເຈົ້າ
" ພຣະປະສົງຂອງພຣະເຈົ້າ " ເວົ້າເຖິງຄວາມຕ້ອງການແລະແຜນການຂອງພຣະເຈົ້າ
- ພຣະປະສົງຂອງພຣະເຈົ້າ ໂດຍສະເພາະແມ່ນກ່ຽວຂ້ອງກັບການພົວພັນກັບຄົນອື່ນ ແລະການທີ່ພຣະອົງຕ້ອງການ ເພາະພຣະອົງຕ້ອງການໃຫ້ປະຊາຊົນຕອບສະໜອງຕໍ່ພຣະອົງຢ່າງໃດ
- ຍັງເວົ້າເຖິງແຜນການຕ່າງໆ ຫລືພຣະປະສົງຕ່າງໆຂອງພຣະອົງສຳລັບສິ່ງອື່ນໆ ໃນການຊົງສ້າງຂອງພຣະອົງ
- ຄາຳວ່າ " ພຣະປະສົງ " ໝາຍເຖິງ " ມຸ້ງໝັ້ນ " ຫລື " ຕ້ອງການ "
ຄຳແນະນຳໃນການແປ
- ພຣະປະສົງຂອງພຣະເຈົ້າ " ອາດຈະແປວ່າ " ສິ່ງທີ່ພຣະເຈົ້າຊົງຕ້ອງການ " ຫລື " ສິ່ງທີ່ພຣະເຈົ້າໄດ້ຊົງວາງແຜນການໄວ້ "ຫລື " ວັດຖຸປະສົງຂອງພຣະເຈົ້າ " ຫລື " ສິ່ງທີ່ພຣະເຈົ້າຊົງພໍພຣະໄທ "
ພຣະຜູ້ຊ່ວຍໃຫ້ລອດ
ຄຳວ່າພຣະຜູ້ຊ່ວຍໃຫ້ລອດ ”ອ້າງເຖິງບຸກຄົນຜູ້ທີ່ຊ່ວຍໃຫ້ລອດຫລືຊ່ວຍກູ້ຜູ້ອື່ນຈາກອັນຕະລາຍ ແລະຍັງສາມາດອ້າງເຖິງບາງຄົນທີ່ໃຫ້ກຳລັງແກ່ຜູ້ອື່ນຫລືຈັດຕຽມສຳລັບພວກເຂົາ
*ໃນພັນທະສັນຍາເດີມ ພຣະເຈົ້າຖືກເວົ້າເຖິງວ່າເປັນພຣະຜູ້ຊ່ວຍໃຫ້ລອດຂອງຊົນຊາດອິດສະຣາເອນໃຫ້ພົ້ນຈາກສັດຕູຂອງພວກເຂົາ ແລະປະທານກຳລັງໃຫ້ພວກເຂົາ ແລະຈັດຕຽມສິ່ງທີ່ພວກເຂົາຕ້ອງການໃນການດຳເນີນຊີວິດ * ໃນພັນທະສັນຍາໃຫມ່ ຄຳວ່າ ”ພຣຜູ້ຊ່ວຍໃຫ້ລອດ” ໄດ້ໃຊ້ອະທິບາຍຫລືໃຊ້ເອີ້ນຕ່ຳແໜ່ງຂອງພຣະເຢຊູຄຣິດ ເພາະວ່າພຣະອົງໄດ້ຊົງຊ່ວຍປະຊາຊົນຈາກການຖືກລົງໂທດຊົ່ວນີລັນດອນເພາະບາບຂອງພວກເຂົາພຣະອົງຍັງຊ່ວຍກູ້ພວກເຂົາໃຫ້ພົ້ນຈາກການຖືກຄວບຄຸມຈາກບາບຂອງພວກເຂົາ
ຄຳອະທິບາຍໃນການແປ
*ຖ້າເປັນໄປໄດ້ ”ພຣະຜູ້ຊ່ວຍໃຫ້ລອດ” ຄວນແປດ້ວຍຄຳທີ່ກ່ຽວຂ້ອງກັບຄຳວ່າ ”ຊ່ວຍເຫລືອ” ແລະ”ຊ່ວຍໃຫ້ລອດ”
- ວິທີທີ່ແປຄຳນີ້ສາມາດລວມ ”ຜູ້ທີ່ຊ່ວຍ”ຫລື “ພຣະເຈົ້າຜູ້ຊົງຊ່ວຍ”ຫລືຜູ້ໄດ້ຊ່ວຍໃຫ້ພົ້ນຈາກອັນຕະລາຍ” ຫລື ”ຜູ້ທີ່ຊ່ວຍເຫລືອຈາກຂ້າເສິກ” ຫລື”ພຣະເຢຊູຜູ້ນັ້ນທີ່ໄດ້ຊ່ວຍກູ້”
ພຣະຜູ້ເປັນເຈົ້າ
ຄຳວ່າ “ ພຣະຜູ້ເປັນເຈົ້າ ” ໝາຍເຖິງຜູ້ໃດຜູ້ໜຶ່ງທີ່ມີສິດຄອບຄອງ ຫລື ສິດອຳນາເໜືອຜູ້ຄົນ. ເມື່ອຂຶ້ນຕົ້ນອັກສອນຕົວໃຫຍ່, ເປັນຕຳແໜ່ງທີ່ອ້າງເຖິງພຣະເຈົ້າ. ( ເຖິງຢ່າງໃດກໍ່ຕາມໃຫ້ສັງເກດວ່າເມື່ອໃຊ້ເປັນຮູບແບບຂອງການເວົ້າກັບຜູ້ໃດຜູ້ໜຶ່ງ ຫຼື ໃນຕອນເລີ່ມຕົ້ນຂອງປະໂຫຍກມັນອາດຈະເປັນຕົວອັກສອນໃຫຍ່ ແລະ ມີຄວາມໝາຍຂອງ " ນາຍທ່ານ " ຫຼື " ນາຍ. " ) * ໃນພັນທະສັນຍາເດີມ, ຄຳສັບນີ້ຍັງຖືກນຳໃຊ້ໃນສຳນວນຕ່າງໆເຊັ່ນ: "ອົງພຣະຜູ້ເປັນເຈົ້າ. ພຣະຜູ້ເປັນເຈົ້າອົງສູງສຸດ " ຫລື " ອົງພຣະຜູ້ເປັນເຈົ້າ " ຫລື " ອົງພຣະຜູ້ເປັນເຈົ້າຂອງພວກເຮົາ." * ໃນພັນທະສັນຍາໃໝ່, ພວກອັກຄະສາວົກໄດ້ໃຊ້ຄຳນີ້ໃນສຳນວນຕ່າງໆເຊັ່ນ " ພຣະເຢຊູຄຣິດ " ແລະ " ອົງພຣະເຢຊູຄຣິດ " ເຊິ່ງສື່ສານວ່າພຣະເຢຊູຄືພຣະເຈົ້າ. * ຄຳວ່າ " ອົງພຣະຜູ້ເປັນເຈົ້າ " ໃນພັນທະສັນຍາໃໝ່ຍັງຖືກນຳໃຊ້ເປັນຄຳດຽວ ເພື່ອເປັນການເວົ້າເຖິງພຣະເຈົ້າໂດຍສະເພາະໃນຂໍ້ອ້າງອີງຈາກພຣະສັນຍາເດີມ. ຕົວຢ່າງເຊັ່ນ, ໃນພັນທະສັນຍາເດີມບອກວ່າ, " ນະມັດສະການແດ່ພຣະອົງຜູ້ສະເດັດມາໃນນາມຂອງພຣະຢາເວ " ແລະ ໃນພັນທະສັນຍາໃໝ່ໄດ້ກ່າວວ່າ, " ນະມັດສະການແດ່ພຣະອົງຜູ້ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ." * ໃນສະບັບ ULB ແລະ UDB ຕຳແໜ່ງ " ອົງພຣະຜູ້ເປັນເຈົ້າ " ຖືກແປໃນພາສາເປັນພາສາເຮັບເຮີ ແລະ ກຮີກ ໝາຍເຖີງ " ອົງພຣະຜູ້ເປັນເຈົ້າ " ເທົ່ານັ້ນ ບໍ່ໄດ້ຖືກແປເປັນພຣະນາມຂອງພຣະເຈົ້າ ( ພຣະຢາເວ ) ຄືກັນກັບການແປໃນຫຼາຍສະບັບ
ຄຳແນະນຳໃນການແປ
- ບາງພາສາແປຄຳນີ້ວ່າ " ນາຍ " ຫຼື " ຜູ້ປົກຄອງ " ຫຼືໃຊ້ຄຳອື່ນທີ່ສື່ເຖີງເຈົ້າຂອງ ຫຼື ຜູ້ປົກຄອງທີ່ມີອຳນາດສູງສຸດ
- ໃນບາງສະພາບການທີ່ເໝາະສົມ ຄຳແປຫຼາຍສະບັບໃຊ້ຕົວອັກສອນໂຕທຳອິດເປັນໂຕພິມໃຫຍ່ເພື່ອຈະເຮັດໃຫ້ຜູ້ອ່ານຈຳແນກອອກຢ່າງຊັດເຈນວ່າຄຳນັ້ນໝາຍເຖີງພຣະເຈົ້າ
- ມີຫຼາຍສະຖານທີ່ໃນພັນທະສັນຍາໃໝ່ທີ່ອ້າງເຖີງພັນທະສັນຍາເດີມ ຄຳວ່າ " ອົງພຣະຜູ້ເປັນເຈົ້າພຣະເຈົ້າ " ສາມາດໃຊ້ເພື່ອຈຳແນກໄດ້ຢ່າງຊັດເຈນຄຳນັ້ນໝາຍເຖີງພຣະເຈົ້າ
- บางภาษาแปลคำนี้ว่า "นาย" หรือ "ผู้ปกครอง" หรือใช้คำอื่นที่สื่อถึงเจ้าของหรือผู้ปกครองที่มีอำนาจสูงสุด
ພຣະລັກສະນະຂອງພຣະເຈົ້າ,ລັກສະນະ
ຄຳວ່າ "ລັກສະນະ "ອ້າງເຖີງບາງສິ່ງທີ່ເບິ່ງເຫມືອນສິ່ງອື່ນຫລືເຫມືອນບາງຄົນໃນບຸກຄະລິກລັກສະນະຫລືແກ່ນແທ້.ວາລີທີ່ວ່າ"ພຣະລັກສະນະຂອງພຣະເຈົ້າ "ຖືກໃຊ້ໃນຫລາຍວິທີທາງ,ຂື້ນຢູ່ກັບບໍລິບົດ.
ເມື່ອເດີມນັ້ນພຣະເຈົ້າຊົງສ້າງມະນຸດຕາມ"ພຣະລັກສະນະຂອງພຣະເຈົ້າ"ນັ້ນຄື"ໃຫ້ເຫມືອນກັບພຮະອົງ"ນີ້ຫມາຍຄວາມວ່າຄົນເຮົາມີລັກສະນະພິເສດບາງຢ່າງທີ່ສະທ້ອນເຖີງພຣະລັກສະນະຂອງພຣະເຈົ້າ ເຊ່ນ ຄວາມສາມາດໃນການຮັບຮູ້ເຖີງອາລົມຕ່າງໆຄວາມສາມາດໃນການໃຫ້ເຫດຜົນແລະສື່ສານ,ແລະວິນຍານທີ່ດຳລົງຢູ່ຕລອດການ. ພຣະຄຳພີສອນວ່າພຣະເຢຊູ ພຣະບຸດຂອງພຣະເຈົ້າ ຄື "ພຣະລັກສະນະຂອງພຣະເຈົ້າ "ນັ້ນຄືພຣະອົງເອງຊົງເປັນພຣະເຈົ້າ.ບໍ່ເຫມືອນກັບມະນຸດ ພຣະເຢຊູບໍ່ໄດ້ຖືກນີລະມິດຂື້ນມາ. ຕລອດນີລັນດອນ.. ພຣະເຈົ້າ ພຣະບຸດຊົງມີພຣະລັກສະນະຂອງພຣະເຈົ້າທັງຫມົດເພາະວ່າພຣະອົງຊົງສະພາບດຽວກັນກັບພຣະເຈົ້າພຣະບິດາ.
ຄຳແນະນຳໃນການແປ
ເມື່ອອ້າງເຖີງພຣະເຢຊູ,"ພຣະລັກສະນະຂອງພຣະເຈົ້າ "ສາມາດແປໄດ້ວ່າ "ຄວາມເຫມືອນກັບພຣະເຈົ້າທຸກປະການ " ຫລື "ສະພາບດຽວກັນກັບພຣະເຈົ້າ " ຫລື "ການດຳລົງຢູ່ເຊ່ນດຽວກັນກັບພຣະເຈົ້າ " ເມື່ອອ້າງອີງເຖີງມະນຸດ, "ພຣະເຈົ້າຊົງສ້າງພວກເຂົາຕາມພຣະລັກສະນະຂອງພຣະອົງ " ສາມາດແປໄດ້ດ້ວຍວາລີທີ່ຫມາຍຄວາມວ່າ, "ພຣະເຈົ້າຊົງສ້າງພວກເຂົາໃຫ້ເຫມືອນພຣະອົງ " ຫລື "ພຣະເຈົ້າຊົງສ້າງພວກເຂົາໃຫ້ມີບຸກຄະລິກລັກສະນະເຫມືອນພຣະອົງເອງ "
ພຣະວິນຍານບໍລິສຸດ, ພຣະວິນຍານຂອງພຣະເຈົ້າ, ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ
ຄຳເຫລົ່ານີ້ລ້ວນໝາຍເຖິງພຣະວິນນຍານບໍລິສຸດ, ຜູ້ຊຶ່ງເປັນພຣະເຈົ້າ. ພຣະເຈົ້າທ່ຽງແທ້ພຽງອົງດຽວຊົງເປັນຢູ່ຕະຫລອດການໃນຖານະພຣະບິດາ, ພຣະບຸດ, ແລະພຣະວິນຍານບໍລິສຸດ. * ພຣະວິນຍານບໍລິສຸດຍັງມີການອ້າງເຖິງວ່າເປັນ, "ພຣະວິນຍານ" ແລະ "ພຣະວິນຍານແຫ່ງພຣະຢາເວ" ແລະ "ພຣະວິນຍານແຫ່ງຄວາມຈິງ." * ເພາະພຣະວິນຍານບໍລິສຸດຄືພຣະເຈົ້າ, ພຣະອົງຈຶ່ງຊົງບໍລິສຸດຢ່າງແທ້ຈິງ, ປະສະຈາກມົນທິນທັງໝົດ, ແລະສົມບູນແບບໃນທາງສິນລະທຳໃນພຣະລັກສະນະໂດຍທຳມະຊາດທັງໝົດຂອງພຣະອົງແລະທຸກສິ່ງທີ່ພຣະອົງຊົງກະທຳ. * ຮ່ວມກັບພຣະບິດາ ແລະພຣະບຸດ, ພຣະວິນຍານບໍລິສຸດຊົງເນລະມິດສ້າງໂລກ. * ເມື່ອພຣະບຸດຂອງພຣະເຈົ້າ, ພຣະເຢຊູສະເດັດກັບສູ່ສະຫວັນ, ພຣະເຈົ້າຊົງສົ່ງພຣະວິນຍານບໍລິສຸດມາຍັງຄົນຂອງພຣະອົງເພື່ອຈະນຳພວກເຂົາ, ສອນພວກເຂົາ, ປອບໂຢນພວກເຂົາ, ແລະຊ່ວຍໃຫ້ພວກເຂົາເຮັດຕາມນ້ຳພຣະໄທຍຂອງພຣະເຈົ້າໄດ້. * ພຣະວິນຍານບໍລິສຸດຊົງນຳພຣະເຢຊູແລະພຣະອົງຊົງນຳຄົນເຫລົ່ານັ້ນທີ່ເຊື່ອໃນພຣະເຢຊູ.
ຄຳແນະນຳໃນການແປ
- ຄຳນີ້ສາມາດແປໄດ້ງ່າຍໆ ດ້ວຍຄຳທີ່ໃຊ້ໃນການແປ "ບໍລິສຸດ" ແລະ "ພຣະວິນຍານ."
- ວິທີການທີ່ຈະແປຄຳນີ້ອາດລວມເຖິງ, "ພຣະວິນຍານບໍລິສຸດ" ຫລື "ພຣະວິນຍານທີ່ຊົງບໍລິສຸດ" ຫລື "ພຣະເຈົ້າພຣະວິນຍານ."
ພຣະວຶຫານ
ວຶຫານເປັນອາຄານທີລອມລອບດ້ວຍລານລອມລອບດ້ວຍກຳແພງທີ່ຄົນອຶດສະຣາເອນມາອະທຶຖານແລະຖາມຖວາຍເຄືອງບູຊາແດ່ພຣະເຈົ້າ ຕັວວຶຫານຕັ້ງຢູທີ່ພູເຂົາໂມຣຶອາດໃນກຸງເຢລູຊາເລັມ * ຫລາຍຄັ້ງຄຳວ່າ"ພຣະວຶຫານ" ອ້າງເຖຶງສ່ວນປະກອບຂອງວຶຫານທັ້ງໝົດທີ່ລວມເຖຶງລານວຶຫານທີ່ລອມລອບອາຄານຫລັກ ບ່າງເທືອກໍ່ອ້າງເຖຶງອາຄານເທົ່ານັ້ນ * ອາຄານວຶຫານມີຢູ່ສອງຫ້ອງຫ້ອງບໍຣຶສຸດແລະຫ້ອງບໍຣຶສຸດທີ່ສຸດ * ພຣະເຈົ້າໄດ້ອ້າງອຶງພຣະວຶຫານວ່າເປັນທີ່ປະທັບຂອງພຣະອົງ * ໃນຣາດສະໄໝຂອງກະສັດຊາໂລໂມນ ພຣະອົງໄດ້ຊົງສ້າງພຣະວຶຫານ ເຊຶງເປັນສະຖານທີຖາວອນທີ່ໃຊ້ນະມັດສະການພຣະເຈົ້າໃນກຸງເຢລູຊາເລັມ * ໃນພັນທະສັນຍາໃໝ່ຄຳວ່າ"ພຣະວຶຫານຂອງພຣະວຶນຍານບໍຣຶສຸດ" ກໍ່ໃຊ້ອ້າງອຶງເຖຶງຫລົ່າຜູ້ເຊື່ອໃນພຣະເຢຊູຄຣຶດເຈົ້າເພາະພຣະວຶນຍານບໍຣຶສຸດສະຖຶດຢູ່ກັບພວກເຂົາ
ຄຳແນະນຳໃນການແປ
- ໂດຍປົກກະຕຶພຣະຄຳພີກ່າວວ່າປະຊາຊົນ "ຢູ່ໃນພຣະວຶຫານ" ນີ້ອ້າງເຖຶງພຣະວຶຫານນອກອາຄານສາມາດແປໄດ້ວ່າ "ໃນລານພຣະວຶຫານ" ຫຼື "ໃນສ່ວນປະກອບຂອງພຣະວຶຫານ"
- ເມືອອ້າງເຖຶງຕັວອາຄານຄຳແປບາງຄຳແປຈະແປວ່າ "ພຣະວຶຫານ" ເປັນອາຄານວຶຫານ" ເພື່ອທຳໃຫ້ຊັດເຈນວ່າກຳລັງອ້າງເຖຶງສຶ່ງໃດ
- ວຶທີແປ "ພຣະວຶຫານ" สສາມາດລວມ "ບ້ານບໍຣຶສຸດຂອງພຣະເຈົ້າ" ຫຼື"ສະຖານນະມັດສະການສັກສຶດ"
- ຫລາຍຄັ້ງໃນພຣະຄຳພີ ພຣະວຶຫານອ້າງເຖຶງວ່າເປັນ"ບ້ານຂອງພຣະຢາເວ" ຫຼື "ບ້ານຂອງພຣະເຈົ້າ"
ພຣະສີຣິ,ພຣະສະຫງ່າລາສີ
ທົ່ວໄປແລ້ວຄຳວ່າ "ພຣະສີຣິ" ຫມາຍເຖີງກຽດ" ຄວາມສະຫງ່າງາມແລະຄວາມຍິ່ງໃຫຍ່ທີ່ສູດ ສິ່ງໃດກໍຕາມທີ່ມີພຣະສີຣິຄືການມີ "ສະຫງ່າຣາສີ" .
- ບາງຄັ້ງ "ພຣະສີຣິ" ອາ້ງເຖີງບາງສິ່ງທີ່ມີຄູນຄ່າຍິ່ງໃຫຍ່ແລະສຳຄັນໃນບໍລິບົດອື່ນກໍຄືການສື່ສານເຖີງຄວາມສະຫງ່າງາມ ຄວາມສະຫວ່າງແລະການພິພາກສາ.
- ຕົວຢ່່າງເຊັ່ນ ປະໂຫຍກທີ່ວ່າ "ກຽດຂອງຄົນລ້ຽງແກະ" ໝາຍເຖີງທົ່ງຫຍ້າຂຽວສົດທີ່ແກະຂອງເຂົາໄດ້ມີກິນຢ່່າງສົມບຸນ.
- ພຣະສີຣິໂດຍສະເພາະແລ້ວຈະໃຊ້ເພື່ອອະທິບາຍເຖີງພຣະເຈົ້າຜຸ່ທີ່ຊົງສະຫງ່າຣາສີຫລາຍຍີ່ງກວ່າຜຸ້ໃດຫລືສິ່ງໃດໃນຈັກກະວານນີ້ ທູກສິ່ງໃນພຣະລັກສະນະຂອງພຣະອົງເປີດເຜີຍ ພຣະສີຣິແລະສະຫງ່າຣາສີຂອງພຣະອົງເປີດເຜີຍພຣະສີຣິແລະສະຫງ່າຣາສີຂອງພຣະອົງ.
- ຄຳກ່າວ "ຖວາຍພຣະສີຣິໃນ" ຫມາຍເຖີງການໂອ້ອວດໃນສິ່ງ ນັ້ນຫລືການພາກພຸມໃຈໃນບາງສິ່ງ.
ຄຳແນະນຳການແປ
- ຂື້ນຢຸ່ກັບບໍລິບົດ,bTu ທີ່ແຕກຕ່າງໃນການແປ "ພຣະສີຣິ" ສາມາດລວມທັງ "ສະຫງ່າຣາສີ"ຫລື "ຄວາມສະຫວ່າງ" ຫລື "ຍິ່ງໃຫຍ່ຕາການຕາ" ຫລື "ຍິ່ງໃຫຍ່" ຫລື "ມີຄູນຄ່າຍິ່ງ.
- ຄຳວ່າ "ສະຫງ່າຣາສີ" ສາມາດແປ "ເຕັມພຣະສີຣິ" ຫລື "ມີຄ່າຫລາຍ" ຫລື" ສະຫວ່າງສະໃຫວ" ຫລື" ດີເລີດ"
- ຄຳກ່າວທີ່ວ່າ "ຖວາຍພຣະສີຣິແດ່ພຣະເຈົ້າ"ສາມາດແປໄດ້ວ່າ"ຖວາຍກຽດແລະຄວາມຍິ່ງໃຫຍ່ຂອງພຣະເຈົ້າ" ຫລື "ສັນລະເສີນພຣະເຈົ້າເພາະຄວາມດີເລີດຂອງພຣະອົງ" ຫລື "ບອກຄົນອີ່ນເຖີງຄວາມຍີ່ງໃຫຍ່ຂອງພຣະອົງ". ຄຳກ່າວ "ພຣະສີຣິໃນ" ສາມາດແປວ່າ" ສັນເສີນ" ຫລື" ພຸມໃຈ ໃນ" ຫລື" ໂອ້ອວດ" ຫລື "ຊື່ນຊົມໃນ".
ຮ
ພຣະເຈັັັັັັັັັັັັັັັັັັັັັັັັັັັ້າ
ໃນພຣະຄຳພີຄຳວ່າ "ພຣະເຈົ້າ" ອາ້ງເຖີງຜຸ້ທີ່ມີຊີວິດນີລັນດອນ ຜຸ້ຊົງສ້າງຈັກກະວານຄວາມຫວ່າງເປົ່າ ພຣະເຈົ້າຊົງເປັນຢຸ່່ໃນຖານະພຣະບິດາ ພຣະບູດ ພຣະວິນຍານບໍຣິສູດ ພຣະນາມຂອງພຣະເຈົ້າຄື "ພຣະເຈົ້າຢາເວ"
- ພຣະເຈົ້າຊົງເປັນຢຸ່ສະເມີ;ພຣະອົງຢຸ່ກ່ອນສິ່ງອື່ນໃດຈະເກີດຂື້ນແລະພຣະອົງຈະຢຸ່ສະເມີເປັນນິດ.
- ພຣະອົງຊົງເປັນພຣະເຈົ້າທ໋ຽງແທ້ພຽງຜຸ້ດຽວທີ່ມີອຳນາດເໜືອທູກສິ່ງໃນຈັກກະວານ.
- ພຣະເຈົ້າທ່ຽງທັມດີພອ້ມ ສະຕິປັນຍາຢ່າ່ງຫລວງຫລາຍບໍຣິສູດ ບໍ່ມີບາບ ຍູດຕິທັມ ເມດຕາແລະມີຄວາມຮັກ.
- ພຣະອົງເປັນພຣະເຈົ້າທີ່ຮັກສາຄຳສັນຍາແລະເຕີມເຕັມຄຳສັນຍາຂອງພຣະອົງສະເມີ.
- ມະນູດຖືກສ້າງມາເພື່ອນະມັດສະການພຣະເຈົ້າແລະພຣະອົງເປັນຜຸ້ດຽວທີ່ພວກເຂົາຄວນສັນລະເສີນ.
- ພຣະເຈົ້າຊົງເປີດເຜີຍພຣະນາມຂອງພຣະອົງຄື"ພຣະເຈົ້າຢາເວ"ໝາຍເຖີງ"ພຣະອົງເປັນ" ຫລຶ "ເຮົາເປັນ" ຫລື "ຜຸ້ຊົງເປັນຢຸ່ເປັນນິດ.
- ພຣະຄຳພີກໍສອນເຖີງ "ພະ" ທຽມເທັດດວ້ຍຊຶ່ງກໍຄືຮຸບໂຄລົບ ທີ່ບໍ່ມີຊີວິດທີ່ຜຸ້ຄົນຫລົງໄປນະມັດສະການແບບຜິດໆ.
ຄຳແນະນຳການແປ
- ແນວທາງໃນການແປຄຳວ່າ "ພຣະເຈົ້າ" ສາມາດລວມທັ້ງ "ເທບ" ຫລື "ພຣະຜຸ້ສ້າງ" ຫລື "ຜຸ້ສຸງສົ່ງ"
- ອີແນວທາງໃນການແປຄຳວ່າ "ພຣະເຈົ້າ" ສາມາດລວມ "ພຣະຜຸ້ສ້າງຜຸ້ສຸງສົ່ງ" ຫລື "ອົງອະທິປະໄຕນິລັນດອນ" ຫລື ພຣະຜຸ້ຊົງດຳຣົງຢຸ່ແລະພຣະຜຸ້ສຸງສົ່ງ"
- ພິຈາລະນາວ່າພຣະເຈົ້າຈະຖືກອ້າງເຖີງໃຊ້ພາສາທ້ອງຖິ່ນຫລືລະດັບຊາດແນວໃດ ນອກຈາກນີ້ອາດມີຄຳວ່າ "ພຣະເຈົ້" ຢຸ່ໃນພາສາທີ່ແປແລ້ວຖ້າເປັນເຊັ່ນນັ້ນສິ່ງສຳຄັນຄືຕອ້ງກວດສອບໃຫ້ແນ່ໃຈວ່າຄຳນີ້ຖືກກັບລັກສະນະສະເພາະຂອງພຣະເຈົ້າອົງດຽວຢ່່າງທີ່ອະທິບາຍໃວ້ຂ້າງທຳອິດ
- ຫລາຍພາສາໃຊ້ຕົວໜັງສືຕົວທຳອິດເປັນຕົວໃຫຍ່ເພື່ອບົ່ງບອກເຖີງພຣະເຈົ້າຜຸ້ທ່ຽງແທ້ແຕ່ອົງດຽວ ເພື່ອແຍກຄວາມແຕກຕ່າງຈາກຄຳເວົ້າຂອງພະທຽມເທັດຫລືພຣະເຈົ້າ.
- ອີກວິທີໜື່ງທີ່ຈະເຮັດໃຫ້ເຫັນຄວາມແຕກຕ່າງນີ້ຄືການໃຊ້ຄຳ ທີ່ແຕກຕ່າງຄືຄຳວ່າ "ພຣະເຈົ້າ" ແລະຄຳວ່າ "ພະ".
- ວາລີ "ເຮົາຈະເປັນພຣະເຈົ້າຂອງພວກເຂົາແລະພວກເຂົາຈະເປັນຄົນຂອງເຮົາ "ແປໄດ້ອີກວ່າ" ເຮົາຄືພຣະຈະປົກຄອງເໜືອຄົນເຫົ່ານີ້ແລະພວກເຂົາຈະນະມັດສະການເຮົາ".
ພຣະເຈົ້າພຣະບິດາ,ພຣະບິດາໃນສະຫວັນ,ພຣະບິດາ
ຄຳວ່າ "ພຣະເຈົ້າພຣະບິດາ" ແລະ "ພຣະບິດາໃນສະຫວັນ" ອ້າງເຖີງພຣະເຈົ້າຢາເວ,ພຣະເຈົ້າຜຸ້ທ່ຽງແທ້ແຕ່ອົງດຽວ ຄຳນີ້ບາງຄັ້ງ ກໍເີກດຂີື້ນດວ້ຍຄຳວ່າ "ພຣະບິດາ" ໂດຍສະເພາະເວລາທີ່ພຣະເຢຊຸກຳລັງອ້າງເຖີງພຣະອົງ.
- ພຣະເຈົ້າຊັງເປັນຢຸ່ໃນຖານະພຣະເຈົ້າພຣະບິດາ ພຣະເຈົ້າພຣະບູດແລະພຣະເຈົ້າພຣະວິນຍານບໍຣິສູດ ແຕ່ລະພຣະອົງກໍຄືພຣະເຈົ້າຢ່າງສົມບຸນແລະເປັນພຣະເຈົ້າອົງດຽວກັນ ນີ້ເປັນເລື້ອງລຶກລັບທີ່ມະນູດບໍ່ສາມາດເຂົ້າໃຈໄດ້.
- ພຣະເຈົ້າພຣະບິດາໄດ້ສົ່ງພຣະເຈົ້າພຣະບູດ (ພຣະເຢຊຸ) ມາໃນໂລກນີ້ແລະພຣະອົງໄດ້ສົ່ງພຣະວິນຍານບໍຣິສູດມາຍັງຄົນຂອງພຣະອົງ.
- ຜຸ້ໃດທີ່ເຊື່ອໃນພຣະເຈົ້າພຣະບູດຈະໄດ້ເປັນບູດຂອງພຣະເຈົ້າ ພຣະບິດາແລະພຣະເຈົ້າພຣະວິນຍານບໍຣິສູດຈະມາຢຸ່ໃນຄົນນັ້ນ ນີ້ອີກເປັນເລື້ອງລຶກລັບທີ່ມະນູດບໍ່ສາມາດເຂົ້າໃຈໄດ້ທັງໝົດ.
ຄຳແນະນຳການແປ
*ໃນວາລີທີ່ວ່າ "ພຣະເຈົ້າພຣະບິດາ" ຈະດີທີ່ສູດຖ້າແປເປັນ"ພຣະບິດາ" ດວ້ຍຄຳດຽວກັນກັບພາສາທີ່ເປັນທັມມະຊາດ ທີ່ໃຊ້ເພື່ອອ້າງເຖີງພໍ່ໃນແບບມະນູດ. * ຄຳວ່າ "ພຣະບິດາໃນສະຫວັນ ສາມາດແປໄດ້ອີກວ່າ "ພຣະບິດາຜຸ້ຊົງສະຖິດໃນສະຫວັນ" * ປົກກະຕິແລ້ວ "ພຣະບິດາ" ຈະໃຊ້ຈົວອັກສອນໃຫຍ່ເພື່ອສະແດງໃຫ້ເຫັນວ່າອ້າງເຖີງພຣະເຈົ້າ.
ພຣະເຢຊູ, ພຣະເຢຊູຄຣິດເຈົ້າ, ພຣະຄຣິດເຈົ້າເຢຊູ
ພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າພຣະນາມ ”ເຢຊູ” ໝາຍເຖິງ ພຣະຢາເວຊົງຊ່ວຍໃຫ້ພົ້ນ. ຄຳວ່າ ”ຄຣິດ” ແມ່ນຄຳທີ່ມິຄວາມໝາຍວ່າ ”ຜູ້ຖືກເຈີມ” ແລະເປັນອີກຄຳໜຶ່ງທີ່ແປວ່າພຣະເມຊີອາ.
- ຊື່ທັງສອງມັກຖືກລວມເຂົ້າກັນເປັນ ”ພຣະເຢຊູຄຣິດເຈົ້າ”ຫລື ”ພຣະຄຣິດເຈົ້າເຢຊູ.” ຊື່ເຫລົ່ານີ້ເນັ້ນໜັກວ່າພຣະບຸດຂອງພຣະເຈົ້າເປັນພຣະເມຊີອາຜູ້ທີ່ສະເດັດມາຊ່ວຍປະຊາຊົນໃຫ້ພົ້ນຈາກການຖືກລົງໂທດນິຣັນດອນສຳຫລັບບາບທັງຫລາຍຂອງພວກເຂົາ.
- ໃນການອັດສະຈັນພຣະວິນຍານບໍຣິສຸດໄດ້ຊົງບັນດານໃຫ້ພຣະບຸດຂອງພຣະເຈົ້ານິຣັນດອນລົງມາບັງເກີດເປັນມະນຸດ.ພໍ່ແມ່ທີ່ຢູໃນໂລກຂອງພຣະອົງທູດສະຫວັນໄດ້ບອກໃຫ້ເອີ້ນພຣະນາມວ່າ ”ພຣະເຢຊູ” ຍ້ອນວ່າພຣະອົງມີຈຸດປະສົງທິ່ຈະຊ່ວຍມະນຸດທຸກຄົນໃຫ້ພົ້ນຈາກບາບທັງຫລາຍຂອງພວກເຂົາ.
- ພຣະເຢຊູໄດ້ເຮັດການອັດສະຈັນຫລາຍຢ່າງເຊິ່ງສະແດງວ່າພຣະອົງຊົງເປັນພຣະເຈົ້າແລະພຣະອົງຊົງເປັນພຣະຄຣິດ, ຫລື ພຣະເມຊີອາ.
ຄຳແນະນຳໃນການແປ
- ຫລາຍພາສາສະກົດ ”ພຣະເຢຊູ” ແລະ ”ພຣະຄຣິດ” ໃນແບບທີ່ຮັກສາຊື່ສຽງຫລືສະກົດໄວ້ໃຫ້ຢູ່ໃກ້ກັບຕົ້ນສະບັບຫລາຍທີ່ສຸດເທົ່າທີ່ເຮັດໄດ້. ຍົກຕົວຢ່າງ: ”ເຢຊູຄຣິດໂຕ” ”ເຢສູຄຣິດຕຸດ” ”ເຢຊູຄຣິດ” ”ເຢສູຄຣິດຕຸດ” ແລະ ”ເຮສູຄຣິດໂຕ” ນີ້ແມ່ນບາງວິທີທີ່ຊື່ເຫລົ່ານີ້ຖືກແປເປັນພາສາຕ່າງໆ.
- ສຳຫລັບຄຳວ່າ, ”ພຣະຄຣິດ,” ບາງພາສາອາດຈະມັກໃຊ້ຮູບແບບຂອງຄຳວ່າ ”ພຣະເມຊີອາ” ຕະຫລອດ.
- ຍັງພິຈາລະນາວິທີການສະກົດຊື່ເຫລົ່ານີ້ເປັນພາສາທ້ອງຖິ່ນຫລືພາສາປະເທດໃກ້ຄຽງ.
ພວກນອກສາສະໜາ
ໃນສະໄໝພຣະຄຳພີນັ້ນ ຄຳວ່າ ພວກນອກສາສະໜາ ໃຊ້ອະທິບາຍເຖີງຄົນທີ່ນະມັດສະການພະທຽງເທັດແທນການນະມັດສະການພຣະເຈົ້າຢາເວ
ສີ່ງຕ່າງໆ ທີ່ກ່ຽວກັບຄົນກຸ່ມນີ້ ເຊັ່ນ ແທ່ນບູຊາທີ່ພວກເຂົານະມັດສະການ ພິທີກຳທາງສາສະໜາທີ່ພວກເຂົາປະຕິບັດ ຫຼືຄວາມເຊື່ອຂອງພວກເຂົາ ຖືກເອີ້ນວ່າ ນອກສາສະໜາ ເຊັ່ນດຽວກັນ ພວກນອກສາສະໜາເຊື່ອໃນລະບົບທີ່ລວມໄປເຖີງການນະມັດສະການພະປອມຫຼືນະມັດສະການທຳມະຊາດ ສາສະໜາປອມບາງສາສະໜາລວມໄປເຖີງພິທີກຳເຊີ່ງກ່ຽວກັບພິທີກຳທາງເພດຫຼືການຂ້າຄົນເພື່ອເປັນສ່ວນໜື່ງຂອງການນະມັດສະການ
ພວກສິບສອງຄົນ, ພວກສິບເອັດຄົນ
ຄຳວ່າ "ພວກສິບສອງຄົນ" ອ້າງເຖິງຜູ້ຊາຍສິບສອງຄົນທີ່ພຣະເຢຊູເຈົ້າໄດ້ເລືອກໃຫ້ເປັນສາວົກທີ່ໃກ້ຊິດຂອງພຣະອົງຫຼືອັກຄະຣະສາວົກ ຫລັ່ງຈາກທີ່ຢູດາໄດ້ຂ້າຕັວຕາຍພວກເຂົາກໍ່ຖືກເອີນວ່າ "ພວກສິບເອັດຄົນ"
- ພຣະເຢຊູເຈົ້າມີສາວົກອືນໆອີກແຕ່ຕຳແໜ່ງ "ພວກສິບສອງຄົນ" ໄດແສດງຄວາມແຕກຕ່າງແກ່ບັນດາຜູ້ທີ່ຕິດຕາມພຮະອົງຕລອດສາມປີຂອງພັນທະກິດ *ຊື່ຂອງສາວົກເຫລົ່ານີ້ໄດແສດງໃນມັດທາຍ 10, ມາລາໂກ 3 ແລະລູກາ 6
- ບາງຄັ້ງຫລັງຈາກພຣະເຢຊູສະເດັດສູ່ສະຫວັນ "ພວກສິບເອັດຄົນ" ໄດ້ເລືອກສາວົກຊື່ມັດທິອັດໄປແທ່ນທີ່ຢູດາແລ້ວພວກເຂົາຈຶງຖືກເອີນວ່າ"ພວກສິບສອງຄົນ" ອີກຄັ້ງໜຶ່ງ
ຄຳແນະນຳໃນການແປ
- ສຳຫລັບຫລາຍພາສາອາດຊັດເຈນຫຼືເປັນທຳມະຊາດຫລາຍຂື້ນໂດຍເພິ່ມຄຳນາມແລະເວົ້າວ່າ "ອັກຄະລະສາວົກສິບສອງຄົນ" ຫຼື "ສາວົກສິບສອງຄົນທີ່ໃກ້ຊິດກັບພຣະເຢຊູເຈົ້າ"
- "ພວກສິບເອັດຄົນ" ສາມາດແປວ່າ "ສາວົກສິບເອັດຄົນຂອງພຣະເຢຊູເຈົ້າທີ່່ເຫລືອຢູ່"
- ຄຳແປບາງຄຳແປອາດຕ້ອງການໃຊ້ເປັນຕັວໜັງສືໃຫ່ຽເພື່ອເນັ້ນເຖິງຕຳແໜ່ງ ຢ່າງເຊ່ນທີ່ໃຊ້ໃນ "ພວກສິບສອງຄົນ" ແລະ "ພວກສິບເອັດຄົນ"
ພວກຫົວຫນ້າປະໂລຫິດ
ພວກຫົວຫນ້າປະໂລຫິດເປັນຜູ້ນຳທາງສາດສະຫນາຂອງຊາວຢິວທີ່ສຳຄັນໃນຊວ່ງເວລາທີ່ພຣະເຢຊູຊົງພຣະຊົນຢູ່ເທິງແຜ່ນດິນໂລກ. * ພວກຫົວຫນ້າປະໂລຫິດຮັບຜິດຊອບ ທຸກສິ່ງທີ່ຈຳເປັນສຳຫລັບການນະມັສະການທີ່ພຣະວິຫານ ພວກເຂົາຍັງມີຫນ້າທີ່ຮັກສາກຽ່ວກັບເງິນທີ່ຖວາຍໃຫ້ກັບພຣະວິຫານດວ້ຍ. .ພວກເຂົາຢູ່ໃນລະດັບສູງກົ່ວແລະມີອຳກົ່ວປະໂລຫິດທົ່ວໄປມີແຕ່ມະຫາປະໂລຫິດເທົ່ານັ້ນທີ່ມີສິດອຳນາດເຫນືອກົ່ວ. *ພວກຫົວຫນ້າປະໂລຫິດເປັນສັດຕູທີ່ສຳຄັນຂອງພຣະເຢຊູພວກເຂົາພະຍາຍາມຍຸຍົງ ໃ້ຫຜູ້ນຳຊາວໂຣມຈັບກຸມແລະຂ້າພຣະອົງ.
ຄຳແນະໃນການແປ
- ຄຳວ່າ "ພວກຫົວຫນ້າປະໂລຫິດ"ສາມາດແປໄດ້ວ່າ "ພວກປະໂລຫິດຄົນສຳຄັນ" ຫລື "ພວກຜູ້ນຳປະໂລຫິດ" ຫລື "ພວກປະໂລຫິດທີ່ປົກຄອງ"
- ຂໍໃຫ້ແນ່ໃຈວ່າ ຄຳນີ້ແປແຕກຕ່າງຈາກຄຳວ່າ "ມະຫາປະໂລຫິດ.
ພວກເດັກ,ເດັກ,ລູກ
ໃນພຣະຄຳພີ ຄຳວ່າ "ເດັກ"ມັກຈະໃຊ້ໂດຍທົ່ວໄປທທີ່ກ່າວເຖີງຄົນທີ່ຢູ່ໃນວັຍເດັກ ລວມເຖີງເດັກນອ້ຍດ້ວຍ ຄຳວ່າ "ພວກເດັກ"ເປັນຮູບພະຫູບົດ ແລະຍັງໃຊ້ເປັນຄຳປຽບທຽບດວ້ຍ.
- ໃນພຣະຄັມພີ ພວກສາວົກ ຫລືພວກຄົນທີ່ຕິດຕາມ ບາງຄັ້ງກໍເອີ້ນວ່າ "ພວກເດັກ".
- ຄຳວ່າ "ພວກເດັກ" ມັກຈະໃຊ້ຫມາຍເຖີງເຊຶ້ອສາຍຂອງບຸກຄົນ
- ຄຳເວົ້າ "ພວກຂອງເດັກ" ສາມາດໃຊ້ໃນຄວາມຫມາຍຂອງການບອກເປັນລັກສະນະຂອງບາງສິ່ງ ມີຕົວຢ່າງຂອງຄຳນີ້ຢູ່ເຊັ່ນ *ພວກລູກຂອງຄວາມສະຫວ່າງ.
- ພວກລູກແຫ່ງເຊື່ອການເຊື່ອຟັງ.
- ພວກລູກຂອງມານ.
- ຄຳນີ້ສາມາດເວົ້າເຖີງຄົນທີ່ກ່າວເຖີງພວກລູກຝ່າຍວິນຍານ ກໍໄດ້ ຕົວຢ່າງເຊັ່ນ "ພວກລູກຂອງພຣະເຈົ້າ" ຊຶ່ງກ່າວເຖີງຄົນທີ່ເປັນຂອງພຣະເຈົ້າໂດຍທາງຄວາມເຊື່ອໃນພຣະເຢຊູ.
ຄຳແນະນຳໃນການແປ
- ຄຳວ່າ "ພວກລູກ" ສາມາດແປໄດ້ວ່າ "ພວກເຊື້ອສາຍ" ເມື່ອຄຳນີ້ເມື່ອກ່າວເຖີງຄົນທີ່ເປັນເຫລັນ ຫລືໂຫລ້ນເປັນຕົ້ນ.
- "ພວກລູກຂອງເຂົາ" ສາມາດແປໄດ້ວ່າຄົນທີ່ມີລັກສະນະຂອງ" ຫລື "ຄົນທີ່ເຮັດດີເຫມືອນກັບ" ຂື້ນຢູ່ກັບບໍຣິບົດ.
- ຖ້າເປັນໄປໄດ້ ຄຳເວົ້າ "ພວກລູກຂອງພຣະເຈົ້າ" ຄວນແປຕາມຕົວຫນັງສື ເນື່ອງຈາກຄວາມທີ່ສຳຄັນຕາມພຣະຄຳພີ ຄືພຣະເຈົ້າຊົງເປັນພຣະບິດາແຫ່ງສະຫັວນຂອງເຮົາ ການແປທີ່ເລືອກມາໃຊ້ໄດ້ອາດຈະເປັນ" ຄົນທີ່ເປັນຂອງພຣະເຈົ້າ" ພວກລູກຝາ່ຍວິນຍານຂອງພຣະເຈົ້າ.
- ເມື່ອພຣະເຢຊູຊົງເອີ້ນພວກສາວົກຂອງພຣະອົົງວ່າ"ພວກລູກ" ຄຳນີ້ຄວນແປວ່າ "ພວກເພື່ອນຜູ້ສັດທາທີ່ຮັກ"ກໍໄດ້
- ຄຳເວົ້າ "ພວກລູກແຫ່ງພັນທະສັນຍາ" ສາມາດແປໄດ້ວ່າ "ຄົນທີ່ຮັບສິ່ງທີ່ພຣະເຈົ້າໄດ້ງສັນຍາກັບພວກເຂົາ.
ພະຍານ, ສັກຂີພະຍານ
ຄຳວ່າ " ພະຍານ " ໝາຍເຖິງບຸກຄົນຜູ້ທີ່ມີປະສົບການສ່ວນຕົວບາງຢ່າງທີ່ເກີດຂື້ນ ໂດຍປົກກະຕິພະຍານເປັນບາງຄົນຜູ້ຊື່ງເປັນພະຍານໃນສິ່ງທີ່ພວກເຂົາວ່າເປັນຄວາມຈິງ ຄຳວ່າ " ສັກຂີພະຍານ " ຈະໝາຍເຖິງຕົວບຸກຄົນນັ້ນຢູ່ທີ່ບ່ອນນັ້ນແທ້ໆ ແລະໄດ້ເຫັນວ່າມີຫຍັງໄດ້ເກີດຂື້ນ
- " ເພື່ອເປັນຍານ " ບາງສິ່ງບາງຢ່າງໝາຍຄວາມວ່າການເຫັນສິ່ງນີ້ເກີດຂື້ນ
- ໃນການພິຈາຣະນາຄະດີ ພະຍານ " ໃຫ້ການເປັນພະຍານ " ຫລື " ເປັນພະຍານ " ແມ່ນມີຄວາມໝາຍເຊັ່ນດຽວກັນ " ໃຫ້ການຢືນຢັນ "
- ພະຍານທັງຫລາຍ ມີຄວາມຄາດຫວັງວ່າຈະບອກຄວາມຈິງກ່ຽວກັບສິ່ງທີ່ພວກເຂົາໄດ້ເຫັນຫລືໄດ້ຍິນ
- ພະຍານທີ່ບໍ່ໄດ້ບອກຄວາມຈິງກ່ຽວກັບສິ່ງທີ່ເກີດຂື້ນເອີ້ນວ່າ " "ພະຍານເວົ້າຄວາມເທັດ " ເຂົາຖືກກ່າວຫາວ່າ " ໃຫ້ການເປັນພະຍານເທັດ "ຫລື " ເປັນພະຍານເທັດ "
- ຖ້ອຍຄຳທີ່ວ່າ " ເປັນພະຍານລະຫວ່າງ " ໝາຍຄວາມວ່າບາງສິ່ງບາງຍ່າງຄົນມັກຈະມີຫລັກຖານວ່າທີ່ໄດ້ມີການທຳສັນຍາໄວ້ ພະຍານຈະແນ່ໃຈໄດ້ວ່າແຕ່ລະຄົນຈະທຳໃນສິ່ງທີ່ຕົນສັນຍາໄວ້
ຄຳແນະນຳໃນການແປ
- ຄຳທີ່ວ່າ " ພະຍານ " ຫລື " ສັກຂີພະຍານ " ສາມາດແປດ້ວຍຄຳຫລືຖ້ອຍຄຳທີ່ມີຄວາມໝາຍວ່າ " ຄົນທີ່ໄດ້ເຫັນ " ຫລື " ຄົນທີ່ເຫັນເຫດການນີ້ເກີດຂື້ນ " ຫລື " ຄົນເຫລົ່ານັ້ນທີ່ໄດ້ເຫັນແລະໄດ້ຍິນ
ພະຍານປອມ, ພະຍານຂີ້ສໍ້, ຫລັກຖານປອມ, ລາຍງານປອມ
ຄໍາວ່າ "ພະຍານປອມ" ແລະ "ພະຍານຂີ້ສໍ້" ແມ່ນເວົ້າເຖິງຄົນທີ່ເວົ້າສິ່ງທີ່ບໍ່ເປັນຄວາມຈິງກ່ຽວກັບຜູ້ຄົນ ຫລືເຫດການ ໃນຮູບແບບທີ່່ກໍານົດໄວ້ເຊົ່ນ ໃນສານ
- ການເປັນ "ພຍານປອມ" ຫລື "ລາຍງານປອມ" ແມ່ນການເວົ້າ ຕົວະແທ້ໆ ໃນສິ່ງທີ່ເວົ້າເຖິງ. ການ "ເປັນພະຍານປອມ" ໝາຍເຖິງການຕົວະຫລືລາຍງານຄວາມບໍ່ຈິງກ່ຽວກັບບາງສິ່ງ.
- ພຣະຄໍາພີມີເຫດການຫລາຍໆ ເທື່ອທີ່ເກີດຈາກພະຍານປອມທີ່ຖືກໃຊ້ມາເພື່ອຕົວະກ່ຽວກັບບາງຄົນເພື່ອເຮັດໃຫ້ຄົນນັ້ນຖືກລົງໂທດຫລືຖືກຂ້າ.
ຄໍາແນະນໍາໃນການແປ
- ການ "ເປັນພະຍານປອມ" ຫລື "ໃຫ້ຫລັກຖານປອມ" ສາມາດແປໄດ້ວ່າ "ເປັນຫລັກຖານທີ່ປອມ" ຫລື "ລາຍງານປອມກ່ຽວກັບຄົນບາງຄົນ" ຫລື "ເວົ້າຕົວະຕໍ່ຕ້ານບາງຄົນ" ຫລື "ຂີ້ຕົວະ."
- ເມື່ອ "ພະຍານປອມ" ເວົ້າເຖິງບຸກຄົນ ສາມາດແປໄດ້ວ່າ "ຄົນທີ່ຂີ້ຕົວະ" ຫລື "ຄົນທີ່ເປັນຫລັກຖານປອມ" ຫລື "ບາງຄົນທີ່ເວົ້າເຖິງສິ່ງທີ່ບໍ່ເປັນຄວາມຈິງ."
ພະບັນຍັດ,ກົດໝາຍ
ພະບັນຍັດເປັນກົດໝາຍທີ່ຂຽນເພື່ອເປັນລາຍລັກອັກສອນສຳລັບໃຫ້ຄຳແນະນຳແກ່ຄົນເຮົາໃນການດຳລົງຊີວິດ. * ຄຳວ່າ "ພຣະບັນຍັດ" ມີຄວາມໝາຍຄ້າຍຄືກັນກັບ "ກົດ" ຫລື "ຄຳສັ່ງ" ຫລື "ກົດໝາຍ" ຫລື "ດຳລັດ" ຂໍ້ກຳໜົດທັງໝົດນີ້ກ່ຽວຂ້ອງກັບຄຳແນະນຳແລະພຣະປະສົງທີ່ພຣະເຈົ້າຊົງປະທານໃຫ້ແກ່ປະຊາຊົນຂອງພຣະອົງ. * ກະສັດດາວິດໄດ້ກ່າວໄວ້ວ່າ ພຣະອົງມີຄວາມເຫັນດີໃນພຣະບັນຍັດຂອງພຣະຢາເວ. * ຄຳວ່າ "ລັດຖະບັນຍັດ" ຍັງສາມາດແປເປັນ "ຄຳສັ່ງສະເພາະ" ຫລື "ດຳລັດພີເສດ".
ພະຣາຊະວັງ
ຄຳວ່າ ພະຣາຊະວັງ ອ້າງເຖີງອາຄານຫຼືບ້ານທີ່ເຊີ່ງກະສັດປະທັບຢູ່ພ້ອມດ້ວຍສະມາຊີກລາດຊະວົງແລະບັນດາຂ້າລາດຊະການ
ມະຫາປະໂລຫິດອາໄສຢູ່ບໍລິເວນພະຣາຊະວັງເຊັ່ນດຽວກັນ ດັ່ງທີ່ໄດ້ມີການກ່າວໄວ້ໃນພຣະສັນຍາໃໝ່ ພະຣາຊະວັງຕ່າງໆ ຈະມີການຕົກແຕ່ງ ດ້ວຍສະຖາປັດຍະກຳແລະເຄື່ອງເຮືອນທີ່ສວຍງາມ ໂຕອາຄານແລະເຄື່ອງເຮືອນຂອງພະຣາຊະວັງກໍ່ສ້າງດ້ວຍຫີນຫຼືໄມ້ ແລະຫຸ່ມດ້ວຍໄມ້ລາຄາແພງ ຄຳແລະງາຊ້າງ ຄົນຈຳນວນຫຼາຍອາໄສຢູ່ແລະເຮັດວຽກບໍລິເວນພະຣາຊະວັງ ເຊີ່ງມັກຈະປະກອບໄປດ້ວຍອາຄານຫຼາຍອາຄານແລະເດີ່ນພະຣາຊະວັງ
ພັກຜ່ອນ
ຄຳວ່າ "ພັກຜ່ອນ" ໝາຍເຖິງການຢຸດເຊົາເຮັດວຽກເພື່ອຜ່ອນຄາຍຫຼືກັບມາມີກຳລັງແຮງ. ຄຳວ່າ“ ສ່ວນທີ່ເຫຼືອ” ໝາຍເຖິງສິ່ງທີ່ຍັງເຫຼືອ.
- ຍັງສາມາດເວົ້າໄດ້ວ່າ "ພັກຜ່ອນ" ຢູ່ບ່ອນໃດບ່ອນໜຶ່ງຊຶ່ງໝາຍ ຄວາມວ່າມັນ "ຢືນຢູ່" ຫລື "ນັ່ງຢູ່".
- ເຮືອທີ່“ ມາພັກຜ່ອນ” ຢູ່ບ່ອນໃດບ່ອນ ໜຶ່ງໄດ້“ ຢຸດ” ຫລື“ ລົງຈອດ” ຢູ່ທີ່ນັ້ນ.
- ເມື່ອຄົນຫລືສັດພັກຜ່ອນ, ມັນສາມາດໝາຍຄວາມວ່າພວກເ ຂົາກຳລັງນັ່ງຫລືນອນຢູ່ເພື່ອເຮັດໃຫ້ຕົນເອງສົດຊື່ນ. *ພຣະເຈົ້າສັ່ງໃຫ້ຊາວອິດສະລາແອນພັກຜ່ອນໃນມື້ທີເຈັດຂອງອາທິດ. ມື້ທີ່ບໍ່ເຮັດວຽກນີ້ຖືກເອີ້ນວ່າມື້ວັນຊະບາໂຕ.
- ການພັກຜ່ອນວັດຖຸສິ່ງໃດສິ່ງ ໜຶ່ງ ໝາຍ ຄວາມວ່າ "ວາງ" ຫຼື "ວາງ" ຢູ່ບ່ອນນັ້ນ.
ຄຳແນະນຳໃນການແປ
- ອີງຕາມສະພາບການ, "ການພັກຜ່ອນ
ພັບພາ
ພັບພາເປັນໂຄ່ງສ້າງທີ່ເໝືອນເຕັ້ນພຶເສດທີ່ຊາວອຶສະຣາເອນໃຊ້ນະມັດສະການພຣະເຈົ້າຕລອດເວລາ40ປີທີ່ພວກເຂົາໄດ້ເດຶນທາງໃນທະເລຊາຍ
- ພຣະເຈົ້າໄດ້ຊົງປະທານລາຍລະອງດປະຕຶບັດຕ່າງໆໃນກາານສ້າງເຕັ້ນໃຫຽ່ຄັ້ງນີ້ ເຊຶງມີສອງຫ້ອງແລະຖືກລ້ອມລອບລານຊັ້ນນອກ
- ທຸກຄັ້ງທີ່ຊາວອຶສະຣາເອນຍ້າຍໄປຢູຕ່າງສະຖານທີໃນທະເລຊາຍເພື່ອອາໃສ່ຢູ່ທີ່ນັ້ນພວກປະໂລຫຶດຈະແຍກພັບພາອອກແລະນຳໄປທີ່ຕັ້ງແຄມຖັດໄປ ຈາກນັ້ນພວກເຂົາກໍ່ຕັ້ງພັບພາຂື້ນໃໝ່ອີກຄັ້ງທີ່ເຊຶງກາງຄ້າຍໃໝ່
- ພັບພານັ້ນສ້າງຂື້ນດ້ວຍໂຄ່ງໄມ້ແລະຂື້ງຜ້າມ່ານທີ່ທຳດ້ວຍຜ້າ ຂົນແກະແລະໜັງສັດຕ່າງໆ ບໍຣຶເວນລານລອບພັບພາປຶດດ້ວຍມ່ານ
- ພັບພາມີສອງສ່ວນຄື ສ່ວນທີ່ເປັນສະຖານທີ່ບໍຣຶສຸດ (ແທ່ນບູຊາເຜົາເຄືອງບູຊາຕັ້ງຢູ່) ແລະຫ້ອງບໍຣຶສຸດທີ່ສຸດ(ທີ່ເຊຶງຫີບພັນທະສັນຍາຕັ້ງຢູ່) *ລານຂອງພັບພາມີແທ່ນບູຊາໃຊ້ເຜົາບູຊາສັດຢູ່ແລະອ້າງລ້າງມືພຶເສດໃຊ້ຊຳລະໃນພຶທີກຳ
- ຄົນອຶດສະຣາເອນໄດ້ຢຸດໃຊ້ພັບພາເມື່ອພຣະວຶຫານຂອງຊາໂລມນສ້າງສຳເສັດ
ຄຳແນະນຳການແປ
- ຄຳວ່າ "ພັບພາ" ມີຄວາມໝາຍວ່າ "ສະຖານທີອາໃສ່"ແລະອີກວຶທີແປສາມາດລວມເອົາ "ເຕັ້ນສັກສຶດ" ຫຼື "ເຕັ໊ນທີ່ປະທັບພຣະເຈົ້າ" ຫຼື "ເຕັ້ນຂອງພຣະເຈົ້້າ"
- ໃຫ້ແນ່ໃຈວ່າການແປຄຳນີ້ມີຄວາມຕ່າງຈາກຄຳວ່າ "ພຣະວຶຫານ"
ພາລະ
ພາລະ ແມ່ນພາລະໜັກ. ຕົວຈິງແລ້ວມັນໝາຍເຖິງພາລະທາງດ້ານຮ່າງກາຍເຊັ່ນສັດທີ່ເຮັດວຽກ.ຄຳວ່າ“ ພາລະ” ຍັງມີຄວາມໝາຍຫຼາຍຢ່າງ:
- ພາລະສາມາດໝາຍເຖິງໜ້າທີ່ຫຍຸ້ງຍາກ ຫລື ໜ້າທີ່ຮັບຜິດ ຊອບ ທີ່ສຳຄັນທີ່ບຸກຄົນຕ້ອງເຮັດ. ລາວໄດ້ຖືກກ່າວເຖິງວ່າ "ແບກ" ຫຼື "ແບກ" ພາລະຫນັກ.
- ຜູ້ນຳທີ່ໂຫດຮ້າຍອາດຈະເຮັດໃຫ້ພາລະທີ່ຫຍຸ້ງຍາກສຳລັບຄົນທີ່ລາວກຳລັງປົກຄອງ, ຍົກຕົວຢ່າງໂດຍບັງຄັບໃຫ້ເຂົາເຈົ້າຈ່າຍພາ ສີເປັນຈຳນວນຫລວງຫລາຍ.
- ຄົນທີ່ບໍ່ຢາກເປັນພາລະຂອງຄົນອື່ນບໍ່ຕ້ອງການທີ່ຈະເຮັດໃຫ້ຄົນອື່ນມີບັນຫາ.
- ຄວາມຜິດຂອງຄວາມຜິດຂອງຄົນເຮົາແມ່ນພາລະຂອງເຂົາ.
- "ພາລະຂອງພຣະຜູ້ເປັນເຈົ້າ" ແມ່ນວິທີການທີ່ເປັນໄປໄດ້ຂອງການກ່າວເຖິງ "ຂ່າວສານຈາກພຣະເຈົ້າ" ທີ່ປະກາດພຣະທຳຕ້ອງສົ່ງຕໍ່ປະຊາຊົນຂອງພຣະເຈົ້າ.
- ຄຳສັບທີ່ວ່າ“ ພາລະໜັກ” ສາມາດແປໄດ້ໂດຍ“ ຄວາມຮັບຜິດ ຊອບ” ຫລື“ ໜ້າທີ່” ຫລື“ ພາລະໜັກ” ຫລື“ ຂໍ້ຄວາມ,” ຂຶ້ນກັບສະພາບການ.
ພາສີ
ຄຳວ່າ "ພາສີ" ຫຼື "ພາສີອາກອນ" ອ້າງເຖຶງເງີນຫຼືສີ້ນຄ້າຕ່າງໆ ທີ່ຜູ້ຄົນໄດ້ໃຫ້ແກ່ຜູ້ມີອຳນາດເໜື່ອພວກເຂົາ
- ປະຣຶມານເງີນທີ່ຊຳຣະຂື້ນຢູ່ກັບປະຣຶມານຂອງຫຼືສຶ່ງຂອງຫຼືວ່າມູນຄ່າຂອງສຶ່ງຂອງຂອງຄົນນັ້ນ
- ຖ້າຜູ້ໃດບໍໄດ້ຊຳຮະພາສີຕ່າງໆລັດທະບານສາມາດດຳເນຶນການຕາມກົດໝາຍຕໍ່ບຸຄົນນັ້ນ ຫຼືທຸຣະກຶດຂອງຜຼ້ນັ້ນທີ່ຜູ້ນິ້ນເປັນໜີ້ລັດທະບານນັ້ນ
- ໂຢເຊບແລະມາຣີໄດ້ເດຶນທາງທີ່ເບັດເຣເຮັມເພື່ອຈະລົງທະບຽນສຳມະໂນຄັວເພື່ອຈຸດປະສົງການເສຍພາສີຊອງທຸກຄົນເພື່ອອາໃສ່ຢູ່ໃນອານາຈັກໂຣມ
- ມີ "ພາສາສີທະຫານ" ເຊຶງເປັນເງີນທີ່ຜູ້ຄົນໃຊ້ຫຍ່ອນລົງໃນຕູຖວາຍ ບ່າງສ່ວນຂອງເງີນນີ້ໃຊ້ເພື່ອດູແລພຣະວຶຫານ
- ຄຳວ່າ "ພາສີ"ສາມາດແປວ່າ "ພາສີບັງຄັບ" ຫຼື "ເງີນຂອງລັດທະບານ" ຫຼື "ເງີນຂອງພຣະວຶຫານ" ຂື້ນຢູ່ກັບບໍຣຶບົດ
- ວະລີຢ່າງເຊ່ນ "ເກັບພາສີ" ແລະ "ຈ່າຍພາສີ" ສາມາດແປໄດ້ວ່າ "ຈ່າຍເງີນລັດທະບານ" ຫຼື"ຮັບເງີນສຳຫລັບລັດທະບານ" ຫຼື "ຈ່າຍຊຳຣະຕາມທີ່ກຳນົດ"
- "ຄົນເກັບພາສີ" ເປັນຜູ້ທຳງານໃຫ້ແກ່ລັດທະບານໃນການຮັບເງີນຂອງຜູ້ຊຳຣະຄ່າພາສີ
ພິນນ້ຳເຕົ້າ ແລະ ພິນ
ພິນນ້ຳເຕົ້າ ແລະ ພິນເປັນເຄື່ອງດົນຕີໃຊ້ສາຍຂະໜາດນ້ອຍທີ່ຄົນອິດສເອນໃຊ້ເພື່ອນະມັດສະການພຣະເຈົ້າ * ພິນນີ້ຄ້າຍຄືພິນຕັ້າຂະໜາດນ້ອຍ ມີກອບທີ່ເອົາໄວ້ໃຫ້ສາຍພິນເຊິ່ງຂ້າມໄປມາ * ພິນນ້ຳເຕົ້າມີລັກສະນະນ້ອຍກວ່າກີຕ້າໂປງສະໄໝໃໝ່ ມີກ່ອງເປັນໄມ້ ແລະ ຄໍຍາວທີ່ມີສາຍພິນເຄັ່ງໄວ້ * ການຫຼີ້ນພິນນ້ຳເຕົ້າ ແລະ ພິນ ສາຍຂອງພິນຈະໃຊ້ນີ້ວຂອງມືຂ້າງໜຶ່ງກົດລົງບົນສາຍພິນ ແລະ ອີກມືໜຶ່ງຈັບດຶງສາຍພິນດິດບັນເລງ * ພິນນ້ຳເຕົ້າ ພິນ ແລະ ພິນຕັ້ງ ຫຼີ້ນໂດຍການດິດສາຍຂອງເຄື່ອງດົນຕີ * ຈຳນວນຂອງສາຍພິນມີຫຼາຍແບບ ແຕາໃນພັນທະສັນຍາເດີມ ລະບຸວ່າເຄື່ອງດົນຕີມີສິບສາຍ
ພິພາກສາ, ການຕັດສິນ
ຄຳວ່າ “ພິພາກສາ“ ແລະ “ການຕັດສິນ“ ມັກຈະກ່າວເຖິງການຕັດສິນໃຈກ່ຽວກັບບາງສິ່ງບາງຢ່າງທີ່ຖືກຕ້ອງຫລືຜິດ.
- “ການພິພາກສາຂອງພຣະເຈົ້າ“ ມັກຈະໝາຍເຖິງການຕັດສິນໃຈຂອງພຣະອົງເພື່ອຈະລົງໂທດບາງຢ່າງຫລືບາງຄົນທີ່ເຮັດບາບ.
- ການພິພາກສາຂອງພຣະເຈົ້າມັກຈະປະກອບມີການລົງໂທດຜູ້ຄົນທີ່ເຮັດບາບຂອງພວກເຂົາ.
- ຄຳວ່າ “ພິພາກສາຍັງໝາຍເຖິງ “ການກ່າວໂທດ“. ພຣະເຈົ້າສັ່ງປະຊາຊົນຂອງພຣະອົງຢ່າຕັດສິນເຊິ່ງກັນແລະກັນໃນເລື່ອງນີ້.
- ຄວາມໝາຍອີກຢ່າງໜຶ່ງແມ່ນ “ການຕັດສິນຊີ້ຂາດລະຫວ່າງ“ ຫລື “ຜູ້ພິພາກສາລະຫວ່າງ“, ຄືກັບການຕັດສິນໃຈວ່າຄົນໃດຖືກໃນການຂັດແຍ້ງລະຫວ່າງພວກເຂົາ.
- ໃນສະພາບການບາງຢ່າງ, “ການພິພາກສາ“ ຂອງພຣະເຈົ້າເປັນສິ່ງທີ່ພຣະອົງໄດ້ຕັດສິນໃຈວ່າຖືກຕ້ອງແລະຍຸຕິທຳ. ຄ້າຍຄືດຳລັດ, ກົດໝາຍ, ຫລືກົດເກນ.
- “ ການຕັດສິນ“ ສາມາດໝາຍເຖິງຄວາມສາມາດໃນການຕັດສິນໃຈທີ່ສະຫລາດ. ບຸກຄົນທີ່ຂາດ “ການຕັດສິນໃຈ “ ບໍ່ມີປັນຍາໃນການຕັດສິນໃຈທີ່ສະຫລາດ.
ຄຳແນະນຳ ໃນການແປ
- ອີງຕາມສະພາບການ, ວິທີການແປ “ເພື່ອຕັດສິນ“ ສາມາດປະກອບມີ, “ຕັດສິນໃຈ“ ຫລື “ການກ່າວໂທດ“ ຫລື “ລົລໂທດ“ ຫລື “ດຳລັດ.“
- ຄຳວ່າ “ການຕັດສິນ“ ສາມາດແປເປັນ “ການລົງໂທດ“ ຫລື “ ການຕັດສິນໃຈ“ ຫລື “ຄຳຕັດສິນ“ ຫລື “ດຳລັດ“ ຫລື “ການກ່າວໂທດ.“
- ໃນບາງສະພາບການ, ປະໂຫຍກທີ່ວ່າ “ໃນການຕັດສິນ” ຍັງສາມາດແປໄດ້ “ໃນວັນຕັດສິນ“ ຫລື “ໃນຊ່ວງເວລາທີ່ພຣະເຈົ້າພິພາກສາປະຊາຊົນ.
ພີ່ນ້ອງ,ຍາດພີ່ນ້ອງ
ຄຳວ່າ "ພີ່ນ້ອງ" ເວົ່າເຖິງບຸກຄົນທີ່ມີຄວາມສຳພັນທາງສາຍເລືອດ ຄຳວ່າ "ຍາດພີ່ນ້ອງ" ເວົ້າເຖິງບຸກຄົນພິເສດກັບພິນ້ອງທີ່ເປັນຜູ້ຊາຍ. * ຄຳນີ້ສາມາດອ້າງເຖິງພີ່ນ້ອງສະຫນິດ ຢ່າງເຊັ່ນ ພໍ່ແມ່ ຫລື ອ້າຍນ້ອງ ຫລືພີ່ນ້ອງທີ່ຫ່າງອອກໄປ ເຊັ່ນ ປ້າ,ລູງ ຫລື ລູກພີ່ລູກນ້ອງ. * ໃນອິດສະຣາເອນຍຸກບູຮານ ຖ້າວ່າຜູ້ຊາຍຄົນຫນຶ່ງເສຍຊີວິດ ຍາດພີ່ນ້ອງຜູ້ຊາຍທີ່ໃກ້ຊິດທີ່ສຸດຂອງລາວ ຍ່ອມຖືກຄາດຫວັງໃຫ້ແຕ່ງງານກັບເມຍທີ່ເປັນຫມ້າຍຂອງລາວ ໃຫ້ເບິ່ງແຍງຊັບສົມບັດແລະຊ່ວຍສຶບທອດນາມສະກຸນຂອງລາວ ຍາດພີ່ນ້ອງ-ຜູ້ໄຖ່. * ຄຳນີ້ສາມາດແປໄດ້ວ່າ "ຍາດພີ່ນ້ອງ" ຫລື "ສະມາຊິກຄອບຄົວ".
ພູເຮີໂມນ
ພູເຮີໂມນ ແມ່ນຊື່ຂອງພູທີ່ສູງທີ່ສຸດໃນອິດສະຣາເອນ ຢູ່ປາຍ ທາງທິດໃຕ້ຂອງສາຍພູເລບານອນ.
- ມັນຕັ້ງຢູ່ທາງດ້ານເໜືອຂອງທະເລສາບຄາລີເລ, ບໍລິເວນເຂດແດນທາງເໜືອ ລະຫວ່າງປະເທດອິດສະຣາເອນ ແລະ ປະເທດຊີເຣຍ.
- ຊື່ອື່ນໆ ທີ່ໃຊ້ເອິ້ນພູເຮີໂມນ ຕາມຄົນຊາດອື່ນໃສ່ໃຫ້ ແມ່ນ "ພູສີຣອນ" ຫລື "ພູສີນີ."
- ພູເຮີໂມນ ມີຍອດພູສູງສາມຍອດ. ຍອດພູທີ່ສູງທີ່ສຸດ ແມ່ນສູງປະມານ 2,800 ແມັດ.
ພູໝາກກອກເທດ
ພູໝາກກອກເທດ ແມ່ນໜ່ວຍພູ ຫລື ພູທີ່ເປັນເນີນກວ້າງໃຫຍ່ ເຊິ່ງຕັ້ງຢູ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ. ມັນສູງປະມານ 787 ແມັດ.
- ໃນພຣະຄຳພີເດີມ, ບອກໄວ້ວ່າ ພູແຫ່ງນີ້ແມ່ນ "ພູທີ່ຢູ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ." * ພຣະຄຳພີໃໝ່ ໄດ້ບັນທຶກຫລາຍເຫດການທີ່ເກີດຂຶ້ນໃນພູນີ້ ເຊັ່ນ ເມື່ອຕອນທີ່ພຣະເຢຊູ ແລະ ສາວົກຂອງພຣະອົງ ຂຶ້ນໄປພູໝາກກອກເທດ ເພື່ອອະທິຖານແລະພັກຜ່ອນ.
- ພຣະເຢຊູ ຖືກຈັບຢູ່ສວນເຄັດເຊມາເນ, ສວນນີ້ຢູ່ເທິງພູໝາກກອກເທດ.
- ຄຳນີ້ ຍັງສາມາດແປໄດ້ອີກວ່າ "ເນີນພູໝາກກອກເທດ" ຫລື "ພູຕົ້ນໝາກກອກເທດ."
ພົມມະຈາລີ
ຍິງພົມມຈາລີເປັນຍິງສາວທີ່ບໍ່ມີຄວາມສໍາພັນທາງເພດ
- ຜູ້ປະກາດພຣະທໍາເອຊາຢາກ່າວວ່າ _ຮະເມຊີອາຈະບັງເກີດຈາກຍິງພົມມະຈາລີ.
- ມາຣີ ເປັນຍິງພົມມະຈາລີເມື່ອນາງຖືພາພຣະເຢຊູ. ພຣະອົງບໍ່ໄດ້ມີພໍ່ເປັນມະນຸດ.
- ໃນບາງພາສາອາດມີຄໍາສັບທີ່ເປັນຄໍາສັບສຸພາບທີ່ອ້າງເຖິງພົມມະຈາລີ (ເບິ່ງ : Euphemism)
ພົລະເມືອງ
ພົລເມືອງ ຄືຄົນທີ່ອາສັຍຢູ່ໃນເມືອງ ປະເທດ ຫລື ອານາຈັກຫນ່ຶ່ງ ໂດຍສະເພາະ ຄຳນີ້ກ່າວສະເພາະເຖີງບາງຄົນທີ່ໄດ້ຮັບການຍອມຮັບເປັນທາງໃນການເປັນຜູ້ທີ່ອາສັຍໃນທີ່ແຫ່ງນັ້ນຢ່າງຖືກຕອ້ງຕາມກົດຫມາຍ.
- ການແປຄຳນີ້ຂື້ນຢູ່ກັບບໍລິບົດ ຊຶ່ງສາມາດແປວ່າ "ປະຊາກອນ" ຫລື"ຜູ້ທີ່ຕັ້ງຖິ່ນຖານ" ໄດ້ດວ້ຍ.
- ພົລະເມືອງສາມາດອາສັບຢູ່ໃນເຂດແດນທີ່ເປັນສ່ວນຫນຶ່ງຂອງອານາຈັກ ຫລື ຈັກກະພັດທີ່ມີກະສັດ ຈັກກະພັດ ຫລື ຜູ້ຄອບຄອງຄົນອື່ນໆ ຄອບຄອງຢູ່ ຕົວຢ່າງເຊັ່ນ ໂປໂລເປັນ ພົລະເມືອງຂອງຈັກກພັດໂຣມ ທີ່ປະກອບດວ້ຍແຄ້ວນຕ່າງໆ ໂປໂລອາສັຍຢູ່ໃນແຄ້ວນຫນຶ່ງໃນບັນດາແຄ້ວນເຫົ່ລານັ້ນ.
- ໃນແງ່ຂອງຄຳປຽບທຽບ ຜູ້ທີ່ເຊື່ອໃນພຣະເຢຊູ ຊື່ວ່າ"ເປັນ ພົລະເມືອງ" ຂອງສະຫັວນ ໃນຄວາມຮູ້ສຶກທີ່ວ່າ ພວກເຂົາຈະໄດ້ຢູ່ທີ່ນັ້ນໃນວັນຫນຶ່ງ ເຊັ່ນດຽວກັບພົລະເມືອງຂອງປະເທດ ຄຣິສະຕຽນກໍເປັນຄົນຂອງອານາຈັກຂອງພຣະເຈົ້າ.
ຟາລີຊາຍ
ຟາລີຊາຍຄືກຸ່ມຜູ້ນຳສາສະໜາຊາວຢິວຊຶ່ງມີຄວາມສຳຄັນແລະມີອຳນາດຫລາຍໃນສະໄໝຂອງພຣະເຢຊູ
- ຟາລີຊາຍຫຼາຍຄົນເປັນນັກທຸລະກິດຈາກຊົນຊັ້ນກາງແລະບາງຄົນເປັນປະໂລຫິດດ້ວຍ
- ໃນບັນດາຜູ້ນຳສາສະໜາຊາວຢິວທັງໝົດ ຟາລີຊາຍເປັນກຸ່ມທີ່ເຂັ້ມງວດຫລາຍທີ່ສຸດໃນການເຮັດຕາມບົດບັຍນຍັດຂອງໂມເຊທັງໝົດໄປເຖິງທຳນຽມປະຕິບັດແລະບົດບັນຍັດອື່ນໆ ຂອງຊາວຢິວ
- ພວກທ່ານກັງວົນກ່ຽວກັບການຖືຮັກສາໃຫ້ຊາວຢິວແຍກອອກມາຈາກອິດທິພົນຂອງຊາວຕ່າງຊາດອ້ອມຕົວພວກທ່ານ ຄຳວ່າ "ຟາລີຊາຍ" ມາຈາກຄຳວ່າ "ແຍກອອກມາ"
- ພວກຟາລີຊາຍເຊື່ອໃນຊີວິດຫຼັງຄວາມຕາຍ ພວກທ່ານຢັງເຊື່ອໃນບັນດາທູດສະຫວັນແລະວິນຍານຕ່າງໆ ວ່າມີຢູ່ຈິງອີກດ້ວຍ
- ຟາລີຊາຍແລະພວກເຫັນຕ່າງກໍຕໍ່ຕ້ານພຣະເຢຊູແລະຄຣິດສະຕຽນໃນສະໄໝເລີ່ມຕົ້ນຢ່າງເຂັ້ມງວດ
ຟາໂລ , ຫລາຍ
ໃນສະໄໝບູຮານ ກະສັດຊຶ່ງປົກຄອງປະເທດເອຢິບນັ້ນເອີ້ນວ່າຟາໂລ
- ທັງໝົດທັງສິ້ນ ມີຟາໂລຫລາຍກວ່າ 300 ອົງທີ່ເຄີຍປົກຄອງປະເທດເອຢິບເປັນເວລາດົນກວ່າ 2,000 ປີ
- ກະສັດປະເທດເອຢິບທຸກພະອົງລ້ວນມີອຳນາດແລະເຮືອງອຳນາດຫລາຍ
- ມີການກ່າວເຖິງກະສັດຂອງເອຢິບຫລາຍພະອົງໃນພຣະຄຳພີ
- ຫລາຍເທື່ອຕຳແໜ່ງນີ້ໃຊ້ແທນພຣະນາມຫລາຍກວ່າຕຳແໜ່ງ ໃນຫຼາຍກໍລະນີນັ້ນຄຳວ່າ ຟາໂລ ໃນພາສາອັງກິດຈະຂຶ້ນຕົ້ນດ້ວຍອັກສອນໂຕໃຫຍ່
ຟິລິດສະຕິນ
ຟິລິບສະຕິນຄືຊື່ຂອງແຄວ້ນໃຫຍ່ໃນແຜ່ນດິນການາອານ ຊຶ່ງຕັ້ງຢູ່ຕິດກັບຊາຍຝັ່ງຂອງທະເລເມລີເຕເລເນ
- ແຄວ້ນຟິລິດສະຕິນຕັ້ງຢູ່ເທິງທົ່ງທ່ຽງອັນສົມບູນທາງຊາຍຝັ່ງຈາກເມືອງຢັບຟາໃນທິດເໜືອໄປຈົນກະທັ້ງເຖິງເມືອງກາຊາທາງຕອນໃຕ້ ໄລຍະທາງປະມານ 64 ກິໂລແມັດແລະຄວາມກວ້າງປະມານ 16 ກິໂລແມັດ
- ຟິລິດສະຕິນຖືກຄອບຄອງໂດຍ "ຊາວຟີຟິລິດສະຕິນ" ຊຶ່ງເປັນກຸ່ມຊົນຊາດທີ່ມີອຳນາດແລະເປັນສັດຕູຊ້ຳແລ້ວຊ້ຳອີກກັບຊາວອິດສະລາເອນ
ຟິລິບ , ການປະກາດຂ່າວປະເສີດ
ຄຣິດຕະຈັກໃນສະໄໝເລີ່ມຕົ້ນເຊີ່ງກໍ່ຕັ້ງໃນກຸງເຢລູຊາເລັມ ຟິລິບຄືໜຶ່ງໃນຜູ້ນຳທັງເຈັດຄົົນທີ່ໄດ້ຮັບການຊົງເລືອກໃຫ້ເບິ່ງແຍງຄົນຍາກຈົນແລະຄຣິດສະຕຽນທີ່ຂາດເຂີນ ສະເພາະໃນບັນດາແມ່ໝ້າຍ
- ພຣະເຈົ້າຊົງໃຊ້ຟິລິບໃນການແບ່ງປັນຂ່າວປຣະເສີດໃຫ້ກັບຜູ້ຄົນຊຶ່ງອາໄສຢູ່ໃນເມືອງຕ່າງໆ ຫຼາຍເມືອງໃນແຄວ້ນຢູດາແລະກາລິເລ ທັງໝົດໄປເຖິງຜູ້ຊາຍຊາວເອທິໂອເປຍເຊີ່ງຟິລິບໄດ້ພົບໃນທາງ ທະເລຊາຍລະຫວ່າງທາງຈາກກຸງເຢລູຊາເລັມເຖິງເມືອງກາຊາ
- ຫຼາຍປີຕໍ່ມາ ຟິລິບໄດ້ໄປຢູ່ໃນເມືອງຊີຊາຣີຢາເມື່ອໂປໂລແລະສະຫາຍຂອງທ່ານໄດ້ເຂົ້າໄປພັກຢູ່ທີ່ບ້ານຂອງທ່ານລະຫວ່າງເດິນທາງຂອງພວກທ່ານກັບໄປຢັງກຸງເຢລູຊາເລັມ
- ຜູ້ຊ່ຽວຊານທາງດ້ານພຣະຄຳພີສ່ວນໃຫຍ່ຄິດວ່າຜູ້ປະກາດຟິລິບບໍ່ແມ່ນຜູ້ຊາຍຄົນດຽວກັບສາວົກຂອງພຣະເຢຊູທີ່ຊື່ຟິລິບ ບາງພາສາອາດມັກທີ່ຈະສະກົດຊື່ຂອງຊາຍທັງສອງຄົນນີ້ຕ່າງກັນນ້ອຍໆເພື່ອຊີ້ໃຫ້ເຫັນຊັດເຈນວ່າເປັນຄົນລະຄົນກັນ
ຟິລິບ , ອັກຄະສາວົກ
ຟິລິບຄືໜຶ່ງໃນສາວົກລຸ້ນແລກສິບສອງຄົນຂອງພຣະເຢຊູ ທ່ານມາຈາກເມືອງເບັດໄຊດາ
- ຟິລິບໄດ້ນຳນາທານາເອນມາພົບກັບພຣະເຢຊູ
- ພຣະເຢຊູໄດ້ຖາມຟິລິບກ່ຽວກັບການຈັດຫາອາຫານມາລ້ຽງຄົນຫ້າພັນຄົນໄດ້ຢ່າງໃດ
- ໃນອາຫານມື້ສຸດທ້າຍຊຶ່ງພຣະເຢຊູໄດ້ຮັບປະທານອາຫານກັບບັນດາສາວົກຂອງພຣະອົງ ພຣະອົງໄດ້ຊົງກ່າວກັບພວກທ່ານກ່ຽວກັບເລື່ອງພຣະເຈົ້າ ພຣະບິດາຂອງພຣະອົງ ຟິລິບໄດ້ຂໍໃຫ້ພຣະເຢຊູສະແດງໃຫ້ພວກທ່ານເຫັນພຣະບິດາ
- ບາງພາສາ ມັກ ສະກົດຊື່ຟິລິບຄົນນີ້ແຕກຕ່າງຈາກຟິລິບ (ຜູ້ປະກາດ) ເພື່ອຫຼີກລ້ຽງບໍ່ໃຫ້ສັບສົນ
ຟິລິປອຍ
ຟິລິປອຍເປັນເມືອງໃຫຍ່ແລະເປັນອານານິຄົມຂອງອານາຈັກໂຣມເຊີ່ງຕັ້ງຢູ່ໃນແຄວ້ນມາຊິໂດເນຍບໍລິເວນທາງຕອນເໜືອຂອງກຣີກ ບູຮານ
- ໂປໂລແລະສິລາກໄດ້ເດິນທາງໄປຢັງເມືອງຟິລິປອຍເພື່ອເທດນາກ່ຽວກັບພຣະເຢຊູໃຫ້ຄົນບ່ອນນັ້ນຟັງ
- ຂະນະທີ່ໂປໂລແລະສິລາກຢູ່ໃນເມືອງຟິລິປອຍນັ້ນ ພວກທ່ານຖືກຈັບກຸມ ແຕ່ພຣະເຈົ້າໄດ້ປົດປ່ອຍພວກທ່ານໃຫ້ເປັນອິດສະຫລະຢ່າງໜ້າອັດສະຈັນ
- ໃນພັນທະສັນຍາໃໝ່ພຣະທຳຟິລິປອຍເປັນຈົດໝາຍທີ່ອັກຄະສາວົກເປົາໂລໄດ້ຂຽນເຖິງບັນດາຄຣິດສະຕຽນທີ່ຄຣິດຕະຈັກໃນເມືອງຟິລິປອຍ
- ໝາຍເຫດ ນິ້ເປັນຄົນລະເມືອງກັບເມືອງຟິລິປອຍໃນແຄວ້ນຊີຊາຣີຢາ ຊຶ່ງຕັ້ງຢູ່ທາງຕອນເໜືອຂອງອິດສະລາເອນໃກ້ພູເຂົາເຮີໂມນ
ຟີນີເຊຍ
ໃນສະໄໝບູຮານ ຟີນີເຊຍເປັນຊາດທີ່ມີຄວາມຮຸ່ງເຮືອງໃນການາອານຕິດກັບຊາຍຝັ່ງຂອງທະເລເມດິເຕເລເນທາງຕອນເໜືອຂອງອິດສະລາເອນ
- ຟີນີເຊຍໄດ້ຄອບຄອງດິນແດນບໍລິເວນທາງທິດຕະເວັນຕົກຊຶ່ງເປັນປະເທດເລເບນອນໃນປະຈຸບັນ
- ໃນສະໄໝຂອງພັນທະສັນຍາໃໝ່ ເມືອງຫຼວງຂອງປະເທດຟິນີເຊຍມີຊື່ວ່າເມືອງໄທລະ ແລະເມືອງທີ່ມີຄວາມສຳຄັນອີກເມືອງໜຶ່ງຂອງຟີນີເຊຍຄືເມືອງໄຊດອນ
- ຊາວຟິນີເຊຍມີຊື່ສຽງໃນເລື່ອງຂອງທັກສະງານໄມ້ ພວກທ່ານໃຊ້ວັດຖຸດິບຄືໄມ້ສົນສີດາທີ່ເຕີບໂຕຢ່າງອຸດົມສົມບູນໃນປະເທດນຳມາໃຊ້ເປັນສີຍ້ອມສີມ່ວງເຊີ່ງມີລາຄາແພງ ນອກຈາກນີ້ພວກທ່ານຍັງມີຄວາມສາມາດໃນເລື່ອງຂອງການຄ້າຂາຍທາງທະເລແລະມີທັກສະຢ່າງຫລາຍໃນການຕໍ່ເຮືອອີກດ້ວຍ
- ໜຶ່ງໃນຕົວອັກສອນຍຸກເລີ່ມຕົ້ນນັ້ນຖືກຄິດຄົ້ນຂຶ້ນໂດຍຊາວຟິນີເຊຍ ຕົວອັກສອນຂອງຊາວຟິນີເຊຍຖືກໃຊ້ໄປຢ່າງຫລວງຫຼາຍເພາະພວກທ່ານຕິດຕໍ່ສື່ສານກັບຊົນຫຼາຍກຸ່ມຜ່ານການຄ້າຂາຍ
ຟີເນຫັດ
ຟີເນຫັດເປັນຊື່ຂອງຜູ້ຊາຍສອງຄົນໃນພັນທະສັນຍາເດີມ
- ໜຶ່ງໃນຫຼານຊາຍຂອງອາໂລນຄືປະໂລຫິດທີ່ມີຊື່ວ່າຟີເນຫັດ ຊຶ່ງໄດ້ຕໍ່ຕ້ານການນະມັດສະການພະທຽມເທັດໃນອິດສະລາເອນຢ່າງຫລາຍ
- ຟີເນຫັດໄດ້ຊ່ວຍໃຫ້ຊາວອິດສະລາເອນພົ້ນຈາກໂລກລະບາດຊຶ່ງພຣະເຈົ້າຢາເວໄດ້ສົ່ງມາເພື່ອລົງໂທດຊາວອິດສະລາເອນທີ່ໄດ້ແຕ່ງງານກັບຜູ້ຍິງຊາວມີເດຍແລະການນະມັດສະການພະທຽມເທັດ
- ຫຼາຍໂອກາດທີ່ຟີເນຫັດໄດ້ເດິນທາງຮ່ວມກັບກອງທັບອິດສະລາເອນເພື່ອທຳລາຍຄົນມີເດຍ
- ໃນພັນທະສັນຍາເດີມໄດ້ກ່າວເຖິງຜູ້ຊາຍທີ່ຊື່ວ່າຟີເນຫັດອີກຄົນໜຶ່ງຊຶ່ງເປັນໜຶ່ງໃນບຸດຊາຍທີ່ຊົ່ວຮ້າຍຂອງປະໂລຫິດທີ່ມີຊື່ວ່າເອລີໃນສະໄໝຂອງຜູ້ປະກາດພະທຳຊາມູເອນ
- ຟີເນຫັດແລະພີ່ນ້ອງຊາຍຂອງທ່ານທີ່ຊື່ວ່າໂລນີຖືກຂ້າຕາຍເມື່ອຊາວຟິລິດສະຕິນເຂົ້າຈູ່ໂຈມຕີອິດສະລາເອນແລະໄດ້ລັກຫີບພັນທະສັນຍາໄປ
ຟື້ນຄືນຊີວິດ
ຄຳວ່າ“ ຟື້ນຄືນຊີວິດ” ໝາຍເຖິງການກະທຳທີ່ຈະມີຊີວິດອີກຄັ້ງ ໜຶ່ງຫຼັງຈາກທີ່ຕາຍໄປ.
- ການປຸກຄົນອື່ນໃຫ້ມີຊີວິດໝາຍເຖິງການເຮັດໃຫ້ຄົນນັ້ນກັບຄືນມາມີຊີວິດອີກຄັ້ງ. ມີແຕ່ພະເຈົ້າເທົ່ານັ້ນທີ່ມີອຳນາດເຮັດສິ່ງນີ້.
- ຄຳວ່າ“ ການຄືນມາຈາກຕາຍ” ມັກຈະໝາຍເຖິງການກັບຄືນມາຂອງພຣະເຢຊູຫຼັງຈາກທີ່ລາວຕາຍ. *ເມື່ອພຣະເຢຊູກ່າວວ່າ“ ເຮົາເປັນການຄືນມາຈາກຕາຍແລະເປັນຊີວິດ” ພຣະອົງໝາຍຄວາມວ່າພຣະອົງເປັນຜູ້ທີ່ມາຈາກການກັບຄືນມາຈາກຕາຍແລະເປັນຜູ້ທີ່ເຮັດໃຫ້ຜູ້ຄົນກັບຄືນມາມີຊີວິດອີກ.
ຄຳແນະນຳໃນການແປ
- ຄຳວ່າ "ການຟື້ນຄືນຊີວິດ" ຍັງສາມາດແປເປັນ "ການກັບຄືນສູ່ຊີວິດ" ຫລື "ການມີຊີວິດອີກຄັ້ງຫລັງຈາກທີ່ຕາຍແລ້ວ."
- ຄວາມໝາຍທີ່ແທ້ຈິງຂອງຄຳນີ້ແມ່ນ“ ການລຸກຂຶ້ນ” ຫລື“ ການກະທຳທີ່ຖືກຍົກຂຶ້ນມາ
ຟື້ນຟູ, ການຟື້ນຟູ
ຂໍ້ກຳນົດ“ ການຟື້ນຟູ” ແລະ“ ການຟື້ນຟູ” ໝາຍເຖິງການເຮັດໃຫ້ບາງສິ່ງບາງຢ່າງກັບສູ່ສະພາບເດີມແລະມີສະພາບດີຂື້ນ.
- ເມື່ອພາກສ່ວນຂອງຮ່າງກາຍທີ່ມີພະຍາດໄດ້ຮັບການຟື້ນຟູ, ນີ້ ໝາຍ ຄວາມວ່າມັນໄດ້“ ຫາຍດີແລ້ວ”.
- ສາຍພົວພັນທີ່ແຕກຫັກທີ່ຖືກຟື້ນຟູ, ໄດ້ "ໄດ້ຮັບການຄືນດີກັນ." ພຣະເຈົ້າຊົງຟື້ນຟູຄົນທີ່ເຮັດບາບແລະ ນຳ ພວກເຂົາຄືນມາສູ່ຕົວເອງ.
- ຖ້າປະຊາຊົນໄດ້ຮັບການຟື້ນຟູຄືນສູ່ປະເທດທີ່ຢູ່ອາໃສຂອງພວກເຂົາມັນຫມາຍຄວາມວ່າພວກເຂົາໄດ້ຖືກ "ນໍາກັບຄືນ" ຫຼື "ກັບຄືນ" ກັບປະເທດນັ້ນ.
ຄຳແນະນຳໃນການແປ
*ອີງຕາມສະພາບການ, ວິທີການແປ "ການຟື້ນຟູ" ອາດປະກອບມີ: "ຕໍ່ ໃໝ່" ຫລື "ຈ່າຍຄືນ" ຫລື "ກັບຄືນ" ຫລື "ຮັກສາ" ຫລື"ນຳ ກັບຄືນມາ." * ຄຳເວົ້າສຳລັ ຄຳນີ້ອາດແມ່ນ "ສ້າງໃໝ່" ຫລື "ສ້າງໃໝ່ໃຫ້ ໃໝ່." * ອີງຕາມສະພາບການ, "ການຟື້ນຟູ," ສາມາດແປເປັນ "ການຕໍ່ອາຍຸ" ຫລື "ການຮັກສາ" ຫລື "ການປອງດອງ."
ມະຫາປະໂລຫິດ
ຄຳວ່າ "ມະຫາປະໂລຫິດ"ອ້າງເຖິງປະໂລຫິດພິເສດທີ່ໄດ້ຮັບການແຕ່ງຕັ້ງໃຫ້ຮັບໃຊ້ເປັນເວລາໜຶ່ງປີໃນຖານະຜູ້ນຳຂອງປະໂລຫິດອິດຣາເອນຄົນອື່ນທັງໝົດ.
- ມະຫາປະໂລຫິດມີໜ້າທີ່ຄວາມຮັບຜິດຊອບພິເສດ. ທ່ານເປັນພຽງຄົນດຽວທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສ່ວນຂອງວິຫານທີ່ບໍລິສຸດທີ່ສຸດເພື່ອຈະຖວາຍເຄື່ອງບູຊາພິເສດປີລະເທື່ອ.
- ອິດສະຣາເອນໄດ້ມີປະໂລຫິດຫລາຍຄົນ ແຕ່ມີມະຫາປະໂລຫິດພຽງຄົນດຽວໃນຊ່ວງເວລາໜຶ່ງ.
- ເມື່ອພຣະເຢຊູຊົງຖືກຈັບ, ກາຍາຟາເປັນມະຫາປະໂລຫິດຢ່າງເປັນທາງການ ພໍ່ເຖົ້າຂອງກາຍາຟາ ອັນນາດຖືກກ່າວເຖິງໃນບາງເທື່ອເພາະທ່ານເຄີຍເປັນມະຫາປະໂລຫິດຄົນກ່ອນທີ່ອາດຈະຍັງມີອຳນາດແລະອຳນາດສິດທິຂາດເໜືອຜູ້ຄົນ.
ຄຳແນະນຳໃນການແປ
- "ມະຫາປະໂລຫິດ" ສາມາດແປໄດ້ວ່າ "ປະໂລຫິດສູງສຸດ" ຫລື "ປະໂລຫິດທີ່ມີຕຳແໜ່ງສູງສຸດ."
- ໃຫ້ແນ່ໃຈວ່າຄຳນີ້ໃຊ້ຄຳແປຕ່າງຈາກຄຳວ່າ "ຫົວໜ້າປະໂລຫິດ."
ມະຫິດທິລິດ
ຄຳວ່າ "ມະຫິດທິລິດ" ແປຕາມຕົວອັກສອນໝາຍຄວາມວ່າ "ມີລິດອຳນາດທັງໝົດ," ໃນພຣະຄຳພີແມ່ນເວົ້າເຖີງພຣະເຈົ້າ.
- ຄຳນຳໜ້າຊື່ "ຊົງມະຫິດທິລິດ" ຫລື "ຜູ້ຊົງມະຫິດທິລິດອົງດຽວ" ໝາຍເຖີງພຣະເຈົ້າ ແລະສະແດງໃຫ້ເຫັນວ່າພຣະອົງຊົງມີອຳນາດແລະສິດທິເໜືອທຸກສີ່ງຢ່າງສົມບຸນ.
- ຄຳນີ້ໃຊ້ເພື່ອອະທິບາຍເຖີງພຣະເຈົ້າ ໂດຍເອີ້ນວ່າ "ພຣະເຈົ້າຜູ້ຊົງມະຫິດທິລິດ" ຫລື "ພຣະເຈົ້າຜູ້ຊົງລິດທານຸພາບສູງສຸດ" ຫລື "ອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ຊົງລິດທານຸພາບສູງສຸດ" ຫລື "ອົງພຣະຜູ້ເປັນເຈົ້າ ຜູ້ຊົງລິດທານຸພາບສູງສຸດ."
ຄຳແນະນຳໃນການແປ
- ຄຳນີ້ສາມາດແປໄດ້ອີກວ່າ "ມີອຳນາດເໜືອທັງໝົດທັງປວງ" ຫລື "ອົງດຽວທີ່ມີລິດອຳນາດຢ່າງສົມບຸນ" ຫລື "ພຣະເຈົ້າຜູ້ຊົງມີລິດອຳນາດຢ່າງສົມບຸນ." *ວິທີແປເນື້ອຫານີ້ມີຫລາຍຢ່າງ "ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງມີລິດສູງສຸດ" ຊຶ່ງສາມາດຮວມເຖີງ "ພຣະເຈົ້າຜູ້ຄອບຄອງ" ຫລື "ພຣະເຈົ້າຜູ້ຊົງມະຫິທິລິດ ຜູ້ເປັນເຈົ້ານາຍເໜືອທຸກສີ່ງທຸກຢ່າງ."
ມັດທາຍ, ເລວີ
ມັດທາຍ ເປັນຄົນໜຶ່ງໃນຜູ້ຊາຍສິບສອງຄົນ ທີ່ພຣະເຢຊູເຈົ້າໄດ້ເລືອກໃຫ້ເປັນອັກຄະສາວົກຂອງພຣະອົງ. ສ່ວນຫລາຍຈະຮູ້ຈັກລາວຜ່ານທາງຊື່ເລວີ, ລູກຊາຍຂອງອາລະຟາຍ.
- ເລວີ (ມັດທາຍ) ເປັນຄົນເກັບພາສີ ມາຈາກເມືອງກາເປນາອູມ ກ່ອນທີ່ລາວຈະມາພົບກັບພຣະເຢຊູເຈົ້າ.
- ມັດທາຍ ໄດ້ຂຽນພຣະທຳຂ່າວປະເສີດທີ່ໃຊ້ຊື່ຂອງລາວເອງ.
- ໃນພຣະຄຳພີ ກໍມີຫລາຍຄົນທີ່ໃສ່ຊື່ເລວີ.
ມາທາ
ມາທາ ແມ່ນຜູ້ຍິງຄົນໜິ່ງ ມາຈາກເບັດທານີ ທີ່ໄດ້ມາຕິດຕາມພຣະເຢຊູເຈົ້າ.
- ມາທາ ມີນ້ອງສາວຊື່ ມາຣີ ແລະ ມີນ້ອງຊາຍຊື່ ລາຊາໂລ, ເຊິ່ງໄດ້ຕິດຕາມພຣະເຢຊູເຈົ້າຄືກັນ.
- ຄັ້ງໜຶ່ງ ເມື່ອພຣະເຢຊູເຈົ້າ ໄດ້ມາຢ້ຽມຢາມພວກເຂົາຢູ່ເຮືອນຂອງພວກເຂົາ, ມາທາ ຫຍຸ້ງຢູ່ກັບການຈັດຕຽມອາຫານການກິນ ໃນຂະນະທີ່ມາຣີນ້ອງສາວຂອງລາວ ໄດ້ນັ່ງຢູ່ ແລະ ໄດ້ຟັງຄຳສັ່ງສອນຂອງພຣະເຢຊູເຈົ້າ.
- ຕອນທີ່ລາຊາໂລຕາຍ, ມາທາ ໄດ້ເວົ້າກັບພຣະເຢຊູເຈົ້າວ່າ ລາວເຊື່ອວ່າພຣະເຢຊູເຈົ້າ ແມ່ນພຣະຄຣິດ, ເປັນພຣະບູດຂອງພຣະເຈົ້າ.
ມານາ
ມານນາ ເປັນສີຂາວ, ເປັນເມັດພືດນ້ອຍໆ ຄ້າຍຄືເຂົ້າຈື່ ທີ່ພຣະເຈົ້າໄດ້ຕຽມໄວ້ໃຫ້ຊາວອິດສະຣາເອນກິນ ໃນເວລາທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ ເປັນເວລາ 40 ປີ ຫລັງຈາກທີ່ພວກເຂົາໄດ້ອົບພະຍົບອອກຈາກປະເທດເອຢິບ.
ມານາ ເບິ່ງຄ້າຍຄືກັບແຜ່ນສີຂາວ ທີ່ເຫັນຢູ່ເທິງໜ້າດິນໃນຕອນເຊົ້າຂອງທຸກໆ ມື້ ມັນຢູ່ລຸ່ມນ້ຳຄ້າງ. ມັນຫວານ, ຄ້າຍຄືນ້ຳຜິິ້ງ. * ຄົນອິດສະຣາເອນ ຈະເກັບລວບລວມເອົາມານາໄວ້ກິນສຳລັບທຸກວັນ ຍົກເວັ້ນວັນຊະບາໂຕ. * ກ່ອນຮອດວັນສະບາໂຕ ພຣະເຈົ້າບອກຄົນອິດສະຣາເອນໃຫ້ເກັບມານາເພີ່ມເປັນສອງເທົ່າ ເພາະພວກເຂົາຈະບໍ່ໄດ້ເກັບໃນວັນພັກຜ່ອນຂອງພວກເຂົາ. * ຄຳວ່າ "ມານາ" ໝາຍຄວາມວ່າ "ມັນແມ່ນຫຍັງ?." ໃນພຣະຄຳພີ, ຂໍ້ອ້າງອີງທັງໝົດບອກວ່າ ມານາ ແມ່ນ "ເຂົ້າຈື່ຈາກສະຫວັນ" ແລະ "ເມັດພືດຈາກສະຫວັນ."
ຄຳແນະນຳໃນການແປ
- ວິທີອື່ນອີກທີ່ຈະແປຄຳນີ້ແມ່ນ, "ອາຫານທີ່ເປັນແຜ່ນບາງໆ ສີຂາວ" ຫລື "ອາຫານຈາກສະຫວັນ."
- ໃຫ້ພິຈາລະນາວ່າ ໃນພຣະຄຳພີ ໄດ້ແປຄຳນີ້ແບບໃດ ຕາມພາສາທ້ອງຖິ່ນ ຫລື ຕາມພາສາກາງ.
ມານາເຊ, ຊົນເຜົ່າມານາເຊ
ໃນພຣະຄຳພີເດີມ ມີຜູ້ຊາຍຫ້າຄົນທີ່ມີຊື່ວ່າ: ມານາເຊ
- ມານາເຊ ແມ່ນຊື່ລູກຊາຍກົກຂອງໂຢເຊັບ.
- ທັງມານາເຊ ແລະ ເອຟຣາອິມ ນ້ອງຊາຍຂອງລາວ ເປັນລູກບຸນທຳຂອງໂຢເຊັບ, ຄື ຢາໂຄບ ໄດ້ມອບສິດພິເສດໃຫ້ເຊື້ອ ສາຍຂອງພວກເຂົາ ໄດ້ຢູ່ໃນສິບສອງຊົນເຜົ່າຂອງຊາວອິດສະຣາເອນ.
- ເຊື້ອສາຍຂອງມານາເຊ ເປັນໜິ່ງໃນຊົນເຜົ່າຕ່າງໆ ຂອງອິດສະຣາເອນ.
-
ຊົນເຜົ່າມານາເຊ ມັກຖືກເອິ້ນວ່າເປັນ: "ມານາເຊເຄິ່ງເຜົ່າ" ເພາະສ່ວນໜິ່ງຂອງຊົນເຜົ່າ ໄປຕັ້ງຖິ່ນຖານຢູ່ໃນດິນແດນການາອານ, ທາງທິດຕາວັນຕົກຂອງແມ່ນ້ຳຈໍແດນ. ອີກສ່ວນໜິ່ງຂອງຊົນເຜົ່າ ພັດຖິ່ນຖານຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ.
-
ໜຶ່ງໃນບັນດາກະສັດຂອງຢູດາ ກໍ່ມີຊື່ວ່າ ມານາເຊ.
- ກະສັດມານາເຊ ເປັນກະສັດທີ່ຊົ່ວຮ້າຍ ໂດຍລາວໄດ້ເອົາພວກລູກໆ ຂອງລາວ ໄປເຜົາເປັນເຄື່ອງບູຊາໃຫ້ແກ່ພະປອມ.
- ພຣະເຈົ້າ ຈິ່ງລົງໂທດກະສັດມານາເຊ ໂດຍຍອມໃຫ້ກອງທັບຂອງສັດຕູມາຈັບເອົາລາວ. ມານາເຊ ຈິ່ງໄດ້ກັບຄືນມາຫາພຣະເຈົ້າ ແລະ ທຳລາຍແທ່ນບູຊາທີ່ໃຊ້ນະມັດສະການບັນດາຮູບເຄົາຣົບ.
- ຜູ້ຊາຍສອງຄົນທີ່ມີຊື່ວ່າ: ມານາເຊ ມີຊີວິດຢູ່ໃນຍຸກສະໄໝຂອງເອຊະຣາ. ພວກເຂົາ ແມ່ນຄົນທີ່ໄດ້ຫຍ່າຮ້າງກັບເມຍທີ່ບໍ່ໄດ້ຢູ່ໃນສາສະໜາດຽວກັນ ເພາະເມຍຂອງພວກເຂົາມີສິດອຳນາດກວ່າພວກເຂົາໃນການນັບຖືພະປອມ.
- ມານາເຊ ອີກຄົນໜິ່ງ ແມ່ນປູ່ຂອງບາງຄົນທີ່ຢູ່ໃນຊົນເຜົ່າດານ ເຊິ່ງເປັນປະໂຣຫິດຂອງຮູບເຄົາຣົບຂອງພະທຽມ.
ມາຣີ (ນ້ອງສາວຂອງມາທາ)
ມາຣີ ເປັນຜູ້ຍິງທີ່ມາຈາກເບັດທານີ ທີ່ມາຕິດຕາມພຣະເຢຊູ.
- ມາຣີ ມີເອື້ອຍຊື່ວ່າ ມາທາ ແລະ ນ້ອງຊາຍຊື່ ລາຊາໂລ ເຊິ່ງໄດ້ຕິດຕາມພຣະເຢຊູເຈົ້າຄືກັນ.
- ຄັ້ງໜຶ່ງ ພຣະເຢຊູເຈົ້າ ໄດ້ກ່າວວ່າ ມາຣີ ໄດ້ເລຶອກສິ່ງທີ່ດີທີ່ສຸດເມື່ອລາວໄດ້ເລຶອກເອົາການມານັ່ງຟັງພຣະອົງ ຫລາຍກວ່າການໄປຫຍຸ້ງຢູ່ກັບການຕຽມອາຫານ ແບບມາທາກຳລັງເຮັດຢູ່.
- ພຣະເຢຊູເຈົ້າ ໄດ້ເອົານ້ອງຊາຍຂອງມາຣີ ໃຫ້ກັບຄືນມາມີຊີວິດອີກ.
- ບາງເວລາຫລັງຈາກນັ້ນ, ຂະນະທີ່ພຣະເຢຊູເຈົ້າ ກຳລັງກຶນເຂົ້າຢູ່ເຮືອນຂອງບາງຄົນໃນເບັດທານີ, ມາຣີ ໄດ້ທານ້ຳຫອມລາຄາແພງ ໃສ່ພຣະບາດຂອງພຣະອົງ ເພື່ອເປັນການນະມັດ ສະການພຣະອົງ.
- ພຣະເຢຊູເຈົ້າ ກ່າວຍ້ອງຍໍນາງທີ່ໄດ້ເຮັດແບບນີ້ ແລະ ໄດ້ບອກວ່າ ລາວກຳລັງຕຽມຮ່າງກາຍຂອງພຣະອົງ ສຳລັບການຝັງພຣະສົບ.
ມາຣີ ຊາວມັກດາລາ
ມາຣີ ຊາວມັກດາລາ ເປັນໜິ່ງໃນຈຳນວນຜູ້ຍິງຫລາຍໆ ຄົນທີ່ເຊື່ອພຣະເຢຊູເຈົ້າ ແລະ ໄດ້ຕິດຕາມພຣະອົງໃນງານພັນທະກິດຂອງພຣະອົງ. ນາງເປັນທີ່ຮູ້ຈັກກັນດີ ໃນຖານະທີ່ນາງຄືຄົນທີ່ພຣະເຢຊູເຈົ້າ ໄດ້ຊ່ວຍໃຫ້ຫລຸດພົ້ນຈາກຜີຮ້າຍເຈັດໂຕທີ່ຄວບຄຸມລາວ.
- ມາຣີ ຊາວມັກດາລາ ແລະ ຜູ້ຍິງຄົນອື່ນໆ ອີກບາງຄົນ ທີ່ຊ່ວຍສະໜັບສະໜູນພຣະເຢຊູເຈົ້າ ແລະ ພວກອັກຄະສາວົກຂອງພຣະອົງ ຜ່ານທາງການເອົາໃຫ້ແກ່ພວກເຂົາ.
- ນາງເປັນຄົນໜຶ່ງທີ່ຖືກກ່າວເຖິງວ່າ ເປັນຍິງໜຶ່ງຄົນທີ່ຢູ່ໃນກຸ່ມຜູ້ຍິງກຸ່ມທຳອິດ ທີ່ໄດ້ເຫັນພຣະເຢຊູເຈົ້າ ຫລັງຈາກທີ່ພຣະອົງເປັນຄືນມາຈາກຄວາມຕາຍ.
- ໃນຂະນະທີ່ມາຣີ ຊາວມັກດາລາ ໄດ້ຢືນຢູ່ນອກອຸໂມງຫວ່າງເປົ່າ, ລາວໄດ້ເຫັນພຣະເຢຊູເຈົ້າ ຢືນຢູ່ໃນທີ່ນັ້ນ ແລະ ພຣະອົງໄດ້ບອກລາວວ່າ ຈົ່ງໄປບອກພວກສາວົກຄົນອື່ນໆ ວ່າ ພຣະອົງໄດ້ຄືນມາມີຊີວິດອີກ.
ມາຣີ, ແມ່ຂອງພຣະເຢຊູເຈົ້າ
ມາຣີ ເປັນຜູ້ສາວ ທີ່ອາໄສຢູ່ໃນເມືອງນາຊາເຣັດ ນາງຖືກໝັ້ນໝາຍໃຫ້ແຕ່ງງານກັບຜູ້ຊາຍທີ່ຊື່ ໂຢເຊັບ. ພຣະເຈົ້າ ໄດ້ເລືອກມາຣີໃຫ້ເປັນແມ່ຂອງພຣະເຢຊູເຈົ້າ ພຣະເມຊິອາ, ພຣະບຸດຂອງພຣະເຈົ້າ.
- ພຣະວິນຍານບໍຣິສຸດເຈົ້າ ໄດ້ເຮັດການອັດສະຈັນ ໂດຍເຮັດໃຫ້ມາຣີຖືພາ ທັງທີ່ລາວຍັງເປັນຍິງສາວບໍຣິສຸດຢູ່.
- ທູດສະຫວັນໄດ້ບອກແກ່ມາຣີວ່າ ເດັກນ້ອຍໃນທ້ອງຂອງນາງ ແມ່ນພຣະບຸດຂອງພຣະເຈົ້າ ແລະ ນາງຕ້ອງໃສ່ຊື່ໃຫ້ເດັກນັ້ນວ່າ ເຢຊູ.
- ມາຣີ ຮັກພຣະເຈົ້າ ແລະ ໄດ້ສັນລະເສີນພຣະອົງທີ່ໄດ້ເມດຕາລາວ.
- ໂຢເຊັບໄດ້ແຕ່ງງານກັບມາຣີ, ແຕ່ນາງຍັງເປັນຍິງສາວບໍຣິສຸດຢູ່ ຈົນລາວໄດ້ເກີດລູກແລ້ວ.
- ມາຣີ ຄິດຄ່ຳຄວນເຖິງສິ່ງອັດສະຈັນຕ່າງໆ ທີ່ພວກຜູ້ລ້ຽງແກະ ແລະພວກໂຫລາຈານ ໄດ້ບອກກ່ຽວກັບກຸມມານນ້ອຍເຢຊູ.
- ມາລີ ແລະ ໂຢເຊັບໄດ້ພາກຸມມານນ້ອຍເຢຊູໄປຖວາຍທີ່ພຣະວິຫານ. ຕໍ່ມາ ພວກເຂົາໄດ້ພາພຣະອົງໄປປະເທດເອຢິບ ເພື່ອໜີຈາກຄຳສັ່ງຂອງເຮໂລດ ທີ່ສັ່ງໃຫ້ຂ້າເດັກນ້ອຍ. ຫລັງຈາກນັ້ນ ພວກເຂົາ ກໍໄດ້ກັບຄືນມານາຊາເຣັດອີກ.
- ເມື່ອພຣະເຢຊູເຈົ້າ ເປັນຜູ້ໃຫຍ່, ມາຣີ ກໍຢູ່ກັບພຣະອົງ ໃນຕອນທີ່ພຣະອົງ ໄດ້ປ່ຽນນ້ຳໃຫ້ກາຍເປັນເຫລົ້າອະງຸ່ນ ໃນງານແຕ່ງງານທີ່ບ້ານການາ.
- ຂ່າວປະເສີດຍັງໄດ້ບອກອີກວ່າ ຕອນທີ່ພຣະເຢຊູເຈົ້າ ກຳລັງຈະສິ້ນໃຈທີ່ໄມ້ກາງແຂນ ມາຣີ ກໍຢູ່ທີ່ນັ້ນນຳ. ພຣະອົງ ໄດ້ບອກໂຢຮັນ ເຊິ່ງເປັນສາວົກຂອງພຣະອົງ ໃຫ້ເບິ່ງແຍງນາງ ເໝືອນກັບວ່ານາງເປັນແມ່ຂອງລາວເອງ.
ມາລາກີ
ມາລາກີ ເປັນໜຶ່ງໃນບັນດາພວກຜູ້ປະກາດພຣະຄຳຂອງພຣະເຈົ້າ ທີ່ຢູ່ໃນອານາຈັກຢູດາ. ລາວມີຊີວິດຢູ່ປະມານ 500 ປີ ກ່ອນທີ່ພຣະເຢຊູເຈົ້າມາເກີດໃນໂລກນີ້.
- ມາລາກີ ໄດ້ປະກາດພຣະຄຳໃນໄລຍະເວລາທີ່ພຣະວິຫານຂອງອິດສະຣາເອນ ກຳລັງຖືກສ້າງຂຶ້ນມາໃໝ່ ພາຍຫລັງທີ່ໄດ້ກັບຄືນມາຈາກການເປັນຊະເລີຍຂອງບາບິໂລນ.
- ເອຊະຣາ ແລະ ເນເຫມີຢາ ມີຊີວິດຢູ່ໃນໄລຍະດຽວກັນກັບມາລາກີ.
- ພຣະທຳມາລາກີ ເປັນພຣະທຳສຸດທ້າຍຂອງພຣະຄຳພີເດີມ.
- ເຊັ່ນດຽວກັນກັບຜູ້ປະກາດພຣະຄຳທຸກຄົນໃນພຣະຄຳພີເດີມ, ມາລາກີ ໄດ້ກະຕຸ້ນເຕືອນໃຫ້ປະຊາຊົນກັບໃຈຫັນໜີຈາກຄວາມບາບຂອງພວກເຂົາເຈົ້າ ແລະ ກັບຄືນມານະມັດສະການພຣະເຈົ້າຢາເວ.
ມາອາຄາ
ມາອາຄາ (ຫລື, ມາອາກາ) ແມ່ນໜຶ່ງໃນພວກລູກຊາຍຂອງນ້ອງຊາຍຂອງອັບຣາຮາມ ທີ່ຊື່ວ່າ ນາໂຮ. ໃນພຣະຄຳພີເດີມ ຍັງມີຄົນອື່ນອີກທີ່ໃສ່ຊື່ນີ້.
- ເມືອງມາອາຄາ ຫລື ເບັດມາອາກາ ຕັ້ງຢູ່ຫ່າງໄກຈາກທາງທິດເໜືອຂອງອິດສະຣາເອນ ໃນເຂດແດນທີ່ຖືກຍຶດໂດຍຊົນເຜົ່ານັຟທາລີ.
- ເປັນເມືອງທີ່ສຳຄັນ ແລະ ຖືກສັດຕູໂຈມຕີຫລາຍເທື່ອ.
- ມາອາຄາ ເປັນຊື່ຂອງຜູ້ຍິງຫລາຍຄົນ ລວມທັງແມ່ຂອງລູກຊາຍດາວິດ ທີ່ຊື່ວ່າ ອັບຊາໂລມ.
- ກະສັດອາຊາ ໄດ້ປົດມາອາກາທີ່ເປັນແມ່ເຖົ້າຂອງເພິ່ນອອກຈາກຕຳແໜ່ງການເປັນແມ່ຂອງຣາຊານີ ເພາະລາວສະໜັບ ສະໜູນການນະມັດສະການຮູບເຄົາຣົບອາເຊຣາ.
ມາເກໂດເນຍ
ໃນສະໃໝຂອງພຣະຄຳພີໃໝ່, ມາເກໂດເນຍ ເປັນແຂວງໜິ່ງຂອງໂຣມ ຕັ້ງຢູ່ທາງທິດເໜືອຂອງກຣີກບູຮານ.
- ບາງເມືອງທີ່ສຳຄັນຂອງມາເກໂດເນຍ ຖືກກ່າວເຖິງໃນພຣະຄຳພີ ຄືໍ: ເບເຣຍ, ຟິລິບປອຍ ແລະ ເທສະໂລນຶກ.
- ໂດຍທາງນິມິດ, ພຣະເຈົ້າ ໄດ້ສັ່ງໃຫ້ໂປໂລປະກາດຂ່າວປະເສີດໃນແຂວງມາເກໂດເນຍ.
- ໂປໂລ ແລະ ເພື່ອນຮ່ວມງານຂອງລາວ ໄດ້ໄປແຂວງມາເກໂດເນຍ ແລະ ໄດ້ສັ່ງສອນເລື່ອງພຣະເຢຊູ ແລະ ໄດ້ຊ່ວຍຜູ້ເຊື່ອໃໝ່ ໃຫ້ພວກເຂົາມີຄວາມເຊື່ອທີ່ເຂັ້ມແຂງຂຶ້ນ.
- ໃນພຣະຄຳພີ ມີຈົດໝາຍຫລາຍສະບັບ ທີ່ໂປໂລໄດ້ຂຽນໄປເຖິງຄົນທີ່ເຊື່ອໃນເມືອງຟີລິບປອຍ ແລະ ເມືອງເທສະໂລນິກຂອງແຂວງມາເກໂດເນຍ.
ມີກາ
ມີກາ ແມ່ນຜູ້ປະກາດພຣະທຳ ໃນອານາຈັກຢູດາ ປະມານ 700 ປີ ກ່ອນຄຣິສຕະສັກກະຣາດ, ໃນເວລາດຽວກັນກັບຜູ້ປະກາດພຣະທຳເອຊາຢາ ຍັງເຮັດວຽກຢູ່ແຂວງຢູດາ. ຜູ້ຊາຍອີກຄົນໜຶ່ງທີ່ຊື່ ມີກາ ແມ່ນມີຊີວິດຢູ່ໃນສະໄໝຂອງພວກຜູ້ປົກຄອງ.
- ພຣະທຳມີກາ ແມ່ນພຣະທຳທີ່ຢູ່ເກືອບທ້າຍໆ ຂອງພຣະຄຳພີເດີມ.
- ມີກາ ໄດ້ທຳນວາຍເຖິງການຫລົ້ມຈົມຂອງຊາວຊາມາເຣຍ ໂດຍຊາວອັດຊີເຣຍ.
- ມີກາ ໄດ້ກ່າວຕຳນິປະຊາຊົນຢູດາ ເພາະພວກເຂົາບໍ່ຟັງຄວາມພຣະເຈົ້າ ແລະ ໄດ້ເຕືອນພວກເຂົາວ່າ ສັດຕູຈະມາບຸກໂຈມຕີພວກເຂົາ.
- ໃນຄຳທຳນວາຍນັ້ນ ຍັງລົງທ້າຍດ້ວຍຖ້ອຍຄຳແຫ່ງຄວາມຫວັງໃນພຣະເຈົ້າ ຜູ້ຊົງສັດຊື່ ແລະ ຈະຊ່ວຍກູ້ປະຊາຊົນຂອງພຣະອົງ.
- ໃນພຣະທຳພວກຜູ້ປົກຄອງ, ໄດ້ບອກເລື່ອງຂອງຜູ້ຊາຍຄົນໜຶ່ງທີ່ຊື່ ມີກາ ເຊິ່ງອາໃສຢູ່ໃນເຂດແດນເອຟຣາອິມ ເປັນຜູ້ທີ່ສ້າງຮູບເຄົາຣົບຈາກເງິນ. ປະໂຣຫິດທີ່ຍັງເປັນຄົນໜຸ່ມຄົນໜຶ່ງ ເຊິ່ງເປັນຊາວເລວີ ໄດ້ມາອາໃສຢູ່ກັບຊາຍຜູ້ນີ້ ແລະໄດ້ລັກເອົາຮູບເຄົາຣົບ ແລະ ເຄື່ອງຂອງອື່ນໆ, ແລ້ວກໍໜີໄປກັບຊົນເຜົ່າດານ. ສຸດທ້າຍ ຊົນເຜົ່າດານແລະປະໂຣຫິດໜູ່ມຄົນນັ້ນ ກໍມາຕັ້ງຖິ່ນຖານຢູ່ເມືອງລາອິດ ແລະ ພວກເຂົາກໍໄດ້ເອົາຮູບເຄົາຣົບທີ່ເຮັດຈາກເງິນນັ້ນມາຕັ້ງໄວ້ ເພື່ອນະມັດສະການ.
ມີຄາເອນ
ມີຄາເອນ ເປັນຫົວໜ້າຂອງພວກທູດສະຫວັນຜູ້ບໍຣິສຸດ, ເປັນທູດສະຫວັນທີ່ເຊື່ອຟັງ. ລາວແມ່ນທູດສະຫວັນຕົນດຽວ ທີ່ຖືກບົ່ງບອກໂດຍກົງວ່າເປັນ "ຫົວໜ້າທູດສະຫວັນ" ຂອງພຣະເຈົ້າ.
- ຄຳວ່າ "ຫົວໜ້າທູດສະຫວັນ" ຄວາມໝາຍຕາມໂຕອັກສອນແມ່ນ "ຫົວໜ້າຂອງທູດສະຫວັນ" ຫລື "ຜູ້ປົກຄອງທູດສະຫວັນ."
- ມີຄາເອນ ແມ່ນນົກຮັບ ທີ່ຕໍ່ສູ້ກັບສັດຕູຂອງພຣະເຈົ້າ ທັງຄຸ້ມຄອງຮັກສາປະຊາຊົນຂອງພຣະເຈົ້າ.
- ລາວໄດ້ນຳພາອິດສະຣາເອນ ຕໍ່ສູ້ກັບກອງທະຫານຂອງເປິເຊຍ. ໃນເວລາສຸດທ້າຍ ລາວຈະນຳພາກອງກຳລັງຂອງອິດສະຣາເອນ ໃນການຕໍ່ສູ້ເທື່ອສຸດທ້າຍກັບກອງກຳລັງຂອງຄວາມຊົ່ວຮ້າຍ ຕາມທີ່ໄດ້ທຳນວາຍໄວ້ໃນພຣະທຳດານີເອນ.
- ໃນພຣະຄຳພີ ມີຜູ້ຊາຍຫລາຍຄົນທີ່ຊື່ ມີຄາເອນ. ມີຜູ້ຊາຍຫລາຍຄົນທີ່ຖືກເອິ້ນວ່າເປັນ "ລູກຊາຍຂອງມີຄາເອນ."
ມີຊື່ສຽງ, ຜູ້ມີຊື່ສຽງ
ຄຳວ່າ“ ຜູ້ມີຊື່ສຽງ” ໝາຍເຖິງການມີຊື່ສຽງແລະມີຊື່ສຽງທີ່ໜ້າ ຊົມເຊີຍ.
ບຸກຄົນ"ທີ່ມີຊື່ສຽງ"ແມ່ນຄົນທີ່ມີຊື່ສຽງແລະມີຄວາມນັບຖືສູງ. "ຄຳວ່າຊື່ສຽງ" ໂດຍສະເພາະແມ່ນ ໝາຍ ເຖິງຊື່ສຽງທີ່ດີເຊິ່ງເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງໃນໄລຍະເວລາດົນນານ. * ເມືອງທີ່ມີຊື່ສຽງວ່າ "ມີຊື່ສຽງ" ມັກຈະມີຊື່ສຽງຍ້ອນຄວາມຮັ່ງມີແລະຄວາມຈະເລີນຮຸ່ງເຮືອງ.
ຄຳແນະນຳໃນການແປ
- ຄຳທີ່ວ່າ "ການມີຊື່ສຽງ" ຍັງສາມາດຖືກແປວ່າ "ຊື່ສຽງ" ຫລື "ຊື່ສຽງທີ່ນັບຖື" ຫຼື "ຄວາມຍິ່ງໃຫຍ່ເຊິ່ງເປັນທີ່ຮູ້ຈັກຂອງຄົນຫຼາຍໆຄົນ."
- ຄຳ ວ່າ "ທີ່ມີຊື່ສຽງ" ຍັງສາມາດແປເປັນ "ທີ່ມີຊື່ສຽງແລະມີກຽດຕິຍົດສູງ" ຫຼື "ມີຊື່ສຽງທີ່ດີເລີດ."
- ຄຳເວົ້າທີ່ວ່າ "ຂໍໃຫ້ຊື່ຂອງພຣະຜູ້ເປັນເຈົ້າຈົ່ງມີຊື່ສຽງໃນອິດສະຣາເອນ" ສາມາດແປເປັນ "ຊື່ຂອງພຣະຜູ້ເປັນເຈົ້າໃຫ້ເປັນທີ່ຮູ້ຈັກແລະໃຫ້ກຽດແກ່ຊາວອິດສະຣາເອນ."
- ປະໂຫຍກທີ່ວ່າ, "ຜູ້ຊາຍທີ່ມີຊື່ສຽງ" ສາມາດຖືກແປເປັນ, "ຜູ້ຊາຍທີ່ມີຊື່ສຽງຍ້ອນຄວາມກ້າຫານຂອງພວກເຂົາ" ຫຼື "ນັກຮົບທີ່ມີຊື່ສຽງ" ຫຼື "ຜູ້ຊາຍທີ່ມີຊື່ສຽງສູງ."
- ສຳນວນທີ່ວ່າ "ຊື່ສຽງຂອງທ່ານທີ່ມີຊື່ສຽງຕະຫຼອດທຸກລຸ້ນຄົນ" ສາມາດແປເປັນ "ຕະຫຼອດປີທີ່ຜູ້ຄົນຈະໄດ້ຍິນກ່ຽວກັບຄວາມຍິ່ງໃຫຍ່ຂອງທ່ານ" ຫຼື "ຄວາມຍິ່ງໃຫຍ່ຂອງທ່ານໄດ້ຖືກເຫັນແລະໄດ້ຍິນຈາກຄົນໃນທຸກໆລຸ້ນ."
ມີດີອານ, ຊາວມີດີອານ
ມີດີອານ ແມ່ນລູກຊາຍຂອງອັບຣາຮາມກັບນາງເກຕຸຣາ. ມັນຍັງແມ່ນຊື່ຂອງຊົນຊາດໜຶ່ງ ແລະ ບໍລິເວນທີ່ຕັ້ງຢູ່ທາງເໜືອຂອງທະເລຊາຍອາຣາເບຍ ຈົນຮອດທາງໃຕ້ຂອງແຜ່ນດິນການາອານ. ຄົນທີ່ຢູ່ໃນຊົນຊາດນີ້ ຖືກເອິ້ນວ່າ "ຊາວມີດີອານ."
- ເມື່ອໂມເຊ ໄດ້ອອກຈາກປະເທດເອຢິບເທື່ອທຳອິດ, ລາວໄດ້ໄປເຖິງເຂດແດນມີດີອານ ເຊິ່ງຢູ່ທີ່ນັ້ນ ລາວໄດ້ພົບກັບພວກລູກສາວຂອງເຢທະໂຣ ແລະໄດ້ຊ່ວຍເອົານ້ຳໃຫ້ສັດລ້ຽງຂອງພວກນາງ. ຕໍ່ມາ ໂມເຊກໍໄດ້ແຕ່ງງານກັບລູກສາວຄົນໜຶ່ງຂອງເຢທະໂຣ.
