ບົດທີ
Chapter 1
1 ໃນອະດີດທີ່ຜ່ານມາແລ້ວ ພຣະເຈົ້າຊົງກ່າວ ແກ່ບັນພະບຸລຸດ ຂອງພວກເຮົາ ຫລາຍເທື່ອ ແລະ ດ້ວຍວິທີຕ່າງໆ. 2 ແຕ່ ໃນຍຸກສຸດທ້າຍນີ້, ພຣະອົງ ໄດ້ຊົງກ່າວແກ່ ເຮົາທັງຫລາຍຜ່ານທາງ ພຣະບຸດ, ຜູ້ຊຶ່ງພຣະອົງ ໄດ້ຊົງແຕ່ງຕັ້ງ ໃຫ້ ເປັນຜູ້ຮັບສັບພະທຸກສິ່ງທັງປວງ ເປັນມໍຣະດົກ ແລະ ດ້ວຍພຣະບຸດນັ້ນ ພຣະອົງໄດ້ຊົງສ້າງໂລກທັງຫລາຍ. 3 ພຣະບຸດນັ້ນເປັນແສງສະຫວ່າງ ພຣະສະຫງ່າຣາສີຂອງພຣະເຈົ້າ, ເປັນຜູ້ສະທ້ອນເຖິງພຣະລັກສະນະທີ່ແທ້ຈິງຂອງພຣະອົງ. ພຣະອົງຊົງຄໍ້າຊູພິພົບໂລກໄວ້ ດ້ວຍພຣະທຳອັນຊົງຣິດອຳນາດຂອງພຣະອົງ. ເມື່ອພຣະອົງຊົງຊຳລະບາບກຳແລ້ວ, ພຣະອົງກໍຊົງປະທັບຢູ່ເບື້ອງຂວາ ຂອງຜູ້ຊົງຣິດທານຸພາບໃນທີ່ສູງສຸດ. 4 ກໍ່ຊົງເກີດເປັນຜູ້ປະເສີດເລີດລໍ້າ ກວ່າເທວະດາ ຢ່າງນັ້ນ. ເພາະພຣະນາມຂອງພຣະອົງ ທີ່ໄດ້ຮັບມາເປັນພຣະນາມທີ່ປະເສີດເລີດລໍ້າກວ່ານາມຂອງພວກເຂົາ. 5 ເພາະ ມີທູດສະຫວັນອົງໃດ ທີ່ພຣະອົງ ບໍ່ເຄີຍກ່າວແກ່ເທວະດາວ່າ,“ທ່ານເປັນບຸດຂອງເຮົາ, ວັນນີ້ ເຮົາເປັນບິດາຂອງພວກທ່ານ.” ແລະ ກ່າວອີກວ່າ,“ເຮົາຈະເປັນບິດາຂອງທ່ານ, ແລະທ່ານກໍຈະເປັນບຸດຂອງເຮົາ.” 6 ແລະ ອີກຄັ້ງໜຶ່ງ, ພຣະເຈົ້າໄດ້ສົ່ງພຣະບຸດກົກ ຂອງພຣະອົງເຂົ້າ ມາໃນໂລກນັ້ນ, ພຣະອົງໄດ້ ຊົງກ່າວວ່າ,“ທູດສະຫວັນຂອງພຣະເຈົ້າທຸກຕົນ ຕ້ອງນ້ອມນະມັດສະການຂາບໄຫວ້ ພຣະອົງ.” 7 ສ່ວນ ກ່ຽວກັບບັນດາເທວະດາເຫຼົ່ານັ້ນ, ພຣະອົງຊົງກ່າວວ່າ,“ພຣະເຈົ້າບັນດານໃຫ້ຝູງເທວະດາ ຂອງພຣະອົງເປັນວິຍານ ແລະ ໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງ ເປັນແປວໄຟອັນຮ້ອນກ້າ.” 8 ແຕ່ສ່ວນພຣະບຸດນັ້ນ ພຣະເຈົ້າຊົງກ່າວວ່າ,“ ຂ້າແດ່, ພຣະເຈົ້າ ຣາຊບັນລັງ ຂອງພຣະອົງນັ້ນ ກໍຕັ້ງໝັ້ນຄົງ ຕະຫລອດໄປ. ພຣະອົງຈະຊົງປົກຄອງອານາຈັກຂອງ ພຣະອົງດ້ວຍ ຄວາມຍຸດຕິທຳ. 9 ພຣະອົງຊົງຮັກ ຄວາມຊອບທຳ ແລະຊົງກຽດຊັງສິ່ງອະທຳ. ເພາະສະນັ້ນ ພຣະເຈົ້າ, ພຣະເຈົ້າຂອງພຣະອົງ, ໄດ້ຊົງຫົດສົງພຣະອົງ ໄວ້ດ້ວຍນໍ້າມັນແຫ່ງຄວາມຊົມຊື່ນຍິນດີຫລາຍກວ່າ ເພື່ອນທັງຫຼາຍຂອງພຣະອົງ.” 10 ພຣະຜູ້ເປັນເຈົ້າ, ໃນປະຖົມະການ ພຣະອົງຊົງວາງຮາກການຂອງແຜ່ນດິນໂລກໄວ້ ແລະ ສ້າງຟ້າສະຫວັນດ້ວຍ ສີພຣະຫັດຂອງພຣະອົງ. 11 ພວກນັ້ນຈະດັບສູນໄປແຕ່ ພຣະອົງຊົງດຳລົງຄົງຢູ່. ສິ່ງເຫລົ່າຈະເກົ່າແກ່ໄປໝົດສິ້ນເໝືອນ ດັ່ງເຄື່ອງນຸ່ງຫົ່ມຜຶນຫນຶ່ງ. 12 ພຣະອົງຈະມ້ວນສິ່ງເຫຼົ່ານັ້ນໄວ້ເໝືອນ ດັ່ງມ້ວນເສື້ອໃຫຍ່ມັນ, ແລະ ພວກມັນ ຈະຖືກປ່ຽນແປງ ດັ່ງເຄື່ອງນຸ່ງຫົ່ມ. ແຕ່ຝ່າຍພຣະອົງຊົງເປັນຢູ່ດັ່ງເດີມສະເໝີໄປ ແລະ ປີທັງຫລາຍຂອງພຣະອົງ ກໍບໍ່ສິ້ນສຸດຈັກເທື່ອ.” 13 ນອກຈາກນັ້ນ ພຣະຜູ້ເປັນເຈົ້າ ເຄີຍກ່າວແກ່ ເທວະດາ ຂອງພຣະອົງຕົນໃດວ່າ,“ຈົ່ງນັ່ງທີ່ເບື້ອງຂວາມື ຂອງເຮົາຈົນກວ່າ ເຮົາປາບເຫຼົ່າສັດຕູຂອງທ່ານໃຫ້ຂາບລົງຢູ່ໃຕ້ພື້ນຕີນຂອງທ່ານ.” 14 ເທວະດາທັງປວງນັ້ນ ບໍແມ່ນພຣະວິນຍານ ຜູ້ຮັບໃຊ້ທີ່ພຣະເຈົ້າຊົງໃຊ້ມາບົວລະບັດບັນດາ ຜູ້ທີ່ຈະໄດ້ຮັບຄວາມລອດພົ້ນເປັນມໍຣະດົກ ບໍ່ແມ່ນບໍ?
Chapter 2
1 ເພາະສະນັ້ນ ພວກເຮົາຈຶ່ງຕ້ອງໃຫ້ຄວາມສົນໃຈ ຫລາຍຍິ່ງຂຶ້ນ ໃນຂໍ້ຄວາມຈິງ, ຊຶ່ງພວກເຮົາ ໄດ້ຍິນໄດ້ຟັງ ເພື່ອວ່າພວກເຮົາ ຈະບໍ່ຖືກລໍ້ລວງໃຫ້ຫລົງເສຍໄປ. 2 ດ້ວຍວ່າ, ຖ້ອຍຄຳ ຊຶ່ງບັນດາເທວະດາ ໄດ້ກ່າວມານັ້ນ ເປັນຄວາມຈິງ ແລະ ການລະເມີດກັບການບໍ່ເຊື່ອຟັງ ແລະ ບໍ່ປະຕິບັດຕາມ ກໍໄດ້ຮັບໂທດຕາມ ຄວາມຍຸດຕິທຳແລ້ວ. 3 ຖ້າເປັນເຊັ່ນນັ້ນ ພວກເຮົາຈະຫລົບໜີພົ້ນໄດ້ແນວໃດ ຖ້າພວກເຮົາລະເລີຍ ຕໍ່ຄວາມລອດອັນຍິງໃຫ່ຍນີ້? ນີ້ຄືຄວາມຢູ່ລອດທີ່ໄດ້ຮັບຈາກການປະກາດ ໃນເວລາທຳອິດ ໂດຍພຣະຜູ້ເປັນເຈົ້າ ແລະ ພວກເຂົາໄດ້ຮັບການຢືນຢັນ ໂດຍບັນດາຄົນເຫຼົ່ານັ້ນທີ່ໄດ້ຍິນເລື່ອງນີ້. 4 ໃນເວລາດຽວກັນ ພຣະຜູ້ເປັນເຈົ້າ ຊົງພະຍານ ໂດຍຊົງສຳແດງ ໝາຍສຳຄັນ, ການອັດສະຈັນ, ການອິດທິຣິດຕ່າງໆ ແລະ ໂດຍຂອງປະທານ ຈາກ ພຣະວິນຍານບໍຣິສຸດເຈົ້າ ຊຶ່ງຊົງປະທານ ຕາມນໍ້າພຣະໄທຂອງພຣະອົງ 5 ພຣະເຈົ້າ ບໍ່ໄດ້ຕັ້ງ ທູດເທວະດາ ໃຫ້ເປັນຜູ້ປົກຄອງ ເໜືອໂລກ ໜ້າທີ່ຈະມີມາຄືໂລກໃໝ່, ຊຶ່ງເຮົາກຳລັງກ່າວເຖິງນັ້ນ. 6 ແຕ່ມີຄົນຫນຶ່ງກ່າວ ເປັນພະຍານວ່າ,“ມະນຸດສຳຄັນຫຍັງໜໍ ທີ່ ພຣະອົງຈະຕ້ອງຄິດເຖິງເຂົາ? ຫລື ວ່າບຸດມະນຸດເປັນໃຜ, ທີ່ພຣະອົງຕ້ອງເປັນຫ່ວງເປັນໃຍເຂົາ? 7 ພຣະອົງຊົງ ເຮັດໃຫ້ມະນຸດຕໍ່າ ກວ່າເທວະດາ ພຽງໜ້ອຍໜຶ່ງ ເທົ່ານັ້ນ ຊົງເອົາສະຫງ່າຣາສີ ແລະ ກຽດຕິຍົດເປັນມົງກຸດໃຫ້ 8 ໄດ້ຊົງປາບສິ່ງທັງປວງ ໃຫ້ຢູ່ພາຍໃຕ້ຕີນຂອງເພິ່ນ.” ໃນການທີ່ ພຣະອົງໄດ້ຊົງມອບສິ່ງ ທັງປວງໃຫ້ຢູ່ໃຕ້ອຳນາດຂອງເພິ່ນນັ້ນ ບໍ່ມີສິ່ງໃດທີ່ຊົງປະໄວ້ ນອກເໜືອຈາກອຳນາດຂອງເພິ່ນ. ແຕ່ບັດນີ້ ພວກເຮົາຍັງບໍ່ເຫັນວ່າ ສິ່ງທັງປວງຢູ່ໃຕ້ອຳນາດຂອງເພິ່ນ. 9 ແຕ່ພວກເຮົາ ກໍເຫັນພຣະເຢຊູຄຣິດເຈົ້າ ຜູ້ທີ່ຖືກເຮັດໃຫ້ຕໍ່າ ກວ່າເທວະດາ ພຽງຊົ່ວຄາວນັ້ນ ຊົງໄດ້ຮັບພຣະສະຫງ່າຣາສີ ແລະ ພຣະກຽດຕິຍົດ ເປັນມົງກຸດ ເພາະທີ່ພຣະອົງ ຊົງຍອມຕາຍ ດ້ວຍ ຄວາມທໍລະມານ ໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈຶ່ງໄດ້ຊົງຊີມ ຣົດຄວາມຕາຍ ແທນມະນຸດທຸກຄົນ. 10 ດ້ວຍວ່າ, ໃນການທີ່ ພຣະເຈົ້າ ຈະຊົງພາບຸດຫລວງຫລາຍ ໄປສູ່ສະຫງ່າຣາສີ ນັ້ນກໍເປັນ ການເໝາະສົມຢູ່ແລ້ວ ທີ່ພຣະເຈົ້າ ຜູ້ຊຶ່ງທຸກສິ່ງດຳລົງຢູ່ ໂດຍພຣະອົງ ແລະ ເພື່ອພຣະອົງ ຈະຊົງໃຫ້ຜູ້ນຳທາງ ຄວາມລອດພົ້ນ ໃຫ້ເຂົາເຫຼົ່ານັ້ນ ໃຫ້ເຖິງທີ່ສຳເລັດ ໂດຍການທົນທຸກທໍລະມານ. 11 ເພາະວ່າ ພຣະອົງ ຜູ້ຊົງຊຳລະມະນຸດ ໃຫ້ບໍຣິສຸດ ຈາກບາບກຳ ຂອງພວກເຂົາ ແລະ ພວກທີ່ໄດ້ຖືກຊຳລະໃຫ້ບໍຣິສຸດນັ້ນ ກໍມີມາຈາກ ພຣະບິດາເຈົ້າອົງດຽວກັນ. ເພາະສະນັ້ນ ພຣະເຢຊູຄຣິດເຈົ້າ ຈຶ່ງບໍ່ລະອາຍທີ່ຈະເອີ້ນຄົນເຫຼົ່ານັ້ນວ່າ ເປັນອ້າຍເອື້ອຍນ້ອງຂອງພຣະອົງ. 12 ໂດຍພຣະອົງ ຊົງກ່າວວ່າ, “ເຮົາ ຈະ ປະກາດ ພຣະນາມຂອງພຣະອົງ ແກ່ອ້າຍເອື້ອຍນ້ອງຂອງເຮົາ, ເຮົາຈະຮ້ອງເພງສັນລະເສີນ ພຣະອົງໃນທ່າມກາງຊຸມຊົນ.” 13 ພຣະອົງ ຍັງຊົງກ່າວວ່າ, “ຂ້ານ້ອຍຈະມອບຄວາມໄວ້ວາງໃຈ ໃນພຣະເຈົ້າ” ແລະ ພຣະອົງຍັງກ່າວອີກວ່າ, “ຂ້ານ້ອຍຢູ່ທີ່ນີ້ພ້ອມ ກັບບຸດທັງຫລາຍ ທີ່ພຣະເຈົ້າ ຊົງມອບໃຫ້ຂ້ານ້ອຍ.” 14 ເຫດສະນັ້ນ, ເມື່ອພວກລູກໄດ້ຮ່ວມໃນເລືອດເນື້ອ ອັນດຽວກັນ, ຝ່າຍ ພຣະອົງ ຈຶ່ງໄດ້ຊົງຮ່ວມໃນຊາດມະນຸດ ເໝືອນກັນ ເພື່ອໂດຍທາງ ຄວາມຕາຍນັ້ນ ພຣະອົງ ຈະໄດ້ຊົງທຳລາຍ ຜູ້ທີ່ມີອຳນາດແຫ່ງຄວາມຕາຍ, ຄືມານຮ້າຍ. 15 ແລະຈະໄດ້ຊົງປົດປ່ອຍຄົນທັງປວງ ທີ່ເປັນທາດຂອງຄວາມຢ້ານຕາຍ ຕະຫລອດຊີວິດ ນັ້ນໃຫ້ລອດພົ້ນ. 16 ເປັນສິ່ງຈະແຈ້ງວ່າ ພຣະອົງ ບໍ່ໄດ້ ຊົງເປັນຫ່ວງນຳ ທູດ ເທວະດາ ແຕ່ພຣະອົງ ໄດ້ເປັນຫ່ວງ ນຳເຊື້ອສາຍ ຂອງອັບຣາຮາມ. 17 ເຫດສະນັ້ນ ພຣະອົງຈຶ່ງຕ້ອງໄດ້ ກາຍເປັນເໝືອນດັ່ງອ້າຍເອື້ອຍ ນ້ອງຂອງຕົນໃນທຸກຢ່າງ, ເພື່ອວ່າພຣະອົງ ຈະໄດ້ເປັນມະຫາປະໂຣຫິດ ຜູ້ປະກອບດ້ວຍ ຄວາມສັດຊື່ ແລະ ມີໃຈເມດຕາ ໃນການ ບົວລະບັດຮັບໃຊ້ພຣະເຈົ້າ, ເພື່ອນຳເຄື່ອງບູຊາໄປຖວາຍແທນ ບາບກຳຂອງປະຊາຊົນ. 18 ເພາະວ່າ ພຣະເຢຊູຄຣິດເຈົ້າເອງໄດ້ຖືກທົດລອງ ແລະ ຖືກທົນທຸກທໍລະມານມາກ່ອນ ພຣະອົງຈຶ່ງຊົງສາມາດຊ່ວຍ ຜູ້ທີ່ຖືກທົດລອງນັ້ນໄດ້.
