33. ເລື່ອງຜູ້ຫວ່ານເມັດພືດ.
ມີມື້ໜຶ່ງພຣະເຢຊູໄດ້ໄປທີ່ແຄມທະເລສາບ ມີຄົນຫຼວງຫຼາຍຢາກຟັງພຣະອົງສັ່ງສອນຈຶ່ງຕິດຕາມພຣະອົງໄປ. ຍ້ອນຄົນຫຼາຍພຣະອົງຈຶ່ງຂຶ້ນເຮືອທີ່ຢູ່ແຄມທະເລ ເພື່ອສັ່ງສອນພວກເຂົາ ເພາະບໍ່ມີບ່ອນໃຫ້ພຣະອົງຢືນຢູ່ແຄມຝັ່ງນັ້ນ.
ແລ້ວພຣະເຢຊູກໍ່ເລົ່າເລື່ອງໃຫ້ພວກເຂົາຟັງວ່າ: ມີຊາວນາຄົນໜຶ່ງໄດ້ອອກໄປຫວ່ານເມັດພືດ ໃນຂະນະທີ່ຫວ່ານຢູ່ນັ້ນ ບາງເມັດກໍຕົກຕາມແຄມທາງຍ່າງໂຕນົກກໍມາຕອດກີນເມັດພືດເຫຼົ່ານັ້ນ.
ບາງເມັດກໍຕົກໃສ່ດິນທີ່ມີຫີນປົນຢູ່, ເມັດພືດນັ້ນໃຫຍ່ຂຶ້ນຢ່າງໄວ ແຕ່ເພາະຮາກຂອງມັນບໍ່ເລິກ ເມື່ອແດດສ່ອງໃສ່ ມັນກໍຮ້ອນ, ຫ່ຽວແຫ້ງ ແລະ ຕາຍໄປ.
ແລະ ບາງເມັດກໍ່ຕົກໃສ່ດິນທີ່ມີພຸ່ມໜາມ, ເມື່ອພວກມັນໃຫຍ່ຂຶ້ນໜາມກໍຫຸ້ມຮັດພວກມັນ ຈຶ່ງເຮັດໃຫ້ເຕີບໂຕບໍ່ເຕັມທີ່ ແລະ ເກີດຜົນບໍ່ໄດ້.
ແຕ່ບາງເມັດກໍຕົກໃສ່ດິນດີ, ເມື່ອເຕີບໂຕຂຶ້ນກໍເກີດຜົນຫຼາຍ ສາມສິບເທົ່າ, ຫົກສິບເທົ່າ ແລະ ຮ້ອຍເທົ່າ ຕາມແຕ່ລະຊະນິດຂອງເມັດພືດ. ໃຜມີຫູກໍໃຫ້ຟັງເອົາ.
ເລື່ອງນີ້ພວກສາວົກບໍ່ເຂົ້າໃຈ, ສະນັ້ນພຣະເຢຊູຈຶ່ງອະທິບາຍໃຫ້ເຂົາຟັງ, ເມັດພືດແມ່ນພຣະຄໍາຂອງພຣະເຈົ້າ ທາງຍ່າງແມ່ນຄົນທີ່ຟັງພະຄໍາຂອງພຣະເຈົ້າ ແຕ່ບໍ່ເຂົ້າໃຈ ຜີມານຈຶ່ງຍາດເອົາພະຄໍາພຣະເຈົ້າອອກຈາກພວກເຂົາໄປ.
ສ່ວນດິນທີ່ມີຫີນປົນຢູ່ ແມ່ນຄົນທີ່ຍິນພະຄໍາຂອງພຣະເຈົ້າ ແລະ ຍອມຮັບເອົາດ້ວຍໃຈຍິນດີ, ແຕ່ເມື່ອລາວພົບບັນຫາ ແລະ ການທົດລອງລາວຈຶ່ງຖອຍໜີຈາກພະຄໍາໄປ.
ດິນທີ່ມີພຸ່ມໜາມແມ່ນໝາຍເຖິງຄົນທີ່ຍິນພະຄໍາຂອງພຣະເຈົ້າ, ເວລາຜ່ານໄປ ຄວາມກັງວົນ, ຄວາມຮັ່ງມີ ແລະ ຊັບສົມບັດໃນຊີວິດ ໄດ້ກີດກັ້ນລາວອອກຈາກຄວາມຮັກຂອງພຣະເຈົ້າ. ດ້ວຍເຫດນີ້ ພະຄໍາທີ່ລາວໄດ້ຍິນ ຈຶ່ງບໍ່ເກີດຜົນໃນຊີວິຂອງລາວ.
ແຕ່ສໍາລັບດິນດີນັ້ນ ຄືຜູ້ທີ່ໄດ້ຍິນພະຄໍາຂອງພຣະເຈົ້າ, ເຊື່ອໃນພະຄໍາ ແລ້ວຊີວິດກໍເກີດຜົນຮ້ອຍເທົ່າ.
ເລື່ອງຈາກພະຄໍາພີ ມັດທາຍ 13: 1-8, 18-23; ມາລາໂກ 4: 1-8, 13-20; ລູກາ 8: 4-15.