- ໂຢເຊັ ບ ຖືກຈັບໄປເປັນທາດຢູ່ປະເທດເອຢິບ ກໍໂດຍຊາວມີດີອານທີ່ເປັນພວກຄ້າຂາຍທາດ.
- ຫລາຍປີຕໍ່ມາ ຊາວມີດີອານໄດ້ບຸກໂຈມຕີ ແລະປຸ້ນເອົາເຄື່ອງຂອງ ຂອງຊາວອິດສະຣາເອນໃນແຜ່ນດິນການາອານ. ກິເດໂອນ ຈິ່ງໄດ້ນຳພາຊາວອິດສະຣາເອນຕໍ່ສູ້ກັບຊາວມີດີອານ.
- ຊົນເຜົ່າອາຫຣັບສະໄໝໃໝ່ຫລາຍຊົນເຜົ່າ ກໍສືບເຊື້ອສາຍມາຈາກກຸ່ມນີ້.
ມີຣີອາມ
ມີຣີອາມ ເປັນເອື້ອຍກົກຂອງອາໂຣນ ແລະ ໂມເຊ.
- ຕອນທີ່ລາວຍັງເປັນເດັກຢູ່ນັ້ນ, ແມ່ຂອງມີຣີອາມ ໄດ້ບອກໃຫ້ລາວເຝົ້າຈອບເບິ່ງນ້ອງຊາຍຂອງລາວ ຄື ໂມເຊ ທີ່ຍັງເປັນເດັກນ້ອຍໆຢູ່ ແຕ່ຕ້ອງຖືກເຊື່ອງໄວ້ໃນອູ່ ແລະເອົາໄປປະໄວ້ໃນພຸ້ມຫຍ້າອໍ້ ໃນແມ່ນ້ຳນິນ. ເມື່ອລູກສາວຂອງກະສັດຟາໂຣມາພົບ ຈິ່ງຢາກໄດ້ເດັກນ້ອຍຄົນນັ້ນໄປລ້ຽງ ແລະຈຳເປັນຕ້ອງຫາຄົນມາລ້ຽງ ເພາະເດັກນັ້ນຍັງນ້ອຍຢູ່, ດັ່ງນັ້ນ ມີຣີອາມ ຈິ່ງໄປພາແມ່ຂອງລາວມາເຮັດໜ້າທີນີ້.
- ມີຣີອາມ ໄດ້ພາຊາວອິດສະຣາເອນ ເຕັ້ນລຳຮ້ອງເພງ ເພື່ອສະແດງຄວາມຊົມຊື່ນຍິນດີ ແລະ ຂອບໃຈພຣະເຈົ້າ ທີ່ໄດ້ຊ່ວຍພວກເຂົາໃຫ້ຂ້າມທະເລແດງ ພົ້ນຈາກການໄລ່ຕາມມາຂອງທະຫານເອຢິບ.
- ຫລາຍປີຕໍ່ມາ ຊາວອິດສະຣາເອນທີ່ເດີນທາງວົນໄປວົນມາຢູ່ໃນທະເລຊາຍແຫ້ງແລ້ງ, ມີຣີອາມ ແລະ ອາໂຣນ ກໍ່ເລີຍເວົ້າຮ້າຍໃສ່ໂມເຊ ຍ້ອນລາວໄປແຕ່ງງານກັບຜູ້ຍິງຊາວກູເຊ.
- ຍ້ອນນາງບໍ່ສັດຊື່ ແລະ ເວົ້າຮ້າຍໃສ່ໂມເຊ, ພຣະເຈົ້າ ຈິ່ງສາບແຊ່ງມີຣີອາມ ໃຫ້ເປັນພະຍາດຂີ້ເຮື້ອນ. ແຕ່ຕໍ່ມາພາຍຫລັງ ພຣະເຈົ້າ ກໍໄດ້ຊ່ວຍໃຫ້ລາວດີພະຍາດ ເພາະຄຳທູນຂໍຂອງໂມຊເພື່ອລາວ.
ມີເລ້ຫລຽ່ມ
ຄຳວ່າ "ມີເລ້ຫລ່ຽມ" ອະທິບາຍເຖິງບຸກຄົນທີ່ມີປັນຍາ ສະຫລຽວສະຫລາດ, ໂດຍສະເພາະທາງພາກປະຕິບັດ.
-
ຫລາຍຄັ້ງທີ່ຄຳວ່າ "ມີເລ້ຫລ່ຽມ" ມີຄວາມໝາຍບາງສ່ວນທີ່ເປັນແງ່ລົບ ເພາະຄຳນີ້ມັກລວມເຖິງການເຫັນແກ່ໂຕ.
-
ຄົນມີເລ້ຫລ່ຽມມັກເນັ້ນໄປທີ່ການຊ່ວຍເຫລືອໂຕເອງ, ບໍ່ສົນໃຈຜູ້ອື່ນ.
-
ວິທີ່ອື່ນທີ່ຈະແປຄຳນີ້ສາມາດລວມຄຳວ່າ "ເຈົ້າເລ້" ຫລື "ເຈົ້າມານຍາ" ຫລື "ຫລັກແຫລມ" ຫລື "ສະຫລາດ," ຂຶ້ນຢູ່ກັບບໍລິບົດ.
ມື, ມືຂວາ, ສົ່ງມອບໃຫ້
ມີວິທີອຸປະມາອຸປະໄມຫລາຍຢ່າງທີ່ “ມື“ ຖືກໃຊ້ໃນພຣະຄຳພີ * ຄໍາວ່າ “ສົ່ງມອບໃຫ້“ ບາງສິ່ງແກ່ບາງຄົນໝາຍເຖີງການວາງບາງສິ່ງໃນມືຂອງບຸກຄົນ * ຄຳວ່າ”ສົ່ງໃຫ້” ມັກຈະຖືກໃຊ້ໃນການອ້າງອີງເຖີງຣິດອຳນາດແລະການ ກະທຳຂອງພຣະເຈົ້າ ເຊັ່ນວ່າ ເມື່ອພຣະເຈົ້າກ່າວວ່າ ”ມືຂອງເຮົາບໍ່ໄດ້ສ້າງ ສີ່ງທັງໝົດເຫລົ່ານີ້ຫລື ? " (ดู: metonymy) * ຄຳກ່າວ “ສົ່ງມອບໃຫ້“ ຫລື “ມອບໄວ້ໃນມືຂອງ“ ອ້າງເຖິງການເຮັດໃຫ້ບາງຄົນທີ່ຢູ່ພາຍໃຕ້ການຄວບຄຸມຫລືອຳນາດຂອງຄົນອື່ນ * ການວາງມືເທິງຄົນໜຶ່ງຫລາຍຄັ້ງໄດ້ເຮັດໃນຂະນະທີ່ອວຍພອນເໜືອບຸກຄົນນັ້ນ * ຄຳວ່າ “ວາງມື“ ອ້າງເຖີງການວາງມືເທິງບຸກຄົນເພື່ອທີ່ຈະມອບໝາຍໃຫ້ບຸກຄົນນັ້ນໃນການຮັບໃຊ້ງານຂອງພຣະເຈົ້າຫລືອະທິຖານເພື່ອສຳລັບການຮັກສາໂຣກ * ການໃຊ້ຄຳວ່າ “ ມື“ ໃນຄໍາອຸປະມາອຸປະໄມອື່ນໆລວມເຖິງ * “ວາງມືຂ້າງເທິງ“ ໝາຍເຖິງ“ ບຸກຄົນທີ່ເຮັດຜິດບາບ“ * ການ “ຊ່ວຍເຫລືອໃຫ້ພົ້ນຈາກມືຂອງ“ ໝາຍເຖິງການຢຸດບາງຄົນຈາການເຮັດຜິດແກ່ຄົນອື່ນ * ການ “ຢູ່ໃກ້ມື“ ໝາຍເຖິງການ “ຢູ່ໃກ້ໆ“ * ຕຳແໜ່ງຂອງການຢູ່ທີ່ “ມືຂວາ“ ໝາຍເຖິງ “ຢູ່ທີ່ເບື້ອງຂວາ“ ຫລື “ຂ້າງຂວາ“ * ຄຳວ່າ “ໂດຍມືຂວາ“ ບາງຄົນໝາຍເຖິງ “ໂດຍ“ ຫລື “ຜ່ານທາງ“ການກະທຳຂອງຄົນນັ້ນ ຍົກຕົວຢ່າງເຊັ່ນ “ໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ“ ໝາຍເຖິງວ່າອົງພຣະຜູ້ເປັນເຈົ້າຊົງກະທຳໃຫ້ບາງສິ່ງເກີດຂຶ້ນ * ເມື່ອໂປໂລກ່າວວ່າ ”ຂຽນໂດຍມືຂອງຂ້າພະເຈົ້າ” ໝາຍຄວາມວ່າສ່ວນນີ້ ຂອງຈົດໝາຍຖືກຂຽນຂື້ນໂດຍຕົວທ່ານເອງ ບໍ່ແມ່ນໃຫ້ຄົນອື່ນຂຽນຕາມຄຳບອກຂອງທ່ານ.
ຄຳແນະນຳໃນການແປ
- ສ່ວນສຳນວນເຫລົ່ານີ້ແລະໂວຫານອື່ນໆ ສາມາດແປໂດຍການໃຊ້ສຳນວນອຸປະມາປຽບທຽບກັບສີ່ງອື່ນໆ ທີ່ມີຄວາມໝາຍດຽວກັນ ຫລືຄວາມໝາຍສາມາດຖືກແປໂດຍການໃຊ້ພາສາເລັ່ງຕົງຕາມຕົວອັກສອນ.
ມືຂວາ,ເບື້ອງຂວາ
ຄຳສະແດງທີ່ເປັນຕົວເລກທີ່ວ່າ "ມືຂວາ" ໝາຍ ເຖິງສະຖານທີ່ແຫ່ງກຽດຕິຍົດຫລື ກຳ ລັງທີ່ຢູ່ເບື້ອງຂວາຂອງຜູ້ປົກຄອງຫລືບຸກຄົນ ສຳ ຄັນອື່ນໆ.
- ມືຂວາກໍ່ຖືກໃຊ້ເປັນສັນຍາລັກຂອງ ອຳ ນາດ, ສິດ ອຳ ນາດ, ຫລື ກຳ ລັງແຮງ.
- ພຣະຄຳພີພັນລະນາວ່າພຣະເຢຊູຄຣິດນັ່ງ“ ຢູ່ເບື້ອງຂວາມືຂອງ” ພະເຈົ້າພະບິດາໃນຖານະເປັນຫົວໜ້າຂອງຮ່າງກາຍຂອງຜູ້ທີ່ເຊື່ອ (ຄຣິດສະຈັກ) ແລະເປັນຜູ້ຄວບຄຸມເປັນຜູ້ປົກຄອງການສ້າງທັງໝົດ. ມືຂວາຂອງຄົນຖືກໃຊ້ເພື່ອສະແດງກຽດຕິຍົດພິເສດເມື່ອຖືກໃສ່ເທິງຫົວຂອງຜູ້ໃດຜູ້ ໜຶ່ງ ທີ່ໄດ້ຮັບພອນ (ຄືກັບວ່າພໍ່ຂອງຍາໂຄບໄດ້ອວຍພອນອີຊຣາລູກຊາຍຂອງໂຈເຊັບ). ການ“ ຮັບໃຊ້ຢູ່ເບື້ອງຂວາມື” ຂອງຜູ້ໃດຜູ້ໜຶ່ງໝາຍຄວາມວ່າ ເປັນຜູ້ທີ່ມີການຮັບໃຊ້ໂດຍສະເພາະແລະມີຄວາມສຳຄັນຕໍ່ບຸກ ຄົນນັ້ນ.
ຄຳແນະນຳໃນການແປ
ບາງຄັ້ງຄຳວ່າ "ມືຂວາ" ທີ່ຮູ້ຫນັງສືກໍ່ໝາຍເຖິງມືຂວາຂອງຄົນ, ຄືກັບວ່າທະຫານໂລມັນໄດ້ເອົາພະນັກງານເຂົ້າໄປໃນມືຂວາຂອງພຣະເຢຊູເພື່ອເຍາະເຍີ້ຍລາວ. ສິ່ງນີ້ຄວນຖືກແປໂດຍໃຊ້ຄຳສັບທີ່ພາສາໃຊ້ເພື່ອອ້າງອີງໃສ່ມືນີ້. * ກ່ຽວກັບການນຳໃຊ້ຕົວເລກ, ຖ້າສຳນວນທີ່ປະກອບມີຄຳວ່າ "ມືຂວາ" ບໍ່ມີຄວາມໝາຍດຽວກັນກັບພາສາໂຄງການ, ຫຼັງຈາກນັ້ນໃຫ້ພິຈາລະນາວ່າພາສານັ້ນມີການສະແດງອອກທີ່ມີຄວາມ ໝາຍ ດຽວກັນຫຼືບໍ່. * ສຳນວນທີ່ວ່າ "ຢູ່ເບື້ອງຂວາມື" ສາມາດຖືກແປວ່າ "ຢູ່ເບື້ອງຂວາ" ຫລື "ໃນສະຖານທີ່ທີ່ມີກຽດຕິຍົດຂ້າງ" ຫລື "ໃນຖານະຂອງຄວາມເຂັ້ມແຂງ" ຫລື "ພ້ອມທີ່ຈະຊ່ວຍເຫຼືອ." ວິທີການແປ "ດ້ວຍມືຂວາຂອງລາວ" ສາມາດປະກອບມີ, "ກັບສິດອໍານາດ" ຫລື"ໃຊ້ອໍານາດ" ຫລື "ດ້ວຍຄວາມເຂັ້ມແຂງທີ່ຫນ້າຕື່ນຕາຕື່ນໃຈຂອງລາວ." *ຄຳສະແດງທີ່ເປັນຕົວເລກທີ່ວ່າ "ມືຂວາແລະແຂນອັນແຮງຂອງພຣະອົງ" ໃຊ້ສອງທາງໃນການເນັ້ນໜັກເຖິງອຳນາດແລະ ກຳລັງທີ່ຍິ່ງໃຫຍ່ຂອງພະເຈົ້າ. ວິທີໜຶ່ງທີ່ຈະແປຄວາມໝາຍນີ້ອາດແມ່ນ "ພະລັງແລະຄວາມສາມາດອັນຍິ່ງໃຫຍ່ຂອງພະອົງ."
ມົນທິນ
ຄຳວ່າ“ ຄວາມມົນທິນ” ໝາຍເຖິງຄວາມບົກຜ່ອງທາງຮ່າງກາຍຫລືຄວາມບໍ່ສົມບູນແບບຕໍ່ສັດຫລືຄົນ. ມັນຍັງສາມາດໃຫ້ໝາຍ ເຖິງຄວາມບໍ່ສົມບູນທາງວິນຍານແລະຄວາມຜິດຂອງຄົນເຮົາ.
- ສຳລັບການເສຍສະລະບາງຢ່າງ, ພຣະເຈົ້າໄດ້ແນະ ນຳຊາວອິດສະລາແອນໃຫ້ນຳສັດທີ່ບໍ່ມີຂໍ້ບົກພ່ອງຫລືມີຂໍ້ບົກຜ່ອງມາຖວາຍ.
- ຜູ້ທີ່ເຊື່ອໃນພຣະຄຣິດໄດ້ຖືກຊຳລະລ້າງຈາກບາບຂອງພວກເຂົາໂດຍພຣະໂລຫິດຂອງພຣະອົງແລະຖືວ່າບໍ່ມີມົນທິນ.
- ວິທີການແປ ຄຳສັບນີ້ອາດປະກອບມີ, "ຄວາມບົກຜ່ອງ" ຫລື "ຄວາມບໍ່ສົມບູນແບບ" ຫລື "ບາບ," ຂື້ນກັບສະພາບການ.
ມ້າ
ມ້າຄືສັດສີ່ຂາ, ຂະໜາດໃຫຍ່ທີ່ໃນສະໄໝພຣະຄຳພີຖືກໃຊ້ໃນການເຮັດສວນແລະຂົນສົ່ງຜູ້ຄົນ.
- ມ້າບາງໂຕຖືກໃຊ້ໃນການລາກກວຽນຫລືລົດມ້າເສີກ, ໃນຂະນະທີ່ໂຕອື່ນໆຖືກໃຊ້ໃນການບັນທຸກຄົນຂີ່ແຕ່ລະຄົນ.
- ມ້າມັກຈະມີບັງຫຽນໄວ້ເທິງຫົວຂອງພວກມັນເພື່ອທີ່ຈະຄວບຄຸມໄດ້.
- ໃນພຣະຄຳພີ, ຈະຖືວ່າມ້າເປັນຊັບສົມບັດທີ່ມີຄ່າແລະເປັນສິ່ງທີ່ວັດຄວາມລ້ຳລວຍ, ເພາະວ່າມັນຖືກໃຊ້ໃນສົງຄາມເປັນຫລັກ. ຍົກຕົວຢ່າງເຊັ່ນ ກະສັດໂຊໂລໂມນມີມ້າຫລາຍພັນໂຕແລະລົດມ້າສຶກຈຳນວນຫລວງຫລາຍ.
- ສັດທີ່ຄ້າຍກັບມ້າຄືລາແລະລໍ.
ມໍເດໄກ
ມໍເດໄກ ແມ່ນຜູ້ຊາຍທີ່ດຳລົງຊີວິດຢູ່ໃນປະເທດເປີເຊຍ. ລາວ ເປັນຄົນເບິ່ງແຍງຮັກສານາງເອສະເທີ ທີ່ເປັນພີ່ນ້ອງຂອງລາວ, ເຊິ່ງຕໍ່ມາໄດ້ກາຍເປັນພັນລະຍາຂອງກະສັດແຫ່ງເປີເຊຍ, ຄື ເຊເຊັດ.
- ໃນຂະນະທີ່ລາວເຮັດວຽກຢູ່ໃນວັງ, ມໍເດໄກ ໄດ້ຍິນພວກຜູ້ຊາຍ ກຳລັງວາງແຜນທີ່ຈະຂ້າກະສັດເຊເຊັດ. ລາວຈິ່ງໄດ້ລາຍງານເລື່ອງນີ້ ແລະ ຊີວິດຂອງກະສັດ ຈິ່ງໄດ້ຮັບຄວາມປອດພັຍ.
- ຫລາຍປີຕໍ່ມາ, ມໍເດໄກ ກໍໄດ້ແອບຮູ້ແຜນການທີ່ຈະຂ້າຄົນຢິວທັງໝົດໃນອານາຈັກເປີເຊີຍ. ລາວຈິ່ງແນະນຳເອສະເທີ ໃຫ້ບອກເລື່ອງນີ້ກັບກະສັດ ເພື່ອໃຫ້ຊ່ວຍເຫລືອປະຊາຊົນຂອງນາງ.
ຢາງໄມ້ຫອມ
ຢາງໄມ້ຫອມ ແມ່ນນ້ຳມັນ ຫລື ເຄື່ອງເທດ ທີ່ເຮັດມາຈາກຢາງຂອງຕົ້ນໄມ້ຫອມ ທີ່ເກີດຢູ່ໃນຕາມເຂດອາຟຣິກກາ ແລະ ເອເຊຍ. ມັນກ່ຽວຂ້ອງກັນກັບກຳຍານ.
- ຢາງໄມ້ຫອມ ໃຊ້ເຮັດເປັນທູບ, ນ້ຳຫອມ, ແລະ ຢາ, ແລະ ໃສ່ສົບຂອງຄົນຕາຍ ເພື່ອຕຽມເອົາໄປຝັງ.
- ຢາງໄມ້ຫອມ ເປັນໜຶ່ງໃນເຄື່ອງບັນນາການ ທີ່ພວກໂຫລາຈານ ນຳມາຖວາຍໃຫ້ພຣະເຢຊູເຈົ້າ ຕອນທີ່ພຣະອົງເກີດ.
- ພຣະເຢຊູເຈົ້າ ຖືກຊະໂລມທາດ້ວຍຢາງໄມ້ຫອມປະສົມກັບເຫລົ້າອະງຸ່ນ ເພື່ອຊ່ວຍຫລຸດຜ່ອນຄວາມເຈັບປວດ ໃນເວລາທີ່ພຣະອົງຖືກຄຶງທີ່ໄມ້ກາງແຂນ.
ຢາເຟດ
ຢາເຟດ ເປັນຄົນໜຶ່ງໃນລູກຊາຍສາມຄົນຂອງໂນອາ
- ໃນໄລຍະທີ່ນຳ້ຖ້ວມໂລກ ຈົນແຜ່ນດິນຖືກປົກຄຸມໄປດ້ວຍນຳ້, ຢາເຟດແລະອ້າຍນ້ອງສອງຄົນຂອງລາວ ຢູ່ກັບໂນອາໃນເຮືອ, ພ້ອມກັບເມຍຂອງພວກເຂົາ.
- ລູກຊາຍທັງຫລາຍຂອງໂນອາ ຕາມປົກກະຕິຈະລຽງລຳດັບຊື່ຕາມນີ້ ຄື "ເຊມ, ຮາມ, ແລະຢາເຟດ." ນີ້ສະແດງວ່າ ຢາເຟດ ເປັນລູກຊາຍຫລ້າ.
ຢາໂກໂບ (ນ້ອງຊາຍຂອງພຣະເຢຊູ)
ຢາໂກໂບ ເປັນລູກຊາຍຂອງມາຣີແລະໂຢເຊັບ. ລາວເປັນນ້ອງຊາຍຄົນໜຶ່ງ ໃນຈຳນວນເຄິ່ງໜຶ່ງນ້ອງຊາຍຂອງພຣະເຢຊູຄຣິດເຈົ້າ.
- ພວກນ້ອງອີກເຄິ່ງໜຶ່ງຂອງພຣະເຢຊູຄຣິດເຈົ້າ ແມ່ນ ໂຢເຊັບ, ຢູດາ, ແລະຊີໂມນ.
- ໃນໄລຍະການດຳເນີນຊີວິດຂອງພຣະເຢຊູຄຣິດເຈົ້າ, ຢາໂກໂບ ແລະພີ່ນ້ອງຂອງລາວ ບໍ່ເຊື່ອວ່າພຣະເຢຊູຄຣິດເຈົ້າ ເປັນພຣະເມຊີອາ.
- ຕໍ່ມາ, ຫລັງຈາກທີ່ພຣະເຢຊູຄຣິດເຈົ້າ ເປັນຄືນມາຈາກຄວາມຕາຍ, ຢາໂກໂບຈຶ່ງເຊື່ອໃນພຣະອົງ ແລະໄດ້ກາຍມາເປັນຜູ້ນຳຂອງຄຣິສະຕະຈັກໃນນະຄອນເຢຣູຊາເລັມ.
- ໃນພຣະສັນຍາໃໝ່ ພຣະທັມຢາໂກໂບ ເປັນຈົດໝາຍທີ່ຢາໂກໂບໄດ້ຂຽນສົ່ງໄປເຖິງຄຣິສະຕຽນ ທີ່ໜີໄປປະເທດອື່ນໆ ຍ້ອນປົບໜີຈາກການຖືກກົດຂີ່ຂົ່ມເຫງ.
ຢາໂກໂບ (ລູກຊາຍຂອງອາລະຟາຍ)
ຢາໂກໂບ, ລູກຊາຍຂອງອາລະຟາຍ, ເປັນຄົນໜຶ່ງໃນອັກຄະສາວົກສິບສອງຄົນຂອງພຣະເຢຊູຄຣິດເຈົ້າ.
- ຊື່ລາວມີຢູ່ໃນລາຍຊື່ຂອງສາວົກຂອງພຣະເຢຊູຄຣິດເຈົ້າ ໃນຂ່າວປະເສີດຂອງພຣະທັມມັດທາຍ, ມາຣະໂກ, ແລະລູກາ.
- ລາວຍັງຖືກກ່າວເຖິງໃນໜັງສືກິດຈະການ ໃນຖານະທີ່ເປັນໜຶ່ງໃນສາວົກສິບເອັດຄົນ ທີ່ມາອະທິຖານຮ່ວມກັນໃນນະຄອນເຢຣູຊາເລັມ ຫລັງຈາກທີ່ພຣະເຢຊູຄຣິດເຈົ້າ ສະເດັດຂຶ້ນສູ່ສະຫວັນແລ້ວ.
ຢາໂກໂບ (ລູກຊາຍຂອງເຊເບດາຍ)
ຢາໂກໂບ, ລູກຊາຍຂອງເຊເບດາຍ, ເປັນໜຶ່ງໃນສາວົກສິບສອງຄົນຂອງພຣະເຢຊູເຈົ້າ. ລາວມີນ້ອງຊາຍຊື່ ໂຢຮັນ ເຊິ່ງເປັນສາວົກຄົນໜຶ່ງຂອງພຣະເຢຊູເຈົ້າຄືກັນ.
- ຢາໂກໂບ ແລະ ໂຢຮັນ ນ້ອງຊາຍຂອງລາວ ເຮັດວຽກຫາປາ ຮ່ວມກັບເຊເບດາຍ ພໍ່ຂອງພວກເຂົາ.
- ຢາໂກໂບ ແລະ ໂຢຮັນ ຖືກຕັ້ງຊື່ຫລິ້ນວ່າ "ລູກຟ້າຮ້ອງ," ບາງເທື່ອຍ້ອນວ່າ ພວກເຂົາເຈົ້າເປັນຄົນໃຈຮ້າຍໄວ.
- ເປໂຕ, ຢາໂກໂບ, ແລະ ໂຢຮັນ ແມ່ນສາວົກທີ່ໃກ້ຊິດພຣະເຢຊູເຈົ້າທີ່ສຸດ ແລະຢູ່ກັບພຣະອົງດ້ວຍຄວາມງຶດງໍ້ອັດສະຈັນໃຈ ເຊັ່ນ ຕອນທີ່ພຣະເຢຊູເຈົ້າ ຢູ່ເທິງເນີນພູກັບເອລີຢາ ແລະ ໂມເຊ ແລະຕອນທີ່ພຣະເຢຊູເຈົ້າ ເຮັດໃຫ້ເດັກນ້ອຍຍິງທີ່ຕາຍແລ້ວ ຄືນມາມີຊີວິດອີກ.
- ຢາໂກໂບຄົນນີ້ ແມ່ນຄົນລະຄົນກັບຄົນທີ່ຂຽນພຣະທຳໃນພຣະຄຳພ່ີ. ໃນບາງພາສາ ຂຽນຊື່ຂອງພວກເຂົາເຈົ້າຕ່າງກັນ ເພື່ອໃຫ້ເຂົ້າໃຈໄດ້ງ່າຍວ່າ ພວກເຂົາເຈົ້າ ແມ່ນຜູ້ຊາຍສອງຄົນທີ່ຕ່າງກັນ.
ຢາໂຄບ,ອິດສະຣາແອນ
ຢາໂຄບເປັນລູກຝາແຝດຜູ້ນ້ອງຂອງອີຊາກແລະເຣເບກາ.
- ຊື່ຂອງຢາໂຄບມີຄວາມໝາຍວ່າ " ຈັບສົ້ນໜ່ອງ" ເຊິ່ງເປັນຄຳເວົ້าທີ່ໝາຍຄວາມວ່າ, " ຂີ້ໂກງ." ເມື່ອຢາໂຄບກຳລັງເກີດມາ, ລາວໄດ້ຈັບສົ້ນໜ່ອງຂອງຄູ່ຝາແຝດຂອງລາວຄືເອຊາວ.
- ຫລາຍປີຕໍ່ມາ, ພຣະເຈົ້າໄດ້ປ່ຽນຊື່ຂອງຢາໂຄບເປັນ " ອິດສະຣາເອນ, " ເຊິ່ງໝາຍຄວາມວ່າ, " ລາວປຳ້ສູ້ກັບພຣະເຈົ້າ."
- ຢາໂຄບ ເປັນຄົນສະຫລາດ ແລະມີເລ້ຫລ່ຽມ. ລາວພົບວິທີທີ່ຈະຍາດເອົາພຣະພອນຂອງລູກຊາຍກົກ ແລະເອົາກຳມະສິດໃນການຮັບມໍລະດົກຂອງອ້າຍລາວຄື, ເອຊາວ.
- ເອຊາວ ຢາກຮ້າຍ ແລະໄດ້ວາງແຜນຂ້າລາວ, ດັ່ງນັ້ນ ຢາໂຄບຈຶ່ງໄດ້ອອກຈາກບ້ານເກີດເມືອງນອນໄປ. ແຕ່ຫລາຍປີຕໍ່ມາ ຢາໂຄບໄດ້ກັບຄືນມາພ້ອມເມຍແລະລູກຫລານເຂົ້າສູ່ແຜ່ນດິນການາອານ ທີ່ເອຊາວໄດ້ອາໃສຢູ່, ແລະຄອບຄົວຂອງລາວທັງສອງ ກໍ່ອາໃສຢູ່ຮ່ວມກັນດ້ວຍຄວາມສະຫງົບສຸກ.
- ຢາໂຄບ ມີລູກຊາຍສິບສອງຄົນ. ເຊື້ອສາຍຂອງພວກເຂົາກາຍມາເປັນຄົນສິບສອງເຜົ່າຂອງອິດສະຣາເອນ.
- ມີຊາຍຄົນອື່ນອີກທີ່ມີຊື່ວ່າ ຢາໂຄບ ຕາມລຳດັບເຊື້ອວົງຂອງໂຢເຊັບ ໃນພຣະທັມມັດທາຍ.
ຢິດສະຣາເອນ
ຢິດສະຣາເອນແມ່ນຊື່ຂອງເມືອງອິດສະຣາເອນທີ່ສຳຄັນ,ໃນເຂດແດນຂອງເຜົ່າອິດຊາຄາຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງທະເລເກືອ.
- ເມືອງຢິດສະຣາເອນເປັນເມືອງໜຶ່ງໃນບັນດາຈຸດທີ່ຢູ່ທາງທິດຕາເວັນຕົກໃນເຂດທົ່ງພຽງຂອງເມກາໂດ, ເຊິ່ງເອີ້ນອີກວ່າ “ຮ່ອມພູແຫ່ງຢິດສະຣາເອນ“
- ກະສັດຂອງອິດສະຣາເອນຫລາຍຄົນໄດ້ມີພະລາຊະວັງຂອງພວກເຂົາໃນເມືອງຢິດສະຣາເອນ.
- ສວນອະງຸ່ນຂອງນາໂບດໄດ້ຕັ້ງຢູ່ໃກ້ກັບວັງຂອງກະສັດອາຮາບໃນເມືອງຢິດສະຣາເອນ. ຜູ້ທຳນວາຍເອລີຢາໄດ້ທຳນວາຍຕໍ່ອາຮາບຢູ່ທີ່ນັ້ນ.
- ເຢເຊເບນເມຍທີ່ຊົ່ວຂອງອາຮາບຖືກຂ້າຕາຍໃນຢິດສະຣາເອນ.
- ມີຫລາຍເຫດການທີ່ສຳຄັນອື່ນໆເກີດຂຶ້ນໃນເມືອງນີ້, ໃນນັ້ນມີການສູ້ຮົບຫລາຍຄັ້ງ.
ຢິວ, ສາສະໜາຢິວ, ຊາວຢິວ
ຊາວຢິວແມ່ນຄົນທີ່ເປັນເຊື້ອສາຍຂອງຫລານອັບຣາຮາມຄື: ຢາໂຄບ. ຄຳວ່າ ”ຢິວ” ມາຈາກຄຳວ່າ ”ຢູດາ.”
- ຜູ້ຄົນເລິ່ມເອີ້ນຊາວອິດສະຣາເອນວ່າ ”ຊາວຢິວ” ຫລັງຈາກທີ່ພວກເຂົາກັບຄືນມາຢູດາຈາກການເນລະເທດຂອງພວກເຂົາໃນບາບີໂລນ.
- ພຣະເຢຊູພຣະເມຊີອາຊົງເປັນຢິວ. ເຖິງຢ່າງໃດກໍ່ຕາມຜູ້ນຳທາງສາສະໜາຢິວປະຕິເສດພຣະເຢຊູແລະຮຽກຮ້ອງໃຫ້ພຣະອົງຖືກປະຫານຊີວິດ.
- ຄຳເວົ້າທີ່ວ່າ”ຊາວຢິວ” ມັກເວົ້າເຖິງຜູ້ນຳຂອງຊາວຢິວ,ບໍ່ແມ່ນປະຊາຊົນຊາວຢິວທັງໝົດ. ໃນສະພາບການເຫລົ່ານັ້ນ, ບາງຄຳແປເພິ່ມ ”ພວກຜູ້ນຳຂອງ“ ເພື່ອເຮັດໃຫ້ຈະແຈ້ງຂຶ້ນ.
ຢູດາ
ຢູດາເປັນໜຶ່ງໃນລູກຊາຍຂອງຢາໂຄບ. ແມ່ຂອງລາວຄືນາງເລອາ. ລູກຫລານຂອງລາວຖືກເອີ້ນວ່າ “ ເຜົ່າຢູດາ“
- ຢູດາເປັນຄົນທີ່ບອກໃຫ້ອ້າຍຂອງຕົນໃຫ້ຂາຍນ້ອງຊາຍທີ່ຊື່ໂຢເຊັບເປັນຂ້າທາດແທ່ນທີ່ຈະປ່ອຍໃຫ້ລາວຕາຍໃນນຳ້ສ້າງເລິກ.
- ກະສັດດາວິດແລະກະສັດຕໍ່ໆມາທັງໝົດເປັນເຊື້ອສາຍຂອງ ຢູດາ.ພຣະເຢຊູຄຣິດເຈົ້າກໍ່ຄືກັນພຣະອົງເປັນເຊື້ອສາຍຂອງຢູດາ.
- ເມື່ອການຄອບຂອງໂຊໂລໂມນໄດ້ສິ້ນສຸດລົງແລະຊົນຊາດອິດສະຣາເອນໄດ້ຖືກແບ່ງແຍກອອກ, ອານາຈັກຢູດາເປັນພາກໃຕ້ຂອງປະເທດ.
- ໃນພຣະທຳພຣະນິມິດໃນພຣະຄຳພີໃໝ່, ພຣະເຢຊູໄດ້ຖືກເອີ້ນວ່າ “ສິງແຫ່ງຢູດາ.“
- ຄຳທີ່ວ່າ “ຢິວ“ ແລະ “ຢູດາຍ“ມາຈາກຊື່ “ຢູດາ.“
ຢູດາ ອິດສະກາຣີອົດ
ຢູດາ ອິດສະກາຣີອົດ ເປັນໜຶ່ງໃນອັກຄະສາວົກຂອງພຣະເຢຂູຄຣິດເຈົ້າ. ລາວເປັນຜູ້ທີ່ທໍລະຍົດພຣະເຢຊຼຄຣິດເຈົ້າຮ່ວມກັບພວກຜູ້ນຳຊາວຢິວ.
- ຊື່ “ອິດສະກາຣີອົດ“ ອາດໝາຍຄວາມວ່າ “ຈາກເກຣີອົດ,“ ບາງເທື່ອອາດສະແດງໃຫ້ເຫັນວ່າຢູດາເຕີບໃຫຍ່ຂຶ້ນໃນເມືອງນັ້ນ.
- ຢູດາອິດສະກາຣີອົດເປັນຜູ້ບໍລິຫານເງິນຂອງພວກອັກຄະສາວົກແລະໄດ້ລັກເອົາເງິນຈຳນວນໜຶ່ງເພື່ອໃຊ້ສຳຫລັບຕົວເອງ.
- ຢູດາທໍລະຍົດພຣະເຢຊູຄຣິດເຈົ້າໂດຍການບອກພວກຜູ້ນຳສາສະໜາວ່າພຣະເຢຊູຄຣິດເຈົ້າຢູ່ບ່ອນໃດເພື່ອພວກເຂົາຈະຈັບພຣະອົງ.
- ຫລັງຈາກພວກຫົວໜ້າສາສະໜາໄດ້ຕັດສິນໂທດພຣະເຢຊູຄຣິດເຈົ້າໃຫ້ຕາມ, ຢູດາຮູ້ສຶກເສຍໃຈທີ່ໄດ້ທໍລະຍົດພຣະເຢຊູຄຣິດເຈົ້າ, ສະນັ້ນລາວຈຶ່ງໄດ້ມອບເງິນທີ່ທໍລະຍົດຄືນໃຫ້ຜູ້ນຳຊາວຢິວ. ແລະລາວກໍ່ໄດ້ຂ້າຕົວເອງຕາຍ.
- ອັກຄະສາວົກອີກຄົນໜຶ່ງຊື່ວ່າຢູດາຄືກັນ ຄົນໜຶ່ງຄືນ້ອງຊາຍຂອງພຣະເຢຊູຄຣິດເຈົ້າ, ມີຊາຍອີກຄົນໜຶ່ງຊື່ວ່າຢູດາໃນພຣະຄຳພີ, ເຊັ່ນນ້ອງຊາຍຂອງພຣະເຢຊູແລະອັກຄະສາວົກຄົນອື່ນໆ. ນ້ອງຊາຍຂອງພຣະເຢຊູຍັງມີຊື່ວ່າ “ຢູດາດ“
ຢູດາຍ
ຄຳວ່າ “ຢູດາຍ“ ໝາຍເຖິງທີ່ດິນໃນປະເທດອິດສະຣາເອນບູຮານ. ບາງເທື່ອໃຊ້ໃນຄວາມໝາຍທີ່ແຄບແລະບາງເທື່ອກໍ່ໃຊ້ໃນຄວາມໝາຍກວ້າງ.
- ບາງເທື່ອ “ຢູດາ“ ໃຊ້ໃນຄວາມໝາຍທີ່ແຄບເພື່ອອ້າງເຖິງທີ່ຕັ້ງທີ່ຢູ່ທາງທິດໃຕ້ຂອງອິດສະຣາເອນບູຮານທາງທິດຕາເວັນຕົກຂອງທະເລຕາຍ. ຄຳແປບາງພາສາເອີ້ນແຂວງນີ້ວ່າ “ຢູດາ.“
- ຊ່ວງເວລາອື່ນໆ “ຢູດາຍ“ ມີຄວາມໝາຍກວ້າງແລະອ້າງອີງເຖິງທຸກໆແຂວງຂອງອິດສະຣາເອນໃນສະໄໝບູຮານ, ລວມທັງແຂວງຄາລີເລ, ສະມາເຣຍ,ເປເຣຍ, ໄອດູເມຍແລະຢູດາຍ (ຢູດາ).
- ຖ້າຜູ້ແປຕ້ອງການເຮັດໃຫ້ເຫັນຄວາມແຕກຕ່າງມີຄວາມໝາຍຈະແຈ້ງຂຶ້ນ, ຄວາມໝາຍທີ່ກວ້າງຂອງແຂວງຢູດາຍ (ເຊັ່ນໃນ ລູກາ 1:5) ສາມາດແປເປັນ “ປະເທດຢູດາຍ” ແລະຄວາມໝາຍທີ່ແຄບ (ເຊັ່ນໃນ ລູກາ1:39) ສາມາດແປເປັນ “ແຂວງຢູດາຍ“ ຫລື “ແຂວງຢູດາ“ ເນື່ອງຈາກວ່ານີ້ເປັນສ່ວນໜຶ່ງຂອງແຜ່ນດິນອິດສະຣາເອນບູຮານທີ່ຊົນເຜົ່າຢິວເຄີຍອາໄສຢູ່.
ຢູດາລູກຊາຍຂອງຢາໂກໂບ
ຢູດາ, ລູກຊາຍຂອງຢາໂກໂບ, ເປັນໜຶ່ງໃນສາວົກສິບສອງຄົນຂອງພຣະເຢຊູ. ໃຫ້ສັງເກດວ່າຢູດາຄົນນີ້ບໍ່ຄົນດຽວກັນກັບຢູດາອິດສະກາຣີອົດ.
- ໂດຍປົກກະຕິແລ້ວໃນພຣະຄຳພີ, ຜູ້ຊາຍທີ່ມີຊື່ດຽວກັນຖືກຈຳແນກໂດຍກ່າວເຖິງວ່າພວກເຂົາເປັນລູກຊາຍຄົນໃດ. ທີ່ນີ້, ຢູດາຖືກລະບຸວ່າເປັນ “ລູກຊາຍຂອງຢາໂກໂບ.“
- ຊາຍອິກຄົນໜຶ່ງຊື່ຢູດາເປັນນ້ອງຊາຍຂອງພຣະເຢຊູ.ແລະລາວຍັງຖືກເອີ້ນວ່າ“ຢູເດ.“
- ພຣະຄຳພີໃໝ່ເອີ້ນວ່າ “ຢູເດ“ ອາດຈະຖືກຂຽນໂດຍຢູດານ້ອງຊາຍຂອງພຣະເຢຊູຄຣິດເຈົ້າ, ເພາະລາວໄດ້ລະບຸຕົວເອງວ່າເປັນ “ນ້ອງຊາຍຂອງຢາໂກໂບ.“ ຢ່າໂກໂບເປັນນ້ອງຊາຍອີກຄົນໜຶ່ງຂອງພຣະເຢຊູຄຣິດເຈົ້າ.
- ເປັນໄປໄດ້ວ່າພຣະທຳຢູດານັ້ນຖືກຂຽນໂດຍສາວົກພຣະເຢຊູຄຣິດເຈົ້າ, ຄືຢູດາລູກຊາຍຂອງຢາໂກໂບ.
ຢົບປາ
ໃນສະໄໝທີ່ຂຽນພຣະຄຳພີ, ເມືອງຢົບປາເປັນເຂດທະທີ່ສຳຄັນທາງການຄ້າຕັ້ງຢູ່ເທິງທະເລເມດິເຕຣາເນ, ທາງທິດໃຕ້ຂອງທົ່ງພຽງຊາຣອນ.
- ໃນສະຖານທີ່ບູຮານຂອງເມືອງຢົບປາ, ປັດຈຸບັນເປັນເມືອງຢັບຟາເຊິ່ງເປັນສ່ວນໜຶ່ງຂອງເມືອງເທນອາວີບ.
- ໃນພຣະຄຳພີເດີມເມືອງຢົບປາເປັນເມືອງທີ່ໂຢນາຂີ່ເຮືອໄປເມືອງຕາກຊິດ
- ໃນພຣະຄຳພີໃໝ່, ແມ່ຍິງຄຣິສະຕຽນທີ່ຊື່ຕາບີທາໄດ້ເສຍຊີວິດທີ່ເມືອງຢົບປາແລະເປໂຕໄດ້ນຳໃຫ້ນາງກັບຄືນມາມີຊີວິດອີກ.
ຢ່າງຕ່ຳຕ້ອຍ, ຄວາມຕ່ຳຕ້ອຍ
ຄຳວ່າ " ຢ່າງຕ່ຳຕ້ອຍ " ແລະ " ຄວາມຕ່ຳຕ້ອຍ " ໝາຍເຖີງການເປັນຄົນຈົນ ແລະ ມີຖານະທີ່ຕ່ຳຕ້ອຍ ຄຳນີ້ສາມາດມີຄວາມໝາຍວ່າເປັນຄົນສາມັນ * ພຮະເຢຊູຊົງໄດ້ຖ່ອມຕົວລົງເພື່ອມີຖານະຕ່ຳຕ້ອຍໃນການເປັນມະນຸດ ແລະ ຮັບໃຊ້ຜູ້ອື່ນ * ການປະສູກຢ່າງຕ່່ຳຕ້ອຍເພາະພຣະອົງປະສູດໃນສະຖານະທີ່ທີ່ເປັນຄອກສັດບໍ່ແມ່ນໃນລາດສະວັງ * ການມີທັກສະນະຄະຕີທີ່ຕ່ຳຕ້ອຍນັ້ນກົງກັນຂ້າມກັບການເປັນຄົນຍິ່ງ * ວິທີແປຄຳວ່າ " ຢ່າງຕ່ຳຕ້ອຍ " ສາມາດລວມເຖີງ " ຖ່ອມໃຈ " ຫຼື " ຂອງສະຖານະທີ່ຕ່ຳ " ຫຼື " ບໍ່ສຳຄັນ" * ຄຳວ່າ " ຄວາມຕ່ຳຕ້ອຍ " ສາມາດແປວ່າ " ຄວາມຖ່ອມ " ຫຼື " ມີຄວາມສຳຄັນນ້ອຍ "
ຣາມາ
ຣາມາເປັນເມືອງໂບຮານຂອງຊາວອຶສຣາເອນ ຈັ້ງຢຼ່ປະມານ 8 ກິໂລແມັດຈາກກູງເຢລຼຊາເລັມ ເມືອງຣາມາຢຼ່ໃນດິນທີ່ມີເຜົ່າເບັນຢາມຶນໄດ້ອາໃສຢຼ່.
- ເມືອງຣາມາເປັນສະຖານທີ່ທີ່ນາງຣາເຊັນຕາຍຫລັງຈາກໃຫ້ກຳເນີດເບັນຢາມຶນແລ້ວ.
- ຕອນທີ່ຊົນຊາດອຶສຣາເອນຖືກກວດຕ້ອນໄປເປັນຊະເລີຍທີ່ບາບີໂລນພວກເຂົາຖືກນຳໄປທີ່ເມືອງຣາມາກ່ອນທີ່ຈະຍ້າຍໄປທີ່ເມືອງບາບີໂລນ.
- ຣາມາເປັນຖິ່ນກຳເນີດຂອງມານດາແລະບຶດາຊອງຊາມຼເອນ.
ຣາຮາບ
ຣາຮາບເປັນຜຼ້ຍຶງທີ່ອາໃສຢຼ່ໃນເມືອງເຢຣິໂກເມື່ອຄົນອິສຣາເອນໂຈມຕີເມືອງເຢຣິໂກ ແລະເຂົາເປັນຍິງໂສເພນີ.
- ຣາຮາບໄດ້ເຊື່ອງຄົນອຶສຣາເອນສອງຄົນທີ່ມາສອດແນມເມືອງເຢຣຶໂກກ່ອນທີ່ອຶສຣາເອນຈະໂຈມຕີເມືອງນັ້ນ ນາງຣາຮາບໄດ້ຊ່ອຍໃຫ້ຄົນອຶສຣາເອນສອງຄົນນີ້ໜີກັບໄປຄ້າຍຂອງອຶສຣາເອນ.
- ຣາຮາບໄດ້ກາຍເປັນຜຼ້ເຊື່ອໃນພຣະຍາເວ.
- ເຂົາແລະຄອບຄົວຂອງເຂົາໄດ້ຮັບການໄວ້ຊີວິດເມື່ອເມືອງເຢຣິໂກຖືກມ້າງເພແລະພວກເຂົາທັ້ງໝົດໄດ້ມາອາໃສຢຼ່ກັບຊາວອຶສຣາເອນ.
ຣາເຊັນ
ຣາເຊັນເປັນໜຶ່ງໃນບັນດາພັນລະຍາຂອງຢາໂຄບ.ເຂົາແລະເອື້ອຍຂອງເຂົາເລອາເປັນລຼກສາວຂອງລາບັນ,ເຊິ່ງເປັນລູງຂອງຢາໂຄບ.
- ຣາເຊັນເປັນແມ່ຂອງໂຢເຊັບແລະເບັນຢາມຶນເຊິ່ງລຼກຫຼານຂອງພວກເຂົາກາຍມາເປັນສອງເຜົ່າໃນສຶບສອງເຜົ່າຂອງຊົນຊາດອຶສຣາເອນ.
- ເປັນເວລາຫຼາຍປີ,ທີ່ຣາເຊັນບໍ່ສາມາດມີລຼກໄດ້ ດັ່ງນັ້ນພຣະເຈົ້າເຮັດໃຫ້ຣາເຊັນໃຫ້ກຳເນີດໂຢເຊັບ.
- ຫຼາຍປີຕໍ່ມາ,ຣາເຊັນເສຍຊີວິດຫຼັງຈາກໃຫ້ກຳເນີດເບັນຢາມິນ ແລະຢາໂຄບໄດ້ຝັງເຂົາໃກ້ກັບເບັດເລເຮັດ.
ຣາໂມດ
ລາໂມດ ເປັນເມືອງສຳຄັນເມືອງໜຶ່ງທີ່ຢຼ່ເທຶງພຼເຂົາກຶເລອາດໃກ້ກັບແມ່ນ້ຳຢໍດາເນ ມັນຖືກເອິ້ນວ່າ ຣາໂມດກຶເລອາດດ້ວຍ
- ຣາໂມດເປັນເມືອງຂອງອຶສຣາເອນເຜົ່າກາດແລະໄດ້ຖືກອອກແບບໃຫ້ເປັນເມືອງລີ້ໄພ.
- ກະສັດອາຮາບແຫ່ງອຶສຣາເອນແລະກະສັດເຢໂຮຊາຟັດແຫ່ງຢຼດາໄດ້ຮ່ວມກັນຕໍ່ສຼ້ກັບກະສັດແຫ່ງອາຣາມທີ່ເມືອງຣາໂມດ ກະສັດອາຮາບຖືກຂ້າຕາຍໃນສົງຄາມນັ້ນ.
- ເວລາຕໍ່ມາ ກະສັດອາຫັດແລະກາສັດໂຢຣາມໄດ້ພະຍາຍາມຊິງເອົາເມືອງຣາໂມດຈາກກະສັດແຫ່ງອາຣາມ.
- ຣາໂມດກຶເລອາດເປັນທີ່ທີ່ເຢຮຼຖືກເຈິມໃຫ້ເປັນກະສັດເໜືອອຶສຣາເອນ.
ລະງັບ
ຄຳວ່າ " ດັບ" ເຊົາ ຫຼື ຢຸດບາງຢ່າງທີ່ເຫັນວ່າເຮົາພໍໃຈກັບສີ່ງນັ້ນ. * ຄຳວ່າ ດັບມັກໃຊ້ໃນການຫີວນຳ້ ແລະຄວາມໝາຍວ່າເຊົາການຫີວໂດຍການດີ່ມບາງຢ່າງ. * ຄຳວ່າດັບກໍສາມາດໃຊ້ໄດ້ໃນຫານດັບໄຟ. * ທັງສອງຢ່າງຫີວກະຫາຍຫຼືໄຟຈະດັບດ້ວຍນຳ້. * ໂປໂລໃຊ້ຄຳວ່າ " ດັບ" ເປັນການປຽບທຽບເມື່ອທ່ານສອນຜູ້ທີ່ເຊື່ອທັງຫຼາຍບໍ່ໃຫ໊ດັບພຮະວິນຍານບໍຣິສຸດຊື່ງໝາຍເຖີງບໍ່ໃຫ້ທໍ້ໃຈຈາກການຍອມໃຫ້ພຮະວິນຍານເກີດຜົນແລະຂອງປະທານໃນຊີວິດຂອງພວກເຂົາ ດັບໝາຍເຖີງເຮັດບາງຢ່າງທີ່ຂັດກັບພຮະວິນບານບໍຣິສຸດຂອງການທຳງານໄດ້ແລະທຳງານຜ່ານບຸກຄົນ.
ລະເມີດ
ການ "ລະເມີດ" ໝາຍເຖິງການຝ່າຝືນກົດຫມາຍຫລືການລະເມີດສິດທິຂອງບຸກຄົນອື່ນ.
- ການລະເມີດ ສາມາດເປັນການຝ່າຝືນຈາລິຍະທຳຫລືກົດຫມາຍແພ່ງຫລືຄວາມບາບທີ່ກະທຳຕໍ່ບຸກຄົນອື່ນ.
- ຄຳນີ້ກ່ຽວຂ້ອງກັບຄຳວ່າ "ບາບ," ແລະ "ລະເມີດ," ໂດຍສະເພາະຢ່າງຍິ່ງກ່ຽວຂ້ອງກັບການບໍ່ເຊື່ອຟັງພຣະເຈົ້າ.
- ບາບທຸກຢ່າງລະເມີດຕໍ່ພຣະເຈົ້າ.
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບບໍລິບົດ, "ລະເມີດ" ສາມາດແປວ່າ "ບາບຕໍ່" ຫລື "ເພື່ອທຳລາຍກົດ."
- ບາງພາສາອາດມີຄຳກ່າວເຊັ່ນ "ຂ້າມເສັ້ນ" ທີ່ສາມາດໃຊ້ແປວ່າ "ການລະເມີດ" ໄດ້.
- ພິຈາລະນາວ່າຄຳນີ້ເໝາະສົມກັບຄວາມໝາຍຂອງຂໍ້ຄວາມພຣະຄໍາພີ ແລະປຽບທຽບກັບຄຳອື່ນທີ່ມີຄວາມຫມາຍຄ້າຍກັນເຊັ່ນ, "ລະເມີດ" ແລະ "ບາບ."
ລະເມີດ,ການລ່ວງລະເມີດ
ຄຳວ່າ "ລະເມີດ" ແລະ "ການລ່ວງລະເມີດ" ໝາຍເຖິງການບໍ່ປະຕິບັດຕາມຄຳສັ່ງ, ກົດຫມາຍ, ຫລືຫລັກສິນລະທຳ.
- ຕາມການປຽບທຽບ, "ການລ່ວງລະເມີດ" ອາດກ່າວໄດ້ວ່າເປັນ "ຂ້າມເສັ້ນ," ນັ້ນຄືໄປຫລາຍກວ່າຂີດຈຳກັດ ຫລືຂອບເຂດທີ່ກຳນົດໄວ້ເພື່ອສິ່ງດີຂອງບຸກຄົນແລະບຸກຄົນອື່ນ.
- ຄຳວ່າ "ລະເມີດ," "ບາບ," "ຄວາມຊັ່ວຊ້າ," ແລະ "ລ່ວງລະເມີດ" ທັງໝົດນີ້ມີຄວາມຫມາຍເຖິງການສະແດງອອກເຖິງການບໍ່ເຊື່ອຟັງຕໍ່ນໍ້າພຣະໄທຂອງພຣະເຈົ້າແລະບໍ່ເຊື່ອຟັງຄຳສັ່ງຂອງພຣະອົງ.
ຄຳແນະນຳໃນການແປ
"ການລະເມີດ" ສາມາດແປວ່າ "ບາບ" ຫລື "ບໍ່ເຊື່ອຟັງ" ຫລື "ກະບົດ." * ຫາກຂໍ້ຫລືຂໍ້ຄວາມໃຊ້ຄຳສອງຄຳເຊິ່ງແປວ່າ "ບາບ" ຫລື "ລະເມີດ" ຫລື "ລ່ວງເກີນ," ສິ່ງສຳຄັນຫລາຍ, ໃຫ້ໃຊ້ວິທີຕ່າງໆໃນການແປຄຳເຫລົ່ານີ້. ເມື່ອພຣະຄໍາພີໃຊ້ຄຳສອງຄຳຂຶ້ນໄປທີ່ມີຄວາມໝາຍຄ້າຍຄືກັນໃນບໍລິບົດດຽວກັນ, ປົກກະຕິມັກມີຈຸດປະສົງເພື່ອເນັ້ນຢ້ຳເຖິງສິ່ງທີ່ກຳລັງຖືກເວົ້າເຖິງຫລືສະແດງຄວາມສຳຄັນຂອງເລື່ອງນັ້ນ.
ລັດທິຢູດາຍ, ສາດສະໜາຢິວ
ຄຳວ່າ “ລັດທິຢູດາຍ“ ໝາຍເຖິງສາສະໜາທີ່ຊາວຢິວປະຕິບັດ. ແລະຍັງຖືກເອີ້ນວ່າ “ສາດສະໜາຢິວ“
- ໃນພຣະຄຳພີເດີມ, ນຳໃຊ້ຄຳວ່າ “ສາສະໜາຢິວ“ , ໃນຂະນະທີ່ຢູ່ໃນພຣະຄຳພີໃໝ່ນຳໃຊ້ຄຳວ່າ “ລັດທິຢິວ“
- ລັດທິຢູດາຍ ລວມທັງທຸກໆກົດບັນຍັດໃນພຣະຄຳພີເດີມແລະຄຳແນະນຳຕ່າງໆທີ່ພຣະເຈົ້າໄດ້ມອບໃຫ້ຊາວອິດສະຣາເອນໃຫ້ປະຕິບັດຕາມ. ແລະຍັງລວມທັງຮີດຄອງປະເພນີທີ່ໄດ້ຖືກເພິ່ມເຂົ້າໃນສາສະໜາຢິວໃນແຕ່ລະໄລຍະ.
- ເມື່ອມີຄຳແປ, ຄຳວ່າ “ສາສະໜາຢິວ“ ຫລື “ຫລືສາສະໜາຂອງຊາວຢິວ“ສາມາດນຳໃຊ້ທັງໃນພຣະຄຳພີເດີມແລະໃນພຣະຄຳພີໃໝ່.
- ເຖິງຢ່າງໃດກໍ່ຕາມ, ຄຳວ່າ “ຢູດາຍ“ ຄວນຈະຖືກນຳໃຊ້ໃນພຣະຄຳພີໃໝ່, ຍ້ອນວ່າຄຳສັບນັ້ນບໍ່ເຄີຍມີຢູ່ກ່ອນເວລານັ້ນ.
ລັບບາ
ລັບບາເປັນເມືອງທີ່ສຳຄັນທີ່ສຸດຂອງຊາວອຳໂມນ
- ໃນການຕໍ່ສູ້ກັບຊາວອຳໂມນ, ຊາວອຶສຣາເອນໄດ້ໂຈມຕີເມືອງລັບບາຢູ່ຫຼາຍເທື່ອ
- ກະສັດຂອງຊາວອຶສຣາເອນ ຄືກະສັດດາວຶດໄດ້ຢຶດຄອງເມືອງລັບບາເຊິ່ງເປັນໜຶ່ງໃນເມືອງສູດທ້າຍທີ່ພຣະອົງຢຶດຄອງໄດ້
- ເມື່ອງອຳມານຈໍແດນໃນປັດຈູບັັນນີ້ເຄີຍເປັນທີ່ຕັ້ງຂອງເມື່ອງລັບບາໃນອະດຶດ
ລັບບີ,ຄูຫລືອາຈານ
ຄຳວ່า"ລັບບີ"ຕາມໂຕຫນິງສືມີຄວາມໝາຍວ່າ"ເຈົ້ານາຍຂອງຂ້າພຣະເຈົ້າ"ຫຼື"ຄูຂອງຂ້າພຣະເຈົ້າ"
- ເປັນຕຳແໜ່ງທີ່ແສດງຄວາມນັບຸຸຸຸຸຖືທີ່ໃຊ້ເອີ້ນຜຼ້ຊາຍຊາວຢີວທີ່ເປັນຄຼດ້ານສາດສະໜາໂດຍສະເພາະຄຼຜຼ້ສອນພຣະບິດຍັດຂອງພຣະເຈົ້າ
- ໂຍຮັນບັບຕຶສະໂຕຜຼ້ໃຫ້ບັບຕຶສະມາແລະພຣະເຢຊຼຄຣຶດເຈົ້າທັ້ງສອງທ່ານນີ້ບາງຄັ້ງຖືເອີນວ່າ"ລັບບີ"ໂດຍເຫຼົ່າສາວົກຂອງທ່ານທັ້ງສອງ
ຄຳແນະນຳໃນການແປ
- ວຶທີແປຄຳນີ້ສາມາດລວມເອົາ"ນາຍຂອງຂ້າພຣະເຈົ້າ"ຫຼື"ຄຼຂອງຂ້າພຣະເຈົ້າ"ຫຼື"ຄຼຜຼ້ມີກຽດ"ຫຼື"ຄຼດ້ານສາດສະໜາ." ບາງພາສາອາດຂື້ນຕົ້ນດ້ວຍໂຕໜັງສືໃຫຍ່ສຳຫຼັບຄຳທັກທາຍເຊັ່ນນີ້ ໃນຂະໜະທີ່ພາສາອື່ນບໍ່ມີ.
- ພາສາທີ່ແປອາດມີວຶທີພຶເສດທີ່ບັນດາຄຼຈະມີວຶທີເອຶ້ນຊື່
- ໃຫ້ໝົັ້ນໃຈວ່າການແປຄຳນີ້ຈະບໍ່ເປັນຄືການເອຶ້ນພຣະເຍຊຼຄືການເອຶ້ນຄຼໃນໂຮງຮຽນ.
- ໃຫ້ພິຈາລະນາເບຶ່ງວ່າ"ລັບບີ"ແປແນວໃດໃນພຣະຄັມພີໃນພາສາທ້ອງຖຶ່ນໃນພາສາກາງ.
ລາງວັນ
ຄຳວ່າ“ ລາງວັນ” ໝາຍເຖິງສິ່ງທີ່ຄົນເຮົາໄດ້ຮັບຍ້ອນສິ່ງທີ່ລາວໄດ້ເຮັດ, ບໍ່ວ່າຈະເປັນສິ່ງທີ່ດີຫຼືບໍ່ດີ. "ໃຫ້ລາງວັນ" ຜູ້ໃດຜູ້ຫນຶ່ງແມ່ນການໃຫ້ບາງສິ່ງບາງຢ່າງທີ່ລາວສົມຄວນ.
- ລາງວັນສາມາດເປັນສິ່ງທີ່ດີຫລືບວກທີ່ຄົນໄດ້ຮັບເພາະໄດ້ເຮັດສິ່ງທີ່ດີຫລືຍ້ອນວ່າລາວໄດ້ເຊື່ອຟັງພະເຈົ້າ. *ບາງຄັ້ງລາງວັນອາດ ໝາຍ ເຖິງສິ່ງທີ່ບໍ່ດີເຊິ່ງອາດຈະເປັນຜົນມາຈາກການປະພຶດທີ່ບໍ່ດີ, ເຊັ່ນວ່າ ຄຳວ່າ, "ລາງວັນຂອງຄົນຊົ່ວ". ໃນສະພາບການນີ້, "ລາງວັນ" ຫມາຍເຖິງການລົງໂທດຫຼືຜົນກະທົບທາງລົບຈາກການກະທໍາທີ່ມີບາບ.
ການແນະນຳໃນການແປ
ອີງຕາມສະພາບການ, ຄຳວ່າ "ລາງວັນ" ສາມາດຖືກແປເປັນ "ການຈ່າຍເງິນ" ຫລື "ບາງສິ່ງບາງຢ່າງທີ່ສົມຄວນ" ຫລື "ການລົງໂທດ." "ເພື່ອໃຫ້ລາງວັນ" ຜູ້ໃດຜູ້ຫນຶ່ງສາມາດຖືກແປໂດຍ "ການຕອບແທນ" ຫລື "ການລົງໂທດ" ຫລື "ໃຫ້ສິ່ງທີ່ສົມຄວນ." * ຮັບປະກັນວ່າການແປ ຄຳສັບນີ້ບໍ່ໄດ້ໝາຍເຖິງຄ່າຈ້າງ. ລາງ ວັນບໍ່ແມ່ນໂດຍສະເພາະກ່ຽວກັບການຫາເງິນເຊິ່ງເປັນສ່ວນ ໜຶ່ງຂອງວຽກ.
ລາຊະໂຮ
ລາຊະໂຣ ແລະ ເອື້ອຍເອື້ອຍຂອງລາວ, ມາລີ ແລະ ມາທາເປັນເພື່ອນພິເສດຂອງພຮະເຢຊູ. ພຮະອົງມັກມາອາໄສກັບພວກເຂົາທີ່ບ້ານຂອງພວກເຂົາໃນ ເບັດທານີ.
- ລາຊະໂຣເປັນທີ່ຮູ້ຈັກກັນດີສຳລັບຂໍ້ແທ້ຈິງວ່າ ພຮະເຢຊູໄດ້ຊຸບຊີວິດລາວຈາກຄວາມຕາຍຫຼັງຈາກທີ່ຖືກຝັງໄວ້ທີ່ອຸໂມງຫຼາຍວັນແລ້ວ.
- ຜູ້ນຳຊາວຢີວທັງຫຼາຍເກີດຄວາມຢາກຮ້າຍ ແລະ ອິດສາວ່າພຣະເຢຊໄດ້ເຮັດສິ່ງທີ່ອັດສະຈັນ ແລະ ພວກເຂົາພະຍາຍາມຫາວິທີທາງທີ່ຈະຂ້າພຣະເຢຊູ ແລະ ລາຊະໂຣ.
- ພຣະເຢຊູໄດ້ຊົງກ່າວຄຳອຸປະມາເລື່ອງຜູ້ຊາຍຂໍທານຢາກຈົນຄົນໜຶ່ງ ແລະ ເສດຖີຄົນໜຶ່ງ ເຊິ່ງຂໍທານນັ້ນມີຊື່ວ່າ ລາຊະໂຣ.
ລາຍງານ
ຄຳວ່າ "ລາຍງານ" ໝາຍເຖິງການບອກຄົນອື່ນກ່ຽວກັບບາງສິ່ງບາງຢ່າງທີ່ເກີດຂື້ນ, ມັກຈະໃຫ້ລາຍລະອຽດກ່ຽວກັບເຫດການນັ້ນ. ບົດລາຍງານສາມາດເວົ້າຫລືຂຽນໄດ້.
"ບົດລາຍງານ" ຍັງສາມາດແປເປັນ "ບອກ" ຫຼື "ອະທິບາຍ" ຫຼື "ບອກລາຍລະອຽດຂອງ." ຄຳ ເວົ້າທີ່ວ່າ, "ລາຍງານນີ້ບໍ່ໃຫ້ໃຜ" ສາມາດແປເປັນ "ຢ່າເວົ້າກ່ຽວກັບເລື່ອງນີ້ກັບຜູ້ອື່ນ" ຫຼື "ຢ່າບອກໃຜກ່ຽວກັບເລື່ອງນີ້." *ວິທີການແປ "ບົດລາຍງານ" ສາມາດປະກອບມີ, "ຄໍາອະທິ ບາຍ" ຫລື "ເລື່ອງ" ຫລື "ບັນຊີລາຍລະອຽດ," ຂື້ນກັບສະພາບການ.
ລາດຊະວົງ
ຄຳ ວ່າ“ ລາດຊະວົງ” ໄດ້ພັນລະນາເຖິງຄົນແລະສິ່ງທີ່ກ່ຽວຂ້ອງກັບກະສັດຫລືກະສັດ.
*ຕົວຢ່າງຂອງສິ່ງຕ່າງໆທີ່ສາມາດເອີ້ນວ່າ "ກະສັດ" ລວມມີເຄື່ອງນຸ່ງຂອງກະສັດ, ພະລາຊະວັງ, ບັນລັງ, ຫລືເຮືອນຍອດ. * ກະສັດຫລືກະສັດປົກກະຕິແລ້ວອາໄສຢູ່ໃນພະລາດຊະວັງ. * ກະສັດຄົນ ໜຶ່ງ ນຸ່ງເຄື່ອງນຸ່ງພິເສດ, ບາງຄັ້ງກໍ່ເອີ້ນວ່າ "ເສື້ອຄຸມກະສັດ." ໂດຍປົກກະຕິເສື້ອຂອງກະສັດມີສີມ່ວງ, ເຊິ່ງແມ່ນສີຍ້ອມຜ້າທີ່ຫາຍາກແລະລາຄາແພງ. * ໃນພຣະຄຳພີໃໝ່, ຜູ້ທີ່ເຊື່ອໃນພຣະເຢຊູຖືກເອີ້ນວ່າ "ຖານະປະໂລຫິດຂອງກະສັດ." ອີກວິທີໜຶ່ງທີ່ຈະແປຄວາມໝາຍນີ້ອາດລວມມີ, "ປະໂລຫິດຜູ້ທີ່ຮັບໃຊ້ພຣະເຈົ້າກະສັດ" ຫລື "ຖືກເອີ້ນໃຫ້ເປັນປະໂລຫິດ ສຳລັບພຣະເຈົ້າ." * ຄຳວ່າ "ລາດຊະວົງ" ຍັງສາມາດແປເປັນ "ກະສັດ" ຫລື "ຂອງກະສັດ."
ລາເມດ
ລາເມດເປັນຊື່ຂອງຜູ້ຊາຍສອງຄົນທີ່ໄດ້ຮັບການການກ່າວເຖີງໃນພຣະຄຳປະຖົມມະການ
- ລາເມດເປັນຄົນທຳອິດທີ່ໄດ້ຮັບການກ່າວເຖີງເປັນເຊື້ອສາຍຂອງກາອິນ ລາວໄດ້ໂອ້ອວດຕໍ່ເມຍຂອງລາວທັງສອງຂອງລາວ ວ່າລາວໄດ້ຂ້າຊາຍຄົນໜຶ່ງທີ່ເຮັດໃຫ້ລາວໄດ້ຮັບບາດເຈັບ.
- ລາເມດຄົນທີ່ສອງເປັນເຊື້ອສາຍຂອງເຊດ ລາວເປັນບິດາຂອງໂນອາ
ລີສຕຮາ
ລີສຕຮາເປັນຊື່ຂອງເມືງໃນເອເຊຍໄມເນີ້ບູຮານເຊີ່ງໂປໂລໄດ້ໄປຢ້ຽມຍາມໃນການເດີນທາງເປັນຜູ້ປະກາດພຣະຄຳ ເມືອງນີ້ຕັ້າຢູ່ໃນເຂດແຄ້ນລີຊາວເນຍ ເຊິ່ງປັດຈຸບັດນີ້ເປັນປະເທດຕຸລະກີ * ໂປໂລ ແລະ ເພື່ອນຮ່ວມງານຂອງເຂົາໄດ້ໜີໄປຍັງເດີບີ ແລະ ລີສຕຮາ ເມື່ອພວກເຂົາຖືກກົດຄີ່ຄົມເຄັ່ງໂດຍພວກຢິວໃນເມືອງຄອນຍາ * ໃນລີສຕຮາ ໂປໂລໄດ້ພົບກັບຕີໂມທຽວຜູ້ທີ່ໄດກາຍມາເປັນເພື່ອນນັກປະກາດ ແລະ ກໍ່ຕັ້ງຄຮິດຕະຈັກດ້ວຍກັນ * ຫລັງຈາກ ໂປໂລໄດ້ຮັກສາຊາຍພິການໃນເມືອງລີສຕຮາ ປະຊາຊົນທີ່ນັ້ນພະຍາຍາມນະມັດສະການໂປໂລ ແລະ ບານານັດເປັນພະເຈົ້າ ແຕ່ ພວກອັກຄະສາວົກໄດ້ຕຳໜິພວກເຂົາ ແລະ ຢຸດຢັ້ງພວກເຂົາໃນການເຮັດສິ່ງນັ້ນ
ລີ້ນ
ໃນພຣະຄໍາພີ ມີຄວາມຫມາຍທີ່ເປັນທຳນອງປຽບທຽບຂອງ "ລິ້ນ" ຫລາຍຢ່າງ.
- ໃນພຣະຄໍາພີ,ຄວາມໝາຍເຊີງປຽບທຽບທີ່ໃຊ້ກັນຫລາຍທີ່ສຸດສຳລັບຄຳນີ້ຄື "ພາສາ" ຫລື "ຄຳເວົ້າ."
- ບາງເທື່ອ "ລິ້ນ" ອາດອ້າງເຖິງພາສາມະນຸດທີ່ເວົ້າກັນໂດຍສະເພາະກຸ່ມທີ່ແນ່ນອນ.
- ບາງເທື່ອຄຳນີ້ອາດອ້າງເຖິງພາສາເໜືອທຳມະຊາດທີ່ພຣະວິນຍານບໍລິສຸດປະທານໃຫ້ແກ່ຜູ້ເຊື່ອໃນພຣະເຢຊູເຊັ່ນເປັນ "ຂອງປະທານຝ່າຍວິນຍານ."
- ຄຳກ່າວວ່າ, "ລິ້ນ" ຂອງໄຟໝາຍເຖິງ "ເປວ" ຂອງໄຟ.
- ຄຳກ່າວ "ລິ້ນຂອງຂ້ອຍຊື່ນຊົມຍິນດີ," ຄຳວ່າ "ລິ້ນ" ອ້າງເຖິງຄົນທັງຕົວ. (ເບິ່ງເີ່ມເຕີມ : synecdoche) The phrase "lying tongues" refers to a person's voice or speech. (See: metonymy)
ລູກາ
ລູກາເປັນຜູ້ຂຽນພຮະຄຳສອງເຫລັ້ມໃນພັນທະສັນຍາໃໝ່ ຄື ພີ້ະກິດຕິຄຸນ ແລະ ພີະຄຳກິຈະການ * ໃນຈົດໝາຍຂອງ ໂປໂລທີ່ຂຽນໄປເດຖີງຜູ້ເຊື່ອໃນເມືອງ ໂກໂລຊາຍ ໂປໂລ ອ້າງເຖີງລູກາວ່າເປັນທ່ານໝໍ ໂປໂລ ຍັງໄດ້ເວົ້າເຖີງລູກາໃນຈົດໝາຍອື່ນຽອີກສອງສະບັບຂອງເຂົາດ້ວຍ * ເຄີຍຄິດກັນວ່າ ລູກາເປັນຊາວກຮີກ ແລະ ຄົນຕາ່ງຊາດ ກ່ອນຈະມາຮູ້ຈັກກັບພີ້ະເຢຊູ ໃນພີ້ະກິດຕິຄຸນຂອງເຂົາ ລູກາລວມການຕອນທີ່ສະແດງໃຫ້ເຫັນເຖີງຄວາມຮັກຂອງພຣະເຢຊູສຳລັບທຸກຄົນ ທັງຊາວຢິວ ແລະ ຄົນຕ່າງຊາດ * ລູກາຮ່ວມເດີນທາງເປັນຜູ້ປະກາດພຣະຄຳກັບໂປໂລສອງຄັ້ງ ແລະ ໄດ້ຊ່ວຍໂປໂລໃນການເຮັດວຽກງານຂອງເຂົາ * ໃນການຂຽນບາງສ່ວນຂອງງານຂອງຄຣິດຕະຈັກທຳອິດ ໄດ້ເວົ້າໄວ້ວ່າລູກາໄດ້ເກີດໃນເມືອງອັນທີໂອເບ້ຍໃນຊີເຮຍ
ລູກເກະ, ລູກເເກະຂອງພະເຈົ້າ
ຄຳວ່າ " ລູກແກະ " ໝາຍເຖີງແກະທີ່ຍັງອາຍຸນ້ອຍ ແລະ ເປັນສັດທີ່ມີສີ່ຂາ ມີ ຂົນຫນາເປັນປຸຍປຸຍ ໃຊ້ເພື່ອເປັນເຄື່ອງບູຊາຖວາຍແກ່ພຮະເຈົ້າ. ພຣະເຢຊູ ຊົງຖືກເອີ້ນວ່າເປັນ" ລູກແກະຂອງພຮະເຈົ້າ" ເພາະພຮະອົງຖູກຖວາຍເປັນເຄື່ອງບູຊາເພື່ອຄວາມບາບຂອງຄົນ. * ສັດເຫຼົ່ານີ້ຖືກນຳໃຫ້ຫຼົງທາງໄດ້ຢ່າງງ່າຍດາຍ ແລະ ຕ້ອງການ ການປົກຄອງ ພຣະເຈົ້າຊົງປຽບມະນຸດວ່າເປັນແກະ . * ພຣະເຈົ້າຊົງສັ່ງໃຫ້ປະຊາກອນຂອງພຣະອົງຖວາຍແກະ ແລະ ລູກແກະ ປະສະຈາກມົນທິນເປັນເຄື່ອງບູຊາແດ່ພຣະອົງ * ພຣະເຢຊູຊົງຖືກເອີ້ນວ່າເປັນ " ລູກແກະຂອງພຣະເຈົ້າ " ຜູ້ທີ່ຖືກຖວາຍເປັນເຄື່ອງບູຊາເພື່ອຄວາມບາບຂອງຄົນ ພຣະອົງຊົງສົມບູນແບບ ປາສະຈາກມົນທິນ ເພາະພຮະອົງບໍ່ມີບາບເລີຍ.
ຄຳເນາະນຳໃນການແປ
- ຖ້າແກະເປັນທີ່ຮູ້ຈັກກັນດີໃນດ້ານພາສາທ້ອງຖິ່ນ. ຊື່ສຳລັບແກະທີ່ຍັງອາຍຸນ້ອຍຄວານແປໂດຍໃຊ້ຄຳວ່າ "ລູກແກະ " ຫຼື " ລູກແກະຂອງພຣະເຈົ້າ. "
- " ລູກແກະຂອງພຣະເຈົ້າ " ສາມາດແປໄດ້ວ່າ " ຂອງພຣະເຈົ້າ "
ລູກສາວແຫ່ງສີໂຢນ
( ລູກສາວແຫ່ງສີໂຢນ) ເປັນຄຳປຽບທຽບກ່າວເຖີງຊົນຊາດອິສຣະເອນມັກໃຊ້້ໃນຄວາມພະຍາກອນຕ່າງໆ
- ໃນພັນທະສັນຍາເດີມ ( ສີໂຢນ) ມັກຖືກໃຊ້ເປັນອີກຊື່ນຶ່ງຂອງກຸງເຢຣູຊາເລມ.
- ທັງ ( ສີໂຢນ) ແລະກຸງເຢຣູຊາເລມ ຍັງໃຊ້ເພືອກ່າວເຖີງອິສາເອນ.
- ຄຳວ່າ ( ລູສາວ) ເປັນຄຳທີ່ມີຄວາມຮັກແລະເອັນດູຫລືຄວາມຮັກ ເປັນການອຸປະມາສຳຫລັບຄວາມອົດທົນແລະຄວາມຫ່ວງໃຍທີ່ພຣະເຈົ້າຊົງມີຕໍ່ໄພ່ພົນຂອງພຣະອົງ.
ຂໍ້ແນະນຳໃນການແປ
- ວິທີແປຄຳນີ້ຄວນຈະຣວມ ( ອິສຣະເອນລູກສາວຂອງເຮົາ ຈາກສີໂຢນ) ຫລືໄພ່ພົນອີສຣາເອນທີ່ຮັກຂອງເຮົາ.
- ເປັນການດີທີ່ສຸດໃນການຮັກສາຄຳວ່າ (ສີໂຢນ) ໃນສຳນວນນີ້ເນື່ອງຈາກມີການໃຊ້ຫລາຍຄັ້ງໃນພຣະຄຳພີ ຂໍ້ສັງເກດອາຈລວມຢູ່ໃນການແປເພື່ອອະທິບາຍຄວາມໝາຍທີ່ປຽບທຽບແລະໃຊ້ໃນການພຍາກອນຕ່າງໆ.
- ເປັນການດີທີ່ຈະໃຊ້ຄຳວ່າ ( ລູກສາວ) ໃຊ້ໃນການແປສຳນວນນີ້ຖ້າເຮັດໃຫ້ເຂົ້າໃຈໄດ້ຢ່າງຖຶກຕ້ອງ.
ລົດຣົບ
ໃນສະໃໝໂບລານ ລົດຣົບມີນ້ຳຫນັກເບົາ ມີສອງລໍ້ທີ່ມ້າແກ່ໄປ
- ຄົນອາດຈະນັ່ງຫລືຢືນໃນລົດຣົບ ແລະໃຊ້ລົດລົບເຫລົ່ານີ້ເຮັດສົງຄາມຫລືເດີນທາງ.
- ໃນສົງຄາມ ກອງທັບທີ່ມີລົດຣົບຈະໄດ້ປຽບໃນເລື້ອງຂອງຄວາມ ໃວແລະເຄື່ອນທີ່ໄດ້ຢ່າງວອ່ງໃວເຫນືອສັດຕູທີ່ບໍ່ມີລົດຣົບ
- ໃນສະໃຫມ ອີຢິບໂບຮານແລະໂຣມມີຊື່ສຽງໃນການໃຊ້ມ້າແລະລົດຣົບ.
ລົດຫຸ້ມເກາະ
ຄຳວ່າ“ ອາວຸດເກາະ” ໝາຍເຖິງອຸປະກອນທີ່ທະຫານໃຊ້ໃນການສູ້ຮົບແລະປົກປ້ອງຕົນເອງຈາກການໂຈມຕີຂອງສັດຕູ. ມັນຍັງຖືກນຳໃຊ້ໃນຮູບແບບປຽບທຽບເພື່ອໃຊ້ກັບການປະກອບອາວຸດເກາະ.
ສ່ວນເຄື່ອງປະກອບຂອງສປປລປະກອບມີໝວກກັນກະທົບ, ເຄື່ອງປ້ອງກັນ, ຜ້າປົກ ໜ້າ, ຜ້າກັ້ງຂາແລະດາບ. ໂດຍໃຊ້ ຄຳ ສັບທີ່ປຽບທຽບ, ອັກຄະສາວົກໂປໂລປຽບທຽບປະ ຈຳຕະກູນທາງຮ່າງກາຍກັບເຄື່ອງປະດັບທາງວິນຍານທີ່ພຣະເຈົ້າໃຫ້ຜູ້ທີ່ເຊື່ອໃຫ້ຊ່ວຍລາວໃນການສູ້ຮົບທາງວິນຍານ. ເຄື່ອງປະດັບແຂນທາງວິນຍານທີ່ພຣະເຈົ້າໃຫ້ປະຊາຊົນຂອງລາວຕໍ່ສູ້ກັບບາບແລະຊາຕານລວມເຖິງຄວາມຈິງ, ຄວາມຊອບ ທຳ, ຂ່າວປະເສີດຂອງສັນຕິພາບ, ສັດທາ, ຄວາມລອດ, ແລະພຣະວິນຍານບໍລິສຸດ. ສິ່ງດັ່ງກ່າວອາດຈະຖືກແປດ້ວຍ ຄຳ ທີ່ມີຄວາມໝາຍວ່າ "ເຄື່ອງມືສປປລ" ຫລື "ເສື້ອຜ້າຮົບປ້ອງກັນ" ຫລື "ເຄື່ອງປ້ອງກັນ" ຫລື "ອາວຸດ".
ລົບລ້າງອອກ, ລົບອອກໄປ
ຄຳສັບທີ່ວ່າ "ລົບລ້າງອອກ" ແລະ "ລົບອອກ" ແມ່ນສຳນວນທີ່ມີຄວາມໝາຍວ່າຈະເອົາຫຼື ທຳລາຍສິ່ງໃດສິ່ງໜຶ່ງ ຫລືຜູ້ໃດຜູ້ໜຶ່ງ ອອກໄປ.
- ຄຳເວົ້າເຫຼົ່ານີ້ສາມາດຖືກນຳໃຊ້ໃນແງ່ບວກ, ຄືກັບວ່າ"ເຮັດຜິດ" ຕໍ່ພຣະເຈົ້າໂດຍການໃຫ້ອະໄພແລະເລືອກທີ່ຈະບໍ່ຈື່ມັນ.
- ມັນຍັງຖືກນຳໃຊ້ເລື້ອຍໆໃນແງ່ລົບ, ຄືກັບວ່າພຣະເຈົ້າ "ກຳຈັດ" ຫລື "ເຊັດ" ກຸ່ມຄົນ, ທຳລາຍພວກມັນຍ້ອນບາບຂອງພວກເຂົາ. *ພຣະຄຳພີກ່າວເຖິງຊື່ຂອງບຸກຄົນທີ່ຖືກ“ ກຳຈັດ” ຫລື“ ລຶບລ້າງ” ໃນປື້ມແຫ່ງຊີວິດຂອງພຣະເຈົ້າ, ຊຶ່ງໝາຍຄວາມວ່າຄົນນັ້ນຈະບໍ່ໄດ້ຮັບຊີວິດນິລັນດອນ.
ຄຳແນະນຳໃນການແປ
- ອີງຕາມສະພາບການ, ຄຳສັບເຫຼົ່ານີ້ສາມາດຖືກແປວ່າ "ກຳ ຈັດ" ຫລື "ກຳຈັດ" ຫລື "ທຳລາຍ" ຫລື "ລຶບອອກໝົດ".
- ໃນເວລາທີ່ກ່າວເຖິງການກະທຳຜິດຊື່ຂອງຜູ້ໃດຜູ້ໜຶ່ງອອກຈາກປື້ມແຫ່ງຊີວິດ, ສິ່ງນີ້ອາດຈະຖືກແປເປັນ, "ຖືກລຶບອອກຈາກປື້ມແຫ່ງຊີວີດ" ຫລື "ຖືກລຶບອອກ."
ວັນຕັດສິນ
ຸຄຳວ່າ “ວັນຕັດສິນ“ ໝາຍເຖິງເວລາໃນອະນາຄົດທີ່ພຣະເຈົ້າຈະພິພາກສາທຸກໆຄົນ.
*ພຣະເຈົ້າໄດ້ແຕ່ງຕັ້ງພຣະບຸດຂອງພຣະອົງ, ຄືພຣະເຢຊູຄຣິດເຈົ້າ, ໃຫ້ເປັນຜູ້ພິພາກສາຂອງປະຊາຊົນ. * ໃນວັນຕັດສິນ, ພຣະຄຣິດຈະພິພາກສາປະຊາຊົນເທິງພື້ນຖານລັກສະນະອັນຊອບທຳຂອງພຣະອົງ.
ຄຳແນະນຳ ໃນການແປ
- ຄຳສັບນີ້ຍັງສາມາດແປໄດ້ວ່າ “ເວລາຕັດສິນ“ ເພາະມັນອາດຈະໝາຍເຖິງຫລາຍກວ່າໜຶ່ງມື້.
- ອີກວິທີ່ໜຶ່ງໃນການແປຄຳສັບນີ້ອາດລວມ, ເວລາສຸດທ້າຍທີ່ພຣະເຈົ້າຈະພິພາກສາຄົນທັງໝົດ.
- ການແປບາງພາສາໃຫ້ຄຳສຳຄັນດັ່ງກ່າວນີ້ ເພື່ອສະແດງເປັນຊື່ຂອງວັນເວລາພິເສດ: “ວັນຕັດສິນ“ ຫລື “ເວລາຕັດສິນ.“
ວັນສະບາໂຕ
ຸຄຳວ່າ”ວັນສະບາໂຕ”ແມ່ນອ້າງເຖິງວັນທີເຈັດຂອງສັບປະດາທີ່ພຣະເຈົ້າໄດ້ສັງໄວ້ໃຫ້ຊາວອິສຮາເອນແຍກອອກໃຫ້ເປັນວັນໃນການພັກຜ່ອນແລະບໍ່ໃຫ້ເຮັດວຽກ ຫລັງຈາກທີພຣະເຈົ້າໄດ້ສຳເລັດໃນການເນລະມິດສ້າງໂລກໃນວັນທີຫົກພຣະອົງຊົງພັກຜ່ອນໃນວັນທີເຈັດ ໃນທຳນອງດຽວກັນ ພຣະເຈົ້າກໍ່ໄດ້ບັນຊາໃຫ້ຊາວອິດສະຣາເອນຕັ້ງວັນທີເຈັດໃຫ້ເປັນວັນພິເສດເພື່ອພັກຜ່ອນແລະນະມັດສະການພຣະອົງ ຄຳສັງໃຫ້ ”ຮັກສາວັນຊາບາໂຕໃຫ້ບໍລິສຸດ”ເປັນຂໍ້ນື່ງໃນພຣະບັນຍັດສີບປະການທີ່ພຣະເຈົ້າໄດ້ຂຽນໄວ້ໃນແຜ່ນຫີນຊຶ່ງພຣະອົງໄດ້ປະທານໃຫ້ໂມເຊໄວ້ເພື່ອຊາວອິດສະຣາເອນ ຕາມຫລັກການໃນການນັບວັນຕ່າງໆຂອງຊາວຢີວ ວັນຊາບາໂຕເລີ້ມຕົ້ນໃນວັນສຸກຊວ່ງທີ່ດວງອາທິດຕົກແລະໄປຈົນເຖິງວັນເສົາຕ່ອນດວງອາທິດຕົກ ບາງຄັ້ງໃນພຣະຄຳພີຈະເອີ້ນສະບາໂຕວ່າ”ວັນສະບາໂຕ”ຫລາຍກວ່າແທນທີຈະເອີ້ນແຕ່ສະບາໂຕ
ຄຳແນະນຳໃນການແປ
ຄຳນີ້ສາມາດແປໄດ້ວ່າ”ວັນຍຸດພັກ”ຫລື”ວັນສຳລັບການຍຸດພັກ”ຫລື”ວັນທີບໍ່ເຮັດວຽກຫລື”ວັນແຫ່ງການຍຸດພັກຂອງພຣະເຈົ້າ” ຄຳແປບາງສຳນວນໄດ້ຂື້ນຕົ້ນຄຳນີ້ດ້ວຍໂຕອັກສອນໃຫຍ່ເພື່ອສະແດງວ່ານີ້ເປັນວັນພິເສດເຊັ່ນ”ວັນສະບາໂຕ”ຫລືວັນຍຸດພັກຜ່ອນ” *ໃຫ້ພິຈາລະນາວ່າຄຳນີ້ໄດ້ແປຢ່າງໃດໃນທ້ອງຖິ່ນແລະພາສາກາງ
ວັນສຸດທ້າຍ, ວາລະສຸດທ້າຍ, ໃນສະໄໝປັດຈຸບັນ
ຄຳວ່າ " ວັນສູດທ້າຍ " ຫຼື " ສະໄໝປັດຈຸບັນ " ໂດຍທົ່ວໄປອ້າງອີງເຖີງເວລາທີ່ນຳພາໄປສູ່ເວລາປັດຈຸບັນ.
- ໃນເວລານີ້ຈະເປັນຊ່ວງເວລາທີ່ບໍ່ມີໃຜຮູ້ໄດ້.
- " ວາລະສຸດທ້າຍ " ຄືເວລາແຫ່ງການພິພາກສາທີ່ໄດ້ທີ່ຄົນເຫຼົ່ານັ້ນໄດ້ຫັນຫນີຈາກພຣະເຈົ້າ.
ຄຳເເນະນຳໃນການແປ
- ຄຳວ່າ " ວາລະສຸດທ້າຍ " ສາມາດແປວ່າ " ວັນສີ້ນສຸດ" ຫຼື " ໃນເວລາສຸດທ້າຍ " ຫຼື " ວັນສີ້ນສຸດ. "
- ໃນສະພາບການນ ນີ້ສາມາດແປວ່າ " ວັນສີ້ນສຸດຂອງໂລກ " ຫຼື " ເມື່ອໂລກນີ້ສີ້ນສຸດ. "
ວາຊະຕີ
ໃນພັນທະສັນຍາເດີມພຣະທໍາເອສະເທີ, ວາຊະຕີເປັນຣາຊີນີຂອງກະສັດເຊເຊັດ, ກະສັດແຫ່ງເປີເຊຍ * ກະສັດເຊເຊັດໄດ້ເນລະເທດຣາຊີນີວາຊະຕີໄປເມື່ອເພິ່ນປະຕິເສດທີ່ຈະປະຕິບັດຕາມຄໍາສັ່ງຂອງກະສັດໃຫ້ມາງານລ້ຽງອາຫານຄໍ່າຂອງພຣະອົງແລະສະແດງຄວາມງາມຂອງນາງໃຫ້ກັບບັນດາແຂກຂີ້ເມົາຂອງພຣະອົງ. * ຜົນກໍຄື ໄດ້ມີການຄົ້ນຫາຜູ້ທີຈະເປັນຣາຊີນີອົງໃໝ່ ແລະໃນທີ່ສຸດ ເອສະເທີກໍໄດ້ຮັບເລືອກເປັນຣາຊີນີອົງໃໝ່ຂອງກະສັດ.
ວິນຍານ, ຝ່າຍວິນຍານ
ຄຳວ່າ "ວິນຍານ" ອ້າງເຖິງສ່ວນທີ່ບໍ່ແມ່ນຊີ້ນໜັງຂອງຄົນຊຶ່ງບໍ່ສາມາດເບິ່ງເຫັນໄດ້ ເມື່ອບຸກຄົນຕາຍ. ວິນຍານຂອງທ່ານໄດ້ຈາກຮ່າງຂອງທ່ານ. "ວິນຍານ" ສາມາດອ້າງເຖິງທັດສະນະຄະຕິຫລືສະພາບທາງອາລົມ. *ຄຳວ່າ "ວິນຍານ" ໝາຍເຖິງຕົວຕົນທີ່ບໍ່ມີຮ່າງກາຍ, ໂດຍສະເພາະວິນຍານຊົ່ວ. * ວິນຍານຂອງບຸກຄົນ ເປັນສ່ວນໜຶ່ງຂອງທ່ານທີ່ສາມາດຮູ້ຈັກພຣະເຈົ້າແລະເຊື່ອໃນພຣະອົງ. * ໂດຍທົ່ວໄປ ຄໍາວ່າ "ຝ່າຍວິນຍານ" ອະທິບາຍເຖິງສິ່ງທີ່ບໍ່ແມ່ນເນື້ອໜັງທາງໂລກ. * ໃນພຣະຄຳພີ, ຈະມີຄວາມໝາຍໂດຍສະເພາະອ້າງເຖິງສິ່ງໃດທີ່ກ່ຽວຂ້ອງກັບພຣະເຈົ້າ, ໂດຍສະເພາະກັບພຣະວິນຍານບໍລິສຸດ. * ຍົກຕົວຢ່າງເຊັ່ນ, "ອາຫານຝ່າຍວິນຍານ" ອ້າງເຖິງຄຳສອນຂອງພຣະເຈົ້າທີ່ໃຫ້ການຫລໍ່ລ້ຽງວິນຍານຂອງບຸກຄົນ, "ສະຕິປັນຍາຝ່າຍວິນຍານ" ອ້າງເຖິງຄວາມຮູ້ແລະການປະພຶດທີ່ມັກທຳທີ່ມາຈາກລິດຂອງພຣະວິນຍານບໍລິສຸດ. * ພຣະເຈົ້າຊົງເປັນພຣະວິນຍານແລະພຣະອົງຊົງເປັນພຣະຜູ້ເນລະມິດເຫລົ່າວິນຍານອື່ນທີ່ບໍ່ມີຮ່າງກາຍຊີ້ນໜັງ. * ເຫລົ່າທູດສະຫວັນເປັນວິນຍານທີ່ມີຊີວິດ, ທັງໝົດເຖິງເຫລົ່າວິນຍານທີ່ກະບົດຕໍ່ພຣະເຈົ້າແລະກາຍເປັນວິຍນຍານຊົ່ວ. * ຄຳວ່າ "ວິນຍານແຫ່ງ" ສາມາດໝາຍເຖິງ "ການມີເຈົ້າລັກສະນະຂອງ," ຢ່າງເຊັ່ນໃນ, "ຈິດວິນຍານຂອງປັນຍາ" ຫລື "ໃນວິນຍານຂອງເອລີຢາ." * ຕົວຢ່າງຂອງ"ວິນຍານ" ເຊັ່ນໃນທັດນົກຕິຫລືອາລົມຈະທັງຫມົດເຖິງ "ວິນຍານແຫ່ງຄວາມຢ້ານ" ຫລື "ວິນຍານແຫ່ງຄວາມອິດສາ."
ເບິ່ງເພີ່ມຕື່ມ
- ຂຶ້ນຢູ່ກັບບໍລິບົດ, ບາງວິທີໃນການແປ "ວິນຍານ" ອາດລວມ "ບໍ່ເປັນດ້ານຮ່າງກາຍ," ຫລື "ສ່ວນຂ້າງໃນ" ຫລື "ຊີວິດທີ່ຢູ່ຂ້າງໃນ."
- ໃນບໍລິບົດ, ຄໍາວ່າ "ວິນຍານ" ສາມາດແປວ່າ "ວິນຍານຊົ່ວ" ຫລື "ຕົວຕົນວິນຍານຊົ່ວ."
- ບາງເທື່ອ ຄຳວ່າ "ວິນຍານ" ຖືກໃຊ້ເພື່ອສະແດງເຖິງຄວາມຮູ້ສຶກຂອງບຸກຄົນທີ່ຢູ່ຂ້າງໃນ, "ວິນຍານຂອງຂ້ອຍໂສກເສົ້າຢູ່ໃນຮ່າງຂອງຂ້ອຍ." ນີ້ສາມາດແປວ່າ, "ຂ້ອຍຮູ້ສຶກໂສກເສົ້າໃນວິນຍານຂອງຂ້ອຍ" ຫລື "ຂ້ອຍຮູ້ສຶກໂສກເສົ້າຢູ່ເລິກໆ."
- ວະລີ "ວິນຍານຂອງ" ສາມາດແປວ່າ, "ບຸກຄະລິກລັກສະນະຂອງ" ຫລື "ອິດທິພົນຂອງ" ຫລື "ທັດນົສະນະຄະຕິຂອງ" ຫລື "ຄວາມຄິດຂອງ"
ວິສຸທິສະຖານ, ອະພິສຸທິສະຖານ
ໃນພຣະຄຳພີ, ຄໍາວ່າ "ວິສຸທິສະຖານ" ແລະ "ອະພິສຸທິສະຖານ" ອ້າງເຖິງຫ້ອງສອງຫ້ອງໃນຫໍເຕັນຫລືອາຄານພຣະວິຫານ.
- "ວິສຸທິສະຖານ" ເປັນຫ້ອງທຳອິດແລະປະກອບດ້ວຍແທ່ນບູຊາສຳລັບເຄື່ອງຫອມແລະໂຕະທີ່ມີ "ຂະໜົມປັງສັກສິດ" ວາງຢູ່.
- "ອະພິສຸທິສະຖານ" ເປັນຫ້ອງທີ່ສອງ, ທີ່ຢູ່ໃນສຸດແລະມີຫີບພັນທະສັນຍາຕັ້ງຢູ່.
- ຜ້າມ່ານ, ທີ່ໜາແລະໜັກຈະແຍກຫ້ອງທີ່ຢູ່ທາງດ້ານນອກອອກຈາກຫ້ອງທີ່ຢູ່ທາງດ້ານໃນ.
- ມະຫາປະໂລຫິດເປັນພຽງຄົນດຽວທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນອະພິສຸທິສະຖານ.
- ບາງເທື່ອ "ວິສຸທິສະຖານ" ອ້າງອາຄານທັງສອງແຫ່ງແລະບໍລິເວນອ້ອມຮອບຂອງພຣະວິຫານຫລືຫໍເຕັນ ແລະຍັງສາມາດອ້າງເຖິງສະຖານທີ່ໃດກໍໄດ້ທີ່ແຍກໄວ້ສຳລັບພຣະເຈົ້າ.
ຄຳແນະນຳໃນການແປ
- "ອະພິສຸທິສະຖານ" ເປັນຫ້ອງທີ່ສອງທີ່ຢູ່ໃນສຸດແລະມີຫີບພັນທະສັນຍາຕັ້ງຢູ່ -ບາງເທື່ອ "ວິສຸທິສະຖານ." ໝາຍເຖິງອາຄານທີ່ມີຫລາຍຫ້ອງທັງອາຄານຂອງວິຫານ ຫລື ຫໍເຕັນ
ຄຳແນະນຳໃນການແປ.
- ຄຳວ່າ "ວິສຸທິສະຖານ" ສາມາດແປວ່າ "ຫ້ອງທີ່ແຍກໄວ້ສຳລັບພຣະເຈົ້າ" ຫລື "ຫ້ອງພິເສດສຳລັບການພົບກັບພຣະເຈົ້າ" ຫລື "ສະຖານທີ່ສະຫງວນໄວ້ສຳລັບພຣະເຈົ້າ."
- ຄຳວ່າ "ອະພິສຸທິສະຖານ" ສາມາດແປວ່າ "ຫ້ອງທີ່ແຍກໄວ້ສຳລັບພຣະເຈົ້າໂດຍສະເພາະ" ຫລື "ຫ້ອງທີ່ພິເສດທີ່ສຸດສຳລັບການພົບພຣະເຈົ້າ."
- ຂຶ້ນກັບບໍລິບົດ ວິທີທີ່ຈະແປຄຳກ່າວໂດຍທົ່ວໄປ "ວິສຸທິສະຖານ" ສາມາດລວມ "ສະຖານທີ່ສັກສິດ" ຫລື "ສະຖານທີ່ທີ່ພຣະເຈົ້າຊົງແຍກໄວ້ " ຫລື "ສະຖານທີ່ໃນບໍລິເວນພຣະວິຫານ" ຊຶ່ງສັກສິດ" ຫລື "ລານແຫ່ງພຣະວິຫານຂອງພຣະເຈົ້າອົງບໍລິສຸດ."
ວິຫານຂອງພຣະເຈົ້າ, ວິຫານຂອງພຣະເຈົ້າຢາເວ
ໃນພຣະຄຳພີ, ວະລີ "ວິຫານຂອງພຣະເຈົ້າ" (ບ້ານຂອງພຣະເຈົ້າ) ແລະ "ວິຫານຂອງພຣະເຈົ້າຢາເວ (ບ້ານຂອງພຣະເຈົ້າຢາເວ) ອ້າງເຖິງສະຖານທີ່ທີ່ມີການນະມັດສະການພຣະເຈົ້າ. * ຄຳນີ້ຖືກໃຊ້ຢ່າງສະເພາະເຈາະຈົງໃນການໝາຍເຖິງຫໍເຕັນຫລືພຣະວິຫານ. * ບາງເທື່ອ "ວິຫານຂອງພຣະເຈົ້າ" ຖືກໃຊ້ເພື່ອໝາຍເຖິງຄົນຂອງພຣະເຈົ້າ.
ຄຳແນະນຳໃນການແປ
- ເມື່ອອ້າງເຖິງສະຖານທີ່ໃນການນະມັດສະການ, ຄໍານີ້ສາມາດແປໄດ້ວ່າ, "ວິຫານສຳລັບນະມັດການພຣະເຈົ້າ" ຫລື "ສະຖານທີ່ສຳລັບນະມັດການພຣະເຈົ້າ."
- ຖ້າໝາຍເຖິງພຣະວິຫານຫລືຫໍເຕັນ, ຄຳນີ້ອາດຈະແປໄດ້ວ່າ, "ພຣະວິຫານ"
ວຶງວອນເພື່ອຄົນອືນ, ການວຶງວອນເພື່ອຄົນອື່ນ
ຄຳວ່າ "ວຶງວອນໃຫ້ຄົນອື່ນ" ແລະ "ການວຶງວອນໃຫ້ຄົນອື່ນ" ອ້າງເຖຶງການຂໍ່ຮ້ອງເພື່ອຄົນອື່ນໃນນາມຂອງອີກຄົນໜື່ງ ໃນພຣະຄຳພີຄຳນີ້ມັກຈະໝາຍເຖຶງການອະທຶຖານເຜື່ອຄົນອື່ນ
- ຄຳວ່າ "ທຳການວຶງວອນເພື່ອ" ແລະ "ວຶງວອນເຜື່ອ" ໝາຍເຖຶງການຂໍຮ້ອງຕໍ່ພຣະເຈົ້າເພື່ອຜົນປະໂຍດຂອງຄົນອື່ນ
- ພຣະຄຳພີສອນວ່າພຣະວຶນຍານບໍຣຶສຸດວຶງວອນເພື່ອເຮົາ ນັ້ນຄືພຣະອົງອະທຶຖານຕໍ່ພຣະເຈົ້າເຜື່ອເຮົາ
- ບຸຄົນວຶງວອນເຜື່ອຄົນອື່ນໂດຍການຮ້ອງຂໍເພື່ອພວກເຂົາຕໍ່ຄົນທີ່ມີສຶດທຶອຳນາດ
ຄຳແນະນຳການແປ
- ວຶທີອື່ນທີ່ຈະແປ "ວຶງວອນເຜື່ອສາມາດໝາຍເຖຶງ "ຂໍຮ້ອງກັບ" ຫຼື "ກະຕຸ້ນ"
ວຽກທີ່ຕ້ອງໃຊ້ແຮງ. ຜູ້ເຮັດວຽກ
ຄຳວ່າ '' ວຽກທີ່ຕ້ອງໃຊ້ແຮງງານ'' ໝາຍເຖິງການເຮັດວຽກໜັກໃນທຸກຮູບແບບ
- ໂດຍທົ່ວໄປ ວຽກທີ່ຕ້ອງອອກແຮງງານ ຫຼື ວຽກອື່ນໆ. ທີ່ໃຊ້ພະລັງງານ ແລະ ທຸກໆຄັ້ງສະແດງວ່າເປັນວຽກທີ່ຍາກ.
- ຜູ້ເຮັດວຽກຄືບຸກຄະລາກອນຜູ້ທີ່ເຮັດວຽກອື່ນໆ ກະຕ້ອງໃຊ້ແຮງງານ
- ໃນພາສາອັງກິດ " ວຽກທີ່ຕ້ອງໃຊ້ແຮງງານ " ແປວ່າການຄອດລູກ ໃນພາອື່ນບາງທີອາດຈະໃຊ້ຄຳນີ້ແຕກຕ່າງຢ່າງສີ້ນເຊີງ.
- ວິທີ່ການແປຄຳວ່າ" ວຽກທີ່ຕ້ອງໃຊ້ແຮງງານ " ສາມາດແປວ່າ " ວຽກ " ຫຼື ການເຮັດວຽກໜັກ " ຫຼື " ວຽກຍາກ " ຫຼື " ເຮັດວຽກໜັກ. "
ສວນອະງຸ່ນ
ສວນອະງຸ່ນເປັນສວນທີ່ມີບໍລິເວນກວ້າງໃຫຍ່ທີ່ປູກອະງຸ່ນ ທີ່ຜົນອະງຸ່ນໄດ້ຮັບການເກັກ່ຽວ.
- ສວນໝາກອະງຸ່ນມັກຈະມີກໍາແພງອ້ອມຮອບເພື່ອປ້ອງກັນຜົນອະງຸ່ນຈາກຂີ້ລັກແລະສັດທັງຫລາຍ.
- ພຣະເຈົ້າຊົງປຽບທຽບຊົນຊາດອິດສະລາເອນກັບສວນອະງຸ່ນທີ່ບໍ່ໄດ້ເກີດຜົນທີ່ດີ. (ເບິ່ງ : Metaphor)
- ສວນອະງຸ່ນສາມາດແປເປັນ, "ສວນໝາກອະງຸ່ນ" ຫລື "ສວນອະງຸ່ນ."
ສອນ, ການສອນ, ອາຈານ, ໄດ້ສອນ
ຄຳວ່າ"ສອນ" ແລະ "ການສອນ" ໝາຍເຖຶງການບອກຂໍ້ມູນໃຫ້ຜູ້ອືນຮູ້ເຖຶງສຶ່ງທີ່ເຂົາບໍ່ຮູ້ມາກ່ອນ ໂດຍປົກກະຕຶແລ້ວຂໍ້ມູນຈະຖືກໃຫ້ເປັນລະບົບ
- "ຄູ" ຄືຜູ້ສອນຄຳອະດຶດຂອງຄຳວ່າສອນຄືໄດ້ສອນ"ໄດ້ສອນ"
- ເມື່ອພຣະເຢຊູເຈົ້າກຳລັງສອນ ພຣະອົງຊົງກຳລັງອະທຶບາຍເລືອງລາວກຽວພຣະເຈົ້າແລະອານາຈັກຂອງພຣະເຈົ້້າ
- ສາວົກຂອງພຣະເຢຊູເຈົ້າເອຶນພຣະອົງວ່າ "ອາຈານ" ເຊຶງເປັນການໃຫ້ກຽດເຖຶງຄົນທີ່ກ່າວເຖຶງພຣະຄຳຂອງພຣະເຈົ້າ
- ຂໍ້ມູນທີ່ກຳລັງສອນສາມາດສອນໃຫ້ເຫັນເປັນຄຳເວົ້າຫຼືການເວົ້າໄດ້
- ຄຳວ່າ "ຫລັກການສອນ" ອ້າງເຖຶງຄຳສອນຕ່າງໆຈາກພຣະເຈົ້າໃນເລື່ອງຂອງພຣະອົງເອງລວມທັ້ງຂໍ້ປະຕຶບັດຂອງພຣະເຈົ້າໃນການດຳເນຶນຊີວຶດຢ່າງໃດສາມາດແປໄດ້ວ່າ"ຄຳສອນຈາກພຣະເຈົ້າ"ຫຼື"ສຶ່ງທີ່ພຣະເຈົ້າສອນພວກເຮົາ"
- ວະລີທີ່ວ່າ "ສຶ່ງທີ່ທ່ານໄດ້ຮັບຄຳສອນມາ" ສາມາດແປວ່າ "ສຶ່ງທີ່ເຂົາເຫລົ່ານີ້ໄດ້ສອນທ່ານ"ຫຼື"ສຶ່ງທີ່ພຣະເຈົ້າໄດ້ສອນທ່ານ"ຂື້ນຢູ່ກັບບໍຣຶບົດ
- ວຶທີອືນທີ່ຈະແປວ່າ"ສອນ" ສາມາດລວມເຖຶງ "ການບອກ" ຫຼື "ການອະທຶບາຍ" ຫຼື "ການສອນ"
- ຫລາຍຄັ້ງຄຳນີ້ສາມາດແປໄດ້ວ່າ"ການສອນຜູ້ຄົນເຖຶງເລືອງລາວຂອງພຣະເຈົ້າ"
ສະດຸດ
ຄຳວ່າ "ສະດຸດ" ໝາຍເຖິງ "ເກືອບລົ້ມ" ເວລາຍ່າງຫຼືແລ່ນ. ປົກກະຕິແລ້ວມັນກ່ຽວຂ້ອງກັບການຫຼອກລວງສິ່ງໃດສິ່ງ ໜຶ່ງ.
- ຄຳປຽບທຽບຂອງຄຳວ່າ, "ທີ່ຈະສະດຸດ" ສາມາດຫມາຍຄວາມວ່າ "ເຮັດບາບ" ຫຼື "ລົ້ມລົງ" ໃນການເຊື່ອຖື.
- ຄຳສັບນີ້ໝາຍຄວາມໄດ້ອີກວ່າ ການລັງເລຫລືສະແດງຄວາມອ່ອນແອໃນເວລາທີ່ຕໍ່ສູ້ຫຼືໃນເວລາທີ່ຖືກຂົ່ມເຫັງຫລືຖືກລົງໂທດ.
ຄຳແນະນຳໃນການແປ
- ໃນສະຖານະການທີ່ໃຊ້ຄຳວ່າ "ສະດຸດ" ໝາຍເຖິງການເດີນທາງດ້ານຮ່າງກາຍຜ່ານສິ່ງໃດສິ່ງໜຶ່ງທີ່ເຮັດໃຫ້ "ເກືອບລົ້ມລົງ" ຫຼື "ຈົບການເດີນທາງ".
- ສຳລັບການນຳໃຊ້ການປຽບທຽບຄວາມໝາຍໃນພາສາທີ່ກຳລັງແປ "ສະດຸດ" ສາມາດແປວ່າ "ບາບ" ຫລື "ຫຼົ້ມແຫຼວ" ຫລື "ຢຸດເຊື່ອ" ຫລື "ອ່ອນແອ", ຂື້ນ"ຢູ່ກັບ [ບາບ].
ສະດຸດລົ້ມ,ກ້ອນຫີນທີ່ເຮັດໃຫ້ສະດຸດ
ຄຳວ່າ“ ອຸປະສັກ” ຫລື“ ກ້ອນຫີນທີ່ເຮັດໃຫ້ສະດຸດ” ໝາຍເຖິງວັດຖຸທາງຮ່າງກາຍທີ່ເຮັດໃຫ້ຄົນເດີນທາງແລ້ວສະດຸດແລະລົ້ມ.
- ໃນພຣະຄຳພີໃໝ່, ຄຳນີ້ຖ້າແປຕາມຕົວອັກສອນແມ່ນເວົ້າເຖິງໄມ້ເທົ້າຫຼືວັດຖຸອື່ນໆທີ່ເຮັດເປັນກັບດັກຫລືແຮ້ວທີ່ຈະລອກໃສ່ສັດເຮັດໃຫ້ມັນຄາຢູ່ຫັ້ນແລ້ວບໍ່ສາມາດໄປໃສໄດ້.
- ສິ່ງທີ່ເຮັດໃຫ້ສະດຸດລົ້ມແມ່ນສິ່ງໃດສິ່ງໜຶ່ງທີ່ເຮັດໃຫ້ຄົນເຮົາຂາດສະຕິທາງສິນທຳ ຫລື ທາງຈິດວິນຍານ.
- ໃນຕົວຢ່າງເຊັ່ນດຽວກັນ, "ອຸປະສັກ" ຫລື "ກ້ອນຫີນທີ່ເຮັດໃຫ້ສະດຸດ" ສາມາດເປັນສິ່ງກີດຂວາງໃນກ່ນມີຄວາມເຊື່ອໃນພຣະເຢຊູຄຣິດ ຫລືເຮັດໃຫ້ບາງຄົນບໍ່ເຕີບໂຕໃນຝ່າຍຈິດວິນຍານ.
- ປົກກະຕິແລ້ວຄວາມບາບແມ່ນຄ້າຍຄືກັບສິ່ງທີ່ກີດຂວາງແກ່ຕົວເອງຫລືຕໍ່ຄົນອື່ນ.
- ບາງຄັ້ງພຣະເຈົ້າໄດ້ວາງກ້ອນຫີນທີ່ເຮັດສະດຸດລົ້ມໄວ້ໃນທາງຂອງຄົນທີ່ກະບົດຕໍ່ພຣະອົງ.
ຄຳແນະນຳໃນການແປ
- ຖ້າພາສາມີຄຳສັບສຳລັບວັດຖຸທີ່ພາໃຫ້ເກີດກັບດັກ, ຄຳນັ້ນສາມາດນຳມາໃຊ້ເພື່ອແປຄຳສັບນີ້.
- ຄຳສັບນີ້ຍັງສາມາດແປວ່າ "ກ້ອນຫີນທີ່ກໍ່ໃຫ້ເກີດການສະດຸດລົ້ມ" ຫລື "ສິ່ງທີ່ເຮັດໃຫ້ຜູ້ໃດຜູ້ໜຶ່ງບໍ່ເຊື່ອ" ຫຼື "ອຸປະສັກທີ່ເຮັດໃຫ້ເກີດຄວາມສົງໄສ" ຫລື "ອຸປະສັກຕໍ່ຄວາມເຊື່ອ" ຫຼື "ສິ່ງທີ່ເຮັດໃຫ້ຜູ້ໃດຜູ້ໜຶ່ງເຮັດບາບ".
ສະດູກາຍ
ພວກສະດູກາຍເປັນກຸ່ມທີ່ກ່ຽວຂ້ອງກັບການເມືອງຂອງພວກປະໂລຫິດຊາວຢີວໃນຊ່ວງເວລາຂອງພຣະເຢຊູຄຣິດເຈົ້າ ເປັນຜູ້ສະໜັບສະໜູນການປົກຄອງຂອງຊາວໂລມແລະບໍ່ເຊື່ອໃນການເປັນຄືນມາຈາກຕາຍ *ພວກສະດູກາຍຫລາຍຄົນເປັນຄົນຮັ່ງມີ ເປັນຊາວຢີວຊັ້ນສູງແລະເປັນຜູ້ທີ່ດຳລົງຕ່ຳແຫນ່ງຜູ້ນຳທີ່ມີອຳນາດ ຕົວຢ່າງເຊັ່ນ ຫົວໜ້າປະໂລຫິດແລະມະຫາປະໂລຫິດ
ໜ້າທີ່ຂອງພວກສະດູກາຍ ລວມເຖິງການດູແລຮັກສາບໍລິເວນພຣະວິຫານແລະວຽກງານໃນໜ້າທີ່ປະໂລຫິດ ຕົວຢ່າງເຊັ່ນ ການຖວາຍເຄື່ອງບູຊາ ພວກສະດູກາຍແລະຟາລີຊາຍມີອິດທິພົນຢ່າງຫລວງຫລາຍຕໍ່ຜູ້ນຳຊາວໂລມໃນການຄືງພຣະເຢຊູ
*ພຣະເຢຊູໄດ້ເວົ້າຕໍ່ຕ້ານພວກຜູ້ນຳທາງສາດສະນາສອງກຸ່ມນີ້ເພາະຄວາມເຫັນແກ່ຕົວແລະການໜ້າຊື່ໃຈຄົດຂອງພວກເຂົາ
ສະຖານທີ່ສັກສິດ
ຄຳວ່າ“ສະຖານທີ່ສັກສິດ”ຄາມຕົວອັກສອນມີຄວາມຫມາຍວ່າ”ສະຖານທີ່ບໍລິສຸດ” ແລະອ້າງເຖິງສະຖານທີທີ່ພຣະເຈົ້າໄດ້ທຳໃຫ້ເປັນທີ່ສັກສິດແລະບໍລິສຸດ ແລະຍັງສາມາດອ້າງເຖິງສະຖານທີທີ່ມີການຄຸ້ມຄອງແລະມີຄວາມປອດໄພ ໃນພັນທະສັນຍາເດີມ ຄຳວ່າ”ສະຖານທີສັກສິດ”ຖືກໃຊ້ຫລາຍເພື່ອອ້າງເຖິງຫໍເຕັນຫລືອາຄານພຣະວິຫານທີ່ ”ສະຖານທີ່ສັກສິດ”ແລະ”ສະຖານທີ່ສັກສິດທີ່ສຸດ” ຕັ້ງຢູ່ ພຣະເຈົ້າໄດ້ອ້າງສະຖານທີ່ສັກສິດດັ່ງເປັນສະຖານທີ່ຊື່ງພຣະອົງສະຖິດໃນຖ່າມກາງປະຊາກອນຂອງພຣະອົງຄືພວກອິດສະຣາເອນ
- ພຣະອົງໄດ້ຊົງເອີ້ນພຣະອົງວ່າ”ສະຖານທີສັກສິດ”ຫລືເປັນທີ່ປອດໄພສຳລັບປະຊາຊົນທີ່ພວກເຂົາສາມາດຫາການປົກປ້ອງຮັກສາໄດ້
ຄຳແນະນຳໃນການແປ
*ຄຳນີ້ມີຄວາມຫມາຍທັມມະດາຂອງ ”ສະຖານທີ່ສັກສິດ”ຫລື”ສະຖານທີ່ຖືກແຍກອອກມາ” * ຂື້ນຢູ່ກັບບໍລິບົດ ຄຳວ່າ”ສະຖານສັກສິດ”ສາມາດແປວ່າ”ສະຖານທີສັກສິດ”ຫລືອາຄານສັກສິດ”ຫລື”ສະຖານທີ່ຄວາມສັກສິດຂອງພຣະເຈົ້າສະຖິດຢູ່”ຫລື”ສະຖານທີສັກສິດຂອງການປົກປັກຮັກສາ”ຫລື”ສະຖານທີ່ສັກສິດແຫ່ງຄວາມປອດໄພ” * ວະລີ”ເງິນເຊກຽນຂອງສະຖານສັກສີດ”ສາມາດແປວ່າ ”ຊະນິດຂອງເງິນເຊກຽນທີ່ໄດ້ໃຫ້ສຳລັບຫໍເຕັນ”ຫລື”ເງິນເຊກຽນທີ່ໄດ້ໃຊ້ເປັນເຫມືອນເງິນພາສີເພື່ອບຳລຸງພຣະວິຫານ” * ຫມາຍເຫດ ຈົ່ງລະວັງວ່າການແປຄຳນີ້ຈະບໍອ້າງເຖິງຫ້ອງນະມັດສະການໃນຄຣິສຕະຈັກໃຫມ່
ສະມາຊິກ
ຄຳວ່າ "ສະມາຊິກ" ແມ່ນບົ່ງບອກເຖິງ ພາກສ່ວນໜຶ່ງຂອງຮ່າງກາຍທັງໝົດ ຫລື ຂອງກຸ່ມໃດໜຶ່ງ.
- ໃນພຣະຄຳພີໃໝ່ ໄດ້ອະທິບາຍວ່າ ຄຣິສຕຽນ ແມ່ນ "ສະມາຊິກ" ໃນພຣະກາຍຂອງພຣະຄຣິດ. ຜູ້ທີ່ເຊື່ອໃນພຣະຄຣິດ ແມ່ນສ່ວນໜຶ່ງຂອງກຸ່ມ ທີ່ມີສະມາຊິກຢູ່ນຳກັນຫລາຍຄົນ.
- ພຣະເຢຊູຄຣິດ ເປັນ "ຫົວ" ຂອງຮ່າງກາຍ ແລະຜູ້ທີ່ເຊື່ອແຕ່ລະຄົນເປັນພາກສ່ວນໜຶ່ງ ຫລືເປັນສະມາຊິກໃນຮ່າງກາຍນັ້ນ. ພຣະວິນຍານບໍຣິສຸດເຈົ້າ ໄດ້ປະທານໜ້າທີ່ພິເສດໃຫ້ສະມາຊິກທຸກຄົນໃນຮ່າງກາຍ ເພື່ອໃຫ້ທັງໝົດຂອງຮ່າງກາຍນັ້ນ ເຮັດວຽກໄດ້ດີ.
- ລວມທັງບຸກຄົນໃດໜຶ່ງທີ່ມີສ່ວນຮ່ວມໃນກຸ່ມຕ່າງໆ ເຊັ່ນ ສະພາຂອງຊາວຢິວ ແລະ ກຸ່ມຟາຣີຊາຍ ທັງໝົດຖືກເອິ້ນວ່າເປັນ "ສະມາຊິກ" ຂອງກຸ່ມເຫລົ່ານີ້.
ສະມາເລຍ ຊາວສະມາເລຍ
ສະມາເລຍ ເປັນຊື່ເມືອງແລະບໍລິເວນໂດຍຮອບໃນພາກເໜືອຂອງອິດສະຣາເອນແຖວນີ້ຕັ້ງຢູ່ລະຫວ່າງທີ່ຮາບແຫ່ງຊາລອນທາງຕາເວັນຕົກແລະແມ່ນ້ຳຈໍແດນທາງຕາເວັນອກ ໃນພັນທະສັນຍາເດີມ ເມືອງສະມາເລຍເປັນເມືອງຫລວງຂອງອານາຈັກທາງເໜືອຂອງອິດສະຣາເອນ ຕໍ່ມາແຖວທີ່ຢູ່ໂດຍຮອບກໍ່ຖືກເອີ້ນວ່າສະມາເລຍດ້ວຍ * ເມື່ອຊາວອັດຊີເລຍໄດ້ໄຊຊະນະອານາຈັກທາງເໜືອຂອງອິດສະຣາເອນແລ້ວພວກເຂົາໄດ້ຍຶດຄອງເມືອງສະມາເລຍແລະບັງຄັບຊາວອິດສະຣາເອນສ່ວນຫລາຍທີ່ຢູ່ທາງເໜືອໃຫ້ອອກຈາກແຖວນີ້ແລະອົບພະຍົກຄົນເຫລົ່ານີ້ໄປຍັງເມື່ອງຕ່າງໆທີ່ຢູໄກໃນອັດຊີເລຍ ຊາວອັດຊີເລຍໄດ້ນຳຊາວຕ່າງຊາດຫລາຍຄົນເຂົ້າມາອາໃສຢູ່ໃນແຖວສະມາເລຍເພື່ອເຂົ້າໄປແທນຊາວອິດສະຣາເອນທີ່ຖືກຍ້າຍອອກໄປ
- ຊາວອິດສະຣາເອນສ່ວນນື່ງທີ່ເຫລືອຢູ່ໃນແຖວສະມາເລຍໄດ້ແຕ່ງງານກັບຊາວຕ່າງຊາດທີ່ໄດ້ຍ້າຍເຂົ້າມາຢູ່ໃນທີ່ນັ້ນ ແລະລູກຫລານຂອງພວກເຂົາຖືກເອີ້ນວ່າຊາວສະມາເລຍ
- ຊາວຢີວເວົ້າດູຖູກຊາວສະມາເລຍເພາະພວກເຂົາເປັນຊາວຢີວພຽງແຕ່ສ່ວນດຽວແລະເພາະວ່າບັນພະບູລຸດຂອງພວກເຂົາໄດ້ນະມັດສະການພະທຽມ
- ໃນຍຸກພັນທະສັນຍາໃຫມ່ແຖວສະມາເລຍໄດ້ຖືກກັ້ນເຂດແດນໂດຍແຖວຄາລີເລທາງເໜືອແລະແຖວຢູ່ດາຍທາງຕອນໃຕ້
ສະລາກ, ການຈັບສະລາກ
" ສະຫລາກ " ຄືວັດຖຸທີ່ມີເຄື່ອງໝາຍເຊື່ງຫວ່ານຂື້ນ ຫລື ຈັບຂື້ນມາຈາກວັດຖຸອື່ນທີ່ຄ້າຍຄືກັນເພື່ອເປັນວິທີໃນການເລືອກ ຫລື ຕັດສິນໃຈ ຄຳວ່າ " ການຈັບສະຫລາກ " ອ້າງເຖືງການຫວ່ານວັດຖຸທີ່ເຮັດເຄື່ອງໝາຍລົງໄປທີ່ພື້ນ ຫຼື ຜີວພື້ນອື່ນໆ
- ຫລາຍເທື່ອສະຫລາກຄືກ້ອນຫີນນ້ອຍໆ ທີ່ເຮັດເຄື່ອງໝາຍ ຫລື ເສດຂອງໝໍ້ທີ່ແຕກຫັກ ຫລື ການກິ້ງກ້ອນຫີນກ້ອນນ້ອຍທີ່ມີເຄື່ອງຫມາຍ ຫລື ເສດຊີ້ນສ່ວນທີ່ແຕກຫມໍ້ທີ່ແຕກ ຄົນທີ່ເສດຊີ້ນສວ່ນທີ່ມີເຄື່ອງຫມາຍກິ້ງໄປຫາກໍ່ຈະເປັນຄົນທີ່ຖືກເລືອກ
- ໃນບາງວັດທະນະທຳ " ການຈັບສະຫລາກ " ຫລື ສະຫລາກ " ຈັບອອກ " ຈະໃຊ້ຊໍ່ເຟືອງເຂົ້າເພື່ອການຈັບສະຫລາກ ບາງຄົນຖືເຟືອງເຂົ້າເພື່ອຈະບໍ່ມີໃຜແນມເຫັນວ່າພວກມັນຍາວເທົ່າໃດ ແຕ່ລະຄົນກໍ່ຈັບເອົາເຟືອງເຂົ້າຄົນລະຫນຶ່ງອັນຂື້ນມາ ໃຜທີ່ຈັບໄດ້ອັນທີ່ຍາວທີ່ສຸດ (ຫລືສັ້ນທີ່ສຸດ) ກໍ່ຈະເປັນຄົນທີ່ຖືກເລືອກ.
- ການຈັບສະຫລາກຖືກໃຊ້ໂດຍຄົນອິດສເອນເພື່ອຫາວ່າພຣະເຈົ້າຕ້ອງການໃຫ້ພວກເຂົາເຮັດຫັຍງ.
- ຢ່າງເຊັ່ນໃນສະໄຫມຂອງເຊຄາລິຢາ ແລະ ເອລີຊາເບດເປັນການໃຊ້ການເລືອກວ່າປະໂລຫິດຄົນໃດທີ່ຈະເຮັດຫນ້າທີ່ພິເສດໃນພະວິຫານທີ່ຈະຖະຫວາຍເຄື່ອງບູຊາ.
- ພວກທະຫານທີ່ຄຶງພຣະເຢຊູໄດ້ຫວ່ານສະຫລາກເພື່ອຕັດສິນວ່າໃຜຈະໄດ້ເສື້ອຄຸມຂອງພຣະເຢຊູໄປເປັນເຈົ້າຂອງ.
- ວະລີ " ການຈັບສະຫລາກ " ສາມາດແປວ່າ ການຫວ່ານຈຳນວນຫລາຍ " ຫລືການວາດພາບ " ຫລື " ກິ້ງສະຫລາກ " ຕ້ອງແນ່ໃຈວ່າຈະບໍ່ໃຊ້ຄຳທີ່ເຮັດໃຫ້ສະຫລາກເປັນຄືກັນກັບຖືກໂຍນໄລຍະໄກ.
- ຂື້ນຢູ່ກັບບົດ ຄຳວ່າ " ສະຫລາກ " ສາມາດແປວ່າ " ກ້ອນຫີນທີ່ຖືກເຮັດເຄື່ອງຫມາຍໄວ້ " ຫລື " ເສດຫມໍ້ " ຫລື " ໄມ້ " ຫລື " ເສດເຟືອງເຂົ້າ"
- ຖ້າການຕັັດສິນໃຈທີ່ກະທຳໂດຍການ " ຈັບສະຫລາກ " ນີ້ສາມາດແປວ່າໂດຍການຈັບ ( ຫລືການໂຢນ ) ສະຫລາກ. "
-
ສະຫງ່າຣາສີ
ຄຳວ່າ "ສະຫງ່າຣາສີ" ແມ່ນບົ່ງບອກເຖິງຄວາມຍິ່ງໃຫຍ່ ແລະ ຄວາມຮຸ່ງເຮືອງ, ມີຫລາຍເທື່ອທີ່ກ່ຽວຂ້ອງກັບຄຸນສົມບັດຂອງກະສັດ.
- ໃນພຣະຄຳພີ ຄຳວ່າ, "ສະຫງ່າຣາສີ" ຫລາຍເທື່ອມັກຈະບອກເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ຜູ້ຊົງເປັນຈອມກະສັດຍິ່ງໃຫຍ່ເໜືອຈັກກະວານ.
- "ຂໍກົ້ມກາບທູນ" ເປັນຄຳເວົ້າ ທີ່ໃຊ້ເວົ້າກັບກະສັດ.
ຄຳແນະນຳໃນການແປ
- ຄຳນີ້ສາມາດແປວ່າ, "ພຣະບາລະມີ" ຫລື "ຂໍກົ້ມກາບທູນ."
- "ຂໍກົ້ມກາບທູນ" ສາມາດແປໄດ້ອີກວ່າ "ຄວາມສະຫງ່າຣາສີ" ຫລື "ການມີອຳນາດ" ຫລື ໃຊ້ແບບທຳມະດາໃນການເວົ້າກັບຜູ້ປົກຄອງ ຕາມພາສາທ້ອງຖິ່ນນັ້ນ.