Chapter 3
1 ດັ່ງນັ້ນ, ພີ່ນ້ອງຊາຍຍິງ ຜູ້ບໍຣິສຸດທັງຫລາຍ ທີ່ພຣະເຈົ້າເອີ້ນມາ ດ້ວຍກັນກັບເຮົາເອີຍ. ຈົ່ງພິຈາລະນາ ເບິ່ງອັກຄະສາວົກ ແລະ ມະຫາ ປະໂຣຫິດແຫ່ງຄວາມເຊື່ອຂອງພວກເຮົາຄື ພຣະເຢຊູຄຣິດເຈົ້າ. 2 ພຣະອົງ ສັດຊື່ ຕໍ່ພຣະເຈົ້າຜູ້ຊົງແຕ່ງຕັ້ງ ພຣະອົງໄວ້ໃຫ້ດຳເນີນ ພາລະກິດ ນີ້ເໝືອນດັ່ງທີ່ໂມເຊໄດ້ສັດຊື່ ຕໍ່ພາລະກິດຂອງຕົນໃນ ຄົວວິຫານຂອງພຣະເຈົ້າ. 3 ເພາະພຣະເຢຊູຄຣິດເຈົ້າ ສົມຄວນ ຢູ່ແລ້ວທີ່ໄດ້ຮັບ ສະຫງ່າຣາສີ ຫລາຍກວ່າໂມເຊ, ເໝືອນດັ່ງກົກເຄົ້າ ຂອງວົງຕະກຸນ ທີ່ມີກຽດຫລາຍກວ່າວົງຕະກຸນ. 4 ດ້ວຍວ່າ, ທຸກວົງຕະກຸນ ກໍມີກົກເຄົ້າ ແຕ່ຜູ້ຊົງເປັນກົກເຄົ້າ ຂອງສັບພະສິ່ງທັງປວງ ນັ້ນແມ່ນພຣະເຈົ້າ 5 ໃນວົງສາຄະນາຍາດ ທັງໝົດອັນເປັນຄົວເຮືອນຂອງພຣະເຈົ້ານັ້ນໂມເຊໄດ້ສັດຊື່ໃນຖານະເປັນຄົນຮັບໃຊ້ ເພື່ອເປັນພະຍານເຖິງ ເລື່ອງຕ່າງໆ ຊຶ່ງພຣະເຈົ້າຈະຊົງກ່າວຕໍ່ໄປພາຍໜ້າ. 6 ແຕ່ຝ່າຍພຣະຄຣິດຊົງສັດຊື່ໃນຖານະ ເປັນພຣະບຸດຢູ່ເໜືອວົງສາຄະນາຍາດ ອັນເປັນຄົວເຮືອນ ຂອງພຣະເຈົ້າ ແລະ ເຮົາ ທັງຫລາຍ ກໍເປັນຄົວເຮືອນຂອງພຣະອົງ ຖ້າເຮົາຫາກຢຶດໝັ້ນ ໃນຄວາມໄວ້ວາງໃຈ ແລະຄວາມພາກພູມໃຈ ໃນຄວາມຫວັງນັ້ນໄວ້ໃຫ້ໝັ້ນຄົງຈົນເຖິງທີ່ສຸດ. 7 ດ້ວຍເຫດນັ້ນ, ຈຶ່ງເປັນໄປຕາມທີ່ພຣະວິນຍານບໍຣິສຸດເຈົ້າ ຊົງກ່າວໄວ້ວ່າ,“ວັນນີ້ ຖ້າເຈົ້າທັງຫລາຍ ໄດ້ຍິນພຣະສຸຣະສຽງຂອງພຣະອົງ 8 ກໍຢ່າໃຫ້ໃຈ ຂອງພວກເຈົ້າແຂງກະດ້າງໄປ ເໝືອນດັ່ງບັນພະບຸລຸດຂອງພວກເຈົ້າ ຄືເມື່ອພວກເຂົາໄດ້ກະບົດຕໍ່ພຣະເຈົ້າ ໃນວັນທີ່ພວກເຂົາທົດລອງ ພຣະອົງໃນຖິ່ນແຫ້ງແລ້ງກັນດານ. 9 ໃນບ່ອນນັ້ນ ພວກເຂົາໄດ້ທົດລອງພິສູດເຮົາ, ເຖິງແມ່ນວ່າພວກເຂົາ ໄດ້ເຫັນສິ່ງທີ່ເຮົາໄດ້ກະທຳ, ຕະຫລອດສີ່ສິບປີແລ້ວນັ້ນກໍຕາມ. 10 ເພາະສະນັ້ນ, ເຮົາຈຶ່ງໂກດຮ້າຍກັບຄົນສະໄໝນັ້ນ ແລະເວົ້າວ່າ,‘ໃຈ ຂອງພວກເຂົາ ມັກຫລົງຜິດ ຢູ່ສະເໝີ ແລະພວກເຂົາບໍ່ຮູ້ຈັກຫົນທາງຂອງເຮົາ.’ 11 ເຮົາ ຈຶ່ງໄດ້ໂກດຮ້າຍພວກເຂົາແລະ ໄດ້ສາບານຢ່າງໜັກແໜ້ນໄວ້ວ່າ, ພວກເຂົາ ຈະບໍ່ໄດ້ເຂົ້າໄປໃນດິນແດນນັ້ນຈັກເທື່ອຄື ບ່ອນທີ່ເຮົາຈະໃຫ້ພວກເຂົາໄດ້ພັກຜ່ອນ.” 12 ພີ່ນ້ອງຄົນທີ່ ເຊື່ອຂອງເຮົາເອີຍ, ຈົ່ງ ລະວັງໃຫ້ດີ ຢ່າໃຫ້ຜູ້ໃດຜູ້ໜຶ່ງ ໃນພວກເຈົ້າມີຈິດໃຈຊົ່ວຊ້າ ແລະ ບໍ່ເຊື່ອຟັງ ຊຶ່ງຈະເຮັດໃຫ້ຕົນຫັນໜີຈາກພຣະເຈົ້າອົງຊົງພຣະຊົນຢູ່. 13 ຈົ່ງຊ່ວຍກັນແລະກັນທຸກໆວັນຕາບໃດທີ່ຍັງໃຊ້ຄຳວ່າ, “ວັນນີ້” ເພື່ອບໍ່ໃຫ້ມີຜູ້ໃດໃນພວກເຈົ້າຖືກບາບລໍ້ລວງ ໃຫ້ມີຈິດໃຈດື້ດ້ານບໍ່ເຊື່ອຟັງ 14 ດ້ວຍວ່າ, ພວກເຮົາທຸກຄົນ ເປັນຜູ້ຮ່ວມງານກັບພຣະຄຣິດ ຖ້າພວກເຮົາຢຶດຖືຄວາມໄວ້ວາງໃຈທີ່ ພວກເຮົາໄດ້ມີໃນຕອນຕົ້ນນັ້ນ ໄວ້ໝັ້ນຄົງຈົນເຖິງທີ່ສຸດ. 15 ດັ່ງທີ່ມີກ່າວໄວ້ ໃນພຣະຄຳພີວ່າ,“ວັນນີ້ ຖ້າເຈົ້າທັງຫລາຍ ຫາກໄດ້ຍິນ ພຣະສຸຣະສຽງ ຂອງພຣະອົງກໍຢ່າໃຫ້ໃຈຂອງພວກເຈົ້າແຂງກະດ້າງ ໄປເໝືອນບັນພະບຸລຸດ ຂອງພວກເຈົ້າທີ່ໄດ້ກະບົດ.” 16 ດັ່ງນັ້ນ ແມ່ນຜູ້ໃດໜໍທີ່ໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າ ແລ້ວ ແຕ່ຍັງກະບົດ ບໍ່ແມ່ນທຸກຄົນທີ່ໂມເຊນຳອອກມາຈາກປະເທດເອຢິບ ນັ້ນ ຫລື? 17 ແລະ ແມ່ນຜູ້ໃດໜໍທີ່ພຣະເຈົ້າໄດ້ໂກດຮ້າຍຕະຫລອດສີ່ສິບປີ? ບໍ່ແມ່ນຄົນເຫຼົ່ານັ້ນທີ່ໄດ້ເຮັດຜິດບາບ ແລະຊາກສົບຂອງພວກເຂົາ ຖືກປະຖິ້ມໃນຖິ່ນແຫ້ງແລ້ງກັນດານນັ້ນຫລື? 18 ແມ່ນຜູ້ໃດໜໍທີ່ ພຣະອົງ ໄດ້ຊົງສາບານຕົວວ່າ ພວກເຂົາຈະບໍ່ໄດ້ເຂົ້າຮ່ວມບ່ອນພັກເຊົາຂອງພຣະອົງ ຈັກເທື່ອ ກໍແມ່ນຄົນທີ່ບໍ່ເຊື່ອຟັງເຫຼົ່ານັ້ນ ບໍ່ແມ່ນຫລື? 19 ດັ່ງນັ້ນ ພວກເຮົາຈຶ່ງເຫັນວ່າ ພວກເຂົາຈະເຂົ້າໄປໃນດິນແດນນັ້ນ ບໍ່ໄດ້ຍ້ອນຄວາມບໍ່ເຊື່ອຟັງຂອງພວກເຂົາ.
Chapter 4
1 ດ້ວຍເຫດນັ້ນ, ເມື່ອພຣະສັນຍາຍັງມີຢູ່ວ່າ ຈະໃຫ້ພວກເຮົາ ເຂົ້າຮ່ວມບ່ອນພັກຂອງພຣະອົງ ກໍໃຫ້ເຮົາທັງຫລາຍຢຳເກງ ເພາະຢ້ານຈະມີຜູ້ໜຶ່ງຜູ້ໃດໃນພວກເຈົ້າໄປບໍ່ເຖິງ. 2 ເພາະວ່າ ພວກເຮົາໄດ້ຍິນຂ່າວປະເສີດຢ່າງດຽວກັນກັບພວກເຂົາ ແຕ່ວ່າພວກເຂົາບໍ່ໄດ້ຮັບປະໂຫຍດ ຈາກຂ່າວປະເສີດນັ້ນ ເພາະພວກເຂົາ ບໍ່ໄດ້ຮັບດ້ວຍຄວາມເຊື່ອ. 3 ດ້ວຍເຫດນັ້ນ ພວກເຮົາຜູ້ທີ່ເຊື່ອ ຈຶ່ງໄດ້ເຂົ້າສູ່ການ ພັກຜ່ອນ ນັ້ນ ຕາມທີ່, ພຣະເຈົ້າ ຊົງສັນຍາໄວ້ແລ້ວວ່າ,“ເຮົາຈຶ່ງໄດ້ສາບານ ດ້ວຍ ຄວາມເຄືອງໃຈ ກັບພວກເຂົາວ່າ, ພວກເຂົາ ຈະບໍ່ໄດ້ເຂົ້າ ໄປໃນບ່ອນພັກຜ່ອນ ຂອງເຮົາຈັກເທື່ອ.”ເຖິງ ແມ່ນວ່າ, ພາລະກິດ ຂອງພຣະອົງ ຊົງສຳເລັດແລ້ວ ແຕ່ຄາວໄດ້ວາງຮາກ ສ້າງໂລກພຸ້ນກໍຕາມ. 4 ເພາະມີຂຽນໄວ້ໃນພຣະຄຳພີ ຕອນໜຶ່ງ ຊຶ່ງກ່າວເຖິງວັນ ທີເຈັດ ວ່າ, “ພຣະເຈົ້າ ໄດ້ ພັກຜ່ອນ ຈາກ ກິດຈະການ ຂອງ^ພຣະອົງ ທັງ ສິ້ນ ໃນວັນທີເຈັດ.” 5 ເລື່ອງດຽວກັນນີ້ ກໍມີກ່າວໄວ້ອີກວ່າ, “ພວກເຂົາຈະບໍ່ໄດ້ ເຂົ້າໄປໃນບ່ອນພັກຜ່ອນ ນັ້ນຈັກເທື່ອ.” 6 ທີ່ຈິງ, ຍັງມີບາງຄົ ທີ່ຈະເຂົ້າຮ່ວມບ່ອນນັ້ນ, ແຕ່ຄົນເຫຼົ່ານັ້ນທີ່ໄດ້ຍິນຂ່າວປະເສີດຄາວກ່ອນບໍ່ໄດ້ເຂົ້າ ເພາະພວກເຂົາບໍ່ເຊື່ອຟັງ. 7 ດ້ວຍເຫດນັ້ນພຣະເຈົ້າຈຶ່ງກຳນົດ ວັນໜຶ່ງໄວ້ໃໝ່ອີກຊຶ່ງເອີ້ນວ່າ, “ວັນນີ້” ຫລາຍປີຕໍ່ມາພຣະອົງ ໄດ້ເວົ້າເຖິງເລື່ອງ ນັ້ນໂດຍທາງດາວິດ ດັ່ງທີ່ໄດ້ມີອ້າງໄວ້ໃນພຣະຄຳພີ ວ່າ,“ ວັນນີ້ຖ້າເຈົ້າທັງຫລາຍ ໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າ ກໍຢ່າມີໃຈແຂງກະດ້າງໄປ.” 8 ດ້ວຍວ່າ, ຖ້າ ໂຢຊວຍ ໄດ້ນຳພາປະຊາຊົນສູ່ການພັກຜ່ອນ ນັ້ນ ແລ້ວ ພຣະເຈົ້າ ກໍຄົງບໍ່ໄດ້ກ່າວອີກ ໃນເວລາຕໍ່ມາເຖິງວັນອື່ນໆ. 9 ເຖິງຢ່າງໃດ ກໍດີການພັກຜ່ອນໃນວັນຊະບາໂຕ ຍັງມີສຳລັບໄພ່ພົນຂອງພຣະເຈົ້າ. 10 ດ້ວຍວ່າ, ຜູ້ໃດກໍຕາມທີ່ຮັບການພັກຜ່ອນ ຊຶ່ງພຣະເຈົ້າຊົງສັນຍາໄວ້ແລ້ວ ກໍຈະພັກຜ່ອນ ຈາກວຽກການຂອງຕົນ ເໝືອນດັ່ງທີ່ພຣະເຈົ້າໄດ້ພັກຜ່ອນ ຈາກວຽກການຂອງພຣະອົງ. 11 ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາອົດສາພະຍາຍາມ ໃຫ້ໄດ້ເຂົ້າສູ່ບ່ອນພັກຜ່ອນນັ້ນ ເພື່ອຈະບໍ່ໃຫ້ຜູ້ໜຶ່ງຜູ້ໃດ ຕ້ອງ ເສຍໄປເໝືອນດັ່ງ ຄົນບໍ່ເຊື່ອຟັງເຫຼົ່ານັ້ນ. 12 ເພາະວ່າ ພຣະທຳຂອງພຣະເຈົ້າ ປະກອບດ້ວຍຊີວິດ ແລະ ຣິດເດດຄົມກວ່າດາບສອງຄົມທຸກດວງ ແທງຊອດເຖິງຈິດໃຈ ແລະ ວິນຍານ ຕະຫລອດ ທັງຄໍ່ກະດູກ ແລະ ໄຂໃນກະດູກ ເຊື່ອມຕິດຕໍ່ ກັນ ຈຶ່ງສັງເກດ ຮູ້ຄວາມຄິດ ແລະ ຄວາມມຸ່ງໝາຍ ໃນໃຈໄດ້. 13 ແລະ ໃນທຸກສິ່ງທີ່ ໄດ້ຖືກສ້າງຂຶ້ນນັ້ນ ບໍ່ມີສິ່ງໃດຖືກບັງລັບໄວ້ຈາກ ພຣະພັກ ພຣະອົງໄດ້ແຕ່ທຸກສິ່ງ ໄດ້ປາກົດແຈ້ງ ຕໍ່ສາຍຕາ ຂອງພຣະອົງ ຜູ້ທີ່ເຮົາຈະຕ້ອງໃຫ້ການນັ້ນ. 14 ດ້ວຍເຫດນັ້ນ, ຖ້າພວກເຮົາ ມີ ພຣະມະຫາປະໂຣຫິດ ຜູ້ຍິ່ງໃຫຍ່ ທີ່ຜ່ານຟ້າສະຫວັນ, ມາແລ້ວ ຄື ພຣະເຢຊູຄຣິດເຈົ້າ ພຣະບຸດ ຂອງພຣະເຈົ້າ, ຈົ່ງໃຫ້ພວກເຮົາ ຢຶດຖືຄວາມເຊື່ອ ທີ່ເຮົາໄດ້ປະກາດ ແລ້ວ ນັ້ນໃຫ້ໝັ້ນຄົງ. 15 ເພາະວ່າ ພວກເຮົາບໍ່ໄດ້ ມີມະຫາປະໂຣຫິດທີ່ບໍ່ສາມາດຈະເຫັນໃຈ ໃນຄວາມອ່ອນແອ ຂອງພວກເຮົາ, ແຕ່ມີ ຕົນໜຶ່ງທີ່ ຊົງຖືກທົດລອງ ເໝືອນຢ່າງ ເຮົາທຸກປະການ, ເຖິງປານນັ້ນ ພຣະອົງ ກໍຍັງບໍ່ມີບາບ. 16 ດ້ວຍເຫດນັ້ນ ຈົ່ງໃຫ້ ເຮົາທັງຫລາຍ ມີໃຈກ້າເຂົ້າໄປເຖິງພຣະ ທີ່ນັ່ງແຫ່ງພຣະຄຸນ, ເພື່ອພວກເຮົາຈະໄດ້ ຮັບພຣະເມດຕາ ແລະ ພົບພຣະຄຸນ ທີ່ຈະຊ່ວຍເຮົາໃນເວລາທີ່ຕ້ອງການ.
Chapter 5
1 ຝ່າຍມະຫາປະໂຣຫິດທຸກຄົນ, ນັ້ນແມ່ນຜູ້ຖືກເລືອກໄວ້ ຈາກ ມະນຸດ, ແລະ ຖືກແຕ່ງຕັ້ງໃຫ້ ເປັນຜູ້ຮັບໃຊ້ ພຣະເຈົ້າແທນມະນຸດ ເພື່ອຖວາຍເຄື່ອງບູຊາ ແລະ ເຄື່ອງຖວາຍ ເພື່ອລຶບລ້າງບາບ. 2 ເພິ່ນສາມາດປະຕິບັດ ຢ່າງອ່ອນໂຍນ ຕໍ່ ຄົນທີ່ຮູ້ເທົ່າບໍ່ເຖິງການ ແລະ ຄົນຫລົງຜິດໄດ້ ເພາະເພິ່ນເອງ ກໍມີຄວາມອ່ອນແອ ເໝືອນກັນ. 3 ເພາະເຫດນີ້, ເພິ່ນຈຶ່ງຕ້ອງຖວາຍ ເຄື່ອງບູຊາຕ່າງໆ ບໍ່ແມ່ນ ສຳລັບລຶບລ້າງບາບຂອງພົນລະເມືອງ ເທົ່ານັ້ນ, ແຕ່ສຳລັບລຶບລ້າງບາບຂອງຕົນເອງດ້ວຍ. 4 ບໍ່ຫ່ອນ ມີຜູ້ໃດຕັ້ງຕົນເອງ ຢູ່ໃນຕຳແໜ່ງນີ້ ມີແຕ່ພຣະເຈົ້າ ຊົງ ເອີ້ນເອົາເໝືອນ ຢ່າງຊົງເອີ້ນອາໂຣນ ນັ້ນ. 5 ໃນທຳນອງດຽວກັນ ພຣະຄຣິດ ກໍບໍ່ໄດ້ຊົງຍົກຍໍ ພຣະອົງເອງຂຶ້ນ ເປັນ ມະຫາປະໂຣຫິດ ແຕ່ຊົງຮັບພຣະກຽດ ນີ້ ຈາກພຣະເຈົ້າ ຜູ້ຊົງກ່າວ ກັບ ພຣະອົງວ່າ, “ທ່ານນັ້ນແຫຼະ ເປັນບຸດຂອງເຮົາ ຝ່າຍເຮົາ, ເຮົາໃຫ້ກຳເນີດທ່ານ ໃນວັນນີ້.” 6 ພຣະອົງ ຍັງຊົງກ່າວ ໃນ ຕອນອື່ນອີກວ່າ,“ທ່ານ ເປັນ ປະໂຣຫິດ ຕະຫລອດໄປໃນລຳດັບ ດຽວກັນ ກັບ ເມຄີເຊເດັກ.” 7 ຂະນະເມື່ອ ຊົງເປັນມະນຸດຂອງພຣະອົງ , ພຣະຄຣິດ ໄດ້ຊົງ ຖວາຍ ຄຳພາວັນນາອະທິຖານ ແລະ ໄຫວ້ວອນ ດ້ວຍການຮ້ອງໄຫ້ ຢ່າງໜັກ ແລະ ມີນໍ້າຕາໄຫລຮ້ອງຂໍ ຕໍ່ພຣະເຈົ້າຜູ້ຊົງ ສາມາດໂຜດ ໃຫ້ ພຣະອົງ ພົ້ນຈາກຕາຍໄດ້ ແລະ ຊົງນ້ອມຮັບຟັງເນື່ອງ ດ້ວຍ ຄວາມຢຳເກງ ຂອງພຣະອົງ. 8 ເຖິງ ແມ່ນວ່າ ພຣະອົງ ຊົງເປັນພຣະບຸດ ກໍຍັງຊົງຮຽນຮູ້ ທີ່ຈະນ້ອມຍອມ ເຊື່ອຟັງ ໂດຍຄວາມທຸກ ລຳບາກ ທີ່ ພຣະອົງ ຊົງທົນນັ້ນ. 9 ເມື່ອພຣະເຈົ້າ ໄດ້ຊົງບັນດານ ໃຫ້ພຣະບຸດ ເຖິງທີ່ສຳເລັດແລ້ວ ແລະ ພຣະບຸດ ນັ້ນຈຶ່ງໄດ້ເກີດ ເປັນຕົ້ນກຳເນີດ ແຫ່ງຄວາມລອດພົ້ນ ອັນຕະຫລອດໄປເປັນນິດ ແກ່ຄົນທັງປວງ ທີ່ເຊື່ອຟັງພຣະອົງ, 10 ໂດຍ ພຣະເຈົ້າ ໄດ້ຊົງ ຕັ້ງພຣະອົງ ໃຫ້ເປັນມະຫາ ປະໂຣຫິດ ໃນ ລຳດັບດຽວ ກັບ ເມຄີເຊເດັກ. 11 ກ່ຽວກັບ ພຮະເຢຊູຄຣິດເຈົ້າ ນັ້ນມີເລື່ອງເວົ້າຫລາຍ, ແລະ ຍາກທີ່ຈະອະທິບາຍ ໃຫ້ ເຂົ້າໃຈໄດ້, ເພາະວ່າ ເຈົ້າທັງຫລາຍ ກາຍເປັນຄົນຫູໜັກເສຍແລ້ວ. 12 ເຖິງແມ່ນວ່າ ຂະນະນີ້ ເຈົ້າທັງຫລາຍ ຄວນຈະເປັນ ຄູໄດ້, ແຕ່ ພວກເຈົ້າ ກໍຍັງຕ້ອງການ ໃຫ້ຄົນອື່ນ ສອນຫລັກ ທຳເບື້ອງຕົ້ນ ແຫ່ງພຣະທຳ ຂອງພຣະເຈົ້າ ແກ່ພວກເຈົ້າ ອີກ. ເຈົ້າທັງຫລາຍ ກັບ ກາຍເປັນ ຄົນຕ້ອງການນໍ້ານົມ ບໍ່ແມ່ນອາຫານແຂງ. 13 ດ້ວຍວ່າ, ທຸກຄົນທີ່ ຍັງກິນນໍ້ານົມ ຢູ່ນັ້ນ ຍັງບໍ່ຊຳນານ ໃນ ເລື່ອງສິນທຳ ເພາະເຂົາຍັງເປັນເດັກນ້ອຍ ຢູ່. 14 ອາຫານແຂງ ເປັນອາຫານ ສຳລັບຜູ້ໃຫຍ່. ແລ້ວຄືສຳລັບຜູ້ ທີ່ໄດ້ຮັບການຝຶກຫັດ ອົບຮົມໃຫ້ສາມາດ ສັງເກດວ່າ ສິ່ງໃດດີ ແລະ ສິ່ງໃດຊົ່ວ.
