31. ພຣະເຢຊູຍ່າງເທິງນ້ຳ
ຫຼັງຈາກທີ່ພຣະເຢຊູໄດ້ບອກໃຫ້ປະຊາຊົນກັບເມືອ ພຣະອົງໄດ້ບອກໃຫ້ສາວົກລົງເຮືອແລະພາຍຂ້າມໄປອີກຟາກໜຶ່ງຂອງທະເລສາບກ່ອນ. ຈາກນັ້ນພຣະອົງກໍຂຶ້ນໄປເທິງພູເຂົາພຽງຄົນດຽວເພື່ອອະທິຖານ. ພຣະອົງອະທິຖານຢູ່ທີ່ນັ້ນຄົນດຽວຈົນເຖິງທ່ຽງຄືນ.
ຈົນເຖິງຕອນກາງຄືນແລ້ວ ແຕ່ພວກສາວົກຍັງຄົງພາຍເຮືອມາຮອດແຕ່ກາງທະເລສາບເທົ່ານັ້ນ ເພາະພວກເຂົາຕ້ອງພາຍເຮືອຕ້ານກັບລົມພາຍຸທີ່ກຳລັງພັດຢ່າງຮຸນແຮງ.
ຫຼັງຈາກພຣະເຢຊູອະທິຖານແລ້ວ ພຣະອົງກໍຍ່າງເທິງໜ້ານ້ຳ! ເພື່ອຂ້າມທະເລສາບໄປຫາເຮືອທີ່ພວກສາວົກຢູ່.
ເມື່ອພວກເຂົາແນມເຫັນພຣະເຢຊູ ກໍເກີດມີຄວາມຢ້ານເພາະພວກເຂົາຄິດວ່າພວກເຂົາກຳລັງເຫັນຜີ. ພຣະເຢຊູຊົງຮູ້ວ່າພວກເຂົາຮູ້ສຶກຢ້ານ ຈິ່ງຮ້ອງໃສ່ພວກເຂົາວ່າ, ຢ່າສູ່ຢ້ານ ນີ້ແມ່ນເຮົາເອງ!”
ແລ້ວເປໂຕກໍເວົ້າກັບພຣະເຢຊູວ່າ, ນາຍເຈົ້າເອີຍ, ຖ້າແມ່ນທ່ານແທ້, ຈົ່ງສັ່ງໃຫ້ຂ້ານ້ອຍຍ່າງເທິງໜ້ານ້ຳໄປຫາພຣະອົງ.” ພຣະເຢຊູຊົງຕອບເປໂຕວ່າ, ຈົ່ງມາເຖີດ!”
ສະນັ້ນເປໂຕຈິ່ງກ້າວອອກຈາກເຮືອແລະຍ່າງເທິງໜ້ານ້ຳໄປຫາພຣະເຢຊູ. ຫຼັງຈາກຍ່າງໄປໄດ້ໄລຍະໜຶ່ງ ລາວກໍບໍ່ຫຼຽວເບິ່ງພຣະເຢຊູ ແຕ່ກັບຫຼຽວໄປເບິ່ງຄື້ນທີ່ພັດເຂົ້າມາຢ່າງຮຸນແຮງນັ້ນ.
ແລ້ວເປໂຕກໍຮູ້ສຶກຢ້ານແລະເລີ່ມຈົມລົງໄປໃນນ້ຳ ລາວຮ້ອງຂຶ້ນວ່າ, “ພຣະເຈົ້າເອີ່ຍ, ຂໍໂຜດຊ່ວຍຂ້ານ້ອຍແດ່ທ້ອນ!” ພຣະເຢຊູຈຶ່ງຍື່ນມືອອກໄປຈັບມືຂອງລາວໄວ້ແລະກ່າວກັບລາວວ່າ, “ໂອ້ຊາຍຜູ້ມີຄວາມເຊື່ອໜ້ອຍເອີຍ, ເປັນຫຍັງເຈົ້າຈຶ່ງສົງໄສ?”
ທັນທີທີ່ພຣະເຢຊູແລະເປໂຕກັບເຂົ້າໄປໃນເຮືອ ແລ້ວພາຍຸກໍສະຫງົບງຽບລົງ. ພວກສາວົກພາກັນປະຫຼາດໃຈແລະເວົ້າກັບພຣະອົງວ່າ, “ຈິງແທ້ແລ້ວ! ທ່ານເປັນພຣະບຸດຂອງພຣະເຈົ້າ.”
ບົດເລື່ອງຈາກພຣະຄຳພີ 14:22-33; ມາຣະໂກ 6:45-52; ໂຢຮັນ 6:16-21