ສະຫງ່າຣາສີ
ຄຳວ່າ "ສະຫງ່າຣາສີ" ອ້າງເຖິງຄວາມງົດງາມທີ່ສຸດແລະຄວາມຫລູຫລາທີ່ມັກກ່ຽວຂ້ອງກັບຄວາມຮັ່ງມີແລະຮູບລັກສະນະອັນງົດງາມ. * ຄຳວ່າສະຫງ່າຣາສີ ຫລາຍເທື່ອຈະໃຊ້ອະທິບາຍເຖິງຄວາມຮັ່ງມີທີ່ກະສັດຊົງມີ, ຫລືວິທີການທີ່ທ່ານເບິ່ງໃນຂອງແພງໆແລະຄວາມງາມໃນເສື້ອຜ້າອາພອນຫລູຫລາຂອງເຂົາ. * ຄຳວ່າ "ສຫງ່າຣາສີ" ຍັງສາມາດອະທິບາຍເຖິງຄວາມງາມຂອງຕົ້ນໄມ້ ພູເຂົາ ຫລືສິ່ງຕ່າງໆ ທີ່ພຣະເຈົ້າຊົງສ້າງໄວ້. * ມີບາງເມືອງທີ່ກ່າວກັນວ່າມີຄວາມສຫງ່າງາມອ້າງເຖິງແຫລ່ງຊັບພະຍາກອນທຳມະຊາດອາຄານ, ແລະຖະໜົນທີ່ຊັບຊ້ອນແລະຄວາມຮັ່ງມີຂອງປະຊາຊົນທັງໝົດເຖິງເສື້ອຜ້າລາຄາແພງ, ທອງແລະເງິນ. * ຂຶ້ນຢູ່ກັບບໍລິບົດ, ຄຳນີ້ສາມາດແປໄດ້ວ່າ, "ຄວາມງາມອັນຍອດຍ້ຽມ" ຫລື "ຄວາມສຫງ່າງາມສູງສຸດ" ຫລື "ຄວາມຍິ່ງໃຫຍ່ດັ່ງກະສັດ."
ສະຫລາດ ຄວາມສະຫລາດ
ຄຳວ່າ " ສະຫລາດ " ອະທິບາຍເຖິງຄົນທີ່ເຂົ້າໃຈວ່າແມ່ນຫຍັງເປັນສິ່ງທີ່ຖືກຕ້ອງແລະຄຸນນະທຳພໍທີ່ຈະທຳໃນສິ່ງນັ້ນ " ຄວາມສະຫລາດ " ຄືຄວາມເຂົ້າໃຈແລະການປະຕິບັດໃນສິ່ງທີ່ເປັນຄວາມຈິງແລະຖືກຕ້ອງຕາມຫລັກສິນລະທຳ
- ການເປັນຄົນສະຫລາດຮວມເຖິງຄວາມສາມາດໃນການຕັດສິນໃຈທີ່ດີໂດຍສະເພາະຢ່າງຍິ່ງໃນການເລືອກທີ່ຈະທຳໃນສິ່ງທີ່ເປັນທີ່ພໍພຣະໄທຂອງພຣະເຈົ້າ
- ໃນພຣະຄຳພີ ຄຳທີ່ວ່າ " ຄວາມສະຫລາດຝ່າຍໂລກ " ເປັນວິທີທີ່ປຽບໃນການອ້າງອີງເຖິງສິ່ງທີ່ຜູ້ຄົນໃນໂລກນີ້ຄິດວ່າສະຫລາດ ແຕ່ທີ່ຈິງແລ້ວເປັນສິ່ງທີ່ໂງ່
- ຄົນຈະກາຍເປັນຄົນສະຫລາດໂດຍການເຊື່ອຟັງພຣະເຈົ້າແລະເຊື່ອຟັງພຣະປະສົງຂອງພຣະອົງດ້ວຍຄວາມຖ່ອມໃຈ
- ຄົນສະຫລາດຈະສະແດງເຖິງຜົນຂອງພຣະວິນຍານບໍຣິສຸດໃນຊີວິດຂອງເຂົາເຊັ່ນ ຄວາມສຸກ ຄວາມເມດຕາ ຄວາມຮັກແລະຄວາມອົດທົນ
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບບໍລິສັດ ໃນວິທີອື່ນໃນການແປ " ສະຫລາດ " ອາດຈະຮວມເຖິງ " ການເຊື່ອຟັງເຈົ້າ " ຫລື " ມີເຫດຜົນແລະເຊື່ອຟັງ " ຫລື "ການຢາໍ່ເກງພຣະເຈົ້າ"
- " ສະຕິປັນຍາ " ອາດຈະແປໂດຍຄຳຫລືຄຳທີ່ແປວ່າ " ໃຊ້ຊີວິດທີ່ສະຫລາດ " ຫລື " ດຳເນີນຊີວິດທີ່ເໝາະສົມໃນການເຊື່ອຟັງ " ຫລື " ການຕົດສິນຄວາມທີ່ດີ"
- ທາງທີ່ດີທີ່ສຸດໃນການແປ " ສະຫລາດ " ແລະ " ສະຕິປັນຍາ " ໃນແບບທີ່ມັນເປັນຄຳທີ່ແຕກຕ່າງຈາກຄຳອື່ນໆ ເຊັ່ນຄຳວ່າຊອບທຳຫລື ເຊື່ອຟັງເປັນຕົ້ນ
ສັກສິດ
ຄຳວ່າ”ສັກສິດ”ອະທິບາຍເຖິງບາງສິ່ງບາງຢ່າງທີ່ກ່ຽວຂ້ອງກັບການນະມັດສະການພຣະເຈົ້າຫລືການນະມັດສະການພະທຽມຂອງຄົນຕ່າງຊາດ
ໃນພັນທະສັນຍາເດີມຫລາຍຄັ້ງເຮົາຈະເຫັນຄຳວ່າ”ສັກສິດ”ຈະໃຊ້ໃນອະທິບາຍເສົາຫີນແລະສິ່ງຂອງອື່ນໆທີ່ໃຊ້ໃນການນະມັດສະການພະທຽມນີ້ຍັງແປວ່າ”ສາດສະນາ” ”ເພງສັກສິດ”ຫລືດົນຕີສັກສິດ”ຫມາຍເຖິງເພງທີຮ້ອງຫລືເລັ່ນຖວາຍກຽດແດ່ພຣະສິລິພຣະເຈົ້າ ນີ້ແປໄດ້ອີກວ່າ”ດົນຕີສຳລັບການນະມັດສະການພຣະຢາເວ ”ຫລື ”ເພງເພື່ອສັນເສີນພຮະເຈົ້າ”
*ຄຳວະລີ ”ຫນ້າທີ່ອັນສັກສິດ”ຫມາຍເຖິງ”ຫນ້າທີ່ກ່ຽວກັບສາດສະນາ”ຫລື”ພິທີກັມ”ທີ່ປະໂລຫິດປະຕິບັດເພື່ອນຳປະຊາຊົນໃນການນະມັດສະການພຮເຈົ້າ ຍັງອ້າງເຖິງພິທີກັມທີ່ກະທຳໂດຍປະໂລຫິດຕ່າງຊາດເພຶ່ອນະມັດສະການພະທຽມ
ສັງຫານ, ຖືກສັງຫານ
ຄຳວ່າ "ສັງຫານ" ໝາຍເຖິງການຂ້າຄົນຫລືສັດ ຫລາຍຄັ້ງຄຳນີ້ໝາຍເຖິງການຂ້າຢ່າງໂຫດຮ້າຍຫລືໃນທາງທາລຸນກຳ.
- ເມືອອ້າງເຖິງສັດຫລືຄົນຈຳນວນຫລາຍການຄຳວ່າ"ການຂ້າຢ່າງທາລຸນນະກຳ" ເປັນອີກຄຳໜຶ່ງທີ່ຖືກໃຊ້ຫລາຍເຊັ່ນກັນ.
- ຄຳວ່າ "ຂ້າ" ສາມາດໃຊ້ໃນການແປໃນຄຳນີ້ໄດ້ເຊັ່ນກັນ.
- ວະລີວ່າ "ຜູ້ທີ່ຖືກເຂັ່ນຂ້າ" ສາມາດແປໄດ້ວ່າ"ປະຊາຊົນທີ່ຖືກເຂັ່ນຂ້າ"ຫລື "ຄົນຫລວງຫລາຍທີ່ຖືກຂ້າ."
ສັດຊື່, ຄວາມທ່ຽງທຳ
ຄຳວ່າ“ ທ່ຽງທຳ” ແລະ“ ຄວາມທ່ຽງທຳ” ໝາຍເຖິງການກະທຳທີ່ເຮັດຕາມກົດຂອງພຣະເຈົ້າ.
- ຄວາມໝາຍຂອງຖ້ອຍຄຳເຫລົ່ານີ້ປະກອບມີແນວຄິດທີ່ຈະຢືນຂື້ນຊື່ໆແລະເບິ່ງໄປທາງໜ້າໂດຍກົງ.
- ຄົນທີ່“ ສັດຊື່” ແມ່ນຜູ້ທີ່ເຊື່ອຟັງກົດລະບຽບຂອງພຣະເຈົ້າແລະບໍ່ເຮັດສິ່ງທີ່ຂັດກັບພະປະສົງຂອງພຣະອົງ.
- ເງື່ອນໄຂຕ່າງໆເຊັ່ນ "ຄວາມຊື່ສັດ" ແລະ "ຊອບທຳ" ມີຄວາມ ໝາຍຄ້າຍຄືກັນແລະບາງຄັ້ງກໍ່ຖືກນຳໃຊ້ເຂົ້າໃນການກໍ່ສ້າງແບບຂະໜານເຊັ່ນ "ຄວາມສັດຊື່ແລະທ່ຽງທຳ". (ເບິ່ງ: [ຂະຫນານ] (https://git.door43.org/Door43/en-ta-translate-vol2/src/master/content/figs_parallelism.md)
ຄຳແນະນຳໃນການແປ
- ວິທີການແປ "ທ່ຽງທຳ" ອາດປະກອບມີ, "ການກະທຳທີ່ຖືກ ຕ້ອງ" ຫລື "ຜູ້ທີ່ກະທຳຖືກຕ້ອງ" ຫລື "ປະຕິບັດຕາມກົດໝາຍ ຂອງພຣະເຈົ້າ" ຫລື "ເຊື່ອຟັງພຣະເຈົ້າ" ຫລື "ການປະພຶດທີ່ຖືກຕ້ອງ."
- ຄຳວ່າ "ຄວາມທ່ຽງທຳ" ສາມາດແປເປັນ "ຄວາມບໍລິສຸດທາງສິນທຳ" ຫລື "ການປະພຶດທີ່ດີ" ຫລື "ຄວາມຖືກຕ້ອງ."
- ປະໂຫຍກທີ່ວ່າ "ຄົນຊື່ສັດ" ສາມາດຖືກແປເປັນ "ຄົນທີ່ສັດຊື່" ຫຼື "ຄົນທີ່ສັດຊື່."
ສັດຊື່, ຄວາມສັດຊື່
"ສັດຊື່" ຕໍ່ພຣະເຈົ້າໝາຍເຖິງການດໍາເນີນຊີວິດຢ່າງຕໍ່ເນື່ອງຕາມຄໍາສອນຂອງພຣະເຈົ້າ ນັ້ນໝາຍເຖິງການຈົງຮັກພັກດີຕໍ່ພຣະອົງໂດຍການເຊື່ອຟັງພຣະອົງ ຄໍາກ່າວ ຫລືເງື່ອນໄຂຂອງການສັດຊື່ແມ່ນ "ຄວາມສັດຊື່."
- ຄົນທີ່ສັດຊື່ສາມາດໄວ້ວາງໃຈທີ່ຈະຮັກສາສັນຍາຂອງລາວແລະ ເຕີມເຕັມຄວາມຮັບຜິດຊອບຂອງລາວຕໍ່ຄົນອື່ນສະເໝີ.
- ຄົນທີ່ສັດຊື່ຈະມີຄວາມມຸ້ງໝັ້ນໃນການເຮັດງານ ເຖິງແມ່ນຈະຍາກແລະໃຊ້ເວລາດົນນານ.
- ຄວາມສັດຊື່ຕໍ່ພຣະເຈົ້າ ແມ່ນການກະທໍາຢ່າງຕໍ່ເນື່ອງໃນສິ່ງທີ່ ພຣະເຈົ້າຕ້ອງການໃຫ້ເຮົາເຮັດ.
ຄໍາແນະນໍາການແປ
- ໃນຫລາຍໆ ຖ້ອຍຄໍາທີ່ວ່າ "ສັດຊື່" ສາມາດແປໄດ້ອີກຢ່າງນຶ່ງວ່າ "ຟັກດີ" ຫລື "ອຸທິດຕົນ" ຫລື "ເພິ່ງພາໄດ້."
- ໃນຖ້ອຍຄໍາອື່ນໆ ທີ່ວ່າ "ສັດຊື່" ສາມາດແປໄດ້ໂດຍໃຊ້ຄໍາ ຫລືຖ້ອຍຄໍາທີ່ໝາຍເຖິງ "ສັດທາຢ່າງຕໍ່ເນື່ອງ" ຫລື "ພາກພຽນໃນຄວາມສັດທາ" ຫລື "ຈົງຮັກພັກດີ" ຫລື "ຄວາມເຊື່ອຖືໄດ້" ຫລື "ຄວາມສັດທາແລະເຊື່ອຟັງພຣະເຈົ້າ."
ສັດຕູຂອງພຣະຄຣິດ, ປໍລະປັກຂອງພຣະຄຣິດ
ຄຳວ່າ " ສັດຕູຂອງພຣະຄຣິດ " ກ່າວເຖິງບຸກຄົນຫລືຄຳສອນທີ່ຕໍ່ຕ້າມພຣະເຢຊູຄຣິດແລະພຣະຣາຊະກິດຂອງພຣະອົງ ມີສັດຕູຂອງພຣະຄຣິດຢູ່ຍ່າງຫລວງຫລາຍໃນໂລກນີ້
- ອັກຂະລາຊະທູດໂຢຮັນໄດ້ຂຽນໄວ້ວ່າ ຄົນຜູ້ເປັນສັດຕູພຣະຄຣິດ ພວກເຂົາຈະຫລອກລວງຜູ້ຄົນໂດຍກ່າວວ່າ ພຣະເຢຊູບໍ່ແມ່ນພຣະເມສີອາ ຫລືພວກເຂົາປະຕິເສດວ່າພຣະເຢຊູບໍ່ແມ່ນທັງພຣະເຈົ້າແລະມະນຸດ
- ພຣະຄຳພີຍັງສອນອີກວ່າມີວິນຍານທົ່ວໄປທີ່ເປັນສັດຕູພຣະຄຣິດໃນໂລກນິ້ທີ່ຕໍ່ຕ້ານພຣະຣາຊະກິດຂອງພຣະເຢຊູ
- ໃນພຣະທຳພຣະນິິມິດ ໃນພັນທະສັນຍາໃໝ່ໄດ້ອະທິບາຍວ່າ ຈະມີຄົນທີ່ເອີ້ນວ່າ " ສັດຕູພຣະຄຣິດ " ມາປາກົດໃນວາລະສຸດທ້າຍ ຊາຍຄົນນີ້ຈະຫາທາງທຳລາຍປະຊາຊົນຂອງພຣະເຈົ້າ ແຕ່ໃນທີ່ສຸດເຂົາຈະຜ່າຍແຜ້ແກ່ພຣະເຢຊູ
ຂໍ້ແນະນຳໃນການແປ
- ມີອີກຫລາຍວິທີຈະແປຄຳນີ້ ອາດຈະຮວມທັງຄຳຫລືເປັນຖ້ອຍຄຳທີ່ໝາຍຄວາມເຖິງ " ຜູ້ຕໍ່ຕ້ານພຣະຄຣິດ " ຫລື " ສັດຕູພຣະຄຣິດ "ຫລື "ຄົນທີ່ຕໍ່ຕ້ານພຣະຄຣິດ "
- ຖ້ອຍຄຳທີ່ວ່າ " ວິນຍານສັດຕູຂອງພຣະຄຣິດ " ອາດຈະແປໄດ້ອີກວ່າ "ວິດຍານທີ່ຕໍ່ຕ້ານພຣະຄຣິດ "
ສັດລ້ຽງ
ຄຳວ່າ " ສັດລ້ຽງ " ອ້າງອີງເຖິງສັດຕ່າງໆ ທີ່ຖືກລ້ຽງເພື່ອຕຽມເປັນອາຫານ ແລະ ເປັນຜະລິດຕະພັນທີ່ເປັນປະໂຫຍດອື່ນໆ ໃນການລ້ຽງສັດບາງສະນິດແມ່ນໃຊ້ງານໃຫ້ສັດເຮັດວຽກຫນັກໄດ້ເຊັ່ນກັນ
- ສະນິດຂອງສັດລ້ຽງລວມທັງຝູງແກະ ງົວຄວາຍ ແບ້ ແລະ ມ້າ.
- ໃນສະໄຫມພຣະຄຳພີ ຄວາມຮັ່ງມີຂອງບຸກຄົນວັດກັນທີ່ຈຳນວນຝູງສັດທີ່ບຸກຄົນນັ້ນມີຢູ່.
- ສັດລ້ຽງມີໄວ້ເພື່ອການຜະລິດສິນຄ້າຕ່າງໆ ເຊັ່ນ ຂົນແກະ ນ້ຳນົມ ເນີຍ ຂອງໃຊ້ໃນເຮືອນ ແລະ ເຄື່ອງນຸ່ງ.
- ນີ້ສາມາດແປວ່າ ຟາມສັດກະສິກຳຕ່າງໆ.
ສັດເດຍລະສານ
ໃນພຣະຄຳພີຄຳວ່າ“ ສັດຮ້າຍ” ມັກຈະເປັນວິທີການເວົ້າອີກຢ່າງ ໜຶ່ງວ່າ“ ສັດ”.
- ສັດເດຍລະສານສັດປ່າແມ່ນສັດປະເພດ ໜຶ່ງທີ່ອາໄສຢູ່ໃນປ່າຫລືທົ່ງໄຮ່ທົ່ງນາແລະບໍ່ໄດ້ຮັບການຝຶກອົບຮົມຈາກຄົນ.
- ສັດເດຍລະສານພາຍໃນປະເທດແມ່ນສັດທີ່ອາໄສຢູ່ນຳຄົນແລະຖືກເກັບຮັກສາໄວ້ສຳລັບອາຫານຫລື ສຳລັບເຮັດວຽກ, ເຊັ່ນວ່າໄຖນາ.ປົກກະຕິແລ້ວຄຳວ່າສັດລ້ຽງແມ່ນໃຊ້ເພື່ອໝາຍເຖິງສັດປະເພດນີ້.
- ໜັງສືພຣະຄຳພີເດີມຂອງດານີເອນແລະໜັງສືພະນິມິດໃນພຣະຄຳພີໃໝ່ກ່າວເຖິງພາບນິມິດທີ່ມີສັດເດຍລະສານທີ່ສະແດງເຖິງ ອຳນາດແລະ ອຳນາດທີ່ຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ. (ເບິ່ງເພີມເຕີມ: [Metaphor] (https://git.door43.org/Door43/en-ta-translate-vol1/src/master/content/figs_metaphor.md))
- ສັດຈຳພວກນີ້ຈຳນວນໜຶ່ງຖືກອະທິບາຍວ່າມີລັກສະນະແປກໃໝ່, ເຊັ່ນ: ຫົວແລະຫລາຍໂຕ. ພວກເຂົາມີອຳນາດແລະສິດອຳນາດ, ສະແດງວ່າພວກເຂົາອາດຈະເປັນຕົວແທນຂອງປະເທດ, ປະເທດ, ຫລືອຳນາດທາງການເມືອງອື່ນໆ.
- ວິທີການແປພາສານີ້ອາດປະກອບມີ, "ສິ່ງມີຊີວິດ" ຫລື "ສິ່ງທີ່ສ້າງຂື້ນ" ຫລື "ສັດ" ຫລື "ສັດປ່າ", ຂື້ນກັບສະພາບການ.
ສັນຍານ, ພຶສູດ, ການແຈ້ງເຕືອນ
ສັນຍານ ສາມາດໝາຍເຖິງ ສິ່ງຂອງ, ເຫດຫານ, ຫລືການສື່ສານເຖິງຄວາມໝາຍພິເສດ.
- ສັນຍານ ສາມາດເປັນເຄື່ອງເຕືອນຄວາມຈຳບາງສິ່ງທີ່ໄດ້ສັນຍາໄວ້ແລ້ວ.
-
ຮຸ້ງທີ່ພຣະເຈົ້າໄດ້ເນລະມິດໄວ້ເທິງທ້ອງຟ້າເປັນສັນຍານທີ່ເຕືອນຜູ້ຄົນຮູ້ວ່າ ພຣະເຈົ້າຈະບໍ່ທໍາລາຍທຸກຊີວິດດ້ວຍການໃຫ້ນໍ້າຖ້ວມໂລກອີກ.
-
ພຣະຈົ້າສັ່ງກັບຄົນອິດສະຣາເອນໃຫ້ລູກຊາຍຂອງພວກເຂົາເຂົ້າເຮັດພິທີຕັດເພື່ອເປັນສັນຍານແຫ່ງພັນທະສັນຍາກັບພວກເຂົາ.
- ສັນຍານສາມາດເປີດເຜີຍຫລືຊີ້ໃຫ້ເຫັນເຖິງບາງສິ່ງບາງຢ່າງໄດ້.
- ທູດສະຫວັນອົງໜຶ່ງໄດ້ໃຫ້ສັນຍານແກ່ຄົນລ້ຽງແກະເພື່ອຈະຊ່ວຍໃຫ້ພວກເຂົາຮູ້ວ່າ ເດັກນ້ອຍຄົນໃດ ໃນເມືືອງເບັດເລເຮັມທີ່ເປັນພຣະເມຊີອາທີ່ບັງເກີດໃໝ່.
- ຢູດາອິດສະກາຣີອົດໄດ້ຈູບພຣະເຢຊູເພື່ອເປັນສັນຍານໃຫ້ແກ່ພວກຜູ້ນໍາສາສະໜາວ່າ ພຣະເຢຊູເປັນຜູ້ທີ່ພວກເຂົາຄວນຈະຈັບ.
- ສັນຍານສາມາດພິສູດບາງຢ່າງໄດ້ວ່າເປັນຄວາມຈິງ.
- ການອັດສະຈັນຕ່າງໆທີ່ຜູ້ປະກາດພຣະທຳແລະພວກເຫລົ່າສາວົກໄດ້ເຮັດ ເປັນສັນຍານທີ່ພິສູດວ່າຄົນເຫລົ່ານີ້ກຳລັງເວົ້າເຖິງພຣະຄຳຂອງພຣະເຈົ້າ.
- ການອັດສະຈັນຕ່າງໆທີ່ພຣະເຢຊູໄດ້ເຮັດເປັນເຄື່ອງໝາຍທີ່ພິສູດວ່າ ແທ້ຈິງພຣະອົງຊົງເປັນພຣະເມຊີອາ.
ຄຳແນະນຳໃນການແປ
-
ຂຶ້ນຢູ່ກັບບໍລິບົດ, " ສັນຍານ" ສາມາດແປວ່າ "ສັນຍານ" ຫລື "ສັນຍາລັກ" ຫລື "ເຄື່ອງໝາຍ" ຫລື "ຫລັກຖານ" ຫລື "ຂໍ້ພິສູດ" ຫລື"ການໃຫ້ສັນຍານ."
-
"ການເຮັດສັນຍານດ້ວຍມື" ສາມາດແປວ່າ, "ການເຄື່ອນໄຫວດ້ວຍມື" ຫລື "ການໃຫ້ສັນຍານດ້ວຍມື" ຫລື "ເຮັດສັນຍານ."
-
ໃນບາງພາສາ, ອາດຈະມີຫລາຍຄຳສຳລັບ "ສັນຍານ" ທີ່ພິສູດບາງສິ່ງແລະຄຳຕ່າງກັນສຳລັບ "ສັນຍານ" ນັ້ນຄື ການອັດສະຈັນ.
ສັນຕິສຸກ, ຜູ້ສ້າງສັນຕິ
ຄຳວ່າ "ສັນຕິສຸກ" ອ້າງເຖິງສະຖານະທີ່ເປັນຢູ່ຫລືຄວາມຮູ້ສຶກເຊີ່ງປາສະຈາກຄວາມຂັດແຍ່ງ ຄວາມວິຕົກກັງວົນ ຫຼືຄວາມຢ້ານ ບຸກຄົນຜູ້ທີ່ມີ "ສັນຕິສຸກ" ຈະຮູ້ສຶກສະຫງົບແລະໝັ່ນໃຈໃນຄວາມປອດໄພແລະໝັ້ນຄົງ
- ຄຳວ່າ "ສັນຕິພາບ" ຍັງອ້າງເຖິງຊ່ວງເວລາທີ່ກຸ່ມຊົນຊາດຫຼືປະເທດຕ່າງໆ ບໍ່ຢູ່ໃນພາວະສົງຄາມຕໍ່ກັນ ຄົນເຫຼົ່ານີ້ກ່າວໄດ້ວ່າມີ "ມີຄວາມສຳພັນຢ່າງສັນຕິ"
- ສ່ວນຄຳວ່າ "ສ້າງສັນຕິ" ກັບບຸກຄົນຫຼືກຸ່ມຄົນ ໝາຍຄວາມວ່າກະທຳສິ່ງທີ່ຈະເຮັດໃຫ້ການສູ້ລົບໄດ້ຍຸດຕິ
- "ຜູ້ສ້າງສັນຕິ" ໝາຍເຖິງບາງຄົນຜູ້ເຊີ່ງໄດ້ກລ່າວສິ່ງທີ່ປະຊາຊົນທີ່ມີອິດທິພົນໃຫ້ດຳເນີນຊີວິດຢ່າງສະຫງົບນຳກັນ
- ມີ "ສັນຕິສຸກ" ກັບຄົນອື່ນໝາຍຄວາມວ່າຢູ່ໃນສະຖານະທີ່ບໍ່ສູ້ລົບກັບຄົນເຫຼົ່ານັ້ນ
- ຄວາມສຳພັນທີ່ດີແລະຖືກຕ້ອງລະຫວ່າງພຣະເຈົ້າກັບມະນຸດນັ້ນເກີດຂຶ້ນເມື່ອພຣະເຈົ້າຊົງຊ່ວຍກູ້ມະນຸດຈາກຄວາມບາບຂອງພວກທ່ານ ເອີ້ນວ່າການມີ "ສັນຕິສຸກໃນພຣະເຈົ້າ"
- ຄຳກ່າວທັກທາຍທີ່ວ່າ "ຂໍພຣະຄຸນແລະສັນຕິສຸກ" ຖືກໃຊ້ໂດຍບັນດາອັກຄະສາວົກໃນຈົດໝາຍຂອງພວກທ່ານທີ່ມີເຖິງບັນດາຜູ້ເຊື່ອທັງຫຼາຍເພື່ອເປັນການອວຍພອນ
- ຄຳວ່າ "ສັນຕິສຸກ" ສາມາດອ້າງເຖິງການມີຄວາມສຳພັນທີ່ດີກັບຄົນອື່ນຫຼືກັບພຣະເຈົ້າ
ສາງເກັບຮັກສາ
“ ສາງເກັບຮັກສາ” ແມ່ນອາຄານໃຫຍ່ທີ່ໃຊ້ເພື່ອຮັກສາອາຫານຫລືສິ່ງອື່ນໆ, ໄວ້ເປັນເວລາດົນນານ.
- ໃນພຣະຄຳພີວ່າ“ ສາງເກັບຮັກສາ” ປົກກະຕິແລ້ວແມ່ນ ນຳ ໃຊ້ເຂົ້າໃນການເກັບມ້ຽນເມັດພືດພິເສດແລະອາຫານອື່ນໆທີ່ຈະ ນຳ ໃຊ້ໃນພາຍຫລັງເມື່ອມີການຂາດແຄນອາຫານຍ້ອນຄວາມອຶດຢາກ.
- ຄຳນີ້ໃຊ້ເປັນຕົວປຽບທຽບ ເພື່ອກ່າວເຖິງທຸກສິ່ງທີ່ດີທີ່ພະເຈົ້າປະທານໃຫ້ແກ່ປະຊາຊົນຂອງພະອົງ.
- ບັນດາສາງມ້ຽນເຄຶ່ອງຂອງພຣະວິຫານໄດ້ມ້ຽນບັນດາສິ່ງທີ່ມີຄ່າ ເຊັ່ນ: ຄຳ ແລະເງິນ ທີ່ໄດ້ມາຖວາຍເຄື່ອງຂອງໃຫ້ພຣະຢາເວ ບາງສິ່ງບາງຢ່າງເຫລົ່ານີ້ຖືກເກັບໄວ້ໃຊ້ເພື່ອສ້ອມແປງແລະບຳລຸງຮັກສາພຣະວິຫານ.
- ຄວາມໝາຍອື່ນໃນການແປພາສາ "ສາງເກັບຮັກສາ" ສາມາດປະກອບມີ, "ອາຄານສຳລັບເກັບຮັກສາເມັດພືດ" ຫຼື "ສະຖານທີ່ເກັບຮັກສາອາຫານ" ຫຼື "ຫ້ອງສຳລັບເກັບຮັກສາສິ່ງທີ່ມີຄ່າໃຫ້ຢູ່ໃນຄວາມປອດໄພ".
ສາວົກ, ອັກຄະສາວົກ
“ ສາວົກ” ແມ່ນຜູ້ຊາຍທີ່ພຣະເຢຊູສົ່ງມາເພື່ອປະກາດກ່ຽວກັບພຣະເຈົ້າແລະລາຊະອານາຈັກຂອງພຣະອົງ. ຄຳ ວ່າ "ອັກຄະ ສາ ວົກ " ໝາຍເຖິງຕຳແໜ່ງ ແລະສິດອຳນາດຂອງຜູ້ທີ່ຖືກເລືອກເປັນອັກຄະສາວົກ.
*ຄຳ ວ່າອັກຄະສາວົກໝາຍຄວາມວ່າ, "ຄົນທີ່ຖືກສົ່ງໄປເພື່ອຈຸດ ປະສົງພິເສດ." ອັກຄະສາວົກມີສິດອຳນາດເທົ່າກັບຜູ້ທີ່ໄດ້ສົ່ງລາວໄປ. * ສາວົກສິບສອງຄົນທີ່ໃກ້ຊິດທີ່ສຸດຂອງພຣະເຢຊູກາຍເປັນອັກຄະສາວົກຄົນທຳອິດ. ຄົນອື່ນໆເຊັ່ນໂປໂລແລະຢາໂກໂບກໍ່ກາຍເປັນອັກຄະສາວົກ. * ໂດຍອຳນາດຂອງພຣະເຈົ້າ, ພວກອັກຄະສາວົກສາມາດສັ່ງ ສອນພຣະກິດຕິຄຸນຢ່າງກ້າຫານແລະປິ່ນປົວຄົນ, ລວມທັງບັງຄັບໃຫ້ພວກຜີປີສາດອອກມາຈາກຄົນໄດ້
ຄຳແນະນຳໃນການແປ
- ຄຳວ່າ "ອັກຄະສາວົກ" ຍັງສາມາດແປດ້ວຍຄຳຫລືປະໂຫຍກທີ່ມີຄວາມໝາຍ ວ່າ "ຄົນທີ່ຖືກສົ່ງອອກ" ຫລື "ສົ່ງຄົນໜຶ່ງ" ຫລື "ຄົນທີ່ຖືກເອີ້ນໃຫ້ອອກໄປປະກາດຂ່າວປະເສີດເລື່ອງລາວຂອງພຣະເຈົ້າໃຫ້ແກ່ຜູ້ຄົນ."
- ມັນເປັນສິ່ງສຳຄັນທີ່ຈະແປ ຄຳ ວ່າອັກຄະສາວົກແລະ“ ສາວົກ” ໃນລັກສະນະທີ່ແຕກຕ່າງຈາກກັນແລະກັນ.
- ຍັງພິຈາລະນາວິທີການໃຊ້ຄຳສັບນີ້ໃນການແປພຣະຄຳພີເປັນພາສາທ້ອງຖິ່ນຫລືປະເທດຊາດ.
ສິດຍາພິບານ
ຄຳວ່າ "ສິດຍາພິບານ" ມີຄວາມໝາຍຕາມຕັວອັກສອນເຊັ່ນດຽວກັນກັບຄຳວ່າ "ຜູ້ລ້ຽງແກະ" ໃຊ້ເປັນຄຳຊຶ່ງບອກຕຳແໜ່ງຂອງຄົນຊຶ່ງເປັນຜູ້ນຳຝ່າຍຈິດວິດຍານຂອງຄົນທີ່ເຊື່ອ
- ໃນພຣະຄຳພີສະບັບພາສາອັງກິດນັ້ນ ຄຳວ່າ "ສິດຍາພິບານ" ປາກົດພຽງເທື່ອດຽວໃນພຣະທຳ ເອເຟໂຊ ຄຳດັ່ງກ່າວເປັນຄຳດຽວກັບຄຳວ່າ "ຜູ້ລ້ຽງແກະ" ເຊີ່ງປາກົດໃນພຣະຄຳຂໍ້ອື່ນໆ
- ສຳລັບພາສາອື່ນໆນັ້ນ ຄຳວ່າ "ສິດຍາພິບານ" ອາດເປັນຄຳດຽວກັບຄຳວ່າ "ຜູ້ລ້ຽງແກະ"
- ເປັນຄຳດຽວກັບຄຳທີ່ໃຊ້ອ້າງເຖິງພຣະເຢຊູໃນຖານະ "ຜູ້ລ້ຽງແກະທີ່ດີ"
ຄຳແນະນຳໃນການແປ
- ທາງທີ່ດີທີ່ສຸດຄວນແປຄຳນີ້ເປັນຄຳດຽວທີ່ແປວ່າ "ຜູ້ລ້ຽງແກະ" ໃນພາສາຕາມໂຄງການແປ
- ວິທີອື່ນໃນການແປຄຳນີ້ທັງໝົດເຖິງ"ຜູ້ລ້ຽງຝ່າຍຈິດວິດຍານ" ຫລື "ຜູ້ນຳຜູ້ລ້ຽງຄຣິດສະຕຽນ"
ສິດທິໃນການເກີດ
ຄຳວ່າ "ສິດທິອ້າຍກົກ" ໃນພຣະຄຳພີໝາຍເຖິງກຽດຕິຍົດ, ຊື່ຄອບຄົວ, ແລະຄວາມຮັ່ງມີທາງຮ່າງກາຍເຊິ່ງຕາມປົກກະຕິແມ່ນໃຫ້ກັບລູກຊາຍກົກໃນຄອບຄົວ.
- ລູກກົກຂອງລູກຊາຍກົກປະກອບມີສອງສ່ວນຂອງມໍລະດົກຂອງພໍ່.
- ໂດຍປົກກະຕິລູກຊາຍກົກຂອງກະສັດໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປົກຄອງຕາມປົກກະຕິຫລັງຈາກພໍ່ຂອງລາວຕາຍ.
- ເອຊາວຂາຍສິດທິອ້າຍກົກຂອງລາວໃຫ້ຍາໂຄບນ້ອງຊາຍຂອງລາວ. ຍ້ອນເຫດນີ້, ຢາໂຄບຈຶ່ງໄດ້ຮັບມໍລະດົກຈາກລູກຊາຍກົກແທນເອຊາວ.
- ສິດທິອ້າຍກົກກໍ່ຍັງລວມເອົາກຽດຕິຍົດຂອງການມີລູກຫລານຂອງຄອບຄົວຕາມເສັ້ນທາງຂອງລູກຊາຍກົກ.
# ຄຳແນະນຳໃນການແປ
- ວິທີການທີ່ເປັນໄປໄດ້ໃນການແປ "ສິດທິລຸ້ນກ່ອນ" ສາມາດປະກອບມີ, "ສິດທິແລະຄວາມຮັ່ງມີຂອງລູກຊາຍກົກ" ຫລື "ກຽດຕິຍົດໃນຄອບຄົວ" ຫລື "ສິດທິພິເສດແລະການເປັນມໍລະດົກຂອງລູກກົກ."
ສິນບົນ ເງີນປິກປາກ
ການ“ ສິນບົນ” ໝາຍເຖິງການໃຫ້ບາງສິ່ງບາງຢ່າງທີ່ມີຄ່າເຊັ່ນເງິນ, ມີອິດທິພົນຕໍ່ບຸກຄົນນັ້ນທີ່ຈະເຮັດໃນສິ່ງທີ່ບໍ່ສັດຊື່.
- ພວກທະຫານທີ່ເຝົ້າອຸມົງທີ່ຫວ່າງຂອງພຣະເຢຊູໄດ້ຮັບເງິນໃຫ້ຕົວະກ່ຽວກັບເຫດການທີ່ເກີດຂື້ນ.
- ບາງຄັ້ງເຈົ້າໜ້າທີ່ລັດຖະບານຈະໄດ້ຮັບສິນບົນເພື່ອເບິ່ງຂ້າມຄວາມຍຸດຕີທຳ ຫລື ລົງຄະແນນສຽງໂດຍວິທີໃດໜຶ່ງ. *ພຣະຄຳພີ ຫ້າມບໍ່ໃຫ້ເອົາເງິນທີ່ບໍ່ຍຸດຕີທຳ ຫລື ຮັບສິນບົນ.
- ຄຳວ່າ "ສິນບົນ" ສາມາດຖືກແປວ່າ "ການຈ່າຍທີ່ບໍ່ຊື່ສັດ" ຫລື "ການຈ່າຍເງິນເພື່ອຕົວະ" ຫລື "ລາຄາ ສຳລັບການລະເມີດກົດລະບຽບ."
- ການໃຫ້ສິນບົນສາມາດຖືກແປດ້ວຍ ຄຳສັບຫລືປະໂຫຍກທີ່ມີຄວາມໝາຍວ່າ, "ຈ່າຍຄ່າອິດທິພົນ (ຜູ້ໃດຜູ້ໜຶ່ງ)" ຫລື "ຈ່າຍເພື່ອໃຫ້ໄດ້ຮັບຄວາມໂປດປານທີ່ບໍ່ຊື່ສັດ" ຫລື "ຈ່າຍຄ່າຕອບແທນ."
ສິບສອງຕະກຸນຂອງຊົນຊາດອິດສະຣາເອນ
ຄຳວ່າ “ສິບສອງຕະກຸນຂອງຊົນຊາດອິດສະຣາເອນ” ໝາຍເຖິງລູກຊາຍທັງສິບສອງຄົນຂອງຢາໂຄບ ແລະຜູ້ສືບເຊື້ອສາຍຂອງພວກເຂົາ. * ຢາໂຄບມີປູ່ຊື່ອັບຣາຮາມວ່າ. ຫລັງຈາກນັ້ນພຣະເຈົ້າກໍໄດ້ປ່ຽນຊື່ຢາໂຄບໃຫ້ເປັນອິດສະຣາເອນ. * ນີ້ຄືລາຍຊື່ຂອງທັງສິບສອງຕະກຸນ: ຣູເບັນ, ຊີເມໂອນ, ເລວີ, ດານ, ເນັບທາລີ, ກາດ, ອາເຊ, ອິດຊະຄາ, ເຊບູໂລນ, ໂຢເຊັບ, ແລະ ເບັນຢາມິນ. * ຜູ້ສືບເຊື້ອສາຍຂອງເລວີ ບໍ່ໄດ້ຄອບຄອງມໍລະດົກທີ່ດິນຢູ່ໃນດິນແດນການາອານ ເພາະວ່າພວກເຂົາເປັນຕະກູນຂອງປະໂລຫິດ ເຊິ່ງເປັນຜູ້ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ຮັບໃຊ້ພຣະເຈົ້າ ແລະປະຊາຊົນຂອງພຣະອົງ. * ໂຢເຊັບໄດ້ຮັບມໍລະດົກທີ່ດິນເປັນສອງເທົ່າ ເຊິ່ງໂຢເຊັບໄດ້ມອບໃຫ້ລູກຊາຍທັງສອງຂອງຕົນທີ່ມີຊື່ວ່າ: ເອຟຣາອິມ ແລະມານາເຊ. * ພຣະຄຳພີໄດ້ກ່າວເຖິງທັງສິບສອງຕະກຸນນີ້ຢູ່ຫລາຍຄັ້ງ ແລະບາງຄັ້ງກໍໄດ້ມີຂໍ້ມູນທີ່ແຕກຕ່າງ ເຊັ່ນວ່າ ບາງຄັ້ງຕະກູນເລວີ, ຕະກູນໂຢເຊັບ, ແລະ ຕະກູນດານ ບໍ່ໄດ້ຖືກກ່າວເຖິງ ແຕ່ວ່າບາງຄັ້ງກໍມີການເພີ່ມຊື່ຂອງລູກຊາຍທັງສອງຄົນຂອງໂຢເຊັບກໍຄື ເອຟຣາອິມ ແລະມານາເຊ ເຂົ້າມາໃນລາຍຊື່ແທນ.
ສິ່ງໂຕ
ສິງໂຕເປັນສັດປາທິ່ມິຂະຫນາດໃຫ່ຍລັກສະນະຄືກັບແມວ ມີແຂ້ວ ແລະ ກົງເລັບແຂງແຮງສຳຫລັບການຂ້າ ແລະ ຈີກເນື້ອເຫຍື່ອຍຂອງພວກມັນ
- ສິ່ງໂຕມີຮ່າງກາຍທີ່ເຕັມໄປດ້ວຍກຳລັງ ແລະ ຄວາມວ່າອງໄວຢ່າງຫລາຍໃນການລ່າເຫຍື່ອຍ ຂົນຂອງມັນສັ້ນ ແລະ ມີສີນ້ຳຕານອອກສີທອງ.
- ສິ່ງໂຕ ໂຕຜຸ້ມີຂົ່ນທີ່ເປັນແຜງຢູ່ຮອບຫົວຂອງພວກມັນ.
- ສິ່ງໂຕຂ້າສັດອື່ນເພື່ອເປັນອາຫານ ແລະ ສາມາດເຮັດອັນຕະລາຍໃຫ້ກັບມະນຸດໄດ້ເຊັ່ນກັນ.
- ເມື່ອກະສັດດາວິດຍັງເປັນເດັກຫນຸ່ມ ເຂົາຂ້າພວກສິ່ງໂຕເພື່ອປົກປ້ອງແກະທີ່ເຂົາເບິງແຍງ.
- ແຊມຊັ້ນກໍ່ໄດ້ຂ້າສິ່ງໂຕດ້ວຍມືຂອງເຂົາ.
ສີດາ
ຄຳວ່າ "ສີດາ" ກ່າວເຖິງຕົ້ນສົນຂະຫນາດໃຫຍ່ ທີ່ຕາມປົກກະຕິມີເນື້ອໄມ້ສີແດງປົນນ້ຳຕານ ເຊັ່ນດຽວກັບຕົ້ນສົນອື່ນໆ ມັນມີຜົນແລະໃບສີເຂັ້ມ ພັນທະສັນຍາເດີມມັກຈະກ່າວເຖິງຕົ້ນສົນສີດາໃນການໂຍງເຖິງເລບານອນທີ່ຊຶ່ງຕົ້ນສົນເຫຼົ່ານີ້ເຕີບໂຕອອກງາມ ໄມ້ສົນສີດາໃຊ້ໃນການກໍ່ສ້າງພຣະວິຫານກຸງເຢລູຊາເລັມ *ນອກຈາກນີ້ື ສົນສີດາຫຍັງໃຊ້ໃນການເຮັດເຄື່ອງບູຊາ ແລະວິທີສຳລະເຮັດໃຫ້ປະຊາຊົນບໍລິສຸດ
ສຸພາບອ່ອນຫວານ, ຄວາມສຸພາບອ່ອນຫວານ
ຄຳວ່າ "ສຸພາບອ່ອນຫວານ" ແມ່ນໃຊ້ອະທິບາຍເຖິງຄົນທີ່ສຸພາບອ່ອນໂຍນ, ຄົນນອບນ້ອມ , ແລະຍອມທົນເຮັດຕາມ ເຖິງວ່າຈະບໍ່ໄດ້ຮັບຄວາມຍຸດຕິທຳ. ຄວາມສຸພາບອ່ອນຫວານ ຄື ຄວາມສາມາດໃນການສະແດງຄວາມສຸພາບອອກມາ ໃນຂະນະທີ່ມີຄວາມຢາກຮ້າຍ ຫລືໃນເວລາທີ່ຖືກກົດດັນ ເຊິ່ງຕາມປົກກະຕິແລ້ວ ຈະສະແດງອອກມາໄດ້ຍາກ.
- ຄວາມສຸພາບອ່ອນຫວານ ມັກຈະກ່ຽວຂ້ອງກັບຄວາມຖ່ອມໃຈ.
- ຄຳນີ້ ສາມາດແປໄດ້ອີກວ່າ "ສຸພາບ" ຫລື "ມາລະຍາດສຸພາບ" ຫລື "ອາລົມອ່ອນໂຍນ."
- ຄຳວ່າ "ຄວາມສຸພາບອ່ອນຫວານ" ສາມາດແປໄດ້ອີກວ່າ "ສຸພາບອ່ອນໂຍນ" ຫລື "ຖ່ອມໃຈ."
ສຸໂຄດ
ສຸໂຄດ ແມ່ນຊື່ຂອງສອງຕົວເມືອງໃນພຣະຄຳພີເດີມ. ຄຳວ່າ "ສຸໂຄດ" (ຫຼື "ສຸກໂຄດ") ໝາຍຄວາມວ່າ "ບ່ອນພັກອາໄສ".
- ເມືອງທຳອິດທີ່ມີຊື່ວ່າ ສຸໂຄດ ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ.
- ຢາໂຄບໄດ້ພັກເຊົາຢູ່ທີ່ເມືອງສຸໂຄດພ້ອມດ້ວຍຄອບຄົວແລະຝູງສັດລ້ຽງຂອງລາວ, ເຊິ່ງພວກເຂົາໄດ້ສ້າງທີ່ພັກອາໄສໃຫ້ຂອງພວກເຂົາຢູ່ທີ່ນັ້ນ.
- ຫຼາຍຮ້ອຍປີຕໍ່ມາ, ກີເດໂອນແລະພ້ອມດ້ວຍເຫລົ່າທະຫານທີ່ ເໝື່ອຍລ້າແລະໝົດແຮງ ພວກເຂົາໄດ້ຢຸດພັກຢູ່ທີ່ເມືອງ ສຸໂຄດ ໃນຂະນະທີ່ພວກເຂົາກຳລັງໄລ່ຕາມຊາວ ມີດີອານ, ແຕ່ປະຊາຊົນຢູ່ທີ່ນັ້ນໄດ້ປະຕິເສດທີ່ຈະເອົາອາຫານໃດໆໃຫ້ພວກເຂົາກິນ.
- ເມືອງສຸໂຄດທີສອງຕັ້ງຢູ່ຊາຍແດນທາງເໜືອຂອງອີຢີບແລະເປັນສະຖານທີ່ແຫ່ງໜຶ່ງທີ່ຊາວອິດສະລາແອນຢຸດພັກເຊົາຫຼັງຈາກທີ່ພວກເຂົາໄດ້ເດີນທາງຂ້າມທະເລແດງໃນຂະນະທີ່ພວກເຂົາກຳລັງຫຼົບໜີຈາກຄວາມເປັນຂ້າທາດໃນປະເທດເອຢິບ.
ສູນເສຍໄປ, ທີ່ດິນທີ່ປະຖີ້ມໄວ້
ການຖີ້ມສີ່ງຂອງໃດໆ ໝາຍເຖິງການໂຍນຂອງຖີ້ມຫລືໃຊ້ຍ່າງບໍ່ລະມັດລະວັງບາງສິ່ງທີ່ຈຳເປັນ " ທີ່ດິນທີ່ປະຖີ້ມໄວ້ " ຫລື " ຂອງເສຍຫາຍ " ອ້າງເຖິງໆແຜ່ນດິນຫລືເມືອງທີ່ຖືກທຳລາຍ ດັ່ງນັ້ນຈຶ່ງບໍ່ມີສິ່ງທີ່ມີຊີວິດອີກຕໍ່ໄປ
- ຄຳເວົ້າວ່າ " ສູນເສຍໄປ " ເປັນຄຳເວົ້າທີ່ມີຄວາມໝາຍວ່າການເປັນການເຈັບປ່ວຍຫລືຖືກທຳລາຍ ບຸກຄົນທີ່ກຳລັງສູນເສຍໄປໂດຍປົກກະຕິແລ້ວຈະຄ່ອຍໆ ຈ່ອຍຜອມລົງຫລາຍເພາະໂລກແລະຂາດອາຫານ
- ການ " ສູນເສຍ " ເມືອງຫລືແຜ່ນດິນ ໝາຍຄວາມວ່າຖືກທຳລາຍມັນ
- ອີກຄຳເວົ້າໜຶ່ງຂອງຄຳທີ່ວ່າ " ທີ່ດິນທີ່ປະຖີ້ມໄວ້ " ສາມາດເປັນ " ທະເລຊາຍ " ຫລື " ຖິ່ນທຸລະກັນດານ " ແຕ່ທີ່ດິນທີ່ຖີ້ມປະຮ້າງໄວ້ສະແດງວ່າປະຊາຊົນເຄີຍອາໃສຢູ່ເຄີຍມີຕົ້ນໄມ້ແລະຕົ້ນພືດທີ່ເປັນອາຫານໄດ້ດ້ວຍ
ສົ່ງ, ສົ່ງອອກ, ໄດ້ສົ່ງ
ການ"ສົ່ງ"ແມ່ນເຮັດໃຫ້ບາງຄົນຫລືບາງສິ່ງບາງຢ່າງໄປບ່ອນໃດບ່ອນ ໜຶ່ງ.ການທີ່ຈະ "ສົ່ງອອກ"ຜູ້ໃດຜູ້ໜື່ງແມ່ນເພື່ອບອກຄົນນັ້ນໃຫ້ໄປເຮັດວຽກຫຼືພາລະກິດ.
- ປົກກະຕິແລ້ວຜູ້ທີ່ຖືກ "ສົ່ງອອກ" ໄດ້ຖືກແຕ່ງຕັ້ງໃຫ້ເຮັດວຽກງານສະເພາະ.
- ປະໂຫຍກທີ່ຄ້າຍຄື "ສົ່ງຝົນ" ຫຼື "ສົ່ງໄພພິບັດ" ໜາຍຄວາມວ່າ "ເຮັດໃຫ້ເກີດ ... ມາ." ການສະແດງອອກແບບນີ້ມັກຈະຖືກ ນຳ ໃຊ້ໃນການອ້າງອີງເຖິງພຣະເຈົ້າເຮັດໃຫ້ສິ່ງເຫລົ່ານີ້ເກີດຂື້ນ.
- ຄຳວ່າ"ສົ່ງ"ຍັງຖືກໃຊ້ໃນການສະແດງອອກເຊັ່ນ"ສົ່ງຄຳສັບ" ຫຼື "ສົ່ງຂໍ້ຄວາມ" ເຊິ່ງໝາຍຄວາມວ່າຈະສົ່ງຂໍ້ຄວາມໃຫ້ຜູ້ໃດຜູ້ໜຶ່ງເພື່ອບອກຄົນອື່ນ.
- ເພື່ອ"ສົ່ງ"ໃຫ້"ຄົນ"ກັບ"ບາງສິ່ງບາງຢ່າງສາມາດໝາຍຄວາມວ່າ" ໃຫ້ "ສິ່ງນັ້ນ" ກັບ "ຄົນອື່ນ, ໂດຍປົກກະຕິຍົກຍ້າຍສີ່ງຂອງຢູ່ໄລຍະຫ່າງບາງຢ່າງເພື່ອໃຫ້ຄົນໄດ້ຮັບມັນ.
- ພຣະເຢຊູໃຊ້ ຄຳເວົ້າທີ່ວ່າ“ ຜູ້ທີ່ໄດ້ສົ່ງຂ້ອຍມາເລື້ອຍໆ” ເພື່ອກ່າວເຖິງພຣະເຈົ້າພຣະບິດາຜູ້ທີ່“ ສົ່ງ” ພຣະອົງລົງມາເທິງແຜ່ນດິນໂລກເພື່ອໄຖ່ແລະຊ່ວຍມະນຸດໃຫ້ລອດ. ນີ້ຍັງສາມາດແປເປັນ, "ມອບໝາຍໜ້າທີໃຫ້ເຮົາ" ຫລື "ເປັນຕົ້ນເຫດໃຫ້ເຮົາມາ" ຫຼື "ແຕ່ງຕັ້ງເຮົາໃຫ້ໄປ."
ສຽງ
ຄໍາວ່າ "ສຽງ" ຫລາຍຄັ້ງມັກໃຊ້ໃນທາງປຽບທຽບເພື່ອອ້າງເຖິງການເວົ້າຫລືການສື່ສານບາງຢ່າງ.
- ພຣະເຈົ້າໄດ້ຖືກກ່າວວ່າ, ພຣະອົງຊົງໃຊ້ສຽງຂອງພຣະອົງເຖິງແມ່ນພຣະອົງຈະບໍ່ມີສຽງເໝືອນຢ່າງທີ່ມະນຸດມີ.
- ຄຳນີ້ສາມາດໃຊ້ທີ່ອ້າງເຖິງ ຄົນທັງຕົວ, ຢ່າງໃນຂໍ້ຄວາມທີ່ວ່າ "ສຽງໃນທະເລຊາຍກ່າວວ່າ, 'ຈົ່ງຕຽມທາງຂອງອົງພຣະຜູ້ເປັນເຈົ້າ.'" ເຊິ່ງອາດແປວ່າ" ບຸກຄົນໄດ້ຍິນສຽງກຳລັງເອີ້ນໃນທະເລຊາຍ…." (ເບິ່ງ: synecdoche)
- ການ "ໄດ້ຍິນສຽງບາງຄົນ" ສາມາດແປໄດ້ວ່າ "ໄດ້ຍິນບາງຄົນກຳລັງເວົ້າວ່າ."
- ບາງເທື່ອຄຳວ່າ "ສຽງ" ອາດໃຊ້ສຳລັບວັດຖຸທີ່ບໍ່ສາມາດເວົ້າຕາມຕົວອັກສອນ ເຊັ່ນເມື່ອດາວິດ ບັນລະຍາຍໃນພຣະທຳເພງສັນລະເສີນຫລາຍໆ ບົດວ່າ "ສຽງ" ຂອງສະຫວັນໄດ້ປະກາດງານຍິ່ງໃຫຍ່ຂອງພຣະເຈົ້າ. ນີ້ສາມາດແປໄດ້ວ່າ "ຄວາມງົດງາມຂອງພວກມັນສະແດງໃຫ້ເຫັນຢ່າງຊັດເຈນວ່າພຣະເຈົ້າຊົງຍິ່ງໃຫຍ່ຢ່າງໃດ."
ຫຢຽບຢໍ່າ
"ຫຢຽບຢ່ຳ" ໝາຍເຖິງການກ້າວໄປເທິງບາງຢ່າງແລະບົດດ້ວຍຕີນສອງຂ້າງ. ຄຳນີ້ໃຊ້ໃຫ້ເຫັນພາບໃນພຣະຄໍາພີເພື່ອໝາຍເຖິງ "ການທຳລາຍ" ຫລື "ປາບປາມ" ຫລື "ຈີກໜ້າ."
- ຕົວຢ່າງຂອງການ "ຫຢຽບຢ່ຳ" ຈະເປັນຢ່າງເຊັ່ນຄົນກຸ່ມໃຫຍ່ທີ່ແລ່ນຜ່ານທົ່ງຫຍ້າຈະ "ຫຢຽບຢ່ຳ" ຫຍ້າໃນທຸ່ງນາດ້ວຍຕີນຂອງພວກເຂົາ.
- ໃນສະໄໝບູຮານ ເຫລົ້າອະງຸ່ນເຮັດໄດ້ໂດຍການຫຢຽບຢ່ຳຜົນອະງຸ່ນເພື່ອເອົານ້ຳຫມາກໄມ້ອອກມາ.
- ບາງເທື່ອຄຳວ່າ "ຫຢຽບຢ່ຳ" ໃຊ້ໃຫ້ເຫັນພາບຄວາມຫມາຍຂອງການລົງໂທດຜູ້ອື່ນໂດຍການຫຢຽບຢ່ຳ, ປຽບທຽບກັບການຢຽບຢ່ຳໂຄນເພື່ອເຮັດລານນວດເຂົ້າ.
- ຄຳວ່າ "ຫຢຽບຢ່ຳ" ໃຊ້ເພື່ອໃຫ້ເຫັນພາບເພື່ອສະແດງວ່າພຣະຢາເວຈະຊົງລົງໂທດປະຊາຊົນຂອງພຣະອົງສຳລັບຄວາມຍິ່ງຍະໂສແລະການກະບົດຢ່າງໃດ.
- ວິທີອື່ນທີ່ "ການຢຽບຢ່ຳ" ຈະສາມາດແປໄດ້ລວມເຖິງ, "ບົດດ້ວຍຕີນ" ຫລືກະທືບດ້ວຍຕີນ" ຫລື "ຫຢຽບແລະບົດຂະຍີ້" ຫລື "ເຮັດໃຫ້ປົ່ນປີ້ເທິງພື້ນ."
- ຂຶ້ນຢູ່ກັບບໍລິບົດ, ຄຳນີ້ສາມາດແປໂດຍບໍ່ຕ້ອງມີພາບປຽບເປັນຣູບຮ່າງເຊັ່ນ, "ທຳລາຍ" ຫລືປາບລົງ" ຫລື "ບົດຂະຍີ້" ຫລື "ລົງໂທດ" ຫລື"ປາບລົງຢ່າງສິ້ນເຊີງ.
ຫລອກລວງ, ຄວາມບໍ່ຈິງ, ເລ່ກົນ, ການຫລອກລວງ ເຂົ້າໃຈຜິດງ່າຍ
ຄຳວ່າ ຫລອກລວງ (ໝາຍເຖີງເຮັດໃຫ້ຄົນອື່ນເຊື່ອສິ່ງທີ່ບໍ່ເປັນຄວາມຈິງ ການກະທຳທີ່ຫລອກລວງບາງຄົນເອີ້ນວ່າ (ຫລອກລວງ)
- ຄຳວ່າ (ການຫລອງລວງ) ອີກຄຳໜຶ່ງອ້າງເຖີງການກະທຳທີ່ເຮັດໃຫ້ບາງຄົນເຊື່ອສິ່ງທີ່ບໍ່ເປັນຄວາມຈິງ.
- ຄົນທີ່ເຮັດໃຫ້ຄົນອື່ນໆ ເຊື່ອສິ່ງທີ່ບໍ່ຖຶກຕ້ອງຄື ( ຜູ້ຫລອກລວງ) ຕົວຢ່າງເຊັ່ນຊາຕານເອີ້ນວ່າ ( ຜູ້ຫລອກລວງ) ວິນຍານຊົ່ວທີ່ມັນຄວບຄຸມເປັນຜູ້ຫລອກລວງນຳດ້ວຍ.
- ບຸກຄົນໃດໆ ທີ່ເຮັດຫລືໃຫ້ຂ່າວສານທີ່ບໍ່ເປັນຄວາມຈິງສາມາດເວົ້າໄດ້ວ່າ ( ເຮັດໃຫ້ຄົນເຂົ້າໃຈຜິດ)
- ຄຳວ່າ ( ຫລອກລວງ) ແລະ (ການຫລອກລວງ) ມີຄວາມໝາຍເໝືອນກັນ ແຕ່ມີຄວາມແຕກຕ່າງເລັກນ້ອຍໃນວິທີໃຊ້.
- ຄຳອະທິບາຍວ່າ ( ຄວາມບໍ່ຈິງ) ແລະ (ເລ້ກົນ) ມີຄວາມໝາຍເໝືອນກັນແລະໃຊ້ໃນກໍຣະນີດຽວກັນ.
ຄຳແນະນຳໃນການແປ
- ການແປ ( ຫລອກລວງ) ອາຈຣວມເຖີງວ່າ ( ຂີ້ຕວະ) ຫລື ( ເຮັດໃຫ້ເກີດຄວາມເຂົ້າໃຈຜີດ) ຫລື (ຂີ້ຕົວະ) ຫລື (ເລ້ກົນ) ຫລື (ເຮັດໃຫ້ໂງ່) ຫລື (ຫລົງຜີດ).
- ( ຜູ້ທີ່ຕົວະ) ອາຈແປໄດ້ວ່າ ( ຄົນຂີ້ຕົວະ) ຫລື ( ຄົນທີ່ນຳໄປທາງຜິດ) ຫລື (ຄົນຫລອກລວງ).
- ຄຳວ່າ ( ການຫລອກລວງ) ຫລື ( ຄວາມບໍ່ຈິງ ) ອາຈແປໄດ້ວ່າ ( ຄວາມບໍ່ຈິງ) ຫລື ( ເຮັດໃຫ້ເຂົ້າໃຈຜີດ) ຫລື (ຕົວະ) ເພື່ອອະທິບາຍບຸກຄົນທີ່ເວົ້າຫລືເຮັດໃນລັກສະນະທີ່ເຮັດໃຫ້ຄືນອື່ນເຊື່ອໃນສິ່ງທີ່ບໍ່ເປັນຄວາມຈິງ.
ຫລອມລະລາຍ, ຖືກຫລອມລະລາຍ
ຄຳວ່າ "ຫລອມລະລາຍ" ແມ່ນບົ່ງບອກເຖິງບາງສິ່ງທີ່ຖືກຄວາມຮ້ອນເຮັດໃຫ້ເປື່ອຍຈົນກາຍເປັນຄືນ້ຳ. ມັນຖືກໃຊ້ໃນລັກສະນະຂອງຄຳອຸປະມາຄືກັນ. ສິ່ງທີ່ຖືກຫລອມຈົນເປື່ອຍ ຈະເອິ້ນວ່າ "ຖືກຫລອມລະລາຍ."
- ເຫລັກທີ່ຊະນິດແຕກຕ່າງກັນ ຈະໃຊ້ຄວາມຮ້ອນທີ່ຕ່າງກັນເພື່ອເຮັດໃຫ້ມັນເປື່ອຍ ແລະສາມາດຖອກໃສ່ແມ່ແບບຕາມຄວາມຕ້ອງການ ເພື່ອເຮັດເປັນຊິ້ນງານຕ່າງໆ ເຊັ່ນ ອາວຸດ ຫລື ຮູບເຄົາຣົບ. ປະໂຫຍກທີ່ເວົ້າວ່າ "ເຫລັກທີ່ຖືກລະລາຍຈົນເປື່ອຍ" ແມ່ນບົ່ງບອກເຖິງເຫລັກທີ່ຖືກຫລອມລະລາຍແລ້ວ.
- ເວລາໃຕ້ທຽນ ຂີ້ເຜິ້ງທີ່ເປັນທຽນ ຈະຄ່ອຍໆ ລະລາຍ ແລະໄຫລຍ້ອຍລົງ. ໃນສະໃໝບູຮານ ຈະຕິດປາກຊອງຈົດໝາຍ ໂດຍ ຫຍອດຂີ້ເຜິ້ງໜ້ອຍໜຶ່ງໃສ່ປາກຊອງຈົດໝາຍ.
- ຄຳອຸປະມາທີ່ໃຊ້ຄຳວ່າ "ຫລອມລະລາຍ" ໝາຍຄວາມວ່າ ໄດ້ກາຍເປັນສິ່ງທີ່ອ່ອນແຫລວແລະອ່ອນແອ, ຄ້າຍຄືກັບຂີ້ເຜິ້ງທີ່ລະລາຍແລ້ວ.
- ປະໂຫຍກທີ່ວ່າ "ຫົວໃຈຂອງພວກເຂົາຈະຖືກຫລອມລະລາຍ" ໝາຍຄວາມວ່າ ພວກເຂົາຈະກາຍເປັນຄົນທີ່ອ່ອນແອຫລາຍ ຍ້ອນຄວາມຢ້ານກົວ.
- ມີປະໂຫຍກຄຳອຸປະມາອື່ນອີກ ເຊັ່ນ, "ພວກເຂົາຈະລະລາຍ ໄປ" ໝາຍຄວາມວ່າ ພວກເຂົາຈະຖືກບັງຄັບໃຫ້ໜີໄປ ຫລື ພວກເຂົາຈະສະແດງຄວາມອ່ອນແອອອກມາ ແລະຈະໜີໄປໃນຄວາມພ່າຍແພ້.
- ຄວາມໝາຍຕາມໂຕອັກສອນຂອງຄຳວ່າ "ຫລອມລະລາຍ" ສາມາດແປໄດ້ວ່າ "ຈົນອ່ອນແຫລວ" ຫລື "ຖືກເຮັດຈົນອ່ອນແຫລວ" ຫລື "ເປັນຕົ້ນເຫດໃຫ້ກາຍເປັນອ່ອນແຫລວ."
- ວິທີທາງອື່ນອີກທີ່ຈະແປຄວາມໝາຍໃນລັກສະນະເປັນຄຳອຸປະມາຂອງຄຳວ່າ "ຫລອມລະລາຍ" ສາມາດແປອີກວ່າ "ກາຍເປັນອ່ອນນຸ້ມ" ຫລື "ກາຍເປັນອ່ອນແອ" ຫລື "ໄດ້ຮັບຄວາມພ່າຍແພ້."
ຫວ່ານ, ຜູ້ຫວ່ານ, ປູກ
ການ "ຫວ່ານ" ໝາຍເຖິງການໃສ່ເມັດລົງໄປໃນດິນເພື່ອທີ່ຈະປຸກພືດ. ຄໍາວ່າ "ຜູ້ຫວ່ານ" ຄືບຸກຄົນທີ່ຫວ່ານຫລືປູກເມັດ.
- ວິທີການຫວ່ານຫລືການປຸກນັ້ນແຕກຕ່າງກັນ, ແຕ່ມີວິທີໜຶ່ງທີ່ຄືກັນຄືເອົາເມັດມາແລະກະຈາຍລົງໄປເທິງພື້ນດິນ.
- ອີກວິທີໜຶ່ງຂອງການປຸກເມັດຄືການຂູດຂຸມໃນດິນແລະໃສ່ເມັດລົງໄປໃນແຕ່ລະຂຸມ.
- ຄຳວ່າ "ຫວ່ານ" ສາມາດໃຊ້ເປັນຄຳປຽບທຽບໄດ້ວ່າ, "ບຸກຄົນຈະເກັບກ່ຽວໃນສິ່ງທີ່ທ່ານຫວ່ານໄວ້" ນີ້ໝາຍຄວາມວ່າຖ້າບຸກຄົນເຮັດຊົ່ວທ່ານເອງຈະໄດ້ຮັບຜົນຊົ່ວນັ້ນ. ແລະຖ້າບຸກຄົນເຮັດດີຕ່ໍ່ຄົນອື່ນ, ທ່ານເອງຈະໄດ້ຮັບຜົນທີ່ດີ.
ຫອກ
ຫອກເປັນອາວຸດຊະນິດທີ່ຍາວມີດ້າມເປັນໄມ້ແລະເປັນເຫລັກກທີ່ແຫລມຄົມກົງປາຍດ້ານໜຶ່ງຊຶ່ງໃຊ້ພຸ່ງອອກໄປໄກໄດ້.
- ຫອກຖືກໃຊ້ກັນຢ່າງແຜ່ຫລາຍໃນສົງຄາມໃນສະໄໝຂອງພຣະຄຳພີ. ຫອກຍັງຄົງໃຊ້ຈົນເຖິງປະຈຸບັນໃນທີ່ມີຄວາມຂັດແຍ້ງລະຫວ່າງບາງກຸ່ມ.
- ທະຫານໂຣມັນໄດ້ໃຊ້ຫອກໃນການແທ່ງສີຂ້າງຂອງພຣະເຢຊູໃນຂະນະທີ່ພຣະອົງຖືກຄຶງທີ່ເທິງໄມ້ກາງແຂນ
- ບາງເທື່ອຄົນຍັງໃຊ້ຫອກໃນການຫາປາຫລືສັດອື່ນໆ ເພື່ອເປັນອາຫານ.
- ອາວຸດທີ່ຄ້າຍຄືກັນໄດ້ແກ່ "ທວນ" ຫລື "ຫລາວ."
- ໃຫ້ແນ່ໃຈວ່າການແປ ຄຳວ່າ "ຫອກ" ແຕກຕ່າງຈາກການແປຄຳວ່າ "ດາບ" ຊຶ່ງເປັນອາວຸດທີ່ໃຊ້ສຳລັບຈິ້ມຫລືແທງບໍ່ແມ່ນແກວ່ງ, ດາບຍັງມີດ້າມຈັບທີ່ຍາວ ຂະນະທີ່ຫອກມີໃບມີດນ້ອຍໆ ຢູ່ທີ່ປາຍດ້າມ.
ຫັນ,ຫັນໜີ,ຫັນກັບມາ
ການ "ຫັນ" ໝາຍເຖິງການປ່ຽນທິດທາງທາງກາຍະພາບຫລືເຮັດໃຫ້ເກີດສິ່ງອື່ນເພື່ອປ່ຽນທິດທາງ.
- ຄຳວ່າ "ຫັນ" ສາມາດໝາຍເຖິງ "ຫັນໄປອ້ອມຮອບ" ເພື່ອແນມຂ້າງຫລັງຫລືຫັນໜ້າໄປທິດທາງທີ່ຕ່າງໄປ.
- ການ "ຫັນກັບ"ຫລື "ໜີໄປ" ໝາຍຄວາມວ່າ "ກັບໄປ" ຫລື "ຈາກໄປ" ຫລື "ເຮັດໃຫ້ບາງຄົນໜີໄປ."
- "ຫັນໄປຈາກ" ສາມາດໝາຍເຖິງ "ຢຸດ" ເຮັດຫຍັງບາງຢ່າງຫລືເພື່ອປະຕິເສດບາງຄົນ.
- ການ "ຫັນໄປທາງ" ບຸກຄົນໃດໆ ໝາຍເຖິງການເບິ່ງກົງໄປທີ່ບຸກຄົນນັ້ນ.
- ການ "ຫັນແລະອອກຈາກ" ຫລື "ຫັນຫລັງອອກໄປ" ໝາຍເຖິງ "ອອກໄປ."
- ເພື່ອ "ຫັນກັບມາ" ໝາຍເຖິງ "ເລີ່ມເຮັດບາງສິ່ງອີກເທື່ອໜຶ່ງ." "ຫັນເຫໄປຈາກ" ໝາຍເຖິງ "ຢຸດເຮັດຫຍັງບາງຢ່າງ."
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບບໍລິບົດ ຄໍາວ່າ"ຫັນ" ສາມາດແປເປັນ "ປ່ຽນແປງທິດທາງ" ຫລື "ໄປ" ຫລື "ຍ້າຍ."
- ໃນບາງບໍລິບົດ "ຫັນ" ສາມາດແປວ່າ "ເປັນເຫດ."
ຫາຍໃຈ, ລົມຫາຍໃຈ
ໃນພຣະຄຳພີ, ຄຳວ່າ "ລົມຫາຍໃຈ" ແລະ "ຫາຍໃຈ" ມັກຖືກນຳ ໃຊ້ເປັນຕົວຢ່າງເພື່ອປຽບທຽບກັບການໃຫ້ຊີວິດຫລືການມີຊີວິດ.
- ພຣະຄຳພີສອນວ່າພຣະເຈົ້າໄດ້ເປົ່າລົມ“ ຫາຍໃຈເຂົ້າ” ໃຫ້ແກອາດາມ. ຫລັງຈາກຈຸດນັ້ນອາດາມກາຍເປັນຈິດວິນຍານທີ່ມີຊີວິດຢູ່.
- ໃນເວລາທີ່ພຣະເຢຊູປະທານລົມໃສ່ພວກສາວົກແລະບອກພວກເຂົາໃຫ້ "ຮັບເອົາພຣະວິນຍານ," ລາວອາດຈະຫາຍໃຈອອກອາກາດຢ່າງຈິງຈັງເພື່ອສະແດງໃຫ້ເຫັນພຣະວິນຍານບໍລິສຸດສະເດັດມາຫາພວກເຂົາ.
- ຄຳເວົ້າທີ່ມີການປຽບທຽບກັບ "ລົມຫາຍໃຈຂອງພຣະເຈົ້າ" ຫລື "ລົມຫາຍໃຈຂອງພຣະເຢໂຫວາ" ມັກຈະໝາຍເຖິງຄວາມຄຽດແຄ້ນຂອງພຣະເຈົ້າທີ່ຖືກຖອກເທລົງໃສ່ປະເທດທີ່ກະບົດ. ມັນສື່ສານອຳນາດຂອງລາວ.
ຄຳແນະນຳໃນການແປ
- ຄຳເວົ້າທີ່ວ່າ "ລົມຫາຍໃຈສຸດທ້າຍຂອງລາວ" ແມ່ນວິທີການປຽບທຽບຄຳເວົ້າທີ່ວ່າ "ລາວຕາຍ." ມັນຍັງສາມາດແປ ເປັນ "ລາວໄດ້ລົມຫາຍໃຈສຸດທ້າຍ" ຫລື "ລາວຢຸດຫາຍໃຈແລະຕາຍ" ຫລື "ລາວຫາຍໃຈຢູ່ໃນອາກາດຄັ້ງສຸດທ້າຍ."
- ການພັນລະນາພຣະຄຳພີເປັນ "ລົມຫາຍໃຈຈາກພຣະເຈົ້າ" ໝາຍຄວາມວ່າພຣະເຈົ້າໄດ້ກ່າວ ຫລື ດົນໃຈຖ້ອຍຄຳຂອງພຣະຄຳພີ ເຊິ່ງຜູ້ຂຽນແມ່ນມະນຸດຂຽນ. ມັນອາດຈະເປັນການດີທີ່ສຸດ, ຖ້າເປັນໄປໄດ້, ໃຫ້ແປ "ຈາກທີ່ພຣະເຈົ້າປະທານໃຫ້ທີໄດ້ຈາກພຣະເຈົ້າ" ບາງຄັ້ງເພາະມັນຍາກທີ່ຈະສື່ສານຄວາມໝາຍທີ່ແນ່ນອນຂອງສິ່ງນີ້.
- ຖ້າການແປພາສາ "ລົມຫາຍໃຈຈາກພຣະເຈົ້າ" ເປັນທີ່ຍອມຮັບບໍ່ໄດ້, ວິທີອື່ນໃນການແປພາສານີ້ອາດປະກອບມີ, "ໄດ້ຮັບການດົນໃຈຈາກພຣະເຈົ້າ" ຫລື "ຂຽນໂດຍພຣະເຈົ້າ" ຫລື "ເວົ້າໂດຍພຣະເຈົ້າ." ຍັງສາມາດເວົ້າໄດ້ວ່າ "ຖ້ອຍຄຳທີ່ອອກມາຈ່າກພຣະ ເຈົ້າ ແມ່ນລົມຫາຍໃຈ"ຈາກພຣະຄຳພີ. *ຄຳເວົ້າທີ່ວ່າ "ເອົາລົມຫາຍໃຈເຂົ້າ" ຫລື "ຫັນໃຈຊີວິດເຂົ້າໄປໃນ" ຫລື "ໃຫ້ລົມຫາຍໃຈ" ສາມາດແປເປັນ "ສາເຫດໃຫ້ຫາຍໃຈ" ຫລື"ເຮັດໃຫ້ມີຊີວິດອີກຄັ້ງ" ຫລື "ເຮັດໃຫ້ພວກເຂົາມີຊີວິດແລະຫາຍໃຈ" ຫລື "ໃຫ້ຊີວິດ. "
- ຖ້າເປັນໄປໄດ້, ມັນດີທີ່ສຸດທີ່ຈະແປ "ລົມຫາຍໃຈຂອງ ພຣະເຈົ້າ" ດ້ວຍຄໍາທີ່ຮູ້ໜັງສືທີ່ຖືກໃຊ້ສໍາລັບ "ລົມຫາຍໃຈ" ໃນພາສາ. ຖ້າຂາດພຣະເຈົ້າບໍ່ສາມາດເວົ້າໄດ້ວ່າມີລົມຫາຍໃຈ, ນີ້ອາດຈະຖືກແປວ່າ "ພະລັງຂອງພຣະເຈົ້າ" ຫລື "ຄຳເວົ້າຂອງພຣະເຈົ້າ."
- ຄຳເວົ້າທີ່ວ່າ "ຈັບລົມຫາຍໃຈຂອງຂ້ອຍ" ຫລື "ຂ້ອຍຫັນໃຈໃຫ້ຂ້ອຍ" ສາມາດແປວ່າ "ຜ່ອນຄາຍເພື່ອຫາຍໃຈຊ້າຫຼາຍ" ຫລື "ຢຸດແລ່ນເພື່ອຫາຍໃຈປົກກະຕິ." *ຄຳເວົ້າທີ່ວ່າ "ເປັນພຽງລົມຫາຍໃຈ" ໝາຍຄວາມວ່າ "ໃຊ້ເວລາສັ້ນໆ."
- ຄ້າຍຄືກັນຄຳເວົ້າທີ່ວ່າ "ມະນຸດແມ່ນລົມຫາຍໃຈດຽວ" ໝາຍ ຄວາມວ່າ "ຄົນເຮົາມີຊີວິດຢູ່ສັ້ນໆ" ຫລື "ຊີວິດຂອງມະນຸດແມ່ນສັ້ນຫລາຍ, ຄືລົມຫາຍໃຈດຽວ" ຫລື "ທຽບກັບພຣະເຈົ້າ, ຊີວິດຂອງຄົນເຮົາເບິ່ງຄືວ່າສັ້ນ ເວລາທີ່ມັນຕ້ອງໃຊ້ເວລາໃນການຫາຍໃຈໃນລົມຫາຍໃຈຢ່າງດຽວ. "
ຫິມະ
ຄຳວ່າ "ຫິມະ" ໝາຍເຖິງເກັດສີຂາວຂອງນ້ຳກ້ອນທີ່ຕົກມາຈາກກ້ອນເມກໃນທີ່ຊຶ່ງອຸນຫະພູມຂອງອາກາດໜາວ.
- ຫິມະຕົກໃນທີ່ຊຶ່ງມີລະດັບຄວາມສູງໃນອິດສະຣາເອນ ແຕ່ກໍ່ອາດຈະບໍ່ຢູ່ເທິງດິນນານກ່ອນຈະລະລາຍ ເທິງຍອດພູເຂົາຕ່າງໆ. ມີແນວໂນ້ມທີ່ຈະມີຫິມະຢູ່ໄດ້ນານກວ່າ. ມີຕົວຢ່າງໜຶ່ງທີ່ພຣະຄຳພີໄດ້ກ່າວເຖິງຫິມະເທິງພູເຂົາເລບານອນ.
- ບາງສິ່ງທີ່ມີສີຂາວຈະຖືກປຽບເຖິງສີຂອງຫິມະ ເຊັ່ນດຽວກັບເມື່ອເສື້ອຜ້າຫລືຜົມຂອງພຣະເຢຊູຖືກອະທິບາຍວ່າເປັນ "ສີຂາວເໝືອນຫິມະ."
- ຄວາມຂາວຂອງຫິມະໃຊ້ເປັນສັນຍາລັກຂອງຄວາມບໍລິສຸດແລະຄວາມສະອາດ. ຕົວຢ່າງເຊັ່ນການບັນຍາຍເຖິງ "ຄວາມບາບຂອງເຮົາຈະຂາວດັ່ງຫິມະ" ໝາຍເຖິງພຣະເຈົ້າຊົງຊຳລະຄົນຂອງພຣະອົງຈາກຄວາມບາບຂອງພວກເຂົາຢ່າງສິ້ນເຊີງແລ້ວ.
- ໃນບາງພາສາອາດອ້າງອີງເຖິງຫິມະ ເປັນ "ຝົນທີ່ເປັນເກັດນ້ຳກ້ອນ" ຫລື "ເກັດຂອງນ້ຳກ້ອນ" ຫລື "ເກັດນ້ຳກ້ອນ."
- "ນ້ຳຫິມະ" ອ້າງເຖິງນ້ຳທີ່ໄດ້ມາຈາກການລະລາຍຂອງຫິມະ.
ຫີບ.ເຮືອ
ຄຳວ່າ "ຫີບ" ທີ່ຮູ້ຫນັງສືໝາຍເຖິງກ່ອງໄມ້ທີ່ມີຮູບສີ່ຫລ່ຽມທີ່ຖືກສ້າງຂຶ້ນເພື່ອຖືຫລືປົກປ້ອງບາງສິ່ງບາງຢ່າງ. ຫີບໃຫຍ່ສາມາດໃຫຍ່ຫລືນ້ອຍຂະໜາດໄດ້, ຂື້ນກັບສິ່ງທີ່ມັນກຳລັງຖືກນຳໃຊ້.
ໃນພຣະຄຳພີພາສາອັງກິດ, ຄຳວ່າ "ຫີບ" ຖືກນຳໃຊ້ທຳອິດເພື່ອກ່າວເຖິງເຮືອໄມ້ທີ່ມີຮູບຊົງສີ່ຫລ່ຽມທີ່ໃຫຍ່ທີ່ໂນອາສ້າງຂຶ້ນເພື່ອຫລຸດພົ້ນຈາກນ້ ຳຖ້ວມທົ່ວໂລກ. ຈໍາພວກຫອຍແຄງມີຝາດ້ານລຸ່ມ, ຫລັງຄາ, ແລະຝາ. ວິທີການແປຄຳສັບນີ້ອາດປະກອບມີ, "ເຮືອໃຫຍ່ຫຼາຍ" ຫລື "ເຮືອບັນທຸກ" ຫລື "ກຳປັ່ນຂົນສົ່ງສິນຄ້າ" ຫລື "ເຮືອໃຫຍ່ທີ່ມີຮູບຊົງໃສ່ປ່ອງ". * ຄຳຍິວທີ່ໃຊ້ໃນການອ້າງເຖິງເຮືອໃຫຍ່ນີ້ແມ່ນ ຄຳດຽວກັນທີ່ໃຊ້ສຳລັບກະຕ່າຫລືກ່ອງທີ່ຖືເອົາເດັກນ້ອຍໂມເຊເມື່ອແມ່ຂອງລາວວາງລາວໄວ້ໃນແມ່ນໍ້າ ໄຫລເພື່ອເຊື່ອງລາວ. ປົກກະຕິແລ້ວມັນຖືກແປເປັນ "ກະຕ່າ." ໃນຄຳວ່າ "ຫີບແຫ່ງ ຄຳສັນຍາ", ຄຳພາສາເຫບເລີທີ່ແຕກ ຕ່າງກັນຖືກໃຊ້ສຳລັບ "ຫີບ." ສິ່ງນີ້ອາດຈະຖືກແປວ່າ "ກ່ອງ" ຫຼື "ເອິກ" ຫລື "ພາຊະນະ." ເມື່ອເລືອກຄຳສັບທີ່ຈະແປວ່າ "ຫີບ", ມັນເປັນສິ່ງສຳຄັນໃນແຕ່ລະສະພາບການທີ່ຈະພິຈາລະນາວ່າມັນມີຂະໜາດເທົ່າໃດແລະມັນກຳລັງໃຊ້ສຳລັບຫຍັງ.
ຫີບແຫ່ງ ຄຳ ສັນຍາ, ຫີບພັນທະສັນຍາ, ຫີບຂອງພຣະເຈົ້າຍາເວ
ຂໍ້ຄວາມເຫຼົ່ານີ້ໝາຍເຖິງເອິກໄມ້ພິເສດ, ຫຸ້ມດ້ວຍຄຳ, ເຊິ່ງບັນຈຸແຜ່ນຫີນສອງແຜ່ນທີ່ຂຽນພຣະບັນຍັດສິບປະການ. ມັນຍັງບັນຈຸໄມ້ເທົ້າຂອງອາໂລນແລະຂັນມານາ.
ຄຳວ່າ "ຫີບ" ທີ່ນີ້ອາດຈະແປເປັນ "ກ່ອງ" ຫຼື "ເອິກ" ຫລື "ພາຊະນະ." ວັດຖຸທີ່ຢູ່ໃນເອິກນີ້ໄດ້ເຕືອນຊາວອິດສະລາແອນກ່ຽວກັບພັນທະສັນຍາຂອງພຣະເຈົ້າກັບພວກເຂົາ. ຫີບແຫ່ງພັນທະສັນຍາຕັ້ງຢູ່ໃນ“ ສະຖານທີ່ສັກສິດທີ່ສຸດ.” ທີ່ປະທັບຂອງພະເຈົ້າຢູ່ເໜືອຫີບແຫ່ງຄຳສັນຍາໃນສະຖານທີ່ສັກສິດທີ່ສຸດຂອງຫໍເຕັນບ່ອນທີ່ພະອົງເວົ້າກັບໂມເຊແທນຊາວອິດສະລາແອນ. ໃນຊ່ວງເວລາທີ່ຫີບແຫ່ງພັນທະສັນຍາຢູ່ໃນສະຖານທີ່ສັກສິດທີ່ສຸດຂອງວິຫານ, ປະໂລຫິດໃຫຍ່ແມ່ນຜູ້ດຽວທີ່ສາມາດເຂົ້າໄປໃນເຮືອໄດ້, ປີລະຄັ້ງໃນວັນແຫ່ງການລຶບລ້າງຄວາມຜິດບາບ. ສະບັບພາສາອັງກິດຫຼາຍສະບັບແປ ຄຳ ວ່າ "ລັດຖະ ດຳ ລັດແຫ່ງພັນທະສັນຍາ" ທີ່ມີຄວາມ ໝາຍ ເປັນ "ປະຈັກພະຍານ." ນີ້ຫມາຍເຖິງຄວາມຈິງທີ່ວ່າພຣະບັນຍັດສິບປະການເປັນປະຈັກພະຍານຫລືເປັນພະຍານຕໍ່ພັນທະສັນຍາຂອງພຣະເຈົ້າກັບປະຊາຊົນຂອງພຣະອົງ. ມັນຍັງຖືກແປເປັນ "ກົດ ໝາຍ ແຫ່ງພັນທະສັນຍາ."
ຫຶງຫວງ, ຄວາມຫຶງຫວງ
ຄຳວ່າ "ຫຶງຫວງ" ແລະ "ຄວາມຫຶງຫວງ" ເວົ້າເຖິງຄວາມປາຖະໜາອັນແຮງກ້າທີ່ຈະປົກປ້ອງຄວາມບໍຣິສຸດຂອງຄວາມສຳພັນ. ແລະຍັງສາມາດເວົ້າເຖິງຄວາມປາຖະໜາອັນແຮງກ້າທີ່ຈະຮັກສາຄວາມເປັນເຈົ້າຂອງບາງສິ່ງ ຫລືບາງຄົນ.
- ຄຳເຫລົ່ານີ້ມັກຈະໃຊ້ເພື່ອອະທິບາຍຄວາມຮູ້ສຶກຢາກຮ້າຍຂອງບຸກຄົນທີ່ມີຕໍ່ຄູ່ສົມຣົດທີ່ບໍ່ສັດຊື່ໃນການແຕ່ງງານຂອງພວກເຂົາ.
- ເມື່ອໃຊ້ໃນພຣະຄຳພີ, ຄຳເຫລົ່ານີ້ມັກຈະໝາຍເຖິງຄວາມປາຖະໜາອັນແຮງກ້າຂອງພຣະເຈົ້າທີ່ມີໃຫ້ປະຊາຊົນຂອງພຣະອົງຮັກສາຄວາມບໍຣິສຸດ ແລະ ບໍ່ມີມົນທິນໂດຍຄວາມບາບ
- ພຣະເຈົ້າຍັງຊົງ "ຫຶງຫວງ" ສຳຫລັບພຣະນາມຂອງພຣະອົງ, ເພື່ອໃຫ້ພຣະນາມນັ້ນໄດ້ຮັບການປະຕິບັດດ້ວຍກຽດແລະຄວາມເຄົາລົບນັບຖື.
- ຄວາມໝາຍອີກຢ່າງໜຶ່ງຂອງຄຳວ່າຫຶງຫວງ ແມ່ນກ່ຽວກັບຄວາມຮູ້ສຶກຢາກຮ້າຍ ທີ່ເຫັນຄົນອື່ນໄດ້ຮັບຜົນສຳເລັດຫລືມີສື່ສຽງດີກວ່າ ສິ່ງນີ້ມີຄວາມໝາຍໃກ້ຄຽງກັບຄຳວ່າ “ອິດສາ.”
ຄຳແນະນຳໃນການແປ
- ວິທີອື່ນອີກທີ່ຈະແປຄຳວ່າ “ຫຶງຫວງ“ ສາມາດເວົ້າໄດ້ວ່າ,”ຄວາມປາຖະໜາອັນແຮງກ້າທີ່ຈະປ້ອງກັນ“ ຫຼື “ຄວາມປາຖະໜາທີ່ຈະເປັນຜູ້ຄອບຄອງ.”
- ຄຳວ່າ “ຄວາມຫຶງຫວງ“ ສາມາດແປໄດ້ວ່າ “ຄວາມຮູ້ສຶກອັນແຮງກ້າທີ່ຈະປົກປ້ອງ“ ຫລື “ຄວາມຮູ້ສຶກໃນການເປັນຜູ້ຄອບຄອງ“
- ເມື່ອເວົ້າເຖິງພຣະເຈົ້າ,ໃຫ້ໝັ້ນໃຈວ່າຄຳແປຂອງຄຳເຫລົ່ານີ້ບໍ່ໄດ້ມີຄວາມໝາຍໃນທາງລົບຂອງຄວາມຮູ້ສຶກເຈັບແຄ້ນໃຈກັບຄົນອື່ນ.
- ໃນສະພາບການຂອງຄົນທີ່ມີຄວາມຮູ້ສຶກຜິດໃນຄວາມຢາກຮ້າຍຕໍ່ຄົນອື່ນທີ່ໄດ້ຮັບຄວາມສຳເລັດຫລາຍກວ່າ,ຄຳວ່າ “ຢ້ານລື່ນ“ ຫລື “ອິດສາ“ ສາມາດໃຊ້ໄດ້.ແຕ່ຄຳເຫລົ່ານີ້ບໍ່ຄວນໃຊ້ກັບພຣະເຈົ້າ.
ຫົວກະໂຫລກ
ຄຳວ່າ "ຫົວກະໂຫລກ" ອ້າງເຖິງກ່ຽວກັບກະດູກ ເປັນໂຄງກະດູກຂອງຫົວຂອງບຸກຄົນຫລືສັດ
- ບາງເທື່ອຄຳວ່າ"ຫົວກະໂຫລກ" ໝາຍເຖິງ "ຫົວ" ເຊັ່ນວະລີ "ແຖກະໂຫລກຂອງທ່ານ."
- ຄຳວ່າ, "ສະຖານທີ່ຂອງກະໂຫລກ" ເປັນອີກຊື່ໜຶ່ງຂອງກົນໂກທາທີ່ຊຶ່ງພຣະເຢຊູຊົງຖືກຄຶງ.
- ຄຳນີ້ແປໄດ້ອີກວ່າ, "ຫົວ" ຫລື "ກະດູກຫົວ"
ຫົວຫນ້າ
ຄຳວ່າ "ຫົວຫນ້າ" ກ່າວເຖີງຜູ້ນຳທີ່ມີອຳນາດຫລືສຳຄັນທີ່ສຸດຂອງກຸ່ມໃດກຸ່ມຫນຶ່ງ.
- ຕົວຢ່າງຂອງຄຳນີ້ລວມເຖີງຄຳວ່າ "ຫົວຫນ້ານັກດົນຕີ "ຫົວ ຫນ້າປະໂລຫິດ"ແລະຫົວຫນ້າຄົນເກັບພາສີ ແລະ "ຫົວຫນ້າຜູ້ປົກຄອງ"
- ຄຳນີ້ໃຊ້ສຳຫລັບຫົວຫນ້າຄອບຄົວໄດ້ດວ້ຍ ຢ່າງເຊັ່ນ ໃນປະຖົມມະການບົດທີ 36 ທີ່ບອກວ່າພວກຜູ້ຊາຍທີ່ມີຊື່ເອີ້ນເປັນ "ພວກຫົວຫນ້າ"ຂອງເຜົ່າຄອບຄົວໃນບໍຣິບົດນີ້ ຄຳວ່າ "ຫົວຫນ້າ ສາມາດແປວ່າ"ຜູ້ນຳ" ຫລື "ຄົນສຳຄັນ"ກໍໄດ້.
- ເມື່ອໃຊ້ອະທິບາຍຄຳນາມ ຄຳນີ້ແປໄດ້ວ່າ "ການນຳ" ຫລື "ການປົຄອງ" ຢ່າງເຊັ່ນ "ການນຳຄະນະນັກດົນຕີ" ຫລື "ພວກປະໂລຫິດທີ່ປົກຄອງ.
ຫຼຸມ
ຫຼຸມ,ບໍ່ຄືຫຼຸມເລິກທີ່ຖືກຂູດໃນດິນ
- ຄົນຂຸດຫຼຸມໂດຍມີວັດຖຸປະສົງເພື່ອດັກສັດຫລືຫານ້ຳ
- ຫຼຸມຍັງສາມາດໃຊ້ເປັນສະຖານຊົ່ວຄາວໃນການຂັງນັກໂທດໄດ້
- ບາງເທື່ອຄຳວ່າ "ຫຼຸມ" ອ້າງເຖິງຫຼຸດຝັງສົບຫຼືນາລົກແບາງເທື່ອອາດໝາຍເຖິງ "ຫຸບເຫວເລິກ"
- ຫຼຸມທີ່ເລິກຫລາຍໆ ຍັງເອີ້ນອີກວ່າເປັນ"ທີ່ເກັບນ້ຳຂະໜາດໃຫຍ່"
- ຄຳວ່າ "ຫຼຸມ" ຍັງໃຊ້ໃນເຊີງອຸປະມາອຸປະໄມໃນວະລີເຊັ່ນ "ຫຼຸມແຫ່ງການທຳລາຍ" ທີ່ອະທິບາຍເຖິງການຖືກກັບດັກໃນສະຖານະການທີ່ຮ້າຍແຮງ ຫລືການກ່ຽວຂ້ອງກັບຄວາມບາບ ການກະທຳທີ່ເປັນການທຳລາຍ
ຫໍຄອຍສັງເກດການ, ຫໍຄອຍ
ຄຳວ່າ " ຫໍຄອຍສັງເກດການ " ໝາຍເຖິງສິ່ງກໍສ້າງທີ່ສູງ ສ້າງຂຶ້ນເພື່ອເປັນສະຖານທີ່ທະຫານຍາມສາມາດຫລຽວເຫັນອັນຕະລາຍໄດ້ແຕ່ໃກ້ໆ ຫໍຄອຍເຫລົ່ານີ້ເຮັດດ້ວຍກ້ອນຫີນ
- ພວກເຈົ້າຂອງທີ່ດິນບາງຄົນກໍ່ສ້າງຫໍຄອຍສັງເກດການ ຈາກທີ່ພວກເຂົາສາມາດປ້ອງກັນຜົນລະປູກໄດ້ແລະປົກປ້ອງສິ່ງຂອງຈາກການຂະໂມຍ
- ຫໍຄອຍເຮັດໃຫ້ມີຫ້ອງພັກຂອງຄົນຍາມຫລືຄອບຄົວອາໃສຢູ່ເພື່ອຈະສາມາດປ້ອງກັນຜົນລະປູກໄດ້ທັງກາງວັນແລະກາງຄືນ
- ຫໍສັງເກດການເມືອງຕ່າງໆ ຖືກສ້າງຂຶ້ນສູງກົ່ວກຳແພງເມືອງ ເພື່ອໃຫ້ມາຍໄດ້ຫລຽວເຫັນວ່າມີສັດຕູໃດໆມາໂຈມຕີເມືອງຫລືບໍ່
- ຄຳວ່າ " ຫໍສັງເກດການ " ເປັນສັນຍາລັກຂອງການປ້ອງກັນຈາກສັດຕູໄດ້ດ້ວຍເຊັ່ນກັນ ( ເບິ່ງ: [ Metaphor ] ( https://git.Door43.org/Door43/en-ta-translate- vol1/src/master/content/figs_metaphor.md
ອວຍພອນ, ໄດ້ຮັບການອວຍພອນ, ພຣະພອນ
ການ“ ອວຍພອນໃຫ້” ບາງຄົນຫລືບາງສິ່ງບາງຢ່າງໝາຍເຖິງການເຮັດໃຫ້ສິ່ງທີ່ດີແລະເປັນປະໂຫຍດເກີດຂື້ນກັບຄົນຫລືສິ່ງທີ່ໄດ້ຮັບພອນ.
- ການອວຍພອນໃຫ້ຜູ້ໃດຜູ້ໜຶ່ງກໍ່ໝາຍເຖິງການສະແດງຄວາມປາຖະໜາຢາກໃຫ້ສິ່ງທີ່ດີແລະມີປະໂຫຍດເກີດຂື້ນກັບຄົນນັ້ນ.
- ໃນສະໄໝທີ່ຂຽນພຣະຄຳພີຜູ້ເປັນພໍ່ມັກຈະອອກປາກສຽງເພື່ອອວຍພອນຢ່າງເປັນທາງການໃຫ້ແກ່ລູກຂອງຕົນ.
- ເມື່ອປະຊາຊົນ“ ອວຍພອນໃຫ້” ພຣະເຈົ້າຫລືສະແດງຄວາມປາດຖະໜາທີ່ວ່າພຣະເຈົ້າຈະໄອວຍໃຫ້, ນີ້ໝາຍຄວາມວ່າພວກເຂົາກຳລັງສັນລະເສີນພຣະອົງ.
- ຄຳວ່າ“ ອວຍພອນ” ບາງຄັ້ງໃຊ້ໃນການຮັບປະທານອາຫານກ່ອນທີ່ຈະກິນ, ຫລືເພື່ອເປັນການຂອບໃຈແລະສັນລະເສີນພຣະເຈົ້າສຳລັບອາຫານນັ້ນ.
// ຈາກຄຳເຫັນຂ້າງລຸ່ມນີ້: ມັນເປັນສິ່ງສຳຄັນທີ່ຈະບໍ່ກຳນົດ, ສຸມໃສ່, ຫລືຖືກຈຳກັດໂດຍການນຳໃຊ້ຄຳສັບຮາກຂອງຄຳວ່າ "ອວຍພອນໃຫ້" ທີ່ແນະນຳໃຫ້ຕົ້ນຕໍແມ່ນຄວາມອຸດົມສົມບູນຫລືອຸດົມສົມບູນຂອງວັດຖຸຫຼືສຸຂະພາບທາງຮ່າງກາຍ. ພິຈາລະນາຄຳສອນທີ່ກວ້າງຂວາງໃນພຣະຄຳພີກ່ຽວກັບຄວາມຮັກ, ຄວາມເມດຕາແລະພຣະຄຸນຂອງພຣະເຈົ້າທີ່ບໍ່ພຽງແຕ່ເປັນວັດຖຸບູຮານ, ແຕ່ປະຈຸບັນ. ພິຈາລະນາເບິ່ງແຍງ, ປົກປ້ອງ, ແລະການມີພຣະວິນຍານຂອງພຣະເຈົ້າ. ແລະເພື່ອພວກເຮົາຈະອວຍພອນໃຫ້ພວກເຈົ້າ, ພວກເຮົາສາມາດສະແດງຄວາມຂອບໃຈ, ຄວາມຮູ້ບຸນຄຸນແລະຄວາມເຂົ້າໃຈເມື່ອພວກເຮົາຮຽນຮູ້ແລະເຮັດຕາມ (ເຊື່ອຟັງ)ພຣະອົງ.//
ຄຳແນະນຳໃນການແປ
- "ອວຍພອນໃຫ້" ຍັງສາມາດຖືກແປເປັນ, "ເພື່ອໃຫ້ຄວາມອຸດົມສົມບູນ" ຫລື "ມີຄວາມກະລຸນາແລະເອື້ອເຟື້ອເພື່ອແຜ່."
- "ພຣະເຈົ້າໄດ້ນຳພອນທີ່ຍິ່ງໃຫຍ່ມາໃຫ້" ສາມາດແປເປັນ ", ພຣະເຈົ້າໄດ້ປະທານສິ່ງດີໆຫລາຍໆຢ່າງໃຫ້" ຫລື "ພຣະເຈົ້າໄດ້ຈັດຫາສິ່ງທີ່ດີໃຫ້" ຫລື "ພຣະເຈົ້າໄດ້ເຮັດໃຫ້ສິ່ງດີໆເກີດຂື້ນຫລາຍຢ່າງ".
- "ລາວໄດ້ຮັບພອນ" ສາມາດຖືກແປເປັນ "ລາວຈະໄດ້ຮັບຜົນປະໂຫຍດຢ່າງຫຼວງຫລາຍ" ຫລື "ລາວຈະປະສົບກັບສິ່ງທີ່ດີ" ຫລື "ພຣະເຈົ້າຈະເຮັດໃຫ້ລາວຈະເລີນຮຸ່ງເຮືອງ."
- "ພອນ" ສາມາດແປເປັນ "ມັນດີປະເສີດສໍາລັບຜູ້ທີ່ຮັບ."
- ສຳນວນທີ່ຄ້າຍຄື, "ໃຫ້ພຣະເຈົ້າອວຍພອນ" ສາມາດແປເປັນ, "ຂໍໃຫ້ພຣະຜູ້ເປັນເຈົ້າໄດ້ຮັບການຍ້ອງຍໍ" ຫລື "ສັນລະເສີນພຣະຜູ້ເປັນເຈົ້າ" ຫລື "ຂ້ອຍສັນລະເສີນພຣະຜູ້ເປັນເຈົ້າ."
- ໃນແງ່ຂອງການອວຍພອນອາຫານ, ສິ່ງນີ້ສາມາດແປເປັນ, "ຂອບໃຈພຣະເຈົ້າ ສຳລັບອາຫານ" ຫລື "ສັນລະເສີນພຣະເຈົ້າທີ່ໄດ້ໃຫ້ອາຫານແກ່ພວກເຂົາ" ຫລື "ອາຫານທີ່ໄດ້ຮັບການອຸທິດໂດຍການສັນລະເສີນພຣະເຈົ້າ ສຳລັບອາຫານ."
ອວດອົ່ງ
ຄຳວ່າ“ ອວດດີ” ໝາຍຄວາມວ່າຈະເປັນຄົນທີ່ມີຄວາມພາກ ພູມໃຈ, ໂດຍປົກກະຕິໃນທາງທີ່ເຫັນໄດ້ແຈ້ງແລະພາຍນອກ.
- ຄົນທີ່ຈອງຫອງມັກຈະອວດອ້າງຕົວເອງ. *ມັກຈະເປັນຄົນຈອງຫອງມັກຈະລວມເຖິງການຄິດວ່າຄົນອື່ນບໍ່ ສຳ ຄັນຫລືມີພອນສະຫວັນເທົ່າກັບຕົວເອງ.
- ຄົນທີ່ບໍ່ໃຫ້ກຽດພຣະເຈົ້າແລະຜູ້ທີ່ຕໍ່ຕ້ານພຣະອົງກໍ່ອວດອ້າງເພາະພວກເຂົາບໍ່ຍອມຮັບວ່າພຣະເຈົ້າຍິ່ງໃຫຍ່ເທົ່າໃດ.
ອະເວຈີ
ຄຳວ່າ "ອະເວຈີ" ໝາຍເຖິງຂຸມທີ່ກວ້າງ,ເລິກຫລາຍ ຫລືເຫວເລິກທີ່ບໍ່ມີກົ້ນເຫວ.
- ໃນພະຄຳພີ, ຄຳວ່າ "ອະເວຈີ" ຄືສະຖານທີ່ແຫ່ງການລົງໂທດ.
- ຕົວຢ່າງເຊ່ນ, ເມື່ອພຣະເຢຊູຊົງສັ່ງໃຫ້ເຫລົ່າວິນຍານຊົ່ວໃຫ້ອອກຈາກຜູ້ຊາຍຄົນໜຶ່ງ, ພວກມັນໄດ້ຂໍຮ້ອງພຣະອົງວ່າຢ່າສົ່ງພວກມັນໄປຍັງອະເວຈີເລີຍ.
- ຄຳວ່າ "ອະເວຈີ" ອາດແປໄດ້ອີກວ່າ "ຂຸມທີ່ບໍ່ມີກົ້ນ" ຫລື "ເຫວເຫລິກ"
- ຄຳນີ້ຄວນໃຊ້ຄຳແປທີ່ຕ່າງໄປຈາກຄຳວ່າ "hades," "sheol," ຫລື "hell."
ອັນຕີໂອເຂຍ
ອັນຕີໂອເຂຍເປັນຊື່ຂອງເມືອງໃນພັນທະສັນຍາໄໝ່ ເມືອງໜຶ່ງຢູ່ໃນແຂວງຊີເຣຍ ໃກ້ກບຊາຍຝັ່ງທະເລເມດີເຕລະເນຍ ອີກເມືອງໜຶ່ງຢູ່ໃນແຂວງປີສີເດຍຂອງອານາຈັກໂຣມ ໃກ້ກັບເມືອງໂກໂລຊາຍ
- ຄຣິດຕະຈັກທ້ອງຖິ່ນໃນເມືອງອັນຕີໂອເຂຍ ແຂວງຊີເຣຍ ເປັນຄຣິດຕະຈັກທຳອິດທີ່ບັນດາຜູ້ສັດທາໃນພຣະເຢຊູ ທີ່ເອີ້ນວ່າ "ຄຣິດສະຕຽນ " ຄຣິດຕະຈັກທີ່ນັ້ນໄດ້ຮ້ອນຮົນໃນການສົ່ງຜູ້ປະກາດຂ່າວປະເສີດໃຫ້ຄົນຕ່າງຊາດ
- ພວກຜູ້ນຳຄຣິດຕະຈັກໃນກຸງເຢຣູຊາເລັມໄດ້ສົ່ງຈົດໝາຍສະບັບໜຶ່ງໄປຍັງຜູ້ສັດທາໃນຄຣິດຕະຈັກທີ່ເມືອງອັນຕິໂອເຂຍ ແຂວງຊີເຣຍເພື່ອຊ່ວຍໃຫ້ພວກເຂົາຮູ້ວ່າໃນການທີ່ຈະເປັນຄຣິດສະຕຽນນັ້ນ ພວກເຂົາບໍ່ຕ້ອງຮັກສາບົດບັນຍັດຂອງຊາດຢີວ
- ໂປໂລ ບາລະນາບັດ ແລະໂຢຮັນ ມາຣະໂກ ໄດ້ເີດນທາງໄປຍັງເມືອງອັນຕີໂອເຂຍ ແຂວງເປີເຊຍເພື່ອປະກາດຂ່າວປະເສີດ ມີຄົນຢີວບາງຄົນຈາກເມື່ອງອື່ນໆ ມາສ້າງບັນຫາກໍ່ກວນແລະພະຍາຍາມຈະຂ້າໂປໂລ ແຕ່ມີຄົນຫລວງຫລາຍທັງຄົນຢີວແລະຄົນຕ່າງຊາດໄດ້ຟັງຄຳສອນແລະໄດ້ສັດທາໃນພຣະເຢຊູ
ອັນເດອາ
ອັນເດອາເປັນຜູ້ໜຶ່ງໃນພວກຊາຍສິບສອງຄົງທີ່ພຣະເຢຊູຊົງໄດ້ເລືອກໃຫ້ເປັນສາວົກທີ່ໃກ້ສິດທີ່ສຸດ ( ພາຍຫລັງກໍເອີ້ນວ່າອັກຂະຣາດສະທູດ)
- ອ້າຍຂອງອັນເດອາຄຶຊີໂມນ ເປໂຕພວກເຂົາທັງສອງເປັນຄົນຫາປາ
- ເປໂຕແລະອັນເດອາກຳລັງຫາຢູ່ໃນທະເລກາລິເລ ເມື່ອພຣະເຢຊູຊົງເອີ້ນພວກເຂົາໃຫ້ມາເປັນສາວົກຂອງພຣະອົງ
- ກ່ອນທີ່ເປໂຕແລະອັນເດອາກ່ອນຈະພົນກັບພຣະເຢຊູ ພວກເຂົາເຄີຍເປັນສາວົກຂອງໂຢຮັນຜູ້ໃຫ້ບັບຕິດສະມາມາກ່ອນ
ອັບຊາໂລມ
ອັບຊາໂລມເປັນລູກຊາຍທີ່ສາມຂອງກະສັດດາວິດ. ທ່ານໄດ້ຊື່ວ່າເປັນຄົນຮູບງາມແລະເຈົ້າອາລົມ.
- ເມື່ອຕາມານ້ອງສາວຂອງອັບຊາໂລມຖືກຂົ່ມຂືນໂດຍອຳໂນນຊຶ່ງເປັນພີ່ນ້ອງຕ່າງແມ່, ອັບຊາໂລມໄດ້ວາງແຜນຂ້າອຳໂນນ.
- ຫຼັງຈາກທີ່ຂ້າອຳໂນນແລ້ວ ອັບຊາໂລມໄດ້ໜີໄປຢັງແຄວ້ນຂອງຄົນເກຊູ (ຊື່ງມາອາຄາແມ່ຂອງທ່ານມາຈາກນັ້ນ) ແລະຢູ່ບ່ອນນັ້ນສາມປີ. ແລ້ວກະສັດດາວິດຊົງໄດ້ບອກໃຫ້ທ່ານກັບມາຍັງກຸງເຢຣູຊາເລັມ, ແຕ່ຊົງບໍ່ອະນຸຍາດໃຫ້ເຂົ້າເຝົ້າເປັນເວລາສອງປີ.
- ອັບຊາໂລມໄດ້ຊັກຊວນປະຊາຊົນບາງສ່ວນໃຫ້ຕໍ່ຕ້ານກະສັດດາວິດແລະກະບົດຕໍ່ພະອົງ.
- ທະຫານຂອງດາວິດໄດ້ຕໍ່ສູ້ກັບອັບຊາໂລມແລະໄດ້ຂ້າທ່ານເສຍ ດາວິດເສຍໃຈເປັນຢ່າງຫນັກຕໍ່ເຫດການນີ້.
ອັບຣາຮາມ, ອັບຣາບ
ອັບຣາມເປັນຄົນເຄລເດຍມາຈາກເມືອງອຸເຣ ເປັນຜູ້ໄດ້ຮັບການຊົງເລືອກຈາກພຣະເຈົ້າໃຫ້ເປັນບັນພະບຸລຸດຂອງຄົນອິດສະຣາເອນ. ພຣະເຈົ້າຊົງໄດ້ປ່ຽນຊື່ຂອງທ່ານເປັນ "ອັບຣາຮາມ."
- ຊື່ "ອັບຣາມ" ໝາຍຄວາມວ່າ "ພໍ່ທີ່ໄດ້ຮັບການຢົກຍ້ອງ"
- "ອັບຣາຮາມ" ໝາຍຄວາມວ່າ "ພໍ່ຂອງຄົນທັງຫຼາຍ."
- ພຣະເຈົ້າຊົງໄດ້ສັນຍາກັບຮັບຣາຮາມວ່າ ທ່ານຈະມີເຊື້ອສາຍຫລວງຫລາຍ, ຊຶ່ງພວກທ່ານທັງຫຼາຍຈະກາຍເປັນຊົນຊາດໃຫຍ່.
- ອັບຣາຮາມເຊື່ອໃນພຣະເຈົ້າແລະເຊື່ອຟັງພຣະອົງ. ພຣະເຈົ້າຊົງໄດ້ນຳອັບຣາຮາມໃຫ້ຢ້າຍອອກຈາກຖິ່ນຂອງຄົນເຄລເດຍໄປຢັງແຜ່ນດິນການາອານ.
- ໃນຂະນະທີ່ອາໄສຢູ່ໃນແຜ່ນດິນການາອານ, ເມື່ອພວກທ່ານເຖົ້າແກ່ຫລາຍແລ້ວ, ອັບຣາຮາມແລະນາງຊາຣາພັນລະຍາຂອງທ່ານກໍໄດ້ມີບຸດຊາຍຄົນໜຶ່ງຊື່ ອິຊາກ.
ອັບເນ
ໃນພະສັນຍາເດີມ ອັບເນ ເປັນລູກອ້າຍລູກນ້ອງຂອງກະສັດໂຊນ
- ອັບເນເປັນຜູ້ບັນຊາການກອງທະຫານຂອງໂຊນ, ແລະໄດ້ພາເດັກໜຸ່ມດາວິດໄປເຂົ້າເຝົ້າໂຊນຫລັງຈາກທີ່ດາວິດໄດ້ຂ້າຍັກໃຫ່ຍ ໂກລິອາດ.
- ຫລັງຈາກທີ່ກະສັດໂຊນເສຍຊີວິດ, ອັບເນໄດ້ແຕ່ງຕັ້ງອິດະໂບເສັດລູກຊາຍຂອງໂຊນຂື້ນເປັນກະສັດຂອງອິດສະຣາເອນໃນຂະນະທີ່ດາວິດໄດ້ຮັບການແຕ່ງໃຫ້ເປັນກະສັດຂອງຢູດາ.
- ພາຍຫລັງມາ, ໂຢອາບຊຶ່ງເປັນຜູ້ບັນຊາການທະຫານຂອງດາວິດໄດ້ວາງແຜນຂ້າອັບເນ.
ອາກີລາ
ທ່ານ ອາກີລາ ແມ່ນຊາວຄຣິດສະຕຽນຊາວຢິວທີ່ມາຈາກແຂວງ ຟອນຮເທັນ, ເຊິ່ງຕັ້ງຢູ່ແຄມຝັ່ງທະເລທາງໃຕ້ຂອງທະເລດຳ.
ອາກີລາ ແລະ ປີຣສິລາ ອາໄສຢູ່ໃນກຸງໂຣມ , ອີຕາລີເປັນເວລາ ໜຶ່ງ, ແຕ່ຕໍ່ມາເຈົ້າຊີວິດໂຣມ, ຄາລີຣດັນສ ໄດ້ບັງຄັບໃຫ້ຊາວຢິວທັງໝົດຕ້ອງໜີອອກຈາກ ໂຣມ. * ຫລັງຈາກນັ້ນອາກີລາແລະປີຣສິລາໄດ້ເດີນທາງໄປເມືອງໂກ ລິນໂທ ບ່ອນທີ່ເຂົາເຈົ້າໄດ້ພົບກັບອັກຄະສາວົກໂປໂລ. * ພວກເຂົາເຮັດວຽກເປັນຜູ້ສ້າງເຕັນກັບໂປໂລ, ພ້ອມທັງຊ່ວຍລາວໃນວຽກງານເຜີຍແຜ່ຂອງລາວ. ທັງສອງ ອາກີລາ ແລະ ປີຣສິລາ ໄດ້ສອນຜູ້ທີ່ເຊື່ອຄວາມຈິງກ່ຽວກັບພຣະເຢຊູ; ໜຶ່ງໃນຜູ້ທີ່ເຊື່ອນັ້ນແມ່ນຄູສອນທີ່ມີພອນສະຫວັນທີ່ມີຊື່ວ່າ ອະໂປໂລ.
ອາງຸ່ນ
ອາງຸ່ນເປັນຜົນລະໃມ້ຂະໜາດນອ້ຍກົມ ຜິວລຽບທີ່ເຕີບຕົວໃນພວງອາງຸ່ນນ້ຳຂອງລູກອາງຸ່ນຖືກນຳມາໃຊ້ໃນການເຮັດເຫລົ້າອາງຸ່ນ.
- ຫມາກອາງຸ່ນມີຫລາຍສີແຕກຕ່າງກັນ ເຊັ່ນສີຂຽວ ສີມວ່ງຫລືສີແດງ.
- ຫມາກອາງຸ່ນສາມາດມີຂະໜາດປະມານໜຶ່ງເຖີງສາມຊັງຕີແມັດ.
- ຄົນປູກອາງຸ່ນໃນສວນທີ່ເອີ້ນວ່າສວນອາງຸ່ນ ໂດຍປົກກະຕິຈະປະກອບດວ້ຍງ່າອາງຸ່ນເປັນແຖວຍາວ.
- ໝາກອາງຸ່ນເປັນອາຫານສຳຄັນໃນສະໃໝພຣະຄຳພີແລະການມີສວນອາງຸ່ນເປັນສັນຍາລັກຂອງຄວາມຮັ່ງມີ.
- ເພື່ອທີ່ຈະເກັບໝາກອາງຸ່ນຈາກການເໜົ່າເສຍ ປະຊົນຈະຕາກແຫ້ງພວກມັນ ອາງຸ່ນແຫ້ງເອີ້ນວ່າ "ລູກເກດ" ແລະພວກມັນຖືກໃຊ້ເຮັດເຂົ້າໜົມເຄັກລູກເກດ.
- ພຣະເຢຊູຊົງເຫົ່ລາຄຳອຸບປະມາກຽ່ວກັບສ່ວນອາງຸ່ນເພື່ນສອນ ພວກສາວົກຂອງພຣະອົງກຽ່ວກັບອານາຈັກຂອງພຣະເຈົ້າ.
ອາທາເສອເຊສ
ອາທາເສອເຊສ ແມ່ນກະສັດທີ່ຂຶ້ນປົກຄອງຈັກກະພັດເປີເຊຍຕັ້ງແຕ່ປີ 464 ເຖິງ 424 BC.
- ໃນລະຫວ່າງການປົກຄອງຂອງອາເຣຕາເຊເຊ, ຊາວອິດສະລາ ແອນຈາກຢູດາໄດ້ຖືກເນລະເທດຢູ່ບາບີໂລນເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງເປີເຊຍໃນເວລານັ້ນ.
- ອາທາເສອເຊສໄດ້ອະນຸຍາດໃຫ້ປະໂລຫິດເອເຊຣາແລະຜູ້ນຳ ຊາວຢິວອື່ນໆອອກຈາກບາບີໂລນແລະກັບໄປເຢຣູຊາເລັມເພື່ອສອນກົດ ໝາຍ ຂອງພຣະເຈົ້າໃຫ້ຊາວອິດສະລາເອນ.
- ຕໍ່ມາໃນລະຫວ່າງເວລານີ້,ອາທາເສອເຊສຍັງໄດ້ອະນຸຍາດໃຫ້ເນເມຍຂອງເຂົາເຈົ້າກັບໄປເຢຣູຊາເລັມເພື່ອນຳພາຊາວຢິວໃນການກໍ່ສ້າງກຳແພງອ້ອມເມືອງອີກ. ເນື່ອງຈາກວ່າບາບີໂລນຢູ່ພາຍໃຕ້ການປົກຄອງຂອງເປີເຊຍ, ບາງຄັ້ງອາທາເສຣເຊສຈຶ່ງຖືກເອີ້ນວ່າ "ກະສັດແຫ່ງບາບີໂລນ." ໃຫ້ສັງເກດວ່າ ອາທາເສອເຊສ ບໍ່ແມ່ນຄົນດຽວກັນກັບ ເສອເຊສ (ອາເສອຣັດ).
ອານາ
ອານາເປັນມະຫາປາໂລຫິດຂອງຄົນຊາດຢີວໃນກຸງເຢຣູຊາເລັມເປັນເວລາ 10 ປີປະມານປີ ຄ.ສ 6 ເຖິງ ຄ.ສ.15 ແລ້ວກໍຖືກຣັດທະບານໂຣມປົດອອກຈາກການເປັນມະຫາປະໂລຫິດ ແຕ່ເຂົາກໍຍັງເປັນຜູ້ນຳທີ່ມີອິດທິພົນທາມກາງຄົນຊາດຢີວຕໍ່ໄປ
- ອານາເປັນພໍ່ເຖົ້າຂອງກາຢາຟັດຊື່ງເປັນມາຫາປະໂລຫິດໃນສະໄມທີ່ພຣະເຢຊູຊົງກະທຳພາລະກິ
- ຫລັງຈາກທີ່ມະຫາປະໂລຫິດເກບຊີແລ້ວ ພວກເຂົາຍັງຄົງໃຫ້ໃຊ້ຊື່ແລະຕຳແໜ່ງຕໍ່ໄປ ພ້ອມກັບມີໜ້າທີ່ການຮັບຜິດຊອບເລື່ອງຕ່າງໆ ດັ່ງນັ້ນອານາຍັງໄດ້ເວົ້າເຖິງການເປັນປະໂລຫິຢູ່ໃນສະໄໝຂອງມະຫາປະໂລຫິດກາຍາຟາດແລະຄົນອື່ນໆ
- ໃນຊ່ວງການແກ້ຄະດີຕໍ່ໜ້າພວກຜູ້ນຳຊາດຢິວ ພຣະເຢຊູຊົງຖືກນຳມາໃຫ້ອານາສອບສວນກ່ອນ
ອານາຈັກ
ອານາຈັກຄືກຸ່ມຄົນທີ່ຖືກປົກຄອງໂດຍກະສັດອົງຫນຶ່ງ ແລະຍັງໝາຍເຖິງເຂດແດນຫລືເຂດແດນທາງການເມືອງທີ່ກະສັດຫລືຜູ້ປົກຄອງຄົນອື່ນໄດ້ຄວຸມແລະມີອຳນາດຢູ່ເຫນືອ. * ອານາຈັກສາມາດມີຂະຫນາດໃດກໍ່ໄດ້ທາງພູມສັນຖານ ກະສັດອົງໜຶ່ງອາດຈະປົກຄອງຊົນຊາດຫນຶ່ງຫລື ປະເທດຫນຶ່ງຫລືເມືອງໜຶ່ງເທົ່ານັ້ນ. * ຄຳວ່າ "ອານາຈັກ" ຍັງໝາຍເຖິງການຄອບຄອງຫລືສິດອຳນາດໃນຝ່າຍຈິດວິນຍານຄືກັບຄຳວ່າ "ອານາຈັກຂອງພຣະເຈົ້າ". * ພຣະເຈົ້າຊົງປົກຄອງທຸກສິ່ງທີ່ພຣະອົງຊົງສ້າງທັງໝົດ ແຕ່ຄຳວ່າ "ອານາຈັກຂອງພຣະເຈົ້າ" ໝາຍເຖິງການປົກຄອງຂອງພຣະອົງແລະສິດອຳນາດຢູ່ເຫນືອປະຊາກອນທີ່ໄດ້ເຊື່ອໃນພຣະເຢຊູແລະຜູ້ທີ່ໄດ້ຍອມຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. * ພຣະຄຳພີຍັງກ່າວເຖິງຊາຕານທີ່ມີ "ອານາຈັກ" ທີ່ມັນປົກຄອງພຽງຊົ່ວຄາວເໜຶອຫລາຍສິ່ງໃນແຜ່ນດີນໂລກນີ້ ອານາຈັກຂອງມັນນັ້ນຊົ່ວຮ້າຍແລະຖືກເອີ້ນວ່າ "ຄວາມມືດ".
ຄຳແນະນຳໃນການແປ
- ເມື່ອມີການກ່າວເຖິງເຂດແດນທີ່ປົກຄອງໂດຍກະສັດຄຳວ່າ "ອານາຈັກ" ສາມາດແປວ່າ "ປະເທດ".
ອານາຈັກຂອງພຣະເຈົ້າ, ອານາຈັກສະຫວັນ
ຄຳວ່າ "ອານາຈັກຂອງພຣະເຈົ້າ" ແລະ "ອານາຈັກສະຫວັນ" ທັງສອງຄຳໝາຍເຖິງການປົກຄອງແລະສິດອຳນາດຂອງພຣະເຈົ້າເໜືອປະຊາກອນແລະເໜືອສິ່ງທີ່ພຣະອົງຊົງສ້າງທັງປວງ. * ຊາວຢິວມັກຈະໃຊ້ຄຳວ່າ "ສະຫວັນ" ເພື່ອເປັນການກ່າວເຖິງພຣະເຈົ້າ ເພື່ອເປັນການຫລີກລ້ຽງການກ່າວເຖິງພຣະນາມຂອງພຣະອົງໂດຍກົງ (ເບິ່ງເພີ່ມເຕີມ: metonymy). * ໃນພຣະຄຳພີໃຫມ່ມັດທາຍໄດ້ຂຽນວ່າ ລາວໄດ້ກ່າວເຖິງອານາຈັກຂອງພຣະເຈົ້າວ່າເປັນ "ອານາຈັກສະຫວັນ" ເພາະວ່າຕົ້ນຕໍແລ້ວລາວຂຽນເຖິງຊາວຢິວ. * ອານາຈັກຂອງພຣະເຈົ້າຫມາຍເຖິງພຣະເຈົ້າກຳລັງປົກຄອງເຫນືອປະຊາກອນຝ່າຍວິນຍານກໍ່ຄືການປົກຄອງເຫນືອທັງໂລກ. * ຜູ້ປະກາດຂ່າວປະເສີດໃນພຣະຄຳພີເດີມກ່າວວ່າ ພຣະເຈົ້າຈະສົ່ງພຣະເມຊີອາເພື່ອມາປົກຄອງດ້ວຍຄວາມຊອບທຳ ພຣະເຢຊູຄຣິສຄືພຣະບຸດຂອງພຣະເຈົ້າ,ແມ່ນພຣະເມຊີອາຜູ້ທີ່ຈະມາປົກຄອງອານາຈັກຂອງພຣະເຈົ້າຕະຫລອດໄປ.
ຄຳແນະນຳໃນການແປ
- ຄວາມໝາຍທົ່ວໄປຄຳວ່າ "ອານາຈັກຂອງພຣະເຈົ້າ" ສາມາດແປໄດ້ວ່າ "ການປົກຄອງຂອງພຣະເຈົ້າ".
ອານາຈັກອິດສະຣາເອນ
ຄຳວ່າ "ອານາຈັກອິດສະຣາເອນ" ຫມາຍເຖິງເຂດພາກເໜືອຂອງອິດສະຣາເອນເມື່ອສິບສອງເຜົ່າຂອງອິດສະຣາເອນຖືກແບ່ງອອກເປັນສອງອານາຈັກຫລັງຈາກກະສັດຊາໂລໂມນຊິ້ນພຣະຊົນ.
- ອານາຈັກຂອງອິດສິຣາເອນໃນຕອນເໜືອມີສິບເຜົ່າແລະອານາຈັກຢູດາຢູ່ທາງທິດໃຕ້ມີສອງເຜົ່າ.
- ເມືອງຫລວງຂອງອານາຈັກອິດສະຣາເອນແມ່ນເມືອງຊາມາເຣຍ ເຊິ່ງຢູ່ຫ່າງປະມານ 50 ກິໂລແມັດຈາກກຸງເຢຣູຊາເລັມ ເມືອງຫລວງຂອງຢູດາ.
- ກະສັດທຸກພຣະອົງຂອງອານາຈັກອິດສະຣາເອນຊົ່ວຮ້າຍ ພວກເຂົາໃຫ້ປະຊາຊົນຮັບໃຊ້ຮູບເຄົາລົບແລະພະທຽມຕ່າງໆ.
- ພຣະເຈົ້າໄດ້ສົ່ງຊາວອັດຊີເຣຍໄປໂຈມຕີອານາຈັກອິດສະຣາເອນ ປະຊາຊົນອິດສະຣາເອນຈຳນວນຫລວງຫລາຍຖືກຈັບເປັນຊະເລີຍແລະຖືກກວາດຕ້ອນໄປໃຊ້ຊີວິດໃນອັດຊີເຣຍ
- ພວກອັດຊີເຣຍໄດ້ພາພວກຄົນຕ່າງຊາດເຂົ້າມາອາໄສຢູ່ຮ່ວມກັບປະຊາກອນທີ່ເຫລືອຢູ່ພຽງເລັກນ້ອຍໃນອານາຈັກອິດສະຣາເອນ ຄົນຕ່າງຊາດເຫລົ່ານີ້ໄດ້ແຕ່ງງານກັບຊາວອິດສະຣາເອນແລະເຊື່ອສາຍຂອງພວກຊາຍຊາມາເຣຍ.
ອານຸສອນ, ການຖວາຍເພື່ອເປັນຄວາມຊົງຈຳ
ຄຳວ່າ "ອານຸສອນ" ບົ່ງບອກເຖິງການກະທຳ ຫລືສິ່ງທີ່ເຮັດໃຫ້ບາງຄົນ ຫລືບາງສິ່ງ ເປັນທີ່ຈື່ຈຳໄດ້ຕະຫລອດໄປ.
- ຄຳນີ້ຍັງຖືກໃຊ້ເປັນບົດຄວາມ ເພື່ອອະທິບາຍເຖິງບາງສິ່ງ ທີ່ເຮັດໃຫ້ພວກເຂົາຈື່ຈຳສິ່ງນັ້ນໄດ້, ເຊັ່ນ "ການຖວາຍເພື່ອເປັນຄວາມຊົງຈຳ," "ສ່ວນທີ່ລະນຶກເຖິງ" ຂອງການເສຍສະລະ ຫລື "ສິລາຈາລຶກ."
- ໃນພຣະຄຳພີເດີມ ການຖວາຍເພື່ອເປັນຄວາມຊົງຈຳ ໄດ້ເຮັດຂຶ້ນມາ ເພື່ອໃຫ້ຊາວອິດສະຣາເອນ ລະນຶກເຖິງສິ່ງທີ່ພຣະເຈົ້າ ໄດ້ເຮັດເພື່ອພວກເຂົາ.
- ພຣະເຈົ້າໄດ້ສັ່ງໃຫ້ບັນດາປະໂຣຫິດຂອງອິດສະຣາເອນ ສວມໃສ່ເສື້ອຄຸມພິເສດ ທີ່ໃສ່ສິລາຈາລຶກໄວ້ ເພື່ອໃຫ້ເປັນເຄື່ອງເຕືອນຄວາມຊົງຈຳ. ໃນສິລາຈາລຶກເຫລົ່ານີ້ ໄດ້ແກະສະຫລັກຊື່ຂອງສິບສອງຊົນເຜົ່າຂອງອິດສະຣາເອນໃສ່. ບາງເທື່ອ ສິ່ງເຫລົ່ານີ້ ຈະຊ່ວຍເຕືອນໃຫ້ພວກເຂົາຈື່ວ່າ ຄວາມສັດຊື່ຂອງພຣະເຈົ້າ ມີໃຫ້ພວກເຂົາສະເໝີ.
- ໃນພຣະຄຳພີໃໝ່, ພຣະເຈົ້າ ໄດ້ໃຫ້ກຽດແກ່ຊາຍຄົນໜຶ່ງ ຄື ໂກເນລີໂອ ເພາະລາວໄດ້ໃຫ້ທານແກ່ຜູ້ຍາກຈົນ. ການໃຫ້ທານທີ່ໄດ້ເຮັດນີ້ ຈິ່ງຖືກເອິ້ນວ່າເປັນ "ທີ່ລະນຶກເຖິງ" ຕໍ່ພຣະພັກພຣະເຈົ້າ.
ຄຳແນະນຳໃນການແປ
- ນີ້ຍັງສາມາດແປໄດ້ອີກວ່າ, "ການເຕືອນທີ່ຍາວນານ."
- "ສິລາຈາລຶກ" ສາມາດແປໄດ້ອີກວ່າ, "ສິລາເພື່ອເຕືອນພວກເຂົາ."