Chapter 6
1 ດ້ວຍເຫດນັ້ນ, ໃຫ້ພວກເຮົາ ປະຫລັກທຳເບື້ອງຕົ້ນ ກ່ຽວກັບ ພຣະຄຣິດ ໄວ້ ແລະ ກ້າວໜ້າໄປ ສູ່ຄວາມເປັນຜູ້ໃຫຍ່ແລ້ວ. ຢ່າເອົາ ສິ່ງເຫຼົ່ານີ້ມາວາງເປັນຮາກຖານ ຊໍ້າອີກ ຄື ການກັບໃຈໃໝ່ ຈາກການ ກະທຳທີ່ນຳໄປ ສູ່ ຄວາມຕາຍຄວາມເຊື່ອ ໃນພຣະເຈົ້າ 2 ແລະ ຄຳສັ່ງສອນ ເຖິງເລື່ອງບັບຕິສະມາ ພິທີວາງມື, ການເປັນຄືນມາຈາກ ຕາຍ ແລະ ການພິພາກສາ ລົງໂທດ ເປັນນິດ. 3 ສິ່ງນີ້ແຫຼະ, ພວກເຮົາຈະກະທຳ ຖ້າພຣະເຈົ້າ ຊົງໂຜດອະນຸຍາດ. 4 ເພາະວ່າ ມັນກໍເຫຼືອວິໄສສຳລັບ ຄົນເຫຼົ່ານັ້ນ ທີ່ໄດ້ຮັບຄວາມສະຫວ່າງມາເທື່ອໜຶ່ງ ແລ້ວ, ຜູ້ຊີມຣົດຂອງປະທານ ຈາກສະຫວັນ ໄດ້ຮັບພຣະວິນຍານບໍຣິສຸດເຈົ້າ 5 ແລະ ໄດ້ຊີມຣົດອັນດີແຫ່ງຖ້ອຍຄຳ ຂອງພຣະເຈົ້າ ກັບ ຣິດເດດແຫ່ງຄາວ ທີ່ຈະມາເຖິງນັ້ນ. 6 ຖ້າ ພວກເຂົາເຫຼົ່ານັ້ນ ໄດ້ຕົກເສຍໄປແລ້ວ ກໍເຫຼືອວິໄສ ທີ່ຈະນຳ ພວກເຂົາ ມາສູ່ການກັບໃຈອີກໄດ້. ເພາະພວກເຂົາ ເອງຄຶງ ພຣະບຸດ ຂອງພຣະເຈົ້າເສຍ ແລະ ເຮັດໃຫ້ ພຣະອົງຊົງ ໄດ້ຮັບການປະຈານຂາຍໜ້າ. 7 ດ້ວຍວ່າ, ພື້ນດິນຕອນໃດ ດູດຮັບເອົານໍ້າຝົນ ທີ່ຕົກໃສ່ ຢູ່ເລື້ອຍ ແລະ ເກີດພືດຜົນງອກຂຶ້ນໃຫ້ ປະໂຫຍດແກ່ ຄົນປູກຝັງນັ້ນ ກໍໄດ້ຮັບ ພຣະພອນ ຈາກພຣະເຈົ້າ. 8 ແຕ່ ພື້ນດິນ ທີ່ເກີດສ້ຽນໜາມ ກໍ ນັບວ່າ ບໍ່ມີຄ່າ ແລະ ເກືອບຈະຖືກຊົງປ້ອຍດ່າ ແລ້ວ. ໃນທີ່ສຸດກໍຈະ ຖືກເຜົາໄຟເສຍ. 9 ແຕ່ພວກ ພີ່ນ້ອງເອີຍ, ເຖິງແມ່ນວ່າ ເຮົາເວົ້າດັ່ງນັ້ນ ເຮົາກໍຍັງ ເຊື່ອແນ່ວ່າ ທ່າທີ ຂອງພວກເຈົ້າ ມີສິ່ງດີກວ່າ ທີ່ໄດ້ກ່າວມານັ້ນ ກໍຄືສິ່ງທີ່ກ່ຽວກັບຄວາມລອດ. 10 ເພາະວ່າ ພຣະເຈົ້າ ບໍ່ໄດ້ ຊົງ ອະຍຸດຕິທຳ ຊຶ່ງຈະຊົງລືມການງານ ທີ່ ພວກເຈົ້າໄດ້ເຮັດ ແລະ ຄວາມຮັກທີ່ພວກເຈົ້າ ໄດ້ສະແດງ ຕໍ່ ພຣະນາມ ຂອງພຣະອົງ ຄືການຮັບໃຊ້ ໄພ່ພົນ ຂອງພຣະອົງ ເໝືອນດັ່ງ ພວກເຈົ້າ ຍັງຮັບໃຊ້ຢູ່. 11 ຄວາມປາຖະໜາ ອັນຍິ່ງໃຫຍ່ ຂອງພວກເຮົາ ແມ່ນໃຫ້ແຕ່ລະຄົນໃນພວກເຈົ້າ ມີຄວາມຮ້ອນຮົນ ຢ່າງດຽວກັນ ຈົນເຖິງທີ່ສຸດ ເພື່ອ ວ່າສິ່ງທີ່ພວກເຈົ້າ ຫວັງໄວ້ນັ້ນຈະໄດ້ສຳເລັດ. 12 ທັ້ງນີ້ ເພື່ອພວກເຮົາບໍ່ປາຖະໜາ ໃຫ້ພວກເຈົ້າ ກາຍເປັນຄົນກຽດຄ້ານ ແຕ່ໃຫ້ເປັນ ເໝືອນຄົນເຫຼົ່ານັ້ນ ທີ່ອາໄສຄວາມເຊື່ອ ແລະ ຄວາມພຽນອົດທົນ ຈຶ່ງ ໄດ້ຮັບມໍຣະດົກ ຕາມ ພຣະສັນຍາ. 13 ເມື່ອ ພຣະເຈົ້າ ໄດ້ຊົງສັນຍາໄວ້ ກັບ ອັບຣາຮາມ, ນັ້ນ ໂດຍທີ່ ບໍ່ມີຜູ້ໃດ ເປັນໃຫຍ່ກວ່າພຣະອົງ, ທີ່ພຣະອົງຈະຊົງສາບານ ດ້ວຍ ອອກຊື່ຜູ້ນັ້ນ ໄດ້ພຣະອົງ ຈຶ່ງໄດ້ ຊົງສາບານ ດ້ວຍພຣະນາມ ຂອງພຣະອົງເອງ 14 ວ່າ, “ຈິງແທ້, ເຮົາ ຈະອວຍພອນ ໃຫ້ເຈົ້າ ແລະ ຈະໃຫ້ເຊື້ອສາຍ ຂອງເຈົ້າ ທະວີຫລາຍ ຂຶ້ນ.” 15 ຢ່າງນັ້ນແຫຼະ, ເມື່ອ ອັບຣາຮາມ ໄດ້ທົນຄອຍດ້ວຍຄວາມພຽນແລ້ວ ເພິ່ນຈຶ່ງໄດ້ຮັບ ຕາມ ພຣະສັນຍາ ນັ້ນ. 16 ດ້ວຍວ່າ, ຝ່າຍມະນຸດ ເຄີຍສາບານ ດ້ວຍອອກ ຊື່ຜູ້ໃຫຍ່ກວ່າ ຕົນ. ແລະ ເມື່ອເກີດການຖົກຖຽງ ກັນຂຶ້ນ ຄຳສາບານນັ້ນ ກໍເປັນຄຳ ຢືນຢັນອັນເດັດຂາດ. 17 ສະນັ້ນ ເມື່ອ ພຣະເຈົ້າ ຊົງມີ ພຣະປະສົງ ຈະຊົງໃຫ້ຜູ້ທີ່ຈະຮັບມໍຣະດົກ ຕາມ ພຣະສັນຍາ ນັ້ນ ຮູ້ຄັກແນ່ ຕື່ມ ຂຶ້ນວ່າ ພຣະປະສົງ ຂອງພຣະອົງ ຈະບໍ່ປ່ຽນແປງ ຈັກເທື່ອ ພຣະອົງ ຈຶ່ງຊົງຢືນຢັນ ພຣະສັນຍານັ້ນ ດ້ວຍຄຳສາບານ. 18 ເພື່ອວ່າ ໂດຍ ສອງປະການ ທີ່ປ່ຽນແປງບໍ່ໄດ້ -ເພາະ ພຣະເຈົ້າ ຈະ ກ່າວ ຄຳ ຕົວະ ບໍ່ໄດ້- ເຮົາຜູ້ທີ່ໄດ້ໜີໄພຮ້ອນໄປ ເພີ່ງເຢັນຈຶ່ງໄດ້ຮັບ ຄວາມຊູໃຈ ອັນ ແຮງກ້າໃນການທີ່ຈະຢຶດຖື ຄວາມຫວັງ ຊຶ່ງ ມີຢູ່ຕໍ່ໜ້າເຮົານັ້ນ. 19 ຄວາມຫວັງ ທີ່ ພວກເຮົາ ຢຶດຖືນັ້ນ ເປັນສະໝໍ ທີ່ແທ້ຈິງ ອັນ ໝັ້ນຄົງ ຂອງຈິດໃຈ, ຄວາມຫວັງ ນັ້ນ ນຳໄປສູ່ບ່ອນ ສັກສິດທີ່ສຸດ ຢູ່ ເບື້ອງຫລັງຜ້າກັ້ງ, 20 ທີ່ ພຣະເຢຊູຄຣິດເຈົ້າ ຜູ້ຊົງນຳໜ້າໄດ້ ສະເດັດ ເຂົ້າໄປກ່ອນແທນ ພວກເຮົາ ແລ້ວ ເພາະພຣະອົງ ໄດ້ຊົງ ກາຍເປັນ ພຣະມະຫາປະໂຣຫິດ ຕະຫລອດໄປ ໃນລຳດັບດຽວກັບ ເມຄີເຊເດັກ.
Chapter 7
1 ສ່ວນເມຄີເຊເດັກ, ຜູ້ນີ້ຄືກະສັດ ແຫ່ງເມືອງຊາເລັມ ເປັນປະໂຣຫິດ ຂອງພຣະເຈົ້າ ຜູ້ສູງສຸດ ໄດ້ພົບອັບຣາຮາມ ຂະນະທີ່ ອັບຣາຮາມ ກຳລັງກັບມາຈາກການຮົບກັບ ກະສັດທັງຫລາຍ ດ້ວຍໄຊຊະນະ ແລະ ໄດ້ຊົງອວຍພອນ ແກ່ເພິ່ນ. 2 ອັບຣາຮາມ ໄດ້ແບ່ງສິ່ງຂອງທັງໝົດ ເປັນສິບສ່ວນເອົາສ່ວນໜຶ່ງຖວາຍ ແກ່ ເມຄີເຊເດັກ, ເມຄີເຊເດັກ ແປ ຢ່າງໜຶ່ງວ່າກະສັດ ແຫ່ງຄວາມຊອບທຳ ຕາມ ຄວາມໝາຍ ແຫ່ງ ພຣະນາມຂອງທ່ານ ແລະ ອີກທັງເປັນກະສັດ ແຫ່ງສັນຕິສຸກຕາມຄວາມໝາຍ ຂອງຊື່ ເມືອງ ຊາເລັມ. 3 ພຣະບິດາ, ພຣະມານດາ ຫລື ເຊື້ອວົງຂອງທ່ານ ບໍ່ມີກ່າວໄວ້ວັນຕົ້ນ ແລະ ວັນປາຍ ແຫ່ງຊີວິດ ຂອງທ່ານ ກໍບໍ່ມີເໝືອນກັນ ແຕ່ເປັນເໝືອນ ພຣະບຸດ ຂອງພຣະເຈົ້າ ຈຶ່ງດຳລົງ ຢູ່ເປັນປະໂຣຫິດ ສືບໆໄປ. 4 ຈົ່ງຄິດເບິ່ງ ແມ່ນວ່າ ທ່ານຜູ້ນີ້ໃຫຍ່ພໍພຽງໃດ. ທີ່ ອັບຣາຮາມ ຜູ້ ເປັນຕົ້ນຕະກຸນ ນັ້ນຍັງໄດ້ແບ່ງ ໜຶ່ງສ່ວນສິບ ຂອງຊັບທີ່ໄດ້ມາຈາກ ຊະເລີຍ ອັນດີທີ່ສຸດ ມາຖວາຍ ແກ່ທ່ານ. 5 ແລະ ບັນດາເຊື້ອສາຍ ຂອງເລວີ ຜູ້ຊຶ່ງໄດ້ຮັບຕຳແໜ່ງ ປະໂຣຫິດ ນັ້ນ. ເຖິງແມ່ນ ວ່າຄົນ ເຫຼົ່ານັ້ນສືບເຊື້ອສາຍ ມາຈາກ ອັບຣາຮາມ ກໍຍັງມີກົດບັນຍັດ ສັ່ງໃຫ້ຮັບ ໜຶ່ງສ່ວນສິບ ຈາກພົນລະເມືອງ ຄື ຈາກພວກພີ່ນ້ອງຂອງຕົນ. 6 ເມຄີເຊເດັກ ບໍ່ໄດ້ສືບເຊື້ອສາຍ ມາຈາກເລວີ ແຕ່ ເພິ່ນກໍໄດ້ຮັບ ໜຶ່ງສ່ວນສິບ ຈາກ ອັບຣາຮາມ ແລະ ໄດ້ອວຍພອນ ອັບຣາຮາມ, ຜູ້ທີ່ໄດ້ ຮັບພຣະສັນຍາ ຂອງພຣະເຈົ້າ. 7 ສິ່ງທີ່ຖຽງບໍ່ໄດ້ ກໍຄືຜູ້ນ້ອຍ ຮັບພອນຈາກຜູ້ໃຫຍ່. 8 ອີກ ປະການໜຶ່ງ, ໃນກໍລະນີ ປະໂຣຫິດຕະກຸນ ເລວີ ນັ້ນ ມະນຸດທີ່ຕ້ອງ ຕາຍກໍເປັນຜູ້ຮັບໜຶ່ງສ່ວນສິບ, ແຕ່ໃນກໍລະນີ ເມຄີເຊເດັກ ຜູ້ຮັບໜຶ່ງສ່ວນສິບນັ້ນ ມີຫຼັກຖານໃນພຣະຄຳພີ ວ່າທ່ານ ຍັງມີຊີວິດ ຢູ່. 9 ຖ້າຈະເວົ້າອີກຢ່າງໜຶ່ງ ກໍວ່າ ເລວີ ຜູ້ຮັບໜຶ່ງສ່ວນສິບນັ້ນ ກໍຍັງໄດ້ ຖວາຍ ໜຶ່ງສ່ວນສິບ ແກ່ ເມຄີເຊເດັກ ທາງອັບຣາຮາມ. 10 ເພາະວ່າ ໃນຂະນະທີ່ ເມຄີເຊເດັກ ໄດ້ພົບກັບ ອັບຣາຮາມ ເລວີ ຍັງຢູ່ ໃນສາຍເລືອດ ຂອງບັນພະບຸລຸດ ຄື ອັບຣາຮາມ. 11 ດັ່ງນັ້ນ, ຖ້າຄວາມບໍຣິບູນ ບັນລຸໄດ້ ທາງລະບົບ ປະໂຣຫິດ ເຜົ່າເລວີ (ເພາະວ່າ ປະຊາຊົນ ໄດ້ຮັບກົດບັນຍັດ ໂດຍວິທີນີ້), ເປັນຫຍັງ ຈະຕ້ອງ ມີປະໂຣຫິດອື່ນອີກ ຕາມແບບຢ່າງ ຂອງເມຄີເຊເດັກ ບໍ່ແມ່ນ ຕາມ ແບບຢ່າງ ຂອງອາໂຣນ ບໍ? 12 ເພາະ ເມື່ອຕຳແໜ່ງ ປະໂຣຫິດ ປ່ຽນແປງໄປແລ້ວ ກົດບັນຍັດ ກໍຈຳເປັນ ຕ້ອງປ່ຽນແປງ ໄປ ເໝືອນກັນ. 13 ເພາະວ່າ ທ່ານທີ່ເຮົາ ກ່າວເຖິງນັ້ນ ກໍມາຈາກຕະກຸນ ອື່ນຄື ຕະກຸນທີ່ຍັງບໍ່ມີຜູ້ໃດ ເຄີຍປະຕິບັດ ທີ່ແທ່ນບູຊາຈັກເທື່ອ. 14 ເພາະປາກົດແຈ້ງແລ້ວວ່າ, ອົງພຣະຜູ້ເປັນເຈົ້າ ຂອງເຮົາທັງຫລາຍ ໄດ້ ຊົງສືບເຊື້ອສາຍ ມາຈາກຕະກຸນຢູດາ ແຕ່ເມື່ອໂມເຊ ໄດ້ກ່າວເຖິງ ປະໂຣຫິດ ກໍບໍ່ໄດ້ກ່າວເຖິງຕະກຸນ ນີ້. 15 ເລື່ອງນີ້ກໍປາກົດແຈ້ງຂຶ້ນອີກ ຖ້າມີປະໂຣຫິດ ອີກຕົນໜຶ່ງ ຕາມ ແບບຢ່າງ ເມຄີເຊເດັກ 16 ຜູ້ຊຶ່ງເປັນ ປະໂຣຫິດ ທີ່ບໍ່ໄດ້ ຮັບການ ແຕ່ງຕັ້ງ ຕາມກົດບັນຍັດ ຂອງມະນຸດ ແຕ່ໂດຍຣິດເດດ ແຫ່ງຊີວິດ ອັນ ບໍ່ຮູ້ເສື່ອມສູນ. 17 ເພາະມີຄຳພະຍານ ທີ່ກ່າວເຖິງເພິ່ນວ່າ, “ທ່ານ ເປັນປະໂຣຫິດ ຕະຫລອດໄປເປັນນິດໃນ ແບບດຽວກັນ ກັບ ເມຄີເຊເດັກ.” 18 ດ້ວຍວ່າ, ກົດບັນຍັດ ທີ່ມີກ່ອນນັ້ນ ໄດ້ຊົງຍົກເລີກເສຍແລ້ວ ເພາະມີຂໍ້ບົກຜ່ອງ ແລະ ໃຊ້ການບໍ່ໄດ້. 19 ເພາະວ່າ ກົດບັນຍັດ ນັ້ນບໍ່ໄດ້ເຮັດໃຫ້ສິ່ງໃດ ເຖິງທີ່ສຳເລັດ, ແຕ່ມີຄວາມຫວັງ ອັນດີກວ່າ ໄດ້ເພີ່ມເຕີມ ເຂົ້າມາໂດຍຄວາມຫວັງນັ້ນ ພວກເຮົາ ຈຶ່ງຈະເຂົ້າໄປໃກ້ ພຣະເຈົ້າໄດ້. 20 ພຣະເຈົ້າ ຊົງຢືນຢັນ ເລື່ອງນີ້ ໂດຍຄຳສາບານ ຂອງພຣະອົງ ວ່າ, ຄົນອື່ນໆເຂົາຮັບຕຳແໜ່ງ ປະໂຣຫິດ ໂດຍບໍ່ມີຄຳສາບານເລີຍ. 21 ແຕ່ ພຣະອົງຊົງ ເປັນປະໂຣຫິດ ໂດຍທາງ ຄຳສາບານ ເມື່ອ ພຣະເຈົ້າ ຊົງກ່າວ ກັບພຣະອົງ ວ່າ,“ອົງພຣະຜູ້ເປັນເຈົ້າຊົງສາບານໄວ້ແລ້ວ ແລະ ຈະບໍ່ຊົງປ່ຽນພຣະໄທ ວ່າ,‘ທ່ານ ເປັນປະໂຣຫິດຕະຫລອດໄປ.’” 22 ດັ່ງນັ້ນ ພຣະເຢຊູຄຣິດເຈົ້າ ຈຶ່ງຊົງ ກາຍເປັນຜູ້ ຮັບປະກັນພັນທະສັນຍາອັນດີກວ່າ. 23 ພວກປະໂຣຫິດ ຕະກຸນເລວີ ນັ້ນ ສືບ ຕຳແໜ່ງ ຕໍ່ກັນມາຫລາຍຄົນ ເພາະ ຄວາມຕາຍ ຂັດຂວາງ ພວກເຂົາ ບໍ່ ໃຫ້ ປະຕິບັດງານ ຕະຫລອດໄປ. 24 ແຕ່ ພຣະເຢຊູເຈົ້າ ອົງຊົງ ດຳລົງຕຳແໜ່ງ ປະໂຣຫິດ ຕະຫລອດໄປ, ເພາະ ພຣະອົງ ຊົງດຳລົງຢູ່ ນິຣັນດອນ. 25 ດ້ວຍເຫດນີ້ ພຣະອົງ ຈຶ່ງຊົງສາມາດຕະຫລອດໄປ ທີ່ຈະໂຜດ ເອົາຄົນທັງປວງ ທີ່ໄດ້ເຂົ້າມາຫາພຣະເຈົ້າ ໂດຍທາງ ພຣະອົງ ນັ້ນໃຫ້ ໄດ້ຮັບຄວາມລອດພົ້ນ ເພາະວ່າ ພຣະອົງ ຊົງພຣະຊົນ ຢູ່ນິຣັນດອນ ເພື່ອຊ່ວຍທູນຂໍ ພຣະກະລຸນາ ໃຫ້ຄົນເຫຼົ່ານັ້ນ. 26 ພຣະມະຫາ ປະໂຣຫິດ ຢ່າງນີ້ແຫຼະ ທີ່ເໝາະສົມ ສຳລັບພວກເຮົາ ຄືເປັນຜູ້ບໍຣິສຸດ ປາສະຈາກຜິດ ຫລື ສິ່ງຊົ່ວມົວໝອງ ແຍກຈາກຄົນບາບທັງປວງ, ຊົງ ປະທັບ ຢູ່ເໜືອຟ້າສະຫວັນ. 27 ພຣະອົງ ບໍ່ຕ້ອງຊົງນຳເຄື່ອງບູຊາ ມາທຸກໆວັນ ເໝືອນດັ່ງ ມະຫາປະໂຣຫິດ ຄົນອື່ນໆ, ຜູ້ຊຶ່ງຕອນທຳອິດຖວາຍ ສຳລັບການບາບ ຂອງຕົນເອງ ແລ້ວ ຈຶ່ງຖວາຍສຳລັບຄວາມບາບ ຂອງພົນລະເມືອງ, ສ່ວນພຣະອົງ ໄດ້ຊົງຖວາຍເຄື່ອງບູຊາ ພຽງເທື່ອດຽວ ເປັນການ ສິ້ນສຸດ ຄື ເມື່ອພຣະອົງ ໄດ້ຊົງນຳ ພຣະອົງເອງ ມາຖວາຍ. 28 ຕາມ ກົດບັນຍັດ ນັ້ນໄດ້ ແຕ່ງຕັ້ງມະນຸດ ທີ່ບໍ່ສົມບູນ ແບບໃຫ້ ເປັນ ມະຫາປະໂຣຫິດ ແຕ່ ພຣະສັນຍາ ຂອງພຣະເຈົ້າ ທີ່ປະກອບ ດ້ວຍ ຄຳສາບານ ຊຶ່ງໄດ້ມາ ພາຍຫລັງກົດບັນຍັດ ກໍໄດ້ແຕ່ງຕັ້ງ ພຣະບຸດ ຂຶ້ນ ຜູ້ຊຶ່ງເຖິງ ຄວາມສຳເລັດຊົ່ວນິຣັນດອນ.
Chapter 8
1 ເລື່ອງທີ່ເຮົາ ກຳລັງເວົ້າຢູ່ນີ້: ມີຂໍ້ສຳຄັນ ຄື ພວກເຮົາ ມີພຣະມະຫາປະໂຣຫິດຢ່າງນີ້ ຄື ພຣະມະຫາ ປະໂຣຫິດ ຜູ້ປະທັບ ຢູ່ເບື້ອງ ຂວາ ພຣະທີ່ນັ່ງ ຂອງຜູ້ຊົງ ຣິດເດຊານຸພາບ ໃນສະຫວັນ. 2 ພຣະອົງ ບົວລະບັດ ຮັບໃຊ້ເປັນມະຫາປະໂຣຫິດ ຢູ່ໃນສະຖານທີ່ ສັກສິດທີ່ສຸດ, ຄືຢູ່ ໃນຫໍເຕັນສັກສິດ ອັນແທ້ຈິງ ຊຶ່ງ, ບໍ່ແມ່ນມະນຸດ ເປັນຜູ້ຕັ້ງຂຶ້ນ, ແຕ່ ແມ່ນອົງພຣະຜູ້ເປັນເຈົ້າ ໄດ້ຊົງຕັ້ງໄວ້. 3 ເພາະວ່າ ມະຫາປະໂຣຫິດທຸກຄົນ ໄດ້ຮັບແຕ່ງຕັ້ງ ເພື່ອໃຫ້ ຖວາຍຂອງທານ ແລະ ຂ້າສັດບູຊາ ແກ່ພຣະເຈົ້າ. ດັ່ງນັ້ນ ມະຫາ ປະໂຣຫິດ ຜູ້ນີ້ຈຶ່ງຈຳເປັນຕ້ອງ ມີສິ່ງຂອງຖວາຍ ແກ່ ພຣະເຈົ້າເໝືອນກັນ. 4 ບັດນີ້ ຖ້າ ພຣະອົງຊົງ ຢູ່ໃນແຜ່ນດິນໂລກນີ້, ພຣະອົງ ກໍຈະບໍ່ ຊົງເປັນປະໂຣຫິດ, ເພາະວ່າ ມີປະໂຣຫິດ ທີ່ຖວາຍເຄື່ອງຂອງຕ່າງໆ ຕາມກົດບັນຍັດ ຢູ່ແລ້ວ. 5 ປະການໜຶ່ງ ປະໂຣຫິດເຫຼົ່ານັ້ນ ບົວລະບັດ ເປັນພຽງແຕ່ແບບ ແລະ ເງົາແຫ່ງສະຖານທີ່ສັກສິດ ໃນ ສະຫວັນ. ເໝືອນໂມເຊ, ເມື່ອເພິ່ນ ຈະຕັ້ງຫໍເຕັນສັກສິດນັ້ນ ພຣະເຈົ້າ ໄດ້ ຊົງເຕືອນສະຕິ ເພິ່ນວ່າ, “ເຈົ້າຕ້ອງເຮັດທຸກສິ່ງ ຕາມແບບຢ່າງ ທີ່ ເຮົາໄດ້ສຳແດງ ແກ່ເຈົ້າທີ່ເທິງພູນັ້ນ.” 6 ແຕ່ ພຣະເຢຊູຄຣິດເຈົ້າ ໄດ້ຊົງຮັບພາລະກິດ ຊຶ່ງປະເສີດກວ່າ ຂອງປະໂຣຫິດເຫຼົ່ານັ້ນ, ເໝືອນດັ່ງພັນທະສັນຍາ ຊຶ່ງພຣະອົງ ຊົງເປັນ ຜູ້ກາງນັ້ນ ກໍປະເສີດກວ່າພັນທະສັນຍາເດີມ, ເພາະວ່າ ໄດ້ຊົງຕັ້ງຂຶ້ນ ໂດຍ ພຣະສັນຍາທັງຫລາຍ ອັນປະເສີດກວ່າເກົ່າ. 7 ດ້ວຍວ່າ, ຖ້າ ພັນທະສັນຍາ ເດີມ ນັ້ນບໍ່ມີຂໍ້ບົກຜ່ອງແລ້ວ, ກໍບໍ່ຈຳເປັນຊອກ ພັນທະສັນຍາທີສອງມາແທນ. 8 ເພາະວ່າ ພຣະອົງ ຊົງກ່າວຕິ ພວກເຂົາວ່າ, ອົງພຣະຜູ້ເປັນເຈົ້າ ຊົງກ່າວວ່າ,‘ເບິ່ງແມ! ພາຍໜ້າຈະມີຄາວໜຶ່ງທີ່ ເຮົາຈະເຮັດພັນທະສັນຍາໃໝ່ ກັບຍາດວົງ ອິດສະຣາເອນ ແລະ ຍາດວົງຢູດາ. 9 ຈະ ບໍ່ເໝືອນພັນທະສັນຍາທີ່ ເຮົາໄດ້ສັນຍາໄວ້ ກັບ ບັນພະບຸລຸດ ຂອງພວກເຂົາ ໃນເມື່ອເຮົາ ໄດ້ຈູງມືຂອງພວກເຂົາ ພາອອກມາຈາກ ປະເທດ ເອຢິບ. ເພາະ ອົງພຣະຜູ້ເປັນເຈົ້າ ຊົງກ່າວວ່າ, ເຂົາເຫຼົ່ານັ້ນ ບໍ່ໄດ້ຕັ້ງຢູ່ໃນພັນທະສັນຍາ ຂອງເຮົາ, ດັ່ງນັ້ນ ເຮົາຈຶ່ງບໍ່ສົນໃຈ ຕໍ່ພວກເຂົາ. 10 ອົງພຣະຜູ້ເປັນເຈົ້າ ຊົງກ່າວອີກວ່າ,‘ນີ້ແມ່ນພັນທະສັນຍາທີ່ ເຮົາຈະສັນຍາ ໄວ້ ກັບຍາດວົງອິດສະຣາເອນພາຍຫລັງ ສະໄໝນັ້ນຄື ເຮົາຈະບັນຈຸ ກົດບັນຍັດຂອງເຮົາໄວ້ ໃນໃຈ ເອງພວກເຂົາ.ເຮົາ ຈະ ຈາລຶກກົດບັນຍັດນັ້ນໄວ້ ໃນຫົວໃຈ ຂອງພວກເຂົາເຮົາ ຈະເປັນ ພຣະເຈົ້າ ຂອງພວກເຂົາ ແລະ ຝ່າຍພວກເຂົາ ຈະເປັນພົນລະເມືອງ ຂອງເຮົາ. 11 ພວກເຂົາ ຈະບໍ່ສອນເພື່ອນບ້ານ ແລະ ພີ່ນ້ອງຂອງຕົນແຕ່ລະຄົນວ່າ,“ຈົ່ງຮູ້ຈັກ ອົງພຣະຜູ້ເປັນເຈົ້າ”ເພາະ ພວກເຂົາ ທຸກຄົນຈະ ຮູ້ຈັກເຮົາຕັ້ງແຕ່ ຜູ້ນ້ອຍທີ່ສຸດຈົນເຖິງ ຜູ້ໃຫຍ່ທີ່ສຸດ. 12 ເພາະ ເຮົາຈະກະລຸນາ ຕໍ່ການອະທຳ ຂອງພວກເຂົາ ແລະ ການ ຜິດບາບ ຂອງພວກເຂົາ ເຮົາ ຈະບໍ່ຈົດຈຳຕໍ່ໄປ.’” 13 ເມື່ອ ພຣະອົງ ຊົງກ່າວວ່າ, “ພັນທະສັນຍາໃໝ່” ກໍເປັນທີ່ເຮັດ ໃຫ້ ພັນທະສັນຍາເດີມນັ້ນ ພົ້ນ ສະໄໝ ໄປ ແລ້ວ ສິ່ງທີ່ພົ້ນສະໄໝ ແລະ ເກົ່າ ໄປແລ້ວ ກໍກຳລັງຈະເສື່ອມສູນ ໄປ.