ອາມາຊີຢາ
ອາມາຊີຢາໄດ້ກາຍເປັນກະສັດປົກຄອງເຫນືອອານາຈັກຢູດາເມື່ອກະສັດໂຢອາດ,ພໍ່ຂອງເພິ່ນ,ຖືກເສຍຊີວິດ. * ກະສັດ * กษัตริย์อามาซิยาห์ได้ปกครองเหนือยูดาห์เป็นเวลายี่สิบเก้าปี จากปี 796 ก.ค.ศ.ถึง 767 ก.ค.ศ. * พระองค์ทรงเป็นกษัตริย์ที่ดี แต่พระองค์ทรงไม่ได้ทำลายสถานสูงทั้งหลายที่ซึ่งใช้บูชารูปเคารพ * กษัตริย์อามาซิยาห์ทรงได้ประหารบรรดาคนที่มีส่วนในการปลงประชนม์พระบิดาของพระองค์ * พระองค์ทรงเอาชนะคนเอโดมที่กบฎ และทำให้พวกเขาอยู่ภายใต้การปกครองของอาณาจักรยูดาห์ * พระองค์ทรงท้าทายกษัตริย์เยโฮอาชของอิสราเอลให้มาสู้รบกัน แต่กลับพ่ายแพ้ กำแพงเมืองเยรูซาเล็มส่วนหนึ่งได้พังลงมา และภาชนะเงินและทองทั้งหลายของพระวิหารได้ถูกขโมยไป * หลายปีต่อมากษัตริย์อามาซิยาห์ทรงได้หันหลังให้พระยาห์เวห์ และมีบางคนในกรุงเยรูซาเล็มได้วางแผนร่วมกันและได้ปลงพระชนม์พระองค์
ອາມາເຫລັກ,ຄົນອາມາເຫລັກ
ຄົນອາມາເຫລັກເປັນກຸ່ມຄົນທີ່ບໍ່ຢູ່ຄົງທີ່ກຸ່ມນື່ງ ເຊີ່ງອາໃສຢູ່ທົ່ວໄປໃນຕອນໃຕ້ຂອງການາອານ,ຈາກທະເລຊາຍເນເກັບໄປຈົນເຖີງປະເທດອາຣະເບຍ.ຄົນກຸ່ມນີ້ເປັນເຊື້ອສາຍຂອງອາມາເຫລັກ ຜູ້ເປັນຫລານຊາຍຂອງເອຊາວ.
ຄົນອາມາເຫລັກເປັນຄູ່ສັດຕູຄູ່ອາຄາດກັບອິດສະຣາເອນຕັ້ງແຕ່ສະໄຫມເມື່ອອິດສະຣາເອນມາອາໃສຢູ່ໃນແຜ່ນດິນການາອານເທື່ອທຳອິດ. ບາງຄັ້ງຄຳວ່າ "ອາມາເຫລັກ " ຖືກໃຊ້ເປົນພາບເລັ່ງເຖີງຄົນອາມາເຫລັກທັງຫມົດ.(ເບິ່ງເພີ້ມເຕີມ: synecdoche) * ຄັ້ງນື່ງໃນສົງຄາມຕໍ່ສູ້ຄົນອາມາເຫລັກ,ເມື່ອໂມເຊຍົກມື້ຂອງເພິ່ນຂື້ນຄົນອິດສະຣາເອນກໍໄດ້ໄຊຊະນະ.ເມື່ອໂມເຊເມື່ອຍມືຕົກລົງມາ, ຄົນອິດສະຣເອນກໍພາຍແພ້,ດັ່ງນັ້ນອາໂຣນແລະຮູເຣຈຶ່ງໄດ້ຊອ່ຍຊູມືຂອງໂມເຊໃຫ້ຍົກຂື້ນຈົນກວ່າວ່າກອງທັບອິດສະຣາເອນໄດ້ເອົາຊະນະຄົນອາມາເຫລັກ. * ທິງກະສັັດຊາອູນແລະກະສັດດາວິດໄດ້ເຄີຍນຳກອງທັບບຸກໂຈມຕີຄົນອາເມເຫລັກ. *ຄັ້ງນື່ງຫລັງຈາກທີ່ມີໄຊຊະນະເຫນືອຄົນອາເມເຫລັກ ຊາອູນບໍ່ໄດ້ເຊື່ອຟັງພຣະເຈົ້າໂດຍເຊື່ອງເອົາຂອງທີ່ຢືດມາໄດ້ ແລະບໍ່ໄດ້ຂ້າກະສັດຂອງຄົນອາເມເຫລັກຕາມທີ່ພຣະເຈົ້າຊົງໄດ້ບັນຊາໃຫ້ທຳ.
ອາຣາບາ
ໃນພຣະຄຳພີເດີຄຳສັບຂອງຄຳວ່າ "ອາຣາບາ" ມັກຈະ ໝາຍ ເຖິງເຂດທະເລຊາຍແລະທົ່ງພຽງທີ່ກວ້າງໃຫຍ່ໄພສານເຊິ່ງປະກອບມີຮ່ອມພູທີ່ຢູ່ອ້ອມຮອບແມ່ນ້ ຳຈໍແດນແລະແຜ່ໄປທາງໃຕ້ໄປທາງທິດ ເໜືອ ຂອງທະເລແດງ.
- ຊາວອິດສະລາແອນເດີນທາງຜ່ານເຂດທະເລຊາຍແຫ່ງນີ້ໃນການເດີນທາງຈາກປະເທດເອຢິບໄປຍັງແຜ່ນດິນການາອານ. *"ທະເລຂອງ ອັບຣາບາ" ຍັງສາມາດຖືກແປເປັນ, "ທະເລທີ່ຕັ້ງຢູ່ໃນເຂດທະເລຊາຍອັບຣາບາ." ທະເລນີ້ມັກຖືກເອີ້ນວ່າ "ທະເລເກືອ" ຫລື "ທະເລຕາຍ."
ອາຣາຣັດ
ໃນພຣະຄຳພີ, "ອາຣາຣັດ" ແມ່ນຊື່ທີ່ມອບໃຫ້ແຜ່ນດິນ, ອານາຈັກແລະພູເຂົາ.
- "ແຜ່ນດິນຂອງ ອາຣາຣັດ" ແມ່ນອາດຈະຕັ້ງຢູ່ໃນທິດຕາເວັນອອກສຽງ ເໜືອ ຂອງປະເທດຕຸລະກີໃນປະຈຸບັນ. *ອາຣາຣັດ ແມ່ນເປັນທີ່ຮູ້ຈັກກັນດີທີ່ສຸດວ່າຊື່ຂອງພູເຂົາທີ່ຫີບຂອງໂນອາໄດ້ມາພັກຜ່ອນຫລັງຈາກນ້ ຳຖ້ວມໃຫຍ່ໄດ້ເລີ່ມຕົ້ນລົງ.
- ໃນຍຸກສະໄໝນີ້, ພູເຂົາທີ່ເອີ້ນວ່າ "ພູເຂົາ ອາຣາຣັດ" ມັກຖືກຄິດວ່າເປັນທີ່ຕັ້ງຂອງ "ພູເຂົາ ອາຣາຣັດ" ໃນພຣະ ຄຳພີ.
ອາຣາເບີຍ, ຊາວອາຣາເບີຍ
ອາຣາເບີຍແມ່ນແຫຼມໃຫຍ່ທີ່ສຸດໃນໂລກ, ມີເນື້ອທີ່ເກືອບ 3,000,000 ກິໂລຕາແມັດ. ມັນຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ຂອງອິດສະຣາເອນ, ແລະມີຊາຍແດນຕິດກັບທະເລແດງ, ທະເລອາຣາເບີຍ, ແລະອ່າວເປີເຊຍ.
ຄຳວ່າ "ອາຣາເບີຍ" ແມ່ນໃຊ້ເພື່ອໝາຍເຖິງຄົນທີ່ອາໄສຢູ່ໃນປະເທດອາຣາເບີຍຫຼືກ່ຽວກັບບາງສິ່ງບາງຢ່າງທີ່ພົວພັນກັບອາຣາເບຍ. ຄົນທຳອິດທີ່ອາໄສຢູ່ປະເທດອາຣາເບຍແມ່ນລູກຫລານຂອງເຊມ. ຜູ້ອາໄສຢູ່ໃນຍຸກອື່ນໆຂອງອາຣາເບຍລວມມີອິດຊະມາເອນລູກຊາຍຂອງອັບຣາຮາມແລະເຊື້ອສາຍຂອງລາວ, ພ້ອມທັງລູກຫລານຂອງເອຊາວ. *ເຂດທະເລຊາຍບ່ອນທີ່ຊົນຍິດສະລາເອນເດີນທາງມາເປັນເວລາ 40 ປີຕັ້ງຢູ່ປະເທດອາຣາເບີຍ. * ຫລັງຈາກກາຍເປັນຜູ້ທີ່ເຊື່ອໃນພຣະເຢຊູ, ອັກຄະສາວົກໂປໂລໄດ້ໃຊ້ເວລາສອງສາມປີຢູ່ໃນທະເລຊາຍຂອງອາຣະເບີຍ.
ອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າ
ຄຳວ່າ " ອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າ " ຖືກໃຊ້ໂດຍອັກຄະສາວົກໂປໂລເພື່ອອ້າງເຖີງມີື້ປັດສະຄາທີ່ ພຣະເຢຊູຊົງຮັບປະທານພ້ອມກັບພວກສາວົກຂອງພຣະອົງໃນຄືນທີ່ພຣະອົງຖືກຈັບໂດຍຜູ້ນຳຊາວຢິວ * ໃນຊ່ວງເວລາມື້ອາຫານນີ້ ພຣະເຢຊູຊົງຫັກຂະໜົມປັງປັດສະຄາ ແລະ ຮ້ອງຂະໜົມປັງນີ້ວ່າເປັນພຣະກາຍຂອງພຣະອົງເຊິ່ງອີກບໍ່ດົນຈະຖືກຕີ ແລະ ຖືກຂ້າ * ພຣະອົງຊົງຮ້ຽກເຫລົ້າອະງຸ່ນໃນຖ້ວຍນີ້ວ່າ ພຣະໂລຫິດຂອງພຣະອົງ ເຊິ່ງອີກບໍ່ດົນຈະຖືກເຮັດໃຫ້ເລືອດອອກເມື່ອພຣະອົງສິ້ນພຣະຊົນເພື່ອເປັນເຄື່ອງບູຊາໄຖ່ບາບ * ໃນຈົດໝາຍທີ່ຂຽນເຖີງຜູ້ທີ່ເຊື່ອຊາວໂກລິນໂທ ອັກຄະສາວົກ ໂປໂລ ໄດ້ຕັ້ງອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າໃຫ້ເປັນການປະຕິບັດທີ່ໄດ້ເຮັດເປັນປະຈຳສຳລັບບັນດາຜູ້ທີ່ເຊື່ອໃນພຣະເຢຊູ ຄຮິດຕະຈັກທັງຫຼາຍໃນທຸກວັນນີ້ໃຊ້ຄຳວ່າ " ສິນມະຫາສະໜິດ " ເພື່ອອ້າງເຖີງອາຫານມື້ສຸດທ້າຍຂອງອົງພຣະຜູ້ເປັນເຈົ້າ ບາງເທື່ອກໍ່ໃຊ້ຄຳວ່າ " ອາຫານມື້ສຸດທ້າຍ " ດ້ວຍ
ຄຳແນະນຳໃນການແປ
- ຄຳນີ້ສາມາດແປໄດ້ອີກວ່າคำ " ມື້ອາຫານຂອງອົງພຣະຜູ້ເປັນເຈົ້າ " ຫຼື " ມື້ອາຫານຂອງອົງພຣະຜູ້ເປັນເຈົ້າຂອງເຮົາ " ຫຼື " ມື້ອາຫານເພື່ລະນຶກຄິດເຖີງອົງພຣະຜູ້ເປັນເຈົ້າພຣະເຢຊູ "
ອາຮາມ,ຊາວອາມີນ , ອັບຊີເລຍ
"ອາຣັບ" ແມ່ນຊື່ຂອງຜູ້ຊາຍສອງຄົນໃນພຣະ ຄຳພີເດີມ. ມັນຍັງແມ່ນຊື່ຂອງພາກພື້ນທາງຕາເວັນອອກສຽງ ເໜືອ ຂອງການາ ອານເຊິ່ງເປັນບ່ອນທີ່ປະເທດຊີເຣຍສະ ໄໝນີ້ຕັ້ງຢູ່.
ປະຊາຊົນທີ່ອາໄສຢູ່ໃນອາຣັບໄດ້ກາຍເປັນທີ່ຮູ້ຈັກກັນວ່າ "ຊາວອາລາເນີຍ" ແລະເວົ້າພາສາອາຣັບ. ພຣະເຢຊູແລະຊາວຢິວຄົນອື່ນໆໃນສະໄໝຂອງພຣະອົງຍັງເວົ້າພາສາອາຣັບ * ລູກຊາຍຄົນ ໜຶ່ງ ຂອງເຊມມີຊື່ວ່າອາຣັບ. ຊາຍອີກຄົນ ໜຶ່ງຊື່ວ່າອາຣັບເປັນລູກພີ່ນ້ອງຂອງນາງເລເບກາ. ເປັນໄປໄດ້ວ່າຂົງເຂດອາຣັບໄດ້ຕັ້ງຊື່ຕາມຊາຍຄົນໜຶ່ງໃນສອງຄົນນີ້. ອາຮັບ ຕໍ່ມາໄດ້ກາຍເປັນທີ່ຮູ້ຈັກໂດຍຊື່ກເຣັກ, "ຊີເລຍ." * ຄຳ ວ່າ "ຟາດເດັ່່ນອາຣັບ" ໝາຍຄວາມວ່າ "ທົ່ງພຽງຂອງ ອາຣັບ" ແລະມີທີ່ຕັ້ງຢູ່ໃນເຂດພາກ ເໜືອ ຂອງອາຣັບ. * ຍາດພີ່ນ້ອງຂອງອັບຣາຮັບບາງຄົນອາໄສຢູ່ໃນເມືອງຮາລານເຊິ່ງຕັ້ງຢູ່ໃນ "ຟາດເດັ່ນ ອາຣັບ." * ໃນພຣະຄຳພີເດີມ, ບາງຄັ້ງ ຄຳ ສັບທີ່ວ່າ "ອາຣັບ" ແລະ "ຟາດເດັ່ນອາຣັບ" ໝາຍເຖິງພາກພື້ນດຽວກັນ. * ຄຳ ວ່າ "ອາຣັບ ມາຫາລາອິມ" ອາດຈະໝາຍຄວາມວ່າ ອາຣັບແມ່ນ້ຳສອງສາຍ". ຂົງເຂດນີ້ຕັ້ງຢູ່ທາງພາກ ເໜືອ ຂອງ ເມໂຊໂປຣເຕເນີຍ ແລະຢູ່ທາງທິດຕາເວັນອອກຂອງ "ຟອດເດັ່ນອາຣັບ."
ອາເບັນ
ອາເບັນເປັນລູກຊາຍຜູ້ທີ່ສອງຂອງອາດາມ ແລະເອວາ. ອາເບັນເປັນນ້ອງຊາຍຂອງກາອິນ. * ອາເບັນເປັນຄົນລ້ຽງສັດ * ອາເບັນນຳເອົາສັດຂອງຕົນບາງສ່ວນໄປເປັນເຄື່ອງເຜົາບູຊາແກ່ພຣະເຈົ້າ. * ພຣະເຈົ້າຊົງພໍພຣະໄທໃນຕົວຂອງອາເບັນ ແລະເຄື່ອງເຜົາຖວາຍບູຊາຂອງເພິ່ນ. * ກາອິນຜູ້ທີ່ເປັນລູກຊາຍກົກຂອງອາດາມ ແລະເອວາ ເປັນຄົນຂ້າອາເບັນ.
ອາແມນ, ເອແມນ, ແທ້ຈິງ, ຈິງໆ, ໃຊ້
ຄຳວ່າ " ອາແມນ " ເປັນຄຳທີ່ໃຊ້ເນັ້ນເຖິງຄຳທີ່ຈະເວົ້າຫລືຮຽກຄວາມສົນໃຈຕໍ່ສິ່ງທີ່ບຸກຄົນນັ້ນໄດ້ເວົ້າ ມັກຈະຖືກນຳມາໃຊ້ໃນຕອນຈົບຂອງຄຳອະທິຖານ ບາງຄັ້ງຄຳນີ້ແປໄດ້ອີກວ່າ " ຈິງແທ້ "
- ເມີ່ອໃຊ້ໃນຕອນຈົບຂອງຄຳອະທິຖານ ຄຳວ່າ " ອາແມນ " ເປັນການສື່ເຖິງການເຫນດ້ວຍກັບຄຳອະທິຖານ ຫລືສະແດງຄວາມປາຖະໜາທີ່ຢາກໃຫ້ຄຳອະທິຖານນັ້ນສຳເຣັດ
- ໃນຄຳສອນ ພຣະເຢຊູໃຊ້ຄຳວ່າ " ອາແມນ " ເພື່ອເນັ້ນເຖິງຄວາມຈິງໃນສິ່ງທີ່ພຣະອົງຊົງສັ່ງ ພຣະອົງມັກຈະຕາມດ້ວຍປະໂຫຍກທີ່ວ່າ " ແລະເຮົາບອກແກ່ທ່ານວ່າ " ເພື່ອເລີ້ມຄຳສອນຕໍ່ໄປທີ່ກ່ຽວຂ້ອງກັບສິ່ງທີ່ພຣະອົງໄດ້ສັ່ງສອນໄປແລ້ວນັ້ນ
- ເມື່ອພຣະເຢຊູຊົງໃຊ້ຄຳວ່າ " ອາແມນ " ໃນລັກສະນະນີ້ ພຣະຄຳພີພາສາອັງກິດບາງສະບັບ( ULB) ແປຄຳນີ້ວ່າ "ແທ້ຈິງ " ຫລື " ຈິງໆ "
- ອີກຄຳໜຶ່ງທີ່ໝາຍຄວາມວ່າ " ແທ້ຈິງ " ບາງຄັ້ງກໍໝາຍຄວາມວ່າ" ແນ່ນອນ " ຫລື " ແນ່ແທ້ " ແລະຄຳນີ້ໄດ້ຖືກໃຊ້ເພື່ອເນັ້ນເຖິງຜູ້ທີ່ກຳລັງເວົ້າເຖິງຫຍັງ
ຂໍແນະນຳໃນການແປ
- ໃຫ້ພິດຈາລະນາເບິ່ງວ່າພາສາທີ່ຈະແປນັ້ນມີຄຳຫລືຖ້ອຍຄຳທີ່ພິເສດທີ່ໃຊ້ນັ້ນເຖິງບາງສິ່ງທີ່ໄດ້ເວົ້າໄປແລ້ວຫລືບໍ່
- ເມື່ອໃຊ້ໃນຕອນຈົບຂອງຄຳອະທິຖານຫລືເພື່ອຍືນຍັນບາງສິງ "ອາ ແມນ " ກໍສາມາດແປໄດ້ອີກຢ່າງວ່າ " ຂໍໃຫ້ເປັນດັ່ງນັ້ນ " ຫລື " ຂໍໃຫ້ສິ່ງນີ້ເກີດຂຶ້ນ " ຫລື " ເວົ້າແຕ່ຄວາມຈິງ "
- ເມື່ອພຣະເຢຊູສັ່ງວ່າ " ເຮົາບອກຄວາມຈິງແກ່ທ່ານທັງຫລາຍວ່າ " ກໍສາມາດແປໄດ້ອີກວ່າ " ເຮົາບອຫທ່ານຕາມຄວາມຈິງແກ່ທ່ານວ່າ " ຫລື " ນັ້ນຄືຄວາມຈິງແລະເຮົາຂໍບອກທ່ານທັງຫລາຍວ່າ "
- ຖ້ອບຄຳທີ່ວ່າ " ແທ້ຈິງ ແທ້ຈິງ " ເຮົາຂໍບອກທ່ານວ່າ " ອາດຈະແປໄດ້ອີກວ່າ " ເຮົາບອກເລື່ອງນີ້ແກ່ທ່ານຕາມຄວາມຈິງວ່າ " ຫລື " ເຮົາບອກເລື່ອງນີ້ແກ່ທ່ານດ້ວຍໃຈຮ້ອນຮົນວ່າ " ຫລື " ສິ່ງທີ່ເຮົາກຳລັງບອກແກ່ທ່ານເປັນຄວາມຈິງ "
ອາໂມດ
ອາໂມດເປັນຜູ້ປະກາດຂ່າວປະເສີດອິດສະຣາເອນຄົນໜຶ່ງຊຶ່ງມີຊີວິດຢູ່ໃນສະໄໝຂອງອຸດຊີຢາ ກະສັດຢູ່ດາ
- ຄົນທີ່ທ່ານຈະຖືກເອີ້ນໃຫ້ເປັນຜູ້ປະກາດຂ່າວປະເສີດ ອາໂມດເປັນຄົນເລື້ອງແກະແລະເຮັດສວນມັກເດື່ອຢູ່ໃນອານາຈັກຢູດາ
- ອາໂມດໄດ້ທຳນວາຍຕໍ່ຕ້ານອານາຈັກຝ່ານເໜືອ ຄືອິດສະຣາເອນກ່ຽວກັບເລື່ອງທີ່ພວກເຂົາບໍ່ມີຄວາມຍຸຕິທຳຕໍ່ປະຊາຊົນ
ອາໂມດ
ອາໂມດເປັນບິດາຂອງຜູ້ປະກາດຂ່າວປະເສີດເອຊາຢາ
- ທ່ານໄດ້ກ່າວເຖິງໃນພຣະຄຳພີພຽງຄັ້ງດຽວເພື່ອສະແດງເຖິງທີ່ມາຂອງເອຊາຢາວ່າ " ເປັນລູກຊາຍຂອງອາໂມດ "
- ຊື່ນີ້ແຕກຕ່າງຈາກຊື່ຂອງຜູ້ປະກາດພຣະທຳອາໂມດ ແລະຄວນສະກົດຄຳນີ້ໃຫ້ແຕກຕ່າງກັນດ້ວຍ
ອາຄາເຊຍ ( ກະຖິນເທດ )
ຄຳວ່າ "ອາຄາເຊຍ" ເປັນຊື່ຂອງໄມ້ພຸ່ມຫລືຕົ້ນໄມ້ທີ່ຂຶ້ນໃນແຜ່ນດິນການາອານໃນສະໄໝບູຮານ; ແຕ່ກໍຍັງມີຢູ່ຫລວງຫລາຍໃນພື້ນທີ່ນັ້ນໃນທຸກມື້ນີ້.
- ໄມ້ສີສົ້ມປະສົມນ້ຳຕານຈາກຕົ້ນອາຄາເຊຍເປັນໄມ້ທີ່ແຂງແລະທົນທານ, ເປັນວັດຖຸທີ່ໃຊ້ປະໂຫຍດໃນການກໍ່ສ້າງສິ່ງຕ່າງໆ.
- ໄມ້ອາຄາເຊຍ ຫລືໄມ້ກະຖິນເທດນີ້ທົນຕໍ່ຄວາມໂດກ ຜຸ ເພາະວ່າເນື້ອໄມ້ມີຄວາມຫນາແຫນ້ນສູງປ້ອງກັນການຊຶມຂອງນ້ຳ, ແລະມີນ້ຳຢາທຳມະຊາດທີ່ປ້ອງກັນບໍ່ໃຫ້ແມງມາເຈາະທຳລາຍ.
- ໃນພຣະຄຳພີ, ໄມ້ກະຖິນເທດຈະຖືກໃຊ້ໃນການສ້າງຫໍເຕັນແລະຫີບພັນທະສັນຍາ.
ອາຍຸ, ຍຸກ
ຄຳວ່າ "ອາຍຸ" ເວົ້າເຖີງຈຳນວນປີທີ່ບຸກຄົນນຶ່ງໄດ້ມີຊີວິດຢູ່. ນອກນັ້ນຄຳນີ້ອາດຈະໃຊ້ໝາຍເຖີງຊ່ວງເວລາໃດຊ່ວງເວລານຶ່ງກໍໄດ້.
- ຄຳອື່ນໆທີ່ໃຊ້ສະແດງເຖີງຊ່ວງເວລາທີ່ຍາວອອກໄປລວມທັງ "ສະໄຫມ" ແລະ "ລະດູ."
- ພຣະເຢຊູຊົງອ້າງເຖີງ "ຍຸກນີ້" ວ່າເປັນຊ່ວງເວລາປັດຈຸບັນ ເມື່ອຄວາມຊົ່ວ, ຄວາມບາບ, ແລະການບໍ່ເຊື່ອຟັງຈະເຕັມໄປທົ່ວແຜນດິນໂລກ.
- ຈະມີຍຸກໜ້າເມື່ອຄົນຊອບທຳຈະຄອບຄອງເໜືອທ້ອງຟ້າໃໝ່ແລະແຜ່ນດິນໂລກໃໝ່.
ຄຳແນະນຳໃນການແປ
- ຄຳວ່າ "ອາຍຸ" ອາດແປໄດ້ອີກວ່າ "ສະໄຫມ" ຫລື "ຈຳນວນປີຂອງອາຍຸ" ຫລື "ຊ່ວງລະຍະເວລາ" ຫລື "ເວລາ" ທັງນີ້ຂື້ນຢູ່ກັບກໍລະນີ.
- ເນື້ອຫາທີ່ວ່າ "ເມື່ອມີອາຍຸຫລາຍແລ້ວ" ກໍອາດແປໄດ້ວ່າ "ເມື່ອມີອາຍຸຫລາຍຂື້ນ" ຫລື "ເມື່ອເຂົາເຖົ້າຫລາຍ" ຫລື "ເມື່ອເຂົາໄດ້ມີຊີວິດຢູ່ດົນ."
- ເນື້ອຫາທີ່ວ່າ "ໃນຍຸກທີ່ຊົ່ວຮ້າຍແຫ່ງປັດຈຸບັນ" ໝາຍຄວາມວ່າ "ໃນຊ່ວງເວລານີ້ ເມື່ອຜູ້ຄົນເຮັດຊົ່ວຊ້າຫລາຍ."
ອາບີອາທາ
ໃນສະໄຫມຂອງກະສັດດາວິດ ອາບີອາທາໄດ້ເປັນມະຫາປະໂຣຫິດຂອງຊົນຊາດ ອິດສະຣາເອນ. - ເມື່ອກະສັດໂຊນຂ້າພວກປະໂຣຫິດ ອາບີອາທາໄດ້ຫລົບໜີໄປຫາດາວິດໃນຖິ່ນທຸຣະກັນດານ. - ອາບີອາທາແລະມະຫາປະໂຣຫິດອິກຜູ້ນຶ່ງຊື່ຊາດົກໄດ້ຮັບໃຊ້ດາວິດຢ່າງສັດຊື່ຕະຫລອດລາດຊະການຂອງດາວິດ. - ຫລັງຈາກດາວິດສີ້ນພະຊົນ ອາບີອາທາໄດ້ພະຍາຍາມສນັບສະນູນອາໂດນີຢາຂື້ນເປັນກະສັດແທນທີ່ຈະແມ່ນໂຊໂລໂມນ. - ດ້ວຍເຫດນີ້ ກະສັດໂຊໂລໂມນຈຶ່ງໄດ້ປົດອາບີອາທາອອກຈາກການເປັນປະໂຣຫິດ.
(ເບິ່ງເພີ້ມເຕີມ: Zadok · Saul (OT) · David · Solomon · Adonijah)
ອາຫາສຸເອຣັດ
ອາຫາສຸເອຣັດເປັນກະສັດຜູ້ປົກຄອງອານາຈັກເປີເຊຍໂບລານເປັນເວລາຊາວປີ.
- ນີ້ເປັນຊ່ວງເວລາທີ່ຄົນຢິວທີ່ຖືກເນລະເທດອອກໄປອາສັຍຢຸ່ໃນກຸງບາບີໂລນຊຶ່ງຢູ່ພາຍໃຕ້ການປົກຄອງຂອງຊາວເປີເຊຍ.
- ອີກນາມນຶ່ງຂອງກະສັດນີ້ແມ່ນ ເຊເຊັດ.
- ຫລັງຈາກທີ່ໄດ້ຊົງໄລ່ພະຣາຊີນີຂອງພຣະອົງອອກຈາກຕຳແໜ່ງເພາະຄວາມໂກດຮ້າຍແລ້ວ, ຕໍ່ມາກະສັດອາຫາສຸເອຣັດໄດ້ເລືອກເອົາຍິງຊາວຢິວຊື່ເອສະເທີ ໃຫ້ເປັນມະເຫສີແລະພະຣາຊິນີໃໝ່ຂອງພຣະອົງ.
(ເບີ່ງເພີ້ມເຕີມ: Babylon, Esther, Ethiopia, exile, Persia)
ອາອີ
ອາອີເປັນເມືອງນຶ່ງຂອງຊາວການາອານໃນສະໄຫມພຣະສັນຍາເດີມ ທີ່ຕັ້ງທາງທິດໃຕ້ຂອງເມືອງເບັດເອນ ແລະຢູ່ຫ່າງຈາກເມືອງເຢຣິໂກໄປທາງຕາເວັນຕົກສ່ຽງເໜືອປະມານແປດກິໂລແມດ.
- ຫລັງຈາກເອົາຊະນະເມືອງເຢຣິໂກແລ້ວ, ໂຢຊວຍໄດ້ນຳພວກອິດສະຣາເອນບຸກໂຈມຕີເມືອງອາອີ ແຕ່ວ່າພວກເຂົາຕ້ອງເສຍໄຊ ເພາະພຣະເຈົ້າບໍ່ຊົງພໍພຣະໄທໃນພວກເຂົາ.
- ມີຄົນອິດສະຣາເອນຄົນນຶ່ງຊື່ ອາການໄດ້ລັກຊັບສິນທີ່ຍຶດມາຈາກເມືອງເຢຣິໂກ ແລະພຣະເຈົ້າໄດ້ຊົງບັນຊາໃຫ້ຂ້າເຂົາທັງຄອບຄົວແລ້ວພຣະເຈົ້າໄດ້ຊົງຊ່ວຍໃຫ້ພວກອິດສະຣາເອນເອົາຊະນະຊາວເມືອງອາອີໄດ້.
(ເບີ່ງເພີ້ມເຕີມ: Bethel, Jericho)
ອາຮາດ
ອາຮາດເປັນກະສັດຜູ້ຊົ່ວຮ້າຍຜູ້ທີ່ປົກຄອງອານາຈັກຢູດາ ຈາກປີ 732 ກ.ຄ.ສ. ເຖີງ 716 ກ.ຄ.ສ. ຊຶ່ງເປັນເວລາ 140 ປີ ກ່ອນຫລາຍຄົນໃນ ອິດສະຣາເອນແລະຢູດາຖືກຈັບເປັນຊະເລີຍທີ່ບາບີໂລນ.
- ໃນຂະນະທີ່ພຣະອົງຊົງປົກຄອງຢູດາ, ອາຮາດໄດ້ສ້າງແທ່ນບູຊາເພື່ອນະມັສການພວກພະປອມຂອງຊາວອັດຊີເຣຍ,ຊຶ່ງເຮັດໃຫ້ປະຊາຊົນໜີຈາກພຣະຢາເວ, ພຣະເຈົ້າອົງທ່ຽງແທ້ອົງດຽວ.
- ກະສັດອາຮາດມີອາຍຸຊາວປີເມື່ອພຣະອົງໄດ້ເລີ້ມຂື້ນປົກຄອງຢູດາ, ແລະໄດ້ຄອງບັນລັງເປັນເວລາສິບຫົກປີ.
(ເບີ່ງເເພີ້ມເຕີມ: Babylon)
ອາຮາບ
ອາຮາບເປັນກະສັດຜູ້ຊົ່ວຮ້າຍຜູ້ນຶ່ງປົກຄອງອານາຈັກເໜືອຂອງອິດສະຣາເອນຈາກປີ 875 ກ.ຄ.ສ ຈົນເຖີງປີ 854 ກ.ຄສ.
- ກະສັດອາຮາບນຳພາໃຫ້ປະຊາຊົນອິດສະຣາເອນໄປນະມັສການພຣະປອມທັງຫລາຍ.
- ຜູ້ປະກາດພຣະທັມເອລີຢາໄດ້ຕໍ່ສູ້ກະສັດອາຮາບ ແລະບອກພຣະອົງວ່າຈະມີການອຶດອາຫານຢ່າງແຮງເປັນເວລາສາມປີເຄີ່ງ ເພື່ອເປັນການລົງໂທດຄວາມບາບທີ່ອາຮາບໄດ້ຊັກຊວນອິດສະຣາເອນໃຫ້ເຮັດ.
- ອາຮາບແລະເຢເຊເບນເມຍຂອງພຣະອົງໄດ້ເຮັດສີ່ງທີ່ຊົ່ວຮ້າຍຫລາຍ, ຮ່ວມເຖີງການໃຊ້ອຳນາດຂອງພຣະອົງໃນການຊົ່ວເຊັ່ນຂ້າປະຊາຊົນຜູ້ບໍລິສຸດ.
(ເບີ່ງເພີ້ມເຕີມ: Baal, Elijah, Jezebel, kingdom of Israel, Yahweh)
ອຳໂນນ
ອຳໂນນເປັນໂອຣົດອົງໃຫຍ່ຂອງກະສັດດາວິດກັບອາບຫິໂນອຳ ມະເຫສີຂອງພຣະອົງ
- ອຳໂນນໄດ້ຂົ່ມຂື້ນທາມານ້ອງສາວຕ່າງມານດາຂອງເຂົາ ຊຶ່ງເປັນນ້ອງສາວຂອງອັບຊາໂລນ
- ເພາະເຫດນິ້ ອັບຊາໂລນຈຶ່ງໄດ້ວາງແຜນຮ້າຍຕໍ່ອຳໂນນແລະໄດ້ຂ້າອຳໂນນເສຍ
ອຳໂມນ,ຄົນອຳໂມນ, ຍິງອຳໂມນ
ຄຳວ່າ " ປະຊາຊົນອຳໂມນ "ຫລື " ຄົນອຳໂມນ " ຄືກຸ່ມຄົນໃນແຜ່ນດິນການາອັນ ພວກເຂົາສືບເຊື້ອສາຍມາຈາກເບນ-ອັມມີ ຜູ້ຊຶ່ງເປັນລູກຊາຍຂອງໂລດທີ່ເກີດຈາກລູກສາວຄົນນ້ອຍຂອງໂລກ
- ຄຳວ່າ " ຍິງອຳໂມນ " ກ່າວເຖິງຜູ້ຍິງອຳໂມນໂດຍສະເພາະ ຄຳນີ້ສາມາດແປໄດ້ວ່າ " ຜູ້ຍິງຊາວອຳໂມນ "
- ຄົນອຳໂມນອາໄສຢູ່ຝັ່ງຕາວັນອອກຂອງແມ່ນາໍ້ຈໍແດນ ແລະເປັນພວກສັດຕູຂອງຄົນອິດສະຣາເອນ
- ມີຄັ້ງໜຶ່ງ ຄົນອຳໂມນໄດ້ຈ້າງຜູ້ປະກາດພຣະທຳຄົນໜຶ່ງຊື່ວ່າບາລາອຳ ເພື່ອໃຫ້ໄປສາບແສ່ງອິດສະຣາເອນ ແຕ່ພຣະເຈົ້າບໍ່ຊົງອານຸຍາດ
ອິດຊະຄາ
ອິດຊະຄາເປັນລູກຊາຍຄົນທີຫ້າຂອງຢາໂຄບ ແມ່ຂອງເຂົາຄື ເລອາ.
*ເຜົ່າອິດຊະຄາເປັນນື່ງໃນສິບສອງເຜົ່າຂອງອິດສະຣາເອນ. * ແຜ່ນດິນຂອງອິດຊະຄາຖືກລ້ອມຮອບດ້ວຍເນິບທາລີ,ເສບູໂລນ,ມານັດເຊ,ແລະກາດ. * ແຜ່ນດິນນີ້ຕັ້ງຢູ່ທາງທິດໃຕ້ຂອງທະເລກາລີເລ.
ອິດຊະມາເອນ
ອິດຊະມາເອນເປັນລູກຊາຍຂອງອັບລາຮາມແລະຄົນຮັບໃຊ້ຂອງຊາຣາຄືຮາກາ ມີຜູ້ຊາຍຫລາຍຄົນໃນພັນທະສັນຍາເດີມທີ່ມີຊື່ວ່າອິດຊະມາເອນ.
ຄຳວ່າ "ອິດຊະມາເອນ " ຫມາຍເຖີງ "ພຣະເຈົ້າຊົງໄດ້ຍິນ " ພຣະເຈົ້າຊົງສັນຍາ ວ່າ ຈະອວຍພອນລູກຊາຍຂອງອັບລາຮາມ ຄື ອິດຊະມາເອນ ແຕ່ເຂົາບໍ່ແມ່ນລູກຊາຍທີ່ພຣະເຈົ້າໄດ້ຊົງສັນຍາວ່າຈະເຮັດພັນທະສັນຍາດ້ວຍ. ພຣະເຈົ້າຊົງປົກປ້ອງຮາກາ ແລະ ອິດຊະມາເອນເມື່ອເຂົາຖືກສົ່ງອອກໄປໃນທະເລຊາຍ. ອິດຊະມາເອນລູກຊາຍຂອງເນທາລີຢາເປັນເຈົ້າຫນ້າທີ່ກອງທັບຈາກຢູ່ດາ ຜູ້ທີ່ໄດ້ນຳກຸ່ມຜູ້ຊາຍໄປຂ້າຜູ້ວ່າລາດຊະການຜູ້ທີ່ຖືກແຕ່ງຕັ້ງໂດຍກະສັດບາບີໂລນ ຄື ເນບູກາດເນັດສາ. *ມີຜູ້ຊາຍອີກສີ່ຄົນທີ່ມີຊື່ວ່າອິດຊະມາເອນໃນພັນທະສັນຍາເດີມ.
ອິດຊະມາເອນ,ອິດສະຣາເອນ,ຊົນຊາດອິດສະລະແອນ
ຄຳວ່າ "ອິດສະຣາເອນ " ເປັນຊື່ທີ່ພຣະເຈົ້າປະທານໃຫ້ແກ່ຢາໂຄບ. ອິດສະຣາເອນຫມາຍຄວາມວ່າ "ເຂົາປ້ຳສູ້ກັບພຣະເຈົ້າ "
ເຊື້ອສາຍຂອງຢາໂຄບກາຍເປັນຜູ້ຮູ້ຈັກໃນວ່າ "ປະຊາຊົນອິດສະຣາເອນ" "ຊົນຊາດອິດສະຣາເອນ " ຫລື "ຄົນອິດສະຣາເອນ " ພຣະເຈົ້າຊົງເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ ພວກເຂົາເປັນປະຊາຊົນທີ່ພຣະອົງຊົງເລືອກ. ປະເທດອິດສະຣາເອນປະກອບດ້ວຍສິບສອງເຜົ່າ. ຫລັງຈາກກະສັດໂໍຊໂລໂມນຕາຍບໍ່ນານ ອິດສະຣາເອນຖືກແບ່ງເປັນສອງອານາຈັກ ຄື ອານາຈັກທາງໃຕ້ ເອີ້ນວ່າ "ຢູດາ " ແລະ ອານາຈັກທາງເຫນືອ ເອີ້ນວ່າ "ອິດສະຣາເອນ " *ຫລາຍຄັ້ງ ຄຳວ່າ "ອິດສະຣາເອນ " ສາມາດແປວ່າ "ປະຊາຊົນອິດສະຣາເອນ " ຫລື "ຊົນຊາດອິດສະຣາເອນ " ຂື້ນຢູ່ກັບບໍລິບົດ.
ອິດສາ, ໂລບ
ຄໍາວ່າ "ອິດສາ" ເວົ້າເຖິງຄວາມອິດສາບາງຄົນ ເພາະຄົນນັ້ນມີຊັບສິນ ຫລືຄົນນັ້ນມີຄຸນນະສົມບັດທີ່ໜ້າຊົມເຊີຍ ຄໍາວ່າ "ໂລບ" ໝາຍເຖິງການອິດສາບາງຄົນທີ່ນໍາໄປສູ່ຄວາມຢາກໄດ້ຢ່າງຮຸນແຮງ ທີ່ຢາກໄດ້ຂອງຄົນອື່ນມາເປັນຂອງຕົນເອງ.
- ຄວາມອິດສາມັກຈະເປັນຄວາມຮູ້ສຶກທາງລົບຂອງຄວາມທີ່ບໍ່ພໍໃຈ ຍ້ອນວ່າຄວາມສໍາເລັດ ໂຊກດີ ຫລືຊັບສິນຂອງອີກຄົນອື່ນ.
- ຄວາມໂລບ ແມ່ນຄວາມປາດຖະໜາຢ່າງແຮງກ້າທີ່ຈະເອົາຊັບສິນຂອງຄົນອື່ນ ຫລືແມ່ນແຕ່ຄູ່ແຕ່ງງານຂອງຄົນອື່່ນ.
ອີຊາກ
ອີຊາກເປັນລູກຊາຍຄົນດຽວຂອງອັບລາຮາມແລະຊາຣາ.ພຣະເຈົ້າໄດ້ຊົງສັນຍາວ່າຈະປະທານບຸດຊາຍໃຫ້ແກ່ພວກເຂົາເຖີງແມ່ນວ່າພວກເຂົາຈະເຖົ້າແກ່ແລ້ວ.
ຊື່ "ອີຊາກ " ຫມາຍຄວາມວ່າ "ເຂົາຫົວຂວັນ " ເມື່ອພຣະເຈົ້າກ່າວກັບອັບລາຮາມວ່າເຂົາແລະຊາລາຈະມີບຸດຊາຍ, ອັບລາຮາມໄດ້ຫົວຂວັນ ເພາະເຂົາທັງສອງເຖົ້າແກ່ຫລາຍແລ້ວ. ຕໍ່ມາພາຍຫລັງ,ຊາຣາກໍໄດ້ຫົວຂວັນເຫມືອນກັນເມື່ອເຂົາໄດ້ຮູ້ຈັກຂ່າວນີ້. ແຕ່ພຣະເຈົ້າຊົງເຮັດໃຫ້ຄຳສັນຍາຂອງພຣະອົງສຳເລັດແລະອີຊາກກໍໄດ້ເກີດໃຫ້ອັບລາຮາມແລະຊາຣາໃນຊ້ວງພວກເຂົາຍັງເຖົ້າແກ່. ພຣະເຈົ້າໄດ້ຊົງບອກອັບລາຮາມວ່າພັນທະສັນຍາທີ່ພຣະອົງໄດ້ເຮັດກັບອັບລາຮາມຈະເປັນຂອງອີຊາກແລະຜູ້ສຶບເຊື້ອສາຍຂອງເຂົາຕລອດການ. ເມື່ອອີຊາກເປັນຫມຸ່ມ,ພຣະເຈົ້າຊົງທົດສອບຄວາມເຊື່ອຂອງອັບລາຮາມໂດຍສັ່ງເຂົາໃຫ້ຖວາຍບູຊາອີຊາກ. *ລູກຂອງອີຊາກຄືຢາໂຄບຜູ້ເຊີ່ງມີລູກຊາຍສິບສອງຄົນ ພາຍຫລັງເຊື້ອສາຍຂອງພວກເຂົາໄດ້ກາຍມາເປັນສິບສອງເຜົ່າຂອງຊົນຊາດອິສລະເອນ.
ອີຢິບ, ຊາວອີຢິບ
ອິຢິບເປັນປະເທດໃນພາກຕາເວັນອອກສຽງເໜືອຂອງທະວີບອັບຟະຣິກາ ທາງຕາເວັນຕົກສຽງໃຕ້ຂອງແຜ່ນດິນການາອານ ຄົນອີຢິບເປັນຄົນທີ່ມາຈາກປະເທດອີຢິບ.
- ໃນສມັຍບູຮານ ອີຢິບເປັນປະເທດມະຫາອໍານາດແລະຮັ່ງມີ.
- ອີຢິບບູຮານແບ່ງອອກເປັນສອງພາກສ່ວນ ອີຢິບສ່ວນລຸ່ມ(ທາງເໜືອເປັນບ່ອນທີ່ແມ່ນໍ້ານິນໄຫລລົງສູ່ທະເລ) ແລະອີຢິບສ່ວນເທິງ(ທາງໃຕ້) ໃນພັນທະສັນຍາເດີມ ສ່ວນຕ່າງໆ ເຫລົ່ານີ້ຖືກເວົ້າເຖິງວ່າເປັນ "ອີຢິບ" ແລະ "ປັດໂຣດ" ໃນພາສາຕົ້ນສະບັບ ດັ້ງເດີມ.
- ຫລາຍເທື່ອ ເມື່ອເກີດການອຶດອາຫານໃນການາອານ ບັນພະບຸລຸດອິດ ສະຣາເອນໄດ້ເດີນທາງໄປປະເທດອີຢິບເພື່ອຊື້ອາຫານສໍາລັບຄອບຄົວຂອງເຂົາເຈົ້າ.
- ເປັນເວລາຫລາຍຮ້ອຍປີ ຄົນອິດສະຣາເອນຕົກເປັນທາດໃນອີຢິບ
- ໂຢເຊບກັບມາຣີອາ ໄດ້ໄປອີຢິບພ້ອມກັບພຣະກຸມມານເຢຊູ ເພື່ອປົບໜີຈາກກະສັດເຮໂຣດ.
ອີໂຄນິອົມ
ອີຄົມນິອົມເປັນເມືອງໃນທາງໃຕ້ຂອງພາກກາງເຊີ່ງປັດຈຸບັນນີ້ຄືປະເທດຕຸກກີ
ໃນການເດີນທາງເປັນມິດເຊັນນາລີຄັ້ງທຳອິດຂອງອາຈານໂປໂລ ເພິ່ນແລະບາລະນາບາໄດ້ເດີນທາງໄປຍັງເມືອງອີໂຄນິອົມຫລັງຈາກທີ່ພວກຢີວໄດ້ບັງຄັບໃຫ້ພວກເຂົາອອກຈາກເມືອງອັນຕີໂອເຂຍ ແລ້ວຄົນຢີວແລະຄົນຕ່າງຊາດທີ່ບໍ່ເຊື່ອໃນເມືອງອີໂຄນິອົມພວກເຂົາວາງແຜນທີ່ຈະເອົາກ້ອນຫີນຄ່ວາງໃສໂປໂລແລະເພື້ອນຮ່ວມງານຂອງເຂົາ ແຕ່ພວກເຊົາໄດ້ຫລົບໜີໄປຍັງເມືອງໃກ້ຄຽງທີ່ຊື່ລິດສະຕຣາ *ຫລັງຈາກນັ້ນຜູ້ຄົນຈາກເມືອງອັນຕີໂອເຂຍໄດ້ມາຍັງເມືອງລິດສຕຣາແລະຍົວະໃຫ້ຜູ້ຄົນທີ່ນັ້ນເອົາກ້ອນຫີນຄ່ວາງໃສ່ໂປໂລ
ອູຊິຣຍາ, ອາຊາລີຢາ
ອູເຊຍເຍໄດ້ຂຶ້ນເປັນກະສັດແຫ່ງຢູດາອາຍຸ 16 ປີແລະໄດ້ຄອງລາດ 52 ປີ, ເຊິ່ງເປັນການປົກຄອງທີ່ຜິດປົກກະຕິທີ່ຍາວນານ. ອູເຊຍເຍ ໄດ້ຖືກເອີ້ນວ່າ "ອາຊາລີຍາ."
- ກະສັດອູເຊຣຍາເປັນທີ່ຮູ້ຈັກກັນດີຍ້ອນມີການທະຫານທີ່ມີການຈັດຕັ້ງແລະມີຄວາມຊຳນິຊຳນານ. ລາວມີຕຶກເສົາໄຟຕ່າງໆທີ່ສ້າງຂຶ້ນເພື່ອປົກປ້ອງເມືອງແລະມີອາວຸດທີ່ຖືກອອກແບບເປັນພິເສດໃສ່ພວກມັນເພື່ອໂຍນລູກສອນແລະກ້ອນຫີນໃຫຍ່.
- ຕາບໃດທີ່ ອູເຊຣຍາ ຮັບໃຊ້ພຣະຜູ້ເປັນເຈົ້າ, ລາວຈະເລີນຮຸ່ງເຮືອງ. ເຖິງຈຸດສິ້ນສຸດຂອງການປົກຄອງຂອງລາວ, ຢ່າງໃດກໍ່ຕາມ, ລາວໄດ້ມີຄວາມພາກພູມໃຈແລະລາວບໍ່ເຊື່ອຟັງພຣະຜູ້ເປັນເຈົ້າໂດຍການເຜົາເຄື່ອງທູບຢູ່ໃນໂບດເຊິ່ງມີພຽງແຕ່ປະໂລຫິດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ເຮັດ.
- ເນື່ອງຈາກວ່າບາບນີ້, ອູເຊຍາໄດ້ປ່ວຍເປັນພະຍາດຂີ້ທູດແລະຕ້ອງອາໄສຢູ່ຕ່າງຫາກຈາກຄົນອື່ນຈົນເຖິງສິ້ນສຸດການປົກຄອງຂອງລາວ.
ອູດ
ອູດເປັນສັດຕົວໃຫຍ່ທີ່ມີສີ່ຂາທີ່ມີຫນອກດຽວ ຫລື ສອງຫນອກເທິງຫລັງຂອງມັນ
ອູຣູ
ເມືອງ ອູຣູ ແມ່ນເມືອງສຳຄັນຢູ່ລຽບຕາມແມ່ນ້ ຳຍູເຟຣຕີສ ໃນບໍລິເວນເກົ່າແກ່ຂອງເຄນເດຍ, ເຊິ່ງແມ່ນພາກສ່ວນ ໜຶ່ງ ຂອງ ເມໂສໂປຕາເນຍ. ຂົງເຂດນີ້ຕັ້ງຢູ່ໃນປະຈຸບັນເປັນປະເທດອີຣັກໃນຍຸກປັດຈຸບັນ.
- ອັບຣາຮາມແມ່ນມາຈາກເມືອງອູຣູແລະມັນແມ່ນມາຈາກບ່ອນນັ້ນທີ່ພຣະເຈົ້າຊົງເອີ້ນລາວໃຫ້ອອກໄປເພື່ອໄປທີ່ແຜ່ນດິນການາອານ.
- ຮາຣາ, ນ້ອງຊາຍຂອງອັບຣາຮາມແລະພໍ່ຂອງໂລດ, ໄດ້ເສຍຊີວິດຢູ່ເມືອງອູຣູ. ນີ້ອາດແມ່ນປັດໃຈໜຶ່ງທີ່ກະຕຸ້ນໃຫ້ໂລດອອກຈາກເມືອງອູຣູກັບອັບລາຫາມ.
ອູລິຍາ
ອູລີຍາເປັນຄົນຊອບທຳ ແລະເປັນທະຫານຄົນໜຶ່ງທີ່ດີທີ່ສຸດຂອງກະສັດດາວິດ. ລາວມັກຈະຖືກເອີ້ນວ່າ "ອູລິຍາຊາວຮິດຕີ".
- ອູລີຍາ ມີເມຍທີ່ງາມຫຼາຍຊື່ວ່າ ບັດເຊບາ.
- ດາວິດໄດ້ຫລິ້ນຊູ້ກັບເມຍຂອງອູລີຍາແລະນາງກໍ່ຖືພາກັບດາວິດແລະມີລູກ.
- ເພື່ອປົກປິດຄວາມບາບນີ້, ດາວິດເຮັດໃຫ້ອຶລີຖືກຂ້າຕາຍໃນການສູ້ຮົບ. ຈາກນັ້ນດາວິດໄດ້ແຕ່ງງານກັບນາງບັດເຊບາ.
ອົງບໍລິສຸດ
ຄຳວ່າ "ອົງບໍລິສຸດ" ເປັນຕຳແໜ່ງໃນພຣະຄຳພີທີ່ເກືອບຈະອ້າງເຖິງພຣະເຈົ້າສະເໝີ.
- ໃນພັນທະສັນຍາເດີມ, ຕຳແໜ່ງນີ້ມັກຈະປາກົດໃນວະລີ "ອົງບໍລິສຸດຂອງອິດສະຣາເອນ."
- ໃນພັນທະສັນຍາໃໝ່, ພຣະເຢຊູໄດ້ຮັບການອ້າງເຖິງວ່າເປັນ "ອົງບໍລິສຸດ." ເຊັ່ນກັນ
- ຄຳວ່າ "ອົງບໍລິສຸດ" ບາງເທື່ອໃຊ້ໃນພຣະຄຳພີເພື່ອອ້າງເຖິງທູດສະຫວັນ.
ຄຳແນະນຳໃນການແປ
- ຄຳແປຕົງຕາມຕົວຄື, "ຜູ້ບໍລິສຸດ"
ອົງຜູ້ສູງສຸດ
ຄຳວ່າ, "ອົງຜູ້ສູງສຸດ" ແມ່ນຕຳແໜ່ງສຳລັບພຣະເຈົ້າ. ເປັນສິ່ງທີ່ບົ່ງບອກເຖິງຄວາມຍິ່ງໃຫຍ່ ຫລື ອຳນາດຂອງພຣະອົງ.
- ຄວາມໝາຍຂອງຄຳນີ້ ແມ່ນໝາຍເຖິງ "ມີອຳນາດຄອບຄອງສູງສຸດ" ຫລື "ສູງສຸດ."
- ຄຳວ່າ "ສູງ" ຢູ່ໃນຫົວຂໍ້ນີ້ ບໍ່ແມ່ນບອກເຖິງຄວາມສູງຂອງຮ່າງກາຍ ຫລື ໄລຍະທາງ. ແຕ່ບົ່ງບອກເຖິງຄວາມຍິ່ງໃຫຍ່.
ຄຳແນະນຳໃນການແປ
- ຄຳນີ້ ສາມາດແປໄດ້ອີກວ່າ, "ພຣະເຈົ້າອົງສູງສຸດ" ຫລື "ພຣະອົງຜູ້ສູງສຸດ" ຫລື "ພຣະເຈົ້າອົງຜູ້ສູງສຸດ" ຫລື "ຍິ່ງໃຫຍ່ອົງດຽວ" ຫລື "ສູງສຸດອົງດຽວ" ຫລື "ພຣະເຈົ້າ, ຜູ້ຊົງຍິ່ງໃຫຍ່ເໜືອສິ່ງທັງໝົດ."
- ຖ້າມີຄຳວ່າ "ສູງ" ປາກົດຢູ່ນຳ, ໃຫ້ແນ່ໃຈວ່າ ບໍ່ໄດ້ບອກເຖິງຄວາມສູງຂອງຮ່າງກາຍ ຫລື ໄລຍະທາງ.
ອົງພຣະຜູ້ເປັນເຈົ້າພຣະຢາເວ, ພຣະຢາເວພຣະເຈົ້າ
ໃນພັນທະສັນຍາເດີມ " ອົງພຣະຜູ້ເປັນເຈົ້າພຣະຢາເວ " ຖືກໃຊ້ຫຼາຍຄັ້ງເພຶ່ອອ້າງເຖີງພຣະເຈົ້າຜູ້ທ່ຽງແທ້ອົງດຽວ * ຄຳວ່າ " ອົງພຣະຜູເປັນເຈົ້າ " ເປັນຕຳແໜ່ງຂອງພຣະເຈົ້າ ແລະ " ພຣະຢາເວ " ເປັນພຣະນາມສ່ວນຕົວ * ພຣະຢາເວ " ມັກຈະລວມກັບຄຳວ່າ " ພຣະເຈົ້າ " ເພື່ອເປັນ " ພຮະຢາເວພຮະເຈົ້າ "
ຄຳແນະນຳໃນການແປ
- ໃນບາງຮູບແບບ " ພຮະຢາເວ " ຖືກໃຊ້ສຳລັບການແປພຣະນາມສ່ວນຕົວພຮະອົງຂອງພຣະເຈົ້າ ຄຳວ່າ " ອົງພຣະຜູ້ເປັນເຈົ້າພຣະຢາເວ " ແລະ " ພຣະຢາເວພຣະເຈົ້າ" ສາມາດແປຕາມອັກສອນ ແລະ ໃຫ້ພິຈາລະນາວ່າຈະແປຄຳເຫລົ່ານັ້ນແບບໃດ ຄື " ອົງພຣະຜູ້ເປັນເຈົ້າ " ໃນສະພາບການອື່ນຽ ເມື່ອອ້າງເຖີງພຣະເຈົ້າ
- ບາງພາສາໃສ່ຕຳແໜ່ງຫລັງຈາກພຣະນາມ ແລະ ຈະແປວ່າາ " ພຣະຢາເວອົງພຮະຜູ້ເປັນເຈົ້າ " ໃຫ້ພິຈາລະນາວ່າແບບໃດທີ່ເປັນທຳມະຊາດສຳລັບພາສາໃນໂຄງການຄວນມີຕຳແໜ່ງ " ອົງພຣະຜູ້ເປັນເຈົ້າ " ຈະກ່ອນຫຼືຫລັງ " ພຣະຢາເວ "
- " ພຣະຢາເວພຣະເຈົ້າ " ສາມາດອອກຄຳວ່າ ພຣະເຈົ້າຜູ້ຊົງໄດ້ຮັບການເອີ້ນວ່າ" ພຣະຢາເວ " ຫຼື " ພຣະເຈົ້າຜູ້ຊົງເປັນຜູ້ດຽວທິ່ຊົງພຣະຊົນຢູ່ " ຫຼື ເຮົາເປັນຄືຜູ້ທິ່ເປັນ " ພຣະເຈົ້າ "
- ຖ້າການແປອອກຄຳວ່າ" ພຣະຢາເວ " ເປັນ " ອົງພຣະຜູ້ເປັນເຈົ້າ " ຫຼື " ອົງພຣະເຈົ້າ " ຄຳວ່າ" ອົງພຣະຜູ້ເປັນເຈົ້າພຣະຢາເວ " ສາມາດແປວ່າ " ອົງພຣະເຈົ້າຜູ້ເປັນພຣະເຈົ້າ " ຫຼື " ພຣະເຈົ້າຜູ້ຊົງເປັນອົງພຣະຜູ້ເປັນເຈົ້າ " ການແປແບບອື່ນສາມາດແປວ່າ" ອົງພຣະເຈົ້າຜູ້ຊົງເປັນເຈົ້ານາຍ " ຫຼື " ພຣະເຈົ້າຜູ້ຊົງເປັນອົງພຣະຜູ້ເປັນເຈົ້າ "
- ຄຳວ່າ " ອົງພຣະຜູ້ເປັນເຈົ້າພຣະຢາເວ " ບໍ່ສົມຄວນອອກຄຳວ່າເປັນ " ອົງພຣະເຈົ້າອົງພຣະຜູ້ເປັນເຈົ້າ " ເພາະຜູ້ອ່ານຈະບໍ່ໄດ້ສັງເກດເບິ່ງຄວາມແຕກຕ່າງຂອງຕົວອັກສອນຕາມທີ່ໄດ້ໃຊ້ກັນນີ້ເພື່ອຈຳແນກຄວາມຕ່າງ
ອົດທົນ, ຄວາມອົດທົນ
ຄຳວ່າ "ອົດທົນ" ຫຼື "ຄວາມອົດທົນ" ອ້າງເຖິງການບາກບັ່ນພະຍາຍາມຜ່ານສະຖານະການທີ່ຍາກລຳບາກ ຫຼາຍເທື່ອນັ້ນຄວາມອົດທົນກ່ຽວຂ້ອງການຄອຍຖ້າຢູ່ດ້ວຍ
- ເມື່ອປະຊາຊົນອົດທົນກັບບາງ ໝາຍຄວາມວ່າພວກທ່ານຮັກບຸກຄົນແລະຍົກໂທດໃຫ້ບໍ່ວ່າບຸກຄົນນັ້ນຈະມີຄວາມຜິດຢ່າງໃດ
- ພຣະຄຳພີ ປະຊາກອນຂອງພຣະເຈົ້າໃຫ້ມີຄວາມອົດທົນເມື່ອປະເຊີນກັບຄວາມຍາກລຳບາກແລະອົດທົນຕໍ່ກັນແລະກັນ
- ເນື່ອງດ້ວຍພຣະເມດຕາຂອງພຣະອົງ ພຣະເຈົ້າຊົງອົດທົນຕໍ່ຄົນທັງຫຼາຍ ເຖິງແມ່ນວ່າຄົນເຫຼົ່ານີ້ຈະເປັນຄົນບາບຊຶ່ງສົມຄວນໄດ້ຮັບໂທດ
ອົດທົນ, ທົນ, ຄວາມອົດທົນ
ຄໍາວ່າ "ອົດທົນ" ໝາຍເຖິງການໃຊ້ເວລາຍາວນານ ຫລືແບກພາລະສິ່ງທີ່ຍາກລໍາບາກດ້ວຍຄວາມອົດທົນ.
- ນອກຈາກນີ້ຍັງໝາຍເຖິງການຢືນໝັ້ນຄົງເມື່ອເວລາຂອງການທົດ ລອງມາເຖິງໂດຍບໍ່ລົ້ມເລີກ.
- ຄໍາວ່າ "ການອົດທົນ" ອາດຈະໝາຍເຖິງ "ຄວາມອົດທົນ" "ໃນການແບກພາລະພາຍໃຕ້ການຖືກທົດລອງ" ຫລື "ບໍ່ທໍ້ຖອຍເມື່ອຖືກຂົ່ມເຫງ."
- ການໃຫ້ກໍາລັງໃຈແກ່ບັນດາຄຣິສຕຽນເພື່ອໃຫ້ "ອົດທົນຈົນເຖິງທີ່ສຸດ" ຄືການບອກໃຫ້ເຂົາເຈົ້າເຊື່ອຟັງພຣະເຢຊູ ເຖິງແມ່ນຈະເປັນເຫດໃຫ້ເຂົາເຈົ້າມີຄວາມທຸກຍາກລໍາບາກກໍຕາມ.
- "ທົນທຸກທໍລະມານ" ຍັງໝາຍເຖິງ "ພົບກັບຄວາມທຸກຍາກ."
ຄໍາແນະນໍາໃນການແປ
- ວິທີການແປຄໍາວ່າ "ອົດທົນ" ອາດຈະຮວມເຖິງ "ອົດກັ້ນ" ຫລື "ຮັກສາຄວາມເຊື່ອ" ຫລື "ເຮັດສິ່ງທີ່ພຣະເຈົ້າຕ້ອງການໃຫ້ເຈົ້າເຮັດຕໍ່ໄປ" ຫລື "ຢືນຢັດ."
- ໃນບາງກໍລະນີ "ອົດທົນ" ອາດຈະແປວ່າ "ປະສົບການ" ຫລື "ຜ່ານໄປ."
- ດ້ວຍຄວາມໝາຍທີ່ໃຊ້ກັນມາເປັນເວລາດົນນານ ຄໍາວ່າ "ອົດທົນ" ອາດຈະແປເປັນ "ທົນທານ" ຫລື "ສິບໍ່ເຮັດອີກ."
- ວິທີການແປຄໍາວ່າ "ຄວາມອົດທົນ" ອາດຈະຮວມເຖິງ "ຄວາມອົດກັ້ນ" ຫລື "ເຊື່ອຕໍ່ໄປ" ຫລື "ຍັງຄົງສັດຊື່."
ອົດອາຫານ
ຄໍາວ່າ "ອົດອາຫານ" ໝາຍເຖິງການຢຸດກິນອາຫານໃນຊ່ວງລະຍະເວລານຶ່ງເຊັ່ນ ນຶ່ງວັນ ຫລືດົນກວ່ານັ້ນ ລາງເທື່ອຈະລວມເຖິງການງົດດື່ມນໍ້າດ້ວຍ.
- ການອົດອາຫານສາມາດຊ່ອຍໃຫ້ຄົນທີ່ຈະມີໃຈຈົດຈໍ່ທີ່ພຣະເຈົ້າ ແລະອະທິຖານໂດຍບໍ່ຖືກລົບກວນ ດ້ວຍການຕຽມອາຫານແລະ ການຮັບປະທານ.
- ພຣະເຢຊູໄດ້ຕໍາໜິພວກຜູ້ນໍາສາດສະໜາຢິວທີ່ອົດອາຫານດ້ວຍເຫດຜົນທີ່ຜິດໆ ພວກເຂົາໄດ້ອົດອາຫານເພື່ອໃຫ້ຄົນອື່ນຄິດວ່າພວກເຂົາເປັນຄົນຊອບທໍາ.
- ບາງຄັ້ງ ບາງຄົນອົດອາຫານເພາະພວກເຂົາເສົ້າໂສກ ຫລືເສຍໃຈໃນບາງສິ່ງ.
- ຄໍາວ່າ "ອົດອາຫານ" ສາມາດແປໄດ້ວ່າ "ງົດເວັ້ນຈາກການຮັບປະທ່ານ" ຫລືວ "ບໍ່ຮັບປະທານ."
- ຄໍາທີ່ວ່າ "ການອົດອາຫານ" ສາມາດແປໄດ້ອີກວ່າ "ເວລາຂອງການງົດຮັບປະທານ" ຫລື "ເວລາຂອງການລະເວັ້ນຈາກອາຫານ."
ອົດທົນ
ຄຳວ່າ“ ອົດທົນ” ໝາຍເຖິງເຮັດຕົວຈິງວ່າ“ ແບກຫາບ” ບາງສິ່ງ. ມັນຍັງມີການນຳໃຊ້ຕົວເລກຫຼາຍຢ່າງຂອງຄຳສັບນີ້.
- ເມື່ອເວົ້າເຖິງແມ່ຍິງຜູ້ທີ່ຈະລ້ຽງລູກ, ນີ້ໝາຍຄວາມວ່າ, "ໃຫ້ກຳ ເນີດ" ເດັກນ້ອຍ.
- ການ“ ອົດທົນ” ໝາຍຄວາມວ່າ“ ປະສົບກັບຄວາມຫຍຸ້ງຍາກ”. ສິ່ງຫຍຸ້ງຍາກເຫລົ່ານີ້ອາດປະກອບມີຄວາມທຸກທໍລະມານທາງຮ່າງກາຍຫລືທາງອາລົມ.
- ຄຳເວົ້າທີ່ໃຊ້ກັນທົ່ວໄປໃນພຣະຄຳພີແມ່ນ“ ໝາກຜົນທີ່ເກີດ” ເຊິ່ງໝາຍຄວາມວ່າ,“ ເກີດໝາກ” ຫລື“ ມີໝາກ”.
- ສຳເວົ້າທີ່ວ່າ "ເປັນພະຍານ" ໝາຍຄວາມວ່າ "ເປັນການລອງ" ຫຼື "ລາຍງານສິ່ງທີ່ຄົນໄດ້ເຫັນຫລືປະສົບຜົນສຳເລັດ."
- ຄຳຖະແຫຼງທີ່ວ່າ "ລູກຊາຍຈະບໍ່ຮັບຜິດຊອບຄວາມຊົ່ວຮ້າຍຂອງພໍ່" ໝາຍ ຄວາມວ່າລາວ "ຈະບໍ່ຮັບຜິດຊອບ" ຫລື "ຈະບໍ່ຖືກລົງໂທດຍ້ອນ" ບາບຂອງພໍ່.
- ໂດຍທົ່ວໄປ,ຄຳເວົ້ານີ້ອາດຈະຖືກແປເປັນ, "ແບກຫາບ" ຫລື "ຮັບຜິດຊອບ" ຫລື "ຜະລິດ" ຫລື "ຕ້ອງມີ" ຫລື "ອົດທົນ", ອີງຕາມສະພາບການ.
ອົບພະຍົກ, ທີ່ພັກອາໄສ
ຄຳ ວ່າ“ ບ່ອນລີ້ໄພ” ໝາຍ ເຖິງສະຖານທີ່ຫລືສະພາບຄວາມປອດໄພແລະການປົກປ້ອງ. "ທີ່ພັກອາໄສ" ໝາຍເຖິງໂຄງສ້າງທາງກາຍະພາບທີ່ປ້ອງກັນຈາກດິນຟ້າອາກາດຫລືອັນຕະລາຍ.
ໃນພຣະຄຳພີ, ພຣະເຈົ້າມັກຈະຖືກກ່າວເຖິງເປັນບ່ອນລີ້ໄພບ່ອນທີ່ປະຊາຊົນຂອງພຣະອົງສາມາດມີຄວາມປອດໄພ, ປົກ ປ້ອງແລະເບິ່ງແຍງໄດ້. ຄຳວ່າ, "ເມືອງລີ້ໄພ" ໃນພຣະຄຳພີເດີມໄດ້ກ່າວເຖິງບາງເມືອງທີ່ຄົນທີ່ຂ້າຄົນໂດຍບັງເອີນຄົນ ໜຶ່ງ ສາມາດແລ່ນໄປຫາການປົກປ້ອງຈາກຄົນທີ່ຈະ ທຳ ຮ້າຍພວກເຂົາໃນການແກ້ແຄ້ນ. * "ທີ່ພັກອາໄສ" ມັກຈະເປັນໂຄງສ້າງທາງດ້ານຮ່າງກາຍເຊັ່ນ: ອາຄານຫລືຫລັງຄາທີ່ສາມາດປົກປ້ອງຄົນຫລືສັດໄດ້. * ບາງຄັ້ງ "ທີ່ພັກອາໄສ" ຫມາຍຄວາມວ່າ "ການປົກປ້ອງ" ຄືກັບທີ່ລາວເວົ້າວ່າແຂກຂອງລາວ "ຢູ່ພາຍໃຕ້ບ່ອນລີ້ໄພ" ຂອງຫລັງຄາຂອງລາວ. ລາວ ກຳ ລັງບອກວ່າພວກເຂົາຄວນຈະປອດໄພເພາະວ່າພວກເຂົາຢູ່ໃນເຮືອນຂອງລາວ.
ຄຳແນະນຳໃນການແປ
- ຄຳວ່າ“ ບ່ອນລີ້ໄພ” ສາມາດແປເປັນ“ ບ່ອນປອດໄພ” ຫຼື“ ບ່ອນປົກປ້ອງ.”
- ອີງຕາມສະພາບການ, ຄຳວ່າ "ທີ່ພັກອາໄສ" ສາມາດຖືກແປເປັນ "ສິ່ງທີ່ປົກປ້ອງ" ຫຼື "ການປົກປ້ອງ" ຫຼື "ສະຖານທີ່ປ້ອງກັນ."
- ຖ້າມັນໝາຍ ເຖິງໂຄງສ້າງທາງດ້ານຮ່າງກາຍ, "ທີ່ພັກອາໄສ" ກໍ່ອາດຈະຖືກແປເປັນ "ອາຄານປ້ອງກັນ" ຫຼື "
- ປະໂຫຍກທີ່ວ່າ "ເຂົ້າໄປໃນທີ່ພັກອາໄສທີ່ປອດໄພ" ສາມາດຖືກແປເປັນ "ບ່ອນທີ່ປອດໄພ" ຫຼື "ເປັນສະຖານທີ່ທີ່ຈະ ປົກປ້ອງ."
- ເພື່ອ“ ຊອກຫາທີ່ພັກອາໄສ” ຫລື“ ບ່ອນລີ້ໄພ” ຫລື“ ບ່ອນລີ້ໄພ” ສາມາດແປເປັນ,“ ຊອກຫາສະຖານທີ່ທີ່ປອດໄພ” ຫລື“ ເອົາຕົວເອງຢູ່ໃນສະຖານທີ່ປ້ອງກັນ.” *ເພື່ອ“ ຊອກຫາທີ່ພັກອາໄສ” ຫລື“ ບ່ອນລີ້ໄພ” ຫລື“ ບ່ອນລີ້ໄພ” ສາມາດແປເປັນ,“ ຊອກຫາສະຖານທີ່ທີ່ປອດໄພ” ຫລື“ ເອົາຕົວເອງຢູ່ໃນສະຖານທີ່ປ້ອງກັນ.”
ອົມຣີ
ອົມຣີເປັນຜູ້ບັນຊາການກອງທັບຜູ້ທີ່ໄດ້ກາຍເປັນກະສັດອົງທີ່ຫົກຂອງອິດສະລາເອນ * ກະສັດອົມຣີຊົງຄອບຄອງ 12 ປີໃນເມືອງຕີຣະຊາ * ເຊັ່ນດຽວກັບກະສັດທຸກພຣະອົງກ່ອນໜ້າພຣະອົງ, ກະສັດອົມຣີຊົງເປັນກະສັດທີ່ຊົ່ວຮ້າຍຫລາຍທີ່ໄດ້ນຳປະຊາກອນອິດສະລາເອນໃຫ້ນະມັດສະການພະອື່ນ. * ອົມຣີຢັງເປັນພໍ່ຂອງກະສັດອາຮາບອີກດ້ວຍ.
ອ່າງຢຽບໝາກອາງຸ່ນ
ໃນສະໃໝພຣະຄຳພີເດີມ " ບ່ອນຢຽບໝາກອາງຸ່ນ " ເປັນສິ່ງຂອງທີ່ໃຫຍ່ ຫລືສະຖານທີ່ໂດງເປັນບ່ອນນາໍ້ອາງຸ່ນຈະອອກມາໄດ້ເພື່ອເຮັດເຫລົ້າອາງຸ່ນໄດ້
- ໃນອິດສະຣາເອນ ບ່ອນຢຽບໝາກອາງຸ່່ນເປັນສິ່ງຂອງຂະໜາດໃຫຍ່ແລະກວ້າງທີ່ຂຸດເຂົ້າໄປໃນພື້ນຫີນ ພວງໝາກອາງຸ່ນຈະຖືກຖີ້ມລົງໃນກົ້້ນບ່ອນຮັບພຽງຂອງອ່າງແລະຄົນກໍໄດ້ຢຽບຢາໍ້ໝາກອາງຸ່ນດ້ວຍຕີນ ເພື່ອໃຫ້ນາໍ້ອາງຸ່ນໄຫລອອກມາ
- ໂດຍປົກກະຕິ ອ່າງຢຽບໝາກອາງຸ່ນຈະມີສອງແບບ ດ້ວຍກັນຢຽບໝາກອາງຸ່ນໃນວິທີເຮັດຂະໜົມ ດັ່ງນັ້ນນາໍ້ອາງຸ່ນກໍໃຫລອອກມາທາງຫລຸ່ມເພື່ອທີ່ຈະນຳເຄື່ອງຜອງເອົາມາໃຊ້
- ຄຳວ່າ " ອ່າງຢຽບໝາກອາງຸ່ນ " ໄດ້ຖືກນຳມາໃຊ້ໃນການປຽບທຽບໃນພຣະຄຳພີ ເຖິງພຣະພິໂລດຂອງພຣະເຈັົ້າທີ່ໄດ້ເທລົງມາເຖິງປະຊາຊາດຕ່າງໆ ທີ່ຊົ່ວຮ້າຍ ( ເບິ່ງ: [ Metaphor ](https://git.door43.org /Door43/en-ta-translet- vol1/src/master/content/figs_metaphor.md
ອ້າຍ/ນ້ອງຊາຍ
ຄຳວ່າ "ອ້າຍ/ນ້ອງຊາຍ" ໂດຍປົກກະຕິໝາຍເຖິງຜູ້ຊາຍທີ່ຢູ່ໃນສາຍເລືອດພໍ່ແມ່ດຽວກັນຢ່າງໜ້ອຍໜຶ່ງຄົນທີ່ແຕກຕ່າງກັບຄົນອື່ນ.
- ໃນສະໃໝ່ພຣະຄຳພີເດີມ, ຄຳວ່າ "ອ້າຍນ້ອງ" ຍັງຖືກນຳໃຊ້ເປັນ ຄຳອ້າງອີງທົ່ວໄປກ່ຽວກັບຍາດພີ່ນ້ອງ, ເຊັ່ນ: ສະມາຊິກຂອງເຜົ່າ, ຕະກູນ, ຫລື ກຸ່ມຄົນດຽວກັນ.
- ໃນພຣະຄຳພີໃໝ່, ພວກອັກຄະສາວົກມັກໃຊ້ "ອ້າຍນ້ອງ" ເພື່ອກ່າວເຖິງຊາວຄຣິດສະຕຽນເພື່ອນຮ່ວມທັງຊາຍແລະຍິງ, ເພາະ ວ່າຜູ້ທີ່ເຊື່ອໃນພຣະຄຣິດທຸກຄົນແມ່ນສະມາຊິກຂອງຄອບຄົວຝ່າຍວິນຍານດຽວກັນ, ມີພຣະເຈົ້າເປັນພຣະບິດາເທິງສະຫວັນ.
- ສອງສາມຄັ້ງໃນພຣະສັນຍາໃໝ່, ພວກອັກຄະສາວົກໄດ້ໃຊ້ ຄຳວ່າ "ເອື້ອຍນ້ອງ" ໃນເວລາກ່າວເຖິງສະເພາະກັບເພື່ອນຄຣິສຕຽນທີ່ເປັນຜູ້ຍິງ, ຫລືເພື່ອເນັ້ນໜັກ ວ່າທັງຊາຍແລະຍິງແມ່ນລວມຢູ່ນຳ. ຍົກຕົວຢ່າງ, ຢາໂກໂບເນັ້ນໜັກວ່າລາວກຳ ລັງເວົ້າເຖິງຜູ້ທີ່ເຊື່ອທຸກຄົນເມື່ອລາວກ່າວເຖິງ "ອ້າຍເອື້ອຍນ້ອງທີ່ຕ້ອງການອາຫານ ຫລື ເຄື່ອງນຸ່ງຫົ່ມ."
ຄຳແນະນຳໃນການແປ
- ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປ ຄຳສັບນີ້ດ້ວຍຄຳທີ່ຮູ້ຫນັງສືທີ່ຖືກນຳໃຊ້ໃນພາສາເປົ້າໝາຍເພື່ອໝາຍເຖິງອ້າຍນ້ອງ ທວົ່ໄປ ຫລື ພໍ່ແມ່ດຽວກັນ, ເວັ້ນເສຍແຕ່ວ່ານີ້ຈະໃຫ້ຄວາມໝາຍທີ່ບໍ່ຖືກຕ້ອງ.
- ໃນສະໃໝພຣະຄຳພີເດີມໂດຍສະເພາະ, ໃນເວລາທີ່ "ອ້າຍນ້ອງ" ຖືກນຳໃຊ້ຫຼາຍໂດຍທົ່ວໄປເພື່ອອ້າງອີງໃສ່ສະມາຊິກໃນຄອບຄົວ, ຕະກູນ, ຫລື ກຸ່ມຄົນ, ການແປທີ່ເປັນໄປໄດ້ອາດຈະປະກອບມີ, "ຍາດພີ່ນ້ອງ" ຫລື "ສະມາຊິກຂອງຊົນເຜົ່າ" ຫລື "ຊົນເຜົ່າອິດສະລາແອນ."
- ໃນແງ່ຂອງການກ່າວເຖິງເພື່ອນຮ່ວມຄວາມເຊື່ອໃນພຣະຄຣິດ, ຄຳສັບນີ້ອາດຈະຖືກແປວ່າ, "ອ້າຍໃນພຣະຄຣິດ" ຫລື "ອ້າຍທາງວິນຍານ."
- ຖ້າທັງຊາຍ ແລະ ຍິງກຳລັງຖືກກ່າວເຖິງ "ອ້າຍ" ກໍ່ຈະມີຄວາມໝາຍທີ່ບໍ່ຖືກຕ້ອງ, ຫຼັງຈາກນັ້ນຄຳສັບສັນຍາສາມັນທີ່ມີຢູ່ທົ່ວໄປກໍ່ອາດຈະຖືກນຳໃຊ້ເຊິ່ງປະກອບມີທັງຊາຍແລະຍິງ.
- ອີກວິທີໜຶ່ງທີ່ຈະແປຄຳສັບນີ້ເພື່ອຈະໝາຍເຖິງທັງຜູ້ຊາຍແລະ ຜູ້ຍິງທີ່ເຊື່ອອາດຈະແມ່ນ "ເພື່ອນຮ່ວມຄວາມເຊື່ອ" ຫລື "ອ້າຍເອື້ອຍນ້ອງຄຣິສຕຽນ."
- ໃຫ້ແນ່ໃຈວ່າໄດ້ກວດເບິ່ງສະພາບການເພື່ອກຳນົດວ່າມີພຽງແຕ່ຜູ້ຊາຍທີ່ຖືກກ່າວເຖິງ, ຫລື ວ່າທັງຊາຍແລະຍິງ.
ຮັກກາຍ
ຮັກກາຍເປັນຜູ້ປະກາດພຣະທໍາຂອງຢູດາໃນຊ່ວງເວລາທີ່ຄົນຢິວກັບມາຈາກການຖືກຈັບໄປເປັນຊະເລີຍທີ່ບາບີໂລນ
- ໃນສະໄໝທີ່ຮັກກາຍປະກາດພຣະທໍາກະສັດອຸດຊີຢາໄດ້ປົກຄອງເໜືອຢູດາ
- ຜູ້ປະກາດພຣະທຳເຊກາຣີຢາກໍາລັງປະກາດພຣະທຳຢູ່ໃນຊ່ວງເວລານີ້ດ້ວຍ
- ຮັກກາຍແລະເຊກາຣີຢາໄດ້ປຸກລະດົມຄົນຢິວໃຫ້ສ້າງພຣະວິຫານຂຶ້ນໃໝ່ທີ່ໄດ້ຖືກທໍາລາຍໄປໂດຍຊາວບາບີໂລນທີ່ຢູ່ພາຍໃຕ້ການປົກຄອງຂອງກະສັດເນບູກາເນັດຊາ
ຮັບບັບຕິສະມາ,ບັບຕິສະມາ
ໃນພຣະຄຳພີໃໝ່, ຄຳວ່າ "ຮັບບັບຕິມາ" ແລະ "ຮັບບັບຕິສະມາ"ຕາມປົກກະຕິໝາຍເຖິງການອາບນ້ ຳ ຄຣິສຕຽນດ້ວຍການອາບນ້ ຳ ເພື່ອສະແດງໃຫ້ເຫັນວ່າລາວໄດ້ຮັບການຊຳລະລ້າງຈາກບາບແລະໄດ້ມີຄວາມສາມັກຄີກັບພຣະຄຣິດ.
- ນອກເໜືອຈາກການບັບຕິສະມາໃນນໍ້າ, ພຣະຄຳພີເວົ້າເຖິງການຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດແລະ "ຮັບບັບຕິມາດ້ວຍໄຟ." *ຄຳວ່າ "ຮັບບັບເຕມາ" ຍັງຖືກນຳໃຊ້ໃນພຣະຄຳພີກ່າວເຖິງການຜ່ານຜ່າຄວາມທຸກທໍລະມານຢ່າງຫລວງຫລາຍ.
ຄຳແນະໃນນຳການແປ
- ຄຣິດສະຕຽນມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບວິທີທີ່ບຸກຄົນຄວນໄດ້ຮັບການບັບຕິສະມາດ້ວຍນ້ ຳ. ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປຄຳສັບນີ້ໂດຍທົ່ວໄປເຊິ່ງອະນຸຍາດໃຫ້ມີວິທີການທີ່ແຕກຕ່າງກັນໃນການນຳໃຊ້ນ້ ຳ.
- ອີງຕາມສະພາບການ, ຄຳວ່າ "ບັບຕິສະມາ" ສາມາດຖືກແປວ່າ "ສຳລະໃຫ້ບໍລິສຸດ," "ຖອກເທລົງ," "ເລື່ອນລົງ
ຮັບມໍຣະດົກ, ມໍຣະດົກ, ສຶ່ງທີ່ສືບທອດ, ເຊື່ອວົງ
ຄຳວ່າ "ຮັບມໍຣະດົກ" ແລະ "ການຮັບມໍຣະດົກ" ອ້າງເຖຶງການຮັບບາງຢ່າງທີ່ມີຄ່າຈາກພໍ່ແມ່ຫຼືບຸຄົນອື່ນເພາະຄວາມສຳພັນພຶເສດທີ່ມີກັບຄົນນັ້ນ ຄຳວ່າ "ເຊື່ອວົງ"ຄືຄົນທີ່ຮັບມໍຣະດົກ
- ມໍຣະດົກທ່າງກ່າຍຍະພາບອາດຈະເປັນເງີນ ທີ່ດຶນຫຼືໍັຊັບສຶນປະເພດອື່ນໆ
- ມໍຣະດົກຝ່າຍວຶນຍານຄືສຶ່ງທີ່ພຣະເຈົ້າປະທານໃຫ້ແກ່ຄົນທີ່ເຊື່ອໃນພຣະເຊູເຈົ້າ ລວມເຖຶງພຣະພອນໃນຊີວຶດປະຈູບັນເຊ່ນດຽວກັບຊີວຶດນຶລັນດອນກັບພຣະອົງ
- ພຣະຄຳພີຍັງເອຶນຄົນຂອງພຣະເຈົ້າວ່າມໍຣະດົກຂອງພຣະອົງ ເຊຶງໝາຍຄວາມວ່າພວກເຂົາເປັນຂອງພຮະອົງ ພວກເຂົາເປັນສົມບັດອັນລຳຄ່າຂອງພຣະອົງ
- ພຣະເຈົ້າໄດ້ຊົງສັນຍາກັບອັບຣາຮັມແລະເຊື່ອສາຍຊອງລາວວ່າພວກເຂົາຈະໄດ້ແຜ່ນດຶນຄານາອານເປັນມໍຣະດົກແລະແຜ່ນດຶນນັ້ນຈະເປັນຂອງພວກເຂົາຕລອດໄປ
- ຍັງມີຄວາມໝາຍໃນເຊຶງອຸປະມາອຸປະໄມຝ່າຍວຶນຍານທີ່ວ່າຄົນທີ່ເປັນຂອງພຣະເຈົ້າຈະໄດ້ຊື່ວ່າ "ໄດ້ຮັບແຜ່ນດຶນເປັນມໍຣະດົກ" ສຶ່ງນີ້ໝາຍຄວາມວ່າພວກເຂົາຈະເລີນຮຸ່ງເຮືອງແລະໄດ້ຮັບພຣະພອນທ່າງຮ່າງກ່າຍແລະວຶນຍານ
- ໃນພັນສັນຍາໃໝ່ພຣະເຈົ້າຊົງສັນຍາວ່າຄົນເຫຼົ່ານັ້ນທີ່ເຊື່ອໃນພຣເຢຊູເຈົ້າວ່າຈະ "ໄດ້ຮັບຄວາມພົ້ນເປັນມໍຣະດົກ" ແລະ "ໄດ້ຮັບຊີວຶດນຶຣັນດອນເປັນມໍຣະດົກ" ລວມເຖຶງມີການແສດງອອກວ່າ "ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍຣະດົກ" ນີ້ເປັນມໍຣະດົກຝ່າຍວຶນຍານທີ່ຄົງຢູ່ຕລອດໄປ
- ມີຄວາມໝາຍເຊຶງອຸປະມາອຸປະໄມອື່ນໆສຳຫຼັບຄຳເຫຼົ່ານີ້
- ພຣະຄຳພີເວົ້າວ່າຄົນສະຫລາດ "ໄດ້ຮັບສງ່າຣາສີເປັນມໍຣະດົກ" ແລະຄົນຊອບທຳຈະ "ໄດ້ຮັບສຶ່ງທີ່ດີເປັນມໍຣະດົກ"
- "ໄດ້ຮິບພຣະສັນຍາເປັນມໍຣະດົກ" ໝາຍເຖຶງການໄດ້ຮັບສຶ່ງທີ່ດີທີ່ພຣະເຈົ້າຊົງສັນຍາທີ່ຈະປະທານໃຫ້ແກ່ຄົນຂອງພຣະອົງ
- ຄຳນີ້ຍັງໃຊ້ໃນຄວາມໝາຍທ່າງລົບອ້າງເຖຶງຄົນໂງ່ຫຼືຄົນບໍເຊື່ອຟັງ"ໄດ້ຮັບລົມເປັນມໍຣະດົກ" ຫຼືອ "ໄດ້ຮັບຄວາມໂງ່ຈ້າເປັນມໍຣະດົກ"ນີ້ໝາຍຄວາມວ່າພວກເຂົາໄດ້ຮັບຜົນຈາກການປະພືດໃນຄວາມບາບລວມເຖຶງການລົງໂທດແລະການດຳເນຶນຊີວຶດຢ່າງບໍ່ມີປະໂຍດ
ຄຳແນະນຳໃນການແປ
*ເໝືອນເຊ່ນເຄີຍ ໃຫ້ພຶຈາຣະນາກ່ອນວ່າມີຄຳທີ່ໃຊ້ກັນຢູ່ແລ້ວໃນພາສາເປົ້າໝາຍສຳຫຼັບແນວຄຶດໃນເລືອງເຊື່ອວົງຫຼືມໍຣະດົກຢູ່ແລ້ວຫຼືບໍແລ້ວໃໍ້ແລ້ວຄຳເຫຼົ່ານັ້ນ * ຂື້ນຢູ່ກັບບໍຣຶບົດ ວຶທີອື່ນທີ່ຄຳວ່າ "ຮັບມໍຣະດົກ" ສາມາດແປວ່າອາດລວມເຖຶງ "ໄດ້ຮັບ" ຫຼື "ເປັນເຈົ້າຂອງ"ຫຼື "ເຂົ້າມາເປັນເຈົ້າຂອງ" * ວຶທີຈະແປ "ມໍຣະດົກ"ສາມາດລວມເຖຶງ "ຂອງປະທານທີສັນຍານໄວ້" ຫຼື "ສົມບັດທີ່ແນ່ນອນ" * ເມື່ອຄົນຂອງພຣະເຈົ້າຖືກເວົ້າເຖຶງໃນຖານະທີ່ເປັນມໍຣະດົກຂອງພຣະອົງສາມາດແປໄດ້ວ່າ "ຄົນທີ່ມີຄ່າເປັນຂອງພຣະເຈົ້າ" * ຄຳວ່າ "ເຊື່ອວົງ" ສາມາດແປໄດ້ດ້ວຍຄຳໜື່ງຄຳຫຼືວະລີທີ່ໝາຍເຖຶງ"ລູກຜູ້ມີສຶດພຶເສດທີ່ຈະໄດ້ຮັບມໍຣະດົກຂອງບຶດາ"ຫຼື "ບຸຄົນທີ່ຖືກເລືອກໃຫ້ໄດ້ຮັບ"
ຮັບໄວ້, ຕາມທັນ
ຄຳວ່າ "ຮັບໄວ່" ມັກຈະເວົ້າເຖິງພຣະເຈົ້າໄດ້ຊົງຮັບຂຶ້ນໄປຟ້າສວັນທັນທີດ້ວຍການອັນສະຈັນ. ຄຳວ່າ "ຕາມມາທັນໃດ" ໝາຍເຖິງຜູ້ໃດຜູ້ນຶ່ງຕາມມາທັນ ເມື່ອຟ້າວມາຫາ . ຄຳນຶ່ງທີ່ມີຄວາມໝາຍຄືກັນແມ່ນ "ໄລ່ຕາມທັນ" ຈັບໄດ້ໄລ່ທັນ ອັຄສາວົກໂປໂລໄດ້ບອກກ່ຽວກັບການຖືກ "ຮັບຂຶ້ນໄປ" ຍັງທ້ອງຟ້າຊັ້ນທີ່ສາມ ຄຳນີ້ສາມາດແປໄດ້ວ່າ "ຮັບຂຶ້ນໄປ"
*ໂປໂລໄດ້ບອກວ່າເມື່ອພຣະຄຣິສສະເດັດກັບມາ ຄຣິສຕຽນ ຈະຖືກຮັບ"ຂຶ້ນໄປຟ້າສວັນ" ພ້ອມກັນເພື່ອຈະພົບພຣອົງທີ່ທ້ອງຟ້າ.
*ຄຳອາທິບາຍຄຳປຽບທຽບ 'ບາບໄລ່ເວນທັນ" ສາມາດແປວ່າ ຜົນກັມຕາມມາສໜອງໃນສິ່ງທີ່ເຮັດມາ ສິ່ງເຮັດໃຫ້ມີບັນຫາ.
ຮາກາ
ຮາກາເປັນຍິງຊາວເອຢິບທີ່ເປັນທາດຮັບໃຊ້ຊອງນາງຊາຣາຍ * ເມື່ອຊາຣາຍເປັນໝັນບໍ່ສາມາດມີລູກໄດ້ ນາງຈຶ່ງມອບຮາກາໃຫ້ແກ່ອັບຣາມສາມີຂອງຕົນ ເພື່ອໃຫ້ມີລູກແກ່ອັບຣາມ * ຮາກາຕັ້ງທ້ອງແລະໃຫ້ກໍາເນີດລູກຊາຍໃຫ້ແກ່ອັບຣາມ ຄືອິດຊະມາເອນ * ພຣະເຈົ້າຊົງປົກປ້ອງຄຸ້ມຄອງດູແລຮາກາເມື່ອນາງພົບຄວາມຍາກລໍາບາກໃນທະເລຊາຍແລະໄດ້ສັນຍາວ່າຈະອວຍພອນແກ່ເຊື້ອສາຍຂອງນາງ
ຮານານີຢາ
ຮານານີຢາເປັນຊື່ຂອງຜູ້ຊາຍຫລາຍຄົນໃນພັນທະສັນຍາເດີມ * ຮານານີຢາເປັນຄົນໜຶ່ງທີ່ເປັນຊະເລີຍອິດສະຣາເອນໃນບາບີໂລນຊື່ຂອງເຂົາໄດ້ປ່ຽນເປັນ “ຊັດລາກ“ * ເຂົາໄດ້ຮັບຕໍາແໜ່ງເປັນຜູ້ຮັບໃຊ້ກະສັດເນື່ອງຈາກເຂົາມີບຸກຄະລິກລັກສະນະທີ່ເປັນເລີດແລະມີຄວາມສາມາດ * ຄັ້ງໜຶ່ງຮານານີຢາ(ຊັດລາກ)ແລະເພື່ອນຄົນໜຸ່ມຄົນອິດສະຣາເອນອີກສອງຄົນຖືກໂຍນລົງໄປໃນກອງໄຟເຕົາຫລອມເພາະພວກເຂົາປະຕິເສດທີ່ຈະນະມັດສະການກະສັດ ພຣະເຈົ້າຊົງສໍາແດງຣິດອໍານາດຂອງພຣະອົງໂດຍການປົກປ້ອງພວກເຂົາໄວ້ຈາກອັນຕະລາຍ * ມີຊາຍຄົນອື່ນທີ່ຊື່ຮານານີຢາຖືກລຽງລໍາດັບເປັນຜູ້ສືບເຊື້ອສາຍຂອງກະສັດໂຊໂລໂມນ * ຮານານີຢາອີກຄົນໜຶ່ງເປັນຜູ້ປະກາດພຣະທຳເທັດໃນສະໄໝຂອງຜູ້ປະກາດພຣະທໍາເຢເຣມີຢາ * ຜູ້ຊາຍອີກຄົນໜຶ່ງທີ່ຊື່ຮານານີຢາເປັນປະໂຣຫິດຜູ້ທີ່ໄດ້ຊ່ວຍນໍາການສະຫລອງລະຫວ່າງເວລາຂອງເນເຫມີຢາ
ຮາບາກຸກ
ຮາບາກຸກເປັນຜູ້ປະກາດພຣະຄຳໃນພັນທະສັນຍາເດີມເຊີ່ງໄດ້ມີຊີວິດອາໄສຢູ່ໃນລະຫວ່າງສະໄໝຂອງກະສັດເຢໂຮຢາກີມແຫ່ງເຜົ່າຢູດາ ຜູ້ປະກາດພຣະຄຳເຢເຣມີຢາກໍໄດ້ມີຊີວິດຢູ່ໃນຊ່ວງຂອງເວລານີ້. * ຜູ້ປະກາດພຣະຄຳຄົນນີ້ໄດ້ຂຽນໜັງສືຮາບາກຸກກ່ອນທີ່ນະຄອນເຢລູຊາເລັມ ຈະຖືກຄອບຄອງໂດຍຊາວບາບີໂລນກ່ອນ, ຄ.ສ. 600 ປີ ແລະໄດ້ນຳເອົາປະຊາຊົນຢູດາໄປນຳຢ່າງຫລວງຫລາຍ. * ພຣະຢາເວຊົງໃຫ້ຮາບາກຸກໄດ້ທຳນວາຍກ່ຽວກັບ ”ຊາວເຄເດຍ” (ຊາວບາບີໂລນ) ຈະມາມີໄຊຊະນະເໜືອຄົນຢູດາຢ່າງໃດ * ໜື່ງໃນຄຳເວົ້າເປັນທີ່ຮູ້ຈັກກັນດີຊື່ງໄດ້ກ່າວວ່າ: ” ຄົນຊອບທຳຈະມີຊີວິດຢູ່ໂດຍຄວາມເຊື່ອຂອງເຂົາ
ຮາມ
ຮາມເປັນລູກຊາຍຄົນທີສອງ ໃນຈໍານວນລູກຊາຍສາມຄົນຂອງໂນອາ * ໃນລະຫວ່າງເວລານໍ້າຖ້ວມແຜ່ນດິນໂລກນັ້ນ ຮາມແລະພີ່ນ້ອງຂອງເຂົາຢູ່ກັບໂນອາໃນເຮືອພ້ອມດ້ວຍເມຍຂອງພວກເຂົາ * ຫລັງຈາກນໍ້າຖ້ວມເເຜ່ນດິນໂລກແລ້ວ ເກີດເຫດການທີ່ຮາມບໍ່ໃຫ້ກຽດແກ່ໂນອາບິດາຂອງເຂົາ ຜົນທີ່ຕາມມາ ໂນອາຈຶ່ງສາບແຊ່ງຄານາອານລູກຂອງຮາມແລະເຊື້ອສາຍທັງໝົດຂອງເຂົາ ໃນທ້າຍທີ່ສຸດແລ້ວເປັນທີ່ຮູ້ຈັກກັນໃນນາມຊາວຄານາອານ
ຮາມັດ, ເລໂບ ຮາມັດ, ຄົນຮາມັດ
ຮາມັດເປັນເມືອງສໍາຄັນໃນຊີເຣຍທາງພາກເໜືອ ເຊິ່ງຢູ່ທາງເໜືອຂອງແຜ່ນດິນຄານາອານ ຄົນຮາມັດເປັນຜູ້ສືບເຊື້ອສາຍຂອງຄານາອານເຊິ່ງເປັນລູກຊາຍຂອງໂນອາ * ຄໍາວ່າ “ເລໂບ ຮາມັດ“ ບາງທີອ້າງເຖີງທາງຜ່ານພູເຂົາທີ່ຢູ່ໃກ້ກັບເມືອງຮາມັດ * ໃນບາງສະບັບແປ “ເລໂບ ຮາມັດ“ ວ່າ “ທາງຜ່ານເຂົ້າສູ່ເມືອງຮາມັດ * ກະສັດດາວິດເອົາຊະນະສັດຕູກະສັດຕູ່ແຫ່ງຮາມັດເຊິ່ງເຮັດໃຫ້ພວກເຂົາເປັນມິດຕໍ່ກັນ * ຮາມັດເປັນເມືອງໜຶ່ງທີ່ເປັນສະຖານທີ່ເກັບຮັກສາສະບຽງອາຫານຂອງໂຊໂລໂມນ * ແຜ່ນດິນຮາມັດເປັນສະຖານທີ່ ທີ່ກະສັດເຊເດກີຢາຖືກຂ້າໂດຍກະສັດເນບູກາເນັດຊາແລະເປັນສະຖານທີ່ ທີ່ກະສັດເຢໂຮອາອາດຖືກຈັບໄປໂດຍຟາໂຣ ແຫ່ງເອຢິບ * ຄໍາວ່າ “ຄົນຮາມັດ“ ສາມາດແປວ່າ “ປະຊາຊົນຈາກຮາມັດ“
ຮາໂມ
ຮາໂມເປັນຜູ້ຊາຍຄົນຄານາອານທີ່ອາໄສຢູ່ໃນເມືອງຊີເຄມເມື່ອຢາໂຄບແລະຄອບຄົວຂອງເຂົາອາໄສຢູ່ໃກ້ເມືອງຊຸກໂກດ ເຂົາເປັນຄົນຮີວີ * ຢາໂຄບໄດ້ຊື້ທີ່ດິນຝັງສົບສຳລັບຄອບຄົວຈາກລູກຊາຍຂອງຮາໂມ * ຂະນະທີ່ພວກເຂົາອາໄສຢູ່ທີ່ນັ້ນ ຊີເຄມລູກຊາຍຂອງຮາໂມໄດ້ຂົ່ມຂືນນາງດີນາລູກສາວຂອງຢາໂຄບ * ອ້າຍຂອງນາງດີນາຈຶ່ງໄດ້ແກ້ແຄ້ນຮາໂມແລະຄອບຄົວ ແລະໄດ້ຂ້າຜູ້ຊາຍທັງໝົດໃນເມືອງຊີເຄມ
ຮິດຕີ
ຮິດຕີເປັນຜູ້ສືບເຊື້ອສາຍຂອງຮາມຜ່ານທາງລູກຊາຍຂອງທ່ານການາອານ ພວກທ່ານໄດ້ກາຍມາເປັນອານາຈັກໃຫຍ່ຕັ້ງຢູ່ໃນສະຖານທີ່ທີ່ປະຈຸບັນຄືຕູລາກີແລະປາເລດສະໄຕເໜືອ.
- ອັບຣາຮາມໄດ້ຊື້ທີ່ດິນຈາກເອຟະໂຣນຄົນຮິດຕີ ດັ່ງນັ້ນທ່ານຈະໄດ້ຝັງສົບພັນລະຍາທີ່ເສຍຊີວິດໄປຂອງທ່ານຄືຊາຣາໃນຖ້ຳບ່ອນນັ້ນ ໃນທີ່ສຸດອັບຣາຮາມແລະເຊື້ອສາຍຂອງທ່ານຫລາຍຄົນໄດ້ຖືກຝັງໄວ້ໃນຖ້ຳນັ້ນເຊັ່ນກັນ.
- ພໍ່ແມ່ຂອງເອຊາວໄດ້ເສົ້າໂສກເມື່ອທ່ານແຕ່ງງານກັບຊາວຄົນຮິດຕີສອງຄົນ.
- ໜຶ່ງໃນບັນດາຄົນເກັ່ງກ້າຂອງດາວິດຄົນໜຶ່ງມີຊື່ວ່າອຸຣີຢາຄົນຮິດຕີ.
- ຊາວຕ່າງດ້າວສ່ວນໜຶ່ງທີ່ເປັນນາງສະໜົມຂອງຊາໂລໂມນເປັນຄົນຮິດຕີ. ຊາວເຫລົ່ານີ້ໄດ້ເຮັດໃຫ້ໃຈຂອງຊາໂລໂມນອອກຫ່າງຈາກພຣະເຈົ້າເພາະພະທຽມເທັດທີ່ພວກນາງໄດ້ນະມັດການ.
- ພວກຮິດຕີມັກຈະຮຸກຮານພວກຄົນອິດສະຣາເອນຫລາຍເທື່ອ, ທັງດ້ານຮ່າງກາຍແລະຈິດວິນຍານ.
ຮິນຄີຢາ
ຮິນຄີຢາເປັນຊື່ຂອງມະຫາປະໂລຫິດໃນລັດຊະສະໄໝຂອງກະສັດໂຢສິຢາ. * ເມື່ອມີການສ້ອມແຊມວິຫານ, ມະຫາປະໂລຫິດຮິນຄີຢາໄດ້ພົບໜັງສືທຳບັນຍັດແລະສັ່ງໃຫ້ນຳໄປໃຫ້ກະສັດໂຢສິຢາ. * ຫຼັງຈາກໄດ້ມີການອ່ານໜັງສືທຳບັນຍັດໃຫ້ທ່ານຟັງ, ໂຢສິຢາຮູ້ສຶກໂສກເສົ້າ ແລະເລີ່ມຕົ້ນໃຫ້ຜູ້ຄົນໃນຢູດາມານະມັດການພະເຈົ້າຢາເວອີກເທື່ອແລະເຊື່ອຟັງທຳບັນຍັດຂອງພຣະອົງ. * ຜູ້ຊາຍອີກຄົນໜຶ່ງທີ່ຊື່ຮິນຄີຢາເປັນບຸດຂອງເອລີຢາຄິມແລະເຮັດວຽກໃນພຣະລາດຊະວັັງໃນສະໄໝຂອງກະສັດເຮເຊຄີຢາ.
ຮິນໂມນ
ຣິນໂມນແມ່ນຊື່ຂອງຜູ້ຊາຍແລະຫຼາຍໆສະຖານທີ່ທີ່ກ່າວເຖິງໃນ ພຣະຄຳພີ. ມັນຍັງແມ່ນຊື່ຂອງພະເຈົ້າປອມ.
ຊາຍຄົນໜຶ່ງຊື່ວ່າຣິມໂມມເປັນຄົນເບັນຢາມິນຈາກເມືອງເບັດໂບັດໃນເມືອງ ເສເບລຮູມ. ພວກລູກຊາຍຂອງຊາຍຄົນນີ້ໄດ້ຂ້າ ອີໂບເຊ, ລູກຊາຍທີ່ຖືກຂັງຂອງໂຍນາທານ. ເມືອງ ຮິນໂມນ ແມ່ນເມືອງໜຶ່ງໃນພາກໃຕ້ຂອງຢູດາ, ໃນພາກພື້ນທີ່ຄອບຄອງໂດຍຊົນເຜົ່າຂອງເບັນຢາມິນ. "ຫີນຂອງ ຮິນໂມນ" ແມ່ນສະຖານທີ່ປອດໄພບ່ອນທີ່ຊາວເບັນ ຢາມິນໄດ້ໜີຈາກການຖືກຂ້າຕາຍໃນການສູ້ຮົບ. ຮິນໂມນ-ເປເລຣ ແມ່ນສະຖານທີ່ທີ່ບໍ່ຮູ້ຈັກໃນຖິ່ນແຫ້ງແລ້ງກັນດານຢູເດຍ. *ທ່ານນາມານຜູ້ບັນຊາການຊາວຊີເຣຍກ່າວເຖິງວິຫານຂອງພຣະເຈົ້າ ຮິນໂມນທີ່ບໍ່ຖືກຕ້ອງ, ບ່ອນທີ່ກະສັດແຫ່ງປະເທດຊີເຣຍເຄົາລົບບູຊາ.
ຮີວີ
ຄົນຮີີເປັນໜຶ່ງໃນກຸ່ມຄົນໃຫຍ່ເຈັດກຸ່ມທີ່ອາໄສຢູ່ໃນແຜ່ນດິນການາອານເມື່ອໂຢຊວຍໄດ້ນຳຄົນອິດສະຣາເອນມາຄອບຄອງແຜ່ນດິນນັ້ນ.
- ເໝືອນກັບຄົນທັງໝົດໃນກຸ່ມນີ້, ຄົນຮີວີສືບເຊື້ອສາຍມາຈາກການາອານ, ຜູ້ຊຶ່ງເປັນຫລານຊາຍຂອງໂນອາ.
- ຊີເຄມ ຄົນຮີວີໄດ້ຂົ່ມຂືນດິນາລູກສາວຂອງຢາໂຄບ, ແລະອ້າຍຂອງນາງໄດ້ຂ້າຄົນຮີວີຫລາຍຄົນເປັນການແກ້ແຄ້ນ.
- ເມື່ອໂຢຊວຍໄດ້ນຳຄົນອິດສະຣາເອນມາຄອບຄອງແຜ່ນດິນການາອານ, ພວກອິດສະຣາເອນໄດ້ໃຊ້ເລ້ຫລ່ຽມເຮັດສັນຍາກັບຄົນຮີວີແທນທີ່ຈະປາບເອົາຊະນະພວກເຂົາ.
ຮູບປັ້ນ,ຮູບປັ້ນແກະສະຫລັກ,ຮູບແກະສະຫລັກ,ຮູບຫລໍ່ໂລຫະ
ຄຳເຫລົ່ານີ້ທຸກຄຳໃຊ້ໃນການອ້າງເຖີງຮູບເຄົາຣົບທີ່ໄດ້ຖືກສ້າງຂື້ນເພື່ອນະມັສະການພະເຈົ້າທຽມເທັດ.ໃນບໍລິບົດຂອງການນະມັສະການຮູບເຄົາຣົບ ຄຳວ່າ"iຮູບປັ້ນ "ເປັນຮູບສັ້ນລົງ "ຮູບປັ້ນແກະສະຫລັກ"
"ຮູບປັ້ນແກະສະຫລັກ"ເປັນວັດຖຸເຮັດດ້ວຍໄມ້ທີ່ຖືກສ້າງຂື້ນໃຫ້ເຫມືອນ ສັດ,ຄົນ,ຫລືສິ່ງຂອງ. "ຮູບຫລໍ່ໂລຫະ"ເປັນວັດຖຸຫລືຮູບປັ້ນທີ່ສ້າງຂື້ນໂດຍການເທໂລຫະທີ່ຫລອມໃຫ້ແຫລວລົງໃນເບົ້າຫລໍ່ທີ່ມີຮູບຮ່າງເຫມືອນວັດຖຸັັັັັັັັັັັັັັັັັັັັັັັັັັັັັັັັັັັັັ,ສັດ,ຫລືຄົນ. *ວັດຖຸທີ່ເປັນໄມ້ແລະໂລຫະເຫລົ່ານີ້ຖືກໃຊ້ໃນການນະມັສະານພະທຽມເທັດ.
ຄຳແນະນຳໃນການແປ
ເມື່ອອ້າງເຖີງຮູບເຄົາຣົບຄຳວ່າ "ຮູບປັ້ນ "ສາມາດແປໄດ້ວ່າ"ຮູບຫລໍ່ "ຫລື"ຮູບເຄົາຣົບທີ່ແກະສະຫລັກ"ຫລື";ວັດຖຸທີ່ແກະສະຫລັກທາງສາສນາ " ໃນບາງພາສາອາດຈະຊັດເຈນກວ່າທີ່ຈະໃຊ້ຄຳອະທິບາຍດ້ວຍຖ້ອຍຄຳເຊ່ນວ່າ"ຮູບປັ້ນແກະສະຫລັກ "ຫລື"ຮູບຫລໍ່ໂລຫະ "ແມ່ນວ່າໃນສະຖານະການທີ່ນັ້ນກ່າວ່າ"ຮູບປັ້ນ "ຫລື"ຮູບຫລໍ່ "ມີຢູ່ໃນຕົ້ນສະບັບທີ່ແປແລ້ວ. *ໃຫ້ແນ່ໃຈວ່າຄຳນີ້ແຕກຕ່າງຢ່າງຊັດເຈນຈາກຄຳທີ່ໃຊ້ໃນການອ້າງເຖີງສີ່ງ
ຮູບເຄົາຣົບ, ການໄຫ້ວຮູບເຄົາຣົບ
ຮູບເຄົາຣົບເປັນວັດຖູທີ່ຄົນສ້າງຂື້ນເພື່ອວ່າເຂົາຂະໄດ້ນະມັສການ ບາງສຶ່ງຈະຖືກອະທິບາຍວ່າເປັນ " ທີ່ບູຊາຮູບເຄົາຣົບ "ຖ້າກ່ຽວຂ້ອງກັບການໃຫ້ກຽດສິ່ງອື່ນນອກເຫນືອຈາກພຣະເຈົ້າທ່ຽງແທ້ອົງດຽວ
ຜູ້ຄົນເຮັດຮູບເຄົາຣົບເພື່ອເປັນຕົວແທນຂອງພຣະເຈົ້າທີ່ພວກເຂົານະມັສການ ພະທຽມເທັດເຫລົ່ານີ້ບໍ່ໄດ້ມີຢູ່ຈິງ ບໍ່ມີພຣະເຈົ້າອື່ນ ນອກເຫນືອຈາກພຣະຢາເວ ບາງຄັ້ງມານກໍທຳງານຜ່ານຮູບເຄົາຣົບເພື່ອເຮັດໃຫ້ເບິ່ງເຫມືອນວ່າມັນມີອຳນາດ, ເຖີງແມ່ນວ່າມັນບໍ່ມີອຳນາດຢູ່ຈິງ. ຮູບເຄົາຣົບມັກຈະເຮັດຈາກວັດຖຸທີ່ມີຄ່າເຊ່ນ ຄຳ,ເງີນ,ທອງສຳຣິດຫລືໄມ້ລາຄາແພງ. ອານາຈັກທີ່ບູຊາຮູບເຄົາຣົບ" ຫມາຍເຖີງ "ອານາຈັກຂອງຄົນທີ່ນະມັສະການຮູບເຄົາຣົບ"ຫລື "ອານາຈັກທີ່ບູຊາຝ່າຍໂລກ" ຄຳວ່າ "ຮູບສະຫລັກທີ່ເປັນຮູບເຄົາບູຊາ"ຄືອີກຄຳນື່ງສຳລັບຄຳນື່ງ"ຮູບປັ້ນແກະສະຫລັກ"ຫລື"ຮູບເຄົາຣົບ"
ຮູເບັນ
ຮູເບັນ ແມ່ນລູກຊາຍກົກຂອງຢາໂຄບ. ແມ່ຂອງລາວຊື່ວ່າເລອາ.
- ເມື່ອພວກອ້າຍຂອງລາວວາງແຜນທີ່ຈະຂ້ານ້ອງຊາຍຂອງພວກເຂົາໂຢເຊັບ, ນາງ ຮູເບັນ ໄດ້ເອົາຊີວິດຂອງໂຈເຊັບໂດຍບອກໃຫ້ພວກເຂົາເອົາລາວເຂົ້າໄປໃນຂຸມອີກ.
- ຕໍ່ມາຣູເບນໄດ້ກັບມາຊ່ອຍໂຈເຊັບ, ແຕ່ອ້າຍນ້ອງອື່ນໆໄດ້ຂາຍລາວໃຫ້ເປັນທາດໃຫ້ແກ່ພໍ່ຄ້າທີ່ ກຳ ລັງຜ່ານໄປ.
- ເຊື້ອສາຍຂອງ ຮູເບັນ ໄດ້ກາຍເປັນ ໜຶ່ງ ໃນສິບສອງເຜົ່າຂອງອິດສະຣາເອນ.
ຮຽນແບບ,ຜູ້ຮຽນແບບ
ຄຳວ່າ "ຮຽນແບບ " ຫລື "ຜູ້ຮຽນແບບ " ຫມາຍເຖີງການລອກຮຽນແບບຄົນອື່ນແລະເຮັດຢ່າງທີ່ຄົນນັ້ນປະຕຶບັດທຸກປະການ
- ຄຣຶດສະຕຽນຖືກສອນໃຫ້ຮຽນແບບຢ່າງອົງພຣະເຢຊູຄຣຶດເຈົ້າໂດຍການເຊື່ອຟັງພຣະເຈົ້າແລະຮັກຄົນອືນຢ່າງທີ່ພຣະເຢຊູເຈົ້າຊົງກະທຳ
- ອັກຄະລະທູດສາວົກໂປໂລໄດ້ບອກຄຣຶດຕະຈັກໃນຍຸກທຳອຶດໃຫ້ຮຽນແບບຢ່າງລາວຢ່າງທີ່ລາວຮຽນແບບຢ່າງພຣະເຢຊູຄຣຶດເຈົ້າ
# ຄຳແນະນຳໃນການແປ
- ຄຳວ່າ "ຮຽນແບບ"ສາມາດຈະແປໄດ້ວ່າ"ທຳຢ່າງດຽວກັນກັບ"ຫຼື"ທຳຕາມແບບຢ່າງຂອງເຂົາ"
- ຄຳເວົ້າວ່າ"ຈົ່ງເປັນຜູ້ຮຽນແບບຂອງພຣະເຈົ້າ"ສາມາດແປໄດ້ວ່າ"ຈົ່ງເປັນຄົນປະຕຶບັດເໝືອນທີ່ພຣະເຈົ້າປະຕຶບັດ"ຫຼື"ຈົ່ງເປັນຄົນກະທຳສຶ່ງຕ່າງໆໃນແບບທີ່ພຣະເຈົ້າຊົງກະທຳ" *" ທ່ານໄດ້ກາຍເປັນຮຽນແບບຢ່າງເຮົາ"ສາມາດແປໄດ້ວ່າ"ທ່ານທຳຕາມແບບຢ່າງຂອງເຮົາ"ຫຼື"ທ່ານກຳລັງທຳສຶ່ງຕ່າງໆໃນທ່າງຂອງພຣະເຈົ້າແບບດຽວກັບທີ່ທ່ານເຫັນເຮົາທຳ"
ຮ່ອມພູຂິດໂຣນ
ຮ່ອມພູຂິດໂຣນເປັນຮ່ອມພູທີ່ເລິກເຊິ່ງຢູ່ນອກເມຶອງເຢຣູຊາເລັມ ຢູ່ລະຫວ່າງກຳແພງທາງທິດຕາເວັນອອກແລະພູເຂົາໝາກກອກເທດ. * ຮ່ອມພູນີ້ເລິກຫລາຍກວ່າ 1,000 ແມັດ ແລະຍາວປະມານ 32 ກິໂລແມັດ. * ເມື່ອກະສັດດາວິດກຳລັງຫລົບຫນີຈາກລູກຊາຍເພີ່ນຄື ອັບຊາໂລມ ພຣະອົງໄດ້ຜ່ານຮ່ອມພູຂິດໂຣນເພື່ອໄປເພື່ອໄປພູໝາກກອກເທດ. * ກະສັດໂຢຊີຢາແລະກະສັດອາຊາແຫ່ງຢູດາໄດ້ສັ່ງໃຫ້ສະຖານທີ່ສູງແລະແທ່ນບູຊາຂອງພະທຽມຕ້ອງຖຶກທຳລາຍແລະຖຶກເຜົາຖິ້ມ ເຊິ່ງຂີ້ເຖົ່າຖືກຖິ້ມລົງໄປໃນຮ່ອມພູຂິດໂຣນ. * ໃນຊ່ວງລະຫວ່າງການຄອງລາດຂອງກະສັດເຮເຊກີຢາ ຮ່ອມພູຂິດໂຣນຄືສພຖານທີ່ ທີ່ບັນດາປະໂລຫິດປະຖິ້ມທຸກສິ່ງທີ່ບໍ່ບໍລິສູດນັ້ນພວກເຂົາໄດ້ຂັບໄລ່ອອກຈາກພຣະວີຫານ. * ພະຣາຊິນີທີ່ຊົ່ວຮ້າຍຄື ອາທາລິຢາ ໄດ້ຖືກສັງຫານໃນຮ່ອມພູນີ້ ເພາະສິ່ງຊົ່ວຮ້າຍທີ່ລາວໄດ້ເຮັດໄປນັ້ນ.
ຮ່າງກາຍ
ຄຳວ່າ“ ຮ່າງກາຍ” ຕາມຕົວຈິງໝາຍເຖິງຮ່າງກາຍຂອງຄົນຫຼືສັດ. ຄຳນີ້ຍັງໃຊ້ເປັນຕົວເລກເພື່ອໝາຍເຖິງວັດຖຸຫຼືກຸ່ມລວມທັງໝົດທີ່ມີສະມາຊິກແຕ່ລະຄົນ.
- ໂດຍທົ່ວໄປຄຳວ່າຮ່າງກາຍໝາຍເຖິງຄົນຫຼືສັດທີ່ຕາຍແລ້ວ. ບາງຄັ້ງສິ່ງນີ້ຖືກກ່າວເຖິງວ່າເປັນ "ຮ່າງກາຍທີ່ຕາຍແລ້ວ" ຫຼື "ສົບ."
- ເມື່ອພຣະເຢຊູກ່າວກັບສາວົກໃນອາຫານປັດສະຄາຄັ້ງສຸດທ້າຍຂອງພຣະອົງວ່າ“ ເຂົ້າຈີ່ນີ້ແມ່ນຮ່າງກາຍຂອງເຮົາ” ພຣະອົງກ່າວເຖິງຮ່າງກາຍຂອງພຣະອົງເຊິ່ງຈະ“ ຫັກ” (ຖືກຂ້າ) ເພື່ອຈ່າຍຄ່າບາບຂອງພວກເຂົາ.
- ໃນພຣະຄຳພີ, ຄຣິສຕຽນເປັນກຸ່ມຖືກເອີ້ນວ່າ "ຮ່າງກາຍຂອງພຣະຄຣິດ."
- ເຊັ່ນດຽວກັນກັບຮ່າງກາຍທີ່ມີຮ່າງກາຍມີຫລາຍພາກສ່ວນ, "ຮ່າງກາຍຂອງພຣະຄຣິດ" ມີສະມາຊິກສ່ວນຫຼາຍ.
- ຜູ້ທີ່ເຊື່ອແຕ່ລະຄົນມີໜ້າທີ່ພິເສດໃນຮ່າງກາຍຂອງພຣະຄຣິດເພື່ອຊ່ວຍໃຫ້ກຸ່ມທັງໝົດເຮັດວຽກຮ່ວມກັນເພື່ອຮັບໃຊ້ພຣະເຈົ້າແລະນຳສະຫງ່າລາສີໃຫ້ແກ່ພຣະເຈົ້າ.
- ພຣະເຢຊູຍັງຖືກເອີ້ນວ່າເປັນ "ຫົວ" (ຜູ້ນໍາ) ຂອງ "ຮ່າງກາຍ" ຂອງຜູ້ທີ່ເຊື່ອ. ຄືກັບຫົວຂອງຄົນບອກຮ່າງກາຍຂອງລາວວ່າຄວນເຮັດຫຍັງ, ດັ່ງນັ້ນພຣະເຢຊູເປັນຜູ້ທີ່ຊີ້ນຳ ແລະຊີ້ນຳຊາວຄຣິດສະຕຽນໃນຖານະເປັນສະມາຊິກຂອງ“ ຮ່າງກາຍ” ຂອງພຣະອົງ.
ຄຳແນະນຳໃນການແປ
- ວິທີທີ່ດີທີ່ສຸດໃນການແປຄຳສັບນີ້ຈະເປັນກັບຄຳສັບທີ່ຖືກນຳ ໃຊ້ຫຼາຍທີ່ສຸດເພື່ອໝາຍເຖິງຮ່າງກາຍທາງດ້ານຮ່າງກາຍໃນພາສາໂຄງການ. ໃຫ້ແນ່ໃຈວ່າຄຳທີ່ໃຊ້ບໍ່ແມ່ນຄຳສັບທີ່ໜ້າ ລັງກຽດ.
- ໃນເວລາທີ່ອ້າງອີງເຖິງຜູ້ທີ່ເຊື່ອລວມ, ສຳລັບບາງພາສາມັນອາດຈະເປັນທຳມະຊາດແລະຖືກຕ້ອງກວ່າທີ່ຈະເວົ້າວ່າ, "ຮ່າງກາຍທາງວິນຍານຂອງພຣະຄຣິດ."
- ໃນເວລາທີ່ພຣະເຢຊູກ່າວວ່າ, "ນີ້ແມ່ນຮ່າງກາຍຂອງເຮົາ" ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປພາສານີ້ດ້ວຍຕົວໜັງສືພ້ອມດ້ວຍບັນທຶກເພື່ອອະທິບາຍໃນເວລາຈຳ ເປັນ.
- ບາງພາສາອາດຈະມີຄຳສັບແຍກຕ່າງຫາກເມື່ອກ່າວເຖິງຮ່າງກາຍທີ່ຕາຍແລ້ວ, ເຊັ່ນວ່າ "ຊາກສົບ" ສຳລັບຄົນຫລື "ຊາກສັດ" ສຳລັບສັດ. ຕ້ອງໃຫ້ແນ່ໃຈວ່າຄຳສັບທີ່ໃຊ້ໃນການແປນີ້ມີຄວາມໝາຍໃນສະພາບການແລະເປັນທີ່ຍອມຮັບໄດ້.
ເກຄາຊີ,,ຊາວເກຄາຊີ
ເກຄາຊີຄືກູ່ມຄົນທີ່ອາໃສຢຸ່ໃກ້ກັບທະເລກາລີເລ ໃນແຜ່ນດິນການາອານ.
- ພວກເຂົາຄືຜຸ້ສືບເຊື້ອສາຍຂອງລຸກຊາຍຂອງຮາມຄືການາອານແລະເປັນໜຶ່ງໃນກູ່ມຄົນທີ່ຮຸ້ຈັກກັນວ່າເປັນ "ຊາວການາອານ".
- ພຣະເຈົ້າໄດ້ຊົງສັນຍາກັບຊົນຊາດອິດສະຣະເອນວ່າພຣະອົງຈະຊ່ວຍພວກເຂົາຕໍ່ສຸ້ກັບຄົນເກຊາຊີແລະຄົນການາອານກູ່ມອື່ນໆ.
- ເໝືອນກັບຄົນການາອານອື່ນໆ ຄົນເກກາຊີນະມັດສະການພະທຽມເທັດແລະໄດ້ເຮັດໃນສິ່ງຜິດສິນລະທັມຊິ່ງເປັນການນະມັດສະການຂອງພວກເຂົາ.
ເກຊຸຸ
ຊ່ວງເວລາຂອງກະສັດດາວິດ ເມືອງເກຊຸາເປັນອານາຈັນອ້ຍໆ ຕັ້ງຢຸ່ທາງຟາກຕາເວັນອອກຂອງທະເລຄາລີເລ ລະຫວ່າງປະເທດອິດສະຣະເອນແລະອາຣັບ.
- ກະສັດດາວິດໄດ້ແຕ່ງງານກັບມາອາຄາລຸກສາວຂອງກະສັດແຫ່ງເກຊຸແລະໄດ້ເກີດລຸກຊາຍໃຫ້ພຣະອົງຄຶອັບຊາໂຣມ.
- ຫລັງຈາກທີ່ຂ້າອັບໂນນອາ້ຍຕ່າງແມ່ ອັບຊາໂຣມກໍໜີໄປທິດຕາເວັນອອກສຽ່ງເໜືອຈາກເຢລຸຊາເແລມເຖີງເກຊຸ ລະຍະທາງປະມານ 141,62 ກີໂລແມດ ເຂົາໄດ້ອາສັຍຢຸ່ທີ່ນັ້ນສາມປີ.
ເກຣາ
ເກຣາຄືເມືອງໃນແຜ່ນດິນການາອານ ຕັ້ງຢຸ່່ທາງຕາເວັນຕົກສ່ຽງໃຕ້ເຮັບໂຣນແລະທິດຕາເວັນຕົກສ່ຽງເໜືອເບເອີເຊບາ
- ກະສັດອາມາເຫລັກຄືຜຸ້ປົກຄອງຂອງເມືອງເກຣາເມຶ່ອອັບ ບຣາຮາມແລະຊາຣາມາຕັ້ງຖິ່ນຖານທີ່ນັ້ນ.
- ຄົນປາແລດສະຕາຍໄດ້ເຂົ້າຢຶດຄອງເມືອງເກຣາລະຫວ່າງຊ່ວງເວລາທີ່ຊົນຊາດອິດສະຣະເອນອາສັຍຢຸ່ໃນແຜ່ນດິນການາອານ.
ເກັບກ່ຽວ, ຜູ້ເກັບກ່ຽວ
ຄຳວ່າ "ກ່ຽວ" ໝາຍເຖີງການເກັບກ່ຽວໝາກຜົນເຊັ່ນ ເມັດ " ຜູ້ເກັບກ່ຽວ" ເປັນຄົນທີ່ເກັບກ່ຽວຜົນປູກ. * ໂດຍທົ່ວໄປ ຜູ້ເກັບກ່ຽວຜົນທີ່ປູກດ້ວຍມື. ເຊັ່ນ ການດືງລຳຕົ້ນຂື້ນຫຼື ການຕັດດ້ວຍເຄື່ອງມືທີຄົມ.
-
ແນວຄິດຂອງການເກັບກ່ຽວຜົນທີ່ປູກມັກນຳມາໃຊ້ປຽບທຽບການບອ ກຄົນທັງຫຼາຍເຖີງເລື່ອງຂ່າວປະເສີດຂອງພຮະເຍຊູແລະນຳເຂົາມາຢູ່ໃນຄອບຄົວຂອງພຮະເຈົ້າ.
-
ຄຳວ່າເກັບກ່ຽວຍັງໃຊ້ເປັນເຊີງປຽບທຽບເພື່ອອ້າງເຖີງຜົນຮັບທີ່ໄດ້ມາຈາກການກະທຳຂອງບຸກຄົນກໍເໝືອນກັນກັບຄຳເວົ້າທີ່ວ່າ " ມະນຸດຈະເກັບກ່ຽວພືດຜົນທີ່ເຂົາປູກໄວ້" ເບີ່ງ See: Metaphor)
-
ວິທີອື່ນໆທີ່ຈະແປຄຳວ່າ "ເກັບກ່ຽວ" ແລະ "ຜູ້ເກັບກ່ຽວ" ຊື່ງສາມາດຮ່ວມເຖີງ "ການກ່ຽວເກັບ" ຫຼື "ຜູ້ທີ່ກ່ຽວເກັບ"(ຫຼື ບຸກຄົນຜູ້ທີ່ກ່ຽວເກັບ").(ເບີ່ງ(See link to "harvest" page for more translation suggestions.)
ເກັບຮວງເຂົ້າຫລົ່ນລົງ
ຄຳວາ່ "ເກັບຮວງເຂົ້າທີ່ຫລົ່ນລົງ "ໝາຍຄວາມການເຂົ້າໄປໃນໄຮ່ນາເພື່ອເກັບເມັດເຂົ້າໃດໆ ກໍຕາມຫລືຜົນລະໃມ້ທີ່ຄົນເກັບກຽ່ວໄດ້ເຫລືອຖີ້ມໃວ້.
- ພຣະເຈົ້າຊົງບອກໃຫ້ຊົນຊາດອິດສະຣະເອນປອ່ຍຍິງໝ້າຍ,ຄົນທູກຈົນແລະຄົນຕ່າງຊາດເກັບລວບລວມເມັດເຂົ້າທີ່ຕົກໃວ້ເພື່ອຕຽມອາຫານສຳລັບຕົວເຂົາາເອງ.
- ບາງຄັ້ງເຈົ້າຂອງນາຈະໃຫ້ຄົນເກັບເຂົ້າທີ່ຫລົ່ນລົງດິນຕາມຫລັງຄົນເກັບກ່ຽວເພື່ອລວບລວມ,ນັ້ນເຮັດໃຫ້ພວກເຂົາສາມາດເກັບຮວງເຂົ້າທີ່ຫລົ່ນລົງໄດ້ຫລາຍຂື້ນ.
- ຕົວຢ່່າ່ງທີ່ເຫັນໄດ້ຄັກແນ່ໃນເລື້ອງນີ້ຄືໃນເລື້ອງຂອງນາງຣູດ ທີ່ນາງຮັບອະນູຍາດໃຫ້ເກັບຮວງເຂົ້າຫລົ່ນລົງທາ່ມກາງຄົນເກັບກຽ່ວໃນນາໃນນາຂອງໂບອາດ.
- ອີກທາງໃນແປຄຳວ່າ "ເກັບຮວງເຂົ້າທີ່ຫລົ່ນ" ສາມາດເປັນຄຳວ່າ "ເກັບ" ຫລື "ລວບລວມ" ຫລື "ເກັບສາສົມ.