Chapter 9
1 ເຖິງແມ່ນ ພັນທະສັນຍາເດີມນັ້ນ ກໍມີກົດໃນການນະມັດສະການ ແລະ ມີສະຖານທີ່ສັກສິດ ທີ່ແຜ່ນດິນໂລກ. 2 ດ້ວຍວ່າ, ມີຫໍເຕັນ ສັກສິດທີ່ຈັດຕັ້ງຂຶ້ນແລ້ວ ຄື ຫ້ອງຊັ້ນນອກ ຊຶ່ງມີຫລັກຕະກຽງ ມີ ໂຕະ ແລະ ມີເຂົ້າຈີ່ທີ່ ຕັ້ງຖວາຍ ໄວ້ຫ້ອງທຳອິດນີ້ ເອີ້ນວ່າ, ສະຖານທີ່ ສັກສິດ. 3 ພາຍໃນ ຜ້າກັ້ງຊັ້ນທີສອງ ມີຫ້ອງຊຶ່ງ ເອີ້ນວ່າ ສະຖານທີ່ ສັກສິດ ທີ່ສຸດ. 4 ໃນຫ້ອງນັ້ນ ມີແທ່ນ ຄຳສຳລັບເຜົາເຄື່ອງຫອມ. ມີຫີບ ຫຸ້ມຫໍ່ ດ້ວຍຄຳທຸກດ້ານ. ສຳລັບໃສ່ ພັນທະສັນຍາ. ຢູ່ໃນຫີບນັ້ນ ມີ ຂັນຄຳໃສ່ມານາໄວ້ ມີໄມ້ຄ້ອນເທົ້າ ຂອງອາໂຣນ ທີ່ປົ່ງຍອດ ແລະ ມີ ແຜ່ນຫີນຈາລຶກ ພັນທະສັນຍາ ແລ້ວ. 5 ຢູ່ເທິງຫີບນັ້ນ ມີຮູບເຄຣູບປະກອບດ້ວຍ ສະຫງ່າຣາສີ ອັນຮຸ່ງເຮືອງ ຂອງພຣະເຈົ້າ ປົກຄຸມ ພຣະທີ່ນັ່ງ ອັນຊົງ ພຣະກະລຸນາ ນັ້ນ. ສິ່ງເຫຼົ່ານີ້ ເຮົາ ຈະພັນລະນາໃຫ້ ລະອຽດໃນ ທີ່ນີ້ ບໍ່ໄດ້. 6 ເມື່ອຈັດຕັ້ງສິ່ງຕ່າງໆ ໄວ້ຢ່າງນັ້ນແລ້ວ, ບັນດາ ປະໂຣຫິດ ກໍເຂົ້າ ໄປໃນຫໍເຕັນສັກສິດ ຊັ້ນນອກທຸກໆວັນ ເພື່ອປະກອບພິທີ. 7 ສ່ວນຫ້ອງຊັ້ນ ໃນນັ້ນ ມີແຕ່ມະຫາ ປະໂຣຫິດ ຜູ້ດຽວເທົ່ານັ້ນ ທີ່ເຂົ້າ ໄປໄດ້ ແລະ ເພິ່ນເຂົ້າໄປໄດ້ປີລະເທື່ອ ເທົ່ານັ້ນ. ເພິ່ນຕ້ອງນຳ ເລືອດ ສັດເຂົ້າໄປຖວາຍ ແກ່ ພຣະເຈົ້າ ສຳລັບຕົນເອງ ແລະ ເພື່ອຄວາມຜິດ ໂດຍ ບໍ່ເຈດຕະນາ ຂອງປະຊາຊົນ. 8 ໂດຍສິ່ງນີ້ເອງ ພຣະວິນຍານ ບໍຣິສຸດເຈົ້າ ຈຶ່ງຊົງສຳແດງ ວ່າທາງ ທີ່ນຳເຂົ້າສູ່ສະຖານທີ່ສັກສິດ ທີ່ສຸດນັ້ນ ຍັງບໍ່ເປີດຕາບໃດ ທີ່ຫ້ອງຊັ້ນນອກນັ້ນຍັງຕັ້ງຢູ່. 9 ຫ້ອງຊັ້ນນອກນັ້ນ ເປັນເຄື່ອງໝາຍ ເຖິງ ສະໄໝປັດຈຸບັນ ຄື ໝາຍຄວາມວ່າ ການຖວາຍຂອງທ່ານ ແລະ ເຄື່ອງບູຊາຕາມແບບນີ້ ຈະຊຳລະໃຈສຳນຶກຜິດ ແລະ ຊອບ ຂອງຜູ້ຖວາຍນັ້ນບໍ່ໄດ້. 10 ເພາະເປັນ ເລື່ອງຂອງກິນຂອງດື່ມ ແລະ ພິທີຊຳລະລ້າງຕ່າງໆເທົ່ານັ້ນ. ເປັນພິທີ ສຳລັບການປະຕິບັດ ທາງກາຍທີ່ໄດ້ຊົງບັນຍັດໄວ້ ຈົນກວ່າຈະໄດ້ ຊົງປ່ຽນແປງໃໝ່. 11 ເມື່ອພຣະຄຣິດ ໄດ້ສະເດັດ ມາເປັນ ພຣະມະຫາປະໂຣຫິດ ສຳລັບສິ່ງປະເສີດ ຊຶ່ງມາເຖິງແລ້ວ. ພຣະອົງ ກໍໄດ້ສະເດັດເຂົ້າໄປໃນ ສະຖານທີ່ສັກສິດທີ່ສຸດ ແລະ ປະເສີດກວ່າແຕ່ກ່ອນ ທີ່ບໍ່ໄດ້ສ້າງຂຶ້ນ ດ້ວຍມືມະນຸດ ຄືບໍ່ແມ່ນສິ່ງຂອງທີ່ສ້າງຂຶ້ນ ໃນໂລກນີ້. 12 ພຣະອົງ ໄດ້ສະເດັດເຂົ້າໄປ ໃນສະຖານທີ່ ສັກສິດທີ່ສຸດ ພຽງເທື່ອດຽວ ເປັນ ການສິ້ນສຸດ ແລະ ພຣະອົງບໍ່ໄດ້ຊົງນຳເລືອດແບ້ ຫລື ເລືອດລູກງົວ ເຂົ້າໄປ ແຕ່ຊົງນຳພຣະໂລຫິດ ຂອງພຣະອົງ ເອງເຂົ້າໄປ ແລະ ຊົງ ສຳເລັດການໄຖ່ບາບ ອັນຕະຫລອດໄປ. 13 ເພາະວ່າ ຖ້າເລືອດ ແບ້ ຫລື ເລືອດງົວເຖິກ ແລະ ຂີ້ເຖົ່າໄຟ ຂອງລູກງົວໂຕແມ່ ທີ່ ໂຮຍລົງເທິງຄົນຊົ່ວມົວໝອງ ຍັງອາດ ຊຳລະ ຮ່າງກາຍໃຫ້ ສະອາດໄດ້, 14 ຫລາຍກວ່ານັ້ນຈັກ ພຽງໃດ ພຣະໂລຫິດຂອງພຣະຄຣິດ, ຜູ້ໄດ້ຊົງຖວາຍ ພຣະອົງເອງ ແດ່ພຣະເຈົ້າ ໂດຍ ພຣະວິນຍານບໍລິສຸດເຈົ້າ ຜູ້ຊົງຕັ້ງຢູ່ເປັນນິດ ເປັນເຄື່ອງບູຊາ ປາສະຈາກຕຳໜິ ກໍຈະຊົງຊຳລະໃຈສຳນຶກຜິດ ແລະ ຊອບຂອງເຮົາທັງຫລາຍໃຫ້ພົ້ນ ຈາກກິດຈະການ ທີ່ນຳໄປສູ່ ຄວາມຕາຍ ເພື່ອ ຫັນ ໄປຮັບໃຊ້ ພຣະເຈົ້າ ຜູ້ຊົງພຣະຊົນຢູ່. 15 ເພາະເຫດນີ້, ພຣະອົງ ຈຶ່ງຊົງເປັນຜູ້ກາງ ແຫ່ງພັນທະສັນຍາໃໝ່. ເພື່ອໃຫ້ຄົນທັງຫລາຍ ທີ່ ພຣະອົງຊົງເອີ້ນມາ ໄດ້ຮັບມໍຣະດົກ ຕະຫລອດໄປ ຕາມທີ່ຊົງສັນຍາ ໄວ້ ເພາະຄວາມຕາຍນັ້ນໄຖ່ ພວກເຂົາ ໃຫ້ພົ້ນຈາກ ຄວາມບາບ ທີ່ ເກີດໃຕ້ ພັນທະສັນຍາ ເດີມ. 16 ເພາະວ່າ ໃນກໍລະນີ ທີ່ກ່ຽວກັບໜັງສືພິໄນກຳ, ກໍຈະຕ້ອງ ພິສູດ ວ່າຜູ້ເຮັດໜັງສື ນັ້ນຕາຍແລ້ວ. 17 ຄົນນັ້ນ ຕ້ອງຕາຍເສຍກ່ອນ ໜັງສືພິໄນກຳ ຈຶ່ງຈະໃຊ້ໄດ້, ເພາະຖ້າຜູ້ທີ່ເຮັດໜັງສືນັ້ນ ຍັງມີຊີວິດ ຢູ່ ໜັງສືພິໄນກຳນັ້ນ ກໍຍັງໃຊ້ການບໍ່ໄດ້. 18 ເພາະສະນັ້ນ ເຖິງແມ່ນພັນທະສັນຍາເດີມ ກໍບໍ່ໄດ້ຊົງຕັ້ງຂຶ້ນ ໂດຍປາສະຈາກເລືອດ. 19 ເພາະວ່າ ໂມເຊ ໄດ້ປະກາດຄຳສັ່ງທຸກ ຂໍ້ໃນກົດບັນຍັດ ແກ່ໄພ່ພົນທັງໝົດແລ້ວ, ເພິ່ນກໍໄດ້ເອົາເລືອດລູກງົວເຖິກ ແລະ ເລືອດ ແບ້ເຖິກ, ປົນໃສ່ນໍ້າແລ້ວ, ເອົາ ຂົນແກະສີແດງ, ແລະ ໃບຫູສົບມັດໜຶ່ງມາຈຸ່ມ, ແລະ ຊິດໃສ່ໜັງສືມ້ວນນັ້ນ ແລະ ຊິດ ໃສ່ໄພ່ພົນທັງໝົດ. 20 ເພິ່ນກ່າວວ່າ, “ນີ້ແຫຼະ ຄືເລືອດແຫ່ງ ພັນທະສັນຍາ ຊຶ່ງພຣະເຈົ້າ ໄດ້ຊົງສັ່ງໄວ້ໃຫ້ແກ່ເຈົ້າທັງຫຼາຍ. 21 ” ໃນທຳນອງດຽວກັນນັ້ນ, ເພິ່ນກໍໄດ້ ເອົາເລືອດຊິດໃສ່ຫໍເຕັນ ສັກສິດ ກັບເຄື່ອງໃຊ້ ໃນ ພິທີນະມັດສະການ ທຸກຊະນິດເໝືອນກັນ. 22 ທີ່ຈິງຕາມກົດບັນຍັດແລ້ວ ແມ່ນເກືອບທຸກໆສິ່ງຕ້ອງຊຳລະ ດ້ວຍເລືອດ ແລະ ຖ້າບໍ່ມີເລືອດໄຫລອອກແລ້ວ ການໃຫ້ອະໄພບາບກຳ ກໍບໍ່ມີ. 23 ເພາະສະນັ້ນ ສິ່ງຂອງໃນໂລກນີ້ ທີ່ສ້າງຂຶ້ນ ຕາມແບບຢ່າງ ໃນ ສະຫວັນຈຳເປັນ ຕ້ອງຖືກຊຳລະໃຫ້ບໍຣິສຸດ ໂດຍເຄື່ອງບູຊາ ອັນ ປະເສີດ ຫລາຍກວ່າ ອີກ. 24 ເພາະວ່າ ພຣະຄຣິດ ບໍ່ໄດ້ ສະເດັດ ເຂົ້າໄປໃນສະຖານສັກສິດ ທີ່ຖືກສ້າງຂຶ້ນດ້ວຍມືມະນຸດ, ຕາມ ແບບຢ່າງຂອງສິ່ງທີ່ເປັນຈິງ, ແຕ່ ພຣະອົງໄດ້ ສະເດັດເຂົ້າໄປໃນ ສະຫວັນ ເພື່ອເຂົ້າເຝົ້າ ພຣະເຈົ້າ ແທນພວກເຮົາ. 25 ພຣະອົງ ບໍ່ຕ້ອງເຂົ້າໄປຖວາຍບູຊາ ພຣະອົງເອງຫລາຍເທື່ອ, ເໝືອນດັ່ງປະໂຣຫິດ ທີ່ເຂົ້າໄປໃນບ່ອນສັກສິດທີ່ສຸດ, ທຸກໆປີ ແລະ ນຳເລືອດໂດຍບໍ່ແມ່ນເລືອດ ຂອງຕົນເອງ ເຂົ້າໄປຖວາຍ, 26 ເພາະ ຖ້າເປັນ ດັ່ງນັ້ນພຣະອົງ ຄົງ ຈະຕ້ອງທົນທຸກທໍລະມານຫລາຍເທື່ອ ນັບຕັ້ງແຕ່ ວາງຮາກສ້າງໂລກມາ. ແຕ່ ບັດນີ້ ພຣະອົງ ໄດ້ມາປາກົດ ເພື່ອຖວາຍພຣະອົງ ເອງ ເປັນເຄື່ອງບູຊາພຽງເທື່ອດຽວ ເປັນການ ສິ້ນສຸດ ເພື່ອໄຖ່ຄວາມບາບ. 27 ມະນຸດທຸກຄົນ ຖືກຊົງກຳນົດໄວ້ ແລ້ວວ່າ, ຈະຕ້ອງຕາຍ ເທື່ອ ດຽວ ແລະ ຫລັງຈາກນັ້ນ ຈະຖືມີການພິພາກສາສັນໃດ 28 ພຣະຄຣິດ ກໍສັນນັ້ນ ໄດ້ຖວາຍພຣະອົງເອງ ເປັນເຄື່ອງບູຊາ ເທື່ອ ດຽວ ເພື່ອລຶບລ້າງບາບກຳ ຂອງຄົນ ຈຳນວນຫລວງຫລາຍ. ພຣະອົງ ຈະມາປາກົດເທື່ອທີສອງ, ໂດຍບໍ່ກ່ຽວກັບ ຄວາມບາບ, ແຕ່ເພື່ອໂຜດ ຊ່ວຍເອົາບັນດາ ຜູ້ທີ່ລໍຄອຍ ພຣະອົງດ້ວຍໃຈຮ້ອນຮົນ ໃຫ້ໄດ້ຮັບ ຄວາມພົ້ນ.
Chapter 10
1 ດ້ວຍວ່າ, ກົດບັນຍັດນັ້ນ ເປັນພຽງແຕ່ເງົາທີ່ ເລັງເຖິງ ສິ່ງປະເສີດ ທັງຫລາຍ ທີ່ຈະມາ ພາຍໜ້ານັ້ນ, ແລະ ບໍ່ແມ່ນຕົວຈິງ ຂອງສິ່ງເຫຼົ່ານັ້ນ, ເຄື່ອງບູຊາທີ່ເຂົາຖວາຍທຸກປີ ສະເໝີ ມາຕາມ ກົດບັນຍັດນັ້ນ ບໍ່ ສາມາດເຮັດໃຫ້ຜູ້ ທີ່ມາເຂົ້າເຝົ້າ ພຣະເຈົ້າ ເຖິງທີ່ສຳເລັດຄົບຖ້ວນ ໄດ້ ຈັກເທື່ອ 2 ເພາະຖ້າເປັນໄດ້ ພວກເຂົາ ຄົງໄດ້ຢຸດການຖວາຍ ເຄື່ອງບູຊາແລ້ວ ບໍ່ແມ່ນ ບໍ? ຖ້າຜູ້ນະມັດສະການນັ້ນ ໄດ້ຮັບການ ຊຳລະລ້າງ ເທື່ອດຽວ ເປັນການສິ້ນສຸດແລ້ວ ຄົນເຫຼົ່ານັ້ນ ຄົງຈະບໍ່ ຮູ້ສຶກວ່າ ມີບາບອີກຕໍ່ໄປ. 3 ແຕ່ການຖວາຍເຄື່ອງ ບູຊາ ຕ່າງໆນັ້ນ ເປັນການເຕືອນ ໃຫ້ລະນຶກເຖິງຄວາມບາບ ທຸກໆ ປີ. 4 ດ້ວຍວ່າ, ເລືອດງົວເຖິກ ແລະ ເລືອດແບ້ ບໍ່ສາມາດ ຊຳລະຄວາມບາບ ໃຫ້ໝົດ ສິ້ນໄປໄດ້ຈັກເທື່ອ. 5 ເພາະສະນັ້ນ ໃນເວລາ ທີ່ ພຣະຄຣິດ ໄດ້ສະເດັດເຂົ້າມາໃນ ໂລກ. ພຣະອົງ ຊົງກ່າວວ່າ,“ເຄື່ອງບູຊາ ກັບເຄື່ອງຖວາຍ ພຣະອົງ ບໍ່ ປະສົງແຕ່ ພຣະອົງ ຊົງໄດ້ຈັດຕຽມຮ່າງກາຍ ໄວ້ສຳລັບຂ້ານ້ອຍ. 6 ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາລຶບລ້າງບາບ ນັ້ນພຣະອົງ ບໍ່ຊົງ ພໍພຣະໄທ 7 ເມື່ອນັ້ນ ຂ້ານ້ອຍຈຶ່ງທູນວ່າ,‘ຂ້າແດ່ພຣະເຈົ້າ ຂ້ານ້ອຍໄດ້ມາ ເພື່ອຈະເຮັດຕາມ ນໍ້າພຣະໄທ ຂອງພຣະອົງ ຕາມທີ່ມີເລື່ອງ ຂອງຂ້ານ້ອຍຂຽນ ໄວ້ໃນໜັງສືມ້ວນນັ້ນ.’” 8 ເມື່ອ ພຣະອົງຊົງ ກ່າວແລ້ວ ວ່າ, “ເຄື່ອງບູຊາ ແລະ ເຄື່ອງ ຖວາຍ” ກັບ “ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາລຶບລ້າງບາບ ທີ່ເຂົາໄດ້ ບູຊາ ຕາມກົດບັນຍັດນັ້ນ ພຣະອົງບໍ່ຊົງປະສົງ ແລະ ບໍ່ຊົງ ພໍພຣະໄທ.” 9 ຕໍ່ມາ ພຣະອົງ ກ່າວ ວ່າ, “ຂ້າແດ່ ພຣະເຈົ້າ ຂ້ານ້ອຍ ໄດ້ມາ ເພື່ອ ປະຕິບັດ ຕາມນໍ້າພຣະໄທ ຂອງພຣະອົງ.” ພຣະອົງ ຈຶ່ງ ຍົກເລີກ ການ ຖວາຍບູຊາແບບເດີມນັ້ນເສຍ ແລະ ໄດ້ຕັ້ງ ພຣະຄຣິດ ເປັນເຄື່ອງ ບູຊາແທນ. 10 ແລະ ໂດຍນໍ້າພຣະໄທ ນັ້ນແຫຼະ ພວກເຮົາ ຈຶ່ງໄດ້ ຮັບການຊຳລະ ໃຫ້ບໍຣິສຸດ ດ້ວຍການຖວາຍ ພຣະກາຍ ຂອງພຣະເຢຊູຄຣິດເຈົ້າ ເທື່ອດຽວເທົ່ານັ້ນ ເປັນການສິ້ນສຸດ. 11 ຝ່າຍປະໂຣຫິດທຸກຄົນ ກໍປະຕິບັດໜ້າທີ່ຂອງຕົນ ທຸກວັນ ແລະ ນຳເຄື່ອງບູຊາ ແບບດຽວກັນ ມາຖວາຍເລື້ອຍໆ ແຕ່ເຄື່ອງບູຊາ ເຫຼົ່ານັ້ນ ບໍ່ສາມາດຊຳລະບາບກຳ ໃຫ້ໝົດສິ້ນໄປໄດ້ຈັກເທື່ອ. 12 ແຕ່ ເມື່ອ ພຣະຄຣິດ ໄດ້ຖວາຍເຄື່ອງບູຊາ ຄັ້ງດຽວ ເພື່ອຊຳລະລ້າງບາບກຳ ແລ້ວ ເປັນການຖວາຍ ຊຶ່ງນຳໃຊ້ໄດ້ ຕະຫລອດໄປ, ແລ້ວ ພຣະອົງ ກໍນັ່ງລົງ ທີ່ເບື້ອງຂວາ ພຣະຫັດ ຂອງພຣະເຈົ້າ. 13 ພຣະອົງ ລໍຄອຍ ຈົນເຖິງເວລາ ທີ່ພຣະເຈົ້າ ປາບເຫຼົ່າສັດຕູ ຂອງພຣະອົງ ໃຫ້ໝູບຢູ່ໃຕ້ ຕີນ ຂອງພຣະອົງ. 14 ເພາະ ດ້ວຍການຖວາຍບູຊາ ຄັ້ງດຽວ ພຣະອົງ ໄດ້ຊົງໂຜດຄົນທັງຫລາຍ ທີ່ຊົງຊຳລະ ເປັນບໍຣິສຸດນັ້ນ ໃຫ້ເຖິງ ທີ່ ສຳເລັດ ຊົ່ວນິຣັນດອນ. 15 ຝ່າຍພຣະວິນຍານບໍຣິສຸດເຈົ້າ ກໍເປັນພະຍານ ໃຫ້ແກ່ພວກເຮົາ ເໝືອນກັນ ເພາະ ພຣະອົງ ໄດ້ຊົງກ່າວໄວ້ແລ້ວວ່າ, 16 “ອົງພຣະຜູ້ເປັນເຈົ້າ ຊົງກ່າວວ່າ,‘ອັນນີ້ແມ່ນ ພັນທະສັນຍາທີ່ ເຮົາ ຈະເຮັດກັບ ເຂົາເຫຼົ່ານັ້ນຄື ໃນວັນທັງຫລາຍ ຈະມາເຖິງ ນັ້ນເຮົາ ຈະເອົາກົດບັນຍັດ ຂອງເຮົາໃສ່ ໄວ້ໃນຈິດໃຈ ຂອງພວກເຂົາ ແລະ ຂຽນຂໍ້ຄວາມໃສ່ ເທິງຫົວໃຈ ຂອງເຂົາເຈົ້າ.’” 17 ພຣະອົງຍັງ ຊົງກ່າວຕໍ່ໄປ ວ່າ, “ເຮົາ ຈະບໍ່ຈົດຈຳ ຄວາມບາບ ແລະ ການອະທຳ ຂອງພວກເຂົາ ຕໍ່ໄປ ອີກຈັກເທື່ອ.” 18 ດັ່ງນັ້ນ ເມື່ອ ພຣະເຈົ້າ ຊົງຍົກ ຄວາມບາບ ໃຫ້ແລ້ວ ກໍບໍ່ຈຳເປັນ ຕ້ອງຖວາຍ ເຄື່ອງບູຊາລຶບລ້າງບາບກຳ ອີກຕໍ່ໄປ. 19 ເພາະສະນັ້ນ ພີ່ນ້ອງທັງຫລາຍ ຂອງເຮົາເອີຍ, ພວກເຮົາ ຈຶ່ງມີ ໃຈກ້າທີ່ຈະເຂົ້າ ປໃນ ສະຖານອັນສັກສິດທີ່ສຸດ ດ້ວຍ ພຣະໂລຫິດ ຂອງພຣະເຢຊູຄຣິດເຈົ້າ 20 ຕາມທາງໃໝ່ ຊຶ່ງມີຊີວິດ ທີ່ພຣະອົງ ໄດ້ ຊົງໄຂອອກ ໃຫ້ພວກເຮົາ ຜ່ານເຂົ້າໄປ ທາງຜ້າກັ້ງນັ້ນ, ຄື ທາງພຣະກາຍຂອງພຣະອົງ. 21 ເມື່ອພວກເຮົາ ມີ ພຣະມະຫາປະໂຣຫິດ ຜູ້ທີ່ຮັບຜິດຊອບວິຫານຂອງພຣະເຈົ້າ ແລ້ວ. 22 ດັ່ງນັ້ນ ຈົ່ງໃຫ້ ພວກເຮົາ ເຂົ້າມາໃກ້ດ້ວຍ ຄວາມຈິງໃຈ ແລະ ດ້ວຍ ຄວາມເຊື່ອໝັ້ນ, ອັນເຕັມບໍຣິບູນ ດ້ວຍໃຈທີ່ໄດ້ຮັບການຊຳລະຈາກ ຄວາມຮູ້ສຶກ ຕົວ ວ່າ ມີບາບກຳ ແລະ ມີ ຮ່າງກາຍທີ່ໄດ້ ຊຳລະລ້າງແລ້ວ ດ້ວຍນໍ້າບໍຣິສຸດ. 23 ຈົ່ງຢຶດໝັ້ນ ຢູ່ກັບຄວາມຫວັງ ທີ່ພວກເຮົາປະກາດ ຕົວວ່າໄດ້ ຮັບໄວ້ແລ້ວນັ້ນ ຢ່າໃຫ້ຫວັ່ນໄຫວ, ເພາະວ່າພຣະອົງ ຜູ້ຊົງປະທານ ພຣະສັນຍານັ້ນກໍຊົງສັດຊື່. 24 ຈົ່ງຫ່ວງໃຍຊຶ່ງກັນ ແລະ ກັນຈົ່ງ ໜູນນໍ້າໃຈ ຊຶ່ງກັນ ແລະ ກັນໃຫ້ມີຄວາມຮັກ ແລະ ໃຫ້ເຮັດຄຸນງາມຄວາມດີ. 25 ຢ່າປະການນະມັດສະການຮ່ວມກັນ, ເໝືອນຢ່າງບາງຄົນເຄີຍ. ປະນັ້ນແຕ່ຈົ່ງໜູນໃຈກັນ ໃຫ້ຫລາຍກວ່າເກົ່າອີກ ເພາະ ພວກເຈົ້າ ກໍ ຮູ້ແລ້ວວ່າ ວັນນັ້ນ ກໍໃກ້ເຂົ້າມາແລ້ວ. 26 ດ້ວຍວ່າ, ຖ້າພວກເຮົາ ໄດ້ຮັບຄວາມຮູ້ ເລື່ອງຄວາມຈິງແລ້ວ ແຕ່ຍັງເຈດຕະນາ ເຮັດບາບ ຢູ່ເຄື່ອງບູຊາລຶບລ້າງບາບ ກໍຈະບໍ່ມີເຫຼືອຢູ່ ຕໍ່ໄປ. 27 ເຫຼືອແຕ່ ,ຄວາມຢ້ານກົວ ອັນພິລຶກ ໃນການລໍຖ້າ ການພິພາກສາລົງໂທດ ແລະ ໄຟອັນຮ້ອນກ້າ ທີ່ຈະເຜົາຜານບັນດາ ຄົນທີ່ ຕໍ່ສູ້ພຣະເຈົ້າ. 28 ຄົນທີ່ລະເມີດ ກົດບັນຍັດ ຂອງໂມເຊ ນັ້ນ ຖ້າມີພະຍານ ສອງ ຫລື ສາມປາກ ກໍຈະຕ້ອງຕາຍ ໂດຍບໍ່ມີ ຄວາມເມດຕາ. 29 ພວກເຈົ້າຈົ່ງຄິດເບິ່ງ ວ່າຄົນທີ່ຢຽບຢໍ່າ ພຣະບຸດຂອງພຣະເຈົ້າ ແລະ ຖື ພຣະໂລຫິດແຫ່ງພັນທະສັນຍາ ຊຶ່ງຊຳລະຕົວໃຫ້ບໍຣິສຸດ ວ່າເປັນສິ່ງຊົ່ວຊ້າ ກັບ ທັງຫນິ່ນປະໝາດພຣະວິນຍານ ຜູ້ຊົງພຣະຄຸນນັ້ນ ຄວນຈະຖືກ ລົງໂທດຫລາຍກວ່າຄົນເຫຼົ່ານັ້ນ ຈັກເທົ່າໃດ? 30 ເພາະ ພວກເຮົາໄດ້ຮູ້ຈັກ ພຣະອົງ ຜູ້ຊົງກ່າວວ່າ, “ການ ແກ້ແຄ້ນ ເປັນທຸລະຂອງເຮົາ ຝ່າຍເຮົາຈະຕອບແທນ.” ແລະ ໄດ້ ຊົງ ກ່າວອີກວ່າ, “ອົງພຣະຜູ້ເປັນເຈົ້າ ຈະຊົງພິພາກສາ ພົນລະເມືອງ ຂອງພຣະອົງ.” 31 ການຕົກຢູ່ໃນເງື້ອມມື ຂອງພຣະເຈົ້າ ອົງຊົງຊີວິດຢູ່ ນັ້ນເປັນສິ່ງທີ່ໜ້າຢ້ານກົວ ຢ່າງໃຫຍ່ຫລວງ. 32 ຈົ່ງລະນຶກເຖິງ ສິ່ງທີ່ໄດ້ເກີດຂຶ້ນກັບ ພວກເຈົ້າໃນຄາວກ່ອນ ນັ້ນ, ຫລັງຈາກ ທີ່ພວກເຈົ້າ ໄດ້ຮັບແສງສະຫວ່າງ ຂອງພຣະເຈົ້າແລ້ວ, ພວກເຈົ້າ ໄດ້ອົດທົນ ຕໍ່ຄວາມຍາກລຳບາກ ຫລາຍປະການ. 33 ບາງເທື່ອ ພວກເຈົ້າ ກໍຖືກຄົນ ໝິ່ນປະໝາດ ປະຈານຂາຍໜ້າ ແລະ ຖືກຄົນຂົ່ມເຫັງໃຫ້ປະຊາຊົນ ເບິ່ງ ແລະ ບາງເທື່ອ ພວກເຈົ້າ ກໍໄດ້ເຂົ້າ ຮ່ວມທຸກກັບຄົນທີ່ຖືກ ການຢ່າງດຽວກັນນັ້ນ. 34 ພວກເຈົ້າ ໄດ້ ເຂົ້າສ່ວນທົນທຸກ ກັບ ຄົນທີ່ຖືກຄຸມຂັງ ແລະ ເມື່ອມີຄົນປຸ້ນເອົາຊັບ ສິ່ງຂອງຂອງພວກເຈົ້າໄປ ພວກເຈົ້າ ກໍຍອມໃຫ້ເຂົາເອົາໄປດ້ວຍໃຈ ຍິນດີ ເພາະພວກເຈົ້າຮູ້ແລ້ວວ່າ ຕົນຍັງມີສິ່ງທີ່ດີກວ່າ ແລະ ຕັ້ງຢູ່ ຕະຫລອດໄປເປັນນິດ. 35 ດັ່ງນັ້ນ ຢ່າໄດ້ປະຖິ້ມ ຄວາມໝັ້ນໃຈ ຂອງພວກເຈົ້າ ເພາະສິ່ງ ນັ້ນນຳໄປສູ່ບຳເໜັດ ອັນຍິ່ງໃຫຍ່. 36 ພວກເຈົ້າ ຈຳເປັນຕ້ອງ ມີ ຄວາມອົດທົນ ເພື່ອວ່າ, ເມື່ອໄດ້ເຮັດຕາມນໍ້າພຣະໄທ ຂອງພຣະເຈົ້າ ແລ້ວ ກໍຈະໄດ້ຮັບຕາມທີ່ພຣະອົງ ໄດ້ຊົງສັນຍາໄວ້. 37 ເພາະ ມີ ຄຳຂຽນໄວ້ ໃນພຣະຄຳພີ ວ່າ,“ອີກບໍ່ດົນບໍ່ນານເທົ່າໃດ ພຣະອົງຜູ້ທີ່ ຈະສະເດັດມາ ກໍຈະສະເດັດມາ ແລະ ຈະບໍ່ຊັກຊ້າ. 38 ແຕ່ຄົນຊອບທຳຂອງເຮົາຈະ ມີຊີວິດຢູ່ ດ້ວຍຄວາມເຊື່ອ. ຖ້າຄົນໃດ ຫາກຫລົບຖອຍຫລັງເຮົາ ຈະບໍ່ພໍໃຈໃນຄົນນັ້ນ.” 39 ສ່ວນພວກເຮົາ ບໍ່ຢູ່ຝ່າຍຄົນ ທີ່ຫລົບຖອຍຫລັງ ຈົນເຖິງ ຄວາມຈິບຫາຍເສຍ ແຕ່ຢູ່ຝ່າຍຄົນທີ່ມີຄວາມເຊື່ອ ຈຶ່ງຮັກສາຊີວິດ ແລະ ຈິດໃຈຂອງຕົນ ໄວ້ໃຫ້ພົ້ນໄດ້.
Chapter 11
1 ອັນໜຶ່ງຄວາມເຊື່ອ ຄືຄວາມແນ່ນອນ ໃຈໃນສິ່ງທີ່ ເຮົາ ຫວັງໄວ້ເປັນ ຄວາມຕາຍໃຈ ເຖິງສິ່ງທີ່ຍັງ ບໍ່ເຫັນກັບຕາ. 2 ເພາະ ໂດຍຄວາມເຊື່ອແບບນີ້ເອງ ທີ່ຄົນໃນສະໄໝບູຮານ ໄດ້ຮັບຄຳເຫັນຊອບຈາກພຣະເຈົ້າ. 3 ແມ່ນໂດຍຄວາມເຊື່ອແບບນີ້ ພວກເຮົາຈຶ່ງ ເຂົ້າໃຈວ່າ ໂລກຈັກກະວານ ນີ້ໄດ້ຖືກສ້າງຂຶ້ນ ໂດຍພຣະທຳ ຂອງພຣະເຈົ້າ. ດັ່ງນັ້ນ ສິ່ງທີ່ຕາເຫັນ ຢູ່ກໍເປັນມາຈາກ ສິ່ງທີ່ບໍ່ປາກົດໃຫ້ ເຫັນ. 4 ເພາະອາເບັນ ມີຄວາມເຊື່ອແບບນີ້ ຈຶ່ງໄດ້ນຳເອົາເຄື່ອງ ບູຊາອັນ ຖືກຕ້ອງ ກວ່າເຄື່ອງບູຊາ ຂອງກາອິນມາຖວາຍແດ່ ພຣະເຈົ້າ ຊຶ່ງເຮັດໃຫ້ເພິ່ນໄດ້ຮັ ຄຳ ເຫັນຊອບ ຈາກພຣະເຈົ້າ ວ່າເປັນຄົນຊອບທຳ ,ແລະ ພຣະເຈົ້າ ກໍໄດ້ຊົງ ເປັນພະຍານ ແກ່ເຄື່ອງຖວາຍ ຂອງເພິ່ນ. ເຖິງ ແມ່ນວ່າ ອາເບັນຕາຍແລ້ວ ກໍຈິງແຕ່ ເພາະມີຄວາມເຊື່ອ ເພິ່ນຈຶ່ງຍັງ ເວົ້າຢູ່. 5 ເພາະເອນົກ ມີຄວາມເຊື່ອແບບນີ້ ພຣະເຈົ້າ ຈຶ່ງຊົງຮັບເພິ່ນຂຶ້ນ ໄປ ເພື່ອບໍ່ໃຫ້ເພິ່ນ ພົບກັບຄວາມຕາຍ ແລະ ບໍ່ມີຜູ້ໃດ ພົບເຫັນເພິ່ນ ເພາະພຣະເຈົ້າ ຊົງຮັບເອົາເພິ່ນໄປແລ້ວ. ອັນໜຶ່ງກ່ອນ ທີ່ຊົງຮັບເອົາ ເພິ່ນຂຶ້ນໄປນັ້ນ ມີຜູ້ເປັນ ພະຍານ ວ່າ ເພິ່ນເປັນ ທີ່ ພໍພຣະໄທ ພຣະເຈົ້າ. 6 ແຕ່ ຖ້າບໍ່ມີ ຄວາມເຊື່ອແລ້ວ ຈະເປັນທີ່ພໍພຣະໄທພຣະເຈົ້າ ບໍ່ໄດ້. ດ້ວຍວ່າ, ຜູ້ທີ່ເຂົ້າມາເຝົ້າ ພຣະເຈົ້າ ໄດ້ນັ້ນ ຕ້ອງເຊື່ອວ່າ ພຣະອົງ ຊົງພຣະຊົນ ຢູ່ ແລະ ພຣະອົງ ຊົງເປັນຜູ້ ປະທານລາງວັນໃຫ້ ແກ່ຜູ້ທີ່ສະແຫວງຫາພຣະອົງ. 7 ເພາະໂນອາ ມີຄວາມເຊື່ອ ແບບນີ້ ພຣະເຈົ້າຈຶ່ງ ຊົງຕັກເຕືອນ ໃຫ້ຮູ້ເຖິງເຫດການ ທີ່ຍັງບໍ່ປາກົດ ເພິ່ນຈຶ່ງຢຳເກງ ແລະ ສ້າງເຮືອ ເພື່ອ ໃຫ້ຄອບຄົວຂອງຕົນ ພົ້ນຈາກຄວາມຕາຍ ດ້ວຍເຫດນີ້ ເພິ່ນຈຶ່ງ ຕັດສິນລົງໂທດ ໃສ່ມະນຸດສະໂລກ ແລະ ໄດ້ກາຍເປັນ ຜູ້ຮັບມໍຣະດົກ ຄື ຄວາມຊອບທຳ ຊຶ່ງເກີດ ມາຈາກຄວາມເຊື່ອ. 8 ເພາະ ອັບຣາຮາມ ມີຄວາມເຊື່ອ ແບບນີ້ ເມື່ອພຣະເຈົ້າ ຊົງເອີ້ນ ໃຫ້ເພິ່ນອອກເດີນທາງ ໄປສູ່ດິນແດນ ທີ່ພຣະອົງ ໄດ້ຊົງສັນຍາ ໄວ້ວ່າ ຈະມອບໃຫ້ເພິ່ນ, ເພິ່ນໄດ້ເຊື່ອຟັງ ແລະ ອອກຈາກ ບ້ານເກີດເມືອງນອນຂອງຕົນໄປ ໂດຍບໍ່ຮູ້ເລີຍ ວ່າຕົນຈະໄປໃສ. 9 ເພາະຄວາມເຊື່ອແບບນີ້ ເພິ່ນໄດ້ອາໄສ ຢູ່ໃນດິນແດນ ທີ່ພຣະເຈົ້າ ໄດ້ຊົງສັນຍາ ໄວ້ ແກ່ຕົນນັ້ນ ເໝືອນດັ່ງຄົນຕ່າງດ້າວ ເພິ່ນໄດ້ອາໄສຢູ່ໃນຜ້າເຕັນ ດ້ວຍກັນກັບອີຊາກ ແລະ ຢາໂຄບ ຜູ້ທີ່ໄດ້ຮັບ ພຣະສັນຍາ ເປັນມໍຣະດົກອັນດຽວກັນ. 10 ເພິ່ນໄດ້ລໍຄອຍນະຄອນ ທີ່ຕັ້ງຢູ່ເທິງ ຮາກຖານ ຊຶ່ງ ພຣະເຈົ້າ ຊົງເປັນນາຍຊ່າງ ແລະ ຊົງເປັນຜູ້ສ້າງຂຶ້ນ. 11 ເພາະເພິ່ນ ມີຄວາມເຊື່ອແບບນີ້ ເພິ່ນຈຶ່ງມີກຳລັງໃຫ້ ບັງເກີດ ເຊື້ອສາຍ ເມື່ອອາຍຸແກ່ເກີນແລ້ວ ແລະ ນາງຊາຣາ ກໍເປັນໝັນ ແຕ່ ອັບຣາຮາມ ກໍຖືວ່າ ພຣະອົງ ຜູ້ຊົງສັນຍາ ນັ້ນເປັນຜູ້ສັດຊື່. 12 ເຫດສະນັ້ນ ຈາກຊາຍຄົນດຽວ ຊຶ່ງເກືອບຈະກ່າວໄດ້ ວ່າ ເໝືອນຄົນທີ່ ຕາຍແລ້ວນັ້ນ ກໍມີຜູ້ສືບເຊື້ອສາຍ ເກີດມາຢ່າງຫລວງຫລາຍ ເໝືອນ ດວງດາວ ໃນທ້ອງຟ້າ ແລະ ເໝືອນເມັດຊາຍ ທີ່ນັບບໍ່ຖ້ວນ ຢູ່ແຄມ ທະເລ. 13 ສ່ວນຄົນເຫຼົ່ານັ້ນ ໄດ້ຕາຍໄປ ໃນຂະນະທີ່ ມີຄວາມເຊື່ອ ໂດຍ ບໍ່ໄດ້ຮັບສິ່ງ ທີ່ຊົງສັນຍາ ໄວ້ແຕ່ ພວກເພິ່ນ ກໍໄດ້ ເຫັນ ແລະ ຕ້ອນຮັບ ໄວ້ຕັ້ງແຕ່ໄກ ແລະ ຍອມຮັບວ່າ ພວກເພິ່ນ ເປັນພຽງແຕ່ ແຂກເມືອງ ທີ່ ທ່ອງທ່ຽວໄປມາໃນໂລກ. 