ເກີດໃໝ່, ເກີດຈາກພຣະເຈົ້າ,ບັງເກີດໃໝ່
ຄຳວ່າ“ ເກີດໃໝ່” ຄັ້ງທຳອິດໂດຍພຣະເຢຊູໃຊ້ເພື່ອພັນລະນາເຖິງຄວາມໝາຍຂອງພຣະເຈົ້າທີ່ຈະປ່ຽນບຸກຄົນຈາກການຕາຍໃຫ້ກາຍເປັນຊີວິດທາງວິນຍານ. ຄຳສັບທີ່ວ່າ "ເກີດຈາກພຣະເຈົ້າ" ແລະ "ເກີດຈາກພຣະວິນຍານ" ກໍ່ໝາຍເຖິງບຸກຄົນທີ່ໄດ້ຮັບຊີວິດທາງວິນຍານໃໝ່.
- ມະນຸດທຸກຄົນເກີດມາທາງວິນຍານທີ່ຕາຍແລ້ວແລະໄດ້ຮັບ“ ການເກີດໃໝ່” ເມື່ອພວກເຂົາຍອມຮັບເອົາພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດຂອງພວກເຂົາ.
- ໃນຊ່ວງເວລາແຫ່ງການເກີດໃໝ່ທາງວິນຍານ, ພຣະວິນຍານບໍລິສຸດຂອງພຣະເຈົ້າເລີ່ມຕົ້ນອາໄສຢູ່ໃນຜູ້ທີ່ເຊື່ອໃໝ່ ແລະສ້າງຄວາມເຂັ້ມແຂງໃຫ້ລາວເພື່ອໃຫ້ເກີດໝາກໄມ້ທາງວິນຍານທີ່ດີໃນຊີວິດຂອງລາວ.
- ມັນແມ່ນວຽກຂອງພຣະເຈົ້າທີ່ເຮັດໃຫ້ຄົນເຮົາເກີດໃໝ່ ແລະກາຍມາເປັນລູກຂອງພຣະອົງ.
ຄຳແນະນຳໃນການແແປ
- ອີກວິທີໜຶ່ງທີ່ຈະແປວ່າ "ເກີດໃໝ່" ອາດປະກອບມີ, "ເກີດມາ ໃໝ່" ຫລື "ເກີດມາທາງວິນຍານ."
- ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປ ຄຳສັບນີ້ໃຫ້ເປັນຕົວຈິງແລະໃຊ້ ຄຳທຳມະດາໃນພາສາທີ່ຈະໃຊ້ສຳລັບເກີດ.
- ຄຳວ່າ "ການເກີດໃໝ່" ອາດຈະຖືກແປວ່າ "ການເກີດໃໝ່ທາງວິນຍານ."
- ປະໂຫຍກທີ່ວ່າ "ເກີດຈາກພຣະເຈົ້າ" ສາມາດຖືກແປເປັນ, "ທີ່ເກີດຈາກພຣະເຈົ້າທີ່ຈະມີຊີວິດໃຫມ່ຄືກັບເດັກເກີດໃຫມ່" ຫລື "ໃຫ້ຊີວິດໃຫມ່ໂດຍພຣະເຈົ້າ."
- ໃນທາງດຽວກັນ, "ເກີດຈາກພຣະວິນຍານ" ສາມາດຖືກແປເປັນ, "ໃຫ້ຊີວິດໃໝ່ໂດຍພຣະວິນຍານບໍລິສຸດ" ຫລື "ອໍານາດໂດຍພຣະວິນຍານບໍລິສຸດກາຍເປັນລູກຂອງພຣະເຈົ້າ" ຫລື "ທີ່ເກີດຈາກພຣະວິນຍານມີຊີວິດ ໃໝ່ຄືກັບເດັກເກີດໃໝ່ເດັກນ້ອຍ. "
ເກີບແຕະ
ເກີບແຕະຄືເກີບແບບທຳມະດາທົ່ວໄປທີສຸບເຂົ້າໄປທີ່ຕີນດ້ວຍສາຍຮັດຮອບຕີນຫລືຂໍ້ຕີນ ເກີບແຕະໃຊ້ສຸບໃສ່ທັງຜູ້ຊາຍແລະຜູ້ຍິງ
*ບາງຄັ້ງເກີບແຕະຍັງໃຊ້ໃນການຍີນຍັນການຊື້ຂາຍຕາມກົດຫມາຍ ເຊັ່ນການຂາຍຊັບສິນໂດຍຜູ້ຂາຍຄົນຫນື່ງຖອດເກີບແຕະແລະເອົາໃຫ້ອີກຄົນຫນື່ງ * ການຖອດເກີບຫລືເກີບແຕະເປັນສັນຍານຂອງການເຄົາລົບແລະຄວາມນັບຖືສະເພາະຢ່າງຍິ່ງເມື່ອຢູ່ສະເພາະພຣະພັກພຣະເຈົ້າ * ໂຢຮັນກ່າວວ່າເພິ່ນບໍສົມຄວນຈະແກ້ແມ່ນແຕ່ສາຍຮັດເກີບຂອງພຣະເຢຊູ ຊື່ງເປັນງານຂອງຄົນຮັບໃຊ້ທີ່ຕ່ຳກວ່າຫລືທາດ
ເຂົາສັດ
ເຂົາສັດຄືສິ່ງຖາວອນ, ແຂງ, ທີ່ງອກອອກມາມີລັກສະນະແຫລມ ເທິງຫົວຂອງສັດຕ່າງໆ, ເຊັ່ນ ແພະ, ແກະ. ແລະກວາງ.
- ເຂົາຂອງແກະ (ຕົວຜູ້) ຈະຖືກໃຊ້ເປັນເຄື່ອງດົນຕີເອີ້ນວ່າ "ແກເຂົາແກະ" ຫລື "ໂຊຟາ," ທີ່ຈະຖືກເປົ່າໃນງານພິເສດເຊັ່ນ ເທດການທາງສາດສະໜາ.
- ພຣະເຈົ້າກ່າວກັບຄົນອິດສະຣາເອນໃຫ້ສ້າງເຊີງງອນທີ່ຮູບຮ່າງເໝືອນເຂົາສັດທີ່ທັງສີ່ມຸມຂອງແທ່ນບູຊາເຄື່ອງຫອມແລະທອງສຳລິດ. ເຖິງແມ່ນວ່າເຊີງງອນເຫລົ່ານີ້ຈະຖືກຮຽກວ່າ "ເຂົາສັດ," ແຕ່ກໍບໍ່ແມ່ນເຂົາຂອງສັດຢ່າງແທ້ຈິງ.
- ບາງເທື່ອຄຳວ່າ "ເຂົາສັດ" ຖືກໃຊ້ໝາຍເຖິງ "ກະບອກນ້ຳ" ທີ່ຮູບຮ່າງເໝືອນເຂົາສັດແລະໃຊ້ໃນການເກັບນ້ຳຫລືນ້ຳມັນ. ຂວດນ້ຳມັນຖືກໃຊ້ໃນການເຈີມກະສັດ ດັ່ງທີ່ຊາມູເອນກະທຳກັບດາວິດ.
- ຄຳນີ້ຄວນແປດ້ວຍຄຳທີ່ແຕກຕ່າງຈາກຄຳທີ່ອ້າງເຖິງແກ.
- ຄຳວ່າ "ເຂົາສັດ" ນີ້ໃຊ້ໃນເຊີງອຸປະມາອຸປະໄມເປັນສັນຍະລັກຂອງຄວາມເຂັ້ມແຂງ, ພະລັງ, ອໍານາດສິດຂາດ, ແລະຄວາມຈົ່ງຮັກພັກດີ.
ເຂົ້າຈີ່ບໍ່ມີເຊື້ອ
ຄຳ ວ່າ“ ເຂົ້າຈີ່ບໍ່ມີເຊື້ອ” ໝາຍ ເຖິງເຂົ້າຈີ່ທີ່ເຮັດໂດຍບໍ່ມີເຊື້ອລາຫລືເຊື້ອແປ້ງອື່ນໆ. ເຂົ້າຈີ່ປະເພດນີ້ແມ່ນຮາບພຽງຢູ່ເພາະວ່າມັນບໍ່ມີແປ້ງທີ່ເຮັດໃຫ້ມັນຂື້ນ.
- ເມື່ອພະເຈົ້າປົດປ່ອຍອິດສະຣາເອນອອກຈາກການເປັນຂ້າທາດໃນອີຢີບ ພຣະອົງໄດ້ບອກພວກເຂົາໃຫ້ ໜີ ຈາກປະເທດເອຢິບໂດຍໄວ ໂດຍບໍ່ຕ້ອງລໍຖ້າເຂົ້າຈີ່. ດັ່ງນັ້ນລາວຈຶ່ງກິນເຂົ້າຈີ່ທີ່ບໍ່ມີເຊື້ອໃນອາຫານຂອງລາວ. ຕັ້ງແຕ່ນັ້ນເຂົ້າຈີ່ບໍ່ມີເຊື້ອຈະຖືກ ນຳ ໃຊ້ເພື່ອສະຫຼອງປັດສະຄາປະ ຈຳ ປີຂອງພວກເຂົາເພື່ອເຕືອນພວກເຂົາເຖິງເວລານັ້ນ.
- ເພາະວ່າເຂົ້າຈີ່ບາງເທື່ອໃຊ້ເປັນຮູບຂອງຄວາມບາບ “ ເຂົ້າຈີ່ບໍ່ມີເຊື້ອ” ແທນທີ່ຈະ ກຳ ຈັດບາບຈາກຊີວິດຂອງຄົນເຮົາເພື່ອຈະ ດຳ ລົງຊີວິດໃນແນວທາງທີ່ຍົກຍ້ອງພະເຈົ້າ.
ຄຳ ແນະ ນຳ ການແປ
- ວິທີອື່ນໃນການແປພາສາ ຄຳ ນີ້ສາມາດປະກອບມີ “ ເຂົ້າຈີ່ທີ່ບໍ່ມີເຊື້ອລາ” ຫລື“ ເຂົ້າຈີ່ແປ້ງທີ່ບໍ່ໄດ້ຮັບເຕັມ”
- ກວດເບີ່ງໃຫ້ແນ່ໃຈວ່າການແປ ຄຳ ສັບນີ້ກົງກັບ ຄຳ ທີ່ທ່ານແປວ່າ "ເຊື້ອລາ, ເຊື່ອມັກໃຫ້ເຕັມ "
- ໃນບາງສະພາບການ, ຄຳ ວ່າ“ ເຂົ້າຈີ່ບໍ່ມີເຊື້ອ” ໝາຍ ເຖິງ“ ງານບຸນເຂົ້າຈີ່ບໍ່ມີເຊື້ອ” ແລະສາມາດແປໄດ້ເຊັ່ນນັ້ນ.
ເຂົ້າບາເລ
ຄຳວ່າ“ ເຂົ້າບາເລ” ໝາຍເຖິງເມັດພືດຊະນິດໜຶ່ງທີ່ໃຊ້ເຮັດເຂົ້າຈີ່.
- ຕົ້ນເຂົ້າບາເລມີກ້ານຍາວທີ່ມີຫົວຢູ່ເທິງສຸດບ່ອນທີ່ເມັດຫລືເມັດພືດເຕີບໃຫຍ່.
- ບາເລເຮັດໄດ້ດີໃນສະພາບອາກາດທີ່ອົບອຸ່ນສະນັ້ນມັນມັກຖືກເກັບກ່ຽວໃນລະດູໃບໄມ້ປົ່ງຫຼືລະດູຮ້ອນ.
- ເມື່ອເຂົ້າບາເລຖືກຕັດອອກ, ເມັດທີ່ສາມາດກິນໄດ້ຖືກແຍກອອກຈາກເມັດທີ່ກິນບໍ່ໄດ້
- .ເມັດເຂົ້າບາເລແມ່ນກຽມໄວ້ເປັນແປ້ງ,ຈາກນັ້ນປະສົມກັບນ້ ຳມັນຫລືນ້ ຳມັນເພື່ອເຮັດເຂົ້າຈີ່. *ຖ້າບໍ່ຮູ້ເຂົ້າບາເລ, ມັນອາດຈະຖືກແປເປັນ "ເມັດເອີ້ນວ່າເຂົ້າບາເລ" ຫລື "ເມັດເຂົ້າບາເລ."
ເຂົ້າພິທີຕັດ,ການເຂົ້າພິທີຕັດ
ຄຳວ່າ "ເຂົ້າພິທີຕັດ"ຫມາຍເຖີງການຕັດຫນັງຫຸ້ມປາຍອົງຄະຊາດຂອງຜູ້ຊາຍຫລືເດັກຊາຍ ພິທີການເຂົ້າພິທີຕັດອາດຈະຈັດຂື້ນເພື່ອດຳເນີນການໃນເລື້ອງນີ້.
- ພຣະເຈົ້າໄດ້ຊົງບັນຊາອັບບຣາຮາມໃຫ້ຜູ້ຊາຍໃນຄອບຄົວແລະຄົນຮັບໃຊ້ທຸກຄົນເຂົ້າພິທີຕັດເພື່ອເປັນເຄື່ອງຫມາຍຂອງພັນທະສັນຍາຂອງພຣະເຈົ້າທີ່ທຳກັບພວກເຂົາ. *ຄຳເວົ້າ "ການເຂົ້າພິທີຕັດຫົວໃຈ" ຫມາຍເຖີງຄຳປຽບທຽບຂອງ "ການຕັດອອກໄປ" ຫລື ການເອົາຄວາມບາບອອກໄປຈາກບຸກຄົນ.
- ໃນຝ່າຍວິນຍານ "ການເຂົ້າພິທີຕັດ"ຫມາຍເຖີງຄົນທີ່ພຣະເຈົ້າຊົງຊຳລະຈາກບາບໂດຍພຣະໂລຫິດຂອງພຣະເຢຊູ ແລະຜູ້ທີ່ເປັນປະຊາກອນຂອງພຣະອົງ.
- ຄຳວ່າ "ບໍ່ໄດ້ເຂົ້າພິທີຕັດ"ຫມາຍເຖີງຄົນເຫົ່ລານັ້ນທີ່ບໍ່ໄດ້ເຂົ້າພິທີຕັດທາງຮ່າງກາຍ ຄຳນີ້ຍັງຫມາຍເຖີງຄົນທີ່ຍັງບໍ່ໄດ້ເຂົ້າພິທີຕັດຝ່າຍວິນຍານຊຶ່ງເປັນບຸກຄົນທີ່ບໍ່ມີຄວາມສຳພັນກັບພຣະເຈົ້າດວ້ຍ.
ຄຳແນະນຳໃນການແປ
- ຖ້າວັດທະນະທັມທາງພາສາທີ່ຈະແປມີການເຂົ້າພິທີຕັດໃນຜູ້ຊາຍຄຳທີ່ໃຊ້ຄຳເວົ້າເຖີງການກະທຳນີ້ອາດຈະໃຊ້ສຳຫລັບຄຳນີ້ໄດ້.
- ການແປຄຳນີ້ ໃນຮູບແບບອື່ນໆ ຫນ້າຈະເປັນ"ຕັດຮອບໆ" ຫລື ຕັດເປັນວົງກົມ" ຫລື "ຕັດຫນັງຫຸ້ມອົງຄະຊາດອອກ.
- ໃນວັດທະນະທັມທີ່ການເຂົ້າພິທີຕັດບໍ່ເປັນທີ່ຮູ້ຈັກ ຄຳນີ້ຈຳເປັນຕອ້ງອະທິບາຍໃນເຊີງອະຣົດ ຫລື ອະພິທານສັບ.
- ຂໍໃຫ້ແນ່ໃຈວ່າ ຄຳທີ່ໃຊ້ແປຄຳນີ້ບໍ່ໄດ້ຫມາຍເຖີງຜູ້ຍິງ ຄຳນີ້ຈຳເປັນຕອ້ງແປດວ້ຍຄຳ ຫລືຄຳເວົ້າທີ່ລວມເຖີງຄວາມຫມາຍຂອງ"ຜູ້ຊາຍ.
ເຂົ້າໃຈ. ຄວາມສາມາດໃນການເຂົ້້າໃຈ
ຄຳວ່າ " ເຂົ້າໃຈ" ໝາຍເຖີ່ງການຮັບຟັງຫຼືຮັບຂໍ້ມູນເເລະຮູ້ວ່າສີ່ງນັ້ນມີຄວາມໝາຍວ່າຢ່າງໃດ
- ຄຳວ່າ " ຄວາມສາມາດໃນການເຂົ້າໃຈ " ສາມາດໝາຍເຖີ່ງ " ຄວາມຮູ້ " ຫຼື " ຜູ້ມີປັນຍາ " ຫຼືບອກວ່າຈະເຮັດອິກຫຍັງບາງຢ່າງ
- ການເຂົ້າໃຈບາງຄົນສາມາດເເປວ່າຮູ້ວ່າບຸກຄົນນັ້ນຮູ້ສືກຢ່າງໃດດ້ວຍເຊັ່ນກັນ
- ຂະນະທີ່ກຳລັງຢ່າງໄປເອມາອູດ ພຣະເຢຊູຊົງເຮັດໃຫ້ພວກສາວົກເຂົ້າໃຈເຖີ່ງຄວາມຂອງພຣະຄຳພີກຽ່ວກັບພຣະເມຊີຢາ
- ຂື້ນຢູ່ກັບບໍລິບົດ ຄຳວ່າ " ເຂົ້າໃຈ " ອາດຈະເເປວ່າ " ຮູ້ " ຫຼື " ເຊືີ່ອ " ຫຼື " ເຂົ້າໃຈ " ຫຼື " ຮູ້ວ່າ " ( ເເມ່ນຫຍັງ ) ມີຄວາມໝາຍຢ່າງໃດ "
- ຫລາຍຄັ້ງຄຳທີ່ວ່າ " ຄວາມເຂົ້າໃຈ " ສາມາດເເປວ່າ " ຄວາມຮູ້ " ຫຼື " ຜູ້ມີປັນຍາ " ຫຼື " ຄວາມເຂົ້າລົງເລີກ "
ເຂົ້າຈີ່
ເຂົ້າຈີ່ແມ່ນອາຫານທີ່ເຮັດຈາກແປ້ງປະສົມກັບນ້ ຳ ແລະນ້ ຳ ມັນເພື່ອປະກອບເປັນແປ້ງ. ຫຼັງຈາກນັ້ນນຳແປ້ງມາປັ່ນຄັກເປັນຮູບເຂົ້າໜົມປັງແລະອົບ.
- ເມື່ອຄຳວ່າ "ກ້ອນ" ເກີດຂື້ນດ້ວຍຕົວມັນເອງ, ມັນກໍ່ ໝາຍ ຄວາມວ່າ, "ກ້ອນເຂົ້າຈີ່."
- ຂະໜົມປັງແມ່ນເຮັດດ້ວຍເຂົ້າແລະແປ້ງເພາະສິ່ງທີ່ເຮັດໃຫ້ມັນເພີ່ມຂື້ນເຊັ່ນ: ເຊື້ອແປ້ງ.
- ເຂົ້າຈີ່ຍັງສາມາດເຮັດໄດ້ໂດຍບໍ່ມີເຊື້ອແປ້ງເພື່ອບໍ່ໃຫ້ມັນຂື້ນ. ໃນພຣະຄຳພີນີ້ເອີ້ນວ່າ“ ເຂົ້າຈີ່ບໍ່ມີເຊື້ອ” ແລະຖືກໃຊ້ ສຳ ລັບອາຫານປັດສະຄາຂອງຊາວຢິວ.
- ເນື່ອງຈາກເຂົ້າຈີ່ເປັນອາຫານຫຼັກ ສຳລັບຫລາຍຄົນໃນສະໄໝພຣະຄຳພີ, ຄຳນີ້ຍັງຖືກນຳໃຊ້ໃນພຣະຄຳພີເພື່ອອ້າງເຖິງອາຫານທົ່ວໄປ. (ເບິ່ງເພີມເຕີມ: [Synecdoche] (https://git.door43.org/Door43/en-ta-translate-vol2/src/master/content/figs_synecdoche.md))
- ຄຳວ່າ“ ເຂົ້າຈີ່ແຫ່ງການປະທັບຢູ່” ໝາຍເຖິງເຂົ້າຈີ່ສິບສອງກ້ອນທີ່ຖືກຈັດໃສ່ເທິງໂຕະທອງໃນຫໍເຕັນຫລື ອາຄານວັດເປັນເຄື່ອງບູຊາແດ່ພຣະເຈົ້າ. ເຂົ້າຈີ່ເຫລົ່ານີ້ເປັນຕົວແທນໃຫ້ແກ່ສິບສອງເຜົ່າຂອງອິດສະຣາເອນແລະມີພຽງແຕ່ພວກປະໂລຫິດກິນ. ນີ້ສາມາດຖືກແປເປັນ "ເຂົ້າຈີ່ສະແດງໃຫ້ເຫັນວ່າພຣະເຈົ້າໄດ້ອາໄສຢູ່ນຳພວກເຂົາ."
- ຄຳປຽບທຽບ, ຄຳວ່າ“ ເຂົ້າຈີ່ຈາກສະຫວັນ” ໄດ້ກ່າວເຖິງອາຫານສີຂາວພິເສດທີ່ເອີ້ນວ່າ“ ມານາ” ທີ່ພຣະເຈົ້າໄດ້ຈັດຫາໃຫ້ຊາວອິດສະລາເອນໃນເວລາທີ່ພວກເຂົາຍ່າງໄປຕາມທະເລຊາຍ.
- ພຣະເຢຊູຍັງເອີ້ນຕົວເອງວ່າ“ ເຂົ້າຈີ່ທີ່ລົງມາຈາກສະຫວັນ” ແລະ“ ເຂົ້າຈີ່ແຫ່ງຊີວິດ.”
- ເມື່ອພຣະເຢຊູແລະສາວົກໄດ້ກິນອາຫານປັດສະຄາຮ່ວມກັນກ່ອນທີ່ພຣະອົງຈະສິ້ນຊີວິດພະອົງປຽບທຽບເຂົ້າຈີ່ປັດສະຄາບໍ່ມີເຊື້ອແປ້ງກັບພຣະອົງເຊິ່ງຈະໄດ້ຮັບບາດເຈັບແລະຖືກຂ້າເທິງໄມ້ກາງແຂນ.
- ຫລາຍຄັ້ງ ຄຳວ່າ“ ເຂົ້າຈີ່” ສາມາດແປໄດ້ທົ່ວໄປຫຼາຍກວ່າເກົ່າວ່າ“ ອາຫານ”.
ເຄດາ
ເຄດາເປັນເປັນຊື່ຂອງບູດຊາຍຄົນທີສອງຂອງອິດຊະມາເອນ ເປັນຊື່ຂອງເມືອງທີ່ສຳຄັນດ້ວຍ ຊຶ່ງໄດ້ມາຈາກຊື່ຂອງຊາຍຄົນນີ້. * ເມືອງເຄດາຕັ້ງຢູ່ທາງພາກເໜືອຂອງອາຣາເບຍໃກ້ກັບເຂດແດນທາງຕອນໃຕ້ຂອງປາເລດຕິນ ໃນສະໄຫມພຣະຄຳພີເຊິ່ງເປັນທີ່ຮູ້ຈັກກັນດີວ່າເປັນເມືອງທີ່ຍິງໃຫຍ່ແລະສວຍງາມ. * ລູກຫລານຂອງເຄດາ ໄດ້ເຂົ້າຮ່ວມກັບກູ່ມຂອງປະຊາຊົນທີ່ເອີ້ນວ່າ "ເຄດາ". * ຄຳວ່າ "ເຕັນທີ່ມືດມິດແຫ່ງເຄດາ" ອ້າງເຖິງເຕັນຂົນແບ້ສີດຳທີ່ປະຊາຊົນເຄດາໄດ້ອາໄສຢູ່. * ພວກປະຊາຊົນເຫລົ່ານີ້ໄດ້ລ້ຽງແບ້ແລະແກະ ພວກເຂົາໄດ້ໃຊ້ອູດໃນການຂົນສົ່ງສິ່ງຂອງ. * ໃນພຣະຄຳພີຄຳວ່າ "ສະຫງ່າຣາສີແຫ່ງເຄດາ" ໝາຍເຖິງຄວາມຍິ່ງໃຫຍ່ຂອງເມືອງນັ້ນ.
ເຄັດເຊມາເນ
ເຄັດເຊມາເນຄືສວນຂອງສວນຫມາກກອກເທດທາງທິດຕາເວັນອອກຂອງນະຄອນເຢລຸຊາແລມເໜືອຮອ່ມພຸເຂົາ ຂີດໂຣນແລະໃກ້ກັບພຸເຂົາຫມາກກອກເທດ
- ສວນເຄັດເຊມາເນຄືສະຖານທີ່ທີ່ພຣະເຢຊຸແລະເຫລົ່າສາວົກຂອງພຣະອົງມັກຈະໄປທ່ີ່ນັ້ນເພຶ່ອພັກຜອ່ນຈາກຝຸງຊົນ.
- ທີ່ສວນເຄັດເຊມາເນທີ່ພຣະເຢຊຸໄດ້ອະທິຖານໃນຄວາມໂສກເສົ້າ ເປັນທູກໜັກນ່ວງ ກອ່ນການຖືກຈັບທີ່ນັ້ນໂດຍຜຸ້ນຳຊາວຢິວທັງຫລາຍ.
ເຄືອງຫອມ
ຄຳວ່າ "ເຄືອງຫອມ"ອ້າງເຖຶງສວນປະສົມຂອງເຄືອງເທດທີ່ມີກີ່ນຫອມທີ່ເມືອເຜົ່າແລ້ວຈະທຳໃຫ້ເກຶດຄວັນທີ່ມີກີ່ນທີ່ມີຄວາມເພຶງພໍໃຈ
- ພຣະເຈົ້າໄດ້ເວົ້າກັບອຶດສະຣາເອນໃຫ້ເຜົ່າເຄືອງຫອມເພື່ອເປັນເຄືອງບູຊາແດ່ພຣະອົງ
- ເຄືອງຫອມຈະຕ້ອງທຳໂດຍການປະສົມເຄືອງເທດຢ່າງສະເພາະເຈາະຈົ່ງຫ້າຊະນຶດໃນຈຳນວນທີ່ເທົ່າກັນຕາມທີ່ພຣະເຈົ້າໄດ້ຊົງສິ່ງທຸກປະການນີ້ຄືເຄືອງຫອມອັ້ນບໍຣຶສຸດດັ່ງນັ້ນຈືງບໍອະນຸຍາດໃຫ້ໃຊ້ເພື່ອວັດຖຸສົງອືນ
- "ແທ່ນຂອງເຄືອງຫອມ"ເປັນແທ່ນພຶເສດທີ່ໃຊ້ສຳຫຼັບເຜົ່າເຄືອງຫອມເທົ່ານັ້ນ
- ມີການຖວາຍເຄືອງຫອມຢ່າງນ້ອຍສີ່ຄັ້ງຕໍ່ວັນໃນແຕ່ລະຊິ່ວໂມງແຫ່ງການອະທີຖານ ນອກຈາກນີ້ຈະມີການເຜົາເຄືອງຫອມທຸກຄັ້ງທີ່ມີການເຜົາຖວາຍບູຊາສັດ
- ການເຜົາເຄືອງຫອມບູຊາຈະເປັນຕັວແທນຂອງຄຳອະທຶຖານແລະການນະມັດສະການທີ່ຍົກຂື້ນໄປເຖຶງພຣະເຈົ້າຈາກຄົນຂອງພຣະອົງ
- ວຶທີອື່ນທີ່ຈະແປຄຳວ່າ "ເຄືອງຫອມ"ຄື"ເຄືອງເທດທີ່ມີກີ່ນຫອມ"ຫຼື"ພືດທີ່ມີກີ່ນຫອມ"
ເຄືອອະງຸ່ນ
ຄໍາວ່າ "ເຄືອອະຫງຸ່ນ" ອ້າງເຖິງພືດທີ່ຈະເລີນເຕີບໃຫຍ່ໄດ້ໂດຍການເລືອໄປຕາມພື້ນຫລືໂດຍການເລື້ອຍໄປຕາມຕົ້ນໄມ້ຫລືໂຄງສ້າງອື່ນໆ. ຄຳວ່າ "ເຄືອອະງຸ່ນ" ໃນພຣະຄໍາພີໃຊ້ສະເພາະເຄືອທີ່ຜະລິດຜົນແລະມັກໝາຍເຖິງເຄືອອະງຸ່ນ. * ໃນພຣະຄໍາພີ ຄໍາວ່າ "ເຄືອອະງຸ່ນ" ເກືອບຈະອ້າງເຖິງ "ຕົ້ນອະງຸ່ນ" * ກິ່ງທັງຫລາຍຂອງຕົ້ນອະງຸ່ນຈະຕິດຢ່ລໍາຕົ້ນເຊິ່ງຈະໃຫ້ນໍ້າແລະສານອາຫານອື່ນໆ ມັນຈິ່ງຈະເຕີບໃຫຍ່. * ພຣະເຢຊູຊົງເອີ້ນຕົວພຣະອົງວ່າ "ເຄືອອະງຸ່ນ" ແລະເອີ້ນປະຊາຊົນຂອງພຣະອົງວ່າ "ກິ່ງ." ໃນບໍລິບົດນີ້ ຄໍາວ່າ "ເຄືອອະງຸ່ນ" ອາດແປເປັນ "ຕົ້ນເຄືອອະງຸ່ນ" ຫລື "ຕົ້ນໄມ້ອະງຸ່ນ" (ເບິ່ງ : Metaphor)
ເຄື່ອງດື່ມທີ່ຮຸນແຮງ
ຄຳວ່າ“ ເຄື່ອງດື່ມທີ່ຮຸນແຮງ” ໝາຍເຖິງເຄື່ອງດື່ມທີ່ໄດ້ຮັບການຫມັກແລະມີເຫຼົ້າພາຍໃນພວກມັນ.
- ເຄື່ອງດື່ມທີ່ມີທາດເຫຼົ້າແມ່ນຜະລິດຈາກພືດ ຫຼື ໝາກໄມ້ ທີ່ໄດ້ຜ່ານຂັ້ນຕອນການຫມັກ.
- ປະເພດຂອງ "ເຄື່ອງດື່ມທີ່ຮຸນແຂງ" ປະກອບມີເຫລົ້າທີ່ເຮັດຈາກອະງຸ່ນ,ເຫລົ້າປາມ, ເບຍ ແລະ ເຫລົ້າແອັບເປິ້ນ ໃນພຣະຄຳພີ, ເຫຼົ້າອະງຸ່ນແມ່ນເຄື່ອງດື່ມທີ່ແຮງທີ່ຖືກກ່າວເຖິງຫລາຍທີ່ສຸດ.
- ບັນດາປະໂລຫິດແລະຜູ້ໃດກໍ່ຕາມທີ່ໄດ້ໃຫ້ຄຳສາບານພິເສດເຊັ່ນ: "ຄຳສາບານນາສີຣີ" ຈະບໍ່ໄດ້ຮັບອະນຸຍາດໃຫ້ດື່ມເຄື່ອງດື່ມທີ່ໝັກແລ້ວ.
- ຄຳສັບນີ້ຍັງສາມາດແປວ່າ "ເຄື່ອງດື່ມທີ່ຜ່ານການໝັກ" ຫຼື "ເຄື່ອງດື່ມທີ່ມີທາດເຫລົ້າ".
ເຄື່ອງຖວາຍອາຫານ, ເຄື່ອງຖວາຍເມັດພືດ
"ເຄື່ອງຖວາຍອາຫານ" ຫລື "ເຄື່ອງຖວາຍເມັດພືດ" ແມ່ນເຄື່ອງທີ່ໃຊ້ຖວາຍແດ່ພຣະເຈົ້າ ໃນລັກສະນະທີ່ເປັນເມັດເຂົ້າ ຫລືເຂົ້າຈີ່ທີ່ເຮັດມາຈາກແປ້ງເຂົ້າ.
- ຄວາມໝາຍສະເພາະຂອງຄຳວ່າ "ຄາບອາຫານ" ແມ່ນອ້າງເຖິງເມັດເຂົ້າທີ່ຖືກບົດລະອຽດຈົນເປັນແປ້ງ.
- ຈະເອົາແປ້ງໄປປະສົມກັບນ້ຳຫລືນ້ຳມັນ ເພື່ອເຮັດເປັນເຂົ້າຈີ່ທີ່ເປັນແຜນລຽບບາງໆ. ບາງເທື່ອກໍຊິ່ດນ້ຳມັນໃສ່ເທິງເຂົ້າຈີ່.
- ຕາມປົກກະຕິ ການຖວາຍເຄື່ອງບູຊາແບບນີ້ ມັກຈະຖວາຍພ້ອມກັບເຄື່ອງເຜົາບູຊາ.
ເຄື່ອງບັນນາການ
ຄຳວ່າ "ເຄື່ອງບັນນາການ" ອ້າງເຖິງຂອງຂວັນຈາກຜູ້ປົກຄອງຄົນໜຶ່ງໄປຫາອີກຜູ້ປົກຄອງອີກຄົນໜຶ່ງ,ເພື່ອປະໂຫຍດໃນການປ້ອງກັນແລະຄວາມສຳພັນທີ່ດີລະຫວ່າງປະເທດຂອງພວກເຂົາ.
- ເຄື່ອງບັນນາການ ສາມາດເປັນການຊຳລະເງີນທີ່ຜູ້ປົກຄອງຫລືລັດຖະບານຕ້ອງການຈາກປະຊາຊົນ, ເຊັ່ນຄ່າຜ່ານທາງຫລືພາສີ.
- ໃນພຣະຄໍາພີ, ການເດີນທາງຂອງກະສັດຫລືຜູ້ປົກຄອງອາດຈ່າຍເຄື່ອງບັນນາການໃຫ້ກະສັດຂອງພູມມິພາກທີ່ພວກເຂົາກຳລັງເດີນທາງຜ່ານເພື່ອໃຫ້ແນ່ໃຈວ່າພວກເຂົາຈະໄດ້ຮັບການຄຸ້ມຄອງແລະປອດໄພ.
- ຫລາຍເທື່ອບັນນາການມັກຈະລວມເຖິງສິ່ງອື່ນໆ ນອກເໜືອຈາກເງີນເຊັ່ນອາຫານ, ເຄື່ອງເທດ, ເສື້ອຜ້າທີ່ຫຣູຫຣາ ແລະໂລຫະມີລາຄາແພງດັ່ງທອງຄໍາ.
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບບໍລິບົດ "ເຄື່ອງບັນນາການ" ສາມາດແປເປັນ "ຂອງຂວັນຢ່າງເປັນທາງການ" ຫລື "ພາສີພິເສດ" ຫລື "ການຊຳລະເງີນຕາມທີ່ຮຽກຮ້ອງ."
ເຄື່ອງບູຊາລົບລ້າງບາບ
"ເຄື່ອງບູຊາລົບບາບ" ເປັນໜຶ່ງໃນເຄື່ອງບູຊາຫລາຍຢ່າງທີ່ພຣະເຈົ້າຕ້ອງການໃຫ້ຊາວອິດສະຣາເອນທຳການຖວາຍ.
- ການຖວາຍນີ້ກ່ຽວພັນເຖິງການຖວາຍງົວ, ການເຜົາເລືອດແລະໄຂມັນຂອງສັດເທິງແທ່ນບູຊາ, ແລະເອົາສ່ວນທີ່ເຫລືອຂອງຮ່າງຂອງສັດໄປເຜົາເທິງພື້ນດິນພາຍນອກຄ້າຍຂອງຊາວອິດສະຣາເອນ.
- ເຄື່ອງບູຊາທີ່ສົມບູນຂອງສັດຕະວະບູຊາສະແດງໃຫ້ເຫັນວ່າພະເຈົ້າຊົງບໍລິສຸດພຽງໃດແລະຄວາມບາບໜ້າຢ້ານພຽງໃດ.
- ພະຄຳພີສອນວ່າເພື່ອທີ່່ຈະໄດ້ຮັບການຊຳລະລ້າງບາບ, ຕ້ອງຫລັ່ງເລືອດເພື່ອຈ່າຍຄ່າຄວາມບາບທີ່ໄດ້ເຮັດ.
- ສັດຕະວະບູຊາບໍ່ສາມາດຈະອະໄພບາບຢ່າງຖາວອນໄດ້.
- ການສິ້ນພຣະຊົນຂອງພະເຢຊູເທິງໄມ້ກາງແຂນໄດ້ຊຳລະບາບ, ໂທດກຳຕະຫລອດການ. ພະອົງຊົງເປັນເຄື່ອງບູຊາໄຖ່ບາບທີ່ຄົບຖ້ວນ.
ເຄື່ອງເຜົາບູຊາ, ຖວາຍດ້ວຍໄຟ
“ ເຄື່ອງເຜົາບູຊາ” ແມ່ນການຖວາຍບູຊາແກ່ພຣະເຈົ້າເຊິ່ງຖືກເຜົາໂດຍໄຟເທິງແທ່ນບູຊາ. ໄດ້ເປັນຄຳສັ່ງໃຫ້ເຮັດການຊົດໃຊ້ແທນບາບຂອງຄົນ. ນີ້ຍັງຖືກເອີ້ນວ່າເປັນ "ການຖວາຍໂດຍໄຟ."
- ສັດທີ່ໃຊ້ໃນການຖວາຍເຄື່ອງນີ້ສ່ວນຫຼາຍແມ່ນແກະ ຫລື ແບ້, ແຕ່ວ່າງົວ ແລະ ນົກກໍ່ໃຊ້ເຊັ່ນກັນ.
- ຍົກເວັ້ນຜິວໜັງ, ສັດທັງໝົດຖືກເຜົາໃນການຖວາຍເຄື່ອງບູ ຊານີ້. ຜິວໜັງ ຫລື ບ່ອນປິດບັງຖືກມອບໃຫ້ປະໂລຫິດ.
- ພຣະເຈົ້າໄດ້ບັນປະຊາຊົນຊາວຢິວໃຫ້ຖວາຍເຄື່ອງເຜົາບູຊາສອງຄັ້ງທຸກໆມື້.
ເຄເດັຍ,ຊາວເຄເດັຍ
ເຄເດັຍເປັນແຄ້ວນໃນຕອນໃຕ້ຂອງເມໂຊໂປຕາເມັຍ ຫລື ບາບີໂລນຄົນທີ່ອາໃສຢູ່ໃນແຄ້ວນນີ້ ເອີ້ນວ່າຊາວເຄເດັຍ.
*ເມືອງເອ ເມືອງທີ່ອັບບຣາຮາມຈາກມາ ຕັ້ງຢູ່ໃນແຄວ້ນເຄເດັຍ ເມືອງນີ້ມັກຈະຖືກເອີ້ນວ່າ "ເມືອງເອແຫ່ງເຄເດັຍ." * ກະສັດເນບູກາດເນັດຊາເປັນຄົນໜຶ່ງໃນຊາວເຄເດັຍ ຫລາຍທີ່ໄດ້ເປັນກະສັດເໜືອບາບີໂລນ. * ຫລັງຈາກນັ້ນຫລາຍປີ ປະມານ 600 ກ.ຄ.ສ ຄຳວ່າ"ຊາວເຄເດັຍໄດ້ໝາຍເຖີງ "ຊາວບາບີໂລນ. * ໃນພຣະທັມດານີເອນ ຄຳວ່າ "ຊາວເຄເດັຍ" ໝາຍເຖີງຜູ້ຊາຍ ຊັ້ນພິເສດທີ່ມີການສຶກສາສູງແລະສຶກສາດວງດາວ.
ເຄເຣທີ
ຄົນເຄເຣທີເປັນກຸ່ມຄົນທີ່ອາດຈະເປັນສ່ວນຫນຶ່ງຂອງຄົນຟີລິດສະຕິນ ຊຶ່ງມັກຈະຂຽນວ່າ"ເຄເຣທີ"
- ຄົນເຄເຣທີແລະຄົນເປເລັດ "ເປັນກຸ່ມທະຫານພິເສດຈາກກອງທັບຂອງກະສັດດາວິດຜູ້ທີ່ຖວາຍຕົວເປັນປອ້ງກັນຂອງດາວິດ.
- ເບໃນຢາ ລູກຂອງເຢໂຮຢາດາ ເປັນຄົນຫນຶ່ງໃນຄະນະທີ່ປຶກສາຂອງດາວິດ ເຂົາເປັນຜູ້ນຳຂອງຄົນເຄເຣທີແລະຄົນເປເລັດ.
- ຄົນເຄເຣທີຍັງຄົງຢູ່ກັບດາວິດ ໃນຕອນດາວິດຫນີອອກຈາກນະຄອນເຢລູຊາແລັມ ເພາະການກະບົດຂອງອັບຊາໂລມ.
ເງິນ
ເງິນເປັນໂລຫະທີ່ເປັນປະກາຍ, ມີສີເທົາເປັນໂລຫະທີ່ມີຄ່າໃຊ້ເຮັດເປັນຫລຽນຕ່າງໆ, ເຄື່ອງປະດັບຕ່າງໆ, ພາຊະນະບັນຈຸ, ແລະ ເຄື່ອງຕົກແຕ່ງຕ່າງໆ. * ພາຊະນະນີ້ລວມເຖິງຖ້ວຍເງິນແລະຊາມ, ທ່າມກາງສິ່ງອື່ນໆທີ່ໃຊ້ໃນເຄື່ອງຄົວ, ການກິນ, ຫລື ການເສີບອາຫານ. * ເງິນແລະທອງມັກຈະໃຊ້ໃນການສ້າງຫໍເຕັນ ແລະ ພຣະວິຫານ ພຣະວິຫານໃນນະຄອນເຢຣູຊາເລັມມີພາຊະນະຫລາຍຢ່າງທີ່ເຮັດດ້ວຍເງິນ. * ໃນສະໄໝພຣະຄຳພີເດີມ ມີການໃຊ້ຫລຽນເງິນແລະນໍ້າໜັກເງິນມີທີ່ເອີ້ນວ່າ ເຊເກນ. * ພວກອ້າຍຂອງໂຢເຊບເອງກໍໄດ້ຂາຍເຂົາໃຫ້ເປັນທາດດ້ວຍເງິນຊາວເຊເກນຂອງຫລຽນເງິນ. * ຢູດາອິດສະກາຣີອົດໄດ້ຮັບເງິນສາມສິບຫລຽນສຳລັບການທໍລະຍົດພຣະເຢຊູ.
ເງົາ
ຄຳວ່າ "ເງົາ" ທີ່ຮູ້ໃນຫນັງສືໝາຍເຖິງຄວາມມືດທີ່ເກີດຈາກວັດຖຸທີ່ກີດຂວາງຂອງແສງ. ມັນຍັງມີຄວາມໝາຍຫລາຍໆຮູບ.
*“ ເງົາແຫ່ງຄວາມຕາຍ” ໝາຍຄວາມວ່າຄວາມຕາຍມີຢູ່ຫລືໃກ້ໆພຽງແຕ່ເປັນເງົາທີ່ບົ່ງບອກເຖິງການປະກົດຕົວຂອງວັດຖຸຂອງມັນ. * ຫຼາຍຄັ້ງໃນພຣະຄຳພີ, ຊີວິດຂອງມະນຸດໄດ້ຖືກປຽບທຽບກັບເງົາ, ເຊິ່ງບໍ່ມີອາຍຸຍືນແລະບໍ່ມີຫຍັງເລີຍ. * ບາງຄັ້ງ "ເງົາ" ກໍ່ຖືກໃຊ້ເປັນອີກຄຳໜຶ່ງສຳລັບ "ຄວາມມືດ". * ພຣະຄຳພີເວົ້າເຖິງການຖືກປິດບັງຫລືປົກປ້ອງໃນເງົາຂອງປີກຫລືມືຂອງພຣະເຈົ້າ. ນີ້ແມ່ນຮູບພາບທີ່ຖືກປົກປ້ອງແລະປິດບັງຈາກອັນຕະລາຍ. ວິທີອື່ນໃນການແປພາສາ "ເງົາ" ໃນສະພາບການເຫຼົ່ານີ້ອາດປະກອບມີ "ຮົ່ມ" ຫລື "ຄວາມປອດໄພ" ຫຼື "ການປົກປ້ອງ." * ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປພາສາ "ເງົາ" ທີ່ເປັນຕົວຈິງໂດຍໃຊ້ຄຳ ສັບທ້ອງຖິ່ນທີ່ໃຊ້ເພື່ອໝາຍເຖິງເງົາຕົວຈິງ.
ເຈັບທ້ອງເກີດລູກ, ອາການເຈັບທ້ອງເກີດລູກ
ຜູ້ຍິງທີ່ມີ "ອາການເຈັບທ້ອງເກີດລູກ " ມີປະສົບການກັບຄວາມເຈັບປວດທີ່ນຳພາໄປສູ່ການໃຫ້ກຳເກີດບຸດ. ອາການນີ້ ເອີ້ນວ່າ " ເຈັບທ້ອງເກີດລູກ. " * ໃນຈົດໝາຍທີ່ຂຽນໄປເຖີງຊາວຄາລາເຕຍ, ອັກຄະສາວົກ ໂປໂລໄດ້ໃຊ້ຄຳອຸປະມາອະທິບາຍເຖິງຄວາມເອົາຈິງເອົາຈັງເພື່ອຊ່ວຍບັນດາໝູ່ເພື່ອນຜູ້ທີ່ເຊື່ອຂອງເຂົາໃຫ້ເປັນເໜືອນພຣະຄິຣດ. * ຄຳປຽບທຽບເຖິງອາການເຈັບທ້ອງເກີດລູກໄດ້ຖືກນຳມາໃຊ້ໃນພຣະຄຳພີເພື່ອອະທິບາຍເຖິງຄວາມພິນາດໃນຊ່ວງວັນສຸດທ້າຍທີ່ຈະເກີດຂື້ນແລະຮຸນແຮງຂື້ນ.
ເຈີມ, ໄດ້ເຈີມ
ຄຳວ່າ " ເຈີມ " ມາຍເຖິງການເອົານາໍ້ມັນທາຫລືຫົດໃສ່ບຸກຄົນຫລືສິ່ງຂອງບາງຄັ້ງນາໍ້ມັນນັ້ນກໍຖືກປະສົມກັບເຄື່ອງເທດ ທີ່ມີກິ່ນດີ ມີກິ່ນນາໍ້ຫອມ ຄຳນີ້ໃຊ້ປຽບທຽບໝາຍເຖິງການເບືອກຂອງພຣະວິນຍານບໍຣິສຸດແລະໃຫ້ລິດອຳນາດກັບບາງຄົນດ້ວຍ
- ໃນພັນທະສັນຍາເດີມ ພວກປະໂລຫິດ ກະສັດ ແລະຜູ້ປະກາດພຣະທຳໄດ້ຖືກເຈີມດ້ວຍນາໍ້ມັນເພື່ອແຕ່ງຕັ້ງພວກເຂົາແຍກໄວ້ຕ່າງຫາກເພື່ອການຮັບໃຊ້ພຣະເຈົ້າ
- ວັດຖຸຢ່າງເຊັ່ນແທ່ນບູຊາຫລືສິ່ງຂອງ ກໍໄດ້ຖືກເຈີມດ້ວຍນາໍ້ມັນເພື່ອສະແດງວ່າສິ່ງເຫລົ່ານີ້ໄດ້ຖືກນຳມາໃຊ້ເພື່ອນະມັດສະການແລະຖວາຍກຽດແດ່ພຣະເຈົ້າ
- ໃນພັນທະສັນຍາໃໝ່ ຄົນປ່ວຍກໍຈະຖືກເຈີມດ້ວຍນາໍ້ມັນເພື່ອຮັບການຮັກສາໃຫ້ຫາຍ
- ພັນທະສັນຍາໃໝ່ໄດ້ບັນທຶກໄວ້ສອງຄັ້ງວ່າ ພຣະເຢຊູຊົງຖືກເຈີມດ້ວຍນາໍ້ມັນຫອມຈາກຜູ້ຍິງຄົນໜຶ່ງ ເພື່ອເປັນການນະມັດສະການພຣະອົງ ມີຄັ້ງໜຶ່ງທີ່ພຣະເຢຊູຊົງກ່າວແກ່ນາງວ່າໄດ້ທຳເພື່ອເປັນການຕຽມການຝັງພຣະສົບຂອງພຣະອົງໃນອານາຄົດ
- ຫລັງຈາກທີ່ພຣະເຢຊູໄດ້ສະຫວັນນະຄົດແລ້ວ ບັນດາມິດສະຫາຍຂອງພຣະອົງໄດ້ຈັດຕຽມເອົາພຣະກາຍຂອງພຣະອົງດ້ວຍການເອົານາໍ້ມັນຫອມຫົດພຣະສົບແລະເຄື່ອງຫອມ
- ຊື່ທີ່ເອີ້ນວ່າ " ເມສີອາ "( ພາສາເຮັບເຮີ້) " ແລະ " ພຣະຄຣິດ " ( ພາສາກຣິ ) ໝາຍຄວາມວ່າ "( ຜູ້ທີ່ ) ຖືກເຈີມ"
- ພຣະເຢຊູ ພຣະເມສີອາ ຄືຜູ້ທີ່ໄດ້ຖືກເລື້ອກແລະຖືກເຈີມເໝືອນຜູ້ປະກາດພຣະທຳ ມະຫາປະໂລຫິດ ແລະກະສັດ
ຂໍ້ແນະນຳໃນການແປ
- ຄຳວ່າ " ເຈີມ " ອາດແປໄດ້ອີກວ່າ " ເທນາໍ້ມັນເທິງ " ຫລື " ທານາໍ້ມັນເທິງ " ຫລື " ຖວາຍໃຫ້ໂດຍການເທນາໍ້ມັນຫອມຫົດໃສເທິງທີ່ນັ້ນ " ທັງນິີ້ຂຶ້ນຢູ່ກັບກໍລະນີນັ້ນໆ
- ການ "ຖືກເຈີມ " ອາດແປໄດ້ອີກວ່າ " ຖືກຖວາຍໃຫ້ດ້ວຍນາໍ້ມັນ " ຫລື " ຖືກແຕ່ງ " ຫລື "ຖືກມອບຖວາຍໄວ້ "
- ໃນບາງບໍຣິສັດ ຄຳວ່າ " ເຈີມ" ອາດແປໄດ້ອີກວ່າ " ແຕ່ງຕັ້ງ "
- ເປັນຖ້ອຍຄຳທີ່ວ່າ " ປະໂລຫິດທີ່ຖືກເຈີມ " ອາດຈະແປໄດ້ອີກວ່າ " ປະໂລຫິດຜູ້ທີ່ຖືກມອບຖວາຍໄວ້ດ້ວຍນາໍ້ມັນ " ຫລື " ປະໂລຫິດຜູ້ທີ່ຖືກແຕ່ງຕັ້ງແຍກໄວ້ຕ່າງຫາກໂດຍການເອົານາໍ້ມັນຫົດຫົວຂອງເຂົາ
ເຈົ້ານາຍ, ນາຍ, ນາຍທ່ານ
ຄຳວ່າ " ເຈົ້ານາຍ " ອ້າງເຖືງບາງຄົນທີ່ເປັນເຈົ້າຂອງ ຫລື ມີສິດອຳນາດເຫນື່ອກ່ວາຄົນອື່ນ.
- ບາງເທື່ອຄຳນີ້ໄດ້ຮັບການແປວ່າ " ນາຍ " ເມື່ອກ່າວເຖຶງພຣະເຢຊູ ຫລື ກ່າວເຖືງໃຜບາງຄົນທີ່ເປັນເຈົ້າຂອງພວກຄົນທີ່ເປັນທາດ.
- ໃນສະບັບແປພາສາອັງກິດບາງສະບັບໃຊ້ຄຳນີ້ວ່າ " ນາຍທ່ານ " ໃນເນື້ອຫາທີ່ໃຊ້ເພື່ອກ່າວເຖືງຄົນທີ່ມີຕຳແຫນ່ງສູງດ້ວຍຄວາມສຸພາບ.
ຄຳແນະນຳໃນການແປ
- ຄຳນີ້ຕ້ອງແປວ່າ " ນາຍ " ເມື່ອໃຊ້ກ່າວເຖືງບຸກຄົນຫນື່ງທີ່ເປັນເຈົ້າຂອງຄົນທີ່ເປັນທາດ ຄຳນີ້ສາມາດໃຊ້ໂດຍທາດຄົນຫນຶ່ງເພື່ອເອີ້ນບຸກຄົນທີ່ເຂົາມາຮັບໃຊ້ຢູ່.
- ເມື່ອກ່າວເຖືງພຣະເຢຊູ ສາມາດແປໂດຍໃຊ້ ຄຳວ່າ " ນາຍ " ຖ້າຫາກໃນເນື້ອຫານັ້ນຫມາຍເຖືງ " ອາຈານສອນທາງສາດສະຫນາ. "
- ຖ້າບຸກຄົນທີ່ກ່າວເຖືງພຣະເຢຊູບໍ່ຮູ້ຈັກພຣະອົງຄຳວ່າ " ເຈົ້ານາຍ "ສາມາດແປວ່າ " ນາຍທ່ານ " ໄດ້ ການແປແບບນີ້ຈະໃຊ້ສຳຫລັບເນື້ອຫາອື່ນໆ ທີ່ເອີ້ນບຸກຄົນຫນຶ່ງດ້ວຍຄວາມສຸພາບເຊັ່ນກັນ.
- ເມື່ອກ່າວເຖືງພຣະເຈົ້າພຣະບິດາ ຫລື ກ່າວເຖືງພະເຢຊູ ຄຳນີ້ຈະຖືກຂຽນວ່າ " ອັງພຣະຜູ້ເປັນເຈົ້າ. "
ເຈົ້າບ່າວ
ໃນພິທີແຕ່ງງານ, ເຈົ້າບ່າວແມ່ນຜູ້ຊາຍທີ່ຈະແຕ່ງງານກັບເຈົ້າສາວ.
- ໃນວັດທະນະທຳຢິວໃນພຣະຄຳພີ, ພີທີດັ່ງກາ່ວໄດ້ຖືກຕັ້ງອ້ອມ ຮອບເຈົ້າບ່າວທີ່ລາວຈະມາເອົາເຈົ້າສາວຂອງລາວ.
- ໃນພຣະຄຳພີພຣະເຢຊູຖືກເອີ້ນເປັນເໝືອນວ່າ“ ເຈົ້າບ່າວ” ເຊິ່ງມື້ໜຶ່ງຈະມາລັບ“ ເຈົ້າສາວ,” ຄຣິດສະຈັກ. *ພຣະເຢຊູປຽບທຽບພວກສາວົກກັບໝູ່ຂອງເຈົ້າບ່າວເຈົ້າສາວທີ່ສະຫຼອງໃນຂະນະທີ່ເຈົ້າບ່າວຢູ່ກັບພວກເຂົາ, ແຕ່ວ່າຜູ້ໃດຈະໂສກ ເສົ້າເມື່ອລາວຫາຍໄປ.
ເຈົ້າສາວ
ເຈົ້າສາວແມ່ນຜູ້ຍິງໃນພິທີແຕ່ງງານເຊິ່ງກຳລັງແຕ່ງດອງກັບຜົວ, ເຈົ້າບ່າວ.
- ຄຳວ່າ“ ເຈົ້າສາວ” ຖືກໃຊ້ເປັນຄຳປຽບທຽບສຳລັບຜູ້ທີ່ເຊື່ອໃນພຣະເຢຊູ, ຄຣິດສະຈັກ.
- ພຣະເຢຊູຖືກເອີ້ນໂດຍປຽບທຽບວ່າ“ ເຈົ້າບ່າວ” ສຳລັບຄຣິດສະຈັກ. (ເບິ່ງເພີມເຕີມ: [Metaphor]
- ພຣະເຢຊູຖືກເອີ້ນໂດຍປຽບທຽບວ່າ“ ເຈົ້າບ່າວ” ສຳລັບຄຣິດສະຈັກ. (ເບິ່ງເພີມເຕີມ: [Metaphor] (https://git.door43.org/Door43/en-ta-translate-vol1/src/master/content/figs_metaphor.md))
ເຈົ້າເມື່ອງ
ຄຳວ່າ "ເຈົ້າເມື່ອງ" ອ້າງເຖີງເຈົ້າໜ້າທີ່ປົກຄອງທີ່ປົກຄອງດູແລສ່ວນໜຶ່ງຂອງຈັກກະວັດໂຣມມັນເຈົ້າເມື່ອງແຕ່ລະຄົນຢູ່ຟາຍໃຕ້ອຳນາດສິດຂາດຂອງຈັກກະວັດແຫ່ງໂຣມມັນ
ຕຳແໜ່ງ "ເຈົ້າເມື່ອງ" ມີຄວາມໝາຍວ່າ "ໜຶ່ງໃນສີ່ລວມກັນຂອງຜູ້ປົກຄອງ" * ເລິ່ມຈາກຟາຍໃຕ້ຂອງຈັກກະພັດໂອຣຶຊຽນແຫ່ງໂຣມມັນ ມີສີ່ສ່ວນໃຫ່ຽຂອງອານາຈັກໂຣມມັນແລະແຕ່ໄດໂອຄິຣິຊຽນປົກຄອງສ່ວນໜຶ່ງ ອານາຈັກຂອງເຮໂລດ"ມາຫາລາດ" ຜູ້ເປັນກະສັດໃນເວລາທີ່ພຣະເຊູເຈົ້າຊົງບັງເກິດໄດ້ຖືກແບ່ງອອກເປັນສີ່່ວນຫລັງຈາກທ່ານໄດ້ເສຍຊີວິດແລະຖືກປົກຄອງໂດຍບັນດາລູກໆຂອງເຂົາເປັນ "ໄດໂອຄະລີຊຽນ" ຫຼື"ຜູ້ປົກຄອງຂອງໜຶ່ງໃນສີ່ສ່ວນ" * ແຈ່ລະສ່ວນມີສ່ວນໜຶ່ງຫຼືສ່ວນນ້ອຍໆຫຫລາຍກວ່າ ທີ່ເອີນວ່າ"ແຂວງ" ຢ່າງເຊ່ນກາລີເຣຫຼືສະມາເຣຍ * ຄຳວ່າ"ເຈົ້າເມື່ອງ" ສາມາດແປໄດ້ວ່າ "ຜູ້ປົກຄອງພູມມຶພາກ" ຫຼື"ຜູ້ປົກຄອງແຂວງ" ຫຼື "ຜູ້ປົກຄອງ" ຫຼື "ເຈົ້າແຂວງ"ກໍ່ໄດ້
ເຊຄາຣິຢາ ຫລື ເສກາຣິຢາ( ພັນທະສັນຍາເດີມ)
ເຊຄາຣິຢາເປັນຜູ້ປະກາດພຣະທຳຜູ້ທີ່ໄດ້ປະກາດພຣະທຳພຣະເຈົ້າໃນສະໄໝຂອງກະສັດດາຣິອຸດທີ່ 1 ຂອງເປເຊຍ ໃນພັນທະສັນຍາເດີມພຣະທຳເຊຄາຣິຢາໄດ້ບັນທຶກຖ້ອຍຄຳໃນການປະກາດຂອງລາວໄວ້ ຊຶ່ງທຳໃຫ້ການກັບຈາກການເປັນຊະເລີຍເພື່ອໄປກໍ່ສ້າງພຣະວິຫານຂື້ນໃໝ່ອີກຄັ້ງ
- ຜູ້ປະກາດພຣະທຳເຊຄາຣິຢາ ມີຊີວິດຢູ່ໃນສະໄໝດຽວກັບເອສະຣາ ເນເຫມີຢາ ເຊຣູບາເບນແລະຮັກກາຍ ເຂົາຖືກເອີ້ນຊື່ໂດຍທາງພຣະເຢຊູໃນຖານະຜູ້ປະກາດພຣະທຳຄົນສຸດທ້າຍທີ່ຖືກຂ້າໃນສະໄໝພັນທະສັນຍາເດີມ ຜູ້ຊາຍອີກຄົນໜຶ່ງທີ່ຊື່ເຊຄາຣິຢາ ເປັນຍາມເຝົ້າປະຕູພຮະວິຫານໃນຊ່ວງເວລາຂອງກະສັດດາວິດ
- ເຊຄາຣິຢາ ເປັນຊື່ຂອງປະໂລຫິດທີ່ຖືກປະຊາຊົນອິດສະຣາເອນເອົາຫີນຂວາງໃສ່ຕາຍເມື່ອລາວໄດ້ຕຳນິພວກເຂົາທີ່ໄປນະມັດສະການຮູບເຄົາລົບ
- ກະສັດເຊຄາຣິຢາເປັນບຸດຊາຍຂອງເຢໂຣໂບອາມແລະລາວໄດ້ປົກຄອງເໜືອອິດສາເອນພຽງຫົກເດືອນກ່ອນຖືກຂ້າ
ເຊຄາຣີຢາ ຫລື ເສກາລີຢາ ( ພັນທະສັນຍາໃໝ່)
ໃນພັນທະສັນຍາໃໝ່ ເຊຄາຣີຢາເປັນປະໂລຫິດຊາວຢິວຜູ້ເປັັນບິດາຂອງໂຢຮັນຜູ້ໃຫ້ບັບຕິດສະມາ
- ເຊຄາຣິຢາໄດ້ຮັກພຣະເຈົ້າແລະໄດ້ເຊື່ອຟັງພຣະອົງ
- ເປັນເວລາຫລາຍປີເຊຄາຣິຢາແລະພັນລະຍາຂອງລາວເອລີຊາເບັດ ໄດ້ອະທິຖານຢ່າງຈິງຈັງຂໍໃຫ້ມີບຸດ ແຕ່ກໍຍັງບໍ່ມີເລີຍຈັກຄົນ ເມື່ອພວກເຂົາມີອາຍຸຫລາຍແລ້ວພຣະເຈົ້າກໍໄດ້ຊົງຕອບຄຳອະທິຖານຂອງພວກເຂົາແລະໃຫ້ພວກເຂົາມີບຸດຊາຍໜຶ່ງຄົນ
- ເຊຄາຣິຢາໄດ້ທຳນວຍວ່າໂຢຮັນບຸດຊາຍຂອງເຂົາຈະເປັນຜູ້ເຜີຍພຣະວັດຈະນະ ຜູ້ທີ່ຈະປະກາດແລະຕຽມທາງສຳລັບພຣະເມສີອາ
ເຊດ
ໃນປື້ມປະຖົມມະການ, ເຊດແມ່ນລູກຊາຍຄົນທີສາມຂອງອາດາມແລະເອວາ.
- ເອວາເວົ້າວ່າເຊດໄດ້ມອບໃຫ້ນາງແທນທີ່ອາເບນລູກຊາຍຂອງນາງທີ່ຖືກຂ້າໂດຍກາອີນນ້ອງຊາຍຂອງລາວ. ໂນອາແມ່ນ ໜຶ່ງໃນບັນດາເຊື້ອສາຍຂອງເຊດ, ສະນັ້ນທຸກຄົນທີ່ມີຊີວິດຢູ່ຕັ້ງແຕ່ສະໄໝນໍ້າຖ້ວມກໍ່ແມ່ນເຊື້ອສາຍຂອງເຊດ. ເຊດ ແມ່ນຄອບຄົວຂອງລາວທຳອິດທີ່ໄດ້“ ຮ້ອງຫາພຣະນາມຂອງພຣະຜູ້ເປັນເຈົ້າ.”
ເຊນນາຄາເລັດ
ເຊນນາຄາເລັດ ແມ່ນກະສັດແຫ່ງອັດຊີເຣຍທີ່ມີອຳນາດເຊິ່ງໄດ້ເຮັດໃຫ້ ເມຶອງນີນາເວ ກາຍເປັນເມືອງທີ່ອຸດົມສົມບູນແລະສຳຄັນເມຶອງໜຶ່ງ.
- ກະສັດເຊນນາຄາເລັດ ແມ່ນເປັນທີ່ຮູ້ຈັກໃນສົງຄາມຂອງລາວຕໍ່ຕ້ານບາບີໂລນແລະອານາຈັກຢູດາ.
- ລາວເປັນກະສັດທີ່ຈອງຫອງຫລາຍແລະລາວໄດ້ເຍາະເຍີ້ຍ ພຣະເຈົ້າຢາເວ.
- ກະສັດເຊນນາຄາເລັດ ໂຈມຕີກູງເຢຣູຊາເລັມໃນສະໄຫມຂອງກະສັດເອເຊເກຍຢາ
- ພຣະເຈົ້າຢາເວ ໄດ້ເຮັດໃຫ້ກອງທັບຂອງ ກະສັດເຊນນາຄາເລັດ ຖືກທໍາລາຍ.
- ໃນພຣະສັນຍາເດີມ ໃນພຣະທຳຂ່າວຄາວບັນທຶກບາງເຫດການຂອງການປົກຄອງຂອງກະສັດເຊນນາຄາເລັດ.
ເຊບາ
ໃນສະໄໜບູຮານ, ເຊບາເປັນອະໄລຍະທຳບູຮານຫລືເປັນແຄ້ວນທີ່ຢູ່ບາງແຫ່ງໃນທາງພາກໃຕ້ຂອງອາຣາເບຍ. * ແຄ້ວນເຊບາຫລືປະເທດເຊບາອາດຕັ້ງຢູ່ໃກ້ເຊິ່ງປະຈຸບັນເປັນປະເທດເຢເມນຫລືປະເທດເອທີໂອເປຍໃນປະຈຸບັນນີ້. * ຄົນທີ່ອາໃສຢູ່ເປັນລູກຫລານຂອງຮາມ. * ຣາຊີນີແຫ່ງເຊບາໄດ້ມາຢ້ຽມຢາມກະສັດໂຊໂລໂມນເມື່ຶອພະນາງໄດ້ຍິນເຖິງກິດຕິສັບໃນຄວາມມັ່ງຄັ່ງແລະສະຕິປັນຍາຂອງພຣະອົງ. * ມີຜູ້ຊາຍຫລາຍຄົນທີ່ມີຊື່ວ່າ "ເຊບາ" ທີ່ລະບຸລຳດັບວົງຕະກຸນໃນພຣະຄຳພີເດີມ ເປັນໄປໄດ້ວ່າຊື່ຂອງແຄ້ວນເຊບານັ້ນມາຈາກໜຶ່ງໃນຜູ້ຊາຍເຫລົ່ານີ້. * ເມືອງເບເອີເຊບາໄດ້ຖືກຕັດໃຫ້ສັ້ນເປັນເມືອງເຊບາຄັ້ງໜຶ່ງໃນພັນພຣະຄຳພີເດີມ.
ເຊບູໂລນ
ເຊບູໂລນເປັນລູກຊາຍຄົນສຸດທ້າຍທີ່ເກີດຈາກຢາໂຄບກັບນາງເລອາແລະເປັນຊື່ຂອງເຜົ່າໜຶ່ງໃນສິບສອງເຜົ່າຂອງອິດສະຣາເອນ
- ຊາວອິດສະຣາເອນເຜົ່າເຊບູໂລນໄດ້ຮັບແຜ່ນດີນທາງຝັ່ງຕາວັນຕົກຂອງທະເລຕາຍ
- ບາງຄັ້ງຊື່ " ເຊບູໂລນ"ຖືກນຳມາໃຊ້ເພື່ອອ້າງເຖິງດິນແດນທີ່ຊົນເຜົ່າອິດສະຣາເອນນີ້ໄດ້ອາໃສຢູ່
ເຊມ
ເຊມເປັນລູກຄົນໜຶ່ງໃນລູກຊາຍສາມຄົນຂອງໂນອາທີ່ໄດ້ເຂົ້າໄປຢູ່ໃນເຮຶອກັບໂນອາໃນຂະນະທີ່ນ້ຳຖ້ວມໂລກ ໄດ້ບັນທຶກໄວ້ໃນພຣະທຳປະຖົມມະການ. * ເຊມເປັນບັນພະບູລຸດຂອງອັບຣາຮາມແລະເຊື້ອສາຍຂອງເຂົາ. * ເຊື້ອສາຍຂອງເຊມເປັນທີ່ຮູ້ຈັກກັນຄື "ເຊມາຍ " ຜູ້ເວົ້າພາສາ "ເສເມຕິກ " ເຊັ່ນວ່າພາສາເຮັບເຣີແລະພາສາອາຫຣັບ. * ພຣະຄຳພີບັນທຶກໄວ້ວ່າ ເຊມມີອາຍຸຍືນຍາວເຖິງ 600 ປີ.
ເຊຣຸບບາເບນ
ເຊຣຸບບາເບນ ເປັນຊື່ຂອງອິດສະຣາເອັນສອງຄົນໃນພັນທະສັນຍາເດີມ
- ໜຶ່ງໃນສອງຄົນນີ້ເຊື້ອສາຍຂອງເຢໂຮຢາກິມແລະເຊເດກີຢາ
- ເຊຣຸບບາເບນອີກຄົນເປັນລູກຊາຍຂອງເຊອັນຕີເອນ(ເຊອັນເທຽ) ເປັນຫົວໜ້າຕະກຸນຢູ່ດາ ໃນຊ່ວງສະໃໝຂອງເອສະລາແລະເນເຫມີຢາເມື່ອໄຊຣັດກະສັດເປີເຊັຽ ໄດ້ປົດປ່ອຍຄົນອິດສະຣາເອນອອກຈາກການເປັນທາດທີ່ກຸງບາບີໂລນ
- ເຊຮຸບບາເບນແລະມະຫາປະໂລຫິດໂຢຊ່ວຍໄດ້ຢູ່ໃນໝູ່ຄົນເຫຼົ່ານັ້ນຜູ້ທີ່ຊ່ວຍສ້າງພຣະວິຫານແລະແທ່ນບູຊາຂອງພຣະເຈົ້າ
ເຊີຣູບີມ,ເຄຣູບ
ຄຳວ່າ "ເຊີຣູບີມ "ແລະຮູບພະຫູພົດຂອງຄຳນີ້ຄື "ເຄຣູບິມ" ກ່າວເຖີງສິ່ງທີ່ມີຊີວິດໃນທອ້ງຟ້າທີ່ພຣະເຈົ້າໄດ້ສ້າງປະເພດຫນຶ່ງ ພຣະຄັມພີອະທິບາຍວ່າເຄຣູບິມມີປີກແລະແປວໄຟ.
- ເຊີຣູບິມ ໃຫ້ເຫັນເຖີງພຣະຣັດສະຫມີແລະຣິດອຳນາດຂອງພຣະເຈົ້າແລະເບິ່ງເຫມືອນຈະເປັນຜູ້ພີທັກສິ່ງທີ່ບໍຣິສຸດ.
- ຫລັງຈາກອາດາມກັບເອວາໄດ້ເຮັດບາບພຣະເຈົ້າໄດ້ຕັ້ງເຊີຣູບິມຖືດາບໄຟຢູ່ດາ້ນຕາເວັນອອກຂອງສວນເອເດນເພື່ອທີຈະບໍ່ໃຫ້ຄົນໃດເຂົ້າໄປເຖີງຕົ້ນໃມ້ແຫ່ງຊີວິດໄດ້.
- ພຣະເຈົ້າໄດ້ຊົງບັນຊາຄົນອິດສຣະເອນໃຫ້ແກະສະຫລັກເຄຣູບິມສອງຕົນຫັນຫນ້າເຂົ້າຫາກັນມີປີກຈອດກັນ ຕັ້ງຢູ່ເຫນືອພຣະທີ່ນັ່ງກະຣຸນນາຂອງຫີບແຫ່ງພັນທະສັນຍາ.
- ພຣະອົງຊົງບອກໃຫ້ພວກເຂົາປັກຮູບຂອງເຄຣູບິມເທິງຜ້າກັ້ງຂອງພັບພາດວ້ຍ.
- ໃນບາງຕອນ ໄດ້ອະທິບາຍສິ່ງທີ່ຊົງສ້າງເຫົລ່ານີ້ວ່າມີສີຫນ້າ ຄື ຫນ້າຂອງມະນຸດ ສິງໂຕ ງົວ ແລະນົກອີນຊີ.
- ບາງຄັ້ງ ອາດຈະມີຄວາມຄິດວ່າເຊີຣູບິມເປັນພວກທູດສະຫັວນ ແຕ່ພຣະຄັມພີບໍ່ໄດ້ຂຽນໃວ້ຢ່າງຊັດເຈນຢ່າງນັ້ນ.
ຄຳແນະນຳໃນການແປ
ຄຳວ່າ "ເຊີຣູບິມສາມາດແປໄດ້ວ່າ "ພວກສິ່ງທີ່ຊົງສ້າງທີ່ມີປີກ ຫລື "ເຫລົ່າຜູ້ພິທັກທີ່ມີປີກ" ຫລື ເຫົ່າຜູ້ພິທັກຝ່າຍຈິດວິນຍານ ທີ່ມີປີກ" ຫລື ເຫລົ່າຜູ້ພິທັກທີ່ບໍຣິສຸດແລະມີປີກ. * "ເຊີຣູບິມ"ຄວນຈະແປໃນຮູບເອກກະພົດຂອງໆເຊີຣູບິມ ຢ່າງໃນຄຳ"ສິ່ງທີ່ຊົງສ້າງທີ່ມີປີກ" ຫລື ຜູ້ພິທັກຝ່າຍວິນຍານທີ່ມີປີກ ເປັນຕົ້ນ. ຂໍໃຫ້ແນ່ໃຈວ່າການແປຄຳນີ້ແຕກຕ່າງຈາກການແປຄຳວ່າ"ທູດສະຫັວນ" * ຂໍໃຫ້ພິຈາຣະນາເຖີງການແປຫລືຂຽນຄຳນິ້ໃນການແປພຣະຄັມພີໃນພາສາທອ້ງຖິ່ນຫລືພາສາກາງດວ້ຍ.
ເຊື່ອ, ເຊື່ອໃນ, ຄວາມເຊື່ອ
ຄຳວ່າ "ເຊື່ອ" ແລະ "ເຊື່ອໃນ" ມີຄວາມກ່ຽວຂ້ອງກັນຢ່າງໃກ້ຊິດ, ແຕ່ມີຄວາຍໝາຍທີ່ແຕກຕ່າງກັນເລັກນ້ອຍ:
ຄຳແນະນຳໃນການແປ
- "ເຊື່ອ" ສາມາດຖືກແປເປັນ "ຮູ້ວ່າເປັນຄວາມຈິງ" ຫລື "ຮູ້ວ່າຖືກຕ້ອງ."
- "ເຊື່ອໃນ" ສາມາດຖືກແປເປັນ "ໄວ້ວາງໃຈຢ່າງສົມບູນ" ຫລີ "ໄວ້ວາງໃຈແລະເຊື່ອຟັງ" ຫລື "ເພິ່ງພາແລະເຊື່ອຟັງຢ່າງສົມບູນ."
ເຊື່ອຟັງ, ທີ່ເຊື່ອຟັງ, ການເຊື່ອຟັງ
ຄຳວ່າ "ເຊື່ອຟັງ" ໝາຍເຖິງການເຮັດຕາມທີ່ກຳນົດໄວ້ຫລືໄດ້ຮັບຄຳສັ່ງມາ. ຄຳວ່າ "ທີ່ເຊື່ອຟັງ" ອະທິບາຍເຖິງລັກສະນະຂອງບຸກຄົນເຊິ່ງເຊື່ອຟັງ. ໃນບາງເທື່ອຄຳສັ່ງອາດຈະບໍ່ເປັນລັກສະນະບໍ່ໃຫ້ເຮັດສິ່ງໃດສິ່ງໜຶ່ງ ເຊັ່ນ, "ບໍ່ໃຫ້ລັກ." * ໂດຍປົກກະຕິຄຳວ່າ "ເຊື່ອຟັງ" ໃຊ້ໃນບໍລິບົດຂອງການເຊື່ອຟັງຄຳສັ່ງຫລືກົດຫມາຍຂອງບຸກຄົນຜູ້ມີອຳນາດ. * ຢົກຕົວຢ່າງເຊັ່ນ, ປະຊາຊົນເຊື່ອຟັງກົດໝາຍເຊິ່ງບົນຍັດໂດຍຜູ້ນຳຂອງປະເທດ, ລາດຊະອານາຈັກ, ຫລືອົງກອນອື່ນໆ. * ລູກຫລານເຊື່ອຟັງພໍ່ແມ່ຂອງພວກເຂົາ, ຂ້າທາດເຊື່ອຟັງນາຍຂອງເຂົາ, ປະຊາກອນເຊື່ອຟັງພຣະເຈົ້າ, ສ່ວນປະຊາຊົນເຊື່ອຟັງກົດໝາຍຂອງປະເທດຂອງພວກເຂົາ. * ເມື່ອບາງຄົົນທີ່ມີອຳນາດສັ່ງປະຊາຊົນບໍ່ໃຫ້ເຮັດບາງສິ່ງ, ພວກເຂົາຈະຕ້ອງເຊື່ອຟັງໂດຍການບໍ່ເຮັດສິ່ງນັ້ນ. * ການແປຄຳນີ້ສາມາດລວມຄຳຫລືວະລີທີ່ມີຄວາມໝາຍ, "ເຮັດຫຍັງທີ່ໄດ້ຮັບຄຳສັ່ງ" ຫລື "ຕາມຄຳບັນຊາ" ຫລື "ກະທຳສິ່ງທີ່ພຣະເຈົ້າຊົງບັນຊາໃຫ້ເຮັດ." * ຄຳວ່າ "ເຊື່ອຟັງ" ສາມາດແປວ່າ "ການເຮັດຫຍັງຕາມທີ່ຖືກສັ່ງ" ຫລື "ຕາມຄຳສັ່ງ" ຫລື "ການເຮັດສິ່ງທີ່ພຣະເຈົ້າຊົງສັ່ງ."
ເຊື້ອແປ້ງ, ເຊື້ອແປ້ງທີ່ເຮັດໃຫ້ຟູ
"ເຊື້ອແປ້ງທີ່ເຮັດໃຫ້ຟູ " ເປັນຄຳຊັບໃຊ້ທົ່ວໄປສຳຫລັບສານທີ່ທຳໃຫ້ແປ້ງຂະໜົມປັງຟູຂຶ້ນ" ແປ້ງ " ເປັນເຊື້ອແປ້ງທີ່ເຮັດໃຫ້ຟູຂຶ້ນສະນິດໜຶ່ງ
- ໃນຄຳແປພາສາອັງກຣິດບາງຄຳແປ ຄຳວ່າເຊື້ອແປງເຮັດໃຫ້ຟູຈະແປວ່າ " ແປ້ງ " ຊື່ງເປັນຜົງຟູສະໃໝເດີມແປ້ງຂະໜົມພ້ອມດ້ວຍຟອງທຳໃຫ້ແປ້ງຟູຂື້ນກ່ອນທີ່ຈະອົບ ແປ້ງຖືກນວດລົງໃນເຊື້ອແປ້ງຈົນຟູແພ່ກະຈ່າຍໄປທົ່ວກ້ອນທັງໝົດຂອງແປ້ງ
- ໃນສະໃໝພັນທະສັນຍາເດີມການທຳເຊື້ອແປ້ງເຮັດໃຫ້ຟູ ຫລືຜົງຟູຜະລິດໂດຍການປ່ອຍໃຫ້ແປ້ງຂະໜົມປັງປະໄວ້ຈັກໜ້ອຍໜຶ່ງ ແປ້ງຈຳນວນເລັກນ້ອຍຈາກແປ້ງກ່ອນໜ້ານີ້ໄດ້ຮັບການເກັບໄວ້ເປັນຜົງເຮັດໃຫ້ຟູສຳລັບການໃຊ້ອີກຕໍ່ໄປ
- "ຄຳວ່າ " ເຊື້ອແປ້ງເຮັດໃຫ້ຟູ "ຫລື " ແປ້ງ" ໄດ້ຖືກໃຊ້ສິ່ງປຽບທຽບໃນພຣະຄຳພີເປັນພາບໃນຄວາມບາບທີ່ແຜ່ກະຈ່າຍຜ່ານຊີວິດຂອງບຸກຄົນຫລືບາບທີ່ມີອິດທິພົນຕໍ່ຄົນອື່ນໄດ້ຢ່າງໃດ
- ນອກຈາກນີ້ຍັງອ້າງເຖິງການສອນປອມ ຊຶ່ງເຫັນຢູ່ປະຈຳແຜ່ໄປຍັງປະຊາຊົນຈຳນວນຫລວງຫລາຍແລະມີອິດທິພົນຕໍ່ພວກເຂົາ
- ຄຳວ່າ " ເຊື້ອແປ້ງທີ່ເຮັດໃຫ້ຟູ" ຖືກໃຊ້ໃນທາງບວກດ້ວຍເພື່ອອະທິບາຍວ່າອິດທິພົນອານາຈັກຂອງພຣະເຈັົ້າແຜ່ຂະຫຍາຍຈາກຄົນໜຶ່ງໄປສູ່ອີກຄົນໜຶ່ງໄດ້ຢ່າງໃດ
ຄຳແນະນຳໃນການແປ
- ນີ້ສາມາດແປໄດ້ວ່າເປັນ "ເຊື້ອ້ແປ້ງເຮັດໃຫ້ຟູ " ຫລື " ສານທີ່ເຮັດໃຫ້ຂະໜົມປັງຟູຂື້ນ " ຫລື " ສານທີ່ເຮັດໃຫ້ໃຫຍ່ຂຶ້ນ" ຄຳວ່າ "ໃຫຍ່ຂຶ້ນ " ອາດອະທິບາຍວ່າ " ຂະຫຍາຍ" ຫລື" ໃຫຍ່ຂື້ນ"ຫລື " ຟອງຕົວຂຶ້ນ
- ຖ້າມີເຄື່ອງເຮັດໃຫ້ຟູຂຶ້ນໃນທ້ອງຖິ່ນທີ່ໃຊ້ເຮັດໃຫ້ແປ້ງຂະໜົມປັງຟູຂຶ້ນ ຄຳນັ້ນກໍສາມາດໃຊ້ໄດ້ ຖ້າມີຄຳທີ່ເປັນທີ່ຮູ້ຈັກກັນດີຢູ່ແລ້ວໃນພາສາ ຄຳທົ່ວໄປທີ່ມີຄວາມໝາຍວ່າ " ເຊື້ອແປ້ງເຮັດໃຫ້ຟູ " ກໍເປັນຄຳທີ່ດີທີ່ສຸດທີ່ຈະສາມາດໃຊ້ຄຳນີ້ໄດ້
ເຊເດກີຢາ ຫລື ເຊຄາຣີຢາ
ເຊເດກີຢາ ລູກຊາຍຂອງໂຢຊີອາ ເປັນກະສັດອົງສຸດທ້າຍຂອງຢູດາ (597-587 ) ກ່ອນຄຣິດຕະຊະສັກຄະຣາດ) ນອກຈາກນີ້ຍັງມີອີກຫຼາຍຄົນທີ່ຊື່ເຊເດກີຢາ ໃນພັນທະສັນຍາເດີມ
- ກະສັດເນບູກາດເນັດຊາໄດ້ແຕ່ງຕັ້ງເຊເດກີຢາເປັນກະສັດແຫ່ງຢູດາ ຫລັງຈາກທີ່ໄດ້ຈັບກະສັດເຢໂຮຢາກິມ ແລະ ໄດ້ນຳເຂົ້າໄປຍັງກຸງບາບີໂລນເຊເດກີຢາ ຕໍ່ມາ ໄດ້ລັບຜົນທີ່ຕາມມາ ກະສັດເນບູກັດເນັດຊາໄດ້ຈັບກຸມພວກເຂົາແລະໄດ້ທຳລາຍກຸງເຢຣູຊາເລັມທັງໝົດ
- ເຊເດກີຢາ ລູກຊາຍຂອງເຄນາອັນນາ ເປັນຜູ້ປະກາດພຣະທຳປອມໃນສະໃໝຂອງກະສັດອາຮາດແຫ່ງອິດສະຣາເອນ
- ຜູ້ຊາຍທີ່ຊື່ ເຊເດກີຢາ ເປັນຄົນໜຶ່ງໃນຈຳພວກນັ້ນທີ່ໄດ້ລົງຊື່ໃນຂໍ້ຕົກລົງກັບອົງພຣະຜູ້ເປັນເຈົ້າໃນສະໃໝຂອງເນເຫມີຢາ
ເດີນ, ຫລື ຍ່າງ
ຄຳເວົ້າວ່າ " ຍ່າງມັກໃຊ້ໃນການປຽບທຽບທີ່ໝາຍເຖິງການ "ການດຳເນີນຊີວິດ"
- " ອາໂມດຍ່າງໄປກັບພຣະເຈົ້າ " ໝາຍເຖິງເອນົກໄດ້ດຳເນີນຊີິດທີ່ສັມພັນໃກ້ສິດກັບພຣະເຈົ້າ
- " ການດຳເນີນໂດຍພຣະວິນຍານ " ໝາຍເຖິງການໄດ້ຮັບຄຳແນະນຳໂດຍພຣະວິນຍານບໍຣິສຸດເພື່ອໃຫ້ເຮົາເຮັດສີ່ງຕ່າງໆ ເປັນທີ່ຊອບຕໍ່ນຳ້ພຣະໄທແລະຖວາຍກຽດແດ່ພຣະເຈົ້າ
- " ເດີນເຂົ້າມາທາງໃນ " ຄຳສັ່ງຂອງພຣະເຈົ້າຫລືວິທີທາງຂອງພຣະເຈົ້າໝາຍເຖິງ " ດຳເນີນຊີວິດຢູ່ໃນການເຊື່ອຟັງຄຳສັ່ງຂອງພຣະອົງຄື " ເຊື່ອຟັງຄຳສັ່ງທັງຫລາຍຂອງພຣະອົງ "ຫລື " ທຳຕາມພຣະປະສົງຂອງພຣະອົງ "
- ເມື່ອພຣະເຈົ້າຊົງສັ່ງວ່າພຣະອົງຈະ " ດຳເນີນທ່າມກາງ " ຄົນຂອງພຣະອົງນັ້ນໝາຍຄວາມວ່າພຣະອົງຈະສະຖິດຢູ່ທ່າມກາງພວກເຂົາຫລືມີຄວາມສັມພັນກັບພວກເຂົາຢ່າງໃກ້ສິດ
- ການ " ຍ່າງໃນທາງຕົງກັນຂ້າມ " ໝາຍເຖິງການມີຊີວິດຢູ່ຫລືການປະພືດຕົນໃນທາງທີ່ຂັດແຍ້ງຕໍ່ບາງສິ່ງບາງຢ່າງຫລືບາງຄົນ
- ການ " ຍ່າງຕາມ " ໝາຍເຖິງການສະແຫວງຫາຫລືຕິດຕາມຄົນບາງຄົນຫລືບາງສິ່ງບາງຢ່າງ ນອກຈາກນີ້ຍັງສາມາດໝາຍເຖິງການກະທຳໃນລັກສະນະດຽວກັນກັບຄົນອື່ນ
ຄຳແນະນຳໃນການແປ
- ສິ່ງດີທີ່ສຸດໃນການແປ " ຍ່າງ " ຕາມຕົວອັກສອນຈົນກົ່ວຄວາມໝາຍຖືກຕ້ອງຈະເປັນທີ່ເຂົ້າໃຈໄດ້
- ອີກຢ່າງໜຶ່ງ ການໃຊ້ " ຍ່າງ " ໃນການປຽບທຽບ ສາມາດແປໄດ້ວ່າ " ດຳເນີນຊີວິດຢູ່ " ຫລື "ການກະທຳ " ຫລື " ປະພຶດຕາມ
- ຄຳທີ່ວ່າ " ຍ່າງໄປໂດຍພຣະວິນຍານ " ໝາຍຄວາມວ່າ " ດຳເນີນຊີວິດຢູ່ໃນການເຊື່ອຟັງພຣະວິນຍານບໍຣິສຸດ " ຫລື " ປະພຶດຕາມທາງທີ່ພຣະວິນຍານບໍຣິສຸດພໍພຣະທັຍ "ຫລື " ເຮັດສິ່ງຕ່າງໆເປັນທີ່ພໍພຣະທັຍພຣະເຈົ້າ ຕາມທີ່ພຣະວິນຍານບໍຣິສຸດຊົງນຳທ່ານ "
- ເພື່ອ " ຍ່າງໄປຕາມພຣະບັນຊາຂອງພຣະເຈົ້າ " ໝາຍຄວາມວ່າ " ການດຳເນີນຊີວິດຕາມພຣະບັນຊາຂອງພຣະເຈົ້າ " ຫລື " ເຊື່ອຟັງຄຳສັ່ງຂອງພຣະເຈົ້າ "
- ຖ້ອຍຄຳທີ່ວ່າ " ຍ່າງໄປກັບພຣະເຈົ້າ "ອາດໝາຍຄວາມວ່າ " ໄດ້ດຳເນີນຊີວິດທີ່ມີຄວາມສັມພັນໃກ້ສິດກັບພຣະເຈົ້າໂດຍການເຊື່ອຟັງແລະຖວາຍກຽດແດ່ພຣະອົງ
ເຕັນ
ເຕັນເປັນທີ່ພັກພາອາໃສ່ທີ່ທຳຈາກຜ້າໃບທີ່ທົນທານທີ່ເກາະຕຶດໂຄ່ງສ້າງຂອງເສົາກັບພວກມັນ
*ເຕັນສາມາດມີຂະນາດນ້ອຍ ທີ່ມີທີ່ໃຊ້ສຳຫລັບສອງຄົນໄດ້ນອນຫລັບຫຼືອາດໃຫ່ຽຫລາຍໃຊ້ສຳຫລັບທັ້ງຄອບຄັວທຳອາຫານແລະອາໃສ່ຢູ່ * ສຳຫລັບຫລາຍຄົນໃຊ້ພັກພາອາໃສ່ຖາວອນ ຍົກຕັວຢ່າງເຊ່ນຕລອດເວລາທີ່ຄອບຄັວອັບລາຮັມອາໃສ່ໃນການາອັນ ພວກລາວອາໃສ່ໃນເຕັນຂະນາດໃຫ່ຽທີ່ທຳດ້ວຍຜ້າໃບທີ່ທຳມາຈາກຂົນແບ້ * ຊ່າວອຶສະຣາເອນອາໃສ່ຢູ່ໃນເຕັນຕລອດເວລາ40ປີຂອງພວກເຂົາຜ່ານທະເລຊາຍແຫ່ງຊີນາຍ * ອາຄານພັບພາເປັນເຕັນຂະນາດໃຫ່ຽທີ່ມີກຳແພງໜາທຳດ້ວຍຜ້າມ່ານ * ເມືອອັກຄະຣະສາວົກໂປໂລໄດ້ເດຶນທ່າງຈາກເມືອງໜື່ງໄປຍັງເມືອງທີ່ປະກາດພຣະກຶຕຶຄຸນເຂົາໄດ້ທຳເຕັນຫາເງີນເພື່ອຊ່ອຍເຫຼືອຕັວເອງ * ຄຳວ່າ "ເຕັນ" ບາງຄັ້ງກໍ່ໃຊ້ປຽບທຽບເພື່ອອ້າງເຖຶງທີ່ເຊຶງຜູ້ຄົນອາໃສ່ຢູ່ນັ້ນ "ບ້ານທັ້ງຫລາຍ" ຫຼື "ທີ່ຢູ່ອາໃສ" ຫຼື "ບ້ານເຮືອນ" (ເບຶງເພຶມເຕຶມ: synecdoche)
ເຕັນນັດພົບ
ຄຳວ່າ "ເຕັນນັດພົບ" ອ້າງເຖຶງເຕັນເຊຶງເປັນສະຖານທີ່ຕັ້ງຊັ່ວຄາວທີ່ພຣະເຈົ້າຊົງພົບໂມເຊກ່ອນພັບພາຖືກສ້າງຂື້ນ
*ເຕັນນັດພົບຈະຕັ້ງຢູ່ນອກທີ່ພັກຂອງອຶດສະຣາເອນ * ເມືອໂມເຊໄດ້ໄປທີ່ພັບພາເພື່ອເຂົ້າເຝົ້າພຣະເເຈົ້າ ເສົາເມກຈະປະກົດຢູ່ໜ້າເຕັນ ແສດງໃຫ້ເຫັນເຖືງການປະທັບຂອງພຣະເຈົ້າ * ຫລັງຈາກທີ່ຄົນອຶດສະຣາເອນໄດ້ສ້າງພັບພາຂື້ນ ເຕັນຊັ່ວຕາວກໍ່ບໍ່ຈຳເປັນອີກຕໍ່ໄປ "ເຈັນນັດພົບ" ໃນບາງຢ່າງກໍ່ອ້າງເຖຶງພັບພາ
ເຕັມດ້ວຍລິດເດດ, ລິດທານຸພາບ
ຄຳວ່າ "ເຕັມດ້ວຍລິດເດດ" ແລະ "ລິດທານຸພາບ" ບົ່ງບອກເຖິງການມີພະລັງ ຫລືມີອຳນາດຍິ່ງໃຫຍ່.
- ມີຫລາຍເທື່ອທີ່ຄຳວ່າ "ລິດທານຸພາບ" ແມ່ນໃຊ້ຄຳອື່ນ ຄືຄຳວ່າ "ກຳລັງ." ແຕ່ຕອນໃດທີ່ເວົ້າກ່ຽວກັບພຣະເຈົ້າ, ມັນສາມາດແປວ່າ "ພະລັງ."
- ປະໂຫຍກ, "ພວກຜູ້ຊາຍທີ່ມີລິດເດດ" ສ່ວນຫລາຍມັກບົ່ງບອກເຖິງພວກຜູ້ຊາຍທີ່ມີຄວາມກ້າຫານ ແລະມີໄຊຊະນະໃນການຕໍ່ສູ້. ໃນວົງດົນຕຣີຂອງດາວິດ ມີຜູ້ຊາຍຫລາຍຄົນທີ່ມີທັງຄວາມສັດຊື່ ແລະ ຊ່ວຍຄຸ້ມຄອງຮັກສາລາວ ເຊິ່ງຈະເອິ້ນຄົນເຫລົ່ານັ້ນວ່າແມ່ນ "ຜູ້ຊາຍທີ່ມີລິດເດດ."
- ເຊັ່ນດຽວກັນ ພຣະເຈົ້າ ຄືຜູ້ທີ່ຖືກບົ່ງບອກໄວ້ຢ່າງຊັດເຈນວ່າ "ເປັນອົງຜູ້ຊົງລິດເດດ."
- ປະໂຫຍກ, ກິດຈະການທີ່ເຕັມດ້ວຍລິດທານຸພາບ ຕາມປົກກະຕິຈະບົ່ງບອກເຖິງສິ່ງມະຫັດສະຈັນຕ່າງໆ ທີ່ພຣະເຈົ້າຊົງກະທຳ, ໂດຍສະເພາະເລື່ອງການອັດສະຈັນຕ່າງໆ.
- ຄຳນີ້ ເຊື່ອມໂຍງກັບຄຳວ່າ, ຜູ້ຊົງລິດທານຸພາບສູງສຸດ, ເຊິ່ງເປັນຄຳທີ່ໃຊ້ອະທິບາຍສຳລັບພຣະເຈົ້າ, ມີຄວາມໝາຍວ່າ ພຣະອົງ ຄືຜູ້ທີ່ມີລິດອຳນາດຄົບຖ້ວນສົມບູນ.
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບເນື້ອໃນຂອງເລື່ອງ, ຄຳວ່າ "ເຕັມດ້ວຍລິດເດດ" ສາມາດແປໄດ້ອີກວ່າ "ເຕັມດ້ວຍອຳນາດ" ຫລື "ມະຫັດສະຈັນ" ຫລື "ມີກຳລັງຫລາຍ."
- ປະໂຫຍກ "ລິດທານຸພາບຂອງພຣະອົງ" ສາມາດແປໄດ້ອີກວ່າ "ກຳລັງຂອງພຣະອົງ" ຫລື "ອຳນາດຂອງພຣະອົງ."
- ໃນພຣະທຳກິດຈະການ ບົດທີ 7, ໄດ້ບັນລະຍາຍເຖິງໂມເຊວ່າ "ທັງຄຳເວົ້າແລະການກະທຳເຕັມດ້ວຍລິດເດດ." ນີ້ກໍສາມາດແປໄດ້ວ່າ, "ໂມເຊໄດ້ເວົ້າຖ້ອຍຄຳທີ່ມີລິດອຳນາດຈາກພຣະເຈົ້າ ແລະ ໄດ້ເຮັດສິ່ງຕ່າງໆ ທີ່ມະຫັດສະຈັນ" ຫລື "ໂມເຊໄດ້ເວົ້າຖ້ອຍຄຳທີ່ມີພະລັງຂອງພຣະເຈົ້າ ແລະ ໄດ້ເຮັດສິ່ງທີ່ອັດສະຈັນຕ່າງໆ."
- ຂຶ້ນຢູ່ກັບເນື້ອໃນຂອງເລື່ອງ, "ກິດຈະການທີ່ເຕັມດ້ວຍລິດທານຸພາບ" ສາມາດແປໄດ້ອີກວ່າ, "ທຸກສິ່ງທີ່ມະຫັດສະຈັນນັ້ນ ແມ່ນພຣະເຈົ້າເປັນຜູ້ກະທຳ" ຫລື "ສິ່ງມະຫັດສະຈັນຕ່າງໆ" ຫລື "ພຣະເຈົ້າກະທຳທຸກສິ່ງດ້ວຍລິດອຳນາດ."
- ຄຳວ່າ "ລິດທານຸພາບ" ສາມາດແປໄດ້ອີກວ່າ "ອຳນາດ" ຫລື "ພະລັງຍິ່ງໃຫຍ່."
- ຢ່າສັບສົນຄຳນີ້ກັບຄຳໃນພາສາອັງກິດ ທີ່ຖືກໃຊ້ເພື່ອສະແດງຄວາມເປັນໄປໄດ້, ເຊັ່ນ "ຝົນມັນອາດຈະຕົກ."
ເຕືອນສະຕິ, ການເຕືອນສະຕິ
ຄໍາວ່າ "ເຕືອນສຕິ" ໝາຍເຖິງການໜຸນໃຈທີ່ໜັກແໜ້ນແລະກະຕຸ້ນໃຫ້ບາງ ຄົນເຮັດໃນສິ່ງທີ່ຖືກຕ້ອງ ແມ່ນຄໍາໜຸນໃຈທີ່ເອີ້ນວ່າ "ການເຕືັນສະຕິ"
- ຈຸດປະສົງຂອງການເຕືອນສະຕິແມ່ນເພື່ອໂນ້ມນ້າວຄົນອື່ນໃຫ້ຫລີກລ້ຽງຄວາມບາບ ແລະເຊື່ອຟັງນໍ້າພຣະໄທພຣະເຈົ້າ.
- ພັນທະສັນຍາໃໝ່ສອນໃຫ້ບັນດາຄຣິດສະຕຽນໃຫ້ເຕືອນສະຕິເຊິ່ງກັນແລະກັນໃນຄວາມຮັກ ບໍ່ແມ່ນດ້ວຍຄວາມຮຸນແຮງ ຫລືຫຍາບຄາຍ.
ຄໍາແນະນໍາການແປ
- ຄໍາວ່າ "ເຕືອນສະຕິ" ສາມາດແປໄດ້ອີກວ່າ "ກະຕຸ້ນຢ່າງໜັກແໜ້ນ" ຫລື "ໂນ້ມນ້າວ" ຫລື "ແນະນໍາ" ທັງນີ້ແມ່ນຂຶ້ນຢູ່ກັບກໍລະນີນັ້ນໆ.
- ໃຫ້ແນ່ໃຈວ່າການແປຂອງຄໍານີ້ບໍ່ໄດ້ໝາຍຄວາມວ່າ ຄົນທີ່ເຕືອນສະຕິນັ້ນ ຄຽດຮ້າຍ ຄໍານີ້ຄວນຊີ້ເຖິງຄວາມແຂງແກ່ງແລະຄວາມຈິງຈັງ ແຕ່ບໍ່ຊີ້ເຖິງຄໍາ ເວົ້າທີ່ຄຽດຮ້າຍ.
- ໃນກໍລະນີສ່ວນຫລາຍ ຄໍາວ່າ "ເຕືອນສະຕິ" ຄວນຖືກແປໃນແບບທີ່ແຕກ ຕ່າງກັບຄໍາວ່າ "ໜຸນໃຈ" ທີ່ໝາຍເຖິງການໃຫ້ແຮງບັນດານໃຈ ການສ້າງຄວາມ ໝັ້ນໃຈ ຫລືເລົ້າໂລມໃຈບາງຄົນ.
- ໂດຍປົກກະຕິແລ້ວຄໍານີ້ສາມາດແປໄດ້ຫລາຍແບບຈາກຄໍາວ່າ "ວ່າກ່າວ" ຊຶ່ງ ໝາຍເຖິງການເຕືອນ ຫລືການແກ້ໄຂພຶດຕິກໍາຂອງບາງຄົນ ທີ່ລາວເຮັດບໍ່ຖືກຕ້ອງ.
ເທລາ
ເທລາເປັນເຊື່ອສາຍຂອງເຊມລູກຊາຍຂອງໂນອາ ເຂົາເປັນບຶດາຂອງອັບຣາມນາໂຮແລະຮາຣານ
- ເທລາໄດ້ອອກຈາກບ້ານຂອງເຂົາໃນເມື່ອງເອີ ເພື່ອທີ່ຈະໄປແຜ່ນດຶນການາອັນກັບລູກຊາຍແລະໂລດຫລານຊາຍຂອງເຂົາແລະຊາຣາເມຍຂອງອັບຣາມ
- ລະວາງທ່າງໄປການາອັນເທລາແລະຄອບຄັວຂອງລາວໄດ້ອາໃສຢູຫລາຍປີໃນເມືອງຮາລານໃນເມໂສໂປເຕເມຍເທລາເສຍຊີວຶດໃນເມືອງຮາລານເມື່ອອາຍຸ205ປີ
ເທສະໂລນິກກາ, ຊ່າວເທສະໂລນຶກກາ
ໃນຍຸດພັນທະສັນຍາໃໝ່ ເທສະໂລນິກກາເປັນເມື່ອງຫລວງຂອງມາຊຶໂດເນຍໃນຈັກກະວັດໂຣມມັນໂບຮານ ປະຊາຊົນທີ່ອາໃສ່ໃນເມື່ອງນັ້ນເອີກວ່າ "ຊາວເທສະໂລນິກກາ"
- ເມື່ອງເທສະໂລນິກກາເປັນເມື່ອງທ່າທີ່ສຳຄັນແລະຕັ້ງຢູ່ເສັ້ນທ່າງຫລວງທີ່ສຳຄັນເຖິງເຊືອມຕໍ່ກັບໂຣມໄປຍັງສ່ວນຕາເວັນອອກຂອງອານາຈັກໂຣມມັນ *ໂປໂລພ້ອມກັບຊິລາແລະຕີໂມທຽວໄດ້ໄປຍຽມຍຽນໃນການເດິນທ່າງຄັ້ງແລກຂອງການເປັນມິຊັນນາລີແລະຜົນທີ່ເກິດຂື້ນກໍ່ໄດ້ມີຄຣິສຕະຈັກທີ່ເກິດຂື້ນ ຕໍ່ມາໂປໂລໄດ້ໄປຢຽມຢຽນເມື່ອງນີ້ອີກໃນການເດິນທ່າງຄັ້ງທີ່ສາມຂອງກນເປັນມິດຊັນນາຣີ
- ໂປໂລໄດຂຽນຈົດໝາຍສອງສະບັບໃຫ້ກັບຄຣິສຕະຈັກເທສະໂລນິກກາຈົດໝາຍເຫລົ່ານີ້ຄື ເທສະໂລນິກກາສະບັບທີ່1ແລະເທສະໂລນິກກາສະບັບທີ 2 ເຖິງລວມຢູ່ໃນພັນທະສັນຍາໃໝ່ດ້ວຍ
ເນລະເທດ, ຜູ້ຖືກເນລະເທດ
ຄໍາວ່າ "ເນລະເທດ" ອ້າງເຖິງຄົນທີ່ຖືກບັງຄັບໃຫ້ໄປອາໃສຢູ່ໃນບ່ອນຫ່າງໄກຈາກ ບ້ານເກີດເມືອງນອນຂອງພວກເຂົາ.
- ໂດຍປົກກະຕິແລ້ວມະນຸດຖືກເນລະເທດໄປເພາະເປັນການລົງໂທດ ຫລືເຫດ ຜົນທາງດ້ານການເມືອງ.
- ຄົນທີ່ຖືກເສຍໄຊ ອາດຈະຖືກເນລະເທດໄປຍັງປະເທດຂອງກອງທັບທີ່ມີໄຊຊະນະເພື່ອເຮັດງານໃຫ້ພວກເຂົາ.
- "ຊະເລີຍບາລີໂລນ" (ຜູ້ຖືກເນລະເທດ) ເປັນຊ່ວງນຶ່ງໃນປະຫວັດສາດພຣະຄໍາພີ ເມື່ອຄົນຢິວຈໍານວນຫລາຍທີ່ມາຈາກແຂວງຢູດາ ຖືກກວດຕ້ອນໄປຈາກບ້ານເມືອງຂອງພວກເຂົາແລະຖືກບັງຄັບໃຫ້ອາໃສຢູ່ໃນກຸງບາບີໂລນ ເປັນເວລານານເຖິງ 70 ປີ.
- ຖ້ອຍຄໍາທີ່ວ່າ "ຜູ້ຖືກເນລະເທດ" ອ້າງເຖິງປະຊາຊົນທີ່ມີຊີວິດຢູ່ຢ່າງຜູ້ຖືກເນລະເທດຈາກບ້ານເມືອງຂອງພວກເຂົາ.
ຄໍາແນະນໍາການແປ
- ຄໍາວ່າ "ເນລະເທດ" ນີ້ ສາມາດແປໄດ້ອີກວ່າ "ຖືກສົ່ງອອກໄປ" ຫລື "ຖືກບັບຄັບໃຫ້ອອກ" ຫລື "ຖືກຂັບໄລ່."
- ຄໍາວ່າ "ຜູ້ຖືກເນລະເທດ" ນີ້ ສາມາດແປໄດ້ອີກດ້ວຍຄໍາ ຫລືຖ້ອຍຄໍາທີ່ມີຄວາມໝາຍວ່າ "ເວລາຂອງການສົ່ງໄປ" ຫລື "ຊ່ວງເວລາທີ່ຖືກເນລະເທດ" ຫລື "ຊ່ວງເວລາທີ່ຖືກບັງຄັບບໍ່ໃຫ້ມີຕົວຕົນ" ຫລື "ຖືກເນລະເທດ."
- ວິທີອື່ນໆ ໃນການແປຄໍາວ່າ "ຜູ້ຖືກເນລະເທດ" ຄວນລວມກັບຄໍາວ່າ "ຄົນທີ່ຖືກເນລະເທດ" ຫລື "ຄົນທີ່ໄດ້ຖືກເນລະເທດ" ຫລື "ຄົນທີ່ຖືກເນລະເທດໄປກຸງບາບີໂລນ."
ເນເກບ
ເນເກບເປັນດຶນແດນທະເລຊາຍທາງຕອນໃຕ້ຂອງອຶດສະຣະເອນ ທາງຕາເວັນຕົກສຽ້ງໃຕ້ຂອງທະເລເກືອ
ຄຳດັງເອີ້ນວ່າ ''ທຶດໃຕ້'' ພຮະຄຳພີພາສາອັງກຶດບາງສະບັບແປວ່າເນເກບວ່າທຶດໃຕ້
ອາດຈະເປັນໄປໄດ້ວ່າສະຖານທີ່ທາງຕອນໃຕ້ທີ່ເນເກບເຄີຍຕັ້ງຢຸ່ນັ້ນ ເປັນຄົນລະທີ່ກັບທະເລຊາຍເນເກບໃນປະຈູບັນ
* ເມືອອັບຣາຣາມໄດ້ອາໄສຢູ່ທີ່ເມື່ອງເຄເດຊນັ້ນ ເຂົ້າຢູ່ທີ່ເນເກບຫລືແຄ້ນທາງຕອນໃຕ້
* ອີຊາກອາໃສ່ຢູ່ໃນເມື່ອງເນເກບເມືອເຣເບກາ ໄດ້ເດີນທາງມາພົບເຂົາ ແລະໄດ້ກາຍມາເປັນເມຍຂອງເຂົາ
*ຊນເຜົ່າຢຶວຂອງຢູດາແລະຊີເມໂອນໄດ້ອາໃສຢູ່ທີ່ແຄ້ນທາງຕອນໃຕ້ນີ້
* ເມື່ອງທີ່ໃຫ່ຍທີ່ສູດໃນແຄ້ນເນເກບຄືເມື່ອງເບເອນເຊບາ
ເນເຫມືຍາ
ເນເຫມີຢາ ຄືຊາວອຶດສະຣາເອນທີ່ອາໄສຢູ່ໃນບາບີໂລນເມື່ອຄາວທີ່ຊາວອິດສະຣາເອນແລະຢູດາຖືກຈັບໄປເປັນຊະເລີຍໂດຍຊາວບາບີໂລນ
- ຂະນະທີ່ເນເຫມີຢາເປັນພະນັກງານຖືຈອກເຫລົ້າສຳລັບກະສັດເປີເຊຍມີຊື່ວ່າ ອາກຕາເຊເຊັດນັ້ນ ເນເຫມີຢາໄດ້ຂໍອະນຍາດກະສັດກັບໄປນະຄອນເຢຣູຊາເລັມ
- ເນເຫມີຢາໄດ້ນໍາພາຊາວອຶດສະຣາເອນກໍ່ສ້າງກຳແພງເມືອງເຢຣູຊາເລັມເຊິ່ງຊາວບາບີໂລນໄດ້ທຳລາຍນັ້ນຂຶ້ນໃໝ່
- ເປັນເວລາເຖິງ 12 ປີ ທີ່ເນເຫມີຢາເປັນຜູ້ປົກຄອງນະຄອນເຢຣູຊາເລັມ ກ່ອນທີ່ຈະກັບໄປຍັງພຣະຣາຊະວັງຂອງກະສັດ
- ພັນທະສັນຍາເດິມໃນພຣະທຳເນເຫມີຢານັ້ນ ໄດ້ເລົ່າເລື່ອງລາວການງານຂອງເນເຫມີຢາໃນການກໍ່ສ້າງກຳແພງເມືອງຂຶ້ນໃໝ່ແລະການປົກຄອງຂອງທ່ານເໜືອປະຊາຊົນໃນນະຄອນເຢຣູຊາເລັມ
- ຍັງມີຊື່ເນເຫມີຢາຄົນອື່ນໆໃນພັນທະສັນຍາເດິມອີກດ້ວຍ ໂດຍປົກກະຕິຊື່ຂອງພໍ່ຈະຕໍ່ທ້າຍເພື່ອໃຫ່ເຫັນຄວາມແຕກຕ່າງວ່າເວົ້າເຖິງເນເຫມີຢາຄົນໃດ
ເບຍເອເຊບາ
ໃນສະ ໄໝພຣະຄຳພີເດີມ, ເມືອງບັດຊາບາແມ່ນເມືອງໜຶ່ງທີ່ຕັ້ງຢູ່ທາງທິດຕາເວັນຕົກສຽງໃຕ້ຂອງນະຄອນເຢຣູຊາເລັມປະມານ 45 ໄມໃນເຂດທະເລຊາຍເຊິ່ງປະຈຸບັນຖືກເອີ້ນວ່າເມືອງນີເວດ.
- ທະເລຊາຍທີ່ຢູ່ອ້ອມຮອບເມືອງ ເບເລເຊບູນ ແມ່ນເຂດຖິ່ນແຫ້ງແລ້ງກັນດານບ່ອນທີ່ ອາຮາກ ແລະ ອີສະມາເອັນ ຫລົງທາງຫລັງຈາກອັບຣາຮາມໄດ້ສົ່ງພວກເຂົາອອກໄປຈາກເຕັນຂອງລາວ.
- ຊື່ຂອງນະຄອນນີ້ຫມາຍຄວາມວ່າ "ບໍນ້ຳຂອງຄໍາສາບານ." ໄດ້ມີການຕັ້ງຊື່ນີ້ເມື່ອອັບຣາຮາມໄດ້ສາບານວ່າຈະບໍ່ລົງໂທດຜູ້ຊາຍຂອງກະສັດ ອາບີເມເຫລັກ ເພາະໄດ້ຍຶດຄອງນ້ ຳສ້າງແຫ່ງໜຶ່ງ ຂອງອັບຣາຮາມ.
ເບຣູເອັນ
ເບຣູເອັນ ແມ່ນລູກຊາຍຂອງ ນາໂຫອ້າຍຂອງອັບຣາຮາມ.
- ເບຣູເອັນ ເປັນພໍ່ຂອງເລເບກາແລະ ລາບານ.
- ນອກນັ້ນຍັງມີເມືອງໜຶ່ງ ຊື່ວ່າເມືອງເບຣູເອັນ, ເຊິ່ງອາດຈະຕັ້ງຢູ່ທາງພາກໃຕ້ຂອງຢູດາ, ເຊິ່ງບໍ່ໄກຈາກເມືອງ ເບັດຣີເຊບາ.
ເບັດ ເຊເມດ
ເມືອງເບັດເຊເມດແມ່ນຊື່ຂອງເມືອງການາອານປະມານ 30 ກິໂລແມັດທາງທິດຕາເວັນຕົກຂອງເມືອງເຢຣູຊາເລັມ.
- ຊາວອິດສະລາແອນໄດ້ຍຶດເອົາເມືອງເບັດເຊເມດໃນຊ່ວງເວລາຂອງການນຳຂອງໂຢຊວຍ.
- ເມືອງເບັດເຊເມດເປັນເມືອງໜຶ່ງທີ່ຖືກຈັດໃຫ້ເປັນບ່ອນສຳ ລັບພວກປະໂລຫິດຊາວເລວີທີ່ອາໄສຢູ່.
- ເມື່ອພວກຟີລິດສະຕິນພວມຈັບເອົາຫີບແຫ່ງຄຳສັນຍາທີ່ຖືກຈັບກັບໄປເມືອງເຢຣູຊາເລັມ, ເມືອງເບດເຊເມດແມ່ນເມືອງທຳ ອິດທີ່ພວກເຂົາຢຸດຢູ່ກັບມັນ.
ເບັດທານີ
ເມືອງເບັດທານີຕັ້ງຢູ່ຖານທີ່ຕັ້ງຂອງເປີ້ນພູທາງທິດຕາເວັນອອກຂອງພູເຂົາຕົ້ນຫມາກກອກ, ຫ່າງຈາກເມືອງເຢຣູຊາເລັມປະມານ 2 ໄມ,
- ບ້ານເບັດທານີໃກ້ກັບຖະໜົນທີ່ແລ່ນຂ້າມເມືອງເຢຣູຊາເລມແລະເມືອງ ເຢຣີໂກ.
- ພຣະເຢຊູມັກຈະໄປຢາມບ້ານເບັດທານີບ່ອນທີ່ເພື່ອນສະໜິດ ຂອງລາວຊື່ລາຊະໂລ, ມາທາແລະມາລີອາໄສຢູ່.
- ເບັດທານີ ແມ່ນເປັນທີ່ຮູ້ຈັກໂດຍສະເພາະແມ່ນສະຖານທີ່ ທີ່ພຣະເຢຊູ ປຸກລາຊະໂລໃຫ້ຄືນມາຈາກຕາຍ.
ເບັດເອັນ
ເບັດເອັນ ແມ່ນເມືອງຕັ້ງຢູ່ທາງທິດເໜືອຂອງເຢຣູຊາເລັມໃນແຜ່ນດິນການາອານ. ໃນເມື່ອກ່ອນມັນຖືກເອີ້ນວ່າ "ລູຣ."
- ຫລັງຈາກໄດ້ຮັບຄຳສັນຍາຂອງພຣະເຈົ້າເປັນເທື່ອທຳອິດ, ອັບຮາມ (ອັບຣາຮາມ) ໄດ້ສ້າງແທ່ນບູຊາຕໍ່ພຣະເຈົ້າໃກ້ ເບັດເອັນ. ຊື່ຕົວຈິງຂອງເມືອງຍັງບໍ່ທັນມີຊື່ວ່າເບັດເອັນໃນເວລານັ້ນ, ແຕ່ຕາມປົກກະຕິແລ້ວມັນຖືກເອີ້ນວ່າ "ເບັດເອັນ" ເຊິ່ງເປັນທີ່ຮູ້ຈັກກັນດີກວ່າ.
- ເມື່ອໜີຈາກເອຊາວອ້າຍຂອງລາວ, ຢາໂຄບໄດ້ພັກຢູ່ກາງຄືນໃນເມືອງນີ້ແລະນອນຢູ່ກາງແຈ້ງໃນພື້ນທີ່ນັ້ນ. ໃນຂະນະທີ່ລາວ ກຳລັງນອນຢູ່, ລາວມີຄວາມຝັນທີ່ໄດ້ສະແດງໃຫ້ທູດສະຫວັນຂຶ້ນແລະລົງຂັ້ນໄດໄປສະຫວັນ.
- ເມືອງນີ້ບໍ່ມີຊື່ວ່າ "ເບັດເອັນ" ຈົນກ່ວາຫລັງຈາກຢາໂຄບຕັ້ງຊື່ນັ້ນ. ເພື່ອເຮັດໃຫ້ສິ່ງທີ່ຈະແຈ້ງກວ່ານີ້, ການແປບາງພາສາອາດຈະແປວ່າ "ລູຣ (ຕໍ່ມາເອີ້ນວ່າ ເບັດເອັນ)" ໃນຂໍ້ຄວາມກ່ຽວກັບອັບຣາຮາມ, ເຊັ່ນດຽວກັນກັບເວລາທີ່ຢາໂຄບມາຮອດບ່ອນນັ້ນ (ກ່ອນທີ່ລາວຈະປ່ຽນຊື່).
- ເບັດເອັນ ໄດ້ຖືກກ່າວເຖິງເລື້ອຍໆໃນສະໃໝພຣະຄຳພີເດີມແລະເປັນສະຖານທີ່ ທີ່ມີເຫດການສຳຄັນຫຼາຍຢ່າງເກີດຂື້ນ.
ເບັນຢາມິນ
ເບັນຍາມິນ ແມ່ນລູກຊາຍຫລ້າທີ່ເກີດກັບຍາໂຄບແລະເມຍຂອງນາງລາເຊນ. ຊື່ຂອງລາວຫມາຍຄວາມວ່າ, "ລູກຊາຍຂອງມືຂວາຂອງຂ້ອຍ."
- ລາວແລະນ້ອງຊາຍຂອງລາວຊື່ໂຢເຊັບເປັນລູກຄົນດຽວຂອງລາເຊນເຊິ່ງໄດ້ເສຍຊີວິດຫລັງຈາກເບັນຢາມິນເກີດ.
- ເຊື້ອສາຍຂອງເບັນຢາມິນກາຍເປັນໜຶ່ງໃນສິບສອງເຜົ່າຂອງອິດສະຣາເອນ.
- ກະສັດຊາອູແມ່ນມາຈາກຊົນເຜົ່າອິດສະລາເອນ.
- ອັກຄະສາວົກໂປໂລແມ່ນມາຈາກຊົນເຜົ່າເບັນຢາມິນ.
ເບີເຣຍ
ໃນສະໄໝພຣະຄຳພີໃໝ່, ເມືອງເບໂລ (ຫລື Beroea) ແມ່ນເມືອງກຣິກທີ່ຈະເລີນຮຸ່ງເຮືອງທາງພາກຕາເວັນອອກສຽງໃຕ້ຂອງປະເທດມາເຊໂດນີ, ປະມານ 80 ກິໂລແມັດທາງໃຕ້ຂອງເມືອງເທຊະໂລນີກ.
- ໂປໂລແລະຊີລາໄດ້ ໜີ ໄປເມືອງເບລາອາຫລັງຈາກເພື່ອນຄຣິດສະຕຽນໄດ້ຊ່ວຍພວກເຂົາໜີຈາກຊາວຢິວບາງຄົນທີ່ໄດ້ສ້າງຄວາມເດືອດຮ້ອນໃຫ້ພວກເຂົາໃນເມືອງເທຊະໂລນີກ.
- ເມື່ອປະຊາຊົນທີ່ອາໄສຢູ່ເມືອງ ເບເລອາ ໄດ້ຍິນໂປໂລປະກາດ, ພວກເຂົາໄດ້ຄົ້ນຄວ້າພຣະຄຳພີເພື່ອຢືນຢັນວ່າສິ່ງທີ່ລາວກຳລັງບອກພວກເຂົາແມ່ນຄວາມຈິງ.
ເບື້ອງເທິງ, ໃນທີ່ສູງສຸດ
ຄຳວ່າ "ເບື້ອງເທິງ" ຫລື "ໃນທີ່ສູງສຸດ" ເປັນຄຳກ່າວເຊິ່ງໂດຍທົ່ວໄປໝາຍຄວາມວ່າ, "ໃນສະຫວັນ."
- ອີກຄວາມຫມາຍໜຶ່ງຂອງຄຳກ່າວວ່າ "ໃນທີ່ສູງສຸດ" ນັ້ນໝາຍເຖິງ, "ໄດ້ຮັບກຽດສູງສຸດ."
- ຄຳກ່າວນີ້ສາມາດໃຊ້ຕາມຕົວອັກສອນ, ເຊັ່ນໃນຄຳກ່າວວ່າ, "ເທິງຕົ້ນໄມ້ທີ່ສູງສຸດ" ເຊິ່ງມີຄວາມໝາຍກົງຕົວ ໝາຍຄວາມວ່າ "ເທິງຕົ້ນໄມ້ທີ່ສູງທີ່ສຸດ."
- ຄຳວ່າ "ໃນທີ່ສູງ" ສາມາດອ້າງເຖິງໃນທີ່ສູງເທິງທ້ອງຟ້າ, ເຊັ່ນ ຮັງນົກຢູ່ໃນທີ່ສູງ. ເຊິ່ງໃນບໍລິບົດນັ້ນສາມາດແປວ່າ "ໃນທີ່ສູງເທິງທ້ອງຟ້າ" ຫລື "ເທິງຍອດໄມ້ທີ່ສູງ."
- ຄຳວ່າ "ສູງ" ຊີ້ເຖິງສະຖານທີ່ເຊິ່ງຕັ້ງຢູ່ເທິງທີ່ສູງຫລືຄວາມສຳຄັນຂອງບຸກຄົນຫລືສິ່ງຂອງ.
- ຄຳກ່າວວ່າ "ຈາກເບື້ອງເທິງ" ສາມາດແປໄດ້ວ່າ "ຈາກສະຫວັນ."
ເບເລເຊບູນ
ເບເລເຊບູນ ແມ່ນຊື່ອື່ນສຳລັບຊາຕານ, ຫລືມານ. ບາງຄັ້ງມັນຍັງຖືກສະກົດ, "ເບເລເຊບູນ."
- ຊື່ນີ້ມີຄວາມໝາຍວ່າ "ເຈົ້າຂອງແມງວັນ" ເຊິ່ງໝາຍຄວາມວ່າ, "ປົກຄອງຜີປີສາດ." ແຕ່ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປຄຳສັບນີ້ໃກ້ຄຽງກັບການສະກົດເດີມແທນທີ່ຈະແປຄວາມໝາຍ.
- ມັນຍັງສາມາດຖືກແປເປັນ "ວີນຍານຊົ່ວ, ເບເລເຊບູນ" ເພື່ອເຮັດໃຫ້ມັນຊັດເຈນວ່າຜູ້ທີ່ຖືກກ່າວເຖິງ.
- ຊື່ນີ້ແມ່ນກ່ຽວຂ້ອງກັບຊື່ຂອງພະທຽມເຈົ້າທີ່ບໍ່ຖືກຕ້ອງ "ບາລາ-ເຊບູນ" ຂອງ ເອໂຄຣ.
ເບໄນຍາ
ເບໄນຍາ ແມ່ນຊື່ຂອງຜູ້ຊາຍຫລາຍຄົນໃນພຣະສັນຍາເດີມ.
- ເບໄນຍາລູກຊາຍຂອງ ເຢໂຮຍາດາ ແມ່ນຫນຶ່ງຂອງຜູ້ຊາຍທີ່ຍິ່ງໃຫຍ່ຂອງດາວິດ. ລາວເປັນນັກຮົບທີ່ເກັ່ງກ້າແລະໄດ້ຮັບໜ້າທີ່ເປັນຕົວແທນເຝົ້າຍາມຂອງດາວິດ.
- ເມື່ອກະສັດຊາໂລໂມນຖືກແຕ່ງຕັ້ງໃຫ້ເປັນກະສັດ, ເບໄນຣີຍາໄດ້ຊ່ວຍລາວໂຄ່ນລົ້ມສັດຕູຂອງລາວ. ໃນທີ່ສຸດລາວໄດ້ກາຍເປັນຜູ້ບັນຊາການກອງທັບອິດສະລາເອນ.
- ຜູ້ຊາຍຄົນອື່ນໆໃນສະໃໝ່ພຣະຄຳພີເດີມທີ່ມີຊື່ວ່າ ເບໄນຍາ ປະກອບມີເລວີ 3 ຄົນ: ປະໂລຫິດ, ນັກດົນຕີ, ແລະເຊື້ອສາຍຂອງ ອາຊາກ.
ເປັນທຳ, ທ່ຽມທຳ, ຍຸດຕິທຳ
ຂໍກຳນົດເຫລົ່ານີ້ໝາຍເຖິງການປະຕິບັດຕໍ່ຜູ້ຄົນຢ່າງຖືກຕ້ອງຕາມກົດໝາຍຂອງພຣະເຈົ້າ. ກົດໝາຍຂອງມະນຸດທີ່ສະທ້ອນໃຫ້ເຫັນມາດຕະຖານຂອງພຣະເຈົ້າໃນການປະພຶດທີ່ຖືກຕ້ອງຕໍ່ຄົນອື່ນກໍ່ມີຄວາມຍຸດຕິທຳເຊັ່ນກັນ.
- “ເປັນທຳ“ ແມ່ນການກະທຳທີ່ຖືກຕ້ອງຕໍ່ຄົນອື່ນ. ແລະຍັງໝາຍເຖິງຄວາມສັດຊື່ແລະຊື່ສັດທີ່ຈະເຮັດໃນສິ່ງທີ່ຖືກຕ້ອງທາງສິນທຳໃນສາຍຕາຂອງພຣະເຈົ້າ.
- ການກະທຳ “ຍຸດຕິທຳ“ ໝາຍເຖິງການປະຕິບັດຕໍ່ຜູ້ຄົນໃນແບບທີ່ຖືກຕ້ອງ, ດີແລະຖືກຕ້ອງຕາມກົດໝາຍຂອງພຣະເຈົ້າ.
- ການໄດ້ຮັບ “ຄວາມທ່ຽງທຳ“ ໝາຍເຖິງການໄດ້ຮັບການປະຕິບັດຢ່າງຖືກຕ້ອງພາຍໃຕ້ກົດໝາຍ, ບໍ່ວ່າຈະຖືກປົກປ້ອງໂດຍກົດໝາຍຫລືຖືກລົງໂທດຍ້ອນການລະເມີດກົດໝາຍ.
- ບາງເທື່ອຄຳວ່າ “ ເປັນທຳ“ ມີຄວາມໝາຍທີ່ກວ້າງຂອງ “ຄົນຊອບທຳ“ “ຫລື “ປະຕິບັດຕາມກົດໝາຍຂອງພຣະເຈົ້າ.“
ຄຳແນະນຳ ໃນການແປ
- ອີງຕາມສະພາບການ, ວິທີການອື່ນໆທີ່ຈະແປຄຳວ່າ “ເປັນທຳ“ ສາມາດປະກອບມີ, “ຖືກຕ້ອງທາງສິນທຳ“ ຫລື “ຍຸຕິທຳ.“
- ຄຳວ່າ “ຄວາມທ່ຽມທຳ“ ສາມາດແປໄດ້ວ່າ, “ການປະຕິບັດທີ່ຖືກຕ້ອງ“ ຫລື “ ສົມຄວນໄດ້ຮັບຜົນຢ່າງເໝາະສົມ.“
- ການ “ປະຕິບັດຢ່າງຍຸດຕິທຳ“ ສາມາດແປໄດ້ວ່າ “ປະຕິບັດຢ່າງເປັນທຳ“ ຫລື “ປະພຶດຕົວໃນທາງທີ່ຖືກຕ້ອງ.“
- ໃນບາງສະພາບການຄຳວ່າ, “ເປັນທຳ“ ສາມາດແປໄດ້ວ່າ “ຊອບທຳ“ ຫລື “ທ່ຽງແທ້“
ເປັນບາງສ່ວນ ຄວາມລຳອຽງ
ຄຳວ່າ ເປັນບາງສ່ວນ ແລະ ສະແດງຄວາມລຳອຽງ ອ້າງເຖີງການເລືອກທີ່ຈະປະຕິບັດຕໍ່ຄົນໜື່ງເປັນຄືໜື່ງວ່າມີຄວາມສຳຄັນກວ່າຄົນອື່ນໆ
ນີ້ຄືກັບການສະແດງຄວາມຊົມເຊີຍ ເຊີ່ງໝາຍເຖີງການປະຕິບັດກັບບາງຄົນດີກວ່າປະຕິບັດກັບຄົນອື່ນໆ ໂດຍສະເພາະແລ້ວຄວາມລຳອຽງຫຼືຄວາມຊົມເຊີຍຈະສະແດງຕໍ່ຄົນເພາະວ່າພວກເຂົາລໍ້າລວຍກວ່າ ຫຼື ເປັນທີ່ນິຍົມຫຼາຍກວ່າຄົນອື່ນ ພຣະຄຳພີສອນປະຊາຊົນບໍ່ໃຫ້ສະແດງຄວາມລຳອຽງຫຼືຄວາມຊື່ນຊົມຕໍ່ປະຊາຊົນຜູ້ລໍ້າລວຍຫຼືຜູ້ມີຕຳໜ່ງສູງ ໃນຈົດໝາຍທີ່ຂຽນເຖີງຊາວໂຣມນັ້ນ ໂປໂລໄດ້ສອນວ່າພຣະເຈົ້າຊົງຕັດສິນທຸກຄົນດ້ວຍຄວາມທ່ຽງທຳແລະບໍ່ລຳອຽງ ພຣະທຳຢາໂກໂບໄດ້ສອນວ່າເປັນການຜິດທີ່ຈະມອບທີ່ນັ່ງທີ່ດີກວ່າຫຼືການປະຕິບັດທີ່ດີກວ່າຕໍ່ຄົນໜື່ງເພາະພວກເຂົາລຳ້ລວຍ
ເປັນມົນທີນ
ໃນພຣະຄຳພີ ຄຳວ່າ " ເປັນມົນທີນ " ໃຊ້ປຽບທຽບໃນການການອ້າງເຖີ່ງສີ່ງຕ່າງໆທີ່ພຣະເຈົ້າປະກາດວ່າບໍ່ເໜາະສົມສຳລັບຄົນຂອງພຣະອົງທີ່ຈະເເຕະຕ້ອງ ກີນ ຫຼືຖວາຍບູຊາ
- ພຣະເຈົ້າຊົງໃຫ້ຄຳເເນະນຳເເກ່ຊາວອິດສາຣາເອັນສັດໃດ " ສະອາດ "ເເລະສັດໃດ " ເປັນມົນທີນ " ສັດທີເປັນມົນທີນຈະບໍ່ໄດ້ຮັບອະນຼດຍາດໃຫ້ນຳໃຫ້ນຳມາຮັບປະທານຫຼືຖວາຍບູຊາ
- ຄົນທີ່ມີໂລກຜີວໜັງບາງຢ່າງຖືກກ່າວວ່າ " ເປັນມົນທີນ " ຈົນກວ່າພວກເຂົາຈະໄດ້ການຢຽວຢາຈົນຫາຍ
- ຫາກຊາວອິດສາຣາເອັນສຳພັດສີ່ງທີ່ " ເປັນມົນທີນ " ພວກເຂົາເອງຈະຖືກພີຈະຣານາວ່າເປັນມົນທີນເປັນລະຍະເວລາໜື່ງ
- ການເຊື່ອຟັງຄຳສັ່ງຂອງພຣະເຈົ້າກຽ່ວກັບການບໍເເຕະຕ້ອງຫຼືກີນສີ່ງທີ່ເປັນມົນທີນເຮັດໃຫ້ຊາວອິດສຣາເອັນເເຍກໄວ້ເພື່ອຮັບໃຊ້ພຣະເຈົ້າໂດຍສະເພາະ
- ຄວາມມີມົນທີນທາງຮ່າງກາຍເເລະພີທີ່ການນີ້ເປັນສັນຍາລັກຂອງຄວາມມີມົນທີນທາງສີນລະທຳດ້ວຍ
- ໃນເຊີ່ງປຽບທຽບອິກຢ່າງໜື່ງທີ່ວ່າເປັນ " ວີນຍານເປີ້ອນເປີ້" ໝາຍເຖີ່ງວີນຍານຊົ່ວຮ້າຍ
ຄຳເເນະນຳໃນການເເປ
*ຄຳວ່າ " ເປັນມົນທີນ " ສາມາດເເປວ່າ " ບໍສະອາດ " ຫຼື " ບໍເໜາະສົມໃນສາຍຕາຂອງພຣະເຈົ້າ " ຫຼື " ຮ່າງກາຍບໍສະອາດ " ຫຼື " ມົນທີນ " * ເມືີ່ອອ້າງເຖີ່ງຊາຕານວ່າເປັນຜີເປີ້ອນເປີ້ " ເປັນມົນທີນ " ອາດຈະເເປວ່າ " ວີນຍານຊົ່ວ " ຫຼື " .ມົນທີນ " * ການເເປຄຳນີ້ຈະເຮັດໃຫ້ເກິດຄວາມບໍສະອາດທາງວີນຍານ ມັນຄວນຈະສາມາດອ້າງເຖີ່ງສີ່ງໃດກໍ່ໄດ້ທີ່ພຣະເຈົ້າຊົງປະກາດວ່າບໍເໜາະສຳລັບການສຳພັດ ການກີນຫຼືການຖວາຍບູຊາ
ເປັນໝັນ
ການເປັນ“ ໝັນ” ໝາຍຄວາມວ່າບໍ່ໃຫ້ມີຄວາມອຸດົມສົມບູນຫລືເກີດໝາກ.
- ດິນຫລືທີ່ດິນທີ່ແຫ້ງແລ້ງບໍ່ສາມາດຜະລິດພືດພັນໃດໆ.
- ແມ່ຍິງຜູ້ທີ່ເປັນໝັນແມ່ນຜູ້ ໜຶ່ງທີ່ບໍ່ສາມາດຖືພາແລະມີລູກໄດ້.
ຄຳແນະນຳໃນການແປ
- ໃນເວລາທີ່ "ປ່າເຖື່ອນ" ຖືກໃຊ້ໃນການອ້າງອີງເຖິງທີ່ດິນ, ມັນອາດຈະຖືກແປວ່າ "ບໍ່ມີຄວາມອຸດົມສົມບູນ" ຫລື "ບໍ່ມີຜົນດີ" ຫລື "ບໍ່ມີພືດ."
- ເມື່ອເວົ້າເຖິງແມ່ຍິງທີ່ບໍ່ມີເພດສຳພັນ, ມັນອາດຈະຖືກແປວ່າ "ບໍ່ມີລູກ" ຫລື "ບໍ່ສາມາດທີ່ຈະຮັບລູກໄດ້" ຫລື "ບໍ່ສາມາດຕັ້ງທ້ອງໄດ້".
ເປີດເຜີຍ, ການເປີດເຜີຍ
ຄຳວ່າ "ເປີດເຜີຍ" ໝາຍເຖິງການເຮັດໃຫ້ບາງສິ່ງບາງຢ່າງເປັນທີ່ຮູ້ຈັກ. "ການເປີດເຜີຍ" ແມ່ນສິ່ງທີ່ເຮັດໃຫ້ເປັນທີ່ຮູ້ຈັກ.
- ໃນພຣຄຳພີຄຳວ່າ“ ເປີດເຜີຍ” ມັກຖືກໃຊ້ເພື່ອບັນຍາຍເຖິງວິທີທີ່ພຣະເຈົ້າໄດ້ເຮັດໃຫ້ຕົວເອງຮູ້ຈັກກັບຜູ້ຄົນ.
- ພຣະເຈົ້າໄດ້ເປີດເຜີຍຕົວເອງໂດຍຜ່ານທຸກສິ່ງທີ່ລາວສ້າງແລະຜ່ານການສື່ສານຂອງລາວກັບຜູ້ຄົນໂດຍການເວົ້າແລະການຂຽນຂໍ້ຄວາມ.
- ພຣະເຈົ້າຍັງສະແດງຕົນເອງຜ່ານຄວາມຝັນຫລືຜ່ານນິມິດ.
- ເມື່ອໂປໂລກ່າວວ່າລາວໄດ້ຮັບຂ່າວປະເສີດໂດຍ“ ການເປີດເຜີຍເລື່ອງລາວຂອງພຣະເຢຊູຄຣິດ,” ລາວໝາຍຄວາມວ່າພຣະເຢຊູເອງໄດ້ສຳແດງຂ່າວປະເສີດແກ່ລາວ.
- ພຣະຄຳພີໃໝ່ "ການເປີດເຜີຍ" ແມ່ນກ່ຽວກັບພຣະເຈົ້າເປີດເຜີຍເຫດການທີ່ຈະເກີດຂື້ນໃນຍຸກສຸດທ້າຍ. ພຣະອົງໄດ້ເປີດເຜີຍເລື່ອງນີ້ຕໍ່ອັກຄະສາວົກໂຢຮັນໂດຍຜ່ານນິມິດ.
ຄຳແນະນຳໃນການແປ
- ວິທີການອື່ນໃນການແປ "ເປີດເຜີຍ" ສາມາດປະກອບມີ, "ເຮັດໃຫ້ຮູ້ຈັກ" ຫລື "ເປີດເຜີຍ" ຫລື "ສະແດງໃຫ້ເຫັນຢ່າງຈະແຈ້ງ."
- ອີງຕາມສະພາບການ, ວິທີການທີ່ເປັນໄປໄດ້ໃນການແປ "ການເປີດເຜີຍ" ອາດຈະແມ່ນ "ການສື່ສານຈາກພຣະເຈົ້າ" ຫລື "ສິ່ງທີ່ພຣະເຈົ້າໄດ້ເປີດເຜີຍ" ຫລື "ຄຳສອນກ່ຽວກັບພຣະ ເຈົ້າ." ມັນດີທີ່ສຸດທີ່ຈະຮັກສາຄວາມໝາຍຂອງ "ເປີດເຜີຍ" ໃນ ຄຳນີ້.
- ປະໂຫຍກທີ່ວ່າ "ບ່ອນທີ່ບໍ່ມີການເປີດເຜີຍ" ສາມາດຖືກແປເປັນ "ໃນເວລາທີ່ພຣະເຈົ້າບໍ່ໄດ້ເປີດເຜີຍຕົວເອງຕໍ່ຜູ້ຄົນ" ຫລື "ເມື່ອພຣະເຈົ້າບໍ່ໄດ້ເວົ້າກັບຜູ້ຄົນ" ຫລື "ໃນບັນດາຄົນທີ່ພຣະເຈົ້າບໍ່ໄດ້ສື່ສານ."
ເປີເຊຍ , ເປີຊ້ຽນ
ເປີເຊຍ ຄືປະເທດໜຶ່ງທີ່ໄດ້ກາຍມາເປັນອານາຈັກທີ່ຮຸ່ງເຮືອງອຳນາດໂດຍການສະຖາປະນາຂອງໄຊລັດມະຫາລາດ ໃນ 550 ກ່ອນ ຄ.ສ. ປະເທດເປີເຊຍຕັ້ງຢູ່ທາງທິດຕະເວັນອອກສຽງໃຕ້ຂອງບາບິໂລນແລະອັດຊີເລຍໃນແຖບທີ່ປະຈຸບັນນີ້ຄືປະເທດອິຫລ່ານ
- ຄົນຂອງປະເທດເປີຊ້ຽນເອີ້ນວ່າ "ຄົນເປີເຊຍ"
- ພາຍໃຕ້ຄຳປະກາດຂອງກະສັດໄຊລັດ ຊາວຢິວໄດ້ຮັບອິດສະຫລະຈາກການເປັນຊະເລີຍໃນບາບິໂລນ ແລະໄດ້ຮັບອະນຸຍາດໃຫ້ກັບໄປທີ່ບ້ານ ແລະໄດ້ມີການສ້າງພຣະວິຫານໃນກຸງເຢລູຊາເລັມຂຶ້ນໃໝ່ດ້ວຍເງີນທືນຈາກອານາຈັກເປີເຊຍ
- ກະສັດອານທາເຊີຊີດ ຄືຜູ້ຄອງອານາຈັກເປີເຊຍເມື່ອຜູ້ປະກາດພຣະທຳເອສຣາແລະເນເຫມີຢາໄດ້ກັບໄປທີ່ກຸງເຢລູຊາເລັມເພື່ອສ້າງກຳແພງເມືອງເຢລູຊາເລັມຂຶ້ນໃໝ່
- ເອສເທີໄດ້ກາຍເປັນພະລາຊິນີແຫ່ງອານາຈັກເປີເຊຍເມື່ອນາງໄດ້ແຕ່ງງານກັບກະສັດອານທາເຊີຊີດ
ເປົ້າໝາຍ,ຢູ່ໃຕ້ອຳນາດ,ຢູ່ພາຍໃຕ້ການບັງຄັບ
ຄຳວ່າ "ຢູ່ໃຕ້ການຄວບຄຸມ" ໝາຍເຖິງການຢູ່ໃຕ້ອຳນາດຂອງຜູ້ໃດຜູ້ໜຶ່ງ. ປະໂຫຍກທີ່ວ່າ "ຍອມຢູ່ໃຕ້ອຳນາດ" ແມ່ນຄຳສັ່ງທີ່ ໝາຍຄວາມວ່າ "ເຊື່ອຟັງ" ຫຼື "ຍອມຈຳນົນຢູ່ໃຕ້ຂອງອຳນາດນັ້ນ".
- ປະໂຫຍກທີ່ວ່າ“ ການຍອມຢູ່ພານໃຕ້ການບັງຄັບ” ໝາຍເຖິງການເຮັດໃຫ້ຜູ້ຄົນຢູ່ໃຕ້ອຳນາດຂອງຜູ້ນຳຫລືຜູ້ປົກຄອງ.
- ການ“ ເຮັດໃຫ້ຜູ້ໃດຜູ້ໜຶ່ງຍອມຢູ່ໃຕ້ອຳນາດຕໍ່ສິ່ງໃດສິ່ງໜຶ່ງ” ໝາຍເຖິງການເຮັດໃຫ້ຄົນນັ້ນປະສົບກັບສິ່ງທີ່ບໍ່ດີເຊັ່ນ ການລົງໂທດ.
- ບາງຄັ້ງຄຳວ່າ "ເປົ້າໝາຍ" ຖືກໃຊ້ເພື່ອໝາຍເຖິງຫົວຂໍ້ຫຼືຈຸດປະສົງຂອງບາງສິ່ງບາງຢ່າງເຊັ່ນ "ເຈົ້າຈະເປັນເປົ້າໝາຍຂອງການເວົ້າເຍາະເຍີ້ຍ".
- ປະໂຫຍກທີ່ວ່າ "ຢູ່ພາຍໃຕ້ອຳນາດ" ຄືກັນກັບຄຳທີ່ວ່າ "ຈົ່ງຍອມຈຳນົນ" ຫຼື "ຍິນຍອມ".
ເປໂຕ , ຊີໂມນ ເປໂຕ , ເຄຟັດ
ເປໂຕຄືໜຶ່ງໃນສາວົກສິບສອງຄົນຂອງພຣະເຢຊູ ທ່ານຄືຜູ້ນຳຄົນສຳຄັນຂອງຄຣິດຕະຈັກໃນຍຸກເລີ່ມຕົ້ນ
- ກ່ອນທີ່ພຣະເຢຊູຈະເອີ້ນໃຫ້ເປໂຕເປັນສາວົກນັ້ນ ເປໂຕມີຊື່ວ່າຊີໂມນ
- ພາຍຫຼັງພຣະເຢຊູຈຶ່ງຕັ້ງຊື່ເປໂຕວ່າ "ເຄຟັດ" ຊຶ່ງມີຄວາໝາຍວ່າ "ສິລາ" ຫລື "ກ້ອນຫິນ" ໃນພາສາອາລາເມກ ຊື່ເປໂຕນັ້ນກໍມີຄວາມໝາຍວ່າ "ສິລາ" ຫລື "ກ້ອນຫິນ" ໃນພາສາກຣີກດ້ວຍ
- ພຣະເຈົ້າໄດ້ຊົງເຮັດວຽກຜ່ານເປໂຕໃນການປິ່ນປົວພະຍາດແລະການປະກາດຂ່າວປຣະເສີດກ່ຽວກັບພຣະເຢຊູ
- ພຣະທຳສອງເຫລັ້ມໃນພະຄຳພີພາກພັນທະສັນຍາໃໝ່ຄືຈົດຫມາຍທີ່ເປໂຕໄດ້ຂຽນເພື່ອໜູນໃຈແລະສັ່ງສອນບັນດາຜູ້ເຊື່ອທັງຫຼາຍ
ເຜົ່າ
ເຜົ່າເປັນກຸ່ມຄົົນທີ່ສືບເຊື້ອສາຍມາຈາກບັນພະບຸລຸດຮ່ວມກັນ
- ຜູ້ຄົນຈາກຊົນເຜົ່າດຽວກັນມັກໃຊ້ພາສາແລະວັດທະນະທຳຮ່ວມກັນ.
- ໃນພັນທະສັນຍາເດີມພຣະເຈົ້າໄດ້ຊົງແບ່ງຊົນຊາດອິດສະຣາເອນອອກເປັນສິບສອງເຜົ່າ. ແຕ່ລະເຜົ່າສືບເຊື້ອສາຍມາຈາກບຸດຊາຍຫລືຫລານຊາຍຂອງຢາໂຄບ.
- ເຜົ່າມີຂະໜາດນ້ອຍກວ່າປະເທດ ແຕ່ໃຫຍ່ກວ່າຕະກູນ
ເຝົ້າລະວັງ, ຄົນຍາມ
ຄຳວ່າ " ເຝົ້າລະວັງ " ໝາຍເຖິງການເບິ່ງບາງສິ່ງບາງຢ່າງໃຫ້ໃກ້ສິດແລະຮອບຄອບ ຄຳນີ້ຍັງມີຄວາມໝາຍທີ່ເປັນຮູບຮ່າງຫລາຍປະການ " ຄົນຍາມ " ຄືບາງຄົນທີ່ເຮັດວຽກຂອງພວກເຂົາຄືການປ້ອງກັນເມືອງໂດຍການດູແລຢ່າງລະມັດລະວັງຕໍ່ອັນຕະລາຍຫລືການຂຸກຄາມປະຊາຊົນຢູ່ໃນເມືອງ
- ຄຳສັ່ງໃຫ້ " ເຝົ້າລະວັງຊີວິດແລະຫລັກຄຳສອນຍ່າງລະມັດລະວັງ " ໝາຍເຖິງຕ້ອງລະມັດລະວັງໃນການດຳເນີນຊີວິດຢ່າງລະວັງແລະບໍ່ເຊື່ອຄຳສອນປອມ
- ການ " ລະວັງ " ຄືຄຳເຕືອນເພື່ອໃຫ້ລະມັດລະວັງການຫລີກລ້ຽງອັນຕະລາຍຫລືອິດທິພົນທີ່ອັນຕະລາຍ *ການ " ເຝົ້າລະວັງ " ຫລື " ຈົ່ງເຝົ້າລະວັງຢູ່ " ໝາຍເຖິງການຕຽມຕົວຢູ່ສະເໝີແລະປ້ອງກັນຕົວຕໍ່ຄວາມບາບແລະຄວາມຊົ່ວຮ້າຍ ຍັງສາມາດໝາຍເຖິງການ " ຕຽມພ້ອມ " ດ້ວຍເຊັ່ນກັນ
- ການ " ຄອຍເຝົ້າລະວັງໄວ້ "ຫລື " ຄອຍເຝົ້າລະວັງຢ່າງໃກ້ສິດ " ສາມາດໝາຍເຖິງການປ້ອງກັນແລະ ການປົກປ້ອງຫລືເບິ່ງແຍງຄົນໃດຄົນໜຶ່ງຫລືສິ່ງຂອງບາງຢ່າງ
- ຄຳອື່ນໆ " ສຳລັບ " ຄົນຍາມ " ຄື " ທະຫານຍາມ "ຫລື " ຍາມ "
ເພັນເຕຄອດ, ເທດສະການທ້າຍອາທິດ
"ເທດສະການທ້າຍອາທິດ" ໝາຍເຖິງເທດສະການປະຈຳຊົນຊາດຢິວເຊີ່ງຈະມີຂຶ້ນເປັນໄລຍະເວລາຫ້າສິບມື້ ຈັດຂຶ້ນຫຼັງຈາກເທດສະການປັດສະກາ ເຊີ່ງຕໍ່ມາອ້າງເຖິງວ່າ "ເພັນເຕຄອດ "
- ເທດການທ້າຍອາທິດ ຄືໄລຍະເວລາເຖິງເຈັດອາທິດ (ຫ້າສິບມື້) ຫຼັງການລ້ຽງສະຫລອງຜົນແຮກໃນພັນທະສັນຍາໃໝ່ ເທດການນີ້ເອີ້ນວ່າ "ເພັນເຕຄອດ ໌" ຊຶ່ງມີ "ຫ້າສິບ" ເປັນສ່ວນຫນຶ່ງຂອງຄວາມໝາຍ
- ເທດການທ້າຍອາທິດຈັດຂຶ້ນເພື່ອສະເຫລິມສະຫລອງການເລີ່ມຕົ້ນການເກັບກ່ຽວເຂົ້າ ນອກຈາກນີ້ຢັງເປັນຊ່ວງເວລາທີ່ຈະລະນຶກເຖິງທີ່ແລກທີ່ພຣະເຈົ້າປະທານພະບັນຍັດຂອງພຣະອົງໃຫ້ກັບອິດສະລາເອນເທິງແຜ່ນສິລາເຊີ່ງປະທານໃຫ້ແກ່ໂມເຊ
- ໃນພັນທະສັນຍາໃໝ່ນັ້ນ ມື້ເພັນເຕຄອດ໌ມີຄວາມສຳຄັນເປັນພິເສດ ເພາະເປັນຊ່ວງເວລາທີ່ບັນດາຜູ້ເຊື່ອໃນພຣະເຢຊູຄຣິດໄດ້ຮັບພະວິນຍານບໍລິສຸດໃນວິທີໃໝ່
ເພີ່ມທະວີ
ຄຳວ່າ "ເພີ່ມທະວີ" ໝາຍເຖິງ ການເພີ່ມຈຳນວນໃຫ້ຫລາຍຂຶ້ນ. ມັນຍັງມີຄວາມໝາຍວ່າ ເຮັດໃຫ້ບາງສິ່ງມີຈຳນວນເພີ່ມຂຶ້ນ, ເຊັ່ນ ເຮັດໃຫ້ມີຄວາມເຈັບປວດຫລາຍຂຶ້ນອີກ.
- ພຣະເຈົ້າ ໄດ້ບອກໃຫ້ມະນຸດ ແລະ ສັດ"ເພີ່ມທະວີ" ຈົນເຕັມຜືນແຜ່ນດິນໂລກ. ນີ້ແມ່ນຄຳສັ່ງໃຫ້ເພີ່ມທະວີຈຳນວນຂຶ້ນຕາມຊະນິດເຜົ່າພັນຂອງຕົນເອງ.
- ພຣະເຢຊູເຈົ້າ ໄດ້ເຮັດໃຫ້ເຂົ້າຈີ່ແລະປາ ເພີ່ມຂຶ້ນ ເພື່ອລ້ຽງອາຫານຄົນ 5000 ຄົນ. ຈຳນວນອາຫານເພີ່ມຂຶ້ນເລື້ອຍໆ ຈົນມີອາຫານຫລາຍເກີນພໍສຳລັບໃຫ້ທຸກໆ ຄົນກິນອີ່ມ.
- ຂຶ້ນຢູ່ກັບສະພາບແວດລ້ອມຂອງເລື່ອງ, ຄຳນີ້ ສາມາດແປໄດ້ອີກວ່າ "ເພີ່ມຈຳນວນຫລາຍຂຶ້ນ" ຫລື "ເປັນສາຍເຫດໃຫ້ເພີ່ມຫລາຍຂຶ້ນ" ຫລື "ເພີ່ມຂຶ້ນຫລາຍ" ຫລື "ມີຈຳນວນເພີ່ມຂຶ້ນຢ່າງຫລວງຫລາຍ" ຫລື "ກາຍເປັນຈຳນວນຫລາຍ."
- ປະໂຫຍກທີ່ວ່າ "ຄວາມເຈັບປວດຂອງເພິ່ນ ເພີ່ມຫລາຍຂຶ້ນ" ສາມາດແປໄດ້ອີກວ່າ, "ເຮັດໃຫ້ຄວາມເຈັບປວດນັ້ນ ແຮງເຈັບກວ່າເກົ່າ" ຫລື "ເຮັດໃຫ້ເພິ່ນໄດ້ຮັບຄວາມເຈັບປວດຫລາຍກວ່າເກົ່າ."
- "ມີມ້າ ເພີ່ມເປັນທະວິຄູນ" ໝາຍເຖິງ "ຄວາມໂລບຢາກໄດ້ມ້າໃຫ້ມີຈຳນວນຫລາຍຂຶ້ນ" ຫລືການ "ໄປຫາມ້າ ມາໃຫ້ໄດ້ຫລາຍໆ."
ເມຄີເຊເດັກ
ໃນໄລຍະເວລາທີ່ອັບຣາຮາມຍັງມີຊີວິດຢູ່, ເມຄີເຊເດັກ ເປັນກະສັດປົກຄອງນະຄອນຊາເລັມ (ເຊິ່ງຕໍ່ມາແມ່ນ, "ນະຄອນເຢຣູຊາເລັມ")
- ຊື່ຂອງເມຄີເຊເດັກ ມີຄວາມໝາຍວ່າ, "ກະສັດແຫ່ງຄວາມຊອບທຳ" ແລະຕຳແໜ່ງຂອງເພິ່ນແມ່ນ "ກະສັດແຫ່ງນະຄອນຊາເລັມ" ເຊິ່ງໝາຍເຖິງ "ກະສັດແຫ່ງຄວາມສັນຕິສຸກ."
- ເພິ່ນຖືກກ່າວຂານວ່າເປັນ "ປະໂຣຫິດຂອງພຣະເຈົ້າອົງສູງສຸດ."
- ເມຄີເຊເດັກ ຖືກກ່າວເຖິງເປັນເທື່ອທຳອິດໃນພຣະຄຳພີ ແມ່ນຕອນທີ່ລາວເອົາເຂົ້າຈີ່ແລະເຫລົ້າອະງຸ່ນໃຫ້ອັບຣາມ ພາຍຫລັງທີ່ອັບຣາມຊ່ວຍຊີວິດໂລດ ເຊິ່ງເປັນຫລານຂອງລາວ ໃຫ້ພົ້ນຈາກບັນດາກະສັດທີ່ມີອຳນາດ. ອັບຣາມຖວາຍໜຶ່ງສ່ວນສິບຈາກເຄື່ອງຂອງທີ່ປຸ້ນມາໄດ້ດ້ວຍໄຊຊະນະ ໃຫ້ແກ່ເມຄີເຊເດັກ.
- ໃນພຣະຄຳພີໃໝ່, ໄດ້ອະທິບາຍວ່າ ເມຄີເຊເດັກ ແມ່ນບຸກຄົນຄົນໜຶ່ງ ທີ່ບໍ່ມີພໍ່ແມ່. ເພິ່ນຖືກເອິ້ນວ່າປະໂຣຫິດ ແລະ ກະສັດທີ່ປົກຄອງຕະຫລອດໄປ.
- ໃນພຣະຄຳພີໃໝ່ ຍັງບອກອີກວ່າ ພຣະເຢຊູເຈົ້າ ເປັນປະໂຣຫິດຕາມແບບ "ການຈັດລະບຽບຂອງເມຄີເຊເດັກ." ພຣະເຢຊູເຈົ້າ ບໍ່ໄດ້ສືບທອດເຊື້ອສາຍມາຈາກເຜົ່າເລວີ ຄືກັບປະໂຣຫິດຂອງອິດສະຣາເອນ. ພຣະອົງເປັນປະໂຣຫິດ ໂດຍແມ່ນພຣະເຈົ້າເປັນຜູ້ປະທານໃຫ້, ເຊັ່ນດຽວກັບເມຄີເຊເດັກ.
- ການອະທິບາຍຄຳເຫລົ່ານີ້ກ່ຽວກັບພຣະອົງ ແມ່ນຂຶ້ນກັບພື້ນຖານໃນພຣະຄຳພີ, ເມຄີເຊເດັກ ຈິ່ງເປັນປະໂຣຫິດທີ່ເປັນມະນຸດ ແຕ່ຖືກແຕ່ງຕັ້ງໂດຍພຣະເຈົ້າ ເພື່ອໃຫ້ເປັນໂຕແທນ ຫລືແນ່ໃສ່ພຣະເຢຊູເຈົ້າ, ທີ່ເປັນກະສັດແຫ່ງຄວາມສັນຕິສຸກ ແລະ ແຫ່ງຄວາມຊອບທຳຕະຫລອດໄປ ແລະຊົງເປັນປະໂຣຫິດຜູ້ຍິ່ງໃຫຍ່ຂອງພວກເຮົາ.
ເມດຕາ, ເຕັມໄປດ້ວຍຄວາມເມດຕາ
ຄຳວ່າ "ເມດຕາ" ຫລື "ເຕັມໄປດ້ວຍຄວາມເມດຕາ" ບົ່ງບອກເຖິງການໃຫ້ຄວາມຊ່ວຍເຫລືອກັບຄົນທີ່ຕ້ອງການຄວາມຊ່ວຍເຫລືອ, ໂດຍສະເພາະ ເວລາທີ່ຄົນເຫລົ່ານັ້ນໄດ້ຮັບຄວາມລຳບາກ.
- ຄຳ່ວ່າ "ເມດຕາ" ຍັງສາມາດລວມເອົາຄວາມໝາຍຂອງການບໍ່ໄດ້ລົງໂທດຄົນທີ່ເຮັດບາງສິ່ງບາງຢ່າງຜິດພາດ.
- ບຸກຄົນທີ່ເຕັມໄປດ້ວຍອຳນາດ ຄືດັ່ງກະສັດທີ່ໄດ້ຖືກອະທິບາຍໄວ້ວ່າ "ເຕັມດ້ວຍຄວາມເມດຕາ" ເມື່ອກະສັດອົງນັ້ນ ປະຕິບັດຕໍ່ປະຊາຊົນດ້ວຍໃຈເມດຕາປານີ ບໍ່ແມ່ນດ້ວຍໃຈໂຫດຮ້າຍຕໍ່ພວກເຂົາ.
- ການເຕັມໄປດ້ວຍຄວາມເມດຕາ ຍັງໝາຍເຖິງ ການໃຫ້ອະພັຍແກ່ຄົນທີ່ເຮັດຜິດຕໍ່ເຮົາ.
- ເຮົາໄດ້ສະແດງຄວາມເມດຕາແລ້ວ ເວລາທີ່ເຮົາໄດ້ຊ່ວຍເຫລືອຄົນທີ່ຕ້ອງການການຊ່ວຍເຫລືອຢ່າງຮີບດ່ວນ.
- ພຣະເຈົ້າມີຄວາມເມດຕາຕໍ່ພວກເຮົາ, ແລະ ພຣະອົງ ກໍຕ້ອງ ການໃຫ້ພວກເຮົາ ມີຄວາມເມດຕາຕໍ່ຄົນອື່ນ.
ຄຳແນະນຳໃນການແປ
- ແຕ່ນັ້ນກໍຂຶ້ນຢູ່ກັບເນື້ອໃນຂອງເລື່ອງທັງໝົດ "ຄວາມເມດຕາ" ສາມາດແປໄດ້ອີກວ່າ, "ຄວາມກະລຸນາ" ຫລື "ຄວາມເຫັນໃຈ" ຫລື "ຄວາມອີດູຕົນສົງສານ."
- ຄຳວ່າ "ເຕັມໄປດ້ວຍຄວາມເມດຕາ" ສາມາດແປໄດ້ອີກວ່າ, "ມີຄວາມຮູ້ສຶກອີດູຕົນສົງສານ" ຫລື "ມີໃຈກະລຸນາຕໍ່" ຫລື "ຍົກໂທດໃຫ້ແກ່."
- "ສະແດງຄວາມເມດຕາແກ່" ຫລື "ມີຄວາມເມດຕາຕໍ່" ສາມາດແປໄດ້ອີກວ່າ, "ປະຕິບັດດ້ວຍໃຈກະລຸນາ" ຫລື "ມີຄວາມກະລຸນາສົງສານຕໍ່."
ເມັດພືດ, ນ້ຳເຊຶ້ອ
ແກ່ນແມ່ນສ່ວນໜຶ່ງຂອງຕົ້ນໄມ້ທີ່ປູກຢູ່ໃນພື້ນດິນເພື່ອຂະຫຍາຍພັນຕົ້ນໄມ້ຊະນິດດຽວກັນໃຫ້ຫຼາຍ. ມັນຍັງມີຄວາມໝາຍຫລາຍໆຮູບແບບດ້ວຍ.
- ຄຳວ່າ“ ເມັດພຶດ” ຖືກໃຊ້ເປັນຕົວເລກແລະອີເລັກໂທຣນິກເພື່ອໝາຍ ເຖິງຈຸລັງນ້ອຍໆທີ່ຢູ່ພາຍໃນຜູ້ຊາຍຫລືຜູ້ຍິງທີ່ປະສົມປະສານເຮັດໃຫ້ເດັກນ້ອຍເຕີບໃຫຍ່ຢູ່ພາຍໃນແມ່ຍິງ, ນີ້ເອີ້ນວ່ານໍ້າເຊື້ອ.
- ກ່ຽວຂ້ອງກັບເລື່ອງນີ້, "ແນວພຶດ" ຍັງຖືກນຳໃຊ້ເພື່ອໝາຍເຖິງລູກຫລານຫລືເຊື້ອສາຍຂອງຄົນເຮົາ.
- ຄຳສັບນີ້ມັກຈະມີຄວາມໝາຍຫລາຍພາສາ, ໂດຍອ້າງອີງໃສ່ຫລາຍເມັດຫລືຫລາຍກວ່າເຊື້ອສາຍໜຶ່ງ.
- ໃນຄຳອຸປະມາເລື່ອງຊາວນາທີ່ປູກເມັດພືດ, ພຣະເຢຊູປຽບທຽບເມັດພືດກັບ ພຣະຄຳຂອງພຣະເຈົ້າທີ່ຖືກປູກໄວ້ໃນຫົວໃຈຂອງຄົນເພື່ອໃຫ້ເກີດໝາກຜົນທາງຈິດວິນຍານທີ່ດີ.
- ອັກຄະສາວົກໂປໂລຍັງໃຊ້ ຄຳວ່າ“ ເຊື້ອສາຍ” ເພື່ອກ່າວເຖິງພຣະຄຳຂອງພຣະເຈົ້າ.
ຄຳແນະນຳໃນການແປ
- ສຳລັບແນວພືດທີ່ໃຊ້ໃນການຮຽນຫນັງສື, ມັນດີທີ່ສຸດທີ່ຈະໃຊ້ ຄຳສັບທີ່ "ເມັດພຶດ" ທີ່ຖືກໃຊ້ເປັນເປົ້າໝາຍສຳລັບສິ່ງທີ່ຊາວນາປູກໃນນາຂອງລາວ.
- ຄຳທີ່ໃຊ້ໃນຕົວຈິງຄວນໃຊ້ໃນສະພາບການເຊິ່ງມັນໝາຍເຖິງພຣະຄຳຂອງພະເຈົ້າ.
- ສຳລັບການໃຊ້ຕົວເລກທີ່ໝາຍເຖິງຄົນທີ່ມີເຊື້ອສາຍທີມີຄອບຄົວດຽວກັນ, ມັນອາດຈະແຈ້ງກວ່າທີ່ຈະໃຊ້ ຄຳວ່າເຊື້ອສາຍພັນ. ບາງພາສາອາດຈະມີຄຳທີ່ມີຄວາມໝາຍວ່າ "ເດັກນ້ອຍແລະຫລານ."
- ສຳລັບ "ແນວພັນ" ຂອງຜູ້ຊາຍຫຼືຜູ້ຍີງ,ໃຫ້ພິຈາລະນາວິທີການເປົ້າ ໝາຍດັ່ງກ່າວສະແດງອອກໃນທາງທີ່ຈະບໍ່ເຮັດໃຫ້ຄົນອື່ນເຄື້ອງໃຈຫຼືອາຍ.
ເມັດເຂົ້າ
ຄຳວ່າ"ເມັດເຂົ້າ"ໂດຍປົກກະຕິອ້າງເຖີງເມັດຂອງພືດເຊັ່ນເຂົ້າສາລີບາເລ ຂ້າວໂພດ ລູກເດືອຍຫລືເຂົ້າແລະຍັງອ້າງຕົ້ນເຂົ້າດ້ວຍ.
- ໃນພຣະຄຳພີເມັດເຂົ້າຫລັກໆ ທີ່ມັກອ້າງເຖີງຄືເຂົ້າສາລີແລະບາເລ. *ຫົວຂໍ້ເມັດເຂົ້າເປັນສ່ວນໜຶ່ງຂອງຕົ້ນພືດທີ່ຖືເມັດເຂົ້າໃນນັ້ນ
- ໝາຍເຫດໃນພຣະຄຳພີສະບັບເກົ່າໆບາງສະບັບໃຊ້ຄຳວ່າ"ເຂົ້າໂພດ"ເພື່ອອ້າງເຖີງທັນຍະພືດທົ່ວໄປ ຢ່າງໃດກໍຕາມໃນພາສາອັງກິດສະໃໝໃໝ່"ເຂົ້າໂພດ"ອ້າງເຖີງເມັດພືດພຽງຊະນິດດຽວ.
ເມັມຟິດ
ເມັມຟິດ ແມ່ນນະຄອນຫລວງບູຮານຂອງປະເທດເອຢິບ, ຕັ້ງຢູ່ແຄມແມ່ນ້ຳນິນ.
- ເມັມຟິດ ແມ່ນຕັ້ງຢູ່ບໍລິເວນທາງໃຕ້ຂອງປະເທດເອຢິບ, ສະເພາະແຕ່ທາງທິດໃຕ້ເຂດສາມຫລຽມຂອງແມ່ນ້ຳນິນ, ເຊິ່ງເປັນບ່ອນທີ່ອຸດົມສົມບູນຫລາຍ ແລະ ເຕັມໄປດ້ວຍພືດຜົນຫລາຍຊະນິດ.
- ເນື່ອງຈາກວ່າ ເປັນບ່ອນທີ່ດິນມີຄວາມອຸດົມສົມບູນ ແລະ ສະຖານທີ່ກໍຕັ້ງຢູ່ລະຫວ່າງກາງຂອງເອຢິບທາງເໜືອແລະທາງໃຕ້ ຈິ່ງເຮັດໃຫ້ເມືອງເມັມຟິດກາຍເປັນເມືອງສຳຄັນໃນການຄ້າຂາຍ.
ເມືອງຂອງດາວິດ
ຄຳວ່າ "ເມືອງຂອງດາວິດ" ເປັນອີກຊື່ຫນຶ່ງຂອງທັງນະຄອນເຢຣູຊາແລັມແລະເບັດເລແຮມ.
- ນະຄອນເຢຣູຊາແລັມເປັນທີ່ຊຶ່ງດາວິດປະທັບຢູ່ໃນຄະນະທີ່ພຣະອົງຊົງຄອບຄອງອິສະຣາເອນ.
- ເບັດເລເເຮມ ເປັນເມືອງທີ່ດາວິດເກີດ.
ເມືອງຕີເຣ,ຄົນຕີເຣ
ເມືອງຕີເຣເປັນເມືອງເກົ່າແກ່ຂອງຊາວການາອານຢູ່ເທິງຊາຍຝັ່ງທະເລເມດິເຕເລນຽນ ເຊິ່ງໃນຂະນະນີ້ກໍຄືສ່ວນຫນຶ່ງຂອງປະເທດເລບານອນສະໄໝປະຈຸບັນ. ປະຊາຊົນຂອງປະເທດນີ້ເອີ້ນວ່າ "ຄົນຕີເຣ."
- ສ່ວນຫນຶ່ງຂອງເມືອງຕີເຣຕັ້ງຢູ່ເທິງເກາະໃນທະເລ, ປະມານໜຶ່ງກິໂລແມັດຈາກຊາຍຝັ່ງ.
- ດ້ວຍສະພາບທີ່ຕັ້ງແລະຊັບພະຍາກອນທາງທຳມະຊາດທີ່ມີຄຸນຄ່າຕ່າງໆ ເຊັ່ນຕົ້ນແປກ, ເມືອງຕີເຣຈິ່ງມີອຸດສາຫະກຳການຄ້າທີ່ຮັ່ງມີແລະຮັ່ງມີຫລາຍ.
- ກະສັດຮີຣາມແຫ່ງຕີເຣໄດ້ສົ່ງໄມ້ແປກແລະຄົນງານທີ່ຊຳນານໄປກໍ່ສ້າງພະລາດຊະວັັງຂອງກະສັດດາວິດ.
- ຫລາຍປີຕໍ່ມາ ຮີຣາມໄດ້ມອບໄມ້ໃຫ້ກະສັດໂຊໂລໂມນແລະຄົນງານທີ່ຊຳນານງານເພື່ອກໍ່ສ້າງພຣະວິຫານ. ໂຊໂລໂມນໄດ້ຈ່າຍໃຫ້ທ່ານດ້ວຍເຂົ້າບະເລແລະນ້ຳມັນມະກອກຈຳນວນຫລາຍ.
- ເມືອງຕີເຣມັກຈະກ່ຽວຂ້ອງກັບເມືອງໄຊດອນບູຮານ ທີ່ຢູ່ໃກ້ຄຽງກັນ. ສອງເມືອງນີ້ເປັນເມືອງທີ່ສຳຄັນໃນບໍລິເວນການາອານ ທີ່ເອີ້ນວ່າໂຟນີເຊຍ.
ເມືອງບາຊານ
ເມືອງບາຊານແມ່ນພາກພື້ນດິນແດນທາງຕາເວັນອອກຂອງທະເລຄາລິເລ. ມັນໄດ້ກວມເອົາພື້ນທີ່ປະຈຸບັນແມ່ນພາກສ່ວນ ໜຶ່ງຂອງຊີເຣຍແລະ ພູສູງໂກລານ
*.ເມືອງທີ່ລີ້ໄພຢູ່ໃນພຣະຄຳພີເດີມເອີ້ນວ່າ "ໂກລານ" ຕັ້ງຢູ່ໃນພາກພື້ນຂອງເມືອງບາຊານ. * ເມືອງບາຊານແມ່ນເຂດທີ່ມີຄວາມອຸດົມສົມບູນຫຼາຍເປັນທີ່ຮູ້ຈັກສຳລັບຕົ້ນໄມ້ໂອກແລະທົ່ງຫຍ້າສຳລັບລ້ຽງສັດ. * ປະຖົມມະການບົດ 14 ໄດ້ບັນທຶກວ່າບາຊານແມ່ນສະຖານທີ່ແຫ່ງສົງຄາມລະຫວ່າງກະສັດແລະຫລາຍປະເທດທີຕໍ່ສູ້ຂອງພວກເຂົາ. * ໃນລະຫວ່າງການເດີນທາງໄປປະເທດອິດສະລາເອນໃນທະເລຊາຍ ຫລັງຈາກພວກເຂົາໜີຈາກປະເທດເອຢິບ, ພວກເຂົາໄດ້ຄອບຄອງບາງສ່ວນຂອງເຂດບາຊານ. * ຫລາຍປີຕໍ່ມາກະສັດຊາໂລໂມນໄດ້ຮັບການສະໜອງຈາກຂົງເຂດນັ້ນ.
ເມືອງເບັດເລເຮັມ, ເອຟາດທາ
ເມືອງເບັດເລເຮັມເປັນເມືອງນ້ອຍໆໃນແຜ່ນດິນອິດສະຣາເອນໃກ້ກັບນະຄອນເຢຣູຊາເລັມ. ມັນໄດ້ຖືກເອີ້ນວ່າ "ເອຟາດທາ," ເຊິ່ງອາດຈະແມ່ນຊື່ເດີມຂອງມັນ.
- ເມືອງເບັດເລເຮັມໄດ້ຖືກເອີ້ນວ່າ "ເມືອງຂອງດາວິດ", ຕັ້ງແຕ່ກະສັດດາວິດໄດ້ເກີດມາຢູ່ທີ່ນັ້ນ.
- ຜູ້ປະກາດພຣະຄຳມີເກໄດ້ກ່າວວ່າພຣະເມຊີອາຈະມາຈາກ "ເມືອງເບັດເລເຮັມ ເອຟາດທາ."
- ໂດຍການເຮັດໃຫ້ ຄຳທຳນວຍນັ້ນສຳເລັດເປັນຈິງ, ຫຼາຍປີຕໍ່ມາ.
- ຊື່ "ເມືອງເບັດເລເຮັມ" ຫມາຍຄວາມວ່າ "ເຮືອນເຂົ້າຈີ່" ຫລື "ເຮືອນກິນອາຫານ".
ເມືອງໂທອາດ
ເມືອງໂທອາດເປັນເມືອງທ່າເຮືອທີ່ຕັ້ງຢູ່ທາງຝັ່ງຕະເວັນຕົກສຽງເໜືອຂອງແຂວງໂຣມັນບູຮານຂອງເອເຊຍ.
- ໂປໂລໄດ້ໄປຢ້ຽມເມືອງໂທອາດຢ່າງນ້ອຍສາມເທື່ອໃນລະຫວ່າງການເດີນທາງໄປຫາແຖບທີ່ຕ່າງກັນເພື່ອເທດສະໜາຂ່າວປະເສີດ.
- ມີຢູ່ເທື່ອໜຶ່ງໃນເມືອງໂທອາດ, ໂປໂລໄດ້ເທດສະໜາຢ່າງຍາວນານໄປຈົນເຖິງເວລາກາງຄືນແລະຊາຍໜຸ່ມຄົນໜຶ່ງຊື່ຢູຕີໂຂ ໄດ້ຫລັບໄປຂະນະທີ່ທ່ານນັ່ງຟັງຢູ່. ເພາະວ່າທ່ານໄດ້ນັ່ງຢູ່ໃນປ່ອງຢ້ຽມທີ່ເປີດຢູ່, ຢູຕີໂຂໄດ້ຕົກລົງມາຈາກທີ່ສູງແລະເສຍຊີວິດ. ດ້ວຍລິດອຳນາດຂອງພຣະເຈົ້າ, ໂປໂລໄດ້ຊຸກຊີວິດໃຫ້ຊາຍໜຸ່ມຄົນນີ້ກັບມາອີກຄັ້ງ.
- ເມື່ອໂປໂລຢູ່ໃນກຸງໂຣມ,ທ່ານໄດ້ຂໍຕີໂມທຽວນຳມ້ວນຫນັງສືຂອງທ່ານແລະເສື້ອຄຸມຂອງທ່ານທີ່ທ່ານຖິ້ມໄວ້ໃນເມືອງໂທອາດມາດ້ວຍ.
ເມໂສໂປເຕເມຍ, ອາຣາມ ນາຫະຣາອິມ
ເມໂສໂປເຕເມຍ ແມ່ນພື້ນທີ່ຂອງດິນແດນທີ່ຢູ່ລະຫວ່າງແມ່ນ້ຳຕີກຣິດ ແລະ ຢູເຟຣຕິດ. ສະຖານທີ່ຕັ້ງຂອງດິນແດນນີ້ ແມ່ນບໍລິເວນເຂດແດນຂອງປະເທດອີຣັກໃນປະຈຸບັນນີ້.
- ໃນພຣະຄຳພີເດີມ, ດິນແດນແຫ່ງນີ້ ຖືກເອິ້ນວ່າເປັນ "ອາຣາມ ນາຫະຣາອິມ."
- ຄຳວ່າ "ເມໂສໂປເຕເມຍ" ໝາຍເຖິງ "ຢູ່ລະຫວ່າງແມ່ນ້ຳ." ປະໂຫຍກທີ່ບອກວ່າ "ອາຣາມ ນາຫະຣາອິມ" ໝາຍຄວາມວ່າ "ອາຮາມ ຂອງແມ່ນ້ຳສອງສາຍ."
- ອັບຣາຮາມ ໄດ້ອາໃສຢູ່ໃນເມືອງຕ່າງໆ ທີ່ຢູ່ໃນບໍລິເວນເຂດແດນເມໂສໂປເຕເມຍ ຄື ເມືອງເອີແລະຮາຣານ ກ່ອນທີ່ລາວຈະອົບພະຍົບໄປດິນແດນການາອານ.
- ນະຄອນບາບີໂລນ ເປັນນະຄອນທີ່ສຳຄັນແຫ່ງໜຶ່ງ ຂອງດິນແດນເມໂສໂປເຕເມຍ.
- ພາກພື້ນທີ່ເອິ້ນວ່າ "ເຄເດຍ" ແມ່ນສ່ວນໜຶ່ງຂອງດິນແດນເມໂສໂປເຕເມຍ.
ເຢຊີ
ເຢຊີເປັນພໍ່ຂອງກະສັດດາວິດ, ແລະເປັນຫລານຊາຍຂອງນາງລຶດແລະໂບອາດ. * ເຢຊີມາຈາກເຜົ່າຂອງຢູດາ. * ລາວເປັນຄົນ ”ເອຟຣາທາ” ເຊິ່ງໝາຍຄວາມວ່າເຂົາມາຈາກເມືອງເອຟຣາທາ ( ເບັດເຣເຮັມ ). * ຜູ້ພະຍາກອນເອຊາຢາໄດ້ທຳນວາຍກ່ຽວກັບ ”ໜໍ່ແໜ່ງ” ຫລື ”ຫງ່າ”ທີ່ມາຈາກ ”ຕົ້ນຕະກູນຂອງເຢຊີ” ແລະເກີດຜົນ. ນີ້ໝາຍເຖິງພຣະເຢຊູຄຣິດເຈົ້າທີ່ເປັນເຊື້ອສາຍຂອງເຢຊີ
ເຢທະໂຣ,ເຣອູເອນ
ຊື່ ”ເຢທະໂຣ” ແລະ ”ເຣອູເອນ” ຖືກໃຊ້ໃນການອ້າງເຖິງພໍ່ຂອງເມຍໂມເຊ,ຄືຊິບໂປຣາ. ແລະຍັງມີຜູ້ຊາຍອີກສອງຄົນທີ່ຊື່ວ່າ ”ເຣອູເອນ” ໃນພຣະສັນຍາເດີມ.
- ເມື່ອໂມເຊເປັນຄົນລ້ຽງແກະໃນດິນແດນມີດີອານ,ລາວໄດ້ແຕ່ງງານກັບລູກສາວຂອງຜູ້ຊາຍມີດີອານຊື່ວ່າເຣອູເອນ.
- ຕໍ່ມາເຣອູເອນໄດ້ຖືກເອີ້ນໃນນາມ ”ເຢທະໂຣປະໂຣຫິດແຫ່ງມີດີອານ.” ອາດຈະເປັນໄປໄດ້ວ່າ “ເຣອູເອນ“ ເປັນຊື່ຂອງເຊື້ອຂອງເຂົາ.
- ເມື່ອພຣະເຈົ້າໄດ້ເວົ້າກັບໂມເຊຈາກພຸ່ມໄມ້ທີ່ມີໄຟລຸກຢູ່, ຂະນະທີ່ໂມເຊກຳລັງລ້ຽງຝູງແກະຂອງເຢທະໂທ,
- ໃນເວລາຕໍ່ມາ,ຫລັງຈາກທີ່ພຣະເຈົ້າໄດ້ຊ່ວຍກູ້ຊາວອິດສະຣາເອນຈາກພວກເອຢິບແລ້ວ, ເຢທະໂຣໄດ້ອອກມາຫາຊາວອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານແລະໃຫ້ຄຳແນະນຳທີ່ດີແກ່ໂມເຊກ່ຽວກັບການຕັດສິນວຽກງານຂອງປະຊາຊົນ.
- ລາວໄດ້ເຊື່ອໃນພຣະເຈົ້າເມື່ອລາວໄດ້ຍິນເລື່ອງການອັດສະຈັນທັງໝົດທີ່ພຣະເຈົ້າໄດ້ເຮັດເພື່ອອິດສະຣາເອນໃນປະເທດເອຢິບ.
- ລູກຊາຍຜູ້ໜຶ່ງຂອງເອຊາວມີຊື່ວ່າ ເຣອູເອນ.
- ຜູ້ຊາຍອີກຜູ້ໜຶ່ງທີ່ຊື່ວ່າເຣອູເອນໄດ້ຖືກກ່າວເຖິງໃນຕະກູນຂອງອິດສະຣາເອນຜູ້ທີ່ໄດ້ກັບຄືນໄປຕັ້ງຖິ່ນຖານໃໝ່ໃນຢູດາຫລັງຈາກທີ່ພວກເຂົາໄດ້ສິ້ນສຸດໃນການເປັນຊະເລີຍທີ່ນະຄອນບາບິໂລນ.
ເຢຣີໂກ
ເຢຣີໂກເປັນເມືອງທີ່ມີອຳນາດໃນແຜ່ນດິນການາອານ.ມັນຕັ້ງຢູ່ທິດຕາເວັນຕົກຂອງແມ່ນຳ້ຈໍແດນແລະຢູ່ທາງພາກເໜືອຂອງທະເລເກືອ.
- ເຊັ່ນດຽວກັນຊາວການາອານທຸກຄົນ, ປະຊາຊົນຂອງເຢຣີໂກນະມັດສະການພະເຈົ້າປອມ.
- ເມືອງເຢລີໂກເປັນເມືອງທຳອິດໃນແຜ່ນດິນການາອານທີ່ພຣະເຈົ້າບອກໃຫ້ຊາວອິດສະຣາເອນຢຶດເອົາ.
- ເມື່ອໂຢຊວຍນຳຊາວອິດສະຣາເອນຕໍ່ສູ້ເອົາເມືອງເຢຣີໂກ, ພຣະເຈົ້າໄດ້ເຮັດການອັດສະຈັນອັນຍິ່ງໃຫຍ່ເພື່ອຊ່ວຍພວກເຂົາເອົາຊະນະເມືອງນັ້ນໄດ້.
ເຢຣູຊາເລັມ
ເຢຣູຊາເລັມແຕ່ເດີມນັ້ນເປັນເມືອງບູຮານຂອງການາອານທີ່ຕໍ່ມາກາຍເປັນເມືອງທີ່ສຳຄັນທີ່ສຸດໃນອິດສະຣາເອນ. ມັນຕັ້ງຢູ່ປະມານ 34 ກິໂລແມັດທາງຕາເວັນຕົກຂອງທະເລເກືອພາກເໜືອຂອງເມືອງເບັດເລເຮັມ.ແລະຍັງເປັນເມືອງຫລວງຂອງອິດສະຣາເອນໃນປັດຈຸບັນ.
- ຊື່ ”ເຢຣູຊາເລັມ” ນິ້ຖືກກ່າວເຖິງເທື່ອທຳອິດໃນພຣະທຳໂຢຊວຍ. ຊື່ອື່ນໃນພຣະສັນຍາເດີມຂອງເມືອງນີ້ລວມມີ ”ຊາເລັມ,” ”ເມືອງຂອງເຢບຸດ,” ແລະ ”ຊີໂອນ.” ຄຳວ່າ ”ເຢຣູຊາເລັມ”ແລະ ”ຊາເລັມ” ມາຈາກຮາກສັບດຽວກັບໝາຍຄວາມວ່າ ”ສັນຕິສຸກ.”
- ນະຄອນເຢຣູຊາເລັມແຕ່ເດີມເປັນເມືອງທີ່ໝັ້ນຂອງຊາວເຢບຸດທີ່ເອີ້ນວ່າ ”ຊີໂອນ” ເຊິ່ງກະສັດດາວິດໄດ້ຢຶດເອົາແລະສ້າງຂຶ້ນເປັນເມືອງຫລວງຂອງເພິ່ນ.
- ໂຊໂລໂມນລູກຊາຍຂອງດາວິດໄດ້ສ້າງພຣະວິຫານແຫ່ງທຳອິດໃນນະຄອນເຢຣູຊາເລັມ, ເທິງພູໂມລີຢາ, ເຊິ່ງເປັນພູເຂົາທີ່ອັບຣາຮາມໄດ້ຖວາຍອີຊາກລູກຊາຍຂອງລາວໃຫ້ພຣະເຈົ້າ. ພຣະວິຫານໄດ້ຖືກສ້າງຂຶ້ນໃໝ່ຢູ່ທີ່ນັ້ນຫລັງຈາກທີ່ຖືກພວກບາບິໂລນທຳລາຍ.
- ເນື່ອງຈາກວ່າພຣະວິຫານຕັ້ງຢູ່ໃນນະຄອນເຢຣູຊາເລັມ, ການສະເຫລີມສະຫລອງເທດສະການສຳຄັນຂອງຊາວຢິວຈຶ່ງໄດ້ຈັດຂຶ້ນຢູ່ທີ່ນັ້ນ.
- ຄົນທົ່ວໄປມັກຈະກ່າວເຖິງການ ”ຂຶ້ນໄປ” ເຖິງນະຄອນເຢຣູຊາເລັມຍ້ອນວ່ານະຄອນນີ້ຕັ້ງຢູ່ເທິງພູເຂົາ.
ເຢຮູ
ເຢຮູແມ່ນຊື່ຜູ້ຊາຍສອງຄົນໃນພຣະຄຳພີເດີມ.
- ເຢຮູລູກຊາຍຂອງຮານານີເປັນຜູ້ທຳນວາຍໃນສະໄໝຂອງກະສັດອາຮາບແຫ່ງອິດສະຣາເອນແລະກະສັດເຢໂຮຊາຟັດແຫ່ງຢູດາ.
- ເຢຮູລູກຊາຍ ( ຫລືຜູ້ສືບເຊື້ອສາຍ ) ຂອງເຢໂຮຊາຟັດເປັນນາຍພົນໃນກອງທັບອິດສະຣາເອນ.
- ເຢຮູໄດ້ຂ້າກະສັດຊົ່ວສອງຄົນຄື: ກະສັດໂຢຣາມແຫ່ງອິດສະຣາເອນແລະອາຮາດແຫ່ງຢູດາ.
- ກະສັດເຢຮູຢັງໄດ້ຂ້າພີ່ນ້ອງທັງໝົດຂອງກະສັດອາຮາບຄົນກ່ອນລວມເຖິງພະຣາຊີນີຊົ່ວເຢເຊເບນ.
- ເຢຮູໄດ້ທຳລາຍສະຖານທີ່ຕ່າງໆຂອງການນະມັດສະການພະບາອານໃນເມືອງຊາມາເຣຍແລະຂ້າຜູ້ທຳນວາຍຂອງພຣະບາອານທັງໝົດ.
- ກະສັດເຢຮູໄດ້ຮັບໃຊ້ພຣະເຈົ້າ,ຢາເວ,ອົງທ່ຽງແທ້ ແລະເປັນກະສັດປົກຄອງອິດສະຣາເອນເປັນເວລາຊາວແປດປີ.
ເຢັບທາ
ເຢັບທາເປັນນັກລົບຈາກກິເລອາດເຊິ່ງເຮັດໜ້າທີ່ເປັນຜູ້ປົກຄອງຂອງອິດສະຣາເອນ.
- ໃນພຣະທຳເຮັບເຣີ 11:32, ເຢັບທາໄດ້ຮັບການຍ້ອງຍໍວ່າເປັນຜູ້ນຳທີ່ສຳຄັນທີ່ໄດ້ປົດປ່ອຍປະຊາຊົນຂອງລາວອອກຈາກສັດຕູຂອງພວກເຂົາ.
- ລາວໄດ້ຊ່ວຍປົດປ່ອຍຊາວອິດສະຣາເອນອອກຈາກຄົນອຳໂມນແລະໄດ້ນຳພາປະຊາຊົນຂອງລາວໃຫ້ເອົາຊະນະຊາວເອຟຣາອິມ.
- ເຖິງຢ່າງໃດກໍ່ຕາມ,ເຢັບທາໄດ້ໃຫ້ຄຳສັນຍາທີ່ໂງ່ຈ້າແລະຮີບຮ້ອນຕໍ່ພຣະເຈົ້າເຊິ່ງສົ່ງຜົນໃຫ້ລາວຖວາຍລູກສາວຂອງລາວເປັນເຄື່ອງບູຊາ.
ເຢເຊເບນ
ເຢເຊເບນເປັນມະເຫສີຂອງກະສັດອາຮາບແຫ່ງອິດສະຣາເອນ.
- ເຢເຊເບນມີອິດທິພົນໃນການເຮັດໃຫ້ອາຮາບແລະອິດສະຣາເອນທັງໝົດບູຊາຮູບເຄົາລົບ.
- ນາງໄດ້ຂ້າຜູ້ທຳນວາຍຂອງພຣະເຈົ້າຫລາຍໆຄົນ.
- ເຢເຊເບນໄດ້ເຮັດໃຫ້ຊາຍບໍຣິສຸດຊື່ນາໂບດຖືກຂ້າເພື່ອທີ່ວ່າອາຮາບສາມາດລັກເອົາສວນອາງຸ່ນຂອງນາໂບດ.
- ໃນທີ່ສຸດເຢເຊເບນກໍ່ຖືກຂ້າຕາຍຍ້ອນສິ່ງທີ່ຊົ່ວທັງໝົດທີ່ນາງໄດ້ເຮັດ. ເອລີຢາໄດ້ທຳນວາຍວ່ານາງຈະຕາຍຢ່າງໃດແລະທຸກສິ່ງກໍ່ເກີດຂຶ້ນດັງທີ່ລາວໄດ້ທຳນວາຍໄວ້ທຸກປະການ.
ເຢເຣມີຢາ
ເຢເຣມີຢາເປັນຜູ້ທຳນວາຍຊອງພຣະເຈົ້າໃນອານາຈັກຢູດາ. ໃນພຣະສັນຍາເດີມພຣະທຳເຢເຣມີຢາໄດ້ບັນທຶກຄຳທຳນວາຍຕ່າງໆຂອງລາວ.
- ເຊັ່ນດຽວກັບຜູ້ທຳນວາຍສ່ວນຫລາຍ, ເຢເຣມີຢາມັກຈະເຕືອນປະຊາຊົນອິດສະຣາເອນວ່າພຣະເຈົ້າຈະລົງໂທດເຂົາສຳຫລັບຄວາມບາບຂອງພວກເຂົາ.
- ເຢເຣມີຢາທຳນວາຍວ່າຊາວບາບີໂລນຈະເຂົ້າມາຢຶດເອົານະຄອນເຢຣູຊາເລັມ.ເຊິ່ງເຮັດໃຫ້ປະຊາຊົນບາງຄົນຄຽດແຄ້ນ.ສະນັ້ນພວກເຂົາຈຶ່ງເອົາລາວໂຍນລົງໄປໃນນຳ້ສ້າງເລິກທີ່ແຫ້ງ,ແລະປະລາວໃຫ້ຢູ່ທີ່ນັ້ນເພື່ອຕາຍ.ແຕ່ກະສັດແຫ່ງຢູດາສັ່ງໃຫ້ຜູ້ຮັບໃຊ້ຂອງເພິ່ນຊ່ວຍເອົາເຢເຣມີຢາຂຶ້ນມາຈາກນຳ້ສ້າງ.
- ເຢເຣມີຢາ ຂຽນວ່າລາວປາຖະໜາໃຫ້ຕາທັງສອງຂ້າງເປັນ “ບໍ່ນຳ້ພຸແຫ່ງນຳ້ຕາ,“ ເພື່ອສະແດງຄວາມເສົ້າສະລົດໃຈຢ່າງເລິກເຊິ່ງຕໍ່ການກະບົດແລະຄວາມທຸກທໍລະມານຂອງປະຊາຊົນຂອງລາວ.
ເຢໂຣໂບອາມ
ເຢໂຣໂບອາມລູກຊາຍຂອງເນບັດເປັນກະສັດຄົນທຳອິດຂອງອານາຈັກທາງພາກເໜືອຂອງອິດສະຣາເອນປະມານ 900-910 ປີກ່ອນຄຣິສຕະສັກກະຣາດ. ເຢໂຣໂບອາມອີກອົງໜຶ່ງ, ເປັນລູກຊາຍຂອງກະສັດໂຢອາດໄດ້ປົກຄອງອິດສະຣາເອນປະມານ120 ປີຕໍ່ມາ. * ພຣະຢາເວໃຫ້ຄຳທຳນວາແກ່ເຢໂຣໂບອາມລູກຊາຍຂອງເນບັດວ່າເຂົາຈະເປັນກະສັດຕໍ່ຈາກຊາໂລໂມນແລະລາວຈະໄດ້ປົກຄອງປະຊາຊົນສິບເຜົ່າຂອງອິດສະຣາເອນ.
- ເມື່ອກະສັດໂຊໂມນສິ້ນຊີວິດ,ສິບເຜົ່າທາງພາກເໜືອຂອງອິດສະຣາເອນໄດ້ກະບົດຕໍ່ກະສັດເຣໂຫໂບອາມລູກຊາຍຂອງກະສັດໂຊໂລໂມນແລະແຕ່ງຕັ້ງເຢໂຣໂບອາມໃຫ້ເປັນກະສັດຂອງພວກເຂົາແທນ, ປະໃຫ້ເຣໂຫໂບອາມເປັນກະສັດພຽງສອງເຜົ່າທາງໃຕ້ຄື: ຢູດາແລະເບັນຢາມິນ.
- ເຢໂຣໂບອາມເປັນກະສັດທີ່ຊົ່ວຮ້າຍຫລາຍແລະເປັນຜູ້ທີ່ນຳປະຊາຊົນນະມັດສະການຮູບເຄົາຣົບແທນທີ່ຈະພາມານະມັດສະການພຣະເຈົ້າຢາເວ.ກະສັດທັງໝົດຂອງອິດສະຣາເອນກໍ່ໄດ້ເຮັດຕາມຕົວຢ່າງທີ່ຊົ່ວຮ້າຍຄືເຢໂຣໂບອາມ.
- ເກືອບ 120 ປີຕໍ່ມາ, ກະສັດເຢໂຣໂບອາມອີກຜູ້ໜຶ່ງ ເລິ່ມປົກຄອງອານາຈັກທາງພາກເໜືອຂອງອິດສະຣາເອນ.ເຢໂຣໂບອາມຜູ້ນີ້ເປັນລູກຊາຍຂອງກະສັດໂຢອາດແລະເພິ່ນເປັນຄົນຊົ່ວຮ້າຍເໝືອນກັບບັນດາກະສັດໃນສະໄໝກ່ອນຂອງອິດສະຣາເອນ.
- ເຖິງວ່າຈະເປັນແນວນັ້ນ,ພຣະເຈົ້າຍັງມີຄວາມເມດຕາຕໍ່ອິດສະຣາເອນແລະຊ່ວຍກະສັດເຢໂຣໂບອາມນີ້ໃຫ້ໄດ້ແຜ່ນດິນແລະຕັ້ງເຂດແດນສຳຫລັບດິນແດນຂອງພວກເຂົາ
ເຢໂຮຊາຟັດ
ເຢໂຮຊາຟັດເປັນຊື່ຂອງຜູ້ຊາຍຢ່າງນ້ອຍສອງຄົນໃນພຣະຄຳເດີມ.
- ຜູ້ຊາຍທີ່ຮູ້ຈັກດີທີ່ສຸດໃນທີ່ນີ້ແມ່ນກະສັເຢໂຮຊາຟັດເຊິ່ງເປັນກະສັດອົງທີ່ 4 ທີ່ປົກຄອງອານາຈັກຢູດາ.
- ພຣະອົງໄດ້ຟື້ນຟູຄວາມສະຫງົບສຸກລະຫວ່າງຢູດາແລະອິດສະຣາເອນ,ແລະໄດ້ທຳລາຍພະປອມ.
- ເຢໂຮຊາຟັດອີກຜູ້ໜຶ່ງແມ່ນ “ຜູ້ບັນທຶກ“ ສຳຫລັບດາວິດແລະໂຊໂລໂມນ.ໜ້າທີ່ຂອງລາວແມ່ນຂຽນເອກະສານໃຫ້ກະສັດລົງລາຍເຊັນແລະບັນທຶກປະຫວັດຂອງເຫດການສຳຄັນຕ່າງໆທີ່ເກີດຂຶ້ນໃນອານາຈັກ.
ເຢໂຮຍອາກິມ
ເຢໂຮຍອາກິມເປັນກະສັດຊົ່ວຮ້າຍທີ່ປົກຄອງອານາຈັກຢູດາເລິ່ມຕົ້ນປະມານ 608 ປີກ່ອນຄຣິສຕະສັກກະຣາດ ພຣະອົງເປັນລູກຊາຍຂອງກະສັດໂຢສີຢາ.ຊື່ເດີມຂອງພຣະອົງແມ່ນເອລີອາກິມ.
- ເນໂກຟາໂຣຂອງເອຢິບໄດ້ປ່ຽນຊື່ຂອງເອລີຢາກິມເປັນເຢໂຮຍອາກິມແລະແຕ່ງຕັ້ງໃຫ້ເພິ່ນເປັນກະສັດຂອງຢູດາ.
- ເນໂກບັງຄັບໃຫ້ເຢໂຮຍອາກິມເສຍພາສີໃນອັດຕາທີ່ສູງໃຫ້ແກ່ເອຢິບ.
- ຕໍ່ມາຢູດາຖືກຮຸກຮານໂດຍກະສັດເນບູກາດເນັດຊາ,ເຢໂຮຍອາກິມເປັນໜຶ່ງໃນຄົນເຫລົ່ານັ້ນທີ່ຖືກຈັບແລະຖືກນຳຕົວໄປທີ່ບາບີໂລນ.
- ເຢໂຮຍອາກິມເປັນກະສັດທີ່ຊົ່ວຮ້າຍເພິ່ນໄດ້ນຳຢູດາອອກຫ່າງຈາກພຣະເຈົ້າຢາເວ.ຜູ້ທຳນວາຍເຢເຣມີຢາໄດ້ກ່າວທຳນວາຍຕັກເຕືອນເພິ່ນ.
ເຢໂຮຍອາດາ
ເຢໂຮຍອາດາ ແມ່ນປະໂຣຫິດທີ່ຊ່ອຍເຊື່ອງແລະປ້ອງກັນຮັກສາລູກຊາຍຂອງກະສັດອາຮາຊີຢາ ຄື ໂຢອາດ ຈົນເຕີບໃຫຍ່ພ້ອມທີ່ຈະປະກາດໃຫ້ເປັນກະສັດໄດ້.
- ເຢໂຮຍອາດາ ໄດ້ແຕ່ງທະຫານຫຼາຍຮ້ອຍຄົນ ເພື່ອປ້ອງກັນຮັກສາໂຢອາດທີ່ຍັງນ້ອຍຢູ່ ໃນເວລາທີ່ເພິ່ນໄດ້ຮັບການແຕ່ງຕັ້ງໃຫ້ຂຶ້ນເປັນກະສັດ ໂດຍປະຊາຊົນໃນວິຫານ.
- ເຢໂຮຍອາດາ ໄດ້ພາປະຊາຊົນທຳລາຍແທ່ນບູຊາທັງໝົດທີ່ເປັນຂອງພະປອມ ຄື ພະບາອານ.
- ໃນໄລຍະເວລາທີ່ຍັງມີຊີວິດ,ປະໂຣຫິດເຢໂຮຍອາດາໄດ້ໃຫ້ຄຳແນະນຳແກ່ກະສັດໂຢອາດເພື່ອໃຫ້ເພິ່ນເຊື່ອຟັງພຣະເຈົ້າແລະປົກຄອງປະຊາຊົນດ້ວຍຄວາມສະຫລາດ.
- ຜູ້ຊາຍອີກຄົນໜຶ່ງທີ່ຊື່ເຢໂຮຍອາດາເປັນພໍ່ຂອງເບນີຢາ.
ເຢໂຮຣາມ,ໂຢຣາມ
ເຢໂຮຣາມເປັນຊື່ຂອງກະສັດທີ່ຕ່າງກັນສອງພຣະອົງໃນພຣະສັນຍາເດີມ.ກະສັດທັງສອງນີ້ຍັງມີຊື່ວ່າ “ໂຢຣາມ“.
- ກະສັດເຢໂຮຣາມອົງໜຶ່ງປົກຄອງອານາຈັກຢູດາເປັນເວລາແປດປີ.ພຣະອົງເປັນລູກຊາຍຂອງກະສັດເຢໂຮຊາຟັດ.ນີ້ແມ່ນກະສັດທີ່ຮູ້ຈັກກັນດີໃນນາມຊື່ “ເຢໂຮຣາມ“.
- ກະສັດເຢໂຮຣາມອີກອົງໜຶ່ງຊົງປົກຄອງອານາຈັກອິດສະຣາເອນເປັນເວລາສິບສອງປີ. ເພິ່ນເປັນລູກຊາຍຂອງກະສັດອາຮາບ.
- ກະສັດເຢໂຮຣາມແຫ່ງຢູດາຊົງປົກຄອງໃນໄລຍະເວລາຂອງຜູ້ທຳນວາຍເຢເຣມີຢາ,ດານີເອນ,ໂອບາດີຢາ,ແລະເອເຊກຽນ ທີ່ໄດ້ທຳນວາຍໃນອານາຈັກຢູດາ.
- ເຢໂຮຣາມກໍ່ໄດ້ປົກຄອງໃນຊ່ວງເວລາໜຶ່ງທີ່ກະສັດເຢໂຮຊາຟັດພໍ່ຂອງເພິ່ນປົກຄອງຢູດາ.
- ການແປບາງສະບັບອາດເລືອກທີ່ຈະໃຊ້ຊື່ “ເຢໂຮຣາມ“ ຢ່າງສະໝຳ່ສະເໝີເມື່ອກະສັດອົງນີ້ຂອງອິດສະຣາເອນໄດ້ກ່າວເຖິງໃນຊື່ “ໂຢຣາມ“ ສຳຫລັບກະສັດຂອງຢູດາ.
- ອີກວິທີໜຶ່ງທີ່ຈະລະບຸຢ່າງຈະແຈ້ງກ່ຽວກັບແຕ່ລະຄົນແມ່ນການລວມເອົາຊື່ຂອງພໍ່ລາວ.
ເຢໂຮອາກິນ
ເຢໂຮອາກິນເປັນກະສັດອີກອົງໜຶ່ງທີ່ປົກຄອງຢູ່ເໜືອອານາຈັກຢູດາ * ເຢໂຮອາກິນໄດ້ເປັນກະສັດເມື່ອຕອນອາຍຸ 18 ປີ ພຣະອົງໄດ້ປົກຄອງພຽງສາມເດືອນແລະຫລັງຈາກນັ້ນພຣະອົງໄດ້ຖືກຈັບໂດຍກອງທັບບາບີໂລນແລະຖືກນຳຕົວໄປບາບີໂລນ. * ໃນໄລຍະອັນສັ້ນທີ່ໄດ້ປົກຄອງນັ້ນ,ເຢໂຮອາກິນໄດ້ເຮັດສິ່ງທີ່ຊົ່ວຮ້າຍຄືກະສັດມານາເຊຜູ້ເປັນປູ່ແລະກະສັດເຢໂຮອາກິມຜູ້ເປັນພໍ່ໄດ້ເຮັດ.
ເລບານອນ
ເລບານອນເປັນເຂດດິນທີ່ສວຍງາມທີ່ຕັ້ງຢູ່ເທິງພູເຂົາຕາມແຄມຝັ່ງ ທະເລ ເມດິເຕີເຮນ້ຽນ ທາງເໜືອຂອງປະເທດ ອິດສເອນ ໃນສະໄໝພຮະຄຳພີ ດິນແດນແຫ່ງນີ້ເປັນປ່າດົງຕຶບຫນາ ເຊັ່ນຕົ້ນສີດາ ແລະ ຕົ້ນສົນ. * ກະສັດໂຊໂລໂມນໄດ້ສົ່ງຄົນງານໄປເລບານອນໄປຕັດຕົ້ນສີດາເພື່ອໃຊ້ໃນການສ້າງພຮະວິຫານຂອງພຮະເຈົ້າ. * ຊາວເລບານອນໃນສະໄຫມບູຮານໃຫ້ຄວາມສຳຄັນກັບທີ່ຢູ່ອາໄສກັບຊາວຟິນີເຊຍເຊິ່ງມີທັກສະໃນການສ້າງເຮືອ
ເລວີ, ຄົນເລວີ
ເລວີເປັນລູກຊາຍຄົນໜຶ່ງໃນສິບສອງຂອງຢາໂຄບ ຄຳວ່າ " ເລວີ " ອ້າງອີງເຖີງບຸກຄົນຜູ້ທີ່ເປັນສະມາຊິກຂອງຊົນເຜົ່າອິດສເອນເອງທີ່ສືບເຊື້ອສາຍຄົນເລວີ. * ຄົນເລວີມີຫນ້າທີ່ຮັບຜິດຊອບໃນພຮະວິຫານ ແລະ ການເຮັດພິທີກຳທາງສາດສສໜາ ລວມເຖີງການຖວາຍເຄື່ອງບູຊາ ແລະ ອະທິຖານ. * ພວກພະໂລຫິດຊາວຢິວທັງໝົດເປັນຄົນທີ່ມາຈາກເຜົ່າເລວີ ແລະ ບາງສ່ວນຂອງເຜົ່າເລວີ ( ແນວໃດກໍ່ຕາມບໍ່ແມ່ນຄົນໃນເຜົ່າເລວີທຸກຄົນຈະເປັນພະໂລຫິດ ) * ພວກພະໂລຫິດທີ່ເປັນຄົນເລວີຈະຖືກແຍກອອກ ແລະ ໄດ້ອຸທິດຕົນສຳລັບເຮັດວຽກງານພິເສດໃນການປົວລະບັດພຮະເຈົ້າໃນພຮະວິຫານ. * ມີຜູ້ຊາຍສອງຄົນທີ່ຊື່ວ່າ " ເລວີ " ເປັນເຊື້ອສາຍຂອງພຮະເຢຊູ ແລະ ຊື່ຂອງພວກເຂົາຢູ່ໃນລຳດັບໃນຫນັງສືພຮະກິດຕິຄຸນລູກາ. * ສາວົກຂອງພຮະເຢຊູຄົນໜຶ່ງ ຄື ມັດທາຍ ກໍ່ຖືກເອີ້ນວ່າເລວີ.
ເລວີອາທັນ
ຄຳວ່າ " ເລວີອາທັນ " ອ້າງອີງເຖືງສັດທີ່ໂຕໃຫ່ຍທີ່ສູນພັນໃນສັດທີ່ເກົ່າແກ່ທີ່ສຸດ ໄດ້ຖືກຂຽນໃນພັນທະສັນຍາເດີມ, ໃນພຮະຄຳພີ ໂຢບ, ເພງສັນລະເສີນ ແລະ ເອຊາຢາ.
- ເລວີອາທັນໄດ້ຖືກອະທິບາຍວ່າເປັນສັດໂຕໃຫ່ຍຫລາຍ, ຄ້າຍກັບງູ ແຂງແຮງ ດຸຮ້າຍ ແລະ ສາມມາດເຮັດໃຫ້ນຳ້ຮອບຕົວເອງ " ຮ້ອນ " ຄຳອະທິບາຍກ່ຽວກັບມັນຄ້າຍຽກັບອະທິບາຍເຖີງເລື່ອງໄນໂນເສົາ.
- ຜູ້ປະກາດຖ້ອຍຄຳຂອງພຮະເຈົ້າເອຊະຢາອ້າງອີງເຖີງເລວີອາທັນວ່າເປັນ " ງູເຫລື້ອມໃຫຍ່ ."
- ຢາໂຄບໄດ້ຂຽນຈາກຄວາມຮູ້ທີ່ໄດ້ມາໂດຍຕົງເຖີງເລວີອາທັນ ດັ່ງນັ້ນ ສັດນີ້ດູເໝືອນຈະຫຍັງມີຊິວວິດຢູ່ໃນຊ່ວງເວລາທີ່ລາວຍັງມີຊີວິດຢູ່.
ເລອາ
ເລອາເປັນເມຍຄົນໜຶ່ງຂອງຢາໂຄບ ລາວເປັນແມ່ຂອງລູກຊາຍສິບຄົນຂອງຢາໂຄບທີ່ມີເຊື້ອສາຍແມ່ນບາງສ່ວນຂອງສິບສອງຊົນເຜົ່າຂອງອິດສເອນ. * ພໍ່ຂອງເລອາຄືລາບັນ ຜູ້ທີ່ເປັນອ້າຍຂອງເລເບກາແມ່ຂອງຢາໂຄບ. * ຢາໂຄບບໍ່ໄດ້ຮັກເລອາເທົ່າກັບທີ່ລາວຮັກເມຍຂອງລາວອີກຄົນໜຶ່ງຄືລາເຊວ ແຕ່ພຣະເຈົ້າກໍ່ຊົງເມດຕາເລອາຢ່າງຫຼວງຫຼາຍໂດຍໃຫ້ລາວມີລລູກຢ່າງຫຼວງຫຼາຍ. * ລູກຊາຍຄົນໜຶ່ງຂອງເລອາ ຄືື ຢູດາ ເປັນເຊື້ອສາຍຂອງກະສັດກາວິດ ແລະ ພຮະເຢຊູ.
ເລືອດ,ໂລຫິດ
ຄຳວ່າ“ ເລືອດ” ໝາຍເຖິງແຫຼວສີແດງທີ່ອອກມາຈາກຜິວໜັງ ຂອງຄົນເຮົາເມື່ອມີການບາດເຈັບຫລືມີບາດແຜ. ເລືອດແມ່ນສີ່ງທີ່ນຳເອົາສານອາຫານໃຫ້ຊີວິດ ແລະຮ່າງກາຍຂອງຄົນເຮົາ.
- ເລືອດເປັນສັນຍາລັກຂອງຊີວິດແລະເມື່ອມັນຖືກຫົດຫລືຖອກ, ມັນເປັນສັນຍາລັກເຖິງການສູນເສຍຊີວິດ, ຫລືຄວາມຕາຍ.
- ເມື່ອປະຊາຊົນຖວາຍເຄື່ອງບູຊາແດ່ພຣະເຈົ້າ, ພວກເຂົາໄດ້ຂ້າສັດແລະຖອກເລືອດຂອງມັນໃສ່ແທ່ນບູຊາ. ນີ້ເປັນສັນຍາລັກຂອງການເສຍສະລະຊີວິດຂອງສັດເພື່ອຈ່າຍຄ່າບາບຂອງຄົນ.
- ໂດຍຜ່ານການສິ້ນພຣະຊົນຂອງພຣະອົງເທິງໄມ້ກາງແຂນ, ເລືອດຂອງພຣະເຢຊູເປັນສັນຍາລັກເຮັດໃຫ້ຄົນເຮົາພົ້ນຈາກບາບກຳຂອງພວກເຂົາແລະຈ່າຍຄ່າການລົງໂທດທີ່ພວກເຂົາສົມຄວນໄດ້ຮັບຈາກບາບເຫລົ່ານັ້ນ.
- ຄຳເວົ້າທີ່ວ່າ“ ເນື້ອໜັງ ແລະ ເລືອດ” ໝາຍເຖິງມະນຸດ.
- ຄຳເວົ້າທີ່ວ່າ“ ເນື້ອໜັງ ແລະໂລຫິດຂອງຕົນເອງ” ໝາຍ ເຖິງຄົນທີ່ພີນ້ອງກັນກັບທາງກຳມະພັນ.
ຄຳແນະໃນນຳການແປ
- ຄຳສັບນີ້ຄວນຈະຖືກແປກັບ ຄຳທີ່ໃຊ້ໃນເລືອດເປັນເປົ້າໝາຍຊອງພາສາ.
- ຄຳວ່າ“ ເນື້ອໜັງ ແລະ ໂລຫິດ” ສາມາດແປເປັນ“ ຄົນ” ຫລື“ ມະນຸດ”.
- ອີງຕາມສະພາບການ, ຄຳວ່າ "ເນື້ອໜັງ ແລະເລືອດຂອງຂ້ອຍ" ສາມາດແປເປັນ "ຄອບຄົວຂອງຂ້ອຍເອງ" ຫລື "ຍາດພີ່ນ້ອງຂອງຂ້ອຍເອງ" ຫລື "ຄົນຂອງຂ້ອຍເອງ."
- ຖ້າມີການສະແດງອອກເປັນເປົ້າໝາຍພາສາ ທີ່ໃຊ້ກັບຄວາມ ໝາຍນີ້, ການສະແດງອອກນັ້ນອາດຈະຖືກນຳໃຊ້ເພື່ອແປວ່າ "ເນື້ອໜັງ ແລະເລືອດ."
ເວດມົນ, ໝໍຜີ, ຄາຖາ
ຄຳວ່າ "ເວດມົນ" ຫລື "ຄາຖາ" ອ້າງເຖິງການໃຊ້ເວດມົນຊຶ່ງກ່ຽວຂ້ອງ, ກັບການກະທຳສິ່ງທີ່ມີພະລັງອຳນາດໂດຍການຊ່ວຍເຫລືອຈາກວິນຍານຊົ່ວ. "ໝໍຜີ" ຄືບາງຄົນທີ່ກະທຳເວດມົນ. * ການໃຊ້ຄາຖາແລະເວດມົນສາມາດລວມເຖິງທັງສິ່ງທີ່ເປັນຄຸນປະໂຫຍດ (ເຊັ່ນການຮັກສາບາງຄົນ) ແລະບາງສິ່ງບາງຢ່າງທີ່ເປັນອັນຕະລາຍ (ເຊັ່ນການສາບແຊ່ງບາງຄົນ). ແຕ່ເວດມົນທຸກປະເພດເປັນສິ່ງທີ່ຜິດເພາະວ່າພວກເຂົາໃຊ້ສິ່ງເຫລົ່ານີ້ໃຊ້ພະລັງອຳນາດຂອງວິນຍານຊົ່ວ. * ໃນພຣະຄຳພີ, ພຣະເຈົ້າກ່າວວ່າການໃຊ້ເວດມົນກໍຊົ່ວຮ້າຍພໍກັບຄວາມບາບທີ່ຊົ່ວຮ້າຍ (ເຊັ່ນ ການລ່ວງປະເວນີ ການກາບໄຫວ້ຮູບເຄົາລົບ, ແລະການບູຊາຍັນເດັກ.) * ຄຳວ່າ "ເວດມົນ" ຫລື "ຄາຖາ"ສາມາດແປໄດ້ດ້ວຍວ່າ, "ພະລັງອຳນາດຂອງວິນຍານຊົ່ວ" ຫລື "ການເສກຄາຖາ." * ວິທີທີ່ເປັນໄປໄດ້ໃນການແປຄຳວ່າ "ໝໍຜີ" ສາມາດທັງໝົດເຖິງ "ຄົນເຮັດວຽກດ້ານເວດມົນ" ຫລື "ຄົນເສກຄາຖາ" ຫລື "ບຸກຄົນຜູ້ກໍ່ການອັດສະຈັນໂດຍໃຊ້ພະລັງອຳນາດຂອງວິນຍານຊົ່ວ." * ໝາຍເຫດຄຳວ່າ "ເວດມົນ" ມີຄວາມໝາຍຕ່າງໄປຈາກຄຳວ່າ "ການທຳນາຍໂຊກຊະຕາ," ຊຶ່ງອ້າງເຖິງການພະຍາຍາມທີ່ຕິດຕໍ່ກັບໂລກຂອງວິນຍານ.
ເວດມົນຄາຖາ, ຜູ້ມີຄາຖາອາຄົມ
ຄຳວ່າ "ເວດມົນຄາຖາ" ແມ່ນບົ່ງບອກການກະທຳທີ່ໃຊ້ອຳນາດເໜືອທຳມະຊາດ ທີ່ບໍ່ໄດ້ມາຈາກພຣະເຈົ້າ. ຄຳວ່າ "ຜູ້ມີຄາຖາອາຄົມ" ຄືຄົນທີ່ໃຊ້ຄາຖາເວດມົນ.
- ໃນປະເທດເອຢິບ, ຕອນທີ່ພຣະເຈົ້າໄດ້ເຮັດການອັດສະຈັນຜ່ານທາງໂມເຊ, ໝໍເວດມົນຊາວເອຢິບຂອງຟາໂລ ກໍສາມາດເຮັດບາງສິ່ງທີ່ຄຶກັນໄດ້, ແຕ່ອຳນາດຂອງພວກເຂົາ ບໍ່ໄດ້ມາຈາກພຣະເຈົ້າ.
- ເວດມົນຄາຖາ ມັກຈະກ່ຽວຂ່ອງກັບການເວົ້າ ຫລື ເສກຄາຖາເພື່ອໃຫ້ບາງສິ່ງທີ່ເໜືອທຳມະຊາດເກີດຂຶ້ນ.
- ພຣະເຈົ້າ ໄດ້ສັ່ງປະຊາຊົນຂອງພຣະອົງວ່າ ບໍ່ໃຫ້ເຮັດເວດມົນຄາຖາ ຫລື ການທຳນວາຍໂຊກສະຕາລາສີ.
- ພວກໝໍຜີເປັນພວກທີ່ມີຄາຖາອາຄົມ, ຕາມປົກກະຕິແລ້ວ ຄືຄົນທີ່ໃຊ້ເວດມົນຄາຖາເຮັດອັນຕະລາຍແກ່ຄົນອື່ນ.
ເວລາ
ໃນພຣະຄໍາພີ ຄຳວ່າ "ເວລາ" ມັກໃຊ້ເປັນສັນຍະລັກໃນການອ້າງອິງເຖິງລະດູການ ຫລື ຊ່ວງເວລາສະເພາະເຈາະຈົ່ງທີ່ເຫດການຕ່າງໆ ໄດ້ເກີດຂຶ້ນ. ມີຄວາມຫມາຍຄ້າຍກັບ "ສະໄໝ" ຫລື "ຍຸກ" ຫລື "ລະດູ." * ທັງພຣະທຳມະດານີເອນແລະພຣະທຳພຣະນິມິດເວົ້າເຖິງ "ເວລາ" ທີ່ມີຄວາມທຸກຍິ່ງຫລືຄວາມຍາກລຳບາກຍິ່ງທີ່ຈະເກີດຂຶ້ນເທິງແຜ່ນດິນໂລກ. * ໃນວະລີ "ເວລາ, ເວລາຫລາຍ, ແລະເຄິ່ງເວລາ" ຄຳວ່າ "ເວລາ" ໝາຍເຖິງ "ປີ" ວະລີນີ້ໝາຍເຖິງໄລຍະເວລາສາມປີເຄິ່ງໃນຊ່ວງຄວາມທຸກທໍລະມານອັນຍິ່ງໃຫຍ່ເມື່ອສິ້ນຍຸກປະຈຸບັນນີ້. * ວະລີເຊັ່ນ "ເວລາເທື່ອທີສອງ" ຫລື "ຫລາຍໆເວລາ" ໝາຍເຖິງຈຳນວນເທື່ອທີ່ມີເຫດການບາງຢ່າງໄດ້ເກີດຂຶ້ນ. * ການ "ທັນເວລາ" ໝາຍເຖິງການມາເຖິງຕາມຄາດຫວັງ, ແລະບໍ່ລ່າຊ້າ. * ຂຶ້ນຢູ່ກັບບໍລິບົດ, ຄຳວ່າ "ເວລາ" ສາມາດຈະແປວ່າ "ລະດູ" ຫລື "ຊ່ວງແຫ່ງເວລາ," ຫລື "ຊ່ວງເວລາ" ຫລື "ເຫດການ" ຫລື "ສິ່ງທີ່ໄດ້ປາກົດ." * ວະລີທີ່ວ່າ "ເວລາແລະລະດູການ" ເປັນຄຳກ່າວເຊີງປຽບທຽບ ເຊິ່ງບອກເຖິງ ຄວາມຄິດດຽວກັນສອງເທື່ອ. ນີ້ສາມາດແປວ່າ "ເຫດການສະເພາະທີ່ເກິດຂື້ນໃນຊ່ວງເວລາສະເພາະ." (ເບິ່ງເພີ່ມເຕີມ : doupblet)
ເວລາໃນພຣະ ຄຳ ພີ: ເດືອນ
ຄຳວ່າ "ເດືອນ" ໝາຍເຖິງໄລຍະເວລາທີ່ແກ່ຍາວປະມານ 4 ອາທິດ. ຈຳນວນມື້ໃນແຕ່ລະເດືອນແຕກຕ່າງກັນຂື້ນກັບວ່າປະຕິທິນດວງຈັນຫລືແສງຕາເວັນຖືກນຳໃຊ້.
- ໃນປະຕິທິນຕາມຈັນທະປະຕິທິນ, ຄວາມຍາວຂອງແຕ່ລະເດືອນແມ່ນອີງຕາມ ຈຳນວນເວລາທີ່ຕ້ອງການເພື່ອໃຫ້ດວງຈັນໄປທົ່ວໂລກ, ປະມານ 29 ວັນ. ໃນລະບົບນີ້ມີ 12 ຫລື 13 ເດືອນໃນ ໜຶ່ງປີ. ເຖິງວ່າປີຈະມີ 12 ຫລື 13 ເດືອນ, ເດືອນທຳອິດກໍ່ຖືກເອີ້ນເປັນຊື່ດຽວກັນເຖິງແມ່ນວ່າມັນອາດຈະເປັນລະດູທີ່ແຕກຕ່າງກັນ.
- ໄລຍະ "ເດືອນໃໝ່," ຫລືໄລຍະເລີ່ມຕົ້ນຂອງດວງຈັນທີ່ມີແສງສະຫວ່າງເບົາລົງ, ມັນແມ່ນຈຸດເລີ່ມຕົ້ນຂອງແຕ່ລະເດືອນໃນປະຕິທິນຈັນທະຄະຕິ.
- ທຸກໆຊື່ຂອງເດືອນທີ່ກ່າວເຖິງໃນພຣະຄຳພີແມ່ນປະຕິທິນຕາມຈັນທະປະຕິທິນນັບຕັ້ງແຕ່ນີ້ເປັນລະບົບທີ່ຊາວອິດສະລາແອນໃຊ້. ຊາວຢິວສະໄໝນີ້ຍັງໃຊ້ປະຕິທິນນີ້ເພື່ອຈຸດປະສົງທາງສາດສະໜາ.
- ປະຕິທິນແສງຕາເວັນໃນຍຸກສະໄໝໃໝ່ແມ່ນອີງໃສ່ໄລຍະເວລາທີ່ໂລກຕ້ອງໃຊ້ເວລາໃນຮອບດວງອາທິດ (ປະມານ 365 ວັນ).ໃນລະບົບນີ້, ປີແມ່ນແບ່ງອອກເປັນ12ເດືອນສະເໝີ, ເຊິ່ງຄວາມຍາວຂອງແຕ່ລະເດືອນມີອາຍຸຕັ້ງແຕ່ 28 ເຖິງ 31 ວັນ.
ເວລາໃນພຣະຄຳພີ: ຊົ່ວໂມງ
ຄຳວ່າ“ ຊົ່ວໂມງ” ມັກຖືກນຳໃຊ້ໃນພຣະຄຳພີເພື່ອບອກວ່າເວລາໃດຂອງມື້ໃດມີເຫດການແນ່ນອນ. ມັນຍັງຖືກໃຊ້ເປັນຕົວເລກເພື່ອໝາຍຄວາມວ່າ "ເວລາ" ຫລື "ຊ່ວງເວລາ."
- ຊາວຢິວນັບຊົ່ວໂມງກາງເວັນເຊິ່ງເລີ່ມຕົ້ນໃນຕອນເຊົ້າ (ປະມານ 6 ໂມງເຊົ້າ). ຕົວຢ່າງ, "ເວລາເກົ້າໂມງ" ຫມາຍຄວາມວ່າ "ປະມານບ່າຍສາມໂມງໃນປະຈຸບັນ."
- ຊົ່ວໂມງກາງຄືນນັບຕັ້ງແຕ່ເວລາຕາເວັນຕົກ (ເວລາປະມານ 6 ໂມງແລງ). ຕົວຢ່າງ, "ຊົ່ວໂມງທີສາມຂອງຕອນກາງຄືນ" ຫມາຍຄວາມວ່າ "ປະມານເກົ້າໂມງແລງ" ໃນລະບົບປະຈຸບັນຂອງພວກເຮົາ ..
- ເນື່ອງຈາກການອ້າງອີງເຖິງເວລາໃນພຣະຄຳພີຈະບໍ່ກົງກັບລະບົບເວລາໃນປະຈຸບັນ, ປະໂຫຍກເຊັ່ນ "ປະມານເກົ້າໂມງ" ຫລື "ປະມານຫົກໂມງແລງ" ສາມາດໃຊ້ໄດ້.
- ການແປບາງພາສາອາດຈະເພີ່ມປະໂຫຍກເຊັ່ນ "ຕອນແລງ" ຫລື "ຕອນເຊົ້າ" ຫລື "ຕອນບ່າຍ" ເພື່ອເຮັດໃຫ້ມັນແຈ່ມແຈ້ງວ່າເວລາກາງເວັນກຳລັງເວົ້າເຖິງຫຍັງ.
- ປະໂຫຍກທີ່ວ່າ, "ໃນຊົ່ວໂມງນັ້ນ" ສາມາດແປເປັນ "ໃນເວລານັ້ນ" ຫລື "ໃນເວລານີ້."
- ໂດຍອ້າງເຖິງພຣະເຢຊູ ຄຳວ່າ "ເວລາຂອງພຣະອົງມາເຖິງແລ້ວ" ສາມາດແປເປັນ "ເວລາທີ່ພຣະອົງມາເຖິງ" ຫລື "ເວລາກຳ ນົດສຳລັບພຣະອົງໄດ້ມາເຖິງແລ້ວ."
ເວລາໃນພຣະຄຳພີ: ປີ
ໃນເວລາທີ່ໃຊ້ຕົວຈິງ, ຄຳວ່າ "ປີ" ໃນພຣຄຳພີໝາຍເຖິງໄລຍະເວລາໜຶ່ງທີ່ແກ່ຍາວເຖິງ 354 ວັນ. ນີ້ແມ່ນອີງຕາມລະບົບປະຕິທິນຕາມຈັນທະປະຕິທິນເຊິ່ງອີງໃສ່ເວລາທີ່ມັນຕ້ອງໃຊ້ເວລາເພື່ອໃຫ້ດວງຈັນໂຄຈອນອ້ອມໂລກ.
- ໜຶ່ງປີໃນປະຕິທິນແສງຕາເວັນທີ່ທັນສະໄໝແກ່ຍາວເຖິງ 365 ວັນແບ່ງອອກເປັນ 12 ເດືອນໂດຍອີງໃສ່ຈຳນວນເວລາທີ່ໃຊ້ເວລາໃນທົ່ວໂລກເພື່ອເດີນທາງໄປທົ່ວດວງອາທິດ.
- ໃນທັງສອງລະບົບປະຕິທິນປີໜຶ່ງມີ 12 ເດືອນ. ແຕ່ວ່າເດືອນ 13 ຕື່ມເປັນບາງຄັ້ງບາງຄາວຖືກເພີ່ມເຂົ້າປີໃນປະຕິທິນຈັນທະຄະຕິເພື່ອເຮັດໃຫ້ເປັນຄວາມຈິງທີ່ວ່າປີໜຶ່ງຕາມຈັນທະປະຕິທິນແມ່ນ 11 ວັນໜ້ອຍກວ່າປີທີ່ມີແສງອາທິດ. ສິ່ງນີ້ຊ່ວຍຮັກສາສອງປະຕິທິນໃຫ້ສອດຄ່ອງກັບກັນແລະກັນ.
- ໃນພຣຄຳພີຄຳວ່າ "ປີ" ຍັງຖືກໃຊ້ໃນຄວາມໝາຍເປັນຕົວເລກເພື່ອໝາຍເຖິງເວລາທົ່ວໄປເມື່ອມີເຫດການພິເສດເກີດຂື້ນ. ຕົວຢ່າງຂອງສິ່ງນີ້ລວມມີ, "ປີຂອງ ພຣະເຈົ້າເຍເວ" ຫລື "ໃນປີທີ່ແຫ້ງແລ້ງ" ຫລື "ປີທີ່ພໍໃຈຂອງພຣະຜູ້ເປັນເຈົ້າ." ໃນສະພາບການເຫຼົ່ານີ້, "ປີ" ສາມາດຖືກແປເປັນ "ເວລາ" ຫລື "ລະດູ" ຫລື "ໄລຍະເວລາ."
ເວລາໃນພຣະຄຳພີ: ມື້
ຄຳວ່າ "ມື້" ທີ່ແທ້ຈິງໝາຍເຖິງໄລຍະເວລາໜຶ່ງຂອງເວລາທີ່ແກ່ຍາວຕະຫຼອດ 24 ຊົ່ວໂມງເຊິ່ງເລີ່ມຕົ້ນໃນເວລາທ່ຽງຄືນ. ມັນຍັງຖືກໃຊ້ເປັນຕົວເລກ.
- ສຳລັບຊາວອິດສະລາແອນແລະຊາວຢິວ, ມື້ໜຶ່ງເລີ່ມຕົ້ນໃນຕອນຕາເວັນຕົກຂອງມື້ໜຶ່ງ ແລະສິ້ນສຸດລົງໃນເວລາຕາເວັນຂື້ນຂອງມື້ຕໍ່ມາ.
- ບາງຄັ້ງຄຳວ່າ "ວັນ" ຖືກໃຊ້ເປັນຕົວເລກເພື່ອໝາຍເຖິງໄລຍະເວລາທີ່ຍາວກວ່າ, ເຊັ່ນວ່າ "ວັນເວລາ ພຣະຍາເວ" ຫລື "ຍຸກສຸດທ້າຍ".
- ບາງພາສາຈະໃຊ້ການສະແດງອອກທີ່ແຕກຕ່າງກັນເພື່ອແປຄວາມໝາຍທີ່ໃຊ້ໃນຕົວເລກເຫຼົ່ານີ້ຫຼືຈະແປ "ວັນ" ທີ່ບໍ່ໃຊ້ປຽບທຽບເພື່ອໃຫ້ຖືກຕ້ອງຕາມສະພາບການເອີ້ນ.
- ການແປພາສາອື່ນໆຂອງ "ມື້" ສາມາດປະກອບມີ, "ເວລາ" ຫລື "ລະດູ" ຫລື "ໂອກາດ" ຫລື "ເຫດການ," ຂຶ້ນກັບສະພາບການ. .
ເວລາໃນພຣະຄຳພີ: ອາທິດ
ຄຳວ່າ“ ອາທິດ” ທີ່ຮູ້ຫນັງສືໝາຍເຖິງໄລຍະເວລາໜຶ່ງທີ່ໃຊ້ເວລາ 7 ວັນ.
- ໃນລະບົບການນັບເວລາຂອງຊາວຢິວ, ອາທິດໜຶ່ງເລີ່ມຕົ້ນທີ່ຕາເວັນຕົກດິນໃນວັນເສົາແລະສິ້ນສຸດລົງໃນເວລາຕາເວັນໃນວັນເສົາຕໍ່ມາ.
- ໃນພຣະຄຳພີ ຄຳວ່າ“ ອາທິດ” ບາງຄັ້ງໃຊ້ໃນຮູບເປັນຕົວເລກເພື່ອອ້າງເຖິງກຸ່ມຂອງ 7 ໜ່ວຍຕາມເວລາເຊັ່ນເຈັດປີ.
- "ງານບຸນປະຈຳອາທິດ" ແມ່ນການສະເຫຼີມສະຫຼອງການເກັບກ່ຽວເຊິ່ງໄດ້ຈັດຂຶ້ນເຈັດອາທິດຫລັງຈາກປັດສະຄາ. ມັນຍັງຖືກເອີ້ນວ່າ "ວັນເພນເຕຄໍໍ."
ເວລາໃນພຣະຄຳພີ: ເບິ່ງ
ໃນສະໄໝພຣະຄຳພີ,“ ໂມງ” ແມ່ນຊ່ວງເວລາຂອງເວລາກາງຄືນໃນເວລາທີ່ຜູ້ເຝົ້າຍາມຫລືຍາມເຝົ້າເມືອງກຳລັງປະຕິບັດໜ້າທີ່ເບິ່ງແຍງຄວາມປອດໄພຈາກສັດຕູ.
- ໃນພຣະຄຳພີເດີມ, ຊາວອິດສະລາແອນມີໂມງ 3 ໜ່ວຍເຊິ່ງເອີ້ນວ່າ "ຈຸດເລີ່ມຕົ້ນ" (ຕາເວັນຕົກລົງຮອດ 10 ໂມງແລງ), "ກາງ" (10 ໂມງເຊົ້າຫາ 2 ໂມງເຊົ້າ), ແລະໂມງເຊົ້າ (2 ໂມງເຊົ້າຫາວັນອາທິດ).
- ໃນພຣະຄຳພີໃໝ່, ຊາວຢິວໄດ້ປະຕິບັດຕາມລະບົບໂລມັນແລະມີສີ່ໂມງ, ເຊິ່ງຕັ້ງຊື່ງ່າຍໆວ່າ "ທຳອິດ" (ຕາເວັນຕົກລົງເຖິງ 9 ໂມງແລງ), "ທີສອງ" (9 ໂມງກາງຄືນຫາ 12 ທ່ຽງຄືນ), "ທີສາມ" (12 ທ່ຽງຄືນຫາ 3 ໂມງເຊົ້າ), ແລະໂມງທີສີ່ (3 ໂມງເຊົ້າຫາຕອນເຊົ້າ).
- ສິ່ງເຫຼົ່ານີ້ຍັງສາມາດຖືກແປດ້ວຍການສະແດງອອກທົ່ວໄປຫຼາຍກວ່າເກົ່າເຊັ່ນ "ຕອນເດິກ" ຫລື "ເວລາທ່ຽງຄືນ" ຫລື "ຕອນເຊົ້າມືດ", ເຊິ່ງຂື້ນກັບໂມງໃດທີ່ຖືກກ່າວເຖິງ.
ເວົ້າໃຫ້ຮ້າຍ, ຜູ້ເວົ້າໃຫ້ຮ້າຍ
ການເວົ້າໃຫ້ຮ້າຍໝາຍເຖິງການເວົ້າໃນທາງລົບ, ການທຳລາຍຊື່ສຽງຂອງຜູ້ອື່ນ.
- ການເວົ້າໃຫ້ຮ້າຍອາດເປັນລາຍງານຈຶງ ຫລືການກ່າວຫາທີ່ຜິດ, ແຕ່ມັນມີຜົນເຮັດໃຫ້ຜູ້ອື່ນຄິດໃນທາງລົບຕໍ່ຄົນທີ່ຖືກເວົ້າໃຫ້ຮ້າຍນັ້ນຂໍ
- ຄຳບາງຄຳໄດ້ແປຄຳວ່າ "ການເວົ້າໃຫ້ຮ້າຍ" ໝາຍເຖິງ: "ການເວົ້າຕໍ່ຕ້ານ" ຫລື "ກາແຜ່ກະຈາຍລາຍງານທີ່ບໍ່ດີ" ຫລື "ການທຳລາຍຊື່ສຽງ."
- ຄົນທີ່ເວົ້າໃຫ້ຮ້າຍ "ຄົນແຈ້ງຂ່າວ"ຫລື"ຄົນມັກກະຂາຍຂ່າວລື."
ເສຍໃຈ, ຄວາມເສຍໃຈ
ຄຳວ່າ " ເສຍໃຈ " ແລະ " ຄວາມເສຍໃຈ " ໝາຍເຖິງການສະແດງອອກຢ່າງຮຸ່ນແຮງເຖິງຄວາມເສົ້າໂສກ ແລະ ເສຍໃຈ ຫຼືສະລົດໃຈ.
- ບາງເທື່ອຄຳນີ້ໝາຍເຖີງຄວາມເສຍໃຈຢ່າງເຈັບປວດຕໍ່ຄວາມບາບ ຫຼື ຄວາມເມດຕາສົງສານຕໍ່ຜູ້ຄົນທີ່ໄດ້ປະສົບກັບຄວາມຈິບຫາຍ
- ຄວາມເສຍໃຈສາມາດໝາຍເຖິງຄຳວ່າໂສກເສົ້າ ຮ້ອງໃຫ້ ຫຼື ເສຍໃຈ.
ຄຳແນະນຳໃນການແປ
- ຄຳວ່າ " ເສຍໃຈ " ສາມາດແປໄດ້ວ່າ " ໂສກເສົ້າຢ່າງສຸດເຊື້ງ " ຫຼື " ຮ້ອງໃຫ້ " ດ້ວຍຄວາມສະລົດໃຈ " ຫຼື ເຕັມໄປດ້ວຍຄວາມເສຍໃຈ. "
- " ຄວາມເສຍໃຈ "
ເສຟັນນິຢາ
ເສຟັນນິຢາ ລູກຊາຍຂອງກູຊີ ເປັນຜູ້ປະກາດພຣະທຳທີ່ໄດ້ອາໃສຢູ່ໃນກຸງເຢຣູຊາເລັມແລະເປັນຜູ້ປະກາດພຣະທຳໃນສະໃໝໂຢສີຢາກະສັດຂອງຢູດາລາວໄດ້ມີຊີວິດຢູ່ໃນສະໃໝດຽວກັນກັບເຢເຣມີຢາ
- ເສຟັນນິຢາໄດ້ຕຳນິປະຊາຊົນຂອງຢູດາທີ່ໄປນະມັດສະການພຣະທຽມທັງຫຼາຍການປະກາດພຣະທຳຂອງລາວໄດ້ຖືກບັນທຶກໄວ້ໃນພຣະທຳໂຣມເສຟັນນິຢາໃນພັນທະສັນຍາເດີມ
- ມີຜູ້ຊາຍອີກຫຼາຍຄົນໃນພັນທະສັນຍາເດີມທີ່ຊື່ເສຟັນນິຢາສ່ວນໃຫຍ່ເປັນປະໂລຫິດ
ເສລາ
ຄຳວ່າ"ເສລາ"ແມ່ນຄຳ ພາສາເຮັບເຮີທີ່ເກີດຂື້ນສ່ວນຫຼາຍແມ່ນຢູ່ໃນພຣະທຳເພງສັນລະເສີນ. ມັນມີຄວາມໝາຍຫລາຍຢ່າງທີ່ເປັນໄປໄດ້.
- ມັນອາດມີໝາຍຄວາມວ່າ "ຢຸດແລະສັນລະເສີນ,"ເຊິ່ງຈະເຊີນຊວນໃຫ້ຜູ້ຟັງໃຫ້ຄິດຢ່າງລະມັດລະວັງກ່ຽວກັບສິ່ງທີ່ໄດ້ເວົ້າມາ.
- ເນື່ອງຈາກເພງສັນລະເສີນຫຼາຍບົດຖືກຂຽນເປັນບົດເພງ, ມັນໄດ້ຖືກຄິດວ່າ "ເສລາ" ອາດຈະແມ່ນ ຄຳສັບດົນຕີທີ່ຈະສັ່ງໃຫ້ນັກຮ້ອງຢຸດຊົ່ວຄາວໃນການຮ້ອງເພງຂອງລາວເພື່ອໃຫ້ເຄື່ອງດົນຕີຫຼີ້ນພຽງລຳພັງຫລືເພື່ອກະຕຸ້ນໃຫ້ຜູ້ຟັງຄິດກ່ຽວກັບເນື້ອຮ້ອງຂອງເພງ.
ເສືອດາວ
ເສືອດາວເປັນສັດປ່າຂະຫນາດໃຫຍ່ ລັກສະນະຄືກັນກັບແມວ ສີນ້ຳຕານພ້ອມດ້ວຍຈຸດສີດຳ
- ເສືອດາວເປັນສັດນັກລ້າກິນສັດອື່ນເປັນອາຫານ.
- ໃນພຮະຄຳພີ ຄວາມຈິບຫາຍທີ່ເກີດຂື້ນຢ່າງທັນທີທັນໃດນັ້ນຖືກປຽບທຽບເປັນດັ່ງເສືອດາວ ເຊີ່ງຈະຄຸບກິນເຫຍຶ່ອຍທັນທີ.
- ຜູ້ເຜີຍຖ້ອຍຄຳ ດານີເອນ ແລະ ອັກຄະສວົກ ໂຢຮັນໄດ້ບອກກ່ຽວກັບຄວາມຝັນທີ່ພວກເຂົາເຫັນວ່າເປັນສັດປ່າທີ່ຄືກັນກັບເສືອດາວ.
ເສື້ອຄຸມ
ເສື້ອຍາວແມ່ນເຄື່ອງນຸ່ງຊັ້ນນອກທີ່ມີແຂນຍາວເຊິ່ງສາມາດໃສ່ໄດ້ທັງຊາຍແລະຍິງ. ມັນຄ້າຍຄືກັນກັບເປືອກຫຸ້ມນອກ.
- ເສື້ອຄຸມແມ່ນເປີດຢູ່ທາງໜ້າ ແລະຖືກມັດດ້ວຍມັດຫລືເຂັມຂັດ. ພວກເຂົາສາມາດຍາວຫຼືສັ້ນໃນຄວາມຍາວ. ເສື້ອຄຸມສີມ່ວງໄດ້ຖືກໃສ່ໂດຍກະສັດເພື່ອເປັນເຄື່ອງ ໝາຍ ຂອງລາຊະການ, ຄວາມຮັ່ງມີ, ແລະກຽດຕິຍົດ.
ເສື້ອຄຸມຊັ້ນໃນ
ໃນພຣະຄໍາພີ, ຄຳວ່າ "ເສື້ອຄຸມຊັ້ນໃນ" ອ້າງເຖິງເສື້ອທີ່ສວມແນບກັບຜິວໜັງ ພາຍໃຕ້ເສື້ອອື່ນ.
- ເສື້ອຄຸມຊັ້ນໃນນັບຈາກໄຫລ່ທັງສອງຂ້າງລົງໄປເຖິງແອວຫລືຫົວເຂົ່າແລະປົກກະຕິຄາດດ້ວຍເຂັມຂັດ. ເສື້ອຄຸມຊັ້ນໃນຈະນຸ່ງໂດຍຄົົນທີ່ມີຖານະຮັ່ງມີ ບາງເທື່ອຈະມີແຂນເສື້ອແລະຍາວໄປຈົນເຖິງຂໍ້ຕີນ.
- ເສື້ອຄຸມຊັ້ນໃນເຮັດດ້ວຍໜັງສັດ, ຂົນສັດ, ຜ້າຂົນສັດ, ຫລືຜ້າປ່ານ, ໃຊ້ນຸ່ງໄດ້ທັງຜູ້ຊາຍແລະຜູ້ຍິງ.
- ເສື້ອຄຸມຊັ້ນໃນ ປົກກະຕິຈະສວມພາຍໃຕ້ເສື້ອຄຸມຍາວຊັ້ນນອກ ເຊັ່ນເສື້ອພວກໂລມັນຫລືເສື້ອຄຸມ. ໃນອາກາດທີ່ອົບອ້າວ, ເສື້ອຄຸມຊັ້ນໃນຈະນຸ່ງໂດຍບໍ່ໃສ່ເສື້ອຄຸມດ້ານນອກ.
- ຄຳນີ້ສາມາດແປວ່າ "ເສື້ອນອກຍາວ" ຫລືເສື້ອຄຸມຍາວ" ຫລື "ເສື້ອນອກຍາວເໝືອນເສື້ອຄຸມ" ນີ້ສາມາດຂຽນໃນວິທີຄ້າຍກັບຄຳວ່າ "ເສື້ອຄຸມຊັ້ນໃນ" ພ້ອມກັບຄຳອະທິບາຍວ່າເປັນເຄື່ອງແຕ່ງຕົວຊະນິດໃດ.
ເສົາ , ເສົາຄໍ້າ
ຄຳວ່າ "ເສົາ" ໂດຍປົກກະຕິອ້າງເຖິງສິ່ງກໍ່ສ້າງແນວຕັ້ງຂະໜາດໃຫຍ່ທີ່ໃຊ້ເພື່ອຄໍ້າຫຼັງຄາຫລືສ່ວນອື່ນໆ ຂອງເຮືອນ ຄຳອີກຄຳໜຶ່ງສຳລັບ "ເສົາ" ຄື "ເສົາຄ້ຳ"
- ໃນສະໄໝຂອງພຣະຄຳພີ ເສົາຈະໃຊ້ໃນການຄ້ຳຕຶກໂດຍປົກກະຕິແລ້ວຈະແກະສະລັກມາຈາກຫິນກ້ອນດຽວ
- ຕອນທີ່ແຊມຊັນໃນພັນທະສັນຍາເດີມຖືກຊາວຟິລິດສະຕີນ ຈັບທ່ານໄດ້ທຳລາຍວິຫານຂອງພວກນອກສາດສະຫນາໂດຍການລົ້ມເສົາຫຼັກແລະເຮັດໃຫ້ວິຫານພັງທລາຍ
- ຄຳວ່າ "ເສົາ" ບາງເທື່ອອ້າງເຖິງກ້ອນຫິນຂະໜາດໃຫຍ່ຫລືກ້ອນຫິນກົມໃຫຍ່ຊຶ່ງຕັ້ງຂຶ້ນເພື່ອເປັນອະນຸສອນເພື່ອເປັນເຄື່ອງໝາຍຫຼຸມຝັງສົບຫລືເພື່ອເຮັດເຄື່ອງໝາຍສະຖານທີ່ເຊີ່ງມີເຫດການສຳຄັນເກີດຂຶ້ນ
- ນອກຈາກນີ້ຍັງອ້າງເຖິງຮູບເຄົາລົບທີ່ສ້າງຂຶ້ນມາເພື່ອນະມັດການພະປອມ ເຊີ່ງເອີ້ນອີກຊື່ວ່າ "ຮູບແກະສະລັກ" ແລະສາມາດແປວ່າ "ຮູບປັ້ນ"
- ຄຳວ່າ"ເສົາ"ໃຊ້ເພື່ອອ້າງເຖິງບາງສິ່ງບາງຢ່າງທີ່ມີຮູບຮ່າງຄື ເສົາ ເຊັ່ນ "ເສົາໄຟ" ທີ່ນຳຊາວອິດສະລາເອນຜ່ານຖິ່ນທຸລະກັນດານໃນເວລາກລາງຄືນຫລື ພັນລະຍາຂອງໂລດໄດ້ກາຍເປັນ "ເສົາເກືອ" ຫຼັງຈາກທີ່ນາງເບີ່ງກັບໄປທີ່ເມືອງ
- ໃນຖານະທີ່ເປັນສິ່ງທີ່ຄ້ຳຕຶກ ຄຳວ່າ"ເສົາ" ຫລື "ເສົາຄ້ຳ" ສາມາດແປໄດ້ວ່າ "ຫິນທີ່ຕັ້ງກົງທີ່ຄ້ຳຄານຮັບນ້ຳໜັກ" ຫລື "ຫິນທີ່ຄ້ຳສິ່ງກໍ່ສ້າງ"
- ການໃຊ້ຄຳວ່າ "ເສົາ" ສາມາດແປໄດ້ວ່າ "ຮູບປັ້ນ" ຫລື "ເສົາເຂັມ" ຫລື "ກອງ" ຫລື "ອານຸສາວະລີ" ຫລື "ກອງສູງ" ຂຶ້ນຢູ່ກັບບໍລິບົດ
ເສເບດາຍ
ເສເບດາຍ ເປັນຄົນຫາປາຈາກຄາລິເລ ຜູ້ຊຶ່ງເປັນທີ່ຮູ້ຈັກເພາະລູກຊາຍຂອງລາວຄື ຢາໂກໂບແລະໂຢຮັນເປັນສາວົກຂອງພຣະເຢຊູ ພວກເຂົາຖືກລະບຸໄວ້ໃນພັນທະສັນຍາໃຫມ່ຢູ່ເດື້ອຍໆ ໃນຖານະ "ລູກຊາຍຂອງເສເຍດາຍ"
- ພວກລູກຊາຍຂອງເສເບດາຍກໍເປັນຊາວຫາປາດ້ວຍເຊັ່ນກັນແລະໄດ້ເຮັດວຽກກັບເຂົາໃນການຈັບປາ
- ຢາໂກໂບແລະໂຢຮັນ ໄດ້ລາຈາກການຫາປາຂອງພໍ່ພວກເຂົາ ຄືເສເບດາຍແລະໄດ້ຈາກໄປຕິດຕາມພຣະເຢຊູ
ເຫລົ້າອາງຸ່ນ, ຖັງເຫລົ້າອາງຸ່ນ, ເຫລົ້າງຸ່ນໃໝ່
ໃນພຣະຄຳພີໄດ້ກ່າວໄວ້ວ່າ " ເຫລົ້າອາງຸ່ນ " ເວົ້າເຖິງປະເພດເຄື່ອງດື່ມທີ່ມັກທຳຈາກນາໍ້ຜົນລະໄມ້ທີ່ເອີ້ນກັນວ່ານາໍ້ອາງຸ່ນ ເຫລົ້າອາງຸ່ນຈະຖືກເກັບໄວ້ໃນ " ຖົງເຫລົ້າອາງຸ່ນ " ຊື່ງເປັນສິ່ງຂອງທີ່ທຳດ້ວຍໜັງສັດ
- ຄຳທີ່ວ່າ " ເຫລົ້າອາງຸ່ນໃໝ່ " ໝາຍເຖິງນາໍ້ອາງຸ່ນທີ່ກຳລັງນຳມາຈາກໝາກອາງຸ່ນແລະຍັງບໍ່ທັນໝັກ ບາງຄັ້ງຄຳວ່າ " ເຫລົ້າອາງຸ່ນ " ໝາຍເຖິງນາໍ້ອາງຸ່ນທີ່ບໍ່ໄດ້ທັນໝັກໄວ້
- ໃນການເຮັດເຫລົ້າອາງຸ່ນ ໝາກອາງຸ່ນໄດ້ຖືກຄັ້ນຫລືຢຽບໃນອ່າງໃຫຍ່ ເພື່ອໃຫ້ນາໍ້ໝາກອາງຸ່ນອອກມາ ນໍາ້ອາງຸ່ນຈະນຳໄປໝັກໄວ້ ແລະໃຫ້ເກີດມີກິ່ນເຫລົ້າແອນກໍຮໍອອກມາ
- ໃນສະໃໝພຣະຄຳພີ ເຫລົ້າອາງຸ່ນເປັນເຄື່ອງດື່ມປົກກະຕິໃນການຮັບປະທານອາຫານ ຊຶ່ງບໍ່ໄດ້ມີເຫລົ້າອາງຸ່ນຫລາຍເໝືອນປະຈຸບັນນີ້
- ກ່ອນທີ່ເຫລົ້າອາງຸ່ນໄດ້ຖືກນຳມາໃຊ້ສຳລັບການຮັບປະທານອາຫານກໍມັກຈະປະສົມກັບນາໍ້ກ່ອນຈະດື່ມ
- ຖົງເຫລົ້າອາງຸ່ນທີ່ເກົ່າແລ້ວແລະເປື່ອຍຈະມີຮອຍແຕກຫລືຂາດຊື່ງຈະທຳໃຫ້ເຫລົ້າອາງຸ່ນໃຫລອອກມາ ຖົງເຫລົ້າອາງຸ່ນໃໝ່ຈະອ່ອນແລະຍືດອອກ ຊື່ງໝາຍຄວາມວ່າມັນບໍ່ສີກຫລືຂາດໄດ້ງ່າຍແລະສາມາດເກັບເຫລົ້າອາງຸ່ນໄວ້ໄດ້ເປັນຢ່າງດີ
- ຫາກເຫລົ້າອາງຸ່ນບໍ່ເປັນທີ່ຮູ້ຈັກໃນວັດທະນະທຳທ່ານ ກໍສາມາດແປໄດ້ວ່າ " ນາໍ້ອາງຸ່ນທີ່ໝັກແລ້ວ " ຫລື " ເຄື່ອງດື່ມໝັກທີ່ທຳຈາກໝາກໄມ້ທີ່ເອີ້ນວ່າອາງຸ່ນ " ຫລື " ນາໍ້ໝາກໄມ້ໝັກ " ( ເບິ່ງ: [ How to Translate Unknows ] (https://git.door.43.org/Door43/en-ta-Translate- vol1/src/master/content/traslate_unknown.md))
- ວິທີແປຄຳວ່າ " ຖົງເຫລົ້າອາງູ່ນ " ສາມາດລວມເຖິງ " ຖົງສຳລັບເຫລົ້າອາງຸ່ນ " ຫລື " ຖົງເຫລົ້າອາງຸ່ນເຮັດດ້ວຍໜັງສັດ " ຫລື " ເຮັດດ້ວຍໜັງສັດໃຊ້ສຳລັບເຫລົ້າອາງຸ່ນ
ເອຊາຢາ
ເອຊາຢາເປັນຜູ້ປະກາດພຣະຄຳຂອງພຣະເຈົ້າຜູ້ປະກາດພຣະຄຳໃນຊ້ວງການຄອງລາດຂອງກະສັດສີ່ອົງ ຂອງ ຢູດາ ຄື :ຮູຊີຢາ,ໂຢທາມ,ອາຫາດ,ແລະເຫເຊກີຢາ.
ເຂົາໄດ້ອາໃສຢູ່ໃນກຸງເຢລູຊາເລັມ ໃນຊ່ວງເວລາທີ່ອັດຊີເຣຍກຳລັງໂຈມຕີເມືອງຫລວງ.ລະຫວ່າງການປົກຄອງຂອງເຫເຊກີຢາ. ໃນພັນທະສັນຍາເດີມພຮະຄຳເອຊາຢາເປັນຫນັງສືສຳຄັນໃນພຣະຄຳພີ. ເອຊາຢາຂຽນຖ້ອຍຄຳທີ່ປະກາດພຣະຄຳຫລາຍທີ່ສຸດທີ່ໄດ້ເກີດຂື້ນຈິງໃນຂະນະທີ່ເຂົາຍັງມີຊີວິດຢູ່. ເອຊາຢາເປັນທີ່ຮູ້ຈັກຈາກຖ້ອຍຄຳທີ່ປະກາດພຣະຄຳທີ່ເຂົາຂຽນກ່ຽວກັບພຣະເມຊີອາທີ່ເກີດຂື້ນຈິງ 700 ປີຕໍ່ມາເມື່ອພຣະເຢຊູໄດ້ຊົງມີຊີວິດຢູ່ໃນໂລກນີ້. *ພຣະເຢຊູແລະສາວົກຂອງພຣະອົງໄດອ້າງເຖີງຖ້ອຍຄຳທີ່ປະກາດພຣະຄຳຂອງເອຊາຢາເພື່ອສອນຜູ້ຄົນກ່ຽວກັບພຣະເມຊີອາ.
ເອຊາວ
ເອຊາວ ເປັນລູກຝາແຝດຄົນນຶ່ງຂອງອີຊາກກັບເຣເບກາ ລາວເປັນລູກທີ່ເກີດກ່ອນນ້ອງຊາຍຝາແຝດຂອງລາວຊື່ຢາໂຄບ.
- ເອຊາວ ຂາຍສິດລູກກົກໃຫ້ຢາໂຄບຜູ້ເປັນນ້ອງຊາຍ ເພື່ອປ່ຽນກັບແກງໝາກຖົ່ວແດງພຽງຖ້ອຍດຽວ.
- ເພາະວ່າເອຊາວເປັນລູກກົກ ອີຊາກພໍ່ຂອງລາວຕັ້ງຄວາມຫວັງໄວ້ວ່າຈະອວຍພອນພິເສດໃຫ້ລາວ ແຕ່ຢາໂຄບໄດ້ຫລອກ ລວງອີຊາກຜູ້ເປັນພໍ່ອວຍພອນໃຫ້ແກ່ລາວແທນ ຕອນທຳ ອິດເອຊາວຄຽດຮ້າຍຫລາຍ ເອຊາວຢາກຂ້າຢາໂຄບ ແຕ່ພາຍຫລັງມາເອຊາວໄດ້ໃຫ້ອະໄພແກ່ຢາໂຄບ.
- ເອຊາວມີລູກຫລານຢ່າງຫລວງຫລາຍ ແລະລູກຫລານເຫລົ່ານັ້ນໄດ້ຮວມກັນເຂົ້າເປັນປະຊາຊົນກຸ່ມໃຫຍ່ທີ່ອາໄສຢູ່ໃນແຜ່ນດິນການາອານ.
ເອທິໂອເປຍ, ຊ່າວເອທິໂອເປຍ
ເອທິໂອເປຍ ເປັນປະເທດໃນອັບຟະຣິກາ ຕັ້ງຢູ່ທາງຕອນໃຕ້ຂອງປະເທດເອຢິບ ມີແມ່ນໍ້ານິນເປັນເຂດແດນທາງຕາາເວັນຕົກ ແລະທະເລແດງຢູ່ທາງທິດຕາເວັນອອກ ຄົນທີ່ມາຈາກເອທິໂອເປຍເອີ້ນວ່າ "ຊາວເອທິໂອເປຍ"
- ເອທິໂອເປຍບູຮານຕັ້ງຢູ່ມາງໃຕ້ຂອງປະເທດເອຢິບ ແລະຮວມໄປເຖິງດິນແດນທີ່ເປັນສ່ວນນຶ່ງຂອງຫລາຍປະເທດຂອງອັບຟະຣິກາ ເຊັ່ນ ຊູດານ ເອທິໂອເປຍປັດຈຸບົນ ໂໍຊມາເລຍ ເຄນຢາ ຢູການດາ ສາທາລະນະລັດອັບຟະຣິກາກາງ ແລະ ຊາດ
- ໃນພຣະຄີໍາພີ ເອທິໂອເປຍ ລາງເທື່ອຖືກເອີ້ນວ່າ "ຄູດ" ຫລື "ນູເບຍ"
- ປະເທດເອທິໂອເປຍ (ຄູດ)ແລະເອຢິບ ມັກຈະຖືກເອີ້ນຮວມ ກັນໃນພຣະຄໍາພີ ລາງເທື່ອອາດຈະເປັນເພາະວ່າປະເທດທັງສອງຢູ່ຕິດກັນ ແລະປະຊາຊົນຂອງທັງສອງປະເທດອາດຈະມີບັດພະບຸລຸດດຽວກັນ
- ພຣະເຈົ້າຊົງໄດ້ສົ່ງຟິລິບຜູ້ປະກາດຂ່າວປະເສີດໄປຍັງທະເລ ຊາຍບ່ອນທີ່ລາວໄດ້ແບ່ງປັນຂ່າວປະເສີດເລື່ອງພຣະເຢຊູກັນຄົນເທືອຍຊາວເອທິໂອເປຍ
ເອນ ເກດີ
ເອນ ເກດີ ເປັນຊື່ຂອງເມືອງທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ ທາງຕາເວັນອອກສຽງເໜືອຂອງກຸງເຢຣູຊາເລັມ.
- ເອນ ເກດີ ຕັ້ງຢູ່ທາງຝັ່ງຕາເວັນຕົກຂອງທະເລເກືອ.
- ພາກສ່ວນນຶ່ງຂອງຊື່ໝາຍເຖິງ "ນໍ້າພຸ" ອ້າງເຖິງນໍ້າພຸທີ່ໄຫລລົງມາຈາກເມືອງໄປສູ່ທະເລ. *ເອນ ເກດີ ເປັນທີ່່ຮູ້ຈັກດີເພາະວ່າມີໄຮ່ອະງຸ່ນທີ່ສວຍງາມແລະດິນທີ່ ອຸດົມສົມບູນ ຊຶ່ງອາດຈະເປັນຍ້ອນວ່ານໍ້າໄດ້ຫົດດິນຕອນນັ້ນຢ່າງຕໍ່ເນື່ອງໂດຍນໍ້າພຸນັ້ນ.
- ເອນ ເກດີ ມີທີ່ໝັ້ນ ຊຶ່ງດາວິດໄດ້ໜີໄປລີ້ຢູ່ ເມື່ອລາວຖືກກະສັດຊາອູນ ຕິດຕາມໄລ່ລ້າ.
ເອຟຣາທາ, ຄົນເອຟຣາທາ
ເອຟຣາທາແມ່ນຊື່ຂອງເມືອງແລະແຂວງທາງຕອນເໜືອຂອງອິດສະຣາ ເອນ ໃນເວລາຕໍ່ມາເມືອງເອຟຣາທາໄດ້ຖືກເອີ້ນວ່າ "ເບັດເລເຮັມ" ຫລື "ເອຟຣາທາ-ເບດເລເຮັມ."
- ເອຟຣາທາແມ່ນຊື່ລູກລາຍຄົນນຶ່ງຂອງກາເລັບ ເມືອງເອຟຣາທາ ອາດຈະໄດ້ຊື່ຕາມຊື່ຂອງລາວ.
- ຄົນທີ່ມາຈາກເມືອງເອຟຣາທາຖືກເອີ້ນວ່າ "ຄົນເອຟຣາທາ."
- ໂປອາດ ປູ່ທວດຂອງດາວິດເປັນຄົນເອຟຣາທາ.