14 ຄົນທີ່ກ່າວຢ່າງ ນີ້ ກໍສະແດງ ໃຫ້ ເຫັນຄັກແລ້ວ ວ່າ ພວກເພິ່ນກຳລັງ ສະແຫວງຫາ ບ້ານເມືອງຂອງຕົນ. 15 ພວກເພິ່ນ ບໍ່ໄດ້ຄິດເຖິງ ບ້ານເມືອງ ທີ່ພວກເພິ່ນ ຈາກມາ, ຖ້າ ພວກເພິ່ນ ຍັງຄິດເຖິງ ຢູ່ພວກເພິ່ນ ກໍຄົງ ມີໂອກາດ ກັບຄືນເມືອໄດ້. 16 ແຕ່ ພວກເພິ່ນ ປາຖະໜາ ຫາເມືອງທີ່ດີກວ່ານັ້ນ ຄື ເມືອງ ສະຫວັນ. ດັ່ງນັ້ນ ພຣະເຈົ້າ ຈຶ່ງ ຊົງບໍ່ລະອາຍ ເມື່ອພວກເພິ່ນ ເອີ້ນ ພຣະອົງ ວ່າ ເປັນພຣະເຈົ້າ ຂອງພວກເພິ່ນ ເພາະ ພຣະອົງ ໄດ້ຊົງຈັດຕຽມນະຄອນໜຶ່ງ ໄວ້ສຳລັບພວກເພິ່ນແລ້ວ. 17 ເພາະ ອັບຣາຮາມ ມີຄວາມເຊື່ອແບບນີ້, ເມື່ອເພິ່ນຖືກທົດລອງ ໃຈຈຶ່ງໄດ້ຖວາຍ ອີຊາກ ເປັນເຄື່ອງບູຊາ. ເຖິງວ່າ ອັບຣາຮາມ ໄດ້ຮັບ ອີຊາກ ເປັນລູກແຫ່ງ ພຣະສັນຍາ ກໍຕາມ ແຕ່ ເພິ່ນກໍພ້ອມທີ່ ຈະ ຖວາຍ ລູກຊາຍຄົນ ດຽວ ຂອງເພິ່ນ. 18 ຄືລູກທີ່ມີ ພຣະສັນຍາ ກ່າວເຖິງວ່າ, “ເຊື້ອສາຍຂອງເຈົ້າ ຈະສືບຕໍ່ໄປທາງ ອີຊາກ.” 19 ອັບຣາຮາມ ເຊື່ອແນ່ວ່າ ພຣະເຈົ້າ ຊົງຣິດສາມາດ ບັນດານໃຫ້ ອີຊາກ ເປັນຄືນມາຈາກຕາຍໄດ້ ແລະ ອັບຣາຮາມ ກໍໄດ້ຮັບອີຊາກ ນັ້ນ ປຽບເໝືອນເປັນຄືນ ມາຈາກຕາຍແທ້. 20 ເພາະ ອີຊາກ ມີຄວາມເຊື່ອແບບນີ້ ຈຶ່ງໄດ້ອວຍພອນ ຢາໂຄບ ແລະ ເອຊາວ ກ່ຽວກັບເຫດການ ທີ່ຈະເກີດຂຶ້ນ ໃນພາຍໜ້າ. 21 ເພາະ ຢາໂຄບ ມີຄວາມເຊື່ອແບບນີ້ ຈຶ່ງໄດ້ອວຍພອນ ລູກຊາຍ ຂອງໂຢເຊັບ ແຕ່ລະຄົນ, ກ່ອນເພິ່ນຈະຕາຍ, ເພິ່ນໝູບລົງເໜືອ ຍອດ ໄມ້ເທົ້າຂອງຕົນ ແລະ ນະມັດສະການພຣະເຈົ້າ. 22 ເພາະ ໂຢເຊັບ ມີຄວາມເຊື່ອ ເມື່ອໃກ້ຈະສິ້ນໃຈຕາຍ ຈຶ່ງໄດ້ກ່າວເຖິງການອອກໄປຈາກ ປະເທດເອຢິບ ຂອງພວກອິດສະຣາເອນ ແລະ ໄດ້ສັ່ງພວກເພິ່ນ ວ່າຄວນເຮັດຢ່າງ ໃດ ກ່ຽວກັບ ກະດູກຂອງຕົນ 23 ເພາະ ພໍ່ແມ່ ຂອງໂມເຊ ມີຄວາມເຊື່ອແບບນີ້ ຈຶ່ງໄດ້ເຊື່ອງ ໂມເຊໄວ້ ເປັນເວລາ ສາມເດືອນ ເພາະເຫັນວ່າ ໂມເຊ ມີຮູບຮ່າງງາມ ແລະ ພວກເພິ່ນ ກໍບໍ່ຢ້ານກົວ ທີ່ຈະຝ່າຝືນຄຳສັ່ງ ຂອງກະສັດ. 24 ເພາະ ໂມເຊ ມີຄວາມເຊື່ອແບບນີ້, ເມື່ອໃຫຍ່ມາແລ້ວ, ເພິ່ນບໍ່ຍອມ ໃຫ້ຜູ້ໃດ ເອີ້ນຕົນວ່າ ເປັນບຸດຂອງລູກສາວ ຂອງກະສັດ ຟາໂຣ. 25 ເພິ່ນ ເລືອກເອົາການ ຢູ່ຮ່ວມທຸກລຳບາກ ກັບ ພົນລະເມືອງ ຂອງພຣະເຈົ້າ, ແທນຄວາມເພີດເພີນຊົ່ວຄາວ ໃນຄວາມບາບ. 26 ເພິ່ນ ຖືວ່າ ຄວາມທົນທຸກ ແລະ ທົນອັບອາຍ ເພື່ອ ພຣະຄຣິດ ນັ້ນກໍມີຄ່າ ກວ່າຊັບສົມບັດ ທັງໝົດຂອງປະເທດເອຢິບ. ດ້ວຍວ່າ, ເພິ່ນເລັງ ເຫັນລາງວັນທີ່ເພິ່ນ ຈະໄດ້ຮັບນັ້ນ. 27 ເພາະເພິ່ນ ມີຄວາມເຊື່ອແບບນີ້ ເພິ່ນຈຶ່ງໄດ້ອອກຈາກ ປະເທດ ເອຢິບ ໄປໂດຍບໍ່ຢ້ານກົວ ຕໍ່ຄວາມໂກດຮ້າຍ ຂອງກະສັດ. ດ້ວຍວ່າ, ເພິ່ນໄດ້ໝັ້ນໃຈເໝືອນ ກັບ ວ່າຕົນໄດ້ເຫັນ ພຣະເຈົ້າ ທີ່ຕາເຫັນບໍ່ໄດ້. 28 ເພາະ ເພິ່ນມີຄວາມເຊື່ອແບບນີ້ ເພິ່ນຈຶ່ງໄດ້ຖື ເທດສະການ ປັດສະຄາ ແລະ ພິທີຊິດ ເລືອດ, ເພື່ອວ່າທູດແຫ່ງ ຄວາມຕາຍ ຈະບໍ່ ປະຫານຊີວິດ ບັນດາລູກກົກ ຂອງຊາວອິດສະຣາເອນ. 29 ເພາະຊາວອິດສະຣາເອນ ມີຄວາມເຊື່ອແບບນີ້ ພວກເພິ່ນຈຶ່ງ ຍ່າງຂ້າມ ທະເລແດງ ເໝືອນກັບວ່າ ຍ່າງເທິງດິນແຫ້ງ, ແຕ່ເມື່ອຊາວ ເອຢິບ ລອງຂ້າມເບິ່ງນໍ້າກໍຖ້ວມ, ພວກເຂົາ ຈົມນໍ້າຕາຍໝົດ. 30 ເພາະມີຄວາມເຊື່ອແບບນີ້, ເມື່ອພວກອິດສະຣາເອນ ໄດ້ວຽນລ້ອມ ເມືອງ ເຢຣີໂກ ເຖິງ ເຈັດວັນແລ້ວ, ກຳແພງເມືອງນັ້ນ ຈຶ່ງເພພັງລົງ. 31 ເພາະມີຄວາມເຊື່ອແບບນີ້, ຣາຮາບ ຍິງໂສເພນີ ຈຶ່ງບໍ່ຈິບຫາຍ ໄປ ພ້ອມກັບຄົນເຫຼົ່ານັ້ນ ທີ່ບໍ່ເຊື່ອຟັງ, ເພາະນາງໄດ້ຕ້ອນຮັບພວກ ນັກສືບສອດແນມເປັນຢ່າງດີ. 32 ແລະ ເຮົາຈະກ່າວສິ່ງໃດ ຕໍ່ໄປອີກແດ່? ເພາະບໍ່ມີເວລາ ພໍທີ່ ຈະກ່າວເຖິງ ກີເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ ບັນດາ ຜູ້ທຳນວາຍ ທັງຫລາຍ. 33 ເພາະ ຄົນເຫຼົ່ານີ້ມີຄວາມເຊື່ອ, ພວກເພິ່ນຈຶ່ງໄດ້ໄຊຊະນະ ທົ່ວທັງດິນແດນ, ພວກເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງ, ແລະ ໄດ້ຮັບຕາມທີ່ ພຣະເຈົ້າໄດ້ຊົງ ສັນຍາໄວ້, ໄດ້ງັບປາສິງ, 34 ໄດ້ມອດໄຟອັນຮ້ອນກ້າ, ໄດ້ພົ້ນ ຈາກຄົມດາບ ຂອງຄູ່ຕໍ່ສູ້, ເຖິງແມ່ນວ່າ ພວກເພິ່ນອ່ອນແອ, ແຕ່ພວກເພິ່ນກໍກັບກາຍເປັນ ຄົນເຂັ້ມແຂງ, ມີກຳລັງຄວາມສາມາດ ອົງອາດ ກ້າຫານ ແລະ ໄດ້ຕີບັນດາກອງທັບ ຂອງຊາວຕ່າງ ປະເທດໃຫ້ແຕກ ໜີໄປ. 35 ພວກແມ່ຍິງ ກໍໄດ້ຮັບຄົນທີ່ຕາຍແລ້ວ ຂອງພວກເພິ່ນ ຊຶ່ງ ຖືກຊົງບັນດານ ໃຫ້ເປັນຄືນມາ ມີຊີວິດອີກ. ບາງຄົນກໍໄດ້ ຖືກ ທໍລະມານ ແຕ່ ກໍບໍ່ຍອມຮັບ ການປົດປ່ອຍ ເພື່ອພວກເພິ່ນ ຈະໄດ້ ຮັບການຄືນມາ ອັນປະເສີດກວ່າ. 36 ບາງຄົນອີກ ຖືກຫຍໍ້ຫຍັນ ແລະ ຖືກຂ້ຽນຕີ ຄົນອື່ນອີກ ຖືກລ່າມໂສ້ ແລະ ຖືກຄຸມຂັງໃນຄຸກ. 37 ບາງຄົນ ຖືກແກວ່ງຫີນໃສ່, ຖືກເລື່ອຍເປັນທ່ອນ, ຖືກຂ້າດ້ວຍ ຄົມດາບ, ໄດ້ຫົ່ມໜັງແກະ ແລະ ໜັງແບ້ທຽວໄປມາ, ລຳບາກ ຍາກຈົນ, ຖືກຂົ່ມເຫັງ ແລະ ທົນທຸກ ເວດທະນາ ຫລາຍປະການ. 38 ແຜ່ນດິນໂລກນີ້ ກໍບໍ່ ສົມກັບຄົນເຫຼົ່ານັ້ນ. ພວກເພິ່ນ ໄດ້ທຽວໄປມາ ໃນປ່າ ແລະ ຕາມພູຊ່ອນຕົວ ໃນຖໍ້າ ແລະ ໃນຂຸມ. 39 ຍ້ອນ ຄວາມເຊື່ອ ຂອງຄົນເຫຼົ່ານີ້ ຈຶ່ງເປັນທີ່ ພໍພຣະໄທ ພຣະເຈົ້າ, ແຕ່ພວກເພິ່ນ ກໍຍັງ ບໍ່ໄດ້ຮັບຕາມທີ່ໄດ້ຊົງສັນຍາ ໄວ້ແລ້ວນັ້ນ, 40 ເພາະ ພຣະເຈົ້າ ໄດ້ຈັດແຈງ ສິ່ງທີ່ປະເສີດກວ່າ ສຳລັບ ພວກເຮົາ, ເພື່ອວ່າ ນອກຈາກ ພວກເຮົາ, ພວກເພິ່ນ ຈະບໍ່ເຖິງທີ່ ສຳເລັດໄດ້.
Chapter 12
1 ດ້ວຍເຫດນັ້ນ, ເມື່ອເຮົາທັງຫລາຍ ມີຝູງພະຍານຫລວງຫລາຍ ຢູ່ ຮອບຂ້າງຢ່າງນີ ແລ້ວ, ພວກເຮົາ ຈົ່ງຊັດຖິ້ມທຸກຢ່າງທີ່ຖ່ວງຢູ່ ແລະ ຜິດບາບ ທີ່ຕິດແໜ້ນໂດຍງ່າຍ, ສ່ວນການແລ່ນແຂ່ງ ທີ່ກຳນົດໄວ້ ຕໍ່ໜ້າ ພວກເຮົານັ້ນ, ຈົ່ງພາກັນແລ່ນດ້ວຍ ຄວາມພຽນພະຍາຍາມ. 2 ຈົ່ງປັກຕາເບິ່ງ ພຣະເຢຊູຄຣິດເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະ ຜູ້ຊົງ ເຮັດໃຫ້ຄວາມເຊື່ອ ຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງ ໄດ້ຊົງ ອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ ຄວາມຍິນດີ ທີ່ຕັ້ງໄວ້ຕໍ່ໜ້າ ພຣະອົງ, ພຣະອົງ ຊົງຖື ວ່າຄວາມລະອາຍນັ້ນ ບໍ່ເປັນສິ່ງສຳຄັນ, ຈຶ່ງ ໄດ້ປະທັບລົງເບື້ອງຂວາ ພຣະທີ່ນັ່ງຂອງພຣະເຈົ້າ. 3 ຈົ່ງ ພິຈາລະນາຄິດເຖິງ ພຣະອົງ, ຜູ້ຊົງໄດ້ອົດທົນ ຕໍ່ການຂັດຂວາງຂອງຄົນ ບາບ, ທີ່ຕໍ່ສູ້ພຣະອົງ ເພື່ອເຈົ້າທັງຫລາຍ ຈະບໍ່ໝົດກຳລັງໃຈ. 4 ໃນການຕໍ່ສູ້ ກັບບາບນັ້ນ ເຈົ້າທັງຫລາຍ ບໍ່ໄດ້ຕໍ່ສູ້ ເຖິງຂະໜາດ ເລືອດຕົກ; 5 ແລະ ພວກເຈົ້າ ໄດ້ລືມຄຳເຕືອນ ທີ່ພຣະອົງ ໄດ້ຊົງ ເຕືອນໃນຖານະທີ່ ເປັນລູກວ່າ,“ລູກຂອງເຮົາເອີຍ, ຢ່າປະໝາດ ຕໍ່ ການຕີສອນຂອງ ອົງພຣະຜູ້ເປັນເຈົ້າ, ແລະ ຢ່ານ້ອຍໃຈ ເມື່ອພຣະອົງຊົງຕິຕຽນເຈົ້າ. 6 ເພາະວ່າ ອົງພຣະຜູ້ເປັນເຈົ້າ ຊົງຕີສອນ ຜູ້ທີ່ ພຣະອົງຊົງຮັກ, ແລະ ເມື່ອພຣະອົງ ຊົງຮັບ ຜູ້ໃດເປັນລູກພຣະອົງ ກໍ ຊົງຂ້ຽນສອນ ຜູ້ນັ້ນ.” 7 ເຈົ້າທັງຫລາຍ ຈົ່ງຮັບ ແລະ ທົນເອົາເທາະ ເພາະເປັນການຕີສອນ. ພຣະເຈົ້າ ຊົງປະຕິບັດ ຕໍ່ ພວກເຈົ້າໃນຖານະ ທີ່ພວກເຈົ້າ ເປັນ ລູກຂອງພຣະອົງ. ດ້ວຍວ່າ, ມີລູກຄົນໃດແດ່ ທີ່ພໍ່ບໍ່ໄດ້ຕີສອນເຂົາ. 8 ແຕ່ ຖ້າເຈົ້າທັງຫລາຍ ບໍ່ໄດ້ຖືກຕີສອນ, ຊຶ່ງລູກທຸກຄົນ ຕ້ອງຖືກນັ້ນ, ພວກເຈົ້າ ກໍເປັນລູກທາງ ແລະ ບໍ່ເປັນລູກແທ້. 9 ອີກປະການໜຶ່ງ, ເຮົາ ທັງຫລາຍ ມີພໍ່ເປັນມະນຸດ ທີ່ໄດ້ຕີສອນ ພວກເຮົາ, ແລະ ພວກເຮົາ ກໍນັບຖື ພໍ່ນັ້ນ. ຫລາຍກວ່ານັ້ນອີກ ພວກເຮົາ ຄວນຢູ່ໃຕ້ບັງຄັບ ຂອງພຣະບິດາເຈົ້າ ແຫ່ງບັນດາວິນຍານຈິດ ແລະ ມີຊີວິດບໍ່ແມ່ນ ບໍ? 10 ຝ່າຍພໍ່ເຫຼົ່ານັ້ນ ໄດ້ຕີສອນ ພວກເຮົາ ໃນຊົ່ວເວລາເລັກນ້ອຍ ຕາມຄວາມເຫັນດີ ຂອງເຂົາເທົ່ານັ້ນ, ແຕ່ ພຣະອົງ ຊົງຕີສອນ ພວກເຮົາ ເພື່ອປະໂຫຍດ ຂອງພວກເຮົາ ເພື່ອໃຫ້ ພວກເຮົາ ໄດ້ເຂົ້າສ່ວນໃນສະພາບ ຄວາມບໍຣິສຸດ ຂອງພຣະອົງ. 11 ໃນຂະນະທີ່ ມີການຕີສອນນັ້ນ ບໍ່ເປັນໜ້າຊື່ນໃຈເລີຍ ມີແຕ່ເລື່ອງ ເສົ້າໃຈ, ແຕ່ ຕໍ່ມາພາຍຫລັງ ຈະກໍ່ໃຫ້ເກີດຜົນ ຄືຄວາມສຸກສຳລານ ແລະ ຄວາມຊອບທຳ ແກ່ບັນດາຄົນທີ່ ຖືກແອບສອນແລ້ວນັ້ນ. 12 ດ້ວຍເຫດນັ້ນ ຈົ່ງຍົກມື ທີ່ອ່ອນເພຍ ເປ້ຍລ່ອຍ ແລະ ຫົວເຂົ່າ ທີ່ອ່ອນກຳລັງ ຂອງພວກເຈົ້າ. 13 ຈົ່ງໃຫ້ມີກຳລັງຂຶ້ນ ຈົ່ງກ້າວໄປ ຕາມເສັ້ນທາງອັນຖືກຕ້ອງ ເພື່ອວ່າຕີນ, ທີ່ພິການນັ້ນ ຈະບໍ່ພິກໂບກ ແຕ່ ຈະດີເປັນປົກກະຕິ. 