ເອຟຣາອິມ
ເອຟຣາອິມເປັນລູກຊາຍຄົນນຶ່ງຂອງໂຢເຊບ ເຊື້ອສາຍຂອງລາວແມ່ນເຜົ່າເອຟຣາອິມ ແລະເປັນນຶ່ງໃນສິບສອງເຜົ່າຂອງອິດສະຣາເອນ
- ເຜົ່າເອຟຣາອິມເປັນນຶ່ງໃນສິບສອງເຜົ່າຊຶ່ງຕັ້ງຢູ່ທາງຕອນເໜືອຂອງອິດສະຣາເອນ.
- ລາງເທື່ອຊື່ເອຟຣາອິມຈະຖືກໃຊ້ໃນພຣະຄໍາພີເພື່ອອ້າງເຖິງອານາຈັກທາງຕອນເໜືອຂອງອິດສະຣາເອນ (ເບິ່ງທີ່: synecdoche)
- ຈະເຫັນໄດ້ຢ່າງແຈ່ມແຈ້ງວ່າເອຟຣາອິມເປັນພື້ນທີ່ຊຶ່ງເປັນພູ ຫລືຈ້າຍພູ ດ້ວຍເຫດນີ້ຈຶ່ງເອີ້ນວ່າ "ພູແຫ່ງເອຟຣາອິມ" ຫລື "ເນິນພູເອຟຣາາອິມ"
ເອລາມ
ເອລາມເປັນລູກຊາຍຂອງເຊມແລະເປັນຫລານຂອງໂນອາ
- ເຊື້ອສາຍຂອງເອລາມເອີ້ນວ່າ "ເອລາມ" ແລະເຂົາເຈົ້າອາສັຍຢູ່ໃນພື້ນທີ່ ທີ່ເອີ້ນວ່າ "ເອລາມ"
- ພື້ນທີ່ຂອງເອລາມຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງແມ່ນໍ້າ ຕິກຣິດ ປະຈຸບັນນີ້ແມ່ນທາງຕາເວັນຕົກຂອງປະເທດອີຫຣ່ານ.
ເອລີຊາ
ເອລີຊາເປັນຜູ້ປະກາດພຣະທຳໃນອິດສະຣາເອນໃນຫລາຍສະໄໝຂອງກະສັດອິດສະຣາເອນ ຊຶ່ງໄດ້ແກ່ ອາຮາບ ອາຮາສີຢາ ເຢໂຮຣາມ ເຢຮູ ເຢໂຮ ອາຮາດ ແລະເຢໂຮອາດ.
- ພຣະເຈົ້າໄດ້ເວົ້າກັບຜູ້ປະກາດພຣະທຳເອລີຢາ ໃຫ້ແຕ່ງຕັ້ງເອລີຊາເປັນຜູ້ປະກາດພຣະທຳ.
- ເມື່ອເອລີຢາຖືກຮັບຂຶ້ນໄປສະຫວັນໂດຍລົດມ້າໄຟແລ້ວ ເອລີຊາກໍໄດ້ເປັນຜູ້ປະກາດພຣະທໍາຂອງພຣະເຈົ້າຕໍ່ບັນດາກະສັດອິດສະຣາເອນ.
- ເອລີຊາໄດ້ເຮັດການອັດສະຈັນຫລາຍຢ່າງ ຮວມທັງການປິ່ນປົວຜູ້ຊາຍຄົນນຶ່ງທີ່ເປັນຂີ້ທູດຈາກປະເທດຊີເຣຍໃຫ້ຫາຍດີ ແລະເຮັດໃຫ້ລູກຊາຍຂອງຍິງຄົນນຶ່ງ ໃນເມືອງຊູເນມຄືນມາຈາກຕາຍ.
ເອລີຊາເບດ
ເອລີຊາເບດ ເປັນແມ່ຂອງໂຢຮັນຜູ້ໃຫ້ບັບຕິດສະມາແກ່ພຣະເຢຊູ ຜົວຂອງນາງຊື່ເສຂາຣີຢາ.
- ເສຂາຣີຢາແລະເອລີຊາເບດບໍ່ເຄີຍມີລູກ ແຕ່ເມື່ອທັງສອງເຖົ້າແກ່ແລ້ວພຣະເຈົ້າໄດ້ສັນຍາກັບເສຂາຣີຢາວ່າເອລີຊາເບດ ຈະເກີດລູກຊາຍຄົນນຶ່ງ.
- ພຣະເຈົ້າໄດ້ຮັກສາຄໍາສັນຍາຂອງພຣະອົງ ແລະອີກບໍ່ດົນເສຂາຣີຢາແລະເອລີຊາເບດກໍຈະມີລູກຊາຍ ເອລີຊາເບດໄດ້ຖືພາແລະເກີດລູກເປັນ ຊາຍແລະນາງໄດ້ຕັ້ງຊື່ລູກວ່າໂຢຮັນ.
- ເອລີຊາເບດ ເປັນພີ່ນ້ອງກັນກັບມາຣີອາແມ່ຂອງພຣະເຢຊູ.
ເອລີຢາ
ເອລີຢາເປັນຜູ້ປະກາດພຣະທໍາທີ່ສໍາຄັນທີ່ສຸດຄົນນຶ່ງຂອງພຣະເຈົ້າ ເອລີຢາໄດ້ປະກາດພຣະທໍາໃນຊ່ວງຫລາຍສະໃໝຂອງກະສັດອິດສະຣາເອນຫລືຢູດາ ຮວມທັງກະສັດອາຮາບ.
- ພຣະເຈົ້າໄດ້ເຮັດການອັດສະຈັນຢ່າງຫລວງຫລາຍຜ່ານທາງເອລີຢາ ຮວມທັງການເຮັດໃຫ້ເດັກຊາຍຄົນນຶ່ງທີ່ຕາຍແລ້ວກັບຄືນມາມີຊີວິດອີກ.
- ເອລີຢາໄດ້ຕຳໜິກະສັດອາຮາບທີ່ນະມັດສະການພຣະທຽບ ບາອານ.
- ເພິ່ນໄດ້ທ້າທາຍຜູ້ປະກາດພຣະທຳຂອງພຣະບາອານໃຫ້ທົດສອບເພື່ອຈະພິສູດໃຫ້ເຫັນວ່າພຣະຜູ້ເປັນເຈົ້າ ເປັນພຣະເຈົ້າອົງດຽວເທົ່ານັ້ນ.
- ໃນບັ້ນປາຍຊີວິດຂອງເອລີຊາ ພຣະເຈົ້າໄດ້ຮັບເອົາເພິ່ນຂຶ້ນໄປສະຫວັນຢ່າງອັດສະຈັນໃນຂະນະທີ່ເພິ່ນຍັງມີຊີວິດຢູ່.
- ຫລາຍຮ້ອຍປີຕໍ່ມາ ເອລີຢາພ້ອມດ້ວຍໂມເຊ ໄດ້ປາກົດຕົວພ້ອມກັບພຣະເຢຊູຢູ່ເທິງພູ ແລະພວກເພິ່ນໄດ້ໂອ້ລົມກັນກ່ຽວກັບຄວາມທຸກທໍລະມານແລະຄວາມຕາຍທີ່ຈະມາເຖິງພຣະເຢຊູໃນກຸງເຢຣູຊາເລັມ.
ເອລີອາກິມ
ເອລີອາກິມແມ່ນຊື່ຂອງຊາຍສອງຄົນໃນພັນທະສັນຍາເດີມ
- ຊາຍຄົນນຶ່ງຊື່ເອລີອາກິມເປັນຜູ້ຈັດການພາຍໃຕ້ກະສັດເຮເສກີຢາ.
- ຊາຍອີກຄົນນຶ່ງຊື່ເອລີອາກິມເປັນລູກຊາຍຂອງກະສັດໂຢສີຢາ ເພິ່ນເປັນກະສັດຂອງຢູດາ ໂດຍ ເນໂກ ຟາຣາໂອ ປະເທດອີຢິບ.
- ເນໂກ ໄດ້ປ່ຽນຊື່ເອລີອາກິມເປັນເຢໂຮອາກິມ.
ເອວາ
ນີ້ແມ່ນຊື່ຂອງຜູ້ຍິງຄົນທໍາອິດ ຊື່ຂອງລາວມີຄວາມໝາຍວ່າ "ຊີວິດ" ຫລື "ມີຊີວິດ." * ພຣະເຈົ້າຊົງໄດ້ສ້າງເອວາຂຶ້ນມາຈາກກະດູກຂ້າງທີ່ພຣະອົງດຶງອອກມາຈາກອາດາມ. * ເອວາໄດ້ຖືກສ້າງມາໃຫ້ເປັນ "ຜູ້ຊ່ອຍ" ຂອງອາດາມ ນາງໄດ້ຢູ່ຄຽງຂ້າງອາດາມເພື່ອຊ່ອຍລາວໃນງານທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາເຮັດ. * ເອວາໄດ້ຖືກມານຊາຕານລໍ້ລວງ(ໃນຮູບແບບຂອງງູ) ແລະນັ້ນແມ່ນການເຮັດບາບເທື່ອທໍາອິດໂດຍການກິນໝາກໄມ້ທີ່ພຣະເຈົ້າຫ້າມບໍ່ໃຫ້ກິນ.
ເອສະເທີ
ເອສະເທີເປັນຍິງຊາວຢິວທີ່ໄດ້ເປັນຣາຊິນີແຫ່ງຣາຊະອານາຈັກເປີເຊຍ ໃນຊ່ວງເວລາທີ່ພວກຢິວຖືກກວດຕ້ອນໄປເປັນຊະເລີຍໃນປະເທດບາບີໂລນ.
- ພຣະທຳເອສະເທີໄດ້ເລົ່າເລື່ອງລາວຂອງເອສະເທີທີ່ນາງໄດ້ກາຍເປັນຣາຊິນີຂອງເຊເຊັດ ກະສັດເປີເຊຍ ແລະວິທີທີ່ພຣະເຈົ້າໄດ້ໃຊ້ນາງໃຫ້ຊ່ອຍປະຊາຊົນຂອງນາງ.
- ເອສະເທີເປັນລູກກຳພ້າທີ່ມໍເດໄກຊຶ່ງເປັນພີ່ນ້ອງຜູ້ສູງອາຍຸທີ່ມີຄວາມເຊື່ອໃນພຣະເຈົ້າໄດ້ເອົາມາລ້ຽງ.
- ຍ້ອນວ່ານາງເຊື່ອຟັງມໍເດໄກພໍ່ລ້ຽງຂອງນາງ ຈຶ່ງຊ່ອຍໃຫ້ນາງມີຄວາມເຊື່ອໃນພຣະເຈົ້າ.
- ເອສະເທີ ໄດ້ເຊື່ອຟັງພຣະເຈົ້າ ແລະໄດ້ສ່ຽງຊີວິດເພື່ອຊ່ອຍພວກຢິວທີ່ເປັນຊົນຊາດຂອງນາງ.
- ເລື່ອງລາວຂອງເອສະເທີ ຊີ້ໃຫ້ເຫັນເຖິງການຄຸ້ມຄອງຂອງພຣະເຈົ້າທີ່ຢູ່ເໜືອເຫດການໃນປະຫວັດສາດ ໂດຍສະເພາະແລ້ວ ແມ່ນວິທີທີ່ພຣະອົງປົກຄອງໄພ່ພົນຂອງພຣະອົງ ແລະໄດ້ທຳງານຜ່ານຜູ້ທີ່ເຊື່ອຟັງພຣະອົງ.
ເອັກໂຣນ
ເອັກໂຣນເປັນເມືອງໃຫຍ່ຂອງຟິລິດສະຕີນ ຊຶ່ງຢູ່ຫ່າງຈາກທະເລເມດີເຕີຣາເນ ປະມານ 9 ໄມ.
- ວິຫານຂອງພຣະທຽມບາອານ ເຊບຸບ ຕັ້ງຢູ່ທີ່ເອັກໂຣນ.
- ເມື່ອຟີລິດສະຕີນ ໄດ້ຍຶດເອົາຫີບພັນທະສັນຍາແລະເອົາໄປຍັງເມືອງອັດໂດດ ດ້ວຍສາເຫດນີ້ເອງ ພຣະເຈົ້າຈຶ່ງເຮັດໃຫ້ຫລາຍຄົນເຈັບປ່ວຍແລະຕາຍຢູ່ໃນເມືອງຕ່າງໆ ທີ່ຫີບພັນທະສັນຍາໄດ້ຍ້າຍໄປຕັ້ງຢູ່ ໃນທີ່ສຸດຄົນຟິລິດສະຕີນຈົ່ງສົ່ງຫີບພັນທະສັນຍາກັບຄືນໄປຍັງອິດສະຣາເອນ.
- ເມື່ອກະສັດອາຮາຊີຢາຕົກຈາກຫລັງຄາພຣະຣາຊະວັງຂອງເພິ່ນແລະໄດ້ຮັບບາດເຈັບ ເພິ່ນໄດ້ເຮັດບາບດ້ວຍການປຶກສາຈາກພຣະບາອານ ຊາບຸບແຫ່ງເອັກໂຣນວ່າເພິ່ນຈະຕາຍຫລືບໍ່ຈາກການບາດເຈັບຂອງເພິ່ນ ຍ້ອນບາບນີ້ເອງພຣະຢາເວໄດ້ກ່າວວ່າເພິ່ນຕ້ອງຕາຍແນ່ນອນ.
ເອັດຊະຣາ
ເອັດຊະຣາເປັນປະໂລຫິດອິດສະຣາເອນ ແລະຮອບຮູ້ດ້ານກົດໝາຍຂອງຄົນຢິວ ເປັນຜູ້ຈົດບັນທຶກປະຫວັດສາດການກັບຄືນສູ່ກຸງເຢຣູຊາເລັມຂອງຄົນອິດສະຣາເອນຈາກກຸງບາບິໂລນ ທີ່ພວກເຂົາໄດ້ຖືກຈັບໄປເປັນຊະເລີຍຢູ່ທີ່ນັ້ນເປັນເວລາເຖິງ 70 ປີ
- ເອັດຊະຣາໄດ້ຈົດບັນທຶກປະຫວັດສາດຂອງຄົນອິດສະຣາເອນຕອນນີ້ຢູ່ໃນພຣະທໍາເອັດຊະຣາ ແລະລາວຍັງໄດ້ຂຽນພຣະທໍາເນເຫມີຢາ ຕັ້ງແຕ່ພຣະທໍາເຫລັ້ມນີ້ຍັງເປັນເຫລັ້ມດຽວກັນກັບ ພຣະທໍາເນເຫມີຢາ.
- ເມື່ອເອັດຊະຣາໄດ້ກັບມາຍັງກຸງເຢຣູຊາເລັມແລ້ວ ລາວໄດ້ສ້າງຕັ້ງພຣະບັນຍັດຂຶ້ນໃໝ່ ຕັ້ງແຕ່ຕອນທີ່ຄົນອິດສະຣາເອນບໍ່ເຊື່ອຟັງພຣະບັນຍັດເລື່ອງວັນສະບາໂຕແລະໄດ້ແຕ່ງງານກັບແມ່ຍິງທີ່ນັບຖືສາດສະໜາອື່ນ.
- ເອັດຊະຣາຍັງໄດ້ຊ່ອຍສ້ອມແປງພຣະວິຫານທີ່ຖືກທໍາລາຍໂດຍພວກບາບີໂລນຕອນທີ່ພວກເຂົາເຂົ້າຍຶດຄອງກຸງເຢຣູຊາເລັມ.
- ຍັງມີຊາຍອີກສອງຄົນຊື່ເອັດຊະຣາທີ່ຖືກເວົ້າເຖິງໃນພັນທະ ສັນຍາເດີມ.
ເອິີ້ນ, ການເອີ້ນ, ໄດ້ຮັບການເອີ້ນ, ເອີ້ນອອກມາ
ຄຳວ່າ "ເອີ້ນ"ແລະ "ເອີ້ນອອກມາ" ມີຄວາມໝາຍຕາມສຳນຽງສຽງເອີ້ນຄ່ອຍຕໍ່ຜູ້ຢູ່ໃກ້, ເອີ້ນສຽງດັງຕໍ່ຜູ້ຢູ່ຫ່າງໄກ ແລະຍັງມີຄວາມໝາຍອື່ນໆອີກ. ຄຳວ່າ "ເອີ້ນອອກມາ" ມີຄວາມໝາຍວ່າຮ້ອງດ້ວຍສຽງດັງກັບຜູ້ຢູ່ຫ່າງໄກໃຫ້ອອກມາ. ຄຳດຽວກັນນີ້ຍັງມີຄວາມໝາຍວ່າເອີ້ນມາໃຫ້ຊ່ອຍ ໂດຍສະເພາະແມ່ນຮ້ອງຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ. ເຫັນໃນພຣະຄັມພີຫລາຍເທື່ອເຫັນຄຳວ່າ "ເອີ້ນ" ມີຄວາມໝາຍວ່າ ເປັນຄຳສັ່ງ ຫລືຄຳຂໍຮ້ອງ. ພຣະເຈົ້າຊົງເອີ້ນຄົນທັງຫລາຍໃຫ້ມາຫາພຣະອົງເພື່ອເປັນປະຊສຊົນຂອງພຣະອົງແມ່ນໃຊ້ຄຳວ່າ "ເອີ້ນອອກມາ" ຄຳວ່າ "ຊົງເອີ້ນ" ທີ່ໃຊ້ໃນພຣະຄັມພີໝາຍເຖິງພຣະເຈົ້າຊົງແຕ່ງຕັ້ງຫລືເລືອກໃຫ້ເປັນລູກຂອງພຣະອົ, ຊົງເອີ້ນໃຫ້ເປັນຜູ້ຮັບໃຊ້ພຣະອົງ, ເປັນຜູ້ປິກາດພຣະທັມແຫ່ງຄວາມລອດພົ້ນທີ່ມີໃນພຣະເຢຊູ. ຄຳນີ້ຍັງໃຊ້ບາງກໍຣະນີອາຈແປວ່າເອີ້ນຜູ້ໃດຜູ້ນຶ່ງ ຕົວຢ່າງ "ລາວຖືກເອີ້ນຊື່ວ່າ ໂຢຮັນ ໝາຍຄວາມວ່າລາວຊື່ ໂຢຮັນ. * ການຖືກ "ເອີ້ນອອກຊື່" ໝາຍຄວາມວ່າຜູ້ໃດຜູ້ນຶ່ງຖືກເອີ້ນສເພາະເຈາະຈົງ. ພຣະເຈົ້າຊົງເອີ້ນປະຊາກອນພຣະອົງໂດຍອອກຊື່ຜູ້ນັ້ນ. ການຮຽກເອິີ້ນແບບນຶງ " ຂ້ອຍເອີ້ນອອກຊື່ເຈົ້າ" ໝາຍຄວາມພຣະເຈົ້າຮູ້ຈັກຊື່ຜູ້ນັ້ນ ແລະເອີ້ນມາເລືອກເອົາລາວ.
ຂໍ້ແນະນຳໃນການແປ
ຄຳວ່າ "ເອີ້ນ" ສາມາດແປໄດ້ວ່າ ການຮຽກຕົວ ຫລືຮຽກຮ້ອງ ຮວມເຖິງຄວາມຄິດຕັ້ງໃຈຈະເອີ້ນແນວນັ້ນ. ຄຳວ່າ "ເອີ້ນຫາເຈົ້າ" ອາດແປໄດ້ວ່າ "ຂໍໃຫ້ເຈົ້າຊ່ອຍ" ຫລື ຮ້ອງຂໍຄວາມຊວ່ຍເຫລືອຍາມສຸກເສີນ. ເວລາພຣະຄັມພີເວົ້າວ່າ "ຊົງເອີ້ນ" ເຮົາໃຫ້ເປັນຜູ້ຮັບໃຊ້ ສາມາດແປໄດ້ວ່າ "ຊົງເລືອກເຮົາໄວ້ຢ່າງພິເສດ" ຫລື "ຊົງແຕ່ງຕັ້ງ" ໃຫ້ເປັນຜູ້ຮັບໃຊ້. ເຈົ້າຕ້ອງຮ້ອງອອກພຣະນາມພຣະອົງ ຍັງແປວາ ຮ້ອງອອກນາມຊື່ພຣະອົງ. ພຣະນາມຂອງພຣະອົງ ອາຈແປວ່າ ພຣະອົງຊົງພຣະນາມວ່າ. ການ "ເອີ້ນອອກມາ" ແປວ່າເອີ້ນດ້ວຍສຽງດັງ ຫລືຮ້ອງແຮງໆ ຫລືເວົ້າສຽງດັງໆ ແຕ່ບໍ່ແມ່ນຮ້ອງແບບໃຈຮ້າຍ. ຄາເວົ້າອີກຄຳນຶ່ງ "ການຊົງເອີ້ນຂອງພຣະເຈົ້າ" ອາຈແປວ່າ "ພຣະປະສົງຂອງພຣເຈົ້າສຳລັບເຈົ້າ" ຫລື "ພຣະເຈົ້າມີງານພິເສດໃຫ້ເຈົ້າ" ຮ້ອງອອກພຣະນາມພຣະເຈົ້າ ອາຈແປວ່າສແຫວງຫາອົງພຣະຜູ້ເປັນເຈົ້າແລະເພິ່ງໃນພະຄຸນພຣະອົງ ຫລືເຊື່ອແລະວາງໃຈໃນອົງພຣະຜູ້ເປັນເຈົ້າ. ຄຳວ່າ "ຮຽກຮ້ອງ" ອາຈແປໄດ້ວ່າສັ່ງການ ຫລືຮ້ອງຂໍ. ຄຳເວົ້າອີກຄຳນຶ່ງ " ເຈົ້າໄດ້ຮ້ອງອອກນາມຊື່ຂອງເຮົາ" ອາຈແປໄດ້ວ່າ ເຮົາໄດ້ໃຫ້ເຈົ້າໃຊ້ຊື່ຂອງເຮົາ ເພື່ອບອກໃຫ້ຮູ້ວ່າເຈົ້ຳເປັນຂອງເຮົາ. *ເມື່ອພຣະເຈົ້າຊົງກ່າວວ່າ "ເຮົາໄດ້ເອີ້ນເຈົ້າໂດຍຊື່ຂອງເຈົ້າ" ອາຈແປວ່າເຮົາຮູ້ຊື່ເຈົ້າ ແລະເຮົາເລືອກເອົາເຈົ້າ.
ເອື້ອຍ/ນ້ອງສາວ
ເອື້ອຍ/ນ້ອງສາວ ຄືຜູ້ຍິງທີ່ມີບີດາມານດາຮ່ວມກັບອີກຄົນໜຶ່ງ.
- ໃນພັນທະສັນຍາໃໝ່, ຄໍາວ່າ"ເອື້ອຍ/ນ້ອງສາວ" ຍັງເປັນຄຳປຽບເປີຍທີ່ອ້າງເຖິງຜູ້ຍິງທີ່ຕິດຕາມພຣະເຢຊູຄຣິດ.
- ບາງເທື່ອວະລີ, "ອ້າຍແລະນ້ອງສາວ" ໃຊ້ອ້າງເຖິງເຫລົ່າຜູ້ເຊື່ອໃນພຣະຄຣິດ, ທັງໝົດທັງຜູ້ຊາຍແລະຜູ້ຍິງ.
- ໃນພະຄໍາພີພາກພັນທະສັນຍາເດີມ, ບົດເພງໂຊໂລໂມນ ຄຳວ່າ, "ເອື້ອຍ/ນ້ອງສາວ" ອ້າງເຖິງຄົນຮັກຫລືຄູ່ສົມຣົດ.
ຄຳແນະນຳໃນການແປ
- ເປັນວິທີທີ່ດີທີ່ສຸດທີ່ຈະແປຄຳນີ້ຕາມຕົວອັກສອນທີ່ໃຊ້ໃນພາສາທີ່ແປເພື່ອອ້າງເຖິງນ້ອງສາວທີ່ເກີດຈາກທ້ອງດຽວກັນ, ນອກຈາກວ່ານີ້ຈະເຮັດໃຫ້ຄວາມໝາຍຜິດໄປ.
- ວິທີອື່ນທີ່ຈະແປຄຳນີ້ທັງໝົດເຖິງ, "ເອື້ອຍຫລືນ້ອງສາວໃນພະຄຣິດ" ຫລື "ນ້ອງສາວແຫ່ງຈິດວິນຍານ" ຫລື "ຜູ້ຍິງທີ່ເຊື່ອໃນພຣະເຢຊູ" ຫລື "ບັນດາຜູ້ຍິງທີ່ເປັນຜູ້ເຊື່ອ."
- ຖ້າເປັນໄດ້, ວິທີທີ່ດີທີ່ສຸດຄືການໃຊ້ຄຳທີ່ກ່ຽວກັບຄອບຄົວ.
- ຖ້າພາສາທີ່ມີຄຳຮູບແບບຜູ້ຍິງສຳລັບ "ຜູ້ເຊື່ອ," ນີ້ອາດເປັນວິທີທີ່ເປັນໄປໄດ້ທີ່ຈະແປຄຳນີ້.
- ເມື່ອອ້າງເຖິງຄູ່ຮັກຫລື ພັນລະຍາ ນີ້ສາມາດແປໂດຍໃຊ້ຮູບແບບທີ່ເປັນຜູ້ຍິງສຳລັບ "ຄົົນທີ່ຮັກ" ຫລື "ຄົນຮັກ."
ເອເຊກຽນ
ເອເຊກຽນເປັນຜູ້ປະກາດພຣະທໍາຂອງພຣະເຈົ້າໃນຊ່ວງເວລາທີ່ຖືກເນລະເທດ ເມື່ອຄົນຢິວຈໍານວນຫລາຍຖືກກວດຕ້ອນໄປຍັງ ກຸງບາບີໂລນ.
- ເອເຊກຽນແມ່ນປະໂລຫິດຄົນນຶ່ງທີ່ອາໄສຢູ່ໃນອານາຈັກຢູດາ ເມື່ອລາວແລະບັນດາຄົນຢິວຖືກຈັບໄປໂດຍກອງທັບບາບີໂລນ.
- ເປັນເວລາຫລາຍກວ່າຊາວປີ ເອເຊກຽນແລະເມັຽຂອງລາວໄດ້ອາໄສຢູ່ໃນກຸງບາບີໂລນ ໃກ້ກັບແມ່ນໍາ ແລະຄົນຢິວໄດ້ມາຫາລາວເພື່ອຟັງຖ້ອຍຄໍາຈາກພຣະເຈົ້າ.
- ຖ້າມກາງສິ່ງອື່ນໆ ເອເຊກຽນໄດ້ທໍານວາຍເລື່ອງການທໍາລາຍ ແລະການສ້ອມແປງກຸ່ງເຢຣູຊາເລັມແລະພຣະວິຫານ.
- ລາວໄດ້ທໍານວາຍພຣະທໍາເຖິງອານາຈັກຂອງພຣະເມສີອາໃນ ອະນາຄົນອີກດ້ວຍ.
ເອເດນ, ສວນເອເດນ
ໃນສະໄໝບູຮານ ເອເດນເປັນພື້ນທີ່ ທີ່ມີສວນທີ່ພຣະເຈົ້າຊົງໃຫ້ຊາຍແລະ ຍິງຄູ່ທໍາອິດອາໄສຢູ່.
- ສວນທີ່ອາດາມແລະເອວາ ອາໃສຢູ່ເປັນພຽງສ່ວນນຶ່ງຂອງເອເດນເທົ່າ ນັ້ນ.
- ບ່ອນຢູ່ທີ່ແນ່ນອນຂອງບໍລິເວນເອເອນນັ້ນບໍ່ແນ່ນອນ ແຕ່ວ່າແມ່ນໍ້າ ຕິກຣິດແລະແມ່ນເອຟຣາດ ໄຫລຜ່ານທີ່ນີ້.
- ຄໍາວ່າ "ເອເດນ" ມາຈາກຄໍາພາສາເຮັບເຣີທີ່ມີຄວາມໝາຍວ່າ "ນໍາມາ ຊຶ່ງຄວາມຊົມຊື່ນຍິນດີ."
ເອເຟໂຊ
ເມືອງເອເຟໂຊເປັນເມືອງກຣີກບູຮານທີ່ຕັ້ງຢູ່ທາງຝັ່ງຕາເວັນຕົກຊຶ່ງປະຈຸບັນແມ່ນປະເທດຕູລະກີ.
- ໃນຊ່ວງຍຸກສະໄໝເລີ້ມແລກຂອງຄຣິສຕຽນ ເອເຟໂຊເປັນເມືອງຫລວງຂອງເອເຊຍ ຊຶ່ງເປັນແຂວງນ້ອຍໆ ຂອງຊາວໂຣມັນໃນເວລານັ້ນ.
- ເພາະສະຖານທີ່ຕັ້ງຂອງເມືອງ ເມືອງນີ້ຈຶ່ງເປັນສູນກາງການຄ້າຂາຍແລະທ່ອງທ່ຽວທີ່ສໍາຄັນ.
- ວິຫານຂອງຄົນຕ່າງຊາດທີ່ຮູ້ຈັກກັນດີສໍາລັບການນະມັດສະການ ພະອາເຕມິດ(ໄດອານາ) ຕັ້ງຢູ່ໃນເມືອງເອເຟໂຊ.
- ໂປໂລໄດ້ອາໄສແລະເຮັດງານຢູ່ໃນເມືອງເອເຟໂຊຫລາຍກວ່າສອງປີ ແລະພາຍຫລັງຈຶ່ງໄດ້ແຕ່ງຕັ້ງຕີໂມທຽວເພື່ອນໍາພາຜູ້ເຊື່ອໃໝ່ຢູ່ທີ່ນັ້ນ.
- ພຣະທໍາເອເຟໂຊໃນພັນທະສັນຍາໃໝ່ແມ່ນຈົດໝາຍທີ່ໂປໂລໄດ້ຂຽນໄປເຖິງບັນດາຜູ້ທີ່ເຊື່ອໃນເມືອງເອເຟໂຊ.
ເອເລອາຊາ
ເອເລອາຊາແມ່່ນຊື່ຂອງຜູ້ຊາຍຫລາາຍຄົນໃນພຣະຄໍາພີ
- ເອເລອາຊາເປັນລູກຊາຍຄົນທີສາມຂອງອາໂຣນ ອ້າຍຂອງໂມເຊ ຫລັງຈັກອາໂຣນຕາຍໄປແລ້ວເອເລອາຊາກໍໄດ້ເປັນມະຫາປະໂລຫິດໃນອິດສະຣາເອນ.
- ເອເລອາຊາຍັງເປັນຊື່ຂອງ "ນັກຮົບຜູ້ເກັ່ງກ້າອາດຫານ" ຂອງດາວິດ.
- ເອເລອາາຊາອີກຄົນນຶ່ງ ເປັນນຶ່ງໃນບັນພະບຸລຸດຂອງພຣະເຢຊູ
ເອໂດມ, ຊາວເອໂດມ, ອີດູເມຍ
ເອໂດມແມ່ນອີກຊື່ນຶ່ງຂອງເອຊາວ ຜືນດິນທີ່ລາວອາໄສຢູ່ເປັນທີ່ຮູ້ຈັກ ກັນໃນຊື່ວ່າ "ເອໂດມ" ແລະພາຍຫລັງມາໄດ້ເອີ້ນວ່າ "ອີດູເມຍ" ຊາວ ເອໂດມເປັນເຊື້ອສາຍຂອງລາວ.
- ບ່ອນຢູ່ຂອງເອໂດມໄດ້ປ່ຽນໄປບ່ອນໃໝ່ ສ່ວນໃຫຍ່ແມ່ນຕັ້ງຢູ່ທາງຕອນໃຕ້ຂອງອິດສະຣາເອນ ແລະຂະຫຍາຍເຂົ້າໄປທາງໃຕ້ຂອງຢູດາ.
- ໃນສະໄໝພັນທະສັນຍາໃໝ່ ເອໂດມມີເນື້ອທີ່ກວມໄປທາງໃຕ້ຂອງແຂວງຢູດາ ຄັ້ງນຶ່ງພວກກຣີກໄດ້ເອີ້ນເອໂດມວ່າ "ອີດູເມຍ."
- ຊື່ເອໂດມ ໝາຍເຖິງ "ສີແດງ" ຊຶ່ງອ້າງເຖິງຄວາມຈິງທີ່ວ່າເອຊາວຖືກ ຫົ່ມດ້ວຍຂົນສີແດງຕອນທີ່ລາວເກີດໃໝ່ ຫລືອາດຈະເວົາເຖິງຖົ່ວແດງຕົ້ມ ທີ່ເອຊາວໄດ້ປ່ຽນເອົາສິດທິອ້າຍກົກຂອງລາວ.
- ໃນພັນທະສັນຍາເດີມ ປະເທດເອໂດມ ໄດ້ຖືກເວົ້າເຖິງວ່າເປັນສັດຕູຂອງອິດສະຣາເອນ.
- ພຣະທໍາໂອບາດີຢາໝົດທັງເຫລັ້ມເປັນເລື່ອງກ່ຽວກັບການທໍາລາຍເອໂດມແລະຜູ້ປະກາດພຣະທໍາ ໃນພັນທະສັນຍາເດີມເຫລັ້ມອື່ນໆ ຍັງໄດ້ທໍານວາຍໃນທາງລົບຕໍ່ຕ້ານເອໂດມ.
ເອໂນກ
ເອໂນກ ແມ່ນຊື່ຂອງຊາຍສອງຄົນໃນພັນທະສັນຍາເດີມ
- ຊາຍຄົນນຶ່ງຊື່ເອໂນກ ໄດ້ສືບເຊື້ອສາຍມາຈາກເຊດ ລາວເປັນປູ່ທວດຂອງໂນອາ.
- ເອໂນກເປັນຄົນທີ່ມີຄວາມໃກ້ຊິດກັບພຣະເຈົ້າ ແລະເມື່ອລາວອາຍຸໄດ້ 365 ປີ ພຣະເຈົ້າໄດ້ຮັບລາວຂຶ້ນສະຫວັນໂດຍທີ່ບໍ່ຕ້ອງຕາຍ.
- ຜູ້ຊາຍອີກຄົນນຶ່ງທີ່ຊື່ເອໂນກ ຊຶ່ງເປັນລູກຊາຍຂອງກາອິມ.
ເອໂຟດ
ເອໂຟດແມ່ນເສື້ອຄຸມທີ່ຄືກ່ັບຜ້າກັນເປື້ອນ ນຸ່ງຫົ່ມໂດຍບັນດາປະໂລຫິດອິດສະຣາເອນ ຊຶ່ງມີສອງດ້ານ ທາງໜ້າແລະທາງຫລັງທີ່ຕໍ່ເຂົ້າກັນທີ່ບ່າ ແລະຜູກຮອບແອວດ້ວຍສາຍແອວຜ້າ.
- ເອໂຟດອີກຊະນິດນຶ່ງ ທີ່ເຮັດຈາກຜ້າລີນິນທໍາມະດາແລະນຸ່ງຫົ່ມໂດຍປະໂລຫິດທົ່ວໄປ.
- ເອໂຟດທີ່ມະຫາປະໂລຫິດນຸ່ງຫົ່ມໄດ້ຖັກເປັນພິເສດດ້ວຍເສັ້ນດ້າຍສີຄໍາ ສີຟ້າ ສີມ່ວງ ແລະສີແດງ.
- ສ່ວນທີ່ປົກເອິກຂອງປະໂລຫິດທີ່ຢູ່ທາງໜ້າເອໂຟດ ທາງຫລັງທີ່ປົກເອິກຈະເປັນບ່ອນໃສ່ຢູຣິມ ແລະທໍາມິມ ຊຶ່ງເປັນຫີນທີ່ໃຊ້ໃນການຖາມພຣະເຈົ້າວ່າ ພຣະອົງມີພຣະປະສົງໃນເລື່ອງໃດເລື່ອງນຶ່ງໂດຍສະເພາະ.
- ຜູ້ປົກຄອງກີເດໂອນໄດ້ເຮັດເອໂຟດດ້ວຍຄໍາດ້ວຍຄວາມໂງ່ຈ້າແລະເຮັດໃຫ້ມັນກາຍເປັນສິ່ງທີ່ຄົນອິດສະຣາເອນພາກັນນະມັດສະການເປັນຮູບໂຄຣົບ.
ເຮັດໃຫ້ຊອບທຳ, ການນັບເປັນຜູ້ຊອບທຳ
ຄຳວ່າ “ ເຮັດໃຫ້ຊອບທຳ“ ແລະ “ການນັບເປັນຜູ້ຊອບທຳ“ໝາຍເຖິງການທີ່ເຮັດໃຫ້ຜູ້ທີ່ມີຄວາມຜິດເປັນຄົນຊອບທຳ.ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ເປັນຄົນຊອບທຳຢ່າງແທ້ຈິງໄດ້.
- ເມື່ອພຣະເຈົ້າເຮັດໃຫ້ມະນຸດມີຄວາມຊອບທຳ, ພຣະອົງຈະໃຫ້ອະໄພບາບຂອງພວກເຂົາແລະເຮັດໃຫ້ພວກເຂົາບໍ່ມີບາບ. ພຣະອົງພຽງແຕ່ໃຫ້ຄົນບາບກັບໃຈແລະເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າເພື່ອຊ່ວຍພວກເຂົາໃຫ້ພົ້ນຈາກບາບຂອງພວກເຂົາ.
- “ການນັບເປັນຄົນຊອບທຳ“ ໝາຍເຖິງສິ່ງທີ່ພຣະເຈົ້າໄດ້ເຮັດໃນເວລາທີ່ພຣະອົງໃຫ້ອະໄພບາບຂອງມະນຸດແລະປະກາດວ່າບຸກຄົນນັ້ນເປັນຄົນຊອບທຳໃນສາຍຕາຂອງພຣະອົງ.
ຄຳແນະນຳ ໃນການແປ
- ອີກວິທີ່ໜຶ່ງທີ່ຈະແປຄຳວ່າ “ເຮັດໃຫ້ຊອບທຳ“ ສາມາດປະກອບມີຄຳວ່າ “ປະກາດ“
ເຮັດໃຫ້ລະອາຍ, ການເຮັດໃຫ້ລະອາຍ
ຄຳວ່າ "ເຮັດໃຫ້ລະອາຍ" ໝາຍເຖິງການເຮັດໃຫ້ບາງຄົນຮູ້ສຶກອັບອາຍຫລືເສື່ອມເສຍຊຶ່ງມັກຈະເຮັດໃນທີ່ສາທາລະນະ. ການກະທຳທີ່ເຮັດໃຫ້ຄົນອື່ນອັບອາຍເອີ້່ນວ່າ "ການເຮັດໃຫ້ລະອາຍ."
- ເມື່ອພຣະເຈົ້າເຮັດໃຫ້ຄົນໜຶ່ງຖ່ອມລົງ ໝາຍຄວາມວ່າພຣະອົງຊົງເຮັດໃຫ້ຄົນຈອງຫອງຕ້ອງພົບກັບຄວາມລົ້ມເຫລວເພື່ອຊ່ວຍເຂົາໃຫ້ເອົາຊະນະຄວາມຈອງຫອງຂອງຕົນ ສິ່ງນີ້ແຕກຕ່າງຈາກການເຮັດໃຫ້ບາງຄົນຮູ້ສຶກລະອາຍ ເຊິ່ງຈະເປັນການເຮັດເພື່ອທໍາຮ້າຍຈິດໃຈຄົນນັ້ນ.
- ການ "ເຮັດໃຫ້ລະອາຍ" ສາມາດແປໄດ້ວ່າ "ເຮັດໃຫ້ຂາຍໜ້າ" ຫລື "ເຮັດໃຫ້ຮູ້ສຶກຂາຍໜ້າ" ຫລື "ເຮັດໃຫ້ອາຍ."
- ຂຶ້ນຢູ່ກັບສະພາບການວິທີທີ່ຈະແປ, "ການເຮັດໃຫ້ລະອາຍ" ສາມາດລວມຖິງ, "ການເຮັດໃຫ້ຂາຍໜ້າ" ຫລື "ການເຮັດໃຫ້ຕ່ຳຕ້ອຍ" ຫລື "ການເຮັດໃຫ້ເສື່ອມເສຍ."
ເຮັດໃຫ້ເປັນທາດ, ເປັນທາດ
"ເຮັດໃຫ້ເປັນທາດ" ການເຮັດໃຫ້ບາງຄົນເປັນທາດໝາຍເຖິງການບັງຄັບໃຫ້ຄົນໆ ນັ້ນຮັບໃຊ້ເຈົ້ານາຍ ຫລືປະເທດທີ່ປົກຄອງ ການທີ່ "ເຮັດໃຫ້ເປັນທາດ" ຫລື "ເປັນທາດ" ໝາຍເຖິງຢູ່ພາຍໃຕ້ການຄວບຄຸມຂອງ ບາງສິ່ງ ຫລືບາງຄົນ.
- ຄົນທີ່ຖືກເຮັດໃຫ້ເປັນທາດ ຫລືເປັນທາດ ຕ້ອງຮັບໃຊ້ຜູ້ອື່ນໂດຍບໍ່ໄດ້ຮັບຄ່າຈ້າງ ລາວບໍ່ສາມາດເຮັດໄດ້ໃນສິ່ງທີ່ລາວຢາກເຮັດ.
- ການ "ເຮັດຄົນເປັນທາດ" ຍັງໝາຍເຖິງການຈໍາກັດອິດສະລະພາບຂອງຄົນໆ ນັ້ນດ້ວຍ.
- ມີອີກຄໍານຶ່ງສໍາລັບ "ເປັນທາດ" ແມ່່ນ "ຖານະຂອງຄວາມເປັນທາດ."
- ເວົ້າໃນທາງປຽບທຽບວ່າ ມະນຸດ "ຖືກເຮັດໃຫ້ເປັນທາດ" ຂອງບາບຈົນກວ່າພຣະເຢຊູຈະຊ່ອຍປົດປ່ອຍໃຫ້ພົ້ນຈາກການຖືກຄວບຄຸມແລະອໍານາດຂອງມັນ.
- ເມື່ອຄົນໆ ນຶ່ງໄດ້ຮັບຊີວິດໃໝ່ໃນພຣະຄຣິດ ລາວກໍໝົດການເປັນທາດຂອງຄວາມບາບ ແລະຈະກາຍເປັນຄົນຊອບທໍາ.
ຄໍາແນະນໍາໃນການແປ
- ຄໍາວ່າ "ເຮັດໃຫ້ເປັນທາດ" ອາດຈະແປໄດ້ວ່າ "ເຮັດໃຫ້ບໍ່ມີອິດ ສະລະ" ຫລື "ບັງຄັບໃຫ້ຮັບໃຊ້ຄົນອື່ນ" ຫລື "ຕົກຢູ່ພາຍໃຕ້ການຄວບຄຸມຂອງຄົນອື່ນ."
- ຖ້ອຍຄໍາທີ່ວ່າ "ເຮັດໃຫ້ເປັນທາດຂອງ" ຫລື "ເປັນທາດຂອງ" ອາດຈະແປວ່າ "ຖືກບັງຄັບໃຫ້ເປັນທາດຂອງ" ຫລື "ຖືກບັບຄັບໃຫ້ຮັບໃຊ້" ຫລື "ຢູ່ພາຍໃຕ້ການຄວບຄຸມຂອງ."
ເຮືອນ
ຄຳວ່າ "ເຮືອນ" ມັກຈະຖືກໃຊ້ໃນເຊີງປຽບທຽບໃນພຣະຄຳພີ. * ບາງເທື່ອໝາຍຄວາມວ່າ "ຄົວເຮືອນ," ຊຶ່ງໝາຍເຖິງຄົົນທີ່ອາໄສຢູ່ນຳກັນໃນບ້ານຫລັງໜຶ່ງ. * ຫລາຍເທື່ອທີ່ "ບ້ານ" ອ້າງເຖິງບັນພະບຸລຸດ ເຊື້ອສາຍຫລືຍາດພີ່ນ້ອງຄົນອື່ນໆ ຂອງຄົນໜຶ່ງ.ຕົວຢ່າງເຊັ່ນ , "ຕະກູນຂອງດາວິດ" ອ້າງເຖິງຜູ້ສືບເຊື້ອສາຍທັງໝົດຂອງກະສັດດາວິດ. * ຄຳວ່າ "ວິຫານຂອງພຣະເຈົ້າ" ແລະ "ວິຫານຂອງພຣະເຈົ້າຢາເວ" ໝາຍເຖິງຫໍເຕັນຫລືພຣະວິຫານ. ຄໍາກ່າວນີ້ສາມາດອ້າງເຖິງໂດຍທົ່ວໄປສະຖານທີ່ທີ່ພຣະເຈົ້າສະຖິດຫລືປະທັບຢູ່. * ໃນພຣະທຳເຮັບເຣີ ບົດທີ 3, "ຄອບຄົວຂອງພຣະເຈົ້າ" ຖືກໃຊ້ເປັນຄຳອຸປະມາເພື່ອອ້າງເຖິງຄົນຂອງພຣະເຈົ້າຫລືໂດຍທົ່ວໄປແລ້ວ, ຄືທຸກສິ່ງທີ່ເປັນຂອງພຣະເຈົ້າ. * ວະລີ "ເຊື້ອສາຍຂອງອິດສະຣາເອນ" ສາມາດອ້າງເຖິງປະເທດອິດສະຣາເອນທັງປະເທດຫລືສະເພາະເຈາະຈົ່ງລົງໄປອີກຄືເຜົ່າທີ່ຢູ່ໃນອານາຈັກຂອງອິດສະຣາເອນທາງພາກເໜືອ.
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບສະພາບການ, "ເຮືອນ" ສາມາດແປວ່າ "ຄົວເຮືອນ" ຫລື "ຜູ້ຄົນ" ຫລື "ຄອບຄົວ" ຫລື "ເຊື້ອສາຍ" ຫລື "ພຣະວິຫານ" ຫລື "ສະຖານທີ່ຢູ່ອາໄສ."
- ວະລີ "ຕະກູນຂອງດາວິດ" ອາດຈະແປວ່າ "ເຜົ່າພັນຂອງດາວິດ" ຫລື "ຄອບຄົວຂອງດາວິດ" ຫລື "ເຊື້ອສາຍຂອງດາວິດ" ສຳນວນທີ່ກ່ຽວຂ້ອງກັນສາມາດຈະແປໄດ້ໃນທາງທີ່ໃກ້ຄຽງກັນ.
- ວິທີອື່ນທີ່ຈະແປ "ເຊື້ອສາຍຂອງອິດສະຣາເອນ" ອາດລວມເຖິງ "ປະຊາກອນຂອງອິດສະຣາເອນ" ຫລື "ລູກຫລານຂອງອິດສະຣາເອນ" ຫລື "ຄົນອິດສະຣາເອນ."
- "ນິເວດຂອງພຣະເຈົ້າຢາເວ" ສາມາດແປໄດ້ວ່າ "ວິຫານຂອງພຣະເຈົ້າຢາເວ" ຫລື "ສະຖານທີ່ທີ່ມີການນະມັດສະການພຣະເຈົ້າຢາເວ" ຫລື "ສະຖານທີ່ທີ່ພຣະເຈົ້າຢາເວສະເດັດມາພົບກັບຄົນຂອງພຣະອົງ" ຫລື "ສະຖານທີ່ທີ່ພຣະເຈົ້າຢາເວປະທັບຢູ່."
- "ພຣະນິເວດຂອງພຣະເຈົ້າ" ສາມາດແປໄດ້ໃນແບບຄ້າຍຄືກັນ.
ເຮົາ,ພຣະຢາເວ
ຫລາຍຄັ້ງໃນພຣະສັນຍາເດີມ ເມື່ອພຣະເຈົ້າຊົງກ່າວ ກ່ຽວກັບພຣະອົງ,ພຣະອົງຊົງໃຊ້ພຣະນາມຂອງພຣະອົງແທນຄຳແທນນາມ.
ຍົກຕົວຢ່າງເຊ່ນ ແທນທີ່ຈະເວົ້າວ່າ "ຈົ່ງໃຫ້ກຽດແກ່ເຮົາ " ພຣະອົງກ່າວວ່າ " ຈົ່ງໃຫ້ກຽດແກ່ພຣະຢາເວ " ທຳໃຫ້ຊັດເຈນວ່າພຣະເຈົ້າຊົງເປັນຜູ້ທີ່ກຳລັງກ່າວກ່ຽວກັບພຣະອົງເອງ ສະບັບ ULB ມັກຈະແປຄຳນີ້ໂດຍການເຕີ່ມຄຳແທນນາມ ເຊ່ນໃນ " ຈົ່ງໃຫ້ກຽດແກ່ເຮົາ ພຣະຢາເວ " ຫລື "ເຮົາ ພຣະຢາເວກ່າວ " * ໂດຍການເຕີ່ມຄຳແທນນາມ "ເຮົາ " ULB ໄດ້ຊີ້ໃຫ້ຜູ້ອ່ານເຫັນວ່າ ພຣະເຈົ້າເປັນຜູ້ກ່າວ.
ຄຳແນະນຳໃນການແປ
- ຜູ້ແປບາງຄົນອາດຕັດສິນໃຈວ່າ ມັນຂະເປັນທຳມະຊາດ ແລະ ຊັດເຈນຫລາຍກ່ວາໃນພາສາຂອງຕົນ ຫາກແປກົງຕາມຂໍ້ຄວາມທີ່ປະກົດ ແລະ ໃຊ້ຄຳວ່າ "ພຣະຢາເວ " ໂດຍບໍ່ເພີ້ມຄຳແທນນາມລົງໄປ.
- ບາງຄົນອາດຕັດສິນໃຈທີ່ຈະໃຊ້ຄຳແທນນາມກັບພຣະຢາເວ ພຽງບໍ່ຈັກຄັ້ງໃນຊ້ວງເລີ້ມຕົ້ນຂອງຂໍ້ຄວາມ ແຕ່ຕໍ່ມາກໍບໍ່ເອົາຄຳແທນນາມ ໃນສ່ວນທີ່ເຫລືອຂອງສ່ວນນັ້ນ ຕົວຢ່າງຂອງ ULB ໃນບ່ອນນີ້ຄື ພະບັນຍັດສອງ 5:9-16
- ຈະເປັນການດີທີ່ສຸດຖ້າສາມາດຮັກສາພຣະນາມພຣະຢາເວໄວ້ໃນຈຸດທີ່ປາກົດກົງຕາມຕົວອັກສອນໃນຂໍ້ຄວາມ, ແຕ່ສະບັບແປບາງສະບັບອາດຕັດສິນໃຈທີ່ຈະໃຊ້ພຽງຄຳແທນນາມໃນບາງຈຸດ ເພື່ອໃຫ້ຂໍ້ຄວາມເປັນທຳມະຊາດ ແລະຊັດເຈນຫລາຍຂື້ນ.
- ນີ້ເປັນຂໍ້ສະຫລຸບຂອງວິທີທີ່ສາມາດຈະແປຄຳວ່າ "ພຣະຢາເວ"ເມື່ອພຣະເຈົ້າກຳລັງກ່າວ.
- "ພຣະຢາເວ "
ເຮເຊກີຢາ
ເຮເຊກີຢາເປັນກະສັດອົງທີ່ 13 ແຫ່ງອານາຈັກຢູດາຍ ທ່ານເປັນກະສັດຜູ້ທີ່ໄດ້ໄວ້ວາງໃຈແລະເຊື່ອຟັງພຣະເຈົ້າ.
- ບໍ່ເໝືອນກັບກັບອາຮາດພໍ່ຂອງທ່ານທີ່ເປັນກະສັດຊົ່ວຮ້າຍ, ກະສັດເຮເຊກີຢາເປັນກະສັດທີ່ດີຜູ້ໄດ້ທຳລາຍສະຖານນະມັດການຮູບເຄົາລົບທັງໝົດໃນຢູດາຍ.
- ເທື່ອໜຶ່ງເມື່ອເຮເຊກີຢາໄດ້ປ່ວຍຫລາຍແລະເກືອບເສຍຊີວິດ, ພຣະອົງໄດ້ອະທິຖານຢ່າງຮ້ອນຮົນ. ພຣະເຈົ້າຊົງຖືຮັກສາທ່ານຈາກພະຍາດຮ້າຍແຮງແລະໃຫ້ທ່ານມີຊີວິດຢູ່ອີກ 15 ປີ.
- ແລະເປັນສັນຍານຕໍ່ເຮເຊກີຢາວ່າສິ່ງນີ້ຈະເກີດຂຶ້ນ, ພຣະເຈ້າຊົງໄດ້ກະທຳການອັດສະຈັນແລະຊົງເຮັດໃຫ້ເວລາໄດ້ຍ້ອນກັບ.
- ພຣະເຈົ້າຊົງຕອບຄຳອະທິຖານຂອງເຮເຊກີຢາເພື່ອຊ່ວຍປະຊາຊົນຂອງທ່ານຈາກກະສັດຊານມາເນເຊແຫ່ງອັດຊີເຣຍ, ຜູ້ທີກຳລັງໂຈມຕີພວກເຂົາ.
ເຮໂຣດ ມະຫາຣາດ
ເຮໂຣດ ມະຫາຣາດ ໄດ້ປົກຄອງເໜືອຢູດາໃນເວລາທີ່ພຣະເຢຊູຊົງບັງເກີດ ທ່ານເປັນພວກຜູ້ປົກຄອງຊາວເອໂດມຄົນທຳອິດທີ່ມີຊື່ວ່າເຮໂຣດຜູ້ໄດ້ປົກຄອງເໜືອຫລາຍສ່ວນຂອງອານາຈັກໂຣມັນ.
- ບັນພະບຸລຸດຂອງທ່ານໄດ້ປ່ຽນມານັບຖືລັດທິຢູດາຍແລະທ່ານຖືກລ້ຽງດູມາເໝືອນຄົນຢິວ.
- ຊີຊາອໍກັດຕັດໄດ້ຕັ້ງຊື່ທ່ານວ່າ "ກະສັດເຮໂຣດ" ເຖິງແມ່ນວ່າທ່ານບໍ່ໄດ້ເປັນກະສັດທີ່ແທ້ຈິງກໍຕາມ ທ່ານໄດ້ປົກຄອງເໜືອຊາວຢິວໃນຢູດາຍເປັນເວລາ 33 ປີ.
- ເຮໂຣດ ມະຫາຣາດໄດ້ເປັນທີ່ຮູ້ຈັກກັນໃນຖານະທີ່ໄດ້ສັ່ງໃຫ້ມີການກໍ່ສ້າງອາຄານທີ່ສວຍງາມ, ລວມທັງການບູລະນະພຣະວິຫານຂອງພວກຢິວໃນກຸງເຢຣູຊາເລັມ.
- ເຮໂຣດອົງນີ້ໂຫດຮ້າຍຫລາຍແລະທ່ານໄດ້ສັ່ງໃຫ້ປະຫານປະຊາຊົນຫລາຍຄົນ ເມື່ອທ່ານໄດ້ຍິນວ່າ " ກະສັດຂອງຢິວ" ອີກອົງໜຶ່ງໄດ້ປະສູດໃນເບດເລເຮັມ, ທ່ານໄດ້ສັ່ງໃຫ້ປະຫານເດັກນ້ອຍຊາຍທັງໝົດໃນເມືອງນັ້ນ.
- ບຸດຊາຍ, ຂອງທ່ານ ເຮໂຣດ ອັນທິປັດແລະເຮໂຣດ ຟິລິບແລະຫລານຊາຍຂອງທ່ານ ເຮໂຣດ ອາກຣິບປາໄດ້ກາຍມາເປັນຜູ້ປົກຄອງໂຣມັນ. ເຫລນຊາຍຂອງທ່ານ ເຮໂຣດ ອາກຣິບປາທີ່ສອງ (ເອີ້ນກັນວ່າ "ກະສັດອາກຣິບປາ") ໄດ້ປົກຄອງທົ່ວທັງອານາເຂດຢູດາຍ.
ເຮໂຣດ ອັນທິປັດ
ລະຫວ່າງເກືອບຊົ່ວຊີວິດຂອງພຣະເຢຊູ, ເຮໂຣດ ອັນທິປັດເປັນຜູ້ປົກຄອງສ່ວນຂອງອານາຈັກໂຣມັນຊຶ່ງທັງໝົດທັງແຄວ້ນຄາລີເລ.
- ເໝືອນກັບພໍ່ຂອງທ່ານຄືເຮໂຣດມະຫາຣາດ, ບາງເທື່ອອັນທິປັດໄດ້ຖືກອ້າງເຖິງໃນນາມ "ກະສັດເຮໂຣດ" ເຖິງວ່າທ່ານຈະບໍ່ແມ່ນກະສັດທີ່ແທ້ຈິງກໍຕາມ.
- ເຮໂຣດ ອັນທິປັດປົກຄອງໜຶ່ງໃນສີ່ຂອງອານາຈັກໂຣມັນ ແລະທ່ານຍັງຖືກເອີ້ນວ່າ "ເຮໂຣດເຈົ້າເມືອງ."
- ອັນທິປັດຄື "ເຮໂຣດ" ທີ່ສັ່ງໃຫ້ປະຫານໂຢຮັນຜູ້ໃຫ້ບັບຕິດສະມາໂດຍການຕັດຫົວ.
- ເປັນເຮໂຣດ ອັນທິປັດ ຜູ້ທີ່ໄດ້ຊັກຖາມພຣະເຢຊູກ່ອນທີ່ພຣະອົງຈະຖືກຄຶງທີ່ໄມ້ກາງແຂນ.
- "ເຮໂຣດ" ອີກຄົນໜຶ່ງໃນພັນທະສັນຍາໃໝ່ ຄື ບຸດຊາຍຂອງອັນທິປັດ (ອາກຣິບປາ) ແລະຫລານ (ອາ ກຣິບປາ ທີ 2) ຜູ້ໄດ້ປົກຄອງລະຫວ່າງເວລາຂອງບັນດາອັດຄະສາວົກ.
ເຮໂຣດຽດ
ເຮໂຣດຽດເປັນມະເຫສີຂອງກະສັດເຮໂຣດ ອັນທິປັດ ໃນແຄວ້ນຢູເດຍໃນສະໄໝຂອງໂຢຮັນ ຜູ້ໃຫ້ບັບຕິດສະມາ.
- ແຕ່ເດີມເຮໂຣດຽດເປັນມະເຫສີຂອງຟິລິບ ອ້າຍຂອງເຮໂຣດ ອັນທິປັດ, ແຕ່ຕໍ່ມາໄດ້ສົມຣົດຢ່າງບໍ່ຖືກຕ້ອງຕາມກົດໝາຍກັບເຮໂຣດ ອັນທິປັດ.
- ໂຢຮັນຜູ້ໃຫ້ບັບຕິດມາໄດ້ຕຳໜິເຮໂຣດແລະເຮໂຣດຽດໃນເລື່ອງການສົມຣົດຢ່າງບໍ່ຖືກຕ້ອງຕາມກົດໝາຍ ດ້ວຍເຫດນີ້, ເຮໂຣດຈຶ່ງຂັງໂຢຮັນໄວ້ໃນຄຸກແລະໃນທີ່ສຸດກໍສັ່ງໃຫ້ຕັດຫົວທ່ານ.
ເຮໂຫໂບອາມ
ເຮໂຫໂບອາມແມ່ນຫນຶ່ງໃນລູກຊາຍຂອງກະສັດໂຊໂລໂມນ, ແລະໄດ້ກາຍເປັນກະສັດຂອງປະເທດຊາດອິດສະຣາເອນຫລັງຈາກຊາໂລໂມນສິ້ນຊີວິດ.
*ໃນຕອນເລີ່ມຕົ້ນຂອງກະສັດ, ກະສັດເຣໂບອາມມີຄວາມຮຸນແຮງກັບປະຊາຊົນຂອງລາວ, ສະນັ້ນສິບເຜົ່າຂອງອິດ ສະຣາເອນໄດ້ກະບົດຕໍ່ລາວແລະສ້າງຕັ້ງ "ອານາຈັກອິດສະຣາເອນ" ໃນພາກເໜືອ. * ເຮໂຫໂບອາມ ສືບຕໍ່ເປັນກະສັດຂອງອານາຈັກພາກໃຕ້ຂອງຢູດາເຊິ່ງປະກອບດ້ວຍສອງຊົນເຜົ່າຄືຢູດາແລະເບັນຢາມິນ. ເຮໂຫໂບອານ ແມ່ນຄົນຊົ່ວຮ້າຍຜູ້ທີ່ບໍ່ໄດ້ເຊື່ອຟັງ ພຣະເຈົ້າຢາເວ, ແຕ່ນະມັດສະການພະປອມ.
ແກ
ຄຳວ່າ "ແກ" ອ້າງເຖິງເຄື່ອງມືໃນການບັນເລງດົນຕີຫລືເອີ້ນຄົນມາຊຸມນຸມກັນເພື່ອປະກາດຫລືເຮັດການປະຊຸມ.
*ແກໂດຍທົ່ວໄປເຮັດຈາກໂລຫະ, ເປືອກຫອຍ, ຫລືເຂົາສັດ. * ແກໄດ້ຖືກເປົ່າຫລາຍທີ່ສຸດເພື່ອເອີ້ນຄົນມາລວມກັນເພື່ອສູ້ຮົບແລະເພື່ອການຊຸມນຸມສາທາລະນະຂອງອິດສະຣາເອນ * ພຣະທຳພຣະນິມິດອະທິບາຍເຖິງສາກໃນຕອນຈົບທີ່ທູດສະຫວັນເປົ່າແກຂອງພວກເຂົາເພື່ອສົ່ງສັນຍານການເທພຣະພິໂລດຂອງພຣະເຈົ້າເທິງແຜ່ນດິນໂລກ.
ແກລົບ
ແກລົບຄືເປືອກທີ່ຫຸ້ມຫໍ່ເມັດເຂົ້າ ແກລົບບໍ່ດີສຳຫລັບເປັນອາຫານ ດັ່ງນັ້ນ ຄົນຈຶ່ງແຍກແກລົບອອກຈາກເມັດເຂົ້າ ແລະໂຍນຖິ້ມໄປ
ຫລາຍເທື່ອທີ່ແກລົບຖືກແຍກອອກຈາກເມັດເຂົ້າໂດຍການຝັດສ່ວນຫົວຂອງເມັດຂຶ້ນໄປເທິງອາກາດ ລົມຈະພັດເອົາແກລົບອອກໄປ ແລະເມັດຈະຕົກລົງທີ່ພື້ນດິນ ຂະບວນການນີ້ເອີ້ນວ່າ "ຝັດຣ່ອນ" ໃນພຣະຄຳພີ ຄຳນີ້ໃຊ້ເປັນຄຳປຽບທຽບ ທີ່ຫມາບເຖິງຄົນຊົ່ວຮ້າຍ ຫລືສິ່ງທີ່ຊົ່ວຮ້າຍແລະໄຮ່ຄ່າ
ແຊມຊັນ
ແຊມຊັນເປັນຜູ້ນື່ງໃນພວກຜູ້ປົກຄອງຫລືຜູ້ຊ່ວຍເຫລືອຄົນນື່ງຂອງຊົນຊາດອິດສະຣາເອນເພິ່ນເປັນຄົນເຜົ່າດານ ພຣະເຈົ້າປະທານພະລັງເໜືອມະນຸດໃຫ້ແກ່ແຊມຊັນ ຊຶ່ງເຂົາໄດ້ໃຊ້ໃນການຕໍ່ສູ້ກັບສັດຕູຂອງຊົນຊາດອິດສະຣາເອນຄືຊາວຟີລິດສະຕິນ * ແຊມຊັນໄດ້ຖືກໃຫ້ຢູ່ພາຍໃຕ້ຄຳປະຕິຍານທີ່ຈະບໍ່ຕັດຜົມຂອງເຂົາແລະບໍ່ດືມເຫລົ້າອະຫງຸ່ນຫລືເຄື່ອງດື່ມທີ່ເປັນເຄື່ອງມັກເຄື່ອງດອງໃດໆເລີຍຕາບໃດທີ່ເຂົາຮັກສາຄຳປະຕິຍານນີ້ ພຣະເຈົ້າກໍ່ຈະປະທານພະລັງໃຫ້ເຂົາຢ່າງຕໍ່ເນື່ອງ ແຕ່ສຸດທ້າຍແຊມຊັນໄດ້ເຮັດຜິດຕໍ່ຄຳປະຕິຍານແລະຍອມໃຫ້ຜົມຂອງເຂົາຖືກຕັດ ຊືງເຮັດໃຫ້ຊາວຟິລິດສະຕິນຈັບເຂົາໄດ້ ໃນຂະນະທີ່ແຊມຊັນຖືກກັກຂັງ ພຣະເຈົ້າໄດ້ຊົງກະທຳໃຫ້ແຊມຊັນມີກຳລັງກັບຄືນມາອີກຄັ້ງ ແລະປະທານໂອກາດໃຫ້ເຂົາທຳລາຍວິຫານຂອງພຣະທຽມດາໂກນພ້ອມກັບຊາວຟິລິດສະຕິນຫລາຍຄົນ
ແຍກອອກຈາກກັນ
ຄຳວ່າ "ແຍກອອກຈາກກັນ" ໝາຍຄວາມວ່າຖືກແຍກອອກຈາກບາງສິ່ງບາງຢ່າງເພື່ອບັນລຸຈຸດປະສົງໃດໜຶ່ງ.
- ຊາວອິດສະລາແອນຖືກແຍກອອກໄປຮັບໃຊ້ພະເຈົ້າ.
- ພຣະວິນຍານບໍລິສຸດໄດ້ສັ່ງໃຫ້ຊາວຄຣິດສຕຽນທີ່ເມືອງອັນຕີອົກເຂຍໄດ້ແບ່ງແຍກໂປໂລແລະບານາບາເພື່ອເຮັດວຽກທີ່ພຣະເຈົ້າປະສົງໃຫ້ພວກເຂົາເຮັດ.
- ຜູ້ທີ່ເຊື່ອທີ່ "ແຍກອອກຈາກກັນ" ເພື່ອຮັບໃຊ້ພະເຈົ້າແມ່ນ "ອຸທິດຕົນເພື່ອ" ເຮັດໃຫ້ໃຈປະສົງຂອງພະເຈົ້າ ສຳ ເລັດ.
- ຄວາມໝາຍໜຶ່ງຂອງຄຳວ່າ "ບໍລິສຸດ" ແມ່ນການແຍກອອກເປັນຂອງພຣະເຈົ້າແລະຖືກແຍກອອກຈາກແນວທາງທີ່ຜິດຂອງໂລກ.
- ຄຳວ່າ "ບໍລິສຸດ" ໝາຍເຖິງການແຍກຄົນໃຫ້ຮັບໃຊ້ພຣະເຈົ້າ.
ຄຳແນະນຳໃນການແປ
- ວິທີການແປ "ເພື່ອແຍກອອກໄປ" ສາມາດປະກອບມີ, "ເພື່ອເລືອກເອົາພິເສດ" ຫຼື "ແຍກອອກຈາກບັນດາທ່ານ" ຫຼື "ເອົາໄປເຮັດໜ້າທີ່ພິເສດ."
- "ຖືກແຍກອອກໄປ" ສາມາດຖືກແປເປັນ "ແຍກອອກຈາກກັນ."
ແດນມໍລະນາ
ຄຳວ່າ ”ແດນມໍລະນາ” ແລະ ”ແດນຄົນຕາຍ” ໄດ້ໃຊ້ໃນພຣະຄຳພີເພື່ອອ້າງເຖີງຄວາມຕາຍແລະສະຖານທີ່ ທີ່ດວງວິນຍານຂອງຜູ້ຄົນໄປຢູ່ທີ່ນັ້ນເມື່ອພວກເຂົາຕາຍ ຄວາມໝາຍຂອງທັງສອງຄຳຄ້າຍຄືກັນ. * ພາສາເຮັບເຣີ ຄຳວ່າ” ແດນມໍລະນາ” ແມ່ນມັກໃຊ້ໃນພັນທະສັນຍາເດີມເພື່ອອ້າງເຖີງສະຖານທີ່ແຫ່ງຄວາມຕາຍ * ໃນພັນທະສັນຍາໃໝ່ຄຳໃນພາສາກຣີກທີ່ວ່າ“ ແດນຄົນຕາຍ “ໝາຍເຖີງສະຖານທີ່ສຳລັບດວງວິນຍານທີ່ກະບົດຕໍ່ສູ້ພຣະເຈົ້າ ວິນຍານເຫລົ່ານີ້ບົ່ງບອກເຖີງການ “ລົງ“ ໄປສູ່ແດນມໍລະນາ ເຊີ່ງແຕກຕ່າງກັນກັບການ“ຂຶ້ນໄປແຜ່ນດິນສະຫວັນ“ ສະຖານທີ່ວິນຍານຂອງຄົນທີ່ເຊື່ອໃນພຣະເຢຊູຄຣິດເຈົ້າປະທັບຢູ່ * ຄໍາວ່າ“ແດນມໍລະນາ“ແມ່ນຄູ່ກັບຄໍາວ່າ “ຄວາມຕາຍ“ ໃນພຣະທຳພຣະນິມິດ ໃນຄາວສຸດທ້າຍທັງຄວາມຕາຍແລະແດນມໍລະນາຈະຖືກຖິ້ມລົງບຶງໄຟເຊິ່ງເອີ້ນວ່ານາລົກ
ຄໍາແນະນຳໃນການແປ
- ໃນພັນທະສັນຍາເດີມຄໍາວ່າ“ແດນຄົນຕາຍ“ສາມາດແປວ່າ “ສະຖານທີ່ແຫ່ງຄວາມຕາຍ“ຫລື“ສະຖານທີ່ສໍາລັບວິນຍານຜູ້ທີ່ຕາຍແລ້ວ“ ການແປບາງສໍານວນຄື “ຂຸມນາລົກ“ຫລື “ຄວາມຕາຍ“ຂຶ້ນຢູ່ກັບບໍລິບົດ
- ໃນພັນທະສັນຍາໃໝ່ຄໍາວ່າ “ ແດນມໍລະນາ“ ສາມາດແປວ່າ “ສະຖານທີ່ສໍາລັບຄົນຕາຍທີ່ບໍ່ເຊື່ອ “ຫລື “ ສະຖານທີ່ແຫ່ງຄວາມທຸກທໍລະມານສໍາລັບຄົນຕາຍ “ຫລື “ ສະຖານທີ່ສໍາລັບວິນຍານຂອງຄົນທີ່ບໍ່ເຊື່ອ
- ຄໍາແປບາງສະບັບຍັງຮັກສາຄໍາວ່າ “ແດນຄົນຕາຍ “ ຫລື “ແດນມໍລະນາ “ການສະກົດຄໍາໃຫ້ເໝາະສົມກັບຮູບແບບສຽງຂອງພາສາໃນການແປ
ແຕ່ງຕັ້ງ, ຖືກແຕ່ງຕັ້ງ
ຄຳວ່າ "ແຕ່ງຕັ້ງ" ແລະ "ຖືກແຕ່ງຕັ້ງ" ໝາຍ ເຖິງການເລືອກເອົາຜູ້ໃດຜູ້ໜຶ່ງເພື່ອປະຕິບັດໜ້າທີ່ຫຼືບົດບາດສະເພາະ.
- ເພື່ອ "ຖືກແຕ່ງຕັ້ງ" ຍັງສາມາດ ໝາຍເຖິງການຖືກ "ເລືອກ" ເພື່ອຈະໄດ້ຮັບບາງສິ່ງບາງຢ່າງຄືໃນ "ແຕ່ງຕັ້ງໃຫ້ມີຊີວິດນິລັນດອນ". ນີ້ ໝາຍ ຄວາມວ່າພວກເຂົາຖືກເລືອກໃຫ້ໄດ້ຮັບຊີວິດນິລັນດອນ.
- ຄຳວ່າ "ເວລາ ກຳນົດ" ໝາຍເຖິງ "ເວລາທີ່ຖືກເລືອກໄວ້" ຫລື "ເວລາທີ່ວາງແຜນໄວ້" ສຳ ລັບບາງສິ່ງທີ່ເກີດຂື້ນ.
- ຄຳວ່າ "ແຕ່ງຕັ້ງ" ກໍ່ອາດຈະໝາຍ ເຖິງ "ຄຳສັ່ງ" ຫລື "ມອບ ໝາຍ" ໃຫ້ຜູ້ໃດຜູ້ ໜຶ່ງເຮັດຫຍັງ.
ຄຳແນະນຳໃນການແປ
- ອີງຕາມສະພາບການ, ວິທີການແປ "ແຕ່ງຕັ້ງ" ສາມາດປະກອບມີ, "ເລືອກ" ຫຼື "ມອບ ໝາຍ" ຫລື "ເລືອກຢ່າງເປັນທາງການ" ຫຼື "ແຕ່ງຕັ້ງ." *ຄຳວ່າ "ແຕ່ງຕັ້ງ" ສາມາດແປເປັນ, "ມອບ ໝາຍ" ຫລື "ວາງແຜນ" ຫລື "ເລືອກໂດຍສະເພາະ."
- ປະໂຫຍກທີ່ວ່າ "ໄດ້ຮັບການແຕ່ງຕັ້ງ" ຍັງສາມາດແປເປັນ "ຖືກເລືອກ."
ແຕ່ງຕັ້ງ, ສະຖາປະນາ
ການແຕ່ງຕັ້ງຫລືສະຖາປະນາບຸກຄົນໝາຍເຖິງການແຕ່ງຕັ້ງບຸກຄົນເພື່ອພາລະກິດຫລືບົດບາດພິເສດ. ຍັງໝາຍເຖິງການບັນຍັດກົດເກນຫລືຄໍາສັ່ງຢ່າງເປັນທາງການອີກດ້ວຍ.
- ຫລາຍເທື່ອຄຳວ່າ "ແຕ່ງຕັ້ງ, ສະຖາປະນາ" ອ້າງເຖິງການແຕ່ງຕັ້ງບາງຄົນຢ່າງເປັນທາງການໃຫ້ເປັນປະໂລຫິດ, ສາດສະຫນາຈານ, ຫລືອາຈານ.
- ຍົກຕົວຢ່າງເຊັ່ນ, ພຣະເຈົ້າຊົງແຕ່ງຕັ້ງອາໂລນແລະລູກຫລານຂອງອາໂລນໃຫ້ເປັນພວກປະໂລຫິດ.
- ຍັງສາມາດແປໄດ້ສ້າງຫລືສະຖາປະນາບາງສິ່ງ, ເຊັ່ນ: ການລ້ຽງສະຫລອງທາງສາດສະໜາ ຫລື ພັນທະສັນຍາ.
- ຂຶ້ນຢູ່ກັບບໍລິບົດ, "ແຕ່ງຕັ້ງ, ສະຖາປະນາ" ສາມາດແປໄດ້ວ່າ "ມອບໝາຍຫນ້າທີ່" ຫລື "ແຕ່ງຕັ້ງໃຫ້ເປັນ" ຫລື "ອອກຄຳສັ່ງ" ຫລື "ຕັ້ງກົດເກນ" ຫລື "ສະຖາປະນາ."
ແທງ
ຄຳວ່າ "ແທງ" ນັ້ນໝາຍເຖິງການແທງບາງສິ່ງດ້ວຍວັດຖູທີ່ມີຄວາມຄົມແລະປາຍແຫຼມ ນອກຈາກນີ້ຢັງໃຊ້ໃນເຊີງອຸປະມາອຸປະໄມອ້າງເຖິງການກໍ່ໃຫ້ເກີດຄວາມເຈັບປວດທາງອາລົມແກ່ບາງຄົນ
- ທະຫານໄດ້ໃຊ້ຫອກແທງທີ່ສີຂ້າງຂອງພຣະເຢຊູເມື່ອພະອົງຊົງຖືກຄືງທີ່ໄມ້ກາງແຂນນັ້ນ
- ໃນສະໄໝຂອງພຣະຄຳພີ ຂ້າທາດທີ່ໄດ້ຮັບການປົດປ່ອຍໃຫ້ເປັນອິດສະຫລະແຕ່ເລືອກທີ່ຈະຮັບໃຊ້ເຈົ້ານາຍຂອງຕົນຕໍ່ໄປຈະຖືກເຈາະຫູເປັນສັນຍາລັກ
- ສິເມໂອນໄດ້ກລ່າວໃນເຊີງອຸປະມາອຸປະໄມກັບມາຣີ ວ່າ ຫັວໃຈຂອງນາງຈະຖືກດາບແທງທະລຸຊຶ່ງໝາຍຄວາມວ່ານາງຈະປະສົບກັບຄວາມໂສກເສົ້າຢ່າງຫລາຍເນື່ອງດ້ວຍເຫດທີ່ຈະເກີດຂຶ້ນກັບພຣະເຢຊູບຸດຊາຍຂອງນາງ
ແທ່ນບູຊາ
ແທ່ນບູຊາເປັນບ່ອນສ້າງສູງທີ່ຕັ້ງຂື້ນຈາກພື້ນຂຶ້ນມາ ຊຶ່ງຄົນອິສະຣາເອນໃຊ້ເປັນບ່ອນເຜົາສັດ ແລະເມັດພືດຕ່າງໆເພື່ອເປັນບູຊາຖວາຍແດ່ພຣະເຈົ້າ
- ໃນສະໃໝຂອງພຣະຄຳພີ ແທ່ນບູຊາຢ່າງງ່າຍໆ ມັກຈະທຳຂຶ້ນມາຈາກການປັ້ນຂຶ້ນເປັນຮູບຫລືການເອົາກ້ອນຫີນກ້ອນໃຫຍ່ມາເຮັດເປັນກອງກັນຂຶ້ນໃຫ້ໝັ້ນຄົງ
- ແທ່ນບູຊາແບບພິເສດບາງສະນິດທີ່ເປັນຮູບຊົງແລ້ວກໍຈະທຳມາຈາກໄມ້ແລ້ວຫຸ້ມຫໍ່ດ້ວຍໂລຫະເຊັ່ນ ທອງ ທອງເຫລືອງ ຫລືທອງສຳຣິດ
- ປະຊາຊົນກຸ່ມອື່ນໆ ທີ່ອາໃສຢູ່ໃກ້ອິສະຣາເອນກໍໄດ້ສ້າງແທ່ນບູຊາເພື່ອຖວາຍບູຊາແດ່ພຣະຂອງພວກເຂົາ
ແທ່ນເຜົາເຄື່ອງຫອມ
ແທ່ນເຜົາເຄື່ອງຫອມເປັນເຄື່ອງໃຊ້ອັນໜຶ່ງທີ່ປະໂລຫິດຈະນຳໄປໃຊ້ເປັນເຄື່ອງຫອມແລະເປັນເຄື່ອງເຜົາບູຊາຖວາຍແດ່ພຣະເຈົ້າ ແລະມີຊື່ທີ່ເອີ້ນວ່າແທ່ນບູຊາທອງຄຳ
*ແທ່ນເຜົາເຄື່ອງຫອມເຮັດມາຈາກໄມ້ ແລະຂ້າງເທິງແລະອີກຂ້າງຈະຖືກຫຸ້ມຫໍ່ດ້ວຍທອງຄຳ ມີຄວາມຍາວປະມານເຄີ່ງເມັດ ຄວາມກວ້າງເຄີ່ງເມັດ ແລະຄວາມສູງໜຶ່ງເມັດ * ໃນຕອນແລກແທ່ນນີ້ຈະຖືກເກັບໄວ້ທີ່ລັບ ຕໍ່ມາກໍຖືກເກັບໄວ້ໃນພຣວິຫານ * ທຸກໆຕອນເຊົ້າແລະຕອນເຢັນ ປະໂລຫິດທ່ານຈະເຜົາເຄື່ອງຫອມເທິງແທ່ນບູຊາ * ຄຳນີ້ໝາຍຄວາມໄດ້ອີກວ່າ " ແທ່ນສຳລັບໃຊ້ເຜົາເຄື່ອງຫອມ" ຫລື " ແທ່ນບູຊາທອງຄຳ" ຫລື " ທີ່ເຜົາເຄື່ອງຫອມ" ຫລື " ໂຕະເຄື່ອງຫອມ "
ແບ້
ແບ້ເປັນສັດຂະໜາດກາງໆ ເປັນສັດສີຂາວ ຄ້າຍກັບແກະແລະເປັນສັດທີ່ບໍ່ໃຫ້ນົມແລະເອົາໃວ້ກິນຊີ້ນ ລຸກອອ່ນຂອງແບ້ເອີ້ນວ່າ "ລຸກແບ້".
- ເໝືອນກັບແກະ ແບ້ເປັນສັດທີ່ສຳຄັນສຳລັບການເຜົາບຸຊາ ໂດຍສະເພາະເທດສະການປັດສະຄາ.
- ເຖີງແມ່ນວ່າແບ້ມີຄວາມຄ້າຍຄືແກະແຕ່ກໍມີຄວາມແຕກຕ່າງບາງຢ່າງທີ່ເຫັນໄດ້ຢ່າງຊັດເຈັນ.
- ແບ້ມີຂົນສີເຂັ້ມແລະຫຍາບ ແຕ່ແກະມີຂົນເປັນປູຍ.
- ແບ້ມີຫາງທ່ີ່ຕັ້ງຊີ້ ແຕ່ຫາງແກະຫອ້ຍລົງ.
- ແກະໂດຍປົກກະຕິມັກຢຸ່ຢ່າ່ງປອດພັຍກັບຝຸງຂອງພວກມັນ ແຕ່ແບ້ຈະມີຄວາມເປັນເອກກະເທດແລະມັກທ່ີ່ຈະທ່ອງທຽ່ວໄປຈາກຝຸງ.
- ໃນສະມັຍພຣະຄັມພີ ແບ້ເປັນແຫ່ງໃຫ້ນ້ຳນົມຫລັກໆ ກັບຄົນອິດສະຣະເອນ.
- ໜັງແບ້ຖືກໃຊ້ເປັນເຕັນເພື່ອປົກຄູມແລະຖົງໜັງສຳລັບໃສ່ ເຫົ້ລາອາງູ່ນ.
- ທັງໃນພັນທະສັນຍາເດີມແລະໃໝ່ ແບ້ຖືກໃຊ້ເປັນສັນຍາລັກຂອງຄົນອະທັມ ບາງທີອາດຈະເປັນເພາະແນວໂນ້ມຂອງພວກມັນທີ່ຈະຍ່າງອອກຫ່າງຈາກຄົນທີ່ດຸແລພວກມັນ.
- ຊົນຊາດອິດສະຣະເອນໃຊ້ແບ້ເປັນສັນຍາລັກແບກຮັບຄວາມບາບດວ້ຍ ເມື່ອແບ້ຕົວໜຶ່ງຖືກຖວາຍເປັນສັດບຸຊາ ປະໂລຫິດຈະເອົາມືວາງເທິງແບ້ຕົວທີສອງແລະສົ່ງເຂົ້າໄປໃນທະເລຊາຍເພື່ອເປັນສັຍາລັກຂອງສັດທີ່ແບກຮັບຄວາມບາບຂອງມະນູດ.
ແມ່ນຳ້ຈໍແດນ, ຈໍແດນ
ແມ່ນຳ້ຈໍແດນເປັນແມ່ນນຳ້ທີ່ໄຫລແຕ່ເໜືອຮອດໃຕ້, ແລະເປັນເຂດແດນທາງຕາເວັນອອກຂອງດິນແດນທີ່ຖືກເອີ້ນວ່າການາອານ.
- ທຸກມື້ນີ້, ແມ່ນຳ້ຈໍແດນໄດ້ແຍກອິດສະຣາເອນທາງທິດຕາເວັນຕົກຈາກຈໍແດນທາງທິດຕາເວັນອອກ.
- ແມ່ນຳ້ຈໍແດນໄຫລຜ່ານທະເລຄາລີເລແລ້ວຈຶ່ງໄຫລລົງໄປສູ່ທະເລຕາຍ.
- ເມື່ອໂຢຊວຍໄດ້ນຳອິດສະຣາເອນເຂົ້າສູ່ການາອານ, ພວກເຂົາໄດ້ຂ້າມແມ່ນຳ້ຈໍແດນ. ເນື່ອງຂາກນຳ້ນັ້ນເລິກຫລາຍ, ພຣະເຈົ້າເຮັດການອັດສະຈັນໄດ້ຫຍຸດນຳ້ບໍ່ໃຫ້ໄຫລ ສະນັ້ນພວກເຂົາຈຶ່ງສາມາດຂ້າມນຳ້ໄປໄດ້.
- ຫລາຍຄັ້ງໃນພຣະຄຳພີ ແມ່ນຳ້ຈໍແດນຖືກເອີ້ນວ່າ“ແມ່ນຳ້ຈໍແດນ“
ແມ່ນໍ້າເອຟຣາດ
ເອຟຣາດ ແມ່ນຊື່ໜຶ່ງໃນແມ່ນໍ້າສີ່ສາຍທີ່ໄຫລຜ່ານສວນເອເອນ ເປັນແມ່ນໍ້າທີ່ຖືກເວົ້າເຖິງຫລາຍທີ່ສຸດໃນພຣະຄໍາພີ
- ໃນປັດຈຸບັນ ແມ່ນໍ້າທີ່ຖືກເອີ້ນວ່າເອຟຣາດ ໄດ້ຕັ້ງຢູ່ແຖວຕາເວັນອອກກາງ ແລະເປັນແມ່ນໍ້າທີ່ຍາວທີ່ສຸດແລະສໍາຄັນທີ່ສຸດໃນອາຊີ.
- ເມື່ອໄຫລໄປຮວມກັບແມ່ນໍ້າຕິດຣິດ ແມ່ນໍາເອຟຣາດໄດ້ເປັນເຂດແດນຂອງແຜ່ນດິນທີ່ຮູ້ຈັກກັນທີ່ມີຊື່ວ່າ ເມໂສໂປຕາເມຍ
- ເມືອງບູຮານ ເອີ ຊຶ່ງເປັນເມືອງທີ່ອັບຣາຮາມໄດ້ອອກມາຈາກເມືອງນັ້ນ ແມ່ນຕັ້ງຢູ່ປາກແມ່ນໍ້າເອຟຣາດນີ້
- ແມ່ນໍ້ານີ້ແມ່ນສາຍນຶ່ງໃນເຂດຂອງແຜ່ນດິນທີ່ພຣະເຈົ້າໄດ້ ສັນຍາວ່າຈະມອບໃຫ້ແກ່ອັບຣາຮາມ (ປຖກ 15:18)
- ບາງເທື່ອ ແມ່ນໍາເອຟຣາດ ໄດ້ຖືກເອີ້ນງ່າຍໆ ວ່າ "ແມ່ນໍ້າ"
ແມ່ແບບ
ແມ່ແບບ ແມ່ນຮູບຮ່າງຂອງໄມ້, ເຫລັກ, ຫລື ດິນໜຽວ ທີ່ເອົາມາເພື່ອໃຊ້ຫລໍ່ຄຳ, ເງິນ, ຫລື ວັດຖຸອື່ນໆ ໂດຍສິ່ງເຫລົ່ານັ້ນ ຈະຖືກຫລອມລະລາຍກ່ອນ ແລ້ວເອົາມາໃສ່ແມ່ແບບ ໃຫ້ເປັນຮູບຮ່າງຕ່າງ.
- ແມ່ແບບ ຖືກເອົາມາໃຊ້ໃນການເຮັດເພັດພອຍ, ຖ້ວຍຈານ, ແລະ ເຄື່ອງຂອງທີ່ໃຊ້ສຳລັບກຶນອາຫານ, ເຄື່ອງຂອງອື່ນໆ.
- ໃນພຣະຄຳພີ, ແມ່ແບບ ມັກກ່ຽວຂ້ອງກັບການຫລໍ່ຮູບຕ່າງໆ ທີ່ໃຊ້ເປັນຮູບເຄົາຣົບພະປອມ.
- ເຫລັກຕ່າງໆ ຈະຖືກເຜົາດ້ວຍຄວາມຮ້ອນຈົນມັນເປື່ອຍ ແລ້ວຈິ່ງເອົາໄປເຖໃສ່ແມ່ແບບ.
- ການໃຊ້ແມ່ແບບຫລໍ່ບາງສິ່ງບາງຢ່າງ ໝາຍເຖິງ ການເຮັດໃຫ້ວັດຖຸ ກາຍເປັນຮູບຮ່າງບາງຢ່າງ ຫລື ເປັນຮູບຮ່າງທີ່ຄືກັນຕາມແມ່ແບບ ຫລື ໃຊ້ມືເຮັດໃຫ້ເປັນຮູບຮ່າງບາງຢ່າງ.
ຄຳແນະນຳໃນການແປ
- ຄຳນີ້ສາມາດແປໄດ້ອີກວ່າ, "ເຮັດຈາກ" ຫລື "ເຮັດໃຫ້ເປັນຮູບຮ່າງ" ຫລື "ເຮັດ."
- ຄຳວ່າ "ໄດ້ຮັບການຫລໍ່" ສາມາດແປອີກວ່າ "ຖືກເຮັດໃຫ້ເປັນຮູບຮ່າງ" ຫລື "ເຮັດເປັນຮູບ."
- ສິ່ງທີ່ເປັນ "ແມ່ແບບ" ບາງເທື່ອ ກໍສາມາດແປໂດຍໃຊ້ວັກຄຳ ຫລື ຄຳທີ່ມີຄວາມໝາຍວ່າ, "ພາຊະນະທີ່ເຮັດຕາມຮູບ" ຫລື "ຈານທີ່ເຮັດຈາກການປັ້ນ."
ແສ້, ໄມ້ແສ້
ຄຳ ວ່າ“ ໄມ້ແສ້” ໝາຍ ເຖິງເຄື່ອງມືທີ່ຄ້າຍຄືແຄບ, ແຂງ, ແລະແຂງເຊິ່ງໃຊ້ໃນຫຼາຍວິທີທາງທີ່ແຕກຕ່າງກັນ. ຢ່າງຫນ້ອຍມັນອາດຈະເປັນໄມ້ໃນຄວາມຍາວປະມານແມັດ.
ຄົນລ້ຽງແກະໃຊ້ໄມ້ຄ້ອນເທົ້າເພື່ອປ້ອງກັນຝູງແກະຈາກສັດອື່ນໆ. ມັນຍັງຖືກໂຍນລົງສູ່ຝູງແກະທີ່ຫລົງທາງເພື່ອເອົາມັນກັບມາຝູງແກະ. ໃນເພງສັນລະເສີນບົດທີ 23, ກະສັດດາວິດໄດ້ໃຊ້ ຄຳວ່າ, "ໄມ້ ເທົ້າ" ແລະ "ພະນັກງານ" ເປັນຄຳປຽບທຽບເພື່ອກ່າວເຖິງການຊີ້ ນຳ ແລະການຕີສອນຂອງພຣະເຈົ້າສຳລັບປະຊາຊົນຂອງພຣະ ອົງ. * ໄມ້ເທົ້າຂອງຜູ້ລ້ຽງແກະຍັງຖືກໃຊ້ເພື່ອນັບແກະໃນຂະນະທີ່ພວກມັນຜ່ານມັນໄປ. * ການສະແດງແບບປຽບທຽບອີກຢ່າງ ໜຶ່ງ, "ໄມ້ຕີເຫຼັກ," ໝາຍ ເຖິງການລົງໂທດຂອງພຣະເຈົ້າສຳລັບຄົນທີ່ກະບົດຕໍ່ລາວແລະເຮັດສິ່ງທີ່ຊົ່ວ. * ໃນສະ ໄໝ ບູຮານ, ການວັດແທກເຊືອກເຮັດດ້ວຍໂລຫະ, ໄມ້ຫລືຫີນແມ່ນໃຊ້ເພື່ອວັດແທກຄວາມຍາວຂອງອາຄານຫລືວັດຖຸ. * ໃນພຣະຄຳພີໄມ້ຄ້ອນໄມ້ຍັງຖືກເອີ້ນວ່າເປັນເຄື່ອງມືໃນການຕີສອນເດັກນ້ອຍ.
ແອກ
ແອກເປັນທ່ອນໆຂອງໄມ້ຫລືໂລຫະທີ່ເອົາໄປມັດກັບສັດສອງຕົວຫລືຫລາຍກົ່ວນັ້ນເພື່ອລາມພວກມັນເພື່ອຈຸດປະສົງໃນການແກ່ຄັນໄຖຫລືແກ່ກວຽນ ມີຄວາມຫມາຍທີ່ປຽບທຽບຢ່າງຫລວງຫລາຍສຳລັບຄຳນີ້
- ຄຳວ່າ " ແອກ "ໄດ້ຖືກໃຊ້ໃນຄຳອຸບປະມາອຸບປະວິໃນທີ່ອ້າງເຖິງບາງສິ່ງທີ່ຮວມປະຊາຊົນສຳລັບວັດຖຸປະສົງໃນການເຮັດວຽກຮ່ວມກັນ ເຊັ່ນການຮັບໃຊ້ອົງພຣະເຢຊູ
- ໂປໂລໄດ້ໃຊ້ຄຳວ່າ " ເພື່ອນຮ່ວມແອກ" ໃນການອ້າງອີງເຖິງບາງຄົນຜູ້ທີ່ກຳລັງຮັບໃຊ້ພຣະເຢຊູເຊັ່ນດຽວກັນວ່າ " ເພື່ອນຄົນຮັບໃຊ້" ຫລື" ເພື່ອນຜູ້ຮັບໃຊ້ "ຫລື " ເພື່ອນຮ່ວມງານຮັບໃຊ້ "
- ຄຳວ່າ " ແອກ " ຍັງໃຊ້ຢູ່ເປັນປະຈຳໃນການປຽບທຽບເປັນຄຳອຸປະມາທີ່ອ້າງເຖິງພາລະໜັກແລະບາງຄົນຕ້ອງແບກ ເຊັ່ນຖືກກົດຂີ່ເມື່ອຕົກເປັນທາດຫລືຖືກຂົ່ມເຫັງ
- ໃນກໍລະນີສ່ວນໃຫຍ່ ເປັນການດີທີ່ສຸດທີ່ຈະແປຄຳນີ້ຕາມຕົວອັກສອນໃຊ້ຄຳທ່ອງຖີ່ນທີ່ວ່າ ແອກ ທີ່ໃຊ້ໃນການທຳກະເສດຕະກຳ
- ທາງອື່ນໃນການແປໃນຄຳອຸບປະມາອຸບປະວິໃນຂອງຄຳນີ້ອາດຈະເປັນ " ພາຣະທີ່ກົດດັນ " ຫລື " ພາລະໜັກ " ຫລື " ຜູກໝັດ "ຂື້ນຢູ່ກັບກໍລະນີນັ້ນໆ "
ແອວ
ຄຳວ່າ '' ແອວ " ອ້າງເຖິງສ່ວນຮ່າງກາຍຂອງສັດ ຫລື ບຸກຄົນທີ່ຢູ່ລະຫວ່າງກະດູກຊີກໂຄງດ້ານລຸ່ມກັບກະດູກເຊີງກາມ ຫລື ຮູ້ຈັກກັນດີວ່າ ທ້ອງນ້ອຍ.
- ຄຳກ່າວ " ຈົງຄາດແອວ " ອ້າງເຖືງການຕຽມຕົວເຮັດວຽກຫນັກ ມັນມາຈາກທຳນຽມການປັກຊາຍເສື້ອຄຸມຂື້ນໄປທີ່ເຂັມຂັດຮອບແອວເພື່ອທີ່ຈະເຄື່ອນໄຫວໄດ້ສະດວກ.
- ຄຳວ່າ " ແອວ " ໄດ້ຖືກນຳໃຊ້ຢູ່ເລື້ອຍໆໃນພຣະຄຳພີອ້າງເຖືງສ່ວນລຸ່ມດ້ານຫລັງຂອງສັດທີ່ຖະຫວາຍບູຊາ.
- ໃນພຣະຄຳພີ ຄຳວ່າ " ແອວ " ມັກຈະອ້າງໃນເຊີງອຸປະມາຫລາຍຄັ້ງ ແລະ ເປັນຄຳ ສະລະສະຫລວຍທີ່ໃຊ້ກັບອະໄວຍະວະໃນການສືບພັນຂອງຜູ້ຊາຍ ເປັນຄືກັບແຫຼ່ງທີ່ມາຂອງເຊື້ອສາຍຂອງເຂົາ. ( ເບິງ : euphemism)
- ຄຳກ່າວ " ຈະມາຈາກແອວຂອງທ່ານ " ສາມາດແປວ່າ " ຈະເປັນລູກຫລານຂອງທ່ານ " ຫລື " ຈະເກີດຈາກເມັດພັນຂອງທ່ານ " ຫລື " ພຣະເຈົ້າຈະເຮັດໃຫ້ມາຈາກທ່ານ. " ( ເບິງ: euphemism)
- ເມື່ອອ້າງເຖືງສ່ວນຮ່າງກາຍ ນີ້ສາມາດແປວ່າ " ທ້ອງ " ຫລື " ແອວ " ຂື້ນຢູ່ກັບສະພາບແວດລ້ອມ.
ໂກດ, ໂມໂຫ, ພຣະພິໂລດ
ການ " ໂກດ " ຫລື " ໂມໂຫ " ໝາຍເຖິງການບໍ່ພໍໃຈຢ່າງຫລວງຫລາຍ ຫງຸດຫງິດ ແລະບໍ່ພໍໃຈບາງຍ່າງຫລືບາງຄົນ
- ເມື່ອມະນຸດໂກດ ມັກຈະເປັນຄວາມບາບແລະເຫັນແກ່ຕົວ ແຕ່ບາງຄັ້ງກໍເປັນການໂກດທີ່ຊອບທຳແລະຕໍ່ສູ້ກັບຄວາມບໍ່ຍູຕິທຳຫລືການກົດຂີ່ຂົ່ມຫັງ
- ຄວາມໂກດຂອງພຣະເຈົ້າ ( ທີ່ເອີ້ນວ່າ " ພຣະພິໂລດ ") ໝາຍເຖິງຄວາມບໍ່ພໍພຣະໄທເປັນຢ່າງຍິ່ງຂອງພຣະອົງຕໍ່ບາບ
- ຄຳທີ່ວ່າ " ຍຸຍົງໃຫ້ໂມໂຫ "ໝາຍຄວາມວ່າ " ທຳໃຫ້ເກີດຄວາມໂກດ "
ໂກລະໂກທາ
ຄຳວ່າ "ໂກລະໂກທາ" ຄືສະຖານທີ່ທີ່ພຣເຢຊຸຖືກຄຶງ ຄຳນີ້ມາຈາກ ພາສາອາຣັບໝາຍເຖີງ "ກະໂຫລກ" ຫລື "ສະຖານທີ່ແຫ່ງຫົວ ກະໂຫລກ".
- ໂກລະໂກທາຕັ້ງຢຸ່ດ້ານນອກກຳແພງເມືອງບາງແຫ່ງໃກ້ກັບ ນະຄອນເຢລຸຊາແລມ ບາງທີອາດຈະຕັ້ງທີ່ເທິງທາງພຽງພຸເຂົາ ຫມາກກອກເທດ.
- ໃນພຣະຄຳພີພາສາອັງກິດດັ້ງເດີມໂກລະໂກທາຖືກແປວ່າ "ແຄວວາລີ" ຊຶ່ງມາຈາກພາສາລາຕິນແປວ່າ "ກະໂຫລກ"
- ພຣະຄຳພີຫລາຍສະບັບໃຊ້ຄຳທີ່ເໝືອນກັນຄືຄຳວ່າ "ໂກລະໂກທາ" ຄວາມໝາຍຂອງຄຳນີ້ກໍໄດ້ອະທິບາຍໃວ້ໃນຂໍ້ພຣະຄຳພີ ແລະສາມາດເບິ່ງລິງດາ້ນລູ່ມໄດ້ວ່າແປຄຳນີ້ຢ່າງໃດ. (HOW to TRANSLATE NAMES) (https://git.door43.org/Door43/en-ta-translate-vol1/src/master/content/translate_names.md)
ໂກລີອາດ
ໂກລີອາດເປັນທະຫານຕົວສຸງໃຫຍ່ຫລາຍໃນກອງທັບຂອງຄົນ ຟີລິດສະຕິນທີ່ດາວິດຂ້າຕາຍ.
- ໂກລີອາດສຸງປະມານສອງເຖີງສາມແມັດ ຫລາຍຈະຖືກເວົ້າເຖີງວ່າເໝືອນຍັກເພາະດວ້ຍຂະໜາດຕົວທີ່ໃຫຍ່ໂຕຂອງເຂົາ
- ເຖີງແມ່ນວ່າໂກລີອາດໄດ້ມີອາວູດທີ່ດີກົ່ວແລະຕົວໃຫຍ່ຫລາຍກົ່ວດາວິດພຣະເຈົ້າໄດ້ຊົງໃຫ້ກຳລັງແກ່ດາວິດແລະຄວາມສາມາດທີ່ຈະປາບໂກລີອາດ.
- ຊົນຊາດອິດສະຣະເອນໄດ້ປະກາດໄຊຊະນະເໜືອຄົນຟີລິດສະຕິນດວ້ຍຜົນຂອງໄຊຊະນະຂອງດາວິດເໜືອໂກລີອາດ.
ໂກເຊນ
ໂກເຊນເປັນຊື່ຂອງດິນແດນທ່ີ່ອຸດົມສົມບູນທີ່ຕັ້ງລຽບຕາມຝັ່ງແມ່ນ້ຳໄນ ໃນສ່ວນຕອນເໜືອຂອງເອຢິບ.
- ເມື່ອໂຢເຊັບເປັນຜູ້ປົກຄອງໃນເອຢິບ ພໍ່ແລະພີ່ນອ້ງຂອງເຂົາແລະຄອບຄົວຂອງເຂົາໄດ້ມາອາໃສຢູ່ທ່ີເມືອງໂກເຊນເພື່ອໜີການກັນດານອາຫານໃນການາອານ.
- ພວກເຂົາແລະລູກຫລານຂອງພວກເຂົາໄດ້ອາໃສຢູ່ໃນເມືອງໂກເຊນຢ່າງດົນກົ່ວ 400 ປີ ແລ້ວຖືກພວກເຂົາບັງຄັບໃຫ້ເປັນໂດຍຟາຣາໂອກະສັດຂອງເອຢິບ.
- ໃນທ່ີສຸດພຣະເຈົ້າໄດ້ສົ່ງໂມເຊໃຫ້ໄປຊວ່ຍຄົນອິດສະຣະເອນອອກຈາກເມືອງໂກເຊນແລະໜີຈາກການເປັນທາດນິ້.
ໂກໂມຣາ
ໂກໂມຣາເປັນເມືອງທີ່ຕັ້ງຢຸ່ໃນຮອ່ມພຸທີ່ອູດົມສົມບຸນແຫ່ງ ໜຶ່ງທາງຕາເວັນອອກຂອງເມືອງບາບີໂລນສະຖານທີ່ຫລານອັບບຣາຮາມຄືໂລດໄດ້ເລືອກທີ່ຈະມີຊີວິດ.
- ສະຖານທີ່ແນ່ນອນຂອງໂກໂມຣາແລະເມືອງໂສໂດມບໍ່ໄດ້ເປັນທີ່ຮາບແຕ່ມີຂໍ້ບົ່ງຊີ້ຫລາຍຢ່າງທີ່ທັງສອງເມືອງນີ້ອາດຈະຕັ້ງຢຸ່ທາງຕອນໃຕ້ຂອງທະເລເກືອໃກ້ກັບຮອ່ມພຸຊິດດິມ.
- ມີກະສັດຫລາຍອົງທີ່ເຮັດສົງຄາມໃນບໍລິເວນທີ່ຕັ້ງຂອງເມືອງໂຊໂດມແລະເມືອງໂກໂມຣາ.
- ເມື່ອຄອບຄົວຂອງໂຣດຖືກຈັບໃນຂໍ້ຂັດແຍ້ງລະຫວ່າງເມືອງໂຊໂດມແລະເມືອງອື່ນອັບບຣາຮາມແລະຄົນຂອງເຂົາຊ່ວຍຊີວິດພວກເຂົາເອົາໃວ້.
- ບໍ່ດົນຫລັງຈາກນັ້ນ ພຣະເຈົ້າໄດ້ທຳລາຍເມືອງໂຊໂດມແລະເມືອງໂກມະຣາເພາະຄວາມຊົ່ວຮ້າຍຂອງຜຸ້ອາສັຍຢຸ່ທີ່ນັ້ນ.
ໂຊ
ໂຊ ເປັນເມືອງນ້ອຍໆ ທີ່ໂລດ ໄດ້ຫລົບໜີເມື່ອພຣະເຈົ້າຊົງທຳລາຍເມືອງໂສໂດມແລະເມືອງໂກໂມຣາ
- ຊື່ທີ່ເປັນຄົນຮູ້ຈັກກັນກ່ອນໜ້ານີ້ຄື " ເບລາ " ແຕ່ໄດ້ຖືກຕັ້ງຊື່ໃໝ່ວ່າ " ໂຊ " ເມື່ອໂລດໄດ້ທູນຂໍພຣະເຈົ້າບໍ່ໃຫ້ສະງວນເມືອງ " ນ້ອຍໆ " ນີ້ໄວ້
- ໂຊ ໄດ້ຄິດກັນວ່າເມືອງນີ້ໄດ້ຕັ້ງຢູ່ເທີງບ່ອນຮາບຂອງແມ່ນາໍ້ ຈໍແດນຫລືທາງຕອນໃຕ້ສຸດຂອງທະເລຕາຍ
ໂຊດົມ
ໂຊດົມເປັນເມືອງທີ່ຢູ່ຕອນໃຕ້ຂອງການາອານ ຊຶ່ງເປັນສະຖານທີ່ຫລານຊາຍຂອງອັບຣາຮາມ ຄື ໂລດອາໄສຢູ່ກັບພັນລະຍາແລະລູກຫຼານຂອງທ່ານ. * ແຜ່ນດິນຂອງພື້ນທີ່ອ້ອມເມືອງໂຊດົມເປັນພື້ນທີ່ຊຸ່ມນ້ຳແລະອຸດົມສົມບູນ, ດັ່ງນັ້ນຈຶ່ງນັ້ນເປັນທີ່ທີ່ໂລດໄດ້ເລືອກທີ່ຈະອາໄສຢູ່ໃນຕອນທີ່ຕັ້ງຖິ່ນຖານໃນການາອານ. * ສະຖານທີ່ຕັ້ງທີ່ແນ່ນອນຂອງເມືອງນີ້ບໍ່ເປັນທີ່ຮູ້ແຈ້ງ ເພາະວ່າເມືອງໂຊດົມ ແລະ ເມືອງທີ່ຢູ່ໃກ້ເມືອງ ໂກໂມຣາທັງໝົດຖືກພຣະເຈົ້າຊົງທຳລາຍຢ່າງສິ້ນຊາກ ເພື່ອເປັນການລົງໂທດສິ່ງຊົ່ວຮ້າຍທີ່ປະຊາຊົນໄດ້ກະທຳຢູ່ * ຄວາມບາບທີ່ຊົ່ວຮ້າຍທີ່ສຸດທີ່ປະຊາຊົນໃນເມືອງໂຊດົມແລະເມືອງໂກໂມຣາກະທຳຢູ່ຄືການຮັກຮ່ວມເພດ.
ໂທມາ
ໂທມາເປັນໜຶ່ງໃນສິບສອງຄົນທີ່ພຣະເຢຊູເຈົ້າຊົງເລືອກໃຫ້ເປັນສາວົກຂອງພຣະອົງແລະຕໍ່ມາຄື ລາວເປັນອັກຄະຣາສາວົກເປັນທີ່ຮູ້ຈັກໃນຖານະ"ດິໄດມັດ" ເຊງແປວ່າ "ຝາແຝດ"
- ໃກ້ຈະເຖິງຊ່ວງຊີວຶດຊ່ວງສຸດທ້າຍໃນຊີວິດຂອງພຣະເຢຊູເຈົ້າ ພຣະອົງຊົງບອກພວກສາວົກຂອງພຣະອົງວ່າພຣະອົງກຳລັງຈະຈາກໄປຢູ່ກັບພຣະບິດາແລະໄປຈັດຕຽມທີ່ໃຫ້ກັບພວກເຂົາເພື່ອຢູ່ກັບພຣະອົງ ໂທມາໄດ້ທູນຖາມພຣະເຢຊູເຈົ້າວ່າພວກເຂົາຈະຮູ້ໄດ້ຢ່າງໃດ້ວ່າທາງທີ່ຈະໄປນິ້ນແມ່ນທາງໃດເມື່ອບໍ່ຮູ້ວ່າພຣະອົງຈະໄປທາງໃດ
- ພາຍຫລັງພຣະເຢຊູເຈົ້າສີ້ນພະຊົນແລະຊົງຄື້ນພະຊົນ ໂທມາໄດ້ກ່າວວ່າລາວຈະບໍ່ເຊື່ອວ່າພຣະເຢຊູເຈົ້າຊົງມີຊີວິດຢູ່ຈົນກວ່າລາວຈະໄດ້ເຫັນແລະຈັບຕ້ອງຮອຍບາດແຜທີ່ພຣະເຢຊູເຈົ້າໄດ້ຊົງຮັບບາດເຈັບ
ໂນອາ
ໂນອາຄືຜູ້ຊາຍຜູ້ມີຊີວິດຢູ່ເມື່ອ 4,000 ກວ່າປີມາແລ້ວ ເມື່ອຄາວທີ່ພຣະເຈົ້າຊົງໃຫ້ນ້ຳຖ້ວມໂລກເພື່ອທຳລາຍຄົນຊົ່ວທູກຄົນໃນໂລກ ພຣະເຈົ້າຊົງສັ່ງໃຫ້ໂນອາສ້າງເຮືອຂະຫນາດໃຫຍ່ລຳຫນຶ່ງ ເຊິ່ງເຂົາແລະຄອບຄົວຂອງເຂົາຈະສາມາດອາໄສຢູ່ໃນຂະນະທີ່ນ້ຳຖ້ວມທົ່ວແຜ່ນດິນໂລກ.
- ໂນອາເປັນຜູ້ຊາຍທີ່ມີຄວາມຊອບທຳຜູ້ເຊິ່ງເຊື່ອຟັງພຣະເຈົ້າໃນທຸກສິ່ງ.
- ເມື່ອພຣະເຈົ້າຊົງບອກໃຫ້ໂນອາສ້າງເຮືອລຳໃຫຍ່ນັ້ນ ໂນອາໄດ້ເຮັດຕາມທີ່ພຣະເຈົ້າຊົງສັ່ງທຸກປະການ.
- ພາຍໃນເຮືອນັ້ນໂນອາແລະຄອບຄົວຂອງເພິ່ນໄດ້ອາໄສຢູ່ທີ່ນັ້ນຢ່າງປອດໄພ ພາຍຫລັງລູກຫລານຂອງໂນອາກໍໄດ້ແຜ່ຫລາຍເຕັມໂລກນີ້ອີກຄັ້ງ.
- ທຸກຄົນທີ່ເກີດໃນສະໄຫມນ້ຳຖ້ວມນັ້ນສືບເຊື້ອສາຍມາຈາກໂນອາ.
ໂບອາດ
ໂບອາດແມ່ນຊາວອິດສະລາແອນເຊິ່ງເປັນຜົວຂອງນາງຣູເຊິ່ງເປັນພໍ່ຕູ້ໃຫຍ່ຂອງກະສັດດາວິດແລະເປັນເຊື້ອສາຍຂອງພຣະເຢຊູຄຣິດ.
- ໂບອາດອາໄສຢູ່ໃນຊ່ວງເວລາທີ່ມີຜູ້ພິພາກສາໃນອິດສະຣາເອນ.
- ລາວເປັນຍາດພີ່ນ້ອງຂອງຜູ້ຍິງຊາວອິດສະລາເອນຊື່ນາໂອມີຜູ້ທີ່ໄດ້ກັບມາປະເທດອິດສະລາແອນຫລັງຈາກສາມີແລະລູກຊາຍຂອງນາງຕາຍຢູ່ປະເທດໂມອາບ.
- ນາງໂບອາດໄດ້“ ໄຖ່” ລູກສາວທີ່ເປັນເມຍທີ່ເປັນເມຍຂອງນາໂອມີໂດຍນາງ ຣູ ໂດຍໄດ້ແຕ່ງດອງກັບນາງແລະໃຫ້ອະນາຄົດກັບຜົວແລະລູກ.
- ລາວຖືກວ່າເປັນຮູບພາບຂອງວິທີທີ່ພຣະເຢຊູຊົງຊ່ວຍຊີວິດແລະໄຖ່ພວກເຮົາຈາກບາບ.
ໂປໂລ, ໂຊໂລ
ໂປໂລຄືຜູ້ນຳຂອງຄຣິດສະຈັກໃນຍຸກເລີ່ມແລກເຊີ່ງພຣະເຢຊູໄດ້ສົ່ງອອກໄປເພື່ອປະກາດຂ່າວປະເສີດແກ່ກຸ່ມຊົນຊາດທັງຫຼາຍ
- ໂປໂລເປັນຊາວຢິວເຊີ່ງກຳເນີດໃນເມືອງຂອງໂຣມ ເມືອງໜຶ່ງຊື່ເມືອງທາຊັດ ດ້ວຍເຫດນີ້ໂປໂລຈຶ່ງເປັນຊາວໂຣມ
- ໂປໂລ ເດີມນັ້ນມີຊື່ຢິວວ່າໂຊໂລ
- ເປໂລໄດ້ກາຍມາເປັນຜູ້ນຳສາສະໜາຊາວຢິວແລະໄດ້ເກີດການຈັບກຸມຊາວຢິວຊຶ່ງປ່ຽນມາເປັນຄຣິດສະຕຽນເພາະທ່ານຄິດວ່າທ່ານເຫຼົ່ານັ້ນບໍ່ສັດຊື່ຕໍ່ພຣະເຈົ້າໂດຍມາເຊື່ອໃນພຣະເຢຊູ
- ພຣະເຢຊູຊົງເປີດເຜີຍພຣະອົງແກ່ໂປໂລໃນແສງສະຫວ່າງຈ້າຈາກທ້ອງຟ້າ ແລະຊົງກ່າວແກ່ໂປໂລໃຫ້ທ່ານຢຸດຂົ່ມເຫງຄຣິດສະຕຽນ
- ໂປໂລໄດ້ເຊື່ອໃນພຣະເຢຊູແລະໄດ້ເລີ່ມຕົ້ນສັ່ງສອນບັນດາຊາວຢິວກ່ຽວກັບພຣະເຢຊູ
- ຕໍ່ມາພາຍຫຼັງພຣະເຈົ້າໄດ້ຊົງສົ່ງໂປໂລໄປສັ່ງສອນປະຊາຊົນທີ່ບໍ່ແມ່ນຊາວຢິວກ່ຽວກັບພຣະເຢຊູແລະໄດ້ເລີ່ມກໍ່ຕັ້ງຄຣິດຕະຈັກຕ່າງໆ ໃນເມືອງຫຼາຍເມືອງຂອງອານາຈັກໂຣມ ໃນເວລານີ້ເອງທີ່ທ່ານຖືກເອີ້ນລາວດ້ວຍຊື່ໂຣມວ່າ "ໂປໂລ"
- ນອກຈາກນີ້ໂປໂລຍັງໄດ້ຂຽນຈົດໝາຍຫຼາຍສະບັບເພື່ອໜູນໃຈແລະສັ່ງສອນຄຣິດສະຕຽນໃນຄຣິສຕະຈັກຕ່າງໆ ຈົດໝາຍຫຼາຍສະບັບເຫຼົ່ານີ້ຢູ່ໃນພັນທະສັນຍາໃໝ່
ໂມເຊ
ໂມເຊ ເປັນຜູ້ປະກາດພຣະທຳ ແລະເປັນຜູ້ນຳພາຊົນຊາດອິດສະຣາເອນ ນານຫລາຍກວ່າ 40 ປີ.
- ຕອນທີ່ໂມເຊຍັງເປັນເດັກນ້ອຍໆ, ພໍ່ແມ່ຂອງໂມເຊ ໄດ້ເອົາລາວໃສ່ອູ່ ໄປເຊື່ອງໄວ້ຢູ່ກາງພຸ່ມຫຍ້າອໍ້ ໃນແມ່ນ້ຳນິນ ເພື່ອຊ່ວຍລາວໃຫ້ພົ້ນຈາກກະສັດຟາໂຣ. ເອື້ອຍຂອງໂມເຊ ຄື ມີຣີອາມ ເປັນຜູ້ເຝົ້າຈອບເບິ່ງລາວຢູ່ທີ່ນັ້ນຕະຫລອດ. ຊີວິດຂອງໂມເຊ ໄດ້ຖືກຮັກສາໄວ້ ຈົນເມື່ອລູກສາວຂອງກະສັດຟາໂຣມາພົບ ແລະເອົາລາວເຂົ້າໄປລ້ຽງຢູ່ໃນວັງ ໃຫ້ເປັນດັ່ງລູກຊາຍຂອງນາງ.
- ພຣະເຈົ້າ ໄດ້ເລືອກໂມເຊ ໃຫ້ເປັນຜູ້ປົດປ່ອຍຊາວອິດສະຣາເອນ ອອກຈາກການເປັນທາດໃນປະເທດເອຢິບ ແລະ ນຳພາພວກເຂົາໄປເຖິງແຜ່ນດິນແຫ່ງພຣະສັນຍາ. * ຫລັງຈາກທີ່ຄົນອິດສະຣາເອນອົບພະຍົບອອກຈາກປະເທດເອຢິບ ແລະໃນເວລາທີ່ເດີນທາງໄປມາຢູ່ໃນທະເລຊາຍ, ພຣະເຈົ້າ ໄດ້ປະທານຫິນສອງແຜ່ນໃຫ້ແກ່ໂມເຊ ເຊິ່ງເປັນແຜ່ນຫິນ ທີ່ໄດ້ແກະສະຫລັກກົດບັນຍັດສິບປະການໃສ່ໄວ້.
- ໃກ້ເວລາທີ່ລາວຈະຕາຍ, ໂມເຊ ໄດ້ເຫັນແຜ່ນດິນແຫ່ງພຣະສັນຍາ, ແຕ່ລາວບໍ່ໄດ້ເຂົ້າໄປອາໃສຢູ່ໃນທີ່ນັ້ນ ເພາະລາວບໍ່ເຊື່ອຟັງພຣະເຈົ້າ.
ໂມເລັກ, ໂມລັອກ
ໂມເລັກ ແມ່ນຊື່ໜຶ່ງໃນບັນດາພະປອມ ທີ່ຊາວການາອານ ນະມັດສະການ. ອາດຈະມີການສະກົດຊື່ວ່າ "ໂມລັອກ" ແລະ "ໂມເລກ."
- ບັນດາຄົນທີ່ນະມັດສະການພະໂມເລັກ ຈະບູຊາໂດຍການເອົາເດັກນ້ອຍໄປເຜົາໄຟ.
- ຄົນອິດສະຣາເອນບາງຄົນ ໄດ້ໄປນະມັດສະການພະໂມເລັກ ແທນການນະມັດສະການພຣະເຈົ້າອົງທ່ຽງແທ້, ຄືພຣະເຈົ້າຢາເວ. ພວກເຂົາໄປເຮັດຕາມການກະທຳຂອງຄົນທີ່ນະມັດສະການພະໂມເລັກ, ລວມທັງພິທີການເຜົາບູຊາເດັກນ້ອຍຂອງພວກເຂົາ.
ໂຢຊວຍ
ມີຜູ້ຊາຍຫລາຍຄົນໃນອິດສະຣາເອນທີ່ຊື່ວ່າໂຢຊວຍໃນພຣະຄຳພີ, ແຕ່ຄົນທີ່ຮູ້ຈັກກັນດີທີ່ສຸດແມ່ນໂຢຊວຍລູກຊາຍຂອງນູນຜູ້ທີ່ເປັນຜູ້ຊ່ວຍຂອງໂມເຊແລະຜູ້ທີ່ຕໍ່ມາກາຍເປັນຜູ້ນຳທີ່ສຳຄັນຂອງປະຊາຊົນຂອງພຣະເຈົ້າ.
- ໂຢຊວຍແມ່ນໜຶ່ງໃນສິບສອງຄົນຜູ້ສອດແນມທີ່ໂມເຊໄດ້ສົ່ງໄປສຳຫລວດແຜ່ນດິນແຫ່ງພຣະສັນຍາ.
- ຄຽງຄູກັບຕາເລັບ, ໂຢຊວຍໄດ້ຮຽກຮ້ອງໃຫ້ປະຊາຊົນເຊື່ອຟັງຄຳສັງຂອງພຣະເຈົ້າທີ່ຈະເຂົ້າໄປໃນແຜ່ນດິນແຫ່ງພຣະສັນຍາແລະເອົາຊະນະຊາວການາອານ.
- ຫລາຍປີຕໍ່ມາຫລັງຈາກໂມເຊເສຍຊີວິດພຣເຈົ້າໄດ້ແຕ່ງຕັ້ງໂຢຊວຍໃຫ້ນຳຊາວອິດສະຣາເອນເຂົ້າໄປໃນແຜ່ນດິນແຫ່ງພຣະສັນຍາ.
- ໃນສົງຄາມເທື່ອທຳອິດເປັນສົງຄາມທີ່ມີຊື່ສຽງຫລາຍທີ່ສຸດໃນການສູ້ຮົບກັບຊາວການາອານ, ໂຢຊວຍໄດ້ນຳພາຊາວອິດສະຣາເອນເອົາຊະນະເມືອງເຢລີໂກ
- ໃນພຣະຄຳພີເດີມພຣະທຳໂຢຊວຍບອກວິທີທີ່ໂຢຊວຍນຳພາອິດສະຣາເອນໃນການຄອບຄອງດິນແດນພຣະສັນຍາໄວ້ແລະວິທີທີ່ລາວມອບໝາຍແຜ່ນດິນສ່ວນຕ່າງໆໃຫ້ແຕ່ລະເຜົ່າຂອງອິດສະຣາເອນດຳລົງຊີວິດ.
- ໂຢຊວຍລູກຊາຍຂອງໂຢຊາດັກໄດ້ຖືກກ່າວເຖິງໃນພຣະຄຳຮັກກາຍແລະເສກາຣີຢາ; ລາວເປັນປະໂຣຫິດໃຫຍ່ທີ່ຊ່ວຍສ້າງກຳແພງເມືອງເຢຣູຊາເລັມ.
- ມີຜູ້ຊາຍອີກຈຳນວນໜຶ່ງຊື່ວ່າໂຢຊວຍໄດ້ກ່າວເຖິງໃນຕະກູນ ແລະທີ່ອື່ນໆ ໃນພຣະຄຳພີ
ໂຢຊີຢາ
ໂຢຊີຢາເປັນກະສັດທີ່ຊອບທຳຜູ້ທີ່ຄອບຄອງອານາຈັກຂອງຢູດາເປັນເວລາສາມສິບເອັດປິ. ເພິ່ນໄດ້ນຳພາປະຊາຊົນຢູດາໃຫ້ກັບໃຈແລະນະມັດສະການພຣະຢາເວ.
- ຫລັງຈາກພໍ່ຂອງເພິ່ນຄືກະສັດອາໂມນຖືກຂ້າຕາຍ, ໂຢຊີຢາໄດ້ຂຶ້ນເປັນກະສັດປົກຄອງຢູດາເມື່ອອາຍຸເພິ່ນໄດ້ແປດປີ.
- ໃນປີທີສິບແປດຂອງການປົກຄອງຂອງເພິ່ນ, ກະສັດໂຢຊີຢາໄດ້ສັ່ງໃຫ້ຮິວຄີຢາຜູ້ເປັນມະຫາປະໂຣຫິດຂຶ້ນສ້າງພຣະວິຫານຂອງພຣະເຈົ້າ. ໃນຂະນະທີ່ກຳລັງເຮັດຢູ່ນັ້ນ, ໜັງສືພຣະບັນຍັດໄດ້ຖືກພົບເຫັນ.
- ເມື່ອພຣະທຳພຣະບັນຍັດຕ່າງໆ ໄດ້ຮັບການອ່ານໃຫ້ແກ່ໂຢຊີຢາ,ເພິ່ນໄດ້ໂສກເສົ້າໃນການບໍ່ເຊື່ອຟັງພຣະເຈົ້າຂອງປະຊາຊົນຂອງເພິ່ນ. ເພິ່ນໄດ້ສັງໃຫ້ທຳລາຍສະຖານທີ່ບູຊາຮູບເຄົາຣົບທັງໝົດແລະໃຫ້ຂ້າປະໂຣຫິດຂອງພະທຽມ
- ເພິ່ນໄດ້ຍັງໄດ້ສັ່ງໃຫ້ປະຊາຊົນເລິ່ມສະເຫລີມສະຫລອງເທດສະການປັດສະກາອີກ.
ໂຢທາມ
ໃນພຣະຄຳພີເດີມ, ມີຜູ້ຊາຍສາມຄົນທີ່ວ່າໂຢທາມ
- ໂຢທາມຄົນໜິ່ງເປັນລູກຊາຍຫລ້າຊອງກິເດໂອນ. ໂຢທາມໄດ້ຊ່ວຍເອົາຊະນະອ້າຍຂອງລາວຊື່ອາບີເມເຫລັກ, ຜູ້ໄດ້ຂ້າອ້າຍນ້ອງທັງໝົດຂອງພວກເຂົາ.
- ຜູ້ຊາຍອີກຜູ້ໜຶ່ງທີ່ຊື່ໂຢທາມ ເປັນກະສັດປົກຄອງຢູດາເປັນເວລາສິບຫົກປີຫລັງຈາກການຕາຍຂອງພໍ່ເພິ່ນຄືອຸດຊີຢາ ( ອາຊາຣີຢາ ).
- ເຊັ່ນກັບພໍ່ຂອງເພິ່ນ, ກະສັດໂຢທາມໄດ້ເຊື່ອຟັງພຣະເຈົ້າແລະເປັນກະສັດທີ່ດີ.
- ເຖິງຢ່າງໃດກໍ່ຕາມ,ລາວບໍ່ໄດ້ຍົກເລີກສະຖານທີ່ນະມັດສະການຮູບເຄົາຣົບແລະສິ່ງນີ້ໄດ້ເຮັດໃຫ້ປະຊາຊົນຢູດາໃນເວລາຕໍ່ມາຫັນໜີຈາກພຣະເຈົ້າ.
- ໂຢທາມຍັງເປັນໜຶ່ງໃນບັນພະບູລຸດທີ່ໄດ້ລະບຸໄວ້ໃນເຊື້ອສາຍຂອງພຣະເຢຊູຄຣິດເຈົ້າໃນພຣະທຳມັດທາຍ.
ໂຢນາ
ໂຢນາເປັນຜູ້ທຳນວາຍຊາວເຮັບເຣີໃນພຣະຄຳພີເດີມ.
*ພຣະທຳໂຢຮັນເວົ້າເຖິງເລື່ອງທີ່ພຣະເຈົ້າສົ່ງໂຢນາໄປປະກາດໃຫ້ແກ່ປະຊາຊົນໃນເມືອງນີນາເວ. * ໂຢນາໄດ້ປະຕິເສດທີ່ຈະໄປນີນາເວແລະລົງເຮືອມຸ່ງໜ້າໄປປະເທດໜຶ່ງແທ່ນ. * ພຣະເຈົ້າຊົງເຮັດໃຫ້ເກີດມີພາຍຸໃຫຍ່ທີ່ແຮງທີ່ສຸດຄອບງຳເຮືອນັ້ນ. * ເມື່ອພວກຜູ້ຊາຍຢູ່ໃນເຮືອຮູ້ວ່າໂຢຮັນບໍ່ເຊື່ອຟັງພຣະເຈົ້າ ,ພວກເຂົາໄດ້ໂຍນລາວລົງໃນທະເລແລະລົມພາຍຸກໍ່ຢຸດ. * ໂຢນາຖືກກືນໂດຍປາໃຫຍ່ແລະລາວໄດ້ຢູ່ໃນທ້ອງປາເປັນເວລາສາມວັນສາມຄືນ. * ຫລັງຈາກນັ້ນ, ໂຢນາໄດ້ໄປທີ່ເມືອງນີນາເວແລະປະກາດກັບປະຊາຊົນແລະພວກເຂົາໄດ້ຫັນໜີຈາກບາບຂອງພວກເຂົາ.
ໂຢນາທານ
ໂຢນາທານແມ່ນຊື່ຂອງຜູ້ຊາຍຢ່າງນ້ອຍສິບຄົນໃນພຣະຄຳພີເດີມ. ຊື່ນີ້ໝາຍຄວາມວ່າ “ພຣະຢາເວໄດ້ປະທານ.“
- ໂຢນາທານເປັນເພື່ອນທີ່ດີທີ່ສຸດຂອງດາວິດເປັນຜູ້ຊາຍທີ່ຮູ້ຈັກກັນດີທີ່ສຸດໃນພຣະຄຳພີໄບເບິນໃນຊື່ນີ້. ໂຢນາທານເປັນລູກຊາຍກົກຂອງກະສັດໂຊນ.
- ໂຢນາທານຄົນອື່ນໆທີ່ກ່າວເຖິງໃນພຣະຄຳພີເດີມລວມມີ: ເຊື້ອສາຍຂອງໂມເຊ; ຫລານຊາຍຂອງກະສັດດາວິດ; ປະໂຣຫິດຈຳນວນໜຶ່ງ, ໃນນັ້ນມີລູກຊາຍຂອງອາບີຢາທາ; ແລະນັກຂຽນໃນພຣະຄຳພີເດີມຢູ່ໃນເຮືອນຂອງເຂົາຜູ້ທຳນວາຍເຢເຣມີຢາໄດ້ຖືກຂັງຄຸກ.
ໂຢບ
ໂຢບແມ່ນຜູ້ຊາຍທີ່ຖືກອະທິບາຍໃນພຣະຄຳພີວ່າເປັນຄົນທີ່ບໍ່ມີຄວາມຜິດແລະຊອບທຳຕໍ່ໜ້າພຣະເຈົ້າ. ລາວມີຊື່ສຽງດີທີ່ສຸດສຳຫລັບຄວາມອົດທົນໃນຄວາມເຊື່ອຂອງລາວໃນພຣະເຈົ້າຕະຫລອດເວລາທີ່ມີຄວາມທຸກທໍລະມານ.
- ໂຢບອາໄສຢູ່ໃນແຜ່ນດິນອູ, ເຊິ່ງຕັ້ງຢູ່ທາງທິດຕາເວັນອອກຂອງແຜ່ນດິນການາອານ, ອາດຈະຢູ່ໃກ້ກັບເຂດຂອງຊາວເອໂດມ.
- ຄິດກັນວ່າລາວມີຊີວິດຢູ່ໃນຊ່ວງເວລາຂອງເອຊາວແລະຢາໂຄບເພາະວ່າເພື່ອນຄົນໜຶ່ງຂອງໂຢບເປັນຄົນ “ເທມານາຍ,“ ເຊິ່ງເປັນກຸ່ມຄົນທີ່ມາຈາກເຊື້ອສາຍຫລານຊາຍຂອງເອຊາວ.