14 ຈົ່ງພະຍາຍາມ ທີ່ຈະຢູ່ກັບທຸກຄົນ ຢ່າງສະຫງົບສຸກ, ແລະ ຈົ່ງ ພະຍາຍາມ ທີ່ຈະມີໃຈບໍຣິສຸດ ເພາະຖ້າໃຈບໍ່ບໍຣິສຸດ ກໍຈະບໍ່ມີ ຜູ້ໃດ ໄດ້ເຫັນ ອົງພຣະຜູ້ເປັນເຈົ້າ. 15 ຈົ່ງລະວັງໃຫ້ດີ ຢ້ານວ່າ ຈະມີຜູ້ ຫັນໜີຈາກ ພຣະຄຸນຂອງພຣະເຈົ້າ, ຢ້ານວ່າ ຈະມີຮາກອັນຂົມຂື່ນ ງອກຂຶ້ນມາ ແລະ ສ້າງຄວາມເດືອດຮ້ອນຫຍຸ້ງຍາກ, ຈຶ່ງຈະເປັນເຫດ ໃຫ້ຫລາຍ ຄົນຊົ່ວມົວໝອງໄປ. 16 ຢ່າໃຫ້ຜູ້ໃດຜູ້ໜຶ່ງ ກາຍເປັນ ຄົນຜິດສິນທຳ ຫລື ປະໝາດ ຕໍ່ສິ່ງສັກສິດເໝືອນ ເອຊາວ ຜູ້ທີ່ໄດ້ ຂາຍສິດທິ ການເປັນອ້າຍກົກຂອງຕົນ ເພື່ອແລກກິນອາຫານ ພຽງ ຄາບດຽວ. 17 ພວກເຈົ້າ ກໍຮູ້ແລ້ວວ່າ ພາຍລຸນມາ, ເມື່ອ ເອຊາວ ຢາກໄດ້ຮັບພອນນັ້ນ ເປັນມໍຣະດົກ, ລາວກໍໄດ້ຮັບ ແຕ່ ຄຳປະຕິເສດ. ເຖິງແມ່ນວ່າ ລາວສະແຫວງຫາ ດ້ວຍນໍ້າຕາໄຫລ ກໍຕາມ, ກໍບໍ່ມີທາງ ແກ້ໄຂໄດ້ເລີຍ. 18 ເຈົ້າທັງຫລາຍ ບໍ່ໄດ້ມາເຖິງສິ່ງທີ່ ຈັບໄດ້ເຖິງໄຟທີ່ໄໝ້ ຢູ່ເຖິງທີ່ ມືດດຳ ແລະ ມືດມົວ ແລະ ເຖິງທີ່ລົມພະຍຸ, 19 ເຖິງສຽງແກ ແລະ ເຖິງ ພຣະສຸຣະສຽງ ຊຶ່ງຄົນທັງຫລາຍ ເມື່ອໄດ້ຍິນແລ້ວ ໄດ້ ອ້ອນວອນ ຂໍບໍ່ໃຫ້ຊົງກ່າວຈັກຄຳ ຕໍ່ ພວກເຂົາອີກ. 20 ເພາະວ່າ ຂໍ້ຄວາມ ທີ່ຊົງບັນຍັດໄວ້ນັ້ນ ພວກເຂົາ ທົນບໍ່ໄດ້ຄື ວ່າ, “ແມ່ນແຕ່ ສັດເດຍລະສານ ໂຕໃດໂຕໜຶ່ງ ຖ້າຫາກໄປຕ້ອງພູນັ້ນ ກໍຈະຕ້ອງຖືກ ຄວ່າງກ້ອນຫີນ ໃສ່ໃຫ້ຕາຍ.” 21 ສິ່ງທີ່ປາກົດນັ້ນ ກໍເປັນໜ້າຢ້ານ ຫລາຍປານນັ້ນ ຈົນ ໂມເຊ ໄດ້ກ່າວ ວ່າ, “ຂ້າພະເຈົ້າ ຢ້ານເຕັມທີຈົນ ຕົວສັ່ນ.” 22 ແຕ່ ເຈົ້າທັງຫລາຍ ໄດ້ມາເຖິງພູເຂົາ ຊີໂອນ, ແລະ ມາເຖິງ ນະຄອນ ຂອງພຣະເຈົ້າ, ຜູ້ຊົງພຣະຊົນ ຢູ່ຄືນະຄອນ ເຢຣູຊາເລັມ ແຫ່ງສະຫວັນ, ແລະ ມາເຖິງຝູງເທວະດາ ນັບເປັນຈຳນວນໝື່ນໆ ທີ່ ຊຸມນຸມ ກັນເປັນງານມ່ວນຊື່ນ, 23 ໄດ້ມາ ເຖິງທີ່ຊຸມນຸມກັນ ຂອງບັນດາລູກກົກ ຜູ້ທີ່ມີ ຄວາມຊົມຊື່ນຍິນດີ ຊຶ່ງຊື່ຂອງພວກເຂົາ ໄດ້ ບັນທຶກໄວ້ໃນສະຫວັນ ແລ້ວ, ໄດ້ມາເຖິງ ພຣະເຈົ້າ ຜູ້ພິພາກສາ ມະນຸດທຸກຄົນ ແລະ ມາເຖິງຈິດວິນຍານ ຂອງບັນດາ ຄົນຊອບທຳ ຜູ້ ເຖິງທີ່ສຳເລັດແລ້ວ. 24 ມາ ເຖິງພຣະເຢຊູຄຣິດເຈົ້າ ຜູ້ຊົງເປັນຜູ້ ກາງຝ່າຍ ພັນທະສັນຍາໃໝ່, ແລະ ມາເຖິງ ພຣະໂລຫິດ ຊຶ່ງຊິດໃສ່ ແລ້ວ ທີ່ມີສຽງຮ້ອງອັນດີກວ່າ ເລືອດຂອງອາເບັນ ອີກ. 25 ຈົ່ງລະວັງໃຫ້ດີ ຢ່າປະຕິເສດ ບໍ່ຍອມຟັງພຣະອົງ ຜູ້ຊົງກ່າວຢູ່ ນັ້ນ. ເພາະຖ້າຄົນທັງຫລາຍ ທີ່ປະຕິເສດ ບໍ່ຍອມຟັງຄຳເຕືອນ ຂອງພຣະອົງ ໃນໂລກນີ້, ເຂົາ ກໍບໍ່ມີທາງພົ້ນໂທດ ທີ່ເຂົາປະຕິເສດ ນັ້ນ ພວກເຮົາ ຜູ້ອວ່າຍໜ້າຈາກພຣະອົງ ຜູ້ຊົງເຕືອນຈາກ ສະຫວັນ ກໍຈະ ບໍ່ພົ້ນໂທດຫລາຍກວ່າ ເຂົາ ເຫຼົ່ານັ້ນເສຍອີກ. 26 ແມ່ນ ພຣະສຸຣະສຽງ ຂອງພຣະອົງ ນີ້ທີ່ໄດ້ບັນດານ ໃຫ້ແຜ່ນດິນຫວັ່ນໄຫວ ໃນຄາວ ນັ້ນ. ແຕ່ ບັດນີ້ພຣະອົງ ຊົງກ່າວສັນຍາໄວ້ວ່າ, “ຍັງອີກເທື່ອໜຶ່ງ ເຮົາ ຈະເຮັດໃຫ້ສະທ້ານຫວັ່ນໄຫວ, ບໍ່ແມ່ນແຕ່ ແຜ່ນດິນໂລກເທົ່ານັ້ນ, ແຕ່ ທັງຟ້າສະຫວັນ ເໝືອນກັນ.” 27 ຂໍ້ຄວາມທີ່ ວ່າ, “ຍັງອີກເທື່ອໜຶ່ງ” ນັ້ນສະແດງວ່າ ສິ່ງທີ່ ຫວັ່ນໄຫວນັ້ນ ຈະຖືກຍົກຍ້າຍໄປເສຍ, ເໝືອນກັບ ສິ່ງທີ່ຊົງສ້າງໃຫ້ ມີຂຶ້ນ ເພື່ອໃຫ້ສິ່ງທີ່ ບໍ່ຫວັ່ນໄຫວ ຍັງຄົງເຫຼືອຢູ່. 28 ເຫດສະນັ້ນ ,ເນື່ອງດ້ວຍ ພວກເຮົາ ຮັບແຜ່ນດິນ ທີ່ຫວັ່ນໄຫວບໍ່ໄດ້ແລ້ວ, ກໍໃຫ້ ພວກເຮົາ ໂມທະນາ ຂອບພຣະຄຸນພຣະເຈົ້າ ເພື່ອພວກເຮົາ ຈະໄດ້ ບົວລະບັດ ພຣະເຈົ້າ ຕາມນໍ້າພຣະໄທ ຂອງພຣະອົງ ດ້ວຍຄວາມເຄົາຣົບ ຢຳເກງ. 29 ເພາະ ພຣະເຈົ້າຂອງເຮົາ ທັງຫຼາຍ ຊົງເປັນໄຟທີ່ ເຜົາຜານ.
Chapter 13
1 ຈົ່ງໃຫ້ຄວາມຮັກຢ່າງພີ່ນ້ອງ ມີຢູ່ຕໍ່ກັນສະເໝີໄປ. 2 ຢ່າ ລືມ ການຕ້ອນຮັບແຂກ ເພາະດ້ວຍການເຮັດເຊັ່ນນີ້ ມີບາງຄົນ ກໍໄດ້ຕ້ອນຮັບ ເທວະດາ ຢ່າງບໍ່ຮູ້ຕົວ. 3 ຈົ່ງລະນຶກເຖິງ ບັນດາຜູ້ທີ່ຖືກລ່າມໂສ້ ເໝືອນກັບວ່າ ພວກເຈົ້າ ກໍຖືກລ່າມໂສ້ ເໝືອນກັບ ພວກເຂົາດ້ວຍ. ຈົ່ງລະນຶກເຖິງ ບັນດາ ຜູ້ ທີ່ຖືກຂົ່ມເຫັງ, ເພາະວ່າ ພວກເຈົ້າ ກໍມີ ຮ່າງກາຍເໝືອນກັນ. 4 ໃຫ້ການແຕ່ງງານ ຂອງພວກເຈົ້າ ເປັນທີ່ຍົກຍ້ອງ ນັບຖືແກ່ທຸກຄົນ ແລະ ຈົ່ງໃຫ້ຄູ່ຜົວເມຍ ສັດຊື່ ຕໍ່ ກັນແລະກັນ. ພຣະເຈົ້າ ຈະຕັດສິນ ລົງໂທດ ຄົນເຮັດຜິດສິນທຳ ແລະ ຄົນຫລິ້ນຊູ້. 5 ຈົ່ງໃຫ້ການດຳເນີນຊີວິດ ຂອງພວກເຈົ້າ ເວັ້ນຈາກການ ຮັກເງິນຮັກຄຳ. ຈົ່ງພໍໃຈໃນສິ່ງທີ່ຕົນມີຢູ່, ເພາະ ພຣະເຈົ້າເອງ ຊົງກ່າວ າ, “ເຮົາ ຈະບໍ່ປະເຈົ້າ ຫລື ຖິ້ມເຈົ້າເສຍຈັກເທື່ອ.” 6 ດ້ວຍເຫດນັ້ນ ຈົ່ງໃຫ້ ພວກເຮົາ ມີໃຈກ້າ ແລະ ກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ເປັນ ພຣະຜູ້ ຊ່ວຍຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ຈະບໍ່ຢ້ານກົວ. ມີຜູ້ໃດແດ່ ຈະ ເຮັດຫຍັງໃຫ້ ຂ້າພະເຈົ້າ ໄດ້.?” 7 ຈົ່ງລະນຶກເຖິງ ພວກຜູ້ນຳ ຂອງພວກເຈົ້າ, ຄືຜູ້ທີ່ໄດ້ປະກາດ ພຣະທຳ ແກ່ ພວກເຈົ້າ, ແລະ ຈົ່ງພິຈາລະນາ ເບິ່ງຜົນສຸດທ້າຍ ແຫ່ງຊີວິດ ຂອງພວກເພິ່ນ ແລະ ຈົ່ງປະຕິບັດ ຕາມແບບຢ່າງ ຄວາມເຊື່ອ ຂອງພວກເພິ່ນ. 8 ພຣະເຢຊູຄຣິດເຈົ້າ ຊົງເປັນຢູ່ສະເໝີກັນ ທັງໃນເວລາວານນີ້, ວັນນີ້ ແລະ ສືບໆໄປ ເປັນນິດ. 9 ຢ່າຍອມໃຫ້ ຄຳສອນປອມໃດໆ ນຳພາພວກເຈົ້າ ໃຫ້ຫລົງຜິດໄປ. ເປັນການດີແທ້ ທີ່ຈິດໃຈ ຂອງພວກເຮົາ ໄດ້ຮັບການເຊີດຊູ ໃຫ້ເຂັ້ມແຂງ ດ້ວຍ ພຣະຄຸນ ຂອງພຣະເຈົ້າ, ບໍ່ແມ່ນ ດ້ວຍອາຫານການກິນ ຊຶ່ງບໍ່ເປັນ ປະໂຫຍດ ແກ່ຄົນທີ່ ປະຕິບັດຕາມ. 10 ພວກເຮົາ ມີແທ່ນບູຊາ ແທ່ນ ໜຶ່ງ ຊຶ່ງຄົນຜູ້ປະຕິບັດ ໃນຫໍເຕັນສັກສິດນັ້ນ ບໍ່ມີສິດທີ່ຈະຮັບປະທານ ຂອງຈາກແທ່ນ ນັ້ນໄດ້. 11 ມະຫາປະໂຣຫິດ ໄດ້ນຳເລືອດສັດເຂົ້າໄປໃນ ສະຖານທີ່ສັກສິດທີ່ສຸດ, ເພື່ອເປັນການຖວາຍບູຊາ ລຶບລ້າງບາບ, ແຕ່ໂຕ ສັດນັ້ນເພິ່ນໄດ້ນຳອອກໄປເຜົານອກຄ້າຍ. 12 ເພາະສະນັ້ນ ພຣະເຢຊູເຈົ້າ ຈຶ່ງຕາຍທີ່ນອກປະຕູເມືອງ, ເຊັ່ນກັນ ເພື່ອຊຳລະໄພ່ພົນ ຂອງພຣະເຈົ້າ ໃຫ້ບໍຣິສຸດດ້ວຍເລືອດ ຂອງພຣະອົງ ເອງ. 13 ດ້ວຍເຫດນັ້ນ ຈົ່ງໃຫ້ ພວກເຮົາອອກໄປ ຫາ ພຣະອົງ ທີ່ນອກຄ້າຍ ແລະ ຍອມທົນເອົາຄຳໝິ່ນປະໝາດ ທີ່ ພຣະອົງ ໄດ້ຮັບ. 14 ດ້ວຍວ່າ, ເທິງ ແຜ່ນດິນໂລກນີ້ ບໍ່ມີບ້ານເມືອງອັນຖາວອນ ສຳລັບພວກເຮົາ, ພວກເຮົາ ສະແຫວງ ຫານະຄອນ ທີ່ຈະມີມາໃນພາຍໜ້າ. 15 ດ້ວຍເຫດນັ້ນ, ຈົ່ງໃຫ້, ພວກເຮົາ ຖວາຍຄຳ ຍ້ອງຍໍສັນລະເສີນ ຕະຫລອດໄປ ແກ່ພຣະເຈົ້າ, ເປັນເຄື່ອງບູຊາ ໂດຍທາງພຣະອົງນັ້ນ ແລະ ຍົກຍໍ ພຣະນາມ ຂອງພຣະອົງ ດ້ວຍສົບປາກຂອງພວກເຮົາ. 16 ຢ່າ ລືມ ທີ່ຈະເຮັດຄຸນງາມຄວາມດີ ແລະ ຊ່ວຍເຫລືອ ຊຶ່ງກັນ ແລະ ກັນເພາະ ເຄື່ອງບູຊາຢ່າງນີ້ແຫຼະ ເປັນທີ່ ພໍພຣະໄທ ພຣະເຈົ້າ. 17 ເຈົ້າທັງຫລາຍ ຈົ່ງຍອມຟັງ ແລະ ຍອມຢູ່ໃນໂອວາດ ຜູ້ນຳ ຂອງພວກເຈົ້າ ເພາະພວກເພິ່ນ ດູແລ ຮັກສາ ຈິດວິນຍານ ຂອງພວກເຈົ້າ ຢູ່ເໝືອນ ຜູ້ໜຶ່ງ ທີ່ຈະຕ້ອງ ສະເໜີລາຍງານ ເພື່ອພວກເພິ່ນ ຈະໄດ້ເຮັດງານນີ້ ດ້ວຍຄວາມຊື່ນໃຈ, ແລະ ບໍ່ແມ່ນ ດ້ວຍຄວາມເສົ້າໃຈ, ຊຶ່ງຈະບໍ່ເປັນປະໂຫຍດ ແກ່ ເຈົ້າທັງຫລາຍ. 18 ຈົ່ງພາວັນນາອະທິຖານ ເພື່ອພວກເຮົາ ເພາະເຮົາ ເຊື່ອແນ່ວ່າ ພວກເຮົາມີໃຈສຳນຶກ ຜິດ ແລະ ຊອບອັນດີຢູ່ແລ້ວ ແລະ ປາຖະໜາ ທີ່ຈະ ດຳເນີນ ຊີວິດ ຕາມຢ່າງດີໃນທຸກສິ່ງ. 19 ເຮົາ ຂໍເລັ່ງລັດ ພວກເຈົ້າ ໃຫ້ ພາວັນນາອະທິຖານ ຫລາຍຂຶ້ນ ຕາມຢ່າງນັ້ນ, ເພື່ອ ພຣະເຈົ້າ ຈະສົ່ງເຮົາ ກັບຄືນໄປຢູ່ກັບ ພວກເຈົ້າໄວໆ. 20 ຂໍພຣະເຈົ້າ ຜູ້ຊົງໂຜດສັນຕິສຸກ, ຜູ້ໄດ້ຊົງນຳ ອົງພຣະເຢຊູເຈົ້າ ຂອງເຮົາທັງຫລາຍ ໃຫ້ຄືນມາຈາກຄວາມຕາຍ ຄືຜູ້ຊົງເປັນຜູ້ລ້ຽງແກະ, ອົງຍິ່ງໃຫຍ່ດ້ວຍພຣະໂລຫິດ ທີ່ກ່ຽວກັບ ພັນທະສັນຍາ ອັນຕັ້ງຢູ່ເປັນນິດນັ້ນ, 21 ຈົ່ງຊົງກະທຳ ໃຫ້ເຈົ້າທັງຫລາຍເປັນຄົນຄົບຖ້ວນ ໃນການດີທຸກຢ່າງ. ເພື່ອຈະໄດ້ປະຕິບັດ ຕາມພຣະໄທພຣະອົງ ແລະ ຊົງທຳງານພາຍໃນ ເຈົ້າທັງຫລາຍຕາມທີ່ຊອບໃນສາຍພຣະເນດ ຂອງພຣະອົງ ໂດຍທາງ ພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີ ຈົ່ງມີແດ່ ພຣະຄຣິດ ສືບໆໄປ ເປັນນິດ ອາແມນ. 22 ພີ່ນ້ອງທັງຫລາຍເອີຍ, ເຮົາ ຂໍຮ້ອງພວກເຈົ້າໃຫ້ອົດທົນຟັງ ຖ້ອຍຄຳ ທີ່ ໜູນນໍ້າໃຈ ນີ້. ດ້ວຍວ່າ, ຈົດໝາຍທີ່ເຮົາໄດ້ ຂຽນມາຫາພວກເຈົ້າ ນັ້ນ ກໍບໍ່ຍາວ. 23 ເຮົາ ປາຖະໜາ ໃຫ້ພວກເຈົ້າ ຮູ້ວ່າ ຕີໂມທຽວ ນ້ອງຊາຍ ຂອງພວກເຮົາ ໄດ້ອອກຈາກຄຸກແລ້ວ, ຖ້າລາວມາຮອດທີ່ນີ້ໄວ, ເມື່ອ ເຮົາ ໄປຢ້ຽມຢາມ ພວກເຈົ້າ ເຮົາ ກໍຈະເອົາລາວ ໄປນຳດ້ວຍ. 24 ເຮົາ ຂໍຝາກຄວາມຄິດເຖິງ ມາຍັງບັນດາຜູ້ນຳ ຂອງພວກເຈົ້າ ແລະ ໄພ່ພົນ ຂອງພຣະເຈົ້າ ທຸກຄົນ. ບັນດາພີ່ນ້ອງ ທີ່ມາຈາກ ອີຕາລີ ກໍຝາກ ຄວາມຄິດເຖິງ ມາຫາພວກເຈົ້າ ດ້ວຍ. 25 ຂໍໃຫ້ ພຣະຄຸນ ຈົ່ງສະຖິດ ຢູ່ ກັບພວກເຈົ້າທຸກຄົນເທີ້ນ ອາແມນ. front