- ໃນພຣະສັນຍາເດີມພຣະທຳໂຢບໄດ້ບອກກ່ຽວກັບວິທີທີ່ໂຢບແລະຄົນອື່ນໆຕອບສະນໜອງຕໍ່ຄວາມທຸກທໍລະມານຂອງລາວ.ແລະຍັງໃຫ້ທັດສະນະຂອງພຣະເຈົ້າໃນຖານະຜູ້ສ້າງຜູ້ເປັນອົງອະທິປະໄຕແລະຜູ້ຄອບຄອງຈັກກະພົບດ້ວຍ.
- ຫລັງຈາກໄພພິບັດທັງໝົດ,ພຣະເຈົ້າຊົງຮັກສາໂຢບແລະປະທານລູກແລະຄວາມຮັ່ງມີເພີ່ມຂຶ້ນອີກ.
- ພຣະທຳໂຢບບອກວ່າລາວເຖົ້າຫລາຍເມື່ອລາວຕາຍ.
ໂຢຣາມ
ໂຢຣາມເປັນລູດຊາຍຂອງກະສັດອາຮາຍແຫ່ງອິດສະຣາເອນ. ໃນບາງຄັ້ງລາວຖືກເອີ້ນໃນຊື່ “ເຢໂຮຣາມ.“
- ກະສັດໂຢຣາມແຫ່ງອິດສະຣາເອນໄດ້ປົກຄອງໃນເວລາດຽວກັນກັບກະສັດເຢໂຮຣາມແຫ່ງຢູດາ.
- ໂຢຣາມເປັນກະສັດທີ່ຊົ່ວຮ້າຍທີ່ໄດ້ນະມັດສະການພະທຽມແລະນຳອິດສະຣາເອນໃຫ້ເຮັດບາບ.
- ກະສັດໂຢຣາມແຫ່ງອິດສະຣາເອນໄດ້ຄອບຄອງໃນໄລຍະເວລາຂອງຜູ້ທຳນວາຍເອລີຢາແລະໂອບາດີຢາ.
- ມີຜູ້ຊາຍອີກຄົນໜຶ່ງຊື່ໂຢຣາມ ເປັນລູກຊາຍຂອງກະສັດທູແຫ່ງຮາມາດໃນຊ່ວງທີ່ດາວິດເປັນກະສັດ.
ໂຢອາດ
ໂຢອາດແມ່ນຊື່ຂອງຜູ້ຊາຍຫລາຍຄົນໃນພຣະຄຳພີເດີມ
- ໂຢອາດອີກຜູ້ໜຶ່ງເປັນພໍ່ຂອງຜູ້ປົດປ່ອຍຊາວອິດສະຣາເອນຄື, ກິເດໂອນ.
- ຜູ້ຊາຍອີກຄົນໜຶ່ງທີ່ຊື່ໂຢອາດເປັນເຊື້ອສາຍຂອງລູກຊາຍຫລ້າຢາໂຄບຄື, ເບັນຢາມິນ.
- ໂຢອາດທີ່ມີຊື່ສຽງຫລາຍທີ່ສຸດເພິ່ນໄດ້ກາຍເປັນກະສັດຂອງຢູດາເມື່ອອາຍຸໄດ້ເຈັດປີ. ເພິ່ນເປັນລູກຊາຍຂອງອາຮາຊີຢາກະສັດແຫ່ງຢູດາ, ຜູ້ທີ່ຖືກຄາດຕະກຳ.
- ໃນເວລາທີ່ໂຢອາດເປັນເດັກນ້ອຍ, ປ້າຂອງເພິ່ນໄດ້ຊ່ວຍເພິ່ນຈາກການຖືກຂ້າໂດຍການປິດບັງເພິ່ນໄວ້ຈົນກວ່າເພິ່ນມີອາຍຸພຽງພໍທີ່ຈະໄດ້ຮັບຕຳແໜ່ງກະສັດ.
- ກະສັດໂຢອາດເປັນກະສັດທີ່ດີເຊິ່ງທຳອິດໄດ້ເຊື່ອຟັງພຣະເຈົ້າ. ແຕ່ລາວບໍ່ໄດ້ຍົກຍ້າຍບ່ອນທີ່ຂາບໄຫວ້ຂອງຄົນຕ່າງຊາດ ແລະ ຊາວອິດສະຣາເອນກໍ່ເລິ່ມນະມັດສະການຮູບເຄົາລົບອີກ.
- ກະສັດໂຢອາດໄດ້ປົກຄອງຢູດາໃນຊ່ວງເວລາບາງປີທີ່ກະສັດເຢໂຮອາດໄດ້ປົກຄອງອິດສະຣາເອນ. ພວກເພິ່ນທັງສອງແມ່ນກະສັດຄົນລະອົງ.
ໂຢອາບ
ໂຢອາບແມ່ນຫົວໜ້າທະຫານທີ່ສຳຄັນສຳຫລັບກະສັດດາວິດຕະຫລອດການປົກຄອງທັງໝົດ.
- ກ່ອນທີ່ດາວິດຈະຂຶ້ນເປັນກະສັດ, ໂຢອາບກໍ່ເປັນຜູ້ຕິດຕາມທີ່ສັດຊື່ຂອງພຣະອົງແລ້ວ.
- ຕໍ່ມາໃນລະຫວ່າງທີ່ກະສັດດາວິດປົກຄອງປະເທດອິດສະຣາເອນ, ໂຢອາບກາຍເປັນຜູ້ບັນຊາການກອງທັບຂອງກະສັດດາວິດ.
- ໂຢອາບກໍ່ເປັນຫລານຊາຍຂອງກະສັດດາວິດຍ້ອນວ່າແມ່ຂອງໂຢອາບເປັນນ້ອງສາວອີກຜູ້ໜຶ່ງຂອງກະສັດດາວິດ.
- ເມື່ອອັບຊາໂລມລູກຊາຍຂອງກະສັດດາວິດໄດ້ທໍລະຍົດຕໍ່ເພິ່ນໂດຍພະຍາຍາມເຂົ້າຄອບຄອງຄວາມເປັນກະສັດ, ໂຢອາບໄດ້ຂ້າອັບຊາໂລມເພື່ອປົກປ້ອງກະສັດ.
- ໂຢອາບເປັນນັກຮົບທີ່ຮຸກຮານຫລາຍແລະໄດ້ຂ້າຫລາຍຄົນທີ່ເປັນສັດຕູຂອງອິດສະຣາເອນ.
ໂຢຮັນ ( ອັກຄະສາວົກ )
ໂຢຮັນເປັນໜຶ່ງໃນອັກຄະສາວົກສິບສອງຄົນຂອງພຣະເຢຊູແລະເປັນສະຫາຍທີ່ໃກ້ຊິດທີ່ສຸດຂອງພຣະເຢຊູ.
- ໂຢຮັນແລະນ້ອງຊາຍຂອງລາວຊື່ຢາໂກໂບເປັນລູກຊາຍຂອງຊາວປະມົງຊື່ເຊເບດາຍ.
- ໃນຂ່າວປະເສີດທີ່ລາວໄດ້ຂຽນກ່ຽວກັບຊີວິດຂອງພຣະເຢຊູ,ໂຢຮັນໄດ້ກ່າວເຖິງຕົນເອງວ່າ “ສາວົກທີ່ພຣະເຢຊູຊົງຮັກ.“ ນີ້ເບິ່ງຄືວ່າຈະແສດງໃຫ້ເຫັນວ່າໂຢຮັນເປັນສະຫາຍສະໜິດທີ່ສຸດຂອງພຣະເຢຊູ.
- ອັກຄະສາວົກໂຢຮັນໄດ້ຂຽນພຣະທຳຫ້າເຫລັ້ມໃນພຣະຄຳໃໝ່ຄື: ພຣະທຳຂ່າວປະເສີດຂອງໂຢຮັນ, ພຣະທຳພຣະນິມິດຂອງພຣະເຢຊູຄຣິດເຈົ້າ, ແລະຈົດໝາຍສາມສະບັບທີ່ຂຽນເຖິງຜູ້ເຊື່ອຄົນອື່ນໆ.
- ໃຫ້ສັງເກດວ່າອັກຄະສາວົກໂຢຮັນເປັນຄົນລະຄົນກັນກັບໂຢຮັນບັບຕິສະໂຕ.
ໂຢຮັນ ມາຣະໂກ
ໂຢຮັນມາຣະໂກ, ເຊິ່ງເອີ້ນກັນວ່າ “ມາຣະໂກ “ ເປັນໜຶ່ງໃນບັນດາຜູ້ທີ່ເດິນທາງໄປກັບໂປໂລໃນການເດິນທາງໄປສອນສາສະໜາ. ສ່ວນຫລາຍຈະເປັນຜູ້ຂຽນພຣະກິດຕິຄຸນມາຣະໂກ.
- ໂຢຮັນມາຣະໂກໄດ້ໄປນຳພີ່ນ້ອງຂອງລາວຊື່ບາຣະນາບາແລະໂປໂລໃນການເດີນທາງໄປສອນສາສະໜາຄັ້ງທຳອິດ.
- ໃນເວລາທີ່ເປໂຕໄດ້ຖືກຂັງຢູ່ໃນນະຄອນເຢຣູຊາເລັມ, ຜູ້ທີ່ເຊື່ອຢູ່ທີ່ນັ້ນໄດ້ອະທິຖານເພື່ອລາວຢູ່ເຮືອນແມ່ຂອງໂຢຮັນມາຣະໂກ.
- ມາຣະໂກບໍ່ແມ່ນອັກຄະສາວົກດັ້ງເດີມ, ແຕ່ທັງໂປໂລແລະເປໂຕໄດ້ສອນລາວ ແລະໄດ້ເຮັດວຽກຮ່ວມກັບພວກເຂົາໃນວຽກຮັບໃຊ້
ໂຢຮັນ( ຜູ້ໃຫ້ບັບຕິສະໂຕ )
ໂຢຮັນເປັນລູກຊາຍຂອງເຊກາຣີຢາແລະເອລີຊາເບັດ, ເນື່ອງຈາກຊື່ “ໂຢຮັນ“ເປັນຊື່ທຳມະດາລາວມັກຈະຖືກເອີ້ນວ່າ “ໂຢຮັນບັບຕິສະໂຕເພື່ອຈຳແນກລາວຈາກຄົນອື່ນໆທີ່ມີຊື່ວ່າໂຢຮັນເຊັ່ນ, ອັກຄະສາວົກໂຢຮັນ.
- ໂຢຮັນເປັນຜູ້ທຳນວາຍທີ່ພຣະເຈົ້າໄດ້ສົ່ງມາເພື່ອກະກຽມຜູ້ຄົນໃຫ້ເຊື່ອແລະຕິດຕາມພຣະເມຊີອາ.\
- ໂຢຮັນໄດ້ບອກໃຫ້ປະຊາຊົນສາລະບາບຂອງພວກເຂົາ, ແລະຫັນມາຫາພຣະເຈົ້າ,ແລະຢຸດເຮັດບາບ, ເພື່ອພວກເຂົາຈະພ້ອມທີ່ຈະຕ້ອນຮັບພຣະເມຊີອາ.\ *ໂຢຮັນໄດ້ໃຫ້ບັບຕິສະມາຫລາຍຄົນໃນນຳ້ເພື່ອເປັນສັນຍາລັກວ່າພວກເຂົາຂໍອະໄພສຳຫລັບບາບຂອງພວກເຂົາແລະຫັນໜີຈາກບາບເຫລົ່ານັ້ນ.\
- ໂຢຮັນຖືກເອີ້ນວ່າ “ໂຢຮັນຜູ້ໃຫ້ບັບຕິສະມາ“ ເພາະວ່າລາວໄດ້ໃຫ້ບັບຕິສະມາແກ່ຫລາຍຄົນ.\
- ເພື່ອໃຫ້ແນ່ໃຈວ່າປະຊາຊົນຈະເຂົ້າໃຈວ່າ “ຜູ້ໃຫ້ບັບຕິສະມາ”ບໍ່ໄດ້ອ້າງເຖິງຄຣິສະຕະຈັກໂດຍຊື່ນີ້. ສະນັ້ນຈຶ່ງຈຳເປັນທີ່ຈະເວົ້າຊື່ວ່າ, “ໂຢຮັນບັບຕິສະໂຕ“ ຫລື “ໂຢຮັນຜູ້ໃຫ້ບັບຕິສະມາ“
ໂຢເຊັບ
ໂຢເຊັບເປັນພໍ່ໃນໂລກນີ້ຂອງພຣະເຢຊູແລະໄດ້ຮັບລ້ຽງພຣະເຢຊູໃນຖານະລູກຊາຍຄົນໜຶ່ງ. ລາວເປັນຄົນຊອບທຳທີ່ເຮັດວຽກເປັນຊ່າງໄມ້.
- ໂຢເຊັບໄດ້ໝັ້ນກັບຍິງສາວຊາວຢິວຊື່ວ່າມາຣີ, ເຊິ່ງພຣະເຈົ້າໄດ້ເລືອກໃຫ້ເປັນແມ່ຂອງພຣະເຢຊູຜູ້ເປັນພຣະເມຊີອາ.
- ທູດສະຫວັນອົງບອກໂຢເຊັບວ່າພຣະວິນຍານບໍຣິສຸດໄດ້ເຮັດການອັດສະຈັນດ້ວຍການເຮັດໃຫ້ນາງມາຣີຖືພາ, ແລະລູກຂອງມາຣີເປັນພຣະບຸດຂອງພຣະເຈົ້າ.
- ຫລັງຈາກພຣະເຢຊູເກີດແລ້ວ, ທູດສະຫວັນອົງໜຶ່ງໄດ້ເຕືອນໂຢເຊັບໃຫ້ພາເດັກນ້ອຍແລະມາໄປປະເທດເອຢິບເພື່ອທີ່ຈະໜີຈາກເຮໂຣດ.
- ໂຢເຊັບແລະຄອບຄົວຂອງລາວອາໄສຢູ່ໃນເມືອງນາຊາເຣັດແຂວງຄາລີເລທີ່ລາວຫາລ້ຽງຊີບໂດຍການເປັນຊ່າງໄມ້.
ໂຢເຊັບ (ໃນພຣະຄຳພີເດີມ)
ໂຢເຊັບເປັນລູກຊາຍຄົນທີ່ສິບເອັດຂອງຢາໂຄບແລະເປັນລູກຊາຍຄົນທຳອິດຂອງຣາເຊັນຜູ້ເປັນແມ່ຂອງລາວ.
- ໂຢເຊັບເປັນລູກຊາຍທີ່ພໍ່ຮັກຫລາຍ.
- ພວກອ້າຍຂອງລາວອິດສາລາວ ແລະໄດ້ຂາຍລາວໃຫ້ໄປເປັນທາດຮັບໃຊ້
- ໃນຂະນະຢູ່ໃນປະເທດເອຢິບ, ໂຢເຊັບຖືກກ່າວຫາປອມໆແລະຖືກຂັງຄຸກ.
- ເຖິງວ່າຈະມີຄວາມຫຍຸ້ງຍາກ, ໂຢເຊັບຍັງຄົງຊື່ສັດຕໍ່ພຣະເຈົ້າ.
- ພຣະເຈົ້າໄດ້ນຳລາວໃຫ້ມີຕຳແໜ່ງສູງທີ່ສຸດອັນດັບສອງໃນປະເທດເອຢິບແລະໃຊ້ລາວເພື່ອຊ່ວຍປະຊາຊົນໃນເວລາທີ່ມີອາຫານໜ້ອຍ. ປະຊາຊົນຊາວເອຢິບ, ແລະຄອບຄົວຂອງລາວ, ໄດ້ຮັບການຊ່ວຍໃຫ້ພົ້ນຈາກຄວາມອຶດຫິວ.
ໂຢເອນ
ໂຢເອນແມ່ນຊື່ຂອງຜູ້ທຳນວາຍຜູ້ທີ່ອາດຈະມີຊີວິດຢູ່ໃນໄລຍະການປົກຄອງຂອງກະສັດໂຢອາດແຫ່ງຢູດາ. ຍັງມີຜູ້ຊາຍຫລາຍຄົນຢູ່ໃນພຣະຄຳພີເດີມທີ່ມີຊື່ວ່າໂຢເອນ.
- ພຣະທຳໂຢເອນແມ່ນພຣະທຳທີ່ສັ້ນຫົວໜຶ່ງໃນສິບສອງຫົວຂອງຜູ້ທຳນວາຍໃນພາກພຣະສັນຍາເດີມ.
- ຂໍ້ມູນສ່ວນຕົວເທົ່ານັ້ນທີ່ພວກເຮົາມີກ່ຽວກັບຜູ້ທຳນວາຍໂຢເອນຄືພໍ່ຂອງລາວຊື່ວ່າ ເປທູເອນ.
- ໃນຄຳເທດສະໜາຂອງວັນເພັນເຕຄໍສະເຕ, ອັກຄະສາວົກເປໂຕໄດ້ອ້າງອີງຈາກພຣະໂຢເອນ.
ໂລກ, ກ່ຽວກັບໂລກ
ຄໍາວ່າ "ໂລກ" ເວົ້າເຖິງໂລກທີ່ມະນຸດອາໄສຢູ່ ຕະຫລອດທັງສິ່ງທີ່ມີຊີວິດທຸກຊະນິດ. * "ໂລກ" ສາມາດເວົ້າເຖິງຜືນດິນຫລືດິນທີ່ປົກຄຸມແຜ່ນດິນ * ຄໍານີ້ມັກໃຊ້ໃນການປຽບທຽບເພື່ອອ້າງເຖິງຄົນທີ່ອາໄສຢູ່ໃນແຜ່ນດິນ (ເບິ່ງ: metonymy * ຄໍາກ່າວທີ່ວ່າ "ໃຫ້ແຜ່ນດິນໂລກຍິນດີ" ແລະ "ພຣະອົງຊົງພິພາກສາ ໂລກ" ເປັນຕົວຢ່າງຂອງການໃຊ້ເພື່ອປຽບທຽບຂອງຄໍາສັບນີ້. * ຄໍາວ່າ "ກ່ຽວກັບໂລກ" ມັກເວົ້າເຖິງສິ່ງທີ່ເປັນທາງຮ່າງກາຍທີ່ກົງກັນ ຂ້າມກັບບັນດາສິ່ງທີ່ເປັນທາງຈິດວິນຍານ.
ຄໍາແນະນໍາໃນການແປ
- ຄໍານີ້ສາມາດແປໂດຍເປັນຄໍາ ຫລືເປັນຖ້ອຍຄໍາໃນພາສາທ້ອງຖິ່ນຫລືພາສາກາງທີ່ໃກ້ຄຽງ ໃຊ້ເພື່ອອ້າງເຖິງໂລກທີ່ເຮົາອາໄສຢູ່.
- "earth" ອາດຈະແປວ່າ "ໂລກ" ຫລື "ແຜ່ນດິນ" ຫລື "ສິ່ງເປິະເປື້ອນ" ຫລື "ດິນ" ທັງນີ້ເພື່ອໃຫ້ຂຶ້ນກັບຄວາມໝາຍນັ້ນໆ.
- ເມື່ອໃຊ້ໃນການປຽບທຽບ "earth" ອາດຈະແປວ່າ "ຄົນເທິງແຜ່ນດິນ ໂລກ" ຫລື "ຜູ້ຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ" ຫລື "ທຸກຢ່າງເທິງແຜ່ນ ດິນໂລກ."
- ວິທີການແປ "ກ່ຽວກັບໂລກ" ອາດຈະຮວມເຖິງ "ທາງຮ່າງກາຍ" ຫລື "ສິ່ງຕ່າງໆຂອງແຜ່ນດິນນີ້" ຫລື "ສິ່ງທີ່ເບິ່ງເຫັນໄດ້."
ໂລກ, ສິ່ງທີ່ບໍ່ດີ, ຫລື ສິ່ງຊົ່ວຮ້າຍທີ່ຢູ່ໃນໂລກ
ຄຳວ່າ " ໂລກ " ໂດຍປົກກະຕິໝາຍເຖິງສ່ວນໜຶ່ງຂອງຈັກກະວານທີ່ຜູ້ຄົນອາໃສຢູ່: ແຜນດິນໂລກ ຄຳວ່າ " ສິ່ງທີ່ບໍ່ດີ " ອະທິບາຍວ່າຄວາມນິຍົມແລະພືດຕິກັມທີ່ຊົ່ວຮ້າຍຂອງຜູ້ຄົນທີ່ອາໃສຢູ່ໃນໂລກນີ້
- ໃນສິ່ງທົ່ວໄປທີ່ສຸດຄຳວ່າ "ໂລກ" ໝາຍເຖິງຟ້າສະຫວັນແລະແຜ່ນດິນໂລກຕະຫລອດຈົນທຸກສິ່ງທຸກຢ່າງທີ່ໃນໂລກນັ້ນ
- ໃນບາງບໍຣິສັດ" ໂລກ "ແທ້ຈິງແລ້ວໝາຍເຖິງ" ຜູ້ຄົນທີ່ຢູ່ໃນໂລກ "
- ບາງຄັ້ງກໍເປັນເນື້ອໃນທີ່ວ່າຄຳນີ້ໝາຍເຖິງຄົນຊົ່ວຮ້າຍທີ່ຢູ່ໃນແຜ່ນດິນໂລກຫລືຄົນທີ່ບໍ່ເຊື່ອຟັງພຣະເຈົ້າ
- ພວກອັກຂະສາວົກໄດ້ໃຊ້ " ໂລກ " ເພື່ອໝາຍເຖິງພຶດຕິກັມທີ່ເຫັນແກ່ຕົວແລະຄຸນຄ່າທີ່ສຸດຈະຣິດຂອງຜູ້ຄົນທີ່ອາໃສຢູ່ໃນໂລກນີ້ຮວມເຖິງການປະຕິບັດທາງສາດສະໜາທີ່ໃຫ້ຕົນເອງມັກທຳຊຶ່ງຂື້ນຢູ່ກັບຄວາມພະຍາຍາມຂອງມະນຸດ
- ຜູ້ຄົນແລະສິ່ງຕ່າງໆ ທີ່ຈັດເປັນປະເພດໃຫ້ມີຄຸນຄ່າເຫລົ່ານີ້ທີ່ກ່າວກັນວ່າເປັນ " ແຜ່ນດິນໂລກ "
ຄຳແນະນຳໃນການແປ
- ຂຶ້ນຢູ່ກັບບໍຣິສັດ " ໂລກ " ໝາຍເຖິງ " ຈັກກະວານ " ຫລື " ຄົນຢູ່ໃນໂລກນີ້ " ຫລື "ສິ່ງຊົ່ວຮ້າຍຢູ່ໃນໂລກ " ຫລື " ແນວຄິດທີ່ຊົ່ວຮ້າຍຂອງຜູ້ຄົນຢູ່ໃນໂລກ "
- ຄຳວ່າ " ທົ່ວທັງໂລກ " ນັ້ນໝາຍເຖິງ " ຄົນຈຳນວນຫລາຍ " ແລະໝາຍເຖິງຄົນທີ່ອາໃສຢູ່ໃນຜືນແຜ່ນດິນໂລກໂດຍສະເພາະ ຍົກຕົວຢ່າງເຊັ່ນ "ຄົນທົ່ວທັງໂລກມາຍັງອີຍິບ "ມີຄຳແປໄດ້ອີກວ່າ " ຫລາຍຄົນຈາກປະເທດໂດຍລັກເຂົ້າມາຢູ່ໃນປະເທດອີຍິບ " ຫລື" ຄັນຈາກທຸກໆປະເທດລັກ "ເຂົ້າປະເທດອີຍິບ
- ອີກວິທີໜຶ່ງໃນການແປ "ທົ່ວທັງໂລກກໍໄດ້ກັບໄປບ້ານເກີດຂອງພວກເຂົາເພື່ອລົງທະບຽນໃນສຳມະໂນຄົວປະຊາຊົນໂຣມັນ" ຈະເປັ " ຫລາຍຄົນທີ່ອາໃສຢູ່ໃນດິນແດນທີ່ປົກຄອງໂດຍຈັກກະພັດໂຣມັນໄດ້ໄປ... "
- ຂື້ນຢູ່ກັບບໍຣິສັດ ຄຳວ່າ " ແຜ່ນດິນໂລກ "ອາດຈະໝາຍຄວາມວ່າ "ຊົວ "ຫລື "ບາບ "ຫລື " ເຫັນແກ່ຕົວ "ຫລື " ອະທຳ " ຫລື "ສຸດຈາຣິດ " ຫລື " ໄດ້ຮັບອິດທິພົນຈາກຄວາມເສື່ອຊາມຂອງມະນຸດໃນໂລກນີ້ "
- ໃນບໍຣິສັດອື່ງໆ " ໃນໂລກ " ມີຄຳແປໄດ້ອີກວ່າ " ດຳເນີນຊີວິດທ່າມກາງປະຊາຊົນຢູ່ໃນໂລກ" ຫລື "ດຳເນີນຊີວິດທ່າມກາງຂອງຄົນອະທຳ"
ໂລກຂີ້ທູດ, ຄົນຂີ້ທູດ, ຂີ້ທູດ
ຄຳວ່າ " ໂລກຂີ້ທູດ " ເປັນຄຳທີ່ຖືກໃຊ້ໃນພຣະຄຳພີອ້າງອີງເຖືງໂລກຜີວຫນັງຫລາຍປະເພດ " ຜູ້ປ່ວຍໂລກຂີ້ທູດ " ຄືບຸກຄົນທີ່ປ່ວຍເປັນຂີ້ທູດ ຄຳວ່າ " ເປັນລູກຂີ້ທູດ " ອະທິບາຍເຖືງບຸກຄົນຫລືສ່ວນຮ່າງກາຍທີ່ຕິດເຊື້ອໂລກຂີ້ທູດ . * ປະເພດຂອງໂລກຂີ້ທູດເປັນເຫດໃຫ້ຜີວຫນັງກາຍເປັນບໍ່ມີສີ ແລະ ມີຮອຍດ່າງສີຂາວ ຄືກັບມີລຽມ ແລະ ນາອາມານປ່ວຍເປັນໂລກຂີ້ທູດ. * ໃນສະໄຫມໃຫມ່ໂລກຂີ້ທູດມັກຈະເຮັດໃຫ້ມື ຕີນ ແລະສ່ວນອື່ນໆຂອງຮ່າງການຖືກທຳລາຍ ແລະ ພິການ. * ຕາມທີ່ມີຄຳເເນະນຳວ່າພຣະເຈົ້າ ປະທານໃຫ້ພວກອິດສເອວ ເມື່ອບຸກຄົນປ່ວຍເປັນໂລກຂີ້ທູດເຂົາຈະຖືກພິຈາລະນາ " ບໍ່ສະອາດ " ແລະຈະຕ້ອງໄດ້ໄປຢູ່ໄກຈາກປະຊາຊົນຄົນອື່ນໆ ເພື່ອທີ່ພວກເຂົາຈະບໍ່ຕິດເຊື້ອໂລກ. * ຜູ້ປ່ວຍໂລກຂີ້ທູດຈະຮ້ອງດັງວ່າ " ບໍ່ສະອາດ " ເພື່ອທີ່ຄົນອື່ນຈະໄດ້ຮັບການເຕືອນບໍ່ໃຫ້ເຂົ້າໃກ້ເຂົາ. * ພຣະເຢຊູຊົງປິ່ນປົວຮັກສາຜູ້ປ່ວຍເປັນໂລກຂີ້ທູດຫລາຍຄົນເຊັ່ນດຽວກັບໂລກຊະນິດອື່ນໆ.
ຄຳແນະນຳໃນການແປ
- ຄຳວ່າ " ໂລກຂີ້ທູດ " ໃນພຣະຄຳພີສາມາດແປວ່າ " ໂລກຜີວຫນັງ " ຫລື " 3ໂລກຜີວຫນັງທີ່ເປັນຕາຢ້ານ. "
- ວິທີການແປຄຳວ່າ " ເປັນໂລກຂີ້ທູດ " ສາມາດລວບລວມຄຳວ່າ " ເຕັມໄປດ້ວຍໂລກຂີ້ທູດ " ຫລື " ຕິດໂລກທາງຜີວຫນັງ " ຫລື " ເຕັມໄປດ້ວຍບາດແຜທີ່ຜີວຫນັງ "
ໂລທ
ໂລທເປັນຊື່ຂອງຫຼານຊາຍຂອງອັບຮາຮາມ
- ເຂົາເປັນລູກຊາຍຂອງອ້າຍຂອງອັບຮາຮາມທີມີຊື່ວ່າຣາຮັນ
- ໂລທໄດ້ເດີນທາງໄປກັບອັບຮາຮາມເພື່ອໄປຍັງດິນແດນຄານາອິນ ແລະ ຕັ້ງເຮືອນຢູ່ໃນເມືອງໂຊໂດມ
- ໂລທສືບເຊື້ອສາຍມາຈາກຊາວໂມອັບ ແລະ ອັບໂມນ
- ເມື່ອກະສັກທີ່ເປັນສັດຕູ ໄດ້ໂຈມຕີເມືອງໂຊໂດມ ແລະ ໄດ້ຈັບໂລທ ອັບຮາຮາມໄດ້ມາພ້ອມກັບຊາຍຫຼາຍຮ້ອຍຄົນເພື່ອຊ່ວຍ ໂລທ ແລະ ເອົາສິ່ງຂອງຂອງເຂົາຄືນມາ
- ຜູ້ຄົນທີ່ອາໄສຢູ່ໃນເມືອງໂຊໂດມໄດ້ອອ່ນເພຍກຳລັງຫຼາຍ ດັ່ງນັ້ນພຣະເຈົ້າຈຶ່ງໄດ້ຊົງທຳລາຍນເມືອງນັ້ນ ແຕ່ພຣະອັງຊົງໄດ້ບອກໂລທ ແລະ ຄອບຄົວຂອງເຂົາກ່ອນເພື່ອໃຫ້ພວກເຂົາໜີອອກຈາກເມືອງນັ້ນ
ໂລມ, ໂລມັນ
ໃນສະໄໝພຣະຄຳພີໃໝ່, ເມືອງໂລມເປັນສູນກາງຂອງຈັກ ກະພັດໂລມັນ. ດຽວນີ້ມັນເປັນເມືອງຫລວງຂອງປະເທດອີຕາລີທີ່ທັນສະ ໄໝ.
ຈັກກະພັດໂລມັນໄດ້ປົກຄອງທຸກຂົງເຂດອ້ອມແອ້ມທະເລເມດິເຕີເຣນຽນ, ຮ່ວມທັງອິດສະຣາເອນ. ຄຳວ່າ "ໂລມັນ" ໝາຍ ເຖິງສິ່ງໃດໜຶ່ງທີ່ກ່ຽວຂ້ອງກັບຂົງເຂດຕ່າງໆທີ່ລັດຖະບານໃນນະຄອນໂລມຄວບຄຸມລວມທັງພົນ ລະ ເມືອງແລະເຈົ້າໜ້າທີ່ໂຣມັນ. ອັກຄະສາວົກໂປໂລຖືກພາໄປເມືອງໂລມໃນຖານະເປັນນັກໂທດເພາະລາວປະກາດຂ່າວດີກ່ຽວກັບພະເຍຊູ. ປື້ມພະຄຳພີ ໃໝ່ຂອງ "ໂລມ" ແມ່ນຈົດໝາຍທີ່ໂປໂລຂຽນເຖິງຄຣິດສະຕຽນໃນເມືອງໂລມ.
ໂລ່
ໂລ່ເປັນວັດຖູຢ່າງໜຶ່ງທີ່ທະຫານໃຊ້ຖືໃນການສູ້ຮົບເພື່ອປ້ອງກັນຕົວເຂົາບໍ່ໃຫ້ໄດ້ຮັບບາດເຈັບຈາກອາວຸດຂອງສັດຕູ. "ການປົກປ້ອງ" ໃຜຄົນໜຶ່ງໝາຍເຖິງການປ້ອງກັນເຂົາຄົນນັ້ນຈາກອັນຕະລາຍ.
- ໂລ່ເປັນຮູບຊົງກົມຫລືຮູບວົງລີເຮັດດ້ວຍວັດສະດຸ ເຊັ່ນໜັງສັດ, ໄມ້, ຫລື ໂລຫະ ໜາພໍທີ່ຈະປ້ອງກັນດາບແລະລູກທະນູໄດ້.
- ການໃຊ້ຄຳນີ້ເປັນຄຳອຸປະມາ ພຣະຄຳພີອ້າງເຖິງພຣະເຈົ້າໃນຖານະໂລ່ປົກປ້ອງປະຊາຊົນຂອງພຣະອົງ. (ເບິ່ງເພີ່ມເຕີມ: Metaphor)
- ໂປໂລໄດ້ເວົ້າເຖິງ "ໂລ່ແຫ່ງຄວາມເຊື່ອ," ດ້ວຍ ເຊິ່ງເປັນວິທີການປຽບທຽບກັບຄວາມເຊື່ອໃນພຣະເຢຊູ, ແລະການດຳເນີນຊີວິດໃນຄວາມເຊື່ອແຫ່ງຄວາມຢຳເກງ, ພຣະເຈົ້າຈະປົກປ້ອງຜູ້ເຊື່ອຈາກການໂຈມຕີດ້ານຈິດວິນຍານຂອງມານຊາຕານ.
ໂສກເສົ້າຄ່ຳຄວນ, ໄຫວ້ທຸກ
ຄຳວ່າ "ໂສກເສົ້າຄ່ຳຄວນ" ແລະ "ໄຫວ້ທຸກ" ແມ່ນບົ່ງບອກເຖິງການສະແດງຄວາມຮູ້ສຶກຊຶມເສົ້າ, ເຊິ່ງເຫດຜົນໂດຍທົ່ວໄປ ແມ່ນຍ້ອນການເສຍຊີວິດຂອງບາງຄົນ.
- ໃນຫລາຍວັດທະນະທຳ, ການໂສກເສົ້າຄ່ຳຄວນ ຍັງລວມເອົາທັງການກະທຳພາຍນອກ ທີ່ສະແດງໃຫ້ເຫັນເຖິງຄວາມໂສກເສົ້າ ແລະຄວາມທຸກໃຈ.
- ຊາວອິດສະຣາເອນ ແລະ ຊົນຊາດອື່ນໆ ໃນສະໄໝບູຮານ ໄດ້ສະແດງອາການໂສກເສົ້າຄ່ຳຄວນ ໂດຍການສົ່ງສຽງຮ້ອງດັງໆ ແລະໂວຍວາຍ. ພວກເຂົາຍັງນຸ່ງຫົ່ມເຄື່ອງທີ່ເຮັດດ້ວຍຜ້າກກະສອບເຂົ້າ ແລະໂຮຍຂີ້ເທົ່າໃສ່ໂຕເອງ.
- ຄົນຮັບຈ້າງຮ້ອງໄຫ້, ຕາມປົກກະຕິ ແມ່ນຜູ້ຍິງ, ຈະຮ້ອງໄຫ້ສຽງດັງ ຕັ້ງແຕ່ມີຄົນຕາຍ ຈົນເຖິງເວລາເຂົາເອົາສົບໄປໄວ້ໃນອຸບໂມງຝັງສົບ.
- ໄລຍະເວລາໃນການໄຫວ້ທຸກ ແມ່ນເຈັດມື້, ແຕ່ສາມາດເພີ່ມຕື່ມເປັນສາມສິບມື້ກໍໄດ້ (ເຊັ່ນ ກໍລະນີການຕາຍຂອງໂມເຊແລະອາໂຣນ) ຫລື ຕື່ມອີກເປັນເຈັດສິບມື້ (ສຳລັບກໍລະນີຂອງຢາໂຄບ).
- ໃນພຣະຄຳພີ ຍັງໃຊ້ຄຳນີ້ ໃນລັກສະນະຂອງຄຳປຽບທຽບ, ເມື່ອເວົ້າເຖິງ "ການຄ່ຳຄວນ" ຍ້ອນຄວາມຜິດບາບ. ນີ້ບົ່ງບອກເຖິງຄວາມຮູ້ສຶກເປັນທຸກໃຈຫລາຍ ເພາະຄວາມບາບທີ່ສົ່ງຜົນຕໍ່ພຣະເຈົ້າ ແລະ ຕໍ່ຄົນອື່ນ.
ໂອ້ອວດ, ເວົ້າໂອ້ອວດ
ຄຳວ່າ "ໂອ້ອວດ" ໝາຍເຖິງເວົ້າດ້ວຍຄວາມພູມໃຈກ່ຽວກັບບາງສິ່ງບາງຢ່າງຫຼືບາງຄົນ. ເລື້ອຍໆມັນໝາຍຄວາມວ່າຈະໂອ້ອວດຕົວເອງ.
- ບາງຄົນທີ່“ ອວດອົ່ງ” ເວົ້າກ່ຽວກັບຕົວເອງດ້ວຍຄວາມພູມໃຈ.
- ພຣະເຈົ້າສັ່ງຫ້າມຊາວອິດສະລາແອນສຳລັບການ“ ອວດອ້າງໃນຮູບເຄົາລົບຂອງພວກເຂົາ. ພວກເຂົານະມັດສະການພະປອມຕ່າງໆຢ່າງໂຫດຮ້າຍແທນທີ່ຈະເປັນພຣະເຈົ້າທ່ຽງແທ້.
- ພຣະຄຳພີຍັງເວົ້າກ່ຽວກັບຄົນທີ່ອວດອ້າງໃນສິ່ງຕ່າງໆເຊັ່ນວ່າຄວາມຮັ່ງມີ, ຄວາມເຂັ້ມແຂງຂອງພວກເຂົາ, ຂົງເຂດທີ່ມີ ໝາກໄມ້ແລະກົດໝາຍຂອງພວກເຂົາ. ນີ້ໝາຍຄວາມວ່າພວກເຂົາພູມໃຈໃນສິ່ງເຫລົ່ານີ້ແລະບໍ່ຍອມຮັບວ່າພຣະເຈົ້າເປັນຜູ້ໃຫ້ສິ່ງເຫລົ່ານີ້.
- ພຣະເຈົ້າສຳແດງລິດອຳນາດໃຫ້ຊາວອິດສະລາແອນແທນທີ່ຈະ“ ອວດອ້າງ” ຫຼືພູມໃຈໃນຄວາມຈິງທີ່ວ່າພວກເຂົາຮູ້ຈັກລາວ.
- ອັກຄະສາວົກໂປໂລຍັງເວົ້າກ່ຽວກັບການໂອ້ອວດໃນພຣະຜູ້ເປັນເຈົ້າ, ຊຶ່ງໝາຍຄວາມວ່າມີຄວາມຍິນດີແລະຂອບໃຈພຣະເຈົ້າສຳລັບທຸກສິ່ງທີ່ລາວໄດ້ເຮັດເພື່ອພວກເຂົາ.
ຄຳແນະນຳໃນການແປ
- ວິທີການອື່ນທີ່ຈະແປວ່າ "ໂອ້ອວດ" ອາດປະກອບມີ "ໂອ້ອວດ" ຫລື "ເວົ້າດ້ວຍຄວາມພູມໃຈ" ຫລື "ອວດອ້າງ".
- ຄຳວ່າ "ອວດອ້າງ" ສາມາດຖືກແປໂດຍຄຳສັບຫລືປະໂຫຍກທີ່ມີຄວາມໝາຍວ່າ "ເວົ້າດ້ວຍຄວາມພາກພູມໃຈ" ຫລື "ເວົ້າໂອ້ອວດ" ຫລື "ເວົ້າໂອ້ອວດດ້ວຍຕົນເອງ."
- ໃນແງ່ຂອງການອວດອ້າງຫລືຮູ້ຈັກພຣະເຈົ້າ, ສິ່ງນີ້ສາມາດຖືກແປວ່າ "ຄວາມພາກພູມໃຈໃນ" ຫລື "ຄວາມສູງສົ່ງໃນ" ຫລື "ດີໃຈຫລາຍ" ຫລື "ຂອບໃຈພຣະເຈົ້າ."
- ບາງພາສາມີສອງຄຳສຳລັບ "ຄວາມພາກພູມໃຈ": ໜຶ່ງ ແມ່ນຄຳທີ່ບໍ່ດີ, ເຊິ່ງມີຄວາມໝາຍວ່າເປັນຄົນຈອງຫອງ, ແລະອີກຄຳໜຶ່ງທີ່ເປັນບວກ, ເຊິ່ງມີຄວາມໝາຍໃນການຖືເອົາຄວາມພາກພູມໃຈໃນວຽກງານ, ຄອບຄົວຫລືປະເທດໃດ ໜຶ່ງ.
ໂຮເຊຢາ
ໂຮເຊຢາເປັນຊື່ກະສັດຂອງອິດສະຣາເອນເປັນເວລາເກົ້າປີໃນລະຫວ່າງສ່ວນໜຶ່ງຂອງຣາຊການຂອງອາຮາບ ແລະເຮເຊກີຢາ, ກະສັດແຫ່ງຢູດາຍ.
- ໂຢຊວຍລູກຊາຍຂອງນູນກ່ອນໜ້ານັ້ນເຄີຍຊື່ວ່າໂຮເຊຢາ ໂມເຊໄດ້ປ່ຽນຊື່ໂຮເຊຢາເປັນໂຢຊວຍກ່ອນທີ່ຈະສົ່ງທ່ານແລະຜູ້ຊາຍອີກສິບເອັດຄົນໄປສອດແນມໃນແຜ່ນດິນການາອານ.
- ຫລັງຈາກທີ່ໂມເຊເສຍຊີວິດແລ້ວ, ໂຢຊວຍນຳປະຊາກອນອິດສະຣາເອນເຂົ້າໄປຄອບຄອງແຜ່ນດິນການາອານ.
- ຜູ້ຊາຍອີກຄົນໜຶ່ງທີ່ຊື່ໂຮເຊຢາເປັນບຸດຊາຍຂອງອາບີໄຊແລະເປັນຜູ້ນຳຄົນໜຶ່ງຂອງເຜົ່າເອຟຣາອິມ.
ໂຮເຣບ
ພູເຂົາໂຮເຣບເປັນອີກຊື່ໜຶ່ງຂອງພູເຂົາຊີນາຍ ທີ່ພຣະເຈົ້າໄດ້ປະທານແຜ່ນຫີນຈາລຶກພຣະບັນຍັດສິບປະການໃຫ້ແກ່ໂມເຊ. * ພູເຂົາໂຮເຣບໄດ້ຊື່ວ່າ "ພູເຂົາຂອງພຣະເຈົ້າ." * ໂຮເຣບເປັນສະຖານທີ່ທີ່ໂມເຊໄດ້ເບິ່ງເຫັນພຸ່ມໄມ້ທີ່ໄຟລຸກໂຊນຢູ່ເມື່ອທ່ານກຳລັງລ້ຽງດູຝູງແກະ. * ພູເຂົາໂຮເຣບເປັນສະຖານທີ່ພຣະເຈົ້າໄດ້ເປີດເຜີຍພັນທະສັນຍາແກ່ຄົນອິດສະຣາເອນໂດຍໃຫ້ພວກເຂົາໄດ້ຮັບແຜ່ນຫີນທີ່ມີພຣະບັນຍັດຂອງພຣະອົງຂຽນເທິງແຜ່ນຫີນເຫລົ່ານັ້ນ. * ນິ້ເປັນສະຖານທີ່ທີ່ພຣະເຈົ້າຕໍ່ມາໄດ້ກ່າວກັບໂມເຊໃຫ້ຕີຫີນເພື່ອຈັດຫານ້ຳໃຫ້ກັບຄົນອິດສະຣາເອນທີ່ກະຫາຍນ້ຳຂະນະທີ່ທ່ານກຳລັງເດີນທາງຢູ່ໃນທະເລຊາຍ. * ສະຖານທີ່ແນ່ນອນຂອງພູເຂົານີ້ບໍ່ເປັນທີ່ຮູ້ກັນ, ແຕ່ອາດຈະຢູ່ທາງຕອນໃຕ້ຂອງຄາບທະເລຊີນາຍ. * ເປັນໄປໄດ້ວ່າ "ໂຮເຣບ" ເປັນຊື່ທີ່ແທ້ຈິງຂອງພູເຂົາແລະ "ພູເຂົາຊີນາຍ" ຫລື "ພູເຂົາແຫ່ງຊີນາຍ," ອ້າງເຖິງຂໍ້ເທັດຈິງວ່າພູເຂົາໂຮເຣບຕັ້ງທີ່ຢູ່ໃນທະເລຊາຍຊີນາຍ.
ໂຮເສອາ
ໂຮເສອາເປັນຜູ້ປະກາດພຣະທຳຂອງອິດສະຣາເອນປະມານ 750 ປີກ່ອນພຣະຄຣິດ. * ການປະຕິບັດຂອງເຂົາຄົງຢູ່ເປັນເວລາຫລາຍປີຕະຫລອດຣາຊການຂອງກະສັດຫລາຍພຣະອົງ ເຊັ່ນ ເຢໂຣໂບອາມ, ເຊກາລີຢາ, ອຸດຊີຢາ, ໂຢທາມ, ອາຮາດ, ໂຮເສອາ, ອູລີຢາ, ແລະເຮເຊກີຢາ * ພຣະເຈົ້າກ່າວກັບໂຮເສອາໃຫ້ແຕ່ງງານກັບຍິງໂສເພນີທີ່ຊື່ວ່າໂກເມແລະຮັກນາງຕໍ່ໄປ ເຖິງວ່ານາງຈະບໍ່ຊື່ສັດກັບທ່ານ. * ນິ້ເປັນພາບຂອງຄວາມຮັກຂອງພຣະເຈົ້າສຳລັບຄົນຂອງພຣະອົງທີ່ບໍ່ສັດຊື່ ຄືອິດສະຣາເອນ. * ໂຮເສອາໄດ້ກ່າວຄຳເຜີຍພຣະຄຳຕໍ່ປະຊາກອນອິດສະຣາເອນໂດຍການເຕືອນພວກເຂົາ, ໃຫ້ເລີກບູຊາຮູບເຄົາລົບ.
ໃນພຣະຄຣຶດເຈົ້າ,ໃນພຣະເຢຊູເຈົ້າ,ໃນອົງພຣະຜູ້ເປັນເຈົ້າ,ໃນພຣະອົງເຈົ້າ
ວະລີ "ໃນພຣະຄຣຶດເຈົ້າ"ແລະຄຳຕ່າງໆທີ່ກ່ຽວຂ້ອງ ໝາຍເຖຶງພາວະຫຼືສະພາບຂອງການມີຄວາມສຳພັນກັບພຣະເຢຊູຄຣຶດເຈົ້າຜ່ານທ່າງຄວາມເຊື່ອໃນພຣະອົງເຈົ້າ
- ຄຳອື່ນໆທີ່ກຽວຂ້ອງລວມເຖຶງ "ໃນພຣະຄຣຶດເຈົ້າ ພຣະເຢຊູເຈົ້າ ໃນພຣະເຢຊູຄຣຶດເຈົ້າ ໃນອົງພຣະເຢຊູເຈົ້າ"
- ຄວາມໝາຍທີ່ເປັນໄປໄດ້ຂອງຄຳວ່າ "ໃນພຣະຄຣຶດເຈົ້າ"ສາມດລວມເຖຶງ "ເພາະທ່ານເປັນຂອງພຣະຄຣຶດ" ຫຼື "ໂດຍທາງຄວາມສຳພັນທີ່ທ່ານມີກັບພຣະຄຣຶດ" ຫຼື " ຂື້ນຢູ່ກັບຄວາມເຊື່ອຂອງທ່ານໃນພຣະຄຣຶດເຈົ້າ"
- ຄຳສັບທີ່ກ່ຽວຂ້ອງເຫຼົ່ານີ້ທິ້ງໝົດມີຄວາມໝາຍດຽວກັນຄືການຢູ່ໃນສະພາບຂອງການເຊື່ອໃນພຣະເຢຊູຄຣຶດເຈົ້າແລະເປັນສາວົກຂອງພຣະອົງ
- ໝາຍເຫດ: ບາງຄັ້ງຄຳວ່າ "ໃນ" ຈະໃຊ້ຄູ່ກັບຄຳກະຣຶຍາ ຍົກຕັວຢ່າງເຊ່ນ "ມີສ່ວນຮ່ວມໃນພຣະຄຣຶດ" ໝາຍເຖຶງການ "ມີສວນຮ່ວມໃນ"ຜົນປະໂຍດທີ່ມາຈາກການຮູ້ຈິກພຣະເຢຊູຄຣຶດເຈົ້າ ການ "ມີຄວາມຍຶນດີໃນ" ພຣະຄຣຶດໝາຍການຮູ້ສືກຍຶນດີແລະສັນລະເສີນພຣະເຈົ້າສຳຫຼັບສຶ່ງທີ່ພຮະເຢຊູເຈົ້າຊົງເປັນແລະສຶ່ງທີພຣະອົງໄດ້ຊົງກະທຳ ການ "ເຊື່ອໃນ" ໝາຍເຖຶງການໄວ້ວາງໃຈໃນພຣະອົງໃນຖານະທີ່ເປັນພຮະຜູ້ຊ່ອຍໃຫ້ລອດແລະຮູ້ຈັກພຣະອົງ
ຄຳແນະນຳໃນການແປ
ໃນພຮະຄຳພີເກົ່າ, ເປັນລຸງ ແລະ ເປັນພໍ່ເຖົ້າຂອງຢາໂຄບ
- ຢາໂຄບອາໄສຢູ່ກັບຄອບຄົວຂອງລາບັນໃນປາດານອາຮັມ ແລະ ດູແລລ້ຽງດູຝູງເກະ, ແລະ ແບ້. ເຊິ່ງເປັນເງື່ອນໄຂໃນການແຕ່ງງານກັບລູກສາວຂອງລາບັນ
- ຢາໂຄບນັ້ນມີຄວາມພຶ່ງພໍໃຈກັບລາເຊວລູກສາວຂອງລາບັນເຊື່ງເປັນເມຍຂອງຢາໂຄບ
- ລາບັນລອກລວງຍາໂຄບໃຫ້ລາວແຕ່ງງານກັບລູກສາວກົກຄືເລອາກ່ອນທີ່ຈະມອບລາເຊວໃຫ້ແກ່ລາວເພື່ອເປັນເມຍ
ໃຫ້ກໍາລັງໃຈ, ການໃຫ້ກໍາລັງໃຈ
ຄໍາວ່າ "ໃຫ້ກໍາລັງໃຈ ແລະການໃຫ້ກໍາລັງໃຈ" ເວົ້າເຖິງການເວົ້າແລະການເຮັດໃນສິ່ງທີ່ຈະເຮັດໃຫ້ບາງຄົນມີຄວາມໂລ່ງໃຈ ຄວາມຫວັງ ຄວາມໝັ້ນໃຈ ແລະຄວາມກ້າຫານ.
- ຄໍາທີ່ຄ້າຍກັນແມ່ນ "ໃຫ້ຄໍາແນະນໍາ" ຊຶ່ງໝາຍຄວາມວ່າເພື່ອກະຕຸ້ນໃຫ້ບາງຄົນປະຕິເສດການເຮັດໃນສິ່ງທີ່ບໍ່ຖືກຕ້ອງ ແລະເພື່ອເຮັດໃຫ້ສິ່ງທີ່ດີແລະຖືກຕ້ອງ.
- ອັກຄະສາວົກໂປໂລຜູ້ຂຽນພັນທະສັນຍາໃໝ່ໄດ້ສອນຄຣິດສະຕຽນໃຫ້ກໍາລັງໃຈຊຶ່ງກັນແລະກັນເພື່ອຮັກແລະຮັບໃຊ້ຜູ້ອື່ນ.
ຄໍາແນະນໍາໃການແປ
- ວິທີການແປ "ໜຸນໃຈ" ອາດຈະຮວມເຖິງ "ກະຕຸ້ນ" ຫລື "ຊູໃຈ" ຫລື "ເວົ້າດ້ວຍເມດຕາ" ຫລື "ຊ່ວຍເຫລືອແລະສະໜັບສະໜຸນ" ທັງນີ້ແມ່ນຂຶ້ນກັບກໍລະນີນັ້ນໆ.
- ຖ້ອຍຄໍາທີ່ວ່າ "ເວົ້າໃຫ້ກໍາລັງໃຈ" ໝາຍເຖິງ "ເວົ້າສິ່ງທີ່ເຮັດໃຫ້ຄົນອື່ນຮູ້ສຶກຮັກ ໄດ້ຮັບການຍອມຮັບແລະມີພະລັງ."
ໄດ້ຮັບ, ຮັບເອົາ
ຄຳ ວ່າ "ຮັບ" ໂດຍທົ່ວໄປ ໝາຍ ຄວາມວ່າຈະໄດ້ຮັບຫລືຍອມຮັບບາງສິ່ງບາງຢ່າງທີ່ຖືກມອບໃຫ້, ສະເໜີ ຫຼື ນຳສະ ເໜີ.
- ເພື່ອ "ໄດ້ຮັບ" ຍັງສາມາດຫມາຍຄວາມວ່າຈະທົນທຸກທໍລະ ມານຫລືປະສົບກັບບາງສິ່ງບາງຢ່າງ, ຄືກັບ "ລາວໄດ້ຮັບການລົງໂທດຕໍ່ສິ່ງທີ່ລາວໄດ້ເຮັດ." *ມັນຍັງມີຄວາມຮູ້ສຶກພິເສດທີ່ພວກເຮົາສາມາດ "ໄດ້ຮັບ" ບຸກ ຄົນ. ຍົກຕົວຢ່າງ, ທີ່ຈະ "ຕ້ອນຮັບແຂກ" ຫລືຜູ້ມາຢ້ຽມຢາມ ໝາຍເຖິງການຕ້ອນຮັບພວກເຂົາແລະໃຫ້ກຽດເຂົາເຈົ້າເພື່ອສ້າງສາຍພົວພັນກັບພວກເຂົາ.
- ເພື່ອ "ໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ" ໝາຍ ຄວາມວ່າພວກເຮົາໄດ້ຮັບພຣະວິນຍານບໍລິສຸດແລະຍິນດີຕ້ອນຮັບລາວໃຫ້ເຮັດວຽກຢູ່ໃນແລະຕະຫຼອດຊີວິດຂອງພວກເຮົາ.
- ການ“ ຮັບເອົາພຣະເຢຊູ” ໝາຍເຖິງການຍອມຮັບເອົາການສະ ເໜີ ຂອງພຣະເຈົ້າແຫ່ງຄວາມລອດຜ່ານທາງພຣະເຢ ຊູຄຣິດ.
- ເມື່ອຄົນຕາບອດ“ ເບິ່ງເຫັນ” ໝາຍຄວາມວ່າພະເຈົ້າປິ່ນປົວລາວແລະເຮັດໃຫ້ລາວເບິ່ງເຫັນໄດ້.
ການແນະນຳໃນການແປ
- ອີງຕາມສະພາບການ, "ຮັບ" ສາມາດຖືກແປເປັນ "ຍອມຮັບ" ຫຼື "ຍິນດີຕ້ອນຮັບ" ຫລື "ປະສົບການ" ຫຼື "ໃຫ້."
- ຄຳເວົ້າທີ່ວ່າ "ເຈົ້າຈະໄດ້ຮັບອຳນາດ" ສາມາດແປເປັນ "ເຈົ້າຈະໄດ້ຮັບອຳນາດ" ຫລື "ພະເຈົ້າຈະໃຫ້ອຳນາດແກ່ເຈົ້າ" ຫລື "ອຳ ນາດຈະຖືກມອບໃຫ້ເຈົ້າ
ໄຖ່, ການໄຖ່, ຜູ້ໄຖ່
ຄຳສັບທີ່ວ່າ "ໄຖ່" ແລະ "ການໄຖ່" ໝາຍເຖິງການຊື້ສິ່ງຂອງທີ່ເຄີຍເປັນເຈົ້າຂອງຫຼືຖືກຈັບເປັນຊະເລີຍ. "ຜູ້ໄຖ່" ແມ່ນຜູ້ທີ່ໄຖ່ບາງສິ່ງບາງຢ່າງຫຼືຄົນອື່ນ.
ພຣະເຈົ້າໄດ້ໃຫ້ກົດໝາຍແກ່ຊາວອິດສະລາແອນກ່ຽວກັບວິທີການໄຖ່ຄົນຫຼືສິ່ງຂອງຕ່າງໆ. ຍົກຕົວຢ່າງ, ຜູ້ໃດຜູ້ ໜຶ່ງ ສາມາດໄຖ່ຄົນທີ່ຕົກເປັນຂ້າທາດໂດຍການຈ່າຍຄ່າລາຄາເພື່ອໃຫ້ຂ້າໃຊ້ນັ້ນມີອິດສະລະ. ຄຳ ວ່າ "ຄ່າໄຖ່" ກໍ່ໝາຍເຖິງການປະຕິບັດນີ້. * ຖ້າທີ່ດິນຂອງຜູ້ໃດຜູ້ ໜຶ່ງ ຖືກຂາຍໄປ, ຍາດພີ່ນ້ອງຂອງຄົນນັ້ນສາມາດ“ ໄຖ່ຄືນ” ຫລື“ ຊື້ຄືນ” ທີ່ດິນໄດ້ເພື່ອວ່າມັນຈະຢູ່ໃນຄອບຄົວ. * ການປະຕິບັດເຫຼົ່ານີ້ສະແດງໃຫ້ເຫັນວ່າພຣະເຈົ້າຊົງໄຖ່ຄົນທີ່ຕົກເປັນທາດຂອງບາບ. ເມື່ອລາວຕາຍເທິງໄມ້ກາງແຂນ, ພຣະ ເຢຊູໄດ້ຈ່າຍເຕັມ ສຳ ລັບບາບຂອງຜູ້ຄົນແລະໄດ້ໄຖ່ຜູ້ທີ່ໄວ້ວາງ ໃຈໃນພຣະອົງເພື່ອຄວາມລອດ. ຄົນທີ່ພຣະເຈົ້າໄດ້ໄຖ່ໄດ້ຖືກປົດປ່ອຍຈາກບາບແລະການລົງໂທດຂອງມັນ.
ຄຳແນະນຳໃນການແປ
- ອີງຕາມສະພາບການ, ຄຳ ວ່າ "ໄຖ່" ຍັງສາມາດແປເປັນ "ຊື້ຄືນ" ຫລື "ຈ່າຍໃຫ້ຟຣີ
ໄພພິບັດ
ໄພພິບັດເປັນເຫດການທີ່ເຮັດໃຫ້ເກີດຄວາມທຸກທໍລະມານຫລືຄວາມຕາຍແກ່ຄົນເປັນຈຳນວນຫລາຍ ຫລາຍເທື່ອໄພພິບັດເປັນພະຍາດທີ່ລະບາດຢ່າງວ່ອງໄວເຮັດໃຫ້ຄົນຫລວງຫລາຍຕ້ອງຕາຍກ່ອນທີ່ຈະສາມາດຢຸດຍັ້ງນັ້ນໄດ້
- ໄພພິບັດຫຼາຍຢ່າງເກີດຈາກທຳມະຊາດແຕ່ບາງຢ່າງຖືກສົ່ງມາຈາກພຣະເຈົ້າເພື່ອລົງໂທດຄົນເພາະຄວາມບາບ
- ໃນຊ່ວງເວລາຂອງໂມເຊ ພຣະເຈົ້າໄດ້ສົ່ງໄພພິບັດສິບຢ່າງຕໍ່ເອຢິບ ເພື່ອບັງຄັບໃຫ້ຟາໂລ ປ່ອຍຄົນອິດສະລາເອນໄປຈາກເອຢິບ ໄພພິບັດພວກນີ້ທັງໝົດໄປເຖິງການປ່ຽນນ້ຳໃຫ້ເປັນເລືອດ ໂລກລະບາດທາງຮ່າງກາຍ ການທຳລາຍພືດຜົນໂດຍແມງແລະລູກເຫັບ ສາມມື້ແຫ່ງຄວາມມືດສະນິດ ແລະການຕາຍຂອງບຸດຊາຍຫົວປີ
- ຄຳນີ້ຍັງສາມາດແປໄດ້ວ່າ "ການແພ່ຄວາມຈິຍຫາຍ" ຫລື "ການແພ່ພະຍາດ" ຂຶ້ນຢູ່ກັບບໍລິບົດ
ໄພວິບັດ
ຄຳວ່າ "ວິບັດ " ມາຍເຖິງຄວາມຮູ້ສຶກທຸກໃຈເປັນຢ່າງຍິ່ງ ມັນຍັງໃຫ້ຄຳເຕືອນທີ່ຄົນບາງຄົນຈະປະສົບກັບບັນຫາຢ່າງຮ້າຍແຮງ
- ຂໍ້ຄວາມທີ່ວ່າ " ວິບັດແກ່ " ຈະຕາມມາດ້ວຍຄຳເຕືອນແກ່ປະຊາຊົນທີ່ພວກເຂົາປະສົບກັບຄວາມທຸກທໍລະມານຄືເປັນການລົງໂທດສຳລັບຄວາມບາບຂອງພວກເຂົາ
- ໃນພຣະຄຳພີຫລາຍໆຕອນ ຄຳວ່າ " ວິບັດ " ຈະຖືກເວົ້າຢູ່ເລື້ອຍໆເພື່ອໝາຍເຖິງໂດຍສະເພາະຢ່າງຍິ່ງແມ່ນການພິພາກສາອັນເປັນທີ່ຢ້ານກົວ
- ບຸກຄົນທີ່ຖືກກ່າວວ່າ " ວິບັດກໍຄືພຣະເຈົ້າ " ຫລື " ວິບັດແກ່ຂ້າພະເຈົ້າ " ຄືການສະແດງອອກມາເຖິງຄວາມທຸກທໍລະມານຢ່າງຮ້າຍແຮງ
ຄຳແນະນຳໃນການແປ
- ຂື້ນຢູ່ກັບບໍຣິສັດ ຄຳວ່າ " ວິບັດ " ສາມາດແປວ່າ " ຄວາມໂສກເສົ້າ " ເສຍໃຈເປັນຢ່າງຍິ່ງ " ຫລື " ຄວາມໂສກເສົ້າ "ຫລື " ໄພວິບັດ " ຫລື "ຄວາມພິນາດ "
- ວິທີອື່ນໃນການແປຂໍ້ຄວາມນີ້ " ວິບັດແກ່ "
ໄມ້ເຖົ້າ
ໄມ້ເຖົ້າເປັນໄມ້ຍາວຫລືໄມ້ແທ່ງທີ່ຫລາຍເທື່ອ, ໃຊ້ໃນເປັນໄມ້ທີ່ຊ່ວຍໃນການຍ່າງ
- ເມື່ອຢາໂຄບຊະລາລົງທ່ານເອງໃຊ້ໄມ້ເຖົ້າ, ເພື່ອຊ່ວຍຕົວທ່ານໃນການຍ່າງ.
- ພຣະເຈົ້າຊົງປ່ຽນໄມ້ເຖົ້າຂອງໂມເຊໃຫ້ກລາຍເປັນງູເພື່ອສະແດງອຳນາດຂອງພຣະອົງໃຫ້ແກ່ຟາໂຣ.
- ເຫລົ່າຄົນລ້ຽງແກະໃຊ້ໄມ້ເຖົ້າໃນການຊ່ວຍນຳແກະຂອງພວກທ່ານເຊັ່ນກັນ ຫລືເພື່ອຊ່ວຍແກະເມື່ອຂອງມັນຕົກຫລືອອກນອກເສັ້ນທາງ.
- ໄມ້ເຖົ້າຂອງຄົນລ້ຽງແກະ, ມີຂໍ້ເທິງປາຍໄມ້ຊຶ່ງແຕກຕ່າງຈາກໄມ້ຂອງຄົນລ້ຽງແກະທີ່ກົງເພື່ອໃຊ້ຂ້າສັດ ຕ່າງໆ ທີ່ຈະມາເຮັດຮ້າຍຝູງແກະ.
ໄມ້ເທົ້າ
ຄຳວ່າ ”ໄມ້ເທົ້າ”ແມ່ນອ້າງເຖິງໄມ້ທີ່ມີການປະດັບຫລືໄມ້ເທົ້າທີ່ຖືກຖືໂດຍພວກເຈົ້າຫນ້າທີທີ່ມີອຳນາດປົກຄອງເຊັ່ນ ກະສັດ *ໄມ້ເທົ້ານັ້ນດັ້ງເດີມແລ້ວເປັນກິ່ງຂອງໄມ້ທີ່ມີການແກະສະລັກແຕກຕ່າງ ຕໍ່ມາໄມ້ເທົ້າໄດ້ເຮັດດ້ວຍໂລຫະທີ່ມີຄ່າ ເຊັ່ນທອງຄຳ
- ໄມ້ເທົ້າເປັນສັນຍາລັກຂອງຄວາມຈົ່ງຮັກພັກດີແລະອຳນາດຊື່ງເປັນສັນຍາລັກແຫ່ງກຽດແລະສັກສີທີ່ມີຄວາມກ່ຽວຂ້ອງກັບກະສັດ
- ໃນພັນທະສັນຍາເດີມ ພຣະເຈົ້າໄດ້ຖືກເວົ້າເຖິງເຊັ່ນວ່າພຣະອົງຊົງມຮໄມ້ເທົ້າແຫ່ງຄວາມຊອບທຳ ນີ້ເປັນການກ່ຽວຂ້ອງກັບພຣະເຈົ້າຜູ້ຊົງປົກຄອງເໝືອນກະສັດປົກຄອງປະຊາຊົນຂອງພຣະອົງ
- ຄຳທຳນວາຍໃນພັນທະສັນຍາເດີມອ້າງເຖິງພຣະເມຊີອາວ່າເປັນສັນຍາລັກຂອງໄມ້ເທົ້າທີ່ມາຈາກອິດສະຣາເອນທີ່ປົກຄອງເໜືອທຸກຊາດ *ນີ້ສາມາດແປວ່າ”ໄມ້ປົກຄອງ”ຫລື ”ໄມ້ຂອງກະສັດ”
ໄລ່ຕາມທັນ, ຕາມທັນ
ຄຳວ່າ "ໄລ່ຕາມທັນ" ຫລື "ຕາມທັນ" ອ້າງເຖິງການພະຍາຍາມບັງຄັບເໜືອບາງຄົນຫລືບາງສິ່ງ ໂດຍທົ່ວໄປລວມເຖິງຄວາມຄິດທີ່ຈັບບາງສິ່ງໄດ້ຫລັງຈາກທີ່ພະຍາຍາມມາຈັກໄລຍະະໜຶ່ງ.
- ເມື່ອກອງທັບທະຫານ "ໄລ່ຕາມທັນ" ສັດຕູ, ໝາຍຄວາມວ່າພວກເຂົາເອົາຊະນະເໜືອສັດຕູໃນສະໜາມຮົບ.
- ເມື່ອຜູ້ໄລ່ລ່າໄລ່ຕາມເຫຍື່ອທັນ, ໝາຍຄວາມວ່າຜູ້ລ່ານັ້ນໄດ້ພະຍາຍາມໄລ່ແລະສາມາດຕາມຈັບເຫຍື່ອໄດ້ທັນ.
- ເມື່ອຄຳສາບແຊ່ງ "ໄລ່ຕາມທັນ" ບາງຄົນ, ໝາຍຄວາມວ່າຫຍັງກໍຕາມທີ່ກ່າວໄວ້ໃນຄຳສາບແຊ່ງນັ້ນຈະເກີດຂຶ້ນກັບບຸກຄົນນັ້ນ.
- ຫາກພຣະພອນຕາມໃຜຄົນໜຶ່ງທັນ, ໝາຍຄວາມວ່າຄົນເຫລົ່ານັ້ນຈະໄດ້ຮັບພຣະພອນນັ້ນ.
- ຂຶ້ນຢູ່ກັບບໍລິບົດ, ຄຳວ່າ "ໄລ່ຕາມທັນ" ສາມາດແປວ່າ "ຊະນະ" ຫລື "ຈັບໄດ້" ຫລື "ປຣາບ" ຫລື "ໄລ່ຕາມທັນ" ຫລື "ມີຜົນຢ່າງສົມບູນ."
- ນອກຈາກນີ້ຄຳອາດີດວ່າ "ໄດ້ໄລ່ຕາມທັນ" ສາມາດແປໄດ້ອີກຢ່າງໜຶ່ງວ່າ "ໄດ້ໄລ່ຈັບທັນ" ຫລື "ໄດ້ມາທຽບຄູ່ຂະໜານກັນ" ຫລື "ໄດ້ເອົາຊະນະ" ຫລື "ໄດ້ມີປາບລົງ" ຫລື "ໄດ້ເຮັດໃຫ້ເກີດອັນຕະລາຍແກ່."
- ເມື່ອໃຊ້ເປັນຄຳເຕືອນວ່າຄວາມມືດມິດຫລືການລົງໂທດຫລືຄວາມໜ້າຢ້ານກົວຈະໄລ່ຕາມປະຊາກອນທັນເພາະບາບຂອງພວກເຂົານັ້ນ, ໝາຍຄວາມວ່າຜູ້ຄົນເຫລົ່ານັ້ນຈະປະສົບກັບສິ່ງຊົ່ວຮ້າຍຫາກພວກເຂົາບໍ່ກັບໃຈ.
- ວະລີທີ່ວ່າ, "ຖ້ອຍຄຳຂອງເຮົາກໍໄດ້ຕິດຕາມບັນພະບຸລຸດຂອງເຈົ້າທັນ” ໝາຍຄວາມວ່າຄຳສັ່ງສອນຊຶ່ງພຣະຢາເວໄດ້ມອບໄວ້ໃຫ້ແກ່ບັນພະບຸລຸດຂອງພວກເຂົານັ້ນ ບັດນີ້ຈະເປັນເຫດໃຫ້ພວກເຂົາໄດ້ຮັບການລົງໂທດເພາະພວກເຂົາບໍ່ໄດ້ເຊື່ອຟັງຄຳສັ່ງສອນເຫລົ່ານັ້ນ.
ໄວ້ວາງໃຈ,ເຊື່ອຖືໄດ້,ຄວາມໜ້າເຊື່ອຖື
ຄຳວ່າ "ໄວ້ວາງໃຈ" ອ້າງເຖິງການເຊື່ອວ່າບາງສິ່ງບາງຢ່າງຫລືບາງຄົນເປັນຄວາມຈິງຫລືເຊື່ອຖືໄດ້. ບຸກຄົນທີ່ "ໜ້າເຊື່ອຖື" ສາມາດທີ່ຈະໄດ້ຮັບການວາງໃຈເພື່ອເຮັດຫລືກ່າວສິ່ງທີ່ຖືກຕ້ອງແລະເປັນຄວາມຈິງ.
- ຄວາມໄວ້ວາງໃຈກ່ຽວຂ້ອງໃກ້ຊິດກັບຄວາມເຊື່ອ. ຖ້າເຮົາໄວ້ວາງໃຈໃຜຈັກຄົນ,ເຮົາກໍມີຄວາມເຊື່ອໃນບຸກຄົນນັ້ນເພື່ອເຮັດຕາມທີ່ພວກເຂົາສັນຍາຈະເຮັດ.
- ການມີຄວາມໄວ້ວາງໃຈບາງຄົນໝາຍຄວາມວ່າຂຶ້ນຢູ່ກັບບຸກຄົນນັ້ນເຊັ່ນກັນ.
- "ເຊື່ອໝັ້ນໃນ" ພຣະເຢຊູໝາຍຄວາມວ່າເຊື່ອວ່າພຣະອົງຊົງເປັນພຣະເຈົ້າແລະຊົງສິ້ນພຣະຊົນເທິງໄມ້ກາງແຂນເພື່ອຊຳລະບາບຂອງເຮົາແລະເພິ່ງພາພຣະອົງເພື່ອຊ່ວຍເຮົາໃຫ້ພົ້ນ.
- "ຄຳເວົ້າທີ່ໜ້າເຊື່ອຖື" ອ້າງເຖິງບາງສິ່ງບາງຢ່າງທີ່ໄດ້ກ່າວໄດ້ວ່າສາມາດນັບໄດ້ວ່າເປັນຄວາມຈິງ.
ຄຳແນະນຳໃນການແປ
- ວິທີການແປຄຳວ່າ "ໄວ້ວາງໃຈ" ສາມາດລວມເຖິງ "ເຊື່ອ" ຫລື "ມີຄວາມເຊື່ອ" ຫລື "ມີຄວາມເຊື່ອໝັ້ນ" ຫລື "ຂຶ້ນຢູ່ກັບ."
- ວະລີທີ່ວ່າ "ທ່ານໄວ້ວາງໃຈໃນ" ມີຄວາມຄ້າຍຄືກັນຫລາຍໃນຄວາມໝາຍຂອງ "ໄວ້ວາງໃຈ."
- ຄຳວ່າ "ເຊື່ອຖືໄດ້" ສາມາດແປເປັນ "ວາງໃຈໄດ້" ຫລື "ໜ້າໄວ້ວາງໃຈ" ຫລື "ສາມາດເຊື່ອຖືໄດ້ສະເໝີ."
ໄຮ້ສາລະ, ຄວາມໄຮ້ສາລະ
ຄໍາວ່າ "ໄຮ້ສາລະ" ອະທິບາຍເຖິງສິ່ງບໍ່ມີປະໂຫຍດ ຫລືບໍ່ມີວັດຖຸປະສົງ. ສິ່ງໄຮ້ສາລະວ່າງເປົ່າແລະບໍ່ມີຄຸນຄ່າ. * ຄໍາວ່າ "ຄວາມໄຮ້ສາລະ" ອ້າງເຖິງຄວາມໄຮ້ຄ່າຫລືຄວາມວ່າງເປົ່າ. ນອກຈາກນີ້ຍັງສາມາດອ້າງອີງເຖິງຄວາມຈອງຫອງ ຫລືຫຍິ່ງຜະຫຍອງ. * ໃນພັນທະສັນຍາເດີມ, ຮູບເຄົາລົບໄດ້ຮັບການອະທິບາຍວ່າເປັນສິ່ງໄຮ້ສາລະທີ່ບໍ່ສາມາດຊ່ວຍເຫລືອ ຫລືຊ່ວຍໃຫ້ພົ້ນໄດ້. ພວກມັນບໍ່ມີຄ່າແລະບໍ່ມີປະໂຫຍດ ຫລືມີວັດຖຸປະສົງໃດໆ. * ຫາກມີການກະທໍາສິ່ງໃດໆໂດຍ "ໄຮ້ປະໂຫຍດ" ໝາຍຄວາມວ່າບໍ່ມີຜົນດີຈາກສິ່ງນີ້. ຄວາມພະຍາຍາມຫລືການກະທໍາບໍ່ບັນລຸຜົນອັນໃດ. * "ເຊື່ອໃນສິ່ງທີ່ໄຮ້ສາລະ" ໝາຍຄວາມວ່າເຊື່ອໃນບາງສິ່ງທີ່ບໍ່ມຈິງ ແລະໃຫ້ຄວາມຫວັງທີ່ຜິດໆ.
ຄໍາແນະນຳໃນການແປ
- ຂື້ນຢູ່ກັບບໍລິບົດ ຄໍາວ່າ "ໄຮ້ສາລະ" อาจแปลเป็น "ว่าง" หรือ "ไร้ประโยชน์" หรือ "สิ้นหวัง" หรือ "ไร้ค่า" หรือ "ไม่มีความหมาย"
- วลีว่า "เปล่าประโยชน์" อาจถูกแปลว่า "ไม่มีผล" หรือ "ไม่มีผลลัพธ์" หรือ "ไม่มีเหตุผล" หรือ "ไม่มีจุดมุ่งหมาย"
- คำว่า "ความไร้สาระ" อาจแปลว่า "ความเย่อหยิ่ง" หรือ "ไม่มีอะไรคุ้มค่า" หรือ "ความสิ้นหวัง"
ໜາມ, ຕົ້ນໄມ້ໜາມ
ພຸ່ມໄມ້ໜາມແລະຕົ້ນໄມ້ໜາມເປັນຕົ້ນພຶດທີ່ມີກິ່ງກ້ານສາຂາຫຼືດອກໄມ້ທີ່ເປັນໜາມ ພືດເຫລົ່ານີ້ບໍ່ໄດ້ຜະລິດຜົນຫຼືສິ່ງອື່ນທີ່ເປັນປະໂຫຍດ
- "ໜາມ" ເປັນສິ່ງແຂງຄົມ ທີ່ເກິດເທີງກິ່ງຫຼືຕົ້ນຂອງຕົ້ນໄມ້ "ພຸ່ມໜາມ" ເປັນຕົ້ນໄມ້ຂະນາດນ້ອຍຊະນິດໜຶ່ງຫຼືໄມ້ພຸ່ມທີ່ມີໜາມຫລາຍຕາມກິ່ງກ້ານຂອງມັນ
- "ພຶດໜາມ" ເປັນພືດທີ່ລຳຕົ້ນແລະໃບເຕັມໄປດ້ວຍໜາມ ດອກມັກຈະເປັນສີມວງ
- ໜາມແລະຕົ້ນໜາມເປັນພືດທີ່ຈະເລີນເຕີບໂຕຢ່າງໄວວາແລະເປັນເຫດບໍ່ສາມາດໃຫ້ພືດອື່ນໆຈະເລີນເຕີບໂຕໄດ້ ນີ້ເປັນພາບທີ່ສະແດງໃຫ້ເຫັນວ່າບາບຈະປິດກັ້ນບໍ່ໃຫ້ຜູ້ເຊື່ອເກິດຜົນທາງຈິດວິນຍານທີ່ດີ
- ມຸງກຸດທີ່ທຳຈາກໜາມແຫລມບິດເປັນກງວທີ່ສວມເທີງຫົວຂອງພຣະເຢຊູເຈົ້າກ່ອນທີ່ພຣະອົງຈະຖືກຕອກຕຶງເທີງກາງແຂນ
- ຖ້າເປັນໄປໄດ້ຄຳເຫລົ່ານີ້ຄວນແປໂດຍຊື່ຂອງພຶດສອງຊະນິດພຸ່ມໄມ້ທີ່ເປັນທີ່ຮູ້ຈັກໃນພາສາທ້ອງຖິ່ນ
ໜື່ງສວນສຶບ, ທະສາງ
ຄຳວ່າ "ສຶບລົດ" ຫຼື "ທະສາງ" ອ້າງເຖຶງ "ຮ້ອຍລະສຶບ" ຫຼື "ໜື່ງໃນສຶບສ່ວນ" ຂອງເງີນ ພືດຜົນ ການລ້ຽງສັດຫຼືຊັບສຶ້ນອື່ນໆ ທີ່ນຳຖວາຍພຣະເຈົ້າ
- ໃນພັນທະສັນຍາໃໝ່ ພຣະເຈົ້າຊົງສັ່ງຊ່າວອຶດສະຣາເອນແຍກສຶບລົດຂອງຊັບສຶ້ນຂອງພວກເຂົາເພືອຖວາຍໂມທະນາພຣະຄຸນແດ່ພຣະເຈົ້າ
- ສຶ່ງຖວາຍບູຊາຄືຖວາຍແດ່ພຣະເຈົ້າຄືໃຫ້ແດ່ຄົນເຜົ່າເລວີຂອງອຶດສະຣາເອນທຳໜ້າທີ່ປະຕຶບັດຊ່າວອຶດສະຣາເອນໃນຖານະໂປໂລຫຶດແລະເປັນຜູ້ເບຶງແຍງຫໍເຕັນຄືຕໍ່ມາກ່າຍມາເປັນພຣະວຶຫານ
- ໃນພັນທະສັນຍາໃໝ່ ພຣະເຈົ້າບໍ່ຊົງປະສົງສຶບລົດ ແຕ່ໄດ້ສອນສອນໃຫ້ຜູ້ເຊື່ອຖວາຍດ້ວຍຈຶດໃຈທີ່ກວ່າງຂວງແລະໃຫ້ດ້ວຍຄວາມຍຶນດີແລະສະນັບສະນຸນງານຊຸມຊົນຂອງຄຣຶດສະຕຽນ
- ຄຳນີ້ສາມາດແປໄດ້ວ່າເປັນ "ໜື່ງສ່ວນສຶບ" ຫຼື "ສຶບເອົາອອກມາໜື່ງ"
ໜ້າ, ໃບໜ້າ
ຄໍາວ່າ "ໃບໜ້າ" ຕາມຕົວອັກສອນກໍໝາຍເຖິງສ່ວນນຶ່ງຂອງຫົວ ຂອງຄົນເຮົາ ຄໍານີ້ມີຄວາມໝາຍໃນທາງປຽບທຽບຫລາຍຢ່າງ.
- ຄໍາວ່າ "ໜ້າຂອງທ່ານ" ຫລາຍໆ ເທື່ອທີ່ໃຊ້ໃນການເວົ້າປຽບ ທຽບ ຊຶ່ງຈະເວົ້າວ່າ "ທ່ານ" ຄ້າຍກັບຖ້ອຍຄໍາທີ່ວ່າ "ໜ້າຂອງຂ້າພະເຈົ້າ" ຫລາຍເທື່ອກໍເວົ້າເຖິງ "ເຮົາ"(ເປັນປະທານ) ຫລື "ເຮົາ"(ເປັນກໍາ).
- ໃນດ້ານຮ່າງກາຍ "ຕໍ່ໜ້າ" ບາງຄົນຫລືບາງສິ່ງໝາຍເຖິງການ ເບິ່ງໄປທີ່ຄົນນັ້ນ ຫລືຂອງສິ່ງນັ້ນ.
- ການ "ປະເຊີນໜ້າກັນ" ໝາຍເຖິງ "ການເບິ່ງໜ້າກັນແລະກັນ.
- ການເບິ່ງ "ໜ້າຕໍ່ໜ້າ" ໝາຍຄວາມວ່າສອງຄົນກໍາລັງເບິ່ງໜ້າ ກັນໃນໄລຍະໃກ້.
- ເມື່ອພຣະເຢຊູ "ພຣະອົງຫັນໜ້າໄປຍັງກຸງເຢຣູຊາເລັມ" ໝາຍ ເຖິງວ່າພຣະອົງຕັ້ງໃຈຢ່າງແນ່ນອນວ່າພຣະອົງຈະໄປທີ່ນັ້ນ.
- ຈະ "ມຸ່ງໜ້າຕໍ່ຕ້ານ" ຜູ້ຄົນຫລືເມືອງ ໝາຍເຖິງການຕັດສິນໃຈແນ່ວແນ່ທີ່ຈະບໍ່ສະໜັບສະໜຸນ ຫລືປະຕິດເສດຄົນຫລືເມືອງ ນັ້ນໆ.
- ຖ້ອຍຄໍາທີ່ວ່າ "ພື້ນໜ້າຂອງແຜ່ນດິນ" ເວົ້າເຖິງພື້ນດິນຂອງໂລກແລະໂດຍທົ່ວໄປມັກຈະເວົ້າເຖິງໂ່ລກທັງໜ່ວຍ ຕົວຢ່າງເຊັ່ນ "ຄວາມອຶດຢາກປົກຄຸມພື້ນແຜ່ນດິນໂລກ" ເວົ້າເຖິງການແຜ່ກະ ຈາຍຂອງຄວາມອຶດຢາກທີ່ສົ່ງຜົນກະທົບມະນຸດຈໍານວນຫລາຍ ທີ່ມີຊີວິດຢູ່ເທິງໂລກນີ້.
- ໃນການປຽນທຽບ "ຢ່າເຊື່ອງໜ້າຂອງພຣະອົງຈາກປະຊາກອນ ຂອງພຣະອົງ" ຫລື "ຢ່າປະຖິ້ມປະຊາກອນຂອງພຣະອົງ" ຫລື "ຢ່າ ຢຸດດູແລປະຊາກອນຂອງພຣະອົງ."
ຄໍາແນະນໍາການແປ
- ຖ້າເປັນໄປໄດ້ ເປັນການທີ່ດີສຸດໃຫ້ຮັກສາຖ້ອຍຄໍາ ຫລືໃຊ້ຖ້ອຍຄໍາພາສາທີ່ຈະແປໃຫ້ມີຄວາມໝາຍທີ່ຄ້າຍຄືກັນ.
- ຄໍາວ່າ "ຕໍ່ໜ້າ" ສາມາດແປໄດ້ວ່າ "ຫັນໄປ" ຫລື "ເບິ່ງຊື່ໄປ" ຫລື "ເບິ່ງໄປທີ່ໜ້າຂອງ." ຄໍາວ່າ "ໜ້າຕໍ່ໜ້າ" ສາມາດແປໄດ້ວ່າ "ຂຶ້ນໄປໃກ້" ຫລື "ຢູ່ຕໍ່ໜ້າຂອງ" ຫລື "ການຢູ່ຕໍ່ໜ້າຂອງ."
- ຄໍາວ່າ "ຕໍ່ໜ້າພຣະອົງ" ສາມາດແປໄດ້ວ່າ "ທາງໜ້າພຣະອົງ" ຫລື "ເບື້ອງໜ້າພຣະອົງ" ຫລື "ໜ້າພຣະອົງ" ຫລື "ໃນການຊົງປະ ທັບຢູ່."
- ຖ້ອຍຄໍາທີ່ວ່າ "ຫັນໜ້າພຣະອົງໄປຍັງ" ສາມາດແປໄດ້ວ່າ "ໄດ້ເລີ້ມເດີນທາງໄປຍັງ" ຫລື "ຕັ້ງໃຈຢ່າງແນ່ວແນ່ທີ່ຈະໄປຍັງ."
- ຖ້ອຍຄໍາທີ່ວ່າ "ເຊື່ອງໜ້າພຣະອົງຈາກ" ສາມາດແປໄດ້ວ່າ "ຫັນ ໄປຈາກ" ຫລື "ຢຸດການຊ່ອຍເຫລືອ ຫລືການປົກປ້ອງຮັກສາ" ຫລື "ປະຕິເສດ."
- ທີ່ວ່າ "ຕັ້ງໜ້າຕໍ່ສູ້" ເມືອງຫລືປະຊາຊົນ ສາມາດແປໄດ້ວ່າ "ເບິ່ງ ດ້ວຍຄວາມໂກດຮ້າຍ ແລະຕໍາໜິ" ຫລື "ປະຕິເສດທີ່ຈະຮັບ" ຫລື "ຕັດສິໃຈທີ່ຈະປະຖິ້ມ" ຫລື "ນໍາການພິພາກສາມາສູ່."
- ຖ້ອຍຄໍາທີ່ວ່າ "ຈົ່ງເວົ້າຕໍ່ໜ້າພວກເຮົາ" ສາມາດແປໄດ້ວ່າ "ຈົ່ງເວົ້າກັບເຂົາຢ່າງຕົງໄປຕົງມາ" ຫລື "ຈົ່ງເວົ້າໃນຂະນະທີ່ພວກເຂົາ ຍັງຢູ່" ຫລື "ຈົ່ງເວົ້າກັບເຂົາຕົວຕໍ່ຕົວ."
- ຖ້ອຍຄໍາທີ່ວ່າ "ເທິງພື້ນໜ້າຂອງແຜ່ນດິນ" ສາມາດແປໄດ້ວ່າ "ຕະຫລອດທັງແຜ່ນດິນ" ຫລື "ເທິງແຜ່ນດິນໂລກທັງໝົດ" ຫລື "ອາໄສຢູ່ທົ່ວແຜ່ນດິນໂລກ."
ໜ້າຍົກຍ້ອງ, ຄຸ້ມຄ່າ, ບໍ່ຄູ່ຄວນ, ບໍ່ມີຄຸນຄ່າ
ຄຳເວົ້າວ່າ " ໜ້າຍົກຍ້ອງ " ໄດ້ອະທິບາຍເຖິງບາງຄົນຫລືບາງສິ່ງທີ່ສົມຄວນໄດ້ຮັບການເຄົາລົບຫລືໃຫ້ກຽດ ການ " ມີຄຸນຄ່າ " ໝາຍເຖິງການມີຄຸນຄ່າຫລືຄວາມສຳຄັນ ຄຳວ່າ " ບໍ່ມີຄຸນຄ່າ " ໝາຍເຖີງບໍ່ມີຄ່າໃດໆ ເລີຍ * ການໜ້າຍົກຍ້ອງ ກ່ຽວຂ້ອງກັບການມີຄຸນຄ່າຫລືມີຄວາມສຳຄັນ * ການ " ບໍ່ຄູ່ຄວນ " ໝາຍເຖິງບໍ່ສົມຄວນໄດ້ຮັບການແຈ້ງພິເສດອັນໃດ * ບໍ່ຮູ້ສຶກວ່າໜ້າຍົກຍ້ອງໝານເຖິງ ຮູ້ສຶກດ້ອຍຄວາມສຳຄັນວ່າຜູ້ອື່ນຫລືຮູ້ສຶກບໍ່ສົມຄວນທີ່ຈະໄດ້ຮັບການປະຕິບັດດ້ວຍຄວາມເຄົາລົບຫລືຄວາມເມດຕາ * ຄຳເວົ້າວ່າ " ບໍ່ຄູ່ຄວນ " ແລະຄຳວ່າ " ບໍ່ມີຄຸນຄ່າ " ມີຄວາມກ່ຽວຂ້ອງ ແຕ່ມີຄວາມໝາຍຕ່າງກັນ ການ " ບໍ່ຄູ່ຄວນ " ໝາຍເຖິງບໍ່ສົມຄວນໄດ້ຮັບກຽດຫລືການຮັບຮູ້ໃນການໃດໆ ສ່ວນ "ບໍ່ມີຄຸນຄ່າ " ໝາຍເຖິງບໍ່ມີຈຸດມຸ້ງໝາຍຫລືຄຸນຄ່າໃດໆ
ຄຳແນະນຳໃນການແປ
- " ໜ້າຍົກຍ້ອ " ໝາຍຄວາມວ່າ " ສົມຄວນໄດ້ຮັບ " ຫລື " ສຳຄັນ" ຫລື " ມິຄຸນຄ່າ "
- " ຄຳເວົ້າວ່າ " ຄຸ້ມຄ່າ "ໝາຍຄວາມວ່າ " ມີຄ່າ "ຫລື " ຄວາມສຳຄັນ" *
ໜ້າທະນູ ແລະ ລູກສອນ
ນີ້ແມ່ນອາວຸດປະເພດໜຶ່ງ ເຊິ່ງປະກອບດ້ວຍລູກສອນຍິງຈາກລູກກະແຈ. ໃນສະໄໝທີ່ຂຽນພຣະຄຳພີ ມັນໃຊ້ສຳລັບການຕໍ່ສູ້ກັບສັດຕູແລະການຂ້າສັດເພື່ອເປັນອາຫານ
- ໜ້າທະນູແມ່ນເຮັດດ້ວຍໄມ້, ກະດູກ, ໂລຫະ, ຫລືວັດຖຸແຂງອື່ນໆ, ເຊັ່ນ: ເຄື່ອງປ້ອງກັນຂອງກວາງ. ມັນມີຮູບຊົງໂຄ້ງແລະຖືກຍຶດແໜ້ນດ້ວຍເຊືອກ, ສາຍ, ຫລືເຄືອ.
- ລູກສອນແມ່ນຮູບຊົງບາງໆທີ່ມີຫົວແຫຼມແລະແຫຼມຢູ່ສົ້ນ ໜຶ່ງ. ໃນສະໄໝບູຮານ, ລູກສອນສາມາດເຮັດດ້ວຍວັດຖຸຕ່າງໆເຊັ່ນ: ໄມ້, ກະດູກ, ຫີນ, ຫລືໂລຫະ.
- ໜ້າທະນູ ແລະ ລູກສອນຖືກໃຊ້ທົ່ວໄປໂດຍນາຍພານ ແລະ ນັກ ຮົບ.
- ຄຳວ່າ“ ລູກສອນ” ບາງຄັ້ງຍັງຖືກໃຊ້ໃນຕົວເລກໃນພຣະຄຳພີເພື່ອກ່າວເຖິງການໂຈມຕີຂອງສັດຕູຫລືການພິພາກສາຈາກສະຫວັນ.
ໝັງສືມ້ວນ
ໃນສະໃໜ່ບູຮານ ໝັງສືມ້ວນແມ່ນປື້ມປະເພດ ໜຶ່ງ ທີ່ເຮັດດ້ວຍແຜ່ນລວດລາຍຫລືແຜ່ນ ໜັງ
- ຫັລງຈາກຂຽນໃສ່ແຜ່ນ ໜັງສື ສຳເລັດ ປະຊາຊົນຈະເກັບໃວ້ໂດຍໃຊ້ເຊືອກຜູກໃວ້
- ໝັງສືມ້ວນ ຍັງເປັນໝັງສື ທາງກົດໝາຍ ແລະທາງພຣະຄຳພີ
- ບາງເທື່ອ ໜັງສືມ້ວນ ທີ່ຖືກສົ່ງໂດຍຜູ້ສົ່ງຂ່າວສານໄດ້ຖືກປະທັບຕາດ້ວຍຂີ້ເຜີ້ງ. ນີ້ຈະປ້ອງກັນບໍ່ໃຫ້ຜູ້ອື່ນເປີດປື້ມແລະຂຽນໃສ່ໄດ້.
- ໜັງສືມ້ວນ ທີ່ຂຽນດ້ວຍພຣະຄຳພີ ພາກພາສາເຮັບເລີໄດ້ຖືກອ່ານດັງໆຢູ່ໃນທຳມະສາລາ.
ໝາກກອກເທດ
ໝາກກອກເທດເປັນຫມາກໄມ້ຂະໜາດນ້ອຍຮູບໄຂ່ຈາກຕົ້ນໝາກກອກ ເຊຶ່ິ່ງສ່ວນໃຫຍ່ປູກໃນແຖບອ້ອມຮອບ ທະເລເມດິເຕລາເນ. * ຕົ້ນໝາກກອກເທດມີລັກສະນະເປັນໄມ້ພຸ່ມຂະໜາດໃຫຍ່ທີ່ໃບຂຽວຕະຫລອດປີອອກດອກສີຂາວນ້ອຍໆ. ສາມາດເຕີບໂຕໄດ້ດີໃນພື້ນທີ່ທີ່ມີອາກາດຮ້ອນແລະສາມາດຂຶ້ນໄດ້ດີດ້ວຍນ້ຳຫລໍ່ລ້ຽງພຽງນ້ອຍໆ. * ຜົນໝາກກອກເທດຈະມີສີຂຽວ, ເມື່ອຜົນສຸກຈະກາຍເປັນສີດຳ. ສາມາດນຳຜົນໝາກກອກເທດໄປຮັບປະທານຫລືສະກັດເປັນນ້ຳມັນໄດ້. * ສາມາດໃຊ້ນ້ຳມັນໝາກກອກເທດສຳລັບເຮັດອາຫານ, ເປັນເຊື້ອເພີງຂອງຕະກຽງ, ແລະໃຊ້ເປັນສ່ວນປະກອບໃນພິທີທາງສາດສະຫນາໄດ້. * ໃນພຣະຄໍາພີນັ້ນ, ບາງເທື່ອຈະມີການໃຊ້ຕົ້ນຫລືກິ່ງໝາກກອກເທດໃນຄໍາອຸບປະມາທີ່ອ້າງເຖິງປະຊາຊົນ.
ໝາກທັບທິມ
ທັບທິມເປັນໝາກໄມ້ຊະນິດໜຶ່ງທີ່ມີເປືອກໜາແລະແຂງເຊີ່ງເຕັມໄປດ້ວຍເມັດຈຳນວນຫລາຍທີ່ຖືກຫຸ້ມດ້ວຍເຫຍື່ອສີແດງທີ່ສາມາດກິນໄດ້
- ເປືອກນອກມີສີແດງແລະຊີ້ນອ້ອມເມັດທີ່ເປັ່ງປະກາຍແລະສີແດງ
- ທັບທິມມັກຈະເລີນເຕີບໂຕຫລາຍໃນປະເທດທີ່ມີອາກາດຮ້ອນ ອາກາດແຫ້ງ ເຊັ່ນປະເທດເອຢິປແລະອິດສະລາເອນ
- ພຣະຢາເວ ພຣະອົງຊົງສັນຍາກັບຊາວອິດສະລາເອນ ວ່າການາອານເປັນແຜ່ນດິນທີ່ມີນ້ຳອຸດົມສົມບູນ ແລະມີດິນອຸດົມສົມບູນເພື່ອຈະໃຫ້ມີອາຫານຫລວງຫລາຍທັງໝົດເຖິງໝາກທັບທິມ
- ການກໍ່ສ້າງວິຫານຂອງຊາໂລມ ທັງຫມົດເຖິງເຄື່ອງປະດັບທອງສັມລິດໃນຮູບຮ່າງຂອງທັບທິມ
ໝາກເຫັບ
ຄໍານີ້ອ້າງເຖິງນໍ້າທີ່ແຂງຕົວເປັນກ້ອນນ້ອຍຫລືກ້ອນໃຫຍ່ທີ່ຕົກລົງມາຈາກທ້ອງຟ້າ ຄໍາທີ່ຕ່າງກັນ ໝາຍຄວາມວ່າ “ອາກາດໜາວກໍາລັງຈະມາ“ຝົນກໍາລົງຕົກໜັກ * ໝາກເຫັບທີ່ຕົກລົງມາຈາກທ້ອງຟ້າເປັນຮູບແບບລູກກົມໆ ຫລືກ້ອນນໍ້າແຂງທີ່ເອີ້ນວ່າ “ກ້ອນໝາກເຫັບ“ * ໂດຍປົກກະຕິໝາກເຫັບຈະມີຂະໜາດນ້ອຍໆ(ກວ້າງບໍ່ເທົ່າໃດຊັງຕີແມັດ) ແຕ່ກໍຍັງມີໝາກເຫັບກ້ອນທີ່ໃຫຍ່ມີຂະໜາດກ້ວາງເຖິງ 20 ຊັງຕີແມັດແລະມີນໍ້າໜັກຫລາຍກວ່າໜຶ່ງກິໂລກາມ * ພຣະທໍາພຣະນິມິດໃນພັນທະສັນຍາໃໝ່ໄດ້ອະທິບາຍເຖິງກ້ອນໝາກເຫັບຂະໜາດໃຫຍ່ທີ່ໜັກ 50 ກິໂລກາມທີ່ພຣະເຈົ້າເຮັດໃຫ້ຕົກລົງມາໃນໂລກເມື່ອພຣະອົງພິພາກສາປະຊາຊົນສໍາລັບຄວາມຊົ່ວຊ້າຂອງພວກເຂົາໃນຊ່ວງເວລາສຸດທ້າຍ * ຄໍາວ່າ “ໝາກເຫັບ ຫລື ເຮລ“ເປັນຄໍາທັກທາຍໃນພາສາອັງກິດແບບເກົ່າ ຕາມຕົວອັກສອນໝາຍຄວາມວ່າ “ຍິນດີ“ ແລະສາມາດແປວ່າ “ທັກທາຍ“ ຫລື ເຮໂລ
ໝາປ່າ, ຝູງໝາປ່າ, ໝາປ່າ
ໝາປ່າເປັນດຸຮ້າຍ ສັດກິນເນື້ອທີ່ຄ້າຍຄືກັນກັບໝາປ່າ
- ໝາປ່າໂດຍປົກກະຕິມັກລ້າເປັນຝູງແລະພາງຕົວຢ່າງສຫລາດເມື່ອເຂົ້າຫາເຫຍື່ອກິນຂອງພວກມັນແລະມີພຶດຕິກັມຂີ້ຂະໂມຍ
- ໃນພຣະຄຳພີ ມີຄຳສັຍທີ່ວ່າ " ຝູງໝາປ່າ " ໃຊ້ໃຫ້ເຫັນພາບເມື່ອໝາຍເຖິງຄູສອນທີ່ແທ້ຈິງຫລືຜູ້ປະກາດພຣະທຳປອມ ຜູ້ທີ່ທຳລາຍຜູ້ທີ່ເຊື່ອທັງຫລາຍທີ່ປຽບເໝືອນລູກແກະ ການສອນທີ່ຜິດໆ ເປັນສາຍເຫດໃຫ້ປະຊາຊົນເຊື່ອໃນສິ່ງທີ່ຜິດທີ່ນຳອັນຕະລາຍມາສູ່ພວກເຂົາ
- ການປຽບທຽບນີ້ຢູ່ໃນພຶ້ນຖານຂອງຄວາມຈິງທີ່ວ່າຝູງແກະນັ້ນອ່ອນແອມັກທີ່ຈະຖືກທຳລາຍແລະຖືກກັດກິນໂດຍຝູງໝາປ່າ ເພາະວ່າພວກມັນອ່ອນແອແລະບໍ່ສາມາດປົກປ້ອງຕົວເອງໄດ້ເລີຍ
ໝີ
ໝີແມ່ນສັດມີຂົນຂະໜາດໃຫຍ່ມີສີ່ຂາມີຂົນສີນ້ ຳຕານເຂັ້ມຫລືສີດຳ, ມີແຂ້ວແລະຮອຍເລັບແຫຼມ. ໝີມີຢູ່ໃນປະເທດອິດສະລາແອນໃນສະ ໄໝພຣະຄຳພີ.
- ສັດເຫຼົ່ານີ້ອາໄສຢູ່ໃນປ່າແລະເຂດພູດອຍ; ພວກເຂົາກິນປາ, ແມງໄມ້ແລະພືດ.
- ໃນສັນຍາເກົ່າ, ໝີຖືກໃຊ້ເປັນສັນຍາລັກຂອງກຳລັງແຮງ.
- ໃນຂະນະທີ່ລ້ຽງແກະ, ດາວິດຜູ້ລ້ຽງແກະໄດ້ຕໍ່ສູ້ກັບໝີ ແລະເອົາຊະນະມັນ.
- ໝີສອງໂຕໄດ້ອອກມາຈາກປ່າແລະໂຈມຕີກຸ່ມໄວໜຸ່ມທີ່ໄດ້ເຍາະເຍີ້ຍຜູ້ເຜີຍພຣະຄຳເອລີຊາ.
ໝູ , ເປະເປື້ອນ , ຊີ້ນ
ໝູເປັນສັດສີ່ຂາ ຕີນມີກີບ ລ້ຽງໄວ້ເພື່ອໃຊ້ຊີ້ນເປັນອາຫານ ສ່ວນຊີ້ນທີ່ໄດ້ຈາກສຸກອນຫລືໝູນັ້ນເອີ້ນວ່າ "ຊີ້ນໝູ" ຄຳທົ່ວໄປທີ່ໃຊ້ເອີ້ນສັດຊະນິດນີ້ຄື "ໝູ"
- ພຣະເຈົ້າໄດ້ຊົງບອກຊາວອິດສະລາເອນບໍ່ໃຫ້ຮັບປະທານຊີ້ນໝູແລະເບີ່ງໝູວ່າບໍ່ສະອາດ ປະຈຸບັນຊາວຢິວຍັງຄົງເຫັນວ່າໝູນັ້ນເປັນສັດທີ່ເປະເປື້ອນແລະຍັງຄົງບໍ່ກິນຊີ້ນໝູ
- ໝູຖືກລ້ຽງໃນຟາມເພື່ອຂາຍໃຫ້ປະຊາຊົນຄົນອື່ນສຳລັບຊີ້ນຂອງມັນ
- ມີໝູອີກປະເພດໜຶ່ງເຊີ່ງບໍ່ໄດ້ຖືກລ້ຽງໃນຟາມແຕ່ມີຊີວິດໃນປ່າ ສັດຊະນິດນີ້ເອີ້ນວ່າ "ໝູປ່າ" ໝູປ່າມີແຂ້ວແຫລມແລະຖືກພິຈາລະນາວ່າເປັນສັດທີ່ອັນຕະລາຍ
- ບາງເທື່ອໝູທີ່ມີຕັວໃຫຍ່ຈະອ້າງອີງວ່າ "ໝູຕອນ"
ໝົດລູກ
ຄຳວ່າ" ໝົດລູກ " ໝາຍເຖິງການຖືພາຂອງຜູ້ຍິງທີ່ເດັກນ້ອຍເຕີບໂຕພາຍໃນຄັນຂອງມານດາ
- ນີ້ຄືຄຳຊັບເກົ່າບູຮານ ຊື່ງບາງຄັ້ງໃຊເວົ້າຄຳນີ້ເພື່ອຄວາມສຸພາບແລະບໍ່ໄດ້ເວົ້າຕົງໆ (ເບິ່ງ: [ euphemism ] ( https://git.door43.org/Door43/en-ta-translate- vol2/src/master/content/figs_euphemism.md))
- ຄຳຊັບໃໝ່ສຳລັບໝົດລູກຄື "ໝົດລູກ" *ບາງພາສາໃຊ້ຄຳເວົ້າວ່າ " ທ້ອງ " ເພື່ອໝາຍເຖີງຄັນຂອງຜູ້ຍິງ ຫລືໝົດລູກ
- ໃຫ້ໃຊ້ຄຳນີ້ໃນພາສາເກົ່າໝາຍ ເຖິງເປັນທີ່ຮູ້ຈັກກັນດີເປັນທະມະຊາດແລະເປັນທີ່ຍອມຮັບ
ຄວາມຕາຍ, ຕາຍ, ຄົນຕາຍ
ຄຳນີ້ໃຊ້ເພື່ອອ້າງເຖີງຄວາມຕາຍທາງຮ່າງກາຍແລະທາງວີນຍານ ທາງຮ່າງກາຍເປັນການເວົ້າເຖີງເມື່ອຮ່າງກາຍຂອງຄົນຕາຍແລ້ວ ແຕ່ທາງວິນຍານເປັນການກ່າວເຖີງຄົນບາບທີ່ຖືກແຍກຈາກພຣະເຈົ້າຜູ້ບໍຣິສຸດເພາະບາບຂອງພວກເຂົາ.
ຄຳແນະນຳໃນການແປ
- ໃນການແປຄຳນີ້ຄວນໃຊ້ຄຳຫລືບົດຄວາມທີ່ເປັນຄຳທີ່ໃຊ້ໃນຊີວິດປະຈຳວັນທີ່ເປັນທຳມະຊາດຫລືຄຳທີ່ມີຄວາມໝາຍວ່າຕາຍໃນພາສາທີ່ແປ.
- ໃນບາງພາສາ (ຕາຍ) ອາຈສແດງວ່າ ( ບໍ່ມີຊີວິດ) ຫລື ຕາຍແລ້ວ.
- ຫລາຍພາສາໃຊ້ການປຽບທຽບໃນການອະທິບາຍເຖີງຄວາມຕາຍວ່າ (ຈາກໄປແລ້ວ) ໃນພາສາອັງກິດ ຢ່າງໃດກໍຕາມໃນພຣະຄັມພີທີ່ດີທີ່ສຸດຄືການໃຊ້ຄຳທີ່ກົງທີ່ສຸດສຳຫລັບຄວາມຕາຍທີ່ໃຊ້ໃນພາສາປະຈຳວັນ.
- ໃນພຣະຄຳພີ ຊີວິດຝ່າຍຮ່າງກາຍແລະຄວາມຕາຍມັກຖຶກປຽບທຽບກັບຊີວິດແລະຄວາມຕາຍຝ່າຍວິນຍານ ເປັນສິ່ງສຳຄັນໃນການແປເພື່ອໃຊ້ຄຳຫລືບົດຄວາມດຽວສຳຫລັບຄວາມຕາຍທາງຮ່າງກາຍແລະຄວາມຕາຍຝ່າຍວິນຍານ.
- ໃນບາງພາສາອາຈເວົ້າໄດ້ຊັດເຈນວ່າ ( ຄວາມຕາຍທາງວິນຍານ) ເມື່ອກໍຣະນີຕ້ອງການຄວາມໝາຍນັ້ນ ນັກແປບາງຄົນອາຈຮູ້ສຶກວ່າເປັນການດີທີ່ສຸດທີ່ຈະເວົ້າວ່າ (ຄວາມຕາຍຝ່າຍຮ່າງກາຍ) ໃນກໍຣະນີທີ່ກົງກັນຂ້າມກັບຄວາມຕາຍຝ່າຍວິນຍານ.
- ບົດຄວາມທີ່ວ່າ ( ຄົນຕາຍ) ໝາຍເຖີງຄົນເສັຍຊີວິດໃນບາງພາສາຈະແປວ່າ ( ຜູ້ຕາຍ) ຫລື (ຜູ້ທີ່ເສັຍຊີວິດ.)
ຄຳບັນນຊາ
ຄຳບັນຊາເເມ່ນຄຳປະກາດ ຫລືກົດໝາຍທີ່ປະກາດຕໍ່ປະຊາຊົນທຸກຄົນ.
- ພຣະບັນຍັດຂອງພຣະເຈົ້າເອີ້ນວ່າພຣະບັນຊາ, ກົດເກນ ຫລື ບັນຍັດ.
- ເຊັ່ນດຽວກັບກົດໝາຍ ແລະຄຳສັ່ງຕ່າງໆ ພຣະບັນຊາ ຕ້ອງມີການເຊື່ອຟັງ.
- ຕົວຢ່າງຂອງຄຳສັ່ງຂອງຜູ້ປົກຄອງທີ່ເປັນມະນຸດຄືຄຳປະກາດຂອງຈັກກະພັດ ຊີຊາ ອອກກັດສຕັສໃຫ້ທຸກຄົນທີ່ອາໄສຢູ່ໃນຈັກກະພັດໂຣມຕ້ອງກັບໄປບ້ານເກີດຂອງຕົນເພື່ອການສຳຣວດສຳມະໂນຄົວປະຊາຊົນ.
- ຄຳສັ່ງບາງຢ່າງໝາຍເຖີງການສັ່ງທີ່ຕ້ອງເຊື່ອຟັງ ຊື່ງອາຈແປໄດ້ວ່າ (ສັ່ງ) ຫລື (ອອກຄຳສັ່ງ) ຫລື ( ເພື່ອໃຫ້ເປັນທາງການ) ຫລື ປະກາດຕໍ່ ສາທາຣະນະເຊັ່ນເປັນກົດໝາຍ.
- ສິ່ງທີ່ ( ສັ່ງແລ້ວ) ຈະເກີດຂື້ນໝາຍຄວາມວ່າ ( ຈະເກີດຂື້ນແນ່ນອນ ) ຫລື ( ໄດ້ຮັບການຕັດສີນໃຈແລ້ວແລະຈະມີການປ່ຽນແປງ) ຫລື ( ປະກາດຢ່າງແນ່ນອນວ່າເຣື່ອງນີ້ຈະເກີດຂື້ນ.)
ຊະເລີຍ,ການເປັນຊະເລີຍ
ຄຳວ່າ "ຊະເລີຍ" ແລະ "ການເປັນຊະເລີຍ" ໝາຍເຖິງການຈັບ ຜູ້ຄົນແລະບັງຄັບພວກເຂົາໃຫ້ໄປຢູ່ໃນທີ່ບາງແຫ່ງທີ່ເຂົາບໍ່ຕອ້ງທີ່ຈະຢູ່ອາໃສຢ່າງ ເຊັ່ນໃນຕ່າງປະເທດ. ຄົນອິສຣາເອນຈາກອານາຈັກຢູດາຖືກຈັບໄປເປັນຊະເລີຍໃນອານາຈັກບາບີໂລນເປັນເວລາ 70 ປີ. ພວກຊະເລີຍ ມັກຖືກໃຊ້ໃຫ້ເຮັດວຽກໃຫ້ກັບຄົນ ຫລືຊົນຊາດທີ່ຈັບພວກເຂົາໄປເປັນຊະເລີຍ ດານີເອນແລະເນຮີມີຢາ ເປັນຊະເລີຍຊາວອິສຣາເອນ ທີ່ເຮັດວຽກຮັບໃຊ້ກະສັດບາບີໂລນ. ຄຳວ່າ "ຖືກຈັບເປັນຊະເລີຍ" ເປັນການບອກອີກຢ່າງນຶ່ງກ່ຽວກັບການຖຶກຈັບໄປເປັນຊະເລີຍ. *ຄໍາວ່າ "ເອົາເຈົ້າໄປເປັນຊະເລີຍ" ສາມາດແປໄດ້ວ່າ"ບັງຄັບໃຫ້ມີຊີວິດຢູ່ແບບຊະເລີຍ" ຫລື ເອົາຕົວທ່ານໄປຫຍັງປະເທດອື່ນໆຄືກັບພວກນັກໂທດ.
*ໃນແງ່ຂອງຄຳປຽບທຽບອັກຄະທູດໂປໂລບອກໃຫ້ຄິຣສຕຽນ "ຍຶດໝັ້ນ" ຄວາມຄຶດທຸກຢ່າງໄວ້ ແລະເຮັດໃຫ້ເຊື່ອຟັງພຣະຄຣິດ
*ທ່ານຫຍັງບອກກ່ຽ່ວກັບການທີ່ຄົນຖືກ"ຈັບເປັນຊະເລີຍ"ໂດຍຄວາມບາບຊຶ່ງຫມາຍຄວາມວ່າເຂົາຖືກ"ຄວບຄຸມໂດຍ"ຄວາມບາບ
ດາຣິອັດ
ດາຣິອັດເປັນຊື່ຂອງກະສັດຫລາຍອົງຂອງເປີເຊັຍ ເປັນໄປໄດ້ວ່າ( ດາຣິອັດ)ໜ້າຈະເປັນຕຳແໜ່ງແທນທີ່ຈະເປັນຊື່ ' (ດາຣິອັດເປັນຄົນມີເດັຍ) ເປັນກະສັດທີ່ຖຶກຫລອກໃນການໃຫ້ໂຍນຜູ້ເຜີຍພຣະວັດຈະນະ ດານິເອນເຂົ້າໄປໃນຖ້ຳສິງໂຕເພື່ອເປັນລົງໂທດທີ່ນະມັສການພຣະເຈົ້າ. ' (ດານິເອນຊາວເປີເຊັຍ) ໄດ້ຊ່ວຍອຳນວຍຄວາມສະດວກໃນການສ້ອມແຊມພຣະວິຫານໃນກຸງເຢຣູຊາເລມໃນຊ່ວງເວລາຂອງເອັດຊາຣາແລະເນເຫມີຢາ.
ທານ
ຄຳວ່າ "ທານ" ເວົ້າເຖີງເງີນ, ອາຫານ, ຫລືສີ່ງອື່ນໆທັງຫລາຍທີ່ໃຫ້ເພື່ອຊ່ວຍເຫລືອຄົນຍາກຈົນ.
- ຫລາຍເທື່ອການໃຫ້ທານມັກຖືກເບີ່ງວ່າເປັນສີ່ງທີ່ສາດສະຫນາຂອງພວກເຂົາຕ້ອງການໃຫ້ພວກເຂົາເຮັດ ເພື່ອຈະໄດ້ເປັນຄົນຊອບທຳ.
- ພຣະເຢຊູຊົງໃດ້ຕັດວ່າ ການໃຫ້ທານບໍ່ຄວນເຮັດຕໍ່ໜ້າຄົນເພື່ອຈະໃຫ້ຄົນອື່ນໄດ້ເຫັນ.
- ຄຳນີ້ອາດແປໄດ້ອີກວ່າ "ເງີນ" ຫລື "ຂອງແຈກຈ່າຍແກ່ຄົນຍາກຈົນ" ຫລື "ການຊ່ວຍເຫລືອສຳລັບຄົນຍາກຈົນ."
ບາອານ
"ບາອານ" ໝາຍຄວາມວ່າ "ເຈົ້າ" ຫລື "ນາຍ" ແລະເປັນຊື່ຂອງພະປອມທີ່ຄົນການາອານກາບໄຫວ້ນະມັດສະການ.
- ມີພະປອມທ້ອງຖີ່ນທີ່ມີຄຳວ່າ "ບາອານ" ຢູ່ໃນຊື່ຂອງພວກເຂົາດ້ວຍເຊັ່ນ "ບາອານແຫ່ງເປໂອ" ບາງຄັ້ງພວກພະເຫລົ່ານີ້ຖືກເອີ້ນຮ່ວມກັນວ່າ "ບັນດາພະບາອານ."
- ບາງຄົນມີຊື່ທີ່ມີຄຳວ່າ "ບາອານ" ຢູ່ໃນຊື່ຄືກັນ.
- ການນະມັດສະການພະບາອານ ຮວມເຖີງການເຮັດຊົ່ວເຊັ່ນການເອົາເດັກນ້ອຍບູຊາຍັນແລະໃຊ້ຍິງແມ່ຈ້າງມາຮ່ວມພິທີ. *ຫລາຍເທື່ອໃນປະວັດສາດຂອງພວກເຂົາ, ຄົນອິດສະຣາເອນໄດ້ມີຄວາມສຳພັນໃກ້ຊິດກັນການນະມັດສະການ, ພະບາອານເຮັດຕາມຢ່າງຊົນຊາດທີ່ບໍ່ມີພຣະເຈົ້າຢູ່ອ້ອມແອ້ມພວກເຂົາ.
- ໃນສະໄຫມຂອງກະສັດອາຫາບ, ເອລີຢາຜູ້ປະກາດພຣະທັມຂອງພຣະເຈົ້າໄດ້ທ້າທາຍເພື່ອພິສູດໃຫ້ປະຊາຊົນໄດ້ເຫັນວ່າພະບາອານບໍ່ແມ່ນພະແທ້ ແລະພຣະຢາເວເທົ່ານັ້ນທີ່ເປັນພຣະເຈົ້າອົງທ່ຽງແທ້ອົງດຽວ. ຜົນປະກົດ ກໍຄືພວກຜູ້ປະກາດຂອງພະບາອານໄດ້ຖືກທຳລາຍແລະປະຊາຊົນໄດ້ກັບມານະມັສການພຣະຢາເວອີກເທື່ອນຶ່ງ.
(ເບີ່ງເພີ້ມເຕີມ: Ahab, Asherah, Elijah, false god, prostitute, Yahweh)
ປ່ອຍຕົວ
ຄຳວ່າ "ປ່ອຍຕົວ" ໝາຍຄວາມເຖິງການປະກາດຢ່າງເປັນທາງການວ່າຄົນນັ້ນບໍ່ມີຄວາມຜິດຕາມກົດຫມາຍ ຫລື ປະພຶດຜິດສິນລະທຳຕາມທີ່ທ່ານຖືກກ່າວຫາ.
- ບາງເທື່ອຄຳນີ້ຖືກໃຊ້ໃນຄຳພີເມື່ອເວົ້າເຖິງເລື່ອງການອະໄພໂທດຄົນບາບທັງຫຼາຍ.
- ໃນເນື້ອຫາຈະເປັນເລື່ອງຄວາມຜິດພາດໃນການປ່ອຍບຸກຄົນຜູ້ຊຶ່ງເຮັດຊັ່ວຮ້າຍແລະກະບົດຕໍ່ພຣະເຈົ້າ.
- ສາມາດແປໄດ້ອີກວ່າ "ປະກາດວ່າບໍຣິສຸດ" ຫລື "ຕັດສິນວ່າບໍ່ມີຄວາມຜິດ."
ມົນທີນ, ເຮັດໃຫ້ເປັນມົນທີນ
ຄຳວາ (ມົນທີນ) ແລະ (ຖຶກເຮັດໃຫ້ ເປັນມົນທີນ) ກ່າວເຖີງການເປີະເປືອນຫບືສົກປົກ ບາງສິ່ງອາຈເປັນອາຈເປັນມົນທີນໃນຄວາມຮູ້ສຶກທາງຮ່າງກາຍ ສີນທັມ ຫລືທາງພິທີກັມ.
- ພຣະເຈົ້າໄດ້ຊົງເຕືອນຊາວອີສຣາເອນບໍ່ເຮັດໃຫ້ຕົນເອງເປັນມົນທີນ ດ້ວຍການກິນ ຫລືແຕະຕ້ອງສິ່ງຕ່າງໆ ທີ່ເຂົາປະກາດວ່າເປັນ ( ບໍ່ສອາດ) ແລະ ( ບໍ່ບໍຣິສຸດ). ບາງສິ່ງໂດຍສະເພາະ ເຊັ່ນສົບຄົນຕາຍ ແລະໂລກຕິດຕໍ່ທີ່ຖຶກປະກາດວ່າ ໂດຍ ພຣະເຈົ້າໃຫ້ເປັນມົນທີນ ແລະຈະເຮັດໃຫ້ຄົນເປັນມົນທີນ ຖ້າພວກເຂົາສຳພັດກັບມັນ.
ລຳບາກ, ຄວາມລຳບາກ
ຄຳວ່າ "ລຳບາກ" ໝາຍເຖີງການເຮັດໃຫ້ບາງຄົນເຈັບປວດ ຫລືເປັນທຸກ. "ຄວາມລຳບາກ" ເປັນເຊື້ອໂລກ, ເປັນອາລົມໂສກເສົ້າ, ຫລືອາດເປັນຄວາມເສຽຫາຍທີ່ເກີດຈາກອາການນີ້.
- ພຣະເຈົ້າຊົງເຮັດໃຫ້ຄົນຂອງພຣະອົງລຳບາກດ້ວຍຄວາມເຈັບປ່ວຍ ຫລືພົບກັບຄວາມທຸກຍາກອື່ນໆ ເພື່ອເຮັດໃຫ້ພວກເຂົາກັບໃຈຈາກຄວາມບາບຂອງພວກເຂົາແລະຫັນກັບຫາພຣະອົງ.
- ພຣະເຈົ້າຊົງເຮັດໃຫ້ຄວາມລຳບາກຫລືໄພພິບັດຕ່າງໆ ມາເຖີງຄົນເອຢິບ ເພາະກະສັດຂອງພວກເຂົາໄດ້ຊົງປະຕິເສດທີ່ຈະເຊື່ອຟັງພຣະເຈົ້າ.
ຄຳແນະນຳໃນການແປ
- ການເຮັດໃຫ້ບາງຄົນລຳບາກອາດແປໄດ້ອີກວ່າ "ທຳໃຫ້ບາງຄົນປະສົບກັບປັນຫາ" ຫລື "ເຮັດໃຫ້ບາງຄົນຕ້ອງທົນທຸກ" ຫລື "ເຮັດໃຫ້ເກີດການທົນທຸກ."
- ໃນບາງກໍລະນີ ຄຳວ່າ "ລຳບາກ" ອາດແປໄດ້ອີກວ່າ "ເກີດຂື້ນແກ່" ຫລື "ມາຍັງ" ຫລື "ນຳການທົນທຸກມາ."
- ໃນເນື້ອຫາເຊັ່ນ "ບາງຄົນທຸກລຳບາກດ້ວຍຂີ້ທູດ" ອາດແປໄດ້ວ່າ "ເຮັດໃຫ້ບາງຄົນເຈັບປ່ວຍດ້ວຍຂີ້ທູດ."
- ເມື່ອໂລກໄພ ຫລື ໄພພິບັດຖືກສົ່ງມາໃຫ້ປະຊາຊົນ ຫລື ສັດຕ່າງໆ "ລຳບາກ" ເຮົາອາດຈະແປໄດ້ວ່າ "ເຮັດໃຫ້ລຳບາກ."
- ຄຳວ່າ "ຄວາມທຸກຍາກ" ອາດແປໄດ້ອີກວ່າ "ໄພພິບັດ" ຫລື "ຄວາມເຈັບປ່ວຍ" ຫລື "ການທົນທຸກ" ຫລື "ຄວາມທຸກໃຈອັນໃຫຍ່ຫລວງ" ທັງນີ້ຂື້ນຢູ່ກັບກໍລະນີນັ້ນໆ.
(ເບີ່ງເພີ້ມເຕີມ: leprosy, plague, suffer)
ວັນແຫ່ງອົງພຣະຜູ້ເປັນເຈົ້າ ວັນແຫ່ງພຣະຍາເວ
ຄຳວ່າ ( ວັນແຫ່ງພຣະຜູ້ເປັນເຈົ້າຢາເວ) ໃນພັນທະສັນຍາເດີມໃຊ້ເພື່ອອ້າງເຖີງເວລາທີ່ສະເພາະເຈາະຈົງເມື່ອພຣະເຈົ້າຊົງລົງໂທດໄພ່ພົນຂອງ ພຣະອົງດ້ວຍຄວາມບາບຂອງເຂົາ.
- ຄຳວ່າ ( ວັນແຫ່ງອົງພຣະຜູ້ເປັນເຈົ້າ) ໃນພັນທະສັນຍາໃໝ່ມັກເວົ້າເຖີງວັນຫລືເວລາທີ່ພຣະເຢຊູຄຣິສຈະສະເດັດກັບມາພິພາກສາໄພ່ພົນຂອງພຣະອົງເມື່ອເວລາວັນສຸດທ້າຍ.
- ສຸດທ້າຍນີ້ ເວລາໃນອານາຄົດຂອງການພິພາກສາແລະການຄືນພະຊົນໃນບາງເທື່ອເວົ້າວ່າ( ວັນສຸດທ້າຍ) ເວລານີ້ຈະເລື້ມຕົ້ນເມື່ອພຣະເຢຊູ ອົງພຮະຜູ້ເປັນເຈົ້າກັບມາພິພາກສາພວກຄົນບາບແລະຈະສ້າງການປົກຄອງຂອງພຣະອົງຢ່າງຖາວອນ.
- ຄຳວາ (ວັນ) ໃນປະໂຍກນີ້ອາຈອ້າງເຖີງວັນຕາມຕົວອັກສອນຫລືອາຈກ່າວເຖີງ (ເວລາ) ຫລື (ໂອກາດ)ທີ່ຍາວນານກວ່ານຶ່ງວັນ.
- ບາງຄັ້ງການລົງໂທດມັກເວົ້າເຖີງວ່າ ( ຫລັງຄວາມໂກດຣ້າຍຂອງພຣະເຈົ້າ) ລົງໃສ່ບັນດາຄັນທັງຫລາຍທີ່ບໍ່ເຊື່ອ.
ຂໍ້ແນະນຳໃນການແປ
ວິທີອື່ນໆ ໃນການແປ ( ວັນແຫ່ງພຣະເຈົ້າຢາເວ) ອາຈຣວມເຖີງ (ເວລາ ຂອງພຣະເຈົ້າຢາເວ) ຫລື (ເວລາ ແຫ່ງພະພິໂລດຂອງພຣະເຈົ້າຢາເວ) ທັງນີ້ຂື້ນຢູ່ກັບກໍຣະນີນັ້ນໆ. * ໃນການແປອື່ນໆ ( ເວລາຂອງພຣະຜູ້ເປັນເຈົ້າ) ອາຈຣວມເຖີງ ( ເວລາແຫ່ງການພິພາກສາຂອງອົງພຣະຜູ້ເປັນເຈົ້າ) ຫລື ເວລາທີ່ພຣະເຢຊູອົງພຣະຜູ້ເປັນເຈົ້າຈະກັບມາພິພາກສາບັນດາໄພ່ພົນຂອງພຣະອົງ.
ອາບີເມເຫລັກ
ອາບີເມເຫລັກເປັນກະສັດຂອງຟີລິດສະຕິນທີ່ປົກຄອງຢູ່ເມືອງເກຣາໃນຂະນະທີ່ອັບຣາຮາມແລະອີຊາກອາສັຍຢູ່ແຜ່ນດິນການາອານ.
- ອັບຣາຮາມໄດ້ຕົວະກະສັດອາບີເມເຫລັກວ່ານາງຊາຣາເປັນນ້ອງສາວຂອງເພີ່ນແທນທີ່ຈະບອກວ່າເປັນເມຍ.
- ອັບຣາຮາມແລະອາບີເມເຫລັກໄດ້ເຮັດຂໍ້ຕົກລັງກັນເລຶ່ອງສິດການເປັນເຈົ້າຂອງນ້ຳສ້າງທີ່ເບເອນເຊບາ.
- ຫລາຍປີຕໍ່ມາ, ອີຊາກກໍໄດ້ຕົວະອາບີເມເຫລັກແລະຜູ້ຊາຍທັງຫລາຍໃນເມືອງເກຣາວ່ານາງເຣເບກາເປັນນ້ອງສາວ, ບໍ່ແມ່ນເມຍ.
- ກະສັດອາບີເມເຫລັກໄດ້ຕຳນິອັບຣາຮາມ ແລະອີຊາກໃນເລື່ອງການຕົວະເພິ່ນ.
- ລູກຊາຍຜູ້ໜຶ່ງຂອງກິເດໂອນມີຊື່ວ່າອາບີເມເຫລັກແລະລາວເປັນອ້າຍຂອງໂຢທາມ. ພຣະຄຳພີບາງສະບັບອາດຈະສະກົດຊື່ຂອງເຂົາແຕກຕ່າງກັນເຫລັກນ້ອຍເພື່ອເຮັດໃຫ້ແຕກຕ່າງຈາກຊື່ກະສັດອາບີເມເຫລັກ.
ອາຮີຢາ
ອາຮີຢາເປັນຊື່ຂອງຫລາຍຄົນແຕກຕ່າງກັນໃນພຣະສັນຍາເດີມ ດັ່ງຕໍ່ໄປນີ້:
- ອາຮີຢາເປັນຊື່ຂອງປະໂລຫິດໃນສະໄຫມຂອງຊາອູນ.
- ອາຮີຢາເປັນຊື່ຂອງເລຂານຸການໃນສະໄຫມຂອງກະສັດໂຊໂລໂມນ.
- ອາຮີຢາເປັນຊື່ຂອງຜູ້ປະກາດພຣະຄຳ ທ່ານນຶ່ງຈາກຊີໂລ ເພີ່ນເປັນຜູ້ທຳນວາຍວ່າຊົນຊາດອິດສະຣາເອນຈະຖືກແບ່ງແຍກອອກເປັນສອງອານາຈັກ.
- ພຣະບິດາຂອງກະສັດບາອາຊາແຫ່ງອິດສະຣາເອນກໍມີຊື່ວ່າ ອາຮີຢາ.
(ເບີ່ງເພີ້ມເຕີມ: Baasha, Shiloh)
ອາເຮຊີຢາ
ອາເຮຊີຢາ ເປັນຊື່ຂອງກະສັດສອງອົງ: ອົງນຶ່ງປົກຄອງອິສຣາເອນ ແລະອີກອົງນຶ່ງປົກຄອງຢູດາ.
- ກະສັດອາເຮຊີຢາແຫ່ງຢູດາເປັນບຸດຂອງກະສັດເຢໂຮຣາມ; ພຣະອົງຊົງປົກຄອງເປັນເວລານຶ່ງປີ (ປີ 841 ກ. ຄ.ສ.) ແລ້ວຖືກເຢຮູຜູ້ເປັນລູກຂອງອາເຮຊີຢາຂ້າຕາຍ. ໃນທີ່ສຸດໂຢອາດໄດ້ຂື້ນມາເປັນກະສັດແທນ.
- ກະສັດອາເຮຊີຢາແຫ່ງອິດສະຣາເອນ ເປັນລູກຂອງກະສັດອາຮາບ. ທ່ານປົກຄອງເປັນເວລາສອງປີ (850-849 ກ.ຄ.ສ). ອາເຮຊີຢາຕາຍຈາກບາດແຜເພາະເພີ່ນລົ້ມຢູ່ໃນພະຣາຊວັງ ແລະໂຢຣາມຜູ້ເປັນນ້ອງໄດ້ເປັນກະສັດແທນ.
(ເບີ່ງເພີ້ມເຕີມ: Jehu, Ahab, Jeroboam